ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເປັນ​ຫຍັງ​ການ​ລ້າງ​ມື​ຈຶ່ງ​ເປັນ​ປະເດັນ​ສຳລັບ​ສັດຕູ​ຂອງ​ພະ​ເຍຊູ?

ເລື່ອງ​ນີ້​ເປັນ​ພຽງ​ໜຶ່ງ​ໃນ​ຫຼາຍໆເລື່ອງ​ທີ່​ສັດຕູ​ຂອງ​ພະ​ເຍຊູ​ໄດ້​ຕຳໜິ​ພະອົງ​ແລະ​ພວກ​ລູກ​ສິດ. ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ໄດ້​ອະທິບາຍ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ສະອາດ ຕົວຢ່າງ​ເຊັ່ນ: ການ​ບໍ່​ຊຳຮະ​ລ້າງ​ຮ່າງກາຍ ພະຍາດ​ຂີ້ທູດ ຫຼື​ການ​ສຳຜັດ​ຊາກ​ສົບ​ຂອງ​ຄົນ​ຫຼື​ສັດ. ກົດ​ໝາຍ​ນັ້ນ​ຍັງ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ວິທີ​ທີ່​ບາງ​ຄົນ​ສາມາດ​ກັບ​ມາ​ສະອາດ​ອີກ​ຄັ້ງ. ສິ່ງ​ນີ້​ເປັນ​ໄປ​ໄດ້​ໂດຍ​ການ​ຖວາຍ​ເຄື່ອງ​ບູຊາ ການ​ຊຳຮະ​ລ້າງ ຫຼື​ການ​ຊິດ.—ພວກເລວີ ບົດ 11-15; ຈົດເຊັນບັນຊີ ບົດ 19

ພວກ​ອາຈານ​ຄົນ​ຢິວ​ຍັງ​ເປັນ​ທີ່​ຮັບ​ຮູ້​ໃນ​ຖານະ​ພວກ​ລັບບີ ເຂົາ​ເຈົ້າ​ໄດ້​ເພີ່ມ​ກົດ​ຕ່າງໆໃສ່​ກົດ​ໝາຍ​ເຫຼົ່າ​ນີ້. ແຫຼ່ງ​ອ້າງອີງ​ແຫຼ່ງ​ໜຶ່ງ​ເວົ້າ​ວ່າ ພວກ​ລັບບີ​ໄດ້​ເຮັດ​ກົດ​ເພີ່ມ​ເຕີມ​ຫຼື​ຂໍ້​ປີກ​ຍ່ອຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ສະອາດ ແລະ​ວິທີ​ທີ່​ຄົນ​ນັ້ນ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ສະອາດ. ນອກ​ຈາກ​ນັ້ນ ພວກ​ລັບບີ​ຍັງ​ຕັ້ງ​ກົດ​ວ່າ​ເຄື່ອງ​ໃຊ້​ປະເພດ​ໃດ​ແລະ​ສິ່ງ​ຂອງ​ອັນ​ໃດ​ທີ່​ເຮັດ​ໃຫ້​ສະອາດ​ແລະ​ບໍ່​ສະອາດ ແລະ​ພິທີ​ກຳ​ຕ່າງໆທີ່​ຜູ້​ຄົນ​ຕ້ອງ​ເຮັດ​ຕາມ​ເພື່ອ​ຈະ​ເປັນ​ຄົນ​ສະອາດ​ອີກ​ຄັ້ງ.

ພວກ​ສັດຕູ​ໄດ້​ຖາມ​ພະ​ເຍຊູ​ວ່າ: “ເຫດ​ສັນ​ໃດ​ພວກ​ລູກ​ສິດ​ຂອງ​ພະອົງ​ບໍ່​ກະທຳ​ຕາມ​ຮີດຄອງ​ແຫ່ງ​ພວກ​ປູ່​ຍ່າ​ຕາ​ນາຍ​ທີ່​ສືບໆມາ​ນັ້ນ ແຕ່​ວ່າ​ເຂົາ​ກິນ​ອາຫານ​ກັບ​ມື​ຖ່ອຍ​ຮ້າຍ?” (ມາລະໂກ 7:5) ພວກ​ຟາລິຊຽນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ກ່າວ​ເຖິງ​ສຸ​ຂາ​ອະນາໄມ​ທີ່​ດີ ເຊິ່ງ​ກໍ​ຄື​ການ​ລ້າງ​ມື​ກ່ອນ​ກິນ​ເຂົ້າ. ພວກ​ຟາລິຊຽນ​ໄດ້​ຕັ້ງ​ກົດ​ວ່າ ກ່ອນ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ກິນ​ເຂົ້າ ລາວ​ຕ້ອງ​ໄດ້​ຖອກ​ນໍ້າ​ກາຍ​ມື​ຂຶ້ນ​ມາ​ເພາະ​ເປັນ​ສ່ວນ​ໜຶ່ງ​ຂອງ​ພິທີ​ກຳ. ແຫຼ່ງ​ອ້າງອີງ​ທີ່​ກ່າວ​ມາ​ກ່ອນ​ໜ້າ​ນີ້​ໄດ້​ບອກ​ຕື່ມ​ອີກ​ວ່າ ພວກ​ລັບບີ “ຍັງ​ໄດ້​ໂຕ້​ຖຽງ​ກັນ​ວ່າ​ພາຊະນະ​ແບບ​ໃດ​ທີ່​ຈະ​ໃຊ້​ເພື່ອ​ຖອກ​ນໍ້າ ນໍ້າ​ປະເພດ​ໃດ​ຈຶ່ງ​ຈະ​ເໝາະ​ສົມ ໃຜ​ຄວນ​ເປັນ​ຜູ້​ຖອກ​ນໍ້າ ແລະ​ຈະ​ໃຫ້​ມື​ຖືກ​ນໍ້າ​ຫຼາຍ​ໜ້ອຍ​ເທົ່າ​ໃດ.”

ພະ​ເຍຊູ​ມີ​ທ່າທີ​ແນວ​ໃດ​ຕໍ່​ກົດ​ຕ່າງໆທີ່​ມະນຸດ​ເພີ່ມ​ໃສ່? ພະອົງ​ບອກ​ພວກ​ຫົວ​ໜ້າ​ສາສະໜາ​ຊາວ​ຢິວ​ວ່າ: “ທ່ານ​ເອຊາອີ​ໄດ້​ທຳນວາຍ​ຖືກ​ແທ້​ເຖິງ​ທ່ານ​ທັງ​ຫຼາຍ​ເໝືອນ​ທີ່​ຂຽນ​ໄວ້​ວ່າ: ‘ພວກ​ນີ້​ນັບຖື​ເຮົາ​ດ້ວຍ​ສົບ​ປາກ ແຕ່​ວ່າ​ໃຈ​ຂອງ​ເຂົາ​ຫ່າງ​ໄກ​ຈາກ​ເຮົາ [ພະ​ເຢໂຫວາ] ຫຼາຍ. ແຕ່​ວ່າ​ເຂົາ​ຂາບ​ໄຫວ້​ເຮົາ​ເປັນ​ການ​ເປົ່າໆ ເຂົາ​ເອົາ​ຄຳ​ສັ່ງ​ແຫ່ງ​ມະນຸດ​ສອນ​ວ່າ​ເປັນ​ຄຳ​ໂອວາດ.’ ທ່ານ​ທັງ​ຫຼາຍ​ກໍ​ປະ​ຂໍ້​ຄຳ​ສັ່ງ​ຂອງ​ພະເຈົ້າ​ແລະ​ຂັບ​ຕາມ​ຮີດຄອງ​ແຫ່ງ​ມະນຸດ​ທີ່​ສືບໆມາ​ນັ້ນ.”—ມາລະໂກ 7:6-8