ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ”

ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ”

“ຝ່າຍ​ເຈົ້າ​ຍິດສະລາເອນ​ຜູ້​ຂ້າ​ໃຊ້​ຂອງ​ເຮົາ ຢາໂຄບ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ເຊື້ອ​ສາຍ​ຂອງ​ອັບລາຫາມ​ຜູ້​ມິດ​ສະຫາຍ​ຂອງ​ເຮົາ.”—ເອຊາອີ 41:8

ເພງ: 91, 22

1, 2. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ມະນຸດ​ສາມາດ​ກາຍ​ເປັນ​ເພື່ອນ​ກັບ​ພະເຈົ້າ​ໄດ້? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ນັບ​ຕັ້ງ​ແຕ່​ມື້​ທີ່​ເຮົາ​ເກີດ​ຈົນ​ຮອດ​ມື້​ທີ່​ເຮົາ​ເສຍ​ຊີວິດ ເຮົາ​ຕ້ອງການ​ຄວາມ​ຮັກ. ມະນຸດ​ຕ້ອງການ​ມິດຕະພາບ​ທີ່​ໃກ້​ຊິດ​ແລະ​ປ່ຽມ​ດ້ວຍ​ຄວາມ​ຮັກ ເຊິ່ງ​ບໍ່​ໄດ້​ເປັນ​ພຽງ​ຄວາມ​ຮັກ​ແບບ​ທີ່​ຫວານ​ຊື້ນ​ເທົ່າ​ນັ້ນ. ແຕ່​ເໜືອ​ສິ່ງ​ອື່ນ​ໃດ​ທັງ​ໝົດ​ພວກ​ເຮົາ​ຕ້ອງການ​ຄວາມ​ຮັກ​ຈາກ​ພະເຈົ້າ. ເນື່ອງ​ຈາກ​ເຮົາ​ບໍ່​ສາມາດ​ເຫັນ​ພະເຈົ້າ​ແລະ​ພະອົງ​ກໍ​ມີ​ລິດເດດ​ຍິ່ງໃຫຍ່​ທີ່​ສຸດ ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ​ມະນຸດ​ສາມາດ​ໃກ້​ຊິດ​ແລະ​ມີ​ມິດຕະພາບ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ກັບ​ພະເຈົ້າ​ໄດ້. ແຕ່​ເຮົາ​ຮູ້​ວ່າ​ຄວາມ​ຈິງ​ເປັນ​ແນວ​ໃດ!

2 ເຮົາ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ມະນຸດ​ໄດ້​ກາຍ​ເປັນ​ເພື່ອນ​ກັບ​ພະເຈົ້າ ດັ່ງ​ນັ້ນ ເຮົາ​ຄວນ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ການ​ມີ​ມິດຕະພາບ​ກັບ​ພະເຈົ້າ​ເປັນ​ເປົ້າ​ໝາຍ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາມາດ​ມີ​ໄດ້​ໃນ​ຊີວິດ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ຂອງ​ອັບລາຫາມ. (ອ່ານ​ຢາໂກໂບ 2:23) ລາວ​ໄດ້​ກາຍ​ເປັນ​ເພື່ອນ​ກັບ​ພະເຈົ້າ​ໄດ້​ແນວ​ໃດ? ອັບລາຫາມ​ມີ​ມິດຕະພາບ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ​ໄດ້​ແມ່ນ​ອາໄສ​ຄວາມ​ເຊື່ອ​ເປັນ​ພື້ນຖານ ແລະ​ລາວ​ເປັນ​ທີ່​ຮັບ​ຮູ້​ວ່າ​ເປັນ “ພໍ່​ຂອງ​ຄົນ​ທັງ​ປວງ​ທີ່​ເຊື່ອ.” (ໂລມ 4:11) ໃນ​ຂະນະ​ທີ່​ພິຈາລະນາ​ຕົວຢ່າງ​ຂອງ​ອັບລາຫາມ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຈະ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ອັບລາຫາມ​ແລະ​ຈະ​ມີ​ມິດຕະພາບ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?’

ອັບລາຫາມ​ກາຍ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

3, 4. (ກ) ຂໍ​ໃຫ້​ບອກ​ເຖິງ​ສິ່ງ​ທີ່​ເປັນ​ການ​ທົດລອງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ​ເຊິ່ງ​ເປັນ​ຄັ້ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ. (ຂ) ເປັນ​ຫຍັງ​ອັບລາຫາມ​ຈຶ່ງ​ເຕັມ​ໃຈ​ທີ່​ຈະ​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ?

3 ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ອັບລາຫາມ​ເຊິ່ງ​ມີ​ອາຍຸ​ປະມານ 125 ປີ ກຳລັງ​ຍ່າງ​ຊ້າໆຂຶ້ນ​ເທິງ​ພູ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ອີຊາກ​ຜູ້​ເປັນ​ລູກ​ຊາຍ​ເຊິ່ງ​ມີ​ອາຍຸ 25 ປີ ກຳລັງ​ຍ່າງ​ນຳ​ຫຼັງ​ລາວ​ໄປ. ອີຊາກ​ແບກ​ຟືນ ສ່ວນ​ອັບລາຫາມ​ກໍ​ຖື​ມີດ​ແລະ​ສິ່ງ​ຂອງ​ອື່ນໆເພື່ອ​ຈະ​ດັງ​ໄຟ. ສຳລັບ​ອັບລາຫາມ ການ​ເດີນ​ທາງ​ຄັ້ງ​ນີ້​ອາດ​ຈະ​ເປັນ​ສິ່ງ​ທີ່​ຍາກ​ທີ່​ສຸດ​ໃນ​ຊີວິດ ບໍ່​ແມ່ນ​ຍ້ອນ​ວ່າ​ລາວ​ມີ​ອາຍຸ​ຫຼາຍ​ແລ້ວ ເພາະ​ລາວ​ຍັງ​ແຂງແຮງ​ຢູ່ ແຕ່​ຍາກ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ຂໍ​ໃຫ້​ລາວ​ຖວາຍ​ລູກ​ຊາຍ​ເປັນ​ເຄື່ອງ​ບູຊາ!—ຕົ້ນເດີມ 22:1-8

ອັບລາຫາມ​ບໍ່​ໄດ້​ຫຼັບ​ຫູ​ຫຼັບ​ຕາ​ເຊື່ອ​ຟັງ​ພະເຈົ້າ ເຊິ່ງ​ເປັນ​ການ​ເຊື່ອ​ຟັງ​ແບບ​ບໍ່​ໄດ້​ຄິດ​ຫຍັງ​ເລີຍ

4 ນັ້ນ​ອາດ​ເປັນ​ການ​ທົດລອງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ​ເຊິ່ງ​ເປັນ​ຄັ້ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ. ບາງ​ຄົນ​ເວົ້າ​ວ່າ​ພະເຈົ້າ​ໂຫດ​ຫ້ຽມ​ທີ່​ຂໍ​ໃຫ້​ອັບລາຫາມ​ຖວາຍ​ລູກ​ຊາຍ​ເປັນ​ເຄື່ອງ​ບູຊາ. ບາງ​ຄົນ​ກໍ​ເວົ້າ​ວ່າ​ອັບລາຫາມ​ເຕັມ​ໃຈ​ທີ່​ຈະ​ຖວາຍ​ລູກ​ຊາຍ​ຍ້ອນ​ວ່າ​ລາວ​ບໍ່​ຮັກ​ລູກ. ຜູ້​ຄົນ​ເວົ້າ​ແບບ​ນັ້ນ​ເພາະ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ເຊື່ອ​ແລະ​ບໍ່​ຮູ້​ວ່າ​ຄວາມ​ເຊື່ອ​ແທ້​ເປັນ​ແນວ​ໃດ​ຫຼື​ສະແດງ​ອອກ​ຄື​ແນວ​ໃດ. (1 ໂກລິນໂທ 2:14-16) ແຕ່​ອັບລາຫາມ​ບໍ່​ໄດ້​ຫຼັບ​ຫູ​ຫຼັບ​ຕາ​ເຊື່ອ​ຟັງ​ພະເຈົ້າ ເຊິ່ງ​ເປັນ​ການ​ເຊື່ອ​ຟັງ​ແບບ​ບໍ່​ໄດ້​ຄິດ​ຫຍັງ​ເລີຍ. ລາວ​ເຊື່ອ​ຟັງ​ເພາະ​ລາວ​ມີ​ຄວາມ​ເຊື່ອ​ແທ້. ອັບລາຫາມ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ຂໍ​ໃຫ້​ລາວ​ເຮັດ​ໃນ​ສິ່ງ​ທີ່​ກໍ່​ຜົນ​ເສຍຫາຍ​ທີ່​ຖາວອນ. ອັບລາຫາມ​ຮູ້​ວ່າ​ຖ້າ​ລາວ​ເຊື່ອ​ຟັງ ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ໃຫ້​ລາວ​ແລະ​ອີຊາກ. ອັບລາຫາມ​ຈຳເປັນ​ຕ້ອງ​ມີ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແບບ​ນັ້ນ? ລາວ​ຈຳເປັນ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ປະສົບການ.

5. ອັບລາຫາມ​ອາດ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໄດ້​ໂດຍ​ວິທີ​ໃດ ແລະ​ຄວາມ​ຮູ້​ນັ້ນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ແນວ​ໃດ?

5 ຄວາມ​ຮູ້. ອັບລາຫາມ​ເຕີບ​ໃຫຍ່​ຂຶ້ນ​ໃນ​ເມືອງ​ອູຣ. ຜູ້​ຄົນ​ໃນ​ເມືອງ​ນັ້ນ​ນະມັດສະການ​ພະ​ປອມ ແລະ​ພໍ່​ຂອງ​ອັບລາຫາມ​ກໍ​ຄື​ກັນ. (ໂຢຊວຍ 24:2) ຖ້າ​ເປັນ​ແນວ​ນັ້ນ ອັບລາຫາມ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໄດ້​ໂດຍ​ວິທີ​ໃດ? ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ ເຊມ​ລູກ​ຊາຍ​ຂອງ​ໂນເອ​ເປັນ​ພີ່​ນ້ອງ​ຂອງ​ອັບລາຫາມ. ເຊມ​ມີ​ຊີວິດ​ຢູ່​ຈົນ​ກະທັ່ງ​ອັບລາຫາມ​ອາຍຸ​ໄດ້ 150 ປີ. ເຊມ​ເປັນ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່ ແລະ​ເປັນ​ໄປ​ໄດ້​ວ່າ​ລາວ​ໄດ້​ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ​ໃຫ້​ພວກ​ຍາດ​ພີ່​ນ້ອງ​ຟັງ. ເຮົາ​ບໍ່​ສາມາດ​ຮູ້​ໄດ້​ຢ່າງ​ຄັກ​ແນ່ ແຕ່​ບາງ​ທີ​ອັບລາຫາມ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໂດຍ​ຊ່ອງ​ທາງ​ນີ້. ສິ່ງ​ທີ່​ອັບລາຫາມ​ໄດ້​ຮຽນ​ຮູ້​ເຮັດ​ໃຫ້​ລາວ​ຮັກ​ພະ​ເຢໂຫວາ ແລະ​ຄວາມ​ຮູ້​ນັ້ນ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ລາວ.

6, 7. ປະສົບການ​ຂອງ​ອັບລາຫາມ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ລາວ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ​ຄື​ແນວ​ໃດ?

6 ປະສົບການ. ໂດຍ​ວິທີ​ໃດ​ທີ່​ອັບລາຫາມ​ໄດ້​ມີ​ປະສົບການ​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ລາວ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ? ບາງ​ຄົນ​ເວົ້າ​ວ່າ​ຄວາມ​ຄິດ​ຊີ້​ນຳ​ຄວາມ​ຮູ້ສຶກ ແລະ​ຄວາມ​ຮູ້ສຶກ​ຊີ້​ນຳ​ການ​ກະທຳ. ຫົວໃຈ​ຂອງ​ອັບລາຫາມ​ຖືກ​ກະຕຸ້ນ​ຈາກ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ສິ່ງ​ນັ້ນ​ເຮັດ​ໃຫ້​ລາວ​ມີ​ຄວາມ​ນັບຖື​ຢ່າງ​ເລິກ​ເຊິ່ງ​ຕໍ່ ‘ພະ​ເຢໂຫວາ​ພະເຈົ້າ​ອົງ​ສູງ​ສຸດ ຜູ້​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ.’ (ຕົ້ນເດີມ 14:22) ຄຳພີ​ໄບເບິນ​ເອີ້ນ​ຄວາມ​ນັບຖື​ທີ່​ເລິກ​ເຊິ່ງ​ເຊັ່ນ​ນັ້ນ​ວ່າ ‘ຄວາມ​ຢ້ານຢຳ​ພະເຈົ້າ.’ (ເຫບເລີ 5:7, ລ.ມ.) ເຮົາ​ສາມາດ​ເວົ້າ​ໄດ້​ວ່າ​ເພື່ອ​ຈະ​ມີ​ມິດຕະພາບ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ ເຮົາ​ຕ້ອງ​ມີ​ຄວາມ​ຢ້ານຢຳ​ພະອົງ. (ຄຳເພງ 25:14) ຄຸນ​ລັກສະນະ​ນີ້​ເອງ​ທີ່​ກະຕຸ້ນ​ອັບລາຫາມ​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ.

7 ພະ​ເຢໂຫວາ​ບອກ​ໃຫ້​ອັບລາຫາມ​ແລະ​ຊາລາ​ອອກ​ຈາກ​ເຮືອນ​ຂອງ​ເຂົາ​ເຈົ້າ​ທີ່​ຢູ່​ເມືອງ​ອູຣ​ແລະ​ໃຫ້​ຍ້າຍ​ໄປ​ຢູ່​ຕ່າງ​ແດນ. ທັງ​ສອງ​ເຖົ້າ​ແລ້ວ​ແລະ​ຕ້ອງ​ອາໄສ​ຢູ່​ໃນ​ເຕັນ​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ. ເຖິງ​ແມ່ນ​ອັບລາຫາມ​ຮູ້​ວ່າ​ການ​ເຮັດ​ແນວ​ນັ້ນ​ຈະ​ຕ້ອງ​ປະເຊີນ​ອັນຕະລາຍ​ໃນ​ຫຼາຍໆດ້ານ ແຕ່​ລາວ​ກໍ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ. ເນື່ອງ​ຈາກ​ອັບລາຫາມ​ເຊື່ອ​ຟັງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ປົກ​ປ້ອງ​ແລະ​ອວຍ​ພອນ​ລາວ. ຕົວຢ່າງ​ເຊັ່ນ: ເມື່ອ​ຊາລາ​ເມຍ​ທີ່​ງົດງາມ​ຂອງ​ອັບລາຫາມ​ຖືກ​ພາ​ເອົາ​ຕົວ​ໄປ​ຈາກ​ອັບລາຫາມ ແລະ​ອັບລາຫາມ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ​ເຖິງ​ແກ່​ຊີວິດ ແຕ່​ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ທັງ​ອັບລາຫາມ​ແລະ​ຊາລາ​ຢ່າງ​ອັດສະຈັນ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ. (ຕົ້ນເດີມ 12:10-20; 20:2-7, 10-12, 17, 18) ປະສົບການ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ອັບລາຫາມ​ເຂັ້ມແຂງ​ຂຶ້ນ.

8. ໂດຍ​ວິທີ​ໃດ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ແລະ​ປະສົບການ​ເຊິ່ງ​ຈະ​ເຮັດ​ໃຫ້​ມິດຕະພາບ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຂຶ້ນ?

8 ເຮົາ​ຈະ​ເປັນ​ເພື່ອນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້​ບໍ? ໄດ້​ແທ້! ຄື​ກັບ​ອັບລາຫາມ ເຮົາ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. ເຮົາ​ກໍ​ເຊັ່ນ​ກັນ​ສາມາດ​ໄດ້​ຮັບ​ຄວາມ​ຮູ້​ແລະ​ປະສົບການ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ. ໃນ​ທຸກ​ມື້​ນີ້ ເຮົາ​ມີ​ຫຼາຍ​ສິ່ງ​ກວ່າ​ທີ່​ອັບລາຫາມ​ມີ. (ດານຽນ 12:4; ໂລມ 11:33) ໃນ​ຄຳພີ​ໄບເບິນ​ມີ​ຄວາມ​ຮູ້​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ ‘ຜູ້​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ.’ ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ນັບຖື​ຢ່າງ​ເລິກ​ເຊິ່ງ​ຕໍ່​ພະອົງ. ຄວາມ​ຮັກ​ແລະ​ຄວາມ​ນັບຖື​ແບບ​ນີ້​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ​ພະອົງ. ເມື່ອ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ພະອົງ​ປົກ​ປ້ອງ​ແລະ​ອວຍ​ພອນ​ເຮົາ ແລະ​ປະສົບການ​ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ. ເມື່ອ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ ເຮົາ​ຈະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ ມີ​ສັນຕິສຸກ ແລະ​ມີ​ຄວາມ​ຍິນດີ. (ຄຳເພງ 34:8; ສຸພາສິດ 10:22) ແຮ່ງ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ແລະ​ມີ​ປະສົບການ​ຫຼາຍ​ເທົ່າ​ໃດ ມິດຕະພາບ​ຂອງ​ເຮົາ​ກັບ​ພະອົງ​ກໍ​ຈະ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ວິທີ​ທີ່​ອັບລາຫາມ​ຮັກສາ​ມິດຕະພາບ​ກັບ​ພະ​ເຢໂຫວາ

9, 10. (ກ) ເພື່ອ​ໃຫ້​ມິດຕະພາບ​ແໜ້ນ​ແຟ້ນ​ຂຶ້ນ ຈຳເປັນ​ຕ້ອງ​ເຮັດ​ຫຍັງ? (ຂ) ອັບລາຫາມ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ທະນຸ​ຖະໜອມ​ແລະ​ເຮັດ​ໃຫ້​ມິດຕະພາບ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຂຶ້ນ?

9 ມິດຕະພາບ​ທີ່​ໃກ້​ຊິດ​ສາມາດ​ເປັນ​ຄື​ກັບ​ຊັບ​ສົມບັດ​ທີ່​ມີ​ຄ່າ ເຊິ່ງ​ເຮົາ​ຈຳເປັນ​ຕ້ອງ​ຮັກສາ​ໄວ້ “ຢູ່​ທຸກ​ເວລາ.” (ອ່ານ​ສຸພາສິດ 17:17) ສາຍ​ສຳພັນ​ແບບ​ນັ້ນ​ບໍ່​ໄດ້​ເປັນ​ຄື​ກັບ​ໂຖ​ດອກ​ໄມ້​ທີ່​ມີ​ລາຄາ​ແພງ​ທີ່​ໃຊ້​ພຽງ​ເພື່ອ​ປະດັບປະດາ​ເທົ່າ​ນັ້ນ. ແຕ່​ເປັນ​ຄື​ກັບ​ດອກ​ໄມ້​ທີ່​ສວຍ​ງາມ​ເຊິ່ງ​ຕ້ອງການ​ນໍ້າ​ແລະ​ການ​ເອົາໃຈໃສ່​ເພື່ອ​ທີ່​ຈະ​ອອກ​ດອກ. ອັບລາຫາມ​ທະນຸ​ຖະໜອມ​ແລະ​ຮັກສາ​ມິດຕະພາບ​ກັບ​ພະ​ເຢໂຫວາ​ເອົາ​ໄວ້. ລາວ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ມິດຕະພາບ​ເປັນ​ຄື​ກັບ​ດອກ​ໄມ້​ທີ່​ສວຍ​ງາມ​ເຊິ່ງ​ຕ້ອງການ​ນໍ້າ​ແລະ​ການ​ເອົາໃຈໃສ່​ເພື່ອ​ທີ່​ຈະ​ອອກ​ດອກ

10 ອັບລາຫາມ​ເສີມ​ສ້າງ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ການ​ເຊື່ອ​ຟັງ​ພະອົງ​ຕໍ່ໆໄປ. ຕົວຢ່າງ​ເຊັ່ນ: ເມື່ອ​ລາວ​ເດີນ​ທາງ​ໄປ​ແຜ່ນດິນ​ການາອານ​ພ້ອມ​ກັບ​ຄອບຄົວ​ແລະ​ຄົນ​ຮັບໃຊ້ ລາວ​ໄດ້​ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ຕໍ່ໆໄປ​ເມື່ອ​ລາວ​ຕັດສິນ​ໃຈ​ທັງ​ໃນ​ເລື່ອງ​ນ້ອຍໆແລະ​ເລື່ອງ​ໃຫຍ່ໆ. ໜຶ່ງ​ປີ​ກ່ອນ​ທີ່​ອີຊາກ​ຈະ​ເກີດ ແລະ​ຕອນ​ນັ້ນ​ອັບລາຫາມ​ອາຍຸ​ໄດ້ 99 ປີ ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ລາວ​ເຮັດ​ສິນຕັດ​ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໃນ​ຄົວ​ເຮືອນ​ຂອງ​ລາວ. ອັບລາຫາມ​ສົງໄສ​ໃນ​ຕົວ​ພະ​ເຢໂຫວາ​ຫຼື​ພະຍາຍາມ​ຫາ​ທາງ​ຫຼີກ​ລ່ຽງ​ເພື່ອ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ຂໍ​ໃຫ້​ລາວ​ເຮັດ​ບໍ? ບໍ່. ລາວ​ໄດ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ຕັ້ງ​ແຕ່ ‘ໃນ​ວັນ​ນັ້ນ.’—ຕົ້ນເດີມ 17:10-14, 23

11. ເປັນ​ຫຍັງ​ອັບລາຫາມ​ຈຶ່ງ​ກັງວົນ​ກ່ຽວ​ກັບ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ ແລະ​ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ?

11 ເນື່ອງ​ຈາກ​ອັບລາຫາມ​ເຊື່ອ​ຟັງ​ພະ​ເຢໂຫວາ​ສະເໝີ​ແມ່ນ​ແຕ່​ໃນ​ເລື່ອງ​ເລັກ​ນ້ອຍ ດັ່ງ​ນັ້ນ​ມິດຕະພາບ​ຂອງ​ທັງ​ສອງ​ຈຶ່ງ​ແໜ້ນ​ແຟ້ນ​ຂຶ້ນ. ອັບລາຫາມ​ຮູ້ສຶກ​ວ່າ​ສາມາດ​ເວົ້າ​ກັບ​ພະ​ເຢໂຫວາ​ໄດ້​ໃນ​ທຸກໆເລື່ອງ ລາວ​ເຖິງ​ຂັ້ນ​ໄດ້​ຂໍ​ໃຫ້​ພະອົງ​ຊ່ວຍ​ເມື່ອ​ຕ້ອງ​ສູ້​ກັບ​ຂໍ້​ສົງໄສ​ທີ່​ຍາກໆ. ຕົວຢ່າງ​ເຊັ່ນ: ເມື່ອ​ພະ​ເຢໂຫວາ​ບອກ​ວ່າ​ພະອົງ​ຈະ​ທຳລາຍ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອັບລາຫາມ​ກັງວົນ​ຫຼາຍ. ຍ້ອນ​ຫຍັງ? ກໍ​ຍ້ອນ​ລາວ​ຢ້ານ​ວ່າ​ຄົນ​ດີ​ຈະ​ຖືກ​ທຳລາຍ​ພ້ອມ​ກັບ​ຄົນ​ຊົ່ວ. ລາວ​ອາດ​ຈະ​ກັງວົນ​ກ່ຽວ​ກັບ​ໂລດ​ຜູ້​ເປັນ​ຫຼານ​ຊາຍ ແລະ​ຄອບຄົວ​ຂອງ​ໂລດ​ທີ່​ອາໄສ​ຢູ່​ເມືອງ​ຊໍດົມ. ອັບລາຫາມ​ວາງໃຈ​ໃນ​ພະ​ເຢໂຫວາ ‘ຜູ້ຕັດສິນ​ທົ່ວ​ທັງ​ໂລກ’ ດັ່ງ​ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ພະ​ເຢໂຫວາ​ຢ່າງ​ຖ່ອມ​ຕົວ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ກັງວົນ. ພະ​ເຢໂຫວາ​ອົດ​ທົນ​ກັບ​ເພື່ອນ​ຜູ້​ນີ້ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເມດຕາ​ກະລຸນາ. ພະ​ເຢໂຫວາ​ອະທິບາຍ​ວ່າ​ແມ່ນ​ແຕ່​ເມື່ອ​ພະອົງ​ຕ້ອງ​ໄດ້​ຕັດສິນ ພະອົງ​ໄດ້​ຊອກ​ຫາ​ຄົນ​ດີ​ແລະ​ຈະ​ປົກ​ປ້ອງ​ຊີວິດ​ຂອງ​ເຂົາ​ເຈົ້າ.—ຕົ້ນເດີມ 18:22-33

12, 13. (ກ) ຄວາມ​ຮູ້​ແລະ​ປະສົບການ​ທີ່​ອັບລາຫາມ​ມີ​ໄດ້​ຊ່ວຍ​ລາວ​ແນວ​ໃດ​ໃນ​ເວລາ​ຕໍ່​ມາ? (ຂ) ມີ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ອັບລາຫາມ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ?

12 ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ຮູ້​ແລະ​ປະສົບການ​ທັງ​ໝົດ​ທີ່​ອັບລາຫາມ​ໄດ້​ຮັບ ຊ່ວຍ​ລາວ​ໃຫ້​ຮັກສາ​ສາຍ​ມິດຕະພາບ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ ຕໍ່​ມາ​ເມື່ອ​ພະ​ເຢໂຫວາ​ໄດ້​ຂໍ​ໃຫ້​ອັບລາຫາມ​ຖວາຍ​ລູກ​ຊາຍ​ເປັນ​ເຄື່ອງ​ບູຊາ ລາວ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ອົດ​ທົນ ຄວາມ​ເມດຕາ ໄວ້​ວາງໃຈ​ໄດ້ ແລະ​ໃຫ້​ການ​ປົກ​ປ້ອງ​ສະເໝີ. ດ້ວຍ​ເຫດ​ນີ້ ອັບລາຫາມ​ຈຶ່ງ​ໝັ້ນ​ໃຈ​ໄດ້​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປ່ຽນ​ເປັນ​ຄົນ​ໂຫດ​ຮ້າຍ​ຫຼື​ຮຸນແຮງ​ໃນ​ເວລາ​ທັນທີ​ທັນໃດ! ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ?

13 ກ່ອນ​ທີ່​ຈະ​ຈາກ​ຄົນ​ຮັບໃຊ້​ຂອງ​ລາວ ອັບລາຫາມ​ໄດ້​ເວົ້າ​ວ່າ: “ໝູ່​ເຈົ້າ​ຈົ່ງ​ຄອຍ [ຖ້າ] ຢູ່​ກັບ​ລາ​ທີ່​ນີ້​ເຖີ້ນ ແລະ​ເຮົາ​ກັບ​ລູກ​ຈະ​ພາ​ກັນ​ໄປ​ຂາບ​ໄຫວ້​ທີ່​ນັ້ນ​ແລະ​ພວກ​ເຮົາ​ຈະ​ຫຼົບ​ມາ​ຫາ​ໝູ່​ເຈົ້າ.” (ຕົ້ນເດີມ 22:5) ອັບລາຫາມ​ໝາຍ​ຄວາມ​ວ່າ​ແນວ​ໃດ? ລາວ​ກຳລັງ​ຕົວະ​ໃນ​ເລື່ອງ​ການ​ກັບ​ຄືນ​ມາ​ພ້ອມ​ກັບ​ອີຊາກ​ບໍ ເພາະ​ລາວ​ຮູ້​ວ່າ​ອີຊາກ​ຈະ​ຖືກ​ຖວາຍ​ເປັນ​ເຄື່ອງ​ບູຊາ? ບໍ່​ໄດ້​ຕົວະ. ຄຳພີ​ໄບເບິນ​ກ່າວ​ວ່າ​ອັບລາຫາມ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ອີຊາກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ອ່ານ​ເຫບເລີ 11:19) ອັບລາຫາມ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ​ເພື່ອ​ໃຫ້​ລາວ​ສາມາດ​ມີ​ລູກ​ຊາຍ​ໄດ້ ເຖິງ​ວ່າ​ລາວ​ແລະ​ຊາລາ​ເຖົ້າ​ຫຼາຍ​ແລ້ວ. (ເຫບເລີ 11:11, 12, 18) ດັ່ງ​ນັ້ນ ລາວ​ຈຶ່ງ​ສຳນຶກ​ໄດ້​ວ່າ​ບໍ່​ມີ​ສິ່ງ​ໃດ​ທີ່​ພະ​ເຢໂຫວາ​ເຮັດ​ບໍ່​ໄດ້. ອັບລາຫາມ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ. ແຕ່​ລາວ​ມີ​ຄວາມ​ເຊື່ອ​ວ່າ ຖ້າ​ຈຳເປັນ​ພະ​ເຢໂຫວາ​ຈະ​ປຸກ​ອີຊາກ​ໃຫ້​ຟື້ນ​ຄືນ​ມາ​ເພື່ອ​ຄຳ​ສັນຍາ​ທັງ​ໝົດ​ຂອງ​ພະອົງ​ຈະ​ເປັນ​ຈິງ. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ອັບລາຫາມ​ຖືກ​ເອີ້ນ​ວ່າ​ເປັນ “ພໍ່​ຂອງ​ຄົນ​ທັງ​ປວງ​ທີ່​ເຊື່ອ.”

ອັບລາຫາມ​ມີ​ຄວາມ​ເຊື່ອ​ວ່າຖ້າ​ຈຳເປັນ​ພະ​ເຢໂຫວາ​ຈະ​ປຸກ​ອີຊາກ​ໃຫ້​ຟື້ນ​ຄືນ​ມາ​ເພື່ອ​ຄຳ​ສັນຍາ​ທັງ​ໝົດ​ຂອງ​ພະອົງ​ຈະ​ເປັນ​ຈິງ

14. ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ພົບ​ກັບ​ຂໍ້​ຫຍຸ້ງຍາກ​ຫຍັງ​ແດ່ ແລະ​ຕົວຢ່າງ​ຂອງ​ອັບລາຫາມ​ອາດ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

14 ຢ່າງ​ໃດ​ກໍ​ຕາມ ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ບໍ່​ໄດ້​ຂໍ​ໃຫ້​ເຮົາ​ຖວາຍ​ລູກ​ເປັນ​ເຄື່ອງ​ບູຊາ ແຕ່​ພະອົງ​ຂໍ​ໃຫ້​ເຮົາ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຕ່າງໆຂອງ​ພະອົງ. ບາງ​ຄັ້ງ​ເຮົາ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ເຫດຜົນ​ສຳລັບ​ຂໍ້​ຄຳ​ສັ່ງ​ເຫຼົ່າ​ນີ້​ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ການ​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ເຫຼົ່າ​ນີ້​ເປັນ​ເລື່ອງ​ຍາກ. ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ບໍ? ສຳລັບ​ບາງ​ຄົນ ການ​ປະກາດ​ເປັນ​ເລື່ອງ​ທີ່​ຍາກ​ສຳລັບ​ເຂົາ​ເຈົ້າ. ບາງ​ທີ​ເຂົາ​ເຈົ້າ​ອາຍ​ແລະ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ລົມ​ກັບ​ຄົນທີ່​ຕົນ​ເອງ​ບໍ່​ຮູ້ຈັກ. ບາງ​ຄົນ​ກໍ​ຮູ້ສຶກ​ຢ້ານ​ທີ່​ຈະ​ແຕກຕ່າງ​ຈາກ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງ​ຮຽນ. (ອົບພະຍົບ 23:2; 1 ເທຊະໂລນີກ 2:2) ເມື່ອ​ເຈົ້າ​ຖືກ​ຂໍ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຍາກ ໃຫ້​ຄິດ​ເຖິງ​ຕົວຢ່າງ​ທີ່​ໂດດ​ເດັ່ນ​ໃນ​ເລື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າຫານ​ຂອງ​ອັບລາຫາມ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຕົວຢ່າງ​ຕ່າງໆຂອງ​ຊາຍ​ຍິງ​ທີ່​ສັດ​ຊື່ ສິ່ງ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ຮຽນ​ແບບ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ພະ​ເຢໂຫວາ​ຜູ້​ທີ່​ເປັນ​ເພື່ອນ​ຂອງ​ເຮົາ.—ເຫບເລີ 12:1, 2

ມິດຕະພາບ​ທີ່​ເຮັດ​ໃຫ້​ໄດ້​ຮັບ​ພະ​ພອນ​ຕ່າງໆ

15. ເປັນ​ຫຍັງ​ເຮົາ​ອາດ​ແນ່​ໃຈ​ໄດ້​ວ່າ​ອັບລາຫາມ​ບໍ່​ເຄີຍ​ເສຍໃຈ​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ​ຢ່າງ​ພັກດີ?

15 ອັບລາຫາມ​ເຄີຍ​ເສຍໃຈ​ບໍ​ທີ່​ໄດ້​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຕ່າງໆຂອງ​ພະ​ເຢໂຫວາ? ຄຳພີ​ໄບເບິນ​ບອກ​ວ່າ ອັບລາຫາມ “ຕາຍ​ໄປ​ເວລາ​ອາຍຸ​ສູງ​ຫຼາຍ ເປັນ​ຄົນ​ເຖົ້າ​ແລະ​ອີ່ມ​ອາຍຸ.” (ຕົ້ນເດີມ 25:8) ເມື່ອ​ອາຍຸ​ໄດ້ 175 ປີ ອັບລາຫາມ​ໄດ້​ເບິ່ງ​ຄືນ​ຫຼັງ​ກ່ຽວ​ກັບ​ຊີວິດ​ທີ່​ຍືນ​ຍາວ​ນັ້ນ​ແລະ​ລາວ​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ໃນ​ຊີວິດ​ນັ້ນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ລາວ​ຖື​ວ່າ​ມິດຕະພາບ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສະເໝີ. ຢ່າງ​ໃດ​ກໍ​ຕາມ ເມື່ອ​ເຮົາ​ອ່ານ​ວ່າ ອັບລາຫາມ “ເປັນ​ຄົນ​ເຖົ້າ​ແລະ​ອີ່ມ​ອາຍຸ” ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ບໍ່​ມີ​ຄວາມ​ປາຖະໜາ​ທີ່​ຈະ​ມີ​ຊີວິດ​ໃນ​ອະນາຄົດ.

16. ອັບລາຫາມ​ຈະ​ປະສົບ​ກັບ​ຄວາມ​ຍິນດີ​ອັນ​ໃດ​ໃນ​ໂລກ​ໃໝ່?

16 ຄຳພີ​ໄບເບິນ​ບອກ​ວ່າ ອັບລາຫາມ “ຄອຍ​ຖ້າ​ເມືອງ​ທີ່​ມີ​ຮາກ​ຖານ​ແທ້​ເຊິ່ງ​ຜູ້​ກໍ່​ແລະ​ຜູ້​ສ້າງ​ຄື​ພະເຈົ້າ.” (ເຫບເລີ 11:10, ລ.ມ.) ອັບລາຫາມ​ເຊື່ອ​ວ່າ​ໃນ​ມື້​ໜຶ່ງ​ລາວ​ຈະ​ເຫັນ​ເມືອງ​ນັ້ນ ເຊິ່ງ​ກໍ​ຄື​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ຈະ​ປົກຄອງ​ຢູ່​ເໜືອ​ໂລກ​ນີ້. ລາວ​ຈະ​ໄດ້​ເຫັນ​ແທ້! ຂໍ​ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ອັບລາຫາມ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ​ທີ່​ຈະ​ມີ​ຊີວິດ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ແລະ​ເຮັດ​ໃຫ້​ມິດຕະພາບ​ຂອງ​ລາວ​ກັບ​ພະເຈົ້າ​ແໜ້ນ​ແຟ້ນ​ຂຶ້ນ​ຕໍ່ໆໄປ. ລາວ​ຈະ​ມີ​ຄວາມ​ສຸກ​ແທ້ໆທີ່​ຮູ້​ວ່າ​ຕົວຢ່າງ​ຂອງ​ລາວ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ເຊື່ອ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຕະຫຼອດ​ຫຼາຍ​ພັນ​ປີ! ໃນ​ອຸທິຍານ ລາວ​ຈະ​ຮຽນ​ຮູ້​ວ່າ​ການ​ຖວາຍ​ເຄື່ອງ​ບູຊາ​ເທິງ​ພູເຂົາ​ໂມລີຢາ​ເປັນ​ພາບ​ສະແດງ​ເຖິງ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ. (ເຫບເລີ 11:19) ອັບລາຫາມ​ຈະ​ຮຽນ​ຮູ້​ວ່າ​ຄວາມ​ເຈັບ​ປວດ​ໃຈ​ທີ່​ລາວ​ຮູ້ສຶກ​ໃນ​ຕອນ​ທີ່​ກຽມ​ຖວາຍ​ອີຊາກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຫຼາຍ​ລ້ານ​ຄົນ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ເຈັບ​ປວດ​ໃຈ​ຂອງ​ພະ​ເຢໂຫວາ​ເມື່ອ​ພະອົງ​ໄດ້​ມອບ​ພະ​ເຍຊູ​ຄລິດ​ໃຫ້​ເປັນ​ຄ່າໄຖ່​ສຳລັບ​ມະນຸດ. (ໂຢຮັນ 3:16) ຕົວຢ່າງ​ຂອງ​ອັບລາຫາມ​ໄດ້​ຊ່ວຍ​ພວກ​ເຮົາ​ທຸກ​ຄົນ​ໃຫ້​ຮູ້​ຄຸນຄ່າ​ຫຼາຍ​ຂຶ້ນ​ຕໍ່​ຄ່າໄຖ່​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ!

17. ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ ແລະ​ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ອັບລາຫາມ. ຄື​ກັບ​ອັບລາຫາມ ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ປະສົບການ. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ​ຕໍ່ໆໄປ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ພະອົງ​ອວຍ​ພອນ​ແລະ​ປົກ​ປ້ອງ​ເຮົາ. (ອ່ານ​ເຫບເລີ 6:10-12) ຂໍ​ໃຫ້​ພະ​ເຢໂຫວາ​ເປັນ​ເພື່ອນ​ຂອງ​ເຮົາ​ຕະຫຼອດ​ໄປ! ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ອີກ​ສາມ​ຕົວຢ່າງ​ກ່ຽວ​ກັບ​ບຸກຄົນ​ທີ່​ສັດ​ຊື່​ເຊິ່ງ​ໄດ້​ກາຍ​ເປັນ​ເພື່ອນ​ສະໜິດ​ຂອງ​ພະເຈົ້າ.

^ [1] (ຂໍ້ 3) ທຳອິດ ຊື່​ຂອງ​ອັບ​ລາຫາບ​ແມ່ນ​ອັບລາມ ແລະ​ຊາລາ​ແມ່ນ​ຊາລາຍ. ແຕ່ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ໃຊ້​ຊື່​ທີ່​ພະ​ເຢໂຫວາ​ໄດ້​ຕັ້ງ​ໃຫ້​ເຂົາ​ເຈົ້າ.