ເລື່ອງຊີວິດຈິງ
ພະເຢໂຫວາຊ່ວຍຂ້ອຍໃຫ້ປະສົບຜົນສຳເລັດໃນການຮັບໃຊ້ພະອົງ
ຂ້ອຍບອກເຈົ້າໜ້າທີ່ວ່າ ຂ້ອຍເຄີຍຕິດຄຸກແລ້ວ ຍ້ອນຂ້ອຍບໍ່ໄປສູ້ຮົບ. ຂ້ອຍຖາມລາວວ່າ “ເຈົ້າຈະເຮັດໃຫ້ຂ້ອຍຕິດຄຸກອີກບໍ?” ນີ້ເປັນເທື່ອທີສອງທີ່ຂ້ອຍໄດ້ຮັບຄຳສັ່ງໃຫ້ເຂົ້າຮ່ວມກັບກອງທັບຂອງອາເມລິກາ.
ຂ້ອຍເກີດໃນປີ 1926 ຢູ່ເມືອງຄຣຸກສະວິວໃນລັດໂອຮາຍໂອ ປະເທດອາເມລິກາ. ພໍ່ແມ່ຂອງຂ້ອຍບໍ່ໄດ້ນັບຖືສາສະໜາໃດເລີຍ ແຕ່ກໍບອກໃຫ້ພວກລູກທັງແປດຄົນໄປໂບດ. ຂ້ອຍໄປໂບດເມທໍດິດສ. ຕອນອາຍຸ 14 ປີ ຄຸນພໍ່ໄດ້ໃຫ້ລາງວັນຂ້ອຍ ຍ້ອນວ່າຂ້ອຍໄປໂບດທຸກໆວັນອາທິດບໍ່ໄດ້ຂາດຕະຫຼອດເວລາໜຶ່ງປີ.
ໃນໄລຍະດຽວກັນນັ້ນ ເພື່ອນບ້ານຂອງຂ້ອຍຊື່ ມາກາເຣັດ ວອກເກີເຊິ່ງເປັນພະຍານພະເຢໂຫວາກໍໄດ້ເລີ່ມມາຢາມແມ່ຂອງຂ້ອຍແລະລົມກັບແມ່ກ່ຽວກັບເລື່ອງໃນຄຳພີໄບເບິນ. ມີມື້ໜຶ່ງ ຂ້ອຍຈຶ່ງຕັດສິນໃຈໄປນັ່ງຮ່ວມນຳພວກເພິ່ນ. ແມ່ຄິດວ່າຂ້ອຍຈະແຊກແຊງການສຶກສາ ດັ່ງນັ້ນແມ່ຈຶ່ງບອກໃຫ້ຂ້ອຍອອກໄປຢູ່ນອກ. ແຕ່ຂ້ອຍພະຍາຍາມຟັງສິ່ງທີ່ພວກເພິ່ນລົມກັນ. ຫຼັງຈາກທີ່ມາກາເຣັດມາຢາມໄດ້ສອງສາມເທື່ອ ລາວໄດ້ຖາມຂ້ອຍວ່າ “ເຈົ້າຮູ້ບໍວ່າພະເຈົ້າຊື່ຫຍັງ?” ຂ້ອຍຕອບວ່າ “ຜູ້ໃດກໍຮູ້ຈັກ ເພິ່ນຊື່ວ່າພະເຈົ້າ.” ມາກາເຣັດຈຶ່ງບອກວ່າ “ເອົາຄຳພີໄບເບິນຂອງເຈົ້າມາ ແລ້ວເປີດໄປຄຳເພງ 83:18.” ຂ້ອຍເປີດເບິ່ງແລະກໍເຫັນວ່າຊື່ຂອງພະເຈົ້າແມ່ນພະເຢໂຫວາ. ຂ້ອຍແລ່ນໄປຫາໝູ່ແລະບອກເຂົາເຈົ້າວ່າ “ເມື່ອພວກເຈົ້າຮອດເຮືອນຄືນນີ້ ໃຫ້ເປີດຄຳພີໄບເບິນໄປຄຳເພງ 83:18 ເດີ ແລ້ວກໍຈະເຫັນຊື່ຂອງພະເຈົ້າ.” ເຈົ້າອາດເວົ້າໄດ້ວ່າຂ້ອຍເລີ່ມປະກາດໃນຕອນນັ້ນເລີຍ.
ຂ້ອຍຮຽນຄຳພີໄບເບິນແລະຮັບບັບເຕມາໃນປີ 1941. ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍໄດ້ຮັບມອບໝາຍໃຫ້ນຳສ່ວນສຶກສາປຶ້ມປະຈຳປະຊາຄົມ. ຂ້ອຍສະໜັບສະໜູນແມ່ແລະພວກອ້າຍເອື້ອຍນ້ອງໃຫ້ເຂົ້າຮ່ວມນຳ ແລະເຂົາເຈົ້າທັງໝົດກໍເລີ່ມເຂົ້າຮ່ວມການສຶກສາປຶ້ມທີ່ຂ້ອຍເປັນຄົນນຳສ່ວນ. ແຕ່ພໍ່ຂອງຂ້ອຍບໍ່ສົນໃຈທີ່ຈະເຂົ້າຮ່ວມນຳ.
ການຕໍ່ຕ້ານຢູ່ເຮືອນ
ຂ້ອຍໄດ້ຮັບວຽກມອບໝາຍໃນປະຊາຄົມຕື່ມອີກ ແລະຂ້ອຍໄດ້ສະສົມປຶ້ມຫຼາຍຫົວທີ່ຈັດພິມໂດຍພະຍານພະເຢໂຫວາ. ມີມື້ໜຶ່ງ ພໍ່ຊີ້ໃສ່ປຶ້ມຂອງຂ້ອຍແລະເວົ້າວ່າ: “ເຈົ້າເຫັນປຶ້ມທັງໝົດນັ້ນບໍ? ຂ້ອຍຢາກໃຫ້ມັນແລະເຈົ້າອອກໄປຈາກເຮືອນຂອງຂ້ອຍ.” ຂ້ອຍອອກຈາກເຮືອນແລະໄປອາໄສຢູ່ໃກ້ໆເມືອງຊາເນດສະວິວໃນລັດໂອຮາຍໂອ ແຕ່ຂ້ອຍກໍຍັງທຽວເມືອເຮືອນເພື່ອໜູນກຳລັງໃຈຄົນຄອບຄົວ.
ພໍ່ພະຍາຍາມເຮັດໃຫ້ແມ່ເຊົາໄປປະຊຸມ. ບາງຄັ້ງເມື່ອແມ່ກຳລັງເດີນທາງໄປປະຊຸມ ພໍ່ໄດ້ນຳຫຼັງແມ່ໄປແລະດຶງເອົາເພິ່ນກັບຄືນມາເຮືອນ. ແຕ່ແມ່ຈະອອກທາງປະຕູອື່ນແລ້ວກໍໄປການປະຊຸມ. ຂ້ອຍບອກແມ່ວ່າ: “ບໍ່ຕ້ອງເປັນຫ່ວງ. ພໍ່ຈະເມື່ອຍແລ່ນຕາມຫຼັງແມ່.” ໃນທີ່ສຸດ ພໍ່ກໍເຊົາຫ້າມແລະແມ່ໄດ້ເຂົ້າຮ່ວມການປະຊຸມຢ່າງສະດວກ.
ເມື່ອໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າເລີ່ມຕົ້ນໃນປີ 1943 ຂ້ອຍເລີ່ມເຮັດສ່ວນນັກຮຽນໃນປະຊາຄົມ. ຄຳແນະນຳທີ່ໄດ້ຮັບຫຼັງຈາກເຮັດສ່ວນຕ່າງໆໃນໂຮງຮຽນໄດ້ຊ່ວຍຂ້ອຍໃຫ້ເປັນຜູ້ບັນລະຍາຍທີ່ດີຂຶ້ນ.
ຮັກສາຄວາມເປັນກາງໃນລະຫວ່າງສົງຄາມ
ໃນປີ 1944 ໃນລະຫວ່າງສົງຄາມໂລກຄັ້ງທີ 1 ຂ້ອຍໄດ້ຮັບຄຳສັ່ງໃຫ້ເຂົ້າຮ່ວມກັບກອງທັບ. ຂ້ອຍໄດ້ເຂົ້າລາຍງານຕົວກັບເຈົ້າໜ້າທີ່ຊື່ວ່າ ຟອດ ເຮເອັດສ ຢູ່ເມືອງໂຄລຳບັດສໃນລັດໂອຮາຍໂອ ແລະໄດ້ໄປກວດສຸຂະພາບແລະຂຽນເອກະສານ. ຂ້ອຍຍັງບອກພວກເຈົ້າໜ້າທີ່ວ່າຂ້ອຍຈະບໍ່ເປັນທະຫານ. ເຂົາເຈົ້າໃຫ້ຂ້ອຍກັບເມືອເຮືອນໄດ້ ແຕ່ສອງສາມມື້ຕໍ່ມາ ເຈົ້າໜ້າທີ່ຄົນໜຶ່ງມາທີ່ເຮືອນຂອງຂ້ອຍແລະບອກວ່າ “ຄໍວິນ ໂຣບິນສັນ ຂ້ອຍມີໃບອະນຸຍາດທີ່ຈະຈັບເຈົ້າ.”
ສອງອາທິດຕໍ່ມາ ຢູ່ໃນສານ ຜູ້ພິພາກສາເວົ້າວ່າ: “ຖ້າຂ້ອຍເປັນຜູ້ຕັດສິນ ຂ້ອຍຈະສັ່ງໃຫ້ປະຫານຊີວິດເຈົ້າ. ເຈົ້າມີຫຍັງຈະເວົ້າບໍ?” ຂ້ອຍຕອບວ່າ: “ຮຽນທ່ານຜູ້ພິພາກສາ ສະຖານະພາບຂອງຂ້ອຍຄວນຖືກຈັດວ່າເປັນນັກເທດ. ຂັ້ນໄດເຮືອນຂອງທຸກຄົນເປັນເວທີສຳລັບຂ້ອຍ ແລະຂ້ອຍໄດ້ປະກາດຂ່າວດີເລື່ອງລາຊະອານາຈັກກັບຫຼາຍຄົນ.” ຜູ້ພິພາກສາຈຶ່ງບອກຄະນະກຳມະການຕັດສິນຄະດີວ່າ: “ພວກເຈົ້າມາຢູ່ທີ່ນີ້ບໍ່ແມ່ນເພື່ອຕັດສິນວ່າຊາຍໜຸ່ມຄົນນີ້ເປັນນັກເທດຫຼືບໍ່ ແຕ່ມາເພື່ອຕັດສິນວ່າກ່ອນເຂົ້າຮ່ວມກັບກອງທັບ ລາວໄດ້ເຂົ້າລາຍງານຕົວຫຼືບໍ່.” ບໍ່ຮອດເຄິ່ງຊົ່ວໂມງ ຄະນະກຳມະການຕັດສິນຄະດີກໍຕັດສິນວ່າຂ້ອຍມີຄວາມຜິດ. ຜູ້ພິພາກສາໄດ້ຕັດສິນໃຫ້ຂ້ອຍຕິດຄຸກຫ້າປີຢູ່ເມືອງອັດສະແລນໃນລັດເຄັນທັກກີ.
ພະເຢໂຫວາປົກປ້ອງຂ້ອຍໃນຄຸກ
ໃນສອງອາທິດທຳອິດ ຂ້ອຍຕິດຄຸກຢູ່ເມືອງໂຄລຳບັດສໃນລັດໂອຮາຍໂອ ແລະໃນມື້ທຳອິດທີ່ຂ້ອຍຖືກຂັງຢູ່ໃນຫ້ອງນັ້ນ ຂ້ອຍໄດ້ອະທິດຖານເຖິງພະເຢໂຫວາວ່າ: “ລູກບໍ່ສາມາດຢູ່ໃນຫ້ອງຂັງນີ້ເປັນເວລາຫ້າປີ. ລູກບໍ່ຮູ້ວ່າຈະເຮັດແນວໃດດີ.”
ມື້ຕໍ່ມາ ພວກທະຫານຍາມໄດ້ປ່ອຍຂ້ອຍໃຫ້ອອກໄປຂ້າງນອກ. ຂ້ອຍຈຶ່ງຍ່າງໄປຫານັກໂທດຄົນໜຶ່ງທີ່ມີຮູບຮ່າງສູງເຊິ່ງມີບ່າໄຫຼ່ກວ້າງ ແລະພວກເຮົາຢືນຢູ່ແລະແນມອອກໄປທາງນອກປ່ອງຢ້ຽມ. ລາວຖາມຂ້ອຍວ່າ “ເຕ້ຍ ເຮັດຫຍັງຜິດ?” ຂ້ອຍຕອບວ່າ “ຂ້ອຍເປັນພະຍານພະເຢໂຫວາ.” ລາວຈຶ່ງເວົ້າວ່າ “ແມ່ນຫວາ? ຄັນຊັ້ນເປັນຫຍັງຈຶ່ງຕິດຄຸກຢູ່ນີ້?” ຂ້ອຍກໍຕອບວ່າ “ພະຍານພະເຢໂຫວາບໍ່ເຂົ້າຮ່ວມໃນສົງຄາມແລະບໍ່ຂ້າຄົນ.” ລາວຈຶ່ງເວົ້າວ່າ “ເຂົາເຈົ້າຈັບເຈົ້າເຂົ້າຄຸກຍ້ອນວ່າເຈົ້າບໍ່ຂ້າຄົນ ແຕ່ກໍຈັບຄົນອື່ນເຂົ້າຄຸກຍ້ອນພວກນັ້ນຂ້າຄົນ. ເລື່ອງນີ້ມີເຫດຜົນບໍ?” ຂ້ອຍຕອບວ່າ “ບໍ່ມີເຫດຜົນເລີຍ.”
ນັກໂທດຄົນນັ້ນມີຊື່ ພໍລ. ຈາກນັ້ນ ລາວກໍເວົ້າວ່າ “ຂ້ອຍເຄີຍຕິດຄຸກຢູ່ບ່ອນອື່ນເປັນເວລາ 15 ປີ ແລະຂ້ອຍໄດ້ອ່ານປຶ້ມບາງຫົວຂອງພວກເຈົ້າ.” ເມື່ອຮູ້ແນວນັ້ນ ຂ້ອຍຈຶ່ງອະທິດຖານວ່າ “ພະເຢໂຫວາ ຂໍຊ່ວຍລູກໃຫ້ໄດ້ຄົນນີ້ຢູ່ຝ່າຍລູກແດ່ເຖີ້ນ.” ໃນວິນາທີນັ້ນລາວກໍເວົ້າວ່າ: “ຖ້າຄົນພວກນີ້ແຕະຕ້ອງເຈົ້າ ໃຫ້ຮ້ອງຂຶ້ນແລ້ວຂ້ອຍຈະມາຈັດການພວກເຂົາ.” ດັ່ງນັ້ນ ໃນຂະນະທີ່ຕິດຄຸກຢູ່ຫັ້ນ ຂ້ອຍຈຶ່ງບໍ່ມີບັນຫາຫຍັງເລີຍກັບພວກນັກໂທດທັງ 50 ຄົນທີ່ຖືກຂັງຢູ່ໃນເຂດນັ້ນ.
ເມື່ອເຈົ້າໜ້າທີ່ຍ້າຍຂ້ອຍໄປຢູ່ຄຸກໃນເມືອງເອັດສະແລນ ຂ້ອຍໄດ້
ພົບກັບພີ່ນ້ອງຊາຍບາງຄົນທີ່ອາວຸໂສເຊິ່ງຖືກຄຸກຢູ່ກ່ອນແລ້ວ. ເຂົາເຈົ້າຊ່ວຍຂ້ອຍແລະພີ່ນ້ອງຄົນອື່ນໆໃຫ້ຮັກສາຄວາມໃກ້ຊິດກັບພະເຢໂຫວາ. ເຂົາເຈົ້າມອບໝາຍໃຫ້ພວກເຮົາອ່ານພະຄຳພີປະຈຳອາທິດ ແລະພວກເຮົາໄດ້ກຽມຄຳຖາມແລະຄຳຕອບສຳລັບການປະຊຸມຕ່າງໆເຊິ່ງພວກເຮົາເອີ້ນວ່າ ກິດຈະກຳກ່ຽວກັບເລື່ອງຄຳພີໄບເບິນ. ພວກເຮົາຢູ່ໃນຫ້ອງຂັງໃຫຍ່ຫ້ອງໜຶ່ງທີ່ມີຕຽງລຽນຢູ່ຕາມຝາ. ພີ່ນ້ອງຊາຍຄົນໜຶ່ງຈັດເຂດປະກາດໃຫ້ພວກເຮົາ. ລາວບອກຂ້ອຍວ່າ: “ຄໍວິນ ເຈົ້າຮັບຜິດຊອບຕຽງນັ້ນແລະກໍຕຽງນັ້ນ. ຜູ້ທີ່ຖືກຈັດໃຫ້ນອນຢູ່ຕຽງໜ່ວຍນັ້ນ ແມ່ນເຂດປະກາດຂອງເຈົ້າ. ຕ້ອງແນ່ໃຈວ່າເຈົ້າໄດ້ປະກາດກັບລາວກ່ອນທີ່ລາວຈະຖືກຍ້າຍໄປບ່ອນໃໝ່.” ນັ້ນເປັນວິທີທີ່ພວກເຮົາປະກາດໃນແບບທີ່ມີການຈັດລະບຽບ.ສິ່ງທີ່ຂ້ອຍພົບຢູ່ນອກຄຸກ
ສົງຄາມໂລກຄັ້ງທີ 2 ໄດ້ສິ້ນສຸດລົງໃນປີ 1945 ແຕ່ຂ້ອຍກໍຍັງຕິດຄຸກຕໍ່ໄປອີກໄລຍະໜຶ່ງ. ຂ້ອຍເປັນຫ່ວງຄອບຄົວເພາະພໍ່ໄດ້ບອກຂ້ອຍວ່າ “ຖ້າເພິ່ນກຳຈັດຂ້ອຍໄດ້ ເພິ່ນກໍຈະຈັດການກັບຄົນທີ່ເຫຼືອໃນຄອບຄົວໄດ້.” ຫຼັງຈາກທີ່ຖືກປ່ອຍອອກຈາກຄຸກ ຂ້ອຍພົບກັບເລື່ອງທີ່ໜ້າຕື່ນເຕັ້ນຍິນດີ. ມີເຈັດຄົນໃນຄອບຄົວຂອງຂ້ອຍໄດ້ເຂົ້າຮ່ວມການປະຊຸມແລະມີຄົນໜຶ່ງໄດ້ຮັບບັບເຕມາ ເຖິງວ່າພໍ່ຈະຕໍ່ຕ້ານກໍຕາມ.
ເມື່ອສົງຄາມເກົາຫຼີເລີ່ມຕົ້ນໃນປີ 1950 ຂ້ອຍໄດ້ຮັບຄຳສັ່ງໃຫ້ເຂົ້າຮ່ວມກັບກອງທັບເປັນຄັ້ງທີສອງ. ຂ້ອຍຖືກສັ່ງໃຫ້ລາຍງານຕົວຕໍ່ ຟອດ ເຮເອັດສ ອີກ. ຫຼັງຈາກທີ່ກວດສອບຄວາມສາມາດຂອງຂ້ອຍ ເຈົ້າໜ້າທີ່ຄົນໜຶ່ງບອກວ່າ “ເຈົ້າເປັນຄົນໜຶ່ງທີ່ໄດ້ຄະແນນສູງທີ່ສຸດໃນກຸ່ມຂອງເຈົ້າ.” ຂ້ອຍເວົ້າວ່າ “ຂອບໃຈ ແຕ່ຂ້ອຍຈະບໍ່ເຂົ້າຮ່ວມກັບກອງທັບ.” ຂ້ອຍໄດ້ຍົກຄຳເວົ້າຈາກ 2 ຕີໂມເຕ 2:3 ແລະເວົ້າວ່າ “ຂ້ອຍເປັນທະຫານຂອງພະຄລິດແລ້ວ.” ຫຼັງຈາກທີ່ມິດໄປດົນເຕີບ ລາວຈຶ່ງເວົ້າວ່າ “ເຈົ້າອອກໄປໄດ້.”
ບໍ່ດົນຫຼັງຈາກນັ້ນຢູ່ທີ່ການປະຊຸມພາກໃນເມືອງຊິນຊິນນາຕີໃນລັດໂອຮາຍໂອ ຂ້ອຍໄດ້ເຂົ້າຮ່ວມການປະຊຸມສຳລັບຜູ້ສະໝັກເຂົ້າເບເທນ. ພີ່ນ້ອງ ມິວຕັນ ເຮັນແຊວ ບອກພວກເຮົາວ່າຢູ່ເບເທນຕ້ອງການພີ່ນ້ອງຊາຍທີ່ຢາກເຮັດວຽກໜັກເພື່ອລາຊະອານາຈັກ. ຂ້ອຍໄດ້ສະໝັກເຂົ້າເບເທນແລະກໍຖືກຮັບເອົາ. ຂ້ອຍເລີ່ມຕົ້ນຮັບໃຊ້ຢູ່ເບເທນໃນບຣຸກລິນນັບຕັ້ງແຕ່ເດືອນສິງຫາ ປີ 1954 ເປັນຕົ້ນມາ.
ຢູ່ເບເທນ ຂ້ອຍມີວຽກຫຼາຍສະເໝີ. ເປັນເວລາຫຼາຍປີທີ່ຂ້ອຍໄດ້ເປັນຄົນຄຸມໝໍ້ຕົ້ມນໍ້າໃນໂຮງພິມແລະໃນອາຄານທີ່ເປັນສຳນັກງານ ເຮັດວຽກເປັນຜູ້ຄຸມເຄື່ອງຈັກ ແລະແປງກະແຈ. ຂ້ອຍຍັງໄດ້ເຮັດວຽກຢູ່ຫໍປະຊຸມໃຫຍ່ຕ່າງໆໃນເມືອງນິວຢອກ ຊິດຕີ.
ຂ້ອຍມັກລາຍການຕ່າງໆທີ່ຈັດຢູ່ເບເທນ ເຊັ່ນ: ການນະມັດສະການຕອນເຊົ້າແລະການສຶກສາຫໍສັງເກດການປະຈຳຄອບຄົວ ລວມເຖິງການປະກາດກັບປະຊາຄົມ. ເມື່ອຄິດກ່ຽວກັບເລື່ອງນີ້ ນັ້ນຄືສິ່ງຕ່າງໆທີ່ພະຍານພະເຢໂຫວາທຸກຄອບຄົວຄວນເຮັດເປັນປະຈຳ. ເມື່ອພໍ່ແມ່ແລະລູກພິຈາລະນາຂໍ້ພະຄຳພີປະຈຳວັນນຳກັນ ມີການນະມັດສະການປະຈຳຄອບຄົວເປັນປະຈຳ ມີສ່ວນໃນການປະຊຸມປະຈຳປະຊາຄົມ ແລະກະຕືລືລົ້ນໃນການປະກາດຂ່າວດີ ສິ່ງເຫຼົ່າ
ນັ້ນຈະເຮັດໃຫ້ທຸກຄົນໃນຄອບຄົວຮັກສາຄວາມໃກ້ຊິດກັບພະເຢໂຫວາສະເໝີ.ຂ້ອຍມີໝູ່ຫຼາຍຄົນຢູ່ເບເທນແລະໃນປະຊາຄົມ. ບາງຄົນກໍບໍ່ໄດ້ເປັນຜູ້ຖືກເຈີມ ແຕ່ບາງຄົນກໍເປັນແລະໄດ້ໄປສະຫວັນແລ້ວ. ພະຍານພະເຢໂຫວາທຸກຄົນບໍ່ສົມບູນແບບ ເຊິ່ງກໍລວມເຖິງສະມາຊິກຄອບຄົວເບເທນນຳ. ຖ້າຂ້ອຍໂຕ້ຖຽງກັບພີ່ນ້ອງຄົນໜຶ່ງ ຂ້ອຍຈະພະຍາຍາມສ້າງສັນຕິສະເໝີ. ຂ້ອຍຄິດເຖິງມັດທາຍ 5:23, 24 ແລະວິທີທີ່ພວກເຮົາຄວນຮັບມືກັບຄວາມບໍ່ເຫັນດີນຳກັນ. ບໍ່ງ່າຍເລີຍທີ່ຈະເວົ້າວ່າ “ຂ້ອຍຂໍໂທດ” ແຕ່ສ່ວນຫຼາຍແລ້ວການໂຕ້ຖຽງກັນຖືກແກ້ໄດ້ໂດຍວິທີນີ້.
ຜົນດີຕ່າງໆຈາກການຮັບໃຊ້
ເນື່ອງຈາກອາຍຸທີ່ຫຼາຍຂຶ້ນ ຕອນນີ້ຈຶ່ງບໍ່ງ່າຍສຳລັບຂ້ອຍທີ່ຈະໄປປະກາດຕາມບ້ານເຮືອນ ແຕ່ຂ້ອຍກໍບໍ່ຍອມແພ້. ຂ້ອຍໄດ້ຮຽນພາສາຈີນກາງໜ້ອຍໜຶ່ງແລະຂ້ອຍມັກເຂົ້າໄປລົມກັບຄົນຈີນຢູ່ຕາມຖະໜົນ. ຕອນເຊົ້າຂອງບາງມື້ຂ້ອຍໄດ້ແຈກຢາຍວາລະສານປະມານ 30 ຫຼື 40 ຫົວໃຫ້ກັບຄົນທີ່ສົນໃຈ.
ຂ້ອຍເຖິງຂັ້ນວ່າໄດ້ເຮັດການກັບຢ້ຽມຢູ່ປະເທດຈີນ! ມື້ໜຶ່ງ ຍິງສາວທີ່ໜ້າຮັກຄົນໜຶ່ງຍິ້ມໃຫ້ຂ້ອຍໃນຂະນະທີ່ລາວແຈກໃບໂຄສະນາໂຕະຂາຍໝາກໄມ້. ຂ້ອຍຍິ້ມຕອບຄືນແລະສະເໜີວາລະສານຫໍສັງເກດການ ແລະຕື່ນເຖີດ! ທີ່ເປັນພາສາຈີນໃຫ້ລາວ. ລາວຈັບເອົາວາລະສານແລະບອກຂ້ອຍວ່າລາວຊື່ ເຄັດຕີ້. ຫຼັງຈາກນັ້ນ ທຸກຄັ້ງທີ່ເຄັດຕີ້ເຫັນຂ້ອຍ ລາວກໍຈະຍ່າງມາລົມກັບຂ້ອຍ. ຂ້ອຍສອນລາວກ່ຽວກັບຊື່ຂອງໝາກໄມ້ແລະຜັກຕ່າງໆເປັນພາສາອັງກິດ ແລະລາວເວົ້າຕາມຫຼັງຂ້ອຍ. ຂ້ອຍຍັງອະທິບາຍຂໍ້ຄວາມຕ່າງໆໃນຄຳພີໄບເບິນໃຫ້ລາວຟັງ ແລະລາວຮັບເອົາປຶ້ມໄບເບິນສອນ. ແຕ່ຫຼາຍອາທິດຕໍ່ມາຂ້ອຍກໍບໍ່ເຫັນລາວອີກເລີຍ.
ຫຼາຍເດືອນຕໍ່ມາ ຂ້ອຍໄດ້ສະເໜີວາລະສານໃຫ້ກັບຍິງສາວອີກຄົນໜຶ່ງທີ່ກຳລັງແຈກໃບໂຄສະນາ ແລະລາວໄດ້ຮັບເອົາວາລະສານເຫຼົ່ານັ້ນ. ໃນອາທິດຕໍ່ມາ ລາວໄດ້ຍື່ນໂທລະສັບມືຖືໃຫ້ຂ້ອຍແລະເວົ້າວ່າ “ລົມກັບຄົນຢູ່ປະເທດຈີນເດີ.” ຂ້ອຍບອກວ່າ “ຂ້ອຍບໍ່ຮູ້ຈັກໃຜຢູ່ປະເທດຈີນ.” ແຕ່ລາວກໍຍັງຍື່ນໂທລະສັບໃຫ້ຂ້ອຍ ດັ່ງນັ້ນ ຂ້ອຍຈຶ່ງຈັບເອົາແລະເວົ້າວ່າ “ສະບາຍດີ ນີ້ແມ່ນຄໍວິນ.” ສຽງທີ່ຢູ່ໃນໂທລະສັບເວົ້າວ່າ “ຄໍວິນ ນີ້ແມ່ນເຄັດຕີ້ເດີ. ຂ້ອຍກັບມາປະເທດຈີນແລ້ວ.” ຂ້ອຍເວົ້າວ່າ “ປະເທດຈີນຫວາ?” ເຄັດຕີ້ຕອບວ່າ “ແມ່ນແລ້ວ. ຄໍວິນ ເຈົ້າຮູ້ຈັກຜູ້ຍິງທີ່ຍື່ນໂທລະສັບໃຫ້ເຈົ້າບໍ? ລາວເປັນນ້ອງສາວຂອງຂ້ອຍ. ເຈົ້າໄດ້ສອນຂ້ອຍໃນສິ່ງທີ່ດີຫຼາຍຢ່າງ. ຂໍໃຫ້ເຈົ້າສອນລາວຄືກັບທີ່ໄດ້ສອນຂ້ອຍເດີ.” ຂ້ອຍເວົ້າວ່າ “ເຄັດຕີ້ ຂ້ອຍຈະພະຍາຍາມສຸດຄວາມສາມາດ. ຂອບໃຈທີ່ບອກໃຫ້ຂ້ອຍຮູ້ວ່າເຈົ້າຢູ່ໃສ.” ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍໄດ້ລົມກັບນ້ອງສາວຂອງເຄັດຕີ້ເປັນຄັ້ງສຸດທ້າຍ. ບໍ່ວ່າຍິງສາວສອງຄົນນັ້ນຈະຢູ່ໃສໃນຕອນນີ້ ຂ້ອຍຫວັງວ່າເຂົາເຈົ້າຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ.
ຂ້ອຍຮັບໃຊ້ພະເຢໂຫວາເປັນເວລາ 73 ປີແລ້ວ ແລະຂ້ອຍດີໃຈທີ່ພະອົງໄດ້ຊ່ວຍຂ້ອຍໃຫ້ຮັກສາຄວາມເປັນກາງແລະເປັນຄົນສັດຊື່ສະເໝີໃນຕອນທີ່ຕິດຄຸກ. ອ້າຍເອື້ອຍນ້ອງຂອງຂ້ອຍບອກວ່າເຂົາເຈົ້າໄດ້ກຳລັງໃຈເມື່ອຂ້ອຍປະເຊີນໜ້າກັບການຕໍ່ຕ້ານຈາກພໍ່ໂດຍທີ່ບໍ່ໄດ້ຍອມແພ້. ໃນທີ່ສຸດ ແມ່ແລະອ້າຍເອື້ອຍນ້ອງຂອງຂ້ອຍຫົກຄົນໄດ້ຮັບບັບເຕມາ. ແມ່ນແຕ່ທັດສະນະຂອງພໍ່ກໍປ່ຽນແປງໜ້ອຍໜຶ່ງ ແລະເພິ່ນໄດ້ເຂົ້າຮ່ວມການປະຊຸມເປັນບາງຄັ້ງກ່ອນທີ່ຈະເສຍຊີວິດ.
ຖ້າເປັນຕາມຈຸດປະສົງຂອງພະເຢໂຫວາ ຄົນໃນຄອບຄົວແລະໝູ່ເພື່ອນຂອງຂ້ອຍທີ່ເສຍຊີວິດໄປແລ້ວກໍຈະກັບຄືນມາມີຊີວິດອີກໃນໂລກໃໝ່. ລອງນຶກພາບເຖິງຄວາມຍິນດີຂອງເຮົາທີ່ຈະນະມັດສະການພະເຢໂຫວາຕະຫຼອດໄປຮ່ວມກັບຄົນທີ່ເຮົາຮັກ! *—ເບິ່ງໄຂເງື່ອນ.
^ ຂໍ້ 32 ໃນຂະນະທີ່ມີການຈັດຕຽມເພື່ອພິມບົດຄວາມນີ້ ພີ່ນ້ອງຄໍວິນ ໂຣບິນສັນ ໄດ້ເສຍຊີວິດຢ່າງສັດຊື່ໃນການຮັບໃຊ້ພະເຢໂຫວາ.