ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ກ້າວ​ໜ້າ​ໃນ​ຄວາມ​ຈິງ​ບໍ​?

ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ກ້າວ​ໜ້າ​ໃນ​ຄວາມ​ຈິງ​ບໍ​?

‘ຈົ່ງ​ໃສ່​ໃຈ​ໃນ​ການ​ອ່ານ​ໃຫ້​ຄົນ​ອື່ນ​ຟັງ ໃນ​ການ​ເຕືອນ​ສະຕິ ແລະ​ໃນ​ການ​ສັ່ງ​ສອນ​ຈົນ​ເຖິງ​ເຮົາ​ຈະ​ໄປ​ຫາ​ທ່ານ.’—1 ຕີໂມເຕ 4:13

ເພງ: 45, 70

1, 2. (ກ) ເອຊາອີ 60:22 ໄດ້​ເປັນ​ຈິງ​ແນວ​ໃດ​ໃນ​ສະໄໝ​ສຸດ​ທ້າຍ​ນີ້​? (ຂ) ຕອນ​ນີ້​ມີ​ຄວາມ​ຈຳເປັນ​ຫຍັງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ໂລກ​ນີ້​?

“ຄົນ​ເລັກ​ນ້ອຍ​ຈະ​ບັງເກີດ​ຂຶ້ນ​ຈົນ 1.000 ຄົນ ແລະ​ຜູ້​ນ້ອຍ​ທີ່​ສຸດ​ຈະ​ເປັນ​ຊາວ​ປະເທດ​ອັນ​ມີ​ແຮງ.” (ເອຊາອີ 60:22) ຄຳ​ເວົ້າ​ເຫຼົ່າ​ນີ້​ກຳລັງ​ສຳເລັດ​ເປັນ​ຈິງ​ໃນ​ເວລາ​ນີ້​ທີ່​ເປັນ​ສະໄໝ​ສຸດ​ທ້າຍ. ທີ່​ຈິງ ໃນ​ລະຫວ່າງ​ປີ 2015 ມີ​ຜູ້​ຮັບໃຊ້​ພະ​ເຢໂຫວາ 8.220.105 ຄົນ ທີ່​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ໂລກ​! ພະ​ເຢໂຫວາ​ໄດ້​ກ່າວ​ເຖິງ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ​ຂອງ​ພະອົງ​ວ່າ: “ເຮົາ​ເຢໂຫວາ​ເຮົາ​ຈະ​ເລັ່ງ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ເໝາະ​ສົມ, ລ.ມ.” ດັ່ງ​ນັ້ນ ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ທຸກ​ຄົນ​ກໍ​ຈະ​ມີ​ວຽກ​ຫຼາຍ​ຂຶ້ນ. ໃນ​ຕອນ​ນີ້​ເຮົາ​ກຳລັງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ແລ້ວ​ບໍ​ທີ່​ຈະ​ປະກາດ​ແລະ​ສອນ​ເລື່ອງ​ຂ່າວ​ດີ​? ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ໄດ້​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ​ໃນ​ຖານະ​ເປັນ​ໄພໂອເນຍ​ປະຈຳ​ຫຼື​ໄພໂອເນຍ​ສົມທົບ. ບາງ​ຄົນ​ກໍ​ໄດ້​ຍ້າຍ​ໄປ​ບ່ອນ​ອື່ນ​ເພື່ອ​ຊ່ວຍ​ໃນ​ວຽກ​ປະກາດ ແລະ​ບາງ​ຄົນ​ກໍ​ກຳລັງ​ເຮັດ​ວຽກ​ໜັກ​ໃນ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ.

2 ໃນ​ທຸກໆປີ​ມີ​ການ​ກໍ່​ຕັ້ງ​ປະຊາຄົມ​ໃໝ່​ຂຶ້ນ​ມາ​ປະມານ 2.000 ປະຊາຄົມ. ປະຊາຄົມ​ເຫຼົ່າ​ນີ້​ຕ້ອງການ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້. ດັ່ງ​ນັ້ນ ໃນ​ແຕ່​ລະ​ປີ​ຈຶ່ງ​ມີ​ຄວາມ​ຈຳເປັນ​ທີ່​ຜູ້​ຊ່ວຍ​ງານ​ຮັບໃຊ້​ຫຼາຍ​ພັນ​ຄົນ​ຕ້ອງ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່ ແລະ​ມີ​ຄວາມ​ຈຳເປັນ​ທີ່​ພີ່​ນ້ອງ​ຊາຍ​ອີກ​ຫຼາຍ​ພັນ​ຄົນ​ຕ້ອງ​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້. ເຫັນ​ໄດ້​ແຈ້ງ​ວ່າ ມີ ‘ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ມາກ​ມາຍ’ ແລະ​ບໍ່​ແມ່ນ​ແຕ່​ພີ່​ນ້ອງ​ຊາຍ​ເທົ່າ​ນັ້ນ ພີ່​ນ້ອງ​ຍິງ​ກໍ​ຄື​ກັນ.—1 ໂກລິນໂທ 15:58, ລ.ມ.

ຈຳເປັນ​ຕ້ອງ​ມີ​ຫຍັງ​ເພື່ອ​ຈະ​ກ້າວ​ໜ້າ​ໃນ​ຄວາມ​ຈິງ?

3, 4. ການ​ກ້າວ​ໜ້າ​ໃນ​ຄວາມ​ຈິງ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ​?

3 ອ່ານ 1 ຕີໂມເຕ 3:1. ອັກຄະສາວົກ​ໂປໂລ​ໄດ້​ຊົມ​ເຊີຍ​ພີ່​ນ້ອງ​ຊາຍ​ທີ່ “ຢາກ​ໄດ້​ກະທຳ​ການ” ຫຼື​ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າ​ທີ່​ເປັນ​ຜູ້​ດູ​ແລ. ເມື່ອ​ບາງ​ຄົນ​ເດ່​ມື​ອອກ​ໄປ​ຈັບ​ເອົາ​ສິ່ງ​ຂອງ​ທີ່​ຢູ່​ໄກໆ ລາວ​ຕ້ອງ​ໄດ້​ອອກ​ຄວາມ​ພະຍາຍາມ​ແລະ​ອາດ​ຕ້ອງ​ຢຽດ​ແຂນ​ອອກ​ສຸດ​ຂີດ​ເພື່ອ​ຈັບ​ເອົາ​ສິ່ງ​ຂອງ​ນັ້ນ. ຕອນ​ນີ້​ໃຫ້​ນຶກ​ພາບ​ວ່າ​ມີ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢາກ​ມີ​ຄຸນສົມບັດ​ເພື່ອ​ຈະ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້. ລາວ​ສຳນຶກ​ວ່າ​ຈຳເປັນ​ຕ້ອງ​ພະຍາຍາມ​ປັບ​ປຸງ​ຄຸນ​ລັກສະນະ​ຕ່າງໆຂອງ​ຄລິດສະຕຽນ. ຕໍ່​ມາ ຫຼັງ​ຈາກ​ທີ່​ເລີ່ມ​ຕົ້ນ​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລ້ວ ລາວ​ກໍ​ເຮັດ​ວຽກ​ໜັກ​ຕໍ່ໆໄປ​ເພື່ອ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ດູ​ແລ.

4 ເນື່ອງ​ຈາກ​ວ່າ​ຕ້ອງການ​ເຮັດ​ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ພີ່​ນ້ອງ​ຊາຍ​ຍິງ​ບາງ​ຄົນ​ກຳລັງ​ເຮັດ​ບາງ​ຢ່າງ​ເພື່ອ​ປັບ​ປ່ຽນ​ຊີວິດ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ຢາກ​ເປັນ​ໄພໂອເນຍ ເຮັດ​ວຽກ​ໃນ​ເບເທນ ຫຼື​ຊ່ວຍ​ໃນ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ກ້າວ​ໜ້າ​ຕໍ່ໆໄປ.

ການ​ກ້າວ​ໜ້າ​ຕໍ່ໆໄປ​ໃນ​ຄວາມ​ຈິງ

5. ຄົນ​ທີ່​ຍັງ​ໜຸ່ມ​ສາມາດ​ໃຊ້​ເຫື່ອ​ແຮງ​ຂອງ​ຕົນ​ແນວ​ໃດ​ໃນ​ການ​ຮັບໃຊ້​ພະເຈົ້າ​?

5 ເນື່ອງ​ຈາກ​ວ່າ​ຄົນ​ໜຸ່ມ​ມີ​ເຫື່ອ​ແຮງ​ແລະ​ມີ​ສຸຂະພາບ​ດີ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ສາມາດ​ເຮັດ​ໄດ້​ຫຼາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (ອ່ານ​ສຸພາສິດ 20:29) ໃນ​ເບເທນ ພີ່​ນ້ອງ​ບາງ​ຄົນ​ທີ່​ຍັງ​ໜຸ່ມ​ໄດ້​ຊ່ວຍ​ໃນ​ການ​ພິມ​ແລະ​ຫຍິບ​ປຶ້ມ​ແລະ​ຄຳພີ​ໄບເບິນ​ໃຫ້​ເປັນ​ເຫຼັ້ມ. ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ຍັງ​ໜຸ່ມ​ໄດ້​ຊ່ວຍ​ສ້າງ​ຫຼື​ສ້ອມ​ແປງ​ຫໍ​ປະຊຸມ. ບາງ​ຄົນ​ອາສາ​ສະໝັກ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ເວລາ​ທີ່​ເກີດ​ໄພ​ທຳມະຊາດ. ໄພໂອເນຍ​ຫຼາຍ​ຄົນ​ທີ່​ຍັງ​ໜຸ່ມ​ໄດ້​ຮຽນ​ພາສາ​ອື່ນ​ຫຼື​ຍ້າຍ​ໄປ​ບ່ອນ​ອື່ນ​ເພື່ອ​ປະກາດ​ຂ່າວ​ດີ.

6-8. (ກ) ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ປ່ຽນ​ຄວາມ​ຄິດ​ຂອງ​ລາວ​ແນວ​ໃດ​ໃນ​ເລື່ອງ​ການ​ຮັບໃຊ້​ພະເຈົ້າ ແລະ​ຜົນ​ເປັນ​ແນວ​ໃດ​? (ຂ) ໂດຍ​ວິທີ​ໃດ​ທີ່​ເຮົາ​ສາມາດ “ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ”?

6 ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ການ​ຮັບໃຊ້​ພະອົງ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ພີ່​ນ້ອງ​ຊາຍ​ທີ່​ຊື່​ອາຣອນ. ລາວ​ຢາກ​ຮັບໃຊ້​ພະເຈົ້າ​ດ້ວຍ​ຄວາມ​ມ່ວນ​ຊື່ນ ແຕ່​ພັດ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ສຸກ. ເຖິງ​ວ່າ​ພີ່​ນ້ອງ​ອາຣອນ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ອອກ​ປະກາດ​ຕັ້ງ​ແຕ່​ຍັງ​ນ້ອຍ ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ການ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ການ​ປະກາດ​ເປັນ​ຕາ​ເບື່ອ.” ດັ່ງ​ນັ້ນ ລາວ​ໄດ້​ເຮັດ​ແນວ​ໃດ​?

7 ພີ່​ນ້ອງ​ອາຣອນ​ໄດ້​ພະຍາຍາມ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ກຽມ​ຕົວ​ສຳລັບ​ການ​ປະຊຸມ ແລະ​ອອກ​ຄວາມ​ຄິດ​ເຫັນ. ນອກ​ຈາກ​ນັ້ນ ລາວ​ກໍ​ເລີ່ມ​ອະທິດຖານ​ຫຼາຍ​ກວ່າ​ເກົ່າ. ການ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ຊ່ວຍ​ລາວ​ໃຫ້​ກ້າວ​ໜ້າ​ໃນ​ຄວາມ​ຈິງ. ລາວ​ເລີ່ມ​ຮູ້ຈັກ​ພະ​ເຢໂຫວາ​ດີ​ກວ່າ​ແຕ່​ກ່ອນ​ແລະ​ເລີ່ມ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ຜົນ​ກໍ​ຄື ພີ່​ນ້ອງ​ອາຣອນ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ລາວ​ໄດ້​ເປັນ​ໄພໂອເນຍ ຊ່ວຍ​ເຫຼືອ​ຜູ້​ຄົນ​ເມື່ອ​ເກີດ​ໄພ​ທຳມະຊາດ​ຕ່າງໆ ແລະ​ຍ້າຍ​ໄປ​ປະກາດ​ໃນ​ປະເທດ​ອື່ນ. ຕອນ​ນີ້​ລາວ​ເປັນ​ຜູ້​ເຖົ້າ​ແກ່​ແລະ​ຮັບໃຊ້​ໃນ​ເບເທນ. ລາວ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ຂອງ​ລາວ​? ພີ່​ນ້ອງ​ອາຣອນ​ເວົ້າ​ວ່າ: “ຂ້ອຍ​ໄດ້ ‘ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ.’ ເນື່ອງ​ຈາກ​ວ່າ​ພະອົງ​ອວຍ​ພອນ​ໃຫ້ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ໜີ້​ພະອົງ ແລະ​ຂ້ອຍ​ຖືກ​ກະຕຸ້ນ​ໃຫ້​ຮັບໃຊ້​ຫຼາຍ​ຂຶ້ນ ແລະ​ການ​ເຮັດ​ແບບ​ນີ້​ພາ​ໃຫ້​ຂ້ອຍ​ໄດ້​ຮັບ​ພະ​ພອນ​ຫຼາຍ​ຂຶ້ນ.”

8 ຜູ້​ຂຽນ​ຄຳເພງ​ເວົ້າ​ວ່າ: “ຈົ່ງ​ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ.” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຊອກ​ຫາ​ພະ​ເຢໂຫວາ​ກໍ​ບໍ່​ອຶດ​ເຂົ້າ​ຂອງ​ອັນ​ດີ.” (ອ່ານ​ຄຳເພງ 34:8-10) ແມ່ນ​ແລ້ວ ເມື່ອ​ເຮົາ​ເຮັດ​ດີ​ທີ່​ສຸດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຈະ​ຮູ້ສຶກ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ​ເພາະ​ຮູ້​ວ່າ​ເຮົາ​ກຳລັງ​ເຮັດ​ໃຫ້​ພະອົງ​ພໍ​ໃຈ ແລະ​ພະອົງ​ກໍ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ວ່າ​ຈະ​ເບິ່ງ​ແຍງ​ເຮົາ.

ຢ່າ​ຍອມ​ແພ້

9, 10. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ສຳລັບ​ເຈົ້າ​ທີ່​ຈະ​ອົດ​ທົນ​ລໍ​ຖ້າ?

9 ເຮົາ​ອາດ​ຢາກ​ເຮັດ​ຫຼາຍ​ຂຶ້ນ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ເຮົາ​ລໍ​ຖ້າ​ດົນ​ແລ້ວ​ເພື່ອ​ຈະ​ໄດ້​ສິດທິ​ພິເສດ​ບາງ​ຢ່າງ​ໃນ​ປະຊາຄົມ ຫຼື​ລໍ​ຖ້າ​ໃຫ້​ສະພາບການ​ຂອງ​ເຮົາ​ປ່ຽນ​ແປງ? ເຮົາ​ອາດ​ຈຳເປັນ​ຕ້ອງ​ສະແດງ​ຄວາມ​ອົດ​ທົນ. (ມີເກ 7:7) ເຖິງ​ວ່າ​ພະ​ເຢໂຫວາ​ອາດ​ຍອມ​ໃຫ້​ສະພາບການ​ຂອງ​ເຮົາ​ເປັນ​ແບບ​ນັ້ນ​ຕໍ່​ໄປ ແຕ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ສະ​ໜັບ​ໜູນ​ເຮົາ​ສະເໝີ. ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ອັບລາຫາມ. ພະ​ເຢໂຫວາ​ສັນຍາ​ວ່າ​ລາວ​ຈະ​ມີ​ລູກ​ຊາຍ ແຕ່​ລາວ​ຕ້ອງ​ລໍ​ຖ້າ​ເປັນ​ເວລາ​ຫຼາຍ​ປີ​ກ່ອນ​ທີ່​ອີຊາກ​ຈະ​ເກີດ. ໃນ​ຂະນະ​ທີ່​ລໍ​ຖ້າ ອັບລາຫາມ​ອົດ​ທົນ​ແລະ​ບໍ່​ເຄີຍ​ສູນ​ເສຍ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ.—ຕົ້ນເດີມ 15:3, 4; 21:5; ເຫບເລີ 6:12-15

10 ແນ່ນອນ​ວ່າ​ການ​ລໍ​ຖ້າ​ບໍ່​ແມ່ນ​ເລື່ອງ​ງ່າຍ. (ສຸພາສິດ 13:12) ແຕ່​ຖ້າ​ເຮົາ​ຄິດ​ຢູ່​ສະເໝີ​ກ່ຽວ​ກັບ​ສະພາບການ​ແລະ​ຄວາມ​ຜິດ​ຫວັງ​ຂອງ​ເຮົາ ເຮົາ​ຈະ​ຮູ້ສຶກ​ທໍ້​ໃຈ​ຫຼາຍ. ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ໃຫ້​ເຮົາ​ໃຊ້​ເວລາ​ນີ້​ເພື່ອ​ປັບ​ປຸງ​ຄຸນ​ລັກສະນະ​ຕ່າງໆທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ເອົາໃຈໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ບາງ​ຢ່າງ​ໃນ​ປະຊາຄົມ.

ໂດຍ​ການ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ ເຮົາ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ທີ່​ສຸຂຸມ ແລະ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ

11. ເຮົາ​ສາມາດ​ພັດທະນາ​ຄຸນ​ລັກສະນະ​ໃດ​ແດ່ ແລະ​ເປັນ​ຫຍັງ​ສິ່ງ​ເຫຼົ່າ​ນັ້ນ​ຈຶ່ງ​ສຳຄັນ​?

11 ພັດທະນາ​ຄຸນ​ລັກສະນະ​ແລະ​ຄວາມ​ສາມາດ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ. ໂດຍ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຈົ້າ​ອ່ານ ເຈົ້າ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ທີ່​ສຸຂຸມ ຮູ້ຈັກ​ຄິດ​ແລະ​ຫາ​ເຫດຜົນ​ຢ່າງ​ຈະ​ແຈ້ງ ແລະ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ. ທີ່​ຈິງ ພີ່​ນ້ອງ​ຊາຍ​ຈຳເປັນ​ຕ້ອງ​ມີ​ຄຸນ​ລັກສະນະ​ແລະ​ຄວາມ​ສາມາດ​ເຫຼົ່າ​ນີ້​ເພື່ອ​ຈະ​ເບິ່ງ​ແຍງ​ປະຊາຄົມ. (ສຸພາສິດ 1:1-4; ຕິໂຕ 1:7-9) ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ ເຮົາ​ສາມາດ​ຮູ້ຈັກ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ຕ່າງໆ. ຈາກ​ນັ້ນ​ໃນ​ແຕ່​ລະ​ມື້ ເຮົາ​ກໍ​ສາມາດ​ໃຊ້​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ເພື່ອ​ຕັດສິນ​ໃຈ​ໃນ​ທາງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ. ຕົວຢ່າງ​ເຊັ່ນ: ເຮົາ​ຈະ​ຮູ້​ວິທີ​ປະຕິບັດ​ຕໍ່​ຄົນ​ອື່ນ ວິທີ​ໃຊ້​ເງິນ ແລະ​ວິທີ​ເລືອກ​ຄວາມ​ບັນເທີງ​ແລະ​ເຄື່ອງ​ນຸ່ງ.

12. ສະມາຊິກ​ຂອງ​ປະຊາຄົມ​ຈະ​ພິສູດ​ຕົວ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້​?

12 ເຮັດ​ວຽກ​ໜັກ​ໃນ​ໜ້າ​ທີ່​ໃດໆກໍ​ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ. ຕອນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ສ້າງ​ວິຫານ​ຄືນ​ອີກ ເນເຫມີ​ຕ້ອງການ​ຜູ້​ຊາຍ​ທີ່​ຈະ​ເບິ່ງ​ແຍງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆ. ລາວ​ໄດ້​ເລືອກ​ເອົາ​ຄົນ​ທີ່​ມີ​ຊື່ສຽງ​ດີ. ລາວ​ຮູ້​ວ່າ​ຄົນ​ເຫຼົ່າ​ນັ້ນ​ຮັກ​ພະເຈົ້າ​ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ບໍ່​ວ່າ​ໄດ້​ຮັບ​ວຽກ​ມອບ​ໝາຍ​ແບບ​ໃດ​ກໍ​ຕາມ. (ເນເຫມີ 7:2; 13:12, 13) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ຄົນ​ທີ່​ສັດ​ຊື່​ແລະ​ເຮັດ​ວຽກ​ໜັກ​ຈະ​ມີ​ຊື່ສຽງ​ທີ່​ດີ ແລະ​ອາດ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆຫຼາຍ​ຂຶ້ນ. (1 ໂກລິນໂທ 4:2) ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ເປັນ​ພີ່​ນ້ອງ​ຊາຍ​ຫຼື​ຍິງ ເຮົາ​ຄວນ​ເຮັດ​ໃຫ້​ດີ​ທີ່​ສຸດ​ສະເໝີ​ໃນ​ວຽກ​ໃດໆກໍ​ຕາມ​ທີ່​ເຮົາ​ໄດ້​ຮັບ​ມອບ​ໝາຍ.—ອ່ານ 1 ຕີໂມເຕ 5:25

13. ຖ້າ​ມີ​ຄົນ​ປະຕິບັດ​ຕໍ່​ເຈົ້າ​ຢ່າງ​ບໍ່​ຍຸຕິທຳ ເຈົ້າ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢເຊບ​ຄື​ແນວ​ໃດ​?

13 ໝາຍ​ເພິ່ງ​ໃນ​ພະ​ເຢໂຫວາ. ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ມີ​ຄົນ​ປະຕິບັດ​ຕໍ່​ເຈົ້າ​ຢ່າງ​ບໍ່​ຍຸຕິທຳ​? ເຈົ້າ​ອາດ​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ. ແຕ່​ຖ້າ​ເຈົ້າ​ປົກ​ປ້ອງ​ຕົວ​ເອງ​ແລະ​ຢືນຢັນ​ວ່າ​ເຈົ້າ​ຖືກ​ສະເໝີ ເຈົ້າ​ຈະ​ເຮັດ​ໃຫ້​ບັນຫາ​ຮ້າຍແຮງ​ຂຶ້ນ. ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຫຼາຍ​ຈາກ​ຕົວຢ່າງ​ຂອງ​ໂຢເຊບ. ພວກ​ອ້າຍ​ໄດ້​ປະຕິບັດ​ຕໍ່​ລາວ​ຢ່າງ​ຊົ່ວ​ຮ້າຍ. ຄົນ​ເວົ້າ​ເລື່ອງ​ຕົວະ​ກ່ຽວ​ກັບ​ລາວ ແລະ​ລາວ​ຖືກ​ຄຸກ​ທັ່ງໆທີ່​ບໍ່​ໄດ້​ເຮັດ​ຜິດ. ແຕ່​ໂຢເຊບ​ໝາຍ​ເພິ່ງ​ໃນ​ພະ​ເຢໂຫວາ. ລາວ​ຄິດ​ເຖິງ​ຄຳ​ສັນຍາ​ຕ່າງໆຂອງ​ພະອົງ ແລະ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ. (ຄຳເພງ 105:19) ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ນັ້ນ ລາວ​ໄດ້​ພັດທະນາ​ຄຸນ​ລັກສະນະ​ທີ່​ດີ​ຫຼາຍ​ຢ່າງ​ເຊິ່ງ​ຕໍ່​ມາ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ຊ່ວຍ​ລາວ ເມື່ອ​ລາວ​ໄດ້​ຮັບ​ມອບ​ໝາຍ​ວຽກ​ທີ່​ສຳຄັນ. (ຕົ້ນເດີມ 41:37-44; 45:4-8) ຖ້າ​ມີ​ຄົນ​ປະຕິບັດ​ຕໍ່​ເຈົ້າ​ຢ່າງ​ບໍ່​ຍຸຕິທຳ ໃຫ້​ອະທິດຖານ​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ. ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ສະຫງົບ​ໃຈ​ແລະ​ປະຕິບັດ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ຢ່າງ​ກະລຸນາ​ເມື່ອ​ເຈົ້າ​ເວົ້າ​ກັບ​ເຂົາ​ເຈົ້າ.—ອ່ານ 1 ເປໂຕ 5:10

ການ​ທຳ​ຄວາມ​ກ້າວ​ໜ້າ​ໃນ​ວຽກ​ປະກາດ

14, 15. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ “ເອົາໃຈໃສ່” ຕໍ່​ວິທີ​ທີ່​ເຮົາ​ປະກາດ​? (ຂ) ເຈົ້າ​ອາດ​ຈະ​ປັບ​ຕົວ​ແນວ​ໃດ​ຕໍ່​ກັບ​ສະພາບການ​ທີ່​ປ່ຽນ​ໄປ​? (ເບິ່ງ​ຮູບ​ທຳອິດ ແລະ​ຂອບ “ເຈົ້າ​ເຕັມ​ໃຈ​ທີ່​ຈະ​ລອງ​ເຮັດ​ວິທີ​ອື່ນ​ບໍ​?”)

14 ໂປໂລ​ບອກ​ຕີໂມເຕ​ວ່າ​ໃຫ້​ພັດທະນາ​ຕໍ່ໆໄປ​ກ່ຽວ​ກັບ​ວິທີ​ອະທິບາຍ​ພະ​ຄຳພີ. ໂປໂລ​ເວົ້າ​ວ່າ: “ເອົາໃຈໃສ່​ຕົວ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.” (1 ຕີໂມເຕ 4:13, 16, ລ.ມ.) ຕີໂມເຕ​ເປັນ​ຜູ້​ປະກາດ​ມາ​ຫຼາຍ​ປີ​ແລ້ວ ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ຕ້ອງ​ພັດທະນາ​ຕົວ​ເອງ​? ຕີໂມເຕ​ຮູ້​ວ່າ​ຜູ້​ຄົນ​ແລະ​ສະພາບການ​ຕ່າງໆປ່ຽນ​ໄປ. ລາວ​ຢາກ​ໃຫ້​ຜູ້​ຄົນ​ຟັງ​ສິ່ງ​ທີ່​ລາວ​ເວົ້າ ດັ່ງ​ນັ້ນ ລາວ​ຈຶ່ງ​ຕ້ອງ​ປັບ​ປຸງ​ແລະ​ປ່ຽນ​ແປງ​ຕໍ່ໆໄປ​ໃນ​ວິທີ​ທີ່​ລາວ​ສອນ​ເຂົາ​ເຈົ້າ. ເມື່ອ​ເຮົາ​ປະກາດ​ໃນ​ທຸກ​ມື້​ນີ້ ເຮົາ​ຈຳເປັນ​ຕ້ອງ​ເຮັດ​ຄື​ກັນ.

15 ໃນ​ບາງ​ເຂດ ເມື່ອ​ປະກາດ​ຕາມ​ບ້ານ​ເຮືອນ ເຮົາ​ເຫັນ​ວ່າ​ຫຼາຍ​ຄົນ​ບໍ່​ຢູ່​ເຮືອນ. ໃນ​ບາງ​ເຂດ ຜູ້​ຄົນ​ອາດ​ຢູ່​ເຮືອນ ແຕ່​ເຮົາ​ກໍ​ໄປ​ທີ່​ປະຕູ​ເຮືອນ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້ ຍ້ອນ​ວ່າ​ເຮົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ອາຄານ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່. ຖ້າ​ເປັນ​ເຊັ່ນ​ນັ້ນ​ໃນ​ເຂດ​ປະກາດ​ຂອງ​ເຈົ້າ ເຈົ້າ​ສາມາດ​ລອງ​ວິທີ​ອື່ນ​ໄດ້​ບໍ​ເພື່ອ​ຈະ​ພົບ​ຜູ້​ຄົນ​?

16. ການ​ປະກາດ​ຕາມ​ບ່ອນ​ສາທາລະນະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເກີດ​ຜົນ​ດີ​?

16 ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ມ່ວນ​ໃນ​ການ​ປະກາດ​ຕາມ​ບ່ອນ​ສາທາລະນະ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ໄປ​ສະຖານີ​ລົດ​ໄຟ ສະຖານີ​ລົດ​ເມ ຕະຫຼາດ ແລະ​ສວນ​ສາທາລະນະ​ເພື່ອ​ຈະ​ພົບ​ຄົນ​ທີ່​ສາມາດ​ລົມ​ນຳ. ຜູ້​ປະກາດ​ອາດ​ຈະ​ເລີ່ມ​ເວົ້າ​ກັບ​ບາງ​ຄົນ​ກ່ຽວ​ກັບ​ຂ່າວ​ທີ່​ອອກ​ໃນ​ບໍ່​ດົນ​ມາ​ນີ້ ຫຼື​ອາດ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ດີ​ກ່ຽວ​ກັບ​ລູກ​ຫຼື​ຖາມ​ກ່ຽວ​ກັບ​ວຽກ​ຂອງ​ຄົນ​ນັ້ນ. ຖ້າ​ເບິ່ງ​ຄື​ວ່າ​ລາວ​ມັກ​ໃນ​ການ​ສົນທະນາ ຜູ້​ປະກາດ​ອາດ​ຈະ​ກ່າວ​ເຖິງ​ບາງ​ຈຸດ​ຈາກ​ຄຳພີ​ໄບເບິນ ແລະ​ຖາມ​ລາວ​ວ່າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນັ້ນ. ຫຼາຍ​ຄັ້ງ​ຜູ້​ຄົນ​ຢາກ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳພີ​ໄບເບິນ.

17, 18. (ກ) ໃນ​ການ​ປະກາດ​ຕາມ​ບ່ອນ​ສາທາລະນະ ເຈົ້າ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​? (ຂ) ເມື່ອ​ເຮັດ​ວຽກ​ປະກາດ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຫັນ​ວ່າ​ຄວາມ​ຕັ້ງ​ໃຈ​ຂອງ​ດາວິດ​ໃນ​ການ​ສັນລະເສີນ​ພະ​ເຢໂຫວາ​ມີ​ຄ່າ​?

17 ບາງ​ທີ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເລີ່ມ​ການ​ສົນທະນາ​ຢູ່​ຕາມ​ຖະໜົນ​ກັບ​ຄົນ​ທີ່​ເຈົ້າ​ບໍ່​ຮູ້ຈັກ. ພີ່​ນ້ອງ​ແ​ອັດ​ດີ​ເຊິ່ງ​ເປັນ​ໄພໂອເນຍ​ໃນ​ເມືອງ​ນິວຢອກ ລາວ​ຮູ້ສຶກ​ແບບ​ນັ້ນ. ແຕ່​ມີ​ບາງ​ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ລາວ​ເວົ້າ​ວ່າ: “ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ຂ້ອຍ​ກັບ​ເມຍ​ໄດ້​ຄົ້ນ​ຄວ້າ​ຫາ​ວິທີ​ຕອບ​ການ​ຄັດ​ຄ້ານ​ແລະ​ທັດສະນະ​ຂອງ​ຜູ້​ຄົນ​ທີ່​ສະແດງ​ອອກ​ມາ. ພວກ​ເຮົາ​ຍັງ​ຂໍ​ຄຳ​ແນະນຳ​ຈາກ​ພີ່​ນ້ອງ​ຄົນ​ອື່ນໆ.” ຕອນ​ນີ້​ພີ່​ນ້ອງ​ແ​ອັດ​ດີ​ຄອຍ​ຖ້າ​ທີ່​ຈະ​ປະກາດ​ຕາມ​ບ່ອນ​ສາທາລະນະ.

18 ເມື່ອ​ເຮົາ​ມ່ວນ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ ແລະ​ປັບ​ປຸງ​ວິທີ​ທີ່​ເຮົາ​ລົມ​ກັບ​ຜູ້​ຄົນ​ໃນ​ເລື່ອງ​ຂ່າວ​ດີ ຄົນ​ອື່ນ​ກໍ​ຈະ​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ໃນ​ເລື່ອງ​ຄວາມ​ຈິງ. (ອ່ານ 1 ຕີໂມເຕ 4:15) ເຮົາ​ອາດ​ຊ່ວຍ​ບາງ​ຄົນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ໄດ້. ດາວິດ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຈະ​ສັນລະເສີນ​ພະ​ເຢໂຫວາ​ທຸກ​ເວລາ ຄວາມ​ສັນລະເສີນ​ພະອົງ​ຈະ​ຢູ່​ໃນ​ປາກ​ຂ້າ​ນ້ອຍ​ເລື້ອຍ​ບໍ່​ຂາດ. ຈິດ​ໃຈ​ຂ້າ​ນ້ອຍ​ຈະ​ອວດ​ຕົວ​ໃນ​ພະ​ເຢໂຫວາ ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ຈະ​ໄດ້​ຍິນ​ການ​ນັ້ນ​ແລະ​ຈະ​ຊົມຊື່ນ​ຍິນດີ.”—ຄຳເພງ 34:1, 2

ສັນລະເສີນ​ພະ​ເຢໂຫວາ​ຕໍ່ໆໄປ​ໂດຍ​ການ​ທຳ​ຄວາມ​ກ້າວ​ໜ້າ​ໃນ​ຄວາມ​ຈິງ

19. ເຖິງ​ວ່າ​ຢູ່​ໃນ​ສະພາບການ​ທີ່​ມີ​ຂໍ້​ຈຳກັດ ແຕ່​ເປັນ​ຫຍັງ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະ​ເຢໂຫວາ​ຈຶ່ງ​ມີ​ຄວາມ​ສຸກ​?

19 ດາວິດ​ຍັງ​ເວົ້າ​ວ່າ: ‘ພະ​ເຢໂຫວາ ທຸກ​ສິ່ງ​ທີ່​ພະອົງ​ສ້າງ​ຈະ​ຍົກ​ຍ່ອງ​ພະອົງ​ແລະ​ຜູ້​ທີ່​ພັກດີ​ຕໍ່​ພະອົງ​ຈະ​ສັນລະເສີນ​ພະອົງ. ພວກ​ເຂົາ​ຈະ​ປະກາດ​ວ່າ​ພະອົງ​ເປັນ​ກະສັດ​ທີ່​ມີ​ສະຫງ່າ​ລາສີ​ແລະ​ເວົ້າ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ. ເພື່ອ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ເລື່ອງ​ການ​ອັດສະຈັນ​ຂອງ​ພະອົງ​ແລະ​ຮູ້​ວ່າ​ພະອົງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ແລະ​ສະຫງ່າ​ງາມ.’ (ຄຳເພງ 145:10-12, ລ.ມ.) ທຸກ​ຄົນ​ທີ່​ຮັກ​ແລະ​ພັກດີ​ຕໍ່​ພະ​ເຢໂຫວາ ເຂົາ​ເຈົ້າ​ມີ​ຄວາມ​ປາຖະໜາ​ທີ່​ແຮງ​ກ້າ​ທີ່​ຈະ​ບອກ​ເລື່ອງ​ຂອງ​ພະອົງ​ກັບ​ຄົນ​ອື່ນ. ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ເຈົ້າ​ເຈັບ​ປ່ວຍ​ຫຼື​ມີ​ອາຍຸ​ຫຼາຍ ແລະ​ເຈົ້າ​ບໍ່​ສາມາດ​ໃຊ້​ເວລາ​ຫຼາຍ​ໃນ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ຄື​ດັ່ງ​ທີ່​ເຈົ້າ​ຢາກ​ເຮັດ​? ຂໍໃຫ້​ຈື່​ໄວ້​ວ່າ​ເຈົ້າ​ກຳລັງ​ສັນລະເສີນ​ພະ​ເຢໂຫວາ​ໃນ​ທຸກໆຄັ້ງ​ທີ່​ເຈົ້າ​ເວົ້າ​ເລື່ອງ​ຂອງ​ພະອົງ​ກັບ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ ເຊັ່ນ: ພະຍາບານ​ຫຼື​ທ່ານ​ໝໍ. ຖ້າ​ເຈົ້າ​ຖືກ​ຄຸກ​ເນື່ອງ​ຈາກ​ຮັກສາ​ຄວາມ​ສັດ​ຊື່ ເຈົ້າ​ກໍ​ຍັງ​ສາມາດ​ເວົ້າ​ເລື່ອງ​ພະ​ເຢໂຫວາ​ກັບ​ຄົນ​ອື່ນ ແລະ​ການ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ຫົວໃຈ​ຂອງ​ພະອົງ​ຍິນດີ. (ສຸພາສິດ 27:11) ນອກ​ຈາກ​ນັ້ນ ພະອົງ​ຍັງ​ມີ​ຄວາມ​ສຸກ​ຫຼາຍ​ຖ້າ​ເຈົ້າ​ຮັບໃຊ້​ພະອົງ​ເຖິງ​ວ່າ​ຄົນ​ອື່ນ​ໃນ​ຄອບຄົວ​ບໍ່​ໄດ້​ເຮັດ​ກໍ​ຕາມ. (1 ເປໂຕ 3:1-4) ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ຫຼາຍ ແຕ່​ເຈົ້າ​ກໍ​ສາມາດ​ສັນລະເສີນ​ພະ​ເຢໂຫວາ ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ ແລະ​ທຳ​ຄວາມ​ກ້າວ​ໜ້າ​ໃນ​ຄວາມ​ຈິງ.

20, 21. ຖ້າ​ເຈົ້າ​ໄດ້​ຮັບ​ວຽກ​ຫຼາຍ​ຂຶ້ນ​ໃນ​ອົງການ​ຂອງ​ພະ​ເຢໂຫວາ ເຈົ້າ​ຈະ​ເປັນ​ປະໂຫຍດ​ຕໍ່​ຄົນ​ອື່ນ​ໄດ້​ແນວ​ໃດ​?

20 ຖ້າ​ເຈົ້າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕໍ່ໆໄປ​ແລະ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຄວາມ​ສາມາດ ພະອົງ​ກໍ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ຢ່າງ​ແນ່ນອນ. ບາງ​ທີ​ການ​ທີ່​ເຈົ້າ​ປັບ​ປ່ຽນ​ຕາ​ຕະລາງ​ຫຼື​ຮູບ​ແບບ​ຊີວິດ ເຈົ້າ​ຈະ​ມີ​ໂອກາດ​ຫຼາຍ​ຂຶ້ນ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສັນຍາ​ຕ່າງໆທີ່​ດີ​ເລີດ​ຂອງ​ພະເຈົ້າ. ເຈົ້າ​ອາດ​ຈະ​ຊ່ວຍ​ພີ່​ນ້ອງ​ໄດ້​ຫຼາຍ​ຂຶ້ນ. ໃຫ້​ຄິດ​ເບິ່ງ​ວ່າ​ພີ່​ນ້ອງ​ຊາຍ​ຍິງ​ຈະ​ຮັກ​ເຈົ້າ​ຫຼາຍ​ສໍ່າ​ໃດ​ເມື່ອ​ເຫັນ​ເຈົ້າ​ເຮັດ​ວຽກ​ໜັກ​ໃນ​ປະຊາຄົມ.

21 ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ແລ້ວ​ກໍ​ຕາມ ເຮົາ​ທຸກ​ຄົນ​ສາມາດ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ​ແລະ​ທຳ​ຄວາມ​ກ້າວ​ໜ້າ​ໃນ​ຄວາມ​ຈິງ​ຕໍ່ໆໄປ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ເຮົາ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ທຳ​ຄວາມ​ກ້າວ​ໜ້າ​ເຊັ່ນ​ນັ້ນ.