ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 6

“ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ”

“ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ”

“ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ.”—1 ກຣ. 11:3

ເພງ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ກ່ອນ​ພີ່ນ້ອງ​ຍິງ​ຈະ​ແຕ່ງ​ດອງ ລາວ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

ຄລິດສະຕຽນ​ທຸກ​ຄົນ​ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢຊູ​ເຊິ່ງ​ເປັນ​ຜູ້​ນຳ​ທີ່​ສົມບູນ​ແບບ. ແຕ່​ເມື່ອ​ຜູ້​ຍິງ​ແຕ່ງ​ດອງ​ແລ້ວ ລາວ​ຕ້ອງ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເຊິ່ງ​ເປັນ​ຜູ້​ນຳ​ທີ່​ບໍ່​ສົມບູນ​ແບບ. ການ​ເຮັດ​ແບບ​ນີ້​ບໍ່​ງ່າຍ​ປານ​ໃດ. ດັ່ງ​ນັ້ນ ກ່ອນ​ທີ່​ຜູ້​ຍິງ​ຈະ​ແຕ່ງ​ດອງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ລາວ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຜູ້​ນີ້​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ບໍ? ລາວ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ​ບໍ? ຖ້າ​ແຕ່ງ​ດອງ​ແລ້ວ ອັນ​ໃດ​ເຮັດ​ໃຫ້​ຂ້ອຍ​ຄິດ​ວ່າ​ລາວ​ຈະ​ຊ່ອຍ​ຂ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ?’ ແຕ່​ຜູ້​ຍິງ​ກໍ​ຄວນ​ຖາມ​ຕົວ​ເອງ​ນຳ​ວ່າ: ‘ຂ້ອຍ​ຄວນ​ມີ​ນິດໄສ​ແບບ​ໃດ​ທີ່​ຈະ​ຊ່ອຍ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ? ຂ້ອຍ​ເປັນ​ຄົນ​ອົດ​ທົນ​ແລະ​ໃຈ​ກວ້າງ​ບໍ? ຂ້ອຍ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ບໍ?’ (ຜູ້ປ. 4:9, 12) ຖ້າ​ລາວ​ຕັດສິນ​ໃຈ​ດີໆ​ກ່ອນ​ແຕ່ງ​ດອງ ລາວ​ກໍ​ຈະ​ຊ່ອຍ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ພີ່ນ້ອງ​ຍິງ​ຫຼາຍ​ລ້ານ​ຄົນ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ. ເຂົາ​ເຈົ້າ​ເປັນ​ຕາ​ໜ້າ​ຊົມ​ເຊີຍ​ແທ້ໆ! ເຮົາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ເຂົາ​ເຈົ້າ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຕອບ​ຄຳຖາມ 3 ຂໍ້​ຕໍ່​ໄປ​ນີ້: (1) ເມຍ​ທີ່​ເປັນ​ຄລິດສະຕຽນ​ມີ​ບັນຫາ​ຫຍັງ​ແດ່? (2) ເປັນ​ຫຍັງ​ລາວ​ຄວນ​ນັບຖື​ສິດ​ອຳນາດ​ຂອງ​ຜົວ? (3) ຜົວ​ເມຍ​ຄລິດສະຕຽນ​ຈະ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພະ​ເຢຊູ ອາບີຄາລີ ແລະ​ມາຣີ​ແມ່​ຂອງ​ພະ​ເຢຊູ​ໃນ​ການ​ນັບຖື​ສິດ​ອຳນາດ?

ເມຍ​ທີ່​ເປັນ​ຄລິດສະຕຽນ​ເຈິ​ບັນຫາ​ຫຍັງ​ແດ່?

3. ເປັນ​ຫຍັງ​ທຸກ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ຈຶ່ງ​ມີ​ບັນຫາ?

3 ການ​ແຕ່ງ​ດອງ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້​ຢ່າງ​ສົມບູນ​ແບບ ແຕ່​ຄົນ​ເຮົາ​ພັດ​ບໍ່​ສົມບູນ​ແບບ. (1 ຢຮ. 1:8) ດັ່ງ​ນັ້ນ ຄຳພີ​ໄບເບິນ​ຈຶ່ງ​ເຕືອນ​ວ່າ: “ຄົນ​ທີ່​ແຕ່ງ​ດອງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ.” (1 ກຣ. 7:28) ໃຫ້​ເຮົາ​ມາ​ເບິ່ງ​ບັນຫາ​ບາງ​ຢ່າງ​ທີ່​ພີ່ນ້ອງ​ຍິງ​ຈະ​ເຈິ​ໃນ​ຊີວິດ​ຄອບຄົວ.

4. ເປັນ​ຫຍັງ​ເມຍ​ອາດ​ຮູ້ສຶກ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເປັນ​ເລື່ອງ​ຕ່ຳ​ຕ້ອຍ?

4 ຍ້ອນ​ວິທີ​ທີ່​ຖືກ​ລ້ຽງ​ມາ ເມຍ​ອາດ​ຮູ້ສຶກ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເປັນ​ເລື່ອງ​ທີ່​ຕ່ຳ​ຕ້ອຍ. ພີ່ນ້ອງ​ຍິງ​ຊື່​ມາຣີ​ໂຊ​ທີ່​ຢູ່​ສະຫະລັດອາເມຣິກາ​ບອກ​ວ່າ: “ບ້ານ​ຂ້ອຍ​ສອນ​ວ່າ ຜູ້​ຍິງ​ຕ້ອງ​ທຽບ​ເທົ່າ​ກັບ​ຜູ້​ຊາຍ​ທຸກ​ຢ່າງ. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ຜົວ​ເປັນ​ຫົວ​ໜ້າ​ຄອບຄົວ​ແລະ​ໃຫ້​ເມຍ​ເຊື່ອ​ຟັງ​ຜົວ ແຕ່​ເມຍ​ກໍ​ຄວນ​ໄດ້​ຮັບ​ຄວາມ​ນັບຖື​ຄື​ກັນ. ມັນ​ຍາກ​ທີ່​ຂ້ອຍ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເພາະ​ຫຼາຍ​ຄົນ​ບໍ່​ໄດ້​ເຮັດ​ແບບ​ນັ້ນ.”

5. ບາງ​ຄົນ​ມີ​ຄວາມ​ຄິດ​ແບບ​ໃດ​ຕໍ່​ຜູ້​ຍິງ​ເຊິ່ງ​ບໍ່​ເປັນ​ໄປ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ?

5 ພີ່ນ້ອງ​ຍິງ​ບາງ​ຄົນ​ມີ​ຜົວ​ທີ່​ຖື​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ​ກວ່າ​ຜູ້​ຊາຍ. ພີ່ນ້ອງ​ຊື່​ອີ​ວອນ​ທີ່​ຢູ່​ອາເມຣິກາ​ໃຕ້​ບອກ​ວ່າ: “ບ້ານ​ທີ່​ຂ້ອຍ​ຢູ່​ຕ້ອງ​ໃຫ້​ຜູ້​ຊາຍ​ກິນ​ເຂົ້າ​ກ່ອນ​ຜູ້​ຍິງ. ເດັກ​ນ້ອຍ​ຜູ້​ຍິງ​ຕ້ອງ​ແຕ່ງ​ກິນ​ແລະ​ອະນາໄມ​ເຮືອນ ແຕ່​ເດັກ​ນ້ອຍ​ຜູ້​ຊາຍ​ຈະ​ຖ້າ​ໃຫ້​ແມ່​ແລະ​ເອື້ອຍ​ນ້ອງ​ມາ​ຮັບໃຊ້. ເຂົາ​ເຈົ້າ​ຖືກ​ສອນ​ໃຫ້​ຄິດ​ວ່າ​ຕົວ​ເອງ​ເປັນ ‘ນາຍ.’” ພີ່ນ້ອງ​ຍິງ​ທີ່​ຊື່​ຢິງຫຼິງ​ເຊິ່ງ​ຢູ່​ອາຊີ​ບອກ​ວ່າ: “ໃນ​ພາສາ​ຂ້ອຍ​ມີ​ສຳນວນ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ວ່າ ຜູ້​ຍິງ​ບໍ່ຈຳເປັນ​ຕ້ອງ​ສະຫຼາດ​ຫຼື​ມີ​ຄວາມ​ສາມາດ​ຫຍັງ​ເພາະ​ໜ້າ​ທີ່​ຂອງ​ລາວ​ກໍ​ມີ​ແຕ່​ເຮັດ​ວຽກ​ເຮືອນ​ເທົ່າ​ນັ້ນ​ແລະ​ບໍ່​ມີ​ສິດ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ​ກັບ​ຜົວ.” ຜົວ​ທີ່​ມີ​ຄວາມ​ຄິດ​ແບບ​ນີ້​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ແລະ​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ລາວ​ເຮັດ​ໃຫ້​ຊີວິດ​ຂອງ​ເມຍ​ຫຍຸ້ງຍາກ​ເພາະ​ລາວ​ບໍ່​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ ແລະ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ.—ອຟຊ. 5:28, 29; 1 ປຕ. 3:7

6. ເມຍ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ?

6 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜົວ​ທີ່​ເປັນ​ຄລິດສະຕຽນ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ເລື່ອງ​ວັດຖຸ ອາລົມ​ຄວາມ​ຮູ້ສຶກ​ແລະ​ຊ່ອຍ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (1 ຕມ. 5:8) ເຖິງ​ວ່າ​ເມຍ​ຈະ​ມີ​ວຽກ​ຫຼາຍ ແຕ່​ລາວ​ກໍ​ຕ້ອງ​ຈັດ​ເວລາ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ ຄິດ​ຕຶກຕອງ ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກໆ​ມື້. ການ​ເຮັດ​ແບບ​ນີ້​ບໍ່​ງ່າຍ​ເລີຍ. ເມຍ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ດັ່ງ​ນັ້ນ​ລາວ​ອາດ​ຈະ​ຮູ້ສຶກ​ວ່າ​ບໍ່​ມີ​ເວລາ​ແລະ​ບໍ່​ມີ​ແຮງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ. ແຕ່​ມັນ​ເປັນ​ເລື່ອງ​ສຳຄັນ​ທີ່​ລາວ​ຕ້ອງ​ເຮັດ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເສີມ​ສ້າງ​ຄວາມ​ເຊື່ອ ແລະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ເພິ່ນ​ສະເໝີ.—ກຈກ. 17:27

7. ອັນ​ໃດ​ຈະ​ຊ່ອຍ​ເມຍ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໄດ້​ງ່າຍ​ຂຶ້ນ?

7 ແນ່ນອນ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ເມຍ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ. ແຕ່​ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ເມຍ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ ຖ້າ​ລາວ​ເຂົ້າ​ໃຈ​ແລະ​ຍອມ​ຮັບ​ເຫດຜົນ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ນັບຖື​ສິດ​ອຳນາດ​ຂອງ​ຜົວ.

ເປັນ​ຫຍັງ​ເມຍ​ຈຶ່ງ​ນັບຖື​ສິດ​ອຳນາດ​ຂອງ​ຜົວ?

8. ຕາມ​ເອເຟໂຊ 5:22-24 ເປັນ​ຫຍັງ​ເມຍ​ຈຶ່ງ​ເລືອກ​ທີ່​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ?

8 ເມຍ​ທີ່​ເປັນ​ຄລິດສະຕຽນ​ຄວນ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ຍ້ອນ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ລາວ​ເຮັດ. (ອ່ານ​ເອເຟໂຊ 5:22-24) ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ແລະ​ຂໍ​ໃຫ້​ລາວ​ເຮັດ​ສິ່ງ​ທີ່​ເປັນ​ປະໂຫຍດ​ຕໍ່​ລາວ.—ບັນຍັດ. 6:24; 1 ຢຮ. 5:3

9. ຈະ​ເປັນ​ແນວ​ໃດ​ຖ້າ​ເມຍ​ນັບຖື​ສິດ​ອຳນາດ​ຂອງ​ຜົວ?

9 ຄົນ​ໃນ​ໂລກ​ນີ້​ມັກ​ສົ່ງເສີມ​ຜູ້​ຍິງ​ບໍ່​ໃຫ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະເຈົ້າ ແລະ​ເບິ່ງ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເຮັດ​ໃຫ້​ຕົວ​ເອງ​ຕ່ຳ​ຕ້ອຍ. ຄົນ​ທີ່​ມີ​ຄວາມ​ຄິດ​ແບບ​ນີ້​ບໍ່​ໄດ້​ຮູ້ຈັກ​ພະເຈົ້າ​ທີ່​ເປັນ​ຄວາມ​ຮັກ. ພະ​ເຢໂຫວາ​ບໍ່​ເຄີຍ​ບອກ​ຜູ້​ຍິງ​ທີ່​ເປັນ​ຄື​ກັບ​ລູກ​ສາວ​ຂອງ​ເພິ່ນ​ໃຫ້​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ດູຖູກ. ພີ່ນ້ອງ​ຍິງ​ທີ່​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮັດ ຈະ​ຊ່ອຍ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ເພງ. 119:165) ເມື່ອ​ລາວ​ເຮັດ​ແບບ​ນີ້​ກໍ​ເຮັດ​ໃຫ້​ທັງ​ຜົວ ລູກ ແລະ​ຕົວ​ລາວ​ເອງ​ໄດ້​ຮັບ​ປະໂຫຍດ.

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພີ່ນ້ອງ​ແຄຣໍ?

10 ເມື່ອ​ເມຍ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ ລາວ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ສິດ​ອຳນາດ​ກັບ​ຫົວ​ໜ້າ​ຄອບຄົວ. ພີ່ນ້ອງ​ແຄຣໍ​ທີ່​ຢູ່​ອາເມຣິກາ​ໃຕ້​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຜົວ​ຈະ​ເຮັດ​ຜິດ​ພາດ​ຕະຫຼອດ ແຕ່​ສິ່ງ​ທີ່​ຂ້ອຍ​ເຮັດ​ເມື່ອ​ຜົວ​ເຮັດ​ຜິດ​ພາດ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ເປັນ​ແນວ​ໃດ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ພະຍາຍາມ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ເພາະ​ຂ້ອຍ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໃນ​ໂຕ​ຂ້ອຍ.”

11. ອັນ​ໃດ​ຊ່ອຍ​ໃຫ້​ພີ່ນ້ອງ​ແອັນນີດສ໌​ຍົກ​ໂທດ​ໃຫ້​ຄົນ​ອື່ນ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ລາວ​ເວົ້າ?

11 ມັນ​ຍາກ​ທີ່​ເມຍ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ຖ້າ​ລາວ​ຮູ້ສຶກ​ວ່າ​ຜົວ​ບໍ່​ໄດ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລາວ ແລະ​ບໍ່​ໃສ່​ໃຈ​ສິ່ງ​ທີ່​ລາວ​ອຸກ​ໃຈ. ຂໍ​ໃຫ້​ສັງເກດ​ວ່າ​ພີ່ນ້ອງ​ແອັນນີດສ໌​ໄດ້​ເຮັດ​ແນວ​ໃດ​ເມື່ອ​ເຈິ​ເລື່ອງ​ແບບ​ນີ້. ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ທີ່​ຈະ​ບໍ່​ຄຽດ. ຂ້ອຍ​ເຂົ້າ​ໃຈ​ວ່າ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ ສະນັ້ນ​ຂ້ອຍ​ຈຶ່ງ​ຢາກ​ຍົກ​ໂທດ​ໃຫ້​ຄົນ​ອື່ນ​ຄື​ກັບ​ພະ​ເຢໂຫວາ​ເຮັດ. ເມື່ອ​ເຮັດ​ແບບ​ນັ້ນ​ຂ້ອຍ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ.” (ເພງ. 86:5) ເມື່ອ​ເມຍ​ຍົກ​ໂທດ​ໃຫ້​ຜົວ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ລາວ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ?

12. ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ເປັນ​ແນວ​ໃດ?

12 ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ຄົນ​ອື່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ອ່ອນແອ. ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ ເພາະ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ນັບຖື​ສິດ​ອຳນາດ​ຂອງ​ຄົນ​ອື່ນ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ອ່ອນແອ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພະ​ເຢຊູ ອາບີຄາລີ ແລະ​ມາຣີ.

13. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢໂຫວາ? ຂໍ​ໃຫ້​ອະທິບາຍ.

13 ພະ​ເຢຊູ ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢໂຫວາ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ເປັນ​ຄົນ​ບໍ່​ສະຫຼາດ​ຫຼື​ບໍ່​ມີ​ຄວາມ​ສາມາດ. ຍ້ອນ​ວ່າ​ສິ່ງ​ທີ່​ເພິ່ນ​ສອນ​ເຂົ້າ​ໃຈ​ງ່າຍ​ແລະ​ຈະ​ແຈ້ງ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຄົນ​ສະຫຼາດ. (ຢຮ. 7:45, 46) ພະ​ເຢໂຫວາ​ເຫັນ​ວ່າ​ພະ​ເຢຊູ​ມີ​ຄວາມ​ສາມາດ​ຫຼາຍ ເຖິງ​ຂັ້ນ​ໃຫ້​ພະ​ເຢຊູ​ເຮັດ​ວຽກ​ກັບ​ເພິ່ນ​ໃນ​ການ​ສ້າງ​ເອກະພົບ. (ສຸພາ. 8:30; ຮຣ. 1:2-4) ແລະ​ຕອນ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ພະ​ເຢໂຫວາ​ກໍ​ມອບ​ອຳນາດ​ໃຫ້​ເພິ່ນ “ປົກຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້.” (ມທ. 28:18) ເຖິງ​ພະ​ເຢຊູ​ຈະ​ມີ​ຄວາມ​ສາມາດ​ຫຼາຍ ແຕ່​ເພິ່ນ​ກໍ​ຍັງ​ຂໍ​ຄຳ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເພິ່ນ​ຮັກ​ພໍ່.—ຢຮ. 14:31

14. ຜົວ​ໄດ້​ບົດຮຽນ​ຫຍັງ​ຈາກ (ກ) ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ຜູ້​ຍິງ? (ຂ) ຄຳເວົ້າ​ໃນ​ສຸພາສິດ 31?

14 ບົດຮຽນ​ສຳລັບ​ຜົວ: ພະ​ເຢໂຫວາ​ໃຫ້​ເມຍ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ບໍ່​ແມ່ນ​ຍ້ອນ​ເພິ່ນ​ຖື​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ​ກວ່າ​ຜູ້​ຊາຍ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຍ້ອນ​ພະ​ເຢໂຫວາ​ໄດ້​ເລືອກ​ທັງ​ຜູ້​ຍິງ​ແລະ​ຜູ້​ຊາຍ​ໃຫ້​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ຄລຕ. 3:26-29) ພະ​ເຢໂຫວາ​ໄວ້​ໃຈ​ພະ​ເຢຊູ​ໂດຍ​ມອບ​ສິດ​ອຳນາດ​ໃຫ້​ກັບ​ເພິ່ນ. ຄ້າຍ​ຄື​ກັນ ຜົວ​ກໍ​ຕ້ອງ​ໄວ້​ໃຈ​ເມຍ​ໂດຍ​ໃຫ້​ເມຍ​ມີ​ສິດ​ອຳນາດ​ໃນ​ລະດັບ​ໜຶ່ງ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ສິ່ງ​ທີ່​ເມຍ​ທີ່​ດີ​ໄດ້​ເຮັດ​ເຊັ່ນ: ລາວ​ເຮັດ​ວຽກ​ເຮືອນ​ວຽກ​ຊານ ຄ້າ​ຂາຍ ແລະ​ຈັດການ​ເລື່ອງ​ເງິນ​ຢ່າງ​ດີ. (ອ່ານ​ສຸພາສິດ 31:15, 16, 18) ຜົວ​ບໍ່​ຄວນ​ເບິ່ງ​ວ່າ​ເມຍ​ເປັນ​ຄື​ກັບ​ທາດ​ທີ່​ບໍ່​ມີ​ສິດ​ອອກ​ຄຳ​ຄິດ​ເຫັນ​ຫຍັງ ແຕ່​ລາວ​ຄວນ​ໄວ້​ໃຈ​ເມຍ​ແລະ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ເມຍ. (ອ່ານ​ສຸພາສິດ 31:11, 26, 27) ຖ້າ​ຜົວ​ໃຫ້​ກຽດ​ເມຍ ເມຍ​ກໍ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ນັບຖື​ແລະ​ເຊື່ອ​ຟັງ​ຜົວ.

ເມຍ​ທີ່​ດີ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ໃນ​ການ​ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຂໍ້ 15)

15. ເມຍ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ?

15 ບົດຮຽນ​ສຳລັບ​ເມຍ: ເຖິງ​ວ່າ​ພະ​ເຢຊູ​ຈະ​ມີ​ຄວາມ​ສາມາດ ເພິ່ນ​ກໍ​ບໍ່​ໄດ້​ຄິດ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຮູ້ສຶກ​ຕ່ຳ​ຕ້ອຍ. (1 ກຣ. 15:28; ຟລປ. 2:5, 6) ຄ້າຍ​ຄື​ກັນ ເມຍ​ທີ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ກໍ​ຈະ​ບໍ່​ຄິດ​ວ່າ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ຈະ​ເຮັດ​ໃຫ້​ຕົວ​ເອງ​ຮູ້ສຶກ​ຕ່ຳ​ຕ້ອຍ. ລາວ​ນັບຖື​ຜົວ​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ລາວ​ຮັກ​ຜົວ ແຕ່​ຍ້ອນ​ລາວ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ.

ຫຼັງ​ຈາກ​ກຽມ​ອາຫານ​ແລ້ວ ອາບີຄາລີ​ກໍ​ເອົາ​ໄປ​ໃຫ້​ດາວິດ​ກັບ​ທະຫານ​ຂອງ​ລາວ. ຈາກ​ນັ້ນ ອາບີຄາລີ​ກໍ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ດາວິດ​ກັບ​ທະຫານ​ຂອງ​ລາວ​ແລະ​ຂໍ​ດາວິດ​ບໍ່​ໃຫ້​ແກ້ແຄ້ນ​ເຊິ່ງ​ເປັນ​ການ​ເຮັດ​ຜິດ​ທີ່​ຮ້າຍແຮງ (ເບິ່ງ​ຂໍ້ 16)

16. ຕາມ 1 ຊາເມືອນ 25:3, 23-28 ອາບີຄາລີ​ເຈິ​ບັນຫາ​ຫຍັງ​ແດ່? (ເບິ່ງ​ຮູບ​ໜ້າ​ປົກ)

16 ຜົວ​ຂອງ​ອາບີຄາລີ ຊື່​ນາບາລ. ນາບາລ​ເປັນ​ຄົນ​ເຫັນ​ແກ່​ໂຕ ຍິ່ງ​ຈອງຫອງ ແລະ​ບໍ່​ສຳນຶກ​ບຸນ​ຄຸນ​ຂອງ​ຄົນ​ອື່ນ. ທີ່​ຈິງ​ອາບີຄາລີ​ຈະ​ຫາ​ທາງ​ປະ​ຜົວ​ກໍ​ໄດ້​ໂດຍ​ໃຫ້​ດາວິດ​ກັບ​ກອງ​ທະຫານ​ມາ​ຈັດການ​ຜົວ​ລາວ. ແຕ່​ລາວ​ພັດ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ປົກ​ປ້ອງ​ນາບາລ​ແລະ​ຄົນ​ອື່ນໆ​ໃນ​ເຮືອນ. ລອງ​ນຶກ​ພາບ​ວ່າ ລາວ​ຕ້ອງ​ກ້າຫານ​ຫຼາຍ​ສ່ຳ​ໃດ​ທີ່​ຈະ​ໄປ​ເວົ້າ​ກັບ​ດາວິດ​ດ້ວຍ​ຄວາມ​ນັບຖື​ຕໍ່​ໜ້າ​ທະຫານ 400 ຄົນ​ທີ່​ມີ​ອາວຸດ ແລະ​ລາວ​ຍັງ​ເຕັມ​ໃຈ​ຍອມ​ຮັບ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ຜົວ​ລາວ​ເຮັດ. (ອ່ານ 1 ຊາເມືອນ 25:3, 23-28) ດາວິດ​ຮູ້​ເລີຍ​ວ່າ​ພະ​ເຢໂຫວາ​ໃຊ້​ຜູ້​ຍິງ​ທີ່​ກ້າຫານ​ຄົນ​ນີ້​ມາ​ໃຫ້​ຄຳ​ແນະນຳ​ລາວ​ບໍ່​ໃຫ້​ເຮັດ​ຜິດ​ຮ້າຍແຮງ.

17. ຜົວ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ​ກັບ​ອາບີຄາລີ?

17 ບົດຮຽນ​ສຳລັບ​ຜົວ: ອາບີຄາລີ​ເປັນ​ຜູ້​ຍິງ​ທີ່​ສະຫຼາດ​ແລະ​ຮອບຄອບ. ດັ່ງ​ນັ້ນ​ດາວິດ​ຈຶ່ງ​ຟັງ​ຄຳ​ແນະນຳ​ຂອງ​ລາວ ແລະ​ນີ້​ຊ່ອຍ​ໃຫ້​ດາວິດ​ບໍ່​ໄດ້​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ. ຄ້າຍ​ຄື​ກັນ ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ​ສຳຄັນ​ຜົວ​ກໍ​ຕ້ອງ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ເມຍ ເພາະ​ບາງ​ເທື່ອ​ຄຳ​ຄິດ​ເຫັນ​ຂອງ​ເມຍ​ອາດ​ຈະ​ຊ່ອຍ​ລາວ​ບໍ່​ໃຫ້​ເຈິ​ບັນຫາ.

18. ເມຍ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອາບີຄາລີ?

18 ບົດຮຽນ​ສຳລັບ​ເມຍ: ເມຍ​ທີ່​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ຈະ​ຊ່ອຍ​ຄອບຄົວ​ໄດ້ ເຖິງ​ວ່າ​ຜົວ​ຈະ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ລາວ​ຈະ​ບໍ່​ຫາ​ທາງ​ປະ​ຜົວ ແຕ່​ລາວ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ ແລະ​ນີ້​ອາດ​ຈະ​ກະຕຸ້ນ​ຜົວ​ໃຫ້​ຢາກ​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ. (1 ປຕ. 3:1, 2) ເຖິງ​ວ່າ​ຕົວຢ່າງ​ທີ່​ດີ​ຂອງ​ເມຍ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ຜົວ​ປ່ຽນ​ກໍ​ຕາມ ແຕ່​ພະ​ເຢໂຫວາ​ກໍ​ເຫັນ​ຄ່າ​ທີ່​ລາວ​ສັດ​ຊື່​ຕໍ່​ເພິ່ນ​ໂດຍ​ນັບຖື​ສິດ​ອຳນາດ​ຂອງ​ຜົວ.

19. ໃນ​ກໍລະນີ​ໃດ​ທີ່​ເມຍ​ບໍ່​ຄວນ​ເຮັດ​ຕາມ​ຜົວ​ບອກ?

19 ເຖິງ​ວ່າ​ເມຍ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ຜົວ ແຕ່​ລາວ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ຜົວ​ເວົ້າ​ຖ້າ​ສິ່ງ​ນັ້ນ​ຜິດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຊັ່ນ: ຜົວ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ອາດ​ຈະ​ບອກ​ລາວ​ໃຫ້​ຕົວະ ລັກ ຫຼື​ເຮັດ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ຄລິດສະຕຽນ​ທຸກ​ຄົນ​ລວມ​ທັງ​ຜູ້​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ​ກ່ອນ. ຖ້າ​ມີ​ໃຜ​ບອກ​ໃຫ້​ພີ່ນ້ອງ​ຍິງ​ເຮັດ​ຜິດ​ຫຼັກ​ການ​ໃນ​ພະ​ຄຳພີ ລາວ​ຄວນ​ປະຕິເສດ​ຢ່າງ​ໜັກແໜ້ນ ແຕ່​ອະທິບາຍ​ຢ່າງ​ອ່ອນ​ໂຍນ​ວ່າ​ເປັນ​ຫຍັງ​ລາວ​ບໍ່​ເຮັດ​ແບບ​ນັ້ນ.—ກຈກ. 5:29

ເບິ່ງ​ຂໍ້ 20 *

20. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ມາຣີ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ?

20 ມາຣີ ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ລາວ​ຮູ້ຈັກ​ຂໍ້​ພະ​ຄຳພີ​ເປັນ​ຢ່າງ​ດີ. ລາວ​ໄດ້​ເວົ້າ​ເຖິງ​ຂໍ້​ພະ​ຄຳພີ​ພາກ​ພາສາ​ເຮັບເຣີ​ຫຼາຍ​ກວ່າ 20 ເທື່ອ​ຕອນ​ທີ່​ລົມ​ກັບ​ເອລີຊາ​ເບັດ​ແມ່​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. (ລກ. 1:46-55) ຂໍ​ໃຫ້​ຄິດ​ເຖິງ​ເຫດການ​ນີ້: ເຖິງ​ວ່າ​ມາຣີ​ຈະ​ໝັ້ນ​ກັບ​ໂຢເຊັບ​ແລ້ວ ແຕ່​ທູດ​ສະຫວັນ​ກໍ​ມາ​ຫາ​ມາຣີ​ກ່ອນ​ແລະ​ບອກ​ລາວ​ວ່າ​ເຈົ້າ​ຫາ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ທີ່​ເປັນ​ລູກ​ຂອງ​ພະເຈົ້າ. (ລກ. 1:26-33) ພະ​ເຢໂຫວາ​ຮູ້ຈັກ​ມາຣີ​ເປັນ​ຢ່າງ​ດີ​ແລະ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ຮັກ​ແລະ​ເບິ່ງ​ແຍງ​ລູກ​ຂອງ​ເພິ່ນ ແລະ​ເຮົາ​ກໍ​ໝັ້ນ​ໃຈ​ວ່າ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ​ແລະ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ ມາຣີ​ກໍ​ຍັງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ.—ກຈກ. 1:14

21. ຜົວ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ມາຣີ?

21 ບົດຮຽນ​ສຳລັບ​ຜົວ: ຜົວ​ຈະ​ດີ​ໃຈ​ທີ່​ເຫັນ​ວ່າ​ເມຍ​ຮູ້ຈັກ​ຂໍ້​ພະ​ຄຳພີ​ເປັນ​ຢ່າງ​ດີ. ລາວ​ບໍ່​ໄດ້​ຢ້ານ​ເມຍ​ລື່ນ​ແລະ​ຄິດ​ວ່າ​ເມຍ​ຢາກ​ເປັນ​ຫົວ​ໜ້າ​ຄອບຄົວ. ລາວ​ຮູ້​ວ່າ​ຖ້າ​ເມຍ​ຮູ້ຈັກ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຢ່າງ​ດີ​ເມຍ​ກໍ​ຈະ​ຊ່ອຍ​ຄອບຄົວ​ໄດ້. ເຖິງ​ວ່າ​ເມຍ​ຈະ​ມີ​ຄວາມ​ຮູ້​ຫຼາຍ​ກວ່າ​ຜົວ ແຕ່​ຜົວ​ກໍ​ຍັງ​ເປັນ​ຜູ້​ນຳ​ໃນ​ເລື່ອງ​ການ​ນະມັດສະການ​ພະ​ເຢໂຫວາ​ເຊັ່ນ: ຜົວ​ຈະ​ເປັນ​ຜູ້​ຈັດການ​ນະມັດສະການ​ປະຈຳ​ຄອບຄົວ.—ອຟຊ. 6:4

ເມຍ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ມາຣີ​ແມ່​ຂອງ​ພະ​ເຢຊູ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ? (ເບິ່ງ​ຂໍ້ 22) *

22. ເມຍ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ມາຣີ?

22 ບົດຮຽນ​ສຳລັບ​ເມຍ: ເມຍ​ຕ້ອງ​ນັບຖື​ສິດ​ອຳນາດ​ຂອງ​ຜົວ. ແຕ່​ລາວ​ກໍ​ຕ້ອງ​ຊ່ອຍ​ຕົວ​ເອງ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຢູ່​ສະເໝີ. (ຄລຕ. 6:5) ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ລາວ​ຕ້ອງ​ຈັດ​ເວລາ​ສຶກສາ​ສ່ວນ​ຕົວ​ແລະ​ຄິດ​ຕຶກຕອງ. ນີ້​ຈະ​ຊ່ອຍ​ລາວ​ໃຫ້​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ໃນ​ການ​ນັບຖື​ສິດ​ອຳນາດ​ຂອງ​ຜົວ.

23. ເມຍ​ທີ່​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ຈະ​ເຮັດ​ໃຫ້​ຄອບຄົວ ປະຊາຄົມ​ແລະ​ຕົວ​ເອງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

23 ເມຍ​ທີ່​ນັບຖື​ສິດ​ອຳນາດ​ຂອງ​ຜົວ​ຍ້ອນ​ຮັກ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ຫຼາຍ​ກວ່າ​ເມຍ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. ເມຍ​ທີ່​ເຊື່ອ​ຟັງ​ຜົວ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ທັງ​ຜູ້​ຍິງ​ແລະ​ຜູ້​ຊາຍ​ທີ່​ຍັງ​ໜຸ່ມ. ແລະ​ເຂົາ​ເຈົ້າ​ຍັງ​ຊ່ອຍ​ໃຫ້​ທັງ​ຄອບຄົວ​ແລະ​ປະຊາຄົມ​ມີ​ຄວາມ​ສຸກ. (ຕຕ. 2:3-5) ໃນ​ປັດຈຸບັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ກໍ​ເປັນ​ຜູ້​ຍິງ. (ເພງ. 68:11) ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຜູ້​ຍິງ​ຫຼື​ຜູ້​ຊາຍ​ກໍ​ມີ​ສ່ວນ​ຊ່ອຍ​ໃຫ້​ປະຊາຄົມ​ມີ​ຄວາມ​ສຸກ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ.

ເພງ 131 “ພະເຈົ້າ​ໄດ້​ເຮັດ​ໃຫ້​ຜູກ​ພັນ​ກັນ​ແລ້ວ”

^ ຂໍ້ 5 ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜູ້​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ນັບຖື​ສິດ​ອຳນາດ​ຂອງ​ຜົວ. ແຕ່​ການ​ນັບຖື​ສິດ​ອຳນາດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຜົວ​ເມຍ​ຄລິດສະຕຽນ​ສາມາດ​ຮຽນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ແລະ​ເລື່ອງ​ຂອງ​ຜູ້​ຍິງ​ຄົນ​ອື່ນໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.

^ ຂໍ້ 68 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ມາຣີ​ລົມ​ກັບ​ເອລີຊາ​ເບັດ​ແມ່​ຂອງ​ໂຢຮັນ​ຜູ້​ໃຫ້​ຮັບ​ບັບເຕມາ ມາຣີ​ໄດ້​ເວົ້າ​ເຖິງ​ຂໍ້​ຄຳພີ​ຫຼາຍ​ຂໍ້​ຈາກ​ພະ​ຄຳພີ​ພາກ​ພາສາ​ເຮັບເຣີ.

^ ຂໍ້ 70 ຄຳ​ອະທິບາຍ​ຮູບ​ພາບ: ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ເມຍ​ທີ່​ເປັນ​ຄລິດສະຕຽນ​ກໍ​ຕ້ອງ​ຈັດ​ເວລາ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ.