ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົດ​ໝາຍ​ເຫດ​ຂອງ​ເຮົາ

“ເມື່ອ​ໃດ​ເຮົາ​ຈະ​ມີ​ປະຊຸມ​ໃຫຍ່​ອີກ?”

“ເມື່ອ​ໃດ​ເຮົາ​ຈະ​ມີ​ປະຊຸມ​ໃຫຍ່​ອີກ?”

ຕອນ​ນັ້ນ​ເປັນ​ທ້າຍ​ເດືອນ​ພະຈິກ ປີ 1932 ໃນ​ເມືອງ​ເ​ມັກ​ຊິ​ໂກ​ເຊິ່ງ​ເປັນ​ເມືອງ​ທີ່​ວຸ່ນວາຍ​ແລະ​ມີ​ປະຊາກອນ​ຫຼາຍ​ກວ່າ 1 ລ້ານ​ຄົນ. ໜຶ່ງ​ອາທິດ​ກ່ອນ​ໜ້າ​ນັ້ນ​ມີ​ການ​ຕິດ​ຕັ້ງ​ສັນຍານ​ໄຟ​ຈາ​ລະ​ຈອນ​ເປັນ​ຄັ້ງ​ທຳອິດ​ຢູ່​ເມືອງ​ນັ້ນ ແຕ່​ຕອນ​ນີ້​ຜູ້​ຄົນ​ກຳລັງ​ຕື່ນ​ເຕັ້ນ​ກັບ​ອີກ​ເລື່ອງ​ໜຶ່ງ. ມີ​ນັກ​ຂ່າວ​ຫຼາຍ​ຄົນ​ຖື​ກ້ອງ​ຖ່າຍ​ຮູບ​ຢູ່​ທີ່​ສະຖານີ​ລົດ​ໄຟ​ເພື່ອ​ຖ້າ​ແຂກ​ຄົນ​ສຳຄັນ​ຄົນ​ໜຶ່ງ. ຄົນ​ນັ້ນ​ແມ່ນ​ໃຜ? ລາວ​ແມ່ນ ໂຈ​ເຊ​ບ. ເ​ອັບ​ຟ. ຣັດເທີ​ຝອດ ປະທານ​ສະມາຄົມ​ວັອດທາວເວີ. ນອກ​ຈາກ​ນັກ​ຂ່າວ​ແລ້ວ ຍັງ​ມີ​ພະຍານ​ພະ​ເຢໂຫວາ​ໃນ​ເມືອງ​ເ​ມັກ​ຊິ​ໂກ​ກຳລັງ​ຖ້າ​ຕ້ອນຮັບ​ພີ່​ນ້ອງ​ຣັດເ​ທີ​ຝອດ​ທີ່​ມາ​ຮ່ວມ​ປະຊຸມ​ພາກ 3 ມື້​ນຳ.

ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ ບອກ​ວ່າ: “ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ການ​ປະຊຸມ​ພາກ​ຄັ້ງ​ນີ້​ຈະ​ເປັນ​ຄັ້ງ​ສຳຄັນ​ທີ່​ຕ້ອງ​ບັນທຶກ​ໄວ້​ໃນ​ປະຫວັດສາດ” ໃນ​ການ​ພະຍາຍາມ​ປະກາດ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ໃຫ້​ທົ່ວ​ປະເທດ​ເ​ມັກ​ຊິກ. ການ​ປະຊຸມ​ພາກ​ຂະໜາດ​ນ້ອຍ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ພຽງ 150 ຄົນ. ແຕ່​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ?

ກ່ອນ​ການ​ປະຊຸມ​ພາກ​ຄັ້ງ​ນີ້ ຄວາມ​ຈິງ​ຍັງ​ບໍ່​ໄດ້​ແພ່​ໄປ​ຫຼາຍ​ໃນ​ປະເທດ​ເ​ມັກ​ຊິກ. ເຖິງ​ວ່າ​ມີ​ການ​ຈັດການ​ປະຊຸມ​ໃຫຍ່​ຂະໜາດ​ນ້ອຍໆມາ​ຕັ້ງ​ແຕ່​ປີ 1919 ແຕ່​ຫຼັງ​ຈາກ​ປີ​ນັ້ນ​ຈຳນວນ​ປະຊາຄົມ​ກໍ​ຫຼຸດ​ລົງ​ເລື້ອຍໆ. ແຕ່​ເມື່ອ​ຕັ້ງ​ສຳນັກງານ​ສາຂາ​ຢູ່​ເມືອງ​ເ​ມັກ​ຊິ​ໂກ​ໃນ​ປີ 1929 ເບິ່ງ​ຄື​ວ່າ​ສະພາບການ​ກໍ​ດີ​ຂຶ້ນ ແຕ່​ກໍ​ຍັງ​ມີ​ອຸປະສັກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເອົາ​ຊະນະ ເຊັ່ນ: ອົງການ​ໄດ້​ສັ່ງ​ໃຫ້​ເຄາະ​ພໍ​ເ​ທີ (ປັດຈຸບັນ​ເອີ້ນ​ວ່າ​ໄພໂອເນຍ) ບໍ່​ໃຫ້​ເຮັດ​ທຸລະກິດ​ໃນ​ຂະນະ​ທີ່​ກຳລັງ​ປະກາດ. ເຄາະ​ພໍ​ເທີ​ຄົນ​ໜຶ່ງ​ໃຈ​ຮ້າຍ​ຫຼາຍ​ທີ່​ອົງການ​ສັ່ງ​ແບບ​ນີ້ ລາວ​ຈຶ່ງ​ອອກ​ຈາກ​ຄວາມ​ຈິງ​ແລະ​ຕັ້ງ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຂອງ​ຕົວ​ເອງ. ແລະ​ໄລຍະ​ນັ້ນ​ຕ້ອງ​ມີ​ການ​ປ່ຽນ​ຜູ້​ດູ​ແລ​ສາຂາ​ນຳ ຍ້ອນ​ມີ​ການ​ເຮັດ​ຜິດ. ເຫັນ​ໄດ້​ວ່າ​ພະຍານ​ພະ​ເຢໂຫວາ​ທີ່​ພັກດີ​ໃນ​ເ​ມັກ​ຊິກ​ຕ້ອງ​ໄດ້​ຮັບ​ການ​ໜູນ​ໃຈ.

ໃນ​ລະຫວ່າງ​ທີ່​ພີ່​ນ້ອງ​ຣັດເ​ທີ​ຝອດ​ຢ້ຽມ​ຢາມ ລາວ​ໄດ້​ໜູນ​ກຳລັງ​ໃຈ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ຫຼາຍ​ແທ້ໆ ໃນ​ການ​ປະຊຸມ​ໃຫຍ່ ລາວ​ໄດ້​ບັນລະຍາຍ 2 ເລື່ອງ​ທີ່​ກະຕຸ້ນ​ໃຈ ແລະ​ຄຳ​ບັນລະຍາຍ​ຂອງ​ລາວ​ອີກ 5 ເລື່ອງ​ໄດ້​ເປີດ​ທາງ​ວິທະຍຸ. ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ພີ່​ນ້ອງ​ໃຊ້​ສະຖານີ​ວິທະຍຸ​ກະຈາຍ​ສຽງ​ເພື່ອ​ປະກາດ​ຂ່າວ​ດີ​ທົ່ວ​ປະເທດ​ເ​ມັກ​ຊິກ. ຫຼັງ​ຈາກ​ການ​ປະຊຸມ​ໃຫຍ່​ເທື່ອ​ນັ້ນ​ກໍ​ມີ​ການ​ແຕ່ງ​ຕັ້ງ​ຜູ້​ດູ​ແລ​ສາຂາ​ຄົນ​ໃໝ່​ເພື່ອ​ຈັດ​ລະບຽບ​ວຽກ​ໃນ​ເ​ມັກ​ຊິກ​ແລະ​ພະຍານ​ພະ​ເຢໂຫວາ​ທີ່​ນັ້ນ​ກະຕືລືລົ້ນ​ຫຼາຍ​ຂຶ້ນ ແລະ​ຍ້ອນ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈຶ່ງ​ປະກາດ​ຕໍ່​ໄປ​ໄດ້.

ການ​ປະຊຸມ​ໃຫຍ່​ໃນ​ເມືອງ​ເ​ມັກ​ຊິ​ໂກ​ປີ 1941

ໃນ​ປີ 1933 ມີ​ການ​ຈັດການ​ປະຊຸມ​ພາກ 2 ແຫ່ງ​ໃນ​ປະເທດ​ເ​ມັກ​ຊິກ ຢູ່​ທີ່​ເມືອງ​ເວຣາກຣຸດ​ແລະ​ເ​ມັກ​ຊິ​ໂກ. ພີ່​ນ້ອງ​ເຮັດ​ວຽກ​ປະກາດ​ຢ່າງ​ຂະຫຍັນ​ຂັນແຂງ​ແລະ​ກໍ​ເກີດ​ຜົນ​ທີ່​ດີ. ຕົວຢ່າງ: ໃນ​ປີ 1931 ມີ​ຜູ້​ປະກາດ 82 ຄົນ. ແຕ່​ໃນ​ປີ 1941 ກໍ​ເພີ່ມ​ຂຶ້ນ​ເປັນ 10 ເທົ່າ! ແລະ​ມີ​ປະມານ 1.000 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ໃນ​ເມືອງ​ເ​ມັກ​ຊິ​ໂກ​ຂອງ​ປີ​ນັ້ນ.

“ຍ່າງ​ເຕັມ​ຫົນ​ທາງ”

ໃນ​ປີ 1943 ພະຍານ​ພະ​ເຢໂຫວາ​ເລີ່ມ​ໂຄສະນາ​ການ​ປະຊຸມ​ທີ່​ຊື່​ວ່າ: “ຂອງ​ຊົນຊາດ​ທີ່​ເປັນ​ອິດ​ສະຫຼະ” ເຊິ່ງ​ຈັດ​ຂຶ້ນ​ໃນ 12 ເມືອງ​ທົ່ວ​ປະເທດ​ເ​ມັກ​ຊິກ. * (ເບິ່ງ​ໄຂ​ເງື່ອນ) ພີ່​ນ້ອງ​ໂຄສະນາ​ການ​ປະຊຸມ​ໂດຍ​ໃຊ້​ແຜ່ນ​ປ້າຍ​ແບບ​ແຊ​ນ​ວິດ ເຊິ່ງ​ເປັນ​ແຜ່ນ​ປ້າຍ 2 ແຜ່ນ​ແຂວນ​ໃສ່​ບ່າ​ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ​ຂອງ​ລຳ​ໂຕ. ພີ່​ນ້ອງ​ໃຊ້​ປ້າຍ​ໂຄສະນາ​ນີ້​ຕັ້ງ​ແຕ່​ປີ 1936.

ສ່ວນ​ທີ່​ຕັດ​ຈາກ​ວາລະສານ​ປີ 1944 ເປັນ​ຮູບ​ພີ່​ນ້ອງ​ຍ່າງ​ໂຄສະນາ​ການ​ປະຊຸມ​ໃນ​ເມືອງ​ເ​ມັກ​ຊິ​ໂກ​ໂດຍ​ແຂວນ​ແຜ່ນ​ປ້າຍ​ແບບ​ແຊ​ນ​ວິດ

ການ​ໂຄສະນາ​ໂດຍ​ໃຊ້​ແຜ່ນ​ປ້າຍ​ແບບ​ແຊ​ນ​ວິດ​ປະສົບ​ຜົນ​ສຳເລັດ​ຫຼາຍ​ໃນ​ເມືອງ​ເ​ມັກ​ຊິ​ໂກ ຈົນ​ເຮັດ​ໃຫ້​ວາລະສານ​ລາ ນາຊີ​ອົນ ຂຽນ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ໃຫຍ່​ວ່າ: “ມື້​ທຳອິດ​ມີ​ການ​ຂໍ​ໃຫ້​ເຂົາ​ເຈົ້າ​ໄປ​ເຊີນ​ຄົນ​ມາ​ຕື່ມ. ມື້​ຕໍ່​ມາ​ກໍ​ມີ​ຄົນ​ມາ​ຮ່ວມ​ປະຊຸມ​ຈົນ​ລົ້ນ​ສະຖານ​ທີ່.” ຄລິດຕະຈັກ​ກາໂຕລິກ​ບໍ່​ພໍ​ໃຈ​ທີ່​ເປັນ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຕໍ່​ຕ້ານ​ພະຍານ​ພະ​ເຢໂຫວາ ແຕ່​ພີ່​ນ້ອງ​ກໍ​ບໍ່​ຢ້ານ​ແລະ​ຍັງ​ໂຄສະນາ​ການ​ປະຊຸມ​ໃຫຍ່​ນີ້​ຕໍ່​ໄປ. ອີກ​ບົດ​ຄວາມ​ໜຶ່ງ​ໃນ​ວາລະສານ​ລາ ນາຊີ​ອົນ ບອກ​ວ່າ: “ຄົນ​ທັງ​ເມືອງ​ເຫັນ​ໂຄສະນາ​ນີ້.” ແລະ​ຍັງ​ບອກ​ວ່າ​ພີ່​ນ້ອງ​ທັງ​ຜູ້​ຊາຍ​ຜູ້​ຍິງ “ແປງ​ຮ່າງ​ເປັນ ‘ແຊ​ນ​ວິດ’” ບົດ​ຄວາມ​ນີ້​ຍັງ​ມີ​ຮູບ​ພີ່​ນ້ອງ​ທີ່​ຍ່າງ​ຕາມ​ຖະໜົນ​ໃນ​ເມືອງ​ເ​ມັກ​ຊິ​ໂກ​ແລະ​ມີ​ຄຳ​ອະທິບາຍ​ກ້ອງ​ຮູບ​ພາບ​ວ່າ: “ຍ່າງ​ເຕັມ​ຫົນ​ທາງ.”

ຕຽງ​ທີ່ “ນຸ້ມ​ແລະ​ອຸ່ນ​ກວ່າ​ພື້ນ​ຊີມັງ”

ໃນ​ໄລຍະ​ຫຼາຍ​ປີ​ນັ້ນ ພະຍານ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ເສຍ​ສະລະ​ຫຼາຍ​ແທ້ໆເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ຈັດ​ຂຶ້ນ​ບໍ່​ເທົ່າ​ໃດ​ຄັ້ງ​ໃນ​ປະເທດ​ເ​ມັກ​ຊິກ. ພີ່​ນ້ອງ​ຫຼາຍ​ຄົນ​ມາ​ຈາກ​ເຂດ​ບ້ານ​ຫ່າງ​ໄກ​ຄວາມ​ຈະເລີນ​ເຊິ່ງ​ບໍ່​ມີ​ທາງ​ລົດ​ໄຟ​ແລະ​ບໍ່​ມີ​ຮອດ​ຫົນ​ທາງ. ປະຊາຄົມ​ໜຶ່ງ​ຂຽນ​ວ່າ: “ວິທີ​ດຽວ​ທີ່​ຈະ​ຕິດ​ຕໍ່​ເຂດ​ບ້ານ​ນີ້​ຄື​ທາງ​ໂທລະເລກ.” ຄົນ​ທີ່​ຈະ​ອອກ​ຈາກ​ເຂດ​ນີ້​ຕ້ອງ​ຂີ່​ລາ​ຫຼື​ຍ່າງ​ຫຼາຍ​ມື້​ເພື່ອ​ຈະ​ຂຶ້ນ​ລົດ​ໄຟ​ໄປ​ເມືອງ​ທີ່​ຈັດການ​ປະຊຸມ​ໃຫຍ່.

ພະຍານ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ທຸກ​ຍາກ​ແລະ​ບໍ່​ຄ່ອຍ​ມີ​ເງິນ​ທີ່​ຈະ​ມາ​ປະຊຸມ​ໃຫຍ່​ໄດ້. ເມື່ອ​ໄປ​ຮອດ​ທີ່​ນັ້ນ ຫຼາຍ​ຄົນ​ກໍ​ພັກ​ຢູ່​ກັບ​ພີ່​ນ້ອງ​ພະຍານ​ທ້ອງຖິ່ນ​ເຊິ່ງ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ​ດ້ວຍ​ຄວາມ​ຮັກ ສ່ວນ​ຄົນ​ອື່ນໆກໍ​ພັກ​ຢູ່​ຫໍ​ປະຊຸມ. ມີ​ຢູ່​ເທື່ອ​ໜຶ່ງ​ພີ່​ນ້ອງ​ຊາຍ​ປະມານ 90 ຄົນ​ພັກ​ຢູ່​ສຳນັກງານ​ສາຂາ ເຂົາ​ເຈົ້າ​ນອນ​ຢູ່​ແ​ກັດ​ປຶ້ມ. ປຶ້ມ​ປະຈຳ​ປີ ບອກ​ວ່າ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ຂອບໃຈ​ແທ້ໆ ເພາະ​ແ​ກັດ​ປຶ້ມ​ເປັນ​ຕຽງ​ທີ່ “ນຸ້ມ​ແລະ​ອຸ່ນ​ກວ່າ​ພື້ນ​ຊີມັງ.”

ສຳລັບ​ພະຍານ​ພະ​ເຢໂຫວາ​ແລ້ວ​ການ​ໄດ້​ມາ​ພົບ​ປະ​ກັບ​ພີ່​ນ້ອງ​ແມ່ນ​ຄຸ້ມ​ຄ່າ​ແທ້ໆກັບ​ການ​ເສຍ​ສະລະ​ສິ່ງ​ໃດ​ກໍ​ຕາມ. ທຸກ​ມື້​ນີ້ ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 850.000 ຄົນ​ໃນ​ປະເທດ​ເ​ມັກ​ຊິກ ເຂົາ​ເຈົ້າ​ຮູ້​ຄຸນຄ່າ​ຄື​ກັບ​ພີ່​ນ້ອງ​ໃນ​ສະໄໝ​ກ່ອນ. * (ເບິ່ງ​ໄຂ​ເງື່ອນ) ລາຍງານ​ໃນ​ປຶ້ມ​ປະຈຳ​ປີ 1949 ບອກ​ວ່າ ເຖິງ​ວ່າ​ພີ່​ນ້ອງ​ຈະ​ເສຍ​ສະລະ​ຫຼາຍ​ຂະໜາດ​ນັ້ນ ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ກະຕືລືລົ້ນ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ໜ້ອຍ​ລົງ. ການ​ປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ​ເປັນ “ເລື່ອງ​ທີ່​ພີ່​ນ້ອງ​ເວົ້າ​ເຖິງ​ໄປ​ອີກ​ດົນ.” ພີ່​ນ້ອງ​ມັກ​ຈະ​ຖາມ​ແລ້ວ​ຖາມ​ອີກ​ວ່າ: “ເມື່ອ​ໃດ​ເຮົາ​ຈະ​ມີ​ປະຊຸມ​ໃຫຍ່​ອີກ?”—ຈາກ​ຈົດ​ໝາຍ​ເຫດ​ຂອງ​ເຮົາ​ໃນ​ປະເທດ​ອາ​ເມຣິ​ກາ​ກາງ.

^ ຂໍ້ 9 ອີງ​ຕາມ​ປຶ້ມ​ປະຈຳ​ປີ 1944 ການ​ປະຊຸມ​ຄັ້ງ​ນີ້​ເຮັດ​ໃຫ້​ພະຍານ​ພະ​ເຢໂຫວາ​ເປັນ​ທີ່​ຮູ້ຈັກ​ທົ່ວ​ປະເທດ​ເ​ມັກ​ຊິກ.

^ ຂໍ້ 14 ການ​ປະຊຸມ​ອະນຸສອນ​ຢູ່​ໃນ​ປະເທດ​ເ​ມັກ​ຊິກ​ປີ 2016 ມີ​ຜູ້​ເຂົ້າ​ຮ່ວມ​ຈຳນວນ 2.262.646 ຄົນ