ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ເຕັມ​ໃຈ​ລໍ​ຖ້າ​ຢ່າງ​ອົດ​ທົນ​ບໍ?

ເຈົ້າ​ເຕັມ​ໃຈ​ລໍ​ຖ້າ​ຢ່າງ​ອົດ​ທົນ​ບໍ?

“ທ່ານ​ທັງ​ຫຼາຍ​ທັງ​ມວນ​ຈົ່ງ​ມີ​ຄວາມ​ພຽນ [ອົດ​ທົນ].”—ຢາໂກໂບ 5:8

ເພງ: 114, 79

1, 2. (ກ) ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຖາມ​ວ່າ: “ຍັງ​ດົນ​ປານ​ໃດ”? (ຂ) ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ອະດີດ?

“ຍັງ​ດົນ​ປານ​ໃດ?” ນີ້​ເປັນ​ຄຳຖາມ​ທີ່​ເອຊາອີ​ແລະ​ຫາບາກຸກ​ຜູ້​ພະຍາກອນ​ທີ່​ສັດ​ຊື່​ເຄີຍ​ຖາມ. (ເອຊາອີ 6:11; ຫາບາກຸກ 1:2) ຕອນ​ທີ່​ກະສັດ​ດາວິດ​ຂຽນ​ພະທຳ​ຄຳເພງ​ບົດ 13 ລາວ​ກໍ​ຖາມ​ຄ້າຍໆກັນ​ນີ້​ເຖິງ 4 ຄັ້ງ. (ຄຳເພງ 13:1, 2) ຕອນ​ທີ່​ພະ​ເຍຊູ​ໃຊ້​ຊີວິດ​ຢູ່​ຮ່ວມ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ ເພິ່ນ​ກໍ​ຖາມ​ວ່າ: ‘ຍັງ​ດົນ​ປານ​ໃດ?’ (ມັດທາຍ 17:17) ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ອາດ​ຖາມ​ແບບ​ດຽວ​ກັນ.

2 ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຖາມ​ວ່າ: “ຍັງ​ດົນ​ປານ​ໃດ?” ອາດ​ເປັນ​ຍ້ອນ​ມີ​ບາງ​ຢ່າງ​ທີ່​ບໍ່​ຍຸຕິທຳ​ເກີດ​ຂຶ້ນ​ກັບ​ເຮົາ ເຮົາ​ອາດ​ເຈັບ​ປ່ວຍ ເຖົ້າ​ລົງ​ຫຼື​ຮູ້ສຶກ​ຕຶງ​ຄຽດ​ເພາະ​ມີ​ຊີວິດ​ຢູ່​ໃນ “ຊ່ວງ​ເວລາ​ວິກິດ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” (2 ຕີໂມເຕ 3:1, ລ.ມ.) ເຮົາ​ອາດ​ເມື່ອຍ​ແລະ​ທໍ້​ໃຈ​ຍ້ອນ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍ່​ດີ​ຂອງ​ຄົນ​ໃນ​ໂລກ​ນີ້. ແຕ່​ບໍ່​ວ່າ​ຈະ​ຍ້ອນ​ຫຍັງ​ກໍ​ຕາມ ເຮົາ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕຳໜິ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ອະດີດ​ທີ່​ຖາມ​ແບບ​ນີ້.

3. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ປະສົບ​ກັບ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ?

3 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ປະສົບ​ກັບ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ? ພະເຈົ້າ​ດົນ​ໃຈ​ໃຫ້​ຢາໂກໂບ​ນ້ອງ​ຊາຍ​ຂອງ​ພະ​ເຍຊູ​ຂຽນ​ວ່າ: “ເຫດ​ສັນນີ້​ພີ່​ນ້ອງ​ທັງ​ຫຼາຍ​ເອີຍ ຈົ່ງ​ມີ​ຄວາມ​ພຽນ [ອົດ​ທົນ] ຈົນ​ເຖິງ​ພະອົງ​ເຈົ້າ​ຈະ​ສະເດັດ​ມາ.” (ຢາໂກໂບ 5:7) ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຕ້ອງ​ອົດ​ທົນ. ແຕ່​ຄວາມ​ອົດ​ທົນ​ແມ່ນ​ຫຍັງ​ແລະ​ເຮົາ​ຈະ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ນີ້​ໄດ້​ແນວ​ໃດ?

ຄວາມ​ອົດ​ທົນ​ແມ່ນ​ຫຍັງ?

4, 5. (ກ) ການ​ເປັນ​ຄົນ​ອົດ​ທົນ​ໝາຍ​ເຖິງ​ຫຍັງ? (ຂ) ຢາໂກໂບ​ຍົກ​ຕົວຢ່າງ​ຫຍັງ​ກ່ຽວ​ກັບ​ຄວາມ​ອົດ​ທົນ? (ເບິ່ງ​ຮູບ​ທຳອິດ)

4 ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ອົດ​ທົນ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ຖ້າ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ເຊິ່ງ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ຈະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ໜັກ​ໜ່ວງ​ໄດ້. ຄວາມ​ອົດ​ທົນ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ ແລະ​ເຮົາ​ພິສູດ​ວ່າ​ເຮົາ​ຮັກ​ພະອົງ​ແລະ​ຄົນ​ອື່ນໆເມື່ອ​ເຮົາ​ສະແດງ​ຄຸນ​ລັກສະນະ​ນີ້. ນອກ​ຈາກ​ນັ້ນ ຖ້າ​ເຮົາ​ບໍ່​ມີ​ຄວາມ​ອົດ​ທົນ ຄວາມ​ຮັກ​ຕໍ່​ຄົນ​ອື່ນໆກໍ​ຈະ​ໜ້ອຍ​ລົງ. (1 ໂກລິນໂທ 13:4; ຄາລາຊີ 5:22) ການ​ເປັນ​ຄົນ​ອົດ​ທົນ​ໝາຍ​ເຖິງ​ຫຍັງ? ໝາຍ​ເຖິງ​ການ​ອົດ​ທົນ​ກັບ​ເລື່ອງ​ທີ່​ບໍ່​ງ່າຍ​ແລະ​ຍັງ​ຮັກສາ​ຄວາມ​ຄິດ​ໃນ​ແງ່​ບວກ​ເອົາ​ໄວ້​ໄດ້. (ໂກໂລດ 1:11; ຢາໂກໂບ 1:3, 4) ການ​ເປັນ​ຄົນ​ອົດ​ທົນ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ບໍ່​ວ່າ​ຈະ​ປະສົບ​ກັບ​ບັນຫາ​ຫຍັງ​ກໍ​ຕາມ​ແລະ​ບໍ່​ຕອບ​ໂຕ້​ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ກັບ​ເຮົາ. ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ເຕັມ​ໃຈ​ຍອມ​ຮັບ​ວ່າ​ເຮົາ​ຕ້ອງ​ລໍ​ຖ້າ. ນີ້​ຄື​ບົດຮຽນ​ທີ່​ສຳຄັນ​ທີ່​ເຮົາ​ໄດ້​ຈາກ​ຢາໂກໂບ 5:7, 8 (ອ່ານ)

5 ເປັນ​ຫຍັງ​ເຮົາ​ຕ້ອງ​ເຕັມ​ໃຈ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສຳເລັດ? ຢາໂກໂບ​ລູກ​ສິດ​ຂອງ​ພະ​ເຍຊູ​ປຽບ​ທຽບ​ສະພາບການ​ຂອງ​ເຮົາ​ຄື​ກັບ​ຊາວນາ. ເຖິງ​ວ່າ​ລາວ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ປູກ​ພືດ ແຕ່​ລາວ​ກໍ​ບໍ່​ສາມາດ​ຄວບຄຸມ​ສະພາບ​ອາກາດ​ຫຼື​ການ​ເຕີບ​ໃຫຍ່​ຂອງ​ພືດ​ໄດ້. ລາວ​ຕ້ອງ​ອົດ​ທົນ​ລໍ​ຖ້າ ‘ໝາກ​ອັນ​ປະເສີດ [“ພືດ​ຜົນ​ທີ່​ມີ​ຄ່າ,” ລ.ມ.] ຈາກ​ດິນ.’ ຄ້າຍ​ຄື​ກັນ ຕອນ​ທີ່​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເກີດ​ຂຶ້ນ​ແທ້ ກໍ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ຄວບຄຸມ​ບໍ່​ໄດ້. (ມາລະໂກ 13:32, 33; ກິດຈະການ 1:7) ເຮົາ​ຈຳເປັນ​ຕ້ອງ​ລໍ​ຖ້າ​ຄື​ກັບ​ຊາວນາ.

6. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຜູ້​ພະຍາກອນ​ມີເກ?

6 ສະພາບການ​ທີ່​ຍາກ​ລຳບາກ​ທີ່​ເຮົາ​ປະສົບ​ໃນ​ທຸກ​ມື້​ນີ້​ບໍ່​ຕ່າງ​ຫຍັງ​ກັບ​ສະໄໝ​ຂອງ​ຜູ້​ພະຍາກອນ​ມີເກ. ລາວ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ກະສັດ​ອາກາຊ​ປົກຄອງ. ອາກາຊ​ເປັນ​ກະສັດ​ທີ່​ຊົ່ວ​ຮ້າຍ​ຈຶ່ງ​ເຮັດ​ໃຫ້​ມີ​ການ​ສໍ້​ໂກງ​ແລະ​ການ​ເຮັດ​ຊົ່ວ​ຫຼາຍ​ຢ່າງ. ສິ່ງ​ຕ່າງໆຊົ່ວ​ຮ້າຍ​ຫຼາຍ​ຈົນ​ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ຄົນ​ໃນ​ຕອນ​ນັ້ນ ‘ພ້ອມ​ເຮັດ​ການ​ຮ້າຍ’ ຫຼື​ຊຳນານ​ໃນ​ການ​ເຮັດ​ຊົ່ວ. (ອ່ານ​ມີເກ 7:1-3) ມີເກ​ຮູ້​ວ່າ​ລາວ​ບໍ່​ສາມາດ​ປ່ຽນ​ແປງ​ສະພາບການ​ນັ້ນ​ໄດ້. ດັ່ງ​ນັ້ນ ລາວ​ເຮັດ​ຫຍັງ? ລາວ​ບອກ​ວ່າ: “ຝ່າຍ​ຂ້ອຍ ຂ້ອຍ​ຈະ​ເບິ່ງ​ຫາ​ພະ​ເຢໂຫວາ. ຂ້ອຍ​ຈະ​ຄອງ​ຫາ​ພະເຈົ້າ​ແຫ່ງ​ຄວາມ​ພົ້ນ​ຂອງ​ຂ້ອຍ. ພະເຈົ້າ​ຂອງ​ຂ້ອຍ​ຈະ​ຟັງ​ຄວາມ​ຂ້ອຍ.” (ມີເກ 7:7) ຄ້າຍ​ຄື​ກັບ​ມີເກ ເຮົາ​ຕ້ອງ “ຄອງ​ຫາ” ຫຼື​ລໍ​ຖ້າ​ພະເຈົ້າ​ຢ່າງ​ອົດ​ທົນ.

7. ເປັນ​ຫຍັງ​ເຮົາ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ສັນຍາ​ໄວ້?

7 ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ຄື​ມີເກ ເຮົາ​ຈະ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ. ເຮົາ​ບໍ່​ເປັນ​ຄື​ກັບ​ນັກ​ໂທດ​ທີ່​ຢູ່​ໃນ​ຄຸກ​ລໍ​ຖ້າ​ມື້​ທີ່​ຈະ​ຖືກ​ປະຫານ ລາວ​ຈຳ​ໃຈ​ຖ້າ​ແລະ​ບໍ່​ຢາກ​ໃຫ້​ມື້​ນັ້ນ​ມາ​ຮອດ ແຕ່​ເຮົາ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ເພາະ​ຮູ້​ວ່າ​ເມື່ອ​ເຖິງ​ເວລາ ພະອົງ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ເຮົາ​ຕາມ​ທີ່​ສັນຍາ​ໄວ້! ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ “ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລະ​ອົດ​ກັ້ນ​ດ້ວຍ​ຄວາມ​ຍິນດີ.” (ໂກໂລດ 1:11, 12, ລ.ມ.) ໃນ​ລະຫວ່າງ​ທີ່​ລໍ​ຖ້າ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຈົ່ມ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຄື​ຈັດການ​ເລື່ອງ​ຊ້າ​ເກີນ​ໄປ ເພາະ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ພະອົງ​ກໍ​ຈະ​ບໍ່​ພໍ​ໃຈ​ເຮົາ.—ໂກໂລດ 3:12

ຕົວຢ່າງ​ຄວາມ​ອົດ​ທົນ​ຂອງ​ຜູ້​ທີ່​ສັດ​ຊື່

8. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ອະດີດ?

8 ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຕັມ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ອົດ​ທົນ​ລໍ​ຖ້າ? ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ອະດີດ​ເບິ່ງ ເຂົາ​ເຈົ້າ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະອົງ​ເປັນ​ຈິງ. (ໂລມ 15:4) ຕອນ​ທີ່​ຄິດ​ເຖິງ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ ເຮົາ​ໜ້າ​ຈະ​ຄິດ​ນຳ​ວ່າ​ເຂົາ​ເຈົ້າ​ຕ້ອງ​ລໍ​ຖ້າ​ດົນ​ສໍ່າ​ໃດ? ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຕັມ​ໃຈ​ລໍ​ຖ້າ? ແລະ​ພະ​ເຢໂຫວາ​ອວຍ​ພອນ​ເຂົາ​ເຈົ້າ​ທີ່​ອົດ​ທົນ​ແນວ​ໃດ?

ອັບລາຫາມ​ຕ້ອງ​ລໍ​ຖ້າ​ຫຼາຍ​ປີ​ກ່ອນ​ທີ່​ເອຊາອຶ​ແລະ​ຢາໂຄບ​ຫຼານ​ຂອງ​ລາວ​ຈະ​ເກີດ (ເບິ່ງ​ຂໍ້ 9, 10)

9, 10. ອັບລາຫາມ​ແລະ​ຊາລາ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ດົນ​ປານ​ໃດ?

9 ລອງ​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັບລາຫາມ​ແລະ​ຊາລາ. ຍ້ອນ​ເຂົາ​ເຈົ້າ​ມີ ‘ຄວາມ​ເຊື່ອ​ແລະ​ຄວາມ​ພຽນ​ອົດ​ທົນ’ ເຂົາ​ເຈົ້າ​ຈຶ່ງ “ໄດ້​ຮັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ.” ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ທ່ານ​ອັບລາຫາມ​ໄດ້​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ” ລາວ​ໄດ້​ຮັບ​ຄຳ​ສັນຍາ​ຈາກ​ພະເຈົ້າ​ວ່າ​ພະອົງ​ຈະ​ອວຍ​ພອນ​ລາວ​ແລະ​ເຮັດ​ໃຫ້​ລາວ​ເປັນ​ພໍ່​ຂອງ​ຊາດ​ໃຫຍ່. (ເຫບເລີ 6:12, 15, ລ.ມ.) ນອກ​ຈາກ​ນັ້ນ ເພື່ອ​ຄຳ​ສັນຍາ​ທີ່​ອັບລາຫາມ​ໄດ້​ຮັບ​ຈະ​ເກີດ​ຂຶ້ນ​ແທ້​ກໍ​ຕ້ອງ​ໃຊ້​ເວລາ ດັ່ງ​ນັ້ນ ລາວ​ຈຶ່ງ​ຕ້ອງ​ອົດ​ທົນ​ຕໍ່​ໄປ​ອີກ. ໃນ​ວັນ​ທີ 14 ເດືອນ​ນີຊານ ປີ 1943 ກ່ອນ ຄ.ສ. ອັບລາຫາມ​ກັບ​ຊາລາ​ແລະ​ສະມາຊິກ​ທຸກ​ຄົນ​ໃນ​ເຮືອນ​ໄດ້​ຂ້າມ​ແມ່ນໍ້າ​ເອິຟາລາດ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ແຕ່​ອັບລາຫາມ​ຕ້ອງ​ລໍ​ຖ້າ​ອີກ 25 ປີ​ອີຊາກ​ຈຶ່ງ​ເກີດ ແລະ​ຖ້າ​ອີກ 60 ປີ​ເອຊາອຶ​ແລະ​ຢາໂຄບ​ຫຼານ​ຊາຍ​ຂອງ​ລາວ​ຈຶ່ງ​ເກີດ.—ເຫບເລີ 11:9

10 ແລ້ວ​ອັບລາຫາມ​ໄດ້​ຮັບ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ບໍ? ຄຳພີ​ໄບເບິນ​ບອກ​ວ່າ: ພະ​ເຢໂຫວາ ‘ບໍ່​ໄດ້​ປະທານ​ມູນ​ໃຫ້​ແກ່​ອັບລາຫາມ​ແມ່ນ​ແຕ່​ທໍ່​ຝ່າ​ຕີນ​ໃນ​ແຜ່ນດິນ​ນີ້ ແລະ​ເມື່ອ​ທ່ານ​ຍັງ​ບໍ່​ມີ​ລູກ ພະອົງ​ໄດ້​ປະຕິຍານ​ໄວ້​ວ່າ​ຈະ​ປະທານ​ແຜ່ນດິນ​ນີ້​ໃຫ້​ແກ່​ທ່ານ​ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ.’ (ກິດຈະການ 7:5) ກວ່າ​ລູກ​ຫຼານ​ຂອງ​ລາວ​ຈະ​ກາຍ​ເປັນ​ຊາດ​ທີ່​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ 430 ປີ​ຫຼັງ​ຈາກ​ທີ່​ອັບລາຫາມ​ຂ້າມ​ແມ່ນໍ້າ​ເອິຟາລາດ.—ອົບພະຍົບ 12:40-42; ຄາລາຊີ 3:17

11. ເປັນ​ຫຍັງ​ອັບລາຫາມ​ອົດ​ທົນ​ລໍ​ຖ້າ ແລະ​ຄວາມ​ອົດ​ທົນ​ຂອງ​ລາວ​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ພອນ​ຫຍັງ?

11 ອັບລາຫາມ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ​ເພາະ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຮັກສາ​ສັນຍາ. ລາວ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. (ອ່ານ​ເຫບເລີ 11:8-12) ອັບລາຫາມ​ມີ​ຄວາມ​ສຸກ​ທີ່​ໄດ້​ລໍ​ຖ້າ​ເຖິງ​ວ່າ​ບໍ່​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເກີດ​ຂຶ້ນ​ທັງ​ໝົດ​ຕອນ​ທີ່​ລາວ​ມີ​ຊີວິດ​ຢູ່ ແຕ່​ລອງ​ຄິດ​ເບິ່ງ​ວ່າ​ລາວ​ຈະ​ມີ​ຄວາມ​ສຸກ​ຂະໜາດ​ໃດ ຕອນ​ທີ່​ລາວ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ແລະ​ມີ​ຊີວິດ​ຢູ່​ໃນ​ສວນ​ອຸທິຍານ​ເທິງ​ໂລກ. ລາວ​ຕ້ອງ​ຕື່ນ​ເຕັ້ນ​ດີ​ໃຈ​ແທ້ໆເມື່ອ​ອ່ານ​ຄຳພີ​ໄບເບິນ​ແລະ​ເຫັນ​ວ່າ​ມີ​ການ​ເວົ້າ​ເຖິງ​ເລື່ອງ​ລາວ​ຊີວິດ​ຂອງ​ລາວ​ແລະ​ຄອບຄົວ​ຫຼາຍ​ຂະໜາດ​ນັ້ນ. * (ເບິ່ງ​ໄຂ​ເງື່ອນ) ອັບລາຫາມ​ຄົງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ຮູ້​ວ່າ​ລາວ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ກ່ຽວ​ກັບ​ເມຊີ​ສຳເລັດ! ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ອັບລາຫາມ​ຈະ​ຕ້ອງ​ຮູ້ສຶກ​ວ່າ​ພອນ​ຕ່າງໆທີ່​ລາວ​ໄດ້​ຮັບ​ນັ້ນ​ຄຸ້ມ​ຄ່າ​ກັບ​ການ​ລໍ​ຖ້າ.

12, 13. ເປັນ​ຫຍັງ​ໂຢເຊບ​ຕ້ອງ​ອົດ​ທົນ ແລະ​ລາວ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ໄດ້​ແນວ​ໃດ?

12 ໂຢເຊບ​ເຫຼນ​ຂອງ​ອັບລາຫາມ​ເປັນ​ຄົນ​ໜຶ່ງ​ທີ່​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ. ລາວ​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ບໍ່​ຍຸຕິທຳ. ທຳອິດ ພວກ​ອ້າຍ​ຂາຍ​ລາວ​ໄປ​ເປັນ​ທາດ​ຕອນ​ອາຍຸ 17 ປີ. ຕໍ່​ມາ ລາວ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆວ່າ​ພະຍາຍາມ​ຂົ່ມຂືນ​ເມຍ​ຂອງ​ເຈົ້ານາຍ​ຈົນ​ຕ້ອງ​ຕິດ​ຄຸກ. (ຕົ້ນເດີມ 39:11-20; ຄຳເພງ 105:17, 18) ເຖິງ​ວ່າ​ໂຢເຊບ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ແຕ່​ເບິ່ງ​ຄື​ວ່າ​ລາວ​ຈະ​ຖືກ​ລົງໂທດ​ຫຼາຍ​ກວ່າ​ໄດ້​ຮັບ​ພອນ ແຕ່​ທຸກ​ຢ່າງ​ກໍ​ປ່ຽນ​ໄປ ເພາະ​ຫຼັງ​ຈາກ​ນັ້ນ 13 ປີ​ໂຢເຊບ​ຈຶ່ງ​ຖືກ​ປ່ອຍ​ອອກ​ຄຸກ ແລະ​ໄດ້​ເປັນ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ອັນ​ດັບ​ສອງ​ຂອງ​ເອຢິບ.—ຕົ້ນເດີມ 41:14, 37-43; ກິດຈະການ 7:9, 10

ໂຢເຊບ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຈັດການ​ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ​ແລະ​ພອນ​ຈາກ​ພະອົງ​ກໍ​ຄຸ້ມ​ຄ່າ​ກັບ​ການ​ລໍ​ຖ້າ

13 ຄວາມ​ບໍ່​ຍຸຕິທຳ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ໂຢເຊບ​ໃຈ​ຮ້າຍ​ຫຼື​ຜິດ​ຫວັງ​ບໍ? ລາວ​ຮູ້ສຶກ​ບໍ​ວ່າ​ພະ​ເຢໂຫວາ​ປະ​ຖິ້ມ​ລາວ? ບໍ່​ເລີຍ ໂຢເຊບ​ອົດ​ທົນ​ລໍ​ຖ້າ​ພະອົງ. ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ເຮັດ​ໄດ້? ນັ້ນ​ກໍ​ຄື​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. ໂຢເຊບ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ເຫັນ​ທຸກ​ຢ່າງ​ແລະ​ພະອົງ​ຈະ​ຈັດການ​ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ. ເຮົາ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ລາວ​ເວົ້າ​ກັບ​ພວກ​ອ້າຍ ລາວ​ບອກ​ວ່າ: “ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ແມ່ນ​ຜູ້​ຕັ້ງ​ຢູ່​ແທນ​ພະເຈົ້າ​ຫຼື? ແລະ​ຝ່າຍ​ພວກ​ທ່ານ ທ່ານ​ໄດ້​ຄຶດ​ຈະ​ກະທຳ​ການ​ອັນຕະລາຍ​ແກ່​ເຮົາ​ກໍ​ຈິງ​ຢູ່ ພະເຈົ້າ​ໄດ້​ໂຜດ​ຫຼົບ​ແປງ​ເປັນ​ການ​ດີ​ເໝືອນ​ດັ່ງ​ໄດ້​ບັງເກີດ​ໃນ​ວັນ​ນີ້ ເພື່ອ​ຈະ​ໄດ້​ຊ່ອຍ​ຊີວິດ​ມະນຸດ​ຫຼາຍ​ຄົນ​ໃຫ້​ພົ້ນ.” (ຕົ້ນເດີມ 50:19, 20) ໂຢເຊບ​ຮູ້​ວ່າ​ພອນ​ຕ່າງໆຈາກ​ພະ​ເຢໂຫວາ​ຄຸ້ມ​ຄ່າ​ກັບ​ການ​ລໍ​ຖ້າ.

14, 15. (ກ) ຄວາມ​ອົດ​ທົນ​ຂອງ​ດາວິດ​ໜ້າ​ປະທັບ​ໃຈ​ແນວ​ໃດ? (ຂ) ສິ່ງ​ໃດ​ຊ່ວຍ​ໃຫ້​ດາວິດ​ອົດ​ທົນ​ລໍ​ຖ້າ?

14 ດາວິດ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ຕ້ອງ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ຢ່າງ. ພະ​ເຢໂຫວາ​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະລາແອນ​ຕອນ​ທີ່​ລາວ​ຍັງ​ໜຸ່ມ​ນ້ອຍ ແຕ່​ລາວ​ຕ້ອງ​ລໍ​ຖ້າ​ເຖິງ 15 ປີ​ຈຶ່ງ​ຈະ​ໄດ້​ປົກຄອງ​ສະເພາະ​ແຕ່​ຄົນ​ໃນ​ຕະກູນ​ຂອງ​ລາວ. (2 ຊາເມືອນ 2:3, 4) ໃນ​ໄລຍະ​ນັ້ນ​ບາງ​ເທື່ອ​ດາວິດ​ຕ້ອງ​ໜີ​ແລະ​ໃຊ້​ຊີວິດ​ແບບ​ຫຼົບໆລີ້ໆ ເພາະ​ກະສັດ​ຊາອຶລ​ຢາກ​ຂ້າ​ລາວ. * (ເບິ່ງ​ໄຂ​ເງື່ອນ) ນີ້​ຈຶ່ງ​ເຮັດ​ໃຫ້​ດາວິດ​ບໍ່​ມີ​ບ່ອນ​ຢູ່ ຫຼາຍ​ເທື່ອ​ລາວ​ຕ້ອງ​ໄປ​ຢູ່​ຕ່າງ​ແດນ​ຫຼື​ຕາມ​ຖໍ້າ​ໃນ​ຖິ່ນ​ທຸລະກັນດານ. ໃນ​ທີ່​ສຸດ ຊາອຶລ​ກໍ​ຕາຍ​ໃນ​ສົງຄາມ ແຕ່​ດາວິດ​ຍັງ​ຕ້ອງ​ຖ້າ​ອີກ​ຫຼາຍ​ກວ່າ 7 ປີ​ຈຶ່ງ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະລາແອນ.—2 ຊາເມືອນ 5:4, 5

15 ເປັນ​ຫຍັງ​ດາວິດ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ? ລາວ​ໃຫ້​ຄຳຕອບ​ໃນ​ຄຳເພງ​ບົດ 13 ເຊິ່ງ​ເປັນ​ບົດ​ດຽວ​ກັບ​ທີ່​ລາວ​ຖາມ​ຄ້າຍໆກັນ 4 ເທື່ອ​ວ່າ​ຍັງ​ດົນ​ປານ​ໃດ? ດາວິດ​ບອກ​ວ່າ: “ແຕ່​ວ່າ​ຝ່າຍ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ປົງ​ໃຈ​ໃນ​ຄວາມ​ດີ​ຂອງ​ພະອົງ ໃຈ​ຂ້າ​ນ້ອຍ​ໄດ້​ຊົມຊື່ນ​ຍິນດີ​ໃນ​ຄວາມ​ພົ້ນ​ຂອງ​ພະອົງ. ຂ້າ​ນ້ອຍ​ຈະ​ລຳ​ເພງ​ສັນລະເສີນ​ພະ​ເຢໂຫວາ ເຫດ​ວ່າ​ພະອົງ​ໄດ້​ກະທຳ​ການ​ດີ​ແກ່​ຂ້າ​ນ້ອຍ.” (ຄຳເພງ 13:5, 6) ດາວິດ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຈະ​ພັກດີ​ຕໍ່​ລາວ​ສະເໝີ. ລາວ​ຄິດ​ເຖິງ​ຕອນ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ລາວ ແລະ​ລາວ​ລໍ​ຖ້າ​ໃຫ້​ພະອົງ​ຈັດການ​ກັບ​ບັນຫາ​ຕ່າງໆທີ່​ລາວ​ຕ້ອງ​ປະສົບ. ດາວິດ​ຮູ້​ວ່າ​ຄຸ້ມ​ຄ່າ​ທີ່​ຈະ​ລໍ​ຖ້າ​ພອນ​ຕ່າງໆຈາກ​ພະ​ເຢໂຫວາ.

ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ພະອົງ​ເອງ​ກໍ​ບໍ່​ເຕັມ​ໃຈ​ຢາກ​ເຮັດ

16, 17. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ​ເລີດ​ແນວ​ໃດ​ໃນ​ເລື່ອງ​ການ​ເຕັມ​ໃຈ​ລໍ​ຖ້າ?

16 ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ພະອົງ​ເອງ​ກໍ​ບໍ່​ເຕັມ​ໃຈ​ຢາກ​ເຮັດ. ພະອົງ​ວາງ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ກ່ຽວ​ກັບ​ການ​ເຕັມ​ໃຈ​ລໍ​ຖ້າ. (ອ່ານ 2 ເປໂຕ 3:9) ຕົວຢ່າງ: ຫຼາຍ​ພັນ​ປີ​ກ່ອນ​ໃນ​ສວນ​ເອເດນ ຊາຕານ​ກ່າວ​ຫາ​ວ່າ​ພະ​ເຢໂຫວາ​ບໍ່​ຍຸຕິທຳ. ແຕ່​ພະອົງ “ຄອຍ​ຖ້າ” ມື້​ທີ່​ຊື່​ຂອງ​ພະອົງ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ຢ່າງ​ເຕັມທີ. ຜົນ​ຈາກ​ການ​ທີ່​ພະອົງ​ລໍ​ຖ້າ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ຕັ້ງ​ໃຈ ‘ຄອຍ​ຖ້າ​ພະອົງ’ ໄດ້​ຮັບ​ພອນ​ທີ່​ດີ​ເລີດ​ຢ່າງ​ລົ້ນ​ເຫຼືອ.—ເອຊາອີ 30:18, ລ.ມ.

17 ພະ​ເຍຊູ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ເຕັມ​ໃຈ​ລໍ​ຖ້າ ຕອນ​ຢູ່​ໂລກ​ນີ້​ພະ​ເຍຊູ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ. ໃນ​ປີ 33 ເພິ່ນ​ເອົາ​ຄຸນຄ່າ​ຂອງ​ເຄື່ອງ​ບູຊາ​ໄຖ່​ໄປ​ໃຫ້​ພະ​ເຢໂຫວາ​ໃນ​ສະຫວັນ. ແຕ່​ເພິ່ນ​ຕ້ອງ​ລໍ​ຖ້າ​ຈົນ​ເຖິງ​ປີ 1914 ຈຶ່ງ​ຈະ​ເລີ່ມ​ປົກຄອງ​ເປັນ​ກະສັດ. (ກິດຈະການ 2:33-35; ເຫບເລີ 10:12, 13) ບໍ່​ພຽງ​ເທົ່າ​ນັ້ນ ພະ​ເຍຊູ​ຍັງ​ຕ້ອງ​ລໍ​ຖ້າ​ຈົນ​ຈົບ​ສະໄໝ​ພັນ​ປີ​ຈົນ​ກວ່າ​ສັດຕູ​ຂອງ​ເພິ່ນ​ທັງ​ໝົດ​ຈະ​ຖືກ​ທຳລາຍ. (1 ໂກລິນໂທ 15:25) ພະ​ເຍຊູ​ຕ້ອງ​ຖ້າ​ດົນ​ແທ້ໆ ແຕ່​ພອນ​ຕ່າງໆທີ່​ຕາມ​ມາ​ກໍ​ຄຸ້ມ​ຄ່າ​ກັບ​ການ​ລໍ​ຖ້າ.

ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ລໍ​ຖ້າ?

18, 19. ສິ່ງ​ໃດ​ຊ່ວຍ​ເຮົາ​ໃຫ້​ເຕັມ​ໃຈ​ລໍ​ຖ້າ​ຢ່າງ​ອົດ​ທົນ?

18 ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຕັມ​ໃຈ​ລໍ​ຖ້າ​ຢ່າງ​ອົດ​ທົນ. ແຕ່​ສິ່ງ​ໃດ​ຈະ​ຊ່ວຍ​ໄດ້? ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ ຢ່າ​ລືມ​ວ່າ​ຄວາມ​ອົດ​ທົນ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ນັ້ນ. (ເອເຟດ 3:16; 6:18; 1 ເທຊະໂລນີກ 5:17-19) ດັ່ງ​ນັ້ນ ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ລໍ​ຖ້າ​ຢ່າງ​ອົດ​ທົນ.!

19 ຂໍ​ຢ່າ​ລືມ​ວ່າ ສິ່ງ​ໃດ​ຊ່ວຍ​ອັບລາຫາມ ໂຢເຊບ ແລະ​ດາວິດ​ອົດ​ທົນ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ສຳເລັດ​ເປັນ​ຈິງ. ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ແລະ​ວາງໃຈ​ໃນ​ພະ​ເຢໂຫວາ. ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ເຖິງ​ແຕ່​ຕົວ​ເອງ​ແລະ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ເທົ່າ​ນັ້ນ. ເມື່ອ​ເຮົາ​ຄິດ​ເຖິງ​ຜົນ​ດີ​ຕ່າງໆທີ່​ເຂົາ​ເຈົ້າ​ໄດ້​ຮັບ ເຮົາ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ອົດ​ທົນ​ລໍ​ຖ້າ​ເຊັ່ນ​ກັນ.

20. ເຮົາ​ຄວນ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

20 ເຖິງ​ວ່າ​ຕອນ​ນີ້​ເຮົາ​ອາດ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ “ລໍ​ຖ້າ” ຢ່າງ​ອົດ​ທົນ ບາງ​ຄັ້ງ​ເຮົາ​ອາດ​ຖາມ​ວ່າ: “ພະ​ເຢໂຫວາ ຈະ​ເປັນ​ຢ່າງ​ນີ້​ໄປ​ອີກ​ດົນ​ສໍ່າ​ໃດ?” (ເອຊາອີ 6:11, ລ.ມ.) ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ເຮົາ​ສາມາດ​ຮຽນ​ແບບ​ຜູ້​ພະຍາກອນ​ເຢເຣມີ​ທີ່​ບອກ​ວ່າ: ‘ພະ​ເຢໂຫວາ​ເປັນ​ສ່ວນ​ມູນ​ຂອງ​ຂ້ອຍ ເຫດ​ສັນນີ້​ຂ້ອຍ​ຈະ​ວາງໃຈ [ລໍ​ຖ້າ] ພະອົງ.’—ບົດຄວາມເພງຮໍ່າໄຮ 3:21, 24

^ ຂໍ້ 11 ມີ​ການ​ເວົ້າ​ເຖິງ​ຊີວິດ​ຂອງ​ອັບລາຫາມ​ໃນ​ພະທຳ​ຕົ້ນເດີມ​ປະມານ 15 ບົດ. ນອກ​ຈາກ​ນັ້ນ ຜູ້​ຂຽນ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ເວົ້າ​ເຖິງ​ອັບລາຫາມ​ຫຼາຍ​ກວ່າ 70 ຄັ້ງ.

^ ຂໍ້ 14 ຊາອຶລ​ປົກຄອງ​ໄດ້​ແຕ່ 2 ປີ​ປາຍ ພະ​ເຢໂຫວາ​ກໍ​ບໍ່​ຍອມ​ຮັບ​ລາວ ແຕ່​ລາວ​ຍັງ​ເປັນ​ກະສັດ​ເຖິງ 38 ປີ​ຈົນ​ລາວ​ຕາຍ.—1 ຊາເມືອນ 13:1; ກິດຈະການ 13:21