ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຝຶກ​ອົບຮົມ​ຄົນ​ອື່ນ​ບໍ?

ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຝຶກ​ອົບຮົມ​ຄົນ​ອື່ນ​ບໍ?

“ຂ້ອຍ [ຈະ] ສອນ​ທ່ານ​ທັງ​ຫຼາຍ​ໃຫ້​ຮູ້ຈັກ​ຄຳ​ໂອວາດ​ອັນ​ປະເສີດ [ຄຳ​ແນະນຳ​ດີໆ, ລ.ມ.]”—ສຸພາສິດ 4:2

ເພງ: 93, 96

1, 2. ເປັນ​ຫຍັງ​ເຮົາ​ຕ້ອງ​ຝຶກ​ອົບຮົມ​ຄົນ​ອື່ນ​ໃຫ້​ເລີ່ມ​ເຮັດ​ວຽກ​ມອບ​ໝາຍ​ຕາມ​ລະບອບ​ຂອງ​ພະເຈົ້າ?

ພະ​ເຍຊູ​ເຮັດ​ວຽກ​ໜັກ​ໃນ​ການ​ປະກາດ​ເລື່ອງ​ລາຊະອານາຈັກ. ພະອົງ​ຍັງ​ໃຊ້​ເວລາ​ຫຼາຍ​ໃນ​ການ​ຝຶກ​ອົບຮົມ​ພວກ​ລູກ​ສິດ. ພະອົງ​ສະແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວິທີ​ສອນ​ແລະ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະເຈົ້າ. ພວກ​ລູກ​ສິດ​ໄດ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ເບິ່ງ​ແຍງ​ແກະ​ຂອງ​ເຂົາ​ເຈົ້າ. (ມັດທາຍ 10:5-7) ເຖິງ​ວ່າ​ຟີລິບ​ຈະ​ຫຍຸ້ງ​ຫຼາຍ​ໃນ​ວຽກ​ປະກາດ ແຕ່​ລາວ​ກໍ​ໄດ້​ຝຶກ​ອົບຮົມ​ພວກ​ລູກ​ສາວ​ໃຫ້​ເຮັດ​ວຽກ​ດຽວ​ກັນ​ກັບ​ລາວ. (ກິດຈະການ 21:8, 9) ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ເຊັ່ນ​ກັນ​ຈຳເປັນ​ຕ້ອງ​ຝຶກ​ອົບຮົມ​ຄົນ​ອື່ນ. ຍ້ອນ​ຫຍັງ?

2 ໃນ​ປະຊາຄົມ​ຕ່າງໆຢູ່​ທົ່ວ​ໂລກ ມີ​ຄົນ​ໃໝ່ໆຫຼາຍ​ຄົນ​ທີ່​ຍັງ​ບໍ່​ທັນ​ຮັບ​ບັບເຕມາ ແລະ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ. ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ປະໂຫຍດ​ທີ່​ຈະ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ດ້ວຍ​ຕົວ​ເອງ. ນອກ​ຈາກ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ຝຶກ​ອົບຮົມ​ເຂົາ​ເຈົ້າ​ໃຫ້​ປະກາດ​ແລະ​ສອນ​ຂ່າວ​ດີ. ພີ່​ນ້ອງ​ຊາຍ​ທີ່​ຫາ​ກໍ​ຮັບ​ບັບເຕມາ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​ວ່າ​ເມື່ອ​ເຖິງ​ເວລາ​ເຂົາ​ເຈົ້າ​ຈະ​ສາມາດ​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລະ​ເປັນ​ຜູ້​ເຖົ້າ​ແກ່. ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ຄົນ​ໃໝ່ໆ.—ສຸພາສິດ 4:2

ສອນ​ຄົນ​ໃໝ່ໆໃຫ້​ຮູ້​ວິທີ​ສຶກສາ​ຄຳພີ​ໄບເບິນ

3, 4. (ກ) ໂປໂລ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແນວ​ໃດ​ລະຫວ່າງ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ວຽກ​ຮັບໃຊ້? (ຂ) ກ່ອນ​ທີ່​ເຮົາ​ຈະ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ ເຮົາ​ເອງ​ຕ້ອງ​ເຮັດ​ຫຍັງ?

3 ເພື່ອ​ຮຽນ​ຮູ້​ເລື່ອງ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະອົງ​ຈຳເປັນ​ຕ້ອງ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ. ອັກຄະສາວົກ​ໂປໂລ​ອະທິບາຍ​ເລື່ອງ​ນີ້​ກັບ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ໂກໂລດ ເມື່ອ​ລາວ​ກ່າວ​ວ່າ: “ພວກ​ເຮົາ​ບໍ່ເຊົາ​ບໍ່​ຂາດ​ອ້ອນ​ວອນ​ສຳລັບ​ທ່ານ​ທັງ​ຫຼາຍ ແລະ​ຂໍ​ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ນໍ້າໃຈ​ພະເຈົ້າ.” ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຄົນ​ເຫຼົ່າ​ນັ້ນ​ຈະ​ສຶກສາ​ພະ​ຄຳພີ? ກໍ​ຍ້ອນ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສະຕິ​ປັນຍາ​ແລະ​ຮູ້​ວິທີ​ທີ່​ຈະ “ກະທຳ​ການ​ຢ່າງ​ສົມຄວນ​ແກ່​ພະອົງ​ເຈົ້າ [ພະ​ເຢໂຫວາ] ເພື່ອ​ຈະ​ໄດ້​ເປັນ​ຊອບ​ໃຈ​ແກ່​ພະອົງ​ໃນ​ສັບພະ​ທຸກ​ສິ່ງ.” ສິ່ງ​ນີ້​ຍັງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ “ເກີດ​ໝາກ​ໃນ​ການ​ດີ​ທຸກ​ຢ່າງ” ເຊິ່ງ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ເຮັດ ໂດຍ​ສະເພາະ​ແລ້ວ​ແມ່ນ​ການ​ປະກາດ​ຂ່າວ​ດີ. (ໂກໂລດ 1:9, 10) ດັ່ງ​ນັ້ນ ຖ້າ​ເຮົາ​ກຳລັງ​ສຶກສາ​ກັບ​ບາງ​ຄົນ ເຮົາ​ຕ້ອງ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ສາມາດ​ຊ່ວຍ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ.

4 ເຮົາ​ຈະ​ບໍ່​ສາມາດ​ຊ່ວຍ​ນັກ​ສຶກສາ​ຂອງ​ເຮົາ​ໃຫ້​ຮູ້​ຄຸນຄ່າ​ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ ຖ້າ​ເຮົາ​ເອງ​ບໍ່​ໄດ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ. ທີ່​ຈິງ ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ ສິ່ງ​ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃນ​ການ​ໃຊ້​ຊີວິດ​ແລະ​ໃນ​ວຽກ​ປະກາດ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ແລະ​ມີ​ບາງ​ຄົນ​ຖາມ​ຄຳຖາມ​ທີ່​ຍາກ ເຮົາ​ກໍ​ຈະ​ສາມາດ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຕອບ​ເຂົາ​ເຈົ້າ​ໄດ້ ຫຼື​ເມື່ອ​ເຮົາ​ອ່ານ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ ໂປໂລ ແລະ​ຄົນ​ອື່ນໆບໍ່​ໄດ້​ຍອມ​ແພ້​ໃນ​ວຽກ​ປະກາດ ເຮົາ​ກໍ​ຈະ​ມີ​ກຳລັງ​ໃຈ​ແລະ​ປະກາດ​ຕໍ່ໆໄປ​ແມ່ນ​ແຕ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ. ເມື່ອ​ເຮົາ​ບອກ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ວິທີ​ທີ່​ສິ່ງ​ນັ້ນ​ໄດ້​ຊ່ວຍ​ເຮົາ ເຮົາ​ອາດ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ແບບ​ເລິກ​ເຊິ່ງ​ກວ່າ​ເກົ່າ​ເພື່ອ​ທີ່​ເຂົາ​ເຈົ້າ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ກັບ​ເຮົາ.

5. ຂໍ​ໃຫ້​ຍົກ​ຄຳ​ແນະນຳ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ໃໝ່ໆໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ.

5 ເຈົ້າ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ຝຶກ​ຝົນ​ນັກ​ສຶກສາ​ແນວ​ໃດ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ?’ ບາງ​ທີ​ເຈົ້າ​ອາດ​ເຮັດ​ໃຫ້​ລາວ​ເບິ່ງ​ວິທີ​ທີ່​ຈະ​ກຽມ​ຂໍ້​ມູນ​ໃນ​ປຶ້ມ​ທີ່ເຈົ້າ​ໃຊ້​ສຶກສາ​ກັບ​ລາວ. ເຈົ້າ​ອາດ​ແນະນຳ​ໃຫ້​ລາວ​ອ່ານ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ກັນ​ນັ້ນ​ໃນ​ພາກ​ຜະໜວກ​ໃນ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ແລະ​ໃຫ້​ລາວ​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ມີ​ການ​ກ່າວ​ເຖິງ. ຈາກ​ນັ້ນ ເຈົ້າ​ອາດ​ໃຫ້​ລາວ​ເບິ່ງ​ວິທີ​ກຽມ​ສຳລັບ​ການ​ປະຊຸມ​ເພື່ອ​ລາວ​ຈະ​ສາມາດ​ອອກ​ຄວາມ​ຄິດ​ເຫັນ​ໄດ້. ສະ​ໜັບສະໜູນ​ລາວ​ໃຫ້​ອ່ານ​ວາລະສານ​ຫໍສັງເກດການ ແລະ​ຕື່ນ​ເຖີດ!ທຸກໆສະບັບ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດຊ່ວຍ​ລາວ​ໃຫ້​ຮູ້​ວິທີ​ຊອກ​ຄຳຕອບ​ຂອງ​ຄຳຖາມ​ຕ່າງໆກ່ຽວ​ກັບ​ຄຳພີ​ໄບເບິນ ຕົວຢ່າງ​ເຊັ່ນ: ໂດຍ​ການ​ໃຊ້​ຫ້ອງ​ສະ​ໝຸດ​ຂອງ​ວັອດທາວເວີ ຫຼື​ຫ້ອງ​ສະ​ໝຸດ​ຂອງ​ວັອດທາວເວີ​ອອນລາຍ (Watchtower Library ຫຼື Watchtower ONLINE LIBRARY). ເມື່ອ​ລາວ​ພະຍາຍາມ​ສຶກສາ​ສ່ວນ​ຕົວ​ດ້ວຍ​ວິທີ​ເຫຼົ່າ​ນີ້ ລາວ​ກໍ​ຈະ​ມ່ວນ​ແລະ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ.

6. (ກ) ເຈົ້າ​ຈະ​ຊ່ວຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ປູກ​ຝັງ​ຄວາມ​ຮັກ​ໃນ​ຫົວໃຈ​ຕໍ່​ຄຳພີ​ໄບເບິນ? (ຂ) ນັກ​ສຶກສາ​ຄຳພີ​ໄບເບິນ​ອາດ​ຢາກ​ເຮັດ​ຫຍັງ​ຖ້າ​ລາວ​ພັດທະນາ​ຄວາມ​ຮັກ​ແທ້​ຕໍ່​ພະ​ຄຳພີ?

6 ເມື່ອ​ເຮົາ​ສຶກສາ​ກັບ​ບາງ​ຄົນ ເຮົາ​ຢາກ​ໃຫ້​ລາວ​ສຳນຶກ​ວ່າ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ມີ​ຄ່າ​ເພາະ​ເປັນ​ປຶ້ມ​ທີ່​ຊ່ວຍ​ລາວ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແທນ​ທີ່​ຈະ​ບັງຄັບ​ລາວ​ໃຫ້​ສຶກສາ ເຮົາ​ສາມາດ​ເຮັດ​ໃຫ້​ລາວ​ເຫັນ​ວິທີ​ທີ່​ລາວ​ຈະ​ມ່ວນ​ໃນ​ການ​ສຶກສາ. ຍິ່ງ​ລາວ​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ຫຼາຍ​ສໍ່າ​ໃດ ລາວ​ກໍ​ຍິ່ງ​ຈະ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ເຊິ່ງ​ລາວ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ອັນ​ນີ້​ແມ່ນ​ການ​ດີ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ໄດ້​ວາງ​ຄວາມ​ໄວ້​ໃຈ​ໃນ​ພະອົງ​ເຈົ້າ​ພະ​ເຢໂຫວາ.” (ຄຳເພງ 73:28) ແນ່ນອນ​ວ່າ​ພະລັງ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ທີ່​ຕ້ອງການ​ເຂົ້າ​ໃກ້​ຊິດ​ກັບ​ພະອົງ.

ການ​ຝຶກ​ອົບຮົມ​ຄົນ​ໃໝ່ໆ ໃນ​ການ​ປະກາດ​ແລະ​ການ​ສອນ

7. ໂດຍ​ວິທີ​ໃດ​ທີ່​ພະ​ເຍຊູ​ໄດ້​ຝຶກ​ອົບຮົມ​ຜູ້​ປະກາດ​ຂ່າວ​ດີ? (ເບິ່ງ​ຮູບ​ທຳອິດ)

7 ເຮົາ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ວິທີ​ທີ່​ພະ​ເຍຊູ​ຝຶກ​ອົບຮົມ​ພວກ​ລູກ​ສິດ. ພະອົງ​ພາ​ເຂົາ​ເຈົ້າ​ໄປ​ປະກາດ​ນຳ​ແລະ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ວິທີ​ທີ່​ພະອົງ​ສອນ​ຜູ້​ຄົນ. ພະ​ເຍຊູ​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ວ່າ​ເຂົາ​ເຈົ້າ​ຄວນ​ປະກາດ​ແບບ​ໃດ. (ມັດທາຍ​ບົດ 10) [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ພາຍ​ໃນ​ເວລາ​ສັ້ນໆ ພວກ​ອັກຄະສາວົກ​ໄດ້​ຮຽນ​ຮູ້​ຈາກ​ພະ​ເຍຊູ​ກ່ຽວ​ກັບ​ວິທີ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຜູ້​ຄົນ. (ມັດທາຍ 11:1) ຂໍ​ໃຫ້​ເຮົາ​ເບິ່ງ​ສອງ​ວິທີ​ທີ່​ເຮົາ​ສາມາດ​ຝຶກ​ອົບຮົມ​ຄົນ​ໃໝ່ໆເມື່ອ​ເຂົາ​ເຈົ້າ​ເຮັດ​ວຽກ​ປະກາດ.

8, 9. (ກ) ໃນ​ວຽກ​ປະກາດ ພະ​ເຍຊູ​ເຂົ້າ​ເຖິງ​ຜູ້​ຄົນ​ເປັນ​ສ່ວນ​ຕົວ​ແນວ​ໃດ? (ຂ) ເຮົາ​ຈະ​ຊ່ວຍ​ຜູ້​ປະກາດ​ໃໝ່​ແນວ​ໃດ​ໃຫ້​ເວົ້າ​ກັບ​ຜູ້​ຄົນ​ຄື​ກັບ​ທີ່​ພະ​ເຍຊູ​ເວົ້າ?

8 ການ​ສົນທະນາ​ກັບ​ຜູ້​ຄົນ. ພະ​ເຍຊູ​ບໍ່​ໄດ້​ເວົ້າ​ນຳ​ແຕ່​ຜູ້​ຄົນ​ທີ່​ເປັນ​ກຸ່ມ​ເທົ່າ​ນັ້ນ ແຕ່​ມີ​ຫຼາຍ​ຄັ້ງ​ທີ່​ພະອົງ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ເປັນ​ສ່ວນ​ຕົວ ແລະ​ເວົ້າ​ດ້ວຍ​ວິທີ​ທີ່​ເປັນ​ມິດ. ຕົວຢ່າງ​ເຊັ່ນ: ພະອົງ​ໄດ້​ສົນ​ລະ​ນາ​ໃນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ມາ​ຕັກ​ນໍ້າ​ສ້າງ​ເຊິ່ງ​ຢູ່​ໃກ້ໆກັບ​ເມືອງ​ຊີຄາ. (ໂຢຮັນ 4:5-30) ພະ​ເຍຊູ​ຍັງ​ໄດ້​ເວົ້າ​ກັບ​ມັດທາຍ ຫຼື​ມີ​ອີກ​ຊື່​ໜຶ່ງ​ວ່າ ເລວີ ທີ່​ເປັນ​ຄົນ​ເກັບ​ພາສີ ແລະ​ໄດ້​ເຊີນ​ລາວ​ໃຫ້​ມາ​ເປັນ​ລູກ​ສິດ​ຂອງ​ພະອົງ. ມັດທາຍ​ຍອມ​ຮັບ​ເອົາ​ການ​ເຊີນ​ນັ້ນ ແລະ​ຕໍ່​ມາ​ລາວ​ໄດ້​ເຊີນ​ພະ​ເຍຊູ​ແລະ​ຄົນ​ອື່ນໆໃຫ້​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ລາວ. ຢູ່​ທີ່​ນັ້ນ ພະອົງ​ໄດ້​ເວົ້າ​ກັບ​ຫຼາຍ​ຄົນ.—ມັດທາຍ 9:9; ລືກາ 5:27-39

ເມື່ອ​ເຮົາ​ເວົ້າ​ກັບ​ຜູ້​ຄົນ​ດ້ວຍ​ວິທີ​ທີ່​ເປັນ​ມິດ​ແລະ​ອ່ອນ​ໂຍນ ເຂົາ​ເຈົ້າ​ກໍ​ຢາກ​ຈະ​ຟັງ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່​ເຮົາ​ເວົ້າ

9 ພະ​ເຍຊູ​ເວົ້າ​ຢ່າງ​ເປັນ​ມິດ​ກັບ​ນະທານາເອນ ເຖິງ​ວ່າ​ລາວ​ໄດ້​ເວົ້າ​ໃນ​ແງ່​ລົບ​ກ່ຽວ​ກັບ​ຄົນ​ທີ່​ມາ​ຈາກ​ເມືອງ​ນາຊາເລດ. ເນື່ອງ​ຈາກ​ວ່າ​ພະ​ເຍຊູ​ເວົ້າ​ກັບ​ນະທານາເອນ​ຢ່າງ​ເປັນ​ມິດ ດັ່ງ​ນັ້ນ ລາວ​ຈຶ່ງ​ປ່ຽນ​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ພະ​ເຍຊູ​ທີ່​ເປັນ​ຄົນ​ນາຊາເລດ ແລະ​ລາວ​ເອງ​ກໍ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ຈາກ​ພະອົງ. (ໂຢຮັນ 1:46-51) ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ ເຮົາ​ໄດ້​ບົດຮຽນ​ວ່າ ເມື່ອ​ເຮົາ​ເວົ້າ​ກັບ​ຜູ້​ຄົນ​ດ້ວຍ​ວິທີ​ທີ່​ເປັນ​ມິດ​ແລະ​ອ່ອນ​ໂຍນ ເຂົາ​ເຈົ້າ​ກໍ​ຢາກ​ຈະ​ຟັງ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່ເຮົາ​ເວົ້າ. [2] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ເມື່ອ​ເຮົາ​ຝຶກ​ອົບຮົມ​ຄົນ​ໃໝ່ໆໃຫ້​ເວົ້າ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ມ່ວນ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ.

10-12. (ກ) ໂດຍ​ວິທີ​ໃດ​ທີ່​ພະ​ເຍຊູ​ຊ່ວຍ​ຄົນ​ທີ່​ສົນ​ໃຈ​ຂ່າວ​ດີ? (ຂ) ເຮົາ​ຈະ​ຊ່ວຍ​ຜູ້​ປະກາດ​ໃໝ່​ແນວ​ໃດ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ເປັນ​ຜູ້​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

10 ສອນ​ຄົນ​ທີ່​ເຕັມ​ໃຈ​ຢາກ​ຟັງ. ເຖິງ​ວ່າ​ມີ​ວຽກ​ຫຼາຍ​ກໍ​ຕາມ ແຕ່​ເມື່ອ​ຜູ້​ຄົນ​ເຕັມ​ໃຈ​ມາ​ຟັງ​ພະ​ເຍຊູ ພະອົງ​ກໍ​ໃຫ້​ເວລາ​ແລະ​ສອນ​ເຂົາ​ເຈົ້າ​ຫຼາຍ​ສິ່ງ. ຕົວຢ່າງ​ເຊັ່ນ: ມີ​ມື້​ໜຶ່ງ​ຝູງ​ຊົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຄມ​ຝັ່ງ​ທະເລ​ເພື່ອ​ຟັງ​ພະ​ເຍຊູ​ສອນ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ລົງ​ໄປ​ໃນ​ເຮືອ​ກັບ​ເປໂຕ​ແລະ​ສອນ​ຜູ້​ຄົນ​ຢູ່​ທີ່​ນັ້ນ. ຫຼັງ​ຈາກ​ນັ້ນ ພະອົງ​ຢາກ​ສອນ​ບົດຮຽນ​ເລື່ອງ​ໜຶ່ງ​ໃຫ້​ເປໂຕ​ເຊັ່ນ​ກັນ. ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ໂດຍ​ໃຫ້​ມີ​ປາ​ຈຳນວນ​ຫຼາຍ​ເພື່ອ​ໃຫ້​ເປໂຕ​ຈັບ​ເອົາ. ຈາກ​ນັ້ນ ພະອົງ​ເວົ້າ​ກັບ​ເປໂຕ​ວ່າ: “ຕັ້ງ​ແຕ່​ນີ້​ໄປ​ທ່ານ​ຈະ​ເປັນ​ຜູ້​ພານ​ຄົນ [ຫາ​ຄົນ, ລ.ມ.].” ທັນໃດ​ນັ້ນ ເມື່ອ​ເປໂຕ​ແລະ​ຄົນ​ທີ່​ຢູ່​ນຳ​ລາວ​ໄດ້ “ນຳ​ເຮືອ​ມາ​ເຖິງ​ແຄມ​ຝັ່ງ​ແລ້ວ [ເຂົາ​ເຈົ້າ] ຈຶ່ງ​ປະ​ທຸກ​ສິ່ງ, ທ.ປ.” ແລະ​ຕິດ​ຕາມ​ພະ​ເຍຊູ​ໄປ.—ລືກາ 5:1-11

11 ນິໂກເດມ​ກໍ​ເຊັ່ນ​ກັນ ລາວ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ຈາກ​ພະ​ເຍຊູ. ແຕ່​ເນື່ອງ​ຈາກ​ວ່າ​ນິໂກເດມ​ເປັນ​ສະມາຊິກ​ຂອງ​ສານ​ຊັນເຮດຣິນ ລາວ​ຈຶ່ງ​ຢ້ານ​ວ່າ​ຈະ​ມີ​ຄົນ​ເວົ້າ​ໃຫ້​ລາວ ຖ້າ​ເຂົາ​ເຈົ້າ​ເຫັນ​ລາວ​ເວົ້າ​ກັບ​ພະ​ເຍຊູ. ດັ່ງ​ນັ້ນ ລາວ​ຈຶ່ງ​ໄປ​ຫາ​ພະ​ເຍຊູ​ໃນ​ຕອນ​ກາງຄືນ. ພະ​ເຍຊູ​ບໍ່​ໄດ້​ໄລ່​ລາວ​ໜີ ແຕ່​ໄດ້​ໃຊ້​ເວລາ​ນຳ​ລາວ​ແລະ​ອະທິບາຍ​ໃຫ້​ລາວ​ຮູ້​ຄວາມ​ຈິງ​ທີ່​ສຳຄັນ. (ໂຢຮັນ 3:1, 2) ພະ​ເຍຊູ​ເຕັມ​ໃຈ​ສະເໝີ​ທີ່​ຈະ​ໃຊ້​ເວລາ​ເພື່ອ​ສອນ​ຜູ້​ຄົນ​ໃຫ້​ຮູ້​ຄວາມ​ຈິງ​ແລະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ຄ້າຍ​ຄື​ກັນ ເຮົາ​ຕ້ອງ​ເຕັມ​ໃຈ​ໄປ​ຫາ​ຜູ້​ຄົນ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ສະດວກ ແລະ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ໃຊ້​ເວລາ​ກັບ​ເຂົາ​ເຈົ້າ.

12 ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ນຳ​ຄົນ​ໃໝ່ໆ ເຮົາ​ສາມາດ​ສອນ​ເຂົາ​ເຈົ້າ​ໃຫ້​ກັບ​ໄປ​ຫາ​ຄົນ​ທີ່​ເບິ່ງ​ຄື​ວ່າ​ເຕັມ​ໃຈ​ຈະ​ເວົ້າ​ນຳ​ເຂົາ​ເຈົ້າ​ອີກ. ນອກ​ຈາກ​ນັ້ນ ເຮົາ​ກໍ​ສາມາດ​ຊວນ​ຄົນ​ໃໝ່ໆໃຫ້​ກັບ​ໄປ​ຢ້ຽມ​ຢາມ​ແລະ​ໄປ​ສຶກສາ​ຄຳພີ​ໄບເບິນ​ນຳ​ເຮົາ. ໂດຍ​ວິທີ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ຮຽນ​ຮູ້​ວິທີ​ສອນ​ຄົນ​ອື່ນ​ແລະ​ຈະ​ເຫັນ​ວ່າ​ມີ​ຄວາມ​ສຸກ​ແທ້ໆເມື່ອ​ໄດ້​ຊ່ວຍ​ຄົນ​ແບບ​ນັ້ນ​ໃຫ້​ມາ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ. ຈາກ​ນັ້ນ ຄົນ​ໃໝ່ໆເຫຼົ່າ​ນີ້​ຈະ​ຖືກ​ກະຕຸ້ນ​ໃຫ້​ກັບ​ໄປ​ຢາມ​ຜູ້​ຄົນ​ອີກ​ແລະ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ. ຄົນ​ໃໝ່ໆຍັງ​ຈະ​ໄດ້​ຝຶກ​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ແລະ​ບໍ່​ຍອມ​ແພ້​ງ່າຍໆເມື່ອ​ກັບ​ໄປ​ຢາມ​ຜູ້​ຄົນ​ແຕ່​ບໍ່​ພົບ​ເຂົາ​ເຈົ້າ​ຢູ່​ເຮືອນ.—ຄາລາຊີ 5:22; ເບິ່ງ​ຂອບ “ ລາວ​ບໍ່​ຍອມ​ແພ້””

ຝຶກ​ອົບຮົມ​ຄົນ​ໃໝ່ໆໃຫ້​ຮັບໃຊ້​ພີ່​ນ້ອງ​ຄລິດສະຕຽນ

13, 14. (ກ) ເຈົ້າ​ມີ​ຄວາມ​ຮູ້​ແນວ​ໃດ​ຕໍ່​ກັບ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ຂອງ​ຄົນ​ທີ່​ໄດ້​ເສຍ​ສະລະ​ຫຼາຍ​ເພື່ອ​ປະໂຫຍດ​ຂອງ​ຄົນ​ອື່ນ? (ຂ) ເຈົ້າ​ສາມາດ​ຝຶກ​ອົບຮົມ​ຜູ້​ປະກາດ​ໃໝ່​ແລະ​ຄົນ​ໜຸ່ມ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຄລິດສະຕຽນ​ໃນ​ພາກ​ປະຕິບັດ?

13 ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ຮັກ​ກັນ​ສັນ​ພີ່​ນ້ອງ​ແລະ​ໃຫ້​ຮັບໃຊ້​ກັນ​ແລະ​ກັນ. (ອ່ານ​ລືກາ 22:24-27; 1 ເປໂຕ 1:22) ຄຳພີ​ໄບເບິນ​ອະທິບາຍ​ວ່າ ພະ​ເຍຊູ​ໃຫ້​ໄດ້​ທຸກ​ສິ່ງ​ແມ່ນ​ແຕ່​ຊີວິດ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ. (ມັດທາຍ 20:28) ນາງ​ທາບີທາ “ເຕັມ​ໄປ​ດ້ວຍ​ການ​ດີ​ແລະ​ດ້ວຍ​ການ​ທານ [ໃຫ້].” (ກິດຈະການ 9:36, 39) ນາງ​ມາລີ​ໄດ້ “ກະທຳ​ການ​ມາກ​ຫຼາຍ” ສຳລັບ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ເມືອງ​ໂລມ. (ໂລມ 16:6) ເຮົາ​ຈະ​ຊ່ວຍ​ຄົນ​ໃໝ່ໆແນວ​ໃດ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ໃຫ້​ພີ່​ນ້ອງ​ຄລິດສະຕຽນ?

ຝຶກ​ອົບຮົມ​ຄົນ​ໃໝ່ໆໃຫ້​ຮັກ​ແລະ​ຮັບໃຊ້​ພີ່​ນ້ອງ​ຄລິດສະຕຽນ (ເບິ່ງ​ຂໍ້ 13, 14)

14 ເມື່ອ​ເຮົາ​ໄປ​ຢາມ​ຄົນ​ສູງ​ອາຍຸ​ຫຼື​ຄົນ​ເຈັບ​ປ່ວຍ ເຮົາ​ສາມາດ​ພາ​ຄົນ​ໃໝ່ໆໄປ​ນຳ. ຖ້າ​ເໝາະ​ສົມ ເມື່ອ​ພໍ່​ແມ່​ໄປ​ຢາມ​ຄົນ​ເຫຼົ່າ​ນັ້ນ​ກໍ​ສາມາດ​ພາ​ລູກ​ໄປ​ນຳ. ຜູ້​ເຖົ້າ​ແກ່​ສາມາດ​ຊວນ​ຄົນ​ໜຸ່ມ​ຫຼື​ຄົນ​ໃໝ່ໆໄປ​ນຳ​ເມື່ອ​ເຂົາ​ເຈົ້າ​ຕ້ອງ​ຈັດ​ຫາ​ອາຫານ​ຫຼື​ສ້ອມ​ແປງ​ເຮືອນ​ໃຫ້​ພີ່​ນ້ອງ​ທີ່​ສູງ​ອາຍຸ. ເມື່ອ​ຄົນ​ເຫຼົ່າ​ນັ້ນ​ເຫັນ​ວິທີ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ເບິ່ງ​ແຍງ​ກັນ ເຂົາ​ເຈົ້າ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ເຮັດ​ຄື​ກັນ. ຕົວຢ່າງ​ເຊັ່ນ: ເມື່ອ​ປະກາດ​ໃນ​ເຂດ​ຊົນນະບົດ ຕາມ​ປົກກະຕິ​ແລ້ວ​ຜູ້​ເຖົ້າ​ແກ່​ຈະ​ໄປ​ຢາມ​ພີ່​ນ້ອງ​ທີ່​ຢູ່​ໃນ​ເຂດ​ນັ້ນ​ເພື່ອ​ຈະ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ແນວ​ໃດ. ພີ່​ນ້ອງ​ຊາຍ​ໜຸ່ມ​ທີ່​ໄປ​ກັບ​ຜູ້​ເຖົ້າ​ແກ່​ຄົນ​ນີ້​ເລື້ອຍໆ ລາວ​ໄດ້​ຮຽນ​ຮູ້​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ຜູ້​ເຖົ້າ​ແກ່​ທີ່​ຈະ​ຄິດ​ເຖິງ​ວິທີ​ທີ່​ລາວ​ເອງ​ສາມາດ​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່​ນ້ອງ​ຄລິດສະຕຽນ.—ໂລມ 12:10

15. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້​ເຖົ້າ​ແກ່​ຈະ​ສະແດງ​ຄວາມ​ສົນ​ໃຈ​ໃນ​ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ຊາຍ​ໃນ​ປະຊາຄົມ?

15 ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ຜູ້​ຊາຍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສອນ​ຄຳພີ​ໄບເບິນ​ໃນ​ປະຊາຄົມ. ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ພີ່​ນ້ອງ​ຊາຍ​ຈະ​ຮຽນ​ຮູ້​ວິທີ​ສອນ​ທີ່​ມີ​ປະສິດທິພາບ​ເມື່ອ​ເຂົາ​ເຈົ້າ​ບັນລະຍາຍ. ຖ້າ​ເຈົ້າ​ເປັນ​ຜູ້​ເຖົ້າ​ແກ່ ເຈົ້າ​ອາດ​ຈະ​ຟັງ​ເມື່ອ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຝຶກ​ຊ້ອມ​ຄຳ​ບັນລະຍາຍ​ແລະ​ຊ່ວຍ​ລາວ​ໃຫ້​ພັດທະນາ​ຕົວ​ເອງ. (ເນເຫມີ 8:8) [3]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ

16, 17. (ກ) ໂປໂລ​ໃຫ້​ຄວາມ​ສົນ​ໃຈ​ແນວ​ໃດ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ຕີໂມເຕ? (ຂ) ໂດຍ​ວິທີ​ໃດ​ທີ່​ຜູ້​ເຖົ້າ​ແກ່​ສາມາດ​ໃຫ້​ການ​ຝຶກ​ອົບຮົມ​ທີ່​ເກີດ​ຜົນ​ແກ່​ຄົນ​ທີ່​ຈະ​ມາ​ເປັນ​ຜູ້​ບຳລຸງ​ລ້ຽງ​ປະຊາຄົມ​ໃນ​ອະນາຄົດ?

16 ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຕື່ມ​ອີກ​ຫຼາຍ​ຄົນ​ເພື່ອ​ໃຫ້​ເປັນ​ຜູ້​ບຳລຸງ​ລ້ຽງ​ໃນ​ປະຊາຄົມ. ໂປໂລໄດ້​ຝຶກ​ອົບຮົມ​ຕີໂມເຕ​ແລະ​ສະໜັບ​ສະ​ໜູນ​ລາວ​ໃຫ້​ຝຶກ​ອົບຮົມ​ຄົນ​ອື່ນໆ. ໂປໂລ​ເວົ້າ​ວ່າ: “ຈົ່ງ​ຊູ​ແຮງ​ຕົວ​ຈຳເລີນ​ຂຶ້ນ​ໃນ​ພະ​ຄຸນ​ທີ່​ສະຖິດ​ຢູ່​ໃນ​ພະ​ຄລິດ​ເຍຊູ ແລະ​ຂໍ້​ຄວາມ​ທັງ​ຫຼາຍ​ນັ້ນ​ທີ່​ທ່ານ​ໄດ້​ຍິນ​ແຕ່​ເຮົາ​ຕໍ່​ໜ້າ​ພິຍານ​ຫຼາຍ​ຄົນ ທ່ານ​ຈົ່ງ​ຝາກ​ໄວ້​ແກ່​ຄົນ​ທັງ​ຫຼາຍ​ຜູ້​ສັດ​ຊື່​ທີ່​ຈະ​ຮູ້​ສອນ​ຄົນ​ອື່ນ​ໄດ້​ດ້ວຍ.” (2 ຕີໂມເຕ 2:1, 2) ໃນ​ຖານະ​ທີ່​ໂປໂລ​ເປັນ​ຜູ້​ເຖົ້າ​ແກ່​ແລະ​ອັກຄະສາວົກ ຕີໂມເຕ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ຈາກ​ລາວ ເຊັ່ນ: ວິທີ​ປັບ​ປຸງ​ການ​ປະກາດ​ແລະ​ວິທີ​ຊ່ວຍ​ຄົນ​ອື່ນ​ໃນ​ປະຊາຄົມ.— 2 ຕີໂມເຕ 3:10-12

17 ເນື່ອງ​ຈາກ​ໂປໂລ​ຢາກ​ໝັ້ນ​ໃຈ​ວ່າ​ຕີໂມເຕ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ ດັ່ງ​ນັ້ນ ລາວ​ຈຶ່ງ​ໃຊ້​ເວລາ​ຫຼາຍ​ກັບ​ຕີໂມເຕ. (ກິດຈະການ 16:1-5) ຜູ້​ເຖົ້າ​ແກ່​ສາມາດ​ຮຽນ​ແບບ​ໂປໂລ​ໄດ້​ໂດຍ​ພາ​ຜູ້​ຊ່ວຍ​ງານ​ຮັບໃຊ້​ທີ່​ມີ​ຄຸນສົມບັດ​ໄປ​ນຳ​ຕອນ​ທີ່​ເຂົາ​ເຈົ້າ​ໄປ​ບຳລຸງ​ລ້ຽງ​ພີ່​ນ້ອງ. ໂດຍ​ວິທີ​ນີ້ ຜູ້​ເຖົ້າ​ແກ່​ສາມາດ​ສອນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ໃຫ້​ຮູ້​ວິທີ​ສອນ​ຄົນ​ອື່ນ ວິທີ​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ແລະ​ມີ​ຄວາມ​ຮັກ ແລະ​ວິທີ​ໝາຍ​ເພິ່ງ​ພະ​ເຢໂຫວາ​ເມື່ອ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພະອົງ.—1 ເປໂຕ 5:2

ການ​ຝຶກ​ອົບຮົມ​ເປັນ​ເລື່ອງ​ສຳຄັນ

18. ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຝຶກ​ອົບຮົມ​ຄົນ​ອື່ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

18 ໃນ​ສະໄໝ​ສຸດ​ທ້າຍ​ນີ້ ຄົນ​ໃໝ່ໆຫຼາຍ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​ຈະ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ປະກາດ. ນອກ​ຈາກ​ນັ້ນ​ກໍ​ມີ​ຄວາມ​ຈຳເປັນ​ທີ່​ພີ່​ນ້ອງ​ຊາຍ​ຕ້ອງ​ຮຽນ​ຮູ້​ວິທີ​ທີ່​ຈະ​ເບິ່ງ​ແຍງ​ປະຊາຄົມ. ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະອົງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ ແລະ​ພະອົງ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ໃນ​ການ​ຊ່ວຍ​ຄົນ​ໃໝ່ໆ. ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຝຶກ​ອົບຮົມ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຍຊູ​ແລະ​ໂປໂລ​ໄດ້​ເຮັດ. ເນື່ອງ​ຈາກ​ວ່າ​ຍັງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ໃນ​ວຽກ​ປະກາດ​ກ່ອນ​ທີ່​ອະວະສານ​ຈະ​ເກີດ​ຂຶ້ນ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ຝຶກ​ອົບຮົມ​ຄົນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.

19. ເປັນ​ຫຍັງ​ເຈົ້າ​ຄວນ​ໝັ້ນ​ໃຈ​ວ່າ​ຄວາມ​ພາກ​ພຽນ​ພະຍາຍາມ​ຂອງ​ເຈົ້າ​ໃນ​ການ​ຝຶກ​ອົບຮົມ​ຄົນ​ອື່ນ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຈະ​ປະສົບ​ຜົນ​ສຳເລັດ?

19 ການ​ຝຶກ​ອົບຮົມ​ຄົນ​ໃໝ່ໆຕ້ອງ​ໄດ້​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ. ແຕ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຝຶກ​ອົບຮົມ​ຄົນ​ເຫຼົ່າ​ນັ້ນ. ເຮົາ​ຈະ​ມີ​ຄວາມ​ຍິນດີ​ເມື່ອ​ເຫັນ​ຄົນ​ທີ່​ເຮົາ​ຝຶກ​ອົບຮົມ ‘ທຸ່ມ​ເທ​ເຮັດ​ວຽກ​ໜັກ’ ໃນ​ປະຊາຄົມ​ຫຼື​ໃນ​ວຽກ​ປະກາດ. (1 ຕີໂມເຕ 4:10, ລ.ມ.) ໃນ​ຂະນະ​ດຽວ​ກັນ ເຮົາ​ຕ້ອງ​ເຮັດ​ຢ່າງ​ສຸດ​ຄວາມ​ສາມາດ​ເພື່ອ​ກ້າວ​ໜ້າ​ຕໍ່ໆໄປ​ໃນ​ຄວາມ​ຈິງ ປັບ​ປຸງ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ ແລະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ.

^ [1] (ຂໍ້ 7) ຕົວຢ່າງ​ເຊັ່ນ: ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ (1) ໃຫ້​ປະກາດ​ເລື່ອງ​ລາຊະອານາຈັກ (2) ໃຫ້​ໝາຍ​ເພິ່ງ​ພະເຈົ້າ​ໃນ​ເລື່ອງ​ອາຫານ​ແລະ​ເຄື່ອງ​ນຸ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ (3) ໃຫ້​ຫຼີກ​ລ່ຽງ​ການ​ໂຕ້​ຖຽງ​ກັບ​ຜູ້​ຄົນ (4) ໃຫ້​ໄວ້​ວາງໃຈ​ໃນ​ພະເຈົ້າ​ເມື່ອ​ເຂົາ​ເຈົ້າ​ຖືກ​ຂົ່ມເຫງ ແລະ (5) ຢ່າ​ຢ້ານ​ສິ່ງ​ທີ່​ຜູ້​ຄົນ​ອາດ​ຈະ​ເຮັດ​ຕໍ່​ເຂົາ​ເຈົ້າ.

^ [2] (ຂໍ້ 9) ໃນ​ປຶ້ມ​ການ​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ ໜ້າ 62-64 (ພາສາ​ໄທ) ມີ​ຄຳ​ແນະນຳ​ທີ່​ດີ​ຫຼາຍ​ກ່ຽວ​ກັບ​ວິທີ​ເວົ້າ​ກັບ​ຜູ້​ຄົນ​ໃນ​ເຂດ​ປະກາດ.

^ [3] (ຂໍ້ 15) ໃນ​ປຶ້ມ​ການ​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ ໜ້າ 52-61 (ພາສາ​ໄທ) ໄດ້​ອະທິບາຍ​ວິທີ​ທີ່​ພີ່​ນ້ອງ​ຊາຍ​ສາມາດ​ປັບ​ປຸງ​ວິທີ​ທີ່​ເຂົາ​ເຈົ້າ​ບັນລະຍາຍ​ໃນ​ປະຊາຄົມ.