ເດັກນ້ອຍແລະໄວຮຸ່ນ—‘ຂໍໃຫ້ເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ’
“ພວກເຈົ້າເຊື່ອຟັງສະເໝີ . . . ຂໍໃຫ້ເຮັດທຸກຢ່າງດ້ວຍຄວາມນັບຖືແລະຄວາມເກງກົວເພື່ອຈະໄດ້ຮັບຄວາມລອດ.”—ຟີລິບ 2:12, ລ.ມ.
ເພງ: 133, 135
1. ເປັນຫຍັງການຮັບບັບເຕມາເປັນຂັ້ນຕອນສຳຄັນທີ່ເຮົາຕ້ອງເຮັດ? (ເບິ່ງຮູບທຳອິດ)
ທຸກປີມີນັກສຶກສາຄຳພີໄບເບິນຫຼາຍພັນຄົນຮັບບັບເຕມາ. ຫຼາຍຄົນໃນນີ້ອາຍຸຍັງບໍ່ຫຼາຍ ເປັນໄວຮຸ່ນຫຼືບາງຄົນຍັງເປັນເດັກນ້ອຍ ເຂົາເຈົ້າອາດໃຫຍ່ມາໃນຄອບຄົວທີ່ເປັນພະຍານພະເຢໂຫວາ. ເຈົ້າເປັນຄົນໜຶ່ງໃນນັ້ນບໍ? ຖ້າແມ່ນ ເຈົ້າກໍໄດ້ເຮັດສິ່ງທີ່ດີຫຼາຍ. ຄລິດສະຕຽນທຸກຄົນຕ້ອງຮັບບັບເຕມາ ແລະການຮັບບັບເຕມາເປັນສິ່ງຈຳເປັນເພື່ອຈະໄດ້ຮັບຄວາມລອດແລະໄດ້ຊີວິດຕະຫຼອດໄປ.—ມັດທາຍ 28:19, 20; 1 ເປໂຕ 3:21
2. ເປັນຫຍັງເຈົ້າບໍ່ຄວນຢ້ານທີ່ຈະອຸທິດຕົວໃຫ້ພະເຢໂຫວາ?
2 ເມື່ອເຈົ້າຮັບບັບເຕມາ ເຈົ້າກໍຈະໄດ້ພອນຈາກພະເຢໂຫວາໃນແບບອື່ນໆຢ່າງມາກມາຍ ແຕ່ເຈົ້າກໍຈະມີໜ້າທີ່ຮັບຜິດຊອບໃໝ່ເພີ່ມຂຶ້ນນຳ. ມີອັນໃດແດ່? ໃນມື້ທີ່ເຈົ້າຮັບບັບເຕມາ ພີ່ນ້ອງຊາຍທີ່ໃຫ້ຄຳບັນລະຍາຍການຮັບບັບເຕມາຖາມເຈົ້າວ່າ: “ໂດຍອາໄສເຄື່ອງບູຊາໄຖ່ຂອງພະເຍຊູຄລິດ ເຈົ້າໄດ້ປະໃຈເກົ່າເອົາໃຈໃໝ່ຈາກບາບຂອງເຈົ້າແລ້ວແລະໄດ້ອຸທິດຕົວແດ່ພະເຢໂຫວາເພື່ອເຮັດຕາມນໍ້າໃຈຂອງພະອົງ
ບໍ?” ເຈົ້າຕອບວ່າ ແມ່ນ. ນີ້ໝາຍຄວາມວ່າເຈົ້າໄດ້ສັນຍາວ່າຈະຮັກພະເຢໂຫວາແລະໃຫ້ການຮັບໃຊ້ຂອງພະອົງເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຈົ້າ. ເຈົ້າຄວນຮູ້ສຶກເສຍໃຈບໍທີ່ໄດ້ເຮັດຄຳສັນຍາທີ່ຈິງຈັງແບບນີ້? ແນ່ນອນວ່າ ບໍ່! ເຈົ້າຈະບໍ່ມີວັນເສຍໃຈທີ່ໄດ້ໃຫ້ພະເຢໂຫວາເປັນຜູ້ຊີ້ນຳຊີວິດຂອງເຈົ້າ. ຄົນທົ່ວໄປທີ່ບໍ່ຮູ້ຈັກພະເຢໂຫວາກໍເປັນສ່ວນໜຶ່ງຂອງໂລກຊາຕານ. ຊາຕານບໍ່ໄດ້ເປັນຫ່ວງເຂົາເຈົ້າຫຼືຕົວເຈົ້າແມ່ນແຕ່ໜ້ອຍດຽວ. ທີ່ຈິງ ມັນຈະມີຄວາມສຸກຫຼາຍຖ້າເຈົ້າສູນເສຍຄວາມຫວັງທີ່ຈະມີຊີວິດຕະຫຼອດໄປຍ້ອນວ່າເຈົ້າໄດ້ປະຖິ້ມພະເຢໂຫວາແລະໄປຢູ່ຝ່າຍມັນ.3. ພະເຢໂຫວາໄດ້ໃຫ້ພອນຫຍັງແດ່ກັບເຈົ້າ ເມື່ອເຈົ້າອຸທິດຕົວໃຫ້ພະອົງ?
3 ຂໍໃຫ້ຄິດເບິ່ງວ່າພະເຢໂຫວາ ໄດ້ອວຍພອນຫຍັງແດ່ໃຫ້ເຈົ້າ ເມື່ອເຈົ້າອຸທິດຕົວໃຫ້ພະອົງແລະຮັບບັບເຕມາ. ເຈົ້າໄດ້ມອບຊີວິດໃຫ້ກັບພະເຢໂຫວາ ດັ່ງນັ້ນ ເຈົ້າສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: “ພະເຢໂຫວາຢູ່ຝ່າຍຂ້ອຍຂ້ອຍຈະບໍ່ຢ້ານກົວ. ມະນຸດຈະເຮັດການໃດແກ່ຂ້ອຍ?” (ຄຳເພງ 118:6) ການໄດ້ຢູ່ຝ່າຍພະເຢໂຫວາແລະຮູ້ວ່າພະອົງພູມໃຈໃນຕົວເຈົ້າ ນີ້ເປັນກຽດທີ່ຍິ່ງໃຫຍ່ຫຼາຍທີ່ສຸດໃນຊີວິດຂອງເຈົ້າ.
ໜ້າທີ່ຮັບຜິດຊອບສ່ວນຕົວຂອງເຈົ້າເອງ
4, 5. (ກ) ເປັນຫຍັງເຮົາຈຶ່ງບອກວ່າການອຸທິດຕົວເປັນຄວາມຮັບຜິດຊອບສ່ວນຕົວຂອງເຮົາ? (ຂ) ບັນຫາຫຍັງແດ່ທີ່ຄລິດສະຕຽນທຸກໄວຕ້ອງປະສົບ?
4 ເຈົ້າບໍ່ຄວນເບິ່ງວ່າສາຍສຳພັນຂອງເຈົ້າກັບພະເຢໂຫວາເປັນຄືກັບປະກັນໄພຊີວິດທີ່ພໍ່ແມ່ເປັນຄົນຈ່າຍໃຫ້ ເຊິ່ງເຈົ້າບໍ່ຕ້ອງເຮັດຫຍັງກໍໄດ້ຮັບປະໂຫຍດຈາກມັນໂດຍອັດຕະໂນມັດ. ເປັນຫຍັງຈຶ່ງສຳຄັນທີ່ຈະຈື່ເລື່ອງນີ້ໄວ້? ເພາະເຮົາບໍ່ຮູ້ແທ້ໆວ່າໃນອະນາຄົດຄວາມເຊື່ອຂອງເຮົາຈະຖືກທົດສອບແນວໃດ. ຕົວຢ່າງ: ເຈົ້າອາດຮັບບັບເຕມາກ່ອນເປັນເດັກນ້ອຍ. ແຕ່ຕອນນີ້ເຈົ້າເລີ່ມເປັນໄວຮຸ່ນແລ້ວ ອາລົມຄວາມຮູ້ສຶກຂອງເຈົ້າກໍບໍ່ຄືກັບຕອນຍັງນ້ອຍ ແລະເຈົ້າກໍປະສົບບັນຫາທີ່ບໍ່ເຄີຍພົບມາກ່ອນ. ໄວຮຸ່ນຍິງຄົນໜຶ່ງບອກວ່າ: “ປົກກະຕິແລ້ວຄົນທີ່ເປັນເດັກນ້ອຍຈະບໍ່ຮູ້ສຶກເສຍໃຈທີ່ບໍ່ໄດ້ກິນເຄັກວັນເກີດຢູ່ໂຮງຮຽນ ຍ້ອນວ່າເປັນພະຍານພະເຢໂຫວາ. ແຕ່ສອງສາມປີຕໍ່ມາເມື່ອຄວາມຕ້ອງການທາງເພດເລີ່ມຮຸນແຮງຂຶ້ນ ລາວຕ້ອງໝັ້ນໃຈແທ້ໆວ່າການເຊື່ອຟັງກົດໝາຍຂອງພະເຢໂຫວາເປັນທາງເລືອກທີ່ດີທີ່ສຸດ.”
5 ບໍ່ພຽງແຕ່ເດັກຫຼືໄວຮຸ່ນເທົ່ານັ້ນທີ່ຈະມີບັນຫາໃໝ່ໆ. ແມ່ນແຕ່ຄົນຮັບບັບເຕມາທີ່ເປັນຜູ້ໃຫຍ່ແລ້ວກໍຖືກທົດສອບຄວາມເຊື່ອໃນແບບທີ່ຄາດບໍ່ເຖິງຄືກັນ. ບັນຫາຂອງເຂົາເຈົ້າອາດມາຈາກຄູ່ແຕ່ງດອງ ສຸຂະພາບ ຫຼືວຽກອາຊີບ. ບໍ່ວ່າເຮົາຈະອາຍຸເທົ່າໃດ ເຮົາແຕ່ລະຄົນຈະຕ້ອງປະສົບກັບບັນຫາທີ່ຫຍຸ້ງຍາກທີ່ທົດສອບຄວາມສັດຊື່ຕໍ່ພະເຢໂຫວາ.—ຢາໂກໂບ 1:12-14
6. (ກ) ການອຸທິດຕົວຂອງເຈົ້າທີ່ໃຫ້ກັບພະເຢໂຫວາເຊິ່ງເປັນຄຳສັນຍາແບບບໍ່ມີເງື່ອນໄຂໝາຍຄວາມວ່າແນວໃດ? (ຂ) ເຈົ້າໄດ້ຮຽນຮູ້ຫຍັງຈາກຟີລິບ 4:11-13?
6 ເພື່ອເຈົ້າຈະຮັກສາຄວາມສັດຊື່ໄດ້ ຂໍໃຫ້ຈື່ໄວ້ສະເໝີວ່າຄຳສັນຍາທີ່ເຈົ້າໃຫ້ກັບພະເຢໂຫວາເປັນຄຳສັນຍາແບບບໍ່ມີເງື່ອນໄຂ. ນີ້ໝາຍຄວາມວ່າເຈົ້າຈະໃຫ້ການຮັບໃຊ້ພະອົງເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຈົ້າບໍ່ວ່າຈະເກີດຫຍັງຂຶ້ນ ແລະເຖິງວ່າໝູ່ຫຼືພໍ່ແມ່ຂອງເຈົ້າຈະເຊົາຮັບໃຊ້ພະເຢໂຫວາກໍຕາມ. (ຄຳເພງ 27:10) ດັ່ງນັ້ນ ບໍ່ວ່າສະພາບການຈະເປັນແນວໃດ ເຈົ້າຕ້ອງອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮັກສາຄຳສັນຍາທີ່ໃຫ້ກັບພະອົງ.—ອ່ານຟີລິບ 4:11-13
7. ການເຮັດທຸກຢ່າງດ້ວຍຄວາມນັບຖືແລະເກງກົວເພື່ອຈະໄດ້ຮັບຄວາມລອດໝາຍຄວາມວ່າແນວໃດ?
7 ພະເຢໂຫວາຢາກໃຫ້ເຈົ້າເປັນໝູ່ກັບພະອົງ ແຕ່ເຈົ້າກໍຕ້ອງພະຍາຍາມເພື່ອຈະຮັກສາສາຍສຳພັນທີ່ມີກັບພະອົງໃຫ້ເຂັ້ມແຂງແລະເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ. ໃນຟີລິບ 2:12 (ລ.ມ.) ບອກວ່າ: “ຂໍໃຫ້ເຮັດທຸກຢ່າງດ້ວຍຄວາມນັບຖືແລະຄວາມເກງກົວເພື່ອຈະໄດ້ຮັບ ຄວາມລອດ.” ນີ້ໝາຍຄວາມວ່າເຮົາຕ້ອງຄິດຢ່າງຄັກແນ່ວ່າຈະຮັກສາສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາແລະສັດຊື່ຕໍ່ພະອົງສະເໝີໄດ້ແນວໃດບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເຮົາບໍ່ຄວນຄິດງ່າຍໆວ່າເຮົາເຮັດໄດ້ບໍ່ມີບັນຫາ. ຂໍໃຫ້ຈື່ວ່າບາງຄົນທີ່ຮັບໃຊ້ພະເຢໂຫວາມາຫຼາຍປີກໍຍັງຮັກສາຄວາມພັກດີຕໍ່ພະອົງບໍ່ໄດ້. ດັ່ງນັ້ນ ມີສິ່ງໃດແດ່ທີ່ຈະຊ່ວຍເຈົ້າໃຫ້ເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ?
ການສຶກສາຄຳພີໄບເບິນເປັນສິ່ງທີ່ສຳຄັນ
8. ການສຶກສາຄຳພີໄບເບິນລວມເຖິງຫຍັງແດ່? ແລະເປັນຫຍັງຈຶ່ງສຳຄັນ?
8 ເພື່ອຈະເປັນເພື່ອນກັບພະເຢໂຫວາ ເຮົາຕ້ອງຟັງແລະເວົ້າກັບພະອົງ. ວິທີຫຼັກໆທີ່ເຮົາຈະຟັງພະເຢໂຫວາກໍຄືການສຶກສາຄຳພີໄບເບິນ. ນີ້ລວມເຖິງການອ່ານແລະຄິດຕຶກຕອງໃນພະຄຳຂອງພະເຈົ້າ ແລະໜັງສືທີ່ອາໄສຄຳພີໄບເບິນເປັນຫຼັກ. ການສຶກສາຄຳພີໄບເບິນບໍ່ໄດ້ເປັນພຽງການເລົ່າບົດຮຽນແບບທີ່ເຈົ້າເຮັດຕອນສອບເສັງຢູ່ໂຮງຮຽນ ແຕ່ເປັນຄືກັບການເດີນທາງທີ່ໜ້າຕື່ນເຕັ້ນທີ່ເຈົ້າສຳຫຼວດແລະຄົ້ນຫາສິ່ງໃໝ່ໆກ່ຽວກັບພະເຢໂຫວາ. ເມື່ອເຮັດແບບນີ້ເຈົ້າກໍຈະຫຍັບເຂົ້າໃກ້ພະເຈົ້າຫຼາຍຂຶ້ນແລະພະອົງກໍຈະຫຍັບເຂົ້າມາໃກ້ເຈົ້າຫຼາຍຂຶ້ນເຊັ່ນກັນ.—ຢາໂກໂບ 4:8
9. ມີເຄື່ອງມືຫຍັງແດ່ເພື່ອຈະຊ່ວຍເຈົ້າໃນການສຶກສາສ່ວນຕົວ?
9 ອົງການຂອງພະເຢໂຫວາໄດ້ຈັດກຽມເຄື່ອງມືເພື່ອຊ່ວຍເຈົ້າໃນການສຶກສາຄຳພີໄບເບິນ. ຕົວຢ່າງ: ຖ້າເຈົ້າເຂົ້າໃນເວັບໄຊ jw.org ກົດໄປທີ່ “ໄວລຸ້ນ” ຈະມີບົດຄວາມຊຸດທີ່ເອີ້ນວ່າ: “ກິດຈະກຳການສຶກສາພະຄຳພີ” ເພື່ອຊ່ວຍເຈົ້າໃຫ້ຮູ້ວິທີເອົາເລື່ອງໃນຄຳພີໄບເບິນ ໄປໃຊ້ໃນຊີວິດ. ນອກຈາກນັ້ນ ເວັບໄຊ jw.org ຍັງມີຄູ່ມືປະກອບການຮຽນຂອງປຶ້ມ “ຄຳພີໄບເບິນສອນແນວໃດແທ້ໆ?” ຄູ່ມືນີ້ຈະຊ່ວຍເຈົ້າໃຫ້ມີຄວາມເຊື່ອຫຼາຍຂຶ້ນແລະຊ່ວຍເຈົ້າໃຫ້ຮູ້ວິທີອະທິບາຍຄວາມເຊື່ອຂອງເຈົ້າກັບຄົນອື່ນໆ. ເຈົ້າຍັງສາມາດຫາຄຳແນະນຳອື່ນໆເພື່ອໃຊ້ສຶກສາສ່ວນຕົວໄດ້ໃນບົດຄວາມ “ໜຸ່ມສາວຖາມວ່າ . . . ຂ້ອຍຈະເຮັດໃຫ້ການອ່ານຄຳພີໄບເບິນໜ້າເພີດເພີນໄດ້ແນວໃດ?” ຕື່ນເຖີດ! (ບໍ່ມີໃນພາສາລາວ) ເມສາ 2009. ການສຶກສາແລະການຄິດຕຶກຕອງເປັນສິ່ງສຳຄັນທີ່ເຈົ້າຈະເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ.—ອ່ານຄຳເພງ 119:105
ການອະທິດຖານເປັນສິ່ງທີ່ສຳຄັນ
10. ເປັນຫຍັງຄລິດສະຕຽນທີ່ຮັບບັບເຕມາແລ້ວຈຳເປັນຕ້ອງອະທິດຖານ?
ບໍ່ວ່າເຈົ້າຈະກັງວົນເລື່ອງຫຍັງກໍຕາມ “ຄວາມກັງວົນໜັກຂອງເຈົ້າ ເຈົ້າຈົ່ງຝາກໄວ້ແກ່ພະເຢໂຫວາ”
10 ການສຶກສາຄຳພີໄບເບິນເປັນຄືກັບເຮົາຟັງພະເຢໂຫວາເວົ້າ ແລະການອະທິດຖານເປັນຄືກັບເຮົາກຳລັງເວົ້າກັບພະອົງ. ເຮົາບໍ່ຄວນຄິດວ່າການອະທິດຖານເປັນພຽງກິດຈະວັດທີ່ຕ້ອງເຮັດແບບພໍເປັນພິທີ ຫຼືເປັນຄືກັບ ‘ເຄື່ອງລາງຂອງຂັງ’ ເພື່ອຊ່ວຍໃຫ້ຕົວເອງປະສົບຜົນສຳເລັດ. ການອະທິດຖານເປັນການລົມກັບຜູ້ສ້າງຂອງເຮົາ. ລອງຄິດເບິ່ງ ພະເຢໂຫວາຢາກຟັງສິ່ງທີ່ເຈົ້າຈະເວົ້າ! (ອ່ານຟີລິບ 4:6) ດັ່ງນັ້ນ ບໍ່ວ່າເຈົ້າຈະກັງວົນເລື່ອງຫຍັງກໍຕາມ ຄຳພີໄບເບິນບອກເຈົ້າໃຫ້ເອົາ “ຄວາມກັງວົນໜັກຂອງເຈົ້າ ເຈົ້າຈົ່ງຝາກໄວ້ແກ່ພະເຢໂຫວາ.” (ຄຳເພງ 55:22) ພີ່ນ້ອງຊາຍຍິງຫຼາຍລ້ານຄົນທົ່ວໂລກສາມາດບອກເຈົ້າໄດ້ເລີຍວ່າການເຮັດແບບນີ້ໄດ້ຊ່ວຍເຂົາເຈົ້າແທ້ໆ ແລະກໍຈະຊ່ວຍເຈົ້າຄືກັນ!
11. ເປັນຫຍັງເຈົ້າຄວນອະທິດຖານຂອບໃຈພະເຢໂຫວາເລື້ອຍໆ?
11 ແນວໃດກໍຕາມ ເຮົາບໍ່ຄວນອະທິດຖານສະເພາະເມື່ອເຮົາຕ້ອງການໃຫ້ພະເຢໂຫວາຊ່ວຍເທົ່ານັ້ນ. ຄຳພີໄບເບິນບອກເຮົາວ່າ: “ໃຫ້ສະແດງຄວາມຂອບຄຸນ.” (ໂກໂລດ 3:15, ລ.ມ.) ບາງເທື່ອເຮົາອາດຮູ້ສຶກກັງວົນຫຼາຍເກີນໄປກ່ຽວກັບບັນຫາຂອງເຮົາຈົນເບິ່ງບໍ່ເຫັນສິ່ງດີຕ່າງໆທີ່ເຮົາມີ. ຖ້າເປັນແບບນັ້ນຂໍໃຫ້ເຈົ້າຄິດເຖິງສິ່ງດີຢ່າງໜ້ອຍ 3 ຢ່າງໃນແຕ່ລະມື້ທີ່ເຈົ້າຮູ້ສຶກຂອບໃຈພະເຢໂຫວາ ແລ້ວກໍອະທິດຖານຂອບໃຈພະອົງ. ອາບີເກວເປັນໄວຮຸ່ນທີ່ຮັບບັບເຕມາຕອນອາຍຸ 12 ປີບອກວ່າ: “ຂ້ອຍຮູ້ສຶກວ່າຕ້ອງຂອບໃຈພະເຢໂຫວາຫຼາຍກວ່າໃຜໃນເອກະພົບ. ເຮົາຄວນຂອບໃຈພະອົງເລື້ອຍໆສຳລັບທຸກສິ່ງທີ່ພະອົງເຮັດເພື່ອເຮົາ.” ບາງຄັ້ງອາບີເກວໄດ້ຖາມຕົວເອງດ້ວຍຄຳຖາມທີ່ເຄີຍໄດ້ຍິນມາວ່າ: “ຖ້າມື້ອື່ນຂ້ອຍຕື່ນຂຶ້ນມາແລ້ວພົບວ່າຂ້ອຍມີສະເພາະສິ່ງທີ່ຂ້ອຍໄດ້ຂອບໃຈພະເຢໂຫວາໃນມື້ນີ້ ນັ້ນໝາຍຄວາມວ່າຂ້ອຍຈະມີຫຍັງເຫຼືອແດ່?” * (ເບິ່ງໄຂເງື່ອນ)
ຂໍ້ດີຂອງການປະສົບດ້ວຍຕົວເຈົ້າເອງ
12, 13. ເຈົ້າໄດ້ປະສົບດ້ວຍຕົວເອງແນວໃດວ່າພະເຢໂຫວາດີຂະໜາດໃດ? ແລະເປັນຫຍັງການຄິດວ່າພະເຢໂຫວາໄດ້ເຄີຍຊ່ວຍຫຍັງເຈົ້າແດ່ຈຶ່ງເປັນເລື່ອງສຳຄັນ?
12 ພະເຢໂຫວາຊ່ວຍກະສັດດາວິດໃຫ້ອົດທົນກັບສະພາບການທີ່ຫຍຸ້ງຍາກຫຼາຍຢ່າງ. ດັ່ງນັ້ນ ດາວິດຈຶ່ງເວົ້າຈາກສິ່ງທີ່ລາວປະສົບດ້ວຍຕົວເອງວ່າ: “ຈົ່ງຊີມແລະເຫັນວ່າພະເຢໂຫວາດີ ຄົນທີ່ປົງໃຈໃນພະອົງກໍເປັນສຸກຫຼາຍ.” (ຄຳເພງ 34:8) ຂໍ້ນີ້ສະແດງໃຫ້ເຮົາເຫັນວ່າ ເພື່ອຈະຮູ້ວ່າພະເຢໂຫວາດີຂະໜາດໃດ ເຮົາຕ້ອງປະສົບ ດ້ວຍຕົວເອງ. ເມື່ອເຈົ້າອ່ານຄຳພີໄບເບິນ ອ່ານໜັງສືຕ່າງໆຂອງເຮົາແລະເຂົ້າຮ່ວມການປະຊຸມ ເຈົ້າກໍຈະໄດ້ຮຽນຮູ້ວິທີທີ່ພະເຈົ້າຊ່ວຍຄົນອື່ນໆໃຫ້ຮັກສາຄວາມພັກດີຕໍ່ພະອົງ. ແຕ່ເພື່ອຈະໃຫ້ສາຍສຳພັນຂອງເຈົ້າກັບພະເຢໂຫວາເຂັ້ມແຂງຂຶ້ນ ເຈົ້າຕ້ອງປະສົບດ້ວຍຕົວເອງວ່າພະເຢໂຫວາຊ່ວຍເຈົ້າແນວໃດ. ແລ້ວເຈົ້າໄດ້ຈະປະສົບດ້ວຍຕົວເອງແນວໃດວ່າພະເຢໂຫວາດີຂະໜາດໃດ?
ຂໍໃຫ້ເຈົ້າເຫັນຄຸນຄ່າທີ່ພະເຢໂຫວາໄດ້ຊັກນຳເຈົ້າເຂົ້າມາຢູ່ໃນອົງການຂອງພະອົງ
13 ບໍ່ແບບໃດກໍແບບໜຶ່ງທີ່ຄລິດສະຕຽນທຸກຄົນໄດ້ປະສົບດ້ວຍຕົວເອງວ່າພະເຢໂຫວາດີຂະໜາດໃດ. ພະອົງໄດ້ຊວນເຮົາໃຫ້ຫຍັບເຂົ້າມາໃກ້ພະອົງແລະລູກຊາຍ. ພະເຍຊູບອກວ່າ: “ບໍ່ມີຜູ້ໃດອາດມາຫາເຮົາໄດ້ເທົ່າເວັ້ນໄວ້ພະບິດາທີ່ໄດ້ໃຊ້ເຮົາມານັ້ນກໍຊັກຊວນເອົາເພິ່ນ.” (ໂຢຮັນ 6:44) ເຈົ້າຮູ້ສຶກວ່າພະເຢໂຫວາຊັກນຳເຈົ້າໃຫ້ເຂົ້າມາຫາພະອົງບໍ? ຫຼືເຈົ້າຄິດວ່າ ‘ພະເຢໂຫວາຊັກນຳພໍ່ແມ່ຂອງຂ້ອຍໃຫ້ມາຫາພະອົງຂ້ອຍກໍເລີຍຕາມມານຳຊື່ໆ’? ຂໍໃຫ້ຈື່ວ່າເມື່ອເຈົ້າອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ ເຈົ້າກໍມີສາຍສຳພັນທີ່ພິເສດກັບພະອົງ. ຄຳພີໄບເບິນບອກເຮົາວ່າ: ‘ຖ້າຜູ້ໜຶ່ງຜູ້ໃດຮັກພະເຈົ້າ ພະເຈົ້າກໍຮູ້ຈັກຜູ້ນັ້ນແລ້ວ.’ (1 ໂກລິນໂທ 8:3) ດັ່ງນັ້ນ ຂໍໃຫ້ເຈົ້າເຫັນຄຸນຄ່າທີ່ພະເຢໂຫວາໄດ້ຊັກນຳເຈົ້າເຂົ້າມາຢູ່ໃນອົງການຂອງພະອົງ.
14, 15. ວຽກຮັບໃຊ້ຊ່ວຍເຈົ້າໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນແນວໃດ?
14 ເຈົ້າຍັງໄດ້ປະສົບດ້ວຍຕົວເອງວ່າພະເຢໂຫວາດີຂະໜາດໃດ ຕອນທີ່ພະອົງໃຫ້ເຈົ້າມີຄວາມກ້າເພື່ອຈະລົມສິ່ງທີ່ເຈົ້າເຊື່ອກັບຄົນອື່ນບໍ່ວ່າຈະຢູ່ໃນເຂດປະກາດຫຼືຢູ່ໂຮງຮຽນ. ອາດເປັນເລື່ອງຍາກທີ່ຈະປະກາດກັບໝູ່ຢູ່ໃນຫ້ອງຮຽນ ເພາະເຈົ້າອາດກັງວົນວ່າເຂົາເຈົ້າຈະຄິດແນວໃດ ຫຼືເຈົ້າອາດຮູ້ສຶກຢ້ານເມື່ອຕ້ອງອະທິບາຍສິ່ງທີ່ເຈົ້າເຊື່ອຕໍ່ໜ້າຫຼາຍໆຄົນ. ແລ້ວສິ່ງໃດຈະຊ່ວຍເຈົ້າໄດ້?
15 ທຳອິດ ໃຫ້ຄິດວ່າເປັນຫຍັງເຈົ້າຈຶ່ງໝັ້ນໃຈໃນສິ່ງທີ່ເຈົ້າເຊື່ອ. ຕອນນີ້ “ຄູ່ມືປະກອບການຮຽນ” ຢູ່ທີ່ເວັບໄຊ jw.org ຖ້າຫາກມີໃນພາສາຂອງເຈົ້າ ຂໍໃຫ້ເຈົ້າໃຊ້ຄູ່ມືເຫຼົ່ານັ້ນ. ຄູ່ມືເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ຄິດເຖິງວ່າ ມີຫຍັງແດ່ທີ່ເຈົ້າເຊື່ອ ເປັນຫຍັງເຈົ້າຈຶ່ງເຊື່ອ ແລະເຈົ້າຈະອະທິບາຍຄວາມເຊື່ອຂອງເຈົ້າກັບໝູ່ແນວໃດ. ເມື່ອເຈົ້າມີຄວາມໝັ້ນໃຈໃນສິ່ງທີ່ເຊື່ອແທ້ໆແລະກຽມຕົວຢ່າງດີ ເຈົ້າກໍຈະຢາກເວົ້າເລື່ອງພະເຢໂຫວາກັບຄົນອື່ນ.—ເຢເຣມີ 20:8, 9
16. ສິ່ງໃດຈະຊ່ວຍໃຫ້ເຈົ້າກ້າທີ່ຈະເວົ້າກ່ຽວກັບຄວາມເຊື່ອຂອງເຈົ້າ?
16 ເຖິງວ່າຈະກຽມຕົວມາດີ ແຕ່ເຈົ້າກໍອາດຮູ້ສຶກກັງວົນໃນຕອນທີ່ເຈົ້າຕ້ອງອະທິບາຍຄວາມເຊື່ອຂອງເຈົ້າກັບຄົນອື່ນ. ພີ່ນ້ອງຍິງຄົນໜຶ່ງອາຍຸ 18 ປີທີ່ຮັບບັບເຕມາຕັ້ງແຕ່ອາຍຸ 13 ປີເລົ່າວ່າ: “ຂ້ອຍຮູ້ວ່າຂ້ອຍເຊື່ອຫຍັງ ແຕ່ບາງເທື່ອຂ້ອຍກໍບໍ່ຮູ້ວ່າຈະອະທິບາຍມັນອອກມາຈັ່ງໃດ.” ລາວຈຶ່ງພະຍາຍາມເວົ້າເລື່ອງຄວາມຈິງແບບທີ່ເປັນທຳມະຊາດແລະແບບຜ່ອນຄາຍ. ລາວເວົ້າວ່າ: “ໝູ່ຢູ່ຫ້ອງຮຽນຂອງຂ້ອຍຢາກເລົ່າເລື່ອງຫຍັງ ເຂົາເຈົ້າກໍເວົ້າຂຶ້ນມາເລີຍ ຂ້ອຍກໍໜ້າຈະເຮັດແບບນັ້ນຄືກັນ. ດັ່ງນັ້ນ ຂ້ອຍຈຶ່ງເວົ້າອອກໄປແບບນຽນໆ ເຊັ່ນ: ‘ມື້ກ່ອນໆຂ້ອຍໄປສອນຄຳພີໄບເບິນແລະ . . . ’ ຈາກນັ້ນຂ້ອຍກໍເລົ່າເລື່ອງທີ່ຂ້ອຍຕັ້ງໃຈຢາກເລົ່າໃຫ້ເຂົາເຈົ້າຟັງ. ເຖິງວ່າເລື່ອງນັ້ນຈະບໍ່ໄດ້ກ່ຽວຂ້ອງກັບຄຳພີໄບເບິນ ຫຼາຍເທື່ອເຂົາເຈົ້າກໍມັກສົງໄສທີ່ຂ້ອຍບອກວ່າໄປສອນຄຳພີໄບເບິນມັນເປັນແນວໃດ. ບາງເທື່ອເຂົາເຈົ້າກໍຖາມຄຳຖາມເກົ່ານັ້ນອີກ. ແຮ່ງຂ້ອຍໃຊ້ວິທີນີ້ເລື້ອຍໆມັນກໍງ່າຍ
ຂຶ້ນທີ່ຂ້ອຍຈະລົມກັບເຂົາເຈົ້າ ແລະຕອນນີ້ຂ້ອຍຮູ້ສຶກດີແທ້ໆ.17. ມີສິ່ງໃດອີກທີ່ຈະຊ່ວຍເຈົ້າໃຫ້ກ້າເວົ້າເລື່ອງຄວາມເຊື່ອຂອງເຈົ້າກັບຄົນອື່ນ?
17 ເມື່ອຄົນອື່ນຮູ້ສຶກວ່າເຈົ້າເປັນຫ່ວງແລະນັບຖືເຂົາເຈົ້າແທ້ໆ ກໍງ່າຍຂຶ້ນທີ່ຄົນອື່ນຈະນັບຖືເຈົ້າແລະສິ່ງທີ່ເຈົ້າເຊື່ອ. ໂອລີເວຍ ອາຍຸ 17 ປີແລະຮັບບັບເຕມາແລ້ວເລົ່າເຖິງຕອນທີ່ລາວຍັງນ້ອຍວ່າ: “ຂ້ອຍຮູ້ສຶກຢ້ານທີ່ຈະເວົ້າເລື່ອງກ່ຽວກັບຄຳພີໄບເບິນ ເພາະຄົນອື່ນຈະເບິ່ງຂ້ອຍວ່າເປັນຄົນບ້າ.” ແຕ່ຕໍ່ມາລາວໄດ້ເລີ່ມປ່ຽນຄວາມຄິດ. ແທນທີ່ຈະຄິດກັງວົນຫຼາຍເກີນໄປ ລາວໄດ້ຄິດວ່າ: “ຍັງມີໄວຮຸ່ນຫຼາຍຄົນທີ່ຍັງບໍ່ຮູ້ຫຍັງເລີຍກ່ຽວກັບພະຍານພະເຢໂຫວາ. ແລະເຮົາອາດເປັນພະຍານພະເຢໂຫວາຄົນດຽວທີ່ເຂົາເຈົ້າຮູ້ຈັກ. ດັ່ງນັ້ນ ສິ່ງທີ່ເຮົາເຮັດອາດສົ່ງຜົນຕໍ່ເຂົາເຈົ້າວ່າຈະຟັງຫຼືບໍ່ຟັງຄວາມຈິງ. ແລ້ວຈະເປັນແນວໃດຖ້າເຮົາອາຍ ຢ້ານ ຫຼືເວົ້າແບບບໍ່ໝັ້ນໃຈໃນສິ່ງທີ່ເຮົາເຊື່ອ ຫຼືຈະເກີດຫຍັງຂຶ້ນຖ້າເຮົາເວົ້າແບບປະຈົບປະແຈງ? ເຂົາເຈົ້າກໍອາດຈະເບິ່ງວ່າເຮົາບໍ່ໄດ້ພູມໃຈທີ່ເຮົາໄດ້ເປັນພະຍານພະເຢໂຫວາ. ເຂົາເຈົ້າອາດສະແດງທ່າທີທີ່ບໍ່ດີກັບເຮົາຍ້ອນເຫັນວ່າເຮົາບໍ່ມີຄວາມໝັ້ນໃຈ. ແຕ່ຖ້າເຮົາເວົ້າລ່ຽນໄຫຼແລະໝັ້ນໃຈໃນສິ່ງທີ່ເຊື່ອ ເຮັດໃຫ້ການສົນທະນາເປັນເລື່ອງປົກກະຕິ ເຂົາເຈົ້າກໍຈະນັບຖືເຮົາ.”
ຂໍໃຫ້ເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ
18. ເຈົ້າຕ້ອງເຮັດຫຍັງເພື່ອຈະໄດ້ຮັບຄວາມລອດ?
18 ເຮົາໄດ້ເຫັນແລ້ວວ່າຕ້ອງພະຍາຍາມຫຼາຍແທ້ໆທີ່ຈະເຮັດທຸກຢ່າງເພື່ອໄດ້ຮັບຄວາມລອດ. ດັງນັ້ນ ເຈົ້າຕ້ອງອ່ານແລະຄິດຕຶກຕອງສິ່ງທີ່ຢູ່ໃນຄຳພີໄບເບິນ ອະທິດຖານເຖິງພະເຢໂຫວາ ແລະຄິດເຖິງວິທີຕ່າງໆທີ່ພະອົງຊ່ວຍເຈົ້າເປັນສ່ວນຕົວ. ເມື່ອເຮັດສິ່ງເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາເປັນໝູ່ຂອງເຈົ້າ. ນີ້ຈະຊ່ວຍເຈົ້າໃຫ້ຢາກບອກສິ່ງທີ່ເຈົ້າເຊື່ອກັບຄົນອື່ນໆ.—ອ່ານຄຳເພງ 73:28
19. ເປັນຫຍັງຈຶ່ງຄຸ້ມຄ່າທີ່ຈະພະຍາຍາມເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ?
19 ພະເຍຊູບອກວ່າ: “ຖ້າໃຜຢາກຕິດຕາມເຮົາ ກໍໃຫ້ຄົນນັ້ນເຊົາໃຊ້ຊີວິດເພື່ອຕົວເອງ ຍອມແບກເສົາທໍລະມານຂອງຕົວເອງ ແລ້ວຕິດຕາມເຮົາເລື້ອຍໄປ.” (ມັດທາຍ 16:24, ລ.ມ.) ແມ່ນແລ້ວ ເພື່ອທີ່ເຮົາຈະຕິດຕາມພະເຍຊູ ເຮົາແຕ່ລະຄົນຕ້ອງອຸທິດຕົວຂອງເຮົາໃຫ້ກັບພະເຢໂຫວາແລະຕ້ອງຮັບບັບເຕມາ. ການເຮັດແບບນີ້ເປັນການເລີ່ມຕົ້ນຊີວິດທີ່ດີເລີດແທ້ໆໃນຕອນນີ້ ແລະຈະນຳເຮົາໄປສູ່ຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ. ດັ່ງນັ້ນ ຂໍໃຫ້ເຈົ້າເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອຈະໄດ້ຮັບຄວາມລອດ!
^ ຂໍ້ 11 ສຳລັບຂໍ້ມູນເພີ່ມຕື່ມໃຫ້ເບິ່ງ “ໜຸ່ມສາວຖາມ—ເປັນຫຍັງຂ້ອຍຄວນອະທິດຖານ” ແລະເຈ້ຍຝຶກຄວາມຄິດໃນເວັບໄຊ jw.org.