ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ຫຍັງ​ຕ້ອງ​ໃຫ້​ກັບ​ຜູ້​ທີ່​ມີ​ທຸກ​ສິ່ງ​ຢູ່​ແລ້ວ?

ເປັນ​ຫຍັງ​ຕ້ອງ​ໃຫ້​ກັບ​ຜູ້​ທີ່​ມີ​ທຸກ​ສິ່ງ​ຢູ່​ແລ້ວ?

‘ໂອ້​ພະເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ ພວກ​ຂ້າ​ນ້ອຍ​ໂມທະນາ​ພະ​ເດດ​ພະ​ຄຸນ [ຂອບໃຈ] ພະອົງ​ແລະ​ສັນລະເສີນ​ນາມ​ຊື່​ອັນ​ມີ​ລັດ​ສະໝີ​ຂອງ​ພະອົງ.’—1 ຂ່າວຄາວ 29:13

ເພງ: 80, 50

1, 2. ພະ​ເຢໂຫວາ​ເອື້ອເຟື້ອ​ກັບ​ເຮົາ​ແນວ​ໃດ?

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເອື້ອເຟື້ອ ທຸກ​ສິ່ງ​ທີ່​ເຮົາ​ມີ​ລ້ວນ​ມາ​ຈາກ​ພະອົງ. ພະອົງ​ເປັນ​ເຈົ້າ​ຂອງ​ສິ່ງ​ທີ່​ມີ​ຄ່າ​ຕ່າງໆໃນ​ໂລກ​ນີ້ ແລະ​ພະອົງ​ໃຊ້​ສິ່ງ​ເຫຼົ່າ​ນີ້​ເພື່ອ​ເຮັດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ໄດ້. (ຄຳເພງ 104:13-15; ອາກເກ 2:8) ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ບາງ​ຄັ້ງ​ພະ​ເຢໂຫວາ​ໃຊ້​ສິ່ງ​ຕ່າງໆທີ່​ຢູ່​ໃນ​ໂລກ​ດ້ວຍ​ການ​ອັດສະຈັນ​ເພື່ອ​ຈັດ​ກຽມ​ສິ່ງ​ຈຳເປັນ​ໃຫ້​ປະຊາຊົນ​ຂອງ​ພະອົງ.

2 ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ມານາ​ແລະ​ນໍ້າ​ໃຫ້​ກັບ​ຊາດ​ອິດສະລາແອນ​ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ຖິ່ນ​ທຸລະກັນດານ​ເປັນ​ເວລາ 40 ປີ. (ອົບພະຍົບ 16:35) ຜົນ​ກໍ​ຄື​ເຂົາ​ເຈົ້າ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ. (ເນເຫມີ 9:20, 21) ຕໍ່​ມາ ພະ​ເຢໂຫວາ​ໃຫ້​ອຳນາດ​ກັບ​ຜູ້​ພະຍາກອນ​ເອລີເຊ​ເພື່ອ​ເຮັດ​ການ​ອັດສະຈັນ ໂດຍ​ເຮັດ​ໃຫ້​ນໍ້າມັນ​ໜ້ອຍ​ດຽວ​ທີ່​ຢູ່​ໃນ​ໄຫ​ຂອງ​ແມ່​ໝ້າຍ​ຜູ້​ສັດ​ຊື່​ເພີ່ມ​ຫຼາຍ​ຂຶ້ນ. ຂອງ​ຂວັນ​ຈາກ​ພະເຈົ້າ​ນີ້​ຊ່ວຍ​ໃຫ້​ລາວ​ສາມາດ​ໃຊ້​ໜີ້​ໄດ້​ແລະ​ຍັງ​ມີ​ເງິນ​ເຫຼືອ​ພຽງ​ພໍ​ສຳລັບ​ລາວ​ແລະ​ລູກ​ຊາຍ​ທີ່​ຈະ​ໃຊ້​ຊີວິດ​ຕໍ່​ໄປ​ໄດ້. (2 ກະສັດ 4:1-7) ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ໂດຍ​ຈັດ​ໃຫ້​ມີ​ອາຫານ​ແລະ​ເຖິງ​ກັບ​ໃຫ້​ມີ​ເງິນ​ເມື່ອ​ຈຳເປັນ.—ມັດທາຍ 15:35-38; 17:27

3. ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ຫຍັງ?

3 ພະ​ເຢໂຫວາ​ສາມາດ​ໃຊ້​ທຸກ​ສິ່ງ​ເພື່ອ​ເບິ່ງ​ແຍງ​ສິ່ງ​ທີ່​ພະອົງ​ສ້າງ ແຕ່​ພະອົງ​ກໍ​ຍັງ​ເຊີນ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ມີ​ເພື່ອ​ສະໜັບສະໜູນ​ວຽກ​ໃນ​ອົງການ​ຂອງ​ພະອົງ. (ອົບພະຍົບ 36:3-7; ອ່ານ​ສຸພາສິດ 3:9) ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເອົາ​ສິ່ງ​ທີ່​ມີ​ຄ່າ​ຂອງ​ເຮົາ​ຄືນ​ໃຫ້​ພະອົງ? ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ຄຳພີ​ໄບເບິນ​ສະໜັບສະໜູນ​ວຽກ​ຂອງ​ພະອົງ​ແນວ​ໃດ? ທຸກ​ມື້​ນີ້​ອົງການ​ໃຊ້​ເງິນ​ທີ່​ບໍລິຈາກ​ແນວ​ໃດ? ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

ເປັນ​ຫຍັງ​ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ?

4. ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ຫຍັງ​ເມື່ອ​ເຮົາ​ສະໜັບສະໜູນ​ວຽກ​ຂອງ​ພະອົງ?

ເຮົາ​ໃຫ້​ສິ່ງ​ທີ່​ມີ​ຄ່າ​ກັບ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ພະອົງ

4 ເຮົາ​ຢາກ​ໃຫ້​ສິ່ງ​ທີ່​ມີ​ຄ່າ​ກັບ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ແລະ​ສຳນຶກ​ບຸນ​ຄຸນ​ພະອົງ. ເມື່ອ​ເຮົາ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຮົາ ເຮົາ​ກໍ​ມີ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພະອົງ. ກະສັດ​ດາວິດ​ຮູ້ສຶກ​ແບບ​ນີ້​ເມື່ອ​ລາວ​ອະທິບາຍ​ວ່າ​ຈຳເປັນ​ຕ້ອງ​ມີ​ຫຍັງ​ແດ່​ເພື່ອ​ຈະ​ສ້າງ​ວິຫານ. ດາວິດ​ບອກ​ວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ລ້ວນ​ມາ​ຈາກ​ພະ​ເຢໂຫວາ ແລະ​ທຸກ​ສິ່ງ​ທີ່​ເຮົາ​ໃຫ້​ພະອົງ​ກໍ​ເປັນ​ສິ່ງ​ທີ່​ພະອົງ​ໄດ້​ໃຫ້​ເຮົາ​ແລ້ວ.—ອ່ານ 1 ຂ່າວຄາວ 29:11-14

5. ຄຳພີ​ໄບເບິນ​ສອນ​ເຮົາ​ແນວ​ໃດ​ວ່າ​ການ​ໃຫ້​ທີ່​ບໍ່​ເຫັນ​ແກ່​ຕົວ​ເປັນ​ສ່ວນ​ສຳຄັນ​ຂອງ​ການ​ນະມັດສະການ​ແທ້?

5 ເຮົາ​ຍັງ​ໃຫ້​ສິ່ງ​ທີ່​ມີ​ຄ່າ​ກັບ​ພະ​ເຢໂຫວາ​ເພາະ​ນີ້​ເປັນ​ວິທີ​ທີ່​ເຮົາ​ຈະ​ນະມັດສະການ​ພະອົງ. ຢູ່​ໃນ​ນິມິດ ອັກຄະສາວົກ​ໂຢຮັນ​ໄດ້​ຍິນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະຫວັນ​ເວົ້າ​ວ່າ: “ພະອົງ​ເຈົ້າ ແລະ​ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ເປັນ​ຜູ້​ສົມຄວນ​ຈະ​ຮັບ​ລັດ​ສະໝີ ແລະ​ຍົດ​ສັກ​ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່​ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນໍ້າໃຈ​ຂອງ​ພະອົງ.” (ຄຳປາກົດ 4:11) ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ແລະ​ຄວາມ​ນັບຖື ດັ່ງ​ນັ້ນ ເຮົາ​ຕ້ອງ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ. ພະ​ເຢໂຫວາ​ໃຫ້​ຄຳ​ສັ່ງ​ແກ່​ຊາດ​ອິດສະລາແອນ​ຜ່ານ​ທາງ​ໂມເຊ​ວ່າ ໃຫ້​ເຂົາ​ເຈົ້າ​ຈັດ​ງານ​ເທສະການ​ປີ​ລະ 3 ຄັ້ງ. ສ່ວນ​ໜຶ່ງ​ຂອງ​ການ​ນະມັດສະການ​ພະ​ເຢໂຫວາ​ໃນ​ເທສະການ​ເຫຼົ່າ​ນີ້​ແມ່ນ​ການ​ໃຫ້​ສິ່ງ​ທີ່​ເຂົາ​ເຈົ້າ​ມີ​ກັບ​ພະອົງ. ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ວ່າ: “ຈົ່ງ​ມາ​ເຝົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ບໍ່​ໃຊ່​ດ້ວຍ​ມື​ເປົ່າ.” (ພະບັນຍັດ 16:16) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ການ​ນະມັດສະການ​ຂອງ​ເຮົາ​ຄື​ການ​ໃຫ້​ທີ່​ບໍ່​ເຫັນ​ແກ່​ຕົວ. ໂດຍ​ວິທີ​ນີ້ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ແລະ​ສະໜັບສະໜູນ​ວຽກ​ຂອງ​ອົງການ​ພະ​ເຢໂຫວາ.

6. ເປັນ​ຫຍັງ​ການ​ໃຫ້​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ? (ເບິ່ງ​ຮູບ​ທຳອິດ)

6 ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ​ທີ່​ຈະ​ເປັນ​ຜູ້​ໃຫ້​ຢ່າງ​ເອື້ອເຟື້ອ​ບໍ່​ພຽງ​ແຕ່​ເປັນ​ຝ່າຍ​ຮັບ. (ອ່ານ​ສຸພາສິດ 29:21) ຂໍ​ໃຫ້​ນຶກ​ພາບ​ເຖິງ​ເດັກ​ນ້ອຍ​ຄົນ​ໜຶ່ງ​ທີ່​ໄດ້​ເງິນ​ເທື່ອ​ລະ​ໜ້ອຍ​ຈາກ​ພໍ່​ແມ່ ແລະ​ຕໍ່​ມາ​ລາວ​ໃຊ້​ເງິນ​ສ່ວນ​ໜຶ່ງ​ຊື້​ຂອງ​ຂວັນ​ໃຫ້​ພໍ່​ແມ່. ເຈົ້າ​ຄິດ​ວ່າ​ຂອງ​ຂວັນ​ນັ້ນ​ຈະ​ເຮັດ​ໃຫ້​ພໍ່​ແມ່​ຮູ້ສຶກ​ແນວ​ໃດ? ຫຼື​ລອງ​ນຶກ​ພາບ​ເຖິງ​ໄພໂອເນຍ​ທີ່​ຍັງ​ນ້ອຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ກັບ​ພໍ່​ແມ່ ລາວ​ໄດ້​ໃຫ້​ເງິນ​ບາງ​ສ່ວນ​ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ຂອງ​ຄອບຄົວ. ພໍ່​ແມ່​ຂອງ​ລາວ​ອາດ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ລາວ​ເຮັດ​ແບບ​ນັ້ນ ແຕ່​ເຂົາ​ເຈົ້າ​ກໍ​ຮັບ​ເອົາ​ຂອງ​ຂວັນ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ພໍ່​ແມ່​ຮູ້​ວ່າ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ລູກ​ຖ້າ​ລູກ​ຮູ້ຈັກ​ສຳນຶກ​ບຸນ​ຄຸນ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ຮູ້​ວ່າ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ​ທີ່​ຈະ​ໃຫ້​ສິ່ງ​ທີ່​ມີ​ຄ່າ​ກັບ​ພະອົງ.

ການ​ໃຫ້​ຂອງ​ຜູ້​ຮັບໃຊ້​ໃນ​ສະໄໝ​ຄຳພີ​ໄບເບິນ

7, 8. ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ຄຳພີ​ໄບເບິນ​ໄດ້​ວາງ​ຕົວຢ່າງ​ແນວ​ໃດ​ໃນ​ເລື່ອງ​ການ​ບໍລິຈາກ (ກ) ເພື່ອ​ໂຄງການ​ພິເສດ? (ຂ) ເພື່ອ​ສະໜັບສະໜູນ​ວຽກ​ຮັບໃຊ້?

7 ເຮົາ​ໄດ້​ຮຽນ​ຮູ້​ໃນ​ຄຳພີ​ໄບເບິນ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ບໍລິຈາກ​ເພື່ອ​ສະໜັບສະໜູນ​ວຽກ​ຂອງ​ພະອົງ. ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ບໍລິຈາກ​ເພື່ອ​ໂຄງການ​ພິເສດ ເຊັ່ນ: ໂມເຊ​ກະຕຸ້ນ​ຊາວ​ອິດສະລາແອນ​ໃຫ້​ບໍລິຈາກ​ເພື່ອ​ສ້າງ​ເຕັ້ນ​ສັກສິດ. ຕໍ່​ມາ ກະສັດ​ດາວິດ​ກໍ​ສະໜັບສະໜູນ​ຊາວ​ອິດສະລາແອນ​ໃຫ້​ບໍລິຈາກ​ໃນ​ການ​ສ້າງ​ວິຫານ. (ອົບພະຍົບ 35:5; 1 ຂ່າວຄາວ 29:5-9) ໃນ​ສະໄໝ​ການ​ປົກຄອງ​ຂອງ​ກະສັດ​ໂຢອາຊ ປະໂລຫິດ​ໃຫຍ່​ໄດ້​ໃຊ້​ເງິນ​ທີ່​ປະຊາຊົນ​ບໍລິຈາກ​ເພື່ອ​ສ້ອມ​ແປງ​ວິຫານ. (2 ກະສັດ 12:4, 5) ໃນ​ສະຕະວັດ​ທຳອິດ ເມື່ອ​ຄລິດສະຕຽນ​ຮູ້​ວ່າ​ມີ​ການ​ຂາດແຄນ​ອາຫານ​ໃນ​ແຂວງ​ຢູເດ​ແລະ​ພີ່​ນ້ອງ​ກໍ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແທ້ໆ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕົກ​ລົງ​ກັນ​ວ່າ​ຈະ​ສົ່ງ​ສິ່ງ​ຂອງ​ໄປ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ທີ່​ຢູ່​ທີ່​ນັ້ນ​ຕາມ​ທີ່​ແຕ່​ລະ​ຄົນ​ຈະ​ໃຫ້​ໄດ້.—ກິດຈະການ 11:27-30

8 ປະຊາຊົນ​ຂອງ​ພະ​ເຢໂຫວາ​ຍັງ​ສະໜັບສະໜູນ​ທາງ​ດ້ານ​ການ​ເງິນ​ໃຫ້​ກັບ​ຄົນ​ທີ່​ນຳ​ໜ້າ​ເຊິ່ງ​ເຮັດ​ວຽກ​ຂອງ​ພະອົງ​ດ້ວຍ. ຕົວຢ່າງ​ເຊັ່ນ: ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ພວກເລວີ​ບໍ່​ໄດ້​ຮັບ​ມູນ​ຄື​ກັບ​ຄົນ​ໃນ​ຕະກູນ​ອື່ນ. ດັ່ງ​ນັ້ນ ຊາວ​ອິດສະລາແອນ​ຕ້ອງ​ໃຫ້​ສິ່ງ​ທີ່​ເຂົາ​ເຈົ້າ​ມີ 1 ສ່ວນ 10 ກັບ​ຊາວ​ເລວີ ໂດຍ​ວິທີ​ນີ້​ຈຶ່ງ​ເຮັດ​ໃຫ້​ຊາວ​ເລວີ​ສາມາດ​ທຸ່ມ​ເທ​ກັບ​ວຽກ​ຮັບໃຊ້​ຂອງ​ເຂົາ​ເຈົ້າ​ໃນ​ເຕັ້ນ​ສັກສິດ. (ຈົດເຊັນບັນຊີ 18:21) ຄ້າຍ​ຄື​ກັນ ຜູ້​ຍິງ​ທີ່​ໃຫ້​ຢ່າງ​ເອື້ອເຟື້ອ​ໄດ້​ໃຊ້​ຊັບ​ສິນ​ທີ່​ມີ​ເພື່ອ​ສະໜັບສະໜູນ​ພະ​ເຍຊູ​ແລະ​ລູກ​ສິດ​ຂອງ​ເພິ່ນ.—ລືກາ 8:1-3

ບໍ່​ວ່າ​ຈະ​ຮັ່ງມີ​ຫຼື​ທຸກ​ຍາກ​ຫຼາຍ​ສໍ່າ​ໃດ ທຸກ​ຄົນ​ກໍ​ສາມາດ​ໃຫ້​ໄດ້​ຄື​ກັນ

9. ໃນ​ສະໄໝ​ຄຳພີ​ໄບເບິນ​ມີ​ການ​ບໍລິຈາກ​ແນວ​ໃດ​ແດ່?

9 ມີ​ຫຼາຍ​ສິ່ງ​ທີ່​ອາດ​ບໍລິຈາກ​ໄດ້. ຊາວ​ອິດສະລາແອນ​ທີ່​ບໍລິຈາກ​ເພື່ອ​ສ້າງ​ເຕັ້ນ​ສັກສິດ​ອາດ​ໃຫ້​ສິ່ງ​ຂອງ​ທີ່​ມີ​ຄ່າ​ທີ່​ເຂົາ​ເຈົ້າ​ໄດ້​ມາ​ຈາກ​ເອຢິບ. (ອົບພະຍົບ 3:21, 22; 35:22-24) ໃນ​ສະຕະວັດ​ທຳອິດ ຄລິດສະຕຽນ​ບາງ​ຄົນ​ກໍ​ໄດ້​ຂາຍ​ຊັບ​ສິນ​ຂອງ​ຕົວ​ເອງ ເຊັ່ນ: ໄຮ່​ນາ​ຫຼື​ບ້ານ​ເພື່ອ​ເອົາ​ເງິນ​ນັ້ນ​ມາ​ໃຫ້​ເຫຼົ່າ​ອັກຄະສາວົກ. ຈາກ​ນັ້ນ ພວກ​ອັກຄະສາວົກ​ກໍ​ໃຊ້​ເງິນ​ທີ່​ໄດ້​ມາ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. (ກິດຈະການ 4:34, 35) ສ່ວນ​ພີ່​ນ້ອງ​ຄົນ​ອື່ນໆໄດ້​ແບ່ງ​ເງິນ​ໄວ້​ສ່ວນ​ໜຶ່ງ​ເປັນ​ປະຈຳ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ສະໜັບສະໜູນ​ການ​ນະມັດສະການ​ໄດ້. (1 ໂກລິນໂທ 16:2) ດັ່ງ​ນັ້ນ ບໍ່​ວ່າ​ຈະ​ຮັ່ງມີ​ຫຼື​ທຸກ​ຍາກ​ຫຼາຍ​ສໍ່າ​ໃດ ທຸກ​ຄົນ​ກໍ​ສາມາດ​ໃຫ້​ໄດ້​ຄື​ກັນ.—ລືກາ 21:1-4

ການ​ໃຫ້​ຂອງ​ຜູ້​ຮັບໃຊ້​ໃນ​ສະໄໝ​ປັດຈຸບັນ

10, 11. (ກ) ເຮົາ​ຈະ​ຮຽນ​ແບບ​ຄວາມ​ເອື້ອເຟື້ອ​ຂອງ​ຜູ້​ຮັບໃຊ້​ພະ​ເຈົ້າ​ໃນ​ສະໄໝ​ອະດີດ​ໄດ້​ແນວ​ໃດ? (ຂ) ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ສະໜັບສະໜູນ​ວຽກ​ລາຊະອານາຈັກ?

10 ໃນ​ທຸກ​ມື້​ນີ້ ເຮົາ​ສາມາດ​ຂໍ​ບໍລິຈາກ​ສຳລັບ​ໂຄງການ​ພິເສດ​ຄື​ກັນ ເຊັ່ນ: ປະຊາຄົມ​ຂອງ​ເຈົ້າ​ອາດ​ມີ​ແຜນການ​ທີ່​ຈະ​ສ້ອມ​ແປງ​ຫໍ​ປະຊຸມ​ຫຼື​ສ້າງ​ຫຼັງ​ໃໝ່. ບາງ​ເທື່ອ​ສຳນັກງານ​ສາຂາ​ທ້ອງຖິ່ນ​ຂອງ​ເຈົ້າ​ອາດ​ຈຳເປັນ​ຕ້ອງ​ປັບ​ປຸງ​ສ້ອມ​ແປງ. ຫຼື​ເຮົາ​ອາດ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປະຊຸມ​ພາກ ຫຼື​ຊ່ວຍ​ພີ່​ນ້ອງ​ໃນ​ປະເທດ​ອື່ນ​ທີ່​ປະສົບ​ໄພ​ທຳມະຊາດ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຮົາ. ນອກ​ຈາກ​ນັ້ນ ເງິນ​ບໍລິຈາກ​ຂອງ​ເຮົາ​ຍັງ​ຊ່ວຍ​ມິດຊັນນາລີ ໄພໂອເນຍ​ພິເສດ ຜູ້​ດູ​ແລ​ໝວດ ແລະ​ພີ່​ນ້ອງ​ທີ່​ເຮັດ​ວຽກ​ໃນ​ສຳນັກງານ​ໃຫຍ່​ແລະ​ສຳນັກງານ​ສາຂາ​ທີ່​ຢູ່​ທົ່ວ​ໂລກ. ປະຊາຄົມ​ຂອງ​ເຈົ້າ​ກໍ​ຄົງ​ສົ່ງ​ເງິນ​ບໍລິຈາກ​ເປັນ​ປະຈຳ​ເພື່ອ​ຊ່ວຍ​ສ້າງ​ຫໍ​ປະຊຸມ​ໃຫຍ່​ແລະ​ຫໍ​ປະຊຸມ​ລາຊະອານາຈັກ​ສຳລັບ​ພີ່​ນ້ອງ​ຂອງ​ເຮົາ​ທີ່​ຢູ່​ບ່ອນ​ຕ່າງໆທົ່ວ​ໂລກ.

11 ເຮົາ​ທຸກ​ຄົນ​ສາມາດ​ມີ​ສ່ວນ​ສະໜັບສະໜູນ​ວຽກ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ເຮັດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ນີ້. ການ​ບໍລິຈາກ​ສ່ວນ​ໃຫຍ່​ຈະ​ບໍ່​ໄດ້​ລະບຸ​ຊື່ ເມື່ອ​ເຮົາ​ໃສ່​ເງິນ​ໃນ​ກ່ອງ​ທີ່​ຢູ່​ຫໍ​ປະຊຸມ​ຫຼື​ບໍລິຈາກ​ທາງ​ອອນ​ລາຍ​ຜ່ານ​ທາງ jw.org ເຮົາ​ຈະ​ບໍ່​ບອກ​ຄົນ​ອື່ນ​ວ່າ​ເຮົາ​ບໍລິຈາກ​ເງິນ​ເທົ່າ​ໃດ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ວ່າ​ເງິນ​ໜ້ອຍໆທີ່​ເຈົ້າ​ໄດ້​ບໍລິຈາກ​ອາດ​ຈະ​ເອົາ​ໄປ​ເຮັດ​ຫຍັງ​ກໍ​ບໍ່​ໄດ້. ທີ່​ຈິງ​ແລ້ວ​ເງິນ​ບໍລິຈາກ​ສ່ວນ​ຫຼາຍ​ທີ່​ໄດ້​ແມ່ນ​ມາ​ຈາກ​ຫຼາຍໆຄົນ​ທີ່​ໃຫ້​ຜູ້​ລະ​ເລັກ​ຜູ້​ລະ​ໜ້ອຍ ແທນ​ທີ່​ຈະ​ມາ​ຈາກ​ເງິນ​ກ້ອນ​ໃຫຍ່​ທີ່​ໃຫ້​ບໍ່​ເທົ່າ​ໃດ​ເທື່ອ. ພີ່​ນ້ອງ​ຂອງ​ເຮົາ​ໃນ​ປັດຈຸບັນ​ທີ່​ມີ​ເງິນ​ໜ້ອຍ​ກໍ​ຮຽນ​ແບບ​ຄລິດສະຕຽນ​ທີ່​ຢູ່​ໃນ​ແຂວງ​ມາເຊດັວນ​ເຊິ່ງ​ໃຫ້​ດ້ວຍ​ຄວາມ​ເອື້ອເຟື້ອ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ ‘ຍາກ​ຈົນ​ຂັດສົນ​ຫຼາຍ’ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ອ້ອນ​ວອນ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ບໍລິຈາກ.—2 ໂກລິນໂທ 8:1-4

12. ອົງການ​ພະຍາຍາມ​ໃຊ້​ເງິນ​ບໍລິຈາກ​ໃຫ້​ເກີດ​ປະໂຫຍດ​ຫຼາຍ​ທີ່​ສຸດ​ແນວ​ໃດ?

12 ຄະນະ​ກຳມະການ​ປົກຄອງ​ໃຊ້​ເງິນ​ບໍລິຈາກ​ຢ່າງ​ສັດ​ຊື່​ແລະ​ສຸຂຸມ. (ມັດທາຍ 24:45) ເຂົາ​ເຈົ້າ​ອະທິດຖານ​ເພື່ອ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ແລະ​ວາງ​ແຜນ​ຢ່າງ​ຮອບຄອບ​ກ່ຽວ​ກັບ​ການ​ໃຊ້​ເງິນ​ນີ້. (ລືກາ 14:28) ໃນ​ສະໄໝ​ຄຳພີ​ໄບເບິນ ຄົນ​ທີ່​ສັດ​ຊື່​ເຊິ່ງ​ເບິ່ງ​ແຍງ​ເງິນ​ບໍລິຈາກ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ໃຊ້​ເງິນ​ນີ້​ສຳລັບ​ການ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ. ຕົວຢ່າງ: ເອເຊດຣາເຊ​ກັບ​ໄປ​ເມືອງ​ເຢຣຶຊາເລມ​ພ້ອມ​ກັບ​ສິ່ງ​ຂອງ​ທີ່​ກະສັດ​ເປເຣເຊ​ບໍລິຈາກ​ໃຫ້ ເຊັ່ນ ເງິນ ຄຳ ແລະ​ສິ່ງ​ມີ​ຄ່າ​ອື່ນໆເຊິ່ງ​ມີ​ມູນຄ່າ​ຫຼາຍ​ກວ່າ 100 ລ້ານ​ໂດຣ​າ (ສະຫະລັດ) ຂອງ​ທຸກ​ມື້​ນີ້. ເອເຊດຣາເຊ​ເບິ່ງ​ວ່າ​ເງິນ​ບໍລິຈາກ​ເຫຼົ່າ​ນີ້​ເປັນ​ຂອງ​ຂວັນ​ທີ່​ໃຫ້​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ ລາວ​ຈຶ່ງ​ໃຫ້​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ກ່ຽວ​ກັບ​ວິທີ​ປົກ​ປ້ອງ​ສິ່ງ​ຂອງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ໃນ​ຂະນະ​ທີ່​ຂົນ​ຍ້າຍ​ຜ່ານ​ເຂດ​ອັນຕະລາຍ. (ເອເຊດຣາເຊ 8:24-34) ຫຼາຍ​ປີ​ຫຼັງ​ຈາກ​ນັ້ນ ອັກຄະສາວົກ​ໂປໂລ​ກໍ​ລວບລວມ​ເງິນ​ທີ່​ໄດ້​ຈາກ​ການ​ບໍລິຈາກ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ມີ​ຄວາມ​ຈຳເປັນ​ໃນ​ຢູເດ. ລາວ​ເຕືອນ​ຄົນ​ທີ່​ຖື​ເງິນ​ໄປ​ວ່າ​ໃຫ້​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ “ສັດ​ຊື່​ຕໍ່​ໜ້າ​ພະອົງ​ເຈົ້າ [“ພະ​ເຢໂຫວາ,” ລ.ມ.] ບໍ່​ໃຊ່​ເທົ່າ​ນັ້ນ​ແຕ່​ວ່າ​ຕໍ່​ໜ້າ​ຄົນ​ທັງ​ປວງ​ດ້ວຍ.” (ອ່ານ 2 ໂກລິນໂທ 8:18-21) ທຸກ​ມື້​ນີ້​ອົງການ​ຂອງ​ເຮົາ​ຮຽນ​ແບບ​ເອເຊດຣາເຊ​ແລະ​ໂປໂລ​ໃນ​ການ​ໃຊ້​ເງິນ​ບໍລິຈາກ​ຢ່າງ​ສຸຂຸມ​ຮອບຄອບ.

13. ເປັນ​ຫຍັງ​ເມື່ອ​ບໍ່​ດົນ​ມາ​ນີ້​ອົງການ​ຈຶ່ງ​ມີ​ການ​ປ່ຽນ​ແປງ?

13 ຄອບຄົວ​ໜຶ່ງ​ອາດ​ເຮັດ​ການ​ປ່ຽນ​ແປງ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ສາມາດ​ໃຊ້​ເງິນ​ບໍ່​ເກີນ​ລາຍ​ຮັບ. ເຂົາ​ເຈົ້າ​ອາດ​ຊອກ​ຫາ​ວິທີ​ທີ່​ຈະ​ໃຊ້​ຊີວິດ​ໃຫ້​ຮຽບ​ງ່າຍ​ກວ່າ​ເກົ່າ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ອົງການ​ຂອງ​ພະ​ເຢໂຫວາ​ກໍ​ເຮັດ​ແບບ​ດຽວ​ກັນ ເມື່ອ​ບໍ່​ດົນ​ມາ​ນີ້​ມີ​ໂຄງການ​ໃໝ່ໆທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ໂຄງການ ແລະ​ບາງ​ເທື່ອ​ຄ່າ​ໃຊ້​ຈ່າຍ​ກໍ​ຫຼາຍ​ກວ່າ​ລາຍ​ຮັບ. ດັ່ງ​ນັ້ນ ອົງການ​ຂອງ​ພະ​ເຢໂຫວາ​ກໍ​ເຮັດ​ຄື​ກັບ​ຄອບຄົວ​ນັ້ນ​ທີ່​ຊອກ​ຫາ​ວິທີ​ປະຢັດ​ເງິນ​ແລະ​ວິທີ​ເຮັດ​ວຽກ​ໃຫ້​ງ່າຍ​ຂຶ້ນ ເພື່ອ​ຈະ​ໃຊ້​ເງິນ​ທີ່​ພີ່​ນ້ອງ​ບໍລິຈາກ​ໃຫ້​ຄຸ້ມ​ຄ່າ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້.

ປະໂຫຍດ​ທີ່​ໄດ້​ຮັບ​ຈາກ​ເງິນ​ບໍລິຈາກ​ຂອງ​ເຈົ້າ

ການ​ບໍລິຈາກ​ຂອງ​ເຈົ້າ​ຊ່ວຍ​ວຽກ​ງານ​ທົ່ວ​ໂລກ (ເບິ່ງ​ຂໍ້ 14-16)

14-16. (ກ) ເງິນ​ທີ່​ເຈົ້າ​ບໍລິຈາກ​ຖືກ​ໃຊ້​ກັບ​ໂຄງການ​ຫຍັງ​ແດ່? (ຂ) ໂຄງການ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ?

14 ຫຼາຍ​ຄົນ​ເຊິ່ງ​ຢູ່​ໃນ​ຄວາມ​ຈິງ​ເປັນ​ເວລາ​ຫຼາຍ​ປີ​ບອກ​ວ່າ​ຕອນ​ນີ້​ເຮົາ​ກຳລັງ​ຮັບ​ຂອງ​ຂວັນ​ຫຼາຍ​ຂຶ້ນ​ເລື້ອຍໆຈາກ​ອົງການ​ຢ່າງ​ທີ່​ບໍ່​ເຄີຍ​ໄດ້​ຮັບ. ຕອນ​ນີ້​ເຮົາ​ມີ​ເວັບໄຊ jw.org ລາຍການ​ໂທລະທັດ JW ແລະ​ຍັງ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ໃນ​ຫຼາຍ​ພາສາ​ເພີ່ມ​ຂຶ້ນ. ໃນ​ປີ 2014 ແລະ 2015 ມີ​ການ​ຈັດການ​ປະຊຸມ​ນານາ​ຊາດ 3 ມື້​ທີ່​ມີ​ຫົວ​ຂໍ້​ວ່າ: “ສະແຫວງ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ!” ຢູ່​ສະ​ໜາມ​ກິລາ​ທີ່​ໃຫຍ່​ທີ່​ສຸດ 14 ເມືອງ​ທົ່ວ​ໂລກ ແລະ​ຄົນ​ທີ່​ເຂົ້າ​ຮ່ວມ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!

15 ຫຼາຍ​ຄົນ​ຮູ້​ຄຸນຄ່າ​ຫຼາຍ​ສຳລັບ​ຂອງ​ຂວັນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ຕົວຢ່າງ: ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຮັບໃຊ້​ໃນ​ອາຊີ​ຂຽນ​ວ່າ: “ວຽກ​ມອບ​ໝາຍ​ຂອງ​ເຮົາ​ແມ່ນ​ຢູ່​ໃນ​ເມືອງ​ນ້ອຍໆ. ບາງ​ເທື່ອ​ເຮົາ​ຈຶ່ງ​ຮູ້ສຶກ​ໂດດ​ດ່ຽວ​ຈົນ​ລືມ​ໄປ​ວ່າ​ຂອບ​ເຂດ​ວຽກ​ຂອງ​ພະ​ເຢໂຫວາ​ກວ້າງ​ຂວາງ​ຂະໜາດ​ໃດ. ແຕ່​ເມື່ອ​ໄດ້​ເບິ່ງ​ລາຍການ​ໂທລະທັດ JW ສິ່ງ​ນີ້​ຊ່ວຍ​ເຕືອນ​ໃຈ​ໃຫ້​ເຮົາ​ຈື່​ວ່າ​ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່​ນ້ອງ​ທົ່ວ​ໂລກ. ພີ່​ນ້ອງ​ທ້ອງຖິ່ນ​ໃນ​ເຂດ​ຂອງ​ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆກັບ​ລາຍການ​ໂທລະທັດ JW. ເຮົາ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າ​ເລື້ອຍໆຫຼັງ​ຈາກ​ທີ່​ເບິ່ງ​ລາຍການ​ປະຈຳ​ເດືອນ​ວ່າ ເຂົາ​ເຈົ້າ​ຮູ້ສຶກ​ໃກ້​ຊິດ​ກັບ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ. ຕອນ​ນີ້​ເຂົາ​ເຈົ້າ​ພູມ​ໃຈ​ຫຼາຍ​ກວ່າ​ແຕ່​ກ່ອນ​ໃນ​ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ຂອງ​ພະເຈົ້າ.”

16 ໃນ​ທົ່ວ​ໂລກ​ຫໍ​ປະຊຸມ​ລາຊະອານາຈັກ​ເກືອບ 2.500 ແຫ່ງ​ກຳລັງ​ກໍ່​ສ້າງ​ຫຼື​ສ້ອມ​ແປງ. ພີ່​ນ້ອງ​ທີ່​ຢູ່​ໃນ​ປະຊາຄົມ​ໜຶ່ງ​ຂອງ​ປະເທດ​ຮົງ​ດູ​ຣັດ​ບອກ​ວ່າ: ເຂົາ​ເຈົ້າ​ເຄີຍ​ຝັນ​ວ່າ​ຢາກ​ມີ​ຫໍ​ປະຊຸມ​ເປັນ​ຂອງ​ຕົວ​ເອງ ແຕ່​ຕອນ​ນີ້​ຝັນ​ນັ້ນ​ກໍ​ເປັນ​ຈິງ​ແລ້ວ. ເຂົາ​ເຈົ້າ​ຂຽນ​ວ່າ: “ພວກ​ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ສັງຄົມ​ພີ່​ນ້ອງ​ທົ່ວ​ໂລກ.” ຫຼາຍ​ຄົນ​ກໍ​ຮູ້ສຶກ​ຄ້າຍໆກັນ​ນີ້​ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆໃນ​ພາສາ​ຂອງ​ຕົວ​ເອງ ເມື່ອ​ພີ່​ນ້ອງ​ຊ່ວຍ​ເຂົາ​ເຈົ້າ​ຫຼັງ​ຈາກ​ປະສົບ​ໄພ​ທຳມະຊາດ ຫຼື​ເມື່ອ​ເຂົາ​ເຈົ້າ​ເຫັນ​ຜົນ​ຈາກ​ການ​ປະກາດ​ຕາມ​ເມືອງ​ໃຫຍ່​ແລະ​ບ່ອນ​ສາທາລະນະ.

17. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສະໜັບສະໜູນ​ອົງການ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້?

17 ຫຼາຍ​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ບໍ່​ເຂົ້າ​ໃຈ​ວ່າ​ເຮົາ​ເຮັດ​ທຸກ​ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ແນວ​ໃດ​ໂດຍ​ໃຊ້​ພຽງ​ແຕ່​ເງິນ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ​ເທົ່າ​ນັ້ນ. ຜູ້​ບໍລິຫານ​ບໍລິສັດ​ໃຫຍ່​ແຫ່ງ​ໜຶ່ງ​ມາ​ຢ້ຽມ​ຊົມ​ໂຮງ​ພິມ​ຂອງ​ເຮົາ. ລາວ​ປະຫຼາດ​ໃຈ​ຫຼາຍ​ທີ່​ຄົນ​ເຮັດ​ວຽກ​ທັງ​ໝົດ​ນີ້​ເປັນ​ອາສາ​ສະໝັກ ໃຊ້​ພຽງ​ແຕ່​ເງິນ​ບໍລິຈາກ ແລະ​ບໍ່​ເຄີຍ​ຈັດ​ກິດຈະກຳ​ເພື່ອ​ຫາ​ລາຍ​ໄດ້. ລາວ​ບອກ​ວ່າ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ບໍ່​ໜ້າ​ຈະ​ເປັນ​ໄປ​ໄດ້. ເຮົາ​ເຫັນ​ດີ​ນຳ! ເຮົາ​ຮູ້​ວ່າ​ສິ່ງ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ພະ​ເຢໂຫວາ​ສະໜັບສະໜູນ​ວຽກ​ນີ້.—ໂຢບ 42:2

ໄດ້​ຮັບ​ພອນ​ຕ່າງໆເມື່ອ​ເຮົາ​ໃຫ້​ພະ​ເຢໂຫວາ​ຄືນ

18. (ກ) ເມື່ອ​ເຮົາ​ສະໜັບສະໜູນ​ວຽກ​ລາຊະອານາຈັກ ເຮົາ​ຈະ​ໄດ້​ຮັບ​ພອນ​ຫຍັງ? (ຂ) ເຮົາ​ຈະ​ສອນ​ລູກ​ແລະ​ພີ່​ນ້ອງ​ໃໝ່​ແນວ​ໃດ​ໃຫ້​ເຮັດ​ແບບ​ດຽວ​ກັນ?

18 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ກຽດ​ແລະ​ມີ​ໂອກາດ​ໄດ້​ສະໜັບສະໜູນ​ວຽກ​ລາຊະອານາຈັກ​ທີ່​ຍິ່ງໃຫຍ່. ພະອົງ​ຮັບປະກັນ​ວ່າ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ພະອົງ​ກໍ​ຈະ​ອວຍ​ພອນ​ເຮົາ. (ມາລາກີ 3:10) ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ເຮົາ​ໃຫ້​ຢ່າງ​ເອື້ອເຟື້ອ ເຮົາ​ກໍ​ຈະ​ໄດ້​ຮັບ​ສິ່ງ​ດີໆ. (ອ່ານ​ສຸພາສິດ 11:24, 25) ພະອົງ​ຍັງ​ບອກ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ໃຫ້ ເພາະ “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.” (ກິດຈະການ 20:35) ເຮົາ​ສາມາດ​ສອນ​ລູກ​ແລະ​ຄົນ​ທີ່​ເປັນ​ພີ່​ນ້ອງ​ໃໝ່​ໄດ້​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ກໍ​ສາມາດ​ສະໜັບສະໜູນ​ວຽກ​ນີ້​ແລະ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ.

19. ບົດ​ຄວາມ​ນີ້​ໃຫ້​ກຳລັງ​ໃຈ​ເຈົ້າ​ແນວ​ໃດ?

19 ທຸກ​ສິ່ງ​ທີ່​ເຮົາ​ມີ​ລ້ວນ​ແລ້ວ​ມາ​ຈາກ​ພະ​ເຢໂຫວາ. ເມື່ອ​ເຮົາ​ໃຫ້​ພະ​ເຢໂຫວາ​ຄືນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຮົາ. (1 ຂ່າວຄາວ 29:17) ຕອນ​ທີ່​ຊາວ​ອິດສະລາແອນ​ນຳ​ຊັບ​ສິນ​ມາ​ບໍລິຈາກ​ເພື່ອ​ສ້າງ​ວິຫານ ເຂົາ​ເຈົ້າ “ມີ​ຄວາມ​ສຸກ​ທີ່​ໄດ້​ເອົາ​ຂອງ​ມາ​ຖວາຍ​ດ້ວຍ​ຄວາມ​ສະໝັກ​ໃຈ ເພາະ​ພວກ​ເຂົາ​ເຕັມ​ໃຈ​ຖວາຍ​ຂອງ​ເຫຼົ່າ​ນີ້​ແກ່​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ.” (1 ຂ່າວຄາວ 29:9, ລ.ມ.) ພະ​ເຢໂຫວາ​ໃຫ້​ຫຼາຍ​ສິ່ງ​ກັບ​ເຮົາ ຂໍ​ໃຫ້​ເຮົາ​ຄືນ​ໃຫ້​ກັບ​ພະອົງ ແລ້ວ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້.