ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ຫຍັງ​ເຮົາ​ຄວນ​ປະຊຸມ​ຮ່ວມ​ກັນ​ເພື່ອ​ການ​ນະມັດສະການ?

ເປັນ​ຫຍັງ​ເຮົາ​ຄວນ​ປະຊຸມ​ຮ່ວມ​ກັນ​ເພື່ອ​ການ​ນະມັດສະການ?

‘ເຂົາ​ເຈົ້າ​ໄດ້​ຕັ້ງ​ໝັ້ນ​ຄົງ​ລວມ​ກຸ່ມ​ກັນ​ສະເໝີ.’—ກິດຈະການ 2:42

ເພງ: 20, 119

1-3. (ກ) ຄລິດສະຕຽນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຕ້ອງການ​ມາ​ປະຊຸມ​ຮ່ວມ​ກັນ? (ເບິ່ງ​ຮູບ​ທຳອິດ) (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ຕອນ​ທີ່​ໂຄຣິນນາ​ອາຍຸ​ໄດ້ 17 ປີ ແມ່​ຂອງ​ລາວ​ຖືກ​ຈັບ​ແລະ​ຖືກ​ສົ່ງ​ໄປ​ຢູ່​ຄ້າຍ​ແຮງ​ງານ​ທີ່​ຢູ່​ໄກໆ. ຕໍ່​ມາ ໂຄຣິນນາ​ກໍ​ເຊັ່ນ​ກັນ​ຖືກ​ສົ່ງ​ໄປ​ຢູ່​ໃນ​ເຂດ​ໄຊບີເຣຍ​ເຊິ່ງ​ຢູ່​ຫ່າງ​ໄກ​ຈາກ​ເຮືອນ​ຂອງ​ລາວ​ຫຼາຍ​ພັນ​ກິໂລແມັດ. ຢູ່​ທີ່​ນັ້ນ​ລາວ​ເຮັດ​ວຽກ​ຢູ່​ໃນ​ຟາມ​ແລະ​ຖືກ​ປະຕິບັດ​ຄື​ກັບ​ເປັນ​ຂ້າ​ທາດ. ບາງ​ຄັ້ງ​ໂຄຣິນນາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ຕາກ​ອາກາດ​ທີ່​ໜາວ​ເຢັນ​ຢູ່​ທາງ​ນອກ​ຈົນ​ໂຕ​ແຂງ​ໂດຍ​ທີ່​ບໍ່​ມີ​ເຄື່ອງ​ນຸ່ງ​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ອົບອຸ່ນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂຄຣິນນາ​ແລະ​ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ໄດ້​ຕັດສິນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ອອກ​ໄປ​ຈາກ​ຟາມ​ນີ້​ແລະ​ໄປ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ.

2 ໂຄຣິນນາ​ເວົ້າ​ວ່າ: “ພວກ​ເຮົາ​ອອກ​ຈາກ​ເຂດ​ທີ່​ເຮັດ​ວຽກ​ໃນ​ຕອນ​ແລງ​ແລະ​ພາ​ກັນ​ຍ່າງ​ໄປ​ທີ່​ສະຖານີ​ລົດ​ໄຟ​ເຊິ່ງ​ຢູ່​ໄກ​ເຖິງ 25 ກິໂລແມັດ. ລົດ​ໄຟ​ອອກ​ຕອນ​ສອງ​ໂມງ​ເຊົ້າ ແລະ​ພວກ​ເຮົາ​ນັ່ງ​ລົດ​ໄຟ​ຫົກ​ຊົ່ວ​ໂມງ​ແລ້ວ​ກໍ​ລົງ​ຈາກ​ລົດ​ໄຟ ແລະ​ຍ່າງ​ອີກ 10 ກິໂລແມັດ​ເພື່ອ​ໄປ​ເຖິງ​ສະຖານ​ທີ່​ປະຊຸມ.” ໂຄຣິນນາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເດີນ​ທາງ​ໄປ​ການ​ປະຊຸມ​ໃນ​ຄັ້ງ​ນັ້ນ. ລາວ​ເວົ້າ​ວ່າ: “ຢູ່​ທີ່​ການ​ປະຊຸມ ພວກ​ເຮົາ​ສຶກສາ​ຫໍສັງເກດການແລະ​ຮ້ອງ​ເພງ​ລາຊະອານາຈັກ. ການ​ເຮັດ​ແນວ​ນັ້ນ​ເປັນ​ສິ່ງ​ທີ່​ເສີມ​ສ້າງ​ພວກ​ເຮົາ​ຫຼາຍ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຂັ້ມແຂງ​ຂຶ້ນ.” ສາມ​ມື້​ຕໍ່​ມາ​ພີ່​ນ້ອງ​ຍິງ​ທັງ​ສອງ​ຄົນ​ນີ້​ໄດ້​ກັບ​ຄືນ​ມາ​ທີ່​ຟາມ ແຕ່​ຄົນ​ງານ​ທີ່​ຢູ່​ຟາມ​ບໍ່​ໄດ້​ສັງເກດ​ຊໍ້າ​ວ່າ​ເຂົາ​ເຈົ້າ​ໄດ້​ພາ​ກັນ​ອອກ​ໄປ​ຈາກ​ຟາມ.

3 ປະຊາຊົນ​ຂອງ​ພະ​ເຢໂຫວາ​ຄອຍ​ຖ້າ​ສະເໝີ​ທີ່​ຈະ​ຢູ່​ຮ່ວມ​ກັນ. ຕົວຢ່າງ​ເຊັ່ນ: ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກະຕືລືລົ້ນ​ທີ່​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ. (ກິດຈະການ 2:42) ແນ່ນອນ​ວ່າ​ເຈົ້າ​ເອງ​ກໍ​ຄື​ກັນ​ໄດ້​ຄອຍ​ຖ້າ​ທີ່​ຈະ​ໄປ​ການ​ປະຊຸມ​ຕ່າງໆ. ຄື​ກັບ​ພີ່​ນ້ອງ​ຊາຍ​ຍິງ​ທຸກ​ຄົນ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ບາງ​ເທື່ອ​ເຈົ້າ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ ຫຼື​ມີ​ວຽກ​ຫຍຸ້ງ​ຫຼາຍ ຫຼື​ຮູ້ສຶກ​ເມື່ອຍ​ຕະຫຼອດ. ດັ່ງ​ນັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້? [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ເຮົາ​ຈະ​ສະໜັບສະໜູນ​ນັກ​ສຶກສາ​ຂອງ​ເຮົາ​ແລະ​ຄົນ​ອື່ນໆແນວ​ໃດ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ? ບົດ​ຄວາມ​ນີ້​ຈະ​ອະທິບາຍ​ເຫດຜົນ​ທີ່​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄື: (1) ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ (2) ເປັນ​ການ​ຊ່ວຍ​ຄົນ​ອື່ນ ແລະ (3) ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. [2]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ.

ການ​ປະຊຸມ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ

4. ການ​ປະຊຸມ​ຮ່ວມ​ກັນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ?

4 ການ​ປະຊຸມ​ໃຫ້​ຄວາມ​ຮູ້​ແກ່​ເຮົາ. ການ​ປະຊຸມ​ທຸກ​ລາຍການ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ເມື່ອ​ບໍ່​ດົນ​ມາ​ນີ້​ເກືອບ​ທຸກ​ປະຊາຄົມ​ໄດ້​ສຶກສາ​ປຶ້ມ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາຢູ່​ທີ່​ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ພິຈາລະນາ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ​ແລະ​ເມື່ອ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ທີ່​ພີ່​ນ້ອງ​ມີ​ຕໍ່​ພະອົງ? ແນ່ນອນ​ວ່າ​ສິ່ງ​ນີ້​ເຮັດ​ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕື່ມ​ອີກ. ຢູ່​ທີ່​ການ​ປະຊຸມ ເຮົາ​ຍັງ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳພີ​ໄບເບິນ​ເມື່ອ​ເຮົາ​ຕັ້ງ​ໃຈ​ຟັງ​ຄຳ​ບັນລະຍາຍ ເບິ່ງ​ການ​ສາທິດ ແລະ​ຟັງ​ຢ່າງ​ລະອຽດ​ມີ​ການ​ອ່ານ​ຄຳພີ​ໄບເບິນ. (ເນເຫມີ 8:8) ນອກ​ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ອີກ​ຫຼາຍ​ສິ່ງ​ທີ່​ເຮົາ​ຄົ້ນ​ພົບ​ໃນ​ແຕ່​ລະ​ອາທິດ​ເມື່ອ​ກຽມ​ສຳລັບ​ການ​ອ່ານ​ພະ​ຄຳພີ ແລ້ວ​ຈາກ​ນັ້ນ​ກໍ​ໄດ້​ຍິນ​ສິ່ງ​ທີ່​ຄົນ​ອື່ນ​ຮຽນ​ຮູ້​ຈາກ​ເລື່ອງ​ນັ້ນ.

5. ການ​ປະຊຸມ​ຕ່າງໆຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ແລະ​ປັບ​ປຸງ​ວິທີ​ການ​ປະກາດ​ຂອງ​ເຈົ້າ?

5 ການ​ປະຊຸມ​ຕ່າງໆ ສອນ​ເຮົາ​ໃຫ້​ເອົາ​ສິ່ງ​ທີ່​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ. (1 ເທຊະໂລນີກ 4:9, 10) ຕົວຢ່າງ​ເຊັ່ນ: ເຈົ້າ​ເຂົ້າ​ຮ່ວມ​ໃນ​ການ​ສຶກສາ​ຫໍສັງເກດການບໍ ທີ່​ເຮັດ​ໃຫ້​ເຈົ້າ​ຕ້ອງການ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຕ້ອງການ​ທີ່​ຈະ​ປັບ​ປຸງ​ຄຳ​ອະທິດຖານ​ຂອງ​ເຈົ້າ ຫຼື​ຕ້ອງການ​ທີ່​ຈະ​ໃຫ້​ອະໄພ​ພີ່​ນ້ອງ​ຊາຍ​ຍິງ? ການ​ປະຊຸມ​ທີ່​ເຮົາ​ມີ​ໃນ​ກາງ​ອາທິດ​ສາມາດ​ສອນ​ເຮົາ​ກ່ຽວ​ກັບ​ວິທີ​ປະກາດ​ຂ່າວ​ດີ​ແລະ​ວິທີ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ.—ມັດທາຍ 28:19, 20

6. ໂດຍ​ວິທີ​ໃດ​ທີ່​ການ​ປະຊຸມ​ຕ່າງໆໜູນ​ກຳລັງ​ໃຈ​ເຮົາ​ແລະ​ຊ່ວຍ​ເຮົາ​ເຂັ້ມແຂງ​ຂຶ້ນ?

6 ການ​ປະຊຸມ​ໜູນ​ກຳລັງ​ໃຈ​ເຮົາ. ໂລກ​ທີ່​ຊາຕານ​ປົກຄອງ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ທໍ້​ໃຈ. ແຕ່​ການ​ປະຊຸມ​ໜູນ​ກຳລັງ​ໃຈ​ເຮົາ​ແລະ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມແຂງ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. (ອ່ານ​ກິດຈະການ 15:30-32) ຫຼາຍ​ຄັ້ງ​ເຮົາ​ໄດ້​ພິຈາລະນາ​ວ່າ​ຄຳ​ທຳນວາຍ​ຕ່າງໆໃນ​ຄຳພີ​ໄບເບິນ​ໄດ້​ກາຍ​ເປັນ​ຈິງ. ເລື່ອງ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ຄຳ​ສັນຍາ​ຕ່າງໆຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ອະນາຄົດ​ກໍ​ຈະ​ກາຍ​ເປັນ​ຈິງ​ເຊັ່ນ​ກັນ. ພີ່​ນ້ອງ​ຊາຍ​ຍິງ​ໃຫ້​ກຳລັງ​ໃຈ​ເຮົາ​ບໍ່​ສະເພາະ​ແຕ່​ເມື່ອ​ເຂົາ​ເຈົ້າ​ໃຫ້​ຄຳ​ບັນລະຍາຍ​ເທົ່າ​ນັ້ນ ແຕ່​ເມື່ອ​ເຂົາ​ເຈົ້າ​ອອກ​ຄຳ​ຄິດ​ເຫັນ​ແລະ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ການ​ຮ້ອງ​ເພງ​ຈາກ​ຫົວໃຈ. (1 ໂກລິນໂທ 14:26) ເມື່ອ​ເຮົາ​ລົມ​ກັບ​ເຂົາ​ເຈົ້າ​ກ່ອນ​ຫຼື​ຫຼັງ​ຈາກ​ການ​ປະຊຸມ ເຮົາ​ຈະ​ຮູ້ສຶກ​ສົດ​ຊື່ນ​ເພາະ​ເຮົາ​ມີ​ໝູ່​ຫຼາຍ​ຄົນ​ທີ່​ສົນ​ໃຈ​ເຮົາ​ຢ່າງ​ແທ້​ຈິງ.—1 ໂກລິນໂທ 16:17, 18

ການ​ປະຊຸມ​ໜູນ​ກຳລັງ​ໃຈ​ເຮົາ​ແລະ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມແຂງ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ

7. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ເຕົ້າ​ໂຮມ​ກັບ​ປະຊາຄົມ?

7 ຢູ່​ທີ່​ການ​ປະຊຸມ ເຮົາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ພະ​ເຍຊູ​ໃຊ້​ພະລັງ​ບໍລິສຸດ​ນີ້​ເພື່ອ​ຊີ້​ນຳ​ປະຊາຄົມ​ຕ່າງໆ. ທີ່​ຈິງ ພະອົງ​ບອກ​ວ່າ​ເຮົາ​ຄວນ “ຟັງ​ຄຳ​ທີ່​ພະ​ວິນຍານ [ພະລັງ​ຂອງ​ພະເຈົ້າ] ກ່າວ​ແກ່​ພວກ​ຊຸມນຸມ​ທັງ​ຫຼາຍ.” (ຄຳປາກົດ 2:7) ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ແລະ​ປະກາດ​ຢ່າງ​ກ້າຫານ. ພະລັງ​ບໍລິສຸດ​ຍັງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. ຍ້ອນ​ເຫດຜົນ​ນີ້​ເຮົາ​ຈຶ່ງ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆແລະ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ.

ເຮົາ​ຊ່ວຍ​ຄົນ​ອື່ນ​ຢູ່​ທີ່​ການ​ປະຊຸມ

8. ເມື່ອ​ພີ່​ນ້ອງ​ເຫັນ​ເຮົາ​ຢູ່​ທີ່​ການ​ປະຊຸມ ແລະ​ໄດ້​ຍິນ​ເຮົາ​ອອກ​ຄວາມ​ຄິດ​ເຫັນ​ແລະ​ຮ້ອງ​ເພງ ສິ່ງ​ເຫຼົ່າ​ນີ້​ຊ່ວຍ​ເຂົາ​ເຈົ້າ​ຄື​ແນວ​ໃດ? (ເບິ່ງ​ຂອບ “ ລາວ​ອອກ​ໄປ​ພ້ອມ​ກັບ​ຄວາມ​ຮູ້ສຶກ​ດີ​ຂຶ້ນ​ສະເໝີ”)

8 ຢູ່​ທີ່​ການ​ປະຊຸມ ເຮົາ​ມີ​ໂອກາດ​ທີ່​ຈະ​ສະແດງ​ໃຫ້​ພີ່​ນ້ອງ​ຊາຍ​ຍິງ​ເຫັນ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ. ຫຼາຍ​ຄົນ​ໃນ​ປະຊາຄົມ​ຂອງ​ເຮົາ​ກຳລັງ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ໜັກ​ໜ່ວງ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ: ໃຫ້​ເຮົາ “ຄຶດ​ເຖິງ​ກັນ​ແລະ​ກັນ.” (ເຫບເລີ 10:24, 25) ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຫ່ວງໃຍ​ພີ່​ນ້ອງ​ໂດຍ​ການ​ປະຊຸມ​ຮ່ວມ​ກັນ​ເພື່ອ​ໜູນ​ກຳລັງ​ໃຈ​ກັນ​ແລະ​ກັນ. ເມື່ອ​ໄປ​ການ​ປະຊຸມ ເຮົາ​ສະແດງ​ໃຫ້​ພີ່​ນ້ອງ​ເຫັນ​ວ່າ​ເຮົາ​ຕ້ອງການ​ຢູ່​ກັບ​ເຂົາ​ເຈົ້າ ຕ້ອງການ​ລົມ​ກັບ​ເຂົາ​ເຈົ້າ ແລະ​ເຮົາ​ສົນ​ໃຈ​ວ່າ​ເຂົາ​ເຈົ້າ​ກຳລັງ​ຮູ້ສຶກ​ແນວ​ໃດ. ເຮົາ​ຍັງ​ໜູນ​ກຳລັງ​ໃຈ​ພີ່​ນ້ອງ​ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ​ແລະ​ຮ້ອງ​ເພງ​ຈາກ​ຫົວໃຈ​ຂອງ​ເຮົາ.—ໂກໂລດ 3:16

9, 10. (ກ) ໃຫ້​ອະທິບາຍ​ວ່າ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ຢູ່​ໃນ​ໂຢຮັນ 10:16 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ວ່າ​ການ​ປະຊຸມ​ຮ່ວມ​ກັບ​ພີ່​ນ້ອງ​ຂອງ​ເຮົາ​ເປັນ​ເລື່ອງ​ທີ່​ສຳຄັນ. (ຂ) ຖ້າ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເຮົາ​ສາມາດ​ຊ່ວຍ​ຄົນ​ແນວ​ໃດ​ເຊິ່ງ​ຖືກ​ຄອບຄົວ​ປະຕິເສດ?

9 ເມື່ອ​ເຮົາ​ໄປ​ການ​ປະຊຸມ ເຮົາ​ຊ່ວຍ​ປະຊາຄົມ​ໃຫ້​ໃກ້​ຊິດ​ກັນ. (ອ່ານ​ໂຢຮັນ 10:16) ພະ​ເຍຊູ​ສົມ​ທຽບ​ຕົວ​ເອງ​ວ່າ​ເປັນ​ຜູ້​ລ້ຽງ​ແກະ ແລະ​ສົມ​ທຽບ​ພວກ​ລູກ​ສິດ​ຂອງ​ພະອົງ​ວ່າ​ເປັນ​ຝູງ​ແກະ. ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້: ຖ້າ​ມີ​ແກະ​ສອງ​ຕົວ​ຢູ່​ເທິງ​ພູ ແລ້ວ​ກໍ​ມີ​ແກະ​ອີກ​ສອງ​ຕົວ​ຢູ່​ຮ່ອມ​ພູ ແລະ​ແກະ​ອີກ​ຕົວ​ໜຶ່ງ​ຢູ່​ບ່ອນ​ອື່ນ ແກະ​ທັງ​ຫ້າ​ຕົວ​ນີ້​ເປັນ​ຝູງ​ດຽວ​ກັນ​ບໍ? ບໍ່​ເປັນ ເພາະ​ຝູງ​ແກະ​ຈະ​ຢູ່​ນຳ​ກັນ​ແລະ​ຕິດ​ຕາມ​ຜູ້​ລ້ຽງ. ຄ້າຍ​ຄື​ກັນ ເຮົາ​ບໍ່​ຄວນ​ຢູ່​ຫ່າງ​ຈາກ​ພີ່​ນ້ອງ​ໂດຍ​ບໍ່​ມາ​ການ​ປະຊຸມ. ເຮົາ​ຕ້ອງ​ປະຊຸມ​ຮ່ວມ​ກັນ​ເພື່ອ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ “ຝູງ​ອັນ​ດຽວ” ແລະ​ຕິດ​ຕາມ “ຜູ້​ລ້ຽງ​ອົງ​ດຽວ.”

10 ການ​ປະຊຸມ​ຕ່າງໆຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກົມ​ກຽວ​ກັນ​ຄື​ກັບ​ຄອບຄົວ​ທີ່​ມີ​ຄວາມ​ຮັກ. (ຄຳເພງ 133:1) ບາງ​ຄົນ​ໃນ​ປະຊາຄົມ​ຖືກ​ຄົນ​ທີ່​ໃກ້​ຊິດ​ໃນ​ຄອບຄົວ​ປະຕິເສດ​ເຂົາ​ເຈົ້າ ເຊັ່ນ: ພໍ່​ແມ່ ຫຼື​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ. ແຕ່​ພະ​ເຍຊູ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ຄອບຄົວ​ທີ່​ຈະ​ຮັກ​ແລະ​ເບິ່ງ​ແຍງ​ເຂົາ​ເຈົ້າ. (ມາລະໂກ 10:29, 30) ຖ້າ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເຈົ້າ​ອາດ​ຈະ​ກາຍ​ເປັນ​ພໍ່ ແມ່ ອ້າຍ​ເອື້ອຍ​ນ້ອງ​ຂອງ​ບາງ​ຄົນ​ທີ່​ຢູ່​ໃນ​ປະຊາຄົມ. ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້ ເຮົາ​ຕ້ອງການ​ທີ່​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເຂົ້າ​ຮ່ວມ​ທຸກໆການ​ປະຊຸມ.

ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

11. ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຊ່ວຍ​ເຮົາ​ແນວ​ໃດ​ເພື່ອ​ເປັນ​ການ​ໃຫ້​ພະ​ເຢໂຫວາ​ໃນ​ສິ່ງ​ທີ່​ພະອົງ​ສົມຄວນ​ໄດ້​ຮັບ?

11 ຢູ່​ທີ່​ການ​ປະຊຸມ ເຮົາ​ໃຫ້​ພະ​ເຢໂຫວາ​ໃນ​ສິ່ງ​ທີ່​ພະອົງ​ສົມຄວນ​ໄດ້​ຮັບ. ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ ດັ່ງ​ນັ້ນ​ເຮົາ​ຄວນ​ຂອບໃຈ ໃຫ້​ກຽດ ແລະ​ສັນລະເສີນ​ພະອົງ. (ອ່ານ​ຄຳປາກົດ 7:12) ເຮົາ​ສາມາດ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຢູ່​ທີ່​ການ​ປະຊຸມ​ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ ຮ້ອງ​ເພງ​ສັນລະເສີນ​ພະອົງ ແລະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະອົງ. ຖື​ວ່າ​ເປັນ​ໂອກາດ​ອັນ​ດີ​ເລີດ​ແທ້ໆທີ່​ເຮົາ​ມີ​ໃນ​ແຕ່​ລະ​ອາທິດ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ!

ພະ​ເຢໂຫວາ​ສັງເກດ​ເຫັນ​ວ່າ​ເຮົາ​ຕ້ອງການ​ແທ້ໆທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ພະອົງ​ຮູ້​ຄຸນຄ່າ​ທີ່​ເຮົາ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ມາ​ການ​ປະຊຸມ​ໃຫ້​ໄດ້

12. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ​ທີ່​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ?

12 ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ດັ່ງ​ນັ້ນ​ເຮົາ​ຄວນ​ເຊື່ອ​ຟັງ​ພະອົງ. ພະອົງ​ມີ​ຄຳ​ສັ່ງ​ໃຫ້​ເຮົາ​ປະຊຸມ​ຮ່ວມ​ກັນ​ສະເໝີ ໂດຍ​ສະເພາະ​ເມື່ອ​ອະວະສານ​ຫຍັບ​ໃກ້​ເຂົ້າ​ມາ. ພະ​ເຢໂຫວາ​ຈະ​ພໍ​ໃຈ​ເມື່ອ​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ຂໍ້​ນັ້ນ. (1 ໂຢຮັນ 3:22) ພະອົງ​ສັງເກດ​ເຫັນ​ວ່າ​ເຮົາ​ຕ້ອງການ​ແທ້ໆທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ພະອົງ​ຮູ້​ຄຸນຄ່າ​ທີ່​ເຮົາ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ມາ​ການ​ປະຊຸມ​ໃຫ້​ໄດ້.—ເຫບເລີ 6:10

13, 14. ຢູ່​ທີ່​ການ​ປະຊຸມ ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ແນວ​ໃດ?

13 ເມື່ອ​ເຮົາ​ໄປ​ການ​ປະຊຸມ ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຕ້ອງການ​ໃກ້​ຊິດ​ກັບ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ. ຢູ່​ທີ່​ການ​ປະຊຸມ ເຮົາ​ໄດ້​ຮຽນ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຄວນ​ປະຕິບັດ​ແລະ​ວິທີ​ທີ່​ເຮົາ​ຄວນ​ໃຊ້​ຊີວິດ. (ເອຊາອີ 30:20, 21) ແມ່ນ​ແຕ່​ເມື່ອ​ບາງ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ໄດ້​ເຂົ້າ​ມາ​ທີ່​ການ​ປະຊຸມ ເຂົາ​ເຈົ້າ​ສຳນຶກ​ໄດ້​ວ່າ​ພະອົງ​ກຳລັງ​ຊີ້​ນຳ​ພວກ​ເຮົາ. (1 ໂກລິນໂທ 14:23-25) ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ການ​ປະຊຸມ​ຕ່າງໆໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະອົງ ແລະ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຢູ່​ທີ່​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ພະອົງ. ດັ່ງ​ນັ້ນ ເມື່ອ​ໄປ​ການ​ປະຊຸມ ເຮົາ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ ເຮົາ​ຮູ້ສຶກ​ໄດ້​ວ່າ​ພະອົງ​ຮັກ​ເຮົາ​ຫຼາຍ​ແທ້ໆ ແລະ​ເຮົາ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ.

14 ພະ​ເຍຊູ​ເຊິ່ງ​ເປັນ​ຫົວ​ໜ້າ​ຂອງ​ປະຊາຄົມ​ໄດ້​ເວົ້າ​ວ່າ: “ບ່ອນ​ໃດ​ມີ​ຄົນ 2 ຄົນ ຫຼື 3 ຄົນ​ມາ​ຊຸມນຸມ​ກັນ​ໃນ​ນາມ​ຊື່​ຂອງ​ເຮົາ ເຮົາ​ຢູ່​ທີ່​ນັ້ນ​ໃນ​ທ່າມກາງ​ເຂົາ.” (ມັດທາຍ 18:20) ຄຳພີ​ໄບເບິນ​ຍັງ​ບອກ​ວ່າ ພະ​ເຍຊູ “ທຽວ​ໄປ . . . ທ່າມກາງ” ປະຊາຄົມ​ຕ່າງໆ. (ຄຳປາກົດ 1:20–2:1) ເຫັນ​ໄດ້​ແຈ້ງ​ວ່າ ຢູ່​ທີ່​ການ​ປະຊຸມ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຢູ່​ກັບ​ເຮົາ​ແລະ​ເສີມ​ສ້າງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ. ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ເຈົ້າ​ກຳລັງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ໃກ້​ຊິດ​ກັບ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ?

15. ການ​ໄປ​ປະຊຸມ​ສະແດງ​ໃຫ້​ພະເຈົ້າ​ເຫັນ​ແນວ​ໃດ​ວ່າ​ເຮົາ​ຕ້ອງການ​ທີ່​ຈະ​ເຊື່ອ​ຟັງ​ພະອົງ?

15 ເມື່ອ​ເຮົາ​ໄປ​ການ​ປະຊຸມ ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຕ້ອງການ​ທີ່​ຈະ​ເຊື່ອ​ຟັງ​ພະອົງ. ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ບອກ​ເຮົາ. (ເອຊາອີ 43:23) ດັ່ງ​ນັ້ນ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ​ທີ່​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ພະອົງ ແລະ​ເຮົາ​ເຊື່ອ​ວ່າ​ພະອົງ​ມີ​ສິດ​ບອກ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ. (ໂລມ 6:17) ຕົວຢ່າງ​ເຊັ່ນ: ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຫົວ​ໜ້າ​ຂອງ​ເຮົາ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ວຽກ​ຫຼາຍໆຈົນ​ເຮົາ​ບໍ່​ສາມາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້​ເປັນ​ປະຈຳ? ຫຼື​ລັດຖະບານ​ອາດ​ເວົ້າ​ວ່າ ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ປະຊຸມ​ກັນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ລາວ​ຈະ​ຖືກ​ປັບ​ໄໝ ຖືກ​ຄຸກ ຫຼື​ຖືກ​ລົງໂທດ​ໃນ​ແບບ​ທີ່​ຮ້າຍແຮງ? ບາງ​ທີ​ເຮົາ​ອາດ​ຕ້ອງການ​ເຮັດ​ສິ່ງ​ອື່ນ​ຫຼາຍ​ກວ່າ​ການ​ໄປ​ປະຊຸມ. ໃນ​ແຕ່​ລະ​ສະຖານະການ ເຮົາ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ເຮັດ​ແນວ​ໃດ. (ກິດຈະການ 5:29) ແຕ່​ທຸກ​ຄັ້ງ​ທີ່​ເຮົາ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ເຮັດ​ໃຫ້​ພະອົງ​ມີ​ຄວາມ​ຍິນດີ.—ສຸພາສິດ 27:11

ປະຊຸມ​ຮ່ວມ​ກັບ​ພີ່​ນ້ອງ​ສະເໝີ

16, 17. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ປະຊຸມ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ? (ຂ) ພີ່​ນ້ອງ​ຈອດ​ສ ແກນ​ກັດ​ສ ຮູ້ສຶກ​ແນວ​ໃດ​ຕໍ່​ການ​ປະຊຸມ​ຕ່າງໆຂອງ​ຄລິດສະຕຽນ?

16 ຫຼັງ​ຈາກ​ທີ່​ປະຊຸມ​ຮ່ວມ​ກັນ​ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ຄລິດສະຕຽນ​ກໍ​ພົບ​ກັນ​ເປັນ​ປະຈຳ​ເພື່ອ​ນະມັດສະການ​ພະ​ເຢໂຫວາ. ເຂົາ​ເຈົ້າ ‘ໄດ້​ຕັ້ງ​ໝັ້ນ​ຄົງ​ລວມ​ກຸ່ມ​ກັນ​ສະເໝີ.’ (ກິດຈະການ 2:42) ເຂົາ​ເຈົ້າ​ບໍ່​ໄດ້​ເຊົາ​ປະຊຸມ​ຮ່ວມ​ກັນ​ແມ່ນ​ແຕ່​ເມື່ອ​ປະສົບ​ກັບ​ການ​ຂົ່ມເຫງ​ໂດຍ​ລັດຖະບານ​ໂລມ​ແລະ​ພວກ​ຫົວ​ໜ້າ​ສາສະໜາ​ຄົນ​ຢິວ. ເຖິງ​ວ່າ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ປະຊຸມ​ຮ່ວມ​ກັນ​ສະເໝີ.

17 ໃນ​ທຸກ​ມື້​ນີ້​ກໍ​ເຊັ່ນ​ດຽວ​ກັນ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ການ​ປະຊຸມ​ຕ່າງໆແລະ​ເຂົາ​ເຈົ້າ​ມີ​ຄວາມ​ຍິນດີ​ທີ່​ໄດ້​ຢູ່​ທີ່​ການ​ປະຊຸມ. ພີ່​ນ້ອງ​ຈອດ​ສ ແກນ​ກັດ​ສ ເຊິ່ງ​ເປັນ​ສະມາຊິກ​ໃນ​ຄະນະ​ກຳມະການ​ປົກຄອງ​ເປັນ​ເວລາ​ຫຼາຍ​ກວ່າ 22 ປີ ເພິ່ນ​ເວົ້າ​ວ່າ: “ສຳລັບ​ຂ້ອຍ ການ​ປະຊຸມ​ກັບ​ພີ່​ນ້ອງ​ເປັນ​ຄວາມ​ຍິນດີ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ຊີວິດ​ແລະ​ເປັນ​ແຫຼ່ງ​ຂອງ​ການ​ໜູນ​ກຳລັງ​ໃຈ. ຂ້ອຍ​ມັກ​ໄປ​ຮອດ​ຫໍ​ປະຊຸມ​ກ່ອນ​ໝູ່ ແລະ​ຖ້າ​ເປັນ​ໄປ​ໄດ້​ຂ້ອຍ​ກໍ​ຈະ​ເມືອ​ເປັນ​ຄົນ​ສຸດ​ທ້າຍ​ໝູ່. ຂ້ອຍ​ມີ​ຄວາມ​ຍິນດີ​ພາຍ​ໃນ​ໃຈ​ເມື່ອ​ລົມ​ກັບ​ປະຊາຊົນ​ຂອງ​ພະເຈົ້າ. ເມື່ອ​ຢູ່​ທ່າມກາງ​ຄົນ​ເຫຼົ່າ​ນີ້​ຂ້ອຍ​ຮູ້ສຶກ​ຄື​ກັບ​ຢູ່​ນຳ​ຄອບຄົວ​ຂອງ​ຂ້ອຍ​ເອງ​ໃນ​ອຸທິຍານ​ໂດຍ​ໄນ.” ເພິ່ນ​ເວົ້າ​ຕື່ມ​ອີກ​ວ່າ: “ຄວາມ​ຮູ້ສຶກ​ແລະ​ຄວາມ​ປາຖະໜາ​ໃນ​ສ່ວນ​ເລິກໆຂອງ​ຂ້ອຍ​ແມ່ນ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆ.”

18. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ການ​ປະຊຸມ​ຕ່າງໆຂອງ​ເຮົາ ແລະ​ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

18 ເຈົ້າ​ເອງ​ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ​ບໍ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ? ຖ້າ​ເປັນ​ແບບ​ນັ້ນ ໃຫ້​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​ຕໍ່ໆໄປ​ເພື່ອ​ຈະ​ຢູ່​ກັບ​ພີ່​ນ້ອງ​ທີ່​ການ​ປະຊຸມ​ຕ່າງໆ ແມ່ນ​ແຕ່​ເມື່ອ​ມີ​ສະພາບການ​ທີ່​ຫຍຸ້ງຍາກ. ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ແທ້ໆຄື​ກັບ​ກະສັດ​ດາວິດ ເຊິ່ງ​ລາວ​ເວົ້າ​ວ່າ: ‘ຂ້າ​ນ້ອຍ​ຮັກ​ວິຫານ​ທີ່​ພະອົງ​ຢູ່.’—ຄຳເພງ 26:8

^ [1] (ຂໍ້ 3) ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ບາງ​ຄົນ​ບໍ່​ສາມາດ​ໄປ​ປະຊຸມ​ເປັນ​ປະຈຳ​ຍ້ອນ​ສະພາບການ​ຕ່າງໆທີ່​ເຂົາ​ເຈົ້າ​ບໍ່​ສາມາດ​ຄວບຄຸມ​ໄດ້. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ບໍ່​ສະບາຍ​ຫຼາຍ​ແທ້ໆ. ແຕ່​ເຂົາ​ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ສະຖານະການ​ຂອງ​ເຂົາ​ເຈົ້າ​ແລະ​ພະອົງ​ຮູ້​ຄຸນຄ່າ​ຢ່າງ​ຍິ່ງ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ເພື່ອ​ນະມັດສະການ​ພະອົງ. ຜູ້​ເຖົ້າ​ແກ່​ສາມາດ​ຊ່ວຍ​ພີ່​ນ້ອງ​ເຫຼົ່າ​ນີ້​ໃຫ້​ໄດ້​ຟັງ​ການ​ປະຊຸມ ບາງ​ທີ​ອາດ​ຊ່ວຍ​ເຂົາ​ເຈົ້າ​ຕັ້ງ​ລະບົບ​ເຊື່ອມ​ຕໍ່​ໃນ​ໂທລະສັບ ຫຼື​ອັດ​ສຽງ​ການ​ປະຊຸມ​ສຳລັບ​ເຂົາ​ເຈົ້າ.