ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ດ້ວຍ​ຄວາມ​ຍິນດີ

ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ດ້ວຍ​ຄວາມ​ຍິນດີ

ຂໍ​ໃຫ້​ຄິດ​ເຖິງ​ມື້​ທີ່​ເຈົ້າ​ມີ​ຄວາມ​ສຸກ​ທີ່​ສຸດ​ໃນ​ຊີວິດ. ເມື່ອ​ເຈົ້າ​ແຕ່ງ​ດອງ​ຫຼື​ເມື່ອ​ເຈົ້າ​ໄດ້​ລູກ​ຄົນ​ທຳອິດ ຫຼື​ເມື່ອ​ເຈົ້າ​ຮັບ​ບັບເຕມາ​ບໍ? ເບິ່ງ​ຄື​ວ່າ​ມື້​ນັ້ນ​ເປັນ​ມື້​ສຳຄັນ​ທີ່​ສຸດ​ແລະ​ໜ້າ​ຍິນດີ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ໃນ​ມື້​ນັ້ນ ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ດີ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ເຈົ້າ​ພິສູດ​ຕົວ​ວ່າ​ເຈົ້າ​ຮັກ​ພະເຈົ້າ​ດ້ວຍ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ!—ມາລະໂກ 12:30

ເປັນ​ໄປ​ໄດ້​ຫຼາຍ​ທີ່​ເຈົ້າ​ໄດ້​ປະສົບ​ກັບ​ຄວາມ​ຍິນດີ​ຢ່າງ​ຍິ່ງ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ນັບ​ຕັ້ງ​ແຕ່​ມື້​ທີ່​ເຈົ້າ​ຮັບ​ບັບເຕມາ. ແຕ່​ຜູ້​ປະກາດ​ຫຼາຍ​ຄົນ​ໄດ້​ສູນ​ເສຍ​ຄວາມ​ຍິນດີ​ທີ່​ເຂົາ​ເຈົ້າ​ເຄີຍ​ມີ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເກີດ​ຂຶ້ນ? ເຮົາ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ດ້ວຍ​ຄວາມ​ຍິນດີ?

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ສູນ​ເສຍ​ຄວາມ​ຍິນດີ?

ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ. ຍ້ອນ​ຫຍັງ? ກໍ​ຍ້ອນ​ພະ​ເຢໂຫວາ​ສັນຍາ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຈະ​ກຳຈັດ​ໂລກ​ທີ່​ຊົ່ວ​ຮ້າຍ​ນີ້​ແລະ​ນຳ​ເອົາ​ໂລກ​ໃໝ່​ຂອງ​ພະເຈົ້າ​ເຂົ້າ​ມາ​ປ່ຽນ​ແທນ. ຊາກາລີ 1:14 ບອກ​ວ່າ: “ວັນ​ອັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ມາ​ໃກ້​ແລ້ວ. ວັນ​ນັ້ນ​ຫຍັບ​ມາ​ໂດຍ​ເຮວ.” ແຕ່​ຖ້າ​ເຮົາ​ຮູ້ສຶກ​ວ່າ​ເຮົາ​ຕ້ອງ​ຄອຍ​ຖ້າ​ດົນ​ກວ່າ​ທີ່​ເຮົາ​ຄາດ​ຫວັງ​ໄວ້ ເຮົາ​ອາດ​ສູນ​ເສຍ​ຄວາມ​ຍິນດີ​ທີ່​ເຮົາ​ເຄີຍ​ມີ. ສິ່ງ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ຊ້າ​ລົງ​ໃນ​ການ​ຮັບໃຊ້​ພະເຈົ້າ.—ສຸພາສິດ 13:12

ເມື່ອ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຮົາ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ໜູນ​ກຳລັງ​ໃຈ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ດ້ວຍ​ຄວາມ​ຍິນດີ. ການ​ປະພຶດ​ທີ່​ດີ​ຂອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ອາດ​ດຶງ​ດູດ​ໃຈ​ເຮົາ​ໃຫ້​ເຂົ້າ​ມາ​ຫາ​ການ​ນະມັດສະການ​ແທ້​ແລະ​ຊ່ວຍ​ເຮົາ​ໃຫ້​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ. (1 ເປໂຕ 2:12) ແຕ່​ອາດ​ເກີດ​ຫຍັງ​ຂຶ້ນ​ຖ້າ​ພີ່​ນ້ອງ​ຊາຍ​ຫຼື​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຖືກ​ຕີ​ສອນ​ຍ້ອນ​ລາວ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ? ເລື່ອງ​ນີ້​ອາດ​ເຮັດ​ໃຫ້​ບາງ​ຄົນ​ໃນ​ປະຊາຄົມ​ທໍ້​ໃຈ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສູນ​ເສຍ​ຄວາມ​ຍິນດີ.

ການ​ນິຍົມ​ວັດຖຸ​ຍັງ​ສາມາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ຍິນດີ​ໄດ້. ເປັນ​ໄປ​ໄດ້​ແນວ​ໃດ? ໂລກ​ທີ່​ຊາຕານ​ປົກຄອງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ຄວນ​ຊື້​ສິ່ງ​ຕ່າງໆເຊິ່ງ​ທີ່​ຈິງ​ແລ້ວ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຈື່​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້ ເຫດ​ວ່າ​ເພິ່ນ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ. ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” (ມັດທາຍ 6:24) ເຮົາ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ພະຍາຍາມ​ສວຍ​ເອົາ​ທຸກ​ສິ່ງ​ທີ່​ສວຍ​ເອົາ​ໄດ້​ຈາກ​ໂລກ​ນີ້.

ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ

ການ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພາລະ​ໜັກ​ສຳລັບ​ຄົນ​ທີ່​ຮັບໃຊ້​ພະອົງ. (1 ໂຢຮັນ 5:3) ຂໍ​ໃຫ້​ຈື່​ທີ່​ພະ​ເຍຊູ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ໜັກ ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ. ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ​ແລະ​ຮຽນ​ຮູ້​ດ້ວຍ​ເຮົາ ເພາະ​ວ່າ​ເຮົາ​ມີ​ໃຈ​ອ່ອນ​ຫວານ​ແລະ​ຖ່ອມ​ໃຈ​ລົງ ແລະ​ທ່ານ​ທັງ​ຫຼາຍ​ຈະ​ພົບ​ຄວາມ​ເຊົາ​ເມື່ອຍ​ໃນ​ຈິດ​ໃຈ​ຂອງ​ທ່ານ. ເຫດ​ວ່າ​ແອກ​ຂອງ​ເຮົາ​ກໍ​ງ່າຍ​ແລະ​ເຄື່ອງ​ແບກ​ຂອງ​ເຮົາ​ກໍ​ເບົາ.” (ມັດທາຍ 11:28-30) ການ​ເປັນ​ຄລິດສະຕຽນ​ແທ້​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ​ແລະ​ມີ​ຄວາມ​ຍິນດີ. ແນ່ນອນ​ວ່າ​ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ແຕ່​ຕອນ​ນີ້​ຂໍ​ໃຫ້​ເຮົາ​ພິຈາລະນາ​ສາມ​ເຫດຜົນ.—ຫາບາກຸກ 3:18

ເຮົາ​ຮັບໃຊ້​ຜູ້​ປະທານ​ຊີວິດ​ໃຫ້​ແກ່​ເຮົາ​ເຊິ່ງ​ເປັນ​ພະເຈົ້າ​ຜູ້​ມີ​ຄວາມ​ສຸກ. (ກິດຈະການ 17:28; 1 ຕີໂມເຕ 1:11) ເຮົາ​ສຳນຶກ​ວ່າ​ເປັນ​ໜີ້​ຊີວິດ​ຕໍ່​ກັບ​ຜູ້​ທີ່​ສ້າງ​ເຮົາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຮັບໃຊ້​ພະອົງ​ຕໍ່ໆໄປ​ດ້ວຍ​ຄວາມ​ຍິນດີ ເຖິງ​ວ່າ​ຈະ​ຜ່ານ​ໄປ​ຫຼາຍ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ເຮົາ​ຮັບ​ບັບເຕມາ.

ເຮັກເຕີ​ຮັກສາ​ຄວາມ​ຍິນດີ​ຂອງ​ລາວ​ໂດຍ​ການ​ຈົດ​ຈຳ​ຄວາມ​ຫວັງ​ເລື່ອງ​ລາຊະອານາຈັກ​ແລະ​ຮັກສາ​ຄວາມ​ກະຕືລືລົ້ນ

ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຂອງ​ພີ່​ນ້ອງ​ເຮັກເຕີ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ໃນ​ຖານະ​ເປັນ​ຜູ້​ດູ​ແລ​ເດີນ​ທາງ​ເປັນ​ເວລາ 40 ປີ​ແລ້ວ. ເຖິງ​ວ່າ “ອາຍຸ​ສູງ​ແລ້ວ” ແຕ່​ລາວ​ຍັງ​ມີ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (ຄຳເພງ 92:12-14) ຄວາມ​ເຈັບ​ປ່ວຍ​ຂອງ​ເມຍ​ໄດ້​ຈຳກັດ​ສິ່ງ​ທີ່​ລາວ​ສາມາດ​ເຮັດ​ໄດ້​ໃນ​ການ​ຮັບໃຊ້​ພະເຈົ້າ. ແຕ່​ພີ່​ນ້ອງ​ເຮັກເຕີ​ບໍ່​ໄດ້​ສູນ​ເສຍ​ຄວາມ​ຍິນດີ. ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ເປັນ​ເລື່ອງ​ໜ້າ​ເສົ້າໃຈ​ທີ່​ເຫັນ​ສຸຂະພາບ​ຂອງ​ເມຍ​ຊຸດໂຊມ​ລົງ​ເທື່ອ​ລະ​ເລັກ​ລະ​ໜ້ອຍ ແລະ​ການ​ເບິ່ງ​ແຍງ​ລາວ​ກໍ​ບໍ່​ງ່າຍ ແຕ່​ຂ້ອຍ​ບໍ່​ຍອມ​ໃຫ້​ສິ່ງ​ນີ້​ພາກ​ຄວາມ​ຍິນດີ​ຂອງ​ຂ້ອຍ​ໄປ​ຈາກ​ການ​ຮັບໃຊ້​ພະເຈົ້າ​ອົງ​ທ່ຽງ​ແທ້. ການ​ຮູ້​ວ່າ​ຂ້ອຍ​ເປັນ​ໜີ້​ຊີວິດ​ຕໍ່​ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ມະນຸດ​ໂດຍ​ມີ​ຈຸດ​ປະສົງ ນັ້ນ​ກໍ​ມີ​ເຫດຜົນ​ພຽງ​ພໍ​ທີ່​ຈະ​ຮັກ​ພະອົງ​ຢ່າງ​ສຸດ​ຊຶ້ງ​ແລະ​ຮັບໃຊ້​ພະອົງ​ດ້ວຍ​ສິ້ນ​ສຸດ​ຫົວໃຈ. ຂ້ອຍ​ພະຍາຍາມ​ຮັກສາ​ຄວາມ​ກະຕືລືລົ້ນ​ໃນ​ການ​ປະກາດ​ແລະ​ຮັກສາ​ຄວາມ​ຫວັງ​ເລື່ອງ​ລາຊະອານາຈັກ​ໃຫ້​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຄວາມ​ຄິດ​ເພື່ອ​ຂ້ອຍ​ຈະ​ບໍ່​ສູນ​ເສຍ​ຄວາມ​ຍິນດີ.”

ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ຄ່າໄຖ່ ເຊິ່ງ​ເຮັດ​ໃຫ້​ເຮົາ​ສາມາດ​ມີ​ຊີວິດ​ທີ່​ໜ້າ​ຍິນດີ. ທີ່​ຈິງ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ​ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” (ໂຢຮັນ 3:16) ແມ່ນ​ແລ້ວ ບາບ​ຂອງ​ເຮົາ ສາມາດ​ໄດ້​ຮັບ​ການ​ໃຫ້​ອະໄພ​ແລະ​ເຮົາ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ໃຫ້​ດ້ວຍ​ຄວາມ​ຮັກ. ນີ້​ເປັນ​ເຫດຜົນ​ທີ່​ດີ​ເລີດ​ແທ້ໆທີ່​ເຮົາ​ຄວນ​ຈະ​ຂອບໃຈ! ແລະ​ການ​ທີ່​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຈະ​ກະຕຸ້ນ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ.

ເຄ​ຊູ​ສ​ໄດ້​ປັບ​ຊີວິດ​ໃຫ້​ຮຽບ​ງ່າຍ​ຂຶ້ນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ​ເປັນ​ເວລາ​ຫຼາຍ​ປີ

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່ ເຄ​ຊູ​ສ ອາໄສ​ທີ່​ເຄີຍ​ອາໄສ​ຢູ່​ປະເທດ​ເມັກຊິກ ລາວ​ໄດ້​ເວົ້າ​ວ່າ: “ຂ້ອຍ​ເປັນ​ທາດ​ຂອງ​ວຽກ ບາງ​ເທື່ອ​ຂ້ອຍ​ກໍ​ເຮັດ​ວຽກ​ຮອດ​ຫ້າ​ກະ​ຕິດ​ຕໍ່​ກັນ​ເຖິງ​ວ່າ​ບໍ່​ມີ​ຂໍ້​ຮຽກ​ຮ້ອງ​ໃຫ້​ເຮັດ. ຂ້ອຍ​ເຮັດ​ເພື່ອ​ຈະ​ໄດ້​ເງິນ​ຕື່ມ. ຈາກ​ນັ້ນ ຂ້ອຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ພະອົງ​ໄດ້​ມອບ​ລູກ​ຊາຍ​ທີ່​ພະອົງ​ຮັກ​ຫຼາຍ​ໃຫ້​ສຳລັບ​ມະນຸດ. ຂ້ອຍ​ມີ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ທີ່​ຈະ​ຮັບໃຊ້​ພະອົງ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ ແລະ​ຫຼັງ​ຈາກ​ທີ່​ເຮັດ​ວຽກ​ໃຫ້​ບໍລິສັດ​ເປັນ​ເວລາ 28 ປີ ຂ້ອຍ​ໄດ້​ຕັດສິນ​ໃຈ​ລາ​ອອກ​ແລະ​ເລີ່ມ​ຮັບໃຊ້​ເຕັມ​ເວລາ.” ນີ້​ເປັນ​ວິທີ​ທີ່​ພີ່​ນ້ອງ​ເຄ​ຊູ​ສ​ເລີ່ມ​ຕົ້ນ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ.

ເຮົາ​ໃຊ້​ຊີວິດ​ທີ່​ສະອາດ​ທາງ​ດ້ານ​ສິນລະທຳ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ຊີວິດ​ຂອງ​ເຈົ້າ​ເປັນ​ແນວ​ໃດ​ກ່ອນ​ມາ​ຮູ້ຈັກ​ພະ​ເຢໂຫວາ? ອັກຄະສາວົກ​ໂປໂລ​ເຕືອນ​ຄລິດສະຕຽນ​ໃນ​ເມືອງ​ໂລມ​ວ່າ “ເມື່ອ​ກ່ອນ​ທ່ານ​ທັງ​ຫຼາຍ​ເປັນ​ທາດ​ຂອງ​ການ​ບາບ” ແຕ່​ໄດ້​ກາຍ​ມາ​ເປັນ “ທາດ​ຂອງ​ຄວາມ​ຊອບທຳ.” ຍ້ອນ​ວ່າ​ເຂົາ​ເຈົ້າ​ກຳລັງ​ໃຊ້​ຊີວິດ​ທີ່​ສະອາດ ເຂົາ​ເຈົ້າ​ສາມາດ​ຄອຍ​ຖ້າ​ຊີວິດ​ຕະຫຼອດ​ໄປ. (ໂລມ 6:17-22) ເຮົາ​ກໍ​ເຊັ່ນ​ກັນ​ໄດ້​ຕິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຫຼຸດ​ພົ້ນ​ຈາກ​ຄວາມ​ເສົ້າໃຈ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ໃຊ້​ຊີວິດ​ໃນ​ແບບ​ທີ່​ຜິດ​ສິນລະທຳ ຫຼື​ທີ່​ມັກ​ຄວາມ​ຮຸນແຮງ. ເຮົາ​ມີ​ຄວາມ​ຍິນດີ​ແທ້ໆທີ່​ໄດ້​ຫຼຸດ​ພົ້ນ!

“ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ມີ​ຄວາມ​ສຸກ​ທີ່​ສຸດ​ໃນ​ຊີວິດ​ແມ່ນ​ການ​ໃຊ້​ເວລາ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.”—ໄຮ​ເມ

ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຂອງ​ໄຮ​ເມ ເຊິ່ງ​ເຄີຍ​ເປັນ​ຄົນ​ທີ່​ເຊື່ອ​ໃນ​ເລື່ອງ​ວິວັດທະນາການ​ແລະ​ບໍ່​ເຊື່ອ​ໃນ​ເລື່ອງ​ພະເຈົ້າ ແລະ​ລາວ​ຍັງ​ເປັນ​ນັກ​ມວຍ​ນຳ​ອີກ. ໄຮ​ເມ​ເລີ່ມ​ຕົ້ນ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆແລະ​ໄດ້​ສຳຜັດ​ໃນ​ຄວາມ​ຮັກ​ທີ່​ລາວ​ພົບ​ເຫັນ​ຢູ່​ທີ່​ນັ້ນ. ເພື່ອ​ຈະ​ປະ​ຖິ້ມ​ຮູບ​ແບບ​ຊີວິດ​ເກົ່າໆ ໄຮ​ເມ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະອົງ. ໄຮ​ເມ​ເວົ້າ​ວ່າ “ເທື່ອ​ລະ​ເລັກ​ລະ​ໜ້ອຍ ຂ້ອຍ​ໄດ້​ຄົ້ນ​ພົບ​ວ່າ​ມີ​ພໍ່​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ແລະ​ມີ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ. ການ​ຮັກສາ​ມາດຕະຖານ​ທີ່​ຊອບທຳ​ຂອງ​ພະ​ເຢໂຫວາ​ເປັນ​ການ​ປົກ​ປ້ອງ​ສຳລັບ​ຂ້ອຍ. ຖ້າ​ຂ້ອຍ​ບໍ່​ປ່ຽນ​ແປງ​ຊີວິດ ຂ້ອຍ​ອາດ​ຖືກ​ຂ້າ​ຄື​ກັບ​ພວກ​ໝູ່​ເກົ່າ​ບາງ​ຄົນ​ທີ່​ເປັນ​ນັກ​ມວຍ. ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ມີ​ຄວາມ​ສຸກ​ທີ່​ສຸດ​ໃນ​ຊີວິດ​ແມ່ນ​ການ​ໃຊ້​ເວລາ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.”

ຢ່າ​ຍອມ​ແພ້!

ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ໃນ​ຂະນະ​ທີ່​ຄອຍ​ຖ້າ​ອະວະສານ​ຂອງ​ໂລກ​ຊົ່ວ​ນີ້? ຂໍ​ໃຫ້​ຈື່​ວ່າ ເຮົາ​ກຳລັງ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະເຈົ້າ​ແລະ​ກຳລັງ​ຄອຍ​ຖ້າ​ຊີວິດ​ຕະຫຼອດ​ໄປ. ດັ່ງ​ນັ້ນ “ພວກ​ເຮົາ​ຢ່າ​ອ່ອນ​ແຮງ​ໄປ​ກະທຳ​ການ​ດີ ເພາະ​ວ່າ​ຖ້າ​ເຮົາ​ທັງ​ຫຼາຍ​ບໍ່​ອ່ອນ​ໃຈ​ໄປ ເຮົາ​ຈະ​ກ່ຽວ​ເກັບ​ໝາກ​ໃນ​ເວລາ​ອັນ​ສົມຄວນ.” (ຄາລາຊີ 6:8, 9) ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ຂໍ​ໃຫ້​ເຮົາ​ອົດ​ທົນ​ແລະ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ປູກ​ຝັງ​ຄຸນ​ລັກສະນະ​ຕ່າງໆທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ລອດ​ຜ່ານ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ດ້ວຍ​ຄວາມ​ຍິນດີ.—ຄຳປາກົດ 7:9, 13, 14; ຢາໂກໂບ 1:2-4

ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ສຳລັບ​ຄວາມ​ອົດ​ທົນ​ຂອງ​ເຮົາ​ເພາະ​ພະອົງ​ຮູ້ຈັກ​ວຽກ​ທີ່​ເຮົາ​ເຮັດ​ແລະ​ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ພະອົງ​ແລະ​ຕໍ່​ຊື່​ຂອງ​ພະອົງ. ຖ້າ​ເຮົາ​ຮັບໃຊ້​ພະອົງ​ຕໍ່ໆໄປ​ດ້ວຍ​ຄວາມ​ຍິນດີ ເຮົາ​ຈະ​ເປັນ​ຄື​ກັບ​ດາວິດ​ຜູ້​ຂຽນ​ຄຳເພງ​ເຊິ່ງ​ເວົ້າ​ວ່າ: “ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ໃຫ້​ມີ​ພະ​ເຢໂຫວາ​ຢູ່​ພາຍ​ໜ້າ​ຂ້າ​ນ້ອຍ​ເລື້ອຍ​ບໍ່​ຂາດ. ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນໄຫວ​ຍ້ອນ​ພະອົງ​ສະຖິດ​ຢູ່​ຂ້າງ​ຂວາ​ຂ້າ​ນ້ອຍ. ເຫດ​ສັນນີ້​ໃຈ​ຂ້າ​ນ້ອຍ​ກໍ​ຊົມຊື່ນ​ຍິນດີ​ແລະ​ຈິດ​ຂ້າ​ນ້ອຍ​ກໍ​ຊື່ນ​ໃຈ. ເນື້ອ​ໜັງ​ຂ້າ​ນ້ອຍ​ດ້ວຍ​ກໍ​ຈະ​ຢູ່​ເຢັນ​ເປັນ​ສຸກ​ໃນ​ຄວາມ​ໄວ້​ໃຈ.”—ຄຳເພງ 16:8, 9