ຄວາມຮັກແບບໃດເຮັດໃຫ້ມີຄວາມສຸກແທ້?
“ຊາວປະເທດທີ່ມີພະເຢໂຫວາເປັນພະເຈົ້າແຫ່ງເຂົາກໍເປັນສຸກຫຼາຍ.”—ຄຳເພງ 144:15
ເພງ: 111, 109
1. ເປັນຫຍັງເຮົາຈຶ່ງບອກໄດ້ວ່າເຮົາມີຊີວິດຢູ່ໃນສະໄໝທີ່ແຕກຕ່າງຈາກສະໄໝອື່ນໆ?
ເຮົາມີຊີວິດຢູ່ໃນສະໄໝທີ່ແຕກຕ່າງຫຼາຍຈາກສະໄໝອື່ນໆໃນປະຫວັດສາດຂອງມະນຸດ. ພະເຢໂຫວາກຳລັງລວບລວມຄົນຝູງໃຫຍ່ຈາກ ‘ທຸກປະເທດ ທຸກກະກູນ ທຸກຊາດ ແລະທຸກພາສາ’ ດັ່ງທີ່ຄຳພີໄບເບິນໄດ້ບອກໄວ້ລ່ວງໜ້າ. ເຂົາເຈົ້າເປັນ “ຊາວປະເທດອັນມີແຮງ” ຫຼືເປັນຊາດໃຫຍ່ທີ່ມີຫຼາຍກວ່າ 8 ລ້ານຄົນ. ເຂົາເຈົ້າເປັນປະຊາຊົນທີ່ມີຄວາມສຸກເຊິ່ງກຳລັງ “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ [ພະເຈົ້າ] ທັງເວັນທັງຄືນ.” (ຄຳປາກົດ 7:9, 15; ເອຊາອີ 60:22, ລ.ມ.) ບໍ່ເຄີຍມີຄົນຫຼາຍຂະໜາດນີ້ທີ່ເຂົ້າມາຮັກພະເຈົ້າແລະຮັກເພື່ອນມະນຸດນຳກັນ.
2. ຄົນທີ່ບໍ່ໄດ້ເປັນໝູ່ກັບພະເຈົ້າມີຄວາມຮັກທີ່ຜິດໆແບບໃດ? (ເບິ່ງຮູບທຳອິດ)
2 ແນວໃດກໍຕາມ ຄຳພີໄບເບິນຍັງບອກລ່ວງໜ້າອີກວ່າໃນສະໄໝຂອງເຮົາ ຄົນທີ່ບໍ່ໄດ້ເປັນໝູ່ກັບພະເຈົ້າຈະມີຄວາມຮັກອີກແບບໜຶ່ງທີ່ຜິດໆ ນັ້ນຄືຄວາມຮັກທີ່ເຫັນແກ່ຕົວ. ໂປໂລບອກໄວ້ວ່າ: ໃນສະໄໝສຸດທ້າຍ ຜູ້ຄົນຈະ “ຮັກແຕ່ຕົວເອງ ມັກ [ຮັກ] ເງິນຄຳ” ແລະ “ຮັກການສະໜຸກສະໜານຫຼາຍກວ່າຮັກພະເຈົ້າ.” (2 ຕີໂມເຕ 3:1-4) ຄວາມຮັກແບບນີ້ກົງກັນຂ້າມກັບຄວາມຮັກທີ່ມີຕໍ່ພະເຈົ້າ. ບາງຄົນອາດຄິດວ່າການມຸ່ງເຮັດຕາມເປົ້າໝາຍທີ່ເຫັນແກ່ຕົວຈະເຮັດ ໃຫ້ມີຄວາມສຸກ ແຕ່ແທ້ໆແລ້ວບໍ່ແມ່ນແບບນັ້ນເລີຍ. ການເຮັດແບບນັ້ນຈະເຮັດໃຫ້ໂລກມີແຕ່ຄວາມເຫັນແກ່ຕົວແລະເຮັດໃຫ້ທຸກຄົນມີຊີວິດທີ່ຫຍຸ້ງຍາກ.
3. ເຮົາຈະຮຽນຫຍັງໃນບົດຄວາມນີ້? ແລະຍ້ອນຫຍັງ?
3 ໂປໂລຮູ້ວ່າຄວາມຮັກທີ່ເຫັນແກ່ຕົວຈະກາຍເປັນເລື່ອງທຳມະດາທີ່ເຮົາເຫັນຢູ່ທົ່ວໄປແລະຈະເປັນອັນຕະລາຍຕໍ່ຄລິດສະຕຽນ. ລາວຈຶ່ງເຕືອນເຂົາເຈົ້າວ່າໃຫ້ “ຢູ່ຫ່າງໆ” ຫຼືຢ່າໄປຫຍຸ້ງກ່ຽວກັບຄົນທີ່ມີຄວາມຮັກທີ່ເຫັນແກ່ຕົວນີ້. (2 ຕີໂມເຕ 3:5, ລ.ມ.) ແຕ່ເປັນໄປບໍ່ໄດ້ທີ່ເຮົາຈະບໍ່ຕິດຕໍ່ກ່ຽວຂ້ອງກັບເຂົາເຈົ້າ. ດັ່ງນັ້ນ ເຮົາຈະເຮັດແນວໃດເພື່ອປ້ອງກັນຕົວເອງບໍ່ໃຫ້ມີຄວາມຄິດຄືກັບຄົນທົ່ວໄປແລະເຮັດໃຫ້ພະເຢໂຫວາພະເຈົ້າແຫ່ງຄວາມຮັກພໍໃຈ? ໃຫ້ເຮົາມາເບິ່ງຄວາມແຕກຕ່າງລະຫວ່າງຄວາມຮັກທີ່ພະເຈົ້າຕ້ອງການໃຫ້ເຮົາມີກັບຄວາມຮັກທີ່ບອກໄວ້ໃນ 2 ຕີໂມເຕ 3:2-4. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ກວດເບິ່ງຕົວເອງວ່າເຮົາໄດ້ສະແດງຄວາມຮັກແບບທີ່ຖືກຕ້ອງບໍ ເຊິ່ງເຮັດໃຫ້ເຮົາພໍໃຈກັບຊີວິດແລະມີຄວາມສຸກແທ້.
ຮັກພະເຈົ້າຫຼືຮັກຕົວເອງ?
4. ເປັນຫຍັງຈຶ່ງບໍ່ຜິດທີ່ເຮົາຈະຮັກຕົວເອງແດ່ໃນແບບທີ່ເໝາະສົມ?
4 ໂປໂລຂຽນວ່າ: ‘ຜູ້ຄົນຈະຮັກແຕ່ຕົວເອງ’ ນີ້ໝາຍຄວາມວ່າການຮັກຕົວເອງເປັນເລື່ອງທີ່ຜິດບໍ? ບໍ່. ການຮັກຕົວເອງເປັນເລື່ອງປົກກະຕິແລະເປັນເລື່ອງທີ່ຈຳເປັນ ເພາະພະເຢໂຫວາສ້າງເຮົາໃຫ້ເປັນແບບນັ້ນ. ພະເຍຊູບອກວ່າ: “ເຈົ້າຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.” (ມາລະໂກ 12:31) ນີ້ໝາຍຄວາມວ່າເຮົາບໍ່ສາມາດຮັກຄົນອື່ນໄດ້ຖ້າເຮົາບໍ່ຮັກຕົວເອງ. ຄຳພີໄບເບິນຍັງບອກເຮົາວ່າ: “ຜົວທັງມວນຕ້ອງຮັກເມຍແຫ່ງຕົນເໝືອນຮັກກາຍຂອງຕົນເອງ. ຜູ້ທີ່ຮັກເມຍແຫ່ງຕົນກໍຮັກຕົວເອງ ເຫດວ່າບໍ່ມີຜູ້ໃດໄດ້ກຽດຊັງເນື້ອໜັງແຫ່ງຕົນສັກເທື່ອ ແຕ່ວ່າລ້ຽງໄວ້ແລະແພງມັນ.” (ເອເຟດ 5:28, 29) ເຫັນໄດ້ແຈ້ງວ່າເຮົາຕ້ອງຮັກຕົວເອງໃນແບບທີ່ເໝາະສົມ.
5. ຄົນທີ່ຮັກຕົວເອງຫຼາຍເກີນໄປເປັນຄົນແບບໃດ?
5 ການຮັກຕົວເອງທີ່ເວົ້າເຖິງໃນ 2 ຕີໂມເຕ 3:2 ບໍ່ແມ່ນຄວາມຮັກທີ່ປົກກະຕິຫຼືຄວາມຮັກໃນແບບທີ່ຖືກຕ້ອງ ແຕ່ເປັນຄວາມຮັກທີ່ເຫັນແກ່ຕົວ. ຄົນແບບນີ້ຄິດເຖິງຕົວເອງຫຼາຍເກີນໄປ. (ອ່ານໂລມ 12:3) ລາວສົນໃຈຕົວເອງຫຼາຍກວ່າຄົນອື່ນ ແລະຖ້າມີຄວາມຜິດພາດເກີດຂຶ້ນ ລາວຈະໂທດຄົນອື່ນແທນທີ່ຈະໂທດຕົວເອງ. ປຶ້ມອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງປຽບທຽບຄົນແບບນີ້ຄືກັບໂຕເໝັ້ນແຄະ ເໝັ້ນຊະນິດນີ້ຈະມ້ວນຕົວຄືໝາກບານເພື່ອເຮັດໃຫ້ຕົວເອງອົບອຸ່ນດ້ວຍຂົນທີ່ອ່ອນນຸ້ມ ແຕ່ຄົນອື່ນຈະເຫັນແຕ່ໜາມທີ່ແຫຼມໆຂອງມັນ. ຄົນທີ່ຮັກຕົວເອງຫຼາຍເກີນໄປກໍເປັນຄືເໝັ້ນຊະນິດນີ້ ຄົນແບບນີ້ບໍ່ມີຄວາມສຸກແທ້.
ຄວາມຮັກແບບທີ່ພະເຈົ້າຢາກໃຫ້ເຮົາມີຊ່ວຍເຮົາໃຫ້ມີນິດໄສທີ່ດີ
6. ມີຜົນດີຫຍັງເມື່ອເຮົາມີຄວາມຮັກແບບທີ່ພະເຈົ້າຢາກໃຫ້ເຮົາມີ?
6 ຜູ້ຊ່ຽວຊານດ້ານຄຳພີໄບເບິນເຊື່ອວ່າການທີ່ໂປໂລເວົ້າເຖິງການຮັກແຕ່ຕົວເອງເປັນຢ່າງທຳອິດກໍຍ້ອນຄວາມຮັກແບບນີ້ຈະເຮັດໃຫ້ເກີດນິດໄສທີ່ບໍ່ດີອື່ນໆຕາມທີ່ໂປໂລເວົ້າເຖິງຕໍ່ຈາກນັ້ນ. ແຕ່ຄວາມຮັກແບບທີ່ພະເຈົ້າຢາກໃຫ້ເຮົາມີຈະຊ່ວຍໃຫ້ເຮົາມີນິດໄສທີ່ດີອື່ນໆນຳ. ຄຳພີໄບເບິນສະແດງໃຫ້ເຫັນວ່າຄວາມຮັກແບບນີ້ກ່ຽວຂ້ອງກັບຄວາມຍິນດີ ສັນຕິສຸກ ຄວາມອົດທົນ ຄວາມກະລຸນາ ຄວາມດີ ຄວາມເຊື່ອ ຄວາມອ່ອນໂຍນ ແລະການຄວບຄຸມຕົວເອງ. (ຄາລາຊີ 5:22, 23) ຜູ້ຂຽນຄຳເພງບອກວ່າ: “ຊາວປະເທດທີ່ມີ ພະເຢໂຫວາເປັນພະເຈົ້າແຫ່ງເຂົາກໍເປັນສຸກຫຼາຍ.” (ຄຳເພງ 144:15) ພະເຢໂຫວາເປັນພະເຈົ້າທີ່ມີຄວາມສຸກ ແລະປະຊາຊົນຂອງພະອົງກໍມີຄວາມສຸກ ເຊິ່ງບໍ່ຄືກັບຄົນທີ່ຮັກແຕ່ຕົວເອງແລະຄິດເຖິງແຕ່ສິ່ງທີ່ຕົວເອງຈະໄດ້. ຜູ້ຮັບໃຊ້ຂອງພະອົງມີຄວາມສຸກເພາະເຂົາເຈົ້າມັກໃຫ້ຄົນອື່ນ.—ກິດຈະການ 20:35
7. ມີຄຳຖາມຫຍັງທີ່ເຮົາຄວນຖາມຕົວເອງເພື່ອຈະຮູ້ວ່າຄວາມຮັກທີ່ເຮົາມີຕໍ່ພະເຈົ້າເປັນແນວໃດ?
7 ເຮົາຈະຮູ້ໄດ້ແນວໃດວ່າເຮົາເລີ່ມຮັກຕົວເອງຫຼາຍກວ່າຮັກພະເຈົ້າ? ໃຫ້ຄິດເຖິງຄຳແນະນຳທີ່ສຸຂຸມນີ້ທີ່ວ່າ: “ຢ່າເຮັດຫຍັງດ້ວຍນໍ້າໃຈຊີງດີຊີງເດັ່ນຫຼືຢ່າຖືວ່າຕົວເອງສຳຄັນ ແຕ່ໃຫ້ຖ່ອມຕົວແລະເບິ່ງວ່າຄົນອື່ນດີກວ່າຕົວເອງ ຢ່າເຫັນແກ່ປະໂຫຍດສ່ວນຕົວເທົ່ານັ້ນ ໃຫ້ເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ.” (ຟີລິບ 2:3, 4, ລ.ມ.) ເຮົາອາດຖາມຕົວເອງວ່າ: ‘ຂ້ອຍເຊື່ອຟັງແລະເຮັດຕາມຄຳແນະນຳນີ້ບໍ? ຂ້ອຍພະຍາຍາມເຮັດສິ່ງທີ່ພະເຈົ້າຢາກໃຫ້ຂ້ອຍເຮັດບໍ? ຂ້ອຍຫາວິທີຊ່ວຍຄົນອື່ນໃນປະຊາຄົມແລະຄົນໃນເຂດປະກາດບໍ?’ ບໍ່ງ່າຍສະເໝີໄປທີ່ເຮົາຈະສະລະເວລາແລະກຳລັງເພື່ອຄົນອື່ນ ເພາະນັ້ນຕ້ອງອອກຄວາມພະຍາຍາມຫຼາຍແລະເສຍສະຫຼະບາງສິ່ງທີ່ເຮົາມັກ. ແຕ່ບໍ່ມີສິ່ງໃດເຮັດໃຫ້ເຮົາມີຄວາມສຸກຫຼາຍໄປກວ່າການໄດ້ຮູ້ວ່າພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໃນເອກະພົບພໍໃຈໃນຕົວເຮົາ.
8. ພີ່ນ້ອງບາງຄົນໄດ້ເຮັດຫຍັງຍ້ອນຮັກພະເຢໂຫວາ?
8 ຍ້ອນຮັກພະເຈົ້າແລະຢາກຮັບໃຊ້ພະອົງຫຼາຍຂຶ້ນ ພີ່ນ້ອງບາງຄົນຈຶ່ງຍອມລາອອກຈາກວຽກທີ່ມີລາຍໄດ້ດີເຊິ່ງອາດເຮັດໃຫ້ເຂົາເຈົ້າຮັ່ງມີ. ຕົວຢ່າງ: ເອຣິກກາເຊິ່ງເປັນໝໍ ລາວເລືອກເປັນໄພໂອເນຍແທນທີ່ຈະທຸ່ມເທໃຫ້ກັບວຽກອາຊີບ ລາວກັບຜົວໄປຮັບໃຊ້ໃນຫຼາຍປະເທດ ລາວບອກວ່າ: “ການໄປຮັບໃຊ້ໃນເຂດພາສາຕ່າງປະເທດເຮັດໃຫ້ເຮົາໄດ້ປະສົບການທີ່ດີຫຼາຍຢ່າງແລະຍັງໄດ້ໝູ່ໃໝ່ນຳ ສິ່ງເຫຼົ່ານີ້ເຮັດໃຫ້ຊີວິດເຮົາ
ມີຄວາມໝາຍແທ້ໆ.” ເອຣິກກາຍັງເຮັດວຽກເປັນໝໍ ແຕ່ລາວທຸ່ມເທເວລາແລະກຳລັງໃຫ້ກັບການສອນຄົນອື່ນກ່ຽວກັບພະເຢໂຫວາແລະຊ່ວຍເຫຼືອພີ່ນ້ອງ. ລາວບອກວ່າການເຮັດແບບນີ້ເຮັດໃຫ້ລາວ “ມີຄວາມສຸກແລະຮູ້ສຶກອີ່ມໃຈພໍໃຈກັບຊີວິດແທ້ໆ.”ຮັ່ງມີໃນສະຫວັນຫຼືໃນໂລກ?
9. ເປັນຫຍັງຄົນທີ່ຮັກເງິນບໍ່ມີຄວາມສຸກ?
9 ໂປໂລບອກວ່າຜູ້ຄົນຈະ “ມັກ [ຮັກ] ເງິນຄຳ.” ຫຼາຍປີກ່ອນ ໄພໂອເນຍຄົນໜຶ່ງໃນອຽກລັງໄດ້ລົມເລື່ອງພະເຈົ້າກັບຊາຍຄົນໜຶ່ງ. ຊາຍຄົນນັ້ນຈົກເງິນອອກຈາກກະເປົ໋າແລ້ວເວົ້າວ່າ: “ນີ້ແຫຼະພະເຈົ້າຂ້ອຍ!” ເຖິງວ່າຫຼາຍຄົນບໍ່ໄດ້ເວົ້າແບບນີ້ແຕ່ກໍຄິດແບບນີ້ແທ້ໆ ເຂົາເຈົ້າຮັກເງິນແລະຊັບສົມບັດທີ່ຊື້ມາ. ຄຳພີໄບເບິນເຕືອນວ່າ: “ຜູ້ທີ່ມັກເງິນກໍບໍ່ອີ່ມດ້ວຍເງິນ ແລະຜູ້ທີ່ມັກຊັບສົມບັດກໍບໍ່ອີ່ມດ້ວຍດອກເບ້ຍ.” (ຜູ້ເທສະໜາປ່າວປະກາດ 5:10) ຄົນທີ່ຮັກເງິນບໍ່ເຄີຍພໍໃຈກັບເງິນທີ່ມີ ລາວຢາກໄດ້ຫຼາຍຂຶ້ນເລື້ອຍໆແລະທຸ່ມເທຊີວິດເພື່ອຫາເງິນ. ການເຮັດແບບນີ້ເຮັດໃຫ້ລາວ “ທຸກໂສກຫຼາຍປະການ.”—1 ຕີໂມເຕ 6:9, 10
10. ຄຳພີໄບເບິນເວົ້າແນວໃດກ່ຽວກັບຄວາມລວຍແລະຄວາມທຸກ?
10 ແນ່ນອນວ່າເຮົາຕ້ອງມີເງິນ. ເງິນກໍເປັນເຄື່ອງປ້ອງກັນໃນລະດັບໜຶ່ງ. (ຜູ້ເທສະໜາປ່າວປະກາດ 7:12) ແຕ່ເຮົາຈະມີຄວາມສຸກໄດ້ບໍຖ້າເຮົາມີແຕ່ສິ່ງຈຳເປັນພື້ນຖານໃນການໃຊ້ຊີວິດ? ແນ່ນອນ! (ອ່ານຜູ້ເທສະໜາປ່າວປະກາດ 5:12) ອາຄູຣລູກຂອງຢາເກຂຽນວ່າ: “ຂໍຢ່າໃຫ້ຂ້ານ້ອຍເປັນຄົນຈົນຫຼືເປັນຄົນມັ່ງມີ. ຂໍໂຜດລ້ຽງຂ້ານ້ອຍດ້ວຍອາຫານທີ່ຂ້ານ້ອຍຕ້ອງປະສົງ.” ບໍ່ຍາກທີ່ຈະເຂົ້າໃຈວ່າເປັນຫຍັງຊາຍຄົນນີ້ບໍ່ຢາກທຸກຍາກ ລາວບອກວ່າຖ້າລາວທຸກ ລາວອາດຖືກລໍ້ໃຈໃຫ້ລັກ ແລະການລັກກໍເຮັດໃຫ້ພະເຢໂຫວາເສຍຊື່ສຽງ. ແຕ່ເປັນຫຍັງລາວຈຶ່ງບໍ່ຢາກລວຍ? ລາວບອກວ່າ: “ຢ້ານວ່າຂ້ານ້ອຍຈະອີ່ມແລ້ວແລະປະຕິເສດພະອົງແລະກ່າວວ່າ ‘ພະເຢໂຫວາແມ່ນຜູ້ໃດ?’” (ສຸພາສິດ 30:8, 9) ເຈົ້າຄົງຮູ້ຈັກບາງຄົນທີ່ວາງໃຈໃນເງິນຄຳແທນທີ່ຈະວາງໃຈໃນພະເຈົ້າ.
11. ພະເຍຊູເວົ້າແນວໃດກ່ຽວກັບເງິນຄຳ?
11 ຄົນຮັກເງິນບໍ່ສາມາດເຮັດໃຫ້ພະເຈົ້າພໍໃຈໄດ້. ພະເຍຊູບອກວ່າ: “ບໍ່ມີຜູ້ໃດອາດເປັນຂ້າໃຊ້ຂອງເຈົ້ານາຍ 2 ທ່ານໄດ້ ເຫດວ່າເພິ່ນຈະຊັງນາຍຜູ້ນີ້ແລະຮັກນາຍຜູ້ນັ້ນ ຫຼືຈະຕິດພັນກັບນາຍຜູ້ນີ້ແລະປະໝາດນາຍຜູ້ນັ້ນ. ທ່ານທັງຫຼາຍອາດເປັນຂ້າໃຊ້ຂອງພະເຈົ້າແລະຂ້າໃຊ້ຂອງເຂົ້າຂອງເງິນຄຳກໍບໍ່ໄດ້.” ເພິ່ນຍັງບອກອີກວ່າ: “ຢ່າຊູ່ໂຮມເອົາເຂົ້າຂອງແພງໄວ້ສຳລັບຕົນໃນແຜ່ນດິນໂລກທີ່ມອດແລະຂີ້ໝ້ຽງກັດກິນເສຍແລະຄົນຂະໂມຍເຈາະແລະລັກເອົາ. ແຕ່ວ່າຈົ່ງໂຮມເອົາເຂົ້າຂອງແພງໄວ້ສຳລັບຕົນໃນສະຫວັນທີ່ມອດກໍດີ ຂີ້ໝ້ຽງກໍດີບໍ່ກັດກິນເສຍ ແລະຄົນຂະໂມຍບໍ່ເຈາະບໍ່ລັກເອົາ.”— ມັດທາຍ 6:19, 20, 24
12. ການໃຊ້ຊີວິດແບບຮຽບງ່າຍຊ່ວຍເຮົາແນວໃດໃຫ້ຮັບໃຊ້ພະເຈົ້າ? ຂໍໃຫ້ຍົກຕົວຢ່າງ.
12 ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນກຳລັງພະຍາຍາມໃຊ້ຊີວິດແບບຮຽບງ່າຍ. ເຂົາເຈົ້າຮູ້ສຶກວ່າການເຮັດແບບນີ້ເຮັດໃຫ້ມີເວລາຫຼາຍຂຶ້ນເພື່ອຮັບໃຊ້ພະເຢໂຫວາແລະຍັງເຮັດໃຫ້ເຂົາເຈົ້າມີຄວາມສຸກນຳ. ພີ່ນ້ອງແຈ໋ກທີ່ຢູ່ສະຫະລັດອາເມຣິກາໄດ້ຂາຍເຮືອນຫຼັງໃຫຍ່ແລະທຸລະກິດເພື່ອມາເປັນໄພໂອເນຍກັບເມຍ. ລາວບອກວ່າ: “ຂ້ອຍຮູ້ສຶກຍາກແທ້ໆທີ່ຈະຖິ້ມເຮືອນທີ່ສວຍງາມທີ່ຢູ່ນອກຕົວເມືອງ.” ຕະຫຼອດຫຼາຍປີທີ່ຜ່ານມາ ແຈ໋ກກັບມາເຮືອນດ້ວຍອາລົມທີ່ບໍ່ດີຍ້ອນມີບັນຫາຢູ່ບ່ອນເຮັດວຽກ ລາວເລົ່າວ່າ: “ເມຍຂ້ອຍທີ່ເປັນໄພໂອເນຍປະຈຳມີຄວາມສຸກຕະຫຼອດເວລາ. ເມຍມັກເວົ້າວ່າ: ‘ຂ້ອຍມີເຈົ້ານາຍທີ່ດີທີ່ສຸດໃນໂລກເລີຍ!’ ຕອນນີ້ຂ້ອຍກໍເປັນໄພໂອເນຍຄືກັນ ເຮົາເຮັດວຽກໃຫ້ກັບພະເຢໂຫວາເຈົ້ານາຍດຽວກັນ.”
ການໃຊ້ຊີວິດຂອງຂ້ອຍສະແດງໃຫ້ເຫັນບໍວ່າຂ້ອຍເຊື່ອສິ່ງທີ່ຄຳພີໄບເບິນບອກແທ້ໆ ກ່ຽວກັບເລື່ອງເງິນ?
13. ອັນໃດຈະຊ່ວຍເຮົາໃຫ້ຮູ້ວ່າເຮົາຄິດແນວໃດກ່ຽວກັບເງິນ?
13 ເມື່ອເຮົາກວດເບິ່ງວ່າເຮົາຄິດແນວໃດກ່ຽວກັບເງິນ ເຮົາຕ້ອງສັດຊື່ກັບຕົວເອງແລະຖາມວ່າ: ‘ການໃຊ້ຊີວິດຂອງຂ້ອຍສະແດງໃຫ້ເຫັນບໍວ່າຂ້ອຍເຊື່ອສິ່ງທີ່ຄຳພີໄບເບິນບອກແທ້ໆກ່ຽວກັບເລື່ອງເງິນ? ການຫາເງິນເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງຂ້ອຍບໍ? ຂ້ອຍສົນໃຈເລື່ອງເງິນຄຳຫຼາຍກວ່າສາຍສຳພັນທີ່ມີກັບພະເຢໂຫວາແລະຄົນອື່ນໆບໍ? ຂ້ອຍເຊື່ອແທ້ໆບໍວ່າພະເຢໂຫວາຈະໃຫ້ສິ່ງຈຳເປັນກັບຂ້ອຍ?’ ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະບໍ່ເຮັດໃຫ້ຄົນທີ່ວາງໃຈໃນພະອົງຜິດຫວັງເລີຍ!—ຮັກພະເຢໂຫວາຫຼືຮັກການສະໜຸກສະໜານ?
14. ອັນໃດຄືຄວາມຄິດທີ່ສົມດຸນໃນເລື່ອງການສະໜຸກສະໜານ?
14 ຄຳພີໄບເບິນຍັງບອກລ່ວງໜ້າວ່າໃນສະໄໝສຸດທ້າຍຜູ້ຄົນຈະ “ຮັກການສະໜຸກສະໜານ.” ດັ່ງທີ່ເຮົາຮູ້ ບໍ່ຜິດທີ່ຈະຮັກຕົວເອງຢ່າງເໝາະສົມແລະມີຄວາມຄິດທີ່ສົມດຸນເລື່ອງເງິນ ແລະກໍຍັງບໍ່ຜິດທີ່ເຮົາຈະມີຄວາມສຸກກັບຊີວິດໃນແບບທີ່ສົມດຸນ. ບາງຄົນເຊື່ອວ່າເຂົາເຈົ້າບໍ່ຄວນສະໜຸກສະໜານກັບຊີວິດ ແຕ່ພະເຢໂຫວາບໍ່ຢາກໃຫ້ເຮົາເປັນແບບນັ້ນ. ຄຳພີໄບເບິນບອກຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງວ່າ: “ຈົ່ງໄປກິນເຂົ້າຂອງເຈົ້າດ້ວຍຄວາມຍິນດີແລະກິນນໍ້າອະງຸ່ນຂອງເຈົ້າດ້ວຍໃຈສຸກ.”—ຜູ້ເທສະໜາປ່າວປະກາດ 9:7
15. ຄົນທີ່ “ຮັກການສະໜຸກສະໜານ” ໝາຍຄວາມວ່າແນວໃດ?
15 ໃນ 2 ຕີໂມເຕ 3:4 ຄຳພີໄບເບິນເວົ້າເຖິງຄົນທີ່ຮັກການສະໜຸກສະໜານແທນທີ່ຈະຮັກພະເຈົ້າ. ຜູ້ຊ່ຽວຊານຄົນໜຶ່ງບອກວ່າ: “ຂໍ້ຄຳພີນີ້ບໍ່ໄດ້ເວົ້າເຖິງຄົນທີ່ມີຄວາມຮັກຕໍ່ພະເຈົ້າໜ້ອຍ ແຕ່ເວົ້າເຖິງຄົນທີ່ບໍ່ໄດ້ຮັກພະອົງເລີຍ.” ດັ່ງນັ້ນ ຄົນທີ່ຮັກຄວາມສະໜຸກສະໜານຕ້ອງລະວັງໃຫ້ດີ ຄຳພີໄບເບິນບອກວ່າຄົນທີ່ຮັກຄວາມສະໜຸກສະໜານຄືຄົນທີ່ຍອມໃຫ້ “ຄວາມສະໜຸກສະໜານມາຄອບງຳ.”—ລືກາ 8:14, ລ.ມ.
16, 17. ພະເຍຊູໄດ້ວາງຕົວຢ່າງທີ່ດີໃນເລື່ອງຄວາມສະໜຸກສະໜານແນວໃດ?
16 ພະເຍຊູເຮັດໃຫ້ເຮົາເຫັນວ່າການມີຄວາມສົມດຸນໃນເລື່ອງການສະໜຸກສະໜານໝາຍຄວາມວ່າແນວໃດ. ເພິ່ນໄດ້ໄປທັງ “ງານບ່າວສາວ” ຫຼືງານແຕ່ງດອງ ແລະ “ງານລ້ຽງໃຫຍ່.” (ໂຢຮັນ 2:1-10; ລືກາ 5:29, ລ.ມ.) ຕອນນັ້ນ ໃນງານແຕ່ງດອງມີເຫຼົ້າອະງຸ່ນບໍ່ພໍ ພະເຍຊູຈຶ່ງເຮັດການອັດສະຈັນປ່ຽນນໍ້າເປັນເຫຼົ້າອະງຸ່ນ. ໃນອີກເຫດການໜຶ່ງ ຕອນທີ່ຜູ້ຄົນວິພາກວິຈານພະເຍຊູກ່ຽວກັບການກິນແລະດື່ມ ເພິ່ນກໍສະແດງໃຫ້ເຫັນຊັດເຈນວ່າຄົນພວກນັ້ນບໍ່ມີຄວາມສົມດຸນໃນເລື່ອງຄວາມສະໜຸກສະໜານ.—ລືກາ 7:33-36
17 ແຕ່ເຖິງຢ່າງນັ້ນ ພະເຍຊູບໍ່ໄດ້ໃຫ້ຄວາມສະໜຸກສະໜານເປັນສິ່ງສຳຄັນທີ່ສຸດໃນຊີວິດ ເພິ່ນໃຫ້ພະເຢໂຫວາມາເປັນອັນດັບທຳອິດແລະເຮັດທຸກຢ່າງເພື່ອຊ່ວຍຄົນອື່ນ. ພະເຍຊູເຕັມໃຈຕາຍຢ່າງເຈັບປວດເທິງເສົາທໍລະມານເພື່ອຊ່ວຍມະນຸດໃຫ້ລອດ. ເພິ່ນບອກຄົນທີ່ຢາກຕິດຕາມເພິ່ນວ່າ: “ເມື່ອຄົນຈະປ້ອຍດ່າແລະຂົ່ມເຫງທ່ານທັງຫຼາຍແລະຈະເລົ່າເລື່ອງອັນຊົ່ວຮ້າຍບໍ່ຈິງທຸກປະການຕໍ່ທ່ານທັງຫຼາຍເພາະເຫັນແກ່ເຮົາ ເມື່ອນັ້ນທ່ານທັງຫຼາຍກໍເປັນສຸກ. ຈົ່ງຊົມຊື່ນມັດທາຍ 5:11, 12
ຍິນດີແລະຕື່ນດ້ວຍຄວາມຍິນດີ ເຫດວ່າບຳເໜັດຂອງທ່ານທັງຫຼາຍໃນສະຫວັນເປັນອັນໃຫຍ່ເພາະວ່າຜູ້ທຳນວາຍທັງຫຼາຍທີ່ໄດ້ມາຢູ່ກ່ອນທ່ານທັງຫຼາຍ ເຂົາໄດ້ຂົ່ມເຫງຢ່າງນັ້ນ.”—18. ມີຄຳຖາມຫຍັງແດ່ທີ່ຊ່ວຍເຮົາໃຫ້ຮູ້ວ່າເຮົາຮັກຄວາມສະໜຸກສະໜານຫຼາຍສໍ່າໃດ?
18 ເຮົາຈະຮູ້ໄດ້ແນວໃດວ່າເຮົາຮັກຄວາມສະໜຸກສະໜານຫຼາຍສໍ່າໃດ? ເຮົາຕ້ອງຖາມຕົວເອງວ່າ: ‘ຄວາມບັນເທີງແລະຄວາມສະໜຸກສະໜານສຳຄັນຕໍ່ຂ້ອຍຫຼາຍກວ່າການໄປປະຊຸມຫຼືໄປຮັບໃຊ້ບໍ? ຂ້ອຍເຕັມໃຈເສຍສະຫຼະບາງຢ່າງທີ່ຂ້ອຍມັກເພື່ອຈະຮັບໃຊ້ພະເຢໂຫວາບໍ? ຕອນທີ່ຂ້ອຍເລືອກຄວາມບັນເທີງຂ້ອຍຄິດບໍວ່າພະເຢໂຫວາເບິ່ງສິ່ງທີ່ຂ້ອຍເລືອກແນວໃດ?’ ຍ້ອນເຮົາຮັກພະເຈົ້າແລະຢາກເຮັດໃຫ້ພະອົງມີຄວາມສຸກ ເຮົາຈະບໍ່ເຮັດແຕ່ສິ່ງທີ່ເຮົາຮູ້ວ່າມັນຜິດ ແຕ່ເຮົາຈະບໍ່ເຮັດແມ່ນແຕ່ສິ່ງທີ່ເຮົາຄິດວ່າອາດເຮັດໃຫ້ພະເຈົ້າບໍ່ພໍໃຈ.—ອ່ານມັດທາຍ 22:37, 38
ເຮົາຈະມີຄວາມສຸກໄດ້ແນວໃດ?
19. ໃຜທີ່ບໍ່ມີວັນມີຄວາມສຸກແທ້?
19 ໂລກຊາຕານເຮັດໃຫ້ຜູ້ຄົນທົນທຸກທໍລະມານມາ 6.000 ປີແລ້ວ. ຕອນນີ້ເຮົາກຳລັງຢູ່ໃນສະໄໝສຸດທ້າຍ ໂລກນີ້ເຕັມໄປດ້ວຍຄົນທີ່ຮັກແຕ່ຕົວເອງ ຮັກເງິນຄຳ ແລະຮັກຄວາມສະໜຸກສະໜານ. ເຂົາເຈົ້າຄິດເຖິງແຕ່ສິ່ງທີ່ຈະໄດ້ແລະໃຫ້ຄວາມຕ້ອງການຂອງຕົວເອງເປັນເລື່ອງສຳຄັນໃນຊີວິດ ແຕ່ຄົນເຫຼົ່ານັ້ນບໍ່ໄດ້ມີຄວາມສຸກແທ້. ກົງກັນຂ້າມ ຄຳພີໄບເບິນບອກວ່າ: “ຄົນທີ່ມີພະເຈົ້າຂອງຢາໂຄບເປັນຜູ້ຊ່ອຍແຫ່ງຕົນ ຄົນທີ່ຄອງຫາພະເຢໂຫວາພະເຈົ້າແຫ່ງຕົນ ຄົນນັ້ນເປັນສຸກຫຼາຍ.”—ຄຳເພງ 146:5
20. ການຮັກພະເຈົ້າເຮັດໃຫ້ເຈົ້າມີຄວາມສຸກແນວໃດ?
20 ຜູ້ຮັບໃຊ້ພະເຢໂຫວາຮັກພະອົງຢ່າງແທ້ຈິງ ແລະທຸກໆປີກໍມີຫຼາຍຄົນເຂົ້າມາຮູ້ຈັກແລະຮັກພະອົງ. ນີ້ເປັນຂໍ້ພິສູດວ່າລັດຖະບານຂອງພະເຈົ້າກຳລັງປົກຄອງ ແລະອີກບໍ່ດົນລັດຖະບານນີ້ຈະຊ່ວຍໃຫ້ເຮົາໄດ້ຮັບພອນຕ່າງໆຢ່າງລົ້ນເຫຼືອແບບທີ່ເຮົາຄາດບໍ່ເຖິງ. ຖ້າເຮົາເຮັດສິ່ງທີ່ພະເຢໂຫວາບອກ ເຮົາກໍກຳລັງເຮັດໃຫ້ພະອົງມີຄວາມສຸກແລະເຮົາເອງກໍຈະມີຄວາມສຸກນຳ. ນີ້ເປັນຄວາມສຸກແທ້ ຄົນທີ່ຮັກພະເຢໂຫວາຈະມີຄວາມສຸກຕະຫຼອດໄປ. ໃນບົດຄວາມຕໍ່ໄປ ເຮົາຈະມາເບິ່ງນິດໄສທີ່ບໍ່ດີບາງຢ່າງເຊິ່ງເປັນຜົນມາຈາກການມີຄວາມຮັກທີ່ເຫັນແກ່ຕົວ ແລະເຮົາຈະມາເບິ່ງວ່ານິດໄສເຫຼົ່ານີ້ກົງກັນຂ້າມກັບນິດໄສທີ່ດີຂອງຄົນທີ່ຮັບໃຊ້ພະເຢໂຫວາແນວໃດ.