ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເປັນ​ຫຍັງ​ພະທຳ​ມັດທາຍ​ແລະ​ລືກາ​ບັນທຶກ​ເລື່ອງ​ພະ​ເຍຊູ​ຕອນ​ຍັງ​ນ້ອຍ​ບໍ່​ຄື​ກັນ?

ເລື່ອງ​ຂອງ​ພະ​ເຍຊູ​ທັງ​ຕອນ​ເກີດ​ແລະ​ຕອນ​ຍັງ​ນ້ອຍ​ໃນ​ພະທຳ​ສອງ​ເຫຼັ້ມ​ນີ້​ບໍ່​ຄື​ກັນ ເພາະ​ມັດທາຍ​ກັບ​ລືກາ​ເນັ້ນ​ມຸມ​ມອງ​ແລະ​ປະສົບການ​ຂອງ​ຄົນ​ລະ​ຄົນ.

ມັດທາຍ​ເນັ້ນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ໂຢເຊບ. ລາວ​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ໂຢເຊບ​ຕອນ​ທີ່​ຮູ້​ວ່າ​ມາລີ​ຖື​ພາ ລາວ​ເລົ່າ​ວ່າ: ໂຢເຊບ​ຝັນ​ເຫັນ​ທູດ​ສະຫວັນ​ມາ​ອະທິບາຍ​ວ່າ​ເກີດ​ຫຍັງ​ຂຶ້ນ ແລະ​ບອກ​ວ່າ​ໂຢເຊບ​ເຮັດ​ຕາມ​ທີ່​ທູດ​ສະຫວັນ​ບອກ​ແນວ​ໃດ. (ມັດທາຍ 1:19-25) ມັດທາຍ​ຍັງ​ບອກ​ເຖິງ​ວິທີ​ທີ່​ທູດ​ສະຫວັນ​ໄດ້​ເຕືອນ​ໂຢເຊບ​ໃຫ້​ພາ​ຄອບຄົວ​ໜີ​ໄປ​ທີ່​ເອຢິບ ແລະ​ວິທີ​ທີ່​ໂຢເຊບ​ເຊື່ອ​ຟັງ. ຕໍ່​ມາ​ມັດທາຍ​ກໍ​ບອກ​ວ່າ​ໂຢເຊບ​ຝັນ​ອີກ​ວ່າ​ທູດ​ສະຫວັນ​ມາ​ບອກ​ໃຫ້​ກັບ​ໄປ​ອິດສະລາແອນ ແລ້ວ​ໂຢເຊບ​ກໍ​ກັບ​ໄປ​ແລະ​ຕັ້ງ​ຫຼັກ​ປັກ​ຖານ​ຢູ່​ນາຊາເລດ. (ມັດທາຍ 2:13, 14, 19-23) ໃນ 2 ບົດ​ທຳອິດ​ຂອງ​ພະທຳ​ມັດທາຍ ລາວ​ເວົ້າ​ເຖິງ​ຊື່​ໂຢເຊບ 9 ເທື່ອ​ແລະ​ຊື່​ມາລີ​ພຽງ​ແຕ່ 6 ເທື່ອ.

ສ່ວນ​ພະທຳ​ລືກາ​ເນັ້ນ​ເລື່ອງ​ຂອງ​ມາລີ. ລືກາ​ຂຽນ​ເຫດການ​ທີ່​ທູດ​ສະຫວັນ​ຄາບ​ລຽນ​ມາ​ຫາ​ມາລີ​ແລະ​ມາລີ​ໄປ​ຢາມ​ເອລີຊາເບດ​ແລະ​ບັນທຶກ​ຄຳ​ທີ່​ມາລີ​ສັນລະເສີນ​ພະ​ເຢໂຫວາ. (ລືກາ 1:26-56) ລືກາ​ຍັງ​ບອກ​ວ່າ​ຊີເມໂອນ​ເວົ້າ​ກັບ​ມາລີ​ວ່າ​ໃນ​ອະນາຄົດ​ພະ​ເຍຊູ​ຈະ​ຕ້ອງ​ທົນ​ທຸກ​ທໍລະມານ. ນອກ​ຈາກ​ນັ້ນ ລືກາ​ຍັງ​ເວົ້າ​ເຖິງ​ເຫດການ​ຕອນ​ພະ​ເຍຊູ​ອາຍຸ 12 ປີ​ທີ່​ໄປ​ວິຫານ​ກັບ​ຄອບຄົວ. ໃນ​ບັນທຶກ​ນີ້ ລືກາ​ກໍ​ຍົກ​ຄຳ​ເວົ້າ​ຂອງ​ມາລີ​ບໍ່​ແມ່ນ​ຂອງ​ໂຢເຊບ ແລະ​ລາວ​ຍັງ​ບອກ​ວ່າ​ມາລີ​ປະທັບ​ໃຈ​ເຫດການ​ເຫຼົ່າ​ນັ້ນ​ຫຼາຍ. (ລືກາ 2:19, 34, 35, 48, 51) ໃນ 2 ບົດ​ທຳອິດ​ຂອງ​ພະທຳ​ລືກາ ລາວ​ເວົ້າ​ເຖິງ​ຊື່​ມາລີ 14 ເທື່ອ ແລະ​ໂຢເຊບ​ພຽງ​ແຕ່ 4 ເທື່ອ. ດັ່ງ​ນັ້ນ ມັດທາຍ​ເນັ້ນ​ມຸມ​ມອງ​ແລະ​ການ​ກະທຳ​ຂອງ​ໂຢເຊບ ສ່ວນ​ລືກາ​ເນັ້ນ​ມຸມ​ມອງ​ແລະ​ສິ່ງ​ທີ່​ມາລີ​ປະສົບ.

ພະທຳ​ກິດຕິຄຸນ 2 ເຫຼັ້ມ​ນີ້​ຍັງ​ເວົ້າ​ເຖິງ​ລາຍ​ຊື່​ເຊື້ອ​ສາຍ​ຂອງ​ພະ​ເຍຊູ​ບໍ່​ຄື​ກັນ. ມັດທາຍ​ໄດ້​ເວົ້າ​ເຖິງ​ລາຍ​ຊື່​ເຊື້ອ​ສາຍ​ຂອງ​ໂຢເຊບ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຢູ່ໃນ​ຖານະ​ລູກ​ລ້ຽງ​ຂອງ​ໂຢເຊບ​ມີ​ສິດ​ທາງ​ກົດ​ໝາຍ​ທີ່​ຈະ​ໄດ້​ສືບ​ທອດ​ຕຳແໜ່ງ​ກະສັດ​ຈາກ​ດາວິດ. ຍ້ອນ​ຫຍັງ? ຍ້ອນ​ໂຢເຊບ​ເປັນ​ລູກ​ຫຼານ​ຂອງ​ຊາໂລໂມນ​ລູກ​ຊາຍ​ຂອງ​ກະສັດ​ດາວິດ. (ມັດທາຍ 1:6, 16) ສ່ວນ​ລືກາ​ເວົ້າ​ເຖິງ​ລາຍ​ຊື່​ເຊື້ອ​ສາຍ​ຂອງ​ມາລີ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ສິດ​ທາງ​ສາຍ​ເລືອດ​ທີ່​ຈະ​ສືບ​ທອດ​ຕຳແໜ່ງ​ຂອງ​ກະສັດ​ດາວິດ. ຍ້ອນ​ຫຍັງ? ຍ້ອນ​ມາລີ​ເປັນ​ລູກ​ຫຼານ​ຂອງ​ນາທານ​ລູກ​ຊາຍ​ຂອງ​ກະສັດ​ດາວິດ (ລືກາ 3:31) ພະ​ເຍຊູ​ຈຶ່ງ​ເປັນ “ເຊື້ອ​ສາຍ​ຂອງ​ກະສັດ​ດາວິດ​ຕາມ​ເນື້ອ​ໜັງ.” (ໂລມ 1:3) ນອກ​ຈາກ​ນັ້ນ ລືກາ​ບອກ​ວ່າ​ໂຢເຊບ​ເປັນ​ລູກ​ຂອງ​ເຫລີ ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ບອກ​ວ່າ​ທີ່​ຈິງ​ແລ້ວ​ເຫລີ​ເປັນ​ພໍ່​ຂອງ​ມາລີ? ເຫດຜົນ​ກໍ​ຄື ປົກກະຕິ​ແລ້ວ​ການ​ບັນທຶກ​ລາຍ​ຊື່​ເຊື້ອ​ສາຍ​ຂອງ​ທາງ​ການ​ມັກ​ຈະ​ມີ​ແຕ່​ຊື່​ຜູ້​ຊາຍ​ເທົ່າ​ນັ້ນ. ດັ່ງ​ນັ້ນ ຕອນ​ທີ່​ລືກາ​ບອກ​ວ່າ​ໂຢເຊບ​ເປັນ​ລູກ​ຂອງ​ເຫລີ ທຸກ​ຄົນ​ກໍ​ຮູ້​ວ່າ​ແທ້ໆແລ້ວ​ໂຢເຊບ​ເປັນ​ລູກ​ເຂີຍ​ຂອງ​ເຫລີ.—ລືກາ 3:23

ລາຍ​ຊື່​ເຊື້ອ​ສາຍ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ພະທຳ​ມັດທາຍ​ແລະ​ລືກາ​ພິສູດ​ວ່າ ພະ​ເຍຊູ​ເປັນ​ເມຊີ​ຕາມ​ທີ່​ພະເຈົ້າ​ໄດ້​ສັນຍາ​ໄວ້. ຂໍ້​ເທັດ​ຈິງ​ທີ່​ວ່າ​ພະ​ເຍຊູ​ເປັນ​ລູກ​ຫຼານ​ຂອງ​ກະສັດ​ດາວິດ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ​ທົ່ວໄປ ຂະໜາດ​ທີ່​ວ່າ​ພວກ​ຟາລິຊຽນ​ກັບ​ຊາດຶເຊເອນ​ກໍ​ບໍ່​ໄດ້​ປະຕິເສດ​ເລື່ອງ​ນີ້. ລາຍ​ຊື່​ເຊື້ອ​ສາຍ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ພະທຳ​ມັດທາຍ​ແລະ​ລືກາ​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ອື່ນໆຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ​ຢ່າງ​ແນ່ນອນ.