ຮຽນແບບເພື່ອນທີ່ໃກ້ຊິດຂອງພະເຢໂຫວາ
‘ມິດຕະພາບທີ່ໃກ້ຊິດຂອງພະເຢໂຫວາແມ່ນສຳລັບຄົນທັງຫຼາຍທີ່ຢ້ານຢຳພະອົງ.’—ຄຳເພງ 25:14
ເພງ: 106, 118
1-3. (ກ) ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າເຮົາສາມາດກາຍເປັນເພື່ອນຂອງພະເຈົ້າໄດ້? (ຂ) ພວກເຮົາແຕ່ລະຄົນຈະພິຈາລະນາຫຍັງໃນບົດຄວາມນີ້?
ໃນຄຳພີໄບເບິນ ອັບລາຫາມຖືກເອີ້ນວ່າມິດສະຫາຍຂອງພະເຈົ້າເຖິງສາມຄັ້ງ. (2 ຂ່າວຄາວ 20:7; ເອຊາອີ 41:8; ຢາໂກໂບ 2:23) ລາວເປັນຄົນດຽວເທົ່ານັ້ນທີ່ຄຳພີໄບເບິນເອີ້ນຢ່າງກົງໄປກົງມາວ່າເປັນມິດສະຫາຍຂອງພະເຈົ້າ. ນີ້ໝາຍຄວາມວ່າມີພຽງອັບລາຫາມເທົ່ານັ້ນບໍທີ່ເຄີຍເປັນມິດສະຫາຍຂອງພະເຈົ້າ? ບໍ່ແມ່ນ. ຄຳພີໄບເບິນສະແດງໃຫ້ເຫັນວ່າພວກເຮົາທຸກຄົນສາມາດໄດ້ຮັບສິດທິພິເສດເຊັ່ນນັ້ນໄດ້.
2 ຄຳພີໄບເບິນມີບັນທຶກກ່ຽວກັບເລື່ອງຂອງຊາຍຍິງທີ່ສັດຊື່ຫຼາຍຄົນເຊິ່ງຢ້ານຢຳພະເຢໂຫວາ ສະແດງຄວາມເຊື່ອໃນພະອົງ ແລະເປັນເພື່ອນສະໜິດຂອງພະອົງ. (ອ່ານຄຳເພງ 25:14) ເຂົາເຈົ້າເປັນສ່ວນໜຶ່ງຂອງ “ພິຍານຝູງໃຫຍ່” ທີ່ໂປໂລກ່າວເຖິງ ແລະຄົນເຫຼົ່ານີ້ທຸກຄົນໄດ້ເປັນເພື່ອນກັບພະເຈົ້າແບບສ່ວນຕົວ.—ເຫບເລີ 12:1
3 ຂໍໃຫ້ເຮົາພິຈາລະນາຢ່າງລະອຽດກ່ຽວກັບເພື່ອນສາມຄົນຂອງພະເຢໂຫວາເຊິ່ງມີການກ່າວໄວ້ໃນຄຳພີໄບເບິນ ຄື: (1) ລຶດຜູ້ເປັນແມ່ໝ້າຍສາວທີ່ພັກດີຈາກແຜ່ນດິນໂມອາບ (2) ເອເຊເກຍເຊຜູ້ເປັນກະສັດທີ່ສັດຊື່ຂອງອານາຈັກຢູດາ ແລະ (3) ມາລີຜູ້ຖ່ອມຕົວເຊິ່ງເປັນແມ່ຂອງພະເຍຊູ. ເຮົາສາມາດຮຽນຮູ້ຫຍັງຈາກວິທີທີ່ເຂົາເຈົ້າແຕ່ລະຄົນກາຍເປັນເພື່ອນຂອງພະເຈົ້າ?
ລາວສະແດງຄວາມຮັກພັກດີ
4, 5. ລຶດຕ້ອງຕັດສິນໃຈໃນເລື່ອງໃດທີ່ຍາກຫຼາຍ ແລະເປັນຫຍັງຈຶ່ງເປັນເລື່ອງທີ່ຍາກ? (ເບິ່ງຮູບທຳອິດ)
4 ນາໂອມິແລະລູກໃພ້ສອງຄົນ ຄື: ລຶດແລະໂອລາຟາກຳລັງຍ່າງໃນໄລຍະທາງທີ່ໄກ ຈາກແຜ່ນດິນໂມອາບໄປປະເທດອິດສະລາແອນ. ໃນລະຫວ່າງການເດີນທາງ ໂອລາຟາໄດ້ຕັດສິນໃຈທີ່ຈະກັບເມືອບ້ານເກີດຂອງຕົນທີ່ຢູ່ໂມອາບ. ແຕ່ນາໂອມິໄດ້ຕັ້ງໃຈທີ່ຈະກັບເມືອບ້ານເກີດຂອງລາວທີ່ປະເທດອິດສະລາແອນ. ແລ້ວລຶດເດຈະຕັດສິນໃຈແນວໃດ? ການຕັດສິນໃຈໃນເລື່ອງນີ້ຍາກຫຼາຍ ເພາະລາວຕ້ອງເລືອກວ່າຈະກັບໄປຢູ່ກັບຄອບຄົວທີ່ໂມອາບ ຫຼືຈະຢູ່ກັບນາໂອມິແມ່ຍ່າຂອງລາວແລ້ວເດີນທາງໄປເມືອງເບດເລເຫມ.—ລຶດ 1:1-8, 14
5 ຄອບຄົວຂອງລຶດຢູ່ໂມອາບ ດັ່ງນັ້ນ ລາວສາມາດກັບໄປຢູ່ນຳຄອບຄົວແລະບາງທີເຂົາເຈົ້າອາດຈະເບິ່ງແຍງລາວ. ລຶດຄຸ້ນເຄີຍດີກັບຜູ້ຄົນ ພາສາ ແລະວັດທະນະທຳຂອງຄົນໂມອາບ. ແຕ່ນາໂອມິບໍ່ສາມາດໃຫ້ຄຳສັນຍາໃດໆກັບລຶດກ່ຽວກັບເລື່ອງເຫຼົ່ານີ້ເມື່ອໄປເຖິງເມືອງເບດເລເຫມ. ນາໂອມິຍັງຢ້ານວ່າລາວຈະບໍ່ສາມາດມີເຮືອນໃຫ້ລຶດຢູ່ ຫຼືຊອກຫາຄູ່ໃຫ້ລຶດໄດ້. ດັ່ງນັ້ນ ນາໂອມິຈຶ່ງບອກລຶດໃຫ້ກັບໄປໂມອາບ. ດັ່ງທີ່ເຮົາໄດ້ເຫັນແລ້ວ ໂອລາຟາ “ໄດ້ຫຼົບໄປຢູ່ນຳຍາຕິພີ່ນ້ອງແລະຮູບພະທັງຫຼາຍແຫ່ງຕົນ.” (ລຶດ 1:9-15) ແຕ່ລຶດຕັດສິນໃຈທີ່ຈະບໍ່ກັບໄປຢູ່ກັບຍາດພີ່ນ້ອງແລະພະປອມຂອງພວກເຂົາເຈົ້າ.
6. (ກ) ລຶດເຮັດການເລືອກແບບໃດທີ່ສຸຂຸມ? (ຂ) ເປັນຫຍັງໂບອາດຈຶ່ງເວົ້າວ່າລຶດໄດ້ມາເພິ່ງໃຕ້ປີກຂອງພະເຢໂຫວາ?
6 ເບິ່ງຄືວ່າລຶດໄດ້ຮຽນຮູ້ກ່ຽວກັບພະເຢໂຫວາຈາກຜົວຂອງລາວຫຼືຈາກນາໂອມິ. ລາວໄດ້ຮຽນຮູ້ວ່າພະເຢໂຫວາບໍ່ຄືກັບພະຂອງໂມອາບ. ລຶດຮັກພະເຢໂຫວາແລະຮູ້ວ່າພະອົງສົມຄວນໄດ້ຄວາມຮັກແລະການນະມັດສະການຈາກລາວ. ດັ່ງນັ້ນ ລຶດຈຶ່ງເລືອກຢ່າງສຸຂຸມ. ລາວບອກນາໂອມິວ່າ: “ຍາຕິພີ່ນ້ອງຂອງຍ່າຈະເປັນພີ່ນ້ອງຂອງກະບາດດ້ວຍ ແລະພະເຈົ້າຂອງຍ່າຈະເປັນພະເຈົ້າຂອງກະບາດດ້ວຍ.” (ລຶດ 1:16) ເມື່ອຄິດກ່ຽວກັບຄວາມຮັກທີ່ລຶດໄດ້ສະແດງຕໍ່ນາໂອມິ ເລື່ອງນີ້ໄດ້ກະທົບໃສ່ຫົວໃຈຂອງເຮົາ. ແຕ່ສິ່ງທີ່ໜ້າປະທັບໃຈຫຼາຍກວ່າອີກແມ່ນຄວາມຮັກທີ່ລຶດມີຕໍ່ພະເຢໂຫວາ. ເລື່ອງນີ້ໄດ້ປະທັບໃຈໂບອາດເຊິ່ງຕໍ່ມາລາວໄດ້ຊົມເຊີຍລຶດທີ່ ‘ໄດ້ມາເພິ່ງໃຕ້ປີກຂອງພະເຢໂຫວາ.’ (ອ່ານລຶດ 2:12) ຄຳເວົ້າທີ່ໂບອາດໃຊ້ອາດເຕືອນເຮົາເຖິງວິທີທີ່ລູກນົກຊອກຫາບ່ອນຄຸ້ມໄພພາຍໃຕ້ປີກຂອງພໍ່ແມ່. (ຄຳເພງ 36:7; 91:1-4) ໃນວິທີທີ່ຄ້າຍຄືກັນ ພະເຢໂຫວາໃຫ້ລຶດໄດ້ຮັບການປົກປ້ອງທີ່ປ່ຽມດ້ວຍຄວາມຮັກແລະໃຫ້ລາງວັນສຳລັບຄວາມເຊື່ອຂອງລາວ. ລຶດບໍ່ມີເຫດຜົນໃດໆເລີຍທີ່ຈະເສຍໃຈທີ່ໄດ້ຕັດສິນໃຈແບບນັ້ນ.
7. ສິ່ງໃດອາດຊ່ວຍຄົນທີ່ລັງເລໃຈໃຫ້ອຸທິດຊີວິດໃຫ້ແກ່ພະເຢໂຫວາ?
7 ຫຼາຍຄົນຮຽນຮູ້ກ່ຽວກັບພະເຢໂຫວາ ແຕ່ບໍ່ໄດ້ເລືອກທີ່ຈະມາເພິ່ງພາພະອົງ. ເຂົາເຈົ້າລັງເລໃຈທີ່ຈະອຸທິດຊີວິດໃຫ້ແກ່ພະອົງແລະຮັບບັບເຕມາ. ຖ້າເຈົ້າຮູ້ສຶກຄ້າຍໆກັນນີ້ ໃຫ້ຄິດກ່ຽວກັບເຫດຜົນທີ່ເຮັດໃຫ້ເຈົ້າລັງເລໃຈ. ທຸກຄົນນະມັດສະການພະເຈົ້າອົງໃດອົງໜຶ່ງຢູ່ແລ້ວ. (ໂຢຊວຍ 24:15) ແຕ່ການເລືອກຢ່າງສຸຂຸມແມ່ນການເລືອກຮັບໃຊ້ພະເຈົ້າອົງທ່ຽງແທ້. ເມື່ອອຸທິດຕົວໃຫ້ແກ່ພະເຢໂຫວາ ເຈົ້າສະແດງໃຫ້ເຫັນວ່າເຈົ້າມີຄວາມເຊື່ອທີ່ວ່າພະອົງຈະເປັນບ່ອນຄຸ້ມໄພສຳລັບເຈົ້າ. ເຖິງວ່າເຈົ້າອາດປະສົບບັນຫາໃດໆກໍຕາມ ພະອົງຈະຊ່ວຍເຈົ້າໃຫ້ຮັບໃຊ້ພະອົງໄດ້ຕໍ່ໆໄປ ຄືກັບທີ່ພະເຢໂຫວາໄດ້ເຮັດສຳລັບລຶດ.
‘ລາວໄດ້ຖືຮັກສາຄຳສັ່ງທັງຫຼາຍຂອງພະເຢໂຫວາ’
8. ຂໍໃຫ້ເລົ່າເຖິງພູມຫຼັງໃນຊີວິດຂອງເອເຊເກຍເຊ.
8 ພູມຫຼັງຂອງເອເຊເກຍເຊແຕກຕ່າງຫຼາຍຈາກພູມຫຼັງຂອງລຶດ. ເອເຊເກຍເຊໄດ້ເກີດຢູ່ໃນຊາດທີ່ໄດ້ອຸທິດຕົວໃຫ້ແກ່ພະເຢໂຫວາ. ແຕ່ບໍ່ແມ່ນວ່າຊາວອິດສະລາແອນທຸກຄົນເປັນຄົນສັດຊື່ຕໍ່ພະອົງສະເໝີ. ກະສັດອາກາຊ ພໍ່ຂອງເອເຊເກຍເຊເປັນຄົນຊົ່ວ. ລາວບໍ່ໄດ້ສະແດງຄວາມນັບຖືຕໍ່ວິຫານຂອງພະເຈົ້າແລະຊັກຊວນປະຊາຊົນໃຫ້ນະມັດສະການພະອື່ນ. ອາກາຊເຖິງຂັ້ນວ່າໄດ້ເຜົາອ້າຍນ້ອງບາງຄົນຂອງເອເຊເກຍເຊແບບເປັນໆເພື່ອຖວາຍເປັນເຄື່ອງບູຊາໃຫ້ກັບພະປອມ. ໃນຕອນທີ່ເປັນເດັກນ້ອຍ ເອເຊເກຍເຊມີປະສົບການທີ່ໂຫດຮ້າຍຫຼາຍ!—2 ກະສັດ 16:2-4, 10-17; 2 ຂ່າວຄາວ 28:1-3
9, 10. (ກ) ເປັນຫຍັງເອເຊເກຍເຊອາດຮູ້ສຶກເຄືອງໃຈ? (ຂ) ເປັນຫຍັງເຮົາຈຶ່ງບໍ່ຄວນຮູ້ສຶກເຄືອງໃຈຕໍ່ພະເຢໂຫວາ? (ຄ) ແລະເປັນຫຍັງເຮົາບໍ່ຄວນຄິດວ່າພູມຫຼັງທາງຄອບຄົວເປັນສິ່ງທີ່ກຳນົດວ່າເຮົາຈະເປັນຄົນແບບໃດ?
9 ຕົວຢ່າງທີ່ບໍ່ດີຂອງອາກາຊສາມາດເຮັດໃຫ້ເອເຊເກຍເຊມີເຫດຜົນທີ່ຈະຮູ້ສຶກເຄືອງໃຈຫຼືໃຈຮ້າຍໃຫ້ພະເຢໂຫວາ. ໃນທຸກມື້ນີ້ ບາງຄົນທີ່ຕ້ອງອົດທົນໜ້ອຍກວ່າເອເຊເກຍເຊຮູ້ສຶກວ່າເຂົາເຈົ້າມີເຫດຜົນທີ່ດີທີ່ຈະ “ເຄືອງໃຈຕໍ່ສູ້ພະເຢໂຫວາ” ຫຼືຄຽດໃຫ້ອົງການຂອງພະອົງ. (ສຸພາສິດ 19:3) ສ່ວນຄົນອື່ນໆຮູ້ສຶກວ່າພູມຫຼັງທາງຄອບຄົວອາດເປັນຕົ້ນເຫດທີ່ເຮັດໃຫ້ເຂົາເຈົ້າມີຊີວິດທີ່ບໍ່ດີຫຼືເຮັດຊໍ້າຄວາມຜິດຂອງພໍ່ແມ່. (ເອເຊກຽນ 18:2, 3) ແຕ່ຄວາມຄິດແບບນີ້ຖືກບໍ?
10 ຊີວິດຂອງເອເຊເກຍເຊໄດ້ພິສູດໃຫ້ເຫັນວ່າຄຳຕອບຂອງຄຳຖາມນັ້ນກໍຄືວ່າ ບໍ່ຖືກ! ບໍ່ເຄີຍມີເຫດຜົນທີ່ດີທີ່ຈະໃຈຮ້າຍໃຫ້ພະເຢໂຫວາ. ພະອົງບໍ່ໄດ້ເປັນຕົ້ນເຫດຂອງສິ່ງຊົ່ວຮ້າຍຕ່າງໆທີ່ເກີດຂຶ້ນກັບຜູ້ຄົນ. (ໂຢບ 34:10) ເປັນຄວາມຈິງທີ່ພໍ່ແມ່ສາມາດສອນລູກໃຫ້ເຮັດສິ່ງທີ່ດີຫຼືສິ່ງທີ່ຊົ່ວກໍໄດ້. (ສຸພາສິດ 22:6; ໂກໂລດ 3:21) ແຕ່ນີ້ບໍ່ໄດ້ໝາຍຄວາມວ່າພູມຫຼັງທາງຄອບຄົວຂອງເຮົາຈະເປັນສິ່ງທີ່ກຳນົດວ່າເຮົາຈະເປັນຄົນແບບໃດ. ຍ້ອນຫຍັງ? ກໍຍ້ອນວ່າພະເຢໂຫວາສ້າງເຮົາໃຫ້ມີອິດສະຫຼະທາງຄວາມຄິດ ເຊິ່ງໝາຍຄວາມວ່າເຮົາສາມາດເລືອກທີ່ຈະເຮັດສິ່ງທີ່ດີຫຼືສິ່ງທີ່ຊົ່ວກໍໄດ້. (ພະບັນຍັດ 30:19) ເອເຊເກຍເຊໄດ້ໃຊ້ຂອງປະທານທີ່ລໍ້າຄ່ານີ້ແນວໃດ?
11. ສິ່ງໃດທີ່ເຮັດໃຫ້ເອເຊຍເກເຊເປັນກະສັດອົງໜຶ່ງທີ່ດີທີ່ສຸດຂອງອານາຈັກຢູດາ?
11 ເຖິງວ່າພໍ່ຂອງເອເຊເກຍເຊເປັນກະສັດອົງໜຶ່ງທີ່ຊົ່ວທີ່ສຸດໃນອານາຈັກຢູດາ ແຕ່ເອເຊເກຍເຊກໍເປັນກະສັດອົງໜຶ່ງທີ່ດີທີ່ສຸດ. (ອ່ານ 2 ກະສັດ 18:5, 6) ລາວເລືອກທີ່ຈະບໍ່ເຮັດຕາມຕົວຢ່າງທີ່ບໍ່ດີຂອງພໍ່. ແທນທີ່ຈະເປັນແນວນັ້ນ ລາວເລືອກທີ່ຈະຟັງເປັນຢ່າງດີໃນສິ່ງທີ່ຜູ້ພະຍາກອນຂອງພະເຢໂຫວາ ໄດ້ບອກ ຄົນເຫຼົ່ານັ້ນແມ່ນ: ເອຊາອີ ມີເກ ແລະໂອເຊ. ລາວຕັ້ງໃຈເຮັດຕາມຄຳແນະນຳແລະການແກ້ໄຂຈາກເຂົາເຈົ້າ. ການເຮັດເຊັ່ນນີ້ກະຕຸ້ນລາວໃຫ້ແກ້ໄຂບັນຫາຕ່າງໆທີ່ພໍ່ຂອງລາວໄດ້ກໍ່ຂຶ້ນ. ລາວໄດ້ຊຳຮະວິຫານ ໄດ້ອະທິດຖານຂໍພະເຈົ້າໃຫ້ອະໄພສຳລັບຄວາມຜິດຂອງປະຊາຊົນ ແລະໄດ້ທຳລາຍຮູບພະຕ່າງໆທີ່ຢູ່ທົ່ວອານາຈັກ. (2 ຂ່າວຄາວ 29:1-11, 18-24; 31:1) ຕໍ່ມາເມື່ອຊານເກຣີບ ກະສັດອາຊີລີຂູ່ທີ່ມາບຸກໂຈມຕີເມືອງເຢຣຶຊາເລມ ເອເຊເກຍເຊໄດ້ສະແດງຄວາມກ້າຫານແລະຄວາມເຊື່ອທີ່ຍິ່ງໃຫຍ່. ລາວໄວ້ວາງໃຈໃນການປົກປ້ອງຈາກພະເຢໂຫວາແລະໄດ້ເສີມກຳລັງປະຊາຊົນໃຫ້ເຂັ້ມແຂງຂຶ້ນ. (2 ຂ່າວຄາວ 32:7, 8) ເມື່ອຮອດຈຸດໜຶ່ງຂອງຊີວິດ ເອເຊເກຍເຊໄດ້ກາຍເປັນຄົນອວດຕົວ ແຕ່ເມື່ອພະເຢໂຫວາແກ້ໄຂ ລາວໄດ້ສະແດງຄວາມຖ່ອມຕົວ. (2 ຂ່າວຄາວ 32:24-26) ເຫັນໄດ້ແຈ້ງວ່າ ເອເຊເກຍເຊເປັນຕົວຢ່າງທີ່ດີເລີດໃຫ້ແກ່ເຮົາເພື່ອຮຽນແບບ. ລາວບໍ່ໄດ້ປ່ອຍໃຫ້ພູມຫຼັງທາງຄອບຄົວມາທຳລາຍຊີວິດຂອງລາວ. ແທນທີ່ຈະເປັນເຊັ່ນນັ້ນ ເອເຊເກຍເຊສະແດງໃຫ້ເຫັນວ່າລາວເປັນເພື່ອນຂອງພະເຢໂຫວາ.
12. ຄືກັບເອເຊເກຍເຊ ຫຼາຍຄົນໃນທຸກມື້ນີ້ໄດ້ພິສູດແນວໃດວ່າເຂົາເຈົ້າເປັນເພື່ອນຂອງພະເຢໂຫວາ?
12 ໂລກໃນທຸກມື້ນີ້ມີແຕ່ຄວາມໂຫດຫ້ຽມແລະບໍ່ມີຄວາມຮັກ ແລະເດັກນ້ອຍຫຼາຍຄົນຈຶ່ງເຕີບໃຫຍ່ໂດຍຂາດຄວາມຮັກແລະຄວາມເອົາໃຈໃສ່ຈາກພໍ່ແມ່. (2 ຕີໂມເຕ 3:1-5) ເຖິງວ່າຄລິດສະຕຽນຫຼາຍຄົນໃນທຸກມື້ນີ້ມາຈາກຄອບຄົວເຊິ່ງມີພູມຫຼັງທີ່ຫຍຸ້ງຍາກ ແຕ່ເຂົາເຈົ້າກໍເລືອກທີ່ຈະສ້າງມິດຕະພາບກັບພະເຢໂຫວາ. ຄືກັບເອເຊເກຍເຊ ເຂົາເຈົ້າສະແດງໃຫ້ເຫັນວ່າພູມຫຼັງທາງຄອບຄົວບໍ່ໄດ້ເປັນສິ່ງທີ່ກຳນົດວ່າເຂົາເຈົ້າຈະເປັນຄົນແບບໃດໃນອະນາຄົດ. ພະເຢໂຫວາໄດ້ສ້າງເຮົາໃຫ້ມີອິດສະຫຼະທາງດ້ານຄວາມຄິດ ແລະເຮົາສາມາດເລືອກຮັບໃຊ້ແລະສັນລະເສີນພະອົງຄືກັບທີ່ເອເຊເກຍເຊໄດ້ເລືອກ.
“ຂ້າພະເຈົ້າເປັນຍິງ [ຂ້າ] ໃຊ້ຂອງພະເຢໂຫວາ”!
13, 14. ເປັນຫຍັງວຽກມອບໝາຍຂອງມາລີຈຶ່ງອາດເບິ່ງຄືວ່າເປັນເລື່ອງທີ່ຍາກແທ້ໆ ແຕ່ລາວຕອບສະໜອງແນວໃດຕໍ່ກັບຄຳກ່າວຂອງທູດສະຫວັນຄາບລຽນ?
13 ຫຼາຍປີຜ່ານໄປຫຼັງຈາກສະໄໝຂອງເອເຊເກຍເຊ ຍິງສາວຄົນໜຶ່ງຊື່ມາລີເຊິ່ງເປັນຄົນຖ່ອມຕົວ ລາວໄດ້ມີສາຍສຳພັນທີ່ພິເສດກັບພະເຢໂຫວາແລະໄດ້ຮັບວຽກມອບໝາຍພິເສດ. ລາວຈະຖືພາ ແລ້ວກໍໃຫ້ກຳເນີດແລະລ້ຽງລູກຊາຍຂອງພະເຈົ້າ! ພະເຢໂຫວາຕ້ອງຮັກແລະໄວ້ວາງໃຈມາລີແທ້ໆຈຶ່ງໃຫ້ລາວໄດ້ຮັບກຽດທີ່ໜ້າອັດສະຈັນເຊັ່ນນີ້. ແຕ່ມາລີມີທ່າທີແນວໃດໃນຕອນທຳອິດທີ່ໄດ້ຍິນກ່ຽວກັບວຽກມອບໝາຍນີ້?
14 ເຮົາເວົ້າເຖິງເລື້ອຍໆກ່ຽວກັບກຽດອັນຍິ່ງໃຫຍ່ທີ່ມາລີໄດ້ຮັບ. ແຕ່ມີເລື່ອງໃດແດ່ທີ່ອາດເຮັດໃຫ້ມາລີຮູ້ສຶກຢ້ານ? ຕົວຢ່າງເຊັ່ນ: ທູດສະຫວັນຄາບລຽນບອກວ່າມາລີຈະຖືພາໂດຍທີ່ບໍ່ຕ້ອງມີເພດສຳພັນກັບຜູ້ຊາຍ. ແຕ່ທູດສະຫວັນຄາບລຽນບໍ່ໄດ້ສະເໜີວ່າຈະອະທິບາຍໃຫ້ຄອບຄົວແລະຍາດພີ່ນ້ອງຂອງມາລີຮູ້ວ່າລາວຈະຖືພາໂດຍວິທີໃດ. ຄົນເຫຼົ່ານັ້ນຈະຄິດແນວໃດ? ມາລີຈະເຮັດໃຫ້ໂຢເຊບເຊື່ອໄດ້ແນວໃດວ່າລືກາ 1:26-38
ລາວບໍ່ໄດ້ນອກໃຈໂຢເຊບ? ນອກຈາກນັ້ນ ມາລີກໍມີຄວາມຮັບຜິດຊອບທີ່ຍິ່ງໃຫຍ່ໃນການລ້ຽງລູກຊາຍຂອງພະເຈົ້າໃນຖານະເປັນມະນຸດ! ເຮົາບໍ່ຮູ້ກ່ຽວກັບທຸກສິ່ງທີ່ມາລີກັງວົນ ແຕ່ວ່າເຮົາຮູ້ສິ່ງທີ່ລາວເຮັດຫຼັງຈາກທີ່ທູດສະຫວັນຄາບລຽນໄດ້ເວົ້າກັບລາວ. ມາລີເວົ້າວ່າ: “ຂ້າພະເຈົ້າເປັນຍິງ [ຂ້າ] ໃຊ້ຂອງພະເຢໂຫວາ. ຂໍໃຫ້ບັງເກີດແກ່ຂ້າພະເຈົ້າຕາມຖ້ອຍຄຳຂອງພະອົງ.”—15. ເປັນຫຍັງຄວາມເຊື່ອຂອງມາລີຈຶ່ງໂດດເດັ່ນ?
15 ຄວາມເຊື່ອຂອງມາລີໂດດເດັ່ນແທ້ໆ! ລາວພ້ອມຈະເຮັດໃນສິ່ງທີ່ຂໍໃຫ້ລາວເຮັດ ເຊິ່ງນັ້ນເປັນຄືກັບທີ່ຂ້າໃຊ້ຍິງຈະເຮັດ. ລາວເຊື່ອໝັ້ນວ່າພະເຢໂຫວາຈະເບິ່ງແຍງແລະປົກປ້ອງລາວ. ມາລີມີຄວາມເຊື່ອທີ່ເຂັ້ມແຂງເຊັ່ນນັ້ນໄດ້ແນວໃດ? ພວກເຮົາບໍ່ໄດ້ມີຄວາມເຊື່ອມາຕັ້ງແຕ່ເກີດ ແຕ່ເຮົາສາມາດມີຄວາມເຊື່ອໄດ້ຖ້າເຮົາປູກຝັງຄວາມເຊື່ອນັ້ນແລະອະທິດຖານຂໍໃຫ້ພະເຈົ້າອວຍພອນໃນຄວາມພະຍາຍາມຕ່າງໆຂອງເຮົາ. (ຄາລາຊີ 5:22; ເອເຟດ 2:8) ມາລີອອກຄວາມພະຍາຍາມຢ່າງໜັກເພື່ອເຮັດໃຫ້ຄວາມເຊື່ອຂອງລາວເຂັ້ມແຂງຂຶ້ນ. ເຮົາຮູ້ໄດ້ແນວໃດ? ຂໍໃຫ້ເຮົາພິຈາລະນາວິທີທີ່ມາລີຟັງແລະສິ່ງທີ່ລາວເວົ້າເຖິງ.
16. ສິ່ງໃດສະແດງໃຫ້ເຫັນວ່າມາລີເປັນຜູ້ຟັງທີ່ດີ?
16 ວິທີທີ່ມາລີຟັງ. ຄຳພີໄບເບິນບອກວ່າ ເຮົາຕ້ອງ ‘ວ່ອງໄວທີ່ຈະຟັງ ໃຫ້ຊ້າທີ່ຈະເວົ້າ.’ (ຢາໂກໂບ 1:19) ມາລີເປັນຜູ້ຟັງທີ່ດີ. ຄຳພີໄບເບິນສະແດງໃຫ້ເຫັນວ່າລາວຟັງຢ່າງລະອຽດຖີ່ຖ້ວນໃນສິ່ງຕ່າງໆທີ່ລາວໄດ້ຍິນ ໂດຍສະເພາະແມ່ນສິ່ງທີ່ລາວໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ. ລາວໃຊ້ເວລາເພື່ອຄິດຕຶກຕອງໃນສິ່ງຕ່າງໆທີ່ສຳຄັນເຊັ່ນນັ້ນ. ຕົວຢ່າງໜຶ່ງໃນເລື່ອງນີ້ກໍແມ່ນຕອນທີ່ພະເຍຊູເກີດ ເມື່ອຄົນລ້ຽງແກະໄດ້ບອກມາລີກ່ຽວກັບຂ່າວສານຈາກທູດສະຫວັນອົງໜຶ່ງ. ຕໍ່ມາ ເມື່ອພະເຍຊູອາຍຸໄດ້ 12 ປີ ພະອົງໄດ້ເວົ້າບາງສິ່ງທີ່ເຮັດໃຫ້ມາລີຕົກໃຈ. ທັງສອງກໍລະນີນີ້ ມາລີໄດ້ຟັງ ຈື່ຈຳ ແລະຄິດຢ່າງລະອຽດຖີ່ຖ້ວນກ່ຽວກັບສິ່ງທີ່ລາວໄດ້ຍິນ.—ອ່ານລືກາ 2:16-19, 49, 51
17. ເຮົາສາມາດຮຽນຮູ້ຫຍັງຈາກວິທີທີ່ມາລີເວົ້າ?
17 ສິ່ງທີ່ມາລີເວົ້າເຖິງ. ຄຳພີໄບເບິນບໍ່ໄດ້ບອກເຮົາຫຼາຍກ່ຽວກັບສິ່ງທີ່ມາລີເວົ້າ. ຄຳເວົ້າທີ່ຍາວທີ່ສຸດຂອງມາລີແມ່ນຢູ່ໃນລືກາ 1:46-55. ຄຳເວົ້າເຫຼົ່ານີ້ສະແດງໃຫ້ເຫັນວ່າມາລີຮູ້ຈັກພະຄຳພີພາກພາສາເຫບເລີເປັນຢ່າງດີ. ເປັນເຊັ່ນນັ້ນໄດ້ແນວໃດ? ຄຳເວົ້າຂອງມາລີຄ້າຍຄືກັບຄຳເວົ້າໃນຄຳອະທິດຖານຂອງອານາທີ່ເປັນແມ່ຂອງຊາເມືອນ. (1 ຊາເມືອນ 2:1-10) ໃນຄຳເວົ້າຂອງມາລີ ເບິ່ງຄືວ່າລາວໄດ້ຍົກເອົາຄຳເວົ້າທີ່ມາຈາກພະຄຳພີປະມານ 20 ເທື່ອ. ເຫັນໄດ້ແຈ້ງວ່າມາລີມັກເວົ້າກ່ຽວກັບຄວາມຈິງທີ່ລາວໄດ້ຮຽນຮູ້ຈາກພະເຢໂຫວາເຊິ່ງເປັນເພື່ອນຜູ້ຍິ່ງໃຫຍ່ຂອງລາວ.
18. ເຮົາສາມາດຮຽນແບບຄວາມເຊື່ອຂອງມາລີໃນທາງໃດແດ່?
18 ຄືກັບມາລີ ບາງຄັ້ງເຮົາອາດໄດ້ຮັບວຽກມອບໝາຍຈາກພະເຢໂຫວາເຊິ່ງເຮົາຄິດວ່າຍາກເກີນໄປສຳລັບເຮົາ. ຂໍໃຫ້ເຮົາຮຽນແບບມາລີ ນັ້ນຄືຍອມຮັບເອົາວຽກມອບໝາຍຢ່າງຖ່ອມຕົວແລະເຊື່ອໝັ້ນວ່າພະເຢໂຫວາຈະຊ່ວຍເຮົາ. ເຮົາຍັງສາມາດຮຽນແບບຄວາມເຊື່ອຂອງມາລີເມື່ອເຮົາຟັງພະເຢໂຫວາຢ່າງລະອຽດຖີ່ຖ້ວນ ແລະຄິດຕຶກຕອງໃນສິ່ງທີ່ເຮົາໄດ້ຮຽນຮູ້ກ່ຽວກັບພະອົງແລະຈຸດປະສົງຂອງພະອົງ. ເມື່ອເຮັດແບບນັ້ນ ເຮົາກໍສາມາດບອກຄົນອື່ນໆດ້ວຍຄວາມຍິນດີກ່ຽວກັບສິ່ງທີ່ເຮົາໄດ້ຮຽນຮູ້.—ຄຳເພງ 77:11, 12; ລືກາ 8:18; ໂລມ 10:15
19. ເມື່ອເຮົາຮຽນແບບຕົວຢ່າງຂອງບຸກຄົນທີ່ບັນທຶກໄວ້ໃນຄຳພີໄບເບິນເຊິ່ງມີຄວາມເຊື່ອທີ່ໂດດເດັ່ນ ເຮົາອາດໝັ້ນໃຈໄດ້ໃນເລື່ອງໃດ?
19 ເຫັນໄດ້ຢ່າງຈະແຈ້ງວ່າທັງລຶດ ເອເຊເກຍເຊ ແລະມາລີລ້ວນແຕ່ເປັນເພື່ອນຂອງພະເຢໂຫວາຄືກັບທີ່ອັບລາຫາມເປັນ. ເຂົາເຈົ້າເປັນສ່ວນໜຶ່ງຂອງ “ພິຍານຝູງໃຫຍ່” ເຊິ່ງໄດ້ຮັບສິດທິພິເສດໃຫ້ເປັນເພື່ອນຂອງພະເຢໂຫວາເຊັ່ນກັນ. ຂໍໃຫ້ເຮົາຮຽນແບບຄົນເຫຼົ່ານັ້ນຕໍ່ໆໄປເຊິ່ງເຂົາເຈົ້າເປັນຕົວຢ່າງທີ່ໂດດເດັ່ນໃນເລື່ອງຄວາມເຊື່ອ. (ເຫບເລີ 6:11, 12) ຖ້າເຮັດແບບນັ້ນ ເຮົາກໍສາມາດຄອຍຖ້າລາງວັນຈາກການເປັນເພື່ອນກັບພະເຢໂຫວາຕະຫຼອດໄປ!