ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ​ປະສົບ​ຜົນ​ສຳເລັດ

ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ​ປະສົບ​ຜົນ​ສຳເລັດ

“ທ່ານ​ທັງ​ຫຼາຍ​ທັງ​ມວນ​ທຸກ​ຄົນ​ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ຕົວ​ເອງ ແລະ​ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານຢຳ​ຜົວ​ແຫ່ງ​ຕົນ.”—ເອເຟດ 5:33.

ເພງ: 87, 3

1. ເຖິງ​ວ່າ​ການ​ແຕ່ງ​ດອງ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ສຸກ ແຕ່​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ສາມາດ​ຄາດ​ໝາຍ​ວ່າ​ຈະ​ປະສົບ​ກັບ​ສິ່ງ​ໃດ? (ເບິ່ງ​ຮູບ​ທຳອິດ)

ເມື່ອ​ເຈົ້າ​ບ່າວ​ເຫັນ​ເຈົ້າ​ສາວ​ຜູ້​ງົດງາມ​ໃນ​ມື້​ແຕ່ງ​ດອງ ທັງ​ສອງ​ຄົນ​ມີ​ຄວາມ​ຍິນດີ​ຢ່າງ​ລົ້ນ​ເຫຼືອ. ໃນ​ຂະນະ​ທີ່​ກຳລັງ​ຄົບຫາ​ກັນ ຄວາມ​ຮັກ ທີ່​ມີ​ຕໍ່​ກັນ​ໄດ້​ງອກ​ງາມ​ຂຶ້ນ​ຫຼາຍ ຈົນ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ແຕ່ງ​ດອງ​ກັນ​ແລະ​ສັນຍາ​ວ່າ​ຈະ​ສັດ​ຊື່​ຕໍ່​ກັນ​ຕະຫຼອດ​ໄປ. ເມື່ອ​ແຕ່ງ​ດອງ​ກັນ​ແລ້ວ ເຂົາ​ເຈົ້າ​ກໍ​ເລີ່ມ​ໃຊ້​ຊີວິດ​ຮ່ວມ​ກັນ ແລະ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ​ເພື່ອ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຕໍ່ໆໄປ. ພະ​ເຢໂຫວາ​ທີ່​ເປັນ​ຜູ້​ກໍ່​ຕັ້ງ​ຄອບຄົວ ພະອົງ​ຕ້ອງການ​ໃຫ້​ແຕ່​ລະ​ຄູ່​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ຄອບຄົວ ດັ່ງ​ນັ້ນ ພະອົງ​ຈຶ່ງ​ຈັດ​ໃຫ້​ມີ​ຄຳ​ແນະນຳ​ທີ່​ສຸຂຸມ​ໄວ້​ໃນ​ຄຳພີ​ໄບເບິນ​ທີ່​ເປັນ​ພະ​ຄຳ​ຂອງ​ພະອົງ. (ສຸພາສິດ 18:22) ແຕ່​ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ ມະນຸດ​ທີ່​ຜິດ​ບາບ​ເຊິ່ງ​ແຕ່ງ​ດອງ​ກັນ​ກໍ​ຈະ​ມີ​ບັນຫາ ຫຼື “ມີ​ຄວາມ​ຍາກ​ລຳບາກ​ໃນ​ເນື້ອ​ໜັງ.” (1 ໂກລິນໂທ 7:28) ຜົວ​ແລະ​ເມຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນຫາ​ມີ​ໜ້ອຍ​ທີ່​ສຸດ? ແລະ​ຄລິດສະຕຽນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຊິ​ວິດ​ຄູ່​ປະສົບ​ຜົນ​ສຳເລັດ?

2. ຜົວ​ເມຍ​ຄວນ​ສະແດງ​ຄວາມ​ຮັກ​ແບບ​ໃດ​ແດ່​ຕໍ່​ກັນ?

2 ຄຳພີ​ໄບເບິນ​ສອນ​ວ່າ​ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ຢ່າງ​ໜຶ່ງ​ທີ່​ສຳຄັນ. ແຕ່​ໃນ​ຊີວິດ​ຄູ່ ຜົວ​ເມຍ​ຕ້ອງ​ສະແດງ​ຄວາມ​ຮັກ​ໃນ​ຫຼາຍ​ຮູບ​ແບບ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ຕ້ອງ​ສະແດງ​ຄວາມ​ຮັກ​ແບບ​ທີ່​ອ່ອນ​ໂຍນ​ແລະ​ລວມ​ເຖິງ​ຄວາມ​ຮັກ​ທີ່​ຫວານ​ຊື່ນ​ຕໍ່​ກັນ ແລະ​ຖ້າ​ເຂົາ​ເຈົ້າ​ມີ​ລູກ ຄວາມ​ຮັກ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ຈະ​ເປັນ​ສິ່ງ​ທີ່​ສຳຄັນ​ກວ່າ​ອີກ. ແຕ່​ຄວາມ​ຮັກ​ທີ່​ອາໄສ​ຫຼັກ​ການ​ຂອງ​ຄລິດສະຕຽນ​ຈະ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ປະສົບ​ຜົນ​ສຳເລັດ​ແທ້. ອັກຄະສາວົກ​ໂປໂລ​ພັນລະນາ​ເຖິງ​ຄວາມ​ຮັກ​ແບບ​ນີ້​ເມື່ອ​ເວົ້າ​ວ່າ: “ທ່ານ​ທັງ​ຫຼາຍ​ທັງ​ມວນ​ທຸກ​ຄົນ​ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ຕົວ​ເອງ ແລະ​ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານຢຳ​ຜົວ​ແຫ່ງ​ຕົນ.”—ເອເຟດ 5:33

ການ​ພິຈາລະນາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜົວ​ແລະ​ເມຍ

3. ຄວາມ​ຮັກ​ໃນ​ຊີວິດ​ຄູ່​ຄວນ​ໝັ້ນ​ຄົງ​ເຖິງ​ຂັ້ນ​ໃດ?

3 ໂປໂລ​ຂຽນ​ວ່າ: “ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ຜົວ ຈົ່ງ​ຮັກ​ເມຍ​ຂອງ​ຕົນ​ເອງ​ເໝືອນ​ດັ່ງ​ພະ​ຄລິດ​ໄດ້​ຮັກ​ພວກ​ຊຸມນຸມ​ແລະ​ໄດ້​ມອບ​ພະອົງ​ເອງ​ໄວ້​ແທນ​ພວກ​ຊຸມນຸມ​ນັ້ນ.” (ເອເຟດ 5:25) ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຍຊູ​ໂດຍ​ການ​ຮັກ​ກັນ​ແລະ​ກັນ​ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ຮັກ​ພວກ​ລູກ​ສິດ​ຂອງ​ພະອົງ. (ອ່ານ​ໂຢຮັນ 13:34, 35; 15:12, 13) ຜົວ​ແລະ​ເມຍ​ທີ່​ເປັນ​ຄລິດສະຕຽນ​ຄວນ​ຈະ​ຮັກ​ກັນ​ແລະ​ກັນ​ຫຼາຍ​ຈົນ​ສາມາດ​ເຕັມ​ໃຈ​ທີ່​ຈະ​ຕາຍ​ເພື່ອ​ກັນ​ແລະ​ກັນ​ໄດ້. ແຕ່​ເມື່ອ​ມີ​ບັນຫາ​ຮ້າຍແຮງ​ໃນ​ຊີວິດ​ຄູ່ ບາງ​ຄົນ​ອາດ​ບໍ່​ໄດ້​ຮູ້ສຶກ​ວ່າ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ໝັ້ນ​ຄົງ​ຫຼາຍ. ສິ່ງ​ໃດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້? ຄວາມ​ຮັກ​ທີ່​ອາໄສ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຊິ່ງ “ປົກ​ອັດ​ສັບພະ​ທຸກ​ສິ່ງ ແລະ​ເຊື່ອ​ສັບພະ​ທຸກ​ສິ່ງ ແລະ​ໄວ້​ໃຈ​ໃນ​ສັບພະ​ທຸກ​ສິ່ງ.” ຄວາມ​ຮັກ​ແບບ​ນັ້ນ​ຈະ​ບໍ່ “ສູນ​ເສຍ.” (1 ໂກລິນໂທ 13:7, 8) ຜົວ​ແລະ​ເມຍ​ຕ້ອງ​ຈື່​ໄວ້​ວ່າ​ເຂົາ​ເຈົ້າ​ໄດ້​ສາບານ​ຕໍ່​ກັນ​ແລ້ວ. ເຂົາ​ເຈົ້າ​ສັນຍາ​ວ່າ​ຈະ​ຮັກ​ແລະ​ສັດ​ຊື່​ຕໍ່​ກັນ​ແລະ​ກັນ. ການ​ຈົດ​ຈຳ​ສິ່ງ​ນີ້​ໄວ້​ຈະ​ກະຕຸ້ນ​ຜົວ​ແລະ​ເມຍ​ທີ່​ເປັນ​ຄລິດສະຕຽນ​ໃຫ້​ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ຊ່ວຍ​ກັນ​ແລະ​ກັນ​ແກ້ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ.

4, 5. (ກ) ໃນ​ຖານະ​ເປັນ​ຫົວ​ໜ້າ​ຄອບຄົວ ຜົວ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ? (ຂ) ເມຍ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຕຳແໜ່ງ​ຂອງ​ຫົວ​ໜ້າ​ຄອບຄົວ? (ຄ) ຜົວ​ເມຍ​ຄູ່​ໜຶ່ງ​ຕ້ອງ​ໄດ້​ປັບ​ປ່ຽນ​ຫຍັງ?

4 ໂປໂລ​ໄດ້​ເວົ້າ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜົວ​ແລະ​ເມຍ ລາວ​ເວົ້າ​ວ່າ: “ຜູ້​ເປັນ​ເມຍ ຈົ່ງ​ມີ​ໃຈ​ອ່ອນ​ນ້ອມ​ຟັງ​ຜົວ​ຂອງ​ຕົນ​ເອງ​ເໝືອນ​ຟັງ​ພະອົງ​ເຈົ້າ​ເຖີ້ນ ເພາະ​ວ່າ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນ​ດັ່ງ​ພະ​ຄລິດ​ເປັນ​ຫົວ​ຂອງ​ພວກ​ຊຸມນຸມ.” (ເອເຟດ 5:22, 23) ໃນ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຜົວ​ດີ​ກວ່າ​ເມຍ. ພະ​ເຢໂຫວາ​ກ່າວ​ເຖິງ​ບົດບາດ​ທີ່​ມີ​ຄ່າ​ຂອງ​ຜູ້​ເປັນ​ເມຍ​ເມື່ອ​ພະອົງ​ເວົ້າ​ວ່າ: “ຊາຍ​ນັ້ນ​ຈະ​ຢູ່​ຜູ້​ດຽວ​ກໍ​ບໍ່​ດີ ເຮົາ​ຈະ​ສ້າງ​ຄົນ​ໜຶ່ງ​ອີກ​ຄື​ກັນ​ໃຫ້​ເປັນ​ຜູ້​ຊົດ​ຊ່ອຍ​ເພິ່ນ.” (ຕົ້ນເດີມ 2:18) ເມຍ​ຄວນ​ຈະ​ຊ່ວຍ​ຜົວ​ໃຫ້​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ ແລະ​ຜົວ​ຕ້ອງ​ຮຽນ​ເອົາ​ແບບ​ຢ່າງ​ຄວາມ​ຮັກ​ຂອງ​ພະ​ເຍຊູ ຜູ້​ທີ່​ເປັນ “ຫົວ​ຂອງ​ພວກ​ຊຸມນຸມ.” ເມື່ອ​ຜົວ​ເຮັດ​ແບບ​ນີ້ ເມຍ​ກໍ​ຈະ​ຮູ້ສຶກ​ປອດໄພ​ແລະ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ລາວ​ຈະ​ນັບຖື​ແລະ​ສະໜັບສະໜູນ​ຜົວ.

“ການ​ເຮັດ​ສິ່ງ​ຕ່າງໆ ຕາມ​ວິທີ​ການ​ຂອງ​ພະ​ເຢໂຫວາ​ເຮັດ​ເຮົາ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ”

5 ແຄັດຕີ​ເມຍ​ຂອງ​ເຟຣດ​ຍອມ​ຮັບ​ວ່າ: “ຕອນ​ເປັນ​ໂສດ ຂ້ອຍ​ມີ​ອິດ​ສະຫຼະ​ແລະ​ຈັດການ​ເລື່ອງ​ຕ່າງໆດ້ວຍ​ຕົວ​ເອງ. ຊີວິດ​ຄູ່​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ປັບ​ປ່ຽນ​ເພາະ​ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ເພິ່ງ​ພາ​ຜົວ. ການ​ເຮັດ​ແບບ​ນັ້ນ​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ການ​ເຮັດ​ສິ່ງ​ຕ່າງໆຕາມ​ວິທີ​ການ​ຂອງ​ພະ​ເຢໂຫວາ​ເຮັດ​ເຮົາ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ.” [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ເຟຣດ​ເວົ້າ​ວ່າ: “ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆເປັນ​ເລື່ອງ​ຍາກ​ສຳລັບ​ຂ້ອຍ. ໃນ​ຊີວິດ​ຄູ່ ການ​ທີ່​ສອງ​ຄົນ​ພິຈາລະນາ​ເລື່ອງ​ຕ່າງໆນຳ​ກັນ​ເຮັດ​ໃຫ້​ເປັນ​ເລື່ອງ​ທ້າທາຍ​ຫຼາຍ​ຂຶ້ນ. ແຕ່​ໂດຍ​ການ​ອະທິດຖານ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ແລະ​ຕັ້ງ​ໃຈ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ເມຍ ເຮັດ​ໃຫ້​ແຕ່​ລະ​ມື້​ງ່າຍ​ຂຶ້ນ. ຂ້ອຍ​ຮູ້ສຶກ​ວ່າ​ພວກ​ເຮົາ​ເປັນ​ທີມ​ດຽວ​ກັນ​ແທ້ໆ!”

6. ເມື່ອ​ຊີວິດ​ຄູ່​ມີ​ບັນຫາ ຄວາມ​ຮັກ​ເປັນ​ສິ່ງ “ຜູກ​ພັນ​ຜູ້​ຄົນ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຢ່າງ​ແທ້​ຈິງ” ໄດ້​ແນວ​ໃດ?

6 ຊີວິດ​ຄູ່​ຈະ​ໝັ້ນ​ຄົງ​ຖ້າ​ຜົວ​ແລະ​ເມຍ ‘ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ຢ່າງ​ໃຈ​ກວ້າງ.’ ເນື່ອງ​ຈາກ​ເປັນ​ຄົນ​ທີ່​ຜິດ​ບາບ ດັ່ງ​ນັ້ນ​ທັງ​ສອງ​ສາມາດ​ເຮັດ​ຜິດພາດ​ໄດ້. ເມື່ອ​ສິ່ງ​ນັ້ນ​ເກີດ​ຂຶ້ນ ເຂົາ​ເຈົ້າ​ສາມາດ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ ຮຽນ​ຮູ້​ທີ່​ຈະ​ໃຫ້​ອະໄພ ແລະ​ສະແດງ​ຄວາມ​ຮັກ​ໂດຍ​ອາໄສ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ. ຄວາມ​ຮັກ​ແບບ​ນີ້ “ຜູກ​ພັນ​ຜູ້​ຄົນ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຢ່າງ​ແທ້​ຈິງ.” (ໂກໂລດ 3:13, 14, ລ.ມ.) ຜົວ​ແລະ​ເມຍ​ສາມາດ​ສະແດງ​ຄວາມ​ຮັກ​ແບບ​ນີ້​ໂດຍ​ການ​ເປັນ​ຄົນ​ອົດ​ທົນ​ແລະ​ກະລຸນາ​ແລະ​ບໍ່ “ຈົດ​ຈຳ​ຄວາມ​ຜິດ.” (1 ໂກລິນໂທ 13:4, 5, ທ.ປ.) ເມື່ອ​ບໍ່​ເຫັນ​ດີ​ນຳ​ກັນ ຜົວ​ແລະ​ເມຍ​ຄວນ​ພະຍາຍາມ​ແກ້ໄຂ​ບັນຫາ​ເຫຼົ່າ​ນັ້ນ​ໃຫ້​ໄວ​ທີ່​ສຸດ​ພາຍ​ໃນ​ມື້​ນັ້ນ. (ເອເຟດ 4:26, 27) ຕ້ອງ​ມີ​ຄວາມ​ຖ່ອມ​ໃຈ​ແລະ​ຄວາມ​ກ້າ​ເພື່ອ​ຈະ​ເວົ້າ​ວ່າ: “ຂ້ອຍ​ຂໍ​ໂທດ​ທີ່​ເຮັດ​ໃຫ້​ເຈົ້າ​ເສຍໃຈ” ແຕ່​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ໃຫ້​ແກ້ໄຂ​ບັນຫາ​ແລະ​ເຮັດ​ໃຫ້​ຜົວ​ແລະ​ເມຍ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ.

ຈຳເປັນ​ຕ້ອງ​ມີ​ຄວາມ​ອ່ອນ​ໂຍນ​ເປັນ​ພິເສດ

7, 8. (ກ) ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ແນວ​ໃດ​ໃນ​ເລື່ອງ​ເພດ​ສຳພັນ​ໃນ​ຊີວິດ​ຄູ່? (ຂ) ເປັນ​ຫຍັງ​ຜົວ​ແລະ​ເມຍ​ຕ້ອງ​ສະແດງ​ຄວາມ​ອ່ອນ​ໂຍນ​ຕໍ່​ກັນ?

7 ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ທີ່​ດີ​ເຊິ່ງ​ສາມາດ​ຊ່ວຍ​ຜົວ​ແລະ​ເມຍ​ໃຫ້​ມີ​ທັດສະນະ​ທີ່​ເໝາະ​ສົມ​ໃນ​ເລື່ອງ​ເພດ​ສຳພັນ​ໃນ​ຊີວິດ​ຄູ່. (ອ່ານ 1 ໂກລິນໂທ 7:3-5) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜົວ​ແລະ​ເມຍ​ຈະ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຕ້ອງການ​ຂອງ​ກັນ​ແລະ​ກັນ. ຖ້າ​ຜົວ​ບໍ່​ປະຕິບັດ​ຕໍ່​ເມຍ​ຢ່າງ​ອ່ອນ​ໂຍນ ອາດ​ເປັນ​ເລື່ອງ​ຍາກ​ທີ່​ເມຍ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ມີ​ເພດ​ສຳພັນ. ຜົວ​ຄວນ​ປະຕິບັດ​ຕໍ່​ເມຍ​ດ້ວຍ “ຄວາມ​ເຂົ້າ​ໃຈ.” (1 ເປໂຕ 3:7, ລ.ມ.) ການ​ມີ​ເພດ​ສຳພັນ​ຄວນ​ເປັນ​ຄວາມ​ຕ້ອງການ​ຕາມ​ທຳມະຊາດ ບໍ່​ແມ່ນ​ດ້ວຍ​ການ​ຝືນ​ໃຈ​ຫຼື​ຮຽກ​ຮ້ອງ​ເອົາ. ໃນ​ເລື່ອງ​ນີ້ ສ່ວນ​ຫຼາຍ​ແລ້ວ​ຜູ້​ຊາຍ​ສາມາດ​ຕອບ​ສະໜອງ​ໄດ້​ໄວ​ກວ່າ​ຜູ້​ຍິງ. ແຕ່​ທາງ​ດ້ານ​ອາລົມ​ຄວນ​ເປັນ​ຕອນ​ທີ່​ທັງ​ຜົວ​ແລະ​ເມຍ​ມີ​ຄວາມ​ຮູ້ສຶກ​ຄື​ກັນ.

8 ຄຳພີ​ໄບເບິນ​ບໍ່​ໄດ້​ຕັ້ງ​ກົດ​ທີ່​ສະເພາະ​ເຈາະ​ຈົງ​ກ່ຽວ​ກັບ​ປະເພດ​ແລະ​ຂອບ​ເຂດ​ຂອງ​ການ​ສະແດງ​ຄວາມ​ຮັກ​ລະຫວ່າງ​ຜົວ​ເມຍ. ແຕ່​ກໍ​ມີ​ການ​ກ່າວ​ເຖິງ​ຄວາມ​ຮັກ​ແບບ​ນັ້ນ. (ບົດລຳເພງ 1:2; 2:6) ຜົວ​ແລະ​ເມຍ​ທີ່​ເປັນ​ຄລິດສະຕຽນ​ຄວນ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ດ້ວຍ​ຄວາມ​ອ່ອນ​ໂຍນ.

9. ເປັນ​ຫຍັງ​ການ​ສົນ​ໃຈ​ທາງ​ເພດ​ສຳພັນ​ຕໍ່​ຄົນ​ທີ່​ບໍ່​ແມ່ນ​ຄູ່​ຂອງ​ຕົນ​ຈຶ່ງ​ເປັນ​ສິ່ງ​ທີ່​ບໍ່​ເໝາະ​ສົມ?

9 ເມື່ອ​ເຮົາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພະເຈົ້າ​ແລະ​ເພື່ອນ​ບ້ານ ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ຫຼື​ສິ່ງ​ໜຶ່ງ​ສິ່ງ​ໃດ​ມາ​ທຳລາຍ​ຊີວິດ​ຄູ່​ຂອງ​ເຮົາ. ບາງ​ຄົນ​ເຮັດ​ໃຫ້​ຊີວິດ​ຄູ່​ອ່ອນແອ​ລົງ​ຫຼື​ແມ່ນ​ກະທັ່ງ​ທຳລາຍ​ຊີວິດ​ຄູ່​ໂດຍ​ຕິດ​ການ​ເບິ່ງ​ພາບ​ໂປ້. ເຮົາ​ຕ້ອງ​ຕ້ານ​ທານ​ສິ່ງ​ທີ່​ດຶງ​ດູດ​ເຮົາ​ໃຫ້​ເບິ່ງ​ພາບ​ໂປ້​ຫຼື​ຄວາມ​ສົນ​ໃຈ​ຢ່າງ​ອື່ນ​ທີ່​ບໍ່​ເໝາະ​ສົມ​ໃນ​ເລື່ອງ​ເພດ​ສຳພັນ. ເຮົາ​ຕ້ອງ​ຫຼີກ​ລ່ຽງ​ການ​ກະທຳ​ໃດໆກໍ​ຕາມ​ທີ່​ເບິ່ງ​ຄື​ວ່າ​ເປັນ​ການ​ກ້ຽວ​ພາ​ລາສີ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ຂອງ​ເຮົາ ເພາະ​ການ​ເຮັດ​ແບບ​ນັ້ນ​ເປັນ​ການ​ບໍ່​ສະແດງ​ຄວາມ​ຮັກ. ເຮົາ​ຕ້ອງ​ຈື່ໄວ້​ວ່າ​ພະເຈົ້າ​ຮູ້ຈັກ​ທຸກ​ຢ່າງ​ກ່ຽວ​ກັບ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ. ການ​ສຳນຶກ​ແນວ​ນີ້​ຊ່ວຍ​ເຮົາ​ໃຫ້​ເສີມ​ສ້າງ​ຄວາມ​ປາຖະໜາ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແລະ​ພັກ​ດີ​ຕໍ່​ຄູ່​ຂອງ​ເຮົາ​ສະເໝີ.—ອ່ານ​ມັດທາຍ 5:27, 28; ເຫບເລີ 4:13

ເມື່ອ​ຊີວິດ​ຄູ່​ມີ​ບັນຫາ

10, 11. (ກ) ການ​ຢ່າ​ຮ້າງ​ກັນ​ເປັນ​ເລື່ອງ​ທຳມະດາ​ຄື​ແນວ​ໃດ? (ຂ) ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ແຍກ​ກັນ​ຢູ່? (ຄ) ສິ່ງ​ໃດ​ຈະ​ຊ່ວຍ​ຜົວ​ແລະ​ເມຍ​ບໍ່​ຟ້າວ​ແຍກ​ກັນ​ຢູ່?

10 ເມື່ອ​ບັນຫາ​ຮ້າຍແຮງ​ບໍ່​ໄດ້​ຮັບ​ການ​ແກ້ໄຂ ຜົວ​ເມຍ​ບາງ​ຄູ່​ອາດ​ຕັດສິນ​ໃຈ​ທີ່​ຈະ​ແຍກ​ກັນ​ຢູ່​ຫຼື​ຢ່າ​ຮ້າງ​ກັນ. ໃນ​ບາງ​ປະເທດ ຄູ່​ຜົວ​ເມຍ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ໄດ້​ຢ່າ​ຮ້າງ​ກັນ. ແນ່ນອນ​ວ່າ​ກະແສ​ແບບ​ນີ້​ບໍ່​ໄດ້​ເປັນ​ເລື່ອງ​ທຳມະດາ​ໃນ​ທ່າມກາງ​ປະຊາຄົມ​ຄລິດສະຕຽນ. ຢ່າງ​ໃດ​ກໍ​ຕາມ ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ທີ່​ຄູ່​ຜົວ​ເມຍ​ຄລິດສະຕຽນ​ກຳລັງ​ມີ​ບັນຫາ​ທີ່​ໜັກ​ໜ່ວງ​ໃນ​ຊີວິດ​ຄູ່.

11 ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ດັ່ງ​ນີ້: “ຢ່າ​ໃຫ້​ເມຍ​ປະ​ຜົວ ແຕ່​ວ່າ​ຖ້າ​ເພິ່ນ​ປະ​ຜົວ​ແລ້ວ ຢ່າ​ໃຫ້​ເພິ່ນ​ເອົາ​ຜົວ​ອື່ນ​ຈັກ​ເທື່ອ ຫຼື​ຈົ່ງ​ມາ​ເຂົ້າ​ເປັນ​ໄມຕີ​ກັນ​ກັບ​ຜົວ​ອີກ ແລະ​ຜົວ​ນັ້ນ​ຢ່າ​ໃຫ້​ປະ​ເມຍ​ຈັກ​ເທື່ອ.” (1 ໂກລິນໂທ 7:10, 11) ບາງ​ຄູ່​ອາດ​ຮູ້ສຶກ​ວ່າ​ບັນຫາ​ຂອງ​ເຂົາ​ເຈົ້າ​ຮ້າຍແຮງ​ຫຼາຍ​ຈົນ​ຕ້ອງ​ໄດ້​ແຍກ​ກັນ​ຢູ່. ຢ່າງ​ໃດ​ກໍ​ຕາມ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ການ​ແຍກ​ກັນ​ຢູ່​ເປັນ​ເລື່ອງ​ທີ່​ຮ້າຍແຮງ​ແທ້ໆ ເມື່ອ​ພະອົງ​ເວົ້າ​ຊໍ້າ​ສິ່ງ​ທີ່​ພະເຈົ້າ​ໄດ້​ບອກ​ໄວ້​ໃນ​ຕອນ​ທຳອິດ​ກ່ຽວ​ກັບ​ການ​ແຕ່ງ​ດອງ ແລະ​ຈາກ​ນັ້ນ​ພະອົງ​ໄດ້​ເວົ້າ​ຕື່ມ​ອີກ​ວ່າ: “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ແຕກ​ຈາກ​ກັນ.” (ມັດທາຍ 19:3-6; ຕົ້ນເດີມ 2:24) ເຫັນ​ໄດ້​ວ່າ ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜົວ​ແລະ​ເມຍ​ຢູ່​ນຳ​ກັນ. (1 ໂກລິນໂທ 7:39) ເຮົາ​ທຸກ​ຄົນ​ຕ້ອງ​ຈື່​ໄວ້​ວ່າ ເຮົາ​ຕ້ອງ​ໃຫ້​ການ​ຕໍ່​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ປະພຶດ​ຂອງ​ເຮົາ. ການ​ສຳນຶກ​ໃນ​ເລື່ອງ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ແກ້ໄຂ​ບັນຫາ​ຢ່າງ​ໄວ​ວາ​ກ່ອນ​ທີ່​ມັນ​ຈະ​ຮ້າຍແຮງ​ກວ່າ​ເກົ່າ.

ຄູ່​ຜົວ​ເມຍ​ຄລິດສະຕຽນ​ຫາ​ທາງ​ແກ້ໄຂ​ບັນຫາ​ໄດ້​ຍ້ອນ​ວ່າ​ເຂົາ​ເຈົ້າ​ຍອມ​ໃຫ້​ພະເຈົ້າ​ຊີ້​ນຳ

12. ສິ່ງ​ໃດ​ອາດ​ເປັນ​ສາເຫດ​ເຮັດ​ໃຫ້​ຜົວ​ເມຍ​ຄິດ​ທີ່​ຈະ​ແຍກ​ກັນ​ຢູ່?

12 ເປັນ​ຫຍັງ​ບາງ​ຄູ່​ຈຶ່ງ​ມີ​ບັນຫາ​ທີ່​ຮ້າຍແຮງ? ສຳລັບ​ບາງ​ຄົນ ຊີວິດ​ຄູ່​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ຕາມ​ທີ່​ຄາດ​ຫວັງ​ໄວ້​ແລະ​ເຂົາ​ເຈົ້າ​ຈຶ່ງ​ຮູ້ສຶກ​ຜິດ​ຫວັງ​ຫຼື​ໃຈ​ຮ້າຍ. ສ່ວນ​ຫຼາຍ ບັນຫາ​ທີ່​ເກີດ​ຂຶ້ນ​ແມ່ນ​ຍ້ອນ​ຄົນ​ເຮົາ​ຖືກ​ລ້ຽງ​ດູ​ມາ​ໃນ​ວິທີ​ທີ່​ແຕກຕ່າງ​ກັນ ຫຼື​ຍ້ອນ​ວິທີ​ຕອບ​ສະໜອງ​ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ​ທີ່​ບໍ່​ຄື​ກັນ. ການ​ມີ​ບັນຫາ​ກັບ​ພໍ່​ແມ່​ຂອງ​ຜົວ​ຫຼື​ເມຍ ຫຼື​ການ​ບໍ່​ເຫັນ​ດີ​ນຳ​ກັນ​ໃນ​ວິທີ​ການ​ໃຊ້​ເງິນ​ຫຼື​ວິທີ​ການ​ລ້ຽງ​ດູ​ລູກ ສິ່ງ​ເຫຼົ່າ​ນີ້​ສາມາດ​ກໍ່​ບັນຫາ​ໄດ້. ແຕ່​ໜ້າ​ຍິນດີ​ທີ່​ເຫັນ​ຄູ່​ຜົວ​ເມຍ​ຄລິດສະຕຽນ​ຫາ​ທາງ​ແກ້ໄຂ​ບັນຫາ​ໄດ້​ຍ້ອນ​ວ່າ​ເຂົາ​ເຈົ້າ​ຍອມ​ໃຫ້​ພະເຈົ້າ​ຊີ້​ນຳ.

13. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ພຽງ​ພໍ​ເຊິ່ງ​ເຮັດ​ໃຫ້​ຜົວ​ເມຍ​ແຍກ​ກັນ​ຢູ່​ໄດ້?

13 ມີ​ເຫດຜົນ​ພຽງ​ພໍ​ທີ່​ອາດ​ເຮັດ​ໃຫ້​ຜົວ​ເມຍ​ແຍກ​ກັນ​ຢູ່​ໄດ້. ສະຖານະການ​ຕ່າງໆທີ່​ຮ້າຍແຮງ​ເຊິ່ງ​ເປັນ​ສາເຫດ​ເຮັດ​ໃຫ້​ບາງ​ຄົນ​ເລືອກ​ທີ່​ຈະ​ແຍກ​ກັນ​ຢູ່​ແມ່ນ: ການ​ຈົງໃຈ​ບໍ່​ລ້ຽງ​ດູ​ຄອບຄົວ ການ​ທຳ​ຮ້າຍ​ຮ່າງກາຍ​ຢ່າງ​ຮຸນແຮງ ແລະ​ການ​ເຮັດ​ໃຫ້​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ຕົກ​ຢູ່​ໃນ​ອັນຕະລາຍ. ເມື່ອ​ມີ​ບັນຫາ​ທີ່​ຮ້າຍແຮງ​ເກີດ​ຂຶ້ນ ຄູ່​ຜົວ​ເມຍ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່. ຄົນ​ເຫຼົ່າ​ນັ້ນ​ມີ​ປະສົບການ​ຫຼາຍ​ແລະ​ສາມາດ​ຊ່ວຍ​ຄູ່​ຜົວ​ເມຍ​ໃຫ້​ໃຊ້​ຄຳ​ແນະນຳ​ຂອງ​ພະເຈົ້າ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ເມື່ອ​ຄູ່​ຜົວ​ເມຍ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ ພະລັງ​ນັ້ນ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ນຳ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ໃຫ້​ສະແດງ​ຄຸນ​ລັກສະນະ​ຕ່າງໆຂອງ​ຄລິດສະຕຽນ. (ຄາລາຊີ 5:22, 23) [2]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ

14. ຄຳພີ​ໄບເບິນ​ບອກ​ແນວ​ໃດ​ແກ່​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ເຊິ່ງ​ຄູ່​ຂອງ​ຕົນ​ເອງ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ?

14 ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ເຫດຜົນ​ທີ່​ດີ​ທີ່​ຜົວ​ແລະ​ເມຍ​ຈະ​ຢູ່​ນຳ​ກັນ​ເຖິງ​ວ່າ​ຝ່າຍ​ໜຶ່ງ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. (ອ່ານ 1 ໂກລິນໂທ 7:12-14) ຝ່າຍ​ຜົວ​ຫຼື​ເມຍ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ “ເປັນ​ທີ່​ຕັ້ງ​ໄວ້” ຫຼື​ບໍລິສຸດ​ກໍ​ຍ້ອນ​ວ່າ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ລູກ​ນ້ອຍ​ຂອງ​ເຂົາ​ເຈົ້າ​ກໍ​ຖື​ວ່າ “ບໍລິສຸດ” ແລະ​ດ້ວຍ​ເຫດ​ນັ້ນ​ຈຶ່ງ​ຢູ່​ພາຍ​ໃຕ້​ການ​ປົກ​ປ້ອງ​ຈາກ​ພະອົງ. ໂປໂລ​ກະຕຸ້ນ​ເຕືອນ​ຄູ່​ຜົວ​ເມຍ​ຄລິດສະຕຽນ​ວ່າ: “ຜູ້​ເປັນ​ເມຍ ເຈົ້າ​ຮູ້ຈັກ​ສິ່ງ​ໃດ​ວ່າ​ເຈົ້າ​ຈະ​ບໍ່​ຊ່ອຍ​ຜົວ​ໃຫ້​ພົ້ນ​ຫຼື? ຫຼື​ທ່ານ​ຜູ້​ເປັນ​ຜົວ ທ່ານ​ຮູ້ຈັກ​ສິ່ງ​ໃດ​ວ່າ​ທ່ານ​ຈະ​ບໍ່​ຊ່ອຍ​ເມຍ​ໃຫ້​ພົ້ນ​ຫຼື?” (1 ໂກລິນໂທ 7:16) ມີ​ຕົວຢ່າງ​ທີ່​ດີ​ຂອງ​ຜົວ​ແລະ​ເມຍ​ຄລິດສະຕຽນ​ຫຼາຍ​ຄົນ​ທີ່​ໄດ້​ຊ່ວຍ​ຄູ່​ຂອງ​ຕົນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ.

15, 16. (ກ) ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ຫຍັງ​ແກ່​ເມຍ​ຄລິດສະຕຽນ​ເຊິ່ງ​ມີ​ຜົວ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ? (ຂ) ຄລິດສະຕຽນ​ຄວນ​ມີ​ທ່າທີ​ແນວ​ໃດ “ຖ້າ​ແມ່ນ​ຜູ້​ທີ່​ບໍ່​ເຊື່ອ​ຈະ​ໄປ”?

15 ອັກຄະສາວົກ​ເປໂຕ​ໄດ້​ແນະນຳ​ເມຍ​ທີ່​ເປັນ​ຄລິດສະຕຽນ​ໃຫ້​ຢູ່​ໃຕ້​ອຳນາດ​ຜົວ “ເພື່ອ​ວ່າ​ຖ້າ​ຜົວ​ຄົນ​ໃດ​ບໍ່​ເຊື່ອ​ພະ​ຄຳ​ຂອງ​ພະເຈົ້າ ຄວາມ​ປະພຶດ​ຂອງ​ເມຍ​ກໍ​ອາດ​ຊະນະໃຈ​ຜົວ​ໃຫ້​ເຊື່ອ​ໄດ້. ພວກ​ທ່ານ​ບໍ່​ຈຳເປັນ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ເຂົາ​ຈະ​ເຫັນ​ຄວາມ​ປະພຶດ​ອັນ​ບໍລິສຸດ​ແລະ​ອ່ອນ​ນ້ອມ​ຂອງ​ພວກ​ທ່ານ. ສ່ວນ​ການ​ຕົກແຕ່ງ​ຕົວ​ນັ້ນ ຢ່າ​ໃຫ້​ສວຍ​ງາມ​ແຕ່​ພາຍ​ນອກ​ຄື: ການ​ແຕ່ງ​ຜົມ, ການ​ໃສ່​ເພັດ​ພອຍ, ແລະ​ການ​ນຸ່ງ​ຖື. ແຕ່​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ປະກອບ​ດ້ວຍ​ການ​ປະດັບ​ທີ່​ມີ​ຢູ່​ພາຍ​ໃນ ເຊິ່ງ​ເປັນ​ຄວາມ​ງາມ​ອັນ​ບໍ່​ຮູ້​ເຊື່ອມ​ສູນ​ຈາກ​ຄວາມ​ອ່ອນ​ສຸພາບ​ແລະ​ຈິດ​ໃຈ​ສະຫງົບ​ງຽບ ເຊິ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ.”—1 ເປໂຕ 3:1-4, ທ.ປ.

16 ຈະ​ວ່າ​ແນວ​ໃດ​ຖ້າ​ຝ່າຍ​ຜົວ​ຫຼື​ເມຍ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ເລືອກ​ທີ່​ຈະ​ແຍກ​ກັນ​ຢູ່? ຄຳພີ​ໄບເບິນ​ກ່າວ​ວ່າ: “ຖ້າ​ແມ່ນ​ຜູ້​ທີ່​ບໍ່​ເຊື່ອ​ຈະ​ໄປ​ກໍ​ໃຫ້​ເພິ່ນ​ໄປ ຖ້າ​ເພິ່ນ​ໄປ​ຢ່າງ​ນັ້ນ​ພີ່​ນ້ອງ​ຜູ້​ໃດ​ເປັນ​ຊາຍ​ຫຼື​ຍິງ​ບໍ່​ຕ້ອງ​ຈຳເປັນ​ຈຳ​ຢູ່​ນຳ​ກັນ ແຕ່​ວ່າ​ພະເຈົ້າ​ໄດ້​ເອີ້ນ​ເຮົາ​ທັງ​ຫຼາຍ​ໃຫ້​ຢູ່​ໃນ​ຄວາມ​ສຸກ​ສຳລານ.” (1 ໂກລິນໂທ 7:15) ເຖິງ​ວ່າ​ການ​ແຍກ​ກັນ​ຢູ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ສະຫງົບ​ສຸກ ແຕ່​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ຝ່າຍ​ຜົວ​ຫຼື​ເມຍ​ທີ່​ເປັນ​ຄລິດສະຕຽນ​ບໍ່​ມີ​ອິດ​ສະຫຼະ​ທີ່​ຈະ​ແຕ່ງ​ດອງ​ໃໝ່. ແຕ່​ລາວ​ຈະ​ບໍ່​ພະຍາຍາມ​ບັງຄັບ​ໃຫ້​ຄູ່​ຂອງ​ລາວ​ຢູ່​ນຳ. ບາງ​ຄັ້ງ​ຝ່າຍ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ອາດ​ຕັດສິນ​ໃຈ​ທີ່​ຈະ​ກັບ​ຄືນ​ມາ​ຢູ່​ນຳ​ກັນ​ອີກ​ໂດຍ​ຕ້ອງການ​ທີ່​ຈະ​ຟື້ນຟູ​ຊີວິດ​ຄູ່. ໃນ​ອະນາຄົດ ລາວ​ອາດ​ຈະ​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ໄດ້.

ສິ່ງ​ໃດ​ຄວນ​ຈະ​ມາ​ກ່ອນ​ຊີວິດ​ຄູ່​ຂອງ​ເຮົາ?

ເມື່ອ​ເຮົາ​ເອົາ​ໃສ່​ໃຈ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ ເຮົາ​ກໍ​ສາມາດ​ເຮັດ​ໃຫ້​ຊີວິດ​ຄູ່​ມີຄວາມ​ສຸກ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 17)

17. ສຳລັບ​ຄູ່​ຜົວ​ເມຍ​ຄລິດສະຕຽນ ສິ່ງ​ໃດ​ຄວນ​ມາ​ກ່ອນ?

17 ເນື່ອງ​ຈາກ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ​ຕອນ​ທ້າຍ​ຂອງ “ສະໄໝ​ສຸດ​ທ້າຍ” ເຮົາ​ຈຶ່ງ​ປະສົບ​ກັບ “ວິກິດການ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” (2 ຕີໂມເຕ 3:1-5, ລ.ມ.) ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ປົກ​ປ້ອງ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ​ເອົາ​ໄວ້. ໂປໂລ​ຂຽນ​ວ່າ: ‘ເວລາ​ກໍ​ສັ້ນ​ເຂົ້າ​ແລ້ວ. ແຕ່​ນີ້​ຕໍ່​ໄປ​ຄົນ​ທີ່​ມີ​ເມຍ​ຕ້ອງ​ເປັນ​ເໝືອນ​ບໍ່​ມີ . . . ແລະ​ຄົນ​ທີ່​ໃຊ້​ປະໂຫຍດ​ຈາກ​ໂລກ​ນີ້​ເໝືອນ​ຄົນ​ທີ່​ບໍ່​ໃຊ້​ຢ່າງ​ເຕັມທີ.’ (1 ໂກລິນໂທ 7:29-31) ໂປໂລ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ຄວນ​ຖິ້ມ​ປະ​ລະເລີຍ​ຄູ່​ຂອງ​ເຂົາ​ເຈົ້າ. ແຕ່​ເນື່ອງ​ຈາກ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ ເຮົາ​ຕ້ອງ​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ມາ​ກ່ອນ​ສິ່ງ​ອື່ນໆ.—ມັດທາຍ 6:33

18. ເປັນ​ຫຍັງ​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ຄລິດສະຕຽນ​ຈະ​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ຄູ່?

18 ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ນີ້ ເຮົາ​ເຫັນ​ວ່າ​ຊີວິດ​ຄູ່​ຂອງ​ຫຼາຍ​ຄົນ​ບໍ່​ປະສົບ​ຜົນ​ສຳເລັດ. ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ? ເປັນ​ໄປ​ໄດ້ ຖ້າ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ​ສະເໝີ ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ເມື່ອ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ນັບຖື “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ.”—ມາລະໂກ 10:9

^ [1] (ຂໍ້ 5) ຊື່​ສົມມຸດ.

^ [2] (ຂໍ້ 13) ເບິ່ງ​ໃນ​ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໃນ​ພາກ​ຜະໜວກ “ທັດສະນະ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຢ່າ​ຮ້າງ​ແລະ​ການ​ແຍກ​ກັນ​ຢູ່” ໜ້າ 219-221.