ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພໍ່ແມ່—ເຈົ້າຕ້ອງຊ່ວຍລູກໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’

ພໍ່ແມ່—ເຈົ້າຕ້ອງຊ່ວຍລູກໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’

“ເຈົ້າ​ຮູ້ຈັກ​ພະ​ຄຳພີ​ສັກສິດ​ຕັ້ງ​ແຕ່​ຍັງ​ເປັນ​ແອ​ນ້ອຍ ເຊິ່ງ​ໃຫ້​ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ລອດ​ໄດ້.”—2 ຕີໂມເຕ 3:15, ລ.ມ.

ເພງ: 141, 134

1, 2. ເປັນ​ຫຍັງ​ພໍ່​ແມ່​ບາງ​ຄົນ​ອາດ​ກັງວົນ​ເມື່ອ​ລູກ​ຢາກ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ?

ແຕ່​ລະ​ປີ​ມີ​ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ພັນ​ຄົນ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ໃນ​ຈຳນວນ​ນີ້​ມີ​ໄວ​ໜຸ່ມ​ຫຼາຍ​ຄົນ​ທີ່​ໃຫຍ່​ມາ​ໃນ​ຄວາມ​ຈິງ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ເລືອກ​ແນວ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ. (ຄຳເພງ 1:1-3) ຖ້າ​ເຈົ້າ​ເປັນ​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ ແນ່ນອນ​ວ່າ​ເຈົ້າ​ຄົງ​ຄອຍ​ຖ້າ​ມື້​ທີ່​ຈະ​ໄດ້​ເຫັນ​ລູກ​ຂອງ​ເຈົ້າ​ຮັບ​ບັບເຕມາ.—ສົມ​ທຽບ​ກັບ 3 ໂຢຮັນ 4

2 ແຕ່​ເຈົ້າ​ກໍ​ອາດ​ມີ​ເລື່ອງ​ທີ່​ກັງວົນ ເພາະ​ເຈົ້າ​ອາດ​ເຄີຍ​ເຫັນ​ໄວ​ໜຸ່ມ​ບາງ​ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ເລີ່ມ​ສົງໄສ​ວ່າ​ການ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ນັ້ນ​ດີ​ແທ້ໆບໍ ແລະ​ບາງ​ຄົນ​ກໍ​ເຖິງ​ຂັ້ນ​ອອກ​ຈາກ​ຄວາມ​ຈິງ​ໄປ. ດັ່ງ​ນັ້ນ ເຈົ້າ​ຈຶ່ງ​ອາດ​ເປັນ​ຫ່ວງ​ວ່າ​ໃນ​ອະນາຄົດ​ລູກ​ທີ່​ກຳລັງ​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ອາດ​ບໍ່​ຮັກ​ຄວາມ​ຈິງ​ຄື​ກັບ​ຕອນ​ທຳອິດ ເຊິ່ງ​ລູກ​ອາດ​ເປັນ​ຄື​ກັບ​ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ທີ່​ຢູ່​ເມືອງ​ເອເຟດ​ທີ່​ພະ​ເຍຊູ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ເຈົ້າ​ບໍ່​ມີ​ຄວາມ​ຮັກ​ແບບ​ທີ່​ເຈົ້າ​ມີ​ໃນ​ຕອນ​ທຳອິດ.” (ຄຳປາກົດ 2:4, ລ.ມ.) ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຮັກ​ຄວາມ​ຈິງ​ຢູ່​ສະເໝີ “ເຕີບໂຕ​ຂຶ້ນ​ແລະ​ໄດ້​ຮັບ​ຄວາມ​ລອດ”? (1 ເປໂຕ 2:2, ລ.ມ.) ເພື່ອ​ຈະ​ໄດ້​ຄຳຕອບ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຕີໂມເຕ​ນຳ​ກັນ.

“ເຈົ້າ​ຮູ້ຈັກ​ພະ​ຄຳພີ​ສັກສິດ”

3. (ກ) ຕີໂມເຕ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໄດ້​ແນວ​ໃດ ແລະ​ລາວ​ເຮັດ​ແນວ​ໃດ​ກັບ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້? (ຂ) ສາມ​ສິ່ງ​ທີ່​ໂປໂລ​ໄດ້​ເວົ້າ​ເຖິງ​ຕີໂມເຕ​ມີ​ຫຍັງ​ແດ່?

3 ອັກຄະສາວົກ​ໂປໂລ​ໄປ​ຢາມ​ພີ່​ນ້ອງ​ໃນ​ເມືອງ​ລີສະທາ​ຄັ້ງ​ທຳອິດ​ໃນ​ປີ ຄ.ສ. 47. ເປັນ​ໄປ​ໄດ້​ທີ່​ຕອນ​ນັ້ນ​ຕີໂມເຕ​ເປັນ​ໄວ​ໜຸ່ມ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ລາວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ແລະ 2 ປີ​ຕໍ່​ມາ​ລາວ​ກໍ​ເລີ່ມ​ເດີນ​ທາງ​ຮ່ວມ​ກັບ​ໂປໂລ. ຫຼັງ​ຈາກ​ນັ້ນ​ປະມານ 16 ປີ​ໂປໂລ​ກໍ​ຂຽນ​ຈົດ​ໝາຍ​ເຖິງ​ຕີໂມເຕ​ວ່າ: “ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ຈົນ​ໝັ້ນ​ໃຈ​ແລ້ວ​ຕໍ່ໆໄປ ເຈົ້າ​ກໍ​ຮູ້​ວ່າ​ເຈົ້າ​ຮຽນ​ມາ​ຈາກ​ໃຜ ແລະ​ເຈົ້າ​ຮູ້ຈັກ​ພະ​ຄຳພີ​ສັກສິດ [ພະ​ຄຳພີ​ພາກ​ພາສາ​ເຫບເລີ] ຕັ້ງ​ແຕ່​ຍັງ​ເປັນ​ແອ​ນ້ອຍ​ເຊິ່ງ​ໃຫ້​ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ລອດ​ໄດ້​ໂດຍ​ຄວາມ​ເຊື່ອ​ໃນ​ພະ​ຄລິດ​ເຍຊູ.” (2 ຕີໂມເຕ 3:14, 15, ລ.ມ.) ຂໍ​ໃຫ້​ສັງເກດ​ທີ່​ໂປໂລ ເວົ້າ​ເຖິງ​ຕີໂມເຕ​ວ່າ​ເປັນ​ຄົນ​ທີ່ (1) ຮູ້ຈັກ​ພະ​ຄຳພີ​ສັກສິດ (2) ຮຽນ​ຮູ້​ຈົນ​ໝັ້ນ​ໃຈ ແລະ (3) ມີ​ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ລອດ​ໂດຍ​ຄວາມ​ເຊື່ອ​ໃນ​ພະ​ຄລິດ​ເຍຊູ.

ແມ່ນ​ແຕ່​ລູກ​ທີ່​ຍັງ​ນ້ອຍ​ກໍ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ຜູ້​ຄົນ​ແລະ​ເລື່ອງ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ໄດ້

4. ເຈົ້າ​ເຄີຍ​ໃຊ້​ເຄື່ອງ​ມື​ຫຍັງ​ແດ່​ເພື່ອ​ສອນ​ລູກ? (ເບິ່ງ​ຮູບ​ທຳອິດ)

4 ຖ້າ​ເຈົ້າ​ມີ​ລູກ ເຈົ້າ​ຄົງ​ຢາກ​ໃຫ້​ລູກ​ຮູ້ຈັກ​ພະ​ຄຳພີ​ບໍລິສຸດ​ເປັນ​ຢ່າງ​ດີ ເຊິ່ງ​ຕອນ​ນີ້​ຄຳພີ​ໄບເບິນ​ກໍ​ມີ​ທັງ​ພາກ​ພາສາ​ເຫບເລີ​ແລະ​ເກັຣກ ເພາະ​ຄວາມ​ຮູ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ລູກ​ສ້າງ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. ແມ່ນ​ແຕ່​ລູກ​ທີ່​ຍັງ​ນ້ອຍ​ກໍ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ຜູ້​ຄົນ​ແລະ​ເລື່ອງ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ໄດ້. ນອກ​ຈາກ​ນັ້ນ ອົງການ​ຂອງ​ພະ​ເຢໂຫວາ​ຍັງ​ມີ​ປຶ້ມ ຈຸນລະສານ ແລະ​ວິດີໂອ​ຢ່າງ​ຫຼວງ​ຫຼາຍ​ທີ່​ເວົ້າ​ເຖິງ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ພໍ່​ແມ່​ໃຊ້​ສອນ​ລູກ. ພາສາ​ຂອງ​ເຈົ້າ​ມີ​ຫຍັງ​ແດ່​ທີ່​ຈະ​ໃຊ້​ໄດ້?

“ຮຽນ​ຮູ້​ຈົນ​ໝັ້ນ​ໃຈ”

5. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຕີໂມເຕ​ຮຽນ​ຮູ້​ຈົນ​ໝັ້ນ​ໃຈ​ໃນ​ຂ່າວ​ດີ​ເລື່ອງ​ພະ​ເຍຊູ?

5 ການ​ສອນ​ລູກ​ກ່ຽວ​ກັບ​ຜູ້​ຄົນ​ແລະ​ເລື່ອງ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຍັງ​ບໍ່​ພໍ. ຂໍ​ໃຫ້​ຈື່​ວ່າ​ຕີໂມເຕ​ຍັງ​ຕ້ອງ “ຮຽນ​ຮູ້​ຈົນ​ໝັ້ນ​ໃຈ.” ເຖິງ​ວ່າ​ລາວ​ຈະ​ຮູ້ຈັກ​ພະ​ຄຳພີ​ພາກ​ພາສາ​ເຫບເລີ “ຕັ້ງ​ແຕ່​ເປັນ​ແອ​ນ້ອຍ” ແຕ່​ຕໍ່​ມາ​ລາວ​ໄດ້​ເຫັນ​ຂໍ້​ພິສູດ​ດ້ວຍ​ຕາ​ຕົວ​ເອງ​ທີ່​ເຮັດ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ​ເປັນ​ເມຊີ. ລາວ​ຈຶ່ງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ​ແລະ​ໄດ້​ຮັບໃຊ້​ເປັນ​ມິດຊັນນາລີ​ຮ່ວມ​ກັບ​ໂປໂລ.

6. ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ?

6 ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ແລະ “ຮຽນ​ຮູ້​ຈົນ​ໝັ້ນ​ໃຈ” ຄື​ກັບ​ຕີໂມເຕ​ໄດ້​ແນວ​ໃດ? ທຳອິດ ຂໍ​ໃຫ້​ອົດ​ທົນ. ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຕ້ອງ​ໃຊ້​ເວລາ ແລະ​ການ​ທີ່​ເຈົ້າ​ເຊື່ອ​ຫຍັງ​ບາງ​ຢ່າງ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລູກ​ຈະ​ເຊື່ອ​ໃນ​ສິ່ງ​ນັ້ນ​ຕາມ​ເຈົ້າ​ໂດຍ​ອັດຕະໂນມັດ. ເດັກ​ນ້ອຍ​ແຕ່​ລະ​ຄົນ​ຕ້ອງ​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ” ຂອງ​ຕົວ​ເອງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ. (ອ່ານ​ໂລມ 12:1, ລ.ມ.) ເນື່ອງ​ຈາກ​ເປັນ​ພໍ່​ແມ່ ເຈົ້າ​ຈຶ່ງ​ເປັນ​ຫຼັກ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ໂດຍ​ສະເພາະ​ເມື່ອ​ລູກ​ຂອງ​ເຈົ້າ​ຖາມ​ຄຳຖາມ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເຮົາ​ສາມາດ​ຮຽນ​ຫຍັງ​ໄດ້​ແດ່​ຈາກ​ພໍ່​ຄົນ​ໜຶ່ງ.

7, 8. (ກ) ພໍ່​ຄົນ​ໜຶ່ງ​ໃຊ້​ຄວາມ​ອົດ​ທົນ​ແນວ​ໃດ​ເມື່ອ​ສອນ​ລູກ​ສາວ​ຂອງ​ລາວ? (ຂ) ຕອນ​ໃດ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຕ້ອງ​ໃຊ້​ອົດ​ທົນ​ກັບ​ລູກ?

7 ໂທມັດ​ມີ​ລູກ​ສາວ​ອາຍຸ 11 ປີ​ເລົ່າ​ວ່າ​ບາງ​ເທື່ອ​ລູກ​ສາວ​ກໍ​ມັກ​ຖາມ​ຄຳຖາມ​ຫຼາຍ​ຢ່າງ ເຊັ່ນ: “ເປັນ​ໄປ​ໄດ້​ບໍ​ວ່າ​ພະ​ເຢໂຫວາ​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ໂລກ? ຫຼື “ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ ເຊັ່ນ: ການ​ເລືອກ​ຕັ້ງ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ?” ບາງ​ເທື່ອ ລາວ​ຕ້ອງ​ຫ້າມ​ໃຈ​ທີ່​ຈະ​ບໍ່​ບອກ​ລູກ​ໄປ​ເລີຍ​ວ່າ​ຕ້ອງ​ເຊື່ອ​ຫຍັງ. ໂທມັດ​ຮູ້​ວ່າ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ໝັ້ນ​ໃຈ​ໃນ​ຄວາມ​ຈິງ​ບໍ່​ໄດ້​ອາໄສ​ພຽງ​ຫຼັກ​ຖານ​ສຳຄັນ​ແຕ່​ເລື່ອງ​ດຽວ ແຕ່​ຕ້ອງ​ອາໄສ​ຫຼັກ​ຖານ​ຫຼາຍໆຢ່າງ​ປະກອບ​ກັນ.

8 ໂທມັດ​ຮູ້​ວ່າ​ການ​ສອນ​ລູກ​ສາວ​ຕ້ອງ​ໃຊ້​ຄວາມ​ອົດ​ທົນ. ທີ່​ຈິງ ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ເປັນ​ຄົນ​ອົດ​ທົນ​ຢູ່​ແລ້ວ. (ໂກໂລດ 3:12) ໂທມັດ​ຮູ້​ວ່າ​ເພື່ອ​ຈະ​ຊ່ວຍ​ລູກ​ສາວ​ໃຫ້​ໝັ້ນ​ໃຈ​ໃນ​ຄວາມ​ຈິງ ລາວ​ຕ້ອງ​ໃຊ້​ເວລາ​ແລະ​ລົມ​ກັນ​ຫຼາຍ​ຄັ້ງ. ລາວ​ຕ້ອງ​ຫາ​ເຫດຜົນ​ກັບ​ລູກ​ໃນ​ສິ່ງ​ທີ່​ລູກ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. ໂທມັດ​ບອກ​ວ່າ: “ເມື່ອ​ລົມ​ກັນ​ເຖິງ​ຈຸດ​ທີ່​ສຳຄັນ ເມຍ​ແລະ​ຂ້ອຍ​ຢາກ​ຮູ້​ວ່າ​ລູກ​ເຊື່ອ​ໃນ​ສິ່ງ​ທີ່​ກຳລັງ​ຮຽນ​ຢູ່​ແທ້ໆບໍ​ແລະ​ເລື່ອງ​ນັ້ນ​ເຂົ້າ​ເຖິງ​ໃຈ​ລູກ​ແທ້ໆບໍ. ແຮ່ງ​ລູກ​ຖາມ​ກໍ​ແຮ່ງ​ດີ ແຕ່​ຂ້ອຍ​ຈະ​ຮູ້ສຶກ​ກັງວົນ​ຫຼາຍ​ຖ້າ​ລູກ​ເຊື່ອ​ຫຍັງ​ທັນທີ​ໂດຍ​ບໍ່​ຖາມ​ຫຍັງ​ເລີຍ.”

ເຈົ້າ​ຕ້ອງ​ອົດ​ທົນ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ

9. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ?

9 ເມື່ອ​ພໍ່​ແມ່​ສອນ​ລູກ​ດ້ວຍ​ຄວາມ​ອົດ​ທົນ ລູກ​ກໍ​ຈະ​ເລີ່ມ​ເຂົ້າ​ໃຈ​ແງ່​ມຸມ​ຕ່າງໆຂອງ​ຄວາມ​ເຊື່ອ​ທັງ ‘ທາງ​ກວ້າງ ທາງ​ຍາວ ທາງ​ສູງ ແລະ​ທາງ​ເລິກ.’ (ເອເຟດ 3:18) ເຮົາ​ຄວນ​ສອນ​ໃຫ້​ເໝາະ​ກັບ​ອາຍຸ​ແລະ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ. ເມື່ອ​ລູກ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ໄດ້​ຮຽນ​ຮູ້ ນັ້ນ​ກໍ​ຈະ​ງ່າຍ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ປົກ​ປ້ອງ​ຄວາມ​ເຊື່ອ​ເມື່ອ​ຕ້ອງ​ເວົ້າ​ກັບ​ຄົນ​ອື່ນໆ ຫຼື​ໝູ່​ຢູ່​ໂຮງ​ຮຽນ. (1 ເປໂຕ 3:15) ຕົວຢ່າງ​ເຊັ່ນ: ລູກ​ຂອງ​ເຈົ້າ​ສາມາດ​ໃຊ້​ຄຳພີ​ໄບເບິນ​ອະທິບາຍ​ໄດ້​ບໍ​ວ່າ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ຕາຍ? ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຄຳ​ອະທິບາຍ​ຂອງ​ຄຳພີ​ໄບເບິນ​ມີ​ເຫດຜົນ​ບໍ? * (ເບິ່ງ​ໄຂ​ເງື່ອນ) ຂໍ​ໃຫ້​ຈື່​ວ່າ​ເຈົ້າ​ຕ້ອງ​ອົດ​ທົນ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ ແຕ່​ການ​ເຮັດ​ແບບ​ນີ້​ຄຸ້ມ​ຄ່າ​ແນ່ນອນ.—ພະບັນຍັດ 6:6, 7

ຕົວຢ່າງ​ຂອງ​ເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ

10. ອັນ​ໃດ​ຄວນ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ສອນ​ລູກ​ຂອງ​ເຈົ້າ?

10 ແນ່ນອນ​ວ່າ ຕົວຢ່າງ​ຂອງ​ເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ສະເຕຟານີ​ເປັນ​ແມ່​ທີ່​ມີ​ລູກ​ສາວ 3 ຄົນ​ບອກ​ວ່າ: “ຕັ້ງ​ແຕ່​ລູກ​ຍັງ​ນ້ອຍໆ ຂ້ອຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ເລົ່າ​ໃຫ້​ລູກ​ຟັງ​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ມີ​ຢູ່​ແທ້? ເປັນ​ຫຍັງ​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະອົງ​ຮັກ​ຂ້ອຍ? ແລະ​ເປັນ​ຫຍັງ​ຂ້ອຍ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ພະອົງ​ເຮັດ​ຖືກຕ້ອງ​ສະເໝີ? ລູກ​ໄດ້​ເຫັນ​ຢ່າງ​ຊັດເຈນ​ບໍ​ວ່າ​ຂ້ອຍ​ຮັກ​ພະ​ເຢໂຫວາ​ແທ້ໆ?’ ຂ້ອຍ​ບໍ່​ສາມາດ​ຄາດ​ຫວັງ​ໃຫ້​ລູກ​ໝັ້ນ​ໃຈ​ໄດ້ ຖ້າ​ຂ້ອຍ​ເອງ​ຍັງ​ບໍ່​ໝັ້ນ​ໃຈ.”

‘ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ລອດ’

11, 12. ໃນ​ຄຳພີ​ໄບເບິນ ສະຕິ​ປັນຍາ​ແມ່ນ​ຫຍັງ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ທີ່​ມີ​ສະຕິ​ປັນຍາ​ບໍ່​ຈຳເປັນ​ຕ້ອງ​ມີ​ອາຍຸ​ຫຼາຍ?

11 ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຕີໂມເຕ​ມີ (1) ຄວາມ​ຮູ້​ກ່ຽວ​ກັບ​ພະ​ຄຳພີ (2) ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຊື່ອ ແຕ່​ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ບອກ​ວ່າ​ພະ​ຄຳພີ​ສັກສິດ​ສາມາດ​ເຮັດ​ໃຫ້​ຕີໂມເຕ​ມີ ‘ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ລອດ’?

12 ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ (ພາສາ​ອັງກິດ) ເຫຼັ້ມ 2 ອະທິບາຍ​ວ່າ​ໃນ​ຄຳພີ​ໄບເບິນ ຄຳ​ວ່າ “ສະຕິ​ປັນຍາ” ໝາຍ​ລວມ​ເຖິງ “ຄວາມ​ສາມາດ​ທີ່​ຈະ​ໃຊ້​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ເພື່ອ​ແກ້ໄຂ​ບັນຫາ ຫຼີກ​ລ່ຽງ​ອັນຕະລາຍ ບັນລຸ​ເປົ້າ​ໝາຍ ຫຼື​ໃຫ້​ຄຳ​ແນະນຳ​ກັບ​ຄົນ​ອື່ນ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ. ສະຕິ​ປັນຍາ​ກົງ​ກັນ​ຂ້າມ​ກັບ​ຄວາມ​ໂງ່.” ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ບ້າ [“ໂງ່,” ລ.ມ.] ກໍ​ຜູກ​ໄວ້​ໃນ​ໃຈ​ເດັກ​ນ້ອຍ.” (ສຸພາສິດ 22:15) ດັ່ງ​ນັ້ນ ຖ້າ​ສະຕິ​ປັນຍາ​ກົງ​ກັນ​ຂ້າມ​ກັບ​ຄວາມ​ໂງ່ ຄົນ​ທີ່​ມີ​ສະຕິ​ປັນຍາ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່. ການ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ບໍ່​ໄດ້​ເກີດ​ຈາກ​ການ​ມີ​ອາຍຸ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ແຕ່​ເປັນ​ເພາະ​ມີ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ຢາກ​ເຊື່ອ​ຟັງ​ພະອົງ.—ອ່ານ​ຄຳເພງ 111:10

13. ໄວ​ຮຸ່ນ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າມີ​ສະຕິ​ປັນຍາ​ເພື່ອ​ຈະ​ລອດ?

13 ໄວຮຸ່ນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ບໍ່​ຖືກ “ພັດ​ໄປ​ພັດ​ມາ​ແລະ​ຫຼົບ​ໄປ​ຫຼົບ​ມາ” ດ້ວຍ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ຫຼື​ອິດທິພົນ​ຈາກ​ຄົນ​ຮຸ່ນ​ດຽວ​ກັນ. (ເອເຟດ 4:14) ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຂົາ​ເຈົ້າ “ໄດ້​ຝຶກ​ໃຊ້​ຄວາມ​ຄິດ ຈົນ​ແຍກ​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.” (ເຫບເລີ 5:14, ລ.ມ.) ເຂົາ​ເຈົ້າ​ສາມາດ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ​ສຸຂຸມ ເຖິງ​ວ່າ​ພໍ່​ແມ່​ຫຼື​ຜູ້​ໃຫຍ່​ຄົນ​ອື່ນໆຈະ​ບໍ່​ເຫັນ​ກໍ​ຕາມ. (ຟີລິບ 2:12) ສະຕິ​ປັນຍາ​ແບບ​ນັ້ນ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ເພື່ອ​ຈະ​ລອດ. (ອ່ານ​ສຸພາສິດ 24:14) ເຈົ້າ​ຈະ​ຊ່ວຍ​ລູກ​ຂອງ​ເຈົ້າ​ແນວ​ໃດ​ໃຫ້​ມີ​ສະຕິ​ປັນຍາ​ແບບ​ນັ້ນ? ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ລູກ​ຮູ້​ວ່າ​ເຈົ້າ​ມີ​ມາດຕະຖານ​ການ​ໃຊ້​ຊີວິດ​ແນວ​ໃດ ເຈົ້າ​ຕ້ອງ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ເຈົ້າ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ.—ໂລມ 2:21-23

ເປັນ​ຫຍັງ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ພໍ່​ແມ່​ຈະ​ພະຍາຍາມ​ຕໍ່ໆໄປ? (ເບິ່ງ​ຂໍ້ 14-18)

14, 15. (ກ) ໄວຮຸ່ນ​ທີ່​ຢາກ​ຈະ​ຮັບ​ບັບເຕມາ​ຄວນ​ຄິດ​ເຖິງ​ຄຳຖາມ​ຫຍັງ? (ຂ) ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຄິດ​ເຖິງ​ພອນ​ທີ່​ຈະ​ໄດ້​ຮັບ​ຖ້າ​ລາວ​ເຊື່ອ​ຟັງ​ພະເຈົ້າ?

14 ເພື່ອ​ຈະ​ຊ່ວຍ​ລູກ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ ການ​ບອກ​ເຂົາ​ເຈົ້າ​ພຽງ​ແຕ່​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ​ຍັງ​ບໍ່​ພໍ. ເຈົ້າ​ຕ້ອງ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ຫາ​ເຫດຜົນ​ໂດຍ​ໃຊ້​ຄຳຖາມ​ເຊັ່ນ: ‘ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ຫ້າມ​ບໍ່​ໃຫ້​ເຮັດ​ບາງ​ຢ່າງ​ທີ່​ຂ້ອຍ​ມັກ? ຂ້ອຍ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ດີ​ທີ່​ສຸດ​ສຳລັບ​ຂ້ອຍ?’—ເອຊາອີ 48:17, 18

15 ຖ້າ​ລູກ​ຂອງ​ເຈົ້າ​ຢາກ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ຊ່ວຍ​ລູກ​ໃຫ້​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ການ​ຮັບ​ບັບເຕມາ​ເຮັດ​ໃຫ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ. ລູກ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ໜ້າ​ທີ່​ເຫຼົ່າ​ນັ້ນ? ສິ່ງ​ນັ້ນ​ມີ​ຜົນ​ດີ​ຫຍັງ​ແດ່? ລາວ​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່? ແລະ​ເມື່ອ​ທຽບ​ຜົນ​ດີ​ທີ່​ໄດ້​ຮັບ​ກັບ​ສິ່ງ​ທີ່​ລາວ​ຕ້ອງ​ເສຍ​ສະລະ ເປັນ​ຫຍັງ​ຈຶ່ງ​ບອກ​ໄດ້​ວ່າ​ຄຸ້ມ​ຄ່າ? (ມາລະໂກ 10:29, 30) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຄິດ​ຢ່າງ​ຮອບຄອບ​ກ່ຽວ​ກັບ​ຄຳຖາມ​ເຫຼົ່າ​ນີ້​ກ່ອນ​ຈະ​ຮັບ​ບັບເຕມາ. ຂໍ​ໃຫ້​ຊ່ວຍ​ລູກ​ຂອງ​ເຈົ້າ​ຄິດ​ເຖິງ​ພອນ​ທີ່​ຈະ​ໄດ້​ຮັບ​ຖ້າ​ລາວ​ເຊື່ອ​ຟັງ ແລະ​ຄິດ​ເຖິງ​ຜົນ​ເສຍຫາຍ​ຖ້າ​ລາວ​ບໍ່​ເຊື່ອ​ຟັງ. ເມື່ອ​ເຮັດ​ແບບ​ນີ້​ລູກ​ຂອງ​ເຈົ້າ​ກໍ​ຈະ​ເຊື່ອ​ໝັ້ນ​ຫຼາຍ​ຂຶ້ນ​ວ່າ​ການ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຂົາ​ເຈົ້າ​ສະເໝີ.—ພະບັນຍັດ 30:19, 20

ເມື່ອ​ໄວ​ໜຸ່ມ​ທີ່​ຮັບ​ບັບເຕມາ​ແລ້ວ​ມີ​ບັນຫາ​ກ່ຽວ​ກັບ​ຄວາມ​ເຊື່ອ

16. ພໍ່​ແມ່​ຄວນ​ເຮັດ​ແນວ​ໃດ​ຖ້າ​ລູກ​ທີ່​ຮັບ​ບັບເຕມາ​ແລ້ວ​ເລີ່ມ​ມີ​ຄວາມ​ເຊື່ອ​ໜ້ອຍ​ລົງ?

16 ເຈົ້າ​ຈະ​ເຮັດ​ແນວ​ໃດ ຖ້າ​ລູກ​ຂອງ​ເຈົ້າ​ເລີ່ມ​ສົງໄສ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ. ຕົວຢ່າງ​ເຊັ່ນ: ລູກ​ຂອງ​ເຈົ້າ​ອາດ​ເລີ່ມ​ຕິດ​ໃຈ​ສິ່ງ​ຕ່າງໆໃນ​ໂລກ​ນີ້ ຫຼື​ເລີ່ມ​ສົງໄສ​ວ່າ​ການ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ​ແທ້ໆບໍ. (ຄຳເພງ 73:1-3, 12, 13) ເມື່ອ​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ ສິ່ງ​ທີ່​ເຈົ້າ​ເຮັດ​ອາດ​ມີ​ຜົນ​ຕໍ່​ລາວ​ວ່າ​ຢາກ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ຫຼື​ບໍ່. ບໍ່​ວ່າ​ລູກ​ຈະ​ຍັງ​ນ້ອຍ​ຫຼື​ເປັນ​ໄວ​ໜຸ່ມ​ແລ້ວ ຢ່າ​ຟ້າວ​ຮ້າຍ​ຫຼື​ຜິດ​ຖຽງ​ກັນ​ກັບ​ລູກ ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຈົ້າ​ຕ້ອງ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ເຈົ້າ​ຮັກ​ແລະ​ຢາກ​ຊ່ວຍ​ລູກ​ແທ້ໆ.

17, 18. ຖ້າ​ລູກ​ເລີ່ມ​ສົງໄສ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ພໍ່​ແມ່​ຈະ​ຊ່ວຍ​ແນວ​ໃດ?

17 ເມື່ອ​ໄວຮຸ່ນ​ຮັບ​ບັບເຕມາ​ກໍ​ໝາຍ​ຄວາມ​ວ່າ​ລາວ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ. ການ​ເຮັດ​ແບບ​ນັ້ນ​ເປັນ​ການ​ສັນຍາ​ວ່າ​ຈະ​ຮັບໃຊ້​ແລະ​ຮັກ​ພະອົງ​ຫຼາຍ​ກວ່າ​ສິ່ງ​ໃດ​ທັງ​ໝົດ. (ມາລະໂກ 12:30) ພະ​ເຢໂຫວາ​ຖື​ວ່າ​ຄຳ​ສັນຍາ​ໃນ​ການ​ອຸທິດ​ຕົວ​ເປັນ​ເລື່ອງ​ທີ່​ຈິງ​ຈັງ ແລະ​ເຮົາ​ກໍ​ຄວນ​ຖື​ວ່າ​ເລື່ອງ​ນີ້​ຈິງ​ຈັງ​ຄື​ກັນ. (ຜູ້​ເທສະໜາ​ປ່າວ​ປະກາດ 5:4, 5) ໃຫ້​ເຕືອນ​ລູກ​ຂອງ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້​ສະເໝີ. ແຕ່​ທຳອິດ​ພໍ່​ແມ່​ຕ້ອງ​ອ່ານ​ແລະ​ສຶກສາ​ສິ່ງ​ຕ່າງໆທີ່​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໃຫ້​ພໍ່​ແມ່​ກ່ອນ. ຈາກ​ນັ້ນ ໃຫ້​ຄ່ອຍໆລົມ​ກັບ​ລູກ​ແລະ​ເລືອກ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ຈະ​ເນັ້ນ​ໃຫ້​ລູກ​ເຫັນ​ວ່າ ການ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ເປັນ​ທີ່​ເລື່ອງ​ຈິງ​ຈັງ​ຫຼາຍ ແຕ່​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ.

18 ຕົວຢ່າງ​ເຊັ່ນ: ເຈົ້າ​ສາມາດ​ຫາ​ຄຳ​ແນະນຳ​ທີ່​ດີ​ໄດ້​ໃນ​ພາກ​ຜະໜວກ​ທີ່​ຊື່ “ຄຳຖາມ​ທີ່​ພໍ່​ແມ່​ຖາມ” ເຊິ່ງ​ຢູ່​ດ້ານ​ຫຼັງ​ຂອງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 1. ສ່ວນ​ນີ້​ບອກ​ວ່າ​ພໍ່​ແມ່​ບໍ່​ຄວນ​ຟ້າວ​ຕັດສິນ​ວ່າ​ລູກ​ຖິ້ມ​ຄວາມ​ຈິງ​ໄປ​ແລ້ວ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ໃຫ້​ຊອກ​ຫາ​ສາເຫດ​ທີ່​ແທ້​ຈິງ. ບາງ​ເທື່ອ​ອາດ​ເປັນ​ຍ້ອນ​ລູກ​ຖືກ​ໝູ່​ກົດ​ດັນ​ຫຼື​ບໍ່​ກໍ​ຍ້ອນ​ຄວາມ​ເຫງົາ ຫຼື​ລູກ​ອາດ​ຮູ້ສຶກ​ວ່າ​ໄວຮຸ່ນ​ຄົນ​ອື່ນໆກ້າວ​ໜ້າ​ໃນ​ວຽກ​ຮັບໃຊ້​ຫຼາຍ​ກວ່າ​ລາວ. ໃນ​ພາກ​ຜະໜວກ​ນັ້ນ​ຍັງ​ອະທິບາຍ​ວ່າ​ເມື່ອ​ລູກ​ມີ​ບັນຫາ​ເຫຼົ່າ​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລູກ​ບໍ່​ເຫັນ​ດີ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ. ແຕ່​ອາດ​ເປັນ​ຍ້ອນ​ລູກ​ມີ​ບັນຫາ​ອື່ນ. ໃນ​ພາກ​ຜະໜວກ​ນັ້ນ​ຍັງ​ໃຫ້​ຄຳ​ແນະນຳ​ສຳລັບ​ພໍ່​ແມ່​ກ່ຽວ​ກັບ​ວິທີ​ຊ່ວຍ​ລູກ​ທີ່​ເລີ່ມ​ສົງໄສ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ.

19. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ ‘ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ລອດ’?

19 ໃນ​ຖານະ​ເປັນ​ພໍ່​ແມ່ ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ແລະ​ມີ​ສິດທິ​ພິເສດ​ຫຼາຍ​ທີ່​ຈະ​ລ້ຽງ​ລູກ​ດ້ວຍ “ຄຳ​ສັ່ງ​ສອນ​ແລະ​ຄຳ​ຕັກ​ເຕືອນ​ຈາກ​ພະ​ເຢໂຫວາ.” (ເອເຟດ 6:4, ລ.ມ.) ດັ່ງ​ທີ່​ເຮົາ​ໄດ້​ຮຽນ ນີ້​ໝາຍ​ຄວາມ​ວ່າເຈົ້າ​ຕ້ອງ​ສອນ​ເລື່ອງ​ຄຳພີ​ໄບເບິນ​ໃຫ້​ລູກ​ແລະ​ຊ່ວຍ​ລູກໃຫ້​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ໄດ້​ຮຽນ. ເມື່ອ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ ເຂົາ​ເຈົ້າ​ກໍ​ຈະ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ. ຂໍ​ໃຫ້​ຄຳພີ​ໄບເບິນ ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ ແລະ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ຊ່ວຍ​ລູກ​ໃຫ້​ມີ ‘ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ລອດ.’

^ ຂໍ້ 9 ຄູ່​ມື​ປະກອບ​ການ​ຮຽນ​ຂອງ​ປຶ້ມ “ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?” ເປັນ​ເຄື່ອງ​ມື​ທີ່​ດີ​ຫຼາຍ​ທີ່​ຊ່ວຍ​ທັງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່​ໃຫ້​ຮູ້​ວິທີ​ອະທິບາຍ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ເຈົ້າ​ສາມາດ​ເບິ່ງ​ໄດ້​ໃນ jw.org ເຊິ່ງ​ມີ​ຫຼາຍ​ພາສາ. ເຂົ້າ​ໄປ​ທີ່ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ເຄື່ອງ​ມື​ສຶກສາ​ຄຳພີ​ໄບເບິນ.