ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ອະດີດ​ຄຸນ​ແມ່​ກາຍ​ມາ​ເປັນ​ເອື້ອຍ​ນ້ອງ​ແທ້​ໃນ​ຄວາມ​ເຊື່ອ

ອະດີດ​ຄຸນ​ແມ່​ກາຍ​ມາ​ເປັນ​ເອື້ອຍ​ນ້ອງ​ແທ້​ໃນ​ຄວາມ​ເຊື່ອ

ຫຼາຍ​ປີ​ມາ​ແລ້ວ ນ້ອງ​ສາວ​ຂອງ​ຂ້ອຍ​ອາຣາເຊລິ​ໃຈ​ຮ້າຍ​ແລະ​ຮ້ອງ​ຂຶ້ນ​ວ່າ: “ເຊົາ​ເວົ້າ. ຂ້ອຍ​ບໍ່​ຢາກ​ໄດ້​ຍິນ​ຫຍັງ​ກ່ຽວ​ກັບ​ສາສະໜາ​ຂອງ​ເຈົ້າ. ມັນ​ເຮັດ​ໃຫ້​ຂ້ອຍ​ເບື່ອ​ໜ່າຍ. ຂ້ອຍ​ຊັງ​ເຈົ້າ!” ຄຳ​ເວົ້າ​ຂອງ​ລາວ​ເຮັດ​ໃຫ້​ຂ້ອຍ​ເສຍໃຈ​ຫຼາຍ. ຕອນ​ນີ້​ຂ້ອຍ​ອາຍຸ​ໄດ້ 91 ປີ ແລະ​ຂ້ອຍ​ຍັງ​ຈື່​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ໄດ້​ດີ. ແຕ່​ຄື​ດັ່ງ​ທີ່​ຜູ້​ເທສະໜາ​ປ່າວ​ປະກາດ 7:8 (ລ.ມ.) ກ່າວ​ວ່າ: “ຕອນ​ຈົບ​ດີ​ກວ່າ​ຕອນ​ເລີ່ມ​ຕົ້ນ.”—ເຟລິຊາ

ເຟລິຊາ: ຂ້ອຍ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຄອບຄົວ​ທີ່​ຕໍ່າ​ຕ້ອຍ​ໃນ​ປະເທດ​ແອດສະປາຍ. ຄອບຄົວ​ຂອງ​ຂ້ອຍ​ນັບຖື​ສາສະໜາ​ກາໂຕລິກ ແລະ​ພວກ​ເຮົາ​ເປັນ​ຄົນ​ທີ່​ເຄັ່ງ​ໃນ​ສາສະໜາ. ທີ່​ຈິງ​ພີ່​ນ້ອງ​ຂອງ​ຂ້ອຍ 13 ຄົນ​ໄດ້​ເປັນ​ຄຸນ​ພໍ່​ຫຼື​ບໍ່​ກໍ​ເຮັດ​ວຽກ​ຢູ່​ໂບດ. ພີ່​ນ້ອງ​ຄົນ​ໜຶ່ງ​ຂອງ​ແມ່​ຂ້ອຍ​ເປັນ​ຄຸນ​ພໍ່​ແລະ​ເປັນ​ອາຈານ​ສອນ​ຢູ່​ໂຮງ​ຮຽນ​ກາໂຕລິກ. ຫຼັງ​ຈາກ​ທີ່​ລາວ​ເສຍ​ຊີວິດ ສັນຕະປາປາ ຈອນ ພໍ​ລ​ທີ 2 ໄດ້​ໃຫ້​ກຽດ​ລາວ​ໂດຍ​ແຕ່ງ​ຕັ້ງ​ໃຫ້​ລາວ​ເປັນ​ນັກ​ບຸນ. ພໍ່​ຂອງ​ຂ້ອຍ​ເປັນ​ຊ່າງ​ເຫຼັກ ແລະ​ແມ່​ຂອງ​ຂ້ອຍ​ເປັນ​ຊາວນາ. ພໍ່​ແມ່​ມີ​ລູກ​ແປດ​ຄົນ ແລະ​ຂ້ອຍ​ເປັນ​ລູກ​ກົກ.

ຕອນ​ຂ້ອຍ​ອາຍຸ​ໄດ້ 12 ປີ ສົງຄາມ​ກາງ​ເມືອງ​ໄດ້​ເລີ່ມ​ຂຶ້ນ​ໃນ​ປະເທດ​ແອດສະປາຍ. ຫຼັງ​ຈາກ​ສົງຄາມ​ສິ້ນ​ສຸດ ພໍ່​ຂອງ​ຂ້ອຍ​ກໍ​ຖືກ​ຈັບ​ເຂົ້າ​ຄຸກ​ເນື່ອງ​ຈາກ​ລັດຖະບານ​ບໍ່​ມັກ​ແນວ​ຄິດ​ທາງ​ດ້ານ​ການ​ເມືອງ​ຂອງ​ພໍ່. ບໍ່​ງ່າຍ​ທີ່​ແມ່​ຈະ​ຊອກ​ຫາ​ອາຫານ​ໃຫ້​ພຽງ​ພໍ​ສຳລັບ​ພວກ​ເຮົາ​ທຸກ​ຄົນ. ດັ່ງ​ນັ້ນ ແມ່​ຈຶ່ງ​ສົ່ງ​ນ້ອງ​ສາວ​ຂອງ​ຂ້ອຍ​ສາມ​ຄົນ​ມີ​ອາຣາເຊລິ ລາວຣິ ແລະ​ຣາໂມນິ ໃຫ້​ໄປ​ຢູ່​ກັບ​ຄຸນ​ແມ່​ທີ່​ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ບິວບາວ ເພາະ​ຢູ່​ທີ່​ນັ້ນ​ມີ​ອາຫານ​ຢ່າງ​ພຽງ​ພໍ​ໃຫ້​ເຂົາ​ເຈົ້າ​ໄດ້​ກິນ.

ອາຣາເຊລິ: ຕອນ​ນັ້ນ​ຂ້ອຍ​ອາຍຸ 14 ປີ ລາວຣິ​ອາຍຸ 12 ປີ ແລະ​ຣາໂມນິ​ອາຍຸ 10 ປີ. ພວກ​ເຮົາ​ຄິດ​ຮອດ​ຄອບຄົວ​ຫຼາຍ. ຢູ່​ທີ່​ໂຮງ​ຮຽນ​ຄຸນ​ແມ່ ວຽກ​ຂອງ​ພວກ​ເຮົາ​ແມ່ນ​ເຮັດ​ຄວາມ​ສະອາດ. ສອງ​ປີ​ຕໍ່​ມາ​ພວກ​ຄຸນ​ແມ່​ກໍ​ສົ່ງ​ພວກ​ເຮົາ​ໄປ​ທີ່​ໂຮງ​ຮຽນ​ຄຸນ​ແມ່​ທີ່​ໃຫຍ່​ເຊິ່ງ​ຢູ່​ໃນ​ເມືອງ​ຊາຣາ​ໂກ​ຊາ​ທີ່​ເປັນ​ສະຖານ​ທີ່​ເບິ່ງ​ແຍງ​ຜູ້​ເຖົ້າ. ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ເຮັດ​ຄວາມ​ສະອາດ​ເຮືອນ​ຄົວ ແລະ​ວຽກ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ເມື່ອຍ​ຫຼາຍ.

ເຟລິຊາ: ເມື່ອ​ພວກ​ນ້ອງ​ສາວ​ຂອງ​ຂ້ອຍ​ໄດ້​ໄປ​ໂຮງ​ຮຽນ​ຄຸນ​ແມ່​ທີ່​ເມືອງ​ຊາຣາ​ໂກ​ຊາ ແມ່​ແລະ​ນ້າ​ບ່າວ​ຂອງ​ຂ້ອຍ​ທີ່​ເປັນ​ຄຸນ​ພໍ່​ໃນ​ທ້ອງຖິ່ນ​ໄດ້​ຕັດສິນ​ໃຈ​ສົ່ງ​ຂ້ອຍ​ໄປ​ທີ່​ນັ້ນ​ເຊັ່ນ​ກັນ. ເຂົາ​ເຈົ້າ​ຕ້ອງການ​ແຍກ​ຂ້ອຍ​ອອກ​ຈາກ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ມັກ​ຂ້ອຍ. ຂ້ອຍ​ຄອຍ​ຖ້າ​ທີ່​ຈະ​ໃຊ້​ເວລາ​ຢູ່​ທີ່​ໂຮງ​ຮຽນ​ຄຸນ​ແມ່ ເພາະ​ຂ້ອຍ​ຮັກ​ພະເຈົ້າ. ຂ້ອຍ​ໄປ​ໂບດ​ທຸກໆມື້ ແລະ​ເຖິງ​ຂັ້ນ​ວ່າ​ຢາກ​ເປັນ​ມິດຊັນນາລີ​ຂອງ​ສາສະໜາ​ກາໂຕລິກ​ຄື​ກັບ​ພີ່​ນ້ອງ​ຂອງ​ຂ້ອຍ​ທີ່​ຢູ່​ອາຝຼິກກາ.

ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ຊາຣາ​ໂກ​ຊາ ປະເທດ​ແອດສະປາຍ (ເບື້ອງ​ຊ້າຍ) ຄຳພີ​ໄບເບິນ​ສະບັບ Nácar-Colungacar (ເບື້ອງ​ຂວາ)

ແຕ່​ຢູ່​ທີ່​ໂຮງ​ຮຽນ​ຄຸນ​ແມ່ ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ສາມາດ​ເຮັດ​ຫຼາຍໆສິ່ງ​ໄດ້​ຄື​ກັບ​ທີ່​ຂ້ອຍ​ຕ້ອງການ. ພວກ​ຄຸນ​ແມ່​ບໍ່​ສະໜັບສະໜູນ​ໃຫ້​ຂ້ອຍ​ຮັບໃຊ້​ພະເຈົ້າ​ໃນ​ປະເທດ​ອື່ນ ຄື​ດັ່ງ​ທີ່​ຂ້ອຍ​ຫວັງ​ໄວ້. ດັ່ງ​ນັ້ນ ໜຶ່ງ​ປີ​ຕໍ່​ມາ​ຂ້ອຍ​ໄດ້​ກັບ​ບ້ານ​ເພື່ອ​ເບິ່ງ​ແຍງ​ນ້າ​ບ່າວ​ຜູ້​ທີ່​ເປັນ​ຄຸນ​ພໍ່. ຂ້ອຍ​ເຮັດ​ວຽກ​ເຮືອນ​ໃຫ້​ລາວ ແລະ​ພວກ​ເຮົາ​ສວດ​ມົນ​ນຳ​ກັນ​ທຸກໆແລງ. ຂ້ອຍ​ຍັງ​ມັກ​ຈັດ​ດອກ​ໄມ້​ຢູ່​ໂບດ​ແລະ​ປະດັບປະດາ​ຮູບ​ປັ້ນ​ແມ່​ມາລີ​ແລະ “ພວກ​ນັກ​ບຸນ​ຕ່າງໆ.”

ອາຣາເຊລິ: ຕອນ​ທີ່​ທີ່​ຢູ່​ເມືອງ​ຊາຣາ​ໂກ​ຊາ ຂ້ອຍ​ໄດ້​ສາບານ​ເປັນ​ຄັ້ງ​ທຳອິດ​ເພື່ອ​ຈະ​ເປັນ​ຄຸນ​ແມ່. ຕໍ່​ມາ​ພວກ​ຄຸນ​ແມ່​ກໍ​ໄດ້​ແຍກ​ຂ້ອຍ​ແລະ​ພວກ​ນ້ອງ​ສາວ​ອອກ​ຈາກ​ກັນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ສົ່ງ​ຂ້ອຍ​ໄປ​ທີ່​ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ມາດຣິດ ແລະ​ສົ່ງ​ລາວຣິ​ໄປ​ທີ່​ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ວາເລນເຊຍ. ຣາໂມນິ​ແມ່ນ​ໃຫ້​ຢູ່​ທີ່​ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ຊາຣາ​ໂກ​ຊາ. ໃນ​ເມືອງ​ມາດຣິດ ຂ້ອຍ​ໄດ້​ສາບານ​ເປັນ​ຄັ້ງ​ທີ​ສອງ​ເພື່ອ​ຈະ​ເປັນ​ຄຸນ​ແມ່. ມີ​ຫຼາຍ​ຄົນ​ເຊັ່ນ: ພວກ​ນັກ​ຮຽນ​ແລະ​ຄົນ​ສູງ​ອາຍຸ​ໄດ້​ມາ​ອາໄສ​ຢູ່​ທີ່​ນີ້. ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ມີ​ວຽກ​ຫຼາຍ. ຂ້ອຍ​ເຮັດ​ວຽກ​ຢູ່​ໂຮງ​ໝໍ​ທີ່​ຢູ່​ໃນ​ໂຮງ​ຮຽນ​ຄຸນ​ແມ່.

ຂ້ອຍ​ຄອຍ​ຖ້າ​ຊີວິດ​ທີ່​ເປັນ​ຄຸນ​ແມ່. ຂ້ອຍ​ຄິດ​ວ່າ​ເຮົາ​ຈະ​ມີ​ເວລາ​ຫຼາຍ​ໃນ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ນັ້ນ. ແຕ່​ແລ້ວ​ຂ້ອຍ​ກໍ​ຕ້ອງ​ຜິດ​ຫວັງ. ບໍ່​ມີ​ຈັກ​ຄົນ​ເລີຍ​ທີ່​ໃຊ້​ຄຳພີ​ໄບເບິນ​ຫຼື​ແມ່ນ​ແຕ່​ເວົ້າ​ເລື່ອງ​ພະເຈົ້າ​ຫຼື​ພະ​ເຍຊູ. ຂ້ອຍ​ຮຽນ​ພາສາ​ລາຕິນ​ໜ້ອຍ​ໜຶ່ງ ແລະ​ໄດ້​ສຶກສາ​ເລື່ອງ​ຊີວິດ​ຂອງ “ພວກ​ນັກ​ບຸນ” ກາໂຕລິກ ແລະ​ນະມັດສະການ​ແມ່​ມາລີ. ແຕ່​ເວລາ​ເກືອບ​ທັງ​ໝົດ​ແມ່ນ​ພວກ​ເຮົາ​ໃຊ້​ໄປ​ໃນ​ການ​ເຮັດ​ວຽກ​ໜັກ.

ຂ້ອຍ​ເລີ່ມ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ກັງວົນ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ຄວນ​ຈະ​ຫາ​ເງິນ​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ​ແທນ​ທີ່​ຈະ​ເຮັດ​ວຽກ​ທີ່​ໂຮງ​ຮຽນ​ຄຸນ​ແມ່​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ຮັ່ງມີ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເວົ້າ​ກັບ​ຫົວ​ໜ້າ​ຄຸນ​ແມ່​ກ່ຽວ​ກັບ​ເລື່ອງ​ນີ້​ແລະ​ບອກ​ລາວ​ວ່າ​ຂ້ອຍ​ຢາກ​ອອກ​ຈາກ​ທີ່​ນີ້. ແຕ່​ລາວ​ກໍ​ຂັງ​ຂ້ອຍ​ໄວ້​ໃນ​ຫ້ອງ​ນ້ອຍ ເພາະ​ຄິດ​ວ່າ​ການ​ເຮັດ​ແນວ​ນີ້​ຈະ​ເກ້​ຍ​ກ່ອມ​ໃຫ້​ຂ້ອຍ​ຢູ່​ຕໍ່.

ຕໍ່​ມາ ພວກ​ຄຸນ​ແມ່​ໄດ້​ປ່ອຍ​ຂ້ອຍ​ອອກ​ຈາກ​ຫ້ອງ​ນ້ອຍ ແຕ່​ເມື່ອ​ສຳນຶກ​ໄດ້​ວ່າ​ຂ້ອຍ​ຍັງ​ຢາກ​ອອກ​ຈາກ​ໂຮງ​ຮຽນ​ຄຸນ​ແມ່ ເຂົາ​ເຈົ້າ​ກໍ​ຂັງ​ຂ້ອຍ​ໄວ້​ໃນ​ຫ້ອງ​ນ້ອຍ​ອີກ. ຫຼັງ​ຈາກ​ທີ່​ເຮັດ​ແບບ​ນີ້​ສາມ​ເທື່ອ ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ ຂ້ອຍ​ສາມາດ​ໄປ​ໄດ້​ຖ້າ​ຂ້ອຍ​ຂຽນ​ຂໍ້​ຄວາມ​ຕໍ່​ໄປ​ນີ້: “ຂ້ອຍ​ອອກ​ຈາກ​ທີ່​ນີ້​ຍ້ອນ​ວ່າ​ຂ້ອຍ​ຕ້ອງການ​ຮັບໃຊ້​ຊາຕານ​ແທນ​ທີ່​ຈະ​ຮັບໃຊ້​ພະເຈົ້າ.” ຂ້ອຍ​ຕົກໃຈ​ຫຼາຍ. ຂ້ອຍ​ຢາກ​ອອກ​ຈາກ​ທີ່​ນີ້​ແທ້ໆ ແຕ່​ຂ້ອຍ​ຈະ​ບໍ່​ຂຽນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ. ໃນ​ທີ່​ສຸດ​ຂ້ອຍ​ຈຶ່ງ​ບອກ​ວ່າ​ຂ້ອຍ​ຢາກ​ເວົ້າ​ກັບ​ຄຸນ​ພໍ່ ແລະ​ຂ້ອຍ​ໄດ້​ບອກ​ລາວ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ. ລາວ​ໄດ້​ຮັບ​ອະນຸຍາດ​ຈາກ​ຫົວ​ໜ້າ​ຄຸນ​ພໍ່​ໃຫ້​ສົ່ງ​ຂ້ອຍ​ກັບ​ໄປ​ທີ່​ໂຮງ​ຮຽນ​ຄຸນ​ແມ່​ໃນ​ເມືອງ​ຊາຣາ​ໂກ​ຊາ. ຫຼັງ​ຈາກ​ຢູ່​ທີ່​ນັ້ນ​ໄດ້​ສອງ​ສາມ​ເດືອນ ຂ້ອຍ​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຈາກ​ໂຮງ​ຮຽນ​ຄຸນ​ແມ່. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ລາວຣິ​ແລະ​ຣາໂມນີ​ກໍ​ອອກ​ຈາກ​ໂຮງ​ຮຽນ​ຄຸນ​ແມ່​ຄື​ກັນ.

ປຶ້ມ​ຫົວ​ໜຶ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ແຕກ​ແຍກ​ກັນ

ເຟລິຊາ

ເຟລິຊາ: ຜ່ານ​ໄປ​ໄລຍະ​ໜຶ່ງ ຂ້ອຍ​ໄດ້​ແຕ່ງ​ດອງ​ແລະ​ໄດ້​ໄປ​ຢູ່​ກັນ​ຕາບຣີ ເຊິ່ງ​ເປັນ​ແຂວງ​ໜຶ່ງ​ຂອງ​ປະເທດ​ແອດສະປາຍ. ຂ້ອຍ​ຍັງ​ໄປ​ໂບດ​ເປັນ​ປະຈຳ. ມີ​ເທື່ອ​ໜຶ່ງ​ຢູ່​ທີ່​ໂບດ ໃນ​ວັນ​ອາທິດ ຄຸນ​ພໍ່​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ: “ເບິ່ງ​ປຶ້ມ​ນີ້​ແມະ!” ລາວ​ໄດ້​ຍົກ​ປຶ້ມ​ຄວາມ​ຈິງ​ເຊິ່ງ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ​ໃຫ້​ພວກ​ເຮົາ​ເບິ່ງ. ລາວ​ເວົ້າ​ຕື່ມ​ອີກ​ວ່າ “ຖ້າ​ມີ​ຄົນ​ເອົາ​ປຶ້ມ​ນີ້​ໃຫ້​ເຈົ້າ ເອົາ​ມັນ​ມາ​ໃຫ້​ຂ້ອຍ​ຫຼື​ບໍ່​ກໍ​ໂຍນ​ມັນ​ຖິ້ມ​ໂລດ!”

ຂ້ອຍ​ບໍ່​ມີ​ປຶ້ມ​ນັ້ນ ແຕ່​ຂ້ອຍ​ຢາກ​ໄດ້. ຈາກ​ນັ້ນ​ສອງ​ສາມ​ມື້​ຕໍ່​ມາ ມີ​ຜູ້​ຍິງ​ສອງ​ຄົນ​ໄດ້​ມາ​ທີ່​ເຮືອນ​ຂອງ​ຂ້ອຍ. ເຂົາ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ໄດ້​ສະເໜີ​ປຶ້ມ​ນັ້ນ​ໃຫ້​ຂ້ອຍ. ຂ້ອຍ​ອ່ານ​ປຶ້ມ​ຫົວ​ນັ້ນ​ໃນ​ຄືນ​ນັ້ນ​ເລີຍ. ເມື່ອ​ຜູ້​ຍິງ​ສອງ​ຄົນ​ນັ້ນ​ກັບ​ຄືນ​ມາ ເຂົາ​ເຈົ້າ​ໄດ້​ຖາມ​ຂ້ອຍ​ວ່າ​ຢາກ​ຮຽນ​ຄຳພີ​ໄບເບິນ​ບໍ ແລະ​ຂ້ອຍ​ກໍ​ຕອບ​ວ່າ ຢາກ​ຮຽນ.

ປຶ້ມ​ຄວາມ​ຈິງ

ຂ້ອຍ​ຕ້ອງການ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ສະເໝີ. ຕໍ່​ມາ​ຂ້ອຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ຂ້ອຍ​ເລີ່ມ​ຮັກ​ພະອົງ​ຢ່າງ​ສຸດ​ຊຶ້ງ. ຂ້ອຍ​ຕ້ອງການ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ກ່ຽວ​ກັບ​ພະອົງ. ໃນ​ປີ 1973 ຂ້ອຍ​ໄດ້​ຮັບ​ບັບເຕມາ. ເມື່ອ​ເປັນ​ໄປ​ໄດ້ ຂ້ອຍ​ພະຍາຍາມ​ເວົ້າ​ຄວາມ​ຈິງ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ຮູ້ຈັກ. ແຕ່​ຄອບຄົວ​ແລະ​ໂດຍ​ສະເພາະ​ແລ້ວ​ນ້ອງ​ສາວ​ຂອງ​ຂ້ອຍ​ທີ່​ຊື່​ອາຣາເຊລິ​ໄດ້​ຢືນຢັນ​ວ່າ​ສິ່ງ​ທີ່​ຂ້ອຍ​ເຊື່ອ​ເປັນ​ສິ່ງ​ທີ່​ຜິດ.

ອາຣາເຊລິ: ເນື່ອງ​ຈາກ​ວ່າ​ຂ້ອຍ​ຖືກ​ປະຕິບັດ​ໃນ​ແບບ​ທີ່​ບໍ່​ດີ​ແທ້ໆຢູ່​ທີ່​ໂຮງ​ຮຽນ​ຄຸນ​ແມ່ ຂ້ອຍ​ຈຶ່ງ​ຮູ້ສຶກ​ໃຈ​ຮ້າຍ​ແລະ​ບໍ່​ພໍ​ໃຈ​ກັບ​ສາສະໜາ​ຂອງ​ຂ້ອຍ. ແຕ່​ຂ້ອຍ​ກໍ​ຍັງ​ໄປ​ໂບດ​ທຸກໆວັນ​ອາທິດ ແລະ​ຂ້ອຍ​ໄດ້​ສວດ​ມົນ​ທຸກໆມື້. ຂ້ອຍ​ຍັງ​ຕ້ອງການ​ທີ່​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ ແລະ​ຂ້ອຍ​ໄດ້​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຂ້ອຍ. ຈາກ​ນັ້ນ ເຟລິຊາ​ໄດ້​ບອກ​ຂ້ອຍ​ໃນ​ສິ່ງ​ທີ່​ລາວ​ໄດ້ຮຽນ. ລາວ​ຕື່ນ​ເຕັ້ນ​ຫຼາຍ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ເຊື່ອ​ເຊິ່ງ​ຂ້ອຍ​ຄິດ​ວ່າ​ລາວ​ເປັນ​ບ້າ. ຂ້ອຍ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ລາວ​ເວົ້າ.

ອາຣາເຊລິ

ຕໍ່​ມາ ຂ້ອຍ​ໄດ້​ກັບ​ໄປ​ເມືອງ​ມາດຣິດ​ເພື່ອ​ເຮັດ​ວຽກ​ແລ້ວ​ຈາກ​ນັ້ນ​ກໍ​ໄດ້​ແຕ່ງ​ດອງ. ໃນ​ຫຼາຍ​ປີ​ຜ່ານ​ມາ ຂ້ອຍ​ໄດ້​ສັງເກດ​ເຫັນ​ວ່າ​ຄົນ​ທີ່​ໄປ​ໂບດ​ເປັນ​ປະຈຳ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພະ​ເຍຊູ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເຊົາ​ໄປ​ໂບດ. ຂ້ອຍ​ບໍ່​ເຊື່ອ​ໃນ “ພວກ​ນັກ​ບຸນ” ຫຼື​ເຊື່ອ​ເລື່ອງ​ໄຟ​ນະ​ລົກ​ອີກ​ຕໍ່​ໄປ ແລະ​ຂ້ອຍ​ກໍ​ບໍ່​ເຊື່ອ​ວ່າ​ຄຸນ​ພໍ່​ສາມາດ​ໃຫ້​ອະໄພ​ບາບ​ໄດ້. ຂ້ອຍ​ເຖິງ​ຂັ້ນ​ວ່າ​ຖິ້ມ​ຮູບ​ປັ້ນ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ. ຂ້ອຍ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ກຳລັງ​ເຮັດ​ນັ້ນ​ຖືກ​ຫຼື​ບໍ່. ຂ້ອຍ​ຮູ້ສຶກ​ຜິດ​ຫວັງ ແຕ່​ຂ້ອຍ​ຍັງ​ອະທິດຖານ​ເຖິງ​ພະເຈົ້າ​ຕໍ່ໆໄປ​ວ່າ: “ລູກ​ຢາກ​ຮູ້ຈັກ​ພະອົງ. ຂໍ​ພະອົງ​ຊ່ວຍ​ລູກ​ແດ່!” ຂ້ອຍ​ຈື່​ໄດ້​ວ່າ​ພະຍານ​ພະ​ເຢໂຫວາ​ເຄີຍ​ມາ​ເຄາະ​ປະຕູ​ເຮືອນ​ຂອງ​ຂ້ອຍ​ຫຼາຍ​ເທື່ອ ແຕ່​ຂ້ອຍ​ບໍ່​ເຄີຍ​ເປີດ​ຈັກ​ເທື່ອ. ຂ້ອຍ​ບໍ່​ໄວ້​ໃຈ​ສາສະໜາ​ໃດໆເລີຍ.

ລາວຣິ​ນ້ອງ​ສາວ​ຂອງ​ຂ້ອຍ​ຢູ່​ປະເທດ​ຝຣັ່ງ ແລະ​ຣາໂມນິ​ຢູ່​ປະເທດ​ແອດສະປາຍ. ປະມານ​ປີ 1980 ເຂົາ​ເຈົ້າ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ເຟລິຊາ ນັ້ນ​ຄື​ບໍ່​ໄດ້​ສຳນຶກ​ວ່າ​ຕົນ​ເອງ​ກຳລັງ​ຮຽນ​ຫຼາຍ​ເລື່ອງ​ທີ່​ເປັນ​ເລື່ອງ​ຕົວະ. ຕໍ່​ມາ​ຂ້ອຍ​ໄດ້​ພົບ​ກັບ​ແອນເຈິລາຍ​ທີ່​ເປັນ​ເພື່ອນ​ບ້ານ​ຄົນ​ໜຶ່ງ​ຂອງ​ຂ້ອຍ ແລະ​ເຮົາ​ໄດ້​ເປັນ​ເພື່ອນ​ທີ່​ສະໜິດ​ກັນ. ລາວ​ກໍ​ເປັນ​ພະຍານ​ພະ​ເຢໂຫວາ​ຄື​ກັນ. ແອນເຈິລາຍ​ແລະ​ຜົວ​ຂອງ​ລາວ​ໄດ້​ຖາມ​ຂ້ອຍ​ຫຼາຍ​ເທື່ອ​ວ່າ​ຢາກ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ​ຫຼື​ບໍ່. ເຂົາ​ເຈົ້າ​ຮູ້​ວ່າ​ເຖິງ​ແມ່ນ​ຂ້ອຍ​ຈະ​ເວົ້າ​ວ່າ​ຂ້ອຍ​ບໍ່​ສົນ​ໃຈ​ໃນ​ເລື່ອງ​ສາສະໜາ ແຕ່​ຂ້ອຍ​ກໍ​ຕ້ອງການ​ແທ້ໆທີ່​ຢາກ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຕົກ​ລົງ ຂ້ອຍ​ຈະ​ສຶກສາ​ກັບ​ພວກ​ເຈົ້າ ແຕ່​ໂດຍ​ໃຊ້​ພະ​ຄຳພີ​ຂອງ​ຂ້ອຍ​ເທົ່າ​ນັ້ນ!” ຂ້ອຍ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ຊື່​ວ່າ Nácar-Colungacar.

ໃນ​ທີ່​ສຸດ​ຄຳພີ​ໄບເບິນ​ກໍ​ເຮັດ​ໃຫ້​ພວກ​ເຮົາ​ກົມ​ກຽວ​ກັນ

ເຟລິຊາ: ເມື່ອ​ຂ້ອຍ​ຮັບ​ບັບເຕມາ​ໃນ​ປີ 1973 ມີ​ພະຍານ​ປະມານ 70 ຄົນ​ໃນ​ຊານ​ຕັນ​ເດີ​ເຊິ່ງ​ເປັນ​ເມືອງ​ຫຼວງ ຂອງ​ແຂວງ​ກັນ​ຕາບຣີ. ພວກ​ເຮົາ​ຕ້ອງ​ເດີນ​ທາງ​ໄກ​ເພື່ອ​ປະກາດ​ກັບ​ທຸກ​ຄົນ​ໃນ​ຫຼາຍ​ຮ້ອຍ​ໝູ່​ບ້ານ​ໃນ​ແຂວງ​ນັ້ນ. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ເດີນ​ທາງ​ໂດຍ​ໃຊ້​ລົດ​ເມ​ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ໃຊ້​ລົດ​ໃຫຍ່​ຈາກ​ບ້ານ​ໜຶ່ງ​ໄປ​ອີກ​ບ້ານ​ໜຶ່ງ.

ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ໄດ້​ສຶກສາ​ຄຳພີ​ໄບເບິນ​ກັບ​ຫຼາຍ​ຄົນ ແລະ​ມີ 11 ຄົນ​ໄດ້​ຮັບ​ບັບເຕມາ. ເກືອບ​ທຸກ​ຄົນ​ທີ່​ຂ້ອຍ​ສຶກສາ​ນຳ​ນັບຖື​ສາສະໜາ​ກາໂຕລິກ ແລະ​ຂ້ອຍ​ຕ້ອງ​ໄດ້​ອົດ​ທົນ​ກັບ​ເຂົາ​ເຈົ້າ. ຄື​ກັບ​ຂ້ອຍ ເຂົາ​ເຈົ້າ​ຕ້ອງການ​ເວລາ​ເພື່ອ​ຈະ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ​ເປັນ​ສິ່ງ​ທີ່​ຜິດ. ຂ້ອຍ​ຮູ້​ວ່າ​ມີ​ພຽງ​ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ຊ່ວຍ​ຄົນ​ຜູ້​ໜຶ່ງ​ໃຫ້​ປ່ຽນ​ຄວາມ​ຄິດ​ແລະ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ. (ເຫບເລີ 4:12) ຜົວ​ຂອງ​ຂ້ອຍ​ບິນວິນິໂດ ລາວ​ເຄີຍ​ເປັນ​ຕຳຫຼວດ ແລະ​ໄດ້​ຮັບ​ບັບເຕມາ​ໃນ​ປີ 1979. ແມ່​ຂອງ​ຂ້ອຍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ບໍ່​ດົນ​ກ່ອນ​ທີ່​ເພິ່ນ​ຈະ​ເສຍ​ຊີວິດ.

ອາຣາເຊລິ: ເມື່ອ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ສາມາດ​ເຊື່ອ​ໃຈ​ເຂົາ​ເຈົ້າ​ໄດ້. ແຕ່​ເມື່ອ​ເວລາ​ຜ່ານ​ໄປ ຂ້ອຍ​ກໍ​ບໍ່​ໄດ້​ຮູ້ສຶກ​ແບບ​ນັ້ນ​ອີກ​ເລີຍ. ພະຍານ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສອນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ຍັງ​ເຮັດ​ຕາມ​ຫຼັກ​ຄຳ​ສອນ​ນັ້ນ. ເມື່ອ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ໃນ​ພະ​ເຢໂຫວາ​ແລະ​ໃນ​ຄຳພີ​ໄບເບິນ​ເລີ່ມ​ເຕີບໂຕ​ຂຶ້ນ ຂ້ອຍ​ກໍ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ເພື່ອນ​ບ້ານ​ຫຼາຍ​ຄົນ​ສັງເກດ​ເຫັນ​ການ​ປ່ຽນ​ແປງ​ນີ້​ແລະ​ບອກ​ຂ້ອຍ​ວ່າ: “ອາຣາເຊລິ ຢູ່​ໃນ​ແນວ​ທາງ​ທີ່​ເຈົ້າ​ໄດ້​ເລືອກ​ຕໍ່ໆໄປ​ເດີ!”

ຂ້ອຍ​ຈື່​ຄຳ​ອະທິດຖານ​ຂອງ​ຂ້ອຍ​ທີ່​ເວົ້າ​ວ່າ: “ຂອບໃຈ​ພະ​ເຢໂຫວາ​ທີ່​ບໍ່​ໄດ້​ຍອມ​ແພ້​ໃນ​ຕົວ​ລູກ​ແລະ​ທີ່​ໃຫ້​ໂອກາດ​ລູກ​ຫຼາຍ​ຄັ້ງ​ເພື່ອ​ຈະ​ພົບ​ສິ່ງ​ທີ່​ລູກ​ກຳລັງ​ຊອກ​ຫາ​ເຊິ່ງ​ກໍ​ຄື​ຄວາມ​ຮູ້​ແທ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.” ຂ້ອຍ​ຍັງ​ໄດ້​ຂໍ​ໃຫ້​ເອື້ອຍ​ຂອງ​ຂ້ອຍ​ເຟລິຊາ​ໃຫ້​ອະໄພ​ຂ້ອຍ​ໃນ​ສິ່ງ​ຕ່າງໆທີ່​ຂ້ອຍ​ເວົ້າ​ບໍ່​ດີ​ຕໍ່​ລາວ. ຕັ້ງ​ແຕ່​ນັ້ນ​ມາ​ແທນ​ທີ່​ຈະ​ຂັດ​ແຍ່ງ​ກັນ ພວກ​ເຮົາ​ພັດ​ມີ​ຄວາມ​ສຸກ​ທີ່​ໄດ້​ເວົ້າ​ກ່ຽວ​ກັບ​ຄຳພີ​ໄບເບິນ. ຂ້ອຍ​ໄດ້​ຮັບ​ບັບເຕມາ​ໃນ​ປີ 1989 ຕອນ​ອາຍຸ 61 ປີ.

ເຟລິຊາ: ຕອນ​ນີ້​ຂ້ອຍ​ອາຍຸ​ໄດ້ 91 ປີ. ຜົວ​ຂອງ​ຂ້ອຍ​ເສຍ​ຊີວິດ​ແລ້ວ ແລະ​ຂ້ອຍ​ບໍ່​ສາມາດ​ຮັບໃຊ້​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ. ແຕ່​ຂ້ອຍ​ຍັງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້ ແລະ​ໄປ​ປະຊຸມ​ແລະ​ອອກ​ປະກາດ​ເມື່ອ​ຂ້ອຍ​ສາມາດ​ເຮັດ​ໄດ້.

ອາຣາເຊລິ: ຂ້ອຍ​ມັກ​ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ​ກັບ​ຄຸນ​ພໍ່​ແລະ​ຄຸນ​ແມ່​ທີ່​ຂ້ອຍ​ໄດ້​ພົບ ອາດ​ເປັນ​ຍ້ອນ​ວ່າ​ຂ້ອຍ​ເຄີຍ​ເປັນ​ຄຸນ​ແມ່. ຂ້ອຍ​ໄດ້​ສົນທະນາ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ກັບ​ພວກ​ເຂົາ​ເຈົ້າ​ບາງ​ຄົນ ແລະ​ຫຼາຍ​ຄົນ​ໄດ້​ຮັບ​ເອົາ​ປຶ້ມ​ແລະ​ວາລະສານ. ຂ້ອຍ​ຈື່​ຄຸນ​ພໍ່​ຄົນ​ໜຶ່ງ​ໄດ້​ເປັນ​ພິເສດ. ຫຼັງ​ຈາກ​ທີ່​ຂ້ອຍ​ເວົ້າ​ກັບ​ລາວ​ໄດ້​ສອງ​ສາມ​ເທື່ອ ລາວ​ກໍ​ເຫັນ​ດີ​ນຳ​ໃນ​ສິ່ງ​ທີ່​ຂ້ອຍ​ເວົ້າ. ຈາກ​ນັ້ນ​ລາວ​ກໍ​ບອກ​ຂ້ອຍ​ວ່າ: “ແຕ່​ຂ້ອຍ​ຈະ​ເຮັດ​ຫຍັງ​ໄດ້ ອາຍຸ​ຂ້ອຍ​ສໍ່າ​ນີ້​ແລ້ວ?” ສະມາຊິກ​ໃນ​ໂບດ​ແລະ​ຄອບຄົວ​ຂອງ​ຂ້ອຍ​ຈະ​ເວົ້າ​ແນວ​ໃດ? ຂ້ອຍ​ຈຶ່ງ​ຕອບ​ວ່າ: “ແລະ​ພະເຈົ້າ​ຈະ​ເວົ້າ​ຫຍັງ?” ລາວ​ຈຶ່ງ​ສຳນຶກ​ໄດ້​ວ່າ​ຂ້ອຍ​ເວົ້າ​ຖືກ ແລະ​ຂ້ອຍ​ເຫັນ​ໄດ້​ວ່າ​ລາວ​ເສົ້າໃຈ. ແຕ່​ເບິ່ງ​ຄື​ວ່າ​ລາວ​ບໍ່​ກ້າ​ທີ່​ຈະ​ປ່ຽນ​ແປງ.

ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເມື່ອ​ຜົວ​ຂອງ​ຂ້ອຍ​ບອກ​ວ່າ​ລາວ​ຢາກ​ໄປ​ປະຊຸມ​ນຳ​ຂ້ອຍ. ລາວ​ອາຍຸ​ໄດ້ 80 ກວ່າ​ປີ​ເມື່ອ​ລາວ​ມາ​ປະຊຸມ​ເທື່ອ​ທຳອິດ ແລະ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ບໍ່​ເຄີຍ​ຂາດ​ການ​ປະຊຸມ​ເລີຍ. ລາວ​ສຶກສາ​ຄຳພີ​ໄບເບິນ​ແລະ​ເລີ່ມ​ປະກາດ. ຂ້ອຍ​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ວຽກ​ປະກາດ​ນຳ​ກັນ. ລາວ​ເສຍ​ຊີວິດ​ສອງ​ເດືອນ​ກ່ອນ​ທີ່​ລາວ​ຈະ​ຮັບ​ບັບເຕມາ.

ເຟລິຊາ: ເມື່ອ​ຂ້ອຍ​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ ນ້ອງ​ສາວ​ຂອງ​ຂ້ອຍ​ທັງ​ສາມ​ຄົນ​ໄດ້​ຕໍ່​ຕ້ານ​ຂ້ອຍ. ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ຮັບ​ເອົາ​ຄວາມ​ຈິງ​ເຊັ່ນ​ກັນ. ນັ້ນ​ເປັນ​ສິ່ງ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຄີຍ​ເກີດ​ຂຶ້ນ​ກັບ​ຂ້ອຍ. ຫຼັງ​ຈາກ​ນັ້ນ ເຮົາ​ສາມາດ​ໃຊ້​ເວລາ​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ເວົ້າ​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ຮັກ​ຂອງ​ພວກ​ເຮົາ ເວົ້າ​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະອົງ! ໃນ​ທີ່​ສຸດ​ພວກ​ເຮົາ​ທຸກ​ຄົນ​ກໍ​ນະມັດສະການ​ພະ​ເຢໂຫວາ. *

^ ຂໍ້ 29 ຕອນ​ນີ້ ອາຣາເຊລິ​ອາຍຸ 87 ປີ ເຟລິຊາ​ອາຍຸ 91 ປີ ແລະ​ຣາໂມນີ​ອາຍຸ 83 ປີ. ເຂົາ​ເຈົ້າ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່. ລາວຣິ​ເສຍ​ຊີວິດ​ໃນ​ປີ 1990 ແລະ​ລາວ​ກໍ​ເຊັ່ນ​ກັນ​ໄດ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ.