ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ໃຫ້​ກຳລັງ​ກັບ​ຄົນ​ທີ່​ເມື່ອຍ​ແລະ​ໝົດ​ແຮງ

ພະ​ເຢໂຫວາ​ໃຫ້​ກຳລັງ​ກັບ​ຄົນ​ທີ່​ເມື່ອຍ​ແລະ​ໝົດ​ແຮງ

ຂໍ້​ພະ​ຄຳພີ​ປະຈຳ​ປີ 2018: “ຄົນ​ທັງ​ຫຼາຍ​ທີ່​ຄອງ​ຫາ [“ວາງໃຈ,” ລ.ມ.] ພະ​ເຢໂຫວາ​ກໍ​ຈະ​ມີ​ເຫື່ອ​ແຮງ​ມາ​ໃໝ່.”—ເອຊາອີ 40:31

ເພງ: 3, 47

1. ເຮົາ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ໃດ​ແດ່ ແຕ່​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ພໍ​ໃຈ​ໃນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ? (ເບິ່ງ​ຮູບ​ທຳອິດ)

ການ​ໃຊ້​ຊີວິດ​ໃນ​ທຸກ​ມື້​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ. ຕົວຢ່າງ​ເຊັ່ນ: ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ຫຼາຍ​ຄົນ​ກຳລັງ​ທຸກ​ໃຈ​ກັບ​ຄວາມ​ເຈັບ​ປ່ວຍ​ຮ້າຍແຮງ. ບາງ​ຄົນ​ອາຍຸ​ຫຼາຍ​ຢູ່​ແລ້ວ​ກໍ​ຍັງ​ຕ້ອງ​ເບິ່ງ​ແຍງ​ຍາດ​ພີ່​ນ້ອງ​ທີ່​ເຖົ້າ​ແກ່​ອີກ. ບາງ​ຄົນ​ຕ້ອງ​ສູ້​ຊົນ​ເພື່ອ​ຫາ​ລ້ຽງ​ຄອບຄົວ​ຕົວ​ເອງ. ພວກ​ເຮົາ​ຮູ້​ວ່າ​ຫຼາຍ​ຄົນ​ໃນ​ພວກ​ເຈົ້າ​ບໍ່​ໄດ້​ປະສົບ​ກັບ​ບັນຫາ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ຕ້ອງ​ຮັບ​ມື​ກັບ​ຫຼາຍ​ບັນຫາ​ໃນ​ເວລາ​ດຽວ​ກັນ. ບັນຫາ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ເສຍ​ເວລາ ເຫື່ອ​ແຮງ ແລະ​ເງິນ​ຄຳ. ແຕ່​ເຈົ້າ​ກໍ​ຍັງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຮູ້​ວ່າ​ສະພາບການ​ຈະ​ດີ​ຂຶ້ນ​ເພາະ​ນີ້​ຄື​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້. ພະອົງ​ຄົງ​ຈະ​ພໍ​ໃຈ​ທີ່​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂະໜາດ​ນີ້​ແທ້ໆ!

2. ເອຊາອີ 40:29 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ? ແຕ່​ເຮົາ​ອາດ​ເຮັດ​ຫຍັງ​ທີ່​ຜິດ​ພາດ​ຮ້າຍແຮງ?

2 ເຈົ້າ​ເຄີຍ​ຮູ້ສຶກ​ບໍ​ວ່າ​ບັນຫາ​ທີ່​ເຈົ້າ​ປະສົບ​ມັນ​ຍາກ​ຈົນ​ຈະ​ທົນ​ບໍ່​ໄຫວ​ແລ້ວ? ຖ້າ​ເຄີຍ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ດຽວ​ທີ່​ຮູ້ສຶກ​ແບບ​ນັ້ນ. ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ບາງ​ຄົນ​ໃນ​ອະດີດ​ກໍ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. (1 ກະສັດ 19:4; ໂຢບ 7:7) ແຕ່​ອັນ​ໃດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ໄດ້? ເຂົາ​ເຈົ້າ​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເຂົາ​ເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: ‘ຄົນ​ທີ່​ເມື່ອຍ​ຢູ່​ພະອົງ​ໃຫ້​ມີ​ແຮງ’ ຫຼື​ໃຫ້​ມີ​ກຳລັງ. (ເອຊາອີ 40:29) ໜ້າ​ເສົ້າໃຈ​ແທ້ໆທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ບາງ​ຄົນ​ໃນ​ທຸກ​ມື້​ນີ້​ຄິດ​ວ່າ​ທາງ​ອອກ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ໄດ້​ຄື​ການ​ຢຸດ​ຮັບໃຊ້​ພະອົງ​ຊົ່ວຄາວ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ພາລະ​ແທນ​ທີ່​ຈະ​ຮູ້ສຶກ​ວ່າ​ເປັນ​ພອນ​ຈາກ​ພະອົງ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຊົາ​ອ່ານ​ຄຳພີ​ໄບເບິນ ເຊົາ​ໄປ​ປະຊຸມ ແລະ​ເຊົາ​ໄປ​ປະກາດ. ນີ້​ເປັນ​ສິ່ງ​ທີ່​ຊາຕານ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ.

3. (ກ) ເຮົາ​ຈະ​ບໍ່​ໃຫ້​ຊາຕານ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ໜ້ອຍ​ລົງ​ໄດ້​ແນວ​ໃດ? (ຂ) ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ຫຍັງ?

3 ຊາຕານ​ບໍ່​ຢາກ​ໃຫ້​ເຮົາ​ເຂັ້ມແຂງ. ມັນ​ຮູ້​ວ່າ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ​ຖ້າ​ເຮົາ​ທຸ່ມ​ເທ​ໃຫ້​ກັບ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ດັ່ງ​ນັ້ນ ຖ້າ​ເຈົ້າ​ຮູ້ສຶກ​ໝົດ​ແຮງ​ຫຼື​ທໍ້​ໃຈ ຢ່າ​ຟ້າວ​ຖິ້ມ​ພະ​ເຢໂຫວາ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ສະໜິດ​ກັບ​ພະອົງ​ໃຫ້​ຫຼາຍ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ພະອົງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນ​ຄົງ ພະອົງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ.” (1 ເປໂຕ 5:10, ລ.ມ.; ຢາໂກໂບ 4:8) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ໄດ້​ຮຽນ​ຈາກ​ເອຊາອີ 40:26-31 ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ. ຈາກ​ນັ້ນ ເຮົາ​ຈະ​ໄດ້​ເບິ່ງ​ສອງ​ສະຖານະການ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ໜ້ອຍ​ລົງ ແລະ​ເຮົາ​ຈະ​ຮຽນ​ຮູ້​ວ່າ​ການ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້​ແນວ​ໃດ.

ຄົນ​ທີ່​ວາງໃຈ​ພະ​ເຢໂຫວາ​ຈະ​ມີ​ເຫື່ອ​ແຮງ​ມາ​ໃໝ່

4. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເອຊາອີ 40:26?

ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ກັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ອົດ​ທົນ​ກັບ​ບັນຫາ​ແຕ່​ລະ​ຢ່າງ​ໄດ້

4 ອ່ານ​ເອຊາອີ 40:26. ບໍ່​ມີ​ໃຜ​ສາມາດ​ນັບ​ດາວ​ທັງ​ໝົດ​ທີ່​ມີ​ໃນ​ເອກະພົບ​ໄດ້. ນັກ​ວິທະຍາສາດ​ເຊື່ອ​ວ່າ​ສະເພາະ​ດາວ​ໃນ​ກາ​ເລັກ​ຊີ​ຂອງ​ເຮົາ​ອາດ​ມີ​ເຖິງ 400 ຕື້​ດວງ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຕັ້ງ​ຊື່​ໃຫ້​ດາວ​ທຸກ​ດວງ. ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ? ຖ້າ​ພະອົງ​ສົນ​ໃຈ​ດາວ​ທຸກ​ດວງ​ທີ່​ບໍ່​ມີ​ຊີວິດ ແລ້ວ​ພະອົງ​ຈະ​ສົນ​ໃຈ​ເຈົ້າ​ສໍ່າ​ໃດ! ເຈົ້າ​ຮັບໃຊ້​ພະອົງ​ບໍ່​ແມ່ນ​ຍ້ອນ​ຖືກ​ບັງຄັບ ແຕ່​ຍ້ອນ​ເຈົ້າ​ຮັກ​ພະອົງ. (ຄຳເພງ 19:1, 3, 14) ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຮັກ​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ຕົວ​ເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: ພະ​ເຢໂຫວາ ‘ນັບ​ຜົມ​ທີ່​ຫົວ​ຂອງ​ທ່ານ​ໄວ້​ແລ້ວ​ທຸກ​ເສັ້ນ.’ (ມັດທາຍ 10:30) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້​ວ່າ​ພະອົງ “ຮູ້​ດີ​ວ່າ​ຄົນ​ບໍ່​ມີ​ຕຳໜິ​ຕ້ອງ​ເຈິ​ກັບ​ອັນ​ໃດ​ແດ່.” (ຄຳເພງ 37:18, ລ.ມ.) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຈົ້າ​ກຳລັງ​ປະສົບ​ກັບ​ບັນຫາ​ຫຍັງ​ແລະ​ພະອົງ​ຈະ​ໃຫ້​ກຳລັງ​ກັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ອົດ​ທົນ​ກັບ​ບັນຫາ​ແຕ່​ລະ​ຢ່າງ​ໄດ້.

5. ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສາມາດ​ໃຫ້​ກຳລັງ​ກັບ​ເຮົາ​ໄດ້?

5 ອ່ານ​ເອຊາອີ 40:28. ພະ​ເຢໂຫວາ​ເປັນ​ແຫຼ່ງ​ຂອງ​ພະລັງ​ງານ​ທັງ​ໝົດ. ລອງ​ຄິດ​ເຖິງ​ປະລິມານ​ຂອງ​ພະລັງ​ງານ​ທີ່​ພະອົງ​ໃຫ້​ກັບ​ດວງ​ຕາເວັນ. ນັກ​ຂຽນ​ເລື່ອງ​ວິທະຍາສາດ​ຊື່​ວ່າ ເດວິດ ໂບ​ດາ​ເນ​ສ​ບອກ​ວ່າ: ທຸກໆວິນາທີ​ດວງ​ຕາເວັນ​ຈະ​ຜະລິດ​ພະລັງ​ງານ​ມະຫາສານ​ໄດ້​ຫຼາຍ​ເທົ່າ​ກັບ​ການ​ລະເບີດ​ຂອງ​ລູກ​ລະເບີດ​ປະລະມານູ​ຫຼາຍ​ຕື້​ເທື່ອ. ນັກ​ວິໄຈ​ອີກ​ຄົນ​ໜຶ່ງ​ຄຳນວນ​ວ່າ​ພະລັງ​ງານ​ທີ່​ດວງ​ຕາເວັນ​ຜະລິດ​ມາ​ພຽງ​ວິນາທີ​ດຽວ​ກໍ​ສາມາດ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ມີ​ພະລັງ​ງານ​ໄຟ​ຟ້າ​ພຽງ​ພໍ​ທີ່​ຈະ​ໃຊ້​ໄດ້​ເຖິງ 200.000 ປີ! ດັ່ງ​ນັ້ນ ແນ່ນອນ​ວ່າ​ພະ​ເຢໂຫວາ​ຜູ້​ໃຫ້​ພະລັງ​ງານ​ກັບ​ດວງ​ຕາເວັນ​ສາມາດ​ໃຫ້​ກຳລັງ​ກັບ​ເຮົາ​ໄດ້​ຕອນ​ທີ່​ເຮົາ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ.

6. ແອກ​ຂອງ​ພະ​ເຍຊູ​ແບກ​ງ່າຍ​ແນວ​ໃດ​ແລະ​ການ​ຮູ້​ເລື່ອງ​ນີ້​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

6 ອ່ານ​ເອຊາອີ 40:29. ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ. ພະ​ເຍຊູ​ບອກ​ກັບ​ລູກ​ສິດ​ຂອງ​ເພິ່ນ​ວ່າ: “ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄປ” ແລະ​ເພິ່ນ​ເວົ້າ​ຕື່ມ​ວ່າ: “ທ່ານ​ທັງ​ຫຼາຍ​ຈະ​ພົບ​ຄວາມ​ເຊົາ​ເມື່ອຍ​ໃນ​ຈິດ​ໃຈ​ຂອງ​ທ່ານ. ເຫດ​ວ່າ​ແອກ​ຂອງ​ເຮົາ​ກໍ​ງ່າຍ​ແລະ​ເຄື່ອງ​ແບກ​ຂອງ​ເຮົາ​ກໍ​ເບົາ.” (ມັດທາຍ 11:28-30) ນີ້​ເປັນ​ເລື່ອງ​ຈິງ! ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ເມື່ອຍ​ກ່ອນ​ທີ່​ຈະ​ອອກ​ໄປ​ປະຊຸມ​ຫຼື​ປະກາດ. ແຕ່​ເມື່ອ​ປະຊຸມ​ຫຼື​ປະກາດ​ແລ້ວ ເຮົາ​ຮູ້ສຶກ​ສົດ​ຊື່ນ​ແລະ​ພ້ອມ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ. ແມ່ນ​ແລ້ວ ແອກ​ຂອງ​ພະ​ເຍຊູ​ກໍ​ແບກ​ງ່າຍ​ແທ້ໆ.

7. ຂໍ​ໃຫ້​ເວົ້າ​ເຖິງ​ປະສົບການ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ມັດທາຍ 11:28-30 ເປັນ​ຄວາມ​ຈິງ.

7 ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ. ລາວ​ຕ້ອງ​ທົນ​ກັບ​ພະຍາດ​ອ່ອນ​ເພຍ​ຊຳເຮື້ອ ພະຍາດ​ຊຶມເສົ້າ ແລະ​ອາການ​ປວດ​ຫົວ​ຮຸນແຮງ. ບາງ​ຄັ້ງ​ຈຶ່ງ​ຍາກ​ຫຼາຍ​ທີ່​ລາວ​ຈະ​ໄປ​ຮ່ວມ​ປະຊຸມ. ແນວ​ໃດ​ກໍ​ຕາມ ມື້​ໜຶ່ງ​ຫຼັງ​ຈາກ​ທີ່​ລາວ​ໄດ້​ພະຍາຍາມ​ເຂົ້າ​ຮ່ວມ​ປະຊຸມ ລາວ​ບອກ​ວ່າ: “ຄຳ​ບັນລະຍາຍ​ໃນ​ມື້​ນັ້ນ​ເປັນ​ເລື່ອງ​ກ່ຽວ​ກັບ​ຄວາມ​ທໍ້​ໃຈ ພີ່​ນ້ອງ​ບັນລະຍາຍ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ​ແລະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ທໍ້​ໃຈ​ຈົນ​ເຮັດ​ໃຫ້​ຂ້ອຍ​ຮ້ອງໄຫ້​ອອກ​ມາ. ຂ້ອຍ​ຮູ້ສຶກ​ເລີຍ​ວ່າ​ການ​ປະຊຸມ​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ຂ້ອຍ.” ລາວ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ພະຍາຍາມ​ໄປ​ປະຊຸມ​ໃນ​ມື້​ນັ້ນ!

8, 9. ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ບອກ​ວ່າ: “ເມື່ອ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ພັດ​ຍິ່ງ​ເຂັ້ມແຂງ​ຂຶ້ນ”?

8 ອ່ານ​ເອຊາອີ 40:30. ເຮົາ​ອາດ​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ໄດ້​ດ້ວຍ​ກຳລັງ​ຂອງ​ເຮົາ​ເອງ ເຊິ່ງ​ນີ້​ເປັນ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ຮຽນ​ຮູ້. ໂປໂລ​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ທີ່​ລາວ​ຢາກ​ເຮັດ. ຕອນ​ທີ່​ລາວ​ບອກ​ກັບ​ພະ​ເຢໂຫວາ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ ພະອົງ​ບອກ​ລາວ​ວ່າ: “ເມື່ອ​ເຈົ້າ​ອ່ອນແອ ພະລັງ​ອຳນາດ​ຂອງ​ເຮົາ​ກໍ​ສະແດງ​ໄດ້​ຢ່າງ​ເຕັມທີ.” ໂປໂລ​ເຂົ້າ​ໃຈ​ທີ່​ພະ​ເຢໂຫວາ​ບອກ. ລາວ​ຈຶ່ງ​ເວົ້າ​ວ່າ: “ເມື່ອ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ພັດ​ຍິ່ງ​ເຂັ້ມແຂງ​ຂຶ້ນ.” (2 ໂກລິນໂທ 12:7-10, ລ.ມ.) ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ?

9 ໂປໂລ​ສຳນຶກ​ວ່າ​ລາວ​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ໄດ້​ດ້ວຍ​ກຳລັງ​ຂອງ​ຕົວ​ເອງ. ລາວ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ມີ​ພະລັງ​ອຳນາດ​ຫຼາຍ​ກວ່າ. ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ສາມາດ​ເຮັດ​ໃຫ້​ໂປໂລ​ມີ​ກຳລັງ​ຫຼາຍ​ຂຶ້ນ​ຕອນ​ທີ່​ລາວ​ຮູ້ສຶກ​ອ່ອນແອ ແລະ​ເຮັດ​ສິ່ງ​ຕ່າງໆໄດ້​ຫຼາຍ​ຂຶ້ນ. ພະລັງ​ຂອງ​ພະເຈົ້າ​ຍັງ​ຊ່ວຍ​ໂປໂລ​ໃຫ້​ມີ​ກຳລັງ​ເຮັດ​ສິ່ງ​ທີ່​ລາວ​ບໍ່​ສາມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ. ເຮົາ​ກໍ​ເປັນ​ແບບ​ນີ້​ໄດ້​ຄື​ກັນ ເມື່ອ​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ​ແທ້ໆ!

10. ພະ​ເຢໂຫວາ​ຊ່ວຍ​ດາວິດ​ແນວ​ໃດ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ລາວ​ປະສົບ?

10 ດາວິດ​ຜູ້​ຂຽນ​ພະທຳ​ຄຳເພງ​ປະສົບ​ດ້ວຍ​ຕົວ​ເອງ​ເລື້ອຍໆວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເຮັດ​ໃຫ້​ລາວ​ເຂັ້ມແຂງ​ໄດ້. ລາວ​ຮ້ອງ​ເພງ​ວ່າ: “ເພາະ​ພະອົງ​ຊ່ວຍ ຂ້ອຍ​ຈຶ່ງ​ຈັດການ​ກອງ​ໂຈນ​ໄດ້ ແລະ​ເພາະ​ພະເຈົ້າ​ໃຫ້​ພະລັງ ຂ້ອຍ​ຈຶ່ງ​ກະໂດດ​ຂ້າມ​ກຳແພງ​ໄດ້.” (ຄຳເພງ 18:29, ລ.ມ.) ຄື​ກັບ​ທີ່​ເຮົາ​ບໍ່​ສາມາດ​ປີນ​ຂ້າມ​ກຳແພງ​ທີ່​ສູງ​ໄດ້ ບາງ​ຄັ້ງ​ບັນຫາ​ທີ່​ເຮົາ​ປະສົບ​ກໍ​ໃຫຍ່​ເກີນ​ກວ່າ​ທີ່​ເຮົາ​ຈະ​ແກ້ໄຂ​ໄດ້​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ.

11. ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ອົດ​ທົນ​ກັບ​ບັນຫາ​ທີ່​ເຮົາ​ປະສົບ?

11 ອ່ານ​ເອຊາອີ 40:31. ນົກ​ແອ້ວ​ຫຼື​ນົກ​ອິນຊີ​ບໍ່​ສາມາດ​ບິນ​ຢູ່​ເທິງ​ທ້ອງຟ້າ​ໄດ້​ດ້ວຍ​ກຳລັງ​ຂອງ​ຕົວ​ມັນ​ເອງ​ເທົ່າ​ນັ້ນ ແຕ່​ແຮງ​ລົມ​ຈາກ​ກະແສ​ລົມ​ອຸ່ນ​ທີ່​ພັດ​ຂຶ້ນ​ໄດ້​ຊ່ວຍ​ໃຫ້​ມັນ​ລອຍ​ຢູ່​ເທິງ​ທ້ອງຟ້າ​ໄດ້. ນີ້​ເຮັດ​ໃຫ້​ນົກ​ອິນຊີ​ສາມາດ​ບິນ​ໄປ​ໄດ້​ໄກ​ແລະ​ປະຢັດ​ພະລັງ​ງານ. ດັ່ງ​ນັ້ນ ເມື່ອ​ເຈົ້າ​ປະສົບ​ກັບ​ບັນຫາ​ເກີນ​ກວ່າ​ທີ່​ຈະ​ຮັບ​ມື​ໄດ້ ຂໍ​ໃຫ້​ເຈົ້າ​ຄິດ​ເຖິງ​ນົກ​ອິນຊີ. ເຈົ້າ​ຕ້ອງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ກຳລັງ​ກັບ​ເຈົ້າ​ໂດຍ​ທາງ ‘ຜູ້​ຊ່ວຍ​ຄື​ພະລັງ​ບໍລິສຸດ.’ (ໂຢຮັນ 14:26, ລ.ມ.) ເຮົາ​ສາມາດ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ໄດ້​ຕະຫຼອດ 24 ຊົ່ວ​ໂມງ​ທຸກ​ມື້. ເຮົາ​ອາດ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໂດຍ​ສະເພາະ​ເມື່ອ​ເຮົາ​ມີ​ບັນຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. ແຕ່​ເປັນ​ຫຍັງ​ຈຶ່ງ​ມີ​ບັນຫາ​ເກີດ​ຂຶ້ນ?

12, 13. (ກ) ເປັນ​ຫຍັງ​ບາງ​ເທື່ອ​ຄລິດສະຕຽນ​ຈຶ່ງ​ມີ​ບັນຫາ​ກັນ? (ຂ) ເລື່ອງ​ຊີວິດ​ຂອງ​ໂຢເຊບ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

12 ເຮົາ​ອາດ​ມີ​ບັນຫາ​ກັບ​ພີ່​ນ້ອງ​ຍ້ອນ​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ. ບາງ​ຄັ້ງ​ເຮົາ​ອາດ​ຮູ້​ສຶກ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ຫຼື​ເຮັດ ຫຼື​ເຮົາ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ພໍ​ໃຈ. ເລື່ອງ​ນີ້​ຖື​ວ່າ​ເປັນ​ການ​ທົດ​ສອບ​ອີກ​ຢ່າງ​ໜຶ່ງ​ທີ່​ຍາກ​ສຳລັບ​ເຮົາ. ແຕ່​ມັນ​ກໍ​ເປັນ​ໂອກາດ​ທີ່​ດີ​ທີ່​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. ແລ້ວ​ເຮົາ​ຈະ​ເຮັດ​ຢ່າງ​ນັ້ນ​ໄດ້​ແນວ​ໃດ? ໂດຍ​ການ​ພະຍາຍາມ​ຮຽນ​ຮູ້​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ດ້ວຍ​ຄວາມ​ສາມັກຄີ. ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ສົມບູນ​ແບບ​ແລະ​ເຮົາ​ເອງ​ກໍ​ຕ້ອງ​ເຮັດ​ຄື​ກັນ.

ພະ​ເຢໂຫວາ​ບໍ່​ໄດ້​ປະ​ຖິ້ມ​ໂຢເຊບ​ແລະ​ພະອົງ​ກໍ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ຄື​ກັນ (ເບິ່ງ​ຂໍ້ 13)

13 ພະ​ເຢໂຫວາ​ຍອມ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ຖືກ​ທົດ​ສອບ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ຊີວິດ​ຂອງ​ໂຢເຊບ. ເມື່ອ​ໂຢເຊບ​ຍັງ​ໜຸ່ມ ອ້າຍ​ຄົນ​ລະ​ແມ່​ອິດສາ​ລາວ​ຈົນ​ຂາຍ​ລາວ​ໃຫ້​ເປັນ​ທາດ​ແລະ​ລາວ​ກໍ​ຖືກ​ພາ​ໄປ​ເອຢິບ. (ຕົ້ນເດີມ 37:28) ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ແລະ​ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ພະອົງ​ຕ້ອງ​ຮູ້ສຶກ​ເຈັບ​ປວດ​ທີ່​ເຫັນ​ໂຢເຊບ​ທີ່​ເປັນ​ທັງ​ເພື່ອນ​ແລະ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຖືກ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ. ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຢຸດ​ສິ່ງ​ຕ່າງໆທີ່​ເກີດ​ຂຶ້ນ. ເມື່ອ​ໂຢເຊບ​ຖືກ​ກ່າວ​ຫາ​ວ່າ​ພະຍາຍາມ​ຂົ່ມຂືນ​ເມຍ​ຂອງ​ໂປຕີຟາ​ແລະ​ຖືກ​ຈັບ​ຂັງ​ຄຸກ ພະ​ເຢໂຫວາ​ກໍ​ຍັງ​ບໍ່​ໄດ້​ຊ່ວຍ​ລາວ. ນີ້​ໝາຍ​ຄວາມ​ວ່າ​ພະອົງ​ປະ​ຖິ້ມ​ໂຢເຊບ​ແລ້ວ​ບໍ? ບໍ່​ເລີຍ ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ສະຖິດ​ຢູ່​ກັບ​ລາວ ແລະ​ໄດ້​ໂຜດ​ໃຫ້​ການ​ທີ່​ລາວ​ໄດ້​ກະທຳ​ນັ້ນ​ຈຳເລີນ​ບໍລິບູນ.”—ຕົ້ນເດີມ 39:21-23

14. ການ​ເຮັດ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ ‘ຢ່າ​ຄຽດ’ ມີ​ປະໂຫຍດ​ແນວ​ໃດ?

14 ອີກ​ຕົວຢ່າງ​ໜຶ່ງ​ກໍ​ຄື​ດາວິດ. ຄົນ​ສ່ວນ​ຫຼາຍ​ອາດ​ບໍ່​ເຄີຍ​ປະສົບ​ກັບ​ຄວາມ​ໂຫດ​ຮ້າຍ​ແບບ​ດາວິດ ແຕ່​ໝູ່​ຂອງ​ພະເຈົ້າ​ຄົນ​ນີ້​ບໍ່​ປ່ອຍ​ໃຫ້​ຕົວ​ເອງ​ຈົມ​ຢູ່​ກັບ​ຄວາມ​ຄຽດ​ແຄ້ນ. ລາວ​ຂຽນ​ວ່າ: ‘ຢ່າ​ຄຽດ​ແລະ​ຈົ່ງ​ປະ​ຄວາມ​ຄຽດ​ຮ້າຍ ຢ່າ​ເຄືອງ​ໃຈ​ແລ້ວ​ໄປ​ເຮັດ​ຊົ່ວ​ຮ້າຍ.’ (ຄຳເພງ 37:8) ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຈະ​ບໍ່​ຄຽດ​ຫຼື​ເຊົາ​ຄຽດ​ກໍ​ຍ້ອນ​ເຮົາ​ຢາກ​ຮຽນ​ແບບ​ພະເຈົ້າ. ພະອົງ “ບໍ່​ໄດ້​ລົງໂທດ​ໃສ່​ພວກ​ເຮົາ​ຕາມ​ການ​ບາບ​ທັງ​ຫຼາຍ​ຂອງ​ພວກ​ເຮົາ” ແຕ່​ພະອົງ​ໃຫ້​ອະໄພ​ເຮົາ. (ຄຳເພງ 103:10) ນອກ​ຈາກ​ນັ້ນ ການ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້​ກໍ​ມີ​ປະໂຫຍດ​ຫຼາຍ. ຕົວຢ່າງ: ການ​ຄຽດ​ໃຫ້​ຄົນ​ອື່ນ​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ດັນ​ເລືອດ​ສູງ ແລະ​ອາດ​ເຮັດ​ໃຫ້​ລະບົບ​ທາງ​ເດີນ​ຫາຍ​ໃຈ​ມີ​ບັນຫາ. ມັນ​ຍັງ​ສາມາດ​ທຳລາຍ​ຕັບ​ແລະ​ຕັບ​ອ່ອນ ແລະ​ອາດ​ເຮັດ​ໃຫ້​ເກີດ​ບັນຫາ​ໃນ​ລະບົບ​ທາງ​ເດີນ​ອາຫານ. ເມື່ອ​ເຮົາ​ຄຽດ​ໃຫ້​ຄົນ​ອື່ນ​ເຮົາ​ຈະ​ຄິດ​ຫາ​ເຫດຜົນ​ໄດ້​ບໍ່​ດີ ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ເຈັບ ແລະ​ເຮົາ​ກໍ​ຈະ​ຮູ້ສຶກ​ບໍ່​ດີ​ເປັນ​ເວລາ​ດົນ. ດັ່ງ​ນັ້ນ ຈຶ່ງ​ດີ​ກວ່າ​ທີ່​ເຮົາ​ຈະ​ຄວບຄຸມ​ອາລົມ​ໄວ້. ຄຳພີ​ໄບເບິນ​ບອກ​ວ່າ: “ໃຈ​ທີ່​ສະຫງົບ​ເຮັດ​ໃຫ້​ສຸຂະພາບ​ດີ.” (ສຸພາສິດ 14:30, ລ.ມ.) ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຈັບ ແລະ​ເຮົາ​ຈະ​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ​ໄດ້​ແນວ​ໃດ? ເຮົາ​ສາມາດ​ໃຊ້​ຄຳ​ແນະນຳ​ທີ່​ສະຫຼາດ​ຈາກ​ຄຳພີ​ໄບເບິນ​ໄດ້.

ເມື່ອ​ພີ່​ນ້ອງ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ

15, 16. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ພີ່​ນ້ອງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເສຍໃຈ?

15 ອ່ານ​ເອເຟດ 4:26. ເຮົາ​ຈະ​ບໍ່​ຮູ້ສຶກ​ແປກ​ໃຈ​ເລີຍ​ຖ້າ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເສຍໃຈ​ບໍ່​ໄດ້​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ. ແຕ່​ເມື່ອ​ພີ່​ນ້ອງ​ຄລິດສະຕຽນ​ຫຼື​ຄົນ​ໃນ​ຄອບຄົວ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮົາ​ອາດ​ຮູ້ສຶກ​ຮັບ​ບໍ່​ໄດ້. ຖ້າ​ເຮົາ​ບໍ່​ສາມາດ​ລືມ​ເລື່ອງ​ທີ່​ເກີດ​ຂຶ້ນ​ໄດ້​ເດ​ຈະ​ເປັນ​ແນວ​ໃດ? ເຮົາ​ຈະ​ປ່ອຍ​ໃຫ້​ຕົວ​ເອງ​ຈົມ​ຢູ່​ກັບ​ຄວາມ​ຄຽດ​ເຊິ່ງ​ບາງ​ເທື່ອ​ອາດ​ດົນ​ເປັນ​ເວລາ​ຫຼາຍ​ປີ​ບໍ? ຫຼື​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ສະຫຼາດ​ຈາກ​ຄຳພີ​ໄບເບິນ​ໂດຍ​ຮີບ​ຈັດການ​ກັບ​ບັນຫາ​ບໍ? ແຮ່ງ​ເຮົາ​ຊັກຊ້າ​ທີ່​ຈະ​ປັບ​ຄວາມ​ເຂົ້າ​ໃຈ​ກັບ​ອີກ​ຝ່າຍ​ໜຶ່ງ ນັ້ນ​ກໍ​ແຮ່ງ​ຍາກ​ຂຶ້ນ​ທີ່​ເຮົາ​ຈະ​ສ້າງ​ສັນຕິສຸກ.

16 ຖ້າ​ພີ່​ນ້ອງ​ເຮັດ​ໃຫ້​ເຈົ້າ​ເສຍໃຈ​ແລະ​ເຈົ້າ​ຢຸດ​ຄິດ​ເລື່ອງ​ນັ້ນ​ບໍ່​ໄດ້​ເດ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ສັນຕິສຸກ​ກັບ​ລາວ? ທຳອິດ​ເຈົ້າ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ລົມ​ກັບ​ພີ່​ນ້ອງ​ດີໆ. ຂໍ​ໃຫ້​ຈື່​ວ່າ​ພີ່​ນ້ອງ​ຄົນ​ນັ້ນ​ກໍ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ຄື​ກັນ. (ຄຳເພງ 25:14) ພະ​ເຢໂຫວາ​ຮັກ​ລາວ. ພະອົງ​ປະຕິບັດ​ກັບ​ໝູ່​ຂອງ​ພະອົງ​ດ້ວຍ​ຄວາມ​ເມດຕາ​ແລະ​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ​ຄື​ກັນ. (ສຸພາສິດ 15:23; ມັດທາຍ 7:12; ໂກໂລດ 4:6) ຢ່າງ​ທີ​ສອງ ຄິດ​ໃຫ້​ຮອບຄອບ​ວ່າ​ຈະ​ເວົ້າ​ຫຍັງ​ກັບ​ພີ່​ນ້ອງ​ຄົນ​ນັ້ນ. ຢ່າ​ຄິດ​ເອງ​ວ່າ​ລາວ​ຕັ້ງ​ໃຈ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ເຈັບ. ບາງ​ເທື່ອ​ອາດ​ເປັນ​ຄວາມ​ຜິດ​ພາດ​ຫຼື​ເຈົ້າ​ອາດ​ເຂົ້າ​ໃຈ​ຜິດ. ຂໍ​ໃຫ້​ເຕັມ​ໃຈ​ຍອມ​ຮັບ​ວ່າ​ເຈົ້າ​ເອງ​ກໍ​ອາດ​ມີ​ສ່ວນ​ເຮັດ​ໃຫ້​ເກີດ​ບັນຫາ. ເມື່ອ​ໄປ​ລົມ​ກັບ​ລາວ​ເຈົ້າ​ອາດ​ເລີ່ມ​ເວົ້າ​ວ່າ: “ຂ້ອຍ​ອາດ​ຄິດ​ຫຼາຍ​ເກີນ​ໄປ ແຕ່​ຕອນ​ທີ່​ເຈົ້າ​ເວົ້າ​ກັບ​ຂ້ອຍ​ມື້​ວານ​ນີ້ ຂ້ອຍ​ຮູ້ສຶກ . . . ” ແຕ່​ຖ້າ​ການ​ລົມ​ກັນ​ບໍ່​ໄດ້​ຊ່ວຍ​ໃຫ້​ເຈົ້າ​ກັບ​ພີ່​ນ້ອງ​ມີ​ສັນຕິສຸກ​ເດ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຕໍ່ໆໄປ. ໃຫ້​ອະທິດຖານ​ເພື່ອ​ລາວ ຂໍ​ພະ​ເຢໂຫວາ​ອວຍ​ພອນ​ລາວ​ແລະ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເຖິງ​ຂໍ້​ດີ​ຂອງ​ລາວ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ໃນ​ຄວາມ​ພະຍາຍາມ​ທີ່​ຈິງ​ໃຈ​ຂອງ​ເຈົ້າ​ໃນ​ການ​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ​ເຊິ່ງ​ເປັນ​ໝູ່​ຄົນ​ໜຶ່ງ​ຂອງ​ພະອົງ.

ເມື່ອ​ເຮົາ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ອະດີດ

17. ເມື່ອ​ເຮົາ​ເຮັດ​ຜິດ ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ກັບ​ພະອົງ​ຄື​ເກົ່າ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ຕອບ​ຮັບ​ຄວາມ​ຊ່ວຍ​ເຫຼືອ?

17 ບາງ​ຄົນ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ສົມຄວນ​ທີ່​ຈະ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຄີຍ​ເຮັດ​ບາບ​ຮ້າຍແຮງ. ຄວາມ​ຮູ້ສຶກ​ຜິດ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສະຫງົບ​ໃຈ ຄວາມ​ຍິນດີ ແລະ​ໝົດ​ແຮງ. ກະສັດ​ດາວິດ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ຜິດ​ແບບ​ນັ້ນ ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ງຽບ ກະດູກ​ຂອງ​ຂ້ອຍ​ກໍ​ຜຸ​ເພາະ​ຂ້ອຍ​ທຸກ​ທໍລະມານ​ຕະຫຼອດ​ທັງ​ວັນ. ຂ້ອຍ​ໜັກ​ໃຈ​ຫຼາຍ​ທັງ​ເວັນ​ທັງ​ຄືນ​ເພາະ​ພະອົງ​ບໍ່​ພໍ​ໃຈ.” ໜ້າ​ດີ​ໃຈ​ທີ່​ດາວິດ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ເຮັດ. ລາວ​ຂຽນ​ວ່າ: “ໃນ​ທີ່​ສຸດ​ຂ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພະອົງ . . . ແລະ​ພະອົງ​ກໍ​ຍົກ​ໂທດ​ໃຫ້​ຂ້ອຍ.” (ຄຳເພງ 32:3-5, ລ.ມ.) ຖ້າ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ ພະອົງ​ຢາກ​ຊ່ວຍ​ເຈົ້າ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ​ຄື​ເກົ່າ. ແຕ່​ເຈົ້າ​ຕ້ອງ​ຕອບ​ຮັບ​ການ​ຊ່ວຍ​ເຫຼືອ​ທີ່​ພະອົງ​ຈັດ​ກຽມ​ໄວ້​ໃຫ້​ຜ່ານ​ທາງ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ. (ສຸພາສິດ 24:16; ຢາໂກໂບ 5:13-15) ດັ່ງ​ນັ້ນ ຢ່າ​ລໍ​ຊ້າ! ຊີວິດ​ຕະຫຼອດ​ໄປ​ຂອງ​ເຈົ້າ​ຂຶ້ນ​ຢູ່​ກັບ​ການ​ເຮັດ​ແບບ​ນີ້. ແຕ່​ຖ້າ​ເຈົ້າ​ຍັງ​ຮູ້ສຶກ​ຜິດ​ຫຼັງ​ຈາກ​ທີ່​ເຈົ້າ​ໄດ້​ຮັບ​ການ​ອະໄພ​ບາບ​ດົນ​ແລ້ວ​ເດ ເຈົ້າ​ຄວນ​ເຮັດ​ແນວ​ໃດ?

18. ຕົວຢ່າງ​ຂອງ​ໂປໂລ​ຊ່ວຍ​ຄົນ​ທີ່​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ສົມຄວນ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແນວ​ໃດ?

18 ບາງ​ເທື່ອ​ໂປໂລ​ກໍ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ບາບ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ. ລາວ​ບອກ​ວ່າ: “ຂ້ອຍ​ຕໍ່າ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ອັກຄະສາວົກ ແລະ​ຂ້ອຍ​ບໍ່​ເໝາະ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ອັກຄະສາວົກ​ດ້ວຍ​ຊໍ້າ ເພາະ​ຂ້ອຍ​ເຄີຍ​ຂົ່ມເຫງ​ປະຊາຄົມ​ຂອງ​ພະເຈົ້າ.” ເຖິງ​ວ່າ​ໂປໂລ​ຈະ​ຮູ້ສຶກ​ແບບ​ນັ້ນ ແຕ່​ລາວ​ກໍ​ບອກ​ວ່າ: “ແຕ່​ຂ້ອຍ​ໄດ້​ເຮັດ​ໜ້າ​ທີ່​ນີ້​ເພາະ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.” (1 ໂກລິນໂທ 15:9, 10, ລ.ມ.) ພະ​ເຢໂຫວາ​ຮູ້​ວ່າ​ໂປໂລ​ບໍ່​ສົມບູນ​ແບບ. ແຕ່​ພະອົງ​ກໍ​ຍອມ​ຮັບ​ສິ່ງ​ທີ່​ລາວ​ເປັນ​ແລະ​ຢາກ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ພະອົງ​ຮັບ​ໄດ້. ຖ້າ​ເຈົ້າ​ຮູ້​ສຶກ​ເສຍໃຈ​ແທ້ໆໃນ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ໃນ​ອະດີດ​ແລະ​ໄດ້​ອະທິດຖານ​ບອກ​ພະ​ເຢໂຫວາ​ໄປ​ແລ້ວ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ໃນ​ກໍລະນີ​ທີ່​ຈຳເປັນ​ເຈົ້າ​ກໍ​ໄດ້​ລົມ​ກັບ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ແລ້ວ ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຈົ້າ​ຢ່າງ​ແນ່ນອນ. ຂໍ​ໃຫ້​ເຊື່ອ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຈົ້າ​ແລ້ວ​ຄື​ທີ່​ພະອົງ​ເວົ້າ​ແທ້ໆ.—ເອຊາອີ 55:6, 7

19. ຂໍ້​ພະ​ຄຳພີ​ປະຈຳ​ປີ 2018 ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຂໍ້​ນີ້​ຈຶ່ງ​ສຳຄັນ?

19 ເຮົາ​ມີ​ຊີວິດ​ທີ່​ໃກ້​ຈະ​ເຖິງ​ຈຸດ​ຈົບ​ຂອງ​ລະບົບ​ນີ້​ແລ້ວ ເຮົາ​ຈຶ່ງ​ຄາດ​ໝາຍ​ໄດ້​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ແຕ່​ເຮົາ​ຄວນ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ໃຫ້ ‘ຄົນ​ທີ່​ເມື່ອຍ​ມີ​ແຮງ’ ແລະ ‘ຄົນ​ທີ່​ຫິວ​ອ່ອນ [“ໝົດ​ແຮງ,” ລ.ມ.] ມີ​ກຳລັງ​ຫຼາຍ​ຂຶ້ນ.’ ພະອົງ​ສາມາດ​ໃຫ້​ທຸກ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ຮັບໃຊ້​ພະອົງ​ຕໍ່​ໄປ​ຢ່າງ​ສັດ​ຊື່. (ເອຊາອີ 40:29; ຄຳເພງ 55:22; 68:19) ລະຫວ່າງ​ປີ 2018 ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຈິງ​ທີ່​ສຳຄັນ​ນີ້​ທຸກ​ຄັ້ງ​ທີ່​ເຮົາ​ມາ​ຫໍ​ປະຊຸມ​ເມື່ອ​ເຫັນ​ຂໍ້​ພະ​ຄຳພີ​ປະຈຳ​ປີ​ທີ່​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຄອງ​ຫາ [“ວາງໃຈ,” ລ.ມ.] ພະ​ເຢໂຫວາ​ກໍ​ຈະ​ມີ​ເຫື່ອ​ແຮງ​ມາ​ໃໝ່.”ເອຊາອີ 40:31