ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ພິສູດ​ຕົວ​ເອງ​ວ່າ​ເຈົ້າ​ພັກດີ​ຕໍ່​ພະ​ເຢໂຫວາ

ຈົ່ງ​ພິສູດ​ຕົວ​ເອງ​ວ່າ​ເຈົ້າ​ພັກດີ​ຕໍ່​ພະ​ເຢໂຫວາ

“[ຂໍ​ໃຫ້] ພະ​ເຢໂຫວາ​ຈະ​ຢູ່​ຫວ່າງ​ກາງ​ຂ້ອຍ​ກັບ​ເຈົ້າ ແລະ​ຫວ່າງ​ກາງ​ເຊື້ອ​ສາຍ​ຂອງ​ຂ້ອຍ​ກັບ​ເຊື້ອ​ສາຍ​ຂອງ​ເຈົ້າ​ສືບໆໄປ​ເປັນ​ນິດ.”—1 ຊາເມືອນ 20:42

ເພງ: 125, 62

1, 2. ເປັນ​ຫຍັງ​ມິດຕະພາບ​ທີ່​ໂຢນາທານ​ມີ​ຕໍ່​ດາວິດ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ໂດດ​ເດັ່ນ​ໃນ​ເລື່ອງ​ຄວາມ​ພັກດີ?

ໂຢນາທານ​ຕ້ອງ​ອັດສະຈັນ​ໃຈ​ແທ້ໆທີ່​ເຫັນ​ຊາຍ​ໜຸ່ມ​ດາວິດ​ມີ​ຄວາມ​ກ້າຫານ​ຫຼາຍ​ຂະໜາດ​ນັ້ນ. ດາວິດ​ໄດ້​ຂ້າ​ໂຄລີອາດ​ຄົນ​ຮ່າງ​ຍັກ ແລະ​ໄດ້ “ຖື​ຫົວ​ຊາວ​ຟີລີດຕີນ” ມາ​ໃຫ້​ຊາອຶລ​ພໍ່​ຂອງ​ໂຢນາທານ​ທີ່​ເປັນ​ກະສັດ​ຂອງ​ປະເທດ​ອິດສະລາແອນ. (1 ຊາເມືອນ 17:57) ໂຢນາທານ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຢູ່​ນຳ​ດາວິດ ແລະ​ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ໂຢນາທານ​ແລະ​ດາວິດ​ຈຶ່ງ​ກາຍ​ເປັນ​ເພື່ອນ​ທີ່​ສະໜິດ​ກັນ​ຫຼາຍ. ທັງ​ສອງ​ສັນຍາ​ວ່າ​ຈະ​ພັກດີ​ຕໍ່​ກັນ​ສະເໝີ. (1 ຊາເມືອນ 18:1-3) ຕະຫຼອດ​ຊີວິດ​ຂອງ​ໂຢນາທານ ລາວ​ໄດ້​ສະແດງ​ຄວາມ​ພັກດີ​ຕໍ່​ດາວິດ.

2 ໂຢນາທານ​ຮັກສາ​ຄວາມ​ພັກດີ​ຕໍ່​ດາວິດ​ສະເໝີ​ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ລາວ ແຕ່​ໄດ້​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ​ຂອງ​ປະເທດ​ອິດສະລາແອນ. ເມື່ອ​ຊາອຶລ​ພະຍາຍາມ​ຈະ​ຂ້າ​ດາວິດ ໂຢນາທານ​ກໍ​ເປັນ​ຫ່ວງ​ເພື່ອນ​ຂອງ​ລາວ. ໂຢນາທານ​ຮູ້​ວ່າ​ດາວິດ​ຢູ່​ທີ່​ຖິ່ນ​ທຸລະກັນດານ​ໃນ​ເມືອງ​ໂຫເຣດ ດັ່ງ​ນັ້ນ ໂຢນາທານ​ຈຶ່ງ​ໄປ​ທີ່​ນັ້ນ​ເພື່ອ​ໜູນ​ກຳລັງ​ໃຈ​ໃຫ້​ດາວິດ​ວາງໃຈ​ໃນ​ພະ​ເຢໂຫວາ​ຕໍ່ໆໄປ. ໂຢນາທານ​ບອກ​ດາວິດ​ວ່າ: “ຢ່າຊູ່​ຢ້ານ ເຫດ​ວ່າ​ມື​ຂອງ​ຊາອຶລ​ພໍ່​ຂ້ອຍ​ຈະ​ບໍ່​ພົບ​ເຈົ້າ​ແລະ​ເຈົ້າ​ຈະ​ສະເຫວີຍ​ລາດ​ຄຸ້ມຄອງ​ພວກ​ຍິດສະລາເອນ ແລະ​ຝ່າຍ​ຂ້ອຍ ຂ້ອຍ​ຈະ​ເປັນ​ຜູ້​ທີ 2 ພາຍ​ຫຼັງ​ເຈົ້າ.”—1 ຊາເມືອນ 23:16, 17

3. ສຳລັບ​ໂຢນາທານ​ສິ່ງ​ໃດ​ສຳຄັນ​ຫຼາຍ​ກວ່າ​ການ​ພັກດີ​ຕໍ່​ດາວິດ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳ​ອິດ)

3 ຕາມ​ທຳມະດາ​ແລ້ວ​ເຮົາ​ຍົກຍ້ອງ​ຄົນ​ທີ່​ສະແດງ​ຄວາມ​ພັກດີ. ແຕ່​ເຮົາ​ຍົກຍ້ອງ​ໂຢນາທານ​ຍ້ອນ​ວ່າ​ລາວ​ພັກດີ​ຕໍ່​ດາວິດ​ບໍ? ບໍ່​ແມ່ນ​ແນວ​ນັ້ນ ການ​ພັກດີ​ຕໍ່​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ໂຢນາທານ. ທີ່​ຈິງ ນັ້ນ​ເປັນ​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ໂຢນາທານ​ຈຶ່ງ​ພັກດີ​ຕໍ່​ດາວິດ​ແລະ​ບໍ່​ໄດ້​ອິດສາ​ລາວ ເຖິງ​ວ່າ​ດາວິດ​ຈະ​ໄດ້​ເປັນ​ກະສັດ​ແທນ​ລາວ​ກໍ​ຕາມ. ໂຢນາທານ​ເຖິງ​ຂັ້ນ​ວ່າ​ຊ່ວຍ​ດາວິດ​ໃຫ້​ວາງໃຈ​ໃນ​ພະ​ເຢໂຫວາ. ທັງ​ດາວິດ​ແລະ​ໂຢນາທານ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ກັນ​ແລະ​ກັນ. ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ນຳ​ກັນ​ທີ່​ວ່າ: “[ຂໍ​ໃຫ້] ພະ​ເຢໂຫວາ​ຈະ​ຢູ່​ຫວ່າງ​ກາງ​ຂ້ອຍ​ກັບ​ເຈົ້າ ແລະ​ຫວ່າງ​ກາງ​ເຊື້ອ​ສາຍ​ຂອງ​ຂ້ອຍ​ກັບ​ເຊື້ອ​ສາຍ​ຂອງ​ເຈົ້າ​ສືບໆໄປ​ເປັນ​ນິດ.”—1 ຊາເມືອນ 20:42

4. (ກ) ສິ່ງ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ຢ່າງ​ແທ້​ຈິງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເຮົາ​ກໍ​ຄື​ກັນ​ຕ້ອງ​ພັກດີ​ຕໍ່​ຄອບຄົວ ໝູ່​ເພື່ອນ ແລະ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ຂອງ​ເຮົາ. (1 ເທຊະໂລນີກ 2:10, 11) ແຕ່​ສິ່ງ​ສຳຄັນ​ທີ່​ສຸດ ເຮົາ​ຕ້ອງ​ພັກດີ​ຕໍ່​ພະ​ເຢໂຫວາ ເພາະ​ພະອົງ​ເປັນ​ຜູ້​ທີ່​ໃຫ້​ຊີວິດ​ແກ່​ເຮົາ! (ຄຳປາກົດ 4:11) ເມື່ອ​ເຮົາ​ພັກດີ​ຕໍ່​ພະອົງ ເຮົາ​ຈະ​ມີ​ຄວາມ​ສຸກ​ແທ້​ແລະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ. ແຕ່​ເຮົາ​ຮູ້​ວ່າ​ເຮົາ​ຕ້ອງ​ພັກດີ​ຕໍ່​ພະ​ເຢໂຫວາ​ເຖິງ​ວ່າ​ເຮົາ​ຈະ​ຕົກ​ຢູ່​ໃນ​ເວລາ​ທີ່​ຍາກ​ລຳບາກ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ກ່ຽວ​ກັບ​ວິທີ​ທີ່​ຕົວຢ່າງ​ຂອງ​ໂຢນາທານ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ໄວ້​ໄດ້​ໃນ​ສີ່ສະຖານະການ ຄື: (1) ເມື່ອ​ເຮົາ​ຮູ້ສຶກ​ວ່າ​ຜູ້​ທີ່​ມີ​ສິດ​ອຳນາດ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເຮົາ (2) ເມື່ອ​ເຮົາ​ຕ້ອງ​ເລືອກ​ວ່າ​ເຮົາ​ຄວນ​ຈະ​ພັກດີ​ຕໍ່​ໃຜ (3) ເມື່ອ​ພີ່​ນ້ອງ​ທີ່​ນຳ​ໜ້າເຮົາ​ເຂົ້າ​ໃຈ​ເຮົາ​ຜິດ​ຫຼື​ປະຕິບັດ​ຕໍ່​ເຮົາ​ໃນ​ແບບ​ທີ່​ບໍ່​ຍຸຕິທຳ ແລະ (4) ເມື່ອ​ເຮົາ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ.

ເມື່ອ​ເຮົາ​ຮູ້ສຶກ​ວ່າ​ຜູ້​ທີ່​ມີ​ສິດ​ອຳນາດ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເຮົາ

5. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ສຳລັບ​ປະຊາຊົນ​ທີ່​ຈະ​ພັກດີ​ຕໍ່​ພະເຈົ້າ​ໃນ​ຂະນະ​ທີ່​ຊາອຶລ​ເປັນ​ກະສັດ?

5 ໂຢນາທານ​ແລະ​ປະຊາຊົນ​ຊາວ​ອິດສະລາແອນ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ. ກະສັດ​ຊາອຶລ​ພໍ່​ຂອງ​ໂຢນາທານ​ໄດ້​ກາຍ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ຟັງ ແລະ​ພະ​ເຢໂຫວາ​ໄດ້​ປະຕິເສດ​ລາວ. (1 ຊາເມືອນ 15:17-23) ແຕ່​ພະ​ເຢໂຫວາ​ຍັງ​ອະນຸຍາດ​ໃຫ້​ຊາອຶລ​ປົກຄອງ​ຕໍ່​ໄປ​ເປັນ​ເວລາ​ຫຼາຍ​ປີ. ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ຍາກ​ສຳລັບ​ປະຊາຊົນ​ທີ່​ຈະ​ພັກດີ​ຕໍ່​ພະເຈົ້າ​ເມື່ອ​ກະສັດ​ທີ່​ຖືກ​ເລືອກ​ໃຫ້​ນັ່ງ​ເທິງ “ພະ​ທີ່​ນັ່ງ​ຂອງ​ພະ​ເຢໂຫວາ” ກຳລັງ​ເຮັດ​ສິ່ງ​ຕ່າງໆທີ່​ບໍ່​ດີ​ແທ້ໆ.—1 ຂ່າວຄາວ 29:23

6. ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ໂຢນາທານ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ?

6 ໂຢນາທານ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ. ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໂຢນາທານ​ໄດ້​ເຮັດ​ບໍ່​ດົນ​ຫຼັງ​ຈາກ​ທີ່​ຊາອຶລ​ເລີ່ມ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. (1 ຊາເມືອນ 13:13, 14) ໃນ​ຕອນ​ນັ້ນ ກອງ​ທະຫານ​ໃຫຍ່​ຂອງ​ພວກ​ຟີລີດຕີນ​ມາ​ພ້ອມ​ກັບ​ລົດ​ມ້າ 30.000 ຄັນ​ເພື່ອ​ບຸກ​ໂຈມຕີ​ປະເທດ​ອິດສະລາແອນ. ຊາອຶລ​ມີ​ທະຫານ​ພຽງ​ແຕ່ 600 ຄົນ ແລະ​ມີ​ພຽງ​ແຕ່​ລາວ​ກັບ​ໂຢນາທານ​ເທົ່າ​ນັ້ນ​ທີ່​ມີ​ອາວຸດ. ແຕ່​ໂຢນາທານ​ບໍ່​ຢ້ານ ເພາະ​ລາວ​ຈື່​ຄຳ​ເວົ້າ​ຂອງ​ຜູ້​ພະຍາກອນ​ຊາເມືອນ​ທີ່​ບອກ​ວ່າ: “ພະ​ເຢໂຫວາ​ຈະ​ບໍ່​ປະ​ພວກ​ຂອງ​ພະອົງ​ຍ້ອນ​ນາມ​ຊື່​ອັນ​ໃຫຍ່​ຂອງ​ພະອົງ.” (1 ຊາເມືອນ 12:22) ໂຢນາທານ​ຈຶ່ງ​ເວົ້າ​ກັບ​ທະຫານ​ຄົນ​ອື່ນໆວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ຫ້າມ​ພະ​ເຢໂຫວາ​ຈະ​ຊ່ອຍ​ດ້ວຍ​ຄົນ​ຫຼາຍ​ຫຼື​ໜ້ອຍ.” ດັ່ງ​ນັ້ນ ໂຢນາທານ​ແລະ​ພວກ​ທະຫານ​ໄດ້​ບຸກ​ໂຈມຕີ​ພວກ​ຟີລີດຕີນ​ກຸ່ມ​ໜຶ່ງ ແລະ​ໄດ້​ຂ້າ​ປະມານ 20 ຄົນ. ໂຢນາທານ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ໄດ້​ອວຍ​ພອນ​ລາວ​ໂດຍ​ການ​ທີ່​ພະອົງ​ເຮັດ​ໃຫ້​ມີ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ ແລະ​ພວກ​ຟີລີດຕີນ​ກໍ​ພາ​ກັນ​ຢ້ານ. ຈາກ​ນັ້ນ ພວກ​ຟີລີດຕີນ​ກໍ​ໄດ້​ໂຈມຕີ​ແລະ​ຂ້າ​ກັນ​ເອງ ແລະ​ພວກ​ອິດສະລາແອນ​ຈຶ່ງ​ໄດ້​ຊະນະ​ໃນ​ການ​ສູ້​ຮົບ​ໃນ​ຄັ້ງ​ນັ້ນ.—1 ຊາເມືອນ 13:5, 15, 22; 14:1, 2, 6, 14, 15, 20

7. ໂຢນາທານ​ປະຕິບັດ​ຕໍ່​ພໍ່​ແນວ​ໃດ?

7 ເຖິງ​ວ່າ​ຊາອຶລ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ຕໍ່ໆໄປ ແຕ່​ໂຢນາທານ​ກໍ​ຍັງ​ເຊື່ອ​ຟັງ​ພໍ່​ຂອງ​ຕົນ​ເທົ່າ​ທີ່​ສາມາດ​ເຮັດ​ໄດ້. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ໄດ້​ຮ່ວມ​ສູ້​ຮົບ​ນຳ​ກັນ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ.—1 ຊາເມືອນ 31:1, 2

8, 9. ເຮົາ​ຈະ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ​ເມື່ອ​ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ທີ່​ມີ​ສິດ​ອຳນາດ?

8 ຄື​ກັບ​ໂຢນາທານ ເຮົາ​ສາມາດ​ພັກດີ​ຕໍ່​ພະ​ເຢໂຫວາ​ໂດຍ​ການ​ເຊື່ອ​ຟັງ​ລັດຖະບານ​ຂອງ​ປະເທດ​ທີ່​ເຮົາ​ອາໄສ​ຢູ່​ເທົ່າ​ທີ່​ເຮົາ​ສາມາດ​ເຮັດ​ໄດ້. ພະ​ເຢໂຫວາ​ອະນຸຍາດ​ໃຫ້ “ອຳນາດ​ທາງ​ເທິງ” ມີ​ສິດ​ອຳນາດ​ເໜືອ​ເຮົາ ແລະ​ພະອົງ​ຮຽກ​ຮ້ອງ​ໃຫ້​ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ເຂົາ​ເຈົ້າ. (ອ່ານ​ໂລມ 13:1, 2) ນັ້ນ​ເປັນ​ເຫດຜົນ​ທີ່​ເຮົາ​ຄວນ​ປະຕິບັດ​ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ດ້ວຍ​ຄວາມ​ນັບຖື​ເຖິງ​ວ່າ​ລາວ​ເປັນ​ຄົນ​ບໍ່​ສັດ​ຊື່​ແລະ​ເຮົາ​ຮູ້ສຶກ​ວ່າ​ລາວ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເຮົາ​ກໍ​ຕາມ. ທີ່​ຈິງ ເຮົາ​ຄວນ​ນັບຖື​ຄົນ​ເຫຼົ່າ​ນັ້ນ​ທຸກ​ຄົນ​ທີ່​ພະ​ເຢໂຫວາ​ໃຫ້​ສິດ​ອຳນາດ​ແກ່​ເຂົາ​ເຈົ້າ.—1 ໂກລິນໂທ 11:3; ເຫບເລີ 13:17

ວິທີ​ໜຶ່ງ​ທີ່​ເຮົາ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແມ່ນ​ໂດຍ​ການ​ປະຕິບັດ​ຕໍ່​ຜົວ​ຫຼື​ເມຍ​ຂອງ​ເຮົາ​ດ້ວຍ​ຄວາມ​ນັບຖື ເຖິງ​ວ່າ​ລາວ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກໍ​ຕາມ (ເບິ່ງ​ຂໍ້ 9)

9 ໂອ​ລ​ກາ​ເປັນ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ອາເມລິກາ​ໃຕ້ ລາວ​ໄດ້​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ໂດຍ​ສະແດງ​ຄວາມ​ນັບຖື​ຕໍ່​ຜົວ​ຂອງ​ລາວ​ເຖິງ​ວ່າ​ຜົວ​ຈະ​ປະຕິບັດ​ຕໍ່​ລາວ​ໃນ​ແບບ​ທີ່​ບໍ່​ດີ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ບາງ​ຄັ້ງ​ຜົວ​ກໍ​ບໍ່​ເວົ້າ​ນຳ​ລາວ ຫຼື​ເວົ້າ​ໃນ​ສິ່ງ​ທີ່​ໂຫດ​ຮ້າຍ​ຍ້ອນ​ວ່າ​ພີ່​ນ້ອງ​ໂອ​ລ​ກາ​ເປັນ​ພະຍານ​ພະ​ເຢໂຫວາ. ຜູ້​ເປັນ​ຜົວ​ຍັງ​ບອກ​ວ່າ​ຈະ​ຢ່າ​ຮ້າງ​ກັບ​ລາວ​ແລະ​ເອົາ​ພວກ​ລູກ​ໄປ​ນຳ. ແຕ່​ລາວ​ບໍ່​ໄດ້ “ທຳ​ຊົ່ວ​ຕອບ​ແທນ​ຊົ່ວ.” ລາວ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເປັນ​ເມຍ​ທີ່​ດີ. ລາວ​ແຕ່ງ​ກິນ​ໃຫ້​ຜົວ ຊັກ​ເຄື່ອງ​ນຸ່ງ​ໃຫ້​ຜົວ ແລະ​ເບິ່ງ​ແຍງ​ຄົນ​ອື່ນໆທີ່​ຢູ່​ໃນ​ຄອບຄົວ​ຂອງ​ຜົວ. (ໂລມ 12:17) ເມື່ອ​ເຮັດ​ໄດ້ ລາວ​ກໍ​ໄປ​ກັບ​ຜົວ​ເພື່ອ​ໄປ​ຢາມ​ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ຜົວ. ຕົວຢ່າງ​ເຊັ່ນ: ເມື່ອ​ຜົວ​ຕ້ອງການ​ທີ່​ຈະ​ໄປ​ອີກ​ເມືອງ​ໜຶ່ງ​ເພື່ອ​ສົ່ງ​ສະ​ການ​ພໍ່​ຂອງ​ລາວ ພີ່​ນ້ອງ​ໂອ​ລ​ກາ​ໄດ້​ກຽມ​ທຸກ​ສິ່ງ​ທີ່​ຈຳເປັນ​ສຳລັບ​ການ​ເດີນ​ທາງ. ເມື່ອ​ຢູ່​ງານ​ສົບ ລາວ​ກໍ​ຖ້າ​ຜົວ​ຢູ່​ທາງ​ນອກ​ໂບດ. ຫຼັງ​ຈາກ​ທີ່​ເວລາ​ຜ່ານ​ໄປ​ຫຼາຍ​ປີ ຜົວ​ຂອງ​ລາວ​ເລີ່ມ​ປະຕິບັດ​ຕໍ່​ລາວ​ໃນ​ແບບ​ທີ່​ດີ​ຂຶ້ນ ຍ້ອນ​ວ່າ​ລາວ​ໄດ້​ອົດ​ທົນ​ຫຼາຍ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ຜົວ​ຢູ່​ສະເໝີ. ຕອນ​ນີ້ ຜົວ​ໄດ້​ສະໜັບສະໜູນ​ລາວ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ທັງ​ໄປ​ສົ່ງ​ລາວ​ນຳ ແລະ​ບາງ​ຄັ້ງ​ຜົວ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ນຳ​ກັນ​ກັບ​ລາວ.—1 ເປໂຕ 3:1

ເມື່ອ​ຕ້ອງ​ຕັດສິນ​ໃຈ​ວ່າ​ເຮົາ​ຄວນ​ພັກດີ​ຕໍ່​ໃຜ

10. ໂຢນາທານ​ຮູ້​ໄດ້​ແນວ​ໃດ​ວ່າ​ລາວ​ຄວນ​ພັກດີ​ຕໍ່​ໃຜ?

10 ເມື່ອ​ຊາອຶລ​ບອກ​ວ່າ​ຈະ​ຂ້າ​ດາວິດ ໂຢນາທານ​ຈຶ່ງ​ຕັດສິນ​ໃຈ​ລຳບາກ. ລາວ​ຕ້ອງການ​ທີ່​ຈະ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພໍ່ ແຕ່​ລາວ​ກໍ​ຕ້ອງການ​ທີ່​ຈະ​ພັກດີ​ຕໍ່​ດາວິດ​ຄື​ກັນ. ໂຢນາທານ​ຮູ້​ວ່າ​ພະເຈົ້າ​ຢູ່​ກັບ​ດາວິດ​ແລະ​ບໍ່​ແມ່ນ​ຢູ່​ກັບ​ຊາອຶລ ດັ່ງ​ນັ້ນ ລາວ​ຈຶ່ງ​ເລືອກ​ທີ່​ຈະ​ພັກດີ​ຕໍ່​ດາວິດ. ໂຢນາທານ​ໄດ້​ເຕືອນ​ດາວິດ​ໃຫ້​ໄປ​ລີ້​ຕົວ ແລະ​ຈາກ​ນັ້ນ​ກໍ​ບອກ​ໃຫ້​ຊາອຶລ​ຮູ້​ເຫດຜົນ​ວ່າ​ເປັນ​ຫຍັງ​ລາວ​ບໍ່​ຄວນ​ຂ້າ​ດາວິດ.—ອ່ານ 1 ຊາເມືອນ 19:1-6

11, 12. ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ທີ່​ຈະ​ເປັນ​ຄົນ​ພັກດີ​ຕໍ່​ພະອົງ?

11 ອາ​ລີດ​ສ​ເປັນ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ຕ້ອງ​ໄດ້​ຕັດສິນ​ໃຈ​ວ່າ​ລາວ​ຄວນ​ຈະ​ພັກດີ​ຕໍ່​ໃຜ. ຕອນ​ທີ່​ຮຽນ​ຄຳພີ​ໄບເບິນ ລາວ​ບອກ​ກັບ​ຄອບຄົວ​ໃນ​ສິ່ງ​ຕ່າງໆທີ່​ລາວ​ກຳລັງ​ຮຽນ​ຮູ້. ລາວ​ຍັງ​ບອກ​ໃຫ້​ຄອບຄົວ​ຮູ້​ອີກ​ວ່າ​ລາວ​ຈະ​ບໍ່​ສະຫຼອງ​ບຸນ​ຄລິດສະມາດ​ກັບ​ເຂົາ​ເຈົ້າ​ແລະ​ໄດ້​ອະທິບາຍ​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ສະຫຼອງ. ທຳອິດ​ຄົນ​ໃນ​ຄອບຄົວ​ກໍ​ບໍ່​ພໍ​ໃຈ​ໃຫ້​ລາວ ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ​ຂຶ້ນ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ອາ​ລີດ​ສ​ບໍ່​ສົນ​ໃຈ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ. ຈາກ​ນັ້ນ ແມ່​ກໍ​ບອກ​ວ່າ​ບໍ່​ຢາກ​ເຫັນ​ໜ້າ​ອາ​ລີດ​ສ​ອີກ. ອາ​ລີດ​ສ​ເວົ້າ​ວ່າ: “ຂ້ອຍ​ຕົກໃຈ​ແລະ​ກໍ​ເສຍໃຈ​ຫຼາຍ ເພາະ​ຂ້ອຍ​ຮັກ​ຄອບຄົວ​ຂອງ​ຂ້ອຍ​ແທ້ໆ. ຢ່າງ​ໃດ​ກໍ​ຕາມ ຂ້ອຍ​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ຈັດ​ໃຫ້​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຫົວໃຈ​ຂອງ​ຂ້ອຍ ແລະ​ຂ້ອຍ​ໄດ້​ຮັບ​ບັບເຕມາ​ຢູ່​ການ​ປະຊຸມ​ໝວດ​ໃນ​ຄັ້ງ​ຕໍ່​ມາ.”—ມັດທາຍ 10:37

12 ເຮົາ​ຕ້ອງ​ບໍ່​ຍອມ​ພັກດີ​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ເຊັ່ນ: ທີມ​ກິລາ ໂຮງ​ຮຽນ ຫຼື​ປະເທດ​ຊາດ ຈົນ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ກາຍ​ເປັນ​ສິ່ງ​ທີ່​ສຳຄັນ​ກວ່າ​ການ​ພັກດີ​ຕໍ່​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ເຮັນຣີ​ມັກ​ຫຼິ້ນ​ໝາກ​ລຸກ​ໃນ​ທີມ​ຂອງ​ໂຮງ​ຮຽນ​ແລະ​ຕ້ອງການ​ໃຫ້​ທີມ​ຂອງ​ລາວ​ຊະນະ​ໃນ​ການ​ແຂ່ງ​ກັບ​ໂຮງ​ຮຽນ​ອື່ນ. ແຕ່​ຍ້ອນ​ວ່າ​ເຮັນຣີ​ຫຼິ້ນ​ໝາກ​ລຸກ​ໃນ​ທຸກໆທ້າຍ​ອາທິດ ດັ່ງ​ນັ້ນ ລາວ​ຈຶ່ງ​ບໍ່​ມີ​ເວລາ​ສຳລັບ​ໄປ​ປະກາດ​ຫຼື​ເຂົ້າ​ຮ່ວມ​ການ​ປະຊຸມ. ເຮັນຣີ​ບອກ​ວ່າ​ການ​ສະແດງ​ຄວາມ​ພັກດີ​ຕໍ່​ໂຮງ​ຮຽນ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ກວ່າ​ການ​ພັກດີ​ຕໍ່​ພະເຈົ້າ. ດັ່ງ​ນັ້ນ ລາວ​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ເຊົາ​ຫຼິ້ນ​ໝາກ​ລຸກ​ສຳລັບ​ໂຮງ​ຮຽນ.—ມັດທາຍ 6:33

13. ການ​ພັກດີ​ຕໍ່​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆໃນ​ຄອບຄົວ?

13 ບາງ​ຄັ້ງ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ພັກດີ​ຕໍ່​ຄົນ​ໃນ​ຄອບຄົວ​ໃນ​ເວລາ​ດຽວ​ກັນ. ຕົວຢ່າງ​ເຊັ່ນ: ພີ່​ນ້ອງ​ເຄນ​ເວົ້າ​ວ່າ: “ຂ້ອຍ​ຕ້ອງການ​ໄປ​ຢາມ​ແມ່​ເປັນ​ປະຈຳ​ເຊິ່ງ​ເພິ່ນ​ອາຍຸ​ຫຼາຍ​ແລ້ວ ແລະ​ກໍ​ຢາກ​ໃຫ້​ແມ່​ມາ​ຢູ່​ນຳ​ພວກ​ເຮົາ​ເປັນ​ບາງ​ໂອກາດ. ແຕ່​ວ່າ​ແມ່​ກັບ​ເມຍ​ຂອງ​ຂ້ອຍ​ບໍ່​ເຂົ້າ​ກັນ​ເລີຍ.” ລາວ​ເລົ່າ​ຕື່ມ​ອີກ​ວ່າ: “ຖ້າ​ຂ້ອຍ​ເຮັດ​ໃຫ້​ຄົນ​ໜຶ່ງ​ພໍ​ໃຈ ອີກ​ຄົນ​ໜຶ່ງ​ກໍ​ຕ້ອງ​ບໍ່​ພໍ​ໃຈ.” ພີ່​ນ້ອງ​ເຄນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ແລະ​ສຳນຶກ​ວ່າ​ໃນ​ສະຖານະການ​ນີ້ ລາວ​ຕ້ອງ​ເຮັດ​ໃຫ້​ເມຍ​ພໍ​ໃຈ​ແລະ​ພັກດີ​ຕໍ່​ເມຍ. ລາວ​ພົບ​ທາງ​ອອກ​ເຊິ່ງ​ເມຍ​ກໍ​ເຫັນ​ດີ​ນຳ. ຈາກ​ນັ້ນ ລາວ​ໄດ້​ອະທິບາຍ​ໃຫ້​ເມຍ​ຮູ້​ເຖິງ​ເຫດຜົນ​ທີ່​ຕ້ອງ​ສະແດງ​ຄວາມ​ກະລຸນາ​ຕໍ່​ແມ່​ຂອງ​ລາວ. ນອກ​ຈາກ​ນັ້ນ ລາວ​ຍັງໄດ້​ອະທິບາຍ​ໃຫ້​ແມ່​ຮູ້​ເຖິງ​ເຫດຜົນ​ທີ່​ແມ່​ຄວນ​ສະແດງ​ຄວາມ​ນັບຖື​ຕໍ່​ເມຍ​ຂອງ​ລາວ.—ອ່ານ​ຕົ້ນເດີມ 2:24; 1 ໂກລິນໂທ 13:4, 5

ເມື່ອ​ພີ່​ນ້ອງ​ເຂົ້າ​ໃຈ​ເຮົາ​ຜິດ​ຫຼື​ປະຕິບັດ​ຕໍ່​ເຮົາ​ໃນ​ແບບ​ທີ່​ບໍ່​ຍຸຕິທຳ

14. ຊາອຶລ​ປະຕິບັດ​ຕໍ່​ໂຢນາທານ​ຢ່າງ​ບໍ່​ຍຸຕິທຳ​ຄື​ແນວ​ໃດ?

14 ເຮົາ​ຍັງ​ສາມາດ​ພັກດີ​ຕໍ່​ພະ​ເຢໂຫວາ​ຖ້າ​ພີ່​ນ້ອງ​ທີ່​ນຳ​ໜ້າ​ເຮົາ​ປະຕິບັດ​ຕໍ່​ເຮົາ​ຢ່າງ​ບໍ່​ຍຸຕິທຳ. ກະສັດ​ຊາອຶລ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພະ​ເຢໂຫວາ ແຕ່​ລາວ​ປະຕິບັດ​ຕໍ່​ລູກ​ຊາຍ​ຂອງ​ຕົນ​ເອງ​ໃນ​ແບບ​ທີ່​ບໍ່​ດີ. ລາວ​ບໍ່​ເຂົ້າ​ໃຈ​ເຫດຜົນ​ທີ່​ໂຢນາທານ​ຮັກ​ດາວິດ. ດັ່ງ​ນັ້ນ ເມື່ອ​ໂຢນາທານ​ພະຍາຍາມ​ຊ່ວຍ​ດາວິດ ຊາອຶລ​ກໍ​ໃຈ​ຮ້າຍ​ຫຼາຍ ແລະ​ລາວ​ເຮັດ​ໃຫ້​ລູກ​ຊາຍ​ອັບອາຍ​ຕໍ່​ໜ້າ​ຫຼາຍ​ຄົນ. ແຕ່​ໂຢນາທານ​ຍັງ​ສະແດງ​ຄວາມ​ນັບຖື​ຕໍ່​ພໍ່​ຂອງ​ຕົນ. ໃນ​ຂະນະ​ດຽວ​ກັນ ລາວ​ກໍ​ຮັກສາ​ຄວາມ​ພັກດີ​ສະເໝີ​ຕໍ່​ພະ​ເຢໂຫວາ​ແລະ​ດາວິດ​ເຊິ່ງ​ເປັນ​ຄົນ​ທີ່​ພະອົງ​ໄດ້​ເລືອກ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ​ຂອງ​ປະເທດ​ອິດສະລາແອນ.—1 ຊາເມືອນ 20:30-41

15. ຖ້າ​ພີ່​ນ້ອງ​ຄົນ​ໜຶ່ງ​ປະຕິບັດ​ຕໍ່​ເຮົາ​ໃນ​ແບບ​ທີ່​ບໍ່​ຍຸຕິທຳ ເຮົາ​ຄວນ​ມີ​ທ່າທີ​ແນວ​ໃດ?

15 ໃນ​ປະຊາຄົມ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້ ພີ່​ນ້ອງ​ທີ່​ນຳ​ໜ້າ​ໄດ້​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ຍຸຕິທຳ​ກັບ​ທຸກໆຄົນ. ແຕ່​ພີ່​ນ້ອງ​ເຫຼົ່າ​ນີ້​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແລະ​ຍ້ອນ​ແນວ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ເຫດຜົນ​ທີ່​ເຮົາ​ເຮັດ​ບາງ​ສິ່ງ. (1 ຊາເມືອນ 1:13-17) ດັ່ງ​ນັ້ນ ຖ້າ​ເຮົາ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ​ຫຼື​ຖືກ​ເຂົ້າ​ໃຈ​ຜິດ ຂໍ​ໃຫ້​ເຮົາ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ.

ເມື່ອ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ

16. ໃນ​ສະຖານະການ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ພັກດີ​ຕໍ່​ພະເຈົ້າ​ແລະ​ບໍ່​ເຫັນ​ແກ່​ຕົວ?

16 ຊາອຶລ​ຕ້ອງການ​ໃຫ້​ໂຢນາທານ​ເປັນ​ກະສັດ​ຄົນ​ຕໍ່​ໄປ​ແທນ​ທີ່​ຈະ​ແມ່ນ​ດາວິດ. (1 ຊາເມືອນ 20:31) ແຕ່​ໂຢນາທານ​ຮັກ​ພະ​ເຢໂຫວາ​ແລະ​ພັກດີ​ຕໍ່​ພະອົງ. ດັ່ງ​ນັ້ນ ແທນ​ທີ່​ຈະ​ເຫັນ​ແກ່​ຕົວ ໂຢນາທານ​ໄດ້​ກາຍ​ເປັນ​ເພື່ອນ​ກັບ​ດາວິດ​ແລະ​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ລາວ. ທີ່​ຈິງ ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ພັກດີ​ຕໍ່​ພະອົງ​ຈະ “ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ​ເຖິງ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລາວ​ກໍ​ຊ່າງ.” (ຄຳເພງ 15:4, ທ.ປ.) ເນື່ອງ​ຈາກ​ເຮົາ​ພັກດີ​ຕໍ່​ພະເຈົ້າ ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້. ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ເຮັດ​ສັນຍາ​ທາງ​ທຸລະກິດ ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ ເຖິງ​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ເປັນ​ເລື່ອງ​ທີ່​ຍາກ​ກໍ​ຕາມ. ຖ້າ​ເຮົາ​ມີ​ບັນຫາ​ໃນ​ຊີວິດ​ຄູ່ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ຮັກສາ​ຄວາມ​ພັກດີ​ຕໍ່​ຜົວ​ຫຼື​ເມຍ​ຂອງ​ເຮົາ​ສະເໝີ.—ອ່ານ​ມາລາກີ 2:13-16

ຖ້າ​ເຮົາ​ເຮັດ​ສັນຍາ​ທາງ​ທຸລະກິດ ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ເພາະ​ເຮົາ​ພັກດີ​ຕໍ່​ພະເຈົ້າ (ເບິ່ງ​ຂໍ້ 16)

17. ບົດ​ຄວາມ​ສຶກສາ​ນີ້​ໄດ້​ຊ່ວຍ​ເຈົ້າ​ຄື​ແນວ​ໃດ?

17 ຄື​ກັບ​ທີ່​ໂຢນາທານ​ໄດ້​ພັກດີ​ຕໍ່​ພະເຈົ້າ ເຮົາ​ກໍ​ຕ້ອງການ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະອົງ​ແມ່ນ​ແຕ່​ໃນ​ສະຖານະການ​ຕ່າງໆທີ່​ຫຍຸ້ງຍາກ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຮັກສາ​ຄວາມ​ພັກດີ​ຕໍ່​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ສະເໝີ​ເມື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ. ຈາກ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພະ​ເຢໂຫວາ​ຍິນດີ ແລະ​ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ທີ່​ສຸດ. (ສຸພາສິດ 27:11) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ສະເໝີ​ສຳລັບ​ເຮົາ​ແລະ​ຈະ​ເບິ່ງ​ແຍງ​ເຮົາ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ເຫັນ​ສິ່ງ​ທີ່​ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ບາງ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ດາວິດ​ເຊິ່ງ​ເປັນ​ຄົນ​ທີ່​ພັກດີ ແລະ​ຄົນ​ອື່ນໆເຊິ່ງ​ບໍ່​ໄດ້​ເປັນ​ຄົນ​ທີ່​ພັກດີ.

^ [1] (ຂໍ້ 9) ຊື່​ສົມມຸດ.