ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ວິທີ​ທີ່​ຂ້ອຍ​ພົບ​ຄວາມ​ສຸກ​ໃນ​ການ​ໃຫ້

ວິທີ​ທີ່​ຂ້ອຍ​ພົບ​ຄວາມ​ສຸກ​ໃນ​ການ​ໃຫ້

ຕອນ​ອາຍຸ​ໄດ້ 12 ປີ ຂ້ອຍ​ກໍ​ສຳນຶກ​ວ່າ​ຂ້ອຍ​ມີ​ສິ່ງ​ທີ່​ມີ​ຄ່າ​ທີ່​ສາມາດ​ໃຫ້​ຄົນ​ອື່ນ​ໄດ້. ໃນ​ການ​ປະຊຸມ​ໝວດ ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ຖາມ​ຂ້ອຍ​ວ່າ​ຢາກ​ເປັນ​ຜູ້​ປະກາດ​ບໍ. ເຖິງ​ວ່າ​ບໍ່​ເຄີຍ​ປະກາດ ແຕ່​ຂ້ອຍ​ກໍ​ຕອບ​ວ່າ ຢາກ​ເປັນ. ພວກ​ເຮົາ​ໄປ​ໃນ​ເຂດ​ປະກາດ ແລະ​ລາວ​ເອົາ​ປຶ້ມ​ນ້ອຍ​ບາງ​ຫົວ​ໃຫ້​ຂ້ອຍ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຈາກ​ນັ້ນ ລາວ​ກໍ​ບອກ​ວ່າ: “ໃຫ້​ເຈົ້າ​ໄປ​ຫາ​ຄົນ​ທີ່​ຢູ່​ຟາກ​ນັ້ນ​ຂອງ​ຖະໜົນ ແລະ​ຂ້ອຍ​ຈະ​ໄປ​ຟາກ​ນີ້.” ເຖິງ​ວ່າ​ຈະ​ຢ້ານ ແຕ່​ຂ້ອຍ​ກໍ​ເລີ່ມ​ປະກາດ​ຕາມ​ບ້ານ​ເຮືອນ. ຂ້ອຍ​ແປກ​ໃຈ​ຫຼາຍ​ທີ່​ສາມາດ​ແຈກ​ຢາຍ​ປຶ້ມ​ທັງ​ໝົດ​ນັ້ນ​ພາຍ​ໃນ​ເວລາ​ສັ້ນໆ. ເຫັນ​ໄດ້​ວ່າ​ມີ​ຫຼາຍ​ຄົນ​ຕ້ອງການ​ສິ່ງ​ທີ່​ຂ້ອຍ​ສະເໜີ​ໃຫ້.

ຂ້ອຍ​ເກີດ​ປີ 1923 ຢູ່​ເມືອງ​ແຊະ​ທຳ ໃນ​ລັດ​ເຄນ​ຂອງ​ປະເທດ​ອັງກິດ. ໃນ​ຫຼາຍ​ປີ​ຜ່ານ​ໄປ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 1 ຜູ້​ຄົນ​ຄາດ​ຫວັງ​ວ່າ​ໂລກ​ນີ້​ຈະ​ດີ​ຂຶ້ນ. ແຕ່​ເມື່ອ​ບໍ່​ເປັນ​ແບບ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ຜິດ​ຫວັງ ພໍ່​ແມ່​ຂ້ອຍ​ກໍ​ຄື​ກັນ. ພວກ​ເພິ່ນ​ຍັງ​ຜິດ​ຫວັງ​ກັບ​ພວກ​ຄຸນ​ພໍ່​ນິກາຍ​ບັບ​ຕິດ​ທີ່​ມີ​ແຕ່​ສົນ​ໃຈ​ຢາກ​ໄດ້​ຕຳແໜ່ງ​ສູງໆໃນ​ໂບດ. ຕອນ​ອາຍຸ​ໄດ້​ປະມານ​ເກົ້າ​ປີ ແມ່​ກໍ​ເລີ່ມ​ໄປ​ຫໍ​ປະຊຸມ​ຂອງ​ສະມາຄົມ​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ເຊິ່ງ​ເປັນ​ບ່ອນ​ທີ່​ພະຍານ​ພະ​ເຢໂຫວາ​ໄດ້​ຈັດ “ຊັ້ນ​ຮຽນ” ຫຼື​ການ​ປະຊຸມ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເອົາ​ປຶ້ມ​ສຳລັບ​ເດັກ​ນ້ອຍ​ທີ່​ມີ​ບົດຮຽນ​ຕ່າງໆທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ ແລະ​ປຶ້ມ​ທີ່​ຊື່ ເດິ ຫາບ ອ໋ອບ ກອດ (The Harp of God) ໃຫ້​ຂ້ອຍ. ຂ້ອຍ​ມັກ​ສິ່ງ​ທີ່​ກຳລັງ​ຮຽນ​ຮູ້.

ຮຽນ​ຮູ້​ຈາກ​ພີ່​ນ້ອງ​ທີ່​ສູງ​ອາຍຸ

ຕອນ​ທີ່​ຍັງ​ໜຸ່ມ ຂ້ອຍ​ມ່ວນ​ໃນ​ການ​ບອກ​ໃຫ້​ຜູ້​ຄົນ​ຮູ້​ຄວາມ​ຫວັງ​ທີ່​ມີ​ໃນ​ຄຳພີ​ໄບເບິນ. ສ່ວນ​ຫຼາຍ​ຂ້ອຍ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ຄົນ​ດຽວ ແຕ່​ເມື່ອ​ອອກ​ໄປ​ນຳ​ຄົນ​ອື່ນ​ຂ້ອຍ​ກໍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ. ຕົວຢ່າງ​ເຊັ່ນ: ມື້​ໜຶ່ງ​ຂ້ອຍ​ກັບ​ພີ່​ນ້ອງ​ຊາຍ​ທີ່​ສູງ​ອາຍຸ​ຄົນ​ໜຶ່ງ​ໄປ​ປະກາດ​ນຳ​ກັນ ເຮົາ​ຖີບ​ລົດ​ກາຍ​ຄຸນ​ພໍ່​ຄົນ​ໜຶ່ງ ແລະ​ຂ້ອຍ​ເວົ້າ​ວ່າ: “ໂຕ​ແບ້​ໄດ໋​ຫັ້ນ.” ພີ່​ນ້ອງ​ຄົນ​ນັ້ນ​ກໍ​ເຊົາ​ຖີບ​ລົດ​ແລະ​ບອກ​ໃຫ້​ຂ້ອຍ​ນັ່ງ​ເທິງ​ຂອນ​ໄມ້​ນຳ​ລາວ. ລາວ​ເວົ້າ​ວ່າ: “ໃຜ​ໃຫ້​ສິດ​ເຈົ້າ​ຕັດສິນ​ຄົນ​ອື່ນ​ວ່າ​ເປັນ​ແບ້? ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ການ​ບອກ​ຂ່າວ​ດີ​ກັບ​ຜູ້​ຄົນ ແລ້ວ​ປ່ອຍ​ໃຫ້​ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ.” ໃນ​ສະໄໝ​ນັ້ນ ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ວ່າ​ການ​ໃຫ້​ພາ​ໃຫ້​ມີ​ຄວາມ​ສຸກ.—ມັດທາຍ 25:31-33; ກິດຈະການ 20:35

ພີ່​ນ້ອງ​ຊາຍ​ທີ່​ສູງ​ອາຍຸ​ອີກ​ຄົນ​ໜຶ່ງ​ສອນ​ຂ້ອຍ​ວ່າ​ເພື່ອ​ຈະ​ພົບ​ຄວາມ​ສຸກ​ໃນ​ການ​ໃຫ້ ບາງ​ຄັ້ງ​ເຮົາ​ຕ້ອງ​ອົດ​ທົນ. ເມຍ​ຂອງ​ເພິ່ນ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ. ມີ​ມື້​ໜຶ່ງ​ເພິ່ນ​ຊວນ​ຂ້ອຍ​ໄປ​ກິນ​ເຂົ້າ​ໜົມ​ຢູ່​ເຮືອນ ແຕ່​ເມຍ​ຂອງ​ເພິ່ນ​ໃຈ​ຮ້າຍ​ຫຼາຍ​ທີ່​ເພິ່ນ​ອອກ​ໄປ​ປະກາດ ລາວ​ຈຶ່ງ​ໂຍນ​ຖົງ​ຊາ​ໃສ່​ພວກ​ເຮົາ. ແທນ​ທີ່​ຈະ​ໃຈ​ຮ້າຍ​ໃສ່​ເມຍ ເພິ່ນ​ເກັບ​ຖົງ​ຊາ​ໄປ​ໄວ້​ບ່ອນ​ເກົ່າ. ຫຼາຍ​ປີ​ຕໍ່​ມາ​ຄວາມ​ອົດ​ທົນ​ຂອງ​ເພິ່ນ​ກໍ​ໄດ້​ຮັບ​ຜົນ​ຕອບ​ແທນ​ເມື່ອ​ຜູ້​ເປັນ​ເມຍ​ໄດ້​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ໃນ​ເດືອນ​ກັນ​ຍາ ປີ 1939 ຕອນ​ທີ່​ຂ້ອຍ​ອາຍຸ 16 ປີ ອັງກິດ​ປະກາດ​ເຮັດ​ສົງຄາມ​ກັບ​ເຢຍລະມັນ. ໃນ​ເດືອນ​ມີນາ 1940 ແມ່​ກັບ​ຂ້ອຍ​ໄດ້​ຮັບ​ບັບເຕມາ​ໃນ​ເມືອງ​ໂດເ​ວີ. ໃນ​ເດືອນ​ມິຖຸນາ​ຂອງ​ປີ​ນັ້ນ ຂ້ອຍ​ໄດ້​ແນມ​ເບິ່ງ​ຈາກ​ຂັ້ນໄດ​ໜ້າ​ບ້ານ​ໃນ​ຂະນະ​ທີ່​ທະຫານ​ຫຼາຍ​ພັນ​ຄົນ​ຜ່ານ​ກາຍ​ໄປ​ໃນ​ຂະບວນ​ລົດ​ບັນທຸກ. ເຂົາ​ເຈົ້າ​ເປັນ​ຜູ້​ລອດ​ຊີວິດ​ຈາກ​ບັ້ນ​ຮົບ​ດັນ​ເຄີກ. ຂ້ອຍ​ເຫັນ​ໄດ້​ວ່າ​ເຂົາ​ເຈົ້າ​ເຈັບ​ປວດ​ແລະ​ບໍ່​ມີ​ຄວາມ​ຫວັງ. ຂ້ອຍ​ຢາກ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ເລື່ອງ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດ. ຕໍ່​ມາ​ໃນ​ປີ​ນັ້ນ ເຢຍລະມັນ​ໄດ້​ເລີ່ມ​ຖິ້ມ​ລະເບີດ​ໃສ່​ອັງກິດ. ທຸກ​ຄືນ​ເຮືອ​ບິນ​ຖິ້ມ​ລະເບີດ​ຂອງ​ເຢຍລະມັນ​ບິນ​ຢູ່​ເໜືອ​ເຂດ​ທີ່​ເຮົາ​ຢູ່ ເຮົາ​ຢ້ານ​ຫຼາຍ​ເມື່ອ​ໄດ້​ຍິນ​ສຽງ​ລະເບີດ​ຕົກ​ພື້ນ​ດິນ. ເຊົ້າ​ມື້​ຕໍ່​ມາ ເຮົາ​ກໍ​ເຫັນ​ບໍລິເວນ​ນັ້ນ​ມີ​ເຮືອນ​ຖືກ​ທຳລາຍ. ປະສົບການ​ເຫຼົ່າ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ສຳນຶກ​ຫຼາຍ​ຂຶ້ນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ຂອງ​ຂ້ອຍ​ສຳລັບ​ອະນາຄົດ

ເລີ່ມ​ຕົ້ນ​ຊີວິດ​ໃນ​ການ​ໃຫ້

ປີ 1941 ຂ້ອຍ​ເລີ່ມ​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ແນວ​ທາງ​ຊີວິດ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ. ຂ້ອຍ​ໄດ້​ເຮັດ​ວຽກ​ທີ່ ຣໍໂຢ ດ໋ອກ​ຢາດ (Royal Dockyard) ໃນ​ເມືອງ​ແຊະ​ທຳ ເຊິ່ງ​ເປັນ​ການ​ຮຽນ​ວິທີ​ສ້າງ​ເຮືອ​ໃຫຍ່. ຫຼາຍ​ຄົນ​ຢາກ​ໄດ້​ວຽກ​ນີ້​ເພາະ​ໄດ້​ເງິນ​ຕອບ​ແທນ​ດີ​ຫຼາຍ. ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮູ້​ແລ້ວ​ວ່າ​ຄລິດສະຕຽນ​ບໍ່​ຄວນ​ສູ້​ຮົບ​ກັບ​ຊາດ​ໃດ​ຊາດ​ໜຶ່ງ. ນອກ​ຈາກ​ນັ້ນ ໃນ​ປີ 1941 ເຮົາ​ຍັງ​ເຂົ້າ​ໃຈ​ວ່າ​ເຮົາ​ບໍ່​ຄວນ​ສະໜັບສະໜູນ​ຄວາມ​ພະຍາຍາມ​ໃດ​ໃນ​ການ​ສ້າງ​ອາວຸດ. (ໂຢຮັນ 18:36) ອູ່​ຕໍ່​ເຮືອ​ໄດ້​ສ້າງ​ເຮືອ​ດຳ​ນໍ້າ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຂ້ອຍ​ຈະ​ອອກ​ຈາກ​ວຽກ​ແລະ​ເລີ່ມ​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ. ການ​ມອບ​ໝາຍ​ທຳອິດ​ຂອງ​ຂ້ອຍ​ແມ່ນ​ຢູ່​ຊາຍ​ເລັນ​ແຊ​ດ​ສະ​ເ​ຕີ ເຊິ່ງ​ເປັນ​ເມືອງ​ທີ່​ງາມ​ໃນ​ເຂດ​ຄ໋ອດ​ສະ​ວູດສ.

ຕອນ​ອາຍຸ 18 ປີ ຂ້ອຍ​ຖືກ​ຄຸກ​ເປັນ​ເວລາ​ເກົ້າ​ເດືອນ​ເນື່ອງ​ຈາກ​ວ່າ​ຂ້ອຍ​ບໍ່​ຍອມ​ເຂົ້າ​ຮ່ວມ​ກັບ​ກອງທັບ. ຂ້ອຍ​ຮູ້ສຶກ​ຢ້ານ​ກົວ​ເມື່ອ​ປະຕູ​ຄຸກ​ປິດ​ແລະ​ຂ້ອຍ​ຖືກ​ຂັງ​ດ່ຽວ. ແຕ່​ບໍ່​ດົນ​ຜູ້​ຄຸມ​ຄຸກ​ແລະ​ພວກ​ນັກ​ໂທດ​ກໍ​ເລີ່ມ​ຖາມ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຖືກ​ຄຸກ ແລະ​ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ອະທິບາຍ​ເລື່ອງ​ຄວາມ​ເຊື່ອ​ກັບ​ເຂົາ​ເຈົ້າ.

ຫຼັງ​ຈາກ​ທີ່​ອອກ​ຈາກ​ຄຸກ ຂ້ອຍ​ໄດ້​ເຂົ້າ​ຮ່ວມ​ກັບ​ພີ່​ນ້ອງ​ລີ​ໂອ​ນາດ ສະ​ມິດ * ແລະ​ພວກ​ເຮົາ​ປະກາດ​ຕາມ​ເມືອງ​ຕ່າງໆໃນ​ແຂວງ​ເ​ຄັນ​ທີ່​ພວກ​ເຮົາ​ເຄີຍ​ຢູ່. ເພື່ອ​ຈະ​ລະເບີດ​ເມືອງ​ລອນດອນ ຍົນ​ຂອງ​ນາຊີ​ຕ້ອງ​ບິນ​ຜ່ານ​ແຂວງ​ເ​ຄັນ. ເລີ່ມ​ແຕ່​ປີ 1944 ມີ​ລູກ​ລະເບີດ​ຫຼາຍ​ພັນ​ລູກ​ທີ່​ເອີ້ນ​ວ່າ ດູ​ໂດ​ບັກ (doodlebugs) ຕົກ​ໃສ່​ແຂວງ​ເ​ຄັນ. ລູກ​ລະເບີດ​ເຫຼົ່າ​ນີ້​ທີ່​ຈິງ​ແລ້ວ​ເປັນ​ເຮືອ​ບິນ​ອາຍ​ພົ່ນ​ທີ່​ບໍ່​ມີ​ຄົນ​ຂັບ​ແລະ​ມັນ​ບັນທຸກ​ລະເບີດ​ເຕັມ​ລຳ. ເມື່ອ​ໄດ້​ຍິນ​ສຽງ​ເຄື່ອງ​ຈັກ​ມອດ ເຮົາ​ຮູ້​ໂລດ​ວ່າ​ອີກ​ບໍ່​ເທົ່າ​ໃດ​ວິນາທີ​ຍົນ​ລຳ​ນັ້ນ​ຈະ​ຕົກ​ແລ້ວ​ກໍ​ລະເບີດ. ທຸກ​ຄົນ​ຮູ້ສຶກ​ຢ້ານ​ກົວ. ໃນ​ເວລາ​ນັ້ນ ເຮົາ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄອບຄົວ​ໜຶ່ງ​ທີ່​ມີ​ຫ້າ​ຄົນ. ບາງ​ຄັ້ງ​ພວກ​ເຮົາ​ຈະ​ນັ່ງ​ຢູ່​ກ້ອງ​ໂຕະ​ເຫຼັກ​ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ປົກ​ປ້ອງ​ເຮົາ​ຖ້າ​ເຮືອນ​ຖະຫຼົ່ມ​ລົງ​ມາ. ໃນ​ທີ່​ສຸດ​ທຸກ​ຄົນ​ໃນ​ຄອບຄົວ​ນັ້ນ​ກໍ​ຮັບ​ບັບເຕມາ.

ປະກາດ​ຂ່າວ​ດີ​ໃນ​ຕ່າງ​ປະເທດ

ການ​ໂຄສະນາ​ການ​ປະຊຸມ​ໃຫຍ່​ໃນ​ຕອນ​ທີ່​ຂ້ອຍ​ເປັນ​ໄພໂອເນຍ​ໃນ​ປະເທດ​ອຽກລັງ

ພາຍ​ຫຼັງ​ສົງຄາມ ຂ້ອຍ​ເປັນ​ໄພໂອເນຍ​ສອງ​ປີ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະເທດ​ອຽກລັງ. ພວກ​ເຮົາ​ໄປ​ຕາມ​ບ້ານ​ເຮືອນ​ແລະ​ບອກ​ວ່າ​ເປັນ​ມິດຊັນນາລີ​ແລະ​ຊອກ​ຫາ​ບ່ອນ​ພັກ​ເຊົາ. ເຮົາ​ສະເໜີ​ວາລະສານ​ຕາມ​ຖະໜົນ. ແຕ່​ອຽກລັງ​ຕ່າງ​ຈາກ​ອັງກິດ​ຫຼາຍ. ຄົນ​ສ່ວນ​ຫຼາຍ​ຮູ້ສຶກ​ວ່າ​ພວກ​ເຮົາ​ໂງ່​ທີ່​ຄິດ​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ເປັນ​ຢ່າງ​ດີ​ໃນ​ປະເທດ​ທີ່​ເປັນ​ກາໂຕລິກ! ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ຂູ່​ວ່າ​ຈະ​ທຳ​ຮ້າຍ​ເຮົາ ຂ້ອຍ​ຈຶ່ງ​ໄປ​ຟ້ອງ​ຕຳ​ຫຼວດ ແຕ່​ລາວ​ບອກ​ວ່າ “ພວກ​ເຈົ້າ​ຄາດ​ໝາຍ​ຫຍັງ?” ເຮົາ​ບໍ່​ໄດ້​ສຳນຶກ​ວ່າ​ນັກ​ເທດ​ນັກ​ບວດ​ຈະ​ມີ​ອຳນາດ​ຫຼາຍ​ຂະໜາດ​ນັ້ນ. ຖ້າ​ມີ​ຄົນ​ຮັບ​ເອົາ​ປຶ້ມ​ນຳ​ເຮົາ ເຂົາ​ເຈົ້າ​ຈະ​ຕົກ​ວຽກ. ພວກ​ເຮົາ​ຖືກ​ບັງຄັບ​ໃຫ້​ອອກ​ຈາກ​ບ່ອນ​ທີ່​ເຮົາ​ຢູ່.

ບໍ່​ດົນ​ເຮົາ​ກໍ​ຮຽນ​ຮູ້​ວ່າ​ເມື່ອ​ໄປ​ເຂດ​ໃໝ່ ດີ​ທີ່​ສຸດ​ແມ່ນ​ປະກາດ​ໃນ​ເຂດ​ທີ່​ພວກ​ນັກ​ເທດ​ນັກ​ບວດ​ບໍ່​ຮູ້ຈັກ​ເຮົາ. ດັ່ງ​ນັ້ນ ເຮົາ​ຕ້ອງ​ປະກາດ​ໃນ​ເຂດ​ທີ່​ໄກ​ຈາກ​ບ່ອນ​ທີ່​ເຮົາ​ຢູ່ ແລະ​ໄປ​ຫາ​ຄົນ​ທີ່​ຢູ່​ໃນ​ເຂດ​ເຫຼົ່າ​ນັ້ນ​ກ່ອນ. ຫຼັງ​ຈາກ​ນັ້ນ ເຮົາ​ຈຶ່ງ​ປະກາດ​ກັບ​ຄົນ​ທີ່​ຢູ່​ໃກ້ໆແຖວ​ນັ້ນ. ໃນ​ເມືອງ​ຄິວ​ເ​ຄັນ​ນີ ເຮົາ​ສຶກສາ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອາທິດ​ລະ​ສາມ​ເທື່ອ​ເຖິງ​ວ່າ​ຈະ​ມີ​ຝູງ​ຊົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ຂົ່ມ​ຂູ່​ພວກ​ເຮົາ​ກໍ​ຕາມ. ເນື່ອງ​ຈາກ​ວ່າ​ຂ້ອຍ​ມີ​ຄວາມ​ສຸກ​ກັບ​ການ​ສອນ​ຄຳພີ​ໄບເບິນ ຂ້ອຍ​ຈຶ່ງ​ຢາກ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ສຳລັບ​ມິດຊັນນາລີ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ສະໝັກ​ເຂົ້າ​ໂຮງ​ຮຽນ​ກິລຽດ.

ເຮືອ​ໃບ​ຊິ​ເບຍເປັນ​ບ້ານ​ມິດຊັນນາລີ​ຂອງ​ເຮົາ​ຕັ້ງ​ແຕ່​ປີ 1948 ເຖິງ​ປີ 1953

ຫຼັງ​ຈາກ​ທີ່​ໄດ້​ຮຽນ​ເປັນ​ເວລາ​ຫ້າ​ເດືອນ​ໃນ​ເມືອງ​ນິວຢອກ ພວກ​ເຮົາ​ສີ່​ຄົນ​ທີ່​ຈົບ​ຈາກ​ກິລຽດ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ເກາະ​ນ້ອຍໆໃນ​ແຖບ​ທະເລ​ຄາ​ເລ​ບຽນ. ໃນ​ເດືອນ​ພະຈິກ ປີ 1948 ເຮົາ​ອອກ​ຈາກ​ເມືອງ​ນິວຢອກ​ດ້ວຍ​ເຮືອ​ໃບ​ທີ່​ມີ​ຂະໜາດ​ຍາວ 18 ແມັດ​ທີ່​ຊື່ ຊິ​ເບຍ. ຂ້ອຍ​ບໍ່​ເຄີຍ​ເດີນ​ທາງ​ດ້ວຍ​ເຮືອ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕື່ນ​ເຕັ້ນ​ຫຼາຍ. ກັດ ມາກີ ທີ່​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ເຮົາ ລາວ​ເຄີຍ​ເປັນ​ກັບ​ຕັນ​ເຮືອ​ທີ່​ມີ​ປະສົບການ. ລາວ​ໄດ້​ສອນ​ວິທີ​ການ​ແລ່ນ​ເຮືອ​ໃບ​ຂັ້ນ​ພື້ນຖານ​ໃຫ້​ພວກ​ເຮົາ ເຊັ່ນ: ວິທີ​ເອົາ​ໃບ​ເຮືອ​ຂຶ້ນ​ແລະ​ລົງ ວິທີ​ໃຊ້​ເຂັມ​ທິດ​ກຳນົດ​ເສັ້ນ​ທາງ​ຂອງ​ເຮືອ ແລະ​ວິທີ​ແລ່ນ​ເຮືອ​ຕ້ານ​ລົມ. ເປັນ​ເວລາ 30 ມື້​ທີ່​ພີ່​ນ້ອງ​ກັດ​ບັງຄັບ​ທິດ​ທາງ​ຂອງ​ເຮືອ​ໄດ້​ຢ່າງ​ຊຳນານ ເພື່ອ​ຜ່ານ​ຜ່າ​ພາຍຸ​ຮ້າຍແຮງ​ຈົນ​ເຮົາ​ໄປ​ເຖິງ​ປະເທດ​ບາ​ຮາມ​າດ.

“ປ່າວ​ປະກາດ​ພະ​ຄຳ​ນັ້ນ​ໃຫ້​ເກາະ​ທັງ​ຫຼາຍ”

ຫຼັງ​ຈາກ​ທີ່​ປະກາດ​ຢູ່​ເກາະ​ນ້ອຍໆໃນ​ບາ​ຮາມ​າດ​ໄດ້​ບໍ່​ເທົ່າ​ໃດ​ເດືອນ ເຮົາ​ກໍ​ລ່ອງ​ເຮືອ​ໄປ​ເກາະ​ລີ​ວາດ​ແລະ​ວິນ​ວາດ. ເກາະ​ນ້ອຍ​ເຫຼົ່າ​ນີ້​ຢູ່​ຫ່າງ​ໄກ​ອອກ​ໄປ 800 ກິໂລແມັດ​ເຊິ່ງ​ຢູ່​ລະຫວ່າງ​ເກາະ​ເວີຈິນ​ແລະ​ຕຣີນີເຕ. ໃນ​ໄລຍະ​ເວລາ​ຫ້າ​ປີ ສ່ວນ​ຫຼາຍ​ເຮົາ​ປະກາດ​ໃນ​ເກາະ​ທີ່​ໂດດ​ດ່ຽວ​ເຊິ່ງ​ບໍ່​ມີ​ພະຍານ​ພະ​ເຢໂຫວາ. ບາງ​ຄັ້ງ​ເຮົາ​ກໍ​ບໍ່​ໄດ້​ສົ່ງ​ຫຼື​ຮັບ​ຈົດ​ໝາຍ​ເປັນ​ເວລາ​ຫຼາຍ​ອາທິດ. ແຕ່​ພວກ​ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ປະກາດ​ເລື່ອງ​ຂອງ​ພະ​ເຢໂຫວາ​ໃນ “ເກາະ​ທັງ​ຫຼາຍ”!—ເຢເຣມີ 31:10

ລູກ​ເຮືອ​ທີ່​ເປັນ​ມິດຊັນນາລີ​ເຊິ່ງ​ຢູ່​ໃນ​ເຮືອ​ໃບ​ຊິ​ເບຍ (ຈາກ​ຊ້າຍ​ຫາ​ຂວາ) ໂຣ​ໂນ ພາກ​ກິນ, ດິກ ໄລ, ກັດ ມາກີ ແລະ​ສະ​ແຕ​ນລີ ຄາເຕີ

ເມື່ອ​ເຮົາ​ທອດ​ສະ​ໝໍ​ໃນ​ອ່າວ ຄົນ​ໃນ​ໝູ່​ບ້ານ​ຈະ​ຕື່ນ​ເຕັ້ນ​ຫຼາຍ​ແລະ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທ່າ​ເຮືອ​ເພື່ອ​ເບິ່ງ​ວ່າ​ພວກ​ເຮົາ​ແມ່ນ​ໃຜ. ບາງ​ຄົນ​ກໍ​ບໍ່​ເຄີຍ​ເຫັນ​ເຮືອ​ແບບ​ທີ່​ເຮົາ​ໃຊ້ ຫຼື​ຄົນ​ຜິວ​ຂາວ​ຄື​ເຮົາ. ຄົນ​ຢູ່​ທີ່​ເກາະ​ນັ້ນ​ເປັນ​ມິດ​ແລະ​ຮູ້ຈັກ​ຄຳພີ​ໄບເບິນ​ເປັນ​ຢ່າງ​ດີ. ຫຼາຍ​ຄັ້ງ​ເຂົາ​ເຈົ້າ​ເອົາ​ປາ​ສົດໆ ໝາກ​ອາ​ໂວ​ກາ​ໂດ ແລະ​ຖົ່ວ​ດິນ​ໃຫ້​ເຮົາ. ເຖິງ​ວ່າ​ບໍ່​ມີ​ບ່ອນ​ຫວ່າງ​ຫຼາຍ​ໃນ​ເຮືອ​ລຳ​ນ້ອຍ​ຂອງ​ເຮົາ ແຕ່​ເຮົາ​ກໍ​ສາມາດ​ແຕ່ງ​ກິນ ນອນ ແລະ​ຊັກ​ເຄື່ອງ​ນຸ່ງ​ໄດ້.

ເຮົາ​ຈະ​ລ່ອງ​ເຮືອ​ເຂົ້າ​ຫາ​ຝັ່ງ​ແລະ​ໄປ​ຢາມ​ຜູ້​ຄົນ​ໝົດ​ມື້. ເຮົາ​ບອກ​ເຂົາ​ເຈົ້າ​ວ່າ​ຈະ​ມີ​ຄຳ​ບັນລະຍາຍ​ກ່ຽວ​ກັບ​ຄຳພີ​ໄບເບິນ. ເມື່ອ​ຕາເວັນ​ຕົກ​ດິນ​ພວກ​ເຮົາ​ກໍ​ສັ່ນ​ກະ​ແຫຼ່ງ​ເຮືອ ແລະ​ຄັກ​ແທ້ໆທີ່​ເຫັນ​ຜູ້​ຄົນ​ຫຼັ່ງ​ໄຫຼ​ກັນ​ມາ. ແສງ​ຕະກຽງ​ຂອງ​ເຂົາ​ເຈົ້າ​ເຫຼື້ອມ​ລະ​ຍິບ​ລະ​ຍັບ​ຄື​ກັບ​ແສງ​ດາວ​ລົງ​ມາ​ຈາກ​ເນີນ​ພູ. ບາງ​ຄັ້ງ​ມີ​ຮອດ​ໜຶ່ງ​ຮ້ອຍ​ຄົນ​ມາ​ແລະ​ເຂົາ​ເຈົ້າ​ຖາມ​ຄຳຖາມ​ຈົນ​ຮອດ​ເດິກ. ເຂົາ​ເຈົ້າ​ມັກ​ຮ້ອງ​ເພງ ດັ່ງ​ນັ້ນ ເຮົາ​ຈຶ່ງ​ໄດ້​ພິມ​ເພງ​ລາຊະອານາຈັກ​ໃຫ້​ເຂົາ​ເຈົ້າ. ພວກ​ເຮົາ​ທັງ​ສີ່​ຄົນ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ຮ້ອງ​ເພງ ແລະ​ຈາກ​ນັ້ນ​ຜູ້​ຄົນ​ກໍ​ເລີ່ມ​ຮ້ອງ​ເພງ​ກັບ​ເຮົາ ສຽງ​ຂອງ​ເຂົາ​ເຈົ້າ​ມ່ວນ​ຫຼາຍ. ນັ້ນ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ຫຼາຍ!

ຫຼັງ​ຈາກ​ສຶກສາ​ຄຳພີ​ໄບເບິນ​ແລ້ວ ນັກ​ສຶກສາ​ບາງ​ຄົນ​ຈະ​ຍ່າງ​ໄປ​ນຳ​ເມື່ອ​ເຮົາ​ໄປ​ຢາມ​ຄອບຄົວ​ຕໍ່​ໄປ​ເພື່ອ​ເຂົາ​ເຈົ້າ​ຈະ​ຮ່ວມສຶກສາ​ນຳ. ຫຼັງ​ຈາກ​ໃຊ້​ເວລາ​ສອງ​ສາມ​ອາທິດ​ໃນ​ເຂດ​ໜຶ່ງ ເຮົາ​ກໍ​ຕ້ອງ​ເດີນ​ທາງ​ໄປ​ເຂດ​ໃໝ່. ແຕ່​ເຮົາ​ຈະ​ຂໍ​ໃຫ້​ຜູ້​ທີ່​ສົນ​ໃຈ​ຫຼາຍ​ທີ່​ສຸດ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນໆຕໍ່​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ. ເຮົາ​ດີ​ໃຈ​ທີ່​ເຫັນ​ບາງ​ຄົນ​ເອົາ​ຈິງ​ເອົາ​ຈັງ​ໃນ​ວຽກ​ທີ່​ເຮົາ​ມອບ​ໝາຍ​ໃຫ້​ນັ້ນ.

ໃນ​ທຸກ​ມື້​ນີ້ ເກາະ​ເຫຼົ່າ​ນັ້ນ​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ ແຕ່​ໃນ​ສະໄໝ​ນັ້ນ ເກາະ​ເຫຼົ່າ​ນັ້ນ​ເປັນ​ສະຖານ​ທີ່​ງຽບ​ສະຫງົບ​ເຊິ່ງ​ເປັນ​ອ່າວ​ນ້ອຍໆທີ່​ເປັນ​ສີ​ຟ້າໆແກມ​ຂຽວ​ອ່ອນ ມີ​ຫາດ​ຊາຍ ແລະ​ຕົ້ນ​ປາມ. ປົກກະຕິ​ເຮົາ​ຈະ​ລ່ອງ​ເຮືອ​ຈາກ​ເກາະ​ໜຶ່ງ​ໄປ​ອີກ​ເກາະ​ໜຶ່ງ​ໃນ​ຕອນ​ກາງຄືນ. ປາ​ໂລ​ມາ​ກໍ​ລອຍ​ຫຼິ້ນ​ຢູ່​ທາງ​ຂ້າງ​ເຮືອ​ຂອງ​ພວກ​ເຮົາ ແລະ​ສິ່ງ​ທີ່​ໄດ້​ຍິນ​ກໍ​ຄື​ສຽງ​ເຮືອ​ກະທົບ​ໃສ່​ນໍ້າ. ເງົາ​ຂອງ​ແສງ​ເດືອນ​ທີ່​ສະທ້ອນ​ໃສ່​ນໍ້າ​ທະເລ​ເບິ່ງ​ຄື​ກັບ​ເປັນ​ເສັ້ນ​ທາງ​ສີ​ເງິນ​ທີ່​ນຳ​ໄປ​ສູ່​ຂອບ​ຟ້າ.

ຫຼັງ​ຈາກ​ທີ່​ປະກາດ​ຢູ່​ເກາະ​ເຫຼົ່າ​ນັ້ນ​ໄດ້​ຫ້າ​ປີ ເຮົາ​ກໍ​ລ່ອງ​ເຮືອ​ໄປ​ປະເທດ​ປອກ​ໂຕ​ຣິກໂກ​ເພື່ອ​ຫາ​ເຮືອ​ລຳ​ໃໝ່​ທີ່​ໃຊ້​ເຄື່ອງ​ຈັກ. ເມື່ອ​ໄປຮອດ​ທີ່​ນັ້ນ ຂ້ອຍ​ໄດ້​ພົບ​ແລະ​ຕົກ​ຫຼຸມ​ຮັກ ມາ​ຊີນ ບອຍ ລາວ​ເປັນ​ມິດຊັນນາລີ​ທີ່​ງາມ. ລາວ​ກະຕືລືລົ້ນ​ໃນ​ການ​ປະກາດ​ຂ່າວ​ດີ​ຕັ້ງ​ແຕ່​ຍັງ​ນ້ອຍ. ຕໍ່​ມາ ລາວ​ໄດ້​ຮັບໃຊ້​ເປັນ​ມິດຊັນນາລີ​ຢູ່​ສາທາລະນະ​ລັດ​ໂດ​ມີ​ນີ​ແກນ​ຈົນ​ຮອດ​ປີ 1950 ເມື່ອ​ລັດຖະບານ​ທີ່​ເປັນ​ສາສະໜາ​ກາໂຕລິກ​ໄດ້​ບັງຄັບ​ໃຫ້​ລາວ​ອອກ​ຈາກ​ປະເທດ​ນັ້ນ. ເນື່ອງ​ຈາກ​ວ່າ​ຂ້ອຍ​ເປັນ​ສະມາຊິກ​ຂອງ​ເຮືອ​ໃຫຍ່ ຂ້ອຍ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ປອກ​ໂຕ​ຣິກໂກ​ໄດ້​ພຽງ​ແຕ່​ເດືອນ​ດຽວ. ຈາກ​ນັ້ນ ຂ້ອຍ​ຕ້ອງ​ລ່ອງ​ເຮືອ​ໄປ​ເກາະ​ອື່ນໆແລະ​ຈະ​ບໍ່​ໄດ້​ຢູ່​ອີກ​ສອງ​ສາມ​ປີ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບອກ​ຕົວ​ເອງ​ວ່າ: ‘ໂຣ​ໂນ ຖ້າ​ເຈົ້າ​ຢາກ​ໄດ້​ຜູ້​ຍິງ​ຄົນ​ນີ້ ເຈົ້າ​ຕ້ອງ​ບໍ່​ລໍ​ຊ້າ.’ ສາມ​ອາທິດ​ຕໍ່​ມາ​ຂ້ອຍ​ກໍ​ຂໍ​ແຕ່ງ​ດອງ​ກັບ​ມາ​ຊີນ ແລະ​ຫົກ​ອາທິດ​ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ກໍ​ແຕ່ງ​ດອງ​ກັນ. ຂ້ອຍ​ກັບ​ມາ​ຊິນ​ຖືກ​ມອບ​ໝາຍ​ເປັນ​ມິດຊັນນາລີ​ເພື່ອ​ຮັບໃຊ້​ໃນ​ປອກ​ໂຕ​ຣິກໂກ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບໍ່​ໄດ້​ອອກ​ເດີນ​ທາງ​ໃນ​ລຳ​ເຮືອ​ໃໝ່.

ເຮົາ​ເລີ່ມ​ເຮັດ​ວຽກ​ເດີນ​ໝວດ​ໃນ​ປີ 1956 ແລະ​ເຮົາ​ມັກ​ການ​ຢ້ຽມ​ຢາມ​ພີ່​ນ້ອງ. ພີ່​ນ້ອງ​ຫຼາຍ​ຄົນ​ທຸກ​ຍາກ. ຕົວຢ່າງ​ເຊັ່ນ: ໃນ​ໝູ່​ບ້ານ​ໂປ​ຕາ​ລາ ປາດ​ຕິ​ໂລ ມີ​ພະຍານ​ພະ​ເຢໂຫວາ​ສອງ​ຄອບຄົວ​ທີ່​ມີ​ລູກ​ຫຼາຍ​ຄົນ ແລະ​ຂ້ອຍ​ເຄີຍ​ເປົ່າ​ຂຸ່ຍ​ໃຫ້​ເຂົາ​ເຈົ້າ​ຟັງ. ຂ້ອຍ​ຖາມ​ເດັກ​ຍິງ​ທີ່​ຊື່​ຮິ​ວ​ດາ​ວ່າ ຢາກ​ໄປ​ປະກາດ​ກັບ​ພວກ​ເຮົາ​ບໍ. ລາວ​ຕອບ​ວ່າ: “ຂ້ອຍ​ຢາກ​ໄປ ແຕ່​ໄປ​ບໍ່​ໄດ້​ເພາະ​ບໍ່​ມີ​ເກີບ.” ເຮົາ​ຊື້​ເກີບ​ຄູ່​ໜຶ່ງ​ໃຫ້​ລາວ​ແລະ​ພາ​ລາວ​ໄປ​ປະກາດ​ນຳ. ຫຼາຍ​ປີ​ຕໍ່​ມາ ເມື່ອ​ມາ​ຊິນ​ກັບ​ຂ້ອຍ​ໄປ​ຢ້ຽມ​ຢາມ​ສຳນັກງານ​ຢູ່​ບຸກ​ລິນ​ໃນ​ປີ 1972 ມີ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຫາ​ກໍ​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ໄດ້​ເຂົ້າ​ມາ​ລົມ​ກັບ​ເຮົາ. ລາວ​ກຳລັງ​ຈະ​ໄປ​ຮັບໃຊ້​ຢູ່​ປະເທດ​ເອກົວດໍ ລາວ​ເວົ້າ​ວ່າ: “ລຸງ​ກັບ​ປ້າ​ຈື່​ຂ້ອຍ​ໄດ້​ບໍ? ຂ້ອຍ​ເປັນ​ເດັກ​ຍິງ​ຈາກ​ໝູ່​ບ້ານ​ປາດ​ຕິ​ໂລ​ທີ່​ບໍ່​ມີ​ເກີບ​ໃສ່.” ລາວ​ແມ່ນ​ຮິ​ວ​ດາ! ເຮົາ​ດີ​ໃຈ​ຫຼາຍ​ຈົນ​ນໍ້າ​ຕາ​ໄຫຼ!

ໃນ​ປີ 1960 ເຮົາ​ເລີ່ມ​ຮັບໃຊ້​ທີ່​ສາຂາ​ປອກ​ໂຕ​ຣິກໂກ ເຊິ່ງ​ຕັ້ງ​ຢູ່​ເຮືອນ​ຫຼັງ​ນ້ອຍໆໃນ​ເມືອງ ແຊ​ນເ​ຈີ ທີ່​ນະຄອນ​ຫຼວງ ແຊ​ນ ຮານ. ທຳອິດ ຂ້ອຍ​ກັບ​ພີ່​ນ້ອງ​ເລ​ນ​ນາດ ຈອນສັນ ຕ້ອງ​ເຮັດ​ວຽກ​ເກືອບ​ທຸກ​ຢ່າງ. ລາວ​ກັບ​ເມຍ​ເປັນ​ພະຍານ​ພະ​ເຢໂຫວາ​ກຸ່ມ​ທຳອິດ​ໃນ​ສາທາລະນະ​ລັດ​ໂດ​ມີ​ນີ​ແກນ ແລະ​ໃນ​ປີ 1957 ເຂົາ​ເຈົ້າ​ໄດ້​ຍ້າຍ​ມາ​ປອກ​ໂຕ​ຣິກໂກ. ຕໍ່​ມາ ມາ​ຊິນ​ໄດ້​ເຮັດ​ໜ້າ​ທີ່​ສົ່ງ​ວາລະສານ​ໃຫ້​ຄົນ​ທີ່​ສັ່ງ​ຈອງ. ໃນ​ແຕ່​ລະ​ອາທິດ​ລາວ​ສົ່ງ​ວາລະສານ​ຫຼາຍ​ກວ່າ​ໜຶ່ງ​ພັນ​ສະບັບ. ລາວ​ມັກ​ວຽກ​ນີ້​ເພາະ​ຄິດ​ວ່າ​ຄົນ​ເຫຼົ່າ​ນັ້ນ​ກຳລັງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ.

ຂ້ອຍ​ມີ​ຄວາມ​ສຸກ​ໃນ​ການ​ເຮັດ​ວຽກ​ຢູ່​ເບເທນ​ເພາະ​ຂ້ອຍ​ສາມາດ​ໃຊ້​ເຫື່ອ​ແຮງ​ຂອງ​ຂ້ອຍ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ວຽກ​ນັ້ນ​ກໍ​ບໍ່​ງ່າຍ​ສະເໝີ​ໄປ. ຕົວຢ່າງ​ເຊັ່ນ: ໃນ​ລະຫວ່າງ​ການ​ປະຊຸມ​ໝວດ​ນາໆຊາດ​ຄັ້ງ​ທຳອິດ​ຢູ່​ປອກ​ໂຕ​ຣິກໂກ​ໃນ​ປີ 1967 ຂ້ອຍ​ຮູ້ສຶກ​ໜັກ​ໃຈ​ທີ່​ຕ້ອງ​ໄດ້​ກະກຽມ​ທຸກ​ສິ່ງ. ພີ່​ນ້ອງ ນາທານ ນໍ ທີ່​ເປັນ​ຜູ້​ນຳ​ໜ້າ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ຕອນ​ນັ້ນ​ໄດ້​ມາ​ປອກ​ໂຕ​ຣິກໂກ. ລາວ​ຄິດ​ວ່າ​ຂ້ອຍ​ບໍ່​ໄດ້​ກຽມ​ລົດ​ຮັບ​ສົ່ງ​ມິດຊັນນາລີ​ທີ່​ເຂົ້າ​ມາ​ປະເທດ​ນີ້ ເຖິງ​ວ່າ​ຂ້ອຍ​ໄດ້​ເຮັດ​ແລ້ວ​ກໍ​ຕາມ. ຫຼັງ​ຈາກ​ນັ້ນ ລາວ​ໃຫ້​ຄຳ​ແນະນຳ​ຂ້ອຍ​ຢ່າງ​ຮຸນແຮງ​ກ່ຽວ​ກັບ​ການ​ຈັດ​ຕຽມ​ຕ່າງໆແລະ​ບອກ​ວ່າ​ລາວ​ຜິດ​ຫວັງ​ໃນ​ຕົວ​ຂ້ອຍ. ຂ້ອຍ​ບໍ່​ຢາກ​ຖຽງ​ກັບ​ລາວ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ບໍ່​ຍຸຕິທຳ​ຕໍ່​ຂ້ອຍ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຮູ້ສຶກ​ເສຍໃຈ​ໄລຍະ​ໜຶ່ງ. ຕໍ່​ມາ ຂ້ອຍ​ກັບ​ມາ​ຊິນ​ມີ​ໂອກາດ​ພົບ​ພີ່​ນ້ອງ​ນໍ​ອີກ​ຄັ້ງ​ໜຶ່ງ ລາວ​ເຊີນ​ເຮົາ​ໄປ​ຫ້ອງ​ຂອງ​ລາວ​ແລະ​ໄດ້​ເຮັດ​ອາຫານ​ສຳລັບ​ພວກ​ເຮົາ.

ຫຼາຍ​ຄັ້ງ ພວກ​ເຮົາ​ໄດ້​ໄປ​ຢາມ​ຄອບຄົວ​ຂອງ​ຂ້ອຍ​ຢູ່​ອັງກິດ. ຕອນ​ທີ່​ຂ້ອຍ​ກັບ​ແມ່​ຮັບ​ເອົາ​ຄວາມ​ຈິງ ພໍ່​ບໍ່​ໄດ້​ຍອມ​ຮັບ. ແຕ່​ເມື່ອ​ພີ່​ນ້ອງ​ຈາກ​ເບເທນ​ມາ​ຢ້ຽມ​ຢາມ​ເຂດ​ທີ່​ພໍ່​ແມ່​ຢູ່ ຫຼາຍ​ຄັ້ງ​ແມ່​ໄດ້​ເຊີນ​ໃຫ້​ເຂົາ​ເຈົ້າ​ພັກ​ນຳ. ພໍ່​ເຫັນ​ວ່າ​ຜູ້​ດູ​ແລ​ເຫຼົ່າ​ນີ້​ທີ່​ມາ​ຈາກ​ເບເທນ​ເປັນ​ຄົນ​ຖ່ອມ​ຕົວ ແລະ​ບໍ່​ຄື​ກັບ​ພວກ​ຄຸນ​ພໍ່​ທີ່​ເພິ່ນ​ລັງກຽດ​ເມື່ອ​ຫຼາຍ​ປີ​ກ່ອນ. ໃນ​ທີ່​ສຸດ ພໍ່​ກໍ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ປີ 1962.

ຂ້ອຍ​ກັບ​ມາ​ຊິນ​ຢູ່​ປະເທດ​ປອກ​ໂຕ​ຣິໂກ​ຫຼັງ​ຈາກ​ແຕ່ງ​ດອງ​ກັນ​ໄດ້​ບໍ່​ດົນ ແລະ​ໃນ​ວັນ​ຄົບ​ຮອບ​ການ​ແຕ່ງ​ດອງ 50 ປີ​ຂອງ​ພວກ​ເຮົາ​ໃນ​ປີ 2003

ມາ​ຊິນ​ເມຍ​ທີ່​ຮັກ​ຂອງ​ຂ້ອຍ​ໄດ້​ຕາຍ​ຈາກ​ໄປ​ໃນ​ປີ 2011. ຂ້ອຍ​ຄອຍ​ຖ້າ​ແທ້ໆທີ່​ຈະ​ໄດ້​ເຫັນ​ລາວ​ອີກ​ຄັ້ງ​ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ຄວາມ​ຄາດ​ຫວັງ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ! ຕະຫຼອດ​ເວລາ 58 ປີ​ທີ່​ຮັບໃຊ້​ນຳ​ກັນ ເຮົາ​ເຫັນ​ພະຍານ​ພະ​ເຢໂຫວາ​ໃນ​ປອກ​ໂຕ​ຣິກໂກ​ເພີ່ມ​ຈຳນວນ​ຂຶ້ນ​ຈາກ 650 ຄົນ ເປັນ 26.000 ຄົນ. ໃນ​ປີ 2013 ສາຂາ​ປອກ​ໂຕ​ຣິກໂກ​ໄດ້​ຖືກ​ຍຸບ​ເຂົ້າ​ກັບ​ສາຂາ​ອາເມລິກາ ແລະ​ຂ້ອຍ​ຖືກ​ຂໍ​ໃຫ້​ໄປ​ຮັບໃຊ້​ທີ່​ວໍ​ຄິວ ໃນ​ເມືອງ​ນິວຢອກ. ເຊັ່ນ​ດຽວ​ກັບ​ທີ່​ໂຕ​ໂກ​ກຸຍ​ເຊິ່ງ​ເປັນ​ກົບ​ໂຕ​ນ້ອຍໆທີ່​ມັກ​ຢູ່​ຕາມ​ຕົ້ນ​ໄມ້​ແລະ​ຮ້ອງ​ໂກ-ກິ ໂກ-ກິ ໃນ​ຍາມ​ຄ້ອຍ​ຄໍ່າ ມັນ​ເປັນ​ສັດ​ທີ່​ຜູ້​ຄົນ​ຮູ້ຈັກ​ກັນ​ດີ​ວ່າ​ມີ​ຢູ່​ໃນ​ປະເທດ​ປອກ​ໂຕຣິກໂກ ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ຢູ່​ເກາະ​ນີ້​ເປັນ​ເວລາ 60 ປີ ຂ້ອຍ​ຈຶ່ງ​ຮູ້ສຶກ​ຄື​ກັບ​ວ່າ​ຂ້ອຍ​ເປັນ​ຄົນ​ປອກ​ໂຕ​ຣິກໂກ​ແລ້ວ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ຢູ່​ປອກ​ໂຕ​ຣິກໂກ ແຕ່​ຕອນ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ຕ້ອງ​ກ້າວ​ໄປ​ຂ້າງ​ໜ້າ.

“ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ”

ຂ້ອຍ​ຍັງ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະເຈົ້າ​ທີ່​ເບເທນ. ຕອນ​ນີ້​ຂ້ອຍ​ອາຍຸ 90 ປາຍ​ປີ​ແລ້ວ ແລະ​ວຽກ​ຂອງ​ຂ້ອຍ​ແມ່ນ​ການ​ເສີມ​ສ້າງ​ສະມາຊິກ​ຄອບຄົວ​ເບເທນ. ນັບ​ຕັ້ງ​ແຕ່​ມາ​ຢູ່​ວໍ​ຄິວ ຂ້ອຍ​ໄດ້​ຢ້ຽມ​ຢາມ​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ກວ່າ 600 ຄົນ. ບາງ​ຄົນ​ມາ​ຫາ​ຂ້ອຍ​ເພື່ອ​ປຶກສາ​ເລື່ອງ​ສ່ວນ​ຕົວ​ຫຼື​ເລື່ອງ​ຄອບຄົວ. ບາງ​ຄົນ​ມາ​ຂໍ​ຄຳ​ແນະນຳ​ກ່ຽວ​ກັບ​ວິທີ​ຈະ​ຮັບໃຊ້​ຢູ່​ເບເທນ​ຢ່າງ​ປະສົບ​ຜົນ​ສຳເລັດ. ບາງ​ຄົນ​ກໍ​ມາ​ຂໍ​ຄຳ​ແນະນຳ​ເນື່ອງ​ຈາກ​ຫາ​ກໍ​ແຕ່ງ​ດອງ ຫຼື​ໄດ້​ຮັບ​ມອບ​ໝາຍ​ໃໝ່​ໃຫ້​ເປັນ​ໄພໂອເນຍ. ຂ້ອຍ​ຟັງ​ທຸກໆຄົນ​ທີ່​ມາ​ລົມ​ນຳ ແລະ​ເມື່ອ​ເຫັນ​ວ່າ​ເໝາະ​ສົມ​ຂ້ອຍ​ກໍ​ມັກ​ບອກ​ເຂົາ​ເຈົ້າ​ວ່າ: “‘ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.’ ດັ່ງ​ນັ້ນ ໃຫ້​ມີ​ຄວາມ​ສຸກ​ໃນ​ວຽກ​ຂອງ​ເຈົ້າ ເພາະ​ນີ້​ແມ່ນ​ການ​ຮັບໃຊ້​ພະ​ເຢໂຫວາ.”—2 ໂກລິນໂທ 9:7

ຖ້າ​ເຈົ້າ​ຢາກ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ຢູ່​ເບເທນ​ຫຼື​ຢູ່​ບ່ອນ​ອື່ນໆ ເຈົ້າ​ຕ້ອງ​ເລັງ​ໃສ່​ວ່າ​ເປັນ​ຫຍັງ​ສິ່ງ​ທີ່​ເຈົ້າ​ກຳລັງ​ເຮັດ​ຈຶ່ງ​ສຳຄັນ. ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ເບເທນ​ເປັນ​ການ​ຮັບໃຊ້​ທີ່​ສັກສິດ ເພາະ​ວຽກ​ນີ້​ຊ່ວຍ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໃຫ້​ຈັດ​ຕຽມ​ອາຫານ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ທົ່ວ​ໂລກ. (ມັດທາຍ 24:45, ລ.ມ.) ບໍ່​ວ່າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ໃສ ເຮົາ​ກໍ​ມີ​ໂອກາດ​ສັນລະເສີນ​ພະອົງ. ຂໍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ວຽກ​ທີ່​ພະອົງ​ຂໍ​ໃຫ້​ເຮົາ​ເຮັດ ເນື່ອງ​ຈາກ​ວ່າ “ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.””

^ ຂໍ້ 13 ເລື່ອງ​ຂອງ​ພີ່​ນ້ອງ​ລີ​ໂອ​ນາດ ສະ​ມິດ ໄດ້​ລົງ​ໃນ​ຫໍສັງເກດການ 15 ເມສາ 2012.