ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຽນ​ຮູ້​ຈາກ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະ​ເຢໂຫວາ

ຮຽນ​ຮູ້​ຈາກ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະ​ເຢໂຫວາ

“ພະ​ເຢໂຫວາ​ຊອກ​ຫາ​ສິ່ງ​ໃດ​ໃນ​ເຈົ້າ​ເທົ່າ​ເວັ້ນ​ໄວ້​ເຈົ້າ​ກະທຳ​ການ​ສັດ​ຊື່ ເຈົ້າ​ຮັກ​ຄວາມ​ດີ [ຄວາມ​ພັກດີ] ແລະ​ເຈົ້າ​ທຽວ​ໄປ​ນຳ​ພະເຈົ້າ​ຂອງ​ເຈົ້າ​ດ້ວຍ​ໃຈ​ຖ່ອມ​ລົງ.”—ມີເກ 6:8

ເພງ: 63, 43

1, 2. ດາວິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ພັກດີ​ຕໍ່​ພະເຈົ້າ? (ເບິ່ງ​ຮູບ​ທຳອິດ)

ຊາອຶລ​ແລະ​ທະຫານ 3.000 ຄົນ​ກຳລັງ​ຊອກ​ຫາ​ດາວິດ​ຢູ່​ໃນ​ປ່າ​ໃນ​ແຂວງ​ຢູດາ​ເພື່ອ​ຈະ​ໄດ້​ຂ້າ​ລາວ. ແຕ່​ໃນ​ຄືນ​ໜຶ່ງ ດາວິດ​ແລະ​ທະຫານ​ຂອງ​ລາວ​ກໍ​ພົບ​ບ່ອນ​ທີ່​ຊາອຶລ​ແລະ​ພວກ​ທະຫານ​ຂອງ​ລາວ​ຕັ້ງ​ຄ້າຍ​ຢູ່. ພວກ​ທະຫານ​ຂອງ​ຊາອຶລ​ພາ​ກັນ​ນອນ​ຫຼັບ​ໝົດ​ທຸກ​ຄົນ ດັ່ງ​ນັ້ນ​ດາວິດ​ແລະ​ອາບີຊາຍ​ຈຶ່ງ​ຍ່າງ​ກາຍ​ພວກ​ທະຫານ​ຢ່າງ​ລະ​ມັດ​ລະວັງ​ແລະ​ໄດ້​ພົບ​ຊາອຶລ. ອາບີຊາຍ​ຊິ່ມ​ໃສ່​ຫູ​ດາວິດ​ວ່າ: “ຂໍ​ໃຫ້​ຂ້ອຍ​ເອົາ​ຫອກ​ແທງ​ເພິ່ນ​ຈົນ [ຊອດ​ພື້ນ] ດິນ​ບາດ​ດຽວ ຂ້ອຍ​ຈະ​ບໍ່​ແທງ 2 ເທື່ອ​ດອກ.” ແຕ່​ດາວິດ​ບໍ່​ຍອມ​ໃຫ້​ລາວ​ຂ້າ​ຊາອຶລ. ດາວິດ​ບອກ​ອາບີຊາຍ​ວ່າ: “ຢ່າ​ທຳລາຍ​ເພິ່ນ ເຫດ​ວ່າ​ໃຜ​ຈະ​ຢຽດ​ມື​ຖືກ​ຜູ້​ຊະໂລມ​ທາ​ຂອງ​ພະ​ເຢໂຫວາ​ແລະ​ບໍ່​ມີ​ຜິດ?” ຈາກ​ນັ້ນ​ດາວິດ​ຈຶ່ງ​ເວົ້າ​ວ່າ: “ຂໍ​ພະ​ເຢໂຫວາ​ຢ່າ​ໃຫ້​ຂ້ອຍ​ຢຽດ​ມື​ຖືກ​ຜູ້​ຊະໂລມ​ທາ​ແຫ່ງ​ພະ​ເຢໂຫວາ.”—1 ຊາເມືອນ 26:8-12

2 ດາວິດ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ລາວ​ຕ້ອງ​ໄດ້​ເຮັດ​ເພື່ອ​ຈະ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ. ດາວິດ​ຮູ້​ວ່າ​ລາວ​ຄວນ​ພັກດີ​ຕໍ່​ຊາອຶລ ແລະ​ລາວ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ຄິດ​ທີ່​ຈະ​ທຳ​ຮ້າຍ​ຊາອຶລ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະເຈົ້າ​ໄດ້​ເລືອກ​ຊາອຶລ​ໃຫ້​ເປັນ​ກະສັດ​ຂອງ​ປະເທດ​ອິດສະລາແອນ. ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ​ກັບ​ໃນ​ອະດີດ ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜູ້​ຮັບໃຊ້​ທຸກ​ຄົນ​ພັກດີ​ຕໍ່​ພະອົງ ແລະ​ນັບຖື​ຄົນ​ທີ່​ພະອົງ​ອະນຸຍາດ​ໃຫ້​ມີ​ສິດ​ອຳນາດ.—ອ່ານ​ມີເກ 6:8

3. ອາບີຊາຍ​ສະແດງ​ຄວາມ​ພັກດີ​ຕໍ່​ດາວິດ​ຄື​ແນວ​ໃດ?

3 ອາບີຊາຍ​ນັບຖື​ດາວິດ​ເພາະ​ລາວ​ຮູ້​ວ່າ​ພະເຈົ້າ​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ. ແຕ່​ເມື່ອ​ໄດ້​ເປັນ​ກະສັດ​ແລ້ວ ດາວິດ​ໄດ້​ເຮັດ​ຜິດ​ຮ້າຍແຮງ. ດາວິດ​ໄດ້​ນອນ​ກັບ​ເມຍ​ຂອງ​ອຶລີ​ແລ້ວ​ຈາກ​ນັ້ນ​ກໍ​ບອກ​ໂຢອາບ​ວ່າ​ອຶລີ​ຕ້ອງ​ຖືກ​ຂ້າ​ໃນ​ການ​ສູ້​ຮົບ. (2 ຊາເມືອນ 11:2-4, 14, 15; 1 ຂ່າວຄາວ 2:16) ໂຢອາບ​ເປັນ​ອ້າຍ​ຂອງ​ອາບີຊາຍ ດັ່ງ​ນັ້ນ ອາບີຊາຍ​ອາດ​ໄດ້​ຍິນ​ກ່ຽວ​ກັບ​ສິ່ງ​ທີ່​ດາວິດ​ເຮັດ ແຕ່​ລາວ​ຍັງ​ສະແດງ​ຄວາມ​ນັບຖື​ຕໍ່​ດາວິດ​ຕໍ່ໆໄປ. ນອກ​ຈາກ​ນັ້ນ ອາບີຊາຍ​ກໍ​ເປັນ​ຫົວ​ໜ້າ​ກອງທັບ​ແລະ​ລາວ​ອາດ​ໃຊ້​ສິດ​ອຳນາດ​ນີ້​ເພື່ອ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ກະສັດ ແຕ່​ລາວ​ບໍ່​ເຄີຍ​ເຮັດ​ແບບ​ນັ້ນ. ກົງ​ກັນ​ຂ້າມ ອາບີຊາຍ​ໄດ້​ຮັບໃຊ້​ແລະ​ປົກ​ປ້ອງ​ດາວິດ​ຈາກ​ພວກ​ສັດຕູ​ຂອງ​ລາວ.—2 ຊາເມືອນ 10:10; 20:6; 21:15-17

4. (ກ) ດາວິດ​ເປັນ​ຕົວຢ່າງ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ຫຍັງ​ແດ່?

4 ດາວິດ​ພັກດີ​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ. ຕອນ​ທີ່​ຍັງ​ໜຸ່ມ ລາວ​ໄດ້​ຂ້າ​ໂຄລີອາດ​ນັກ​ຮົບ​ຮ່າງ​ຍັກ​ຜູ້​ທີ່​ກຳລັງ​ດູຖູກ​ພະ​ເຢໂຫວາ​ແລະ​ຊາວ​ອິດສະລາແອນ. (1 ຊາເມືອນ 17:23, 26, 48-51) ເມື່ອ​ໄດ້​ເປັນ​ກະສັດ​ແລ້ວ ຜູ້​ພະຍາກອນ​ນາທານ​ຈຳເປັນ​ຕ້ອງ​ແກ້ໄຂ​ດາວິດ​ສຳລັບ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ. ໃນ​ທັນທີ​ທັນໃດ ດາວິດ​ໄດ້​ຍອມ​ຮັບ​ຜິດ ແລະ​ກໍ​ສຳນຶກ​ຜິດ. (2 ຊາເມືອນ 12:1-5, 13) ຕໍ່​ມາ​ເມື່ອ​ດາວິດ​ເຖົ້າ​ຫຼາຍ​ແລ້ວ ລາວ​ໄດ້​ບໍລິຈາກ​ສິ່ງ​ມີ​ຄ່າ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ. (1 ຂ່າວຄາວ 29:1-5) ເຫັນ​ໄດ້​ແຈ້ງ​ວ່າ ເຖິງ​ວ່າ​ດາວິດ​ໄດ້​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ໃນ​ຊີວິດ​ຂອງ​ລາວ ແຕ່​ລາວ​ກໍ​ບໍ່​ເຄີຍ​ເຊົາ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. (ຄຳເພງ 51:4, 10; 86:2) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ດາວິດ​ແລະ​ຄົນ​ອື່ນໆທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ນັ້ນ ແລະ​ຮຽນ​ຮູ້​ວິທີ​ທີ່​ເຮົາ​ສາມາດ​ພັກດີ​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ການ​ພັກດີ​ຕໍ່​ຄົນ​ອື່ນໆ. ນອກ​ຈາກ​ນັ້ນ ເຮົາ​ຈະ​ພິ​ຈາ​ລະ​ກ່ຽວ​ກັບ​ຄຸນ​ລັກສະນະ​ອື່ນໆທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ພັກດີ.

ເຈົ້າ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ບໍ?

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຂໍ້​ຜິດ​ພາດ​ຂອງ​ອາບີຊາຍ?

5 ເມື່ອ​ອາບີຊາຍ​ຕ້ອງການ​ຂ້າ​ຊາອຶລ ລາວ​ກຳລັງ​ພະຍາຍາມ​ສະແດງ​ຄວາມ​ພັກດີ​ຕໍ່​ດາວິດ. ແຕ່​ເນື່ອງ​ຈາກ​ດາວິດ​ຮູ້​ວ່າ​ການ​ທຳ​ຮ້າຍ “ຜູ້​ຊະໂລມ​ທາ​ຂອງ​ພະ​ເຢໂຫວາ” ເປັນ​ສິ່ງ​ທີ່​ຜິດ ດັ່ງ​ນັ້ນ ດາວິດ​ຈຶ່ງ​ບໍ່​ອະນຸຍາດ​ໃຫ້​ອາບີຊາຍ​ຂ້າ​ກະສັດ​ຊາອຶລ. (1 ຊາເມືອນ 26:8-11) ເລື່ອງ​ນີ້​ສອນ​ບົດຮຽນ​ຢ່າງ​ໜຶ່ງ​ທີ່​ສຳຄັນ​ແກ່​ເຮົາ ນັ້ນ​ຄື​ເມື່ອ​ຕ້ອງ​ຕັດສິນ​ໃຈ​ວ່າ​ເຮົາ​ຕ້ອງ​ພັກດີ​ຕໍ່​ໃຜ​ເປັນ​ຄົນ​ທຳອິດ ເຮົາ​ຕ້ອງ​ຄິດ​ວ່າ​ຫຼັກ​ການ​ຂໍ້​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໃນ​ສະຖານະການ​ຂອງ​ເຮົາ.

ການ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສຳຄັນ​ກວ່າ​ການ​ພັກດີ​ຕໍ່​ຄົນ​ອື່ນ

6. ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ພັກດີ​ຕໍ່​ຄອບຄົວ​ແລະ​ໝູ່​ເພື່ອນ ແຕ່​ເປັນ​ຫຍັງ​ເຮົາ​ຕ້ອງ​ລະ​ມັດ​ລະວັງ?

6 ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ພັກດີ​ຕໍ່​ຄົນ​ທີ່​ເຮົາ​ຮັກ ເຊັ່ນ: ໝູ່​ເພື່ອນ​ຫຼື​ຄົນ​ໃນ​ຄອບຄົວ. ແຕ່​ເນື່ອງ​ຈາກ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ຄວາມ​ຮູ້ສຶກ​ຂອງ​ເຮົາ​ສາມາດ​ພາ​ເຮົາ​ໄປ​ຜິດ​ທາງ​ໄດ້. (ເຢເຣມີ 17:9) ດັ່ງ​ນັ້ນ ຖ້າ​ຄົນ​ທີ່​ເຮົາ​ຮັກ​ກຳລັງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ປະ​ຖິ້ມ​ຄວາມ​ຈິງ ເຮົາ​ຕ້ອງ​ຈື່​ວ່າ​ການ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ​ສຳຄັນ​ກວ່າ​ການ​ພັກດີ​ຕໍ່​ຄົນ​ອື່ນ.—ອ່ານ​ມັດທາຍ 22:37

7. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແນວ​ໃດ​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ?

7 ຖ້າ​ບາງ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຖືກ​ຕັດ​ສຳພັນ​ຈາກ​ປະຊາຄົມ ເຈົ້າ​ສາມາດ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ພັກດີ​ຕໍ່​ພະອົງ. ຕົວຢ່າງ​ເຊັ່ນ: ມື້​ໜຶ່ງ ແມ່​ຂອງ​ພີ່​ນ້ອງ​ແອນນາ​ເຊິ່ງ​ຖືກ​ຕັດ​ສຳພັນ​ໄດ້​ໂທລະສັບ​ມາ​ຫາ​ແລະ​ບອກ​ວ່າ​ຕ້ອງການ​ທີ່​ຈະ​ມາ​ຢາມ​ລາວ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ແມ່​ຂອງ​ລາວ​ເວົ້າ​ວ່າ ແມ່​ບໍ່​ມີ​ຄວາມ​ສຸກ​ເລີຍ​ເພາະ​ຄົນ​ໃນ​ຄອບຄົວ​ບໍ່​ຍອມ​ເວົ້າ​ລົມ​ນຳ. ເລື່ອງ​ນີ້​ເຮັດ​ໃຫ້​ພີ່​ນ້ອງ​ແອນນາ​ເສົ້າໃຈ ແລະ​ໄດ້​ສັນຍາ​ກັບ​ແມ່​ວ່າ​ຈະ​ຕອບ​ໂດຍ​ທາງ​ຈົດ​ໝາຍ. ກ່ອນ​ທີ່​ຈະ​ຂຽນ​ຈົດ​ໝາຍ​ຫາ​ແມ່ ພີ່​ນ້ອງ​ແອນນາ​ໄດ້​ຄິດ​ຕຶກຕອງ​ເຖິງ​ຫຼັກ​ການ​ບາງ​ຂໍ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. (1 ໂກລິນໂທ 5:11; 2 ໂຢຮັນ 9-11) ຈາກ​ນັ້ນ ໃນ​ຈົດ​ໝາຍ ພີ່​ນ້ອງ​ແອນນາ​ໄດ້​ອະທິບາຍ​ໃນ​ແບບ​ທີ່​ກະລຸນາ​ວ່າ ແມ່​ເປັນ​ຄົນ​ທີ່​ປະ​ຖິ້ມ​ຄອບຄົວ​ເມື່ອ​ແມ່​ເຮັດ​ຜິດ​ແລະ​ບໍ່​ຍອມ​ກັບ​ໃຈ. ພີ່​ນ້ອງ​ແອນນາ​ບອກ​ກັບ​ແມ່​ວ່າ ມີ​ວິທີ​ດຽວ​ທີ່​ແມ່​ຈະ​ມີ​ຄວາມ​ສຸກ​ໄດ້​ອີກ​ຄັ້ງ​ໜຶ່ງ​ກໍ​ໂດຍ​ການ​ກັບ​ຄືນ​ມາ​ຫາ​ພະ​ເຢໂຫວາ.—ຢາໂກໂບ 4:8

8. ຄຸນ​ລັກສະນະ​ອັນ​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ?

8 ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ຂອງ​ດາວິດ​ຍັງ​ເປັນ​ຄົນ​ຖ່ອມ​ຕົວ ກະລຸນາ ແລະ​ກ້າຫານ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃຫ້​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ.

ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ

9. ເປັນ​ຫຍັງ​ອາບເນ​ຈຶ່ງ​ພະຍາຍາມ​ຂ້າ​ດາວິດ?

9 ທັງ​ໂຢນາທານ​ແລະ​ອາບເນ​ເຊິ່ງ​ເປັນ​ຜູ້​ບັນຊາ​ການ​ກອງທັບ​ຂອງ​ຊາດ​ອິດສະລາແອນ​ຕ່າງ​ກໍ​ໄດ້​ເຫັນ​ຕອນ​ທີ່​ດາວິດ​ເອົາ​ຫົວ​ຂອງ​ໂຄ​ລິ​ອາດມາ​ໃຫ້​ກະສັດ​ຊາອຶລ. ໂຢນາທານ​ໄດ້​ກາຍ​ເປັນ​ເພື່ອນ​ຂອງ​ດາວິດ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ລາວ. (1 ຊາເມືອນ 17:57–18:3) ແຕ່​ອາບເນ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ທີ່​ຈິງ​ແລ້ວ ຕໍ່​ມາ​ອາບເນ​ເຖິງ​ຂັ້ນ​ວ່າ​ຊ່ວຍ​ເຫຼືອ​ຊາອຶລ​ເຊິ່ງ​ເປັນ​ຜູ້​ທີ່​ຕ້ອງການ​ຂ້າ​ດາວິດ. (1 ຊາເມືອນ 26:1-5; ຄຳເພງ 54:3) ທັງ​ໂຢນາທານ​ແລະ​ອາບເນ​ຕ່າງ​ກໍ​ຮູ້​ວ່າ​ພະເຈົ້າ​ຕ້ອງການ​ໃຫ້​ດາວິດ​ເປັນ​ກະສັດ​ອົງ​ຕໍ່​ໄປ​ຂອງ​ຊາດ​ອິດສະລາແອນ. ແຕ່​ຫຼັງ​ຈາກ​ທີ່​ຊາອຶລ​ເສຍ​ຊີວິດ ອາບເນ​ກໍ​ບໍ່​ໄດ້​ສະໜັບສະໜູນ​ດາວິດ. ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ລາວ​ພະຍາຍາມ​ເຮັດ​ໃຫ້​ອີດໂບເຊດ​ລູກ​ຊາຍ​ຂອງ​ຊາອຶລ​ເປັນ​ກະສັດ. ຕໍ່​ມາ​ອາບເນ​ອາດ​ຕ້ອງການ​ທີ່​ຈະ​ເປັນ​ກະສັດ​ເອງ ແລະ​ບາງ​ທີ​ນັ້ນ​ເປັນ​ເຫດຜົນ​ທີ່​ລາວ​ໄປ​ນອນ​ກັບ​ເມຍ​ຄົນ​ໜຶ່ງ​ຂອງ​ກະສັດ​ຊາອຶລ. (2 ຊາເມືອນ 2:8-10; 3:6-11) ເປັນ​ຫຍັງ​ໂຢນາທານ​ແລະ​ອາບເນ​ຈຶ່ງ​ມີ​ຄວາມ​ຮູ້ສຶກ​ທີ່​ແຕກຕ່າງ​ກັນ​ຫຼາຍ​ຕໍ່​ດາວິດ? ກໍ​ຍ້ອນ​ວ່າ​ໂຢນາທານ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ເປັນ​ຄົນ​ຖ່ອມ​ຕົວ ແຕ່​ອາບເນ​ບໍ່​ໄດ້​ເປັນ​ຄົນ​ແບບ​ນັ້ນ.

10. ເປັນ​ຫຍັງ​ອາບຊາໂລມ​ຈຶ່ງ​ບໍ່​ພັກດີ​ຕໍ່​ພະ​ເຢໂຫວາ?

10 ອາບຊາໂລມ​ລູກ​ຊາຍ​ຂອງ​ກະສັດ​ດາວິດ​ບໍ່​ໄດ້​ພັກດີ​ຕໍ່​ພະ​ເຢໂຫວາ​ເພາະ​ລາວ​ບໍ່​ໄດ້​ເປັນ​ຄົນ​ຖ່ອມ​ຕົວ. ລາວ​ຕ້ອງການ​ທີ່​ຈະ​ເປັນ​ກະສັດ ດັ່ງ​ນັ້ນ ລາວ​ໄດ້​ເອົາ “ລົດ​ກັບ​ມ້າ​ທັງ​ຫຼາຍ​ກັບ​ຄົນ 50 ຄົນ . . . ແລ່ນ​ຕໍ່​ໜ້າ​ຕົນ.” (2 ຊາເມືອນ 15:1) ນອກ​ຈາກ​ນັ້ນ ອາບຊາໂລມ​ຍັງ​ໂນ້ມນ້າວ​ໃຈ​ຊາວ​ອິດສະລາແອນ​ຫຼາຍ​ຄົນ​ໃຫ້​ມາ​ພັກດີ​ຕໍ່​ລາວ. ລາວ​ເຖິງ​ຂັ້ນ​ພະຍາຍາມ​ຈະ​ຂ້າ​ດາວິດ​ຜູ້​ເປັນ​ພໍ່​ຂອງ​ລາວ ເຖິງ​ແມ່ນ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ​ຂອງ​ປະເທດ​ອິດສະລາແອນ​ກໍ​ຕາມ.—2 ຊາເມືອນ 15:13, 14; 17:1-4

11. ເຮົາ​ສາມາດ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ອາບເນ ອາບຊາໂລມ ແລະ​ບາຣຶກ?

11 ເມື່ອ​ຄົນ​ເຮົາ​ບໍ່​ຖ່ອມ​ຕົວ​ແລະ​ຕ້ອງການ​ທີ່​ຈະ​ມີ​ສິດ​ອຳນາດ​ຕື່ມ​ອີກ ນັ້ນ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ. ແນ່ນອນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ ແລະ​ກໍ​ບໍ່​ຕ້ອງການ​ທີ່​ຈະ​ເປັນ​ຄົນ​ທີ່​ເຫັນ​ແກ່​ຕົວ​ແລະ​ຊົ່ວ​ຮ້າຍ​ຄື​ກັບ​ອາບເນ​ແລະ​ອາບຊາໂລມ. ແຕ່​ເຮົາ​ຕ້ອງ​ລະວັງ​ໃນ​ເລື່ອງ​ທີ່​ວ່າ ເຮົາ​ຈະ​ບໍ່​ເລີ່ມ​ມີ​ຄວາມ​ປາຖະໜາ​ຢາກ​ມີ​ເງິນ​ຫຼາຍໆຫຼື​ມີ​ວຽກ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ຄົນ​ສຳຄັນ ເພາະ​ສິ່ງ​ນີ້​ຈະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ມີ​ໄລຍະ​ໜຶ່ງ​ທີ່​ບາຣຶກ​ເຊິ່ງ​ເປັນ​ເລ​ຂາ​ຂອງ​ເຢເຣມີ ລາວ​ຢາກ​ໄດ້​ໃນ​ບາງ​ສິ່ງ​ທີ່​ລາວ​ບໍ່​ມີ​ແລະ​ລາວ​ຈຶ່ງ​ບໍ່​ມີ​ຄວາມ​ສຸກ​ເລີຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຈາກ​ນັ້ນ ພະອົງ​ໄດ້​ເວົ້າ​ກັບ​ບາຣຶກ​ວ່າ: “ນີ້​ແນະ ສິ່ງ​ຂອງ​ທີ່​ເຮົາ​ໄດ້​ກໍ່​ສ້າງ​ແລ້ວ​ເຮົາ​ກໍ​ມ້າງ​ເພ ແລະ​ສິ່ງ​ຂອງ​ທີ່​ເຮົາ​ໄດ້​ປູກ​ຝັງ​ແລ້ວ​ເຮົາ​ກໍ​ກົ່ນ​ຫຼົກ​ຄື​ວ່າ​ປະເທດ​ນີ້​ທັງ​ສິ້ນ. ແລະ​ຝ່າຍ​ເຈົ້າ ເຈົ້າ​ຈະ​ຊອກ​ຫາ​ສິ່ງ​ຂອງ​ໃຫຍ່​ສຳລັບ​ຕົວ​ຫຼື. ຢ່າຊູ່​ຊອກ​ຫາ​ສິ່ງ​ນັ້ນ.” (ເຢເຣມີ 45:4, 5) ບາຣຶກ​ຟັງ​ພະ​ເຢໂຫວາ ແລະ​ເຮົາ​ກໍ​ຕ້ອງ​ຟັງ​ພະອົງ​ເຊັ່ນ​ດຽວ​ກັນ ເພາະ​ອີກ​ບໍ່​ດົນ​ພະອົງ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້.

ເມື່ອ​ເຈົ້າ​ບອກ​ໃຫ້​ພີ່​ນ້ອງ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່ ເຈົ້າ​ກໍ​ກຳລັງ​ສະແດງ​ຄວາມ​ກະລຸນາ​ຕໍ່​ລາວ​ແລະ​ທັງ​ພັກດີ​ຕໍ່​ພະ​ເຢໂຫວາ

12. ຂໍ​ໃຫ້​ບອກ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ສາມາດ​ພັກດີ​ຕໍ່​ພະເຈົ້າ​ເມື່ອ​ເຮົາ​ເປັນ​ຄົນ​ທີ່​ເຫັນ​ແກ່​ຕົວ.

12 ດານຽນ​ເປັນ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ປະເທດ​ເມັກຊິກ ລາວ​ຕ້ອງ​ຕັດສິນ​ໃຈ​ວ່າ​ລາວ​ຕ້ອງ​ພັກດີ​ຕໍ່​ໃຜ. ລາວ​ຢາກ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. ດານຽນ​ເວົ້າ​ວ່າ: “ຂ້ອຍ​ຍັງ​ຂຽນ​ຈົດ​ໝາຍ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ຕໍ່ໆໄປ​ແມ່ນ​ແຕ່​ຫຼັງ​ຈາກ​ທີ່​ຂ້ອຍ​ເລີ່ມ​ຕົ້ນ​ຮັບໃຊ້​ເປັນ​ໄພໂອເນຍ​ແລ້ວ.” ແຕ່​ຈາກ​ນັ້ນ​ດານຽນ​ກໍ​ສຳນຶກ​ວ່າ​ລາວ​ກຳລັງ​ເຮັດ​ໃນ​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ​ຢ່າງ​ເຫັນ​ແກ່​ຕົວ. ລາວ​ກຳລັງ​ບໍ່​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ ແລະ​ລາວ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ. ດັ່ງ​ນັ້ນ ດານຽນ​ຈຶ່ງ​ເລົ່າ​ໃຫ້​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ມີ​ປະສົບການ​ຟັງ​ກ່ຽວ​ກັບ​ເລື່ອງ​ຂອງ​ຜູ້​ຍິງ​ຄົນ​ນີ້. ລາວ​ອະທິບາຍ​ວ່າ: “ຜູ້​ເຖົ້າ​ແກ່​ຄົນ​ນີ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ເພື່ອ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ ຂ້ອຍ​ຕ້ອງ​ເຊົາ​ຂຽນ​ຈົດ​ໝາຍ​ໄປ​ຫາ​ຜູ້​ຍິງ​ຄົນ​ນັ້ນ. ຫຼັງ​ຈາກ​ທີ່​ທັງ​ອະທິດຖານ​ຫຼາຍ​ຄັ້ງ​ແລະ​ຮ້ອງໄຫ້​ຫຼາຍ​ເທື່ອ​ແລ້ວ​ຂ້ອຍ​ກໍ​ເຮັດ​ໄດ້. ຕໍ່​ມາ​ບໍ່​ດົນ ຄວາມ​ຍິນດີ​ທີ່​ຂ້ອຍ​ມີ​ຕໍ່​ວຽກ​ປະກາດ​ກໍ​ເພີ່ມ​ຂຶ້ນ.” ຕອນ​ນີ້​ດານຽນ​ມີ​ເມຍ​ທີ່​ຮັກ​ພະ​ເຢໂຫວາ ແລະ​ລາວ​ເອງ​ກໍ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ໝວດ.

ການ​ພັກດີ​ຕໍ່​ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ກະລຸນາ

ຖ້າ​ເຈົ້າ​ຮູ້​ວ່າ​ໝູ່​ເຮັດ​ຜິດ​ຮ້າຍແຮງ ເຈົ້າ​ຈະ​ລົມ​ກັບ​ຄົນ​ນັ້ນ​ແລະ​ແນ່​ໃຈ​ວ່າ​ລາວ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່​ບໍ? (ເບິ່ງ​ຂໍ້ 14)

13. ເມື່ອ​ດາວິດ​ເຮັດ​ຜິດ ນາທານ​ໄດ້​ເຮັດ​ແນວ​ໃດ​ທີ່​ສະແດງ​ວ່າ​ລາວ​ຮັກສາ​ຄວາມ​ພັກດີ​ສະເໝີ​ຕໍ່​ທັງ​ພະ​ເຢໂຫວາ​ແລະ​ດາວິດ?

13 ເມື່ອ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ກໍ​ສາມາດ​ພັກດີ​ຕໍ່​ຄົນ​ອື່ນໆແລະ​ຊ່ວຍ​ເຂົາ​ເຈົ້າ​ໃນ​ວິທີ​ທີ່​ດີ​ທີ່​ສຸດ. ຜູ້​ພະຍາກອນ​ນາທານ​ຮັກສາ​ຄວາມ​ພັກດີ​ສະເໝີ​ຕໍ່​ທັງ​ພະ​ເຢໂຫວາ​ແລະ​ຕໍ່​ດາວິດ. ຫຼັງ​ຈາກ​ທີ່​ດາວິດ​ເອົາ​ເມຍ​ຂອງ​ອຶລີ​ມາ​ເປັນ​ເມຍ​ຂອງ​ຕົວ​ເອງ ຈາກ​ນັ້ນ​ກໍ​ສົ່ງ​ອຶລີ​ໃຫ້​ໄປ​ຖືກ​ຂ້າ​ໃນ​ສະ​ໜາມ​ຮົບ ເມື່ອ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໄດ້​ສົ່ງ​ນາທານ​ໄປ​ໃຫ້​ຄຳ​ແນະນຳ​ແກ່​ດາວິດ. ນາທານ​ໄດ້​ສະແດງ​ຄວາມ​ກ້າຫານ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ. ແຕ່​ລາວ​ກໍ​ເຮັດ​ຢ່າງ​ສະຫຼາດ​ແລະ​ເວົ້າ​ກັບ​ດາວິດ​ໃນ​ແບບ​ທີ່​ກະລຸນາ. ນາທານ​ຕ້ອງການ​ຊ່ວຍ​ດາວິດ​ໃຫ້​ເຂົ້າ​ໃຈ​ວ່າ​ຄວາມ​ຜິດ​ຂອງ​ລາວ​ຮ້າຍແຮງ​ຫຼາຍ​ແທ້ໆ. ດັ່ງ​ນັ້ນ ນາທານ​ຈຶ່ງ​ເລົ່າ​ເລື່ອງ​ຂອງ​ຊາຍ​ເສດຖີ​ຄົນ​ໜຶ່ງ​ທີ່​ໄດ້​ລັກ​ເອົາ​ແກະ​ຂອງ​ຊາຍ​ທີ່​ທຸກ​ຍາກ​ເຊິ່ງ​ລາວ​ມີ​ແກະ​ພຽງ​ແຕ່​ຕົວ​ດຽວ​ເທົ່າ​ນັ້ນ. ເມື່ອ​ໄດ້​ຍິນ​ເລື່ອງ​ນີ້ ດາວິດ​ກໍ​ໃຈ​ຮ້າຍ​ຫຼາຍ​ຕໍ່​ຊາຍ​ເສດຖີ​ຄົນ​ນັ້ນ. ຈາກ​ນັ້ນ​ນາທານ​ຈຶ່ງ​ເວົ້າ​ວ່າ: “ທ່ານ​ແມ່ນ​ຄົນ​ນັ້ນ”! ດາວິດ​ສຳນຶກ​ວ່າ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.—2 ຊາເມືອນ 12:1-7, 13

14. ເຈົ້າ​ສາມາດ​ເປັນ​ຄົນ​ທີ່​ພັກດີ​ໄດ້​ແນວ​ໃດ​ຕໍ່​ທັງ​ພະ​ເຢໂຫວາ​ແລະ​ໝູ່​ເພື່ອນ​ຫຼື​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ?

14 ເຮົາ​ກໍ​ເຊັ່ນ​ກັນ​ສາມາດ​ຈັດ​ໃຫ້​ພະ​ເຢໂຫວາ​ເປັນ​ຄົນ​ທຳອິດ​ທີ່​ເຮົາ​ຈະ​ພັກດີ​ນຳ ແລະ​ຈາກ​ນັ້ນ​ກໍ​ສະແດງ​ຄວາມ​ພັກດີ​ຕໍ່​ຄົນ​ອື່ນໆໂດຍ​ການ​ເປັນ​ຄົນ​ກະລຸນາ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ມີ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ພີ່​ນ້ອງ​ຄົນ​ໜຶ່ງ​ໄດ້​ເຮັດ​ຜິດ​ຮ້າຍແຮງ. ເຈົ້າ​ອາດ​ຕ້ອງການ​ທີ່​ຈະ​ຮັກສາ​ຄວາມ​ພັກດີ​ຕໍ່​ລາວ​ສະເໝີ ໂດຍ​ສະເພາະ​ຖ້າ​ລາວ​ເປັນ​ໝູ່​ສະໜິດ​ຫຼື​ເປັນ​ຄົນ​ໃນ​ຄອບຄົວ. ແຕ່​ເຈົ້າ​ກໍ​ຍັງ​ຮູ້​ວ່າ​ການ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ສຳຄັນ​ກວ່າ. ຄ້າຍ​ຄື​ກັບ​ຜູ້​ພະຍາກອນ​ນາທານ ໃຫ້​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ ແຕ່​ກໍ​ສະແດງ​ຄວາມ​ກະລຸນາ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຈົ້າ. ໃຫ້​ບອກ​ລາວ​ວ່າ ລາວ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່ ແລະ​ລາວ​ຄວນ​ໄປ​ລົມ​ກັບ​ເຂົາ​ເຈົ້າ​ໃຫ້​ໄວ​ທີ່​ສຸດ. ຖ້າ​ລາວ​ບໍ່​ເຮັດ ເຈົ້າ​ກໍ​ຄວນ​ບອກ​ຜູ້​ເຖົ້າ​ແກ່​ດ້ວຍ​ຕົວ​ເອງ. ໂດຍ​ການ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ. ໃນ​ເວລາ​ດຽວ​ກັນ ເຈົ້າ​ກໍ​ສະແດງ​ຄວາມ​ກະລຸນາ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພາະ​ຜູ້​ເຖົ້າ​ແກ່​ສາມາດ​ຊ່ວຍ​ລາວ​ໃຫ້​ກັບ​ຄືນ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ໄດ້​ອີກ. ເຂົາ​ເຈົ້າ​ຈະ​ແກ້ໄຂ​ລາວ​ໃນ​ແບບ​ທີ່​ໃຈ​ເຢັນໆແລະ​ອ່ອນ​ໂຍນ.—ອ່ານ​ພວກເລວີ 5:1; ຄາລາຊີ 6:1

ເຮົາ​ຕ້ອງ​ເປັນ​ຄົນ​ກ້າຫານ​ເພື່ອ​ຈະ​ພັກດີ​ຕໍ່​ພະເຈົ້າ

15, 16. ເປັນ​ຫຍັງ​ຫຶຊາຍ​ຈຶ່ງ​ຕ້ອງການ​ຄວາມ​ກ້າຫານ​ເພື່ອ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ?

15 ຫຶຊາຍ​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ເພື່ອນ​ທີ່​ພັກດີ​ຂອງ​ກະສັດ​ດາວິດ. ເມື່ອ​ປະຊາຊົນ​ຕ້ອງການ​ທີ່​ຈະ​ຕັ້ງ​ອາບຊາໂລມ​ໃຫ້​ເປັນ​ກະສັດ ຫຶຊາຍ​ຈຶ່ງ​ຕ້ອງການ​ຄວາມ​ກ້າຫານ​ເພື່ອ​ຈະ​ຮັກສາ​ຄວາມ​ພັກດີ​ສະເໝີ​ຕໍ່​ທັງ​ດາວິດ​ແລະ​ພະ​ເຢໂຫວາ. ລາວ​ຮູ້​ວ່າ​ອາບຊາໂລມ​ໄດ້​ມາ​ເມືອງ​ເຢຣຶຊາເລມ​ພ້ອມ​ກັບ​ພວກ​ທະຫານ​ແລະ​ດາວິດ​ກໍ​ໄດ້​ປົບ​ໜີ​ໄປ. (2 ຊາເມືອນ 15:13; 16:15) ແຕ່​ຫຶຊາຍ​ໄດ້​ເຮັດ​ຫຍັງ? ລາວ​ປະ​ຖິ້ມ​ດາວິດ​ແລະ​ໄປ​ສະໜັບສະໜູນ​ອາບຊາໂລມ​ບໍ? ບໍ່. ເຖິງ​ວ່າ​ດາວິດ​ເຖົ້າ​ແລ້ວ​ແລະ​ມີ​ຫຼາຍ​ຄົນ​ຕ້ອງການ​ຂ້າ​ລາວ ແຕ່​ຫຶຊາຍ​ກໍ​ຍັງ​ຮັກສາ​ຄວາມ​ພັກດີ​ຕໍ່​ດາວິດ​ສະເໝີ ເພາະ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ. ດັ່ງ​ນັ້ນ ຫຶຊາຍ​ຈຶ່ງ​ໄປ​ຫາ​ດາວິດ​ຢູ່​ພູເຂົາ​ກົກ​ໝາກ​ກອກ.—2 ຊາເມືອນ 15:30, 32

16 ດາວິດ​ໄດ້​ຂໍ​ໃຫ້​ຫຶຊາຍ​ກັບ​ຄືນ​ໄປ​ເມືອງ​ເຢຣຶຊາເລມ​ແລະ​ໃຫ້​ລາວ​ທຳ​ທ່າ​ວ່າ​ຢູ່​ຝ່າຍ​ຂອງ​ອາບຊາໂລມ ເພື່ອ​ຫຶຊາຍ​ຈະ​ສາມາດ​ເຮັດ​ໃຫ້​ອາບຊາໂລມ​ຟັງ​ຄຳ​ແນະນຳ​ຂອງ​ລາວ​ແທນ​ທີ່​ຈະ​ຟັງ​ຄຳ​ແນະນຳ​ຂອງ​ອາກີໂຕເຟນ. ຫຶຊາຍ​ສະແດງ​ຄວາມ​ກ້າຫານ​ແລະ​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ຈະ​ເຊື່ອ​ຟັງ​ດາວິດ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ. ດາວິດ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ຫຶຊາຍ ແລະ​ພະອົງ​ກໍ​ໄດ້​ຊ່ວຍ​ເຫຼືອ​ຫຶຊາຍ​ແທ້ໆ. ອາບຊາໂລມ​ໄດ້​ຟັງ​ຄຳ​ແນະນຳ​ຂອງ​ຫຶຊາຍ​ແທນ​ທີ່​ຈະ​ຟັງ​ອາກີໂຕເຟນ.—ອ່ານ 2 ຊາເມືອນ 15:31; 17:14

17. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງການ​ຄວາມ​ກ້າຫານ​ເພື່ອ​ຈະ​ເປັນ​ຄົນ​ທີ່​ພັກດີ?

17 ເຮົາ​ຕ້ອງການ​ຄວາມ​ກ້າຫານ​ເພື່ອ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ ແທນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຄົນ​ໃນ​ຄອບຄົວ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ລັດຖະບານ​ທີ່​ມີ​ສິດ​ອຳນາດ. ຕົວຢ່າງ​ເຊັ່ນ: ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ ພີ່​ນ້ອງ​ທາໂຣ​ເຊິ່ງ​ອາໄສ​ຢູ່​ປະເທດ​ຍີ່ປຸ່ນ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ລາວ​ມີ​ຄວາມ​ສຸກ. ລາວ​ເຊື່ອ​ຟັງ​ພໍ່​ແມ່​ແລະ​ພັກດີ​ຕໍ່​ພວກ​ເພິ່ນ ບໍ່​ແມ່ນ​ຍ້ອນ​ວ່າ​ເຮັດ​ຕາມ​ໜ້າ​ທີ່ ແຕ່​ຍ້ອນ​ວ່າ​ລາວ​ຮັກ​ພໍ່​ແມ່. ແຕ່​ເມື່ອ​ທາໂຣ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ພໍ່​ແມ່​ຕ້ອງການ​ໃຫ້​ລາວ​ເຊົາ​ຮຽນ. ເລື່ອງ​ນີ້​ເຮັດ​ໃຫ້​ທາໂຣ​ເສົ້າໃຈ ແລະ​ບໍ່​ງ່າຍ​ເລີຍ​ທີ່​ຈະ​ບອກ​ກັບ​ພໍ່​ແມ່​ວ່າ​ລາວ​ຕັດສິນ​ໃຈ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆ. ພີ່​ນ້ອງ​ທາໂຣ​ເລົ່າ​ວ່າ: “ພໍ່​ແມ່​ໃຈ​ຮ້າຍ​ຫຼາຍ ເປັນ​ເວລາ​ຫຼາຍ​ປີ​ທີ່​ພວກ​ເພິ່ນ​ຫ້າມ​ບໍ່​ໃຫ້​ຂ້ອຍ​ໄປ​ຢາມ​ຢູ່​ເຮືອນ. ຂ້ອຍ​ໄດ້​ອະທິດຖານ​ຂໍ​ຄວາມ​ກ້າຫານ​ເພື່ອ​ໃຫ້​ຂ້ອຍ​ຍຶດ​ໝັ້ນ​ກັບ​ການ​ຕັດສິນ​ໃຈ​ຂອງ​ຕົວ​ເອງ. ປັດຈຸບັນ​ນີ້​ທັດສະນະ​ຂອງ​ພໍ່​ແມ່​ກໍ​ອ່ອນ​ລົງ ແລະ​ຂ້ອຍ​ສາມາດ​ໄປ​ຢາມ​ພວກ​ເພິ່ນ​ໄດ້​ເປັນ​ປະຈຳ.”—ອ່ານ​ສຸພາສິດ 29:25

18. ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ບົດ​ຄວາມ​ນີ້?

18 ຄື​ກັບ​ດາວິດ ໂຢນາທານ ນາທານ ແລະ​ຫຶຊາຍ ເຮົາ​ກໍ​ຄື​ກັນ ຂໍ​ໃຫ້​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ເຊິ່ງ​ເປັນ​ຜົນ​ທີ່​ໄດ້​ຈາກ​ການ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ. ເຮົາ​ບໍ່​ຕ້ອງການ​ເປັນ​ຄື​ກັບ​ອາບເນ​ແລະ​ອາບຊາໂລມ​ເຊິ່ງ​ບໍ່​ໄດ້​ເປັນ​ຄົນ​ທີ່​ພັກດີ. ເປັນ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ສິ່ງ​ທີ່​ຜິດ​ພາດ​ໄດ້ ແຕ່​ຂໍ​ໃຫ້​ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ການ​ເປັນ​ຄົນ​ພັກດີ​ຕໍ່​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ.

^ [1] (ຂໍ້ 7) ບາງ​ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.