ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ຈະ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່​ແລະ​ໃສ່​ໄວ້​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

ເຮົາ​ຈະ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່​ແລະ​ໃສ່​ໄວ້​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

‘ສວມ​ໃສ່​ສະພາບ​ມະນຸດ​ຄົນ​ໃຫມ່ [“ລັກສະນະ​ນິດໄສ​ໃໝ່,” ລ.ມ.].’—ໂກໂລດ 3:10

ເພງ: 126, 28

1, 2. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່? (ຂ) ໃນ​ໂກໂລດ 3:10-14 ເວົ້າ​ເຖິງ​ຄຸນ​ລັກສະນະ​ຫຍັງ​ແດ່​ຂອງ​ລັກສະນະ​ນິດໄສ​ໃໝ່?

ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ເຮົາ​ພົບ​ສຳນວນ “ລັກສະນະ​ນິດໄສ​ໃໝ່” ສອງ​ຄັ້ງ. (ເອເຟດ 4:24, ລ.ມ.; ໂກໂລດ 3:10) ສຳນວນ​ນີ້​ໝາຍ​ເຖິງ​ລັກສະນະ​ນິດໄສ​ທີ່​ຖືກ “ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງການ.” ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ສວມ​ໃສ່​ລັກສະນະ​ນິດໄສ​ໃໝ່​ນີ້? ໄດ້​ແທ້! ພະ​ເຢໂຫວາ​ສ້າງ​ມະນຸດ​ຕາມ​ຮູບ​ຂອງ​ພະອົງ ດັ່ງ​ນັ້ນ ເຮົາ​ຈຶ່ງ​ສາມາດ​ຮຽນ​ແບບ​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆຂອງ​ພະອົງ​ໄດ້.—ຕົ້ນເດີມ 1:26, 27; ເອເຟດ 5:1

2 ເຮົາ​ຮູ້​ວ່າ​ເຮົາ​ໄດ້​ຮັບ​ຄວາມ​ບໍ່​ສົມບູນ​ຈາກ​ພໍ່​ແມ່​ຄູ່​ທຳອິດ ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ຄວາມ​ຕ້ອງການ​ທີ່​ຜິດ​ໃນ​ບາງ​ຄັ້ງ ແລະ​ເຮົາ​ຍັງ​ໄດ້​ຮັບ​ອິດທິພົນ​ຈາກ​ສິ່ງ​ທີ່​ຢູ່​ອ້ອມ​ຕົວ​ເຮົາ. ແຕ່​ຍ້ອນ​ພະ​ເຢໂຫວາ​ເມດຕາ​ແລະ​ຊ່ວຍ​ເຫຼືອ​ເຮົາ ເຮົາ​ຈຶ່ງ​ເປັນ​ຄົນ​ທີ່​ພະອົງ​ຢາກ​ໃຫ້​ເປັນ​ໄດ້. ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ນີ້ ໃຫ້​ເຮົາ​ມາ​ເບິ່ງ​ຄຸນ​ລັກສະນະ​ຕ່າງໆທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ລັກສະນະ​ນິດໄສ​ໃໝ່. (ອ່ານ​ໂກໂລດ 3:10-14) ຈາກ​ນັ້ນ ເຮົາ​ຈະ​ເຫັນ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ໃນ​ວຽກ​ຮັບໃຊ້.

ພວກ​ເຮົາ “ເປັນ​ອັນ​ໜຶ່ງ​ອັນ​ດຽວ”

3. ຄຸນ​ລັກສະນະ​ຢ່າງ​ໜຶ່ງ​ຂອງ​ລັກສະນະ​ນິດໄສ​ໃໝ່​ແມ່ນ​ຫຍັງ?

3 ໂປໂລ​ອະທິບາຍ​ວ່າ​ຄວາມ​ບໍ່​ລຳອຽງ​ເປັນ​ສ່ວນ​ສຳຄັນ​ຂອງ​ລັກສະນະ​ນິດໄສ​ໃໝ່. ລາວ​ບອກ​ວ່າ: ໃນ​ທີ່​ນີ້​ຈະ​ບໍ່​ມີ​ການ​ແບ່ງ​ແຍກ​ລະຫວ່າງ ‘ພວກ​ເຫເລນ​ແລະ​ພວກ​ຢູເດ ການ​ຮັບ​ສິນຕັດ​ແລະ​ການ​ບໍ່​ຮັບ​ສິນຕັດ ຄົນ​ຕ່າງ​ປະເທດ ຊາວ​ຊີດ ຄົນ​ທາດ ຫຼື​ຄົນ​ບໍ່​ໃຊ່​ທາດ.’ * (ເບິ່ງ​ໄຂ​ເງື່ອນ) ໃນ​ປະຊາຄົມ​ບໍ່​ຄວນ​ມີ​ໃຜ​ຮູ້ສຶກ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ​ຍ້ອນ​ເຊື້ອ​ຊາດ ສັນຊາດ ຫຼື​ຖານະ​ທາງ​ສັງຄົມ. ຍ້ອນ​ຫຍັງ? ຍ້ອນ​ເຮົາ​ທຸກ​ຄົນ​ທີ່​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ “ເປັນ​ອັນ​ໜຶ່ງ​ອັນ​ດຽວ.”—ໂກໂລດ 3:11; ຄາລາຊີ 3:28

ເຮົາ​ປະຕິບັດ​ກັບ​ທຸກ​ຄົນ​ດ້ວຍ​ຄວາມ​ນັບຖື​ແລະ​ໃຫ້​ກຽດ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມີ​ເຊື້ອ​ຊາດ​ຫຼື​ພູມ​ຫຼັງ​ແບບ​ໃດ​ກໍ​ຕາມ

4. (ກ) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ? (ຂ) ສະພາບການ​ແບບ​ໃດ​ທີ່​ເຮັດ​ໃຫ້​ຍາກ​ສຳລັບ​ຄລິດສະຕຽນ​ທີ່​ຈະ​ເປັນ​ໜຶ່ງ​ດຽວ​ກັນ?

4 ເມື່ອ​ເຮົາ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່ ເຮົາ​ຈະ​ປະຕິບັດ​ກັບ​ທຸກ​ຄົນ​ດ້ວຍ​ຄວາມ​ນັບຖື​ແລະ​ໃຫ້​ກຽດ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມີ​ເຊື້ອ​ຊາດ​ຫຼື​ພູມ​ຫຼັງ​ແບບ​ໃດ​ກໍ​ຕາມ. (ໂລມ 2:11) ໃນ​ບາງ​ຂົງ​ເຂດ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ແບບ​ນີ້. ຕົວຢ່າງ: ໃນ​ອະດີດ ລັດຖະບານ​ຂອງ​ປະເທດ​ອາ​ຝຼິກ​ກາ​ໃຕ້​ໄດ້​ກຳນົດ​ບ່ອນ​ຢູ່​ອາໄສ​ໃຫ້​ຄົນ​ທີ່​ມີ​ເຊື້ອ​ຊາດ​ແລະ​ສີ​ຜິວ​ຕ່າງ​ກັນ. ຫຼາຍ​ປີ​ທີ່​ຜ່ານ​ມາ​ຄົນ​ສ່ວນ​ຫຼາຍ​ລວມ​ເຖິງ​ພະຍານ​ພະ​ເຢໂຫວາ​ກໍ​ຍັງ​ອາໄສ​ຢູ່​ໃນ​ບ່ອນ​ທີ່​ກຳນົດ​ໄວ້​ແບບ​ນັ້ນ. ຄະນະ​ກຳມະການ​ປົກຄອງ​ຢາກ​ສະໜັບສະໜູນ​ພີ່​ນ້ອງ​ໃຫ້ “ເປີດ​ໃຈ​ໃຫ້​ກວ້າງ.” ດັ່ງ​ນັ້ນ ໃນ​ເດືອນ​ຕຸລາ 2013 ເຂົາ​ເຈົ້າ​ຈຶ່ງ​ອະນຸມັດ​ໃຫ້​ມີ​ການ​ຈັດ​ກຽມ​ພິເສດ​ເຊິ່ງ​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ມີ​ເຊື້ອ​ຊາດ​ຕ່າງ​ກັນ​ຮູ້ຈັກ​ກັນ​ດີ​ຂຶ້ນ.—2 ໂກລິນໂທ 6:13, ລ.ມ.

5, 6. (ກ) ໃນ​ປະເທດ​ໜຶ່ງ​ມີ​ການ​ຈັກ​ກຽມ​ຫຍັງ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເປັນ​ໜຶ່ງ​ດຽວ? (ເບິ່ງ​ຮູບ​ທຳອິດ) (ຂ) ຜົນ​ເປັນ​ແນວ​ໃດ?

5 ມີ​ການ​ຈັດ​ກຽມ​ໃຫ້​ພີ່​ນ້ອງ​ຈາກ 2 ປະຊາຄົມ​ທີ່​ມີ​ພາສາ​ແລະ​ເຊື້ອ​ຊາດ​ຕ່າງ​ກັນ​ໃຫ້​ໃຊ້​ເວລາ​ຮ່ວມ​ກັນ​ໃນ​ທ້າຍ​ອາທິດ ເຂົາ​ເຈົ້າ​ຈະ​ໄປ​ປະກາດ ເຂົ້າ​ຮ່ວມ​ປະຊຸມ​ນຳ​ກັນ ແລະ​ໄປ​ຢາມ​ເຮືອນ​ຂອງ​ກັນ​ແລະ​ກັນ. ຫຼາຍ​ຮ້ອຍ​ປະຊາຄົມ​ມີ​ສ່ວນ​ໃນ​ການ​ຈັດ​ກຽມ​ນີ້ ແລະ​ສຳນັກງານ​ສາຂາ​ກໍ​ໄດ້​ຮັບ​ການ​ລາຍງານ​ທີ່​ດີ. ການ​ຈັດ​ກຽມ​ນີ້​ຍັງ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ປະທັບ​ໃຈ. ຕົວຢ່າງ: ຫົວ​ໜ້າ​ສາສະໜາ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ ແຕ່​ຂ້ອຍ​ເວົ້າ​ໄດ້​ເລີຍ​ວ່າ​ພວກ​ເຈົ້າ​ມີ​ການ​ຈັດ​ລະບຽບ​ວຽກ​ປະກາດ​ໄດ້​ດີ​ຫຼາຍ ແລະ​ເຖິງ​ວ່າ​ມາ​ຈາກ​ຫຼາຍ​ເຊື້ອ​ຊາດ ແຕ່​ພວກ​ເຈົ້າ​ກໍ​ເປັນ​ໜຶ່ງ​ດຽວ​ກັນ​ແທ້ໆ.” ພີ່​ນ້ອງ​ຂອງ​ເຮົາ​ຮູ້ສຶກ​ແນວ​ໃດ​ກັບ​ການ​ຈັດ​ກຽມ​ແບບ​ນີ້?

6 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ໂນ​ມາ​ເຊິ່ງ​ເວົ້າ​ພາສາ​ໂຊ​ສາ ທຳອິດ​ລາວ​ຮູ້ສຶກ​ກັງວົນ​ແລະ​ເກງ​ໃຈ​ທີ່​ຈະ​ຊວນ​ພີ່​ນ້ອງ​ຈາກ​ປະຊາຄົມ​ພາສາ​ອັງກິດ​ມາ​ເຮືອນ​ທີ່​ທຳມະດາ​ຂອງ​ລາວ. ແຕ່​ເມື່ອ​ລາວ​ໄປ​ປະກາດ​ກັບ​ພີ່​ນ້ອງ​ຄົນ​ຜິວ​ຂາວ​ແລະ​ໄປ​ຢາມ​ບ້ານ​ເຂົາ​ເຈົ້າ​ແລ້ວ ລາວ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ. ໂນ​ມາ​ບອກ​ວ່າ: “ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ທຳມະດາ​ຄື​ເຮົາ​ນີ້​ແຫຼະ!” ເມື່ອ​ເຖິງ​ຕອນ​ທີ່​ພີ່​ນ້ອງ​ຈາກ​ປະຊາຄົມ​ພາສາ​ອັງກິດ​ມາ​ປະກາດ​ຮ່ວມ​ກັບ​ປະຊາຄົມ​ພາສາ​ໂຊ​ສາ ໂນ​ມາ​ໄດ້​ຊວນ​ພີ່​ນ້ອງ​ໃຫ້​ມາ​ກິນ​ເຂົ້າ​ຢູ່​ບ້ານ. ລາວ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ພີ່​ນ້ອງ​ຜິວ​ຂາວ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ເຖົ້າ​ແກ່​ນັ່ງ​ຢູ່​ລັງ​ຢາງ​ຕໍ່າໆຂອງ​ລາວ. ໂຄງການ​ນີ້​ຍັງ​ມີ​ການ​ເຮັດ​ຢ່າງ​ຕໍ່​ເນື່ອງ ແລະ​ຍ້ອນ​ໂຄງການ​ນີ້ ພີ່​ນ້ອງ​ຫຼາຍ​ຄົນ​ຈຶ່ງ​ໄດ້​ໝູ່​ໃໝ່​ແລະ​ຍັງ​ໄດ້​ຮູ້ຈັກ​ພີ່​ນ້ອງ​ທີ່​ມີ​ພູມ​ຫຼັງ​ແຕກຕ່າງ​ກັນ​ຫຼາຍ​ຂຶ້ນ​ເລື້ອຍໆ.

‘ສວມ​ໃສ່’ ຄວາມ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຄວາມ​ກະລຸນາ

7. ເປັນ​ຫຍັງ​ເຮົາ​ຕ້ອງ​ສະແດງ​ຄວາມ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ສະເໝີ?

7 ຈົນ​ກວ່າ​ໂລກ​ຂອງ​ຊາຕານ​ຈະ​ຈົບ​ສິ້ນ​ລົງ ເຮົາ​ກໍ​ຍັງ​ຈະ​ມີ​ບັນຫາ​ຢູ່​ຕໍ່​ໄປ ເຊັ່ນ: ການ​ວ່າງ​ງານ ການ​ເຈັບ​ປ່ວຍ​ຮ້າຍແຮງ ການ​ຂົ່ມເຫງ ໄພ​ທຳມະຊາດ ຖືກ​ປຸ້ນ ຫຼື​ປະສົບ​ຄວາມ​ລຳບາກ​ອື່ນໆ. ເພື່ອ​ຊ່ວຍ​ກັນ​ແລະ​ກັນ​ໄດ້​ເມື່ອ​ປະສົບ​ບັນຫາ ເຮົາ​ຕ້ອງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັນ​ຢ່າງ​ແທ້​ຈິງ. ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ຄົນ​ອື່ນ​ດ້ວຍ​ຄວາມ​ກະລຸນາ. (ເອເຟດ 4:32) ຄຸນ​ລັກສະນະ​ສອງ​ຢ່າງ​ນີ້​ເປັນ​ສ່ວນ​ຂອງ​ລັກສະນະ​ນິດໄສ​ໃໝ່ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ພະເຈົ້າ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ.—2 ໂກລິນໂທ 1:3, 4

8. ຈະ​ເກີດ​ຜົນ​ດີ​ຫຍັງ​ເມື່ອ​ເຮົາ​ເຫັນ​ອົກ​ເຫັນ​ໃຈ​ແລະ​ກະລຸນາ​ຕໍ່​ທຸກ​ຄົນ​ໃນ​ປະຊາຄົມ? ໃຫ້​ຍົກ​ຕົວຢ່າງ.

8 ເຮົາ​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ທີ່​ຍ້າຍ​ມາ​ຈາກ​ປະເທດ​ອື່ນ ຫຼື​ຄົນ​ທີ່​ຖືກ​ເອົາ​ປຽບ​ເຊິ່ງ​ຢູ່​ໃນ​ປະຊາຄົມ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ຢາກ​ຕ້ອນຮັບ​ເຂົາ​ເຈົ້າ ທັງ​ເປັນ​ໝູ່​ແລະ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ທີ່​ຕ້ອງການ​ໃນ​ປະຊາຄົມ. (1 ໂກລິນໂທ 12:22, 25) ຕົວຢ່າງ: ແດນ​ນີຄຣາ​ຍ້າຍ​ຈາກ​ຟີລິບປິນ​ໄປ​ຢູ່​ຍີ່ປຸ່ນ. ຍ້ອນ​ວ່າ​ເປັນ​ຄົນ​ຕ່າງ​ຊາດ ຄົນ​ໃນ​ບ່ອນ​ເຮັດ​ວຽກ​ຈຶ່ງ​ປະຕິບັດ​ບໍ່​ຄ່ອຍ​ດີ​ຕໍ່​ລາວ. ຕໍ່​ມາ ລາວ​ໄດ້​ເຂົ້າ​ຮ່ວມ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ. ລາວ​ເລົ່າ​ວ່າ: “ເກືອບ​ທຸກ​ຄົນ​ທີ່​ຢູ່​ທີ່​ນັ້ນ​ເປັນ​ຄົນ​ຍີ່ປຸ່ນ ແຕ່​ເຂົາ​ເຈົ້າ​ຕ້ອນຮັບ​ຂ້ອຍ​ຢ່າງ​ອົບອຸ່ນ​ຄື​ກັບ​ຮູ້ຈັກ​ຂ້ອຍ​ມາ​ກ່ອນ.” ຄວາມ​ກະລຸນາ​ຂອງ​ພີ່​ນ້ອງ​ທີ່​ນັ້ນ​ຊ່ວຍ​ໃຫ້​ລາວ​ກ້າວ​ໜ້າ​ແລະ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ. ບໍ່​ດົນ ແດນ​ນີຄຣາ​ກໍ​ຮັບ​ບັບເຕມາ ແລະ​ຕອນ​ນີ້​ລາວ​ກໍ​ເປັນ​ຜູ້​ເຖົ້າ​ແກ່. ພີ່​ນ້ອງ​ຜູ້​ເຖົ້າ​ແກ່​ກໍ​ມີ​ຄວາມ​ສຸກ​ທີ່​ແດນ​ນີຄຣາ​ແລະ​ເຈ​ນີເຟີ​ເມຍ​ຂອງ​ລາວ​ຢູ່​ປະຊາຄົມ​ນີ້ ເຂົາ​ເຈົ້າ​ບອກ​ວ່າ: “ແດນ​ນີຄຣາ​ກັບ​ເມຍ​ເປັນ​ໄພໂອເນຍ​ທີ່​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ໃຊ້​ຊີວິດ​ຮຽບ​ງ່າຍ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ.”—ລືກາ 12:31

9, 10. ໃຫ້​ຍົກ​ຕົວຢ່າງ​ຜົນ​ດີ​ທີ່​ໄດ້​ຮັບ​ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ວຽກ​ຮັບໃຊ້.

9 ເຮົາ​ມີ​ໂອກາດ​ທີ່​ຈະ “ກະທຳ​ການ​ດີ​ແກ່​ຄົນ​ທັງ​ປວງ” ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. (ຄາລາຊີ 6:10) ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ຕ່າງ​ຊາດ​ແລະ​ພະຍາຍາມ​ຮຽນ​ພາສາ​ຂອງ​ເຂົາ​ເຈົ້າ. (1 ໂກລິນໂທ 9:23) ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ເກີດ​ຜົນ​ທີ່​ດີ. ຕົວຢ່າງ: ພີ່​ນ້ອງ​ຍິງ​ໄພໂອເນຍ​ໃນ​ອົດສະຕຣາລີ​ຊື່​ທິບ​ຟານີ​ຮຽນ​ພາສາ​ສະ​ວາ​ອິ​ລິ​ເພື່ອ​ຈະ​ຊ່ວຍ​ປະຊາຄົມ​ພາສາ​ນີ້​ໃນ​ເມືອງ​ບຣິດ​ສະ​ບານ. ເຖິງ​ວ່າ​ການ​ຮຽນ​ພາສາ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ ແຕ່​ຊີວິດ​ຂອງ​ລາວ​ກໍ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ. ທິບ​ຟານີ​ເລົ່າ​ວ່າ: “ຖ້າ​ເຈົ້າ​ມັກ​ວຽກ​ຮັບໃຊ້​ທີ່​ໜ້າ​ຕື່ນ​ເຕັ້ນ ການ​ຮັບໃຊ້​ໃນ​ປະຊາຄົມ​ພາສາ​ຕ່າງ​ປະເທດ​ແມ່ນ​ເໝາະ​ສຳລັບ​ເຈົ້າ. ມັນ​ຄື​ກັບ​ການ​ເດີນ​ທາງ​ໂດຍ​ທີ່​ເຈົ້າ​ບໍ່​ຕ້ອງ​ອອກ​ຈາກ​ເມືອງ​ທີ່​ເຈົ້າ​ຢູ່. ເຈົ້າ​ຈະ​ໄດ້​ເຫັນ​ສັງຄົມ​ພີ່​ນ້ອງ​ທົ່ວ​ໂລກ​ແລະ​ຄວາມ​ເປັນ​ໜຶ່ງ​ດຽວ​ທີ່​ໜ້າ​ອັດສະຈັນ​ດ້ວຍ​ຕົວ​ເອງ.”

ສິ່ງ​ໃດ​ເຮັດ​ໃຫ້​ຄລິດສະຕຽນ​ຢາກ​ຊ່ວຍ​ຄົນ​ຕ່າງ​ຊາດ? (ເບິ່ງ​ຂໍ້ 10)

10 ຄອບຄົວ​ໜຶ່ງ​ໃນ​ປະເທດ​ຍີ່ປຸ່ນ​ກໍ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ຄ້າຍໆກັນ​ນີ້. ຊາ​ກິໂ​ກະ ເຊິ່ງ​ເປັນ​ລູກ​ສາວ​ບອກ​ວ່າ: “ຕອນ​ທີ່​ອອກ​ໄປ​ປະກາດ ພວກ​ເຮົາ​ພົບ​ຄົນ​ເບຣ​ຊິນ​ເລື້ອຍໆ ເມື່ອ​ເຮົາ​ເປີດ​ຂໍ້​ຄຳພີ​ພາສາ​ປອກ​ຕູ​ຍ​ການ​ໃຫ້​ເຂົາ​ເຈົ້າ​ເບິ່ງ ເຊັ່ນ: ໃນ​ຄຳປາກົດ 21:3, 4 ຫຼື​ຄຳເພງ 37:10, 11, 29 ເຂົາ​ເຈົ້າ​ສົນ​ໃຈ​ຫຼາຍ ແລະ​ບາງ​ເທື່ອ​ກໍ​ເຖິງ​ຂັ້ນ​ຮ້ອງໄຫ້​ອອກ​ມາ.” ຄອບຄົວ​ນີ້​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ຕ່າງ​ຊາດ​ແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ຄວາມ​ຈິງ ດັ່ງ​ນັ້ນ ທຸກ​ຄົນ​ໃນ​ຄອບຄົວ​ຈຶ່ງ​ເລີ່ມ​ຮຽນ​ພາສາ​ປອກ​ຕູ​ຍ​ການ. ຕໍ່​ມາ​ຄອບຄົວ​ນີ້​ກໍ​ໄດ້​ຊ່ວຍ​ໃຫ້​ມີ​ການ​ຕັ້ງ​ປະຊາຄົມ​ພາສາ​ປອກ​ຕູ​ຍ​ການ ຫຼາຍ​ປີ​ທີ່​ຜ່ານ​ມາ ເຂົາ​ເຈົ້າ​ໄດ້​ຊ່ວຍ​ຄົນ​ຕ່າງ​ຊາດ​ຫຼາຍ​ຄົນ​ໃຫ້​ມາ​ຮັບໃຊ້​ພະ​ເຢໂຫວາ. ຊາ​ກິໂ​ກະບອກ​ວ່າ: “ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ໃນ​ການ​ຮຽນ​ພາສາ​ໃໝ່ ແຕ່​ພອນ​ທີ່​ໄດ້​ຮັບ​ນັ້ນ​ເກີນ​ຄວາມ​ພະຍາຍາມ. ພວກ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ.”—ອ່ານ​ກິດຈະການ 10:34, 35

‘ສວມ​ໃສ່’ ຄວາມ​ຖ່ອມ​ຕົວ

11, 12. (ກ) ສິ່ງ​ໃດ​ຄວນ​ເປັນ​ເຫດຜົນ​ທີ່​ເຮົາ​ຢາກ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່ ແລະ​ຍ້ອນ​ຫຍັງ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຖ່ອມ​ຕົວ​ສະເໝີ?

11 ແຮງ​ກະຕຸ້ນ​ຂອງ​ເຮົາ​ທີ່​ຈະ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່​ຄວນ​ເປັນ​ຍ້ອນ​ເຮົາ​ຢາກ​ໃຫ້​ກຽດ​ພະ​ເຢໂຫວາ ບໍ່​ແມ່ນ​ຍ້ອນ​ຢາກ​ໃຫ້​ຄົນ​ອື່ນ​ມາ​ຊົມ​ເຊີຍ​ເຮົາ. ໃຫ້​ຈື່​ວ່າ​ແມ່ນ​ແຕ່​ທູດ​ສະຫວັນ​ທີ່​ສົມບູນ​ແບບ​ກໍ​ຍັງ​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ເຮັດ​ບາບ. (ສົມ​ທຽບ​ກັບ​ເອເຊກຽນ 28:17) ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ກໍ​ແຮ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບໍ່​ພາກ​ພູມ​ໃຈ​ໃນ​ຕົວ​ເອງ ແຕ່​ເຮົາ ‘ສວມ​ໃສ່’ ຄວາມ​ຖ່ອມ​ໄດ້. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້?

12 ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ຄື​ການ​ອ່ານ​ແລະ​ຄິດ​ຕຶກຕອງ​ຄຳພີ​ໄບເບິນ​ທຸກ​ມື້. (ພະບັນຍັດ 17:18-20) ໂດຍ​ສະເພາະ​ເຮົາ​ຕ້ອງ​ຄຶດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ສອນ​ເຮົາ​ແລະ​ເລື່ອງ​ການ​ສະແດງ​ຄວາມ​ຖ່ອມ​ຂອງ​ເພິ່ນ. (ມັດທາຍ 20:28) ພະ​ເຍຊູ​ຖ່ອມ​ແທ້ໆ ເຮົາ​ເຫັນ​ໄດ້​ຈາກ​ການ​ທີ່​ເພິ່ນ​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ. (ໂຢຮັນ 13:12-17) ອີກ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ​ການ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ. ພະລັງ​ຂອງ​ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ອັນ​ໃດ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ.—ຄາລາຊີ 6:3, 4; ຟີລິບ 2:3

13. ຖ້າ​ເຮົາ​ຖ່ອມ​ຕົວ ເຮົາ​ຈະ​ໄດ້​ສິ່ງ​ດີໆແລະ​ລາງວັນ​ຫຍັງ?

13 ອ່ານ​ສຸພາສິດ 22:4. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຖ່ອມ​ຕົວ. ເຮົາ​ຈະ​ໄດ້​ສິ່ງ​ດີໆແລະ​ລາງວັນ​ຈາກ​ພະອົງ. ຖ້າ​ເຮົາ​ຖ່ອມ​ຕົວ ປະຊາຄົມ​ກໍ​ຈະ​ສະຫງົບ​ສຸກ​ແລະ​ສາມັກຄີ​ກັນ​ຫຼາຍ​ຂຶ້ນ ນອກ​ຈາກ​ນີ້ ເຮົາ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢໂຫວາ. ອັກຄະສາວົກ​ເປໂຕ​ບອກ​ວ່າ: “ທ່ານ​ທັງ​ປວງ​ຈົ່ງ​ເອົາ​ຄວາມ​ຖ່ອມ​ໃຈ​ລົງ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ​ຕົວ​ເພື່ອ​ຈະ​ບົວລະບັດ​ກັນ​ແລະ​ກັນ ເຫດ​ວ່າ​ພະເຈົ້າ​ຂັດ​ຂວາງ​ຕໍ່​ສູ້​ຄົນ​ຈອງຫອງ​ທັງ​ຫຼາຍ ແຕ່​ວ່າ​ພະອົງ​ປະທານ​ພະ​ຄຸນ [“ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່,” ລ.ມ.] ແກ່​ຄົນ​ທັງ​ຫຼາຍ​ທີ່​ຖ່ອມ​ຕົວ​ລົງ.”—1 ເປໂຕ 5:5

‘ສວມ​ໃສ່’ ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ອົດ​ທົນ

14. ໃຜ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ການ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ອົດ​ທົນ?

14 ໃນ​ໂລກ​ທຸກ​ມື້​ນີ້ ຖ້າ​ໃຜ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ອົດ​ທົນ ຄົນ​ອື່ນ​ກໍ​ມັກ​ຄິດ​ວ່າ​ຄົນ​ນັ້ນ​ອ່ອນແອ. ແຕ່​ນີ້​ບໍ່​ແມ່ນ​ຄວາມ​ຈິງ. ສອງ​ຄຸນ​ລັກສະນະ​ທີ່​ງົດງາມ​ນີ້​ມາ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ພະລັງ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ. ພະອົງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ການ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ອົດ​ທົນ. (2 ເປໂຕ 3:9) ຕົວຢ່າງ: ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຕ້ອງ​ອົດ​ທົນ​ສໍ່າ​ໃດ​ເມື່ອ​ຕອບ​ອັບລາຫາມ​ແລະ​ໂລດ​ໂດຍ​ທາງ​ທູດ​ສະຫວັນ​ຂອງ​ພະອົງ. (ຕົ້ນເດີມ 18:22-33; 19:18-21) ແລະ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຕ້ອງ​ອົດ​ທົນ​ສໍ່າ​ໃດ​ກັບ​ຊາດ​ອິດສະລາແອນ​ທີ່​ບໍ່​ເຊື່ອ​ຟັງ​ຫຼາຍ​ກວ່າ 1.500 ປີ.—ເອເຊກຽນ 33:11

15. ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ອົດ​ທົນ?

15 ພະ​ເຍຊູ​ເປັນ​ຄົນ “ອ່ອນ​ໂຍນ.” (ມັດທາຍ 11:29, ລ.ມ.) ເພິ່ນ​ຕ້ອງ​ອົດ​ທົນ​ຫຼາຍ​ກັບ​ຄວາມ​ອ່ອນແອ​ຂອງ​ພວກ​ລູກ​ສິດ. ໄລຍະ​ທີ່​ຮັບໃຊ້​ຢູ່​ໂລກ​ນີ້ ພະ​ເຍຊູ​ຖືກ​ດູຖູກ​ແລະ​ຖືກ​ກ່າວ​ຫາ​ຢ່າງ​ບໍ່​ຍຸຕິທຳ. ແຕ່​ເພິ່ນ​ຍັງ​ອ່ອນ​ໂຍນ​ແລະ​ອົດ​ທົນ​ຈົນ​ກະທັ່ງ​ເສຍ​ຊີວິດ. ຕອນ​ທີ່​ພະ​ເຍຊູ​ຖືກ​ຄຶງ​ຢູ່​ເທິງ​ເສົາ​ຢ່າງ​ເຈັບ​ປວດ​ທໍລະມານ ເພິ່ນ​ຂໍ​ໃຫ້​ພໍ່​ຂອງ​ເພິ່ນ​ໃຫ້​ອະໄພ​ຄົນ​ທີ່​ຂ້າ​ເພິ່ນ. ພະ​ເຍຊູ​ບອກ​ວ່າ: ‘ໂອ້​ພະ​ບິດາ​ເຈົ້າ​ຂ້າ ຂໍ​ຍົກ​ໂທດ​ໃຫ້​ເຂົາ​ເຖີ້ນ ເພາະ​ວ່າ​ເຂົາ​ບໍ່​ຮູ້ຈັກ​ເຂົາ​ກະທຳ​ສິ່ງ​ໃດ.’ (ລືກາ 23:34) ເຖິງ​ວ່າ​ພະ​ເຍຊູ​ຢູ່​ໃນ​ສະພາບ​ທີ່​ຕຶງ​ຄຽດ​ແລະ​ເຈັບ​ປວດ ເພິ່ນ​ກໍ​ຍັງ​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ອົດ​ທົນ.—ອ່ານ 1 ເປໂຕ 2:21-23

16. ເຮົາ​ຈະ​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ອົດ​ທົນ​ໄດ້​ແນວ​ໃດ?

16 ໂປໂລ​ເວົ້າ​ເຖິງ​ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ອົດ​ທົນ ລາວ​ຂຽນ​ວ່າ: ‘ຈົ່ງ​ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ຖ້າ​ແມ່ນ​ຜູ້​ໃດ​ມີ​ຂໍ້​ຄວາມ​ຟ້ອງ​ຕໍ່​ຄົນ​ອື່ນ. ພະ​ຄລິດ [“ພະ​ເຢໂຫວາ,” ລ.ມ.] ໄດ້​ໂຜດ​ຍົກ​ໂທດ​ຂອງ​ທ່ານ​ຢ່າງ​ໃດ ທ່ານ​ຈົ່ງ​ກະທຳ​ຢ່າງ​ນັ້ນ​ດ້ວຍ.’ (ໂກໂລດ 3:13) ເພື່ອ​ເຮົາ​ຈະ​ໃຫ້​ອະໄພ​ຄົນ​ອື່ນ​ໄດ້ ເຮົາ​ຕ້ອງ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ອົດ​ທົນ. ນີ້​ຈະ​ເສີມ​ສ້າງ​ແລະ​ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ປະຊາຄົມ.

17. ເປັນ​ຫຍັງ​ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ອົດ​ທົນ​ຈຶ່ງ​ສຳຄັນ?

17 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ອ່ອນ​ໂຍນ​ແລະ​ອົດ​ທົນ​ກັບ​ຄົນ​ອື່ນ. ສອງ​ຄຸນ​ລັກສະນະ​ນີ້​ສຳຄັນ​ຫຼາຍ ຖ້າ​ເຮົາ​ຢາກ​ຈະ​ຢູ່​ໃນ​ໂລກ​ໃໝ່. (ມັດທາຍ 5:5; ຢາໂກໂບ 1:21) ເມື່ອ​ເຮົາ​ອ່ອນ​ໂຍນ​ແລະ​ອົດ​ທົນ ເຮົາ​ກໍ​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ດຽວ​ກັນ.—ຄາລາຊີ 6:1; 2 ຕີໂມເຕ 2:24, 25

‘ສວມ​ໃສ່’ ຄວາມ​ຮັກ

18. ຄວາມ​ຮັກ​ແລະ​ຄວາມ​ບໍ່​ລຳອຽງ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

18 ຄຸນ​ລັກສະນະ​ຕ່າງໆທີ່​ເຮົາ​ໄດ້​ຮຽນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮັກ​ໂດຍ​ກົງ. ຕົວຢ່າງ: ຢາໂກໂບ​ໄດ້​ໃຫ້​ຄຳ​ແນະນຳ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຍ້ອນ​ເຂົາ​ເຈົ້າ​ປະຕິບັດ​ກັບ​ຄົນ​ລວຍ​ດີ​ກວ່າ​ຄົນ​ທຸກ. ລາວ​ອະທິບາຍ​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ການ​ຂັດ​ຄຳ​ສັ່ງ​ພະເຈົ້າ​ທີ່​ໃຫ້ “ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ.” ຈາກ​ນັ້ນ​ລາວ​ບອກ​ອີກ​ວ່າ: ‘ຖ້າ​ທ່ານ​ທັງ​ຫຼາຍ​ເລືອກ​ໜ້າ​ຄົນ [“ລຳອຽງ,” ລ.ມ.] ທ່ານ​ກໍ​ກະທຳ​ຜິດ.’ (ຢາໂກໂບ 2:8, 9) ຖ້າ​ເຮົາ​ຮັກ​ຄົນ​ອື່ນ ເຮົາ​ຈະ​ບໍ່​ມີ​ອະຄະຕິ​ກັບ​ໃຜ​ກໍ​ຕາມ​ຍ້ອນ​ການ​ສຶກສາ ເຊື້ອ​ຊາດ ຫຼື​ຖານະ​ທາງ​ສັງຄົມ​ຂອງ​ເຂົາ​ເຈົ້າ. ເຮົາ​ຈະ​ບໍ່​ທຳ​ທ່າ​ເຮັດ​ຄື​ວ່າ​ເຮົາ​ເປັນ​ຄົນ​ບໍ່​ລຳອຽງ ຖ້າ​ຈະ​ເປັນ​ຄົນ​ບໍ່​ລຳອຽງ​ກໍ​ຕ້ອງ​ອອກ​ມາ​ຈາກ​ຫົວໃຈ​ແທ້ໆ.

19. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ ‘ສວມ​ໃສ່’ ຄວາມ​ຮັກ?

19 ຄວາມ​ຮັກ “ອົດ​ທົນ​ດົນ​ນານ​ແລະ​ເຕັມ​ດ້ວຍ​ຄວາມ​ດີ [“ເມດຕາ​ກະລຸນາ,” ລ.ມ.]” ແລະ “ບໍ່​ຈອງຫອງ” ຫຼື​ບໍ່​ຄິດ​ວ່າ​ຕົວ​ເອງ​ເໜືອ​ກວ່າ​ຄົນ​ອື່ນ. (1 ໂກລິນໂທ 13:4) ເຮົາ​ຕ້ອງ​ອົດ​ທົນ ກະລຸນາ ແລະ​ຖ່ອມ​ຕົວ​ເພື່ອ​ຈະ​ປະກາດ​ກັບ​ຄົນ​ອື່ນ​ຕໍ່ໆໄປ. (ມັດທາຍ 28:19) ຄຸນ​ລັກສະນະ​ເຫຼົ່າ​ນີ້​ຍັງ​ເຮັດ​ໃຫ້​ເຮົາ​ເຂົ້າ​ກັບ​ພີ່​ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້​ງ່າຍ​ຂຶ້ນ. ເມື່ອ​ເຮົາ​ທຸກ​ຄົນ​ສະແດງ​ຄວາມ​ຮັກ​ເຊັ່ນ​ນີ້ ປະຊາຄົມ​ຂອງ​ເຮົາ​ກໍ​ຈະ​ເປັນ​ໜຶ່ງ​ດຽວ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. ຄົນ​ອື່ນໆກໍ​ຈະ​ເຫັນ​ຄວາມ​ເປັນ​ໜຶ່ງ​ດຽວ​ຂອງ​ເຮົາ​ແລະ​ອາດ​ສົນ​ໃຈ​ຄວາມ​ຈິງ. ໃນ​ເລື່ອງ​ລັກສະນະ​ນິດໄສ​ໃໝ່ ເໝາະ​ແທ້ໆທີ່​ຄຳພີ​ໄບເບິນ​ສະ​ຫຼຸບ​ໃນ​ຕອນ​ທ້າຍ​ວ່າ: “ໃຫ້​ປູກ​ຝັງ​ຄວາມ​ຮັກ ເພາະ​ຄວາມ​ຮັກ​ຜູກ​ພັນ​ຜູ້​ຄົນ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຢ່າງ​ແທ້​ຈິງ.”—ໂກໂລດ 3:14, ລ.ມ.

ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ

20. (ກ) ຄຳຖາມ​ຫຍັງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ? (ຂ) ອະນາຄົດ​ທີ່​ດີ​ເລີດ​ແບບ​ໃດ​ທີ່​ເຮົາ​ລໍ​ຖ້າ?

20 ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຍັງ​ຕ້ອງ​ປ່ຽນ​ແປງ​ຫຍັງ​ອີກ​ບໍ​ເພື່ອ​ຈະ “ຖອດ” ລັກສະນະ​ນິດໄສ​ເກົ່າ​ແລະ​ບໍ່​ກັບ​ໄປ​ໃສ່​ອີກ?’ ເຮົາ​ຕ້ອງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ເຮົາ​ຕ້ອງ​ພະຍາຍາມ​ປ່ຽນ​ແປງ​ຄວາມ​ຄິດ​ຫຼື​ການ​ກະທຳ​ທີ່​ບໍ່​ດີ​ເພື່ອ​ຈະ​ໄດ້​ຮັບ “ແຜ່ນດິນ​ຂອງ​ພະເຈົ້າ​ເປັນ​ມູນ.” (ຄາລາຊີ 5:19-21) ເຮົາ​ຍັງ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ກຳລັງ​ພະຍາຍາມ​ຢູ່​ເລື້ອຍໆທີ່​ຈະ​ປ່ຽນ​ວິທີ​ຄິດ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ບໍ?’ (ເອເຟດ 4:23, 24) ເຮົາ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ຫຼາຍ​ທີ່​ຈະ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່​ແລະ​ໃສ່​ໄວ້​ຕໍ່ໆໄປ. ເຮົາ​ຕ້ອງ​ໄດ້​ເຮັດ​ຢ່າງ​ຕໍ່​ເນື່ອງ. ໃຫ້​ນຶກ​ພາບ​ວ່າ ຊີວິດ​ຂອງ​ເຮົາ​ຈະ​ດີ​ສໍ່າ​ໃດ​ເມື່ອ​ເຖິງ​ຕອນ​ນັ້ນ​ທີ່​ທຸກ​ຄົນ​ມີ​ລັກສະນະ​ນິດໄສ​ໃໝ່​ແລະ​ຮຽນ​ແບບ​ຄຸນ​ລັກສະນະ​ທີ່​ງົດງາມ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນ​ແບບ!

^ ຂໍ້ 3 ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຜູ້​ຄົນ​ດູຖູກ​ຊາວ​ຊີດ​ເພາະ​ຄິດ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ບໍ່​ມີ​ອະລິຍະທຳ​ແລະ​ປ່າ​ເຖື່ອນ.

ຖ້າ​ເຮົາ​ຖ່ອມ​ຕົວ ປະຊາຄົມ​ກໍ​ຈະ​ສະຫງົບ​ສຸກ​ແລະ​ສາມັກຄີ​ກັນ​ຫຼາຍ​ຂຶ້ນ