ການປະຊຸມອະນຸສອນເຮັດໃຫ້ເປັນນໍ້າໜຶ່ງໃຈດຽວກັນ
“ເມື່ອພີ່ນ້ອງທັງຫຼາຍຕັ້ງຢູ່ນຳກັນ ຕິດພັນຢູ່ນຳກັນເປັນການດີການຊອບໃຈຫຼາຍແທ້ໆ.”—ຄຳເພງ 133:1
ເພງ: 18, 14
1, 2. ໃນປີ 2018 ມີເຫດການຫຍັງທີ່ລວບລວມເຮົາໃຫ້ເປັນນໍ້າໜຶ່ງໃຈດຽວກັນ? ແລະຍ້ອນຫຍັງ? (ເບິ່ງຮູບທຳອິດ)
ໃນວັນທີ 31 ມີນາ 2018 ຫຼາຍລ້ານຄົນທົ່ວໂລກຈະເຂົ້າຮ່ວມເຫດການສຳຄັນທີ່ຈັດຂຶ້ນພຽງປີລະຄັ້ງ. ຫຼັງຕາເວັນຕົກດິນ ພະຍານພະເຢໂຫວາແລະອີກຫຼາຍຄົນຈະລວມຕົວກັນເພື່ອລະນຶກເຖິງການເສຍສະຫຼະຂອງພະເຍຊູທີ່ເຮັດເພື່ອເຮົາ. ໃນແຕ່ລະປີ ການລະນຶກເຖິງການຕາຍຂອງພະຄລິດເຮັດໃຫ້ຜູ້ຄົນເປັນນໍ້າໜຶ່ງໃນດຽວກັນຢ່າງໜ້າງຶດງໍ້ຫຼາຍກວ່າເຫດການອື່ນໆໃນໂລກນີ້.
2 ພະເຢໂຫວາແລະພະເຍຊູຕ້ອງມີຄວາມສຸກຫຼາຍແທ້ໆທີ່ເຫັນຫຼາຍລ້ານຄົນເຂົ້າຮ່ວມເຫດການພິເສດນີ້ທຸກຊົ່ວໂມງຕໍ່ເນື່ອງກັນຕາມເວລາຂອງແຕ່ລະປະເທດທົ່ວໂລກ. ຄຳພີໄບເບິນບອກວ່າ: ‘ຍັງມີຝູງຄົນເປັນອັນມາກທີ່ບໍ່ມີຜູ້ໃດຈະນັບປະມານໄດ້ມາຈາກທຸກປະເທດ ທຸກກະກູນ ທຸກຊາດ ແລະທຸກພາສາ’ ຮ້ອງສຽງດັງວ່າ: ‘ຄວາມພົ້ນມາຈາກພະເຈົ້າຂອງພວກເຮົາຜູ້ນັ່ງທີ່ພະທີ່ນັ່ງແລະຈາກລູກແກະ.’ (ຄຳປາກົດ 7:9, 10) ໜ້າງຶດງໍ້ແທ້ໆທີ່ແຕ່ລະປີມີຜູ້ຄົນຖວາຍກຽດໃຫ້ກັບພະເຢໂຫວາແລະພະເຍຊູໃນສິ່ງທີ່ຍິ່ງໃຫຍ່ທີ່ພວກເພິ່ນໄດ້ເຮັດ!
3. ບົດຄວາມນີ້ຈະຕອບຄຳຖາມຫຍັງແດ່?
3 ບົດຄວາມນີ້ເຈົ້າຈະໄດ້ຄຳຕອບຂອງ 4 ຄຳຖາມທີ່ວ່າ: (1) ຂ້ອຍຈະກຽມຕົວແນວໃດເພື່ອຈະໄດ້ຮັບປະໂຫຍດຈາກການປະຊຸມອະນຸສອນ? (2) ການປະຊຸມອະນຸສອນຊ່ວຍໃຫ້ປະຊາຊົນຂອງພະເຢໂຫວາເປັນນໍ້າໜຶ່ງໃຈດຽວກັນແນວໃດ? (3) ຂ້ອຍຈະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນທ່າມກາງປະຊາຊົນຂອງພະເຈົ້າໄດ້ແນວໃດ? (4) ຈະມີການປະຊຸມອະນຸສອນຄັ້ງສຸດທ້າຍບໍ? ແລະຈະມີເມື່ອໃດ?
ເຮົາຈະກຽມຕົວແລະໄດ້ຮັບປະໂຫຍດຈາກການປະຊຸມອະນຸສອນໄດ້ແນວໃດ?
4. ເປັນຫຍັງການເຂົ້າຮ່ວມປະຊຸມອະນຸສອນຈຶ່ງສຳຄັນຕໍ່ເຮົາ?
ພະເຢໂຫວາແລະພະເຍຊູສັງເກດເບິ່ງຄົນທີ່ພະຍາຍາມສຸດຄວາມສາມາດທີ່ຈະເຂົ້າຮ່ວມປະຊຸມອະນຸສອນ
4 ເປັນຫຍັງການເຂົ້າຮ່ວມປະຊຸມອະນຸສອນຈຶ່ງສຳຄັນຕໍ່ເຮົາ? ເຫດຜົນໜຶ່ງຄື ການເຂົ້າຮ່ວມປະຊຸມຕ່າງໆເປັນວິທີໜຶ່ງທີ່ເຮົານະມັດສະການພະເຈົ້າ. ເຮົາໝັ້ນໃຈວ່າພະເຢໂຫວາແລະພະເຍຊູສັງເກດເບິ່ງຄົນທີ່ພະຍາຍາມສຸດຄວາມສາມາດທີ່ຈະເຂົ້າຮ່ວມການປະຊຸມນີ້ທີ່ສຳຄັນທີ່ສຸດຂອງປີ. ເຮົາຢາກໃຫ້ພວກເພິ່ນເຫັນເຮົາເຂົ້າຮ່ວມການປະຊຸມອະນຸສອນ ນອກຈາກວ່າຈະມີອັນໃດທີ່ເຮັດໃຫ້ໄປບໍ່ໄດ້ແທ້ໆ. ເມື່ອເຮົາພິສູດດ້ວຍການກະທຳວ່າການປະຊຸມຕ່າງໆສຳຄັນຕໍ່ເຮົາຫຼາຍສໍ່າໃດ ເຮົາກໍເຮັດໃຫ້ພະເຢໂຫວາມີເຫດຜົນເພີ່ມຂຶ້ນທີ່ຈະເກັບຊື່ເຮົາໄວ້ໃນ “ໜັງສືທີ່ລະນຶກ” ຂອງພະອົງ. ຫຼືເອີ້ນອີກຊື່ໜຶ່ງວ່າ: “ໜັງສືສຳລັບຊີວິດ.” ໃນໜັງສືນີ້ມີຊື່ຂອງທຸກຄົນທີ່ພະເຢໂຫວາຢາກໃຫ້ໄດ້ຮັບຊີວິດຕະຫຼອດໄປ.—ມາລາກີ 3:16; ຄຳປາກົດ 20:15
5. ຫຼາຍອາທິດກ່ອນການປະຊຸມອະນຸສອນເຈົ້າຈະກວດສອບຕົວເອງແນວໃດວ່າຍັງໃຊ້ຊີວິດຕາມຄວາມເຊື່ອຫຼືບໍ່?
5 ໄລຍະຫຼາຍອາທິດກ່ອນການປະຊຸມອະນຸສອນ ເຮົາສາມາດໃຊ້ເວລາຫຼາຍຂຶ້ນໃນການອະທິດຖານແລະຄິດຕຶກຕອງວ່າເຮົາໃກ້ຊິດກັບພະເຢໂຫວາຫຼາຍສໍ່າໃດ. (ອ່ານ 2 ໂກລິນໂທ 13:5) ໂປໂລບອກຄລິດສະຕຽນວ່າ: “ທ່ານທັງຫຼາຍຈົ່ງພິຈາລະນາເບິ່ງຕົວເອງວ່າທ່ານຕັ້ງຢູ່ໃນຄວາມເຊື່ອ [“ໃຊ້ຊີວິດຕາມຄວາມເຊື່ອ,” ລ.ມ.] ຫຼືບໍ່.” ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ໂດຍຖາມຕົວເອງວ່າ: ‘ຂ້ອຍເຊື່ອບໍວ່ານີ້ເປັນອົງການດຽວທີ່ພະເຢໂຫວາໃຊ້ໃຫ້ເຮັດຕາມໃຈປະສົງຂອງພະອົງ? ຂ້ອຍເຮັດສຸດຄວາມສາມາດບໍໃນການປະກາດແລະສອນຂ່າວດີ? ສິ່ງທີ່ຂ້ອຍເຮັດສະແດງໃຫ້ເຫັນບໍວ່າຂ້ອຍເຊື່ອແທ້ໆວ່າກຳລັງຢູ່ໃນສະໄໝສຸດທ້າຍແລະລະບົບຂອງຊາຕານໃກ້ຈະຖືກທຳລາຍ? ຂ້ອຍໄວ້ວາງໃຈພະເຢໂຫວາແລະພະເຍຊູສຸດຫົວໃຈຄືກັບຕອນທີ່ຂ້ອຍອຸທິດຕົວໃຫ້ພະອົງບໍ?’ (ມັດທາຍ 24:14; 2 ຕີໂມເຕ 3:1; ເຫບເລີ 3:14) ຄຳຕອບຂອງຄຳຖາມເຫຼົ່ານີ້ຈະຊ່ວຍເຮົາໃຫ້ “ລອງເບິ່ງຕົວ” ຫຼືກວດສອບຕົວເອງຢູ່ເລື້ອຍໆວ່າເຮົາຍັງໃຊ້ຊີວິດຕາມຄວາມເຊື່ອຫຼືບໍ່.
6. (ກ) ວິທີດຽວທີ່ຈະໄດ້ຮັບຊີວິດຕະຫຼອດໄປແມ່ນຫຍັງ? (ຂ) ຜູ້ເຖົ້າແກ່ຄົນໜຶ່ງກຽມຕົວສຳລັບການປະຊຸມອະນຸສອນໃນແຕ່ລະປີແນວໃດ? ແລະເຈົ້າຈະເຮັດຄືລາວໄດ້ແນວໃດ?
6 ວິທີໜຶ່ງທີ່ເຈົ້າສາມາດກຽມຕົວສຳລັບການປະຊຸມອະນຸສອນໄດ້ຄືການອ່ານແລະຄິດຕຶກຕອງບົດຄວາມທີ່ອະທິບາຍວ່າເປັນຫຍັງເຫດການນີ້ຈຶ່ງສຳຄັນ. (ອ່ານໂຢຮັນ 3:16; 17:3) ວິທີດຽວທີ່ຈະມີຊີວິດຕະຫຼອດໄປຄືການຮູ້ຈັກພະເຢໂຫວາແລະເຊື່ອໃນພະເຍຊູລູກຊາຍຂອງພະອົງ. ເພື່ອຈະກຽມຕົວສຳລັບການປະຊຸມອະນຸສອນ ເຮົາອາດເລືອກບົດຄວາມສຳລັບສຶກສາສ່ວນຕົວ ທີ່ຈະຊ່ວຍໃຫ້ເຮົາຮູ້ສຶກໃກ້ຊິດກັບພວກເພິ່ນຫຼາຍຂຶ້ນ. ພີ່ນ້ອງຄົນໜຶ່ງເຊິ່ງເປັນຜູ້ເຖົ້າແກ່ມາດົນແລ້ວໄດ້ເຮັດແບບນັ້ນ. ຫຼາຍປີແລ້ວທີ່ລາວໄດ້ສະສົມບົດຄວາມຈາກຫໍສັງເກດການ ກ່ຽວກັບການປະຊຸມອະນຸສອນແລະຄວາມຮັກທີ່ພະເຢໂຫວາແລະພະເຍຊູສະແດງຕໍ່ເຮົາ. ໄລຍະຫຼາຍອາທິດກ່ອນການປະຊຸມອະນຸສອນ ລາວຈະອ່ານບົດຄວາມເຫຼົ່ານັ້ນຄືນອີກແລະຄິດຢ່າງຈິງຈັງເຖິງຄວາມສຳຄັນຂອງການປະຊຸມນີ້. ຖ້າລາວພົບບົດຄວາມກ່ຽວກັບເລື່ອງເຫຼົ່ານີ້ລາວຈະເອົາມາສະສົມຕື່ມ. ລາວຍັງອ່ານແລະຄິດຢ່າງເລິກເຊິ່ງກ່ຽວກັບຂໍ້ພະຄຳພີສຳລັບການປະຊຸມອະນຸສອນ. ຜູ້ເຖົ້າແກ່ຄົນນີ້ບອກວ່າການເຮັດແບບນີ້ ຊ່ວຍລາວໃຫ້ຮຽນຮູ້ສິ່ງໃໝ່ໆຫຼາຍຂຶ້ນໃນແຕ່ລະປີ ແລະທີ່ສຳຄັນທີ່ສຸດເຮັດໃຫ້ລາວຮັກພະເຢໂຫວາແລະພະເຍຊູຫຼາຍຂຶ້ນ. ຖ້າເຈົ້າເຮັດຄືກັບຜູ້ເຖົ້າແກ່ຄົນນີ້ ເຈົ້າກໍຈະຮັກພະເຢໂຫວາແລະພະເຍຊູຫຼາຍຂຶ້ນເລື້ອຍໆ. ເຈົ້າຈະຮູ້ສຶກຂອບໃຈໃນສິ່ງທີ່ພວກເພິ່ນເຮັດແລະໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການປະຊຸມອະນຸສອນ.
ການປະຊຸມອະນຸສອນຊ່ວຍເຮົາໃຫ້ເປັນນໍ້າໜຶ່ງໃຈດຽວກັນ
7. (ກ) ພະເຍຊູອະທິດຖານເລື່ອງຫຍັງໃນຄືນທີ່ມີອາຫານແລງຂອງພະອົງເຈົ້າເທື່ອທຳອິດ? (ຂ) ອັນໃດທີ່ສະແດງວ່າພະເຢໂຫວາຕອບຄຳອະທິດຖານຂອງພະເຍຊູ?
7 ໃນຄືນອາຫານແລງຂອງພະອົງເຈົ້າເທື່ອທຳອິດ ພະເຍຊູໄດ້ກ່າວຄຳອະທິດຖານທີ່ພິເສດ. ເພິ່ນເວົ້າວ່າເພິ່ນກັບພໍ່ຂອງເພິ່ນເປັນນໍ້າໜຶ່ງໃຈດຽວກັນເຊິ່ງເປັນຄວາມສຳພັນທີ່ພິເສດຫຼາຍ. ເພິ່ນຍັງອະທິດຖານຂໍໃຫ້ລູກສິດທຸກຄົນຂອງເພິ່ນມີຄວາມເປັນນໍ້າໜຶ່ງໃຈດຽວກັນນຳ. (ອ່ານໂຢຮັນ 17:20, 21) ແນ່ນອນວ່າພະເຢໂຫວາຕອບຄຳອະທິດຖານຂອງລູກຊາຍທີ່ຮັກຂອງພະອົງ. ການປະຊຸມອະນຸສອນພິສູດໃຫ້ເຫັນວ່າພະຍານພະເຢໂຫວາມີຄວາມເປັນນໍ້າໜຶ່ງໃຈດຽວກັນຫຼາຍກວ່າການປະຊຸມອື່ນໆ. ໃນມື້ນັ້ນ ຫຼາຍລ້ານຄົນທົ່ວໂລກທີ່ມີສີຜິວ ແລະເຊື້ອຊາດຕ່າງກັນກໍຮ່ວມໃຈກັນມາປະຊຸມແລະສະແດງໃຫ້ເຫັນວ່າເຂົາເຈົ້າເຊື່ອວ່າພະເຢໂຫວາສົ່ງລູກຊາຍຂອງພະອົງມາ. ໃນບາງຂົງເຂດເປັນເລື່ອງແປກທີ່ຜູ້ຄົນທີ່ມີເຊື້ອຊາດຕ່າງກັນຈະມາປະຊຸມທາງສາສະໜານຳກັນ ຫຼືຖ້າມີ ຄົນອື່ນໆກໍອາດຮູ້ສຶກວ່າເປັນເລື່ອງບໍ່ເໝາະສົມ. ແຕ່ພະເຢໂຫວາແລະພະເຍຊູບໍ່ໄດ້ຄິດແບບນັ້ນ. ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງພວກເຮົາທີ່ເຂົ້າຮ່ວມການປະຊຸມອະນຸສອນເປັນສິ່ງທີ່ງົດງາມສຳລັບພວກເພິ່ນ.
8. ຂ່າວສານອັນໃດທີ່ພະເຢໂຫວາໃຫ້ກັບເອເຊກຽນ?
8 ໃນຖານະທີ່ເປັນຄົນຂອງພະເຈົ້າ ເຮົາບໍ່ແປກໃຈທີ່ເຮົາເປັນນໍ້າໜຶ່ງໃຈດຽວກັນ. ຂ່າວສານທີ່ພະເຢໂຫວາໃຫ້ກັບເອເຊກຽນບອກວ່າສິ່ງນີ້ຈະເກີດຂຶ້ນແນ່ນອນ. ພະອົງບອກໃຫ້ລາວເອົາໄມ້ສອງທ່ອນ ທ່ອນໜຶ່ງ “ສຳລັບຢູດາ” ແລະອີກທ່ອນໜຶ່ງ “ສຳລັບໂຢເຊບ” ແລ້ວນຳມາລວມກັນເປັນທ່ອນດຽວ. (ອ່ານເອເຊກຽນ 37:15-17) ບົດຄວາມ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ກໍລະກົດ 2016 ອະທິບາຍວ່າ: “ໂດຍທາງຜູ້ພະຍາກອນເອເຊກຽນ ພະເຢໂຫວາໄດ້ບອກລ່ວງໜ້າວ່າປະຊາຊົນຂອງພະອົງຈະກັບຄືນມາແຜ່ນດິນທີ່ພະອົງໄດ້ສັນຍາໄວ້ ແລະເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນໃນຖານະເປັນຊາດໜຶ່ງອີກຄັ້ງ. ຄຳພະຍາກອນນີ້ຍັງບອກລ່ວງໜ້າອີກວ່າຄົນເຫຼົ່ານັ້ນທີ່ນະມັດສະການພະເຢໂຫວາໃນລະຫວ່າງສະໄໝສຸດທ້າຍກໍຈະເປັນອັນໜຶ່ງອັນດຽວກັນ.”
9. ໃນການປະຊຸມອະນຸສອນທຸກປີເຮົາໄດ້ເຫັນຄວາມເປັນນໍ້າໜຶ່ງໃຈດຽວກັນຕາມທີ່ບອກໄວ້ໃນເອເຊກຽນແນວໃດ?
9 ຕັ້ງແຕ່ປີ 1919 ພະເຢໂຫວາເລີ່ມຈັດລະບຽບແລະເຮັດໃຫ້ຜູ້ຖືກເຈີມມີຄວາມເປັນນໍ້າໜຶ່ງໃຈດຽວກັນ. ເຂົາເຈົ້າເປັນຄືກັບທ່ອນໄມ້ “ສຳລັບຢູດາ.” ຈາກນັ້ນຜູ້ທີ່ມີຄວາມຫວັງທີ່ຈະມີຊີວິດຢູ່ເທິງແຜ່ນດິນໂລກກໍເລີ່ມເຂົ້າມາສົມທົບກັບເຂົາເຈົ້າຫຼາຍຂຶ້ນເລື້ອຍໆ. ຄົນທີ່ມີຄວາມຫວັງຢູ່ເທິງແຜ່ນດິນໂລກເປັນຄືກັບທ່ອນໄມ້ “ສຳລັບເອເຊກຽນ 37:19) ພະອົງເຮັດໃຫ້ຜູ້ຖືກເຈີມແລະ “ແກະອື່ນ” ກາຍເປັນ “ຝູງອັນດຽວ.” (ໂຢຮັນ 10:16; ຊາກາລີ 8:23) ໃນທຸກມື້ນີ້ຄົນທັງສອງກຸ່ມເປັນນໍ້າໜຶ່ງໃຈດຽວກັນແລະຮັບໃຊ້ພະເຢໂຫວາຮ່ວມກັນ. ເຂົາເຈົ້າມີກະສັດອົງດຽວກັນເຊິ່ງກໍຄືພະເຍຊູຄລິດ ຄຳພະຍາກອນຂອງເອເຊກຽນເອີ້ນເພິ່ນວ່າ: “ດາວິດຜູ້ຮັບໃຊ້” ຂອງພະເຈົ້າ. (ເອເຊກຽນ 37:24, 25, ລ.ມ.) ເມື່ອເຮົາເຂົ້າຮ່ວມປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຍຊູໃນແຕ່ລະປີ ເຮົາໄດ້ເຫັນຄວາມເປັນນໍ້າໜຶ່ງໃຈດຽວກັນຂອງຄົນທັງສອງກຸ່ມຕາມຄຳພະຍາກອນຂອງເອເຊກຽນ. ເຮົາຈະເຮັດຫຍັງໄດ້ແດ່ເພື່ອຮັກສາແລະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນໃນທ່າມກາງປະຊາຊົນຂອງພະເຈົ້າ?
ໂຢເຊບ.” ພະເຢໂຫວາສັນຍາວ່າຈະລວມໄມ້ສອງທ່ອນໃຫ້ ‘ເປັນໄມ້ທ່ອນດຽວ.’ (ເຮົາແຕ່ລະຄົນຈະເຮັດຫຍັງໄດ້ແດ່ເພື່ອສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນ?
10. ເຮົາຈະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນໃນທ່າມກາງປະຊາຊົນຂອງພະເຈົ້າໄດ້ແນວໃດ?
10 ວິທີທຳອິດທີ່ເຮົາຈະເຮັດໄດ້ເພື່ອສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນທ່າມກາງປະຊາຊົນຂອງພະເຈົ້າຄືການພະຍາຍາມເປັນຄົນຖ່ອມ. ຕອນພະເຍຊູຢູ່ເທິງໂລກ ເພິ່ນບອກສາວົກວ່າເຂົາເຈົ້າຕ້ອງຖ່ອມຕົວ. (ມັດທາຍ 23:12) ຄົນໃນໂລກພະຍາຍາມເຮັດໃຫ້ຕົວເອງເປັນຄົນທີ່ສຳຄັນກວ່າຄົນອື່ນ. ຖ້າເຮົາເປັນຄົນຖ່ອມ ເຮົາຈະນັບຖືພີ່ນ້ອງທີ່ນຳໜ້າໃນປະຊາຄົມແລະເຊື່ອຟັງການຊີ້ນຳຂອງເຂົາເຈົ້າ. ຖ້າເຮົາເຮັດແບບນັ້ນປະຊາຄົມກໍຈະເປັນນໍ້າໜຶ່ງໃຈດຽວກັນ. ສຳຄັນທີ່ສຸດຄື ການເປັນຄົນຖ່ອມຈະເຮັດໃຫ້ພະເຢໂຫວາພໍໃຈ ເພາະພະອົງ “ຂັດຂວາງຕໍ່ສູ້ຄົນຈອງຫອງທັງຫຼາຍ ແຕ່ວ່າພະອົງປະທານພະຄຸນແກ່ຄົນທັງຫຼາຍທີ່ຖ່ອມຕົວລົງ.”—1 ເປໂຕ 5:5
11. ການຄິດຕຶກຕອງເລື່ອງເຂົ້າຈີ່ແລະເຫຼົ້າແວງຊ່ວຍເຮົາໃຫ້ເປັນນໍ້າໜຶ່ງໃຈດຽວກັນໄດ້ແນວໃດ?
11 ວິທີທີສອງທີ່ເຮົາຈະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນຄືການຄິດຕຶກຕອງກ່ຽວກັບຄວາມໝາຍຂອງເຂົ້າຈີ່ກັບເຫຼົ້າແວງ. ເຮົາຄວນຄິດເຖິງເລື່ອງນີ້ກ່ອນວັນປະຊຸມອະນຸສອນແລະໂດຍສະເພາະໃນຄືນອະນຸສອນ. (1 ໂກລິນໂທ 11:23-25) ເຂົ້າຈີ່ບໍ່ມີເຊື້ອໝາຍເຖິງຮ່າງກາຍທີ່ສົມບູນແບບທີ່ພະເຍຊູໃຊ້ເປັນເຄື່ອງບູຊາ. ເຫຼົ້າແວງໝາຍເຖິງເລືອດຂອງເພິ່ນ. ແຕ່ເຮົາຕ້ອງເຮັດຫຼາຍກວ່າການເຂົ້າໃຈຄວາມຈິງພື້ນຖານນີ້. ເຮົາຕ້ອງຈື່ວ່າຄ່າໄຖ່ທີ່ພະເຍຊູເສຍສະລະເປັນການສະແດງຄວາມຮັກຂອງພະເຢໂຫວາແລະພະເຍຊູ. ພະເຢໂຫວາປະທານລູກຊາຍເພື່ອເຮົາແລະພະເຍຊູກໍເຕັມໃຈສະລະຊີວິດຂອງເພິ່ນເພື່ອເຮົາເຊັ່ນກັນ. ເມື່ອຄິດຕຶກຕອງເຖິງຄວາມຮັກຂອງພະເຢໂຫວາແລະພະເຍຊູ ສິ່ງນີ້ຈະກະຕຸ້ນເຮົາໃຫ້ຮັກພວກເພິ່ນ. ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຈະເຮັດໃຫ້ເຮົາເປັນນໍ້າໜຶ່ງໃຈດຽວກັນຫຼາຍຂຶ້ນ.
12. ໃນເລື່ອງກະສັດແລະທາດ ພະເຍຊູສອນເຮົາແນວໃດວ່າພະເຢໂຫວາຢາກໃຫ້ເຮົາໃຫ້ອະໄພຄົນອື່ນ?
12 ວິທີທີສາມທີ່ເຮົາຈະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນຄືພ້ອມຈະໃຫ້ອະໄພຄົນອື່ນ. ນັ້ນສະແດງໃຫ້ເຫັນວ່າເຮົາຮູ້ສຶກຂອບໃຈທີ່ພະເຢໂຫວາໃຫ້ອະໄພບາບເຮົາໂດຍທາງຄ່າໄຖ່ຂອງພະເຍຊູ. ເພື່ອຈະເຮັດໃຫ້ເຫັນວ່າການໃຫ້ອະໄພເປັນເລື່ອງສຳຄັນ ພະເຍຊູໄດ້ເລົ່າເລື່ອງກະສັດແລະທາດ. ຂໍໃຫ້ອ່ານມັດທາຍ 18:23-34 ແລະຖາມຕົວເອງວ່າ: ‘ເມື່ອອ່ານຂໍ້ນີ້ຂ້ອຍຮູ້ສຶກຢາກເຮັດຕາມທີ່ພະເຍຊູສອນບໍ? ຂ້ອຍອົດທົນແລະເຂົ້າໃຈພີ່ນ້ອງບໍ? ຂ້ອຍພ້ອມຈະໃຫ້ອະໄພຄົນທີ່ເຮັດຜິດຕໍ່ຂ້ອຍບໍ?’ ແມ່ນຢູ່ວ່າຄວາມຜິດບາງຢ່າງຮ້າຍແຮງກວ່າຄວາມຜິດຢ່າງອື່ນ ແລະຍ້ອນເຮົາບໍ່ສົມບູນແບບເຮົາອາດຮູ້ສຶກວ່າຍາກທີ່ຈະໃຫ້ອະໄພໃນບາງເລື່ອງ. ແຕ່ເລື່ອງຂອງພະເຍຊູສອນເຮົາໃຫ້ຮູ້ວ່າພະເຢໂຫວາຢາກໃຫ້ເຮົາເຮັດຫຍັງ. (ອ່ານມັດທາຍ 18:35) ພະເຍຊູບອກຢ່າງຈະແຈ້ງວ່າພະເຢໂຫວາຈະບໍ່ໃຫ້ອະໄພເຮົາຖ້າເຮົາບໍ່ໃຫ້ອະໄພພີ່ນ້ອງເມື່ອເຂົາເຈົ້າກັບໃຈແທ້ໆ. ເຮົາຕ້ອງຄິດເລື່ອງນີ້ຢ່າງຮອບຄອບ. ເພື່ອຈະຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນເຊິ່ງເປັນສິ່ງທີ່ລໍ້າຄ່າ ເຮົາກໍຕ້ອງໃຫ້ອະໄພຄົນອື່ນຄືກັບທີ່ພະເຍຊູສອນ.
13. ເມື່ອເຮົາຮັກສາສັນຕິສຸກກັບຄົນອື່ນ ເຮົາສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນແນວໃດ?
13 ເມື່ອເຮົາໃຫ້ອະໄພຄົນອື່ນ ເຮົາກໍຮັກສາສັນຕິສຸກກັບພີ່ນ້ອງ. ໂປໂລບອກວ່າເຮົາຕ້ອງອອກຄວາມພະຍາຍາມເພື່ອຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນແລະມີສັນຕິສຸກກັບຄົນອື່ນ. (ເອເຟດ 4:3) ໃນໄລຍະການປະຊຸມອະນຸສອນ ໂດຍສະເພາະໃນຄືນນັ້ນ ຂໍໃຫ້ຄິດຢ່າງເລິກເຊິ່ງກ່ຽວກັບວິທີທີ່ເຮົາປະຕິບັດຕໍ່ຄົນອື່ນ. ໃຫ້ຖາມຕົວເອງວ່າ: ຄົນອື່ນເບິ່ງວ່າຂ້ອຍເປັນຄົນເຊົາຄຽດໄວບໍ? ຄົນທົ່ວໄປເຫັນວ່າຂ້ອຍພະຍາຍາມສ້າງສັນຕິສຸກແລະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນບໍ? ນີ້ເປັນສອງຄຳຖາມທີ່ເຮົາຄວນຄິດຢ່າງຈິງຈັງ.
14. ເຮົາຈະ ‘ອົດທົນກັນແລະກັນດ້ວຍຄວາມຮັກ’ ໄດ້ໂດຍວິທີໃດ?
14 ວິທີທີສີ່ທີ່ເຮົາຈະສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນຄືການຮຽນແບບພະເຢໂຫວາໃນການສະແດງຄວາມຮັກ. (1 ໂຢຮັນ 4:8) ເຮົາບໍ່ຄວນເວົ້າວ່າ: “ທີ່ຂ້ອຍຕ້ອງຮັກລາວກໍຍ້ອນວ່າລາວເປັນພີ່ນ້ອງ ແຕ່ແທ້ໆແລ້ວຂ້ອຍບໍ່ໄດ້ມັກລາວດອກ.” ຖ້າເຮົາຄິດແບບນັ້ນ ເຮົາກໍບໍ່ໄດ້ເຮັດຕາມຄຳແນະນຳຂອງໂປໂລທີ່ໃຫ້ ‘ອົດທົນກັນແລະກັນດ້ວຍຄວາມຮັກ.’ (ເອເຟດ 4:2) ຂໍສັງເກດວ່າໂປໂລບໍ່ໄດ້ໃຫ້ເຮົາ “ອົດທົນກັນແລະກັນ” ເທົ່ານັ້ນ ແຕ່ລາວໃຫ້ເຮົາເຮັດດ້ວຍ “ຄວາມຮັກ.” ສອງຢ່າງນີ້ບໍ່ຄືກັນ. ໃນປະຊາຄົມມີຄົນຫຼາຍແບບ ແລະພະເຢໂຫວາໄດ້ຊັກນຳເຂົາເຈົ້າໃຫ້ມາຫາພະອົງ. (ໂຢຮັນ ) ນັ້ນສະແດງວ່າພະອົງຕ້ອງມີຫຼາຍເຫດຜົນທີ່ດີທີ່ຈະຮັກເຂົາເຈົ້າ. ຖ້າພີ່ນ້ອງຂອງເຮົາມີຄ່າພໍທີ່ພະເຈົ້າຈະຮັກ ແລ້ວເຮົາຈະບອກວ່າເຂົາເຈົ້າບໍ່ມີຄ່າພໍທີ່ເຮົາຈະຮັກໄດ້ບໍ? ດັ່ງນັ້ນ ເຮົາຄວນເຕັມໃຈຮັກພີ່ນ້ອງໃນແບບທີ່ພະເຢໂຫວາຢາກໃຫ້ເຮົາຮັກ.— 6:441 ໂຢຮັນ 4:20, 21
ຈະມີການປະຊຸມອະນຸສອນຄັ້ງສຸດທ້າຍເມື່ອໃດ?
15. ເຮົາຮູ້ໄດ້ແນວໃດວ່າຈະມີການປະຊຸມອະນຸສອນຄັ້ງສຸດທ້າຍ?
15 ຈະມີມື້ໜຶ່ງທີ່ເຮົາຈະໄດ້ເຂົ້າຮ່ວມການປະຊຸມອະນຸສອນເປັນຄັ້ງສຸດທ້າຍ. ເຮົາຮູ້ໄດ້ແນວໃດ? ໂປໂລບອກຄລິດສະຕຽນຜູ້ຖືກເຈີມວ່າ ເມື່ອເຂົາເຈົ້າລະນຶກເຖິງການຕາຍຂອງພະເຍຊູໃນແຕ່ລະປີ ເຂົາເຈົ້າກໍ “ປ່າວປະກາດຄວາມຕາຍຂອງພະອົງເຈົ້າຈົນເຖິງພະອົງຈະສະເດັດມາ.” (1 ໂກລິນໂທ 11:26) ພະເຍຊູຍັງບອກເຖິງການ “ມາ” ຂອງເພິ່ນໃນຄຳພະຍາກອນທີ່ກ່ຽວກັບສະໄໝສຸດທ້າຍນຳອີກ. ເມື່ອເວົ້າເຖິງຄວາມທຸກລຳບາກຄັ້ງໃຫຍ່ທີ່ຈະເກີດຂຶ້ນອີກບໍ່ດົນ ເພິ່ນບອກໄວ້ວ່າ: “ການສຳຄັນແຫ່ງບຸດມະນຸດຈະປາກົດໃນທ້ອງຟ້າ ແລະເມື່ອນັ້ນຄົນທັງຫຼາຍທຸກກະກູນແຫ່ງແຜ່ນດິນໂລກຈະຮ້ອງຄາງ ແລະຈະເຫັນບຸດມະນຸດພວມມາເຖິງເມກຟ້າສະຫວັນດ້ວຍລິດເດດແລະລັດສະຫມີອັນໃຫຍ່. ແລະພະອົງຈະໃຊ້ຝູງທູດສະຫວັນຂອງພະອົງໄປດ້ວຍສຽງອັນດັງອັນໃຫຍ່ ແລະເຂົາຈະໂຮມເອົາຄົນທັງຫຼາຍທີ່ພະອົງໄດ້ເລືອກໄວ້ແລ້ວໃຫ້ມາຈາກລົມທິດທັງສີ່ນັ້ນ ຕັ້ງແຕ່ທີ່ສຸດຟ້າອາກາດພາຍນີ້ຈົນເຖິງທີ່ສຸດຟ້າອາກາດພາຍນັ້ນ.” (ມັດທາຍ 24:29-31) ພະເຍຊູຈະ ‘ໂຮມເອົາຄົນທັງຫຼາຍທີ່ພະເຈົ້າໄດ້ເລືອກໄວ້’ ຕອນທີ່ເພິ່ນພາຜູ້ຖືກເຈີມທັງໝົດທີ່ຍັງເຫຼືອຢູ່ເທິງໂລກໄປສະຫວັນ. ສິ່ງນີ້ຈະເກີດຂຶ້ນຫຼັງຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ ແຕ່ຈະເກີດກ່ອນສົງຄາມອະລະມະເຄໂດນ. ໃນສົງຄາມນີ້ພະເຍຊູກັບ 144.000 ຄົນຈະຕໍ່ສູ້ກັບກະສັດຂອງແຜ່ນດິນໂລກແລະເຂົາເຈົ້າຈະໄດ້ຮັບໄຊຊະນະ. (ຄຳປາກົດ 17:12-14) ການປະຊຸມອະນຸສອນຄັ້ງສຸດທ້າຍທີ່ເຮົາຈະໄດ້ເຂົ້າຮ່ວມແມ່ນກ່ອນທີ່ພະເຍຊູ “ມາ” ລວບລວມຜູ້ຖືກເຈີມເປັນຄັ້ງສຸດທ້າຍ.
16. ເປັນຫຍັງເຈົ້າຈຶ່ງຕັ້ງໃຈທີ່ຈະໄປປະຊຸມອະນຸສອນໃນປີນີ້ໃຫ້ໄດ້?
16 ຂໍໃຫ້ເຈົ້າໄປປະຊຸມອະນຸສອນໃນວັນທີ 31 ມີນາ 2018 ໃຫ້ໄດ້. ຂໍພະເຢໂຫວາຊ່ວຍເຈົ້າໃຫ້ເຮັດໜ້າທີ່ຂອງເຈົ້າ ເພື່ອທີ່ເຮົາເຊິ່ງເປັນປະຊາຊົນຂອງພະອົງຈະເປັນນໍ້າໜຶ່ງໃນດຽວກັນ. (ອ່ານຄຳເພງ 133:1) ຈະມີມື້ໜຶ່ງທີ່ເຮົາຈະໄດ້ປະຊຸມອະນຸສອນເປັນຄັ້ງສຸດທ້າຍ. ກ່ອນມື້ນັ້ນ ໃຫ້ເຮົາສະແດງໃຫ້ເຫັນວ່າການປະຊຸມອະນຸສອນເຊິ່ງເຮັດໃຫ້ເຮົາມີຄວາມເປັນນໍ້າໜຶ່ງໃຈດຽວກັນຢ່າງມີຄວາມສຸກນັ້ນ ເປັນການປະຊຸມທີ່ພິເສດຫຼາຍສຳລັບເຮົາ.