ບົດຄວາມສຶກສາທີ 8
ເຮົາຈະຍັງມີຄວາມຍິນດີໄດ້ແນວໃດເມື່ອມີບັນຫາ?
“ພີ່ນ້ອງຂອງຂ້ອຍ ເມື່ອພວກເຈົ້າເຈິຄວາມຍາກລຳບາກ ໃຫ້ຖືວ່າເປັນເລື່ອງໜ້າຍິນດີ.”—ຢກບ. 1:2
ເພງ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
ໃຈຄວາມສຳຄັນ *
1-2. ຕາມມັດທາຍ 5:11 ເຮົາຄວນຮູ້ສຶກແນວໃດເມື່ອເຈິບັນຫາ?
ພະເຢຊູສັນຍາວ່າລູກສິດຂອງເພິ່ນຈະມີຄວາມສຸກແທ້ ແລະເພິ່ນຍັງບອກອີກວ່າ ເຂົາເຈົ້າຈະຕ້ອງເຈິກັບບັນຫາ. (ມທ. 10:22, 23; ລກ. 6:20-23) ເຮົາມີຄວາມສຸກທີ່ໄດ້ເປັນລູກສິດຂອງພະຄລິດ ແຕ່ເຮົາຈະຮູ້ສຶກແນວໃດເມື່ອຖືກຄອບຄົວຕໍ່ຕ້ານ ຖືກອຳນາດການປົກຄອງຂົ່ມເຫງ ຫຼືຖືກໝູ່ຢູ່ບ່ອນເຮັດວຽກຫຼືໂຮງຮຽນກົດດັນໃຫ້ເຮັດສິ່ງທີ່ຜິດ? ເມື່ອຄິດເຖິງເລື່ອງເຫຼົ່ານີ້ອາດເຮັດໃຫ້ເຮົາຮູ້ສຶກກັງວົນ.
2 ຕາມປົກກະຕິແລ້ວ ຄົນສ່ວນຫຼາຍບໍ່ໄດ້ຄິດວ່າການຖືກຂົ່ມເຫງຈະເຮັດໃຫ້ມີຄວາມຍິນດີ. ແຕ່ຄຳພີໄບເບິນບອກວ່າ ເຮົາຈະມີຄວາມຍິນດີເມື່ອຖືກຂົ່ມເຫງ. ຕົວຢ່າງເຊັ່ນ: ຢາໂກໂບຂຽນວ່າ ແທນທີ່ເຮົາຈະທໍ້ໃຈ ເຮົາຄວນມີຄວາມຍິນດີເມື່ອເຈິບັນຫາຕ່າງໆ. (ຢກບ. 1:2, 12) ພະເຢຊູເອງກໍບອກວ່າ ເຮົາຄວນມີຄວາມສຸກເຖິງວ່າຈະຖືກຂົ່ມເຫງ. (ອ່ານມັດທາຍ 5:11) ເຮົາຈະມີຄວາມສຸກໄດ້ແນວໃດເຖິງວ່າຈະມີບັນຫາຕ່າງໆ? ເຮົາຈະໄດ້ຮຽນຫຼາຍຢ່າງຈາກຈົດໝາຍທີ່ຢາໂກໂບຂຽນໄປຫາຄລິດສະຕຽນໃນສະຕະວັດທຳອິດ. ທຳອິດໃຫ້ເຮົາມາເບິ່ງກ່ອນວ່າ ຄລິດສະຕຽນໃນສະໄໝນັ້ນເຈິກັບບັນຫາຫຍັງແດ່.
ຄລິດສະຕຽນໃນສະຕະວັດທຳອິດເຈິບັນຫາຫຍັງແດ່?
3. ບໍ່ດົນຫຼັງຈາກທີ່ຢາໂກໂບເຂົ້າມາເປັນລູກສິດ ມີເຫດການຫຍັງເກີດຂຶ້ນ?
3 ບໍ່ດົນຫຼັງຈາກທີ່ຢາໂກໂບເຊິ່ງເປັນນ້ອງຊາຍຕ່າງພໍ່ຂອງພະເຢຊູເຂົ້າມາເປັນລູກສິດ ກໍມີການຂົ່ມເຫງຄລິດສະຕຽນໃນເມືອງເຢຣູຊາເລັມ. (ກຈກ. 1:14; 5:17, 18) ຫຼັງຈາກທີ່ຊະເຕຟາໂນຖືກຂ້າ ຄລິດສະຕຽນຫຼາຍຄົນກໍ “ກະຈັດກະຈາຍໄປທົ່ວແຂວງຢູດາຍແລະຊາມາເຣຍ” ຈົນຮອດເກາະໄຊປຣັດແລະເມືອງອັນຕີໂອເຂຍ. (ກຈກ. 7:58–8:1; 11:19) ລອງນຶກພາບເບິ່ງວ່າ ເຖິງເຂົາເຈົ້າຈະຕ້ອງເຈິບັນຫາຫຼາຍຢ່າງ ແຕ່ເຂົາເຈົ້າກໍຍັງປະກາດຂ່າວດີບໍ່ວ່າຈະໄປບ່ອນໃດກໍຕາມ ແລະຕັ້ງປະຊາຄົມທົ່ວຈັກກະພັດໂຣມ. (1 ປຕ. 1:1) ແຕ່ອີກບໍ່ດົນຄລິດສະຕຽນໃນສະຕະວັດທຳອິດຈະເຈິບັນຫາຫຼາຍກວ່າເກົ່າ.
4. ຄລິດສະຕຽນໃນສະຕະວັດທຳອິດຕ້ອງອົດທົນກັບບັນຫາຫຍັງອີກ?
4 ຄລິດສະຕຽນໃນສະຕະວັດທຳອິດຕ້ອງອົດທົນກັບບັນຫາຫຼາຍຢ່າງເຊັ່ນ: ປະມານປີ ຄ.ສ 50 ຈອມຈັກກະພັດກະລາວດີໂອໄດ້ສັ່ງໃຫ້ຄົນຢິວທຸກຄົນອອກຈາກໂຣມ. ດັ່ງນັ້ນ ຊາວຢິວທີ່ເຂົ້າມາເປັນຄລິດສະຕຽນຕ້ອງໄດ້ປະເຮືອນແລະຍ້າຍໄປຢູ່ບ່ອນອື່ນ. (ກຈກ. 18:1-3) ປະມານປີ ຄ.ສ 61 ອັກຄະສາວົກໂປໂລໄດ້ຂຽນວ່າ ຄລິດສະຕຽນຫຼາຍຄົນໄດ້ຖືກປະຈານຂາຍໜ້າ ຖືກປຸ້ນ ແລະຖືກຂັງຄຸກ. (ຮຣ. 10:32-34) ແລະເຂົາເຈົ້າຍັງຕ້ອງອົດທົນກັບຄວາມທຸກຍາກແລະຄວາມເຈັບປ່ວຍຄືກັບຄົນທົ່ວໄປ.—ຣມ. 15:26; ຟລປ. 2:25-27
5. ເຮົາຈະຕອບຄຳຖາມຫຍັງແດ່?
5 ກ່ອນທີ່ຢາໂກໂບຂຽນຈົດໝາຍໃນປີ ຄ.ສ 62 ລາວຮູ້ດີວ່າພີ່ນ້ອງຫຼາຍຄົນຕ້ອງເຈິກັບບັນຫາຫຼາຍຢ່າງ. ພະເຢໂຫວາໄດ້ຊີ້ນຳໃຫ້ຢາໂກໂບຂຽນຄຳແນະນຳທີ່ຊ່ອຍໃຫ້ພີ່ນ້ອງເຫຼົ່ານັ້ນມີຄວາມຍິນດີໄດ້ເຖິງວ່າຈະເຈິບັນຫາຫຼາຍຢ່າງ. ເຮົາຈະມາຮຽນເລື່ອງທີ່ຢາໂກໂບຂຽນແລະຕອບຄຳຖາມເຫຼົ່ານີ້: ຄວາມຍິນດີທີ່ຢາໂກໂບເວົ້າເຖິງແມ່ນຫຍັງ? ມີຫຍັງແດ່ທີ່ເຮັດໃຫ້ຄລິດສະຕຽນບໍ່ມີຄວາມຍິນດີ? ສະຕິປັນຍາ ຄວາມເຊື່ອ ແລະຄວາມກ້າຫານຈະຊ່ອຍເຮົາໃຫ້ມີຄວາມຍິນດີໄດ້ແນວໃດເຖິງວ່າຈະມີບັນຫາຫຼາຍຢ່າງ?
ສິ່ງໃດຊ່ອຍໃຫ້ຄລິດສະຕຽນມີຄວາມຍິນດີ?
6. ຕາມລູກາ 6:22, 23 ເປັນຫຍັງຄລິດສະຕຽນຍັງມີຄວາມສຸກເມື່ອມີບັນຫາ?
6 ຫຼາຍຄົນອາດຄິດວ່າເຂົາເຈົ້າຈະມີຄວາມສຸກໄດ້ຖ້າເຂົາເຈົ້າມີສຸຂະພາບທີ່ແຂງແຮງ ມີເງິນຫຼາຍໆ ແລະມີຄອບຄົວທີ່ອົບອຸ່ນ. ແຕ່ຄວາມຍິນດີທີ່ຢາໂກໂບຂຽນເປັນສ່ວນໜຶ່ງຂອງຜົນທີ່ເກີດຈາກພະລັງຂອງພະເຈົ້າ ເຊິ່ງບໍ່ແມ່ນຄວາມຍິນດີທີ່ຂຶ້ນກັບສະພາບການຂອງຄົນເຮົາ. (ຄລຕ. 5:22) ຄລິດສະຕຽນຈະມີຄວາມຍິນດີແລະມີຄວາມສຸກແທ້ຖ້າເຂົາເຈົ້າຮູ້ວ່າໄດ້ເຮັດໃຫ້ພະເຢໂຫວາພໍໃຈ ແລະໄດ້ເຮັດຕາມຕົວຢ່າງຂອງພະເຢຊູ. (ອ່ານລູກາ 6:22, 23; ກລຊ. 1:10, 11) ຄວາມຍິນດີຈະຍັງຢູ່ໃນໃຈຂອງຄລິດສະຕຽນສະເໝີຄືກັບແສງໄຟທີ່ຢູ່ໃນໂຄມໄຟ ເຖິງວ່າຈະຖືກລົມຖືກຝົນກໍຍັງບໍ່ດັບ. ດັ່ງນັ້ນເຮົາຈະຍັງມີຄວາມຍິນດີໄດ້ ເຖິງວ່າຈະເຈັບປ່ວຍ ຫຼືມີເງິນບໍ່ຫຼາຍ ແລະເຖິງວ່າຈະຖືກຄົນອື່ນໆດູຖູກ ຫຼືຄົນໃນຄອບຄົວຕໍ່ຕ້ານ. ແລະທຸກເທື່ອທີ່ເຮົາຜ່ານບັນຫານັ້ນມາໄດ້ ເຮົາກໍແຮ່ງຈະມີຄວາມຍິນດີຫຼາຍຂຶ້ນ. ເມື່ອເຮົາຖືກຂົ່ມເຫງຍ້ອນຄວາມເຊື່ອ ນັ້ນກໍສະແດງໃຫ້ເຫັນວ່າເຮົາເປັນລູກສິດແທ້ຂອງພະຄລິດ. (ມທ. 10:22; 24:9; ຢຮ. 15:20) ດັ່ງນັ້ນ ຢາໂກໂບຈຶ່ງຂຽນວ່າ: “ພີ່ນ້ອງຂອງຂ້ອຍ ເມື່ອພວກເຈົ້າເຈິຄວາມລຳບາກ ໃຫ້ຖືວ່າເປັນເລື່ອງໜ້າຍິນດີ.”—ຢກບ. 1:2
7-8. ຄວາມເຊື່ອຂອງເຮົາຈະເປັນແນວໃດເມື່ອເຮົາອົດທົນກັບບັນຫາ?
7 ຢາໂກໂບຍັງໄດ້ບອກເຫດຜົນທີ່ຄລິດສະຕຽນເຕັມໃຈອົດທົນເຖິງວ່າຈະເຈິບັນຫາທີ່ໜັກໜ່ວງ. ລາວບອກວ່າ: “ເມື່ອຄວາມເຊື່ອຂອງພວກເຈົ້າຜ່ານການທົດສອບແລ້ວ ຈະເຮັດໃຫ້ເກີດຄວາມອົດທົນ.” (ຢກບ. 1:3) ບັນຫາຕ່າງໆປຽບຄືກັບໄຟທີ່ໃຊ້ຕີເຫຼັກໃຫ້ເປັນດາບ. ເມື່ອເຫຼັກນັ້ນຖືກຄວາມຮ້ອນແລະເຢັນ ມັນກໍຈະແຂງແກ່ນຂຶ້ນ. ຄ້າຍຄືກັນເມື່ອເຮົາອົດທົນກັບບັນຫາຕ່າງໆ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ. ນີ້ຈຶ່ງເປັນເຫດຜົນທີ່ຢາໂກໂບຂຽນວ່າ: “ໃຫ້ອົດທົນຈົນເຖິງທີ່ສຸດເພາະນັ້ນຈະເປັນການຝຶກພວກເຈົ້າ ເພື່ອພວກເຈົ້າຈະເປັນຄົນດີພ້ອມ.” (ຢກບ. 1:4) ເມື່ອເຮົາເຫັນວ່າບັນຫາຕ່າງໆເຮັດໃຫ້ຄວາມເຊື່ອເຮົາເຂັ້ມແຂງຂຶ້ນ ເຮົາກໍຈະອົດທົນກັບບັນຫານັ້ນດ້ວຍຄວາມຍິນດີ.
8 ໃນຈົດໝາຍຂອງຢາໂກໂບລາວຍັງໄດ້ເວົ້າເຖິງບັນຫາບາງຢ່າງທີ່ອາດເຮັດໃຫ້ເຮົາບໍ່ມີຄວາມຍິນດີ. ແລ້ວບັນຫານັ້ນມີຫຍັງແດ່ ແລະເຮົາຕ້ອງເຮັດຫຍັງແດ່ເພື່ອຈະບໍ່ເສຍຄວາມຍິນດີ?
ເຮົາຕ້ອງເຮັດຫຍັງເພື່ອຈະບໍ່ເສຍຄວາມຍິນດີ?
9. ເປັນຫຍັງເຮົາຕ້ອງຂໍສະຕິປັນຍາຈາກພະເຢໂຫວາ?
9 ບັນຫາ: ບໍ່ຮູ້ວ່າຈະເຮັດແນວໃດ. ເມື່ອເຮົາມີບັນຫາ ເຮົາຢາກຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາເພື່ອຊ່ອຍເຮົາໃຫ້ເລືອກໃນແບບທີ່ພະອົງພໍໃຈ ເພື່ອເປັນປະໂຫຍດຢເຣ. 10:23) ເຮົາຕ້ອງຂໍສະຕິປັນຍາກັບພະເຢໂຫວາເພື່ອຈະຮູ້ວ່າ ເຮົາຈະເຮັດແນວໃດຫຼືຈະເວົ້າແນວໃດກັບຜູ້ທີ່ຕໍ່ຕ້ານເຮົາ. ເພາະຖ້າເຮົາບໍ່ໄດ້ຂໍຄວາມຊ່ວຍເຫຼືອແບບນັ້ນ ເຮົາອາດບໍ່ຮູ້ວ່າຊິເຮັດແນວໃດແລະເຮັດໃຫ້ເຮົາເສຍຄວາມຍິນດີໄດ້ງ່າຍ.
ຕໍ່ພີ່ນ້ອງ ແລະເພື່ອຊ່ອຍເຮົາໃຫ້ສັດຊື່ຕໍ່ໆໄປໄດ້. (10. ຢາໂກໂບ 1:5 ບອກວ່າເຮົາຕ້ອງເຮັດຫຍັງເພື່ອຈະໄດ້ສະຕິປັນຍາ?
10 ວິທີແກ້ບັນຫາ: ຂໍສະຕິປັນຍາຈາກພະເຢໂຫວາ. ເພື່ອຈະອົດທົນກັບບັນຫາດ້ວຍຄວາມຍິນດີ ທຳອິດເຮົາຕ້ອງອະທິດຖານຂໍສະຕິປັນຍາຈາກພະເຢໂຫວາໃຫ້ຊ່ອຍເຮົາຕັດສິນໃຈໄດ້ດີ. (ອ່ານຢາໂກໂບ 1:5) ເຮົາຄວນເຮັດແນວໃດຖ້າຮູ້ສຶກວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ? ຢາໂກໂບບອກວ່າເຮົາຄວນ “ຂໍຈາກພະເຈົ້າຕໍ່ໆໄປ.” ເມື່ອເຮົາຂໍສະຕິປັນຍາຈາກພະເຢໂຫວາເລື້ອຍໆ ເພິ່ນກໍບໍ່ໄດ້ໃຈຮ້າຍຫຼືລຳຄານເຮົາ ແຕ່ເພິ່ນ “ເຕັມໃຈໃຫ້ທຸກຄົນຢ່າງໃຈກວ້າງ.” (ເພງ. 25:12, 13) ພະເຢໂຫວາຮູ້ແລະເຫັນບັນຫາທີ່ເຮົາເຈິ ເພິ່ນເຫັນອົກເຫັນໃຈແລະຢາກຊ່ວຍເຫຼືອເຮົາແທ້ໆ. ການຮູ້ເລື່ອງນີ້ເຮັດໃຫ້ເຮົາໄດ້ຮັບກຳລັງໃຈຫຼາຍແທ້ໆ! ແຕ່ພະເຢໂຫວາຈະໃຫ້ເຮົາມີສະຕິປັນຍາແນວໃດ?
11. ເພື່ອຈະມີສະຕິປັນຍາ ເຮົາຕ້ອງເຮັດຫຍັງອີກ?
11 ພະເຢໂຫວາໃຫ້ສະຕິປັນຍາກັບເຮົາໂດຍທາງຄຳພີໄບເບິນ. (ສຸພາ. 2:6) ແຕ່ເພື່ອຈະໄດ້ສະຕິປັນຍານັ້ນ ເຮົາຕ້ອງສຶກສາຄົ້ນຄວ້າຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການ. ເຮົາຕ້ອງບໍ່ພຽງແຕ່ຮັບເອົາຄວາມຮູ້ເທົ່ານັ້ນ ແຕ່ເຮົາຕ້ອງເອົາໄປໃຊ້ໃນຊີວິດປະຈຳວັນນຳ. ຢາໂກໂບຂຽນວ່າ: “ໃຫ້ເຮັດຕາມຄຳສອນຂອງພະເຈົ້າສະເໝີ ຢ່າເປັນພຽງຜູ້ຟັງ.” (ຢກບ. 1:22) ເມື່ອເຮົາເຮັດຕາມຄຳແນະນຳຂອງພະເຢໂຫວາ ເຮົາກໍຈະເປັນຄົນທີ່ມີສັນຕິສຸກ ມີເຫດຜົນ ແລະເປັນຄົນທີ່ເມດຕາຄົນອື່ນ. (ຢກບ. 3:17) ຄຸນລັກສະນະເຫຼົ່ານີ້ຈະຊ່ອຍເຮົາໃຫ້ອົດທົນກັບບັນຫາຕ່າງໆໄດ້ດ້ວຍຄວາມຍິນດີ.
12. ເປັນຫຍັງຈຶ່ງສຳຄັນທີ່ເຮົາຕ້ອງຮູ້ຈັກຄຳພີໄບເບິນເປັນຢ່າງດີ?
ຢກບ. 1:23-25) ຕົວຢ່າງເຊັ່ນ: ຫຼັງຈາກທີ່ສຶກສາຄຳພີໄບເບິນເຮົາອາດຈະຮູ້ວ່າ ເຮົາຕ້ອງຄວບຄຸມອາລົມຂອງຕົວເອງ. ແລະພະເຢໂຫວາຈະຊ່ອຍເຮົາໃຫ້ຮຽນຮູ້ທີ່ຈະເປັນຄົນອ່ອນໂຍນເມື່ອມີບັນຫາຫຼືເມື່ອຄົນອື່ນເຮັດໃຫ້ເຮົາໃຈຮ້າຍ. ເພາະເມື່ອເຮົາເປັນຄົນອ່ອນໂຍນ ເຮົາກໍຈະຈັດການກັບບັນຫາ ຄິດຢ່າງຮອບຄອບ ແລະຕັດສິນໃຈໄດ້ດີຂຶ້ນ. (ຢກບ. 3:13) ເປັນເລື່ອງສຳຄັນຫຼາຍແທ້ໆທີ່ເຮົາຈະຮູ້ຈັກຄຳພີໄບເບິນເປັນຢ່າງດີ.
12 ຄຳພີໄບເບິນປຽບຄືກັບແວ່ນແຍງທີ່ຊ່ອຍເຮົາໃຫ້ຮູ້ວ່າຕ້ອງປັບປຸງຕົວເອງຈຸດໃດແລະຕ້ອງປັບປຸງຕົວເອງແນວໃດ. (13. ເປັນຫຍັງເຮົາຄວນຮຽນເລື່ອງຂອງຄົນໃນຄຳພີໄບເບິນ?
13 ບາງເທື່ອເຮົາມັກຈະໄດ້ບົດຮຽນເມື່ອເຮົາເຮັດຜິດພາດ ແຕ່ວິທີນັ້ນບໍ່ຄ່ອຍດີປານໃດ. ເພື່ອຈະມີສະຕິປັນຍາ ເຮົາຕ້ອງຮຽນຈາກຄວາມສຳເລັດແລະຄວາມຜິດພາດຂອງຄົນອື່ນ. ນີ້ເປັນເຫດຜົນທີ່ຢາໂກໂບກະຕຸ້ນເຮົາໃຫ້ຮຽນຈາກຕົວຢ່າງຂອງຄົນໃນຄຳພີໄບເບິນເຊັ່ນ: ອັບຣາຮາມ ຣາຮາບ ໂຢບ ແລະເອລີຢາ. (ຢກບ. 2:21-26; 5:10, 11, 17, 18) ເພາະຜູ້ຮັບໃຊ້ທີ່ສັດຊື່ເຫຼົ່ານັ້ນສາມາດອົດທົນກັບບັນຫາທີ່ອາດເຮັດໃຫ້ເຂົາເຈົ້າບໍ່ມີຄວາມຍິນດີ. ຕົວຢ່າງເລື່ອງຄວາມອົດທົນຂອງເຂົາເຈົ້າສະແດງໃຫ້ເຫັນວ່າເຮົາກໍຈະອົດທົນໄດ້ຄືກັນເມື່ອເຈິບັນຫາ.
14-15. ເປັນຫຍັງເຮົາບໍ່ຄວນປ່ອຍໃຫ້ຕົວເອງສົງໄສຢູ່ຕະຫຼອດ?
14 ບັນຫາ: ເມື່ອມີຂໍ້ສົງໄສ. ບາງເທື່ອເຮົາອາດຈະບໍ່ເຂົ້າໃຈຄຳສອນບາງຢ່າງໃນຄຳພີໄບເບິນ ຫຼືພະເຢໂຫວາອາດບໍ່ໄດ້ຕອບຄຳອະທິດຖານຂອງເຮົາໃນແບບທີ່ເຮົາຕ້ອງການ. ສິ່ງເຫຼົ່ານີ້ອາດເຮັດໃຫ້ເຮົາເລີ່ມສົງໄສ. ຖ້າເຮົາຍັງສົງໄສຢູ່ແບບນີ້ ມັນອາດເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງແລະທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາ. (ຢກບ. 1:7, 8) ແລະອາດເຮັດໃຫ້ເຮົາບໍ່ມີຄວາມຫວັງຫຍັງເລີຍ.
15 ອັກຄະສາວົກໂປໂລໄດ້ສົມທຽບຄວາມຫວັງໃນອະນາຄົດຄືກັບສະໝໍເຮືອ. (ຮຣ. 6:19) ສະໝໍເຮືອຈະຊ່ອຍຍຶດເຮືອໄວ້ ບໍ່ໃຫ້ໄຫຼໄປຕຳໂງ່ນຫີນຕອນທີ່ມີພະຍຸ. ແຕ່ສະໝໍເຮືອຈະເປັນປະໂຫຍດກໍຕໍ່ເມື່ອໂສ້ທີ່ຕິດຢູ່ກັບເຮືອນັ້ນບໍ່ຂາດ. ຄືກັບຂີ້ໝ້ຽງທີ່ເຮັດໃຫ້ໂສ້ໂດກ ຄວາມສົງໄສກໍຈະເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງ. ເມື່ອມີບັນຫາ ຄົນທີ່ສົງໄສອາດຈະບໍ່ເຊື່ອວ່າພະເຢໂຫວາຈະເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້. ແລະຖ້າບໍ່ມີຄວາມເຊື່ອ ເຮົາກໍຈະບໍ່ມີຄວາມຫວັງ. ຄືກັບທີ່ຢາໂກໂບບອກວ່າ ຄວາມສົງໄສ “ກໍເປັນຄືຄື້ນໃນທະເລທີ່ຖືກລົມພັດຊັດໄປຊັດມາ.” (ຢກບ. 1:6) ຜູ້ທີ່ມີຄວາມສົງໄສແບບນັ້ນຈະບໍ່ມີຄວາມຍິນດີເລີຍ.
16. ເຮົາຄວນເຮັດຫຍັງເມື່ອມີຂໍ້ສົງໄສ?
16 ວິທີແກ້ບັນຫາ: ກຳຈັດຂໍ້ສົງໄສແລະເຮັດໃຫ້ຄວາມເຊື່ອເຂັ້ມແຂງຂຶ້ນ. ຕ້ອງເປັນຄົນກ້າຕັດສິນໃຈ. ໃນສະໄໝຜູ້ພະຍາກອນເອລີຢາ ປະຊາຊົນຂອງພະເຢໂຫວາເປັນຄົນລັງເລ ບໍ່ກ້າຕັດສິນໃຈ. ເອລີຢາຈຶ່ງບອກເຂົາເຈົ້າວ່າ “ພວກເຈົ້າຈະຢູ່ສອງຝ່າຍໄປອີກດົນປານໃດ? ຖ້າພະເຢໂຫວາເປັນພະເຈົ້າທ່ຽງແທ້ ກໍໃຫ້ນະມັດສະການພະອົງ. ແຕ່ຖ້າພະບາອານເປັນພະເຈົ້າທ່ຽງແທ້ ກໍນະມັດສະການພະບາອານເລີຍ.” (1 ກະ. 18:21, ລ.ມ.) ໃນທຸກມື້ນີ້ກໍຄືກັນ ເຮົາຕ້ອງສຶກສາແລະຄົ້ນຄວ້າຄຳພີໄບເບິນຈົນໝັ້ນໃຈວ່າ ພະເຢໂຫວາເປັນພະເຈົ້າ ຄຳພີໄບເບິນເປັນຄຳເວົ້າຂອງເພິ່ນ ແລະພະຍານພະເຢໂຫວາເປັນປະຊາຊົນຂອງເພິ່ນ. (1 ທຊ. 5:21) ການເຮັດແບບນີ້ຈະຊ່ອຍກຳຈັດຂໍ້ສົງໄສ ແລະເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. ຖ້າເຮົາຮູ້ສຶກວ່າຍາກທີ່ຈະກຳຈັດຂໍ້ສົງໄສ ເຮົາກໍສາມາດຂໍຄວາມຊ່ວຍເຫຼືອຈາກຜູ້ດູແລໄດ້. ດັ່ງນັ້ນຖ້າເຮົາຢາກມີຄວາມສຸກໃນການຮັບໃຊ້ພະເຢໂຫວາ ໃຫ້ເຮົາລົງມືແກ້ໄຂຕອນທີ່ມີຂໍ້ສົງໄສ!
17. ຈະເປັນແນວໃດຖ້າເຮົາທໍ້ໃຈ?
17 ບັນຫາ: ຄວາມທໍ້ໃຈ. ຄຳພີໄບເບິນບອກວ່າ “ຖ້າເຈົ້າທໍ້ໃຈໃນວັນທີ່ທຸກລຳບາກ ເຫື່ອແຮງຂອງເຈົ້າກໍຈະໜ້ອຍ.” (ສຸພາ. 24:10, ລ.ມ.) ຄຳວ່າ “ທໍ້ໃຈ” ໃນພາສາ ເຮັບເຣີອາດມີຄວາມໝາຍວ່າ “ບໍ່ກ້າ.” ຖ້າເຈົ້າບໍ່ກ້າຫຼືບໍ່ມີກຳລັງໃຈ ເຈົ້າກໍຈະບໍ່ມີຄວາມຍິນດີ.
18. ຄວາມອົດທົນມີຄວາມໝາຍວ່າແນວໃດ?
18 ວິທີແກ້ບັນຫາ: ໃຫ້ໝັ້ນໃຈວ່າພະເຢໂຫວາຈະໃຫ້ກຳລັງເພື່ອຊ່ອຍເຮົາໃຫ້ອົດທົນໄດ້. ເຮົາຕ້ອງມີກຳລັງໃຈເພື່ອຈະອົດທົນກັບບັນຫາຕ່າງໆໄດ້. (ຢກບ. 5:11) ຄຳວ່າ “ອົດທົນ” ທີ່ຢາໂກໂບເວົ້າໝາຍເຖິງຄົນທີ່ຢືນຢັດໝັ້ນຄົງ. ເຮົາອາດຄິດເຖິງທະຫານທີ່ຢືນຢັດຕໍ່ສູ້ກັບສັດຕູຢ່າງກ້າຫານ ແລະບໍ່ຍອມແພ້ເຖິງວ່າຈະຖືກໂຈມຕີຢ່າງຮຸນແຮງ.
19. ເຮົາໄດ້ຮຽນຫຍັງຈາກເລື່ອງຂອງອັກຄະສາວົກໂປໂລ?
19 ອັກຄະສາວົກໂປໂລເປັນຕົວຢ່າງທີ່ດີເລີດໃນການສະແດງຄວາມກ້າຫານແລະຄວາມອົດທົນ. ບາງເທື່ອລາວກໍຮູ້ສຶກອ່ອນແອ ແຕ່ລາວກໍອົດທົນໄດ້ຍ້ອນລາວເພິ່ງກຳລັງທີ່ມາຈາກພະເຢໂຫວາ. (2 ກຣ. 12:8-10; ຟລປ. 4:13) ເຮົາກໍຈະມີຄວາມກ້າແລະອົດທົນໄດ້ຄືກັນ ຖ້າເຮົາເປັນຄົນຖ່ອມແລະຍອມຮັບການຊ່ວຍເຫຼືອຈາກພະເຢໂຫວາ.—ຢກບ. 4:10
ໃກ້ຊິດກັບພະເຈົ້າແລ້ວຈະມີຄວາມຍິນດີຕໍ່ໆໄປ
20-21. ເຮົາສາມາດໝັ້ນໃຈໃນເລື່ອງຫຍັງ?
20 ເຮົາໝັ້ນໃຈໄດ້ວ່າບັນຫາຕ່າງໆທີ່ເຮົາເຈິບໍ່ແມ່ນຍ້ອນພະເຢໂຫວາລົງໂທດ ເພາະຢາໂກໂບບອກວ່າ: “ເມື່ອເຈິຄວາມຍາກລຳບາກຢ່າເວົ້າວ່າ: ‘ພະເຈົ້າທົດລອງຂ້ອຍ.’ ເພາະພະອົງບໍ່ເຄີຍທົດລອງຜູ້ໃດດ້ວຍຄວາມຊົ່ວແລະບໍ່ມີຜູ້ໃດທົດລອງພະເຈົ້າດ້ວຍຄວາມຊົ່ວໄດ້.” (ຢກບ. 1:13) ເມື່ອເຮົາໝັ້ນໃຈໃນເລື່ອງນີ້ ເຮົາກໍຈະໃກ້ຊິດກັບພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຫຼາຍຂຶ້ນ.—ຢກບ. 4:8
21 ພະເຢໂຫວາ “ບໍ່ເຄີຍປ່ຽນແປງ.” (ຢກບ. 1:17) ພະເຢໂຫວາເຄີຍຊ່ອຍຄລິດສະຕຽນໃນສະຕະວັດທຳອິດຕອນທີ່ມີບັນຫາ ແລະເພິ່ນກໍຈະຊ່ອຍເຮົາໃນທຸກມື້ນີ້ຄືກັນ. ໃຫ້ອະທິດຖານຂໍສະຕິປັນຍາ ຄວາມເຊື່ອ ແລະຄວາມກ້າຫານຈາກພະເຢໂຫວາ ເພິ່ນຈະຕອບຄຳອະທິດຖານຂອງເຮົາ. ແລ້ວເຮົາຈະໝັ້ນໃຈໄດ້ວ່າ ເພິ່ນຈະຊ່ອຍເຮົາໃຫ້ມີຄວາມຍິນດີສະເໝີເຖິງວ່າຈະມີບັນຫາຕ່າງໆ!
ເພງ 128 ອົດທົນຈົນເຖິງທີ່ສຸດ
^ ຂໍ້ 5 ໃນປຶ້ມຢາໂກໂບ ມີຄຳແນະນຳຫຼາຍຢ່າງທີ່ຊ່ອຍເຮົາໃຫ້ອົດທົນກັບບັນຫາໄດ້. ໃນບົດຄວາມນີ້ເຮົາຈະມາເບິ່ງຄຳແນະນຳບາງຢ່າງຂອງຢາໂກໂບ. ຄຳແນະນຳນີ້ຈະຊ່ອຍເຮົາໃຫ້ມີຄວາມຍິນດີໃນການຮັບໃຊ້ພະເຢໂຫວາເຖິງວ່າຈະມີບັນຫາຕ່າງໆ.
^ ຂໍ້ 59 ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງຖືກຈັບຢູ່ເຮືອນ ເມຍກັບລູກໄດ້ແຕ່ແນມເບິ່ງຕອນທີ່ຕຳຫຼວດຈັບລາວໄປ. ຕອນທີ່ພີ່ນ້ອງຄົນນັ້ນຢູ່ຄຸກ ພີ່ນ້ອງໃນປະຊາຄົມໄດ້ມາຮ່ວມນະມັດສະການປະຈຳຄອບຄົວກັບເມຍແລະລູກຂອງລາວ. ເມຍກັບລູກອະທິດຖານຂໍກຳລັງທີ່ຈະອົດທົນກັບບັນຫານີ້ໄດ້. ພະເຢໂຫວາຊ່ອຍເຂົາເຈົ້າໃຫ້ມີຄວາມກ້າແລະຄວາມສະຫງົບໃຈ. ຜົນກໍຄືເຂົາເຈົ້າມີຄວາມເຊື່ອທີ່ເຂັ້ມແຂງແລະອົດທົນດ້ວຍຄວາມຍິນດີ.