ຂໍໃຫ້ເຈົ້າມີນໍ້າໃຈອາສາສະໝັກເພື່ອໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ!
“ເພາະເຫດລາສະດອນໄດ້ມີນໍ້າໃຈອັນດີ [“ອາສາສະໝັກ,” ລ.ມ.] ຈົ່ງສັນລະເສີນພະເຢໂຫວາ!”—ຜູ້ຕັດສິນ 5:2
ເພງ: 150, 10
1, 2. (ກ) ເອລີຟາດແລະບີເລດາດເວົ້າຫຍັງກ່ຽວກັບການຮັບໃຊ້ຂອງເຮົາ? (ຂ) ແຕ່ພະເຢໂຫວາເວົ້າແນວໃດໃນເລື່ອງນີ້?
ຫຼາຍກວ່າ 3.000 ປີມາແລ້ວທີ່ຊາຍສາມຄົນໄດ້ເວົ້າກັບໂຢບຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າ. ຄົນໜຶ່ງໃນນັ້ນແມ່ນເອລີຟາດຊາວເທມານໄດ້ຖາມໂຢບດ້ວຍຄຳຖາມເປັນຕາໜ້າຄິດທີ່ວ່າ: “ມະນຸດຈະມີຄ່າຫຍັງສຳລັບພະເຈົ້າ? ຄົນຮອບຮູ້ຈະມີປະໂຫຍດຫຍັງກັບພະອົງ? ຜູ້ມີພະລັງອຳນາດສູງສຸດສົນໃຈບໍທີ່ເຈົ້າເປັນຄົນດີ? ພະອົງໄດ້ປະໂຫຍດຫຍັງບໍຖ້າເຈົ້າຊື່ສັດ?” (ໂຢບ 22:1-3, ລ.ມ.) ເອລີຟາດສະຫຼຸບເລີຍວ່າຄຳຕອບຂອງຄຳຖາມເຫຼົ່ານັ້ນກໍຄື “ບໍ່.” ຈາກນັ້ນ ບີເລດາດຊາວຊຶເກທີ່ເປັນໜຶ່ງໃນນັ້ນເວົ້າເສີມອີກວ່າບໍ່ມີທາງທີ່ພະເຈົ້າຈະຖືວ່າມະນຸດຊອບທຳ.—ອ່ານໂຢບ 25:4
ຄຸນລັກສະນະທີ່ດີຫຼືຄວາມສາມາດທີ່ເຮົາມີລ້ວນແຕ່ມາຈາກພະເຢໂຫວາ ແລະພະອົງກໍສັງເກດເບິ່ງວິທີທີ່ເຮົາໃຊ້ສິ່ງເຫຼົ່ານີ້
2 ເອລີຟາດແລະບີເລດາດຢາກເຮັດໃຫ້ໂຢບຮູ້ສຶກວ່າພະເຢໂຫວາບໍ່ເຫັນຄຸນຄ່າທີ່ລາວພະຍາຍາມຮັບໃຊ້ພະອົງ. ຄົນເຫຼົ່ານີ້ຢາກໃຫ້ໂຢບເຊື່ອວ່າພະເຈົ້າເບິ່ງມະນຸດມີຄ່າສໍ່າມົດແມງ ມອດ ຫຼືໜອນໂຕໜຶ່ງເທົ່ານັ້ນ. (ໂຢບ 4:19; 25:6) ເຂົາເຈົ້າເວົ້າແບບນັ້ນຍ້ອນເປັນຄົນຖ່ອມບໍ? (ໂຢບ 22:29) ພະເຢໂຫວາຍິ່ງໃຫຍ່ທີ່ສຸດແລະ ເມື່ອທຽບກັບພະອົງແລ້ວເຮົາກໍຕໍ່າຕ້ອຍຫຼາຍ. ຖ້າເຮົາຢູ່ເທິງຈອມພູ ຫຼືແນມອອກໄປນອກປ່ອງຢ້ຽມເມື່ອຢູ່ໃນຍົນ ເຮົາຈະຮູ້ສຶກເລີຍວ່າເຮົາກໍນ້ອຍໆແລະບໍ່ມີຄ່າຫຍັງ. ແຕ່ພະເຢໂຫວາເຫັນຄຸນຄ່າທີ່ເຮົາພະຍາຍາມຮັບໃຊ້ພະອົງແລະເຮັດວຽກໜັກເພື່ອລາຊະອານາຈັກ. ຍ້ອນແນວນີ້ພະເຢໂຫວາຈຶ່ງບອກເອລີຟາດ ບີເລດາດ ແລະໂຈຟາວ່າ ເຂົາເຈົ້າກຳລັງເວົ້າຕົວະ ແລະພະອົງເວົ້າວ່າພໍໃຈໃນຕົວໂຢບ ແລະເອີ້ນລາວວ່າ “ຂ້າໃຊ້ຂອງເຮົາ.” (ໂຢບ 42:7, 8) ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າມະນຸດບໍ່ສົມບູນແບບ “ມີປະໂຫຍດ” ຕໍ່ພະເຈົ້າ.
“ເຈົ້າຍົກສິ່ງໃດໃຫ້ພະອົງ?”
3. ເອລີຫຶເວົ້າຫຍັງກ່ຽວກັບການຮັບໃຊ້ຂອງເຮົາ? (ຂ) ແຕ່ລາວໝາຍຄວາມວ່າແນວໃດ?
3 ຊາຍໜຸ່ມຊື່ເອລີຫຶກຳລັງຟັງການສົນທະນາຂອງໂຢບກັບສາມຄົນນັ້ນ. ເມື່ອເຂົາເຈົ້າເວົ້າຈົບ ລາວຖາມໂຢບວ່າ: “ຖ້າເຈົ້າຊອບທຳເຈົ້າຍົກສິ່ງໃດໃຫ້ພະອົງ ຫຼືພະອົງຮັບສິ່ງໃດແຕ່ມືເຈົ້າ?” (ໂຢບ 35:7) ເອລີຫຶກຳລັງບອກວ່າພະເຈົ້າບໍ່ເຫັນຄຸນຄ່າທີ່ເຮົາພະຍາຍາມຮັບໃຊ້ພະອົງບໍ? ບໍ່ແມ່ນ. ພະເຢໂຫວາບໍ່ໄດ້ແກ້ໄຂລາວຄືກັບແກ້ໄຂສາມຄົນນັ້ນ. ເອລີຫຶກຳລັງຊີ້ໃຫ້ເຫັນວ່າພະເຢໂຫວາບໍ່ຕ້ອງໃຫ້ເຮົານະມັດສະການພະອົງ ເພາະພະອົງບໍ່ຂາດເຂີນສິ່ງໃດ. ເຮົາບໍ່ສາມາດເຮັດໃຫ້ພະອົງຈະເລີນຂຶ້ນຫຼືມີກຳລັງຫຼາຍຂຶ້ນ. ທີ່ຈິງ ຄຸນລັກສະນະທີ່ດີຫຼືຄວາມສາມາດທີ່ເຮົາມີລ້ວນແຕ່ມາຈາກພະເຢໂຫວາ ແລະພະອົງກໍສັງເກດເບິ່ງວິທີທີ່ເຮົາໃຊ້ສິ່ງເຫຼົ່ານີ້.
4. ພະເຢໂຫວາຮູ້ສຶກແນວໃດເມື່ອເຮົາເອື້ອເຟື້ອຕໍ່ຄົນອື່ນ?
4 ເມື່ອເຮົາສະແດງຄວາມຮັກທີ່ພັກດີຕໍ່ຄົນທີ່ນະມັດສະການພະເຢໂຫວາ ພະອົງຖືວ່າການກະທຳເຫຼົ່ານັ້ນເປັນການເຮັດຕໍ່ພະອົງໂດຍກົງ. ໃນສຸພາສິດ 19:17 ບອກວ່າ: ‘ຜູ້ທີ່ໂຜດຄຸນແກ່ຄົນຈົນກໍໃຫ້ພະເຢໂຫວາຢືມ ແລະພະອົງຈະໂຜດແທນໃຊ້ການດີນັ້ນ.’ ທີ່ຈິງພະເຢໂຫວາສັງເກດເຫັນທຸກຄັ້ງທີ່ເຮົາສະແດງຄວາມເອື້ອເຟື້ອຕໍ່ຄົນອື່ນ. ເຖິງວ່າເປັນຜູ້ສ້າງເອກະພົບ ແຕ່ພະອົງກໍເລືອກທີ່ຈະເບິ່ງການກະທຳເຫຼົ່ານັ້ນວ່າເປັນຄືກັບໄດ້ໃຫ້ພະອົງຢືມ ແລະພະອົງຈະຕອບແທນດ້ວຍຂອງຂວັນຫຼາຍຢ່າງທີ່ພິເສດ. ພະເຍຊູລູກຂອງພະອົງໄດ້ຢືນຢັນໃນເລື່ອງນີ້.—ອ່ານລືກາ 14:13, 14
5. ໃນຕອນນີ້ເຮົາຈະຕອບຄຳຖາມຫຍັງແດ່?
5 ໃນສະໄໝບູຮານ ພະເຢໂຫວາໄດ້ເຊີນຜູ້ພະຍາກອນເອຊາອີໃຫ້ເປັນຕົວແທນພະອົງແລະຮັບໃຊ້ໃນແບບທີ່ພິເສດ. (ເອຊາອີ 6:8-10) ເອຊາອີເຕັມໃຈຕອບຮັບຄຳເຊີນນັ້ນແລະເວົ້າວ່າ: “ຂ້ານ້ອຍຢູ່ທີ່ນີ້ ເຊີນພະອົງໃຊ້ຂ້ານ້ອຍໄປ.” ໃນທຸກມື້ນີ້ກໍຄືກັນ ພະເຢໂຫວາໃຫ້ໂອກາດມະນຸດທີ່ສັດຊື່ໄດ້ເຮັດວຽກຮ່ວມກັບພະອົງ. ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍພັນຄົນກຳລັງສະແດງໃຫ້ເຫັນວ່າເຂົາເຈົ້າມີນໍ້າໃຈແບບເອຊາອີ. ເຂົາເຈົ້າເຕັມໃຈຮັບເອົາວຽກມອບໝາຍໃນຫຼາຍຮູບຫຼາຍແບບແລະໃນຫຼາຍຂົງເຂດ ແລະຮັບມືກັບສະພາບການທີ່ຫຍຸ້ງຍາກແລະຂໍ້ທ້າທາຍຫຼາຍຢ່າງ. ແຕ່ບາງຄົນອາດຖາມຕົວເອງວ່າ: ‘ຂ້ອຍຮູ້ຄຸນຄ່າໂອກາດທີ່ໄດ້ອາສາສະໝັກເຮັດວຽກຮັບໃຊ້ພະເຢໂຫວາ ແຕ່ສິ່ງທີ່ຂ້ອຍພະຍາຍາມ ເຮັດສຳຄັນແທ້ໆບໍ? ຂ້ອຍຈະເຮັດຫຼືບໍ່ເຮັດວຽກນີ້ ພະເຢໂຫວາຈະໃຫ້ສຳເລັດແມ່ນບໍ?’ ເຈົ້າເຄີຍຮູ້ສຶກແບບນີ້ບໍ? ເພື່ອຊ່ວຍເຮົາໃຫ້ຕອບຄຳຖາມເຫຼົ່ານີ້ ໃຫ້ເຮົາຮຽນຈາກຊີວິດຂອງເດໂບລາແລະບາຣາກທີ່ຮັບໃຊ້ພະເຢໂຫວາໃນສະໄໝອະດີດ.
ພະເຈົ້າປ່ຽນຄວາມຢ້ານໃຫ້ເປັນຄວາມກ້າຫານ
6. ເປັນຫຍັງຈຶ່ງເບິ່ງຄືວ່າກອງທັບຂອງຢາບີນຈະເອົາຊະນະຊາວອິດສະລາແອນໄດ້ງ່າຍໆ?
6 ບາຣາກເປັນນັກຮົບຊາວອິດສະລາແອນ ແລະເດໂບລາເປັນຜູ້ພະຍາກອນຍິງ. ເປັນເວລາ 20 ປີທີ່ຢາບີນກະສັດການາອານໄດ້ “ບຽດບຽນລູກຫຼານຍິດສະລາເອນຢ່າງໜັກ.” ກອງທັບຂອງຢາບີນໂຫດຮ້າຍແລະປ່າເຖື່ອນຫຼາຍ ດັ່ງນັ້ນ ຊາວອິດສະລາແອນທີ່ຢູ່ຕາມໝູ່ບ້ານຕ່າງໆຢ້ານຈົນບໍ່ກ້າອອກຈາກເຮືອນດ້ວຍຊໍ້າ. ຢາບີນມີລົດຮົບ 900 ຄັນ ເຊິ່ງກົງລໍ້ມີໃບມີດເຫຼັກທີ່ໂຄ້ງຍາວເດ່ອອກມາ ດັ່ງນັ້ນ ລົດຮົບເຫຼົ່ານີ້ຈຶ່ງກາຍເປັນເຄື່ອງມືທີ່ໃຊ້ເພື່ອທຳລາຍລ້າງ. ແຕ່ຊາວອິດສະລາແອນບໍ່ມີອາວຸດທັນສະໄໝທີ່ຈະໃຊ້ຕໍ່ສູ້ ຫຼືບໍ່ມີສິ່ງປ້ອງກັນຕົວເອງໄດ້ເລີຍ.—ຜູ້ຕັດສິນ 4:1-3, 13; 5:6-8
7, 8. (ກ) ພະເຢໂຫວາໄດ້ສັ່ງບາຣາກໃຫ້ເຮັດຫຍັງ? (ຂ) ຊາດອິດສະລາແອນເອົາຊະນະກອງທັບຂອງຢາບີນແນວໃດ? (ເບິ່ງຮູບທຳອິດ)
7 ຖ້າສົມທຽບກັບກອງທັບຂອງຢາບີນແລ້ວ ຊາວອິດສະລາແອນເບິ່ງຄືວ່າອ່ອນແອແລະເອົາຊະນະໄດ້ງ່າຍໆ. ແຕ່ພະເຢໂຫວາສັ່ງບາຣາກຜ່ານທາງຜູ້ພະຍາກອນເດໂບລາວ່າ: “ຈົ່ງຂຶ້ນພູທາໂບຣແລະຈົ່ງນຳເອົາ 10.000 ຄົນແຕ່ລູກຫຼານເນບທາລີກັບຊາບູໂລນໄປນຳເຈົ້າເຖີ້ນ. ແລະເຮົາຈະຊັກຊວນທ່ານຊີເຊຣາແມ່ກອງທັບກະສັດຢາບີນກັບລົດທັງຫຼາຍກັບຝູງທະຫານຂອງເພິ່ນໄປຫາເຈົ້າມໍ່ນໍ້າຫ້ວຍກີໂຊນ ແລະເຮົາຈະມອບເພິ່ນໄວ້ໃນມືຂອງເຈົ້າ.”—ຜູ້ຕັດສິນ 4:4-7
8 ມີຄຳປະກາດວ່າຕ້ອງການອາສາສະໝັກ ແລະຜູ້ຊາຍ 10.000 ຄົນໄດ້ອາສາສະໝັກແລະມາເຕົ້າໂຮມກັນຢູ່ພູທາໂບຣ. ຈາກນັ້ນບາຣາກແລະຄົນເຫຼົ່ານັ້ນກໍໄປສູ້ຮົບກັບກອງທັບຂອງສັດຕູຢູ່ເມືອງທາອານາກ. (ອ່ານຜູ້ຕັດສິນ 4:14-16) ພະເຢໂຫວາຊ່ວຍຊາວອິດສະລາແອນບໍ? ຊ່ວຍແທ້. ທັນໃດນັ້ນກໍມີພາຍຸຝົນເຊິ່ງເຮັດໃຫ້ສະໜາມຮົບທີ່ແຫ້ງກາຍເປັນຂີ້ຕົມ. ຍ້ອນແນວນີ້ຊາວອິດສະລາແອນຈຶ່ງໄດ້ປຽບ. ບາຣາກໄລ່ຕິດຕາມກອງທັບຂອງຊີເຊຣາໃນໄລຍະທາງ 24 ກິໂລແມັດ ຈົນໄປຮອດເມືອງຫາໂລເຊດ ແລະຕາມທາງນັ້ນລົດມ້າຂອງຊີເຊຣາໄດ້ຄາຂີ້ຕົມ. ດັ່ງນັ້ນ ລາວຈຶ່ງລົງຈາກລົດແລະແລ່ນໄປເມືອງຈາອານານນີມເຊິ່ງອາດຢູ່ໃກ້ເມືອງເກເດຊ. ເມື່ອຮອດຫັ້ນ ຊີເຊຣາໄດ້ເຂົ້າໄປລີ້ຢູ່ໃນເຕັ້ນຂອງຢາເອນ ແລະຍ້ອນວ່າເມື່ອຍຫຼາຍລາວຈຶ່ງນອນຫຼັບທັນທີ. ຕອນທີ່ຊີເຊຣາກຳລັງນອນຫຼັບ ຢາເອນສະແດງຄວາມກ້າຫານໂດຍການຂ້າລາວ. (ຜູ້ຕັດສິນ 4:17-21) ເຫັນໄດ້ວ່າພະເຢໂຫວາຊ່ວຍຊາວອິດສະລາແອນໃຫ້ຊະນະພວກສັດຕູ! *—ເບິ່ງໄຂເງື່ອນ.
ຄວາມຄິດທີ່ແຕກຕ່າງກັນຫຼາຍເລື່ອງນໍ້າໃຈອາສາສະໝັກ
9. ເຮົາຮຽນຫຍັງຈາກຜູ້ຕັດສິນ 5:20, 21 ເລື່ອງການຕໍ່ສູ້ກັບຊີເຊຣາ?
9 ເມື່ອອ່ານຜູ້ຕັດສິນບົດທີ 5 ເຮົາຈະຮຽນຮູ້ຕື່ມກ່ຽວກັບເຫດການທີ່ພັນລະນາໄວ້ຂ້າງເທິງ. ຜູ້ຕັດສິນ 5:20, 21 ບອກວ່າ: “ເຂົາໄດ້ເລວເສິກແຕ່ທ້ອງຟ້າ ດາວທັງຫຼາຍໄດ້ເລວເສິກຕໍ່ສູ້ທ່ານຊີເຊຣາຕັ້ງແຕ່ທາງທີ່ດາວນັ້ນແລ່ນໄປ. ນໍ້າຫ້ວຍກີໂຊນໄດ້ໄລ່ເຂົາເປັນຊະລາມໄປ.” ນີ້ໝາຍຄວາມວ່າທູດສະຫວັນໄດ້ຊ່ວຍຊາວອິດສະແອນສູ້ຮົບບໍ ຫຼືວ່າມີຝົນດາວຕົກຊ່ວຍເຂົາເຈົ້າ? ຄຳພີໄບເບິນບໍ່ໄດ້ອະທິບາຍ ເລື່ອງນີ້. ແຕ່ມີເຫດຜົນທີ່ຈະຄິດວ່າພະເຢໂຫວາຊ່ວຍປະຊາຊົນຂອງພະອົງໂດຍໃຫ້ມີຝົນຕົກໜັກຖືກບ່ອນແລະຖືກເວລາເພື່ອໃຫ້ລົດຮົບ 900 ຄັນເຄື່ອນທີ່ໄປໄດ້ຍາກ. ໃນຜູ້ຕັດສິນ 4:14, 15 ເວົ້າເຖິງສາມຄັ້ງວ່າ ຄຳຍົກຍ້ອງສຳລັບໄຊຊະນະໃນຄັ້ງນີ້ເປັນຂອງພະເຢໂຫວາ ບໍ່ແມ່ນເປັນຂອງອາສາສະໝັກ 10.000 ຄົນ.
10, 11. “ເມໂລ” ເປັນເມືອງແນວໃດ? ແລະເປັນຫຍັງຈຶ່ງຖືກປ້ອຍດ່າ?
10 ຕອນນີ້ໃຫ້ເຮົາເບິ່ງເລື່ອງໜຶ່ງທີ່ໜ້າສົນໃຈຫຼາຍ. ຫຼັງຈາກຊາວອິດສະລາແອນໄດ້ຮັບໄຊຊະນະ ເດໂບລາແລະບາຣາກໄດ້ຮ້ອງເພງສັນລະເສີນພະເຢໂຫວາວ່າ: “ທູດຂອງພະເຢໂຫວາກໍບອກວ່າ ‘ຈົ່ງປ້ອຍດ່າເມືອງເມໂລ ຈົ່ງປ້ອຍດ່າ ຈົ່ງປ້ອຍດ່າໄທເມືອງນັ້ນ ເຫດວ່າເຂົາບໍ່ໄດ້ມາຊ່ອຍພະເຢໂຫວາ ເຂົາບໍ່ໄດ້ມາຊ່ອຍພະເຢໂຫວາດ້ວຍກັນກັບຄົນທັງຫຼາຍທີ່ມີແຮງຫຼາຍ.’”—ຜູ້ຕັດສິນ 5:23
11 ເມໂລເປັນເມືອງແນວໃດ? ເຮົາບໍ່ຮູ້ລາຍລະອຽດທີ່ແນ່ນອນ. ແຕ່ເມືອງນີ້ຖືກປ້ອຍດ່າຈົນບໍ່ເຫຼືອຮ່ອງຮອຍໃຫ້ຮູ້ໄດ້ວ່າເປັນແນວໃດ. ອາດເປັນໄປໄດ້ທີ່ຄົນໃນເມືອງນີ້ບໍ່ໄດ້ອາສາສະໝັກເຂົ້າຮ່ວມກັບບາຣາກ ເຖິງວ່າໄດ້ຍິນຄຳປະກາດເລື່ອງຂໍອາສາສະໝັກ ເພາະມີ 10.000 ຄົນທີ່ອາສາສະໝັກໄປຕໍ່ສູ້ພວກການາອານ ຫຼືເມໂລອາດເປັນເມືອງທີ່ຊີເຊຣາໄດ້ແລ່ນຜ່ານຕອນທີ່ພະຍາຍາມຫຼົບໜີຈາກບາຣາກ. ຄົນໃນເມືອງນີ້ອາດມີໂອກາດຈັບລາວແຕ່ພັດບໍ່ໄດ້ເຮັດ. ເຮົານຶກພາບໄດ້ວ່າເຂົາເຈົ້າເຫັນນັກຮົບຜູ້ໂຫດຮ້າຍແລ່ນຜ່ານຖະໜົນໃນເມືອງນັ້ນເພື່ອໜີເອົາຊີວິດລອດ! ເຂົາເຈົ້າອາດເຮັດບາງຢ່າງໄດ້ເພື່ອສະໜັບສະໜູນຈຸດປະສົງຂອງພະເຢໂຫວາ ແລະພະອົງອາດຈະໃຫ້ລາງວັນເຂົາເຈົ້າກໍໄດ້. ແຕ່ເມື່ອມີໂອກາດເຮັດແບບນັ້ນ ເຂົາເຈົ້າສໍ່າພັດບໍ່ເຮັດຫຍັງເລີຍ. ເບິ່ງຄືວ່າຄົນໃນເມືອງເມໂລແຕກຕ່າງຫຼາຍແທ້ໆຈາກຢາເອນທີ່ໄດ້ລົງມືເຮັດຢ່າງກ້າຫານ.—ຜູ້ຕັດສິນ 5:24-27
ເຮົາຕ້ອງກວດເບິ່ງວ່າຕົວເອງຄິດແນວໃດຕໍ່ການຮັບໃຊ້ພະເຢໂຫວາ
12. ໃນຜູ້ຕັດສິນ 5:9, 10 ເຮົາເຫັນວ່າຜູ້ຄົນມີຄວາມຄິດແຕກຕ່າງກັນແນວໃດ? ແລະເລື່ອງນີ້ຄວນມີຜົນກະທົບຕໍ່ເຮົາແນວໃດ?
12 ໃນຜູ້ຕັດສິນ 5:9, 10 (ລ.ມ.) ເຮົາເຫັນວ່າອາສາສະໝັກ 10.000 ຄົນມີຄວາມຄິດແຕກຕ່າງກັນຫຼາຍຈາກຄົນທີ່ບໍ່ໄດ້ອາສາສະໝັກ. ເດໂບລາແລະບາຣາກຊົມເຊີຍ “ຜູ້ບັນຊາການຂອງອິດສະລາແອນເຊິ່ງອາສາສະໝັກໄປສູ້ຮົບຮ່ວມກັບປະຊາຊົນ.” ຄົນເຫຼົ່ານີ້ແຕກຕ່າງຫຼາຍຈາກພວກ “ທີ່ຂີ່ລາສີນໍ້າຕານອ່ອນ” ເຊິ່ງຮູ້ສຶກວ່າຕົວເອງສຳຄັນຫຼາຍຈົນບໍ່ມີນໍ້າໃຈອາສາສະໝັກ. ໃນຂໍ້ນີ້ຍັງບອກວ່າຄົນເຫຼົ່ານີ້ “ນັ່ງເທິງຜ້າພົມເນື້ອດີ” ແລະ “ຍ່າງຕາມຖະໜົນ” ນີ້ໝາຍຄວາມວ່າເຂົາເຈົ້າມັກຊີວິດທີ່ສະດວກສະບາຍເຊິ່ງແຕກຕ່າງຫຼາຍຈາກພວກອາສາສະໝັກທີ່ເຕັມໃຈໄປກັບບາຣາກເພື່ອສູ້ຮົບຢູ່ເນີນພູທາໂບຣທີ່ມີຫີນແລະຢູ່ຮ່ອມພູກີໂຊນທີ່ມີນໍ້າ. ນອກຈາກນັ້ນ ຂໍ້ນີ້ຍັງບອກຄົນທີ່ຢາກມີຊີວິດທີ່ສະບາຍວ່າ “ໃຫ້ຄິດໃຄ່ຄວນ!” ເຂົາເຈົ້າຕ້ອງເອົາໃຈໃສ່ແລະຄິດເບິ່ງວ່າຕົນເອງຈະປ່ອຍໃຫ້ໂອກາດຜ່ານໄປໂດຍບໍ່ໄດ້ອາສາສະໝັກເຮັດວຽກຂອງພະເຢໂຫວາບໍ. ໃນທຸກມື້ນີ້ເຮົາກໍຕ້ອງກວດເບິ່ງວ່າຕົວເອງຄິດແນວໃດຕໍ່ການຮັບໃຊ້ພະເຢໂຫວາ.
13. ຕະກູນລູເບນ ດານ ແລະອາເຊນມີຄວາມຄິດແຕກຕ່າງຈາກຕະກູນຊາບູໂລນແລະເນບທາລີແນວໃດ?
13 ອາສາສະໝັກ 10.000 ຄົນມີໂອກາດເຫັນພະເຢໂຫວາໃຊ້ລິດເດດໃນຖານະເປັນຜູ້ປົກຄອງທີ່ສູງສຸດ. ເຂົາເຈົ້າຜູ້ຕັດສິນ 5:11) ແຕ່ຕະກູນລູເບນ ດານ ແລະອາເຊນບໍ່ເປັນຄືກັບພວກອາສາສະໝັກ ເພາະຕະກູນເຫຼົ່ານີ້ໃຫ້ຄວາມສຳຄັນຫຼາຍຕໍ່ຝູງສັດ ເຮືອ ແລະທ່າເຮືອຂອງຕົວເອງ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ໄດ້ສົນໃຈວຽກຂອງພະເຢໂຫວາ. (ຜູ້ຕັດສິນ 5:15-17) ແຕ່ຕະກູນອື່ນບໍ່ເປັນແບບນັ້ນ. ຕະກູນຊາບູໂລນແລະເນບທາລີໄດ້ “ສ່ຽງຊີວິດຂອງພວກເຂົາ” ເພື່ອສະໜັບສະໜູນເດໂບລາແລະບາຣາກ. (ຜູ້ຕັດສິນ 5:18, ທ.ປ.) ເຫັນໄດ້ວ່າຜູ້ຄົນມີຄວາມຄິດແຕກຕ່າງກັນກ່ຽວກັບນໍ້າໃຈອາສາສະໝັກ ດັ່ງນັ້ນ ເລື່ອງນີ້ຈຶ່ງເປັນບົດຮຽນທີ່ສຳຄັນໃຫ້ເຮົາ.
ສາມາດເລົ່າເລື່ອງນັ້ນໃຫ້ຄົນອື່ນຟັງເມື່ອເວົ້າເຖິງ “ການຊອບທຳຂອງພະເຢໂຫວາ.” (“ຈົ່ງສັນລະເສີນພະເຢໂຫວາ!”
14. ໃນທຸກມື້ນີ້ ເຮົາສະແດງໃຫ້ເຫັນແນວໃດວ່າເຮົາສະໜັບສະໜູນສິດໃນການປົກຄອງຂອງພະເຢໂຫວາ?
14 ໃນທຸກມື້ນີ້ ເຮົາສະໜັບສະໜູນການປົກຄອງຂອງພະເຢໂຫວາບໍ່ແມ່ນໂດຍການຕໍ່ສູ້ ແຕ່ໂດຍການປະກາດຢ່າງກ້າຫານແລະກະຕືລືລົ້ນ. ໃນຕອນນີ້ມີຄວາມຕ້ອງການອາສາສະໝັກຫຼາຍກວ່າແຕ່ກ່ອນເພື່ອມາເຮັດວຽກຂອງພະເຢໂຫວາ. ພີ່ນ້ອງຫຼາຍລ້ານຄົນທັງຊາຍທັງຍິງແລະຄົນໜຸ່ມກຳລັງອາສາສະໝັກຮັບໃຊ້ເຕັມເວລາໃນຫຼາກຫຼາຍຮູບແບບ. ຕົວຢ່າງເຊັ່ນ: ຫຼາຍຄົນເປັນໄພໂອເນຍ ເຮັດວຽກຢູ່ເບເທນ ສ້າງຫໍປະຊຸມ ແລະເປັນອາສາສະໝັກຢູ່ການປະຊຸມໃຫຍ່ຕ່າງໆ. ຜູ້ເຖົ້າແກ່ຫຼາຍຄົນໄດ້ເຮັດວຽກໜັກໃນຄະນະກຳມະການປະສານງານກັບໂຮງໝໍແລະຈັດການປະຊຸມພາກ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາເຫັນຄຸນຄ່າຄວາມເຕັມໃຈຂອງເຮົາໃນການຮັບໃຊ້ພະອົງໃນຮູບແບບຕ່າງໆແລະພະອົງຈະບໍ່ລືມຄວາມພະຍາຍາມຂອງເຮົາ.—ເຫບເລີ 6:10
15. ເຮົາຈະແນ່ໃຈໄດ້ແນວໃດວ່າເຮົາຍັງກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາ?
15 ເຮົາຕ້ອງກວດເບິ່ງວ່າຕົວເອງຄິດແນວໃດກ່ຽວກັບນໍ້າໃຈອາສາສະໝັກ ໂດຍຖາມຕົວເອງວ່າ: ‘ຂ້ອຍປ່ອຍໃຫ້ຄົນອື່ນເຮັດວຽກຫຼາຍກວ່າບໍ? ຂ້ອຍກັງວົນເລື່ອງຢາກໄດ້ວັດຖຸສິ່ງຂອງຫຼາຍກວ່າການຮັບໃຊ້ພະເຢໂຫວາບໍ? ຫຼື *—ເບິ່ງໄຂເງື່ອນ.
ຂ້ອຍກຳລັງຮຽນແບບຄວາມເຊື່ອແລະຄວາມກ້າຫານຂອງບາຣາກ ເດໂບລາ ຢາເອນ ແລະອາສາສະໝັກ 10.000 ຄົນ ໂດຍໃຊ້ສິ່ງຕ່າງໆທີ່ຂ້ອຍມີເພື່ອຮັບໃຊ້ພະເຢໂຫວາບໍ? ຂ້ອຍກຳລັງຄິດເຖິງການຍ້າຍໄປຢູ່ເມືອງອື່ນຫຼືປະເທດອື່ນເພື່ອຈະຫາເງິນໄດ້ຫຼາຍຂຶ້ນແລະມີຊີວິດທີ່ດີກວ່າບໍ? ຖ້າຄິດຈະຍ້າຍ ຂ້ອຍໄດ້ອະທິດຖານເຖິງພະເຢໂຫວາບໍ ຖ້າຫາກເລື່ອງນັ້ນຈະສົ່ງຜົນກະທົບຕໍ່ຄອບຄົວແລະປະຊາຄົມ?’16. ເຖິງແມ່ນວ່າພະເຢໂຫວາມີທຸກສິ່ງ ແຕ່ເຮົາສາມາດໃຫ້ຫຍັງພະອົງ?
16 ພະເຢໂຫວາໃຫ້ເຮົາໄດ້ຮັບກຽດທີ່ສູງສົ່ງໂດຍເປີດໂອກາດໃຫ້ເຮົາສະໜັບສະໜູນການປົກຄອງຂອງພະອົງ. ນັບຕັ້ງແຕ່ສະໄໝຂອງອາດາມແລະເອວາ ຊາຕານຢາກໃຫ້ມະນຸດຢູ່ຝ່າຍມັນເພື່ອຕໍ່ຕ້ານພະເຢໂຫວາ. ແຕ່ເມື່ອເຮົາສະໜັບສະໜູນການປົກຄອງຂອງພະອົງ ເຮົາກໍສະແດງໃຫ້ຊາຕານເຫັນຢ່າງຈະແຈ້ງວ່າເຮົາຢູ່ຝ່າຍໃຜ. ດັ່ງນັ້ນ ຄວາມເຊື່ອແລະຄວາມພັກດີຈຶ່ງກະຕຸ້ນເຮົາໃຫ້ອາສາສະໝັກຮັບໃຊ້ພະເຢໂຫວາ ແລະສິ່ງນີ້ເຮັດໃຫ້ພະອົງມີຄວາມສຸກຫຼາຍ. (ສຸພາສິດ 23:15, 16) ພະເຢໂຫວາສາມາດໃຊ້ການສະໜັບສະໜູນທີ່ພັກດີແລະການເຊື່ອຟັງຂອງເຮົາເພື່ອຕອບຄຳເຍາະເຍີ້ຍຂອງຊາຕານ. (ສຸພາສິດ 27:11) ສິ່ງທີ່ເຮົາໃຫ້ພະເຢໂຫວາໄດ້ແມ່ນການເຊື່ອຟັງ ແລະພະອົງຖືວ່າສິ່ງນັ້ນມີຄ່າແລະເຮັດໃຫ້ພະອົງຍິນດີຫຼາຍ.
17. ຜູ້ຕັດສິນ 5:31 ສອນຫຍັງເຮົາກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ?
17 ອີກບໍ່ດົນທຸກຄົນທີ່ຢູ່ໃນໂລກນີ້ຈະເລືອກການປົກຄອງຂອງພະເຢໂຫວາ ບໍ່ແມ່ນການປົກຄອງອື່ນ. ເຮົາຄອຍຖ້າແທ້ໆໃຫ້ເຖິງເວລານັ້ນ! ເຮົາຮູ້ສຶກຄືກັບເດໂບລາແລະບາຣາກທີ່ຮ້ອງເພງວ່າ: “ຂໍໃຫ້ສັດຕູທັງປວງຕໍ່ພະອົງຈິບຫາຍຢ່າງນັ້ນເຖີ້ນ ແຕ່ວ່າຂໍໃຫ້ຄົນທັງຫຼາຍທີ່ຮັກພະອົງເປັນເໝືອນດວງຕາເວັນເມື່ອສ່ອງແສງກ້າ.” (ຜູ້ຕັດສິນ 5:31) ສິ່ງນັ້ນຈະເກີດຂຶ້ນຕອນທີ່ພະເຢໂຫວາທຳລາຍໂລກຊົ່ວຂອງຊາຕານ. ເມື່ອສົງຄາມອະລະມະເຄໂດນເລີ່ມຕົ້ນ ພະເຢໂຫວາຈະບໍ່ຕ້ອງການອາສາສະໝັກທີ່ເປັນມະນຸດເພື່ອທຳລາຍສັດຕູຂອງພະອົງ ດັ່ງນັ້ນ ເຮົາຈະ “ຢືນຢູ່” ແລະ “ເຫັນຄວາມພົ້ນແຕ່ພະເຢໂຫວາ.” (2 ຂ່າວຄາວ 20:17) ແຕ່ກ່ອນຈະເຖິງວັນນັ້ນ ເຮົາມີໂອກາດດີເລີດທີ່ຈະສະໜັບສະໜູນການປົກຄອງຂອງພະເຢໂຫວາຢ່າງກ້າຫານແລະກະຕືລືລົ້ນ.
18. ການທີ່ເຈົ້າມີນໍ້າໃຈອາສາສະໝັກຈະເປັນປະໂຫຍດຕໍ່ຄົນອື່ນແນວໃດ?
18 ເດໂບລາແລະບາຣາກຂຶ້ນຕົ້ນບົດເພງແຫ່ງໄຊຊະນະດ້ວຍການສັນລະເສີນພະເຢໂຫວາ ບໍ່ແມ່ນມະນຸດ. ເຂົາເຈົ້າຮ້ອງເພງວ່າ: “ເພາະເຫດລາສະດອນໄດ້ມີນໍ້າໃຈອັນດີ [“ອາສາສະໝັກ,” ລ.ມ.] ຈົ່ງສັນລະເສີນພະເຢໂຫວາ!” (ຜູ້ຕັດສິນ 5:1, 2) ຄ້າຍຄືກັນ ເມື່ອເຮົາຮັບໃຊ້ພະເຢໂຫວາໃນຮູບແບບໃດກໍຕາມ ການເຮັດແບບນັ້ນອາດຈະກະຕຸ້ນຄົນອື່ນໃຫ້ “ສັນລະເສີນພະເຢໂຫວາ!” ເຊັ່ນກັນ.