ເລື່ອງຊີວິດຈິງ
ຖິ້ມສິ່ງຕ່າງໆໄວ້ທາງຫຼັງແລ້ວຕິດຕາມພະເຍຊູໄປ
ຕອນຂ້ອຍອາຍຸ 16 ປີ ພໍ່ຂ້ອຍບອກວ່າ: “ຖ້າເຈົ້າໄປປະກາດ ຢ່າຊູ່ກັບມາອີກ. ຖ້າເຈົ້າກັບມາ ຂ້ອຍຈະຫັກຂາເຈົ້າ.” ຂ້ອຍເລີຍຕັດສິນໃຈອອກຈາກເຮືອນແລະນີ້ເປັນເທື່ອທຳອິດທີ່ຂ້ອຍຖິ້ມທຸກຢ່າງແລ້ວຕິດຕາມພະເຍຊູຜູ້ເປັນນາຍຂອງເຮົາ.
ເປັນຫຍັງພໍ່ຂອງຂ້ອຍຈຶ່ງໃຈຮ້າຍຂະໜາດນັ້ນ? ຂ້ອຍຈະເລົ່າໃຫ້ຟັງ. ຂ້ອຍເກີດວັນທີ 29 ກໍລະກົດ 1929 ຂ້ອຍຢູ່ໝູ່ບ້ານໜຶ່ງໃນແຂວງບູລາກັນປະເທດຟີລິບປິນ. ພວກເຮົາບໍ່ແມ່ນຄົນຮັ່ງມີແລະເປັນຄົນທຳມະດາ. ຕອນຂ້ອຍຍັງນ້ອຍ ທະຫານຍີ່ປຸ່ນມາຮຸກຮານຟີລິບປິນແລະສົງຄາມກໍເລີ່ມຂຶ້ນ. ແຕ່ບ້ານຂອງເຮົາຢູ່ໄກຈາກບ່ອນທີ່ເກີດສົງຄາມ ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຮັບຜົນກະທົບຈາກສົງຄາມຫຼາຍປານໃດ. ພວກເຮົາບໍ່ມີວິທະຍຸ ໂທລະພາບ ຫຼືໜັງສືພິມ ດັ່ງນັ້ນ ເຮົາຈຶ່ງໄດ້ຍິນຂ່າວເລື່ອງສົງຄາມຈາກຄົນອື່ນເທົ່ານັ້ນ.
ຂ້ອຍມີອ້າຍເອື້ອຍນ້ອງ 7 ຄົນ ຕອນຂ້ອຍອາຍຸ 8 ປີ ພໍ່ຕູ້ໄດ້ເອົາຂ້ອຍໄປຢູ່ນຳ. ເຖິງວ່າພວກເຮົາເປັນກາໂຕລິກ ແຕ່ພໍ່ຕູ້ຂ້ອຍກໍເຕັມໃຈລົມເລື່ອງສາສະໜາແລະຮັບປຶ້ມກ່ຽວກັບສາສະໜາທີ່ໝູ່ຂອງເພິ່ນເອົາໃຫ້. ຂ້ອຍຈື່ໄດ້ວ່າເພິ່ນໃຫ້ຂ້ອຍເບິ່ງຄຳພີໄບເບິນແລະປຶ້ມເຫຼັ້ມນ້ອຍໆ 3 ຫົວທີ່ຊື່ວ່າການປົກປ້ອງ ຄວາມປອດໄພ ແລະການເປີດເຜີຍ ໃນພາສາຕາກາລັອກ. * (ເບິ່ງໄຂເງື່ອນ) ຂ້ອຍມັກອ່ານຄຳພີໄບເບິນໂດຍສະເພາະພະທຳກິດຕິຄຸນທັງ 4 ເຫຼັ້ມ. ການເຮັດແບບນີ້ເຮັດໃຫ້ຂ້ອຍຢາກເຮັດຕາມຕົວຢ່າງຂອງພະເຍຊູ.—ໂຢຮັນ 10:27
ຮຽນຮູ້ທີ່ຈະຕິດຕາມຜູ້ເປັນນາຍ
ໃນປີ 1945 ທະຫານຍີ່ປຸ່ນໄດ້ຖອຍທັບອອກຈາກຟີລິບປິນ. ໃນຕອນນັ້ນພໍ່ແມ່ບອກໃຫ້ຂ້ອຍກັບບ້ານ ແລະພໍ່ຕູ້ກໍສະໜັບສະໜູນໃຫ້ຂ້ອຍກັບ ຂ້ອຍກໍເລີຍກັບໄປ.
ໃນເດືອນທັນວາ ປີ 1945 ພະຍານພະເຢໂຫວາຈາກເມືອງແອງກາດມາປະກາດໃນໝູ່ບ້ານເຮົາ. ພະຍານພະເຢໂຫວາສູງອາຍຸຄົນໜຶ່ງມາເຮືອນເຮົາແລະອະທິບາຍສິ່ງທີ່ຄຳພີໄບເບິນບອກກ່ຽວກັບ “ສະໄໝສຸດທ້າຍ.” (2 ຕີໂມເຕ 3:1-5, ລ.ມ.) ລາວຊວນພວກເຮົາໃຫ້ເຂົ້າຮ່ວມສຶກສາຄຳພີໄບເບິນໃນບ້ານໜຶ່ງທີ່ຢູ່ໃກ້ໆ. ເຖິງວ່າພໍ່ແມ່ຂ້ອຍບໍ່ໄປ ແຕ່ຂ້ອຍກໍໄປ. ມີປະມານ 20 ຄົນເຂົ້າຮ່ວມແລະມີບາງຄົນຖາມຄຳຖາມກ່ຽວກັບເລື່ອງໃນຄຳພີໄບເບິນ.
ຂ້ອຍບໍ່ເຂົ້າໃຈວ່າເຂົາເຈົ້າເວົ້າເລື່ອງຫຍັງ ທຳອິດຂ້ອຍຕັດສິນໃຈຈະຍ່າງອອກໄປ ແຕ່ເມື່ອໄດ້ຍິນເຂົາເຈົ້າເລີ່ມຮ້ອງເພງລາຊະອານາຈັກ ຂ້ອຍມັກເພງນັ້ນຫຼາຍກໍເລີຍຢູ່ຕໍ່. ຫຼັງຈາກຮ້ອງເພງແລ້ວ ພວກ
ເຮົາກໍຖືກເຊີນໃຫ້ເຂົ້າຮ່ວມການປະຊຸມໃນອາທິດຕໍ່ມາຢູ່ທີ່ແອງກາດ.ການປະຊຸມນັ້ນຈັດຢູ່ເຮືອນຂອງຄອບຄົວຄຣູດ ແລະບາງຄົນໃນພວກເຮົາຕ້ອງຍ່າງປະມານ 8 ກິໂລແມັດເພື່ອໄປທີ່ນັ້ນ. ມີປະມານ 50 ຄົນເຂົ້າຮ່ວມປະຊຸມ ຂ້ອຍປະທັບໃຈຫຼາຍທີ່ແມ່ນແຕ່ເດັກນ້ອຍກໍຍັງຕອບຄຳຖາມທີ່ຍາກໆກ່ຽວກັບຄຳພີໄບເບິນໄດ້. ຫຼັງຈາກທີ່ຂ້ອຍເຂົ້າຮ່ວມການປະຊຸມຫຼາຍເທື່ອແລ້ວ ຜູ້ເຖົ້າແກ່ທີ່ເປັນໄພໂອເນຍຄົນໜຶ່ງຊື່ເດມຽນ ຊານໂທດທີ່ເຄີຍເປັນເຈົ້າແຂວງໄດ້ຊວນຂ້ອຍມາພັກຢູ່ເຮືອນລາວ. ໃນມື້ນັ້ນເຮົາລົມກັນເລື່ອງຄຳພີໄບເບິນໝົດຄືນ.
ໃນສະໄໝນັ້ນ ຫຼາຍຄົນຈະຮັບບັບເຕມາທັນທີຫຼັງຈາກທີ່ໄດ້ຮຽນຮູ້ຄຳສອນພື້ນຖານຂອງຄຳພີໄບເບິນແລ້ວ ເມື່ອຂ້ອຍເຂົ້າຮ່ວມການປະຊຸມໄດ້ບໍ່ເທົ່າໃດຄັ້ງ ພີ່ນ້ອງຊາຍກໍຖາມຂ້ອຍແລະຄົນອື່ນໆວ່າ: “ພວກເຈົ້າຢາກຮັບບັບເຕມາບໍ?” ຂ້ອຍຕອບວ່າ: “ຂ້ອຍຢາກຮັບ.” ຂ້ອຍຮູ້ດີວ່າຂ້ອຍຢາກ “ເຮັດວຽກຢ່າງທາດເພື່ອພະຄລິດຜູ້ເປັນນາຍ.” (ໂກໂລດ 3:24, ລ.ມ.) ພວກເຮົາໄປແມ່ນໍ້າທີ່ຢູ່ໃກ້ໆ ແລະຂ້ອຍກັບອີກຄົນໜຶ່ງຮັບບັບເຕມານຳກັນໃນວັນທີ 15 ກຸມພາ 1946.
ຂ້ອຍຮູ້ວ່າຄລິດສະຕຽນທີ່ຮັບບັບເຕມາແລ້ວຕ້ອງປະກາດເປັນປະຈຳເຊັ່ນດຽວກັບທີ່ພະເຍຊູໄດ້ເຮັດ. ການທີ່ຂ້ອຍເຮັດແບບນີ້ເຮັດໃຫ້ພໍ່ບໍ່ພໍໃຈ ເພິ່ນບອກວ່າ: “ເຈົ້າຍັງນ້ອຍເກີນໄປທີ່ຈະປະກາດ ແລະການຈຸ່ມຕົວໃນແມ່ນໍ້າກໍບໍ່ໄດ້ເຮັດໃຫ້ເຈົ້າເປັນຜູ້ປະກາດ.” ຂ້ອຍຈຶ່ງອະທິບາຍກັບເພິ່ນວ່າ ພະເຈົ້າຕ້ອງການໃຫ້ເຮົາປະກາດຂ່າວດີເລື່ອງລາຊະອານາຈັກຂອງພະອົງ. (ມັດທາຍ 24:14) ຂ້ອຍຍັງບອກອີກວ່າ ຂ້ອຍຕ້ອງຮັກສາຄຳສັນຍາທີ່ໃຫ້ກັບພະເຈົ້າ. ນັ້ນເປັນຕອນທີ່ພໍ່ເວົ້າກັບຂ້ອຍດັ່ງທີ່ໄດ້ກ່າວໄປໃນຕອນຕົ້ນ. ແມ່ນແລ້ວ ເພິ່ນຕັ້ງໃຈທີ່ຈະເຮັດໃຫ້ຂ້ອຍເຊົາປະກາດ. ນີ້ເປັນເທື່ອທຳອິດທີ່ຂ້ອຍຕ້ອງຖິ້ມທຸກສິ່ງໄວ້ທາງຫຼັງ ເຊິ່ງກໍໝາຍເຖິງການເສຍສະລະທຸກສິ່ງເພື່ອຮັບໃຊ້ພະເຢໂຫວາ.
ຄອບຄົວຂອງຄຣູດຊວນຂ້ອຍມາຢູ່ກັບເຂົາເຈົ້າໃນແອງກາດ. ເຂົາເຈົ້າຍັງສະໜັບສະໜູນຂ້ອຍແລະນໍຣາລູກສາວຫຼ້າຂອງເຂົາເຈົ້າໃຫ້ເປັນໄພໂອເນຍ. ດັ່ງນັ້ນ ເຮົາສອງຄົນເລີ່ມເປັນໄພໂອເນຍວັນທີ 1 ພະຈິກ 1947. ນໍຣາຮັບໃຊ້ເປັນໄພໂອເນຍໃນເມືອງອື່ນ ແຕ່ຂ້ອຍຮັບໃຊ້ໃນແອງກາດ.
ອີກຄັ້ງໜຶ່ງທີ່ຈະຕ້ອງຖິ້ມສິ່ງຕ່າງໆໄວ້ທາງຫຼັງ
ຫຼັງຈາກຂ້ອຍເປັນໄພໂອເນຍໄດ້ 2 ປີ ພີ່ນ້ອງເອີ ສະຕຣວດຈາກເບເທນໄດ້ມາບັນລະຍາຍທີ່ກາງເມືອງຂອງແອງກາດ ທີ່ນັ້ນມີຜູ້ຟັງຫຼາຍກວ່າ 500 ຄົນ. ລາວບັນລະຍາຍເປັນພາສາອັງກິດແລະຂ້ອຍແປເປັນພາສາຕາກາລັອກ. ນີ້ເປັນເທື່ອທຳອິດທີ່ຂ້ອຍໄດ້ເປັນຜູ້ແປແລະຕໍ່ມາຂ້ອຍກໍເປັນຜູ້ແປໃນການປະຊຸມອີກຫຼາຍປີ. ຂ້ອຍສາມາດເຮັດວຽກນີ້ໄດ້ແນວໃດ? ເຖິງວ່າຂ້ອຍເຂົ້າໂຮງຮຽນພຽງແຕ່ 7 ປີເທົ່ານັ້ນ ແຕ່ອາຈານທີ່ສອນກໍເວົ້າເປັນພາສາອັງກິດເລື້ອຍໆ ແລະຕອນນັ້ນໜັງສືຂອງເຮົາໃນພາສາຕາກາລັອກກໍມີບໍ່ຫຼາຍ ຂ້ອຍກໍເລີຍຕ້ອງອ່ານສັບພະໜັງສືຂອງອົງການໃນພາສາອັງກິດ. ການ
ເຮັດແບບນີ້ຊ່ວຍຂ້ອຍໃຫ້ເຂົ້າໃຈພາສາອັງກິດດີພໍແລະສາມາດແປຄຳບັນລະຍາຍໄດ້.ພີ່ນ້ອງສະຕຣວດບອກພີ່ນ້ອງໃນປະຊາຄົມທ້ອງຖິ່ນວ່າມິດຊັນນາລີກຳລັງຈະອອກຈາກເບເທນເພື່ອໄປການປະຊຸມໃຫຍ່ການເພີ່ມພູນແຫ່ງລະບອບຂອງພະເຈົ້າທີ່ນິວຢອກ ສະຫະລັດອາເມຣິກາໃນປີ 1950. ດັ່ງນັ້ນ ສຳນັກງານສາຂາຈຶ່ງຢາກໄດ້ພີ່ນ້ອງທີ່ເປັນໄພໂອເນຍໜຶ່ງຫຼືສອງຄົນເພື່ອໄປຊ່ວຍວຽກໃນເບເທນ. ຂ້ອຍເປັນຄົນໜຶ່ງທີ່ຖືກເຊີນ ແລະນີ້ຈຶ່ງເປັນອີກເທື່ອໜຶ່ງທີ່ຂ້ອຍໄດ້ຖິ້ມສິ່ງຕ່າງໆໄວ້ທາງຫຼັງແບບທີ່ເຄີຍເຮັດ ແລະເທື່ອນີ້ແມ່ນເພື່ອຮັບໃຊ້ໃນເບເທນ.
ຂ້ອຍມາຮອດເບເທນໃນວັນທີ 19 ມິຖຸນາ 1950. ເບເທນເປັນເຮືອນຫຼັງໃຫຍ່ແລະເກົ່າເຊິ່ງມີຕົ້ນໄມ້ໃຫຍ່ລ້ອມຮອບມີເນື້ອທີ່ດິນປະມານ 1 ເຮັກຕາ. ພີ່ນ້ອງຊາຍໂສດປະມານ 12 ຄົນເຮັດວຽກຢູ່ທີ່ນັ້ນ. ໃນຕອນເຊົ້າຂ້ອຍຊ່ວຍວຽກໃນຄົວ ຈາກນັ້ນ ປະມານ 9 ໂມງຂ້ອຍກໍລີດເຄື່ອງນຸ່ງໃນຫ້ອງຊັກລີດ ແລະຂ້ອຍຍັງເຮັດວຽກນີ້ໃນຕອນບ່າຍນຳອີກ. ເຖິງວ່າມິດຊັນນາລີກັບມາຈາກການປະຊຸມນານາຊາດແລ້ວ ແຕ່ຂ້ອຍກໍຍັງຢູ່ໃນເບເທນຕໍ່ໄປ. ຂ້ອຍເຮັດທຸກຢ່າງທີ່ພີ່ນ້ອງຂໍໃຫ້ເຮັດ ຂ້ອຍແພັກວາລະສານເພື່ອຈັດສົ່ງ ເຮັດວຽກກ່ຽວກັບການບອກຮັບວາລະສານ ແລະເຮັດວຽກເປັນພະນັກງານຕ້ອນຮັບ.
ອອກຈາກຟີລິບປິນໄປໂຮງຮຽນກິລຽດ
ໃນປີ 1952 ຂ້ອຍແລະພີ່ນ້ອງຊາຍ 6 ຄົນຈາກຟີລິບປິນຖືກເຊີນເຂົ້າໂຮງຮຽນກິລຽດຮຸ່ນທີ 20. ຂ້ອຍຕື່ນເຕັ້ນຫຼາຍແທ້ໆ! ຕອນທີ່ເຮົາຢູ່ສະຫະລັດອາເມຣິກາ ເຮົາໄດ້ເຫັນແລະໄດ້ປະສົບກັບສິ່ງທີ່ໃໝ່ໆ. ຊີວິດຢູ່ທີ່ນີ້ແຕກຕ່າງຫຼາຍກັບໝູ່ບ້ານນ້ອຍໆທີ່ຂ້ອຍເຄີຍຢູ່.
ຕົວຢ່າງ: ເຮົາຕ້ອງຮຽນຮູ້ທີ່ຈະໃຊ້ອຸປະກອນແລະເຄື່ອງໃຊ້ທີ່ບໍ່ເຄີຍເຫັນມາກ່ອນ. ອາກາດກໍແຕກຕ່າງກັນຫຼາຍ! ເຊົ້າມື້ໜຶ່ງຂ້ອຍຕື່ນຂຶ້ນມາແລ້ວເຫັນວ່າທາງນອກເປັນສີຂາວໝົດ. ນີ້ເປັນເທື່ອທຳອິດທີ່ຂ້ອຍເຫັນຫິມະ. ມັນງາມຫຼາຍ ແຕ່ຂ້ອຍກໍໄດ້ຮູ້ວ່າມັນໜາວ ໜາວສຸດໆເລີຍ!
ຂ້ອຍມັກການຮຽນທີ່ກິລຽດຫຼາຍຈົນບໍ່ຮູ້ສຶກລຳບາກເລີຍທີ່ຕ້ອງປັບຕົວ. ນອກຈາກນັ້ນ ຄູກໍຍັງສອນດີຫຼາຍແລະສະແດງໃຫ້ເຮົາເຫັນວິທີສຶກສາແລະຄົ້ນຄວ້າ. ການຝຶກອົບຮົບຢູ່ກິລຽດຊ່ວຍໃຫ້ສາຍສຳພັນຂອງຂ້ອຍກັບພະເຢໂຫວາເຂັ້ມແຂງຂຶ້ນ.
ຫຼັງຈາກຈົບການສຶກສາ ຂ້ອຍໄດ້ຮັບມອບໝາຍຊົ່ວຄາວໃຫ້ເປັນໄພໂອເນຍພິເສດໃນເມືອງບຣອງ ລັດນິວຢອກ. ດັງນັ້ນ ໃນເດືອນກໍລະກົດ ປີ 1953 ຂ້ອຍເລີຍໄດ້ເຂົ້າຮ່ວມການປະຊຸມສະມາຄົມໂລກໃໝ່ເຊິ່ງຈັດຂຶ້ນທີ່ເມືອງບຣອງ ແລະຫຼັງການປະຊຸມໃຫຍ່ ຂ້ອຍກໍໄດ້ຮັບມອບໝາຍໃຫ້ກັບໄປຟີລິບປິນ.
ອອກຈາກເມືອງທີ່ສະດວກສະບາຍ
ພີ່ນ້ອງໃນເບເທນມອບໝາຍໃຫ້ຂ້ອຍເປັນຜູ້ດູແລໝວດ. ນີ້ເຮັດໃຫ້ຂ້ອຍມີໂອກາດຫຼາຍຂຶ້ນທີ່ຈະຮຽນແບບພະເຍຊູ ເຊິ່ງເພິ່ນໄດ້ເດີນທາງໄກເພື່ອໄປໝູ່ບ້ານແລະເມືອງຕ່າງໆເພື່ອຊ່ວຍປະຊາຊົນ1 ເປໂຕ 2:21) ເຂດຮັບໃຊ້ຂອງຂ້ອຍຄວບຄຸມເນື້ອທີ່ຂະໜາດໃຫຍ່ຂອງໃຈກາງເມືອງລູຊອນໃນຟີລິບປິນ ແລະຍັງລວມເຖິງບູລາກັນ ນູເອວາ ຊີຫາ ເທີແລກ ແລະແຊມເບວ. ເພື່ອຈະໄປຢາມບາງເມືອງຂ້ອຍຕ້ອງຂ້າມພູເຂົາທີ່ມີແຕ່ຫີນ ເຊິ່ງບໍ່ມີລົດເມ ຫຼື ລົດໄຟ ຜ່ານທາງເຫຼົ່ານັ້ນ. ດັ່ງນັ້ນ ຂ້ອຍຕ້ອງຂໍຂຶ້ນລົດບັນທຸກທີ່ຂົນສົ່ງໄມ້ແລະຕ້ອງນັ່ງຢູ່ເທິງໄມ້ນັ້ນ. ຫຼາຍເທື່ອເຂົາເຈົ້າຍອມໃຫ້ຂ້ອຍຂຶ້ນ ແຕ່ນີ້ກໍເປັນການເດີນທາງທີ່ສະດວກສະບາຍ.
ຂອງພະເຢໂຫວາ. (ປະຊາຄົມສ່ວນຫຼາຍເປັນປະຊາຄົມທີ່ນ້ອຍແລະຍັງໃໝ່. ດັ່ງນັ້ນ ພວກພີ່ນ້ອງຈຶ່ງຮູ້ສຶກຂອບໃຈແທ້ໆເມື່ອຂ້ອຍຊ່ວຍເຂົາເຈົ້າໃຫ້ຈັດການປະຊຸມແລະການປະກາດໄດ້ດີຂຶ້ນ.
ຕໍ່ມາ ຂ້ອຍໄດ້ຮັບມອບໝາຍໃຫ້ເປັນຜູ້ດູແລໝວດເບິ່ງແຍງທົ່ວພື້ນທີ່ຂອງບີໂກນ. ໃນເຂດນັ້ນມີກຸ່ມໂດດດ່ຽວຫຼາຍກຸ່ມທີ່ໄພໂອເນຍພິເສດກຳລັງປະກາດເຊິ່ງເຄີຍເປັນບ່ອນທີ່ພະຍານພະເຢໂຫວາເຂົ້າໄປບໍ່ເຖິງ. ຢູ່ເຮືອນຫຼັງໜຶ່ງມີຫ້ອງນໍ້າທີ່ເປັນຂຸມຢູ່ພື້ນດິນແລະມີໄມ້ສອງອັນກ່າຍຢູ່ທາງກາງ. ເມື່ອຂ້ອຍຢຽບໄມ້ ມັນກໍຕົກລົງໄປໃນຂຸມ ແລ້ວຂ້ອຍກໍຕົກລົງໄປນຳ. ຂ້ອຍຕ້ອງໃຊ້ເວລາດົນເພື່ອອະນາໄມຕົນໂຕແລະໄປກິນເຂົ້າເຊົ້າ!
ເມື່ອຂ້ອຍຮັບໃຊ້ເປັນຜູ້ດູແລໝວດ ຂ້ອຍກໍເລີ່ມຄິດຮອດນໍຣາ ເຊິ່ງພວກເຮົາເລີ່ມເປັນໄພໂອເນຍນຳກັນ. ຕອນນີ້ລາວເປັນໄພໂອເນຍພິເສດໃນເມືອງດູແມເກັດ ແລະຂ້ອຍກໍໄດ້ໄປຢາມລາວ. ຫຼັງຈາກນັ້ນ ເຮົາກໍຂຽນຈົດໝາຍຫາກັນໄລຍະໜຶ່ງ ແລະໃນປີ 1956 ເຮົາກໍແຕ່ງດອງ. ເຮົາໃຊ້ເວລາອາທິດທຳອິດຫຼັງຈາກແຕ່ງດອງເພື່ອໄປຢ້ຽມຢາມປະຊາຄົມໜຶ່ງໃນເກາະຣາປູ ຣາປູ. ເພື່ອໄປທີ່ນັ້ນເຮົາຕ້ອງປີນພູເຂົາແລະຍ່າງທາງໄກ ແຕ່ເຮົາກໍມີຄວາມສຸກທີ່ໄດ້ໄປນຳກັນແລະໄດ້ຊ່ວຍພີ່ນ້ອງທີ່ຢູ່ເຂດຫ່າງໄກນີ້.
ຖືກເຊີນໃຫ້ໄປຮັບໃຊ້ຢູ່ເບເທນອີກຄັ້ງ
ຫຼັງຈາກເຮົາຈົບການຮັບໃຊ້ເປັນຜູ້ດູແລໝວດປະມານ 4 ປີ ພີ່ນ້ອງກໍເຊີນເຮົາໃຫ້ກັບມາທີ່ສຳນັກງານສາຂາ. ພວກເຮົາເລີ່ມເຮັດວຽກໃນເດືອນມັງກອນ ປີ 1960. ໃນໄລຍະຫຼາຍປີທີ່ເຮົາຢູ່ໃນເບເທນ ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງຈາກການເຮັດວຽກຮ່ວມກັບພີ່ນ້ອງທີ່ມີໜ້າທີ່ຮັບຜິດຊອບໜັກໃນອົງການຂອງພະເຢໂຫວາ. ນໍຣາກໍມັກວຽກມອບໝາຍຫຼາຍຢ່າງທີ່ຢູ່ເບເທນ.
ເປັນພອນແທ້ໆທີ່ໄດ້ເຫັນຜູ້ຄົນຫຼາຍຂຶ້ນເລື້ອຍໆກຳລັງຮັບໃຊ້ພະເຢໂຫວາຢູ່ທີ່ຟີລິບປິນ. ເມື່ອຂ້ອຍມາເບເທນຕອນທີ່ຍັງເປັນໂສດ ປະເທດຟີລິບປິນມີຜູ້ປະກາດປະມານ 10.000 ຄົນ. ແຕ່ຕອນນີ້ມີປະມານ 200.000 ຄົນ ແລະມີພີ່ນ້ອງຊາຍຍິງຫຼາຍຮ້ອຍຄົນຮັບໃຊ້ຢູ່ເບເທນເພື່ອສະໜັບສະໜູນວຽກປະກາດ.
ເມື່ອເວລາຜ່ານໄປ ພວກເຮົາຈຳເປັນຕ້ອງມີເນື້ອທີ່ຫຼາຍຂຶ້ນເພື່ອເຮັດວຽກຢູ່ເບເທນ. ຄະນະກຳມະການປົກຄອງຈຶ່ງຂໍໃຫ້ເຮົາຊອກເບິ່ງບ່ອນທີ່ເໝາະສົມເພື່ອສ້າງສຳນັກງານສາຂາຂະໜາດໃຫຍ່. ຜູ້ດູແລຝ່າຍການພິມແລະຂ້ອຍໄປຕາມເຮືອນຕ່າງໆທີ່ໃກ້ກັບສາຂາແລະຖາມຜູ້ຄົນວ່າເຂົາເຈົ້າຢາກຂາຍດິນບໍ. ບໍ່ມີຜູ້ໃດຂາຍ ແລະມີຄົນໜຶ່ງບອກເຮົາວ່າ: “ຄົນຈີນບໍ່ຂາຍດອກ ມີແຕ່ຊື້.”
ແນວໃດກໍຕາມ ມີມື້ໜຶ່ງສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນ. ເພື່ອນບ້ານຄົນໜຶ່ງຂອງເຮົາກຳລັງຈະຍ້າຍໄປຢູ່ອາເມຣິກາ ລາວກໍເລີຍຖາມເຮົາວ່າ: ເຈົ້າຢາກຊື້ດິນບໍ. ຕໍ່ມາກໍມີອີກຄົນໜຶ່ງຕັດສິນໃຈຂາຍດິນໃຫ້ເຮົາແລະລາວສະໜັບສະໜູນຄົນອື່ນໆທີ່ຢູ່ໃກ້ຄຽງໃຫ້ເຮັດຄືກັບລາວ. ດັ່ງນັ້ນ ເຮົາຈຶ່ງສາມາດຊື້ດິນຈາກຄົນທີ່ບອກວ່າ: “ຄົນຈີນບໍ່ຂາຍດອກ” ບໍ່ດົນເຮົາກໍສາມາດຊອກຫາດິນທີ່ມີຂະໜາດໃຫຍ່ກວ່າເກົ່າເຖິງ 3 ເທົ່າ. ຂ້ອຍໝັ້ນໃຈວ່າພະເຢໂຫວາຢາກໃຫ້ສິ່ງນີ້ເກີດຂຶ້ນ.
ໃນປີ 1950 ຂ້ອຍເປັນຄົນທີ່ອາຍຸນ້ອຍທີ່ສຸດທີ່ເຮັດວຽກຢູ່ເບເທນ ແຕ່ຕອນນີ້ເມຍແລະຂ້ອຍອາຍຸຫຼາຍກວ່າໝູ່. ຂ້ອຍບໍ່ເສຍໃຈເລີຍທີ່ໄດ້ຕິດຕາມພະເຍຊູ ບໍ່ວ່າເພິ່ນຈະຊີ້ນຳຂ້ອຍໃຫ້ໄປໃສກໍຕາມ. ເຖິງວ່າພໍ່ແມ່ຈະໄລ່ຂ້ອຍອອກຈາກເຮືອນ ແຕ່ພະເຢໂຫວາກໍໃຫ້ຄອບຄົວຂະໜາດໃຫຍ່ກັບຂ້ອຍເຊິ່ງເປັນຄົນທີ່ຮັກພະອົງເຊັ່ນກັນ. ບໍ່ວ່າພະເຢໂຫວາຈະມອບໝາຍສິ່ງໃດໃຫ້ເຮົາເຮັດ ຂ້ອຍເຊື່ອວ່າພະອົງຈະໃຫ້ທຸກສິ່ງທີ່ຈຳເປັນສຳລັບເຮົາ. ນໍຣາແລະຂ້ອຍຂອບໃຈພະເຢໂຫວາແທ້ໆສຳລັບການຈັດກຽມດ້ວຍຄວາມກະລຸນາຈາກພະອົງ ແລະພວກເຮົາກໍສະໜັບສະໜູນຄົນອື່ນໃຫ້ລອງເບິ່ງພະເຢໂຫວາ.—ມາລາກີ 3:10
ຄັ້ງໜຶ່ງພະເຍຊູໄດ້ເຊີນຄົນເກັບພາສີທີ່ຊື່ມັດທາຍເຊິ່ງມີອີກຊື່ໜຶ່ງວ່າເລວີມາເປັນຜູ້ຕິດຕາມພະເຍຊູ. ມັດທາຍໄດ້ເຮັດແນວໃດ? ຄຳພີໄບເບິນບອກວ່າ: ມັດທາຍ “ໄດ້ປະສັບພະທຸກສິ່ງແລະໄດ້ລຸກຂຶ້ນແລະຕາມພະເຍຊູໄປ.” (ລືກາ 5:27, 28) ຂ້ອຍມີໂອກາດທີ່ຈະຖິ້ມທຸກສິ່ງໄວ້ທາງຫຼັງເພື່ອຕິດຕາມພະເຍຊູໄປເຊັ່ນດຽວກັນ ແລະຂ້ອຍກໍໄດ້ກະຕຸ້ນຄົນອື່ນໃຫ້ເຮັດແບບດຽວກັນ ເຊິ່ງນັ້ນເຮັດໃຫ້ໄດ້ຮັບພອນຫຼາຍແທ້ໆ.
^ ຂໍ້ 6 ສັບພະໜັງສືຂອງພະຍານພະເຢໂຫວາແຕ່ປັດຈຸບັນບໍ່ໄດ້ຈັດພິມແລ້ວ.