ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ້ອຍມີຄວາມຫວັງໃນພະເຈົ້າ

ຂ້ອຍມີຄວາມຫວັງໃນພະເຈົ້າ

‘ອາດາມ​ຄົນ​ສຸດ​ທ້າຍ​ເປັນ​ກາຍ​ວິນຍານ​ທີ່​ປະທານ​ຊີວິດ.’—1 ໂກລິນໂທ 15:45

ເພງ: 151, 147

1-3. (ກ) ຄຳ​ສອນ​ຫຍັງ​ເປັນ​ໜຶ່ງ​ໃນ​ຄຳ​ສອນ​ສຳຄັນ​ທີ່​ເຮົາ​ເຊື່ອ? (ຂ) ເປັນ​ຫຍັງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ? (ເບິ່ງ​ຮູບ​ທຳອິດ)

ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ​ຫຼັກໆແລ້ວ​ສາສະໜາ​ເຈົ້າ​ສອນ​ຫຍັງ ເຈົ້າ​ຈະ​ຕອບ​ແນວ​ໃດ? ເຈົ້າ​ອາດ​ຈະ​ຕອບ​ວ່າ ຂ້ອຍ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ແລະ​ເປັນ​ຜູ້​ໃຫ້​ຊີວິດ​ກັບ​ເຮົາ​ທຸກ​ຄົນ. ເຈົ້າ​ອາດ​ເວົ້າ​ເຖິງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ​ຄລິດ ແລະ​ແນ່ນອນ​ວ່າ​ເຈົ້າ​ຈະ​ເວົ້າ​ເຖິງ​ອຸທິຍານ​ໃນ​ໂລກ​ໃໝ່​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫຼອດ​ໄປ. ແຕ່​ເຈົ້າ​ຈະ​ເວົ້າ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ວ່າ​ເປັນ​ໜຶ່ງ​ໃນ​ຄຳ​ສອນ​ທີ່​ເຈົ້າ​ມັກ​ທີ່​ສຸດ​ບໍ?

2 ເຖິງ​ວ່າ​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ມີ​ຊີວິດ​ຢູ່​ເທິງ​ໂລກ​ຕະຫຼອດ​ໄປ. ພວກ​ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ເວົ້າ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ໜຶ່ງ​ໃນ​ຄຳ​ສອນ​ຫຼັກ​ທີ່​ເຮົາ​ເຊື່ອ. ອັກຄະສາວົກ​ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ເລື່ອງ​ສຳຄັນ. ລາວ​ເວົ້າ​ວ່າ: ‘ຖ້າ​ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ​ແທ້ ພະ​ຄລິດ​ກໍ​ບໍ່​ຟື້ນ​ຄືນ​ມາ​ດ້ວຍ.’ ຖ້າ​ພະ​ເຍຊູ​ບໍ່​ໄດ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ຈະ​ບໍ່​ສາມາດ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ​ໄດ້ ແລະ​ວຽກ​ປະກາດ​ຂອງ​ເຮົາ​ກໍ​ຈະ​ບໍ່​ມີ​ປະໂຫຍດ. (ອ່ານ 1 ໂກລິນໂທ 15:12-19) ແຕ່​ເຮົາ​ຮູ້​ວ່າ​ພະ​ເຍຊູ​ໄດ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ. ຍ້ອນ​ເຮົາ​ເຊື່ອ​ໝັ້ນ​ໃນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ບໍ່​ເປັນ​ຄື​ກັບ​ພວກ​ຊາດຶເຊເອນ​ທີ່​ບໍ່​ເຊື່ອ​ເລີຍ​ວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ບໍ່​ສາມາດ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ. ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ເຍາະ​ເຍີ້ຍ​ເຮົາ ເຮົາ​ກໍ​ຍັງ​ເຊື່ອ​ໝັ້ນ​ສະເໝີ​ວ່າ​ພະເຈົ້າ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້.—ມາລະໂກ 12:18; ກິດຈະການ 4:2, 3; 17:32; 23:6-8

3 ໂປໂລ​ບອກ​ວ່າ​ຄຳ​ສອນ​ເລື່ອງ “ການ​ຟື້ນ​ຂຶ້ນ​ຈາກ​ຕາຍ” ເປັນ​ສ່ວນ​ໜຶ່ງ​ຂອງ “ຫຼັກ​ຄຳ​ສອນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ພະ​ຄລິດ.” (ເຫບເລີ 6:1, 2, ລ.ມ.) ໂປໂລ​ເນັ້ນ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ເລື່ອງ​ໜຶ່ງ​ທີ່​ລາວ​ເຊື່ອ. (ກິດຈະການ 24:10, 15, 24, 25) ເຖິງ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ເປັນ​ຄຳ​ສອນ​ພື້ນຖານ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ແຕ່​ເຮົາ​ກໍ​ຍັງ​ຕ້ອງ​ຮຽນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ລະອຽດ. (ເຫບເລີ 5:12) ຍ້ອນ​ຫຍັງ?

4. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ອາດ​ສົງໄສ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ?

4 ເມື່ອ​ຜູ້​ຄົນ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ປົກກະຕິ​ແລ້ວ​ເຂົາ​ເຈົ້າ​ຈະ​ໄດ້​ອ່ານ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະດີດ ເຊັ່ນ: ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ລາຊະໂລ ແລະ​ຍັງ​ໄດ້​ຮຽນ​ເລື່ອງ​ຂອງ​ອັບລາຫາມ ໂຢບ ແລະ​ດານຽນ​ທີ່​ໝັ້ນ​ໃຈ​ວ່າ​ໃນ​ອະນາຄົດ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີວິດ​ອີກ​ຄັ້ງ. ຖ້າ​ມີ​ບາງ​ຄົນ​ຂໍ​ໃຫ້​ເຈົ້າ​ພິສູດ​ຈາກ​ຄຳພີ​ໄບເບິນ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ຄຳ​ສັນຍາ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ຫຼາຍ​ຮ້ອຍ​ປີ​ແລ້ວ ເຈົ້າ​ຈະ​ຕອບ​ແນວ​ໃດ? ແລະ​ຄຳພີ​ໄບເບິນ​ບອກ​ບໍ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ​ໃນ​ອະນາຄົດ? ການ​ຮູ້​ຄຳຕອບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ.

ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ມາ​ຫຼາຍ​ຮ້ອຍ​ປີ

5. ທຳອິດ​ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ​ນຳ​ກັນ?

5 ເປັນ​ເລື່ອງ​ງ່າຍ​ສຳລັບ​ເຮົາ​ທີ່​ຈະ​ນຶກ​ພາບ​ວ່າ​ບາງ​ຄົນ​ທີ່​ຫາ​ກໍ​ຕາຍ​ໄປ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. (ໂຢຮັນ 11:11; ກິດຈະການ 20:9, 10) ແຕ່​ສຳລັບ​ຄົນ​ທີ່​ຕາຍ​ໄປ​ຫຼາຍ​ປີ​ຫຼື​ຫຼາຍ​ຮ້ອຍ​ປີ​ແລ້ວ​ເດ ເຈົ້າ​ຍັງ​ໝັ້ນ​ໃຈ​ບໍ​ວ່າ​ໃນ​ອະນາຄົດ​ເຂົ້າ​ເຈົ້າ​ຈະ​ຟື້ນ​ຄືນ​ມາ​ຈາກ​ຕາຍ? ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ບໍ​ວ່າ​ຄຳ​ສັນຍາ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ບໍ່​ວ່າ​ຄົນ​ນັ້ນ​ຈະ​ຕາຍ​ໄປ​ດົນ​ແລ້ວ​ຫຼື​ຫາ​ກໍ​ຕາຍ? ທີ່​ຈິງ ເຈົ້າ​ກໍ​ເຊື່ອ​ຢູ່​ແລ້ວ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ອະດີດ ເຊິ່ງ​ເປັນ​ຄຳ​ສັນຍາ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ຫຼາຍ​ຮ້ອຍ​ປີ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ໃຜ? ແລະ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັນ​ແນວ​ໃດ​ກັບ​ຄວາມ​ຫວັງ​ຂອງ​ເຈົ້າ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ?

6. ພະ​ເຍຊູ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄຳ​ພະຍາກອນ​ໃນ​ຄຳເພງ​ບົດ 118?

6 ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ໜຶ່ງ ເຊິ່ງ​ມີ​ການ​ບອກ​ໄວ້​ລ່ວງ​ໜ້າ​ດົນ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ​ທີ່​ຢູ່​ໃນ​ຄຳເພງ​ບົດ 118 ເຊິ່ງ​ອາດ​ຂຽນ​ໂດຍ​ດາວິດ. ໃນ​ຄຳເພງ​ບອກ​ວ່າ: “ພະ​ເຢໂຫວາ ພວກ​ເຮົາ​ຂໍຮ້ອງ​ພະອົງ​ໃຫ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ” ແລະ “ຂໍ​ໃຫ້​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ພອນ.” ນີ້​ເປັນ​ຄຳ​ພະຍາກອນ​ກ່ຽວ​ກັບ​ເມຊີ ຜູ້​ຄົນ​ຍົກ​ຄຳ​ພະຍາກອນ​ນີ້​ຂຶ້ນ​ມາ​ເວົ້າ​ຕອນ​ທີ່​ພະ​ເຍຊູ​ຂີ່​ລາ​ເຂົ້າ​ໄປ​ທີ່​ເມືອງ​ເຢຣຶຊາເລມ​ໃນ​ວັນ​ທີ 9 ເດືອນ​ນີຊານ ເຊິ່ງ​ເປັນ​ເວລາ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. (ຄຳເພງ 118:25, 26; ມັດທາຍ 21:7-9) ແຕ່​ທີ່​ຄຳເພງ​ບົດ 118 ໄດ້​ເວົ້າ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ເກີດ​ຂຶ້ນ​ອີກ​ຫຼາຍ​ປີ​ຕໍ່​ມາ​ແນວ​ໃດ? ຂໍ​ໃຫ້​ສັງເກດ​ອີກ​ສິ່ງ​ໜຶ່ງ​ທີ່​ຄຳເພງ​ບອກ​ໄວ້​ວ່າ: “ກ້ອນ​ຫີນ​ທີ່​ພວກ​ກໍ່​ສ້າງ​ໄດ້​ຖິ້ມ​ແລ້ວ ຫີນ​ນັ້ນ​ໄດ້​ຫຼົບ​ມາ​ເປັນ​ຫີນ​ຫົວ​ແຈ​ແລ້ວ.”—ຄຳເພງ 118:22

“ພວກ​ກໍ່​ສ້າງ​ໄດ້​ຖິ້ມ” ເມຊີ (ເບິ່ງ​ຂໍ້ 7)

7. ຊາວ​ຢິວ​ຫຼາຍ​ຄົນ “ຖິ້ມ” ພະ​ເຍຊູ​ແນວ​ໃດ?

7 “ພວກ​ກໍ່​ສ້າງ” ທີ່ “ຖິ້ມ” ເມຊີ​ແມ່ນ​ພວກ​ຜູ້​ນຳ​ຊາວ​ຢິວ. ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ບໍ່​ສົນ​ໃຈ​ຫຼື​ບໍ່​ຍອມ​ຮັບ​ພະ​ເຍຊູ​ໃນ​ຖານະ​ພະ​ຄລິດ. ຊໍ້າ​ບໍ່​ໜຳ​ຊາວ​ຢິວ​ຫຼາຍ​ຄົນ​ໄດ້ “ຖິ້ມ” ເພິ່ນ​ໂດຍ​ຮ້ອງ​ຂໍ​ໃຫ້​ພີລາດ​ຂ້າ​ເພິ່ນ​ນຳ​ອີກ. (ລືກາ 23:18-23) ແມ່ນ​ແລ້ວ ເຂົາ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ຕາຍ​ຂອງ​ພະ​ເຍຊູ.

ພະເຈົ້າ​ປຸກ​ພະ​ເຍຊູ​ໃຫ້​ຟື້ນ​ຂຶ້ນ​ມາ​ເປັນ “ຫີນ​ຫົວ​ແຈ” (ເບິ່ງ​ຂໍ້ 8, 9)

8. ພະ​ເຍຊູ​ກາຍ​ເປັນ “ຫີນ​ຫົວ​ແຈ” ໄດ້​ແນວ​ໃດ?

8 ຖ້າ​ພະ​ເຍຊູ​ຖືກ “ຖິ້ມ” ແລະ​ຖືກ​ຂ້າ ເພິ່ນ​ຈະ​ມາ​ເປັນ “ຫີນ​ຫົວ​ແຈ” ໄດ້​ແນວ​ໃດ? ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ທີ່​ເພິ່ນ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເທົ່າ​ນັ້ນ. ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້ ໂດຍ​ເລົ່າ​ເລື່ອງ​ກ່ຽວ​ກັບ​ເຈົ້າ​ຂອງ​ສວນ​ອະງຸ່ນ​ທີ່​ໄດ້​ສົ່ງ​ຄົນ​ໃຊ້​ໃຫ້​ໄປ​ຫາ​ຄົນ​ທີ່​ເຊົ່າ​ສວນ​ອະງຸ່ນ​ຂອງ​ລາວ ແຕ່​ຄົນ​ເຊົ່າ​ສວນ​ໄດ້​ທຳ​ຮ້າຍ​ຄົນ​ໃຊ້​ຂອງ​ລາວ. ເມື່ອ​ຮູ້​ເລື່ອງ​ນີ້​ເຈົ້າ​ຂອງ​ສວນ​ກໍ​ສົ່ງ​ລູກ​ຊາຍ​ຂອງ​ລາວ​ໄປ ແລະ​ຫວັງ​ວ່າ​ຄົນ​ເຊົ່າ​ສວນ​ຈະ​ຟັງ​ລູກ​ຊາຍ​ຂອງລາວ ແຕ່​ເຂົາ​ເຈົ້າ​ພັດ​ຂ້າ​ລູກ​ຊາຍ​ຂອງ​ລາວ. ຫຼັງ​ຈາກ​ທີ່​ເລົ່າ​ເລື່ອງ​ນີ້​ແລ້ວ ພະ​ເຍຊູ​ກໍ​ໄດ້​ເວົ້າ​ເຖິງ​ຄຳ​ພະຍາກອນ​ໃນ​ຄຳເພງ 118:22. (ລືກາ 20:9-17) ອັກຄະສາວົກ​ເປໂຕ​ໄດ້​ໃຊ້​ຄຳ​ພະຍາກອນ​ດຽວ​ກັນ​ນີ້​ເມື່ອ​ເວົ້າ​ກັບ​ຊາວ​ຢິວ​ທີ່​ເປັນ ‘ພວກ​ຜູ້​ຄຸ້ມຄອງ ພວກ​ຜູ້​ເຖົ້າ​ແກ່​ແລະ​ພວກ​ສະ​ໝຽນ​ເຊິ່ງ​ມາ​ຊຸມນຸມ​ກັນ​ໃນ​ເມືອງ​ເຢຣຶຊາເລມ.’ ເປໂຕ​ເວົ້າ​ວ່າ: ‘ພະ​ເຍຊູ​ຄລິດ​ຊາວ​ນາຊາເລດ​ທີ່​ພວກ​ເຈົ້າ​ໄດ້​ປະຫານ​ທ່ານ​ເທິງ​ເສົາ​ແຕ່​ພະເຈົ້າ​ໄດ້​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ແລ້ວ.’ ຫຼັງ​ຈາກ​ນັ້ນ ເປໂຕ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ: “ພະອົງ​ນີ້​ເປັນ ‘ຫີນ​ທີ່​ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ຊ່າງ​ໄດ້​ຖື​ວ່າ​ບໍ່​ເປັນ​ການ ແຕ່​ວ່າ​ຫີນ​ນີ້​ໄດ້​ຫຼົບ​ມາ​ເປັນ​ຫົວ​ແຈ.’”—ກິດຈະການ 3:15; 4:5-11, ລ.ມ.; 1 ເປໂຕ 2:5-7

9. ຄຳເພງ 118:22 ບອກ​ໄວ້​ລ່ວງ​ໜ້າ​ກ່ຽວ​ກັບ​ເຫດການ​ທີ່​ສຳຄັນ​ອັນ​ໃດ?

9 ເຫັນ​ໄດ້​ແຈ້ງ​ວ່າ​ຄຳເພງ 118:22 ເປັນ​ຄຳ​ພະຍາກອນ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ຄົນ​ໜຶ່ງ​ຈະ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອີກ​ຫຼາຍ​ຮ້ອຍ​ປີ​ຕໍ່​ມາ. ຜູ້​ເປັນ​ເມຊີ​ຈະ​ຖືກ “ຖິ້ມ” ແລະ​ຖືກ​ຂ້າ ແຕ່​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ອີກ​ແລະ​ກາຍ​ເປັນ​ຫີນ​ຫົວ​ແຈ. ທັນທີ​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ຈະ​ເປັນ​ຜູ້​ດຽວ​ທີ່​ຊື່​ຂອງ​ເພິ່ນ​ຈະ “ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ໄດ້.”—ກິດຈະການ 4:12, ລ.ມ.; ເອເຟດ 1:20

10. (ກ) ຄຳເພງ 16:10 ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ຫຍັງ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຄຳເພງ 16:10 ບໍ່​ໄດ້​ໝາຍ​ເຖິງ​ດາວິດ?

10 ໃຫ້​ເຮົາ​ມາ​ເບິ່ງ​ຂໍ້​ພະ​ຄຳພີ​ອີກ​ຂໍ້​ໜຶ່ງ​ທີ່​ເວົ້າ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ຄຳ​ພະຍາກອນ​ຂໍ້​ນີ້​ສຳເລັດ​ເປັນ​ຈິງ​ໃນ​ເວລາ​ຫຼາຍ​ກວ່າ​ໜຶ່ງ​ພັນ​ປີ​ຕໍ່​ມາ. ເລື່ອງ​ນີ້​ຄວນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ສາມາດ​ເກີດ​ຂຶ້ນ​ໄດ້​ເຖິງ​ວ່າ​ຈະ​ມີ​ການ​ສັນຍາ​ໄວ້​ດົນ​ແລ້ວ. ໃນ​ຄຳເພງ​ບົດ 16 ດາວິດ​ຂຽນ​ວ່າ: “ພະອົງ​ຈະ​ບໍ່​ຖິ້ມ​ຂ້ອຍ​ໄວ້​ໃນ​ຫຼຸມ​ສົບ ພະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ພັກດີ​ຕໍ່​ພະອົງ​ຕ້ອງ​ລົງ​ຫຼຸມ.” (ຄຳເພງ 16:10, ລ.ມ.) ດາວິດ​ບໍ່​ໄດ້​ບອກ​ວ່າ​ລາວ​ຈະ​ບໍ່​ຕາຍ​ຫຼື​ຈະ​ບໍ່​ໄດ້​ຢູ່​ໃນ​ຫຼຸມ​ຝັງ​ສົບ. ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ດາວິດ​ຈະ​ເຖົ້າ​ແລະ​ຕາຍ “ໄປ​ນຳ​ພວກ​ປູ່​ຍາ​ຕາ​ນາຍ​ແຫ່ງ​ຕົນ ແລະ​ເຂົາ​ໄດ້​ຝັງ​ສົບ​ທ່ານ​ໃນ​ເມືອງ​ກະສັດ​ດາວິດ.” (1 ກະສັດ 2:1, 10) ຖ້າ​ເປັນ​ແນວ​ນັ້ນ ຄຳ​ສັນຍາ​ນີ້​ເວົ້າ​ເຖິງ​ໃຜ?

11. ເມື່ອ​ໃດ​ທີ່​ເປໂຕ​ອະທິບາຍ​ກ່ຽວ​ກັບ​ຄຳ​ພະຍາກອນ​ໃນ​ຄຳເພງ 16:10?

11 ຫຼາຍ​ກວ່າ​ໜຶ່ງ​ພັນ​ປີ​ຜ່ານ​ໄປ​ຫຼັງ​ຈາກ​ທີ່​ດາວິດ​ຂຽນ​ຂໍ້​ຄວາມ​ໃນ​ຄຳເພງ 16:10 ເປໂຕ​ກໍ​ໄດ້​ອະທິບາຍ​ວ່າ​ຂໍ້​ນັ້ນ​ໝາຍ​ເຖິງ​ໃຜ. ບໍ່​ເທົ່າ​ໃດ​ອາທິດ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ​ແລະ​ຖືກ​ປຸກ​ຂຶ້ນ​ມາ ເປໂຕ​ກໍ​ໄດ້​ເວົ້າ​ກັບ​ຫຼາຍ​ພັນ​ຄົນ​ທີ່​ເປັນ​ທັງ​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ. (ອ່ານ​ກິດຈະການ 2:29-32) ເປໂຕ​ບອກ​ເຂົາ​ເຈົ້າ​ອີກ​ວ່າ​ດາວິດ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້. ຕອນ​ທີ່​ລາວ​ບອກ​ວ່າ​ດາວິດ “ໄດ້​ຫຼິງ​ເຫັນ​ໄປ​ໃນ​ພາຍ​ໜ້າ [ຮູ້​ລ່ວງ​ໜ້າ] ແລະ​ໄດ້​ກ່າວ​ເຖິງ​ການ . . . ຄືນ​ມາ​ຈາກ​ຕາຍ” ຂອງ​ເມຊີ ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ບອກ​ວ່າ​ມີ​ຜູ້​ໃດ​ຄັດ​ຄ້ານ​ຄຳ​ເວົ້າ​ຂອງ​ເປໂຕ.

12. ຄຳ​ພະຍາກອນ​ໃນ​ຄຳເພງ 16:10 ສຳເລັດ​ເປັນ​ຈິງ​ແນວ​ໃດ ແລະ​ຄຳ​ສັນຍາ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ແນວ​ໃດ?

12 ເປໂຕ​ຢືນຢັນ​ເລື່ອງ​ນີ້​ໂດຍ​ຍົກ​ຄຳ​ເວົ້າ​ຂອງ​ດາວິດ​ໃນ​ຄຳເພງ 110:1. (ອ່ານ​ກິດຈະການ 2:33-36) ການ​ທີ່​ເປໂຕ​ຍົກ​ເຫດຜົນ​ຕ່າງໆຈາກ​ພະ​ຄຳພີ​ຊ່ວຍ​ໃຫ້​ຫຼາຍ​ຄົນ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ ‘ເປັນ​ທັງ​ພະອົງ​ເຈົ້າ​ແລະ​ເປັນ​ພະ​ຄລິດ.’ ຜູ້​ຄົນ​ຈຶ່ງ​ຍອມ​ຮັບ​ວ່າ​ຄຳເພງ 16:10 ສຳເລັດ​ເປັນ​ຈິງ​ກັບ​ພະ​ເຍຊູ ຕອນ​ທີ່​ເພິ່ນ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ຕໍ່​ມາ ໂປໂລ​ກໍ​ໃຊ້​ວິທີ​ຫາ​ເຫດຜົນ​ແບບ​ດຽວ​ກັນ​ເມື່ອ​ລາວ​ເວົ້າ​ກັບ​ຄົນ​ຢິວ​ໃນ​ເມືອງ​ອັນຕີອົກ​ແຂວງ​ປີຊີດີ. ການ​ຫາ​ເຫດຜົນ​ແບບ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ປະທັບ​ໃຈ​ແທ້ໆແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ຮູ້​ຫຼາຍ​ຂຶ້ນ. (ອ່ານ​ກິດຈະການ 13:32-37, 42) ການ​ຫາ​ເຫດຜົນ​ແບບ​ນີ້​ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຄື​ກັນ​ວ່າ ຄຳ​ພະຍາກອນ​ຕ່າງໆໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອະນາຄົດ ເຖິງ​ວ່າ​ຈະ​ຜ່ານ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ​ກໍ​ຕາມ.

ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ?

13. ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ອາດ​ຢາກ​ຖາມ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ?

13 ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ເຮົາ​ແທ້ໆທີ່​ຮູ້​ວ່າ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເຖິງ​ວ່າ​ຈະ​ບອກ​ໄວ້​ລ່ວງ​ໜ້າ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ. ແຕ່​ບາງ​ຄົນ​ອາດ​ຖາມ​ວ່າ: ‘ນີ້​ໝາຍ​ຄວາມ​ວ່າ​ຂ້ອຍ​ຕ້ອງ​ຖ້າ​ອີກ​ດົນ​ແມ່ນ​ບໍ​ເພື່ອ​ຈະ​ໄດ້​ພົບ​ກັບ​ຄົນ​ທີ່​ຂ້ອຍ​ຮັກ? ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ?’ ພະ​ເຍຊູ​ເຄີຍ​ບອກ​ກັບ​ພວກ​ອັກຄະສາວົກ​ວ່າ​ຍັງ​ມີ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ແລະ​ບໍ່​ມີ​ທາງ​ທີ່​ຈະ​ຮູ້​ໄດ້. ເພິ່ນ​ຍັງ​ບອກ​ອີກ​ວ່າ: ‘ຄາວ​ແລະ​ເວລາ​ກຳນົດ​ທັງ​ຫຼາຍ​ພະ​ບິດາ​ໄດ້​ຕັ້ງ​ໄວ້​ໃນ​ອຳນາດ​ແຫ່ງ​ພະອົງ​ຜູ້​ດຽວ.’ (ກິດຈະການ 1:6, 7; ໂຢຮັນ 16:12) ແນວ​ໃດ​ກໍ​ຕາມ ພວກ​ເຮົາ​ມີ​ຂໍ້​ມູນ​ບາງ​ຢ່າງ​ທີ່​ບອກ​ໃຫ້​ຮູ້​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ.

14. ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ຕ່າງ​ຈາກ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ອື່ນ​ແນວ​ໃດ?

14 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ສຳຄັນ​ທີ່​ສຸດ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ແມ່ນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ. ຖ້າ​ເພິ່ນ​ບໍ່​ໄດ້​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ເຮົາ​ຄົງ​ບໍ່​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ເຫັນ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ. ຜູ້​ຄົນ​ທີ່​ຖືກ​ປຸກ​ຂຶ້ນ​ມາ​ກ່ອນ​ພະ​ເຍຊູ ເຊັ່ນ: ຄົນ​ທີ່​ຖືກ​ປຸກ​ໂດຍ​ເອລີຢາ​ແລະ​ເອລີເຊ​ກໍ​ບໍ່​ໄດ້​ຊີວິດ​ຕະຫຼອດ​ໄປ ເຂົາ​ເຈົ້າ​ຍັງ​ຕ້ອງ​ຕາຍ​ອີກ​ແລະ​ກາຍ​ເປັນ​ດິນ. ແຕ່​ພະ​ເຍຊູ​ຖືກ​ປຸກ​ໃຫ້ “ເປັນ​ຄືນ​ມາ​ຈາກ​ຕາຍ.” ເພິ່ນ ‘ຈະ​ບໍ່​ຕາຍ​ອີກ​ຈັກ​ເທື່ອ ຄວາມ​ຕາຍ​ບໍ່​ມີ​ອຳນາດ​ເໜືອ​ເພິ່ນ​ອີກ​ຕໍ່​ໄປ.’ ເພິ່ນ​ຢູ່​ໃນ​ສະຫວັນ​ແລະ “ມີ​ຊີວິດ​ຢູ່​ສືບໆໄປ​ເປັນ​ນິດ.”—ໂລມ 6:9, ທ.ປ.; ຄຳປາກົດ 1:5, 18; ໂກໂລດ 1:18; 1 ເປໂຕ 3:18

15. ເປັນ​ຫຍັງ​ພະ​ເຍຊູ​ຖືກ​ເອີ້ນ​ວ່າ: “ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຈາກ​ຕາຍ”?

15 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ເປັນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແບບ​ກາຍ​ວິນຍານ​ເພື່ອ​ໄປ​ສະຫວັນ ເຊິ່ງ​ເກີດ​ຂຶ້ນ​ເປັນ​ເທື່ອ​ທຳອິດ​ແລະ​ຄັ້ງ​ທີ່​ສຳຄັນ​ທີ່​ສຸດ. (ກິດຈະການ 26:23) ແຕ່​ເພິ່ນ​ກໍ​ບໍ່​ແມ່ນ​ຄົນ​ດຽວ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ. ເພິ່ນ​ໄດ້​ສັນຍາ​ກັບ​ອັກຄະສາວົກ​ທີ່​ສັດ​ຊື່​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ເພິ່ນ​ໃນ​ສະຫວັນ. (ລືກາ 22:28-30) ແຕ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ນີ້​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຕາຍ. ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ໃຫ້​ເປັນ​ກາຍ​ວິນຍານ​ຄື​ກັບ​ພະ​ເຍຊູ. ໂປໂລ​ຂຽນ​ວ່າ: “ພະ​ຄລິດ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ແລ້ວ ແລະ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຈາກ​ຕາຍ.” ໂປໂລ​ບອກ​ຕໍ່​ໄປ​ວ່າ​ຈະ​ມີ​ຄົນ​ອື່ນໆອີກ​ທີ່​ຈະ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ “ຈະ​ເປັນ​ໄປ​ຕາມ​ລຳດັບ​ຄື ພະ​ຄລິດ​ເປັນ​ຄົນ​ທຳອິດ ຈາກ​ນັ້ນ​ກໍ​ເປັນ​ຄົນ​ຂອງ​ພະ​ຄລິດ​ທີ່​ຈະ​ມີ​ຊີວິດ​ອີກ​ໃນ​ຊ່ວງ​ການ​ປະທັບ​ຂອງ​ທ່ານ.”1 ໂກລິນໂທ 15:20, 23, ລ.ມ.

16. ມີ​ຂໍ້​ມູນ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ເມື່ອ​ໃດ?

16 ຄຳ​ເວົ້າ​ຂອງ​ໂປໂລ​ເປັນ​ຂໍ້​ມູນ​ທີ່​ຊ່ວຍ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ເມື່ອ​ໃດ. ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ນີ້​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ປະທັບ​ຂອງ​ພະ​ຄລິດ. ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ພະຍານ​ພະ​ເຢໂຫວາ​ໄດ້​ໃຊ້​ຄຳພີ​ໄບເບິນ​ພິສູດ​ວ່າ “ການ​ປະທັບ” ຂອງ​ພະ​ຄລິດ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ 1914. ພວກ​ເຮົາ​ມີ​ຊີວິດ​ຢູ່​ໃນ​ລະຫວ່າງ “ການ​ປະທັບ” ຂອງ​ພະອົງ​ແລະ​ເວລາ​ຂອງ​ໂລກ​ຊົ່ວ​ນີ້​ກໍ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ.

17, 18. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຖືກ​ເຈີມ​ບາງ​ຄົນ​ທີ່​ຢູ່​ເທິງ​ໂລກ​ໃນ​ໄລຍະ​ການ​ປະທັບ​ຂອງ​ພະ​ຄລິດ?

17 ຄຳພີ​ໄບເບິນ​ໄດ້​ອະທິບາຍ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ຕື່ມ​ອີກ​ວ່າ: “ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ . . . ຖ້າ​ເຮົາ​ເຊື່ອ​ວ່າ​ພະ​ເຍຊູ​ຕາຍ​ແລ້ວ​ຟື້ນ​ຂຶ້ນ​ມາ​ອີກ ເຮົາ​ກໍ​ເຊື່ອ​ດ້ວຍ​ວ່າ​ພະເຈົ້າ​ຈະ​ປຸກ​ສາວົກ​ໃຫ້​ຟື້ນ​ຂຶ້ນ​ມາ​ແລະ​ໃຫ້​ພວກ​ເຂົາ​ໄປ​ຢູ່​ກັບ​ພະ​ເຍຊູ . . . ພວກ​ເຮົາ​ທີ່​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ການ​ປະທັບ​ຂອງ​ຜູ້​ເປັນ​ນາຍ​ຈະ​ບໍ່​ຖືກ​ຮັບ​ໄປ​ກ່ອນ​ສາວົກ​ທີ່​ຕາຍ​ໄປ​ແລ້ວ ເພາະ​ຜູ້​ເປັນ​ນາຍ​ຈະ​ລົງ​ມາ​ຈາກ​ສະຫວັນ​ພ້ອມ​ກັບ​ອອກ​ຄຳ​ສັ່ງ . . . ແລ້ວ​ສາວົກ​ທີ່​ຕາຍ​ໄປ​ແລ້ວ​ຂອງ​ພະ​ຄລິດ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ມາ​ກ່ອນ ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ຖືກ​ຮັບ​ໄປ​ໃນ​ເມກ​ໃຫ້​ຢູ່​ຮ່ວມ​ກັບ​ຄົນ​ເຫຼົ່າ​ນັ້ນ​ເພື່ອ​ໄປ​ພົບ​ຜູ້​ເປັນ​ນາຍ​ໃນ​ທ້ອງຟ້າ ແລະ​ເຮົາ​ກໍ​ຈະ​ໄດ້​ຢູ່​ກັບ​ຜູ້​ເປັນ​ນາຍ​ຕະຫຼອດ​ໄປ.”—1 ເທຊະໂລນີກ 4:13-17, ລ.ມ.

18 ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ຈະ​ເກີດ​ຂຶ້ນ​ບໍ່​ດົນ​ຫຼັງ​ຈາກ​ການ​ປະທັບ​ຂອງ​ພະ​ເຍຊູ. ຜູ້​ຖືກ​ເຈີມ​ບາງ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ເທິງ​ໂລກ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ “ຖືກ​ຮັບ​ໄປ​ໃນ​ເມກ.” (ມັດທາຍ 24:31) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄົນ​ເຫຼົ່າ​ນັ້ນ​ທີ່ “ຖືກ​ຮັບ​ໄປ” ຈະ “ບໍ່​ຕ້ອງ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ” ນີ່​ຈຶ່ງ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ​ຢູ່​ແບບ​ນັ້ນ​ເປັນ​ເວລາ​ດົນໆ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເມື່ອ​ເຂົາ​ເຈົ້າ​ຕາຍ ເຂົາ​ເຈົ້າ​ກໍ “ຈະ​ຖືກ​ປ່ຽນ​ແປງ​ໃໝ່​ໝົດ ໃນ​ຊ່ວງ​ສັ້ນໆພຽງ​ພິບ​ຕາ​ດຽວ ລະຫວ່າງ​ການ​ເປົ່າ​ແກ​ຄັ້ງ​ສຸດ​ທ້າຍ.”—1 ໂກລິນໂທ 15:51, 52, ລ.ມ.

19. ‘ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ປະເສີດ​ກວ່າ’ ແມ່ນ​ຫຍັງ?

19 ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ທີ່​ສັດ​ຊື່​ສ່ວນ​ໃຫຍ່​ບໍ່​ໄດ້​ເປັນ​ຜູ້​ຖືກ​ເຈີມ ແລະ​ບໍ່​ໄດ້​ຖືກ​ເລືອກ​ໃຫ້​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ ແຕ່​ເຂົາ​ເຈົ້າ​ກຳລັງ​ຄອຍ​ຖ້າ “ວັນ​ຂອງ​ພະ​ເຢໂຫວາ” ທີ່​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້. ບໍ່​ມີ​ໃຜ​ຮູ້​ແທ້ໆວ່າ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ ແຕ່​ມີ​ຫຼັກ​ຖານ​ຕ່າງໆທີ່​ສະແດງ​ໃຫ້​ເຫັນ​ວ່າ​ໃກ້​ຈະ​ຮອດ​ມື້​ນັ້ນ​ແລ້ວ. (1 ເທຊະໂລນີກ 5:1-3) ເມື່ອ​ໂລກ​ໃໝ່​ຂອງ​ພະເຈົ້າ​ມາ​ກໍ​ຈະ​ມີ​ການ​ຟື້ນ​ຄືນ​ຈາກ​ຕາຍ​ໃນ​ອີກ​ຮູບ​ແບບ​ໜຶ່ງ. ເມື່ອ​ເຖິງ​ຕອນ​ນັ້ນ​ຜູ້​ຄົນ​ຈະ​ຖືກ​ປຸກ​ຂຶ້ນ​ມາ​ໃຫ້​ມີ​ຊີວິດ​ຢູ່​ເທິງ​ໂລກ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ທີ່​ສົມບູນ​ແບບ​ແລະ​ບໍ່​ຕາຍ​ອີກ​ເລີຍ. ສິ່ງ​ນີ້​ຈະ​ເປັນ ‘ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ປະເສີດ​ກວ່າ’ ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ທີ່​ເຄີຍ​ຖືກ​ປຸກ​ໃນ​ອະດີດ​ເຊິ່ງ​ໃນ​ທີ່​ສຸດ​ກໍ​ຕ້ອງ​ຕາຍ​ອີກ.—ເຫບເລີ 11:35

20. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ໝັ້ນ​ໄດ້​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ຢ່າງ​ເປັນ​ລະບົບ​ລະບຽບ?

20 ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ “ຈະ​ເປັນ​ໄປ​ຕາມ​ລຳດັບ.” (1 ໂກລິນໂທ 15:23, ລ.ມ.) ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຊື່ອ​ໝັ້ນ​ໄດ້​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢູ່​ເທິງ​ໂລກ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ເປັນ​ລະບົບ​ລະບຽບ ແລະ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ ຄົນ​ເຫຼົ່າ​ນັ້ນ​ທີ່​ຫາ​ກໍ​ຕາຍ​ໄປ​ໄດ້​ບໍ່​ດົນ​ຈະ​ຖືກ​ປຸກ​ໃນ​ໄລຍະ​ທຳອິດ​ຂອງ​ສະໄໝ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ​ບໍ​ເພື່ອ​ທີ່​ລາວ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄົນ​ທີ່​ລາວ​ຮັກ? ພວກ​ຜູ້​ຊາຍ​ທີ່​ສັດ​ຊື່​ໃນ​ອະດີດ​ເຊິ່ງ​ເປັນ​ຜູ້​ນຳ​ທີ່​ມີ​ຄວາມ​ສາມາດ​ຈະ​ຖືກ​ປຸກ​ຂຶ້ນ​ມາ​ກ່ອນ​ບໍ ເພື່ອ​ເຂົາ​ເຈົ້າ​ຈະ​ຊ່ວຍ​ຈັດ​ລະບຽບ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ໄລຍະ​ເລີ່ມ​ຕົ້ນ​ຂອງ​ໂລກ​ໃໝ່? ແລ້ວ​ຄົນ​ທີ່​ບໍ່​ເຄີຍ​ຮັບໃຊ້​ພະ​ເຢໂຫວາ​ເດ​ເຂົາເຈົ້າ​ຈະ​ເປັນ​ແນວ​ໃດ? ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ເມື່ອ​ໃດ​ແລະ​ຢູ່​ໃສ? ທີ່​ຈິງ​ຍັງ​ມີ​ຫຼາຍ​ຄຳຖາມ​ທີ່​ເຮົາ​ຢາກ​ຮູ້ ແຕ່​ເຮົາ​ບໍ່​ຄວນ​ກັງວົນ​ກ່ຽວ​ກັບ​ເລື່ອງ​ເຫຼົ່າ​ນີ້​ໃນ​ຕອນ​ນີ້ ດີ​ກວ່າ​ທີ່​ເຮົາ​ລໍ​ຖ້າ​ເບິ່ງ​ຕໍ່​ໄປ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ຕ່າງໆທີ່​ໜ້າ​ຕື່ນ​ເຕັ້ນ​ແນ່ນອນ!

21. ເຈົ້າ​ມີ​ຄວາມ​ຫວັງ​ຫຍັງ?

21 ຈົນ​ກວ່າ​ຈະ​ເຖິງ​ເວລາ​ນັ້ນ ເຮົາ​ຄວນ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ. ພະອົງ​ໄດ້​ສັນຍາ​ໂດຍ​ທາງ​ພະ​ເຍຊູ​ວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະອົງ​ແລະ​ເຂົາ​ເຈົ້າ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. (ໂຢຮັນ 5:28, 29; 11:23) ອີກ​ຂໍ້​ພິສູດ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ຄົນ​ຕາຍ​ຄື ຕອນ​ທີ່​ພະ​ເຍຊູ​ບອກ​ວ່າ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ແລ້ວ ອັບລາຫາມ ອີຊາກ ແລະ​ຢາໂຄບ ‘ພວກ​ເຂົາ​ທຸກ​ຄົນ​ຍັງ​ມີ​ຊີວິດ​ຢູ່.’ (ລືກາ 20:37, 38, ລ.ມ.) ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ເວົ້າ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ວ່າ: ‘ຂ້າພະເຈົ້າ​ມີ​ຄວາມ​ຄອງ​ຫາ [ຄວາມ​ຫວັງ] ໃນ​ພະເຈົ້າ​ຄື . . . ຈະ​ໄດ້​ຄືນ​ມາ​ຈາກ​ຕາຍ.’