ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຖືກ​ເອີ້ນ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ

ຖືກ​ເອີ້ນ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ

‘[ພະ​ເຢໂຫວາ] ໄດ້​ເອີ້ນ​ທ່ານ​ທັງ​ຫຼາຍ​ໃຫ້​ອອກ​ມາ​ຈາກ​ມືດ​ເພື່ອ​ໃຫ້​ເຂົ້າ​ໄປ​ໃນ​ແຈ້ງ​ທີ່​ອັດສະຈັນ​ຂອງ​ພະອົງ.’—1 ເປໂຕ 2:9

ເພງ: 116, 102

1. ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ໄລຍະ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ?

ໃນ​ປີ 607 ກ່ອນ ຄ.ສ. ກອງ​ທະຫານ​ໃຫຍ່​ຂອງ​ບາບີໂລນ​ເຊິ່ງ​ນຳ​ພາ​ໂດຍ​ກະສັດ​ເນບຶກາດເນດຊາຣ​ທີ 2 ໄດ້​ບຸກ​ໂຈມຕີ​ເມືອງ​ເຢຣຶຊາເລມ. ຄຳພີ​ໄບເບິນ​ບອກ​ວ່າ​ກະສັດ​ໄດ້​ຂ້າ​ພວກ​ຊາຍ​ໜຸ່ມ​ດ້ວຍ​ດາບ ແລະ​ລາວ ‘ບໍ່​ສົງສານ​ຄົນ​ໜຸ່ມ​ຫຼື​ຍິງ​ສາວ ຄົນ​ເຖົ້າ​ຫຼື​ຄົນ​ອ່ອນແອ.’ ໃນ​ທີ່​ສຸດ​ລາວ​ໄດ້ ‘ເຜົາ​ວິຫານ​ຂອງ​ພະເຈົ້າ​ທ່ຽງ​ແທ້ ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣຶຊາເລມ ເອົາ​ໄຟ​ເຜົາ​ປ້ອມ​ທັງ​ໝົດ ແລະ​ທຳລາຍ​ທຸກ​ສິ່ງ​ທີ່​ມີ​ຄ່າ.’—2 ຂ່າວຄາວ 36:17, 19, ລ.ມ.

2. ພະ​ເຢໂຫວາ​ໃຫ້​ຄຳ​ເຕືອນ​ຫຍັງ ແລະ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ກັບ​ຊາວ​ຢິວ?

2 ຊາວ​ຢິວ​ບໍ່​ຄວນ​ຕົກໃຈ​ກັບ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ. ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ພະເຈົ້າ​ໄດ້​ສົ່ງ​ຜູ້​ພະຍາກອນ​ໃຫ້​ໄປ​ເຕືອນ​ປະຊາຊົນ​ວ່າ ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະອົງ​ຕໍ່​ໄປ​ອີກ ພວກ​ບາບີໂລນ​ຈະ​ມາ​ບຸກ​ໂຈມຕີ. ຄົນ​ຢິວ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລະ​ຄົນ​ທີ່​ລອດ​ຊີວິດ​ກໍ​ຈະ​ຕົກ​ເປັນ​ຊະເລີຍ​ຢູ່​ບາບີໂລນ. (ເຢເຣມີ 15:2) ຊີວິດ​ຂອງ​ການ​ເປັນ​ຊະເລີຍ​ເປັນ​ແນວ​ໃດ? ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ການ​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ເຄີຍ​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ບໍ? ຖ້າ​ແມ່ນ ເກີດ​ຂຶ້ນ​ເມື່ອ​ໃດ?

ຊີວິດ​ຂອງ​ການ​ເປັນ​ຊະເລີຍ

3. ຊີວິດ​ຂອງ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແຕກຕ່າງ​ແນວ​ໃດ​ກັບ​ຊີວິດ​ຂອງ​ການ​ເປັນ​ທາດ​ຢູ່​ເອຢິບ?

3 ພະ​ເຢໂຫວາ​ໄດ້​ບອກ​ຊາວ​ຢິວ​ວ່າ ເມື່ອ​ຖືກ​ພາ​ຕົວ​ໄປ​ເປັນ​ຊະເລີຍ ເຂົາ​ເຈົ້າ​ຕ້ອງ​ຍອມ​ຮັບ​ສະພາບການ​ໃໝ່​ແລະ​ໃຊ້​ຊີວິດ​ຢ່າງ​ດີ​ທີ່​ສຸດ​ຕາມ​ທີ່​ຈະ​ເຮັດ​ໄດ້. ພະອົງ​ບອກ​ເຂົາ​ເຈົ້າ​ໂດຍ​ຜ່ານ​ທາງ​ເຢເຣມີ​ວ່າ: ‘ຈົ່ງ​ກໍ່​ສ້າງ​ເຮືອນ​ແລະ​ຢູ່​ໃນ​ເຮືອນ​ນັ້ນ ຈົ່ງ​ປູກ​ຝັງ​ສວນ​ທັງ​ຫຼາຍ​ແລະ​ຈົ່ງ​ກິນ​ຜົນລະປູກ​ໃນ​ສວນ​ນັ້ນ. ແລະ​ຈົ່ງ​ຢູ່​ຢ່າງ​ສະຫງົບ​ສຸກ​ໃນ​ເມືອງ​ນັ້ນ​ທີ່​ເຮົາ​ໄດ້​ກວາດ​ທ່ານ​ທັງ​ຫຼາຍ​ໄປ ແລະ​ຈົ່ງ​ອ້ອນ​ວອນ​ພະ​ເຢໂຫວາ​ສຳລັບ​ເມືອງ​ນັ້ນ​ເຫດ​ວ່າ​ຄວາມ​ສຸກ​ຂອງ​ເມືອງ​ນັ້ນ​ຈະ​ເປັນ​ຄວາມ​ສຸກ​ຂອງ​ພວກ​ທ່ານ.’ (ເຢເຣມີ 29:5, 7) ຊາວ​ຢິວ​ທີ່​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໄດ້​ໃຊ້​ຊີວິດ​ເກືອບ​ປົກກະຕິ​ເມື່ອ​ເປັນ​ຊະເລີຍ. ຊາວ​ບາບີໂລນ​ອະນຸຍາດ​ໃຫ້​ຊາວ​ຢິວ​ຈັດການ​ເລື່ອງ​ຂອງ​ເຂົາ​ເຈົ້າ​ເອງ​ໃນ​ບາງ​ຂອບ​ເຂດ ແລະ​ໃຫ້​ເດີນ​ທາງ​ໄປ​ທົ່ວ​ປະເທດ​ຢ່າງ​ອິດ​ສະລະ. ໃນ​ສະໄໝ​ນັ້ນ ບາບີໂລນ​ເປັນ​ສູນ​ກາງ​ທຸລະກິດ. ເອກະສານ​ບູຮານ​ຊີ້​ບອກ​ວ່າ​ໃນ​ຂະນະ​ທີ່​ເປັນ​ຊະເລີຍ ຊາວ​ຢິວ​ຫຼາຍ​ຄົນ​ໄດ້​ຮຽນ​ຮູ້​ເລື່ອງ​ການ​ຊື້​ຂາຍ ສ່ວນ​ບາງ​ຄົນ​ກໍ​ກາຍ​ເປັນ​ຊ່າງ​ທີ່​ຊຳນານ. ຊາວ​ຢິວ​ບາງ​ຄົນ​ເຖິງ​ຂັ້ນ​ກາຍ​ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊໍ້າ. ຊີວິດ​ໃນ​ການ​ເປັນ​ຊະເລີຍ​ບໍ່​ໄດ້​ລຳບາກ​ຄື​ກັບ​ຊີວິດ​ຂອງ​ຊາວ​ອິດສະລາແອນ​ທີ່​ຕົກ​ເປັນ​ທາດ​ໃນ​ເອຢິບ​ເມື່ອ​ຫຼາຍ​ຮ້ອຍ​ປີ​ກ່ອນ.—ອ່ານ​ອົບພະຍົບ 2:23-25

4. ມີ​ໃຜ​ແດ່​ທີ່​ຕ້ອງ​ຮ່ວມ​ຮັບ​ຄວາມ​ທຸກ​ໄປ​ພ້ອມ​ກັບ​ຊາວ​ຢິວ​ທີ່​ບໍ່​ສັດ​ຊື່ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ກົດ​ໝາຍ​ຂອງ​ພະເຈົ້າ​ຮຽກ​ຮ້ອງ?

4 ຊະເລີຍ​ບາງ​ຄົນ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ ແລະ​ເຖິງ​ວ່າ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ກໍ​ຕາມ ແຕ່​ເຂົາ​ເຈົ້າ​ກໍ​ຕ້ອງ​ຮ່ວມ​ຮັບ​ຄວາມ​ທຸກ​ກັບ​ຄົນ​ທີ່​ເຫຼືອ​ໃນ​ຊາດ​ນັ້ນ. ຊາວ​ຢິວ​ມີ​ວັດຖຸ​ສິ່ງ​ຂອງ​ທີ່​ຕົນ​ຕ້ອງການ ແຕ່​ເຂົາ​ເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ວິຫານ​ແລະ​ແທ່ນ​ບູຊາ​ຖືກ​ທຳລາຍ​ແລ້ວ ແລະ​ຄະນະ​ປະໂລຫິດ​ກໍ​ບໍ່​ສາມາດ​ເຮັດ​ວຽກ​ຕາມ​ທີ່​ຈັດ​ລະບຽບ​ໄວ້. ແຕ່​ຊາວ​ຢິວ​ທີ່​ສັດ​ຊື່​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ດານຽນ ຊາດຣາກ ເມຊາກ ແລະ​ອາເບດເນໂຄ ບໍ່​ຍອມ​ກິນ​ອາຫານ​ທີ່​ຊາວ​ຢິວ​ຖືກ​ຫ້າມ​ບໍ່​ໃຫ້​ກິນ. ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ດານຽນ​ອະທິດຖານ​ເຖິງ​ພະເຈົ້າ​ເປັນ​ປະຈຳ. (ດານຽນ 1:8; 6:10) ແຕ່​ຍ້ອນ​ວ່າ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຊາດ​ນອກ​ຮີດ ດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຊາວ​ຢິວ​ຜູ້​ສັດ​ຊື່​ຈະ​ສາມາດ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ກົດ​ໝາຍ​ຂອງ​ພະເຈົ້າ​ຮຽກ​ຮ້ອງ.

ຄຳ​ສັນຍາ​ຂອງ​ພະເຈົ້າ​ເປັນ​ຈິງ​ສະເໝີ

5. ພະ​ເຢໂຫວາ​ໃຫ້​ຄວາມ​ຫວັງ​ອັນ​ໃດ​ແກ່​ປະຊາຊົນ​ຂອງ​ພະອົງ ແລະ​ເປັນ​ຫຍັງ​ຄຳ​ສັນຍາ​ນີ້​ຈຶ່ງ​ເດັ່ນ​ເປັນ​ພິເສດ?

5 ຊາວ​ຢິວ​ຈະ​ສາມາດ​ນະມັດສະການ​ພະເຈົ້າ​ໄດ້​ອີກ​ຄັ້ງ​ໜຶ່ງ​ບໍ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ​ແທ້ໆ? ໃນ​ຕອນ​ນັ້ນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ເພາະ​ພວກ​ບາບີໂລນ​ບໍ່​ເຄີຍ​ປ່ອຍ​ຕົວ​ຊະເລີຍ​ຂອງ​ເຂົາ​ເຈົ້າ. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະລະ ແລະ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຖືກ​ປົດ​ປ່ອຍ​ແທ້ໆ. ຄຳ​ສັນຍາ​ຂອງ​ພະເຈົ້າ​ເປັນ​ຈິງ​ສະເໝີ!—ເອຊາອີ 55:11

ຄລິດສະຕຽນ​ເຄີຍ​ຕົກ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ບໍ?

6, 7. ເປັນ​ຫຍັງ​ເຮົາ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ?

6 ຄລິດສະຕຽນ​ເຄີຍ​ປະສົບ​ກັບ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ການ​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ບໍ? ເປັນ​ເວລາ​ຫຼາຍ​ປີ​ທີ່​ຫໍສັງເກດການ ໄດ້​ບອກ​ວ່າ​ຄລິດສະຕຽນ​ທີ່​ສັດ​ຊື່​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ໃນ​ປີ 1918 ແລະ​ຖືກ​ປົດ​ປ່ອຍ​ໃນ​ປີ 1919. ແຕ່​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ.

ເປັນ​ເວລາ​ດົນ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ 1 ຈະ​ເກີດ​ຂຶ້ນ ຜູ້​ຮັບໃຊ້​ທີ່​ຖືກ​ເຈີມ​ຂອງ​ພະເຈົ້າ​ໄດ້​ແຍກ​ຕົວ​ອອກ​ມາ​ຈາກ​ສາສະໜາ​ປອມ​ແລ້ວ

7 ຂໍ​ໃຫ້​ພິຈາລະນາ​ເລື່ອງ​ນີ້: ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ໃນ​ໂລກ​ນີ້​ຖືກ​ເອີ້ນ​ວ່າ​ບາບີໂລນ​ໃຫຍ່. ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ຕົກ​ເປັນ​ທາດ​ຂອງ​ສາສະໜາ​ປອມ​ໃນ​ປີ 1918. ເປັນ​ຄວາມ​ຈິງ​ທີ່​ວ່າ​ໃນ​ໄລຍະ​ນັ້ນ​ຜູ້​ຖືກ​ເຈີມ​ໄດ້​ຖືກ​ຂົ່ມເຫງ ແຕ່​ການ​ຂົ່ມເຫງ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຈາກ​ລັດຖະບານ ບໍ່​ແມ່ນ​ໂດຍ​ສາສະໜາ​ປອມ. ເປັນ​ເວລາ​ດົນ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ 1 ຈະ​ເກີດ​ຂຶ້ນ ທີ່​ຈິງ​ແລ້ວ​ຜູ້​ຮັບໃຊ້​ທີ່​ຖືກ​ເຈີມ​ຂອງ​ພະເຈົ້າ​ໄດ້​ແຍກ​ຕົວ​ອອກ​ມາ​ຈາກ​ສາສະໜາ​ປອມ​ແລ້ວ. ດັ່ງ​ນັ້ນ​ຈຶ່ງ​ເບິ່ງ​ຄື​ວ່າ​ປະຊາຊົນ​ຂອງ​ພະອົງ​ບໍ່​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ໃຫຍ່​ໃນ​ປີ 1918.

ເມື່ອ​ໃດ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ຈັບ​ເປັນ​ຊະເລີຍ​ໃນ​ບາບີໂລນ?

8. ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ພວກ​ອັກຄະສາວົກ​ຕາຍ? (ເບິ່ງ​ຮູບ​ທຳອິດ)

8 ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ຄລິດສະຕຽນ​ໃໝ່​ຫຼາຍ​ພັນ​ຄົນ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ກາຍ ‘ເປັນ​ຊາດ​ທີ່​ເລືອກ​ໄວ້ ເປັນ​ພວກ​ປະໂລຫິດ​ຫຼວງ ເປັນ​ປະເທດ​ອັນ​ບໍລິສຸດ ເປັນ​ພວກ​ທີ່​ພະເຈົ້າ​ໄດ້​ເອົາ​ແລ້ວ.’ (ອ່ານ 1 ເປໂຕ 2:9, 10) ເມື່ອ​ຍັງ​ມີ​ຊີວິດ​ຢູ່ ພວກ​ອັກຄະສາວົກ​ເບິ່ງ​ແຍງ​ປະຊາຄົມ​ຕ່າງໆເປັນ​ຢ່າງ​ດີ. ແຕ່​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຕາຍ ບາງ​ຄົນ​ໃນ​ປະຊາຄົມ​ໄດ້​ເລີ່ມ​ສອນ​ແນວ​ຄິດ​ທີ່​ບໍ່​ຖືກຕ້ອງ​ແລະ​ຢາກ​ຊັກ​ຈູງ​ພວກ​ລູກ​ສິດ​ໃຫ້​ອອກ​ຫ່າງ​ຈາກ​ຄວາມ​ຈິງ. ຄົນ​ເຫຼົ່າ​ນີ້​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ແລະ​ເປັນ​ຜູ້​ດູ​ແລ​ໃນ​ປະຊາຄົມ​ເຊິ່ງ​ມັກ​ປັດຊະຍາ​ຂອງ​ອາຣິສະໂຕເຕິນ​ແລະ​ເພລໂຕ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ສອນ​ແນວ​ຄິດ​ຂອງ​ນັກ​ປັດຊະຍາ​ສອງ​ຄົນ​ນີ້​ແທນ​ທີ່​ຈະ​ສອນ​ຄວາມ​ຈິງ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ. (ກິດຈະການ 20:30; 2 ເທຊະໂລນີກ 2:6-8) ເຖິງ​ວ່າ​ພະ​ເຍຊູ​ໄດ້​ບອກ​ພວກ​ລູກ​ສິດ​ແລ້ວ​ວ່າ: “ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ” ແຕ່​ຊົນ​ຊັ້ນ​ຄຸນ​ພໍ່​ກຳລັງ​ເລີ່ມ​ກໍ່​ຕົວ​ຂຶ້ນ.—ມັດທາຍ 23:8

ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ເປັນ​ຄື​ກັບ​ເຂົ້າ​ເມັດ​ດີ​ທີ່​ພະ​ເຍຊູ​ເວົ້າ​ເຖິງ ເຂົາ​ເຈົ້າ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ນະມັດສະການ​ພະເຈົ້າ

9. ໃຫ້​ເລົ່າ​ວ່າ​ຄລິດສະຕຽນ​ທີ່​ອອກ​ຫາກ​ເລີ່ມ​ເຮັດ​ວຽກ​ກັບ​ລັດຖະບານ​ໂລມ​ໄດ້​ແນວ​ໃດ. ຜົນ​ເປັນ​ແນວ​ໃດ?

9 ໃນ​ປີ ຄ.ສ. 313 ຄອນສະແຕນຕິນ ຈັກກະພັດ​ນອກ​ຮີດ​ທີ່​ປົກຄອງ​ໂລມ​ໄດ້​ເຮັດ​ໃຫ້​ສາສະໜາ​ຄລິດສະຕຽນ​ທີ່​ອອກ​ຫາກ​ນີ້​ກາຍ​ເປັນ​ສາສະໜາ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ. ຫຼັງ​ຈາກ​ນັ້ນ ໂບດ​ກໍ​ເລີ່ມ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ລັດຖະບານ​ໂລມ. ຕົວຢ່າງ​ເຊັ່ນ: ຄອນສະແຕນຕິນ​ໄດ້​ຈັດການ​ປະຊຸມ​ກັບ​ພວກ​ຫົວ​ໜ້າ​ສາສະໜາ ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ການ​ປະຊຸມ​ນີເຊຍ. ຫຼັງ​ຈາກ​ການ​ປະຊຸມ​ນັ້ນ ລາວ​ໄດ້​ເນລະເທດ​ຄຸນ​ພໍ່​ຄົນ​ໜຶ່ງ​ທີ່​ຊື່ ອາຣິອຸດ ເພາະ​ລາວ​ບໍ່​ຍອມ​ຮັບ​ວ່າ​ພະ​ເຍຊູ​ເປັນ​ພະເຈົ້າ. ຕໍ່​ມາ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຈັກກະພັດ​ໂອໂດຊິອຸດສ ສາສະໜາ​ກາໂຕລິກ​ໄດ້​ກາຍ​ເປັນ​ສາສະໜາ​ທາງ​ການ​ຂອງ​ຈັກ​ກະ​ວັດ​ໂລມ. ພວກ​ນັກ​ປະຫວັດສາດ​ໄດ້​ເວົ້າ​ວ່າ​ຊາວ​ໂລມ​ນອກ​ຮີດ​ໄດ້​ກາຍ​ເປັນ “ຄລິດສະຕຽນ” ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ຈັກກະພັດ​ໂອໂດຊິອຸດສ. ແຕ່​ຄວາມ​ເປັນ​ຈິງ​ກໍ​ຄື ໃນ​ເວລາ​ນັ້ນ​ຄລິດສະຕຽນ​ທີ່​ອອກ​ຫາກ​ໄດ້​ຍອມ​ຮັບ​ເອົາ​ຄຳ​ສອນ​ນອກ​ຮີດ ດັ່ງ​ນັ້ນ ເຂົາ​ເຈົ້າ​ໄດ້​ເປັນ​ສ່ວນ​ຂອງ​ບາບີໂລນ​ໃຫຍ່​ແລ້ວ. ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ເປັນ​ຄື​ກັບ​ເຂົ້າ​ເມັດ​ດີ​ທີ່​ພະ​ເຍຊູ​ເວົ້າ​ເຖິງ ເຂົາ​ເຈົ້າ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ນະມັດສະການ​ພະເຈົ້າ ແຕ່​ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. (ອ່ານ​ມັດທາຍ 13:24, 25, 37-39) ເຂົາ​ເຈົ້າ​ຕົກ​ເປັນ​ຊະເລີຍ​ຢ່າງ​ແທ້​ຈິງ​ໃນ​ບາບີໂລນ!

10. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ເລີ່ມ​ສົງໄສ​ຄຳ​ສອນ​ຂອງ​ໂບດ?

10 ໃນ​ໄລຍະ​ສອງ​ສາມ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ພະ​ຄລິດ​ຕາຍ ຜູ້​ຄົນ​ຍັງ​ສາມາດ​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ເກັຣກ​ຫຼື​ພາສາ​ລາ​ແຕງ. ເຂົາ​ເຈົ້າ​ສາມາດ​ສົມ​ທຽບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກັບ​ຄຳ​ສອນ​ຂອງ​ໂບດ. ເມື່ອ​ບາງ​ຄົນ​ຮຽນ​ຮູ້​ວ່າ​ຄຳ​ສອນ​ຂອງ​ໂບດ​ບໍ່​ຖືກຕ້ອງ ເຂົາ​ເຈົ້າ​ກໍ​ບໍ່​ຍອມ​ຮັບ​ເອົາ​ຄຳ​ສອນ​ເຫຼົ່າ​ນັ້ນ. ແຕ່​ການ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ​ເປັນ​ເລື່ອງ​ທີ່​ອັນຕະລາຍ​ຫຼາຍ ແລະ​ເຂົາ​ເຈົ້າ​ອາດ​ເຖິງ​ຂັ້ນ​ຖືກ​ຂ້າ​ຍ້ອນ​ວ່າ​ເຮັດ​ແບບ​ນັ້ນ.

11. ຄຳພີ​ໄບເບິນ​ຕົກ​ຢູ່​ໃຕ້​ການ​ຄວບຄຸມ​ຂອງ​ໂບດ​ໄດ້​ແນວ​ໃດ?

11 ເມື່ອ​ເວລາ​ຜ່ານ​ໄປ ມີ​ຄົນ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ​ທີ່​ເວົ້າ​ພາສາ​ເກັຣກ​ຫຼື​ພາສາ​ລາ​ແຕງ ແລະ​ພວກ​ຜູ້​ນຳ​ຂອງ​ໂບດ​ກໍ​ບໍ່​ອະນຸຍາດ​ໃຫ້​ແປ​ພະ​ຄຳພີ​ເປັນ​ພາສາ​ຕ່າງໆທີ່​ຜູ້​ຄົນ​ທົ່ວໄປ​ໃຊ້. ຜົນ​ກໍ​ຄື ມີ​ພຽງ​ຄຸນ​ພໍ່​ແລະ​ຄົນ​ທີ່​ມີ​ການ​ສຶກສາ​ເທົ່າ​ນັ້ນ​ທີ່​ສາມາດ​ອ່ານ​ຄຳພີ​ໄບເບິນ​ດ້ວຍ​ຕົວ​ເອງ ແຕ່​ກໍ​ບໍ່​ແມ່ນ​ຄຸນ​ພໍ່​ໝົດ​ທຸກ​ຄົນ​ຈະ​ສາມາດ​ອ່ານ​ຫຼື​ຂຽນ​ໄດ້​ດີ. ຄົນ​ທີ່​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ໂບດ​ສອນ​ຈະ​ຖືກ​ລົງໂທດ​ຢ່າງ​ໜັກ. ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ຈຳເປັນ​ຕ້ອງ​ປະຊຸມ​ກັນ​ເປັນ​ກຸ່ມ​ນ້ອຍໆແບບ​ລັບໆ ແລະ​ເຂົາ​ເຈົ້າ​ບາງ​ຄົນ​ກໍ​ບໍ່​ສາມາດ​ເຂົ້າ​ຮ່ວມ​ປະຊຸມ​ໄດ້​ເລີຍ. ຄ້າຍ​ຄື​ກັບ​ທີ່​ຊາວ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ ຜູ້​ຖືກ​ເຈີມ​ທີ່ ‘ເປັນ​ປະໂລຫິດ​ຫຼວງ’ ກໍ​ບໍ່​ສາມາດ​ນະມັດສະການ​ຢ່າງ​ເປັນ​ລະບຽບ. ບາບີໂລນ​ໃຫຍ່​ໄດ້​ຄວບຄຸມ​ຜູ້​ຄົນ​ຢ່າງ​ເຄັ່ງ​ຄັດ!

ມີ​ເຫດຜົນ​ສຳລັບ​ຄວາມ​ຫວັງ

12, 13. ມີ​ສອງ​ເຫດຜົນ​ອັນ​ໃດ​ແດ່​ທີ່​ເຮັດ​ໃຫ້​ຄລິດສະຕຽນ​ແທ້​ມີ​ຄວາມ​ຫວັງ​ທີ່​ຈະ​ເປັນ​ອິດ​ສະລະ? ຂໍ​ໃຫ້​ອະທິບາຍ.

12 ຈະ​ເຄີຍ​ມີ​ບໍ​ທີ່​ຄລິດສະຕຽນ​ແທ້​ໄດ້​ອິດ​ສະລະ​ເພື່ອ​ນະມັດສະການ​ພະເຈົ້າ​ຢ່າງ​ເປີດ​ເຜີຍ​ແລະ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ? ມີ​ແທ້! ເພາະ​ເກີດ​ມີ​ຄວາມ​ຫວັງ​ບາງ​ຢ່າງ​ຍ້ອນ​ສອງ​ເຫດຜົນ​ທີ່​ສຳຄັນ. ເຫດຜົນ​ທຳອິດ​ແມ່ນ​ມີ​ການ​ປະດິດ​ແທ່ນ​ພິມ​ທີ່​ໃຊ້​ລະບົບ​ປ່ຽນ​ແປ້ນ​ພິມ. ກ່ອນ​ທີ່​ແທ່ນ​ພິມ​ນີ້​ຈະ​ຖືກ​ປະດິດ​ຂຶ້ນ​ໃນ​ປະມານ​ປີ 1450 ຄຳພີ​ໄບເບິນ​ຖືກຄັດ​ລອກ​ດ້ວຍ​ມື ເຊິ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ. ຜູ້​ຄັດ​ລອກ​ທີ່​ຊຳນານ​ອາດ​ຕ້ອງ​ໃຊ້​ເວລາ​ປະມານ​ສິບ​ເດືອນ​ເພື່ອ​ຄັດ​ລອກ​ຄຳພີ​ໄບເບິນ​ພຽງ​ສະບັບ​ດຽວ​ເທົ່າ​ນັ້ນ! ນອກ​ຈາກ​ນັ້ນ ລາວ​ກໍ​ຕ້ອງ​ຂຽນ​ໃສ່​ແຜ່ນ​ໜັງ​ສັດ​ບາງໆທີ່​ໃຊ້​ສຳລັບ​ຂຽນ​ໜັງສື. ຜົນ​ກໍ​ຄື ບໍ່​ມີ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ປານ​ໃດ ແລະ​ສະບັບ​ທີ່​ມີ​ຢູ່​ກໍ​ແພງ​ຫຼາຍ. ແຕ່​ໂດຍ​ໃຊ້​ແທ່ນ​ພິມ​ແລະ​ເຈ້ຍ ຊ່າງ​ພິມ​ທີ່​ຊຳນານ​ສາມາດ​ພິມ​ໄດ້​ຫຼາຍ​ກວ່າ 1.300 ໜ້າ​ຕໍ່​ມື້!

13 ເຫດຜົນ​ທີ​ສອງ​ແມ່ນ​ມີ​ການ​ແປ​ຄຳພີ​ໄບເບິນ. ໃນ​ປະມານ​ປີ 1500 ຄົນ​ທີ່​ກ້າຫານ​ຈຳນວນ​ໜຶ່ງ​ໄດ້​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ຕ່າງໆທີ່​ຜູ້​ຄົນ​ທົ່ວໄປ​ໃຊ້. ເຂົາ​ເຈົ້າ​ເຮັດ​ວຽກ​ນີ້​ເຖິງ​ແມ່ນ​ຮູ້​ວ່າ​ຕົວ​ເອງ​ອາດ​ຈະ​ຖືກ​ຂ້າ. ພວກ​ຜູ້​ນຳ​ຂອງ​ໂບດ​ພາ​ກັນ​ຢ້ານ​ຫຼາຍ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຢ້ານ​ວ່າ​ເມື່ອ​ຄົນ​ທີ່​ສັດ​ຊື່​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ຕົນ​ເອງ ຄົນ​ເຫຼົ່າ​ນີ້​ຈະ​ເລີ່ມ​ຖາມ​ຄຳຖາມ​ຕ່າງໆເຊັ່ນ: ‘ຢູ່​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ສອນ​ເລື່ອງ​ນະ​ລົກ? ຢູ່​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ​ຜູ້​ຄົນ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຄຸນ​ພໍ່​ເພື່ອ​ເຮັດ​ພິທີ​ສຳລັບ​ຄົນ​ຕາຍ? ຢູ່​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ສັນຕະປາປາ​ແລະ​ຄາດີນັດສ?’ ຄຳ​ສອນ​ຜິດໆຫຼາຍ​ຢ່າງ​ຂອງ​ໂບດ​ແມ່ນ​ອາໄສ​ປັດຊະຍາ​ຂອງ​ອາຣິດສະໂຕເຕິນ​ແລະ​ເພລໂຕ ເຊິ່ງ​ທັງ​ສອງ​ມີ​ຊິ​ວິດ​ຢູ່​ຫຼາຍ​ຮ້ອຍ​ປີ​ກ່ອນ​ພະ​ຄລິດ​ເກີດ. ພວກ​ຜູ້​ນຳ​ຂອງ​ໂບດ​ໃຈ​ຮ້າຍ​ເມື່ອ​ປະຊາຊົນ​ຖາມ​ຄຳຖາມ ແລະ​ຄົນ​ທີ່​ບໍ່​ຍອມ​ຮັບ​ເອົາ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ​ກໍ​ຖືກ​ລົງໂທດ​ເຖິງ​ຕາຍ. ພວກ​ຜູ້​ນຳ​ຂອງ​ໂບດ​ຢາກ​ໃຫ້​ປະຊາຊົນ​ເຊົາ​ອ່ານ​ຄຳພີ​ໄບເບິນ​ແລະ​ເຊົາ​ຖາມ​ຄຳຖາມ ແລະ​ສ່ວນ​ຫຼາຍ​ແລ້ວ​ແຜນການ​ນີ້​ໃຊ້​ໄດ້​ຜົນ. ແຕ່​ຄົນ​ທີ່​ກ້າຫານ​ຈຳນວນ​ໜຶ່ງ​ບໍ່​ຍອມ​ໃຫ້​ບາບີໂລນ​ໃຫຍ່​ຄວບຄຸມ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ພົບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ​ກໍ​ຢາກ​ຮູ້​ຕື່ມ​ອີກ! ການ​ເປັນ​ອິດ​ສະລະ​ຈາກ​ສາສະໜາ​ປອມ​ກຳລັງ​ໃກ້​ເຂົ້າ​ມາ.

ຄົນ​ທີ່​ກ້າຫານ​ຈຳນວນ​ໜຶ່ງ​ໄດ້​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ຕ່າງໆທີ່​ຜູ້​ຄົນ​ທົ່ວໄປ​ໃຊ້

14. (ກ) ຄົນ​ທີ່​ຕ້ອງການ​ຮຽນ​ຄຳພີ​ໄບເບິນ​ໄດ້​ເຮັດ​ຫຍັງ? (ຂ) ໃຫ້​ອະທິບາຍ​ກ່ຽວ​ກັບ​ການ​ຊອກ​ຫາ​ຄວາມ​ຈິງ​ຂອງ​ພີ່​ນ້ອງ​ຣັດເຊວ.

14 ຫຼາຍ​ຄົນ​ຢາກ​ອ່ານ​ແລະ​ຮຽນ​ຄຳພີ​ໄບເບິນ ແລະ​ຢາກ​ເວົ້າ​ເຖິງ​ສິ່ງ​ທີ່​ຕົນ​ເອງ​ໄດ້​ຮຽນ​ຮູ້. ເຂົາ​ເຈົ້າ​ບໍ່​ຕ້ອງການ​ໃຫ້ພວກ​ຜູ້​ນຳ​ຂອງ​ໂບດ​ບອກ​ເຂົາ​ເຈົ້າ​ວ່າ​ຄວນ​ເຊື່ອ​ສິ່ງ​ໃດ. ດັ່ງ​ນັ້ນ ຄົນ​ເຫຼົ່າ​ນີ້​ຈຶ່ງ​ໜີ​ໄປ​ປະເທດ​ທີ່​ມີ​ເສລີ​ພາບ​ໃນ​ການ​ຮຽນ​ຄຳພີ​ໄບເບິນ ແລະ​ອາເມຣິກາ​ກໍ​ເປັນ​ປະເທດ​ໜຶ່ງ​ທີ່​ມີ​ເສລີ​ພາບ. ຢູ່​ທີ່​ນັ້ນ ໃນ​ປີ 1870 ພີ່​ນ້ອງ​ຊາລ ເທຊ ຣັດເຊວ ແລະ​ຄົນ​ອື່ນໆອີກ​ຈຳນວນ​ໜຶ່ງ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ເລິກ​ເຊິ່ງ. ທຳອິດ​ພີ່​ນ້ອງ​ຣັດເຊວ ຢາກ​ຮູ້​ວ່າ​ສາສະໜາ​ໃດ​ສອນ​ຄວາມ​ຈິງ. ດັ່ງ​ນັ້ນ ລາວ​ຈຶ່ງ​ສົມ​ທຽບ​ຢ່າງ​ລະອຽດ​ລະຫວ່າງ​ຄຳ​ສອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກັບ​ຄຳ​ສອນ​ຕ່າງໆຂອງ​ຫຼາຍ​ສາສະໜາ​ທີ່​ເອີ້ນ​ວ່າ​ເປັນ​ຄລິດສະຕຽນ ແລະ​ແມ່ນ​ແຕ່​ສົມ​ທຽບ​ກັບ​ຄຳ​ສອນ​ຂອງ​ສາສະໜາ​ທີ່​ບໍ່​ແມ່ນ​ຄລິດສະຕຽນ​ດ້ວຍ​ຊໍ້າ. ບໍ່​ດົນ​ລາວ​ກໍ​ເຫັນ​ວ່າ​ບໍ່​ມີ​ສາສະໜາ​ໃດ​ເລີຍ​ທີ່​ເຮັດ​ຕາມ​ຄຳພີ​ໄບເບິນ​ຢ່າງ​ແທ້​ຈິງ. ເມື່ອ​ຮອດ​ຈຸດ​ໜຶ່ງ ລາວ​ໄດ້​ໄປ​ພົບ​ກັບ​ພວກ​ຜູ້​ນຳ​ຫຼາຍ​ຄົນ​ຂອງ​ໂບດ​ໃນ​ທ້ອງຖິ່ນ ໂດຍ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ຍອມ​ຮັບ​ເອົາ​ຄວາມ​ຈິງ​ທີ່​ລາວ​ແລະ​ໝູ່​ເພື່ອນ​ໄດ້​ພົບ​ໃນ​ຄຳພີ​ໄບເບິນ ແລະ​ສອນ​ຄວາມ​ຈິງ​ນັ້ນ​ໃຫ້​ປະຊາຄົມ​ຂອງ​ເຂົາ​ເຈົ້າ. ແຕ່​ຄົນ​ເຫຼົ່າ​ນີ້​ບໍ່​ສົນ​ໃຈ​ໃນ​ເລື່ອງ​ນັ້ນ. ບໍ່​ດົນ​ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ສຳນຶກ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ນະມັດສະການ​ພະເຈົ້າ​ຮ່ວມ​ກັບ​ຄົນ​ເຫຼົ່າ​ນີ້​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ສາສະໜາ​ປອມ.—ອ່ານ 2 ໂກລິນໂທ 6:14

15. (ກ) ເມື່ອ​ໃດ​ທີ່​ຄລິດສະຕຽນ​ແທ້​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ? (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ຫຍັງ​ແດ່?

15 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຄລິດສະຕຽນ​ແທ້​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ທັນທີ​ຫຼັງ​ຈາກ​ທີ່​ອັກຄະສາວົກ​ຄົນ​ສຸດ​ທ້າຍ​ຕາຍ​ໄປ. ແຕ່​ເຮົາ​ຍັງ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ຄຳຕອບ​ສຳລັບ​ຄຳຖາມ​ຕ່າງໆຕໍ່​ໄປ​ນີ້: ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຫຼາຍ​ສິບ​ປີ​ກ່ອນ​ປີ 1914 ຜູ້​ຖືກ​ເຈີມ​ເປັນ​ອິດ​ສະລະ​ແທ້ໆຈາກ​ບາບີໂລນ​ໃຫຍ່? ເປັນ​ຄວາມ​ຈິງ​ບໍ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຜູ້​ຮັບໃຊ້​ຂອງ​ພະອົງ ຍ້ອນ​ວ່າ​ເຂົາ​ເຈົ້າ​ຊ້າ​ລົງ​ກ່ຽວ​ກັບ​ວຽກ​ປະກາດ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1? ໃນ​ໄລຍະ​ນັ້ນ​ພີ່​ນ້ອງ​ບາງ​ຄົນ​ໂຍະຍານ​ຕໍ່​ຄວາມ​ເປັນ​ກາງ​ຂອງ​ຄລິດສະຕຽນ​ແລະ​ເຂົາ​ເຈົ້າ​ສູນ​ເສຍ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ​ບໍ? ຖ້າ​ຄລິດສະຕຽນ​ຕົກ​ເປັນ​ຊະເລີຍ​ໃນ​ສາສະໜາ​ປອມ​ຫຼັງ​ຈາກ​ທີ່​ພວກ​ອັກຄະສາວົກ​ຕາຍ ເຂົາ​ເຈົ້າ​ເປັນ​ອິດ​ສະລະ​ເມື່ອ​ໃດ? ນີ້​ເປັນ​ຄຳຖາມ​ທີ່​ດີ​ຫຼາຍ ແລະ​ເຮົາ​ຈະ​ໄດ້​ຄຳຕອບ​ໃນ​ບົດ​ຄວາມ​ຕໍ່​ໄປ.