ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ຄລິດສະຕຽນ​ຈະ​ໃຊ້​ຫ່ວງ​ເພື່ອ​ຄຸມ​ກຳເນີດ​ໄດ້​ບໍ?

ຄູ່​ສົມລົດ​ທີ່​ເປັນ​ຄລິດສະຕຽນ​ແຕ່​ລະ​ຄູ່​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ນີ້​ເພື່ອ​ຈະ​ບໍ່​ໃຫ້​ມີ​ອັນ​ໃດ​ມາ​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ. ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ດີ​ທີ່​ສຸດ ເຂົາ​ເຈົ້າ​ຕ້ອງ​ຮູ້​ກ່ອນ​ວ່າ​ຫ່ວງ​ຄຸມ​ກຳເນີດ​ເຮັດ​ວຽກ​ແນວ​ໃດ​ແລະ​ມີ​ຫຼັກ​ການ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ໃຊ້​ໄດ້​ໃນ​ເລື່ອງ​ນີ້.

ພະ​ເຢໂຫວາ​ສັ່ງ​ອາດາມ​ກັບ​ເອວາ​ແລະ​ຕໍ່​ມາ​ກໍ​ສັ່ງ​ໂນເອ​ກັບ​ຄອບຄົວ​ວ່າ: “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ.” (ຕົ້ນເດີມ 1:28; 9:1) ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຄລິດສະຕຽນ​ຈະ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ນີ້. ຜົວ​ເມຍ​ແຕ່​ລະ​ຄູ່​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ໃຊ້​ວິທີ​ຄຸມ​ກຳເນີດ​ແບບ​ໃດ​ເພື່ອ​ຄວບຄຸມ​ຈຳນວນ​ສະມາຊິກ​ຄອບຄົວ​ຫຼື​ເພື່ອ​ຈະ​ມີ​ລູກ​ເມື່ອ​ໃດ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ຄິດ​ເຖິງ​ປັດໄຈ​ຫຍັງ​ແດ່?

ຄລິດສະຕຽນ​ຄວນ​ຄິດ​ເຖິງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເມື່ອ​ຕັດສິນ​ໃຈ​ເລື່ອງ​ການ​ຄຸມ​ກຳເນີດ. ດັ່ງ​ນັ້ນ ເພື່ອ​ຈະ​ຄຸມ​ກຳເນີດ​ເຂົາ​ເຈົ້າ​ຈະ​ບໍ່​ເລືອກ​ວິທີ​ການ​ເອົາ​ລູກ​ອອກ. ການ​ເອົາ​ລູກ​ອອກ​ເປັນ​ການ​ເຮັດ​ໃຫ້​ການ​ຖື​ພາ​ສິ້ນ​ສຸດ​ລົງ ຖ້າ​ບໍ່​ໄດ້​ເຮັດ​ຢ່າງ​ນັ້ນ ເດັກ​ນ້ອຍ​ກໍ​ຈະ​ເກີດ​ມາ​ໄດ້​ຕາມ​ປົກກະຕິ ເຊິ່ງ​ການ​ເອົາ​ລູກ​ອອກ​ເປັນ​ສິ່ງ​ທີ່​ຂັດ​ກັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ນັບຖື​ຊີວິດ. (ອົບພະຍົບ 20:13; 21:22, 23; ຄຳເພງ 139:16; ເຢເຣມີ 1:5) ການ​ໃຊ້​ຫ່ວງ​ຄຸມ​ກຳເນີດ​ແມ່ນ​ຫຍັງ?

ຫໍສັງເກດການ (ບໍ່​ມີ​ໃນ​ພາສາ​ລາວ) 15 ພຶດສະພາ 1979 ໜ້າ 30-31 ອະທິບາຍ​ວ່າ​ສ່ວນ​ໃຫຍ່​ແລ້ວ​ຫ່ວງ​ຄຸມ​ກຳເນີດ​ທີ່​ໃຊ້​ກັນ​ທົ່ວໄປ​ໃນ​ສະໄໝ​ນັ້ນ​ເປັນ​ເຄື່ອງ​ມື​ປາ​ລາ​ສະ​ຕິກ​ທີ່​ໃສ່​ເຂົ້າ​ໄປ​ໃນ​ໂຜ້ງ​ມົດ​ລູກ​ເພື່ອ​ປ້ອງກັນ​ການ​ຖື​ພາ. ບົດ​ຄວາມ​ນີ້​ບອກ​ອີກ​ວ່າ​ຍັງ​ບໍ່​ມີ​ການ​ເຂົ້າ​ໃຈ​ເຕັມທີ​ວ່າ​ຫ່ວງ​ຄຸມ​ກຳເນີດ​ເຮັດ​ວຽກ​ແນວ​ໃດ ແຕ່​ນັກ​ວິທະຍາສາດ​ຫຼາຍ​ຄົນ​ບອກ​ວ່າ​ຫ່ວງ​ຄຸມ​ກຳເນີດ​ເຮັດ​ໜ້າ​ທີ່​ປ້ອງກັນ​ບໍ່​ໃຫ້​ອະສຸຈິ​ເຂົ້າ​ໄປ​ປະຕິສົນທິ​ກັບ​ໄຂ່​ໃນ​ມົດ​ລູກ​ຂອງ​ຜູ້​ຍິງ. ຖ້າ​ບໍ່​ມີ​ການ​ປະຕິສົນທິ​ລະຫວ່າງ​ອະສຸຈິ​ກັບ​ໄຂ່ ຊີວິດ​ໃໝ່​ກໍ​ຈະ​ບໍ່​ເກີດ​ຂຶ້ນ.

ແນວ​ໃດ​ກໍ​ຕາມ ມີ​ຫຼັກ​ຖານ​ບາງ​ຢ່າງ​ທີ່​ສະແດງ​ວ່າ​ບາງ​ຄັ້ງ​ໄຂ່​ກໍ​ໄດ້​ຮັບ​ການ​ປະຕິສົນທິ​ເຖິງ​ວ່າ​ຈະ​ໃຊ້​ຫ່ວງ​ຄຸມ​ກຳເນີດ​ຢູ່. ໄຂ່​ທີ່​ໄດ້​ຮັບ​ການ​ປະຕິສົນທິ​ອາດ​ຈະເລີນ​ເຕີບໂຕ​ໃນ​ທໍ່​ສົ່ງ​ໄຂ່ (ເຊິ່ງ​ກໍ​ຄື​ການ​ມີ​ລູກ​ນອກ​ພົກ) ຫຼື​ອາດ​ຈະ​ເດີນ​ທາງ​ເຂົ້າ​ໄປ​ຝັງ​ຕົວ​ໃນ​ມົດ​ລູກ​ໄດ້. ຖ້າ​ມັນ​ໄປ​ເຖິງ​ມົດ​ລູກ ຫ່ວງ​ຄຸມ​ກຳເນີດ​ກໍ​ຈະ​ເຮັດ​ໜ້າ​ທີ່​ປ້ອງກັນ​ບໍ່​ໃຫ້​ໄຂ່​ທີ່​ປະຕິສົນທິ​ແລ້ວ​ຝັງ​ຕົວ​ໃນ​ເນື້ອເຍື່ອ​ມົດ​ລູກ ເຊິ່ງ​ເຮັດ​ໃຫ້​ການ​ຖື​ພາ​ສິ້ນ​ສຸດ​ລົງ​ແລະ​ອາດ​ເປັນ​ຄື​ກັບ​ການ​ເອົາ​ລູກ​ອອກ. ບົດ​ຄວາມ​ນີ້​ສະຫຼຸບ​ວ່າ: “ຄລິດສະຕຽນ​ທີ່​ສັດ​ຊື່​ເປັນ​ຫ່ວງ​ວ່າ​ການ​ໃຊ້​ຫ່ວງ​ຄຸມ​ກຳເນີດ​ຈະ​ເປັນ​ເລື່ອງ​ເໝາະ​ສົມ​ບໍ ເຂົາ​ເຈົ້າ​ຄວນ​ຕັດສິນ​ໃຈ​ໂດຍ​ໃຊ້​ຂໍ້​ມູນ​ເຫຼົ່າ​ນີ້​ແລະ​ຫຼັກ​ການ​ຂອງ​ຄຳພີ​ໄບເບິນ​ທີ່​ສັ່ງ​ໃຫ້​ນັບຖື​ຄວາມ​ສັກສິດ​ຂອງ​ຊີວິດ.”—ຄຳເພງ 36:9

ຕັ້ງ​ແຕ່​ມີ​ການ​ຕີ​ພິມ​ບົດ​ຄວາມ​ນັ້ນ ໃນ​ປີ 1979 ວົງ​ການ​ແພດ​ແລະ​ວິທະຍາສາດ​ກໍ​ພັດທະນາ​ຂຶ້ນ​ຫຼາຍ.

ປັດຈຸບັນ​ມີ​ຫ່ວງ​ເພື່ອ​ຄຸມ​ກຳເນີດ 2 ແບບ ແບບ​ທຳອິດ​ແມ່ນ​ຫ່ວງ​ຄຸມ​ກຳເນີດ​ຊະນິດ​ທອງແດງ​ເຊິ່ງ​ໃຊ້​ຢ່າງ​ແພ່​ຫຼາຍ​ໃນ​ປະເທດ​ສະຫະລັດ​ອາເມຣິກາ​ຕັ້ງ​ແຕ່​ປີ 1988. ຫ່ວງ​ຄຸມ​ກຳເນີດ​ແບບ​ທີ 2 ແມ່ນ​ໃຊ້​ວິທີ​ປ່ອຍ​ຮ໋ອກໂມນ​ແລະ​ເລີ່ມ​ຂາຍ​ຕັ້ງ​ແຕ່​ປີ 2001. ຫ່ວງ​ຄຸມ​ກຳເນີດ​ທັງ 2 ແບບ​ນີ້​ເຮັດ​ວຽກ​ແນວ​ໃດ?

ຫ່ວງ​ຄຸມ​ກຳເນີດ​ຊະນິດ​ທອງແດງ: ຕາມ​ທີ່​ບອກ​ໄປ​ແລ້ວ ຫ່ວງ​ຄຸມ​ກຳເນີດ​ເຮັດ​ໃຫ້​ອະສຸຈິ​ຜ່ານ​ໂຜ້ງ​ມົດ​ລູກ​ໄປ​ປະຕິສົນທິ​ກັບ​ໄຂ່​ໄດ້​ຍາກ ແຕ່​ຫ່ວງ​ຄຸມ​ກຳເນີດ​ຊະນິດ​ທອງແດງ​ເຮັດ​ໄດ້​ຫຼາຍ​ກວ່າ​ນັ້ນ ຫ່ວງ​ຄຸມ​ກຳເນີດ​ຊະນິດ​ນີ້​ມີ​ສ່ວນ​ປະສົມ​ຂອງ​ທອງແດງ​ເຊິ່ງ​ເປັນ​ພິດ​ຕໍ່​ອະສຸຈິ​ແລະ​ເຮັດ​ໃຫ້​ອະສຸຈິ​ຕາຍ. * (ເບິ່ງ​ໄຂ​ເງື່ອນ) ນອກ​ຈາກ​ນັ້ນ ຫ່ວງ​ຄຸມ​ກຳເນີດ​ນີ້​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ຢູ່​ເນື້ອເຍື່ອ​ມົດ​ລູກ​ນຳ.

ຫ່ວງ​ຄຸມ​ກຳເນີດ​ແບບ​ມີ​ຮ໋ອກໂມນ: ຫ່ວງ​ຄຸມ​ກຳເນີດ​ແບບ​ມີ​ຮ໋ອກໂມນ​ຄ້າຍ​ຄື​ກັບ​ທີ່​ມີ​ໃນ​ເມັດ​ຢາ​ຄຸມ​ກຳເນີດ. ຫ່ວງ​ຄຸມ​ກຳເນີດ​ແບບ​ນີ້​ເຮັດ​ໜ້າ​ທີ່​ຄື​ກັບ​ຫ່ວງ​ຄຸມ​ກຳເນີດ​ສະໄໝ​ກ່ອນ​ແຕ່​ສາມາດ​ປ່ອຍ​ຮ໋ອກໂມນ​ເຂົ້າ​ໄປ​ໃນ​ໂຜ້ງ​ມົດ​ລູກ. ສຳລັບ​ຜູ້​ຍິງ​ບາງ​ຄົນ ຫ່ວງ​ຄຸມ​ກຳເນີດ​ແບບ​ນີ້​ຈະ​ເຮັດ​ໃຫ້​ບໍ່​ມີ​ການ​ຕົກ​ໄຂ່ ເຊິ່ງ​ຖ້າ​ບໍ່​ມີ​ການ​ຕົກ​ໄຂ່​ກໍ​ຈະ​ບໍ່​ມີ​ການ​ປະຕິສົນທິ. ຫ່ວງ​ຄຸມ​ກຳເນີດ​ແບບ​ນີ້​ຍັງ​ເຮັດ​ໃຫ້​ເນື້ອເຍື່ອ​ມົດ​ລູກ​ບາງ​ລົງ​ນຳ. * (ເບິ່ງ​ໄຂ​ເງື່ອນ) ນອກ​ຈາກ​ນັ້ນ ຫ່ວງ​ຄຸມ​ກຳເນີດ​ແບບ​ນີ້​ຈະ​ເຮັດ​ໃຫ້​ນໍ້າ​ເມືອກ​ທີ່​ຢູ່​ປາກ​ມົດ​ລູກ​ຂຸ້ນ​ຂຶ້ນ ເຊິ່ງ​ຈະ​ປ້ອງກັນ​ບໍ່​ໃຫ້​ອະສຸຈິ​ຜ່ານ​ຊ່ອງ​ຄອດ​ເຂົ້າ​ໄປ​ໃນ​ມົດ​ລູກ​ໄດ້.

ແຕ່​ຖ້າ​ມີ​ການ​ຕົກ​ໄຂ່​ແລະ​ເກີດ​ການ​ປະຕິສົນທິ​ເດ? ຕາມ​ທີ່​ໄດ້​ອະທິບາຍ​ໄປ​ແລ້ວ ຫ່ວງ​ຄຸມ​ກຳເນີດ 2 ແບບ​ນີ້​ເບິ່ງ​ຄື​ວ່າ​ຈະ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ຢູ່​ທີ່​ເນື້ອເຍື່ອ​ມົດ​ລູກ. ດັ່ງ​ນັ້ນ ໄຂ່​ທີ່​ໄດ້​ຮັບ​ການ​ປະຕິສົນທິ​ແລ້ວ​ກໍ​ອາດ​ເຂົ້າ​ໄປ​ຢູ່​ໃນ​ໂຜ້ງ​ມົດ​ລູກ ແຕ່​ບໍ່​ສາມາດ​ຝັງ​ຕົວ​ເຂົ້າ​ໄປ​ໃນ​ເນື້ອເຍື່ອ​ມົດ​ລູກ​ໄດ້​ເພາະ​ເນື້ອເຍື່ອ​ມົດ​ລູກ​ຈະ​ບໍ່​ຮັບ ເຫດ​ການ​ແບບ​ນີ້​ຈຶ່ງ​ເປັນ​ການ​ຢຸດ​ການ​ຖື​ພາ​ຕັ້ງ​ແຕ່​ໄລຍະ​ທຳອິດ. ນັກ​ວິທະຍາສາດ​ເຊື່ອ​ວ່າ​ສິ່ງ​ນີ້​ເກືອບ​ຈະ​ບໍ່​ເກີດ​ຂຶ້ນ ແລະ​ອາດ​ເກີດ​ຂຶ້ນ​ໄດ້​ໃນ​ບາງ​ຄັ້ງ​ກັບ​ຄົນ​ທີ່​ກິນ​ຢາ​ຄຸມ​ກຳເນີດ​ນຳ.

ດັ່ງ​ນັ້ນ ບໍ່​ມີ​ໃຜ​ໝັ້ນ​ໃຈ​ໄດ້​ວ່າ​ຫ່ວງ​ຄຸມ​ກຳເນີດ​ຊະນິດ​ທອງແດງ ຫຼື ຫ່ວງ​ຄຸມ​ກຳເນີດ​ແບບ​ຮ໋ອກໂມນ​ຈະ​ປ້ອງກັນ​ບໍ່​ໃຫ້​ມີ​ການ​ປະຕິສົນທິ​ໄດ້​ຮ້ອຍ​ສ່ວນ​ຮ້ອຍ. ແຕ່​ການ​ວິໄຈ​ທາງ​ວິທະຍາສາດ​ສະແດງ​ໃຫ້​ເຫັນ​ວ່າ​ຫ່ວງ​ຄຸມ​ກຳເນີດ​ເຫຼົ່າ​ນີ້​ເຮັດ​ວຽກ​ໃນ​ແບບ​ທີ່​ອະທິບາຍ​ໄປ​ແລ້ວ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ໄຂ່​ໄດ້​ຮັບ​ການ​ປະຕິສົນທິ​ຈຶ່ງ​ເຮັດ​ໃຫ້​ມີ​ໂອກາດ​ໜ້ອຍ​ຫຼາຍ​ທີ່​ຈະ​ຖື​ພາ.

ຄູ່​ສົມລົດ​ທີ່​ເປັນ​ຄລິດສະຕຽນ​ທີ່​ຕ້ອງການ​ໃຊ້​ຫ່ວງ​ຄຸມ​ກຳເນີດ​ອາດ​ປຶກສາ​ເລື່ອງ​ນີ້​ກັບ​ໝໍ ແລະ​ໝໍ​ຈະ​ບອກ​ເຂົາ​ເຈົ້າ​ໄດ້​ວ່າ​ປະເທດ​ທີ່​ເຂົາ​ເຈົ້າ​ຢູ່​ມີ​ຫ່ວງ​ຄຸມ​ກຳເນີດ​ແບບ​ໃດ​ແດ່​ແລະ​ຜູ້​ຍິງ​ທີ່​ໃຊ້​ຈະ​ໄດ້​ຮັບ​ຜົນ​ດີ​ຜົນ​ເສຍ​ຫຍັງ​ແດ່. ທັງ​ສອງ​ບໍ່​ຄວນ​ຄາດ​ຫວັງ​ຫຼື​ປ່ອຍ​ໃຫ້​ໃຜ​ກໍ​ຕາມ​ແມ່ນ​ແຕ່​ໝໍ​ມາ​ຕັດສິນ​ໃຈ​ແທນ​ວ່າ​ຄວນ​ເຮັດ​ແນວ​ໃດ. (ໂລມ 14:12; ຄາລາຊີ 6:4, 5) ເຂົາ​ເຈົ້າ​ທັງ​ສອງ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ນີ້​ເອງ ສິ່ງ​ສຳຄັນ​ສຳລັບ​ເຂົາ​ເຈົ້າ​ຄື​ການ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ແລະ​ບໍ່​ມີ​ອັນ​ໃດ​ມາ​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ.—ສົມ​ທຽບ 1 ຕີໂມເຕ 1:18, 19; 2 ຕີໂມເຕ 1:3

^ ຂໍ້ 8 ຄູ່​ມື​ຈາກ​ການ​ບໍລິການ​ສຸຂະພາບ​ແຫ່ງ​ຊາດ​ຂອງ​ອັງກິດ​ລາຍງານ​ວ່າ: “ຫ່ວງ​ຄຸມ​ກຳເນີດ​ທີ່​ມີ​ທອງແດງ​ຫຼາຍ​ຈະ​ມີ​ປະສິດທິພາບ​ໃນ​ການ​ເຮັດ​ວຽກ​ຫຼາຍ​ກວ່າ​ເກົ້າ​ສິບ​ເກົ້າ​ສ່ວນ​ຮ້ອຍ. ນີ້​ໝາຍ​ຄວາມ​ວ່າ​ໃນ​ໜຶ່ງ​ປີ​ຄົນ​ທີ່​ໃຊ້​ຫ່ວງ​ຄຸມ​ກຳເນີດ ຖ້າ​ມີ 100 ຄົນ​ໃຊ້​ຫ່ວງ​ນີ້ ກໍ​ຈະ​ມີ​ບໍ່​ຮອດ 1 ຄົນ​ທີ່​ຖື​ພາ. ຫ່ວງ​ຄຸມ​ກຳເນີດ​ທີ່​ມີ​ທອງແດງ​ໜ້ອຍ​ກໍ​ຈະ​ມີ​ປະສິດທິພາບ​ໜ້ອຍ.”

^ ຂໍ້ 9 ເນື່ອງ​ຈາກ​ຫ່ວງ​ຄຸມ​ກຳເນີດ​ແບບ​ມີ​ຮ໋ອກໂມນ​ເຮັດ​ໃຫ້​ເນື້ອເຍື່ອ​ມົດ​ລູກ​ບາງ​ລົງ ບາງ​ຄັ້ງ​ໝໍ​ຈະ​ໃຊ້​ຫ່ວງ​ຄຸມ​ກຳເນີດ​ແບບ​ນີ້​ເພື່ອ​ຄວບຄຸມ​ການ​ມີ​ປະຈຳ​ເດືອນ​ຫຼາຍ​ເກີນ​ໄປ​ທັງ​ໃນ​ຜູ້​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ແລະ​ຍັງ​ບໍ່​ທັນ​ແຕ່ງ​ດອງ.