ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົ້ນ​ກຳເນີດ​ແລະ​ຈຸດ​ປະສົງ​ຂອງ​ການ​ສ້າງ​ຄອບຄົວ

ຕົ້ນ​ກຳເນີດ​ແລະ​ຈຸດ​ປະສົງ​ຂອງ​ການ​ສ້າງ​ຄອບຄົວ

“ພະ​ເຢໂຫວາ​ພະເຈົ້າ​ໄດ້​ກ່າວ​ວ່າ: ‘ຄົນ​ຊາຍ​ນັ້ນ​ຈະ​ຢູ່​ຜູ້​ດຽວ​ກໍ​ບໍ່​ດີ ເຮົາ​ຈະ​ສ້າງ​ຄົນ​ໜຶ່ງ​ອີກ​ຄື​ກັນ​ໃຫ້​ເປັນ​ຜູ້​ຊົດ​ຊ່ອຍ​ເພິ່ນ.’”—ຕົ້ນເດີມ 2:18

ເພງ: 36, 11

1, 2. (ກ) ການ​ສ້າງ​ຄອບຄົວ​ເລີ່ມ​ຕົ້ນ​ແນວ​ໃດ? (ຂ) ຊາຍ​ຍິງ​ຄູ່​ທຳອິດ​ຕ້ອງ​ສຳນຶກ​ເຖິງ​ເລື່ອງ​ໃດ​ກ່ຽວ​ກັບ​ການ​ສ້າງ​ຄອບຄົວ? (ເບິ່ງ​ຮູບ​ທຳອິດ)

ເປັນ​ເລື່ອງ​ປົກກະຕິ​ທີ່​ຜູ້​ຄົນ​ຈະ​ສ້າງ​ຄອບຄົວ. ແຕ່​ການ​ສ້າງ​ຄອບຄົວ​ເລີ່ມ​ຕົ້ນ​ແນວ​ໃດ​ແລະ​ມີ​ຈຸດ​ປະສົງ​ຫຍັງ? ການ​ຮູ້ຈັກ​ຄຳຕອບ​ຂອງ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ທັດສະນະ​ທີ່​ຖືກຕ້ອງ​ຕໍ່​ການ​ສ້າງ​ຄອບຄົວ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ເຮັດ​ແນວ​ນັ້ນ. ພະ​ເຢໂຫວາ​ສ້າງ​ອາດາມ​ເຊິ່ງ​ເປັນ​ມະນຸດ​ຄົນ​ທຳອິດ ແລະ​ພະອົງ​ໄດ້​ບອກ​ລາວ​ຕັ້ງ​ຊື່​ໃຫ້​ສັດ​ຕ່າງໆ. ອາດາມ​ເຫັນ​ວ່າ​ສັດ​ທຸກ​ຕົວ​ມີ​ຄູ່ ‘ແຕ່​ວ່າ​ລາວ​ບໍ່​ມີ​ຜູ້​ຊ່ອຍ​ທີ່​ມາ​ເປັນ​ຄູ່​ຄຽງ​ທີ່​ສົມຄວນ​ແກ່​ຕົວ​ເອງ.’ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ອາດາມ​ນອນ​ຫຼັບ​ສະໜິດ ແລະ​ໄດ້​ເອົາ​ກະດູກ​ຂ້າງ​ຂອງ​ລາວ​ເຫຼັ້ມ​ໜຶ່ງ​ມາ​ສ້າງ​ເປັນ​ຜູ້​ຍິງ​ຄົນ​ໜຶ່ງ. ຈາກ​ນັ້ນ ພະອົງ​ໄດ້​ມອບ​ຜູ້​ຍິງ​ຄົນ​ນີ້​ໃຫ້​ເປັນ​ເມຍ​ຂອງ​ອາດາມ. (ອ່ານ​ຕົ້ນເດີມ 2:20-24) ດັ່ງ​ທີ່​ເຮົາ​ເຫັນ ການ​ສ້າງ​ຄອບຄົວ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ.

2 ຫຼາຍ​ປີ​ຕໍ່​ມາ ພະ​ເຍຊູ​ໄດ້​ກ່າວ​ຊໍ້າ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ໃນ​ສວນ​ເອເດນ​ທີ່​ວ່າ: “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ໄປ​ຕິດ​ພັນ​ໃກ້​ຊິດ​ຢູ່​ກັບ​ເມຍ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ອັນ​ດຽວ​ກັນ.” (ມັດທາຍ 19:4, 5) ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ເອົາ​ກະດູກ​ຂ້າງ​ເຫຼັ້ມ​ໜຶ່ງ​ຂອງ​ອາດາມ​ມາ​ສ້າງ​ເປັນ​ຜູ້​ຍິງ​ຄົນ​ທຳອິດ ດັ່ງ​ນັ້ນ ທັງ​ສອງ​ຕ້ອງ​ສຳນຶກ​ວ່າ​ເຂົາ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ກັນ​ແລະ​ກັນ. ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ຜົວ​ເມຍ​ຢ່າ​ຮ້າງ​ກັນ​ຫຼື​ມີ​ຄູ່​ຄອງ​ຫຼາຍ​ຄົນ​ໃນ​ເວລາ​ດຽວ​ກັນ.

ການ​ສ້າງ​ຄອບຄົວ​ເປັນ​ສ່ວນ​ໜຶ່ງ​ໃນ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ

3. ຈຸດ​ປະສົງ​ທີ່​ສຳຄັນ​ຂອງ​ການ​ສ້າງ​ຄອບຄົວ​ແມ່ນ​ຫຍັງ?

3 ເມື່ອ​ອາດາມ​ມີ​ເມຍ ລາວ​ຈຶ່ງ​ມີ​ຄວາມ​ສຸກ​ຫຼາຍ ເຊິ່ງ​ຕໍ່​ມາ​ລາວ​ຕັ້ງ​ຊື່​ໃຫ້​ເມຍ​ວ່າ​ເອວາ. ເອວາ​ເປັນ​ຄູ່​ຄຽງ​ແລະ​ຜູ້​ຊ່ວຍ​ຂອງ​ອາດາມ ດັ່ງ​ນັ້ນ ເຂົາ​ເຈົ້າ​ທັງ​ສອງ​ຈະ​ມີ​ຄວາມ​ສຸກ​ໃນ​ຖານະ​ເປັນ​ຜົວ​ເມຍ​ກັນ. (ຕົ້ນເດີມ 2:18) ຈຸດ​ປະສົງ​ທີ່​ສຳຄັນ​ຂອງ​ການ​ສ້າງ​ຄອບຄົວ​ກໍ​ແມ່ນ​ເພື່ອ​ເພີ່ມ​ຈຳນວນ​ຂອງ​ມະນຸດ​ໃຫ້​ເຕັມ​ແຜ່ນດິນ​ໂລກ. (ຕົ້ນເດີມ 1:28) ເຖິງ​ວ່າ​ລູກ​ມີ​ຄວາມ​ຮັກ​ຕໍ່​ພໍ່​ແມ່ ແຕ່​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຈະ​ຈາກ​ພໍ່​ແມ່​ໄປ​ເພື່ອ​ແຕ່ງ​ດອງ​ແລະ​ເລີ່ມ​ຕົ້ນ​ສ້າງ​ຄອບຄົວ​ເປັນ​ຂອງ​ຕົນ​ເອງ ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ໃຫ້​ກຳເນີດ​ມະນຸດ​ຈົນ​ເຕັມ​ໂລກ​ນີ້​ແລະ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ອຸທິຍານ.

4. ເກີດ​ຫຍັງ​ຂຶ້ນ​ກັບ​ການ​ສ້າງ​ຄອບຄົວ​ຂອງ​ມະນຸດ​ຄູ່​ທຳອິດ?

4 ການ​ສ້າງ​ຄອບຄົວ​ຂອງ​ມະນຸດ​ຄູ່​ທຳອິດ​ພັງ​ທະລາຍ​ລົງ​ເມື່ອ​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ຊາຕານ​ພະຍາມານ​ທີ່​ເປັນ “ງູ​ບູຮານ” ໄດ້​ລໍ້​ລວງ​ເອວາ​ແລະ​ບອກ​ວ່າ​ຖ້າ​ລາວ​ກິນ​ໝາກ​ໄມ້​ຈາກ “ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ” ລາວ​ກໍ​ຈະ​ມີ​ຄວາມ​ຮູ້​ທີ່​ພິເສດ. ຊາຕານ​ເວົ້າ​ວ່າ​ຖ້າ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ລາວ​ກໍ​ຈະ​ສາມາດ​ຕັດສິນ​ໃຈ​ໄດ້​ເອງ​ວ່າ​ສິ່ງ​ໃດ​ດີ​ສິ່ງ​ໃດ​ຊົ່ວ. ເມື່ອ​ເອວາ​ຕັດສິນ​ໃຈ​ກິນ​ໝາກ​ໄມ້​ນັ້ນ​ໂດຍ​ທີ່​ບໍ່​ໄດ້​ລົມ​ກັບ​ອາດາມ​ກ່ອນ ນີ້​ສະແດງ​ວ່າ​ລາວ​ບໍ່​ນັບຖື​ອາດາມ​ໃນ​ຖານະ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ. ເມື່ອ​ອາດາມ​ຈັບ​ເອົາ​ໝາກ​ໄມ້​ຈາກ​ເມຍ​ມາ​ກິນ ນີ້​ກໍ​ສະແດງ​ວ່າ​ລາວ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ.—ຄຳປາກົດ 12:9; ຕົ້ນເດີມ 2:9, 16, 17; 3:1-6

ເພື່ອ​ໃຫ້​ການ​ສ້າງ​ຄອບຄົວ​ປະສົບ​ຜົນ​ສຳເລັດ ຜົວ​ແລະ​ເມຍ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ຮັບ​ຜິດ​ຊອບ​ຕໍ່​ການ​ກະທຳ​ຂອງ​ເຂົາ​ເຈົ້າ

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ທີ່​ອາດາມ​ແລະ​ເອວາ​ຕອບ​ພະ​ເຢໂຫວາ?

5 ເມື່ອ​ພະ​ເຢໂຫວາ​ຖາມ​ອາດາມ​ແລະ​ເອວາ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ ອາດາມ​ໄດ້​ຖິ້ມ​ໂທດ​ໃຫ້​ເມຍ ລາວ​ເວົ້າ​ວ່າ: “ຜູ້​ຍິງ​ທີ່​ພະອົງ​ໄດ້​ປະທານ​ໃຫ້​ຢູ່​ກັບ​ຂ້າ​ນ້ອຍ​ນັ້ນ​ກໍ​ໄດ້​ເອົາ​ແຕ່​ໝາກ​ໄມ້​ນັ້ນ​ຍື່ນ​ໃຫ້​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ໄດ້​ກິນ.” ສ່ວນ​ເອວາ​ກໍ​ຖິ້ມ​ໂທດ​ໃຫ້​ງູ​ໂດຍ​ບອກ​ວ່າ​ງູ​ໄດ້​ລໍ້​ລວງ​ລາວ. (ຕົ້ນເດີມ 3:12, 13) ການ​ແກ້​ຕົວ​ຂອງ​ອາດາມ​ແລະ​ເອວາ​ຟັງ​ບໍ່​ຂຶ້ນ ແລະ​ພະ​ເຢໂຫວາ​ໄດ້​ພິພາກສາ​ຄົນ​ເຫຼົ່າ​ນີ້​ທີ່​ຂັດຂືນ​ພະອົງ. ທີ່​ຈິງ ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​ເຕືອນ​ໃຈ​ເຮົາ! ເພື່ອ​ໃຫ້​ການ​ສ້າງ​ຄອບຄົວ​ປະສົບ​ຜົນ​ສຳເລັດ ຜົວ​ແລະ​ເມຍ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ຮັບ​ຜິດ​ຊອບ​ຕໍ່​ການ​ກະທຳ​ຂອງ​ເຂົາ​ເຈົ້າ.

6. ເຈົ້າ​ຈະ​ອະທິບາຍ​ຕົ້ນເດີມ 3:15 ແນວ​ໃດ?

6 ເຖິງ​ວ່າ​ຊາຕານ​ໄດ້​ກໍ່​ບັນຫາ​ນັ້ນ​ໃນ​ສວນ​ເອເດນ ແຕ່​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ມະນຸດ​ມີ​ຄວາມ​ຫວັງ​ສຳລັບ​ອະນາຄົດ. ຄຳ​ພະຍາກອນ​ທຳອິດ​ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຫວັງ​ນີ້. (ອ່ານ​ຕົ້ນເດີມ 3:15) ຄຳ​ພະຍາກອນ​ນີ້​ເປີດ​ເຜີຍ​ວ່າ: “ເຊື້ອ​ສາຍ​ຂອງ​ຜູ້​ຍິງ” ຈະ​ທຳລາຍ​ຊາຕານ. ມີ​ທູດ​ສະຫວັນ​ທີ່​ຊອບທຳ​ຫຼາຍ​ອົງ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ສະຫວັນ ເຊິ່ງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ​ແລະ​ເປັນ​ຄື​ກັບ​ເມຍ​ຂອງ​ພະອົງ. ພະ​ເຢໂຫວາ​ຈະ​ສົ່ງ​ຜູ້​ໜຶ່ງ​ໃນ​ພວກ​ທູດ​ສະຫວັນ​ໃຫ້ “ຢຽບ” ຫຼື​ທຳລາຍ​ຊາຕານ. ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ຈະ​ສາມາດ​ຊ່ວຍ​ມະນຸດ​ທີ່​ເຊື່ອ​ຟັງ​ໃຫ້​ໄດ້​ຮັບ​ສິ່ງ​ທີ່​ອາດາມ​ແລະ​ເອວາ​ເຮັດ​ສູນ​ເສຍ​ໄປ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ ຄື​ດັ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ໄວ້.—ໂຢຮັນ 3:16

7. (ກ) ນັບ​ຕັ້ງ​ແຕ່​ອາດາມ​ແລະ​ເອວາ​ຂັດຂືນ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຊີວິດ​ຄອບຄົວ? (ຂ) ຄຳພີ​ໄບເບິນ​ມີ​ຂໍ້​ຮຽກ​ຮ້ອງ​ຫຍັງ​ສຳລັບ​ຜູ້​ເປັນ​ຜົວ​ແລະ​ເມຍ?

7 ການ​ທີ່​ອາດາມ​ແລະ​ເອວາ​ຂັດຂືນ ສິ່ງ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ຮ້າຍແຮງ​ຕໍ່​ຊີວິດ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ຕໍ່​ທຸກໆຄູ່​ທີ່​ແຕ່ງ​ດອງ​ຫຼັງ​ຈາກ​ນັ້ນ. ຕົວຢ່າງ​ເຊັ່ນ: ເອວາ​ແລະ​ລູກ​ຫຼານ​ທຸກ​ຄົນ​ຂອງ​ລາວ​ທີ່​ເປັນ​ຜູ້​ຍິງ​ຈະ​ເຈັບ​ປວດ​ຫຼາຍ​ໃນ​ລະຫວ່າງ​ທີ່​ເກີດ​ລູກ. ຜູ້​ຍິງ​ຢາກ​ໃຫ້​ຜົວ​ຮັກ​ແລະ​ເອົາໃຈໃສ່​ລາວ​ໃຫ້​ຫຼາຍ​ທີ່​ສຸດ ແຕ່​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້​ຜົວ​ມັກ​ໃຊ້​ອຳນາດ​ຂົ່ມເຫງ​ເມຍ ແລະ​ບາງ​ຄັ້ງ​ກໍ​ທຳ​ຮ້າຍ​ເມຍ​ດ້ວຍ​ຊໍ້າ. (ຕົ້ນເດີມ 3:16) ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ຜົວ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ປະຕິບັດ​ຕໍ່​ເມຍ​ດ້ວຍ​ຄວາມ​ຮັກ ແລະ​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເມຍ​ເຊື່ອ​ຟັງ​ຜົວ​ຂອງ​ຕົນ. (ເອເຟດ 5:33) ເມື່ອ​ຜົວ​ເມຍ​ຮ່ວມ​ມື​ກັນ ເຂົາ​ເຈົ້າ​ກໍ​ຈະ​ແກ້ໄຂ​ບັນຫາ​ສ່ວນ​ໃຫຍ່​ໄດ້.

ການ​ສ້າງ​ຄອບຄົວ​ນັບ​ຕັ້ງ​ແຕ່​ສະໄໝ​ອາດາມ​ຈົນ​ເຖິງ​ສະໄໝ​ນໍ້າ​ຖ້ວມ​ໂລກ

8. ນັບ​ຕັ້ງ​ແຕ່​ສະໄໝ​ອາດາມ​ຈົນ​ເຖິງ​ສະໄໝ​ໂນເອ ປະຫວັດ​ເລື່ອງ​ການ​ສ້າງ​ຄອບຄົວ​ເປັນ​ແນວ​ໃດ?

8 ກ່ອນ​ອາດາມ​ແລະ​ເອວາ​ຕາຍ ເຂົາ​ເຈົ້າ​ມີ​ລູກ​ສາວ​ແລະ​ລູກ​ຊາຍ. (ຕົ້ນເດີມ 5:4) ກາອີນ​ລູກ​ຊາຍ​ກົກ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພີ່​ນ້ອງ​ຂອງ​ລາວ. ຄຳພີ​ໄບເບິນ​ໄດ້​ກ່າວ​ເຖິງ​ບຸກຄົນ​ທຳອິດ​ທີ່​ມີ​ເມຍ​ສອງ​ຄົນ ຄົນ​ນັ້ນ​ແມ່ນ​ເລເມກ​ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ກາອີນ. (ຕົ້ນເດີມ 4:17, 19) ນັບ​ຕັ້ງ​ແຕ່​ສະໄໝ​ອາດາມ​ຈົນ​ເຖິງ​ສະໄໝ​ໂນເອ ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ ແລະ​ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ກໍ​ມີ: ອາເບນ ເຫນົກ ໂນເອ​ແລະ​ຄອບຄົວ​ຂອງ​ລາວ. ໃນ​ສະໄໝ​ໂນເອ ຄຳພີ​ໄບເບິນ​ບອກ​ວ່າ: “ລູກ​ຊາຍ​ທັງ​ຫຼາຍ​ຂອງ​ພະເຈົ້າ​ໄດ້​ເຫັນ​ວ່າ​ລູກ​ສາວ​ຂອງ​ຄົນ​ທັງ​ຫຼາຍ​ກໍ​ງາມ​ຢູ່ ແລະ​ໄດ້​ເອົາ​ເຂົາ​ມາ​ເປັນ​ເມຍ​ຕາມ​ໄດ້​ເລືອກ​ໄວ້.” ແຕ່​ການ​ເຮັດ​ແບບ​ນີ້​ເປັນ​ເລື່ອງ​ທີ່​ຜິດ​ທຳມະຊາດ ພວກ​ທູດ​ສະຫວັນ​ແລະ​ຜູ້​ຍິງ​ເຫຼົ່າ​ນັ້ນ​ມີ​ລູກ​ຊາຍ​ນຳ​ກັນ​ເຊິ່ງ​ເອີ້ນ​ວ່າ​ເນຟິລິມ ເຂົາ​ເຈົ້າ​ເປັນ​ຄົນ​ຮ່າງ​ຍັກ​ທີ່​ມັກ​ຄວາມ​ຮຸນແຮງ. ໃນ​ຕອນ​ນັ້ນ “ຄວາມ​ຊົ່ວ​ຮ້າຍ​ຂອງ​ມະນຸດ​ຂຶ້ນ​ມາກ​ຫຼາຍ​ເທິງ​ແຜ່ນດິນ​ໂລກ ແລະ​ຄວາມ​ຜິປອງ​ທັງ​ສິ້ນ​ແຫ່ງ​ຄວາມ​ຄຶດ​ໃນ​ໃຈ​ມະນຸດ​ເປັນ​ຄວາມ​ຊົ່ວ​ຮ້າຍ​ທຸກ​ເວລາ.”—ຕົ້ນເດີມ 6:1-5

9. ໃນ​ສະໄໝ​ໂນເອ ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ຕໍ່​ຄົນ​ຊົ່ວ ແລະ​ເຮົາ​ຄວນ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ນັ້ນ?

9 ພະ​ເຢໂຫວາ​ບອກ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ນໍ້າ​ຖ້ວມ​ໃຫຍ່​ຢູ່​ໂລກ​ນີ້​ເພື່ອ​ທຳລາຍ​ຄົນ​ຊົ່ວ​ທຸກ​ຄົນ. ໂນເອ​ທີ່ “ເປັນ​ຄົນ​ປ່າວ​ປະກາດ​ຄວາມ​ຊອບທຳ” ໄດ້​ບອກ​ຄົນ​ເຫຼົ່າ​ນັ້ນ​ກ່ຽວ​ກັບ​ເລື່ອງ​ນໍ້າ​ຖ້ວມ​ທີ່​ຈະ​ເກີດ​ຂຶ້ນ. (2 ເປໂຕ 2:5) ແຕ່​ເຂົາ​ເຈົ້າ​ບໍ່​ຟັງ​ສິ່ງ​ທີ່​ໂນເອ​ບອກ ຍ້ອນ​ວ່າ​ເຂົາ​ເຈົ້າ​ມົວ​ເມົາ​ຢູ່​ນຳ​ເລື່ອງ​ຊີວິດ​ປະຈຳ​ວັນ ໃນ​ນັ້ນ​ກໍ​ມີ​ການ​ເອົາ​ຜົວ​ເອົາ​ເມຍ. ພະ​ເຍຊູ​ໄດ້​ປຽບ​ທຽບ​ສະໄໝ​ໂນເອ​ກັບ​ສະໄໝ​ຂອງ​ເຮົາ. (ອ່ານ​ມັດທາຍ 24:37-39) ໃນ​ທຸກ​ມື້​ນີ້ ຄົນ​ສ່ວນ​ຫຼາຍ​ບໍ່​ຟັງ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຖິງ​ວ່າ​ເຮົາ​ກຳລັງ​ປະກາດ​ຂ່າວ​ສານ​ນີ້​ກ່ອນ​ທີ່​ໂລກ​ຊົ່ວ​ຈະ​ຖືກ​ທຳລາຍ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສະໄໝ​ນໍ້າ​ຖ້ວມ? ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ເລື່ອງ​ຕ່າງໆເຊັ່ນ: ການ​ເອົາ​ຜົວ​ເອົາ​ເມຍ​ແລະ​ການ​ມີ​ລູກ ກາຍ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ຈົນ​ລືມ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ມາ​ໃກ້​ແລ້ວ.

ການ​ເອົາ​ຜົວ​ເອົາ​ເມຍ​ຕັ້ງ​ແຕ່​ສະໄໝ​ນໍ້າ​ຖ້ວມ​ຈົນ​ເຖິງ​ສະໄໝ​ພະ​ເຍຊູ

10. (ກ) ໃນ​ຫຼາຍໆວັດທະນະທຳ ການ​ປະພຶດ​ທາງ​ເພດ​ແບບ​ໃດ​ທີ່​ເປັນ​ສ່ວນ​ໜຶ່ງ​ໃນ​ຊີວິດ? (ຂ) ອັບລາຫາມ​ແລະ​ຊາລາ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ເລື່ອງ​ຊີວິດ​ຄອບຄົວ?

10 ໂນເອ​ແລະ​ລູກ​ຊາຍ​ທັງ​ສາມ​ຂອງ​ລາວ​ມີ​ເມຍ​ພຽງ​ຄົນ​ດຽວ ແຕ່​ຫຼັງ​ຈາກ​ນໍ້າ​ຖ້ວມ ຜູ້​ຊາຍ​ສ່ວນ​ຫຼາຍ​ມີ​ເມຍ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ໃນ​ຫຼາຍ​ວັດທະນະທຳ​ຖື​ວ່າ​ການ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ເລື່ອງ​ທຳມະດາ​ແລະ​ໄດ້​ຈັດ​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະເພນີ​ທາງ​ສາສະໜາ. ເມື່ອ​ອັບລາຫາມ​ແລະ​ຊາລາ​ຍ້າຍ​ໄປ​ການາອານ ເຂົາ​ເຈົ້າ​ຢູ່​ທ່າມກາງ​ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເຊິ່ງ​ບໍ່​ມີ​ຄວາມ​ນັບຖື​ຕໍ່​ສາຍ​ສົມລົດ. ພະ​ເຢໂຫວາ​ໄດ້​ທຳລາຍ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ ເພາະ​ຜູ້​ຄົນ​ໃນ​ເມືອງ​ນັ້ນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຫຼາຍ. ອັບລາຫາມ​ແຕກຕ່າງ​ຈາກ​ຄົນ​ເຫຼົ່າ​ນັ້ນ ລາວ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ ແລະ​ຊາລາ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເປັນ​ເມຍ​ທີ່​ເຊື່ອ​ຟັງ. (ອ່ານ 1 ເປໂຕ 3:3-6) ອັບລາຫາມ​ຈັດ​ໃຫ້​ອີຊາກ​ລູກ​ຊາຍ​ຂອງ​ຕົນ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ຍິງ​ທີ່​ນະມັດສະການ​ພະ​ເຢໂຫວາ. ອີຊາກ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ​ນັ້ນ​ກັບ​ຢາໂຄບ​ທີ່​ເປັນ​ລູກ​ຊາຍ​ຂອງ​ລາວ ເຊິ່ງ​ຕໍ່​ມາ​ພວກ​ລູກ​ຊາຍ​ຂອງ​ຢາໂຄບ​ກໍ​ໄດ້​ກາຍ​ເປັນ​ບັນພະບຸລຸດ​ຂອງ 12 ຕະກູນ​ຂອງ​ຊາດ​ອິດສະລາແອນ.

11. ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ປົກ​ປ້ອງ​ຊາວ​ອິດສະລາແອນ​ແນວ​ໃດ?

11 ໃນ​ເວລາ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ເຮັດ​ສັນຍາ​ຫຼື​ຂໍ້​ຕົກ​ລົງ​ກັບ​ຊາດ​ອິດສະລາແອນ. ພະອົງ​ມອບ​ກົດ​ໝາຍ​ໃຫ້​ເຂົາ​ເຈົ້າ​ໂດຍ​ຜ່ານ​ທາງ​ໂມເຊ ເຊິ່ງ​ໄດ້​ຊ່ວຍ​ປົກ​ປ້ອງ​ຜົວ​ແລະ​ເມຍ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ປະເພນີ​ຂອງ​ການ​ແຕ່ງ​ດອງ​ເຊິ່ງ​ລວມ​ເຖິງ​ການ​ບໍ່​ໃຫ້​ມີ​ຜົວ​ມີ​ເມຍ​ຫຼາຍ​ຄົນ​ໃນ​ເວລາ​ດຽວ​ກັນ ແລະ​ຫ້າມ​ບໍ່​ໃຫ້​ຊາວ​ອິດສະລາແອນ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ. (ອ່ານ​ພະບັນຍັດ 7:3, 4) ເມື່ອ​ມີ​ບັນຫາ​ຮ້າຍແຮງ​ເກີດ​ຂຶ້ນ​ໃນ​ຊີວິດ​ຄູ່ ຜູ້​ເຖົ້າ​ແກ່​ສາມາດ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໄດ້. ນອກ​ຈາກ​ນັ້ນ​ກໍ​ຍັງ​ມີ​ຂໍ້​ກຳນົດ​ອື່ນໆກ່ຽວ​ກັບ​ການ​ບໍ່​ສັດ​ຊື່ ການ​ອິດສາ ແລະ​ການ​ສົງໄສ. ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ອະນຸຍາດ​ໃຫ້​ຢ່າ​ຮ້າງ​ກັນ​ໄດ້ ແຕ່​ກໍ​ມີ​ລະບຽບ​ການ​ຕ່າງໆເພື່ອ​ປົກ​ປ້ອງ​ແຕ່​ລະ​ຝ່າຍ. ຕົວຢ່າງ​ເຊັ່ນ: ຜູ້​ຊາຍ​ສາມາດ​ຢ່າ​ຮ້າງ​ກັບ​ເມຍ​ໄດ້ ຖ້າ​ເມຍ​ເຮັດ “ບາງ​ຢ່າງ​ທີ່​ບໍ່​ເໝາະ​ສົມ.” (ພະບັນຍັດ 24:1, ລ.ມ.) ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ວ່າ​ອັນ​ໃດ​ເປັນ​ສິ່ງ ‘ທີ່​ບໍ່​ເໝາະ​ສົມ’ ແຕ່​ຜົວ​ບໍ່​ຄວນ​ໃຊ້​ຄວາມ​ຜິດ​ເລັກໆນ້ອຍໆເພື່ອ​ເປັນ​ເຫດຜົນ​ທີ່​ຈະ​ຢ່າ​ຮ້າງ​ກັບ​ເມຍ.—ພວກເລວີ 19:18

ພັກດີ​ຕໍ່​ຄູ່​ຊີວິດ​ຂອງ​ເຈົ້າ

12, 13. (ກ) ໃນ​ສະໄໝ​ມາລາກີ ຜູ້​ຊາຍ​ປະຕິບັດ​ຕໍ່​ເມຍ​ແນວ​ໃດ? (ຂ) ໃນ​ທຸກ​ມື້​ນີ້ ຖ້າ​ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ໜີ​ໄປ​ກັບ​ຜົວ​ຫຼື​ເມຍ​ຂອງ​ຜູ້​ອື່ນ ຜົນ​ໄດ້​ຮັບ​ຈະ​ເປັນ​ແນວ​ໃດ?

12 ໃນ​ສະໄໝ​ຜູ້​ພະຍາກອນ​ມາລາກີ ຜູ້​ຊາຍ​ຊາວ​ຢິວ​ໃຊ້​ຂໍ້​ແກ້​ຕົວ​ທຸກ​ຢ່າງ​ເພື່ອ​ຢ່າ​ຮ້າງ​ກັບ​ເມຍ ແລ້ວ​ກໍ​ໄປ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ທີ່​ໜຸ່ມ​ກວ່າ​ຫຼື​ຜູ້​ຍິງ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ໃນ​ສະໄໝ​ພະ​ເຍຊູ ຜູ້​ຊາຍ​ຊາວ​ຢິວ​ຍັງ​ຢ່າ​ຮ້າງ​ກັບ​ເມຍ​ຂອງ​ຕົນ “ເພາະ​ເຫດ [ຜົນ] ທຸກ​ຢ່າງ.” (ມັດທາຍ 19:3) ພະ​ເຢໂຫວາ​ພະເຈົ້າ​ກຽດ​ຊັງ​ການ​ຢ່າ​ຮ້າງ​ທີ່​ບໍ່​ໄດ້​ເປັນ​ໄປ​ຕາມ​ກົດ​ໝາຍ.—ອ່ານ​ມາລາກີ 2:13-16

13 ໃນ​ທຸກ​ມື້​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ການ​ທໍລະຍົດ​ຕໍ່​ສາຍ​ສົມລົດ ແລະ​ມີ​ໜ້ອຍ​ເທື່ອ​ທີ່​ການ​ທໍລະຍົດ​ເກີດ​ຂຶ້ນ. ແຕ່​ສົມມຸດ​ວ່າ​ບຸກຄົນ​ໜຶ່ງ​ໄດ້​ຮັບ​ບັບເຕມາ​ແລ້ວ​ແລະ​ແຕ່ງ​ດອງ​ແລ້ວ ລາວ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ໄດ້​ຢ່າ​ຮ້າງ​ກັບ​ຄູ່​ຂອງ​ຕົນ​ເພື່ອ​ຈະ​ໄປ​ແຕ່ງ​ດອງ​ກັບ​ຄົນ​ອື່ນ. ຖ້າ​ລາວ​ບໍ່​ກັບ​ໃຈ ລາວ​ກໍ​ຈະ​ຖືກ​ຕັດ​ສຳພັນ​ເພື່ອ​ເປັນ​ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ແລະ​ບໍລິສຸດ. (1 ໂກລິນໂທ 5:11-13) ລາວ​ຈະ​ຕ້ອງ ‘ເຮັດ​ໃຫ້​ເຫັນ​ວ່າ​ລາວ​ກັບ​ໃຈ​ແທ້ໆ’ ກ່ອນ​ທີ່​ຈະ​ຖືກ​ຮັບ​ເຂົ້າ​ມາ​ໃນ​ປະຊາຄົມ​ຄືນ​ອີກ. (ລືກາ 3:8, ລ.ມ.; 2 ໂກລິນໂທ 2:5-10) ບໍ່​ມີ​ການ​ກຳນົດ​ວ່າ​ຕ້ອງ​ໃຫ້​ເວລາ​ຜ່ານ​ໄປ​ດົນ​ເທົ່າ​ໃດ​ກ່ອນ​ທີ່​ລາວ​ຈະ​ຖືກ​ຮັບ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ທີ່​ຈິງ​ອາດ​ຕ້ອງ​ໃຊ້​ເວລາ​ໜຶ່ງ​ປີ​ຫຼື​ຫຼາຍ​ກວ່າ​ນັ້ນ​ເພື່ອ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ໄດ້​ພິສູດ​ວ່າ​ລາວ​ໄດ້​ກັບ​ໃຈ​ແທ້ໆແລະ​ເພື່ອ​ຖືກ​ຮັບ​ເຂົ້າ​ມາ​ໃນ​ປະຊາຄົມ​ຄືນ​ອີກ. ແມ່ນ​ແຕ່​ເມື່ອ​ຖືກ​ຮັບ​ເຂົ້າ​ມາ​ແລ້ວ ລາວ​ຍັງ​ຕ້ອງ “ຢືນ​ຕໍ່​ໜ້າ​ບັນລັງ​ພິພາກສາ​ຂອງ​ພະເຈົ້າ.”—ໂລມ 14:10-12, ລ.ມ.; ເບິ່ງ​ຫໍສັງເກດການ 15 ພະຈິກ 1979 ໜ້າ 31-32 (ພາສາ​ອັງກິດ)

ການ​ແຕ່ງ​ດອງ​ໃນ​ທ່າມກາງ​ຄລິດສະຕຽນ

14. ຈຸດ​ປະສົງ​ໂດຍ​ລວມ​ຂອງ​ກົດ​ໝາຍ​ຄື​ຫຍັງ?

14 ເປັນ​ເວລາ​ຫຼາຍ​ກວ່າ 1.500 ປີ​ທີ່​ຊາວ​ອິດສະລາແອນ​ຢູ່​ພາຍ​ໃຕ້​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ. ກົດ​ໝາຍ​ເຫຼົ່າ​ນັ້ນ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ຫຼາຍໆດ້ານ. ຕົວຢ່າງ​ເຊັ່ນ: ກົດ​ໝາຍ​ເຫຼົ່າ​ນັ້ນ​ຈັດ​ໃຫ້​ປະຊາຊົນ​ມີ​ຫຼັກ​ການ​ຕ່າງໆເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ແກ້ໄຂ​ບັນຫາ​ຄອບຄົວ ແລະ​ນຳ​ພາ​ເຂົາ​ເຈົ້າ​ໄປ​ເຖິງ​ເມຊີ. (ຄາລາຊີ 3:23, 24) ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ ກົດ​ໝາຍ​ເຫຼົ່າ​ນັ້ນ​ກໍ​ຖືກ​ຍົກ​ເລີກ​ແລະ​ພະເຈົ້າ​ໄດ້​ເຮັດ​ການ​ຈັດ​ກຽມ​ໃໝ່. (ເຫບເລີ 8:6) ບາງ​ສິ່ງ​ທີ່​ກົດ​ໝາຍ​ຂອງ​ໂມເຊ​ອະນຸຍາດ​ໃຫ້​ເຮັດ​ໄດ້ ແຕ່​ຄລິດສະຕຽນ​ພັດ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ແບບ​ນັ້ນ​ອີກ​ຕໍ່​ໄປ.

15. (ກ) ອັນ​ໃດ​ເປັນ​ມາດຕະຖານ​ໃນ​ເລື່ອງ​ການ​ແຕ່ງ​ດອງ​ໃນ​ປະຊາຄົມ​ຄລິດສະຕຽນ? (ຂ) ຄລິດສະຕຽນ​ຄວນ​ຄິດ​ເຖິງ​ປັດ​ໃຈ​ຫຍັງ​ແດ່​ເມື່ອ​ຄິດ​ທີ່​ຈະ​ຢ່າ​ຮ້າງ?

15 ມີ​ມື້​ໜຶ່ງ​ພວກ​ຟາລິຊຽນ​ໄດ້​ຖາມ​ພະ​ເຍຊູ​ກ່ຽວ​ກັບ​ເລື່ອງ​ການ​ແຕ່ງ​ດອງ. ພະ​ເຍຊູ​ຕອບ​ວ່າ ພະເຈົ້າ​ອະນຸຍາດ​ໃຫ້​ຊາວ​ອິດສະລາແອນ​ຢ່າ​ຮ້າງ​ໄດ້​ພາຍ​ໃຕ້​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ເຖິງ​ວ່າ​ພະອົງ​ບໍ່​ຢາກ​ໃຫ້​ເປັນ​ແບບ​ນັ້ນ​ໃນ​ຕອນ​ເລີ່ມ​ຕົ້ນ​ກໍ່​ຕັ້ງ​ຄອບຄົວ. (ມັດທາຍ 19:6-8) ຄຳຕອບ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ມາດຕະຖານ​ດັ້ງເດີມ​ຂອງ​ພະເຈົ້າ​ໃນ​ເລື່ອງ​ການ​ແຕ່ງ​ດອງ​ຈະ​ເປັນ​ມາດຕະຖານ​ສຳລັບ​ຄລິດສະຕຽນ​ໃນ​ຕອນ​ນີ້. (1 ຕີໂມເຕ 3:2, 12) ການ​ເປັນ ‘ເນື້ອ​ໜັງ​ອັນ​ດຽວ​ກັນ’ ໝາຍ​ຄວາມ​ວ່າ​ຜົວ​ແລະ​ເມຍ​ຈະ​ຢູ່​ນຳ​ກັນ. ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄູ່​ຂອງ​ຕົນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ການ​ຢ່າ​ຮ້າງ​ທີ່​ບໍ່​ໄດ້​ມີ​ສາເຫດ​ມາ​ຈາກ​ການ​ຜິດ​ສິນລະທຳ​ທາງ​ເພດ ເຮັດ​ໃຫ້​ບໍ່​ມີ​ອິດ​ສະຫຼະ​ທີ່​ຈະ​ແຕ່ງ​ດອງ​ໃໝ່. (ມັດທາຍ 19:9) ເນື່ອງ​ຈາກ​ຝ່າຍ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້​ກັບ​ໃຈ ອີກ​ຝ່າຍ​ໜຶ່ງ​ອາດ​ເລືອກ​ທີ່​ຈະ​ໃຫ້​ອະໄພ​ຄູ່​ຂອງ​ຕົນ. ຄື​ກັບ​ທີ່​ຜູ້​ພະຍາກອນ​ໂອເຊ​ໄດ້​ໃຫ້​ອະໄພ​ໂຄເມນ​ເມຍ​ຂອງ​ລາວ​ທີ່​ເຮັດ​ຜິດ​ສິນລະທຳ ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ອະໄພ​ຊາດ​ອິດສະລາແອນ​ທີ່​ກັບ​ໃຈ. (ໂອເຊ 3:1-5) ນອກ​ຈາກ​ນັ້ນ ຖ້າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຮູ້​ວ່າ​ຄູ່​ຂອງ​ຕົນ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ເລືອກ​ທີ່​ຈະ​ມີ​ເພດ​ສຳພັນ​ກັບ​ລາວ​ຕໍ່​ໄປ ນີ້​ກໍ​ໝາຍ​ຄວາມ​ວ່າ​ລາວ​ໄດ້​ໃຫ້​ອະໄພ​ຄູ່​ຂອງ​ຕົນ​ແລ້ວ. ເມື່ອ​ເປັນ​ແບບ​ນີ້​ກໍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຢ່າ​ຮ້າງ​ຕາມ​ຫຼັກ​ພະ​ຄຳພີ.

16. ພະ​ເຍຊູ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ເປັນ​ໂສດ?

16 ພະ​ເຍຊູ​ເວົ້າ​ວ່າ​ການ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ເຫດຜົນ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ​ທີ່​ຄລິດສະຕຽນ​ແທ້​ຈະ​ຢ່າ​ຮ້າງ​ໄດ້. ຈາກ​ນັ້ນ ພະອົງ​ກ່າວ​ເຖິງ “ຜູ້​ທີ່​ພະເຈົ້າ​ໂຜດ​ໃຫ້” ມີ​ຊີວິດ​ເປັນ​ໂສດ. ພະ​ເຍຊູ​ເວົ້າ​ວ່າ: ‘ຖ້າ​ໃຜ​ຈັດ​ຊີວິດ​ແບບ​ນັ້ນ​ໄດ້ ກໍ​ໃຫ້​ລາວ​ເຮັດ​ເຖີ້ນ, ລ.ມ.’ (ມັດທາຍ 19:10-12) ບາງ​ຄົນ​ເລືອກ​ທີ່​ຈະ​ເປັນ​ໂສດ​ເພາະ​ວ່າ​ເຂົາ​ເຈົ້າ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ທີ່​ບໍ່​ຕ້ອງ​ມີ​ສິ່ງ​ໃດ​ມາ​ຂັດ​ຂວາງ ແລະ​ເຂົາ​ເຈົ້າ​ຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ທີ່​ຕັດສິນ​ໃຈ​ແບບ​ນັ້ນ!

17. ສິ່ງ​ໃດ​ສາມາດ​ຊ່ວຍ​ຄລິດສະຕຽນ​ໃຫ້​ຕັດສິນ​ໃຈ​ວ່າ​ຈະ​ແຕ່ງ​ດອງ​ຫຼື​ບໍ່?

17 ສິ່ງ​ໃດ​ຈະ​ຊ່ວຍ​ຄົນ​ເຮົາ​ໃຫ້​ເລືອກ​ວ່າ​ຈະ​ຢູ່​ເປັນ​ໂສດ​ຫຼື​ແຕ່ງ​ດອງ? ຄົນ​ນັ້ນ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ລາວ​ຈະ​ສາມາດ​ຮັກສາ​ຂອງ​ປະທານ​ເລື່ອງ​ການ​ເປັນ​ໂສດ​ໄວ້​ໄດ້​ຫຼື​ບໍ່. ອັກຄະສາວົກ​ໂປໂລ​ຊົມ​ເຊີຍ​ເລື່ອງ​ການ​ເປັນ​ໂສດ ແຕ່​ລາວ​ກໍ​ເວົ້າ​ວ່າ: ‘ເພາະ​ການ​ຜິດ​ສິນລະທຳ​ທາງ​ເພດ ໃຫ້​ຜູ້​ຊາຍ​ທຸກ​ຄົນ​ມີ​ເມຍ​ຂອງ​ຕົນ​ເອງ​ແລະ​ໃຫ້​ຜູ້​ຍິງ​ທຸກ​ຄົນ​ມີ​ຜົວ​ຂອງ​ຕົນ​ເອງ.’ ໂປໂລ​ເວົ້າ​ຕື່ມ​ອີກ​ວ່າ: “ຖ້າ​ພວກ​ເຈົ້າ​ບັງຄັບ​ຄວາມ​ຢາກ​ຂອງ​ພວກ​ເຈົ້າ​ບໍ່​ໄດ້ ກໍ​ຈົ່ງ​ແຕ່ງ​ງານ​ສາ ເພາະ​ວ່າ​ການ​ທີ່​ພວກ​ເຈົ້າ​ແຕ່ງ​ງານ​ກໍ​ດີ​ກວ່າ​ທີ່​ພວກ​ເຈົ້າ​ມີ​ຕັນຫາ​ເຜົາ​ໄໝ້​ຢູ່​ໃນ​ໃຈ, ທ.ປ.” ດັ່ງ​ນັ້ນ ບຸກຄົນ​ໜຶ່ງ​ອາດ​ຕັດສິນ​ໃຈ​ທີ່​ຈະ​ແຕ່ງ​ດອງ​ເພື່ອ​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ທາງ​ເພດ​ທີ່​ຮຸນແຮງ​ຊັກ​ນຳ​ລາວ​ໄປ​ສູ່​ການ​ສະໜອງ​ຄວາມ​ປາຖະໜາ​ທາງ​ເພດ​ດ້ວຍ​ຕົວ​ເອງ​ຫຼື​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຢ່າງ​ໃດ​ກໍ​ຕາມ ຄົນ​ທີ່​ເປັນ​ໂສດ​ຕ້ອງ​ຄິດ​ຄັກໆວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ໃຫຍ່​ພໍ​ທີ່​ຈະ​ສ້າງ​ຄອບຄົວ​ແລ້ວ​ບໍ. ໂປໂລ​ເວົ້າ​ວ່າ: ‘ແຕ່​ໃຜ​ທີ່​ຄິດ​ວ່າ​ຕົວ​ເອງ​ຈະ​ເຮັດ​ຕົວ​ບໍ່​ເໝາະ​ສົມ​ຖ້າ​ຍັງ​ເປັນ​ໂສດ​ຕໍ່​ໄປ ແລະ​ລາວ​ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ​ກໍ​ໃຫ້​ລາວ​ແຕ່ງ​ດອງ​ຢ່າງ​ທີ່​ລາວ​ຕ້ອງການ ຖ້າ​ເຮັດ​ແບບ​ນັ້ນ​ລາວ​ກໍ​ບໍ່​ໄດ້​ເຮັດ​ບາບ​ອັນ​ໃດ, ລ.ມ.’ (1 ໂກລິນໂທ 7:2, 9, 36; 1 ຕີໂມເຕ 4:1-3) ບໍ່​ຄວນ​ມີ​ໃຜ​ຖືກ​ກະຕຸ້ນ​ໃຫ້​ແຕ່ງ​ດອງ​ຍ້ອນ​ວ່າ​ມີ​ຄວາມ​ປາຖະໜາ​ທາງ​ເພດ​ທີ່​ຮຸນແຮງ ເຊິ່ງ​ຫຼາຍ​ຄົນ​ມີ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ໃນ​ຕອນ​ທີ່​ເປັນ​ໄວ​ໜຸ່ມ. ຄົນ​ນັ້ນ​ອາດ​ບໍ່​ທັນ​ເປັນ​ຜູ້​ໃຫຍ່​ພໍ​ທີ່​ຈະ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ຄອບຄົວ.

18, 19. (ກ) ການ​ແຕ່ງ​ດອງ​ຂອງ​ຄລິດສະຕຽນ​ຄວນ​ເລີ່ມ​ຕົ້ນ​ຈາກ​ຈຸດ​ໃດ? (ຂ) ບົດ​ຄວາມ​ຕໍ່​ໄປ​ຈະ​ພິຈາລະນາ​ເລື່ອງ​ຫຍັງ?

18 ການ​ແຕ່ງ​ດອງ​ຂອງ​ຄລິດສະຕຽນ​ຄວນ​ເລີ່ມ​ຕົ້ນ​ຈາກ​ຈຸດ​ທີ່​ວ່າ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຕ້ອງ​ຮັບ​ບັບເຕມາ​ແລ້ວ​ເຊິ່ງ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຄວນ​ຮັກ​ກັນ​ຫຼາຍ​ຈົນ​ຢາກ​ໃຊ້​ຊີວິດ​ຢູ່​ຮ່ວມ​ກັນ. ພະ​ເຢໂຫວາ​ຈະ​ອວຍ​ພອນ​ໃຫ້​ທັງ​ສອງ ເນື່ອງ​ຈາກ​ເຂົາ​ເຈົ້າ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ໃຫ້​ແຕ່ງ​ດອງ​ກັບ ‘ຜູ້​ທີ່​ເຊື່ອ​ໃນ​ພະອົງ​ເຈົ້າ.’ (1 ໂກລິນໂທ 7:39) ເຂົາ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ການ​ສ້າງ​ຄອບຄົວ ຖ້າ​ເຊື່ອ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຕໍ່ໆໄປ.

19 ໃນ​ທຸກ​ມື້​ນີ້ ເຮົາ​ກຳລັງ​ມີ​ຊີວິດ​ຢູ່ “ໃນ​ສະໄໝ​ສຸດ​ທ້າຍ” ແລະ​ຫຼາຍ​ຄົນ​ບໍ່​ມີ​ຄຸນ​ລັກສະນະ​ທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ປະສົບ​ຜົນ​ສຳເລັດ​ໃນ​ການ​ສ້າງ​ຄອບຄົວ. (2 ຕີໂມເຕ 3:1-5, ລ.ມ.) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ຫຼັກ​ການ​ຕ່າງໆທີ່​ມີ​ຄ່າ​ເຊິ່ງ​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ຄລິດສະຕຽນ​ໃຫ້​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ​ໃນ​ການ​ສ້າງ​ຄອບຄົວ​ເຖິງ​ວ່າ​ຈະ​ມີ​ອຸປະສັກ​ຢູ່​ອ້ອມ​ຂ້າງ ເພາະ​ສິ່ງ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຍ່າງ​ຕໍ່ໆໄປ​ໃນ​ຫົນ​ທາງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ.—ມັດທາຍ 7:13, 14