ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຂ້າພະເຈົ້າເຊື່ອວ່າ ລາວຈະຖືກປຸກໃຫ້ຟື້ນຂຶ້ນຈາກຕາຍ”

“ຂ້າພະເຈົ້າເຊື່ອວ່າ ລາວຈະຖືກປຸກໃຫ້ຟື້ນຂຶ້ນຈາກຕາຍ”

‘ສ່ຽວ​ຂອງ​ເຮົາ​ໄດ້​ຫຼັບ​ຢູ່ ແຕ່​ວ່າ​ເຮົາ​ໄປ​ຈະ​ປຸກ​ເພິ່ນ​ໃຫ້​ຄືນ.’—ໂຢຮັນ 11:11

ເພງ: 142, 129

1. ມາທາ​ໝັ້ນ​ໃຈ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ນ້ອງ​ຊາຍ​ຂອງ​ລາວ? (ເບິ່ງ​ຮູບ​ທຳອິດ)

ມາທາ​ເປັນ​ທັງ​ໝູ່​ສະໜິດ​ແລະ​ສາວົກ​ຂອງ​ພະ​ເຍຊູ ລາວ​ກຳລັງ​ເສຍໃຈ​ຫຼາຍ. ລາຊະໂລ​ນ້ອງ​ຊາຍ​ຂອງ​ລາວ​ຕາຍ​ແລ້ວ. ມີ​ອັນ​ໃດ​ຈະ​ສາມາດ​ປອບ​ໃຈ​ລາວ​ໄດ້​ບໍ? ມີ​ແທ້. ພະ​ເຍຊູ​ສັນຍາ​ກັບ​ລາວ​ວ່າ: “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ຈາກ​ຕາຍ.” ເຖິງ​ວ່າ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ເສຍໃຈ​ຂອງ​ມາທາ​ໝົດ​ໄປ ແຕ່​ມາທາ​ກໍ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຍຊູ. ລາວ​ເວົ້າ​ວ່າ: “ຂ້າພະເຈົ້າ​ເຊື່ອ​ວ່າ ລາວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ໃນ​ວັນ​ສຸດ​ທ້າຍ.” (ໂຢຮັນ 11:20-24, ລ.ມ.) ມາທາ​ໝັ້ນ​ໃຈ​ວ່າ​ຈະ​ມີ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ ແຕ່​ພະ​ເຍຊູ​ກໍ​ໄດ້​ເຮັດ​ການ​ອັດສະຈັນ​ໂດຍ​ປຸກ​ລາຊະໂລ​ໃຫ້​ຟື້ນ​ຄືນ​ມາ​ໃນ​ມື້​ນັ້ນ​ເລີຍ.

2. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ມີ​ຄວາມ​ໝັ້ນ​ໃຈ​ຄື​ກັບ​ມາທາ?

2 ເຮົາ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຄາດ​ໝາຍ​ວ່າ​ພະ​ເຍຊູ​ຫຼື​ພໍ່​ຂອງ​ເພິ່ນ​ຈະ​ປຸກ​ຄົນ​ທີ່​ເຮົາ​ຮັກ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ຄືນ​ມາ​ໃນ​ຕອນ​ນີ້. ແຕ່​ເຈົ້າ​ໝັ້ນ​ໃຈ​ຄື​ກັບ​ມາທາ​ບໍ​ວ່າ​ໃນ​ອະນາຄົດ​ຄົນ​ທີ່​ເຈົ້າ​ຮັກ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ? ເຈົ້າ​ອາດ​ສູນ​ເສຍ​ຜົວ​ຫຼື​ເມຍ ພໍ່​ຫຼື​ແມ່ ປູ່​ຍ່າ​ຕາ​ນາຍ ຫຼື​ລູກ​ສຸດ​ທີ່​ຮັກ​ຂອງ​ເຈົ້າ​ໄປ. ເຈົ້າ​ຄົງ​ຄອຍ​ຖ້າ​ທີ່​ຈະ​ໄດ້​ກອດ ໄດ້​ລົມ ແລະ​ໄດ້​ຫົວ​ກັບ​ຄົນ​ທີ່​ເຈົ້າ​ຮັກ. ເຈົ້າ​ມີ​ເຫດຜົນ​ທີ່​ດີ​ຄື​ກັບ​ມາທາ​ທີ່​ຈະ​ເວົ້າ​ວ່າ: ‘ຂ້ອຍ​ເຊື່ອ​ວ່າ​ຄົນ​ທີ່​ຂ້ອຍ​ຮັກ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ.’ ເປັນ​ເລື່ອງ​ທີ່​ດີ​ທີ່​ຄລິດສະຕຽນ​ແຕ່​ລະ​ຄົນ​ຈະ​ນຶກ​ເຖິງ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້.

3, 4. ພະ​ເຍຊູ​ໄດ້​ເຮັດ​ຫຍັງ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ມາທາ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ແນວ​ໃດ?

3 ພະ​ເຍຊູ​ປຸກ​ລູກ​ຊາຍ​ຂອງ​ຍິງ​ໝ້າຍ​ທີ່​ຢູ່​ໃກ້​ເມືອງ​ນາອີນ​ແຂວງ​ຄາລິເລ ແລະ​ເພິ່ນ​ຍັງ​ໄດ້​ປຸກ​ລູກ​ສາວ​ຂອງ​ຢາ​ອີ​ລຶດ ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເດັກ​ນ້ອຍ​ນັ້ນ ‘ຮູ້​ວ່າ​ລາວ​ໄດ້​ຕາຍ​ແລ້ວ.’ ແຕ່​ພະ​ເຍຊູ​ຈັບ​ມື​ຂອງ​ລາວ​ແລະ​ເວົ້າ​ວ່າ: ‘ລູກ​ສາວ​ເອີຍ ຈົ່ງ​ລຸກ​ຂຶ້ນ​ເຖີ້ນ.’ ແລະ​ເດັກ​ນ້ອຍ​ນັ້ນ​ກໍ​ລຸກ​ຂຶ້ນ​ທັນທີ. ເນື່ອງ​ຈາກ​ມາທາ​ອາໄສ​ຢູ່​ໃກ້​ເມືອງ​ເຢຣຶຊາເລມ ລາວ​ອາດ​ບໍ່​ໄດ້​ເຫັນ 2 ເຫດການ​ນີ້ ແຕ່​ລາວ​ອາດ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ເຫຼົ່າ​ນີ້. (ລືກາ 7:11-17; 8:41, 42, 49-55) ທັງ​ມາທາ​ແລະ​ມາລີ​ນ້ອງ​ສາວ​ຂອງ​ລາວ​ຮູ້​ວ່າ​ພະ​ເຍຊູ​ສາມາດ​ປິ່ນ​ປົ່ວ​ຄົນ​ປ່ວຍ​ໄດ້. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຊື່ອ​ວ່າ ຖ້າ​ພະ​ເຍຊູ​ຢູ່​ນຳ ລາຊະໂລ​ຄົງ​ຈະ​ບໍ່​ຕາຍ. ແຕ່​ຕອນ​ນີ້​ລາຊະໂລ​ຕາຍ​ແລ້ວ ແລ້ວ​ມາທາ​ຍັງ​ມີ​ຄວາມ​ຫວັງ​ຫຍັງ​ອີກ​ບໍ? ຂໍ​ສັງເກດ​ທີ່​ມາທາ​ເວົ້າ​ວ່າ: ລາຊະໂລ​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ຄັ້ງ​ໃນ​ອະນາຄົດ ເຊິ່ງ​ກໍ​ຄື “ໃນ​ວັນ​ສຸດ​ທ້າຍ.” ເປັນ​ຫຍັງ​ລາວ​ຈຶ່ງ​ໝັ້ນ​ໃຈ​ຂະໜາດ​ນັ້ນ? ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ອາດ​ລວມ​ເຖິງ​ຄົນ​ທີ່​ເຈົ້າ​ຮັກ​ນຳ?

4 ມີ​ເຫດຜົນ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ຈະ​ເຊື່ອ​ໃນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຮົາ​ຈະ​ມາ​ພິຈາລະນາ​ບາງ​ເຫດການ​ໃນ​ເລື່ອງ​ນີ້. ທີ່​ຈິງ ເຈົ້າ​ອາດ​ພົບ​ຫຼາຍ​ແງ່​ມຸມ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເຈົ້າ​ບໍ່​ຄ່ອຍ​ໄດ້​ຄິດ​ເຖິງ​ປານ​ໃດ. ແຕ່​ມັນ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ວ່າ​ເຈົ້າ​ຈະ​ໄດ້​ພົບ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ອີກ​ຄັ້ງ.

ເຫດການ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ!

5. ເປັນ​ຫຍັງ​ມາທາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ລາຊະໂລ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ?

5 ຂໍ​ໃຫ້​ສັງເກດ​ວ່າ​ມາທາ​ບໍ່​ໄດ້​ບອກ​ວ່າ: ‘ຂ້າພະເຈົ້າ​ຫວັງ​ວ່າ ລາວ​ຈະ​ຖືກ​ປຸກ.’ ແຕ່​ລາວ​ບອກ​ວ່າ: “ຂ້າພະເຈົ້າ​ເຊື່ອ​ວ່າ ລາວ​ຈະ​ຖືກ​ປຸກ.” ເປັນ​ຫຍັງ​ມາທາ​ຈຶ່ງ​ໝັ້ນ​ໃຈ​ຂະໜາດ​ນັ້ນ? ຍ້ອນ​ວ່າ ລາວ​ໄດ້​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ເກີດ​ຂຶ້ນ​ໃນ​ອະດີດ. ບາງ​ເທື່ອ​ຕອນ​ຍັງ​ນ້ອຍ​ລາວ​ອາດ​ໄດ້​ຮຽນ​ກ່ຽວ​ກັບ​ເລື່ອງ​ນີ້​ຕອນ​ຢູ່​ເຮືອນ​ແລະ​ຢູ່​ທີ່​ໂຮງ​ທຳ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ 3 ເລື່ອງ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ.

6. ການ​ອັດສະຈັນ​ຫຍັງ​ທີ່​ມາທາ​ຕ້ອງ​ເຄີຍ​ໄດ້​ຍິນ​ແນ່ນອນ?

6 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເທື່ອ​ທຳອິດ​ເກີດ​ຂຶ້ນ​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ອຳນາດ​ແກ່​ຜູ້​ພະຍາກອນ​ເອລີຢາ​ໃນ​ການ​ເຮັດ​ການ​ອັດສະຈັນ. ມີ​ແມ່​ໝ້າຍ​ທຸກ​ຍາກ​ຄົນ​ໜຶ່ງ​ອາໄສ​ຢູ່​ໃນ​ເມືອງ​ຊາເຣບຕາ​ຂອງ​ຊາວ​ການາອານ​ທີ່​ຢູ່​ທາງ​ເໜືອ​ຂອງ​ອິດສະລາແອນ. ລາວ​ໄດ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ເອລີຢາ ພະ​ເຢໂຫວາ​ຈຶ່ງ​ເຮັດ​ການ​ອັດສະຈັນ​ຕໍ່ລາວແລະຄອບຄົວ. ພະອົງ​ເຮັດ​ໃຫ້​ແປ້ງ​ແລະ​ນໍ້າມັນ​ໃນ​ໄຫ​ບໍ່​ໝົດ​ໄປ​ເພື່ອ​ທີ່​ລາວ​ກັບ​ລູກ​ຊາຍ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄດ້. (1 ກະສັດ 17:8-16) ຕໍ່​ມາ ລູກ​ຊາຍ​ຂອງ​ລາວ​ປ່ວຍ​ແລະ​ຕາຍ ແຕ່​ເອລີຢາ​ມາ​ຊ່ວຍ​ລາວ. ຂະນະ​ທີ່​ກຳລັງ​ຈັບ​ເດັກ​ນ້ອຍ​ຄົນ​ນັ້ນ ແລ້ວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: ‘ໂອ້​ພະ​ເຢໂຫວາ​ພະເຈົ້າ ຂໍ​ເຊີນ​ໃຫ້​ຈິດ​ໃຈ [ຊີວິດ] ເດັກ​ນ້ອຍ​ນີ້​ຄືນ​ມາ​ອີກ​ໃນ​ຕົວ​ເຖີ້ນ.’ ແລະ​ສິ່ງ​ທີ່​ລາວ​ຂໍ​ກໍ​ເກີດ​ຂຶ້ນ​ຈິງ ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເອລີຢາ ແລະ​ໃຫ້​ເດັກ​ນ້ອຍ​ນັ້ນ​ມີ​ຊີວິດ​ອີກ​ຄັ້ງ. ນີ້​ເປັນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເທື່ອ​ທຳອິດ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ. (ອ່ານ 1 ກະສັດ 17:17-24) ແນ່ນອນ​ວ່າ ມາທາ​ຕ້ອງ​ເຄີຍ​ໄດ້​ຍິນ​ເຫດການ​ສຳຄັນ​ນີ້.

7, 8. (ກ) ເອລີເຊ​ໄດ້​ເຮັດ​ອັນໃດ​​ເພື່ອ​ປອບ​ໃຈ​ແມ່​ຜູ້​ໂສກ​ເສົ້າ? (ຂ) ການ​ອັດສະຈັນ​ທີ່​ເອລີເຊ​ເຮັດ​ພິສູດ​ອັນ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ?

7 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເທື່ອ​ທີ​ສອງ​ທີ່​ບັນທຶກ​ໃນ​ຄຳພີ​ໄບເບິນ ເຮັດ​ໂດຍ​ຜູ້​ພະຍາກອນ​ເອລີເຊ. ໃນ​ເມືອງ​ຊຶເນມ​ມີ​ຍິງ​ອິດສະລາແອນ​ຄົນ​ໜຶ່ງ​ທີ່​ບໍ່​ມີ​ລູກ. ແຕ່​ຍ້ອນ​ລາວ​ມີ​ນໍ້າໃຈ​ຕ້ອນຮັບ​ເອລີເຊ ພະ​ເຢໂຫວາ​ຈຶ່ງ​ອວຍ​ພອນ​ໃຫ້​ລາວ​ກັບ​ຜົວ​ທີ່​ອາຍຸ​ຫຼາຍ​ແລ້ວ​ມີ​ລູກ​ຊາຍ​ຄົນ​ໜຶ່ງ. ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ​ເດັກ​ນ້ອຍ​ນັ້ນ​ກໍ​ຕາຍ. ລອງ​ຄິດ​ເບິ່ງ​ວ່າ​ຜູ້​ເປັນ​ແມ່​ວ່າ​ຈະ​ເສຍໃຈ​ຫຼາຍ​ສໍ່າ​ໃດ. ລາວ​ໂສກ​ເສົ້າ​ຫຼາຍ​ເຖິງ​ຂະໜາດ​ເດີນ​ທາງ 30 ກິໂລແມັດ​ເພື່ອ​ໄປ​ຫາ​ເອລີເຊ​ຢູ່​ພູເຂົາ​ກາເຣເມນ. ເອລີເຊ​ຈຶ່ງ​ໄດ້​ສົ່ງ​ເຄຫາຊີ​ຜູ້​ຮັບໃຊ້​ຂອງ​ລາວ​ລ່ວງ​ໜ້າ​ໄປ​ເມືອງ​ຊຶເນມ​ກ່ອນ​ເພື່ອ​ປຸກ​ເດັກ​ນ້ອຍ​ຄົນ​ນັ້ນ ແຕ່​ເຄຫາຊີ​ກໍ​ບໍ່​ສາມາດ​ເຮັດ​ໄດ້. ຫຼັງ​ຈາກ​ນັ້ນ ແມ່​ຂອງ​ເດັກ​ນ້ອຍ​ກັບ​ເອລີເຊ​ກໍ​ມາ​ຮອດ​ເຮືອນ.—2 ກະສັດ 4:8-31

ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ວ່າ ພະອົງ​ມີ​ຄວາມ​ສາມາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້

8 ເອລີເຊ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ ພະອົງ​ຕອບ​ຄຳ​ອະທິດຖານ​ຂອງ​ເອລີເຊ​ໂດຍ​ໃຫ້​ເດັກ​ນ້ອຍ​ຄົນ​ນັ້ນ​ມີ​ຊີວິດ​ອີກ​ຄັ້ງ​ຢ່າງ​ອັດສະຈັນ. ເມື່ອ​ຜູ້​ເປັນ​ແມ່​ເຫັນ​ລູກ​ຊາຍ​ຟື້ນ​ຂຶ້ນ​ມາ ລາວ​ດີ​ໃຈ​ຫຼາຍ​ແທ້ໆ! (ອ່ານ 2 ກະສັດ 4:32-37) ລາວ​ອາດ​ຄິດ​ເຖິງ​ຄຳ​ອະທິດຖານ​ຂອງ​ອານາ. ອານາ​ບໍ່​ມີ​ລູກ​ຈົນ​ກະທັ່ງ​ພະ​ເຢໂຫວາ​ອວຍ​ພອນ​ລາວ​ໃຫ້​ມີ​ລູກ​ຊາຍ​ເຊິ່ງ​ກໍ​ຄື​ຊາເມືອນ. ອານາ​ສັນລະເສີນ​ພະ​ເຢໂຫວາ​ເພາະ “ພະອົງ​ເອົາ​ມະນຸດ​ລົງ​ໄປ​ໃນ​ຫຼຸມ​ສົບ​ແລະ​ເອົາ​ຂຶ້ນ​ມາ​ໄດ້.” (1 ຊາເມືອນ 2:6, ລ.ມ.) ໂດຍ​ການ​ປຸກ​ເດັກ​ນ້ອຍ​ທີ່​ຢູ່​ເມືອງ​ຊຶເນມ ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ວ່າ ພະອົງ​ມີ​ຄວາມ​ສາມາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້.

9. ຂໍ​ໃຫ້​ເລົ່າ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ທີ​ສາມ​ທີ່​ບັນທຶກ​ໃນ​ຄຳພີ​ໄບເບິນ.

9 ອີກ​ເຫດການ​ໜຶ່ງ​ທີ່​ໜ້າ​ງຶດງໍ້​ແມ່ນ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ເອລີເຊ​ຕາຍ. ລາວ​ຮັບໃຊ້​ເປັນ​ຜູ້​ພະຍາກອນ​ຫຼາຍ​ກວ່າ 50 ປີ ແລະ​ລາວ​ກໍ ‘ປ່ວຍ​ໜັກ​ແລະ​ຕາຍ.’ ເມື່ອ​ເວລາ​ຜ່ານ​ໄປ ສົບ​ຂອງ​ລາວ​ກໍ​ເຫຼືອ​ແຕ່​ກະດູກ. ມີ​ມື້​ໜຶ່ງ ຊາວ​ອິດສະລາແອນ​ບາງ​ຄົນ​ກຳລັງ​ຝັງ​ສົບ​ຊາຍ​ຄົນ​ໜຶ່ງ​ຢູ່ ເຂົາ​ເຈົ້າ​ເຫັນ​ສັດຕູ​ກຳລັງ​ມາ ເພື່ອ​ຈະ​ໜີ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ເຂົາ​ເຈົ້າ​ຈຶ່ງ​ຖິ້ມ​ສົບ​ຊາຍ​ຄົນ​ນັ້ນ​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ​ຂອງ​ເອລີເຊ. ຄຳພີ​ໄບເບິນ​ບອກ​ວ່າ: ‘ເມື່ອ​ສົບ​ນັ້ນ​ໄປ​ຊູນ​ກະດູກ​ທ່ານ​ເອລີເຊ ສົບ​ນັ້ນ​ກໍ​ໄດ້​ຄືນ​ມາ​ຈາກ​ຕາຍ​ແລະ​ໄດ້​ລຸກ​ຢືນ​ຂຶ້ນ.’ (2 ກະສັດ 13:14, ລ.ມ., 20, 21) ເຫດການ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ມາທາ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ມີ​ອຳນາດ​ເໜືອ​ຄວາມ​ຕາຍ ແລະ​ຍັງ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ມີ​ອຳນາດ​ທີ່​ຍິ່ງໃຫຍ່​ແລະ​ບໍ່​ມີ​ຂີດ​ຈຳກັດ.

ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ອັກຄະສາວົກ

10. ເກີດ​ຫຍັງ​ຂຶ້ນ​ກັບ​ພີ່​ນ້ອງ​ຍິງ​ຄລິດສະຕຽນ​ຄົນ​ໜຶ່ງ ແລ້ວ​ເປໂຕ​ຊ່ວຍ​ລາວ​ແນວ​ໃດ?

10 ພະ​ຄຳພີ​ພາກ​ພາສາ​ເກັຣກ​ມີ​ເລື່ອງ​ກ່ຽວ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ທີ່​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຮົາ​ໄດ້​ເວົ້າ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ພະ​ເຍຊູ​ໄດ້​ເຮັດ​ໃກ້​ກັບ​ເມືອງ​ນາອີນ​ແລະ​ຢູ່​ທີ່​ເຮືອນ​ຢາ​ອີ​ລຶດ​ໄປ​ແລ້ວ. ເວລາ​ຕໍ່​ມາ ອັກຄະສາວົກ​ເປໂຕ​ໄດ້​ປຸກ​ນາງ​ກວາງ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ທາບີທາ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເປໂຕ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ມີ​ສົບ​ຂອງ​ນາງ ລາວ​ອະທິດຖານ​ແລະ​ເວົ້າ​ວ່າ: “ທາບີທາ​ເອີຍ ຈົ່ງ​ລຸກ​ຂຶ້ນ​ເຖີ້ນ.” ນາງ​ກໍ​ຟື້ນ​ຄືນ​ມາ​ທັນທີ ແລ້ວ​ເປໂຕ “ໄດ້​ເອົາ​ນາງ​ຜູ້​ເປັນ​ຄືນ​ມາ​ນັ້ນ” ສົ່ງ​ໃຫ້​ພີ່​ນ້ອງ​ຄລິດສະຕຽນ​ທີ່​ຢູ່​ທີ່​ນັ້ນ. ເຫດການ​ນີ້​ໜ້າ​ເຊື່ອ​ຖື​ຫຼາຍ​ຈົນ​ເຮັດ​ໃຫ້​ຫຼາຍ​ຄົນ​ໃນ​ເມືອງ​ນັ້ນ “ເຂົ້າ​ມາ​ເປັນ​ສາວົກ​ຂອງ​ຜູ້​ເປັນ​ນາຍ.” ສາວົກ​ໃໝ່​ເຫຼົ່າ​ນີ້​ສາມາດ​ບອກ​ຄົນ​ອື່ນ​ເລື່ອງ​ຂ່າວ​ດີ​ກ່ຽວ​ກັບ​ພະ​ເຍຊູ​ແລະ​ເປັນ​ພະຍານ​ບອກ​ຄົນ​ອື່ນໆວ່າ​ພະ​ເຢໂຫວາ​ສາມາດ​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້.—ກິດຈະການ 9:36-42, ລ.ມ.

11. ລືກາ​ທີ່​ເປັນ​ໝໍ​ບອກ​ຫຍັງ​ກ່ຽວ​ກັບ​ເອິຕີກ ແລະ​ເຫດການ​ນີ້​ມີ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ?

11 ຍັງ​ມີ​ພະຍານ​ອີກ​ຫຼາຍ​ຄົນ​ທີ່​ໄດ້​ເຫັນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ມີ​ຄັ້ງ​ໜຶ່ງ ອັກຄະສາວົກ​ໂປໂລ​ໄດ້​ປະຊຸມ​ຢູ່​ຫ້ອງ​ຊັ້ນ​ເທິງ​ຢູ່​ເມືອງ​ໂທອາດ ໃນ​ປັດຈຸບັນ​ແມ່ນ​ຢູ່​ທາງ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ຕວກກີ. ໂປໂລ​ບັນລະຍາຍ​ຈົນ​ຮອດ​ທ່ຽງ​ຄືນ. ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ເອິຕີກ​ນັ່ງ​ຟັງ​ຢູ່​ຂອບ​ປ່ອງ​ຢ້ຽມ ແຕ່​ລາວ​ເຫງົາ​ນອນ​ແລ້ວ​ຕົກ​ລົງ​ມາ​ຈາກ​ຊັ້ນ​ສາມ. ລືກາ​ອາດ​ເປັນ​ຜູ້​ທຳອິດ​ທີ່​ມາ​ເຖິງ​ຊາຍ​ໜຸ່ມ​ຄົນ​ນີ້. ເນື່ອງ​ຈາກ​ລືກາ​ເປັນ​ໝໍ​ກໍ​ເລີຍ​ຮູ້​ວ່າ​ຊາຍ​ໜຸ່ມ​ຄົນ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮັບ​ບາດເຈັບ​ແລະ​ສະຫຼົບ​ໄປ​ເທົ່າ​ນັ້ນ ແຕ່​ລາວ​ຕາຍ​ແລ້ວ! ໂປໂລ​ກໍ​ລົງ​ມາ​ຊັ້ນ​ລຸ່ມ​ແລະ​ກອດ​ເອິຕີກ​ໄວ້ ຫຼາຍ​ຄົນ​ຕ້ອງ​ແປກ​ໃຈ​ແທ້ໆເມື່ອ​ໂປໂລ​ບອກ​ວ່າ: “ເຂົາ​ມີ​ຊີວິດ​ແລ້ວ.” ການ​ອັດສະຈັນ​ຄັ້ງ​ນີ້​ສົ່ງ​ຜົນ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ຫຼາຍ​ແທ້ໆທີ່​ເຫັນ​ເຫດການ. ການ​ທີ່​ຮູ້​ວ່າ​ເອິຕີກ​ຕາຍ​ແລະ​ລາວ​ໄດ້​ຟື້ນ​ຄືນ​ມາ​ເຮັດ​ໃຫ້​ເຂົາ​ເຈົ້າ “ມີ​ກຳລັງ​ໃຈ​ຂຶ້ນ​ຫຼາຍ.”—ກິດຈະການ 20:7-12, ລ.ມ.

ຄວາມ​ຫວັງ​ທີ່​ໜ້າ​ເຊື່ອ​ຖື

12, 13. ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ເຮົາ​ໄດ້​ພິຈາລະນາ​ໄປ ອາດ​ເຮັດ​ໃຫ້​ເກີດ​ຄຳຖາມ​ຫຍັງ​ແດ່?

12 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ເຮົາ​ໄດ້​ພິຈາລະນາ​ໄປ​ແລ້ວ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຄື​ກັບ​ມາທາ. ເຮົາ​ໝັ້ນ​ໃຈ​ວ່າ​ຜູ້​ໃຫ້​ຊີວິດ​ສາມາດ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ​ໄດ້. ໜ້າ​ສົນ​ໃຈ​ທີ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ ເຊັ່ນ: ເອລີຢາ ພະ​ເຍຊູ ຫຼື​ເປໂຕ​ມີ​ສ່ວນ​ຮ່ວມ​ໃນ​ເຫດການ​ທີ່​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຫດການ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ທີ່​ພະ​ເຢໂຫວາ​ຍັງ​ເຮັດ​ການ​ອັດສະຈັນ​ຢູ່. ແລ້ວ​ຈະ​ວ່າ​ແນວ​ໃດ​ສຳລັບ​ຄົນ​ທີ່​ຕາຍ​ໃນ​ສະໄໝ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ແລ້ວ? ຊາຍ​ຍິງ​ທີ່​ສັດ​ຊື່​ສາມາດ​ໝັ້ນ​ໃຈ​ໄດ້​ບໍ​ວ່າ​ພະເຈົ້າ​ຈະ​ປຸກ​ຄົນ​ຕາຍ​ໃນ​ອະນາຄົດ? ເຂົາ​ເຈົ້າ​ສາມາດ​ໝັ້ນ​ໃຈ​ຄື​ກັບ​ມາທາ​ໄດ້​ບໍ​ທີ່​ບອກ​ວ່າ: “​ຂ້າພະເຈົ້າ​ເຊື່ອ​ວ່າ ລາວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ໃນ​ວັນ​ສຸດ​ທ້າຍ”? ເປັນ​ຫຍັງ​ມາທາ​ຈຶ່ງ​ເຊື່ອ​ວ່າ​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ ແລະ​ເຈົ້າ​ເດ ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ເຊື່ອ?

13 ມີ​ການ​ບັນທຶກ​ໃນ​ຄຳພີ​ໄບເບິນ​ວ່າ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເລື່ອງ​ນຳ​ກັນ.

14. ເມື່ອ​ອ່ານ​ເລື່ອງ​ຂອງ​ອັບລາຫາມ ເຮົາ​ໄດ້​ຮຽນ​ຮູ້​ອັນ​ໃດ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ?

14 ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ກັບ​ອັບລາຫາມ​ໃຫ້​ເຮັດ​ຕໍ່​ອີຊາກ ເຊິ່ງ​ເປັນ​ລູກ​ຊາຍ​ທີ່​ລາວ​ຄອຍ​ຖ້າ​ມາ​ດົນ ພະອົງ​ບອກ​ວ່າ: “ເຈົ້າ​ຈົ່ງ​ເອົາ​ລູກ​ຊາຍ​ຂອງ​ເຈົ້າ ລູກ​ໂທນ​ຂອງ​ເຈົ້າ ທີ່​ຮັກ​ຂອງ​ເຈົ້າ ທ້າວ​ອີຊາກ ແລະ​ໄປ​ໃນ​ແຜ່ນດິນ​ໂມລີຢາ​ແລະ​ທີ່​ນັ້ນ​ຈົ່ງ​ເອົາ​ທ້າວ​ອີຊາກ​ຖວາຍ​ເປັນ​ເຄື່ອງ​ບູຊາ​ເຜົາ.” (ຕົ້ນເດີມ 22:2) ເຈົ້າ​ຄິດ​ວ່າ​ອັບລາຫາມ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຄຳ​ສັ່ງ​ນັ້ນ? ພະ​ເຢໂຫວາ​ສັນຍາ​ກັບ​ອັບລາຫາມ​ວ່າ ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ເຊື້ອ​ສາຍ​ຂອງ​ລາວ. (ຕົ້ນເດີມ 13:14-16; 18:18; ໂລມ 4:17, 18) ແລະ​ພະອົງ​ຍັງ​ບອກ​ວ່າ​ພອນ​ນີ້​ຈະ​ມາ “ທາງ​ອີຊາກ.” (ຕົ້ນເດີມ 21:12, ທ.ປ.) ແຕ່​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ​ຖ້າ​ອັບລາຫາມ​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ? ໂປໂລ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ອະທິບາຍ​ວ່າ ອັບລາຫາມ​ເຊື່ອ​ວ່າ​ພະເຈົ້າ​ຈະ​ປຸກ​ອີຊາກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ອ່ານ​ເຫບເລີ 11:17-19) ແນວ​ໃດ​ກໍ​ຕາມ ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ອັບລາຫາມ​ຄິດ​ວ່າ​ອີຊາກ​ຈະ​ຖືກ​ປຸກ​​ທັນທີ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ພາຍ​ໃນ​ມື້​ນັ້ນ ຫຼື​ພາຍ​ໃນ​ອາທິດ​ນັ້ນ. ອັບລາຫາມ​ບໍ່​ຮູ້​ວ່າ​ລູກ​ຊາຍ​ຂອງ​ລາວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ໃດ. ແຕ່​ລາວ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ອີຊາກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ແນ່ນອນ.

15. ໂຢບ​ຊາຍ​ຜູ້​ສັດ​ຊື່​ມີ​ຄວາມ​ຫວັງ​ໃນ​ເລື່ອງ​ໃດ?

15 ໂຢບ​ຊາຍ​ຜູ້​ສັດ​ຊື່​ຮູ້​ວ່າ​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ. ລາວ​ຮູ້​ວ່າ​ຖ້າ​ຕົ້ນ​ໄມ້​ຖືກ​ຕັດ ມັນ​ຈະ​ສາມາດ​ປົ່ງ​ຂຶ້ນ​ມາ​ເອງ​ໄດ້​ແລະ​ເປັນ​ຕົ້ນ​ໄມ້​ຕົ້ນ​ໃໝ່ ແຕ່​ມະນຸດ​ບໍ່​ສາມາດ​ເຮັດ​ແບບ​ນັ້ນ​ໄດ້. (ໂຢບ 14:7-12; 19:25-27) ຖ້າ​ມະນຸດ​ຕາຍ ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ໃຫ້​ຕົວ​ເອງ​ຟື້ນ​ຂຶ້ນ​ມາ​ມີ​ຊີວິດ​ໄດ້. (2 ຊາເມືອນ 12:23; ຄຳເພງ 89:48) ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ຈະ​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ບໍ່​ໄດ້. ທີ່​ຈິງ ໂຢບ​ເຊື່ອ​ວ່າ​ລາວ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ. (ອ່ານ​ໂຢບ 14:13-15) ໂຢບ​ບໍ່​ຮູ້​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ​ໃນ​ອະນາຄົດ ແຕ່​ລາວ​ກໍ​ເຊື່ອ​ໝັ້ນ​ຢ່າງ​ເຕັມທີ​ວ່າ​ຜູ້​ທີ່​ສ້າງ​ມະນຸດ​ສາມາດ​ຈື່​ລາວ​ແລະ​ຈະ​ປຸກ​ລາວ​ໃຫ້​ມີ​ຊີວິດ​ອີກ​ແນ່ນອນ.

16. ທູດ​ສະຫວັນ​ໃຫ້​ກຳລັງ​ໃຈ​ດານຽນ​ແນວ​ໃດ?

16 ຂໍ​ໃຫ້​ຄິດ​ເຖິງ​ດານຽນ​ຊາຍ​ຜູ້​ສັດ​ຊື່​ອີກ​ຄົນ​ໜຶ່ງ. ລາວ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ພັກດີ​ຕະຫຼອດ​ຊີວິດ​ຂອງ​ລາວ ແລະ​ພະ​ເຢໂຫວາ​ກໍ​ຊ່ວຍ​ເຫຼືອ​ລາວ. ມີ​ຄັ້ງ​ໜຶ່ງ ທູດ​ສະຫວັນ​ເອີ້ນ​ດານຽນ​ວ່າ​ເປັນ “ຄົນ​ທີ່​ພະເຈົ້າ​ຖື​ວ່າ​ມີ​ຄ່າ​ຫຼາຍ” ແລະ​ບອກ​ລາວ​ວ່າ “ໃຈ​ເຢັນໆ” ແລະ​ຈົ່ງ “ເຂັ້ມແຂງ​ໄວ້.”—ດານຽນ 9:22, 23; 10:11, 18, 19, ລ.ມ.

17, 18. ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ດານຽນ?

17 ເມື່ອ​ດານຽນ​ອາຍຸ​ໄດ້​ຮ້ອຍ​ກວ່າ​ປີ​ແລະ​ໃກ້​ຈະ​ຕາຍ ລາວ​ອາດ​ຄິດ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລາວ. ດານຽນ​ຫວັງ​ວ່າ​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ຄັ້ງ​ໜຶ່ງ​ບໍ? ແນ່ນອນ! ຕອນ​ທ້າຍ​ຂອງ​ພະທຳ​ດານຽນ​ໄດ້​ເວົ້າ​ເຖິງ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ລາວ​ວ່າ: “ສ່ວນ​ເຈົ້າ ຂໍ​ໃຫ້​ໝັ້ນ​ຄົງ​ຈົນ​ເຖິງ​ທີ່​ສຸດ ເຈົ້າ​ຈະ​ໄດ້​ພັກຜ່ອນ.” (ດານຽນ 12:13, ລ.ມ.) ດານຽນ​ຮູ້​ວ່າ​ການ​ຕາຍ​ເປັນ​ຄື​ກັບ​ການ​ພັກຜ່ອນ​ແລະ​ເປັນ​ບ່ອນ​ທີ່ “ບໍ່​ມີ​ກິດຈະການ ບໍ່​ມີ​ຄວາມ​ຄຶດ ບໍ່​ມີ​ວິຊາ​ຄວາມ​ຮູ້ ບໍ່​ມີ​ຄວາມ​ປັນຍາ” ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຈະ​ໄດ້​ໄປ​ອີກ​ບໍ່​ດົນ. (ຜູ້​ເທສະໜາ​ປ່າວ​ປະກາດ 9:10) ແຕ່​ນີ້​ບໍ່​ແມ່ນ​ຈຸດ​ຈົບ​ຂອງ​ຊີວິດ​ດານຽນ. ພະ​ເຢໂຫວາ​ໃຫ້​ຄຳ​ສັນຍາ​ທີ່​ດີ​ເລີດ​ໃນ​ອະນາຄົດ​ກັບ​ລາວ.

18 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ກັບ​ດານຽນ​ວ່າ: “ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ຮັບ​ສ່ວນ​ແບ່ງ​ຂອງ​ເຈົ້າ​ເມື່ອ​ເຖິງ​ເວລາ.” ດານຽນ​ບໍ່​ຮູ້​ວ່າ​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ. ແຕ່​ລາວ​ຮູ້​ວ່າ​ລາວ​ຈະ​ຕາຍ​ແລະ​ໄດ້​ພັກຜ່ອນ. ເມື່ອ​ດານຽນ​ໄດ້​ຍິນ​ຄຳ​ສັນຍາ​ທີ່​ວ່າ: “ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ຮັບ​ສ່ວນ​ແບ່ງ​ຂອງ​ເຈົ້າ.” ດານຽນ​ກໍ​ເຂົ້າ​ໃຈ​ທັນທີ​ວ່າ​ລາວ​ຈະ​ຄືນ​ມາ​ມີ​ຊີວິດ​ອີກ​ຄັ້ງ​ໃນ​ອະນາຄົດ “ເມື່ອ​ເຖິງ​ເວລາ” ເຊິ່ງ​ຈະ​ເກີດ​ຂຶ້ນ​ອີກ​ດົນ​ຫຼັງ​ຈາກ​ທີ່​ລາວ​ຕາຍ.

ຄື​ກັບ​ມາທາ​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້ (ເບິ່ງ​ຂໍ້ 19, 20)

19, 20. (ກ) ເລື່ອງ​ຕ່າງໆກ່ຽວ​ກັບ​ການ​ຟື້ນ​ຄືນ​ຈາກ​ຕາຍ​ທີ່ເຮົາ​ໄດ້​ພິຈາລະນາ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ສິ່ງ​ທີ່​ມາທາ​ເວົ້າ​ກັບ​ພະ​ເຍຊູ? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ

19 ເຫັນ​ໄດ້​ແຈ້ງ​ວ່າ​ມາທາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ໝັ້ນ​ໃຈ​ວ່າ​ລາຊະໂລ​ເຊິ່ງ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​​ຈະ “ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ໃນ​ວັນ​ສຸດ​ທ້າຍ.” ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ດານຽນ​ແລະ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂອງ​ມາທາ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ​ຄວນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແທ້ໆ.

20 ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ໄດ້​ເກີດ​ຂຶ້ນ​ແທ້​ໃນ​ອະດີດ. ເຫດ​ການ​ເຫຼົ່າ​ນີ້​ໄດ້​ຢືນຢັນ​ວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ສາມາດ​ກັບ​ມາ​ມີ​ຊີວິດ​ອີກ. ເຮົາ​ຍັງ​ເຫັນ​ອີກ​ວ່າ​ຊາຍ​ຍິງ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຄາດ​ໝາຍ​ວ່າ​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ. ແຕ່​ມີ​ຫຼັກ​ຖານ​ຫຍັງ​ບໍ​ທີ່​ສາມາດ​ພິສູດ​ວ່າ​ຈະ​ຍັງ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເຖິງ​ວ່າ​ຄຳ​ສັນຍາ​ນັ້ນ​ຈະ​ຜ່ານ​ໄປ​ດົນ​ແລ້ວ? ຖ້າ​ມີ ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຄອຍ​ຖ້າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ. ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ເຮົາ​ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.