ຄວາມຮັກ—ຄຸນລັກສະນະທີ່ມີຄ່າຫຼາຍ
ພະເຢໂຫວາດົນໃຈໂປໂລໃຫ້ຂຽນ 9 ຄຸນລັກສະນະທີ່ເປັນໝາກຜົນຂອງພະລັງບໍລິສຸດ. (ຄາລາຊີ 5:22, 23, ລ.ມ.) ຄຸນລັກສະນະທີ່ດີງາມເຫຼົ່ານີ້ເອີ້ນວ່າ: “ຜົນທີ່ເກີດຈາກພະລັງຂອງພະເຈົ້າ.” * (ເບິ່ງໄຂເງື່ອນ) ໝາກຜົນນີ້ຍັງເປັນສ່ວນໜຶ່ງຂອງ “ລັກສະນະນິດໄສໃໝ່” ທີ່ຄລິດສະຕຽນຕ້ອງປູກຝັງ. (ໂກໂລດ 3:10, ລ.ມ.) ເມື່ອຕົ້ນໄມ້ໄດ້ຮັບນໍ້າຢ່າງພຽງພໍກໍຈະເກີດດອກອອກຜົນ. ຄ້າຍກັນ ເມື່ອຄົນໜຶ່ງຍອມໃຫ້ພະລັງບໍລິສຸດດຳເນີນໃນຊີວິດຢ່າງເຕັມທີ ລາວກໍຈະສະແດງຄຸນລັກສະນະທີ່ດີງາມນີ້ໄດ້.—ຄຳເພງ 1:1-3
ໂປໂລເວົ້າເຖິງຄວາມຮັກເປັນຢ່າງທຳອິດ. ຄຸນລັກສະນະນີ້ມີຄ່າຫຼາຍສໍ່າໃດ? ໂປໂລບອກວ່າ: ຖ້າບໍ່ມີຄວາມຮັກ ລາວກໍ “ບໍ່ມີຄຸນຄ່າຫຍັງ.” (1 ໂກລິນໂທ 13:2, ທ.ປ.) ແຕ່ຄວາມຮັກແມ່ນຫຍັງ? ເຮົາຈະພັດທະນາຄຸນລັກສະນະນີ້ແນວໃດ? ແລະເຮົາສະແດງຄວາມຮັກທຸກໆມື້ໄດ້ແນວໃດ?
ຄວາມຮັກແມ່ນຫຍັງ?
ເຖິງວ່າເປັນເລື່ອງຍາກທີ່ຈະອະທິບາຍວ່າຄວາມຮັກແມ່ນຫຍັງ ແຕ່ຄຳພີໄບເບິນບອກໃຫ້ຮູ້ວ່າຄົນທີ່ຮັກຄົນອື່ນຈະຄິດແລະເຮັດແບບໃດ. ຕົວຢ່າງ: ຄົນທີ່ຮັກຄົນອື່ນຈະ “ອົດກັ້ນແລະເມດຕາກະລຸນາ” ແລະ “ມັກຄວາມຈິງ.” ລາວຈະ “ຍອມທົນຮັບທຸກຢ່າງ ເຊື່ອຢູ່ສະເໝີ ຫວັງຢູ່ສະເໝີ ອົດທົນໄດ້ທຸກຢ່າງ.” ລາວຈະຮູ້ສຶກຜູກພັນຢ່າງເລິກເຊິ່ງຕໍ່ຄົນອື່ນ ເປັນຫ່ວງເຂົາເຈົ້າຫຼາຍແລະເປັນໝູ່ທີ່ພັກດີ. ແຕ່ຄົນທີ່ບໍ່ມີຄວາມຮັກຈະອິດສາ ຍິ່ງຈອງຫອງ ຫຍາບຄາຍ ເຫັນແກ່ຕົວ ແລະຜູກໃຈເຈັບ. ແທນທີ່ຈະສະແດງຄຸນລັກສະນະທີ່ບໍ່ດີແບບນັ້ນ ເຮົາຢາກສະແດງຄວາມຮັກແທ້ຕໍ່ຄົນອື່ນຄືຮັກທີ່ “ບໍ່ເຫັນແກ່ຕົວ.”—1 ໂກລິນໂທ 13:4-8, ລ.ມ.
ພະເຢໂຫວາແລະພະເຍຊູວາງຕົວຢ່າງທີ່ສົມບູນແບບໃນເລື່ອງຄວາມຮັກ
“ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ເຮົາເຫັນຈາກຜົນງານແລະການກະທຳທຸກຢ່າງຂອງພະອົງ. ພະເຢໂຫວາສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດໂດຍສົ່ງພະເຍຊູມາໂລກນີ້ເພື່ອທົນທຸກແລະຕາຍແທນເຮົາ. ໂຢຮັນບອກວ່າ: “ໃນຂໍ້ນີ້ຄວາມຮັກແຫ່ງພະເຈົ້າຝ່າຍພວກເຮົາໄດ້ປາກົດແຈ້ງ ຄືວ່າພະເຈົ້າໄດ້ໃຊ້ພະບຸດອົງດຽວຂອງພະອົງເຂົ້າມາໃນໂລກ ເພື່ອເຮົາທັງຫຼາຍຈະໄດ້ມີຊີວິດດ້ວຍພະບຸດນັ້ນ. ໃນຂໍ້ນີ້ເປັນຄວາມຮັກ ບໍ່ໃຊ່ທີ່ພວກເຮົາໄດ້ຮັກພະເຈົ້າ ແຕ່ວ່າພະອົງໄດ້ຮັກເຮົາທັງຫຼາຍ ແລະໄດ້ໃຊ້ພະບຸດຂອງພະອົງເປັນຄວາມໄຖ່ໂທດບາບຂອງເຮົາທັງຫຼາຍ.” (1 ໂຢຮັນ 4:9, 10) ຍ້ອນພະເຈົ້າຮັກເຮົາ ເຮົາຈຶ່ງໄດ້ຮັບການອະໄພບາບ ມີຄວາມຫວັງແລະໄດ້ຊີວິດ.
ພະເຍຊູຍັງສະແດງວ່າເພິ່ນຮັກມະນຸດໂດຍສະລະຊີວິດເພື່ອເຮັດຕາມຄວາມປະສົງຂອງພະເຈົ້າ. ໂປໂລບອກວ່າ: “ດ້ວຍນໍ້າໃຈນັ້ນ ເຮົາທັງຫຼາຍເປັນທີ່ຕັ້ງໄວ້ຕ່າງຫາກເປັນບໍລິສຸດແລ້ວ ດ້ວຍບູຊາຖວາຍພະກາຍຂອງພະເຍຊູຄລິດເທື່ອດຽວສິ້ນສຸດ.” (ເຫບເລີ 10:9, 10) ບໍ່ມີຜູ້ໃດຈະສະແດງຄວາມຮັກໄດ້ຫຼາຍເທົ່ານີ້. ພະເຍຊູບອກວ່າ: “ບໍ່ມີຜູ້ໃດມີຄວາມຮັກອັນໃຫຍ່ກວ່ານີ້ ຄືວ່າໄດ້ປົງຊີວິດແຫ່ງຕົນຕາງສ່ຽວທັງຫຼາຍແຫ່ງຕົນ.” (ໂຢຮັນ 15:13) ແລ້ວມະນຸດບໍ່ສົມບູນແບບຈະຮຽນແບບຄວາມຮັກຂອງພະເຢໂຫວາແລະພະເຍຊູໄດ້ບໍ? ໄດ້ແທ້! ໃຫ້ເຮົາມາເບິ່ງວ່າເປັນໄດ້ແນວໃດ.
“ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ”
ໂປໂລກະຕຸ້ນເຮົາວ່າ: ‘ຈົ່ງເປັນຜູ້ກະທຳຕາມແບບຢ່າງພະເຈົ້າເໝືອນເປັນລູກທີ່ຮັກຂອງພະເຈົ້າ ແລະຈົ່ງທຽວໄປໃນຄວາມຮັກ [“ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ,” ລ.ມ.] ເໝືອນດັ່ງພະຄລິດໄດ້ຮັກເຮົາ ແລະໄດ້ມອບພະອົງເອງໄວ້ແທນເຮົາ.’ (ເອເຟດ 5:1, 2) ການ “ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ” ໝາຍເຖິງຫຍັງ? ໝາຍເຖິງເຮົາຕ້ອງສະແດງຄວາມຮັກສະເໝີໃນທຸກແງ່ມຸມຂອງຊີວິດ. ເຮົາບໍ່ພຽງແຕ່ເວົ້າວ່າເຮົາຮັກຄົນອື່ນ ແຕ່ເຮົາຕ້ອງລົງມືເຮັດນຳ. ໂຢຮັນຂຽນວ່າ: ‘ລູກນ້ອຍທັງຫຼາຍເອີຍ ເຮົາທັງຫຼາຍຢ່າຊູ່ຮັກດ້ວຍຖ້ອຍຄຳແລະດ້ວຍລີ້ນ ແຕ່ວ່າຮັກດ້ວຍກິດຈະການແລະຄວາມຈິງ.’ (1 ໂຢຮັນ 3:18) ຕົວຢ່າງ: ເຮົາປະກາດ “ຂ່າວດີເລື່ອງລັດຖະບານຂອງພະເຈົ້າ” ຍ້ອນເຮົາຮັກພະເຢໂຫວາແລະຜູ້ຄົນ. (ມັດທາຍ 24:14, ລ.ມ.; ລືກາ 10:27) ເຮົາຍັງ “ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ” ຖ້າເຮົາອົດທົນ ເມດຕາ ແລະໃຫ້ອະໄພ. ເຮົາເຮັດຕາມຄຳແນະນຳໃນພະຄຳພີທີ່ວ່າ: “ພວກເຈົ້າຕ້ອງເຕັມໃຈໃຫ້ອະໄພກັນເໝືອນທີ່ພະເຢໂຫວາເຕັມໃຈໃຫ້ອະໄພເຈົ້າ.”—ໂກໂລດ 3:13, ລ.ມ.
ຖ້າເຮົາແນະນຳຫຼືເຕືອນຄົນອື່ນກໍບໍ່ໄດ້ໝາຍຄວາມວ່າເຮົາບໍ່ຮັກເຂົາເຈົ້າ. ຕົວຢ່າງ: ເພື່ອຈະໃຫ້ລູກເຊົາໄຫ້ ພໍ່ແມ່ບາງຄົນອາດເຮັດທຸກສິ່ງຕາມທີ່ລູກຕ້ອງການ ແຕ່ພໍ່ແມ່ທີ່ຮັກລູກແທ້ໆຈະໜັກແໜ້ນແລະບໍ່ຕາມໃຈລູກເມື່ອເຫັນວ່າຈຳເປັນ. ຄ້າຍກັນ ເຖິງວ່າພະເຢໂຫວາເປັນຄວາມຮັກ ແຕ່ຖ້າ ‘ພະອົງຮັກຜູ້ໃດພະອົງຈຶ່ງຕີສອນຜູ້ນັ້ນ.’ (ເຫບເລີ 12:6) ການຕີສອນຕາມທີ່ຈຳເປັນເປັນການສະແດງຄວາມຮັກ. (ສຸພາສິດ 3:11, 12) ໃຫ້ຈື່ວ່າ ທຸກຄົນເປັນຄົນບາບແລະບໍ່ຄ່ອຍສະແດງຄວາມຮັກ ແຕ່ເຮົາປັບປຸງເລື່ອງນີ້ໄດ້. ເຮົາຈະເຮັດໄດ້ແນວໃດ? ໃຫ້ເຮົາມາເບິ່ງ 3 ວິທີ.
ເຮົາຈະປູກຝັງຄວາມຮັກໄດ້ແນວໃດ?
ວິທີທີ່ 1 ໃຫ້ຂໍພະລັງບໍລິສຸດຈາກພະເຈົ້າຊ່ວຍໃຫ້ເຮົາມີຄວາມຮັກ. ພະເຍຊູບອກວ່າພະເຢໂຫວາ “ປະທານພະວິນຍານ [“ພະລັງ,” ລ.ມ.] ບໍລິສຸດໃຫ້ແກ່ຄົນທັງຫຼາຍທີ່ຂໍກັບພະອົງ.” (ລືກາ 11:13) ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າຖ້າເຮົາອະທິດຖານຂໍພະລັງບໍລິສຸດແລະຍອມໃຫ້ພະລັງນັ້ນຊ່ວຍ ເຮົາກໍຈະສາມາດສະແດງຄວາມຮັກຫຼາຍຂຶ້ນ. (ຄາລາຊີ 5:16) ຕົວຢ່າງ: ຖ້າເຈົ້າເປັນຜູ້ເຖົ້າແກ່ ເຈົ້າສາມາດຂໍພະລັງບໍລິສຸດຊ່ວຍເຈົ້າໃຫ້ສະແດງຄວາມຮັກເມື່ອໃຫ້ຄຳແນະນຳຈາກຄຳພີໄບເບິນກັບຄົນອື່ນ. ແລະຖ້າເຈົ້າເປັນພໍ່ແມ່ ເຈົ້າສາມາດຂໍພະລັງບໍລິສຸດເພື່ອຕີສອນລູກດ້ວຍຄວາມຮັກບໍ່ແມ່ນຍ້ອນຢາກຮ້າຍ.
ວິທີທີ່ 2 ໃຫ້ຄິດເຖິງວິທີທີ່ພະເຍຊູສະແດງຄວາມຮັກເມື່ອຖືກຄົນອື່ນຂົ່ມເຫງ. (1 ເປໂຕ 2:21, 23) ຖ້າບາງຄົນເຮັດໃຫ້ເຈົ້າຮູ້ສຶກເຈັບໃຈ ຫຼືບໍ່ໄດ້ຮັບຄວາມຍຸຕິທຳ ໃຫ້ຖາມຕົວເອງວ່າ: ‘ຖ້າເປັນພະເຍຊູ ເພິ່ນຈະເຮັດແນວໃດ?’ ພີ່ນ້ອງຍິງຊື່ລີຮູ້ສຶກວ່າການຖາມຕົວເອງແບບນີ້ຊ່ວຍລາວໃຫ້ຄິດກ່ອນເຮັດ. ລາວບອກວ່າ: “ຄັ້ງໜຶ່ງ ເພື່ອນຮ່ວມງານຄົນໜຶ່ງສົ່ງອີເມວນິນທາຂ້ອຍກັບວຽກທີ່ຂ້ອຍເຮັດໃຫ້ເພື່ອນຮ່ວມງານຫຼາຍຄົນຟັງ. ຂ້ອຍເສຍໃຈຫຼາຍ ແຕ່ຂ້ອຍຖາມຕົວເອງວ່າ: ‘ຂ້ອຍຈະເຮັດແນວໃດກັບຄົນນີ້ໂດຍຮຽນແບບພະເຍຊູ?’ ເມື່ອຄິດຕຶກຕອງເຖິງສິ່ງທີ່ພະເຍຊູເຮັດ ຂ້ອຍກໍເລີຍປ່ອຍມັນໄປແລະບໍ່ຊາເລື່ອງນັ້ນ. ຕໍ່ມາຂ້ອຍຈຶ່ງຮູ້ວ່າລາວກຳລັງປ່ວຍໜັກແລະມີຄວາມກົດດັນຫຼາຍຢ່າງ. ຂ້ອຍຈຶ່ງສະຫຼຸບວ່າສິ່ງທີ່ລາວຂຽນອາດບໍ່ໄດ້ໝາຍຄວາມວ່າແບບນັ້ນແທ້ໆ. ເມື່ອຄິດເຖິງຕົວຢ່າງຂອງພະເຍຊູເຖິງວ່າຈະຖືກດູຖູກ ແຕ່ເພິ່ນກໍສະແດງຄວາມຮັກ ຂ້ອຍກໍຢາກເຮັດແບບນີ້ກັບເພື່ອນຮ່ວມງານຄົນນັ້ນຄືກັນ.” ຖ້າເຮົາຮຽນແບບພະເຍຊູ ເຮົາຈະສະແດງຄວາມຮັກຕໍ່ຄົນອື່ນສະເໝີ.
ວິທີທີ່ 3 ໃຫ້ຝຶກທີ່ຈະສະແດງຄວາມຮັກແບບເສຍສະລະ. ຄວາມຮັກແບບນີ້ແຫຼະສະແດງວ່າເຮົາເປັນລູກສິດແທ້ຂອງພະເຍຊູ. (ໂຢຮັນ 13:34, 35) ພະເຍຊູສະແດງຄວາມຮັກແບບນີ້ແລະເປັນຕົວຢ່າງທີ່ສົມບູນແບບໃຫ້ເຮົາ. ເພິ່ນເຮັດແນວໃດ? ເພິ່ນອອກຈາກສະຫວັນແລະ “ຍອມທຳລາຍ [“ສະລະ,”ລ.ມ.] ຕົວເອງ” ເຖິງຂັ້ນ “ຕາຍ” ເພື່ອເຮົາ. (ຟີລິບ 2:5-8) ເມື່ອຮຽນແບບຄວາມຮັກແບບເສຍສະລະຂອງພະເຍຊູ ເຮົາຈະຄິດແລະຮູ້ສຶກຄືກັບເພິ່ນຫຼາຍຂຶ້ນ ແລະເຮົາຈະສົນໃຈຄວາມຕ້ອງການຂອງຄົນອື່ນຫຼາຍກວ່າຂອງເຮົາເອງ.
ປະໂຫຍດຂອງການສະແດງຄວາມຮັກ
ການສະແດງຄວາມຮັກມີປະໂຫຍດຫຼາຍຢ່າງ. ຂໍໃຫ້ເບິ່ງ 2 ຕົວຢ່າງນີ້:
-
ເປັນພີ່ນ້ອງກັນທົ່ວໂລກ: ຍ້ອນເຮົາຮັກກັນ ເຮົາຈຶ່ງຮູ້ວ່າພີ່1 ເປໂຕ 5:9) ມີແຕ່ປະຊາຊົນຂອງພະເຈົ້າກຸ່ມດຽວເທົ່ານັ້ນທີ່ມີຄວາມຮັກແບບນີ້.
ນ້ອງທຸກປະຊາຄົມທົ່ວໂລກຈະຍິນດີຕ້ອນຮັບເຮົາຢ່າງອົບອຸ່ນເມື່ອເຮົາໄປຢາມ. ໜ້າຍິນດີແທ້ໆທີ່ຮູ້ວ່າ ‘ພີ່ນ້ອງທັງຫຼາຍທີ່ຢູ່ໃນທົ່ວໂລກ’ ຮັກເຮົາ! ( -
ມີສັນຕິສຸກ: ຄຳພີໄບເບິນບອກວ່າ: ການ ‘ອົດທົນກັນແລະກັນດ້ວຍຄວາມຮັກ’ ເຮັດໃຫ້ເຮົາມີ ‘ສັນຕິສຸກທີ່ຜູກພັນເຮົາໃຫ້ເປັນໜຶ່ງດຽວ.’ (ເອເຟດ 4:2, 3, ລ.ມ.) ເຮົາພົບສັນຕິສຸກແບບນີ້ເມື່ອໄປປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະປະຊຸມພາກ. ເຈົ້າອາດເຫັນດີນຳວ່າສັນຕິສຸກແບບນີ້ຫາຈາກໃສບໍ່ໄດ້ອີກແລ້ວໃນໂລກທີ່ແບ່ງແຍກໃນທຸກມື້ນີ້! (ຄຳເພງ 119:165; ເອຊາອີ 54:13) ເມື່ອເຮົາພະຍາຍາມສ້າງສັນຕິສຸກກັບຄົນອື່ນກໍສະແດງວ່າເຮົາຮັກເຂົາເຈົ້າຈາກໃຈ ແລະເຮົາເຮັດໃຫ້ພໍ່ທີ່ຢູ່ໃນສະຫວັນດີໃຈ.—ຄຳເພງ 133:1-3; ມັດທາຍ 5:9
“ຄວາມຮັກເສີມສ້າງກັນຂຶ້ນ”
ໂປໂລຂຽນວ່າ: “ຄວາມຮັກເສີມສ້າງກັນຂຶ້ນ.” (1 ໂກລິນໂທ 8:1, ລ.ມ.) ລາວໝາຍຄວາມວ່າແນວໃດ? ໃນ 1 ໂກລິນໂທບົດ 13 ເຊິ່ງບາງຄົນເອີ້ນວ່າ: “ບົດເພງຂອງຄວາມຮັກ” ໂປໂລອະທິບາຍເຖິງວິທີທີ່ຄວາມຮັກເສີມສ້າງກັນຂຶ້ນ. ຄວາມຮັກຈະເຮັດໃຫ້ເຮົາຄິດເຖິງຜົນປະໂຫຍດຂອງຄົນອື່ນແລະຄວາມຮັກບໍ່ເຫັນແກ່ຕົວ. (1 ໂກລິນໂທ 10:24; 13:5) ເພາະຄວາມຮັກເຮັດໃຫ້ຄຳນຶງເຖິງຄົນອື່ນ ເປັນຫ່ວງຄົນອື່ນ ເປັນຄົນອົດທົນ ແລະເມດຕາກະລຸນາ. ຄວາມຮັກເຮັດໃຫ້ຄອບຄົວຮັກກັນແລະເຮັດໃຫ້ປະຊາຄົມເປັນໜຶ່ງດຽວ.—ໂກໂລດ 3:14
ການຮັກຄົນອື່ນສາມາດສະແດງອອກໄດ້ຫຼາຍວິທີ ແຕ່ການຮັກພະເຢໂຫວາເປັນຄວາມຮັກທີ່ມີຄ່າແລະເປັນຄວາມຮັກທີ່ເສີມສ້າງທີ່ສຸດ. ຍ້ອນຫຍັງ? ຍ້ອນການຮັກພະເຢໂຫວາເຮັດໃຫ້ພວກເຮົາສາມັກຄີກັນ! ຄົນຈາກທຸກພູມຫຼັງ ທຸກເຊື້ອຊາດ ແລະທຸກພາສາມານະມັດສະການພະອົງຮ່ວມກັນແລະຮັບໃຊ້ພະອົງ “ດ້ວຍໃຈອັນດຽວກັນ.” (ໂຊໂຟນີ 3:9) ດັ່ງນັ້ນ ທຸກໆມື້ໃຫ້ເຮົາຕັ້ງໃຈສະແດງຄວາມຮັກເຊິ່ງເປັນຄຸນລັກສະນະທີ່ມີຄ່າແລະເປັນຜົນທີ່ເກີດຈາກພະລັງຂອງພະເຈົ້າ.
^ ຂໍ້ 2 ນີ້ເປັນບົດຄວາມທຳອິດໃນບົດຄວາມຊຸດ 9 ບົດຄວາມທີ່ຈະເວົ້າເຖິງຄຸນລັກສະນະແຕ່ລະຢ່າງເຊິ່ງເປັນໝາກຜົນທີ່ເກີດຈາກພະລັງຂອງພະເຈົ້າ.