ຈັດໃຫ້ເປັນລະບຽບສອດຄ່ອງກັບໜັງສືຂອງພະເຈົ້າ
“ພະເຢໂຫວາໄດ້ວາງຮາກໂລກລົງໄວ້ດ້ວຍຄວາມປັນຍາ ແລະພະອົງໄດ້ຕັ້ງຟ້າສະຫວັນໄວ້ດ້ວຍຄວາມເຂົ້າໃຈ.”—ສຸພາສິດ 3:19
ເພງ: 105, 107
1, 2. (ກ) ບາງຄົນເວົ້າແນວໃດກ່ຽວກັບຄວາມຄິດທີ່ວ່າພະເຈົ້າມີອົງການ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ເມື່ອເວົ້າເຖິງເລື່ອງສາສະໜາ ບາງຄົນເວົ້າວ່າ: “ເຮົາບໍ່ຈຳເປັນຕ້ອງມີອົງການໃດໜຶ່ງເພື່ອຊີ້ນຳເຮົາ. ສິ່ງທີ່ເຮົາຕ້ອງມີກໍຄືສາຍສຳພັນກັບພະເຈົ້າເທົ່ານັ້ນ.” ເລື່ອງນີ້ເປັນຄວາມຈິງບໍ? ຄວາມເປັນຈິງສະແດງໃຫ້ເຫັນສິ່ງໃດ?
2 ໃນບົດຄວາມນີ້ເຮົາຈະເຫັນວ່າພະເຢໂຫວາເຮັດສິ່ງຕ່າງໆໃນແບບທີ່ເປັນລະບຽບ ແລະພະອົງຈັດລະບຽບໃຫ້ປະຊາຊົນຂອງພະອົງ. ເຮົາຍັງຈະເວົ້າເຖິງສິ່ງທີ່ເຮົາຕ້ອງເຮັດເມື່ອອົງການຂອງພະເຢໂຫວາໃຫ້ຄຳແນະນຳເຮົາ. (1 ໂກລິນໂທ 14:33, 40) ໃນສະຕະວັດທຳອິດ ປະຊາຊົນຂອງພະເຢໂຫວາເຮັດຕາມການຊີ້ນຳໃນພະຄຳພີແລະສາມາດປະກາດຂ່າວດີໃນຫຼາຍໆບ່ອນ. ເຊັ່ນດຽວກັບເຂົາເຈົ້າ ໃນທຸກມື້ນີ້ເຮົາກໍໃຫ້ພະຄຳພີຊີ້ນຳ ແລະເຮົາເຊື່ອຟັງຄຳແນະນຳທີ່ມາຈາກອົງການຂອງພະເຢໂຫວາ. ຜົນກໍຄື ເຮົາສາມາດປະກາດຂ່າວດີຢູ່ທົ່ວໂລກ. ນອກຈາກນັ້ນ ເຮົາຍັງຮັກສາປະຊາຄົມໃຫ້ສະອາດ ສະຫງົບສຸກ ແລະກົມກຽວກັນ.
ພະເຢໂຫວາເປັນພະເຈົ້າທີ່ເປັນລະບຽບ
3. ສິ່ງໃດເຮັດໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາເປັນພະເຈົ້າທີ່ເປັນລະບຽບ?
3 ເມື່ອເຮົາເບິ່ງສິ່ງຕ່າງໆທີ່ພະເຢໂຫວາສ້າງ ເຮົາເຫັນໄດ້ຢ່າງຈະແຈ້ງວ່າພະອົງເປັນພະເຈົ້າທີ່ເປັນລະບຽບ. ພະອົງ “ວາງຮາກໂລກລົງໄວ້ດ້ວຍຄວາມປັນຍາແລະພະອົງໄດ້ຕັ້ງຟ້າສະຫວັນໄວ້ດ້ວຍຄວາມເຂົ້າໃຈ.” (ສຸພາສິດ 3:19) ເຮົາຮູ້ພຽງແຕ່ເລັກໜ້ອຍກ່ຽວກັບສິ່ງຕ່າງໆທີ່ພະເຢໂຫວາສ້າງ. ທີ່ຈິງເຮົາ ‘ໄດ້ຍິນພຽງແຕ່ສຽງຊີ່ມຄ່ອຍໆຂອງພະອົງເທົ່ານັ້ນ.’ (ໂຢບ 26:14, ທ.ປ.) ຈາກຄວາມຮູ້ພຽງເລັກໜ້ອຍທີ່ເຮົາຮູ້ກ່ຽວກັບເອກະພົບ ແຕ່ເຮົາກໍເຫັນໄດ້ແຈ້ງວ່າມັນເປັນລະບຽບຫຼາຍ. (ຄຳເພງ 8:3, 4) ດາວຫຼາຍລ້ານດວງເຄື່ອນທີ່ໃນອະວະກາດຢ່າງເປັນລະບຽບ. ໃຫ້ຄິດເຖິງວິທີທີ່ດາວເຄາະຕ່າງໆໃນລະບົບສຸລິຍະປິ່ນອ້ອມດວງຕາເວັນ. ຄວາມເປັນລະບຽບທີ່ມະຫັດສະຈັນແບບນີ້ເປັນໄປໄດ້ກໍຍ້ອນວ່າພະເຢໂຫວາໄດ້ຈັດລະບຽບການເຄື່ອນທີ່ຂອງດາວເຄາະແລະດວງດາວຕ່າງໆ. ເມື່ອເຮົາຄິດເຖິງວິທີທີ່ພະອົງສ້າງໂລກນີ້ ແລະ “ສ້າງຟ້າສະຫວັນດ້ວຍຄວາມຮູ້ [“ສະຕິປັນຍາ”, ລ.ມ.]” ເຮົາຢາກສັນລະເສີນ ນະມັດສະການ ແລະພັກດີຕໍ່ພະອົງ.—ຄຳເພງ 136:1, 5-9
4. ເປັນຫຍັງນັກວິທະຍາສາດຈຶ່ງບໍ່ສາມາດຕອບຄຳຖາມສຳຄັນຫຼາຍຂໍ້?
4 ນັກວິທະຍາສາດໄດ້ໃຊ້ຫຼາຍສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບເອກະພົບແລະໂລກຂອງເຮົາເພື່ອເຮັດໃຫ້ຊີວິດເຮົາດີຂຶ້ນ. ແຕ່ເຂົາເຈົ້າກໍຍັງບໍ່ສາມາດຕອບຄຳຖາມສຳຄັນຫຼາຍຂໍ້. ຕົວຢ່າງເຊັ່ນ: ນັກດາລາສາດບໍ່ສາມາດບອກເຮົາໄດ້ຢ່າງແນ່ນອນວ່າເອກະພົບເລີ່ມຕົ້ນຂຶ້ນແນວໃດ ຫຼືເປັນຫຍັງໃນໂລກນີ້ຈຶ່ງມີມະນຸດ ສັດ ແລະຕົ້ນໄມ້. ນອກຈາກນັ້ນ ຄົນສ່ວນຫຼາຍກໍບໍ່ສາມາດອະທິບາຍໄດ້ວ່າເປັນຫຍັງມະນຸດຈຶ່ງມີຄວາມຕ້ອງການແທ້ໆທີ່ຈະມີຊີວິດຕະຫຼອດໄປ. (ຜູ້ເທສະໜາປ່າວປະກາດ 3:11) ເຫດຜົນໜຶ່ງທີ່ຜູ້ຄົນບໍ່ໄດ້ຮັບຄຳຕອບສຳລັບຄຳຖາມເຫຼົ່ານີ້ກໍຍ້ອນວ່ານັກວິທະຍາສາດແລະຄົນອື່ນໆເວົ້າວ່າບໍ່ມີພະເຈົ້າ ແລະເຂົາເຈົ້າສົ່ງເສີມເລື່ອງວິວັດທະນາການ. ແຕ່ພະເຈົ້າມີຄຳຕອບສຳລັບເຮົາຢູ່ໃນໜັງສືຂອງພະອົງ ເຊິ່ງກໍຄືຄຳພີໄບເບິນ.
5. ໃນທາງໃດແດ່ທີ່ມະນຸດອາໄສກົດຕ່າງໆໃນທຳມະຊາດ?
5 ພະເຢໂຫວາສ້າງກົດຕ່າງໆໃນທຳມະຊາດ ແລະກົດເຫຼົ່ານີ້ບໍ່ເຄີຍປ່ຽນແປງ. ຊ່າງໄຟຟ້າ ຊ່າງນໍ້າປະປາ ນັກວິສະວະກອນ ນັກບິນ ໝໍຜ່າຕັດ ແລະຄົນອື່ນໆອາໄສກົດເຫຼົ່ານີ້ເພື່ອເຮັດວຽກຂອງເຂົາເຈົ້າ. ຕົວຢ່າງເຊັ່ນ: ຕາມປົກກະຕິແລ້ວຫົວໃຈຂອງຄົນເຮົາຈະຢູ່ຈຸດດຽວກັນໃນຮ່າງກາຍ ດັ່ງນັ້ນ ໝໍຜ່າຕັດຈຶ່ງຮູ້ວ່າຈະເຫັນຫົວໃຈຂອງຄົນເຈັບແຕ່ລະຄົນໄດ້ຢູ່ໃສ. ເຮົາໝົດທຸກຄົນຮູ້ວ່າຖ້າຄົນໃດຄົນໜຶ່ງໂດດລົງມາຈາກບ່ອນສູງໆ ລາວຈະຕົກແລະຕາຍ. ເຮົາເຊື່ອຟັງກົດຕ່າງໆໃນທຳມະຊາດ ເຊັ່ນ: ກົດເລື່ອງແຮງດຶງດູດ ເພາະເຮົາຢາກມີຊີວິດຢູ່ຕໍ່ໄປ.
ສິ່ງທີ່ພະເຈົ້າຈັດໃຫ້ເປັນລະບຽບ
6. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ປະຊາຊົນຂອງພະອົງນະມັດສະການຢ່າງເປັນລະບຽບ?
6 ພະເຢໂຫວາຈັດລະບຽບເອກະພົບໃນແບບທີ່ດີເລີດແທ້ໆ. ແນ່ນອນວ່າພະອົງຄົງຢາກໃຫ້ປະຊາຊົນຂອງພະອົງນະມັດສະການຢ່າງເປັນລະບຽບ. ທີ່ຈິງ ພະເຢໂຫວາຈັດໃຫ້ມີຄຳພີໄບເບິນເພື່ອສອນເຮົາກ່ຽວກັບວິທີນະມັດສະການພະອົງ. ໂດຍເຮັດຕາມການຊີ້ນຳທີ່ພະອົງໃຫ້ຜ່ານທາງຄຳພີໄບເບິນແລະອົງການຂອງພະອົງເທົ່ານັ້ນ ເຮົາຈຶ່ງຈະມີຊີວິດທີ່ມີຄວາມສຸກແລະມີຄວາມອີ່ມໃຈພໍໃຈ.
7. ເຮົາຮຽນຮູ້ຫຍັງຈາກວິທີທີ່ມີການຂຽນຄຳພີໄບເບິນ?
7 ຄຳພີໄບເບິນເປັນຂອງຂວັນທີ່ພິເສດຈາກພະເຈົ້າ. ຕົ້ນເດີມ 3:15; ມັດທາຍ 6:10; ຄຳປາກົດ 11:15
ນັກວິຊາການບາງຄົນເວົ້າວ່າ ຄຳພີໄບເບິນເປັນພຽງໜັງສືຕ່າງໆຂອງຄົນຢິວແລະຂອງຄລິດສະຕຽນທີ່ມະນຸດເອົາມາລວບລວມເຂົ້າກັນ. ແຕ່ຄວາມຈິງກໍຄື ພະເຈົ້າເປັນຜູ້ຕັດສິນໃຈວ່າໃຜຈະຂຽນພະທຳຕ່າງໆ ເຂົາເຈົ້າຈະຂຽນເມື່ອໃດ ແລະຂຽນກ່ຽວກັບຫຍັງ. ຍ້ອນເຫດຜົນນີ້ພະທຳຕ່າງໆໃນຄຳພີໄບເບິນຈຶ່ງຊ່ວຍເຮົາໃຫ້ເຂົ້າໃຈຂ່າວສານຂອງພະເຈົ້າ. ຈາກພະທຳຕົ້ນເດີມເຖິງຄຳປາກົດ ຄຳພີໄບເບິນບອກວ່າຈະມີ “ເຊື້ອສາຍ” ທີ່ຈະເຮັດໃຫ້ໂລກນີ້ກາຍເປັນອຸທິຍານອີກຄັ້ງໜຶ່ງ. ນອກຈາກນັ້ນ ເຮົາຍັງຮຽນຮູ້ວ່າ “ເຊື້ອສາຍ” ນີ້ກໍຄືພະຄລິດເຍຊູ ແລະລາຊະອານາຈັກຂອງພະອົງຈະພິສູດວ່າພະເຢໂຫວາມີສິດທີ່ຈະປົກຄອງຢູ່ເໜືອທຸກຄົນ.—ອ່ານ8. ໃນທາງໃດແດ່ທີ່ຊາວອິດສະລາແອນຖືກຈັດໃຫ້ເປັນລະບຽບຢ່າງດີ?
8 ຊາວອິດສະລາແອນເຊື່ອຟັງກົດໝາຍທີ່ພະເຢໂຫວາໃຫ້ແກ່ເຂົາເຈົ້າ ແລະເຂົາເຈົ້າຖືກຈັດໃຫ້ເປັນລະບຽບຢ່າງດີຫຼາຍ. ຕົວຢ່າງເຊັ່ນ: ມີ ‘ພວກຜູ້ຍິງໄດ້ຮັບມອບໝາຍໃຫ້ຮັບໃຊ້ຢູ່ທາງເຂົ້າເຕັ້ນ.’ (ອົບພະຍົບ 38:8, ລ.ມ.) ຊາວອິດສະລາແອນຍັງໄດ້ຮັບຄຳແນະນຳກ່ຽວກັບວິທີເຄື່ອນຍ້າຍເຕັ້ນແລະທັບອາໄສໃນແບບທີ່ເປັນລະບຽບ. ຕໍ່ມາກະສັດດາວິດໄດ້ຈັດໃຫ້ພວກປະໂລຫິດແລະພວກເລວີເຮັດໜ້າທີ່ບາງຢ່າງສະເພາະໃນວິຫານ. (1 ຂ່າວຄາວ 23:1-6; 24:1-3) ເມື່ອຊາວອິດສະລາແອນເຊື່ອຟັງພະເຢໂຫວາ ພະອົງກໍອວຍພອນໃຫ້ເຂົາເຈົ້າ. ເຂົາເຈົ້າເປັນລະບຽບ ມີຄວາມສະຫງົບສຸກ ແລະກົມກຽວກັນ.—ພະບັນຍັດ 11:26, 27; 28:1-14
9. ປະຊາຄົມຕ່າງໆໃນສະຕະວັດທຳອິດຖືກຈັດໃຫ້ເປັນລະບຽບແນວໃດ?
9 ປະຊາຄົມຕ່າງໆໃນສະຕະວັດທຳອິດຖືກຈັດໃຫ້ເປັນລະບຽບເຊັ່ນດຽວກັນ. ມີຄະນະກຳມະການປົກຄອງເຊິ່ງກໍຄືກຸ່ມຂອງພີ່ນ້ອງຊາຍທີ່ໃຫ້ການຊີ້ນຳປະຊາຄົມຕ່າງໆ. ທຳອິດ ກຸ່ມນີ້ປະກອບດ້ວຍພວກອັກຄະສາວົກເທົ່ານັ້ນ ແຕ່ຕໍ່ມາກໍມີພວກຜູ້ເຖົ້າແກ່ຮ່ວມຢູ່ນຳ. (ກິດຈະການ 6:1-6; 15:6) ພະເຢໂຫວາຊີ້ນຳສະມາຊິກຂອງຄະນະກຳມະການປົກຄອງແລະຄົນອື່ນໆທີ່ເຮັດວຽກໃກ້ຊິດກັບເຂົາເຈົ້າໃຫ້ຂຽນຈົດໝາຍທີ່ມີຄຳຕັກເຕືອນແລະຄຳແນະນຳໃຫ້ແກ່ປະຊາຄົມຕ່າງໆ. (1 ຕີໂມເຕ 3:1-13; ຕິໂຕ 1:5-9) ປະຊາຄົມເຫຼົ່ານັ້ນໄດ້ຮັບປະໂຫຍດແນວໃດຈາກການທີ່ໄດ້ເຮັດຕາມການຊີ້ນຳຂອງຄະນະກຳມະການປົກຄອງ?
10. ຜົນເປັນແນວໃດເມື່ອປະຊາຄົມຕ່າງໆໃນສະຕະວັດທຳອິດເຮັດຕາມຄຳແນະນຳຂອງຄະນະກຳມະການປົກຄອງ? (ເບິ່ງຮູບທຳອິດ)
10 ອ່ານກິດຈະການ 16:4, 5. ໃນສະຕະວັດທຳອິດ ພີ່ນ້ອງຊາຍບາງຄົນໄດ້ໄປຢາມປະຊາຄົມຕ່າງໆເພື່ອບອກ “ຄຳສັ່ງທີ່ພວກລາຊະທູດແລະຜູ້ເຖົ້າແກ່ໃນເມືອງເຢຣຶຊາເລມໄດ້ຕັ້ງໄວ້ [“ຕົກລົງກັນ”, ທ.ປ.]” ເຊິ່ງກໍແມ່ນໂດຍຄະນະກຳມະການປົກຄອງ. ປະຊາຄົມຕ່າງໆເຮັດຕາມຄຳແນະນຳເຫຼົ່ານັ້ນ ແລະໄດ້ ‘ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ແລະຝູງຄົນໄດ້ເພີ່ມມາກຂຶ້ນທຸກວັນ.’ ເຮົາຮຽນຮູ້ຫຍັງຈາກຕົວຢ່າງຂອງເຂົາເຈົ້າເພື່ອຈະຊ່ວຍປະຊາຄົມຂອງເຮົາໃນທຸກມື້ນີ້?
ເຈົ້າເຮັດຕາມຄຳແນະນຳບໍ?
11. ເມື່ອໄດ້ຮັບຄຳແນະນຳຈາກອົງການຂອງພະເຈົ້າ ຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ຄວນເຮັດຫຍັງ?
11 ສະມາຊິກຂອງຄະນະກຳມະການສາຂາຫຼືຄະນະກຳມະການປະເທດ ຜູ້ດູແລໝວດ ແລະຜູ້ເຖົ້າແກ່ຕ້ອງເຊື່ອຟັງຄຳແນະນຳທີ່ໄດ້ຮັບຈາກອົງການຂອງພະເຈົ້າ. ທີ່ຈິງ ຄຳພີໄບເບິນບອກເຮົາທຸກຄົນໃຫ້ເຊື່ອຟັງຜູ້ທີ່ກຳລັງນຳໜ້າ. (ພະບັນຍັດ 30:16; ເຫບເລີ 13:7, 17) ຄົນທີ່ພັກດີ ຕໍ່ພະເຢໂຫວາຈະບໍ່ຂັດຂືນແລະບໍ່ຈົ່ມກ່ຽວກັບຄຳແນະນຳທີ່ເຂົາເຈົ້າໄດ້ຮັບ. ເຮົາບໍ່ຢາກເປັນຄືກັບດີໂອເທບທີ່ບໍ່ມີຄວາມນັບຖືຕໍ່ພີ່ນ້ອງທີ່ນຳໜ້າ. (ອ່ານ 3 ໂຢຮັນ 9, 10) ເມື່ອເຮົາເຮັດຕາມຄຳແນະນຳທີ່ໄດ້ຮັບ ເຮົາກໍຊ່ວຍຮັກສາສັນຕິສຸກແລະຄວາມກົມກຽວກັນໃນປະຊາຄົມ. ດັ່ງນັ້ນ ເຮົາສາມາດຖາມຕົວເອງວ່າ: ‘ຂ້ອຍກະຕຸ້ນພີ່ນ້ອງຮ່ວມຄວາມເຊື່ອໃຫ້ເປັນຄົນພັກດີຕໍ່ພະເຢໂຫວາບໍ? ເມື່ອໄດ້ຮັບຄຳແນະນຳຈາກອົງການຂອງພະເຈົ້າ ຂ້ອຍລົງມືເຮັດຕາມທັນທີບໍ?’
12. ຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ຖືກແຕ່ງຕັ້ງແນວໃດ?
12 ເມື່ອບໍ່ດົນມານີ້ ຄະນະກຳມະການປົກຄອງໄດ້ປ່ຽນວິທີການແຕ່ງຕັ້ງຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ໃນແຕ່ລະປະຊາຄົມ. “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ພະຈິກ 2014 ໄດ້ອະທິບາຍວ່າ ໃນສະຕະວັດທຳອິດ ຄະນະກຳມະການປົກຄອງໄດ້ມອບສິດອຳນາດໃຫ້ຜູ້ດູແລເດີນທາງເປັນຜູ້ແຕ່ງຕັ້ງຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້. ດ້ວຍເຫດນີ້ ນັບຕັ້ງແຕ່ເດືອນ ກັນຍາ 2014 ຜູ້ດູແລໝວດໄດ້ເຮັດການແຕ່ງຕັ້ງນີ້. ເມື່ອຜູ້ເຖົ້າແກ່ໃນປະຊາຄົມສະເໜີໃຫ້ພີ່ນ້ອງຊາຍຄົນໃດຄົນໜຶ່ງຮັບໃຊ້ເປັນຜູ້ເຖົ້າແກ່ຫຼືຜູ້ຊ່ວຍງານຮັບໃຊ້ ຜູ້ດູແລໝວດພະຍາຍາມທີ່ຈະຮູ້ຈັກພີ່ນ້ອງຄົນນັ້ນແລະຄອບຄົວຂອງລາວ. ຕົວຢ່າງເຊັ່ນ: ລາວອາດໄປປະກາດກັບພີ່ນ້ອງຄົນນັ້ນ. (1 ຕີໂມເຕ 3:4, 5) ຈາກນັ້ນ ຜູ້ດູແລໝວດແລະຜູ້ເຖົ້າແກ່ກໍຈະພົບກັນ ແລະເຂົາເຈົ້າຈະເບິ່ງຂໍ້ພະຄຳພີຢ່າງລະອຽດທີ່ເວົ້າເຖິງຄຸນລັກສະນະຕ່າງໆຂອງຜູ້ເຖົ້າແກ່ຫຼືຜູ້ຊ່ວຍງານຮັບໃຊ້.—1 ຕີໂມເຕ 3:1-10, 12, 13; 1 ເປໂຕ 5:1-3
ຜູ້ເຖົ້າແກ່ໃຫ້ຄຳແນະນຳຈາກຄຳພີໄບເບິນເພາະເຂົາເຈົ້າຕ້ອງການປົກປ້ອງແລະເບິ່ງແຍງປະຊາຄົມ
13. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮ່ວມມືກັບຄຳແນະນຳຈາກຜູ້ເຖົ້າແກ່?
13 ຜູ້ເຖົ້າແກ່ໃຫ້ຄຳແນະນຳຈາກຄຳພີໄບເບິນເພາະເຂົາເຈົ້າຕ້ອງການປົກປ້ອງແລະເບິ່ງແຍງປະຊາຄົມ. ເຮົາຕ້ອງຮ່ວມມືກັບເຂົາເຈົ້າ ເພາະສິ່ງນີ້ເປັນປະໂຫຍດຕໍ່ເຮົາ. (1 ຕີໂມເຕ 6:3) ໃນສະຕະວັດທຳອິດ ບາງຄົນເປັນຄົນ “ຊະຊາຍ.” ເຂົາເຈົ້າບໍ່ເຮັດວຽກຫຍັງເລີຍ ແຕ່ເຂົ້າໄປຫຍຸ້ງເລື່ອງຂອງຄົນອື່ນ. ຜູ້ເຖົ້າແກ່ພະຍາຍາມແກ້ໄຂຄົນເຫຼົ່ານັ້ນ ແຕ່ເຂົາເຈົ້າບໍ່ຍອມປ່ຽນແປງ. ໂປໂລບອກພີ່ນ້ອງໃນປະຊາຄົມເຖິງວິທີທີ່ຄວນປະຕິບັດກັບຄົນແບບນັ້ນ. ລາວເວົ້າວ່າ: “ຈົ່ງໝາຍຜູ້ນັ້ນໄວ້ ຢ່າຄົບຫາກັນກັບເພິ່ນ.” ເຂົາເຈົ້າຕ້ອງເຊົາຄົບຫາກັບຄົນແບບນັ້ນ ແຕ່ບໍ່ໃຫ້ປະຕິບັດຕໍ່ລາວເໝືອນເປັນສັດຕູ. (2 ເທຊະໂລນີກ 3:11-15) ຜູ້ເຖົ້າແກ່ໃນທຸກມື້ນີ້ພະຍາຍາມຊ່ວຍຄົນທີ່ເມີນເສີຍຕໍ່ມາດຕະຖານຂອງພະເຈົ້າ ເຊັ່ນ: ຄົນທີ່ເປັນແຟນກັບຄົນທີ່ມີຄວາມເຊື່ອຕ່າງກັນ. (1 ໂກລິນໂທ 7:39) ຖ້າຄົນນັ້ນບໍ່ຍອມປ່ຽນແປງພຶດຕິກຳຂອງລາວ ຜູ້ເຖົ້າແກ່ອາດຕັດສິນໃຈທີ່ຈະໃຫ້ຄຳບັນລະຍາຍເພື່ອອະທິບາຍວ່າການປະພຶດແບບນັ້ນສາມາດເຮັດໃຫ້ຄົນອື່ນເວົ້າບໍ່ດີກ່ຽວກັບປະຊາຄົມ. ຖ້າມີຄຳບັນລະຍາຍແບບນັ້ນໃນປະຊາຄົມ ເຈົ້າຈະມີທ່າທີແນວໃດ? ຖ້າເຈົ້າຮູ້ວ່າເລື່ອງນີ້ກຳລັງເວົ້າເຖິງໃຜ ເຈົ້າຈະຫຼີກລ່ຽງການຄົບຫາກັບຄົນນັ້ນບໍ? ການເຮັດແບບນີ້ອາດຊ່ວຍລາວໃຫ້ສຳນຶກວ່າການປະພຶດເຊັ່ນນັ້ນເປັນອັນຕະລາຍຕໍ່ຕົວລາວແລະກໍເຮັດໃຫ້ພະເຢໂຫວາບໍ່ພໍໃຈ ນັ້ນອາດເຮັດໃຫ້ລາວປ່ຽນແປງຄວາມຄິດກໍໄດ້. [1]—ເບິ່ງຂໍ້ຄວາມທ້າຍບົດ
ຮັກສາປະຊາຄົມໃຫ້ສະອາດ ສະຫງົບສຸກ ແລະກົມກຽວກັນ
14. ເຮົາຈະຊ່ວຍຮັກສາປະຊາຄົມໃຫ້ສະອາດໄດ້ແນວໃດ?
14 ຄຳພີໄບເບິນບອກໃນສິ່ງທີ່ເຮົາທຸກຄົນຄວນເຮັດເພື່ອຈະບໍ່ປ່ອຍໃຫ້ມີຄວາມຊົ່ວຮ້າຍໃນປະຊາຄົມ. ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນໃນເມືອງໂກລິນໂທ. ໂປໂລຮັກພີ່ນ້ອງຮ່ວມຄວາມເຊື່ອຢູ່ໃນເມືອງນີ້ ເພາະລາວໄດ້ຊ່ວຍຫຼາຍຄົນໃຫ້ຮຽນຮູ້ຄວາມຈິງ. (1 ໂກລິນໂທ 1:1, 2) ດັ່ງນັ້ນ ລອງນຶກພາບເບິ່ງວ່າໂປໂລຈະຮູ້ສຶກແນວໃດເມື່ອຮູ້ວ່າພີ່ນ້ອງຄົນໜຶ່ງກຳລັງໃຊ້ຊີວິດທີ່ຜິດສິນລະທຳທາງເພດແລະພີ່ນ້ອງກໍຍອມໃຫ້ລາວຢູ່ໃນປະຊາຄົມຕໍ່ໄປ! ໂປໂລບອກຜູ້ເຖົ້າແກ່ໃຫ້ “ມອບຄົນຢ່າງນັ້ນໄວ້ແກ່ຊາຕານ.” ເຂົາເຈົ້າຕ້ອງໄລ່ຄົນນັ້ນອອກຈາກປະຊາຄົມ ນັ້ນຄືຕັດສຳພັນລາວ. (1 ໂກລິນໂທ 5:1, 5-7, 12) ໃນທຸກມື້ນີ້ ຜູ້ເຖົ້າແກ່ອາດຕັດສິນໃຈທີ່ຈະຕັດສຳພັນບາງຄົນຍ້ອນວ່າລາວເຮັດຜິດຮ້າຍແຮງແລະບໍ່ກັບໃຈ. ໃນກໍລະນີແບບນີ້ ເຮົາຈະປະຕິບັດກັບຄົນທີ່ຖືກຕັດສຳພັນຄືກັບທີ່ພະຄຳພີແນະນຳເຮົາໃຫ້ເຮັດບໍ? ຖ້າແມ່ນ ເຮົາກໍຊ່ວຍຮັກສາປະຊາຄົມໃຫ້ສະອາດ. ນອກຈາກນັ້ນ ເຮົາຍັງຊ່ວຍຄົນນັ້ນໃຫ້ສຳນຶກວ່າລາວຕ້ອງກັບໃຈແລະຂໍໃຫ້ພະເຢໂຫວາຍົກໂທດໃຫ້ລາວ.
15. ເຮົາຈະຮັກສາສັນຕິສຸກໃນປະຊາຄົມໄດ້ແນວໃດ?
15 ໃນປະຊາຄົມໂກລິນໂທຍັງມີອີກບັນຫາໜຶ່ງ. ບາງຄົນໄດ້ເອົາພີ່ນ້ອງຮ່ວມຄວາມເຊື່ອໄປຂຶ້ນສານ. ໂປໂລຖາມເຂົາເຈົ້າວ່າ: “ເປັນຫຍັງບໍ່ຍອມເປັນຝ່າຍເສຍປຽບ?” (1 ໂກລິນໂທ 6:1-8, ລ.ມ.) ໃນທຸກມື້ນີ້ ບາງຄົນໃນປະຊາຄົມໄດ້ເຮັດສັນຍາຕົກລົງໃນເລື່ອງທຸລະກິດກັບພີ່ນ້ອງຮ່ວມຄວາມເຊື່ອ ແຕ່ຕໍ່ມາໄດ້ສູນເສຍເງິນຄຳຫຼືຮູ້ສຶກວ່າພີ່ນ້ອງໄດ້ສໍ້ໂກງ ດັ່ງນັ້ນ ເຂົາເຈົ້າຈຶ່ງໄດ້ເອົາພີ່ນ້ອງໄປຂຶ້ນສານ. ເມື່ອເລື່ອງແບບນີ້ເກີດຂຶ້ນ ນັ້ນອາດເຮັດໃຫ້ຜູ້ຄົນເວົ້າບໍ່ດີກ່ຽວກັບພະເຢໂຫວາແລະປະຊາຊົນຂອງພະອົງ ແລະອາດເຮັດໃຫ້ເກີດບັນຫາໃນປະຊາຄົມ. ຄຳພີໄບເບິນຊ່ວຍເຮົາໃຫ້ເຫັນວ່າເຮົາຕ້ອງຮັກສາສັນຕິສຸກກັບພີ່ນ້ອງຮ່ວມຄວາມເຊື່ອ ເຖິງວ່າເຮົາສູນເສຍເງິນກໍຕາມ. [2] (ເບິ່ງຂໍ້ຄວາມທ້າຍບົດ) ທີ່ຈິງພະເຍຊູໄດ້ສອນເຮົາກ່ຽວກັບວິທີແກ້ໄຂບັນຫາທີ່ຮ້າຍແຮງແລະການເຂົ້າໃຈຜິດກັນ. (ອ່ານມັດທາຍ 5:23, 24; 18:15-17) ເມື່ອເຮົາເຊື່ອຟັງຄຳແນະນຳຂອງພະອົງ ເຮົາກໍຮັກສາສັນຕິສຸກແລະຄວາມກົມກຽວກັນໃນປະຊາຄົມ.
16. ເປັນຫຍັງປະຊາຊົນຂອງພະເຈົ້າຈຶ່ງກົມກຽວກັນ?
16 ຄຳພີໄບເບິນບອກວ່າ: “ດັ່ງນີ້ເມື່ອພີ່ນ້ອງທັງຫຼາຍຕັ້ງຢູ່ນຳກັນ ຕິດພັນຢູ່ນຳກັນເປັນການດີການຊອບໃຈຫຼາຍແທ້ໆ.” (ຄຳເພງ 133:1) ເມື່ອຊາວອິດສະລາແອນເຊື່ອຟັງພະເຢໂຫວາ ເຂົາເຈົ້າກໍຖືກຈັດໃຫ້ເປັນລະບຽບແລະມີຄວາມກົມກຽວກັນ. ພະເຢໂຫວາບອກລ່ວງໜ້າກ່ຽວກັບປະຊາຊົນຂອງພະອົງວ່າ: “ເຮົາຈະໃຫ້ພວກເຂົາຢູ່ດ້ວຍກັນເໝືອນແກະໃນຄອກ.” (ມີເກ 2:12, ລ.ມ.) ພະເຢໂຫວາ ຍັງບອກລ່ວງໜ້າວ່າປະຊາຊົນຂອງພະອົງຈະຮຽນຮູ້ຄວາມຈິງຈາກພະຄຳພີແລະຈະຮັບໃຊ້ພະອົງຢ່າງກົມກຽວກັນ. ພະອົງເວົ້າວ່າ: ‘ເຮົາຈະໃຫ້ມະນຸດປ່ຽນໄປເວົ້າພາສາບໍລິສຸດເພື່ອທຸກຄົນຈະຮ້ອງອອກຊື່ພະເຢໂຫວາແລະຈະຮັບໃຊ້ຄຽງບ່າຄຽງໄລ່ກັນ.’ (ໂຊໂຟນີ 3:9, ລ.ມ.) ເຮົາດີໃຈແທ້ໆທີ່ສາມາດນະມັດສະການພະເຢໂຫວາຢ່າງກົມກຽວກັນ!
17. ເມື່ອບາງຄົນໃນປະຊາຄົມເຮັດຜິດຮ້າຍແຮງ ຜູ້ເຖົ້າແກ່ຄວນເຮັດຫຍັງ?
17 ຖ້າບາງຄົນເຮັດຜິດຮ້າຍແຮງ ຜູ້ເຖົ້າແກ່ຕ້ອງແກ້ໄຂລາວທັນທີດ້ວຍຄວາມຮັກ. ຜູ້ເຖົ້າແກ່ຮູ້ວ່າພະເຢໂຫວາຢາກໃຫ້ເຂົາເຈົ້າປົກປ້ອງປະຊາຄົມຈາກອິດທິພົນທີ່ບໍ່ດີ ແລະຮັກສາປະຊາຄົມໃຫ້ສະອາດແລະກົມກຽວກັນ. (ສຸພາສິດ 15:3) ໂປໂລຮັກພີ່ນ້ອງຢູ່ເມືອງໂກລິນໂທແທ້ໆ ແລະລາວໄດ້ແກ້ໄຂເຂົາເຈົ້າເມື່ອຈຳເປັນຕ້ອງເຮັດເຊັ່ນນັ້ນ ດັ່ງທີ່ເຮົາອ່ານໃນຈົດໝາຍສະບັບທຳອິດທີ່ລາວຂຽນໄປຫາເຂົາເຈົ້າ. ເຮົາຮູ້ວ່າຜູ້ເຖົ້າແກ່ເຮັດຕາມຄຳແນະນຳນັ້ນທັນທີ ເພາະຫຼາຍເດືອນຕໍ່ມາໂປໂລໄດ້ຊົມເຊີຍຄົນເຫຼົ່ານີ້ໃນຈົດໝາຍສະບັບທີສອງທີ່ລາວຂຽນໄປຫາເຂົາເຈົ້າ. ຖ້າພີ່ນ້ອງຄົນໜຶ່ງ “ກຳລັງກ້າວໄປຜິດທາງໂດຍບໍ່ຮູ້ຕົວ” ຜູ້ເຖົ້າແກ່ຄວນແກ້ໄຂລາວດ້ວຍຄວາມກະລຸນາ.—ຄາລາຊີ 6:1, ລ.ມ.
18. (ກ) ໃນສະຕະວັດທຳອິດ ຄຳແນະນຳໃນຄຳພີໄບເບິນຊ່ວຍປະຊາຄົມຕ່າງໆແນວໃດ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?
18 ເຫັນໄດ້ແຈ້ງວ່າເມື່ອຄລິດສະຕຽນໃນສະຕະວັດທຳອິດເຮັດຕາມຄຳແນະນຳໃນຄຳພີໄບເບິນ ປະຊາຄົມກໍສະອາດ ສະຫງົບສຸກ ແລະກົມກຽວກັນ. (1 ໂກລິນໂທ 1:10; ເອເຟດ 4:11-13; 1 ເປໂຕ 3:8) ຜົນກໍຄື ພີ່ນ້ອງເຫຼົ່ານັ້ນສາມາດປະກາດຂ່າວດີ “ແກ່ຄົນທັງປວງທີ່ຢູ່ໃຕ້ຟ້າ.” (ໂກໂລດ 1:23) ໃນທຸກມື້ນີ້ກໍເຊັ່ນກັນ ປະຊາຊົນຂອງພະເຢໂຫວາກົມກຽວກັນແລະຖືກຈັດໃຫ້ເປັນລະບຽບ ແລະເຂົາເຈົ້າປະກາດຂ່າວດີຢູ່ທົ່ວໂລກ. ບົດຄວາມຕໍ່ໄປຈະໃຫ້ຫຼັກຖານເພີ່ມເຕີມວ່າຄວາມປາຖະໜາທີ່ຍິ່ງໃຫຍ່ຂອງເຂົາເຈົ້າກໍຄືການໃຫ້ກຽດພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດແລະເຊື່ອຟັງການຊີ້ນຳຈາກໜັງສືຂອງພະອົງ ເຊິ່ງກໍຄືຄຳພີໄບເບິນ.—ຄຳເພງ 71:15, 16
^ [1] (ຂໍ້ 13) ໃຫ້ເບິ່ງປຶ້ມລວບລວມເປັນອົງການເພື່ອທຳຕາມຄວາມປະສົງຂອງພະເຢໂຫວາ ໜ້າ 134-136.
^ [2] (ຂໍ້ 15) ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສະຖານະການບາງຢ່າງທີ່ຄລິດສະຕຽນຄົນໜຶ່ງອາດຕັດສິນໃຈດຳເນີນຄະດີທາງກົດໝາຍຕໍ່ຄລິດສະຕຽນອີກຄົນໜຶ່ງ ຂໍໃຫ້ເບິ່ງໄຂເງື່ອນໃນປຶ້ມ “ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ” ໜ້າ 223.