ເຈົ້າມີຄວາມນັບຖືຢ່າງສູງຕໍ່ໜັງສືຂອງພະເຈົ້າບໍ?
‘ເມື່ອພວກທ່ານໄດ້ຍິນຄຳສອນຂອງພະເຈົ້າ . . . ພວກທ່ານຍອມຮັບຄຳສອນນັ້ນໄວ້ເໝືອນເປັນຄຳສອນຂອງພະເຈົ້າແທ້ໆ.’—1 ເທຊະໂລນີກ 2:13, ລ.ມ.
ເພງ: 114, 113
1-3. ມີຫຍັງອາດເກີດຂຶ້ນລະຫວ່າງເອໂວດີແລະຊີນຕີເກ? ບັນຫາແບບນັ້ນສາມາດຫຼີກລ່ຽງໄດ້ແນວໃດ? (ເບິ່ງຮູບທຳອິດ)
ເຮົານັບຖືຄຳພີໄບເບິນຫຼາຍ ເພາະເຮົາຮູ້ວ່າເປັນໜັງສືຂອງພະເຈົ້າ. ຄຳພີໄບເບິນມີຄຳແນະນຳທີ່ຊ່ວຍເຮົາໃຫ້ຫຼີກລ່ຽງບັນຫາ ແລະຍັງແກ້ໄຂເຮົາເມື່ອເຮັດຜິດພາດ. ດັ່ງນັ້ນ ເຮົາຄວນມີທ່າທີແນວໃດຕໍ່ຄຳແນະນຳໃນຄຳພີໄບເບິນ? ຂໍໃຫ້ເບິ່ງເລື່ອງຂອງຜູ້ຍິງສອງຄົນຊື່ເອໂວດີແລະຊີນຕີເກທີ່ເປັນຜູ້ຖືກເຈີມໃນສະຕະວັດທຳອິດ. ຄຳພີໄບເບິນບອກວ່າທັງສອງຜິດກັນ ແຕ່ບໍ່ໄດ້ເວົ້າເຖິງສາເຫດ. ໃຫ້ເຮົາລອງນຶກພາບໃນສິ່ງທີ່ອາດເກີດຂຶ້ນ.
2 ບາງທີເອໂວດີໄດ້ເຊີນພີ່ນ້ອງຮ່ວມຄວາມເຊື່ອບາງຄົນໃຫ້ມາກິນເຂົ້າຢູ່ເຮືອນ ແຕ່ລາວບໍ່ໄດ້ເຊີນຊີນຕີເກ. ເມື່ອຊີນຕີເກໄດ້ຍິນວ່າເຂົາເຈົ້າພາກັນມ່ວນຫຼາຍ ລາວຈຶ່ງຄຽດແຮງ. ຊີນຕີເກອາດຄິດວ່າ: ‘ຂ້ອຍບໍ່ຢາກເຊື່ອເລີຍວ່າເອໂວດີບໍ່ໄດ້ຊວນຂ້ອຍ! ຂ້ອຍຄິດວ່າເຮົາເປັນໝູ່ທີ່ສະໜິດກັນທີ່ສຸດ.’ ຊີນຕີເກຮູ້ສຶກວ່າເອໂວດີຊັງລາວແລະກຳລັງຫຼົບຫຼີກລາວ. ດັ່ງນັ້ນ ຊີນຕີເກຈຶ່ງເຊີນພີ່ນ້ອງກຸ່ມນັ້ນມາກິນເຂົ້າຢູ່ຟີລິບ 4:2, 3
ເຮືອນລາວ ແຕ່ບໍ່ໄດ້ຊວນເອໂວດີ. ເຫດການນີ້ອາດລົບກວນຄົນອື່ນໃນປະຊາຄົມ. ຄຳພີໄບເບິນບອກໃຫ້ຮູ້ວ່າໂປໂລໄດ້ແກ້ໄຂແລະກະຕຸ້ນພີ່ນ້ອງສອງຄົນນີ້ໃຫ້ສ້າງສັນຕິສຸກ. ເຂົາເຈົ້າອາດຟັງໂປໂລແລະຮັບໃຊ້ພະເຢໂຫວາຕໍ່ໄປຢ່າງມີຄວາມສຸກ.—3 ໃນປະຊາຄົມຂອງເຮົາໃນທຸກມື້ນີ້ ບາງຄັ້ງເຮົາເອງກໍອາດມີບັນຫາກັບພີ່ນ້ອງຮ່ວມຄວາມເຊື່ອ. ແຕ່ຖ້າເຮົາເຊື່ອຟັງຄຳແນະນຳໃນຄຳພີໄບເບິນ ເຮົາກໍສາມາດແກ້ໄຂບັນຫາແບບນັ້ນໄດ້. ທີ່ຈິງ ເຮົາເຖິງຂັ້ນຫຼີກລ່ຽງມັນໄດ້. ເມື່ອເຮົາເຊື່ອຟັງສິ່ງທີ່ຄຳພີໄບເບິນບອກ ເຮົາກໍສະແດງໃຫ້ເຫັນວ່າເຮົານັບຖືໜັງສືຂອງພະເຈົ້າຢ່າງແທ້ຈິງ.—ຄຳເພງ 27:11
ຄຳພີໄບເບິນສອນເລື່ອງການຄວບຄຸມອາລົມ
4, 5. ຄຳພີໄບເບິນໃຫ້ຄຳແນະນຳຫຍັງໃນເລື່ອງການຄວບຄຸມອາລົມ?
4 ເປັນເລື່ອງຍາກທີ່ຈະຄວບຄຸມອາລົມຂອງເຮົາເອງ. ເຮົາອາດຮູ້ສຶກເສຍໃຈຫຼືໃຈຮ້າຍຖ້າບາງຄົນເວົ້າດູຖູກຫຼືປະຕິບັດຕໍ່ເຮົາແບບບໍ່ຍຸຕິທຳ ບາງທີອາດເປັນຍ້ອນປະເພນີ ສີຜິວ ຫຼືຮູບຮ່າງໜ້າຕາຂອງເຮົາ. ເຮົາອາດຈະຮູ້ສຶກເຈັບໃຈຫຼາຍຕື່ມອີກ ຖ້າຄົນທີ່ເຮັດແບບນັ້ນເປັນພີ່ນ້ອງຮ່ວມຄວາມເຊື່ອ. ຄຳພີໄບເບິນມີຄຳແນະນຳຫຍັງແດ່ທີ່ຈະຊ່ວຍເຮົາໄດ້?
5 ພະເຢໂຫວາຮູ້ວ່າຈະເກີດຫຍັງຂຶ້ນເມື່ອມະນຸດບໍ່ສາມາດຄວບຄຸມອາລົມຂອງຕົວເອງ. ເມື່ອຄຽດຫຼືໃຈຮ້າຍ ເຮົາອາດເວົ້າຫຼືເຮັດໃນສິ່ງທີ່ເຮົາຈະຮູ້ສຶກເສຍໃຈໃນພາຍຫຼັງ. ໃນຄຳພີໄບເບິນ ພະເຢໂຫວາແນະນຳໃຫ້ເຮົາຄວບຄຸມອາລົມຂອງເຮົາ ແລະບອກວ່າ: “ຢ່າຊູ່ຟ້າວເຄືອງໃຈ.” ລອງຄິດເບິ່ງວ່າເຮົາຈະຫຼີກລ່ຽງບັນຫາໄດ້ຫຼາຍສໍ່າໃດເມື່ອເຊື່ອຟັງຄຳແນະນຳນັ້ນແລະບໍ່ຄຽດງ່າຍ! (ອ່ານຜູ້ເທສະໜາປ່າວປະກາດ 7:9; ສຸພາສິດ 16:32) ຄຳພີໄບເບິນຍັງບອກເຮົາໃຫ້ອະໄພຄົນອື່ນ. ທີ່ຈິງ ພະເຍຊູບອກວ່າຖ້າເຮົາບໍ່ໃຫ້ອະໄພຄົນອື່ນ ພະເຢໂຫວາກໍຈະບໍ່ໃຫ້ອະໄພເຮົາ. (ມັດທາຍ 6:14, 15) ເຈົ້າຕ້ອງອົດທົນຫຼາຍຂຶ້ນແລະເຕັມໃຈຫຼາຍຂຶ້ນບໍເພື່ອໃຫ້ອະໄພຄົນອື່ນ?
6. ສິ່ງໃດອາດເກີດຂຶ້ນຖ້າເຮົາບໍ່ຄວບຄຸມອາລົມຂອງຕົວເອງ?
6 ຖ້າເຮົາບໍ່ຄວບຄຸມອາລົມຂອງຕົວເອງ ເຮົາອາດເກັບຄວາມຮູ້ສຶກໃຈຮ້າຍເອົາໄວ້ແລະອາດເລີ່ມຮູ້ສຶກຊັງບາງຄົນ ຫຼືເຮົາອາດມີອິດທິພົນຕໍ່ບາງຄົນໃນປະຊາຄົມໃຫ້ຮູ້ສຶກແບບດຽວກັນນັ້ນ. ເຖິງວ່າເຮົາພະຍາຍາມເຊື່ອງຄວາມໃຈຮ້າຍຫຼືຄວາມກຽດຊັງເອົາໄວ້ ແຕ່ໃນທີ່ສຸດຄົນອື່ນຈະຮູ້ວ່າເຮົາຮູ້ສຶກແນວໃດ. ຈາກນັ້ນ ພີ່ນ້ອງຮ່ວມຄວາມເຊື່ອອາດຈະຢູ່ຫ່າງໆຈາກເຮົາ. (ສຸພາສິດ 26:24-26) ຜູ້ເຖົ້າແກ່ຈະໃຊ້ຄຳພີໄບເບິນເພື່ອພະຍາຍາມຊ່ວຍເຮົາໃຫ້ກຳຈັດຄວາມໃຈຮ້າຍແລະຄວາມກຽດຊັງໃຫ້ໝົດໄປ ແລະໃຫ້ອະໄພຄົນອື່ນ. (ພວກເລວີ 19:17, 18; ໂລມ 3:11-18) ເມື່ອເຂົາເຈົ້າເຮັດແບບນັ້ນ ເຮົາຈະເຮັດຕາມຄຳແນະນຳຈາກໜັງສືຂອງພະເຈົ້າບໍ?
ພະເຢໂຫວາກຳລັງຊີ້ນຳເຮົາ
7, 8. (ກ) ພະເຢໂຫວາຊີ້ນຳປະຊາຊົນຂອງພະອົງແນວໃດ? (ຂ) ໃນຄຳພີໄບເບິນມີຄຳແນະນຳຫຍັງແດ່ ແລະເປັນຫຍັງເຮົາຄວນເຊື່ອຟັງຄຳແນະນຳເຫຼົ່ານັ້ນ?
7 ໃນທຸກມື້ນີ້ ພະເຢໂຫວາຊີ້ນຳແລະສອນຄົນທີ່ຢູ່ໃນອົງການຂອງພະອົງ. ໂດຍວິທີໃດ? ພະອົງໄດ້ແຕ່ງຕັ້ງໃຫ້ພະເຍຊູເປັນ “ຜູ້ນຳຂອງປະຊາຄົມ” ແລະພະເຍຊູໄດ້ແຕ່ງຕັ້ງໃຫ້ “ຂ້າໃຊ້ຜູ້ສັດຊື່ແລະສະຫຼາດ [“ສຸຂຸມ”, ລ.ມ.]” ເພື່ອສອນແລະຊີ້ນຳປະຊາຊົນຂອງພະເຢໂຫວາ. (ເອເຟດ 5:23; ມັດທາຍ 24:45-47) ເຊັ່ນດຽວກັບຄະນະກຳມະການປົກຄອງໃນສະຕະວັດທຳອິດ ຂ້າໃຊ້ນີ້ນັບຖືຄຳພີໄບເບິນແທ້ໆເພາະເປັນພະຄຳຂອງພະເຈົ້າ. (ອ່ານ 1 ເທຊະໂລນີກ 2:13) ໃນຄຳພີໄບເບິນມີຄຳແນະນຳຫຍັງແດ່?
ເຫບເລີ 10:24, 25) ຄຳພີໄບເບິນສະໜັບສະໜູນເຮົາທຸກຄົນໃຫ້ເຊື່ອຄຳສອນອັນດຽວກັນທີ່ຢູ່ໃນປຶ້ມນີ້. (1 ໂກລິນໂທ 1:10) ຄຳພີໄບເບິນຍັງບອກເຮົາໃຫ້ “ຊອກຫາແຜ່ນດິນ [ລາຊະອານາຈັກ] ແຫ່ງພະເຈົ້າ.” (ມັດທາຍ 6:33) ຄຳພີໄບເບິນບອກເຮົາໃຫ້ປະກາດຕາມບ້ານ ບ່ອນສາທາລະນະ ແລະບ່ອນອື່ນໆທີ່ອາດຈະພົບຜູ້ຄົນ. (ມັດທາຍ 28:19, 20; ກິດຈະການ 5:42; 17:17; 20:20) ຄຳພີໄບເບິນຍັງແນະນຳຜູ້ເຖົ້າແກ່ໃຫ້ຮັກສາປະຊາຄົມໃຫ້ສະອາດ. (1 ໂກລິນໂທ 5:1-5, 13; 1 ຕີໂມເຕ 5:19-21) ຄຳພີໄບເບິນຍັງບອກໃຫ້ເຮົາຮັກສາຮ່າງກາຍໃຫ້ສະອາດແລະຫຼີກໜີຈາກຄວາມຄິດແລະການປະພຶດທີ່ພະເຢໂຫວາກຽດຊັງ.—2 ໂກລິນໂທ 7:1
8 ຄຳພີໄບເບິນແນະນຳເຮົາໃຫ້ເຂົ້າຮ່ວມປະຊຸມເປັນປະຈຳ. (‘ຂ້ອຍຈະພັກດີຕໍ່ພະເຍຊູແລະເຊື່ອຟັງຄຳແນະນຳຂອງຂ້າໃຊ້ຜູ້ສັດຊື່ແລະສຸຂຸມບໍ?’
9. ພະເຍຊູແຕ່ງຕັ້ງໃຜເພື່ອຊ່ວຍເຮົາໃຫ້ເຂົ້າໃຈຄຳພີໄບເບິນ?
9 ບາງຄົນອາດຮູ້ສຶກວ່າບໍ່ຈຳເປັນຕ້ອງໃຫ້ໃຜອະທິບາຍຄຳພີໄບເບິນໃຫ້ເຂົາເຈົ້າ. ແຕ່ນັບຕັ້ງແຕ່ປີ 1919 ພະເຍຊູໄດ້ໃຊ້ “ຂ້າໃຊ້ຜູ້ສັດຊື່ແລະສະຫຼາດ [“ສຸຂຸມ”, ລ.ມ.]” ເພື່ອຊ່ວຍປະຊາຊົນຂອງພະເຈົ້າໃຫ້ເຂົ້າໃຈສິ່ງທີ່ຄຳພີໄບເບິນສອນແລະເຮັດຕາມສິ່ງທີ່ຄຳພີໄບເບິນບອກ. ໂດຍການເຊື່ອຟັງຄຳພີໄບເບິນ ເຮົາຮັກສາປະຊາຄົມໃຫ້ສະອາດ ສະຫງົບສຸກ ແລະກົມກຽວກັນ. ໃຫ້ຖາມຕົວເອງວ່າ: ‘ຂ້ອຍຈະພັກດີຕໍ່ພະເຍຊູແລະເຊື່ອຟັງຄຳແນະນຳຂອງຂ້າໃຊ້ຜູ້ສັດຊື່ແລະສຸຂຸມບໍ?’
ລົດກະສັດຂອງພະເຢໂຫວາກຳລັງເຄື່ອນທີ່ໄວ!
10. ພະທຳເອເຊກຽນພັນລະນາແນວໃດກ່ຽວກັບອົງການຂອງພະເຢໂຫວາທີ່ຢູ່ໃນສະຫວັນ?
10 ໂດຍທາງຄຳພີໄບເບິນ ເຮົາຮຽນຮູ້ວ່າຜູ້ຮັບໃຊ້ຂອງພະເຢໂຫວາທີ່ຢູ່ໃນສະຫວັນກໍຖືກຈັດໃຫ້ເປັນລະບຽບເຊັ່ນກັນ. ຕົວຢ່າງເຊັ່ນ: ເອເຊກຽນເຫັນນິມິດທີ່ພະເຢໂຫວາຂີ່ລົດກະສັດເຊິ່ງສາມາດເຄື່ອນທີ່ໄດ້ໄວແລະໄປທິດທາງໃດກໍໄດ້ຕາມທີ່ພະອົງຕ້ອງການ. (ເອເຊກຽນ 1:4-28) ລົດກະສັດໝາຍເຖິງອົງການຂອງພະເຢໂຫວາທີ່ຢູ່ໃນສະຫວັນ ເຊິ່ງພ້ອມຈະເຮັດຕາມການຊີ້ນຳຂອງພະອົງທັນທີ. ອົງການນີ້ມີອິດທິພົນຕໍ່ອົງການຂອງພະອົງທີ່ຢູ່ໃນໂລກນີ້. ໃຫ້ຄິດເຖິງການປ່ຽນແປງຫຼາຍຢ່າງໃນໄລຍະສິບປີທີ່ຜ່ານມາ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາຊີ້ນຳການປ່ຽນແປງດັ່ງກ່າວນັ້ນ. ອີກບໍ່ດົນພະເຍຊູແລະພວກທູດສະຫວັນຈະທຳລາຍໂລກຊົ່ວນີ້ ດັ່ງນັ້ນ ຄົນທີ່ບໍ່ໃຫ້ກຽດພະເຢໂຫວາແລະຊື່ຂອງພະອົງ ຫຼືຄົນທີ່ຕຳໜິວິທີການປົກຄອງຂອງພະອົງຈະບໍ່ມີອີກຕໍ່ໄປ!
11, 12. ອົງການຂອງພະເຢໂຫວາສາມາດເຮັດຫຍັງໄດ້ແດ່ໃນສະໄໝສຸດທ້າຍນີ້?
11 ຂໍໃຫ້ເບິ່ງສິ່ງທີ່ອົງການຂອງພະເຢໂຫວາສາມາດເຮັດໄດ້ໃນສະໄໝສຸດທ້າຍນີ້. ການກໍ່ສ້າງ. ພີ່ນ້ອງຊາຍຍິງຫຼາຍຮ້ອຍຄົນເຮັດວຽກໜັກເພື່ອສ້າງສຳນັກງານຂອງພະຍານພະເຢໂຫວາຢູ່ເມືອງວໍວິກ ລັດນິວຢອກ ປະເທດອາເມຣິກາ. ອາສາສະໝັກຫຼາຍພັນຄົນຢູ່ທົ່ວໂລກກຳລັງສ້າງຫໍປະຊຸມແລະສຳນັກງານສາຂາ. ອາສາສະໝັກເຫຼົ່ານີ້ໄດ້ຮັບການຊີ້ນຳຈາກພະແນກອອກແບບ/ກໍ່ສ້າງທົ່ວໂລກ. ເຮົາຮູ້ສຶກຂອບໃຈແທ້ໆທີ່ຫຼາຍຄົນເຮັດວຽກໜັກຫຼາຍໃນການກໍ່ສ້າງແບບນີ້! ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກໆແຫ່ງໃຫ້ສິ່ງທີ່ເຂົາເຈົ້າສາມາດໃຫ້ໄດ້ເພື່ອຊ່ວຍຄ່າໃຊ້ຈ່າຍ ໃນການກໍ່ສ້າງສະຖານທີ່ເຫຼົ່ານີ້. ພະເຢໂຫວາອວຍພອນປະຊາຊົນຂອງພະອົງທີ່ໄດ້ສະແດງຄວາມຖ່ອມໃຈແລະຄວາມພັກດີ.—ລືກາ 21:1-4
12 ການສຶກສາ. ພະເຢໂຫວາຮັກການສອນຜູ້ຄົນ. (ເອຊາອີ 2:2, 3) ຂໍໃຫ້ຄິດເຖິງໂຮງຮຽນຕ່າງໆທີ່ພວກເຮົາມີ ເຊັ່ນ: ໂຮງຮຽນໄພໂອເນຍ ໂຮງຮຽນຜູ້ປະກາດລາຊະອານາຈັກ ໂຮງຮຽນກິລຽດ ໂຮງຮຽນສຳລັບເຂົ້າເບເທນ ໂຮງຮຽນສຳລັບຜູ້ດູແລໝວດແລະເມຍ ໂຮງຮຽນສຳລັບຜູ້ເຖົ້າແກ່ ໂຮງຮຽນພະລາຊະກິດ ແລະໂຮງຮຽນສຳລັບຄະນະກຳມະການສາຂາແລະເມຍ. ໃນເວັບໄຊ jw.org ເຮົາເຫັນວ່າມີຄຳພີໄບເບິນແລະປຶ້ມຕ່າງໆໃນຫຼາຍຮ້ອຍພາສາ. ໃນເວັບໄຊນີ້ຍັງມີສ່ວນສະເພາະສຳລັບເດັກນ້ອຍແລະຄອບຄົວ ລວມທັງສ່ວນທີ່ມີຂ່າວເລື່ອງຕ່າງໆ. ເຈົ້າໃຊ້ເວັບໄຊ jw.org ໃນການປະກາດແລະການນະມັດສະການປະຈຳຄອບຄົວບໍ?
ພັກດີຕໍ່ພະເຢໂຫວາແລະສະໜັບສະໜູນອົງການຂອງພະອົງ
13. ຜູ້ຮັບໃຊ້ຂອງພະເຢໂຫວາມີຄວາມຮັບຜິດຊອບໃນເລື່ອງໃດ?
13 ຖືວ່າເປັນກຽດແທ້ໆທີ່ໄດ້ເປັນສ່ວນໜຶ່ງໃນອົງການຂອງພະເຢໂຫວາແລະຮູ້ວ່າພະອົງຮຽກຮ້ອງຫຍັງຈາກເຮົາ! ຍ້ອນເຮົາຮູ້ວ່າສິ່ງໃດຈະເຮັດໃຫ້ພະເຢໂຫວາພໍໃຈ ດັ່ງນັ້ນ ເຮົາຈຶ່ງມີຄວາມຮັບຜິດຊອບທີ່ຈະເຊື່ອຟັງພະອົງແລະເຮັດໃນສິ່ງທີ່ຖືກຕ້ອງ. ເຖິງວ່າຫຼາຍຄົນມັກເຮັດສິ່ງບໍ່ດີ ແຕ່ເຮົາຕ້ອງ “ກຽດຊັງການຊົ່ວຮ້າຍ” ຄືກັບພະເຢໂຫວາ. (ຄຳເພງ 97:10) ເຮົາຕ້ອງບໍ່ເປັນຄືກັບຄົນທີ່ຄິດວ່າ ‘ຮ້າຍເປັນດີແລະດີເປັນຮ້າຍ.’ (ເອຊາອີ 5:20) ເຮົາຢາກເຮັດໃຫ້ພະເຢໂຫວາພໍໃຈ ດັ່ງນັ້ນ ເຮົາຈຶ່ງຕັ້ງໃຈທີ່ຈະເປັນຄົນສະອາດໃນທຸກໆດ້ານ. (1 ໂກລິນໂທ 6:9-11) ສິ່ງທີ່ພະເຢໂຫວາບອກເຮົາໃນຄຳພີໄບເບິນກໍເພື່ອປະໂຫຍດຂອງເຮົາເອງ. ເຮົາຮັກພະອົງແລະຢາກພັກດີຕໍ່ພະອົງ. ຍ້ອນແນວນີ້ເຮົາຈຶ່ງເຊື່ອຟັງຄຳແນະນຳນັ້ນເມື່ອຢູ່ເຮືອນ ຢູ່ປະຊາຄົມ ຢູ່ບ່ອນເຮັດວຽກ ຢູ່ໂຮງຮຽນ ຫຼືຢູ່ບ່ອນອື່ນ. (ສຸພາສິດ 15:3) ໃຫ້ຄິດເຖິງສະພາບການອື່ນອີກທີ່ເຮົາຕ້ອງສະແດງຄວາມພັກດີຕໍ່ພະເຈົ້າ.
ພໍ່ແມ່ທີ່ຮັກພະເຢໂຫວາຢາກໃຫ້ລູກມີສາຍສຳພັນໃກ້ຊິດກັບພະອົງ
14. ພໍ່ແມ່ຈະພັກດີຕໍ່ພະເຢໂຫວາໄດ້ແນວໃດ?
14 ການລ້ຽງລູກ. ໃນຄຳພີໄບເບິນ ພະເຢໂຫວາໃຫ້ຄຳແນະນຳແກ່ພໍ່ແມ່ກ່ຽວກັບວິທີຝຶກສອນລູກ. ພໍ່ແມ່ທີ່ເປັນຄລິດສະຕຽນຕ້ອງລະວັງບໍ່ປ່ອຍໃຫ້ວິທີຄິດເຊິ່ງເປັນເລື່ອງທຳມະດາຂອງໂລກນີ້ມີອິດທິພົນຕໍ່ເຂົາເຈົ້າ. (ເອເຟດ 2:2) ຕົວຢ່າງເຊັ່ນ: ໃນບາງປະເທດ ຜູ້ເປັນພໍ່ອາດຄິດວ່າ ‘ແມ່ມີໜ້າທີ່ສອນລູກ.’ ແຕ່ຄຳພີໄບເບິນສັ່ງຜູ້ເປັນພໍ່ຢ່າງຈະແຈ້ງວ່າໃຫ້ສອນລູກໃນເລື່ອງຂອງພະເຢໂຫວາ. (ເອເຟດ 6:4) ພໍ່ແມ່ທີ່ຮັກພະເຢໂຫວາຢາກໃຫ້ລູກມີສາຍສຳພັນໃກ້ຊິດກັບພະອົງ ຄືກັບຕອນທີ່ຊາເມືອນຍັງນ້ອຍ.—1 ຊາເມືອນ 3:19
15. ເມື່ອຕັດສິນໃຈກ່ຽວກັບເລື່ອງທີ່ສຳຄັນ ເຮົາຈະພັກດີຕໍ່ພະເຢໂຫວາໄດ້ແນວໃດ?
15 ການຕັດສິນໃຈ. ກ່ອນຈະຕັດສິນໃຈກ່ຽວກັບເລື່ອງທີ່ສຳຄັນໃນຊີວິດ ເຮົາຢາກຮູ້ວ່າພະເຢໂຫວາຄິດແນວໃດຕໍ່ເລື່ອງນັ້ນເພື່ອເຮົາຈະພັກດີຕໍ່ພະອົງໄດ້. ຄຳພີໄບເບິນແລະອົງການຂອງພະອົງສາມາດຊ່ວຍເຮົາໄດ້. ຕົວຢ່າງເຊັ່ນ: ໃນທຸກມື້ນີ້ ພໍ່ແມ່ບາງຄູ່ເຊິ່ງໄດ້ອອກຈາກປະເທດທີ່ຕົນອາໄສຢູ່ ເຂົາເຈົ້າຕັດສິນໃຈຈະສົ່ງລູກທີ່ຫາກໍເກີດໃໝ່ໃຫ້ກັບໄປຢູ່ນຳຍາດພີ່ນ້ອງ ເພື່ອເຂົາເຈົ້າຈະສາມາດເຮັດວຽກແລະຫາເງິນໄດ້ຕໍ່ໄປ. ແມ່ນຢູ່ວ່າເລື່ອງນີ້ເປັນການຕັດສິນໃຈສ່ວນຕົວ ແຕ່ຜົວແລະເມຍຄວນຖາມຕົວເອງວ່າ: ‘ພະເຢໂຫວາຈະຄິດແນວໃດກ່ຽວກັບການຕັດສິນໃຈຂອງເຮົາ?’ (ອ່ານໂລມ 14:12) ກ່ອນທີ່ເຮົາຈະຕັດສິນໃຈໃນເລື່ອງທີ່ສຳຄັນກ່ຽວກັບຄອບຄົວແລະວຽກ ທຳອິດເປັນເລື່ອງສຸຂຸມທີ່ຈະຄິດເຖິງສິ່ງທີ່ຄຳພີໄບເບິນບອກ. ເຮົາຕ້ອງການຄວາມຊ່ວຍເຫຼືອຈາກພະເຢໂຫວາເພາະເຮົາບໍ່ສາມາດຊີ້ນຳບາດຍ່າງຂອງຕົວເອງໄດ້.—ເຢເຣມີ 10:23
16. ເມື່ອໄດ້ລູກຊາຍ ແມ່ຄົນໜຶ່ງຕ້ອງເລືອກແນວໃດ? ສິ່ງໃດທີ່ຊ່ວຍລາວໃຫ້ຕັດສິນໃຈຢ່າງຖືກຕ້ອງ?
ຄຳເພງ 127:3; ສຸພາສິດ 22:6) ຕາມທີ່ຄຳພີໄບເບິນບອກໃຫ້ເຮົາເຮັດ ຍິງສາວຄົນນີ້ໄດ້ອະທິດຖານເຖິງພະເຢໂຫວາແລະຂໍໃຫ້ພະອົງຊ່ວຍລາວເພື່ອຈະເຮັດໃນສິ່ງທີ່ຖືກຕ້ອງ. (ຄຳເພງ 62:7, 8) ນອກຈາກນັ້ນ ລາວຍັງໄດ້ປຶກສາບັນຫານີ້ກັບພີ່ນ້ອງຍິງທີ່ສຶກສາໃຫ້ລາວແລະລົມກັບພີ່ນ້ອງຄົນອື່ນໃນປະຊາຄົມ. ເຖິງວ່າຍາດພີ່ນ້ອງແລະໝູ່ເພື່ອນບອກຕະຫຼອດວ່າລາວຄວນສົ່ງລູກນ້ອຍກັບໄປຢູ່ນຳພໍ່ຕູ້ແມ່ຕູ້ ແຕ່ລາວຕັດສິນໃຈວ່າການເຮັດແບບນັ້ນເປັນສິ່ງທີ່ບໍ່ຖືກຕ້ອງ. ຜົວສັງເກດເຫັນວ່າພີ່ນ້ອງໃນປະຊາຄົມໄດ້ຊ່ວຍເມຍແລະລູກຂອງລາວຫຼາຍ ລາວຈຶ່ງປະທັບໃຈຫຼາຍຈົນເລີ່ມສຶກສາຄຳພີໄບເບິນແລະເຂົ້າຮ່ວມປະຊຸມກັບຄອບຄົວ. ລອງນຶກພາບເບິ່ງວ່າແມ່ຄົນນີ້ຈະດີໃຈສໍ່າໃດເມື່ອເຫັນວ່າພະເຢໂຫວາໄດ້ຕອບຄຳອະທິດຖານຂອງລາວ!
16 ຫຼັງຈາກຜົວເມຍຄູ່ໜຶ່ງຍ້າຍໄປຢູ່ປະເທດອື່ນ ເຂົາເຈົ້າກໍໄດ້ລູກຊາຍແລະທັງສອງວາງແຜນສົ່ງລູກທີ່ຍັງເປັນແອນ້ອຍໃຫ້ກັບໄປຢູ່ນຳພໍ່ແມ່ຂອງເຂົາເຈົ້າ. ແຕ່ໃນຕອນນັ້ນ ຜູ້ເປັນເມຍເລີ່ມສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ ແລະລາວຮຽນຮູ້ວ່າເປັນໜ້າທີ່ຂອງແມ່ທີ່ຈະສອນລູກກ່ຽວກັບພະເຢໂຫວາ. (17. ເມື່ອສຶກສາຄຳພີໄບເບິນກັບບາງຄົນ ເຮົາຄວນເຮັດຕາມຄຳແນະນຳອັນໃດ?
17 ເຮັດຕາມຄຳແນະນຳ. ຖ້າເຮົາພັກດີຕໍ່ພະເຢໂຫວາ ເຮົາຈະເຮັດຕາມຄຳແນະນຳຂອງອົງການພະອົງ. ຕົວຢ່າງເຊັ່ນ: ຂໍໃຫ້ພິຈາລະນາສິ່ງທີ່ເຮົາຕ້ອງເຮັດຫຼັງຈາກເລີ່ມສຶກສາປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ກັບບາງຄົນໄດ້ບໍ່ດົນ. ມີຄຳແນະນຳວ່າໃຫ້ເຮົາໃຊ້ເວລາໜ້ອຍໜຶ່ງຫຼັງຈາກການສຶກສາແຕ່ລະຄັ້ງເພື່ອຊ່ວຍນັກສຶກສາໃຫ້ຮູ້ຫຼາຍຂຶ້ນກ່ຽວກັບອົງການຂອງພະເຢໂຫວາ. ເຮົາສາມາດໃຊ້ວິດີໂອພວກເຮົາເຮັດຫຍັງຢູ່ຫໍປະຊຸມລາຊະອານາຈັກ? ແລະຈຸນລະສານໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້? ຫຼັງຈາກຈົບປຶ້ມໄບເບິນສອນ ເຮົາສາມາດຊ່ວຍນັກສຶກສາໃຫ້ “ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ” ຫຼາຍຂຶ້ນໂດຍສຶກສາປຶ້ມ “ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ” ເຖິງວ່າລາວໄດ້ຮັບບັບເຕມາໃນລະຫວ່າງທີ່ຍັງສຶກສາຢູ່ກໍຕາມ. (ໂກໂລດ 2:7) ເຈົ້າກຳລັງເຮັດຕາມຄຳແນະນຳນີ້ຈາກອົງການຂອງພະເຢໂຫວາບໍ?
18, 19. ມີເຫດຜົນຫຍັງແດ່ທີ່ເຮົາຄວນຂອບໃຈພະເຢໂຫວາ?
18 ມີຫຼາຍເຫດຜົນທີ່ເຮົາຄວນຂອບໃຈພະເຢໂຫວາ! ເຫດຜົນໜຶ່ງກໍຍ້ອນວ່າ “ເຮົາມີຊີວິດດຳລົງຢູ່ແລະເຄື່ອນໄຫວໄດ້ກໍໂດຍພະອົງ.” (ກິດຈະການ 17:27, 28, ລ.ມ.) ພະອົງຍັງຈັດໃຫ້ເຮົາມີໜັງສືຂອງພະອົງ ເຊິ່ງກໍຄືຄຳພີໄບເບິນ. ຄືກັບຄລິດສະຕຽນໃນເມືອງເທສະໂລນີກ ເຮົາທະນຸຖະໜອມຂອງຂວັນນີ້ເພາະແມ່ນຂ່າວສານຈາກພະເຢໂຫວາ.—1 ເທຊະໂລນີກ 2:13
19 ຄຳພີໄບເບິນໄດ້ຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາ ແລະພະອົງກໍໃກ້ຊິດກັບເຮົາ. (ຢາໂກໂບ 4:8) ເຮົາຍັງຂອບໃຈຫຼາຍທີ່ພະອົງໄດ້ເຊີນເຮົາໃຫ້ເຂົ້າມາເປັນສ່ວນໜຶ່ງຂອງອົງການພະອົງ. ເຮົາຮູ້ສຶກຄືກັບຜູ້ຂຽນຄຳເພງທີ່ຂຽນວ່າ: “ຈົ່ງໂມທະນາພະເດດພະຄຸນ [“ຂອບຄຸນ”, ລ.ມ.] ພະເຢໂຫວາ ເຫດວ່າພະອົງແມ່ນດີ ເຫດວ່າຄວາມດີແຫ່ງພະອົງຕັ້ງຢູ່ເປັນນິດ.” (ຄຳເພງ 136:1) ໃນທຸກຂໍ້ຂອງຄຳເພງບົດນັ້ນ ຜູ້ຂຽນກ່າວຊໍ້າຄຳວ່າ “ຄວາມດີແຫ່ງພະອົງຕັ້ງຢູ່ເປັນນິດ.” ແມ່ນແລ້ວ ຖ້າເຮົາພັກດີຕໍ່ພະເຢໂຫວາແລະເຮັດຕາມການຊີ້ນຳທີ່ພະອົງຈັດໃຫ້ຜ່ານທາງອົງການຂອງພະອົງ ພະອົງຈະໃຫ້ເຮົາມີຊີວິດຕະຫຼອດໄປແລະກໍຈະພັກດີຕໍ່ເຮົາຕະຫຼອດໄປ!