ເຫັນຄວາມແຕກຕ່າງໃນຜູ້ຄົນ
“ເມື່ອນັ້ນພວກທ່ານຈະ . . . ເຫັນວ່າຄົນຊອບທຳກັບຄົນຮ້າຍກໍຕ່າງກັນ.”—ມາລາກີ 3:18
ເພງ: 127, 101
1, 2. ເປັນຫຍັງການໃຊ້ຊີວິດໃນສະໄໝນີ້ຈຶ່ງເປັນເລື່ອງຍາກສຳລັບຜູ້ຮັບໃຊ້ຂອງພະເຈົ້າ? (ເບິ່ງຮູບທຳອິດ)
ທ່ານໝໍແລະພະຍາບານຫຼາຍຄົນຕ້ອງເບິ່ງແຍງຄົນເຈັບທີ່ເປັນພະຍາດຕິດຕໍ່. ທີ່ເຂົາເຈົ້າເບິ່ງແຍງຄົນເຈັບກໍຍ້ອນຢາກຊ່ວຍ. ແຕ່ເຂົາເຈົ້າຈຳເປັນຕ້ອງປ້ອງກັນຕົວເອງຄືກັນເພື່ອຈະບໍ່ຕິດພະຍາດ. ພວກເຮົາທີ່ເປັນຜູ້ຮັບໃຊ້ພະເຢໂຫວາກໍຢູ່ໃນສະຖານະການທີ່ຄ້າຍຄືກັນ. ເພາະພວກເຮົາຫຼາຍຄົນເຮັດວຽກແລະຢູ່ກັບຜູ້ຄົນທີ່ມີຄວາມຄິດແລະຄຸນລັກສະນະທີ່ແຕກຕ່າງຈາກພະເຈົ້າຢ່າງສິ້ນເຊີງ. ຄວາມຄິດແລະນິດໄສແບບນີ້ເປັນຄືກັບພະຍາດຕິດຕໍ່ ແລະນີ້ເປັນເລື່ອງທີ່ຍາກຫຼາຍສຳລັບເຮົາ.
2 ໃນສະໄໝສຸດທ້າຍ ຄົນທີ່ບໍ່ຮັກພະເຈົ້າປະຕິເສດມາດຕະຖານຂອງພະອົງກ່ຽວກັບສິ່ງທີ່ຖືກແລະຜິດ. ໂປໂລເວົ້າເຖິງນິດໄສທີ່ບໍ່ດີຂອງເຂົາເຈົ້າຕອນທີ່ຂຽນຈົດໝາຍເຖິງຕີໂມເຕ. ໂປໂລຍັງບອກວ່ານິດໄສທີ່ບໍ່ດີເຫຼົ່ານີ້ເຮົາຈະເຫັນຫຼາຍຂຶ້ນຈົນກາຍເປັນເລື່ອງທຳມະດາໃນຕອນໃກ້ຈະເຖິງຈຸດຈົບຂອງສະໄໝສຸດທ້າຍ. (ອ່ານ 2 ຕີໂມເຕ 3:1-5, 13, ລ.ມ.) ເຖິງວ່າເຮົາຈະຕົກໃຈແລະຮັບບໍ່ໄດ້ກັບນິດໄສທີ່ບໍ່ດີຂອງຜູ້ຄົນ ແຕ່ເຮົາອາດໄດ້ຮັບອິດທິພົນຈາກວິທີຄິດ ຄຳເວົ້າ ແລະການກະທຳຂອງຄົນທີ່ຢູ່ອ້ອມຕົວເຮົາ. (ສຸພາສິດ 13:20) ໃນບົດ ຄວາມນີ້ ເຮົາຈະມາເບິ່ງວ່ານິດໄສເຫຼົ່ານີ້ແຕກຕ່າງແນວໃດກັບນິດໄສຂອງຜູ້ຮັບໃຊ້ພະເຈົ້າ ແລະເຮົາຍັງຈະມາເບິ່ງອີກວ່າເຮົາຈະປ້ອງກັນຕົວເອງຈາກນິດໄສທີ່ບໍ່ດີຕ່າງໆທີ່ເປັນຄືກັບພະຍາດຕິດຕໍ່ໄດ້ແນວໃດຕອນທີ່ເຮົາຊ່ວຍຄົນອື່ນໃຫ້ມາຮູ້ຈັກພະເຢໂຫວາ.
3. ນິດໄສທີ່ບອກໄວ້ໃນ 2 ຕີໂມເຕ 3:2-5 ເປັນນິດໄສຂອງໃຜ?
3 ໂປໂລຂຽນວ່າໃນສະໄໝສຸດທ້າຍຈະເປັນໄລຍະ “ເວລາວິກິດທີ່ມີແຕ່ຄວາມຫຍຸ້ງຍາກລຳບາກ.” ຈາກນັ້ນ ລາວກໍເວົ້າເຖິງນິດໄສທີ່ບໍ່ດີ 19 ຢ່າງເຊິ່ງເປັນນິດໄສຂອງຄົນທົ່ວໄປໃນສະໄໝຂອງເຮົາ. ເຖິງວ່ານິດໄສເຫຼົ່ານີ້ຄ້າຍຄືກັບນິດໄສຕ່າງໆທີ່ໂປໂລເວົ້າເຖິງໃນໂລມ 1:29-31 ແຕ່ພະທຳຕີໂມເຕເວົ້າເຖິງນິດໄສຫຼາຍຢ່າງທີ່ບໍ່ມີຢູ່ບ່ອນອື່ນໃນພະຄຳພີພາກພາສາເກັຣກ. ໃນ 2 ຕີໂມເຕ 3:2 (ລ.ມ.) ໂປໂລເລີ່ມຕົ້ນດ້ວຍຄຳວ່າ: “ເພາະຄົນຈະ.” ແຕ່ນີ້ບໍ່ໄດ້ໝາຍເຖິງທຸກຄົນຈະມີນິດໄສທີ່ບໍ່ດີດັ່ງທີ່ໂປໂລເວົ້າເຖິງ ເພາະຄລິດສະຕຽນຈະມີນິດໄສທີ່ແຕກຕ່າງຈາກນີ້ຫຼາຍແທ້ໆ.—ອ່ານມາລາກີ 3:18
ເຮົາເບິ່ງຕົວເອງແນວໃດ?
4. ຄົນທີ່ອວດດີເປັນຄົນແບບໃດ?
4 ຫຼັງຈາກທີ່ໂປໂລບອກວ່າຈະມີຫຼາຍຄົນຮັກຕົວເອງແລະຮັກເງິນຄຳ ລາວກໍບອກອີກວ່າຜູ້ຄົນຈະເປັນຄົນມັກໂອ້ອວດ ຍິ່ງຈອງຫອງ ແລະອວດດີ. ຄົນທີ່ມີນິດໄສແບບນີ້ມັກຄິດວ່າຕົວເອງດີກວ່າຄົນອື່ນເພາະຮູບຮ່າງໜ້າຕາ ຄວາມສາມາດ ຊັບສົມບັດທີ່ເຂົາເຈົ້າມີ ຫຼືໜ້າທີ່ຕຳແໜ່ງ. ຄົນແບບນີ້ມັກຢາກໄດ້ຄຳຍົກຍ້ອງຊົມເຊີຍຫຼາຍກວ່າສິ່ງໃດທັງໝົດ. ຜູ້ຊ່ຽວຊານຄົນໜຶ່ງບອກວ່າ: “ໃນໃຈຂອງລາວຄືກັບມີແທ່ນບູຊານ້ອຍໆທີ່ລາວກາບໄຫວ້ຕົວເອງ.” ບາງຄົນບອກວ່າຄວາມຍິ່ງເປັນສິ່ງທີ່ໜ້າລັງກຽດຫຼາຍ ເຊິ່ງແມ່ນແຕ່ຄົນຍິ່ງກໍຍັງບໍ່ມັກທີ່ເຫັນຄົນອື່ນຍິ່ງ.
5. ບາງຄົນທີ່ຮັບໃຊ້ພະເຢໂຫວາຢ່າງສັດຊື່ອາດກາຍເປັນຄົນຍິ່ງໄດ້ແນວໃດ?
5 ພະເຢໂຫວາກຽດຊັງຄວາມຍິ່ງ ຄຳພີໄບເບິນບອກວ່າພະອົງກຽດຊັງ “ຕາຈອງຫອງ.” (ສຸພາສິດ 6:16, 17) ຄວາມຍິ່ງເຮັດໃຫ້ຄົນເຮົາຫ່າງເຫີນຈາກພະເຈົ້າ. (ຄຳເພງ 10:4) ຄວາມຍິ່ງເປັນນິດໄສຂອງຊາຕານ. (1 ຕີໂມເຕ 3:6) ຄວາມຈິງທີ່ໜ້າເສົ້າກໍຄືແມ່ນແຕ່ບາງຄົນທີ່ເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາກໍອາດຕິດເຊື້ອຄວາມຍິ່ງໄດ້. ຕົວຢ່າງ: ກະສັດໂອເຊຍເຊທີ່ປົກຄອງອານາຈັກຢູດາຮັບໃຊ້ຢ່າງສັດຊື່ມາຫຼາຍປີ ແຕ່ຄຳພີໄບເບິນບອກວ່າ: “ເມື່ອເຂົາແຂງແກ່ນແລ້ວ ເຂົາກໍກາຍເປັນຄົນຍິ່ງຈົນເຮັດໃຫ້ເຂົາຕ້ອງພິນາດ ເຂົາເຮັດສິ່ງທີ່ພະເຢໂຫວາພະເຈົ້າຫ້າມ.” ໂອເຊຍເຊເຂົ້າໄປໃນວິຫານຂອງພະເຈົ້າແລະເຜົາເຄື່ອງຫອມເຊິ່ງລາວບໍ່ມີສິດທີ່ຈະເຮັດ. ຕໍ່ມາ ກະສັດເອເຊເກຍເຊກໍກາຍມາເປັນຄົນຍິ່ງຄືກັນ ເຖິງວ່າລາວຈະເປັນແບບນັ້ນພຽງໄລຍະໜຶ່ງ.—2 ຂ່າວຄາວ 26:16, ລ.ມ.; 32:25, 26
6. ອັນໃດທີ່ອາດເຮັດໃຫ້ດາວິດກາຍເປັນຄົນຍິ່ງ? ແຕ່ເປັນຫຍັງລາວຈຶ່ງຮັກສາຄວາມຖ່ອມໄວ້ໄດ້?
6 ບາງຄົນອາດກາຍເປັນຄົນຍິ່ງເພາະເຂົາເຈົ້າໜ້າຕາດີ ມີຊື່ສຽງ ຫຼິ້ນດົນຕີເກັ່ງ ແຂງແຮງ ຫຼືໄດ້ຮັບຄວາມນິຍົມຊົມຊອບຈາກຄົນອື່ນ. ດາວິດມີຊື່ສຽງເຫຼົ່ານີ້ທັງໝົດ ແຕ່ລາວກໍຍັງເປັນຄົນຖ່ອມຕະຫຼອດຊີວິດຂອງລາວ. ຕົວຢ່າງ: ຫຼັງຈາກທີ່ດາວິດຂ້າໂຄລີອາດແລ້ວ ກະສັດຊາອຶລຈະຍົກລູກສາວໃຫ້ແຕ່ງດອງກັບລາວ. ແຕ່ລາວບອກວ່າ: “ຂ້ານ້ອຍເປັນຜູ້ໃດ ແລະຊີວິດຂອງຂ້ານ້ອຍເປັນສິ່ງໃດ ແລະຄອບຄົວພໍ່ຂ້ານ້ອຍເປັນສິ່ງໃດໃນພວກຍິດສະລາເອນ ຈຶ່ງໃຫ້ຂ້ານ້ອຍເປັນລູກເຂີຍເຈົ້າກະສັດ?” (1 ຊາເມືອນ 18:18) ອັນໃດຊ່ວຍໃຫ້ດາວິດຮັກສາຄວາມຖ່ອມຢູ່ສະເໝີ? ລາວຮູ້ວ່າຄຸນສົມບັດ ຄວາມສາມາດ ແລະສິດທິພິເສດທັງໝົດທີ່ລາວມີແມ່ນມາຈາກພະເຈົ້າ ພະອົງ ຖ່ອມຕົວມາສົນໃຈລາວ. (ຄຳເພງ 113:5-8) ດາວິດສຳນຶກວ່າສິ່ງດີທຸກຢ່າງທີ່ລາວມີມາຈາກພະເຢໂຫວາ.—ສົມທຽບກັບ 1 ໂກລິນໂທ 4:7
ຄົນທົ່ວໄປອາດຢາກຮູ້ຈັກພະເຢໂຫວາເມື່ອເຂົາເຈົ້າເຫັນວ່າຜູ້ຮັບໃຊ້ຂອງພະອົງເປັນຄົນຖ່ອມ
7. ສິ່ງໃດທີ່ຈະຊ່ວຍໃຫ້ເຮົາເປັນຄົນຖ່ອມ?
7 ຄືກັບດາວິດ ປະຊາຊົນຂອງພະເຢໂຫວາໃນທຸກມື້ນີ້ພະຍາຍາມເປັນຄົນຖ່ອມ. ນີ້ປະທັບໃຈເຮົາຫຼາຍທີ່ໄດ້ຮູ້ວ່າພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດເປັນພະເຈົ້າທີ່ຖ່ອມ. (ຄຳເພງ 18:35) ເຮົາຢາກເຮັດຕາມຂໍ້ຄຳພີນີ້ທີ່ວ່າ: “ເຫດສັນນີ້ເໝືອນດັ່ງພວກທີ່ພະເຈົ້າໄດ້ເລືອກໄວ້ ທີ່ເປັນບໍລິສຸດແລະທີ່ຮັກ ທ່ານທັງຫຼາຍ ຈົ່ງເອົາຄວາມອີ່ດູ ຄວາມດີ ຄວາມຖ່ອມຕົວລົງ ຄວາມອ່ອນຫວານ ຄວາມອົດທົນໄວ້ມາຫົ່ມຕົວໄວ້.” (ໂກໂລດ 3:12) ເຮົາຍັງຮູ້ວ່າຄວາມຮັກ “ບໍ່ໂອ້ອວດ ບໍ່ຄິດວ່າຕົວເອງເໜືອກວ່າຄົນອື່ນ.” (1 ໂກລິນໂທ 13:4, ລ.ມ.) ເມື່ອຜູ້ຄົນເຫັນວ່າເຮົາເປັນຄົນຖ່ອມ ເຂົາເຈົ້າກໍອາດຢາກຮູ້ຈັກພະເຢໂຫວາ. ຄືກັບຜົວທີ່ບໍ່ມີຄວາມເຊື່ອຢາກຮູ້ຈັກພະເຢໂຫວາຫຼາຍຂຶ້ນຍ້ອນເຫັນການປະພຶດທີ່ດີຂອງເມຍ ດັ່ງນັ້ນ ຄົນທົ່ວໄປກໍອາດຢາກຮູ້ຈັກພະເຢໂຫວາເມື່ອເຂົາເຈົ້າເຫັນວ່າຜູ້ຮັບໃຊ້ຂອງພະອົງເປັນຄົນຖ່ອມ.—1 ເປໂຕ 3:1
ເຮົາປະຕິບັດກັບຄົນອື່ນແນວໃດ?
8. (ກ) ໃນທຸກມື້ນີ້ຜູ້ຄົນຄິດແນວໃດໃນການບໍ່ເຊື່ອຟັງພໍ່ແມ່? (ຂ) ຄຳພີໄບເບິນບອກໃຫ້ລູກເຮັດຫຍັງ?
8 ໂປໂລເວົ້າເຖິງວິທີທີ່ຜູ້ຄົນປະຕິບັດຕໍ່ກັນໃນສະໄໝສຸດທ້າຍ. ລາວຂຽນວ່າລູກຈະບໍ່ເຊື່ອຟັງພໍ່ແມ່. ໃນທຸກມື້ນີ້ ມີປຶ້ມ ຮູບເງົາ ແລະລາຍການໂທລະທັດຕ່າງໆເຮັດໃຫ້ການບໍ່ເຊື່ອຟັງພໍ່ແມ່ເບິ່ງຄືວ່າເປັນເລື່ອງທຳມະດາແລະສາມາດຍອມຮັບໄດ້. ແຕ່ທີ່ຈິງແລ້ວ ການບໍ່ເຊື່ອຟັງເປັນສິ່ງທີ່ທຳລາຍຄອບຄົວເຊິ່ງເປັນຫົວໜ່ວຍພື້ນຖານຂອງສັງຄົມ. ຜູ້ຄົນຮູ້ກ່ຽວກັບເລື່ອງນີ້ມາດົນແລ້ວ. ຕົວຢ່າງເຊັ່ນ: ໃນສະໄໝເກັຣກບູຮານ ຄົນທີ່ຕີພໍ່ແມ່ຂອງຕົວເອງຈະເສຍສິດທິຕ່າງໆໃນຊຸມຊົນ. ກົດໝາຍຂອງໂລມຊີ້ໃຫ້ເຫັນວ່າ ຄົນທີ່ຕີພໍ່ແມ່ອາດຖືກລົງໂທດເທົ່າກັບຄົນທີ່ຂ້າຄົນໂດຍເຈຕະນາ. ພະຄຳພີທັງພາກພາສາເຫບເລີແລະພາກພາສາເກັຣກມີຄຳສັ່ງໃຫ້ລູກນັບຖືພໍ່ແມ່.—ອົບພະຍົບ 20:12; ເອເຟດ 6:1-3
9. ອັນໃດຈະຊ່ວຍລູກໃຫ້ເຊື່ອຟັງພໍ່ແມ່?
9 ອັນໃດຈະຊ່ວຍລູກໃຫ້ເຊື່ອຟັງພໍ່ແມ່ເຖິງວ່າຄົນທົ່ວໄປຈະບໍ່ເຊື່ອຟັງ? ເມື່ອລູກຄິດເຖິງສິ່ງທີ່ດີທີ່ພໍ່ແມ່ໄດ້ເຮັດເພື່ອເຂົາເຈົ້າ ເຂົາເຈົ້າກໍຈະເຫັນຄຸນຄ່າແລະຢາກເຊື່ອຟັງພໍ່ແມ່. ໄວໜຸ່ມຍັງຕ້ອງເຂົ້າໃຈວ່າພະເຈົ້າຜູ້ເປັນພໍ່ຂອງເຮົາທຸກຄົນຄາດໝາຍໃຫ້ເຂົາເຈົ້າເຊື່ອຟັງພໍ່ແມ່. ເມື່ອໄວໜຸ່ມເວົ້າໃນແງ່ດີກ່ຽວກັບພໍ່ແມ່ຂອງຕົນ ເຂົາເຈົ້າກໍຈະຊ່ວຍໝູ່ໃຫ້ນັບຖືພໍ່ແມ່ຫຼາຍຂຶ້ນຄືກັນ. ແນ່ນອນວ່າຖ້າພໍ່ແມ່ບໍ່ມີຄວາມຮັກຕາມທຳມະຊາດໃຫ້ກັບລູກ ກໍອາດເປັນເລື່ອງຍາກຫຼາຍຂຶ້ນທີ່ລູກຈະເຊື່ອຟັງເຂົາເຈົ້າ. (2 ຕີໂມເຕ 3:3, ລ.ມ. ໄຂເງື່ອນ) ແຕ່ຖ້າໄວໜຸ່ມຮູ້ສຶກວ່າພໍ່ແມ່ຮັກເຂົາເຈົ້າແທ້ໆ ນັ້ນກໍຈະຊ່ວຍເຂົາເຈົ້າໃຫ້ເຊື່ອພໍ່ແມ່ເຖິງວ່າຈະເປັນເລື່ອງຍາກ. ພີ່ນ້ອງຊາຍໄວໜຸ່ມຄົນໜຶ່ງທີ່ຊື່ອັອດສະຕິນບອກວ່າ: “ເຖິງວ່າຂ້ອຍຈະມັກຫາຂໍ້ອ້າງບໍ່ເຮັດຕາມທີ່ພໍ່ແມ່ບອກ ແຕ່ພໍ່ແມ່ກໍຍັງຕັ້ງກົດທີ່ບໍ່ຍາກເກີນໄປສຳລັບຂ້ອຍ ເຂົາເຈົ້າອະທິບາຍເຖິງເຫດຜົນທີ່ຕັ້ງກົດນັ້ນ ແລະເປີດໂອກາດໃຫ້ຂ້ອຍເຂົ້າໄປລົມນຳເຂົາເຈົ້າ ຢູ່ສະເໝີ ນີ້ຊ່ວຍຂ້ອຍໃຫ້ເຊື່ອຟັງພໍ່ແມ່ ຂ້ອຍຮັບຮູ້ໄດ້ເຖິງຄວາມຫ່ວງໃຍຂອງເຂົາເຈົ້າ ແລະຂ້ອຍກໍຢາກເຮັດໃຫ້ເຂົາເຈົ້າມີຄວາມສຸກ.”
10, 11. (ກ) ຄົນທີ່ບໍ່ຮັກຄົນອື່ນຈະມີນິດໄສທີ່ບໍ່ດີອັນໃດແດ່? (ຂ) ຄລິດສະຕຽນແທ້ຮັກຄົນອື່ນຫຼາຍສໍ່າໃດ?
10 ໂປໂລຍັງເວົ້າເຖິງນິດໄສອື່ນໆອີກທີ່ສະແດງໃຫ້ເຫັນວ່າຜູ້ຄົນບໍ່ໄດ້ມີຄວາມຮັກຕໍ່ກັນ. ຫຼັງຈາກເວົ້າເຖິງ “ການບໍ່ເຊື່ອຟັງພໍ່ແມ່” ລາວກໍເວົ້າເຖິງຄວາມອະກະຕັນຍູ. ການລຽງລຳດັບແບບນີ້ຖືວ່າເໝາະສົມເພາະຄົນອະກະຕັນຍູຄືຄົນທີ່ບໍ່ເຫັນຄຸນຄ່າສິ່ງດີໆທີ່ຄົນອື່ນເຮັດໃຫ້ລາວ. ໂປໂລຍັງບອກອີກວ່າຜູ້ຄົນຈະບໍ່ພັກດີ ແລະຈະບໍ່ຍອມໃຜເຊິ່ງກໍຄືບໍ່ຢາກສ້າງສັນຕິສຸກກັບຄົນອື່ນ. ຜູ້ຄົນຈະເປັນຄົນໝິ່ນປະໝາດແລະເປັນຄົນທໍລະຍົດ. ຄົນເຫຼົ່ານີ້ຈະມັກເວົ້າເລື່ອງບໍ່ດີແລະເວົ້າໃຫ້ຄົນອື່ນຫຼືແມ່ນແຕ່ພະເຈົ້າເສຍຫາຍ. ນອກຈາກນັ້ນ ຜູ້ຄົນຈະມັກໃສ່ຮ້າຍຄົນອື່ນ ເຊິ່ງກໍຄືການເວົ້າເລື່ອງຕົວະທີ່ເຮັດໃຫ້ຄົນອື່ນເສຍຊື່ສຽງ. *—ເບິ່ງໄຂເງື່ອນ
11 ຜູ້ຮັບໃຊ້ຂອງພະເຢໂຫວາແຕກຕ່າງກັນຫຼາຍກັບຄົນສ່ວນໃຫຍ່ໃນໂລກຍ້ອນເຂົາເຈົ້າມີຄວາມຮັກແທ້ຕໍ່ຄົນອື່ນໆ. ເລື່ອງນີ້ເປັນຄວາມຈິງມາຕະຫຼອດ. ທີ່ຈິງ ພະເຍຊູບອກວ່າກົດໝາຍທີ່ສຳຄັນທີ່ສຸດອັນດັບສອງໃນກົດໝາຍຂອງໂມເຊກໍຄືໃຫ້ຮັກຄົນອື່ນ ກົດໝາຍຂໍ້ນີ້ເປັນຮອງພຽງແຕ່ກົດໝາຍທີ່ບອກໃຫ້ຮັກພະເຈົ້າ. (ມັດທາຍ 22:38, 39) ພະເຍຊູຍັງບອກວ່າຜູ້ຄົນຈະຮູ້ວ່າໃຜເປັນຄລິດສະຕຽນແທ້ກໍຕ້ອງເບິ່ງຈາກການທີ່ເຂົາເຈົ້າສະແດງຄວາມຮັກຕໍ່ກັນ. (ອ່ານໂຢຮັນ 13:34, 35) ຄລິດສະຕຽນແທ້ຮັກແມ່ນແຕ່ສັດຕູ.—ມັດທາຍ 5:43, 44
12. ພະເຍຊູສະແດງຄວາມຮັກຕໍ່ຄົນອື່ນແນວໃດ?
12 ພະເຍຊູສະແດງໃຫ້ເຫັນວ່າເພິ່ນຮັກຜູ້ຄົນແທ້ໆ ໂດຍເດີນທາງໄປເມືອງຕ່າງໆເພື່ອບອກຜູ້ຄົນເລື່ອງຂ່າວດີກ່ຽວກັບລາຊະອານາຈັກຂອງພະເຈົ້າ. ເພິ່ນປິ່ນປົວຄົນຕາບອດ ຄົນພິການ ຄົນຂີ້ທູດ ແລະຄົນຫູໜວກ. ເພິ່ນຍັງປຸກຄົນໃຫ້ຟື້ນຄືນຈາກຕາຍນຳອີກ. (ລືກາ 7:22) ເຖິງວ່າມີຫຼາຍຄົນທີ່ຊັງພະເຍຊູ ແຕ່ເພິ່ນກໍເຕັມໃຈສະລະຊີວິດຕົວເອງເພື່ອຊ່ວຍມະນຸດໃຫ້ລອດ. ພະເຍຊູຮຽນແບບຄວາມຮັກຂອງພະເຢໂຫວາໄດ້ຢ່າງສົມບູນແບບ. ພະຍານພະເຢໂຫວາທົ່ວໂລກກໍຮຽນແບບພະເຍຊູແລະສະແດງຄວາມຮັກຕໍ່ຄົນອື່ນ.
13. ຄວາມຮັກທີ່ເຮົາສະແດງຕໍ່ຄົນອື່ນຊ່ວຍເຂົາເຈົ້າແນວໃດໃຫ້ຢາກຮູ້ຈັກພະເຢໂຫວາ?
13 ເມື່ອເຮົາເຮັດໃຫ້ຄົນອື່ນເຫັນວ່າເຮົາຮັກເຂົາເຈົ້າ ສິ່ງນີ້ຈະຊ່ວຍເຂົາເຈົ້າໃຫ້ຢາກມາຮູ້ຈັກພະເຢໂຫວາຜູ້ເປັນພໍ່ທີ່ຢູ່ໃນສະຫວັນ. ຕົວຢ່າງ: ມີຜູ້ຊາຍຄົນໜຶ່ງໃນປະເທດໄທໄປເຂົ້າຮ່ວມການປະຊຸມພາກແລະລາວຮູ້ສຶກປະທັບໃຈເມື່ອເຫັນພີ່ນ້ອງສະແດງຄວາມຮັກຕໍ່ກັນແລະກັນ. ຫຼັງຈາກທີ່ລາວກັບມາເຮືອນ ລາວໄດ້ຂໍສຶກສາຄຳພີໄບເບິນກັບພະຍານພະເຢໂຫວາອາທິດລະສອງຄັ້ງ. ຈາກນັ້ນ ລາວກໍປະກາດກັບຍາດພີ່ນ້ອງທຸກຄົນຂອງລາວ. ຫຼັງຈາກນັ້ນພຽງ 6 ເດືອນ ຊາຍຄົນນີ້ກໍເລີ່ມເປັນນັກຮຽນອ່ານ. ເພື່ອຈະຮູ້ວ່າເຮົາສະແດງຄວາມຮັກກັບຄົນອື່ນຫຼາຍສໍ່າໃດ ລອງຖາມຕົວເອງວ່າ: ‘ຂ້ອຍເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍຄົນໃນຄອບຄົວ ໃນປະຊາຄົມ ແລະໃນເຂດປະກາດບໍ? ຂ້ອຍພະຍາຍາມເບິ່ງຄົນອື່ນຄືກັບທີ່ພະເຢໂຫວາເບິ່ງບໍ?’
ໝາໄນກັບລູກແກະ
14, 15. ຫຼາຍຄົນມີນິດໄສທີ່ບໍ່ດີຫຍັງແດ່? ແລະເຂົາເຈົ້າໄດ້ປ່ຽນແປງນິດໄສຕົວເອງແນວໃດ?
14 ໃນສະໄໝສຸດທ້າຍ ຜູ້ຄົນຈະສະແດງນິດໄສທີ່ບໍ່ດີອື່ນໆອີກທີ່ເຮົາຕ້ອງຫຼີກລ່ຽງ. ຕົວຢ່າງ: ຫຼາຍຄົນ
ກຽດຊັງສິ່ງທີ່ດີ ແລະເຖິງຂັ້ນຕໍ່ຕ້ານສິ່ງທີ່ດີດ້ວຍຊໍ້າ. ຄົນແບບນີ້ບໍ່ຄວບຄຸມຕົວເອງ ດຸຮ້າຍ ແລະບາງຄົນເປັນຄົນຫົວດື້. ເຂົາເຈົ້າເຮັດຫຍັງບໍ່ຄິດແລະບໍ່ສົນໃຈວ່າສິ່ງທີ່ເຂົາເຈົ້າເຮັດຈະສົ່ງຜົນຕໍ່ຄົນອື່ນແນວໃດ.15 ຫຼາຍຄົນທີ່ເຄີຍມີນິດໄສຄືກັບສັດທີ່ດຸຮ້າຍໄດ້ປ່ຽນແປງຕົວເອງ. ການປ່ຽນແປງນີ້ມີການບອກໄວ້ລ່ວງໜ້າໃນຄຳພີໄບເບິນ. (ອ່ານເອຊາອີ 11:6, 7) ເຮົາໄດ້ອ່ານຈາກຄຳພີໄບເບິນກ່ຽວກັບສັດປ່າ ເຊັ່ນ: ໝາໄນແລະສິງຈະຢູ່ນຳກັນຢ່າງສະຫງົບສຸກກັບສັດລ້ຽງອື່ນໆເຊັ່ນລູກແກະກັບລູກງົວ. ເປັນຫຍັງພວກມັນຈຶ່ງຢູ່ນຳກັນຢ່າງສະຫງົບສຸກ? ຄຳພະຍາກອນນີ້ຍັງບອກອີກວ່າ: “ເຫດວ່າແຜ່ນດິນຈະເຕັມໄປດ້ວຍຄວາມຮູ້ຈັກພະເຢໂຫວາຄືນໍ້າທັງຫຼາຍຖ້ວມພື້ນນໍ້າທະເລ.” (ເອຊາອີ 11:9) ສັດຕ່າງໆບໍ່ສາມາດຮຽນຮູ້ເລື່ອງຂອງພະເຢໂຫວາໄດ້ ດັ່ງນັ້ນ ຄຳພະຍາກອນນີ້ເປັນພາບປຽບທຽບທີ່ເວົ້າເຖິງຄົນທີ່ປ່ຽນນິດໄສຂອງຕົວເອງ.
16. ຄຳພີໄບເບິນຊ່ວຍຜູ້ຄົນໃຫ້ປ່ຽນແປງຕົວເອງແນວໃດ?
ມັນບໍ່ງ່າຍທີ່ຈະເຮັດການປ່ຽນແປງ ແຕ່ພະເຈົ້າຈະໃຫ້ພະລັງຂອງພະອົງຊ່ວຍເຫຼືອຄົນທີ່ຢາກເຮັດໃຫ້ພະອົງພໍໃຈ
16 ພີ່ນ້ອງຂອງເຮົາຫຼາຍຄົນເຄີຍດຸຮ້າຍຄືກັບໝາໄນ ແຕ່ຕອນນີ້ເຂົາເຈົ້າຢູ່ຮ່ວມກັບຄົນອື່ນໄດ້ຢ່າງສະຫງົບສຸກ. ເຮົາສາມາດອ່ານປະສົບການຂອງເຂົາເຈົ້າໄດ້ໃນບົດຄວາມຊຸດ “ຄຳພີໄບເບິນປ່ຽນແປງຊີວິດຄົນ” ທີ່ຢູ່ໃນເວັບໄຊ jw.org. ຄົນເຫຼົ່ານັ້ນທີ່ໄດ້ມາຮູ້ຈັກແລະຮັບໃຊ້ພະເຢໂຫວາບໍ່ຄືກັບຄົນທີ່ເຄັ່ງສາສະໜາແຕ່ເປືອກນອກ ແຕ່ບໍ່ໄດ້ໃຊ້ຊີວິດຕາມຄຳສອນຂອງສາສະໜາ. ຄົນພວກນີ້ເຮັດຄືວ່ານະມັດສະການພະເຈົ້າ ແຕ່ການໃຊ້ຊີວິດຂອງເຂົາເຈົ້າພັດກົງກັນຂ້າມ. ແນວໃດກໍຕາມ ພວກເຮົາຫຼາຍຄົນທີ່ເປັນປະຊາຊົນຂອງພະເຢໂຫວາເຄີຍເປັນຄົນດຸຮ້າຍ ແຕ່ຕອນນີ້ໄດ້ “ປູກຝັງລັກສະນະນິດໄສໃໝ່ທີ່ຖືກສ້າງ ຂຶ້ນຕາມທີ່ພະເຈົ້າຕ້ອງການ ເຊິ່ງເປັນໄປຕາມຄວາມຖືກຕ້ອງຊອບທຳແລະຄວາມພັກດີແທ້.” (ເອເຟດ 4:23, 24, ລ.ມ.) ເມື່ອຜູ້ຄົນຮຽນຮູ້ກ່ຽວກັບພະເຈົ້າ ເຂົາເຈົ້າກໍຮູ້ວ່າຕ້ອງເຮັດຕາມມາດຕະຖານຂອງພະອົງ ນີ້ຊ່ວຍເຂົາເຈົ້າໃຫ້ປ່ຽນແປງສິ່ງທີ່ເຂົາເຈົ້າເຊື່ອ ວິທີທີ່ເຂົາເຈົ້າຄິດ ແລະປ່ຽນແປງສິ່ງເຂົາເຈົ້າເຮັດ. ມັນບໍ່ງ່າຍທີ່ຈະເຮັດການປ່ຽນແປງ ແຕ່ພະເຈົ້າຈະໃຫ້ພະລັງຂອງພະອົງຊ່ວຍເຫຼືອຄົນທີ່ຢາກເຮັດໃຫ້ພະອົງພໍໃຈ.
ໃຫ້ຢູ່ຫ່າງໆ
17. ເຮົາຈະລະວັງບໍ່ໃຫ້ນິດໄສທີ່ບໍ່ດີຂອງຄົນອື່ນມີຜົນຕໍ່ເຮົາໄດ້ແນວໃດ?
17 ຄວາມແຕກຕ່າງລະຫວ່າງຄົນທີ່ຮັບໃຊ້ພະເຈົ້າແລະຄົນທີ່ບໍ່ໄດ້ຮັບໃຊ້ພະເຈົ້າຈະເຫັນໄດ້ແຈ້ງຫຼາຍຂຶ້ນເລື້ອຍໆ. ເຮົາຕ້ອງລະວັງບໍ່ໃຫ້ນິດໄສທີ່ບໍ່ດີຂອງຄົນທີ່ບໍ່ໄດ້ຮັບໃຊ້ພະເຈົ້າມີຜົນຕໍ່ເຮົາ. ເຮົາຢາກເຮັດຕາມຄຳແນະນຳຂອງພະເຢໂຫວາທີ່ໃຫ້ຢູ່ຫ່າງໆຈາກຄົນທີ່ 2 ຕີໂມເຕ 3:2-5 ເວົ້າເຖິງ. ແນ່ນອນວ່າ ເປັນໄປບໍ່ໄດ້ທີ່ເຮົາຈະບໍ່ຕິດຕໍ່ກັບເຂົາເຈົ້າເລີຍ. ເຮົາອາດຕ້ອງເຮັດວຽກກັບເຂົາເຈົ້າ ພົບເຂົາເຈົ້າຢູ່ໂຮງຮຽນ ຫຼືຢູ່ເຮືອນຫຼັງດຽວກັນກັບເຂົາເຈົ້າດ້ວຍຊໍ້າ. ແຕ່ເຮົາບໍ່ຈຳເປັນຕ້ອງຄິດແລະເຮັດຄືກັບເຂົາເຈົ້າ. ອັນໃດຈະຊ່ວຍເຮົາໄດ້? ເຮົາຕ້ອງພະຍາຍາມສະໜິດກັບພະເຢໂຫວາໃຫ້ຫຼາຍຂຶ້ນ ໂດຍສຶກສາຄຳພີໄບເບິນແລະເປັນໝູ່ສະໜິດກັບຄົນທີ່ຮັກພະອົງ.
18. ສິ່ງທີ່ເຮົາເວົ້າແລະເຮັດຈະຊ່ວຍຄົນອື່ນໃຫ້ຢາກຮູ້ຈັກພະເຢໂຫວາໄດ້ແນວໃດ?
18 ເຮົາຄວນພະຍາຍາມຊ່ວຍຄົນອື່ນໃຫ້ມາຮູ້ຈັກພະເຢໂຫວາ. ພະຍາຍາມຫາໂອກາດທີ່ຈະປະກາດ ແລະຂໍພະເຢໂຫວາຊ່ວຍເຮົາໃຫ້ເວົ້າໃນສິ່ງທີ່ຄວນເວົ້າ ແລະເວົ້າໃນເວລາທີ່ເໝາະສົມ. ເຮົາຄວນໃຫ້ຄົນອື່ນຮູ້ວ່າເຮົາເປັນພະຍານພະເຢໂຫວາ. ຖ້າເຮົາເຮັດແບບນັ້ນການປະພຶດທີ່ດີຂອງເຮົາຈະເຮັດໃຫ້ພະອົງໃຫ້ຮັບກຽດບໍ່ແມ່ນຕົວເຮົາ. ພະອົງສອນໃຫ້ເຮົາ “ປະຕິເສດການເຮັດຊົ່ວແລະຄວາມຕ້ອງການແບບໂລກ ແລະສອນເຮົາໃຫ້ໃຊ້ຊີວິດໃນຍຸກນີ້ຢ່າງມີເຫດຜົນ ເຮັດສິ່ງທີ່ຖືກຕ້ອງ ແລະມີຄວາມເຫຼື້ອມໃສພະເຈົ້າ.” (ຕິໂຕ 2:11-14, ລ.ມ.) ຖ້າເຮົາຮຽນແບບພະເຢໂຫວາແລະເຮັດໃນສິ່ງທີ່ພະອົງຢາກໃຫ້ເຮົາເຮັດ ຄົນອື່ນກໍຈະສັງເກດເຫັນ. ບາງຄົນອາດເຖິງກັບບອກວ່າ: “ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.”—ຊາກາລີ 8:23
^ ຂໍ້ 10 ຄຳພາສາເກັຣກຄຳວ່າ: “ໃສ່ຮ້າຍ” ຫຼື “ໝິ່ນປະໝາດ” ຄື ເດຍໂບໂລ. ໃນຄຳພີໄບເບິນຄຳນີ້ໃຊ້ເອີ້ນຊາຕານເຊິ່ງເປັນຜູ້ໃສ່ຮ້າຍພະເຈົ້າ.