ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຂົາ​ເຈົ້າ​ເປັນ​ອິດ​ສະລະ​ຈາກ​ສາສະໜາ​ປອມ

ເຂົາ​ເຈົ້າ​ເປັນ​ອິດ​ສະລະ​ຈາກ​ສາສະໜາ​ປອມ

“ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ.”—ຄຳປາກົດ 18:4

ເພງ: 101, 93

1. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເປັນ​ອິດ​ສະລະ​ຈາກ​ບາບີໂລນ​ໃຫຍ່ ແລະ​ຈະ​ມີ​ການ​ຕອບ​ຄຳຖາມ​ອັນ​ໃດ?

ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຄລິດສະຕຽນ​ທີ່​ສັດ​ຊື່​ໄດ້​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່. ຂ່າວ​ດີ​ກໍ​ຄື​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຊະເລີຍ​ຕະຫຼອດ​ໄປ. ເຮົາ​ຮູ້​ເລື່ອງ​ນີ້​ກໍ​ຍ້ອນ​ວ່າ​ໃນ​ຄຳພີ​ໄບເບິນ ພະເຈົ້າ​ສັ່ງ​ປະຊາຊົນ​ຂອງ​ພະອົງ​ໃຫ້ “ອອກ​ມາ​ຈາກ” ສາສະໜາ​ປອມ​ທັງ​ໝົດ. (ອ່ານ​ຄຳປາກົດ 18:4) ເລື່ອງ​ນີ້​ພິສູດ​ວ່າ​ຄລິດສະຕຽນ​ຈະ​ເປັນ​ອິດ​ສະລະ​ຈາກ​ບາບີໂລນ​ໃຫຍ່. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ຮຽນ​ຮູ້​ວ່າ​ເມື່ອ​ໃດ​ທີ່​ເຂົາ​ເຈົ້າ​ຈະ​ເປັນ​ອິດ​ສະລະ! ແຕ່​ກ່ອນ​ອື່ນ​ໝົດ ເຮົາ​ຕ້ອງ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ແມ່ນ​ແຕ່​ກ່ອນ​ປີ 1914 ນັກ​ສຶກສາ​ຄຳພີ​ໄບເບິນ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ​ໃນ​ເລື່ອງ​ບາບີໂລນ​ໃຫຍ່? ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ພີ່​ນ້ອງ​ຂອງ​ເຮົາ​ກະຕືລືລົ້ນ​ສໍ່າ​ໃດ​ໃນ​ການ​ປະກາດ? ຍ້ອນ​ວ່າ​ໃນ​ໄລຍະ​ນັ້ນ​ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ ເຂົາ​ເຈົ້າ​ຈຶ່ງ​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ບໍ?

“ການ​ຫຼົ້ມ​ຈົມ​ຂອງ​ບາບີໂລນ”

2. ແມ່ນ​ແຕ່​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ 1 ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ສະໄໝ​ທຳອິດ​ໄດ້​ຕັດສິນ​ໃຈ​ເຮັດ​ຫຍັງ?

2 ເປັນ​ເວລາ​ຫຼາຍ​ສິບ​ປີ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ 1 (1914-1918) ພີ່​ນ້ອງ​ຊາລ ເທຊ ຣັດເຊວ ແລະ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ອື່ນໆສຳນຶກ​ວ່າ​ຄລິດ​ສາສະໜາ​ຈັກ​ບໍ່​ໄດ້​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຢາກ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ. ໃນ​ປີ 1879 ຫໍສັງເກດການ​ແຫ່ງ​ຊີໂອນເວົ້າ​ວ່າ ທຸກ​ໂບດ​ອ້າງ​ວ່າ​ເປັນ​ເຈົ້າ​ສາວ​ທີ່​ພັກດີ​ຂອງ​ພະ​ຄລິດ ແຕ່​ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ສະໜັບສະໜູນ​ລັດຖະບານ​ຕ່າງໆທີ່​ມີ​ສ່ວນ​ແທ້ໆກັບ​ບາບີໂລນ​ໃຫຍ່ ເຊິ່ງ​ຄຳພີ​ໄບເບິນ​ເອີ້ນ​ວ່າ​ຍິງ​ແມ່​ຈ້າງ.—ອ່ານ​ຄຳປາກົດ 17:1, 2

3. ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ເຮັດ​ຫຍັງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ສາສະໜາ​ປອມ​ອີກ​ຕໍ່​ໄປ? (ເບິ່ງ​ຮູບ​ທຳອິດ)

3 ຊາຍ​ຍິງ​ທີ່​ສັດ​ຊື່​ຮູ້​ວ່າ​ຖ້າ​ສະໜັບສະໜູນ​ສາສະໜາ​ປອມ​ຕໍ່​ໄປ ພະເຈົ້າ​ຈະ​ບໍ່​ອວຍ​ພອນ​ໃຫ້​ເຂົາ​ເຈົ້າ. ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ຂຽນ​ຈົດ​ໝາຍ​ໄປ​ຫາ​ໂບດ​ຂອງ​ຕົນ​ແລະ​ບອກ​ວ່າ​ບໍ່​ຕ້ອງການ​ເປັນ​ສະມາຊິກ​ອີກ​ຕໍ່​ໄປ. ບາງ​ຄົນ​ໄດ້​ອ່ານ​ຈົດ​ໝາຍ​ນັ້ນ​ຕໍ່​ໜ້າ​ທຸກ​ຄົນ​ໃນ​ໂບດ ແລະ​ສຳລັບ​ໂບດ​ທີ່​ບໍ່​ອະນຸຍາດ​ໃຫ້​ອ່ານ ເຂົາ​ເຈົ້າ​ກໍ​ຈະ​ຂຽນ​ຈົດ​ໝາຍ​ໄປ​ຫາ​ສະມາຊິກ​ແຕ່​ລະ​ຄົນ​ໃນ​ໂບດ. ນັກ​ສຶກສາ​ຄຳພີ​ໄບເບິນ​ເວົ້າ​ຢ່າງ​ຈະ​ແຈ້ງ​ວ່າ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ຫຍັງ​ເລີຍ​ກັບ​ສາສະໜາ​ປອມ! ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ເຂົາ​ເຈົ້າ​ອາດ​ຖືກ​ຂ້າ​ເມື່ອ​ເຮັດ​ແບບ​ນີ້. ແຕ່​ມາ​ຮອດ​ປີ 1870 ລັດຖະບານ​ໃນ​ຫຼາຍໆປະເທດ​ບໍ່​ໄດ້​ສະໜັບສະໜູນ​ໂບດ​ຕ່າງໆຫຼາຍ​ເທົ່າ​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ. ຕອນ​ນີ້​ປະຊາຊົນ​ສາມາດ​ເວົ້າ​ເລື່ອງ​ຄຳພີ​ໄບເບີນ​ໄດ້​ຢ່າງ​ເສລີ​ແລະ​ແມ່ນ​ແຕ່​ສາມາດ​ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ຄຳ​ສອນ​ຂອງ​ໂບດ.

4. ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ນັກ​ສຶກສາ​ຄຳພີ​ໄບເບິນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ບາບີໂລນ​ໃຫຍ່? ຂໍ​ໃຫ້​ອະທິບາຍ.

4 ນັກ​ສຶກສາ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ວ່າ​ການ​ບອກ​ຄອບຄົວ ໝູ່​ສະໜິດ ແລະ​ສະມາຊິກ​ຂອງ​ໂບດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ສະໜັບສະໜູນ​ສາສະໜາ​ປອມ​ອີກ​ຕໍ່​ໄປ​ນັ້ນ​ຍັງ​ບໍ່​ພຽງ​ພໍ. ເຂົາ​ເຈົ້າ​ຢາກ​ບອກ​ໃຫ້​ຄົນ​ໃນ​ທົ່ວ​ໂລກ​ຮູ້​ວ່າ​ບາບີໂລນ​ໃຫຍ່​ເປັນ​ສາສະໜາ​ທີ່​ເປັນ​ຄື​ກັບ​ຍິງ​ແມ່​ຈ້າງ! ດັ່ງ​ນັ້ນ ໃນ​ເດືອນ ທັນວາ ປີ 1917 ຫາ​ຕົ້ນ​ປີ 1918 ນັກ​ສຶກສາ​ຄຳພີ​ໄບເບິນ​ຈຳນວນ​ສອງ​ສາມ​ພັນ​ຄົນ​ໄດ້​ແຈກ​ຢາຍ​ແຜ່ນ​ພັບ 10 ລ້ານ​ແຜ່ນ​ດ້ວຍ​ຄວາມ​ກະຕືລືລົ້ນ ເຊິ່ງ​ມີ​ຫົວ​ເລື່ອງ​ເດັ່ນ​ວ່າ: “ການ​ຫຼົ້ມ​ຈົມ​ຂອງ​ບາບີໂລນ.” ແຜ່ນ​ພັບ​ນັ້ນ​ເປີດ​ເຜີຍ​ຢ່າງ​ກ້າຫານ​ເລື່ອງ​ຄວາມ​ຈິງ​ກ່ຽວ​ກັບ​ຄລິດ​ສາສະໜາ​ຈັກ. ດັ່ງ​ທີ່​ນຶກ​ພາບ​ອອກ​ໄດ້ ພວກ​ຜູ້​ນຳ​ຂອງ​ໂບດ​ໃຈ​ຮ້າຍ​ຫຼາຍ! ແຕ່​ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ບໍ່​ຍອມ​ຢຸດ. ເຂົາ​ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ປະກາດ​ຕໍ່​ໄປ ແລະ​ເຊື່ອ​ຟັງ “ພະເຈົ້າ​ຫຼາຍ​ກວ່າ [ເຊື່ອ] ຟັງ​ມະນຸດ.” (ກິດຈະການ 5:29) ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ? ສະແດງ​ໃຫ້​ເຫັນ​ວ່າ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ຄລິດສະຕຽນ​ຊາຍ​ຍິງ​ເຫຼົ່າ​ນີ້​ບໍ່​ໄດ້​ຖືກ​ຈັບ​ເປັນ​ສະ​ເລີຍ ແຕ່​ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ເປັນ​ອິດ​ສະລະ​ຈາກ​ສາສະໜາ​ປອມ​ແລະ​ກຳລັງ​ຊ່ວຍ​ຄົນ​ອື່ນ​ໃຫ້​ເປັນ​ອິດ​ສະລະ​ເຊັ່ນ​ກັນ.

ກະຕືລືລົ້ນ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1

5. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ວ່າ​ພີ່​ນ້ອງ​ກະຕືລືລົ້ນ​ຫຼາຍ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1?

5 ໃນ​ອະດີດ ເຮົາ​ໄດ້​ເວົ້າ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະອົງ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ປະກາດ​ຢ່າງ​ກະຕືລືລົ້ນ. ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ເຊື່ອ​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ບາບີໂລນ​ໃຫຍ່​ຈັບ​ເຂົາ​ເຈົ້າ​ເປັນ​ຊະເລີຍ​ໃນ​ເວລາ​ສັ້ນໆ. ແຕ່​ຕໍ່​ມາ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ສັດ​ຊື່​ເຊິ່ງ​ຮັບໃຊ້​ພະເຈົ້າ​ໃນ​ປີ 1914-1918 ໄດ້​ອະທິບາຍ​ວ່າ: ໃນ​ຖານະ​ເປັນ​ກຸ່ມ​ເຂົາ​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ປະກາດ​ຕໍ່​ໄປ. ຄວາມ​ເຂົ້າ​ໃຈ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ໄລຍະ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເຫດການ​ບາງ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ.

ພີ່​ນ້ອງ​ຊາຍ​ຍິງ​ທີ່​ສັດ​ຊື່​ເຊິ່ງ​ຮັບໃຊ້​ພະເຈົ້າ​ໃນ​ປີ 1914-1918 ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ປະກາດ​ຕໍ່​ໄປ

6, 7. (ກ) ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ນັກ​ສຶກສາ​ຄຳພີ​ໄບເບິນ​ມີ​ຂໍ້​ຫຍຸ້ງຍາກ​ຫຍັງ​ແດ່? (ຂ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ກະຕືລືລົ້ນ?

6 ທີ່​ຈິງ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ນັກ​ສຶກສາ​ຄຳພີ​ໄບເບິນ​ຫຍຸ້ງ​ຫຼາຍ​ກັບ​ການ​ປະກາດ. ແຕ່​ເຂົາ​ເຈົ້າ​ກໍ​ມີ​ຂໍ້​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຂໍ​ໃຫ້​ເບິ່ງ​ຂໍ້​ຫຍຸ້ງຍາກ​ສອງ​ຢ່າງ​ທີ່​ເຂົາ​ເຈົ້າ​ປະສົບ. ຢ່າງ​ທຳອິດ ເຂົາ​ເຈົ້າ​ບໍ່​ໄດ້​ຮຽນ​ຮູ້​ທີ່​ຈະ​ໃຊ້​ແຕ່​ຄຳພີ​ໄບເບິນ​ໃນ​ການ​ປະກາດ. ເຂົາ​ເຈົ້າ​ລຶ້ງ​ກັບ​ການ​ແຈກ​ຢາຍ​ປຶ້ມ​ແລະ​ໃຫ້​ປຶ້ມ​ອະທິບາຍ​ຄວາມ​ຈິງ. ໃນ​ຕົ້ນ​ປີ 1918 ເມື່ອ​ລັດຖະບານ​ສັ່ງ​ຫ້າມ​ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ (The Finished Mystery) ຈຶ່ງ​ບໍ່​ງ່າຍ​ສຳລັບ​ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ຈະ​ປະກາດ. ຢ່າງ​ທີ​ສອງ ໃນ​ປີ​ດຽວ​ກັນ​ນັ້ນ​ກໍ​ມີ​ໄຂ້​ຫວັດ​ສະເປນ. ການ​ແພ່​ລະ​ບາດ​ຂອງ​ພະຍາດ​ຕິດ​ຕໍ່​ທີ່​ຮ້າຍແຮງ​ນີ້​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ພີ່​ນ້ອງ​ຈະ​ເດີນ​ທາງ​ແລະ​ປະກາດ. ເຖິງ​ວ່າ​ມີ​ຂໍ້​ຫຍຸ້ງຍາກ​ເຫຼົ່າ​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ວຽກ​ປະກາດ​ຕໍ່​ໄປ.

7 ໃນ​ປີ 1914 ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆໄດ້​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ເຊິ່ງ​ມີ​ຮູບ​ສະ​ໄລ​ແລະ​ຮູບ​ທີ່​ເຄື່ອນ​ເໜັງ​ໄດ້​ພ້ອມ​ທັງ​ມີ​ສຽງ​ປະກອບ​ນຳ. ນີ້​ເປັນ​ສິ່ງ​ໃໝ່​ໃນ​ສະໄໝ​ນັ້ນ. ຕາມ​ຊື່​ຂອງ​ເລື່ອງ ພາບພະຍົນ​ນີ້​ບອກ​ໃຫ້​ຮູ້​ເລື່ອງ​ຂອງ​ມະນຸດ​ນັບ​ຈາກ​ການ​ສ້າງ​ອາດາມ​ຈົນ​ເຖິງ​ການ​ສິ້ນ​ສຸດ​ການ​ປົກຄອງ​ຂອງ​ພະ​ຄລິດ. ປີ 1914 ເປັນ​ປີ​ທຳອິດ​ທີ່​ເລີ່ມ​ຕົ້ນ​ສາຍ​ພາບພະຍົນ​ນີ້​ແລະ​ມີ​ຫຼາຍ​ກວ່າ 9 ລ້ານ​ຄົນ​ທີ່​ໄດ້​ເບິ່ງ. ນັ້ນ​ຫຼາຍ​ກວ່າ​ຈຳນວນ​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ທົ່ວ​ໂລກ​ໃນ​ປັດຈຸບັນ​ນີ້! ລາຍງານ​ອື່ນ​ບອກ​ໃຫ້​ຮູ້​ວ່າ​ໃນ​ປີ 1916 ມີ​ຫຼາຍ​ກວ່າ 809.000 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ສາທາລະນະ​ຢູ່​ອາເມຣິກາ ແລະ​ໃນ​ປີ 1918 ຈຳນວນ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ຮອດ 950.000 ຄົນ. ນັກ​ສຶກສາ​ຄຳພີ​ໄບເບິນ​ເຫຼົ່າ​ນີ້​ກະຕືລືລົ້ນ​ແທ້ໆ!

ພີ່​ນ້ອງ​ທີ່​ນຳ​ໜ້າ​ເຮັດ​ວຽກ​ໜັກ​ຫຼາຍ​ເພື່ອ​ຈັດ​ຕຽມ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ແລະ​ໃຫ້​ກຳລັງ​ໃຈ​ນັກ​ສຶກສາ​ທຸກ​ຄົນ

8. ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ພີ່​ນ້ອງ​ທີ່​ນຳ​ໜ້າ​ໄດ້​ເສີມ​ກຳລັງ​ນັກ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ?

8 ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ພີ່​ນ້ອງ​ທີ່​ນຳ​ໜ້າ​ເຮັດ​ວຽກ​ໜັກ​ຫຼາຍ​ເພື່ອ​ຈັດ​ຕຽມ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ແລະ​ໃຫ້​ກຳລັງ​ໃຈ​ນັກ​ສຶກສາ​ທຸກ​ຄົນ. ການ​ສະໜັບສະໜູນ​ດ້ວຍ​ຄວາມ​ຮັກ​ແບບ​ນັ້ນ​ໄດ້​ເສີມ​ກຳລັງ​ເຂົາ​ເຈົ້າ​ໃຫ້​ປະກາດ​ຕໍ່​ໄປ. ພີ່​ນ້ອງ​ຣິຊາດ ເອັດ. ບາ​ເບີ ເປັນ​ຜູ້​ປະກາດ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ກະຕືລືລົ້ນ​ໃນ​ຕອນ​ນັ້ນ ລາວ​ເວົ້າ​ວ່າ: “ເຮົາ​ສາມາດ​ຈັດ​ໃຫ້​ມີ​ຜູ້​ດູ​ແລ​ເດີນ​ທາງ​ຈຳນວນ​ໜຶ່ງ​ເຮັດ​ວຽກ​ຕໍ່​ໄປ ແລະ​ໃຫ້​ມີ​ຫໍສັງເກດການອອກ​ມາ​ຕະຫຼອດ​ແລະ​ໄດ້​ສົ່ງ​ໄປປະເທດ​ການາດາ​ເຊິ່ງ​ຕອນ​ນັ້ນ​ວຽກ​ຂອງ​ພະຍານ​ຖືກ​ສັ່ງ​ຫ້າມ.” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຂ້ອຍ​ໄດ້​ຮັບ​ສິດທິ​ພິເສດ​ທີ່​ຈະ​ສົ່ງ​ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ ທີ່​ເປັນ​ຫົວ​ຂະໜາດ​ນ້ອຍ​ໄປ​ໃຫ້​ພີ່​ນ້ອງ​ຫຼາຍ​ຄົນ​ເພາະ​ປຶ້ມ​ຂອງ​ເຂົາ​ເຈົ້າ​ຖືກ​ຢຶດ. ພີ່​ນ້ອງ​ຣັດເທີຝອດ​ຂໍ​ໃຫ້​ເຮົາ​ຈັດການ​ປະຊຸມ​ໃຫຍ່​ໃນ​ຫຼາຍໆເມືອງ​ຢູ່​ທາງ​ພາກ​ຕາເວັນ​ຕົກ​ຂອງ​ອາເມຣິກາ ແລະ​ໃຫ້​ສົ່ງ​ຜູ້​ບັນລະຍາຍ​ໄປ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ໃຫ້​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ​ໃນ​ບາງ​ເລື່ອງ

9. (ກ) ໃນ​ໄລຍະ​ປີ 1914-1919 ເປັນ​ຫຍັງ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ​ໃນ​ບາງ​ເລື່ອງ? (ຂ) ເຖິງ​ວ່າ​ຈະ​ເປັນ​ເຊັ່ນ​ນັ້ນ ແຕ່​ອັນ​ໃດ​ເປັນ​ສິ່ງ​ທີ່​ຜິດ​ທີ່​ຈະ​ສະຫຼຸບ​ແບບ​ນັ້ນ?

9 ນັກ​ສຶກສາ​ຄຳພີ​ໄບເບິນ​ຍັງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ​ໃນ​ບາງ​ເລື່ອງ. ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ເຕັມທີ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ​ໃຫ້​ເຊື່ອ​ຟັງ​ລັດຖະບານ. (ໂລມ 13:1) ດ້ວຍ​ເຫດຜົນ​ນີ້ ໃນ​ຖານະ​ເປັນ​ກຸ່ມ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ເປັນ​ກາງ​ຕະຫຼອດ​ໃນ​ໄລຍະ​ສົງຄາມ. ຕົວຢ່າງ​ເຊັ່ນ: ໃນ​ວັນ​ທີ 30 ພຶດສະພາ ປີ 1918 ເມື່ອ​ປະທານ​ປະເທດ​ຂອງ​ອາເມຣິກາ​ຂໍ​ໃຫ້​ປະຊາຊົນ​ອະທິດຖານ​ເພື່ອ​ໃຫ້​ເກີດ​ສັນຕິສຸກ ຫໍສັງເກດການ ກໍ​ສະໜັບສະໜູນ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຮ່ວມ​ໃນ​ການ​ອະທິດຖານ​ນັ້ນ. ພີ່​ນ້ອງ​ບາງ​ຄົນ​ໄດ້​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ເພື່ອ​ສະໜັບສະໜູນ​ສົງຄາມ ແລະ​ບາງ​ຄົນ​ກໍ​ເປັນ​ທະຫານ​ແລະ​ໄປ​ສູ້​ຮົບ. ເຖິງ​ວ່າ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ​ໃນ​ບາງ​ເລື່ອງ ແຕ່​ເປັນ​ສິ່ງ​ທີ່​ຜິດ​ທີ່​ຈະ​ສະຫຼຸບ​ວ່າ​ຍ້ອນ​ເຫດຜົນ​ນີ້​ເຂົາ​ເຈົ້າ​ຈຶ່ງ​ຖືກ​ຈັບ​ເປັນ​ຊະເລີຍ​ໃນ​ບາບີໂລນ​ໃຫຍ່. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ເຂົ້າ​ໃຈ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ຈະ​ແຍກ​ຕົວ​ອອກ​ມາ​ຈາກ​ສາສະໜາ​ປອມ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1.—ອ່ານ​ລືກາ 12:47, 48

ນັກ​ສຶກສາ​ຄຳພີ​ໄບເບິນ​ບໍ່​ເຂົ້າ​ໃຈ​ເຕັມທີ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເປັນ​ກາງ. ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ການ​ຂ້າ​ຄົນ​ເປັນ​ສິ່ງ​ທີ່​ຜິດ

10. ນັກ​ສຶກສາ​ຄຳພີ​ໄບເບິນ​ສະແດງ​ຄວາມ​ນັບຖື​ແນວ​ໃດ​ຕໍ່​ຊີວິດ?

10 ເປັນ​ຄວາມ​ຈິງ​ທີ່​ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມທີ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເປັນ​ກາງ​ຂອງ​ຄລິດສະຕຽນ. ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ການ​ຂ້າ​ຄົນ​ເປັນ​ສິ່ງ​ທີ່​ຜິດ. ພີ່​ນ້ອງ​ບາງ​ຄົນ​ທີ່​ເຂົ້າ​ເປັນ​ທະຫານ​ແລະ​ຖື​ອາວຸດ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 1 ບໍ່​ຍອມ​ໃຊ້​ອາວຸດ​ເຫຼົ່າ​ນັ້ນ​ເພື່ອ​ຂ້າ​ຄົນ. ບາງ​ຄົນ​ທີ່​ບໍ່​ຍອມ​ເຮັດ​ແບບ​ນີ້​ໄດ້​ຖືກ​ສົ່ງ​ໄປ​ກອງ​ໜ້າ​ເພື່ອ​ເຂົາ​ເຈົ້າ​ຈະ​ຖືກ​ຂ້າ.

11. ເມື່ອ​ນັກ​ສຶກສາ​ຄຳພີ​ໄບເບິນ​ບໍ່​ຍອມ​ສູ້​ຮົບ​ໃນ​ສົງຄາມ ລັດຖະບານ​ມີ​ທ່າທີ​ແນວ​ໃດ?

11 ພະຍາມານ​ໃຈ​ຮ້າຍ​ຍ້ອນ​ພີ່​ນ້ອງ​ຮັກສາ​ຄວາມ​ພັກດີ​ຕໍ່​ພະເຈົ້າ. ຜົນ​ກໍ​ຄື ມັນ “ອອກ​ກົດ​ໝາຍ​ເພື່ອ​ສ້າງ​ຄວາມ​ເດືອດຮ້ອນ.” (ຄຳເພງ 94:20, ລ.ມ.) ນາຍ​ພົນ​ຄົນ​ໜຶ່ງ​ຂອງ​ກອງທັບ​ອາເມຣິກາ​ຊື່ ເຈມສ ແຟຣງ​ລິນ ແບວ ໄດ້​ບອກ​ພີ່​ນ້ອງ​ຣັດເທີຝອດ​ແລະ​ພີ່​ນ້ອງ​ແວນ ເອັມ​ເບີກ ວ່າ ລັດຖະບານ​ພະຍາຍາມ​ອອກ​ກົດ​ໝາຍ​ໃໝ່​ເຊິ່ງ​ຈະ​ອະນຸຍາດ​ໃຫ້​ມີ​ການ​ລົງໂທດ​ເຖິງ​ຕາຍ​ຕໍ່​ຄົນ​ທີ່​ບໍ່​ຍອມ​ສູ້​ຮົບ​ໃນ​ສົງຄາມ. ລາວ​ໝາຍ​ເຖິງ​ນັກ​ສຶກສາ​ຄຳພີ​ໄບເບິນ​ໂດຍ​ສະເພາະ. ນາຍ​ພົນ​ບອກ​ພີ່​ນ້ອງ​ຣັດເທີຝອດ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ ກົດ​ໝາຍ​ນີ້​ຍັງ​ບໍ່​ທັນ​ໄດ້​ອອກ​ມາ​ກໍ​ຍ້ອນ​ວ່າ​ປະທານ​ປະເທດ​ຫ້າມ​ໄວ້. ຈາກ​ນັ້ນ​ລາວ​ເວົ້າ​ວ່າ: “ແຕ່​ເຮົາ​ຮູ້​ວິທີ​ຈັດການ​ພວກ​ເຈົ້າ ແລະ​ເຮົາ​ກຳລັງ​ຈະ​ເຮັດ​ຕາມ​ນັ້ນ!”

12, 13. (ກ) ເປັນ​ຫຍັງ​ພີ່​ນ້ອງ​ຊາຍ​ແປດ​ຄົນ​ຈຶ່ງ​ຕິດ​ຄຸກ​ໄລຍະ​ຍາວ? (ຂ) ຄຸກ​ເຮັດ​ໃຫ້​ພີ່​ນ້ອງ​ເຫຼົ່າ​ນີ້​ສູນ​ເສຍ​ຄວາມ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ບໍ? ຂໍ​ໃຫ້​ອະທິບາຍ.

12 ໃນ​ທີ່​ສຸດ​ລັດຖະບານ​ກໍ​ພົບ​ວິທີ​ລົງໂທດ​ນັກ​ສຶກສາ​ຄຳພີ​ໄບເບິນ. ພີ່​ນ້ອງ​ຣັດເທີຝອດ​ແລະ​ພີ່​ນ້ອງ​ແວນ ເອັມ​ເບີກ ພ້ອມ​ກັບ​ພີ່​ນ້ອງ​ອີກ​ຫົກ​ຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ສະມາຄົມ​ວັອດທາວເວີ​ໄດ້​ຖືກ​ຈັບ. ຜູ້​ພິພາກສາ​ທີ່​ຮັບ​ຜິດ​ຊອບ​ຄະດີ​ໄດ້​ເວົ້າ​ວ່າ: ພີ່​ນ້ອງ​ເຫຼົ່າ​ນີ້​ເປັນ​ອັນຕະລາຍ​ຫຼາຍ​ກວ່າ​ກອງ​ທະຫານ​ເຢຍລະມັນ. ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ລັດຖະບານ ຕໍ່​ກອງທັບ ຕໍ່​ທຸກໆໂບດ ແລະ​ຄວນ​ຖືກ​ລົງໂທດ​ຢ່າງ​ໜັກ. [1] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ) ດັ່ງ​ນັ້ນ​ທັງ​ແປດ​ຄົນ​ຈຶ່ງ​ຕິດ​ຄຸກ​ໄລຍະ​ຍາວ​ຢູ່​ເມືອງ​ແອ໋ດແລນຕ້າ ໃນ​ລັດ​ຈໍ​ເຈຍ. ແຕ່​ເມື່ອ​ສົງຄາມ​ສິ້ນ​ສຸດ​ລົງ ເຂົາ​ເຈົ້າ​ກໍ​ຖືກ​ປ່ອຍ​ຕົວ​ແລະ​ຂໍ້​ກ່າວ​ຫາ​ຕ່າງໆກໍ​ຖືກ​ຍົກ​ເລີກ.

13 ແມ່ນ​ແຕ່​ເມື່ອ​ຢູ່​ໃນ​ຄຸກ ພີ່​ນ້ອງ​ຊາຍ​ທັງ​ແປດ​ຄົນ​ກໍ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະເຈົ້າ. ເຮົາ​ຮູ້​ໄດ້ແນວ​ໃດ? ເຂົາ​ເຈົ້າ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ປະທານ​ປະເທດ​ອາເມຣິກາ​ເພື່ອ​ຂໍ​ການ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ. ໃນ​ຈົດ​ໝາຍ​ນັ້ນ ເຂົາ​ເຈົ້າ​ເວົ້າ​ວ່າ​ຄຳພີ​ໄບເບິນ​ສອນ​ວ່າ​ເຮົາ​ຕ້ອງ​ບໍ່​ຂ້າ​ກັນ ດັ່ງ​ນັ້ນ ໃຜ​ກໍ​ຕາມ​ທີ່​ໄດ້​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ​ແລະ​ຈົງໃຈ​ບໍ່​ເຊື່ອ​ຟັງ​ພະອົງ ລາວ​ຈະ​ສູນ​ເສຍ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ​ແລະ​ຈະ​ຖືກ​ທຳລາຍ. ເຂົາ​ເຈົ້າ​ອະທິບາຍ​ວ່າ​ຍ້ອນ​ເຫດຜົນ​ນີ້​ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ຂ້າ​ຄົນ​ແລະ​ຈະ​ບໍ່​ຂ້າ​ຜູ້​ໃດ. ເຂົາ​ເຈົ້າ​ກ້າຫານ​ແທ້ໆທີ່​ຂຽນ​ຈົດ​ໝາຍ​ແບບ​ນີ້​ເຖິງ​ປະທານ​ປະເທດ! ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພີ່​ນ້ອງ​ເຫຼົ່າ​ນີ້​ຈະ​ບໍ່​ສູນ​ເສຍ​ຄວາມ​ຕັ້ງ​ໃຈ​ແນ່ວ​ແນ່​ໃນ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ.

ໃນ​ທີ່​ສຸດ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ເປັນ​ອິດ​ສະລະ!

14. ຂໍ​ໃຫ້​ອະທິບາຍ​ຈາກ​ພະ​ຄຳພີ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ຈາກ​ປີ 1914-1919.

14 ມາລາກີ 3:1-3 (ອ່ານ) ອະທິບາຍ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ປີ 1914 ຫາ​ຕົ້ນ​ປີ 1919. ພະ​ເຢໂຫວາ​ພະເຈົ້າ​ທີ່​ເປັນ “ພະອົງ​ເຈົ້າ” ເຊິ່ງ​ຕິດ​ຕາມ​ດ້ວຍ​ພະ​ເຍຊູ​ຄລິດ​ທີ່​ເປັນ “ທູດ​ສະຫວັນ​ແຫ່ງ​ຄຳ​ສັນຍາ” ໄດ້​ມາ​ກວດ​ກາ “ພວກ​ລູກ​ຫຼານ​ເລວີ” ເຊິ່ງ​ໝາຍ​ເຖິງ​ຜູ້​ຖືກ​ເຈີມ. ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ແກ້ໄຂ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດ​ແລ້ວ ເຂົາ​ເຈົ້າ​ກໍ​ພ້ອມ​ຈະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ໃໝ່. ໃນ​ປີ 1919 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ​ໃຫ້ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ຊີ້​ນຳ​ແລະ​ສັ່ງ​ສອນ​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະເຈົ້າ. (ມັດທາຍ 24:45) ໃນ​ທີ່​ສຸດ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ເປັນ​ອິດ​ສະລະ​ຈາກ​ບາບີໂລນ​ໃຫຍ່. ນັບ​ຕັ້ງ​ແຕ່​ນັ້ນ​ມາ ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ ແລະ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ພະອົງ​ກໍ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ. ເຮົາ​ຂອບໃຈ​ແທ້ໆທີ່​ຄົນ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະເຈົ້າ! [2]—ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ

15. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຂອບໃຈ​ທີ່​ເປັນ​ອິດ​ສະລະ​ຈາກ​ບາບີໂລນ​ໃຫຍ່?

15 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ເປັນ​ອິດ​ສະລະ​ຈາກ​ບາບີໂລນ​ໃຫຍ່. ຊາຕານ​ບໍ່​ປະສົບ​ຜົນ​ສຳເລັດ​ໃນ​ການ​ທຳລາຍ​ການ​ນະມັດສະການ​ແທ້. ແຕ່​ເຮົາ​ກໍ​ບໍ່​ຄວນ​ລືມ​ເຫດຜົນ​ທີ່​ພະ​ເຢໂຫວາ​ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະລະ. ຈຸດ​ປະສົງ​ຂອງ​ພະອົງ​ກໍ​ເພື່ອ​ໃຫ້​ມະນຸດ​ທຸກ​ຄົນ​ລອດ​ຊີວິດ. (2 ໂກລິນໂທ 6:1) ສາສະໜາ​ປອມ​ຍັງ​ຄວບຄຸມ​ຫຼາຍ​ລ້ານ​ຄົນ​ທີ່​ມີ​ຫົວໃຈ​ສັດ​ຊື່ ແລະ​ເຂົາ​ເຈົ້າ​ກໍ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ! ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮຽນ​ແບບ​ພີ່​ນ້ອງ​ທີ່​ສັດ​ຊື່​ໃນ​ການ​ຊ່ວຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະລະ.

^ [1] (ຂໍ້ 12) ຂໍ​ໃຫ້​ເບິ່ງ​ປຶ້ມ​ທີ່​ຊື່​ວ່າ Faith on the March ຂຽນ​ໂດຍ ເອ. ເຮັດ. ແມັກມິວແລນ ໃນ​ໜ້າ 99.

^ [2] (ຂໍ້ 14) ມີ​ຄວາມ​ຄ້າຍ​ຄື​ກັນ​ຫຼາຍ​ລະຫວ່າງ​ການ​ທີ່​ຊາວ​ຢິວ​ຖືກ​ຈັບ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແລະ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ຫຼັງ​ຈາກ​ການ​ອອກ​ຫາກ​ເລີ່ມ​ຕົ້ນ​ຂຶ້ນ. ແຕ່​ເຮົາ​ບໍ່​ສາມາດ​ເວົ້າ​ວ່າ​ການ​ທີ່​ຊາວ​ຢິວ​ຖືກ​ຈັບ​ເປັນ​ຊະເລີຍ​ເປັນ​ສັນຍາ​ລັກ​ສະແດງ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ພະຍາຍາມ​ຊອກ​ຫາ​ຄວາມ​ໝາຍ​ທີ່​ເປັນ​ລັກສະນະ​ຄຳ​ພະຍາກອນ​ໃນ​ທຸກໆລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້ ເພາະ​ມັນ​ມີ​ບາງ​ຈຸດ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ​ໜຶ່ງ​ກໍ​ຄື ຊາວ​ຢິວ​ຖືກ​ຈັບ​ເປັນ​ຊະເລີຍ 70 ປີ ແຕ່​ຄລິດສະຕຽນ​ຕົກ​ເປັນ​ຊະເລີຍ​ດົນ​ກວ່າ​ນັ້ນ.