ຫໍສັງເກດການສະບັບສຶກສາ ພະຈິກ 2016

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 26 ທັນວາ 2016-29 ມັງກອນ 2017.

‘ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ທຸກ​ວັນ’

ເປັນ​ຫຍັງ​ກຳລັງ​ໃຈ​ຈຶ່ງ​ເປັນ​ສິ່ງ​ສຳຄັນ? ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ ພະ​ເຍຊູ ແລະ​ອັກຄະສາວົກ​ໂປໂລ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ? ແລະ​ເຈົ້າ​ຈະ​ໃຫ້​ກຳລັງ​ໃຈ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ໄດ້​ແນວ​ໃດ?

ຈັດ​ໃຫ້​ເປັນ​ລະບຽບ​ສອດຄ່ອງ​ກັບ​ໜັງສື​ຂອງ​ພະເຈົ້າ

ພະ​ເຢໂຫວາ​ເປັນ​ຜູ້​ຈັດ​ລະບຽບ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້. ເຮົາ​ຄວນ​ຄາດ​ໝາຍ​ວ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ຈະ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ເຊັ່ນ​ດຽວ​ກັນ​ແມ່ນ​ບໍ?

ເຈົ້າ​ມີ​ຄວາມ​ນັບຖື​ຢ່າງ​ສູງ​ຕໍ່​ໜັງສື​ຂອງ​ພະເຈົ້າ​ບໍ?

ປະຊາຊົນ​ຂອງ​ພະເຈົ້າ​ເກັບ​ກ່ຽວ​ຜົນ​ທີ່​ດີ​ເລີດ​ເມື່ອ​ເຂົາ​ເຈົ້າ​ພະຍາຍາມ​ນຳ​ໃຊ້​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ສະໜັບສະໜູນ​ອົງການ​ຂອງ​ພະອົງ​ຢ່າງ​ພັກດີ.

ຖືກ​ເອີ້ນ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ

ໃນ​ຄວາມ​ໝາຍ​ໃດ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຈົມ​ຢູ່​ໃນ​ຄວາມ​ມືດ​ໃນ​ສະຕະວັດ​ທີ 2? ເຂົາ​ເຈົ້າ​ເລີ່ມ​ໄດ້​ຮັບ​ແສງ​ສະຫວ່າງ​ເມື່ອ​ໃດ​ແລະ​ໂດຍ​ວິທີ​ໃດ?

ເຂົາ​ເຈົ້າ​ເປັນ​ອິດ​ສະລະ​ຈາກ​ສາສະໜາ​ປອມ

ເມື່ອ​ໃດ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ອິດ​ສະລະ​ຢ່າງ​ແທ້​ຈິງ​ຈາກ​ການ​ຈັບ​ຕົວ​ຂອງ​ບາບີໂລນ?