ບົດຄວາມສຶກສາທີ 42
“ຄົນທີ່ໃຊ້ຊີວິດຢ່າງສັດຊື່ຕໍ່ພະເຢໂຫວາກໍມີຄວາມສຸກ”
“ຄົນທີ່ໃຊ້ຊີວິດຢ່າງສັດຊື່ຕໍ່ພະເຈົ້າກໍມີຄວາມສຸກ ຄືຄົນທີ່ເຮັດຕາມກົດໝາຍຂອງພະເຢໂຫວາ.”—ເພງ. 119:1, ລ.ມ., ໄຂເງື່ອນ
ເພງ 124 ສັດຊື່ຕະຫຼອດໄປ
ໃຈຄວາມສຳຄັນ a
1-2. (ກ) ອຳນາດການປົກຄອງບາງດິນແດນໄດ້ຕໍ່ຕ້ານປະຊາຊົນຂອງພະເຢໂຫວາແນວໃດ ແຕ່ປະຊາຊົນຂອງພະເຢໂຫວາເຮັດແນວໃດ? (ຂ) ເປັນຫຍັງເຮົາຍັງມີຄວາມສຸກເຖິງວ່າຈະຖືກຂົ່ມເຫງ? (ຂໍໃຫ້ອະທິບາຍຮູບໜ້າປົກ)
ຕອນນີ້ວຽກຂອງອົງການພະເຢໂຫວາຖືກຈຳກັດຫຼືຖືກສັ່ງຫ້າມຫຼາຍກວ່າ 30 ດິນແດນ. ບາງດິນແດນ ອຳນາດການປົກຄອງກໍໄດ້ຈັບພີ່ນ້ອງຂອງເຮົາເຂົ້າຄຸກ. ພີ່ນ້ອງເຮັດຫຍັງຜິດບໍ? ບໍ່ເລີຍ! ພະເຢໂຫວາເຫັນວ່າເຂົາເຈົ້າເຮັດສິ່ງທີ່ຖືກຕ້ອງ ເພາະເຂົາເຈົ້າອ່ານແລະສຶກສາຄຳພີໄບເບິນ ບອກເລື່ອງຄວາມເຊື່ອໃຫ້ຄົນອື່ນຮູ້ ເຂົ້າຮ່ວມການປະຊຸມ ແລະຮັກສາຄວາມເປັນກາງ. ເຖິງວ່າເຂົາເຈົ້າຈະຖືກຂົ່ມເຫງຢ່າງໜັກ ແຕ່ເຂົາເຈົ້າກໍຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ເຊິ່ງສະແດງວ່າເຂົາເຈົ້າໄດ້ອຸທິດຊີວິດໃຫ້ເພິ່ນ ແລະເຂົາເຈົ້າກໍມີຄວາມສຸກທີ່ເຮັດແບບນັ້ນ!
2 ເຈົ້າຄືຊິເຄີຍເຫັນຮູບຂອງພີ່ນ້ອງທີ່ກ້າຫານເຫຼົ່ານີ້ ແລະສັງເກດເຫັນວ່າເຂົາເຈົ້າມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ. ເຂົາເຈົ້າມີຄວາມສຸກຍ້ອນຮູ້ວ່າພະເຢໂຫວາພໍໃຈເຂົາເຈົ້າທີ່ຮັກສາຄວາມສັດຊື່ຕໍ່ເພິ່ນ. (1ຂຄ. 29:17) ພະເຢຊູບອກວ່າ: “ຄົນທີ່ຖືກຂົ່ມເຫງເພາະເຮັດສິ່ງທີ່ຖືກຕ້ອງ . . . ຂໍໃຫ້ຍິນດີ ຍ້ອນພວກເຈົ້າຈະໄດ້ລາງວັນທີ່ມີຄ່າຫຼາຍ.”—ມທ. 5:10-12
ຕົວຢ່າງສຳລັບເຮົາ
3. ຕາມກິດຈະການ 4:19, 20 ອັກຄະສາວົກຂອງພະເຢຊູໄດ້ເຮັດແນວໃດເມື່ອຖືກຂົ່ມເຫງ ແລະເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ?
3 ສິ່ງທີ່ພີ່ນ້ອງໃນທຸກມື້ນີ້ເຈິກໍຄືກັບສິ່ງທີ່ອັກຄະສາວົກຂອງພະເຢຊູເຈິ ເພາະເຂົາເຈົ້າຖືກຂົ່ມເຫງຍ້ອນປະກາດເລື່ອງຂອງພະເຢຊູ. ຜູ້ພິພາກສາ ໃນສານສູງຂອງຊາວຢິວໄດ້ “ສັ່ງໃຫ້ເຂົາເຈົ້າເຊົາເວົ້າກ່ຽວກັບພະເຢຊູຫຼືເຊົາສອນໃນນາມຂອງເພິ່ນ.” (ກຈກ. 4:18; 5:27, 28, 40) ແຕ່ພວກອັກຄະສາວົກເຮັດແນວໃດ? (ອ່ານກິດຈະການ 4:19, 20) ເຂົາເຈົ້າຮູ້ວ່າຜູ້ທີ່ມີອຳນາດຫຼາຍກວ່າໄດ້ ‘ສັ່ງເຂົາເຈົ້າໃຫ້ປະກາດກັບຜູ້ຄົນແລະເປັນພະຍານຢືນຢັນ’ ເລື່ອງຂອງພະຄລິດ. (ກຈກ. 10:42) ດັ່ງນັ້ນ ອັກຄະສາວົກເປໂຕແລະໂຢຮັນຈຶ່ງເວົ້າຢ່າງກ້າຫານວ່າ ເຂົາເຈົ້າຈະເຊື່ອຟັງພະເຈົ້າຫຼາຍກວ່າຜູ້ພິພາກສາເຫຼົ່ານັ້ນແລະຈະບໍ່ເຊົາເວົ້າເລື່ອງຂອງພະເຢຊູ ເຊິ່ງເປັນຄືກັບເຂົາເຈົ້າກຳລັງຖາມຜູ້ພິພາກສາເຫຼົ່ານັ້ນວ່າ ‘ເຈົ້າຄິດວ່າເຈົ້າມີອຳນາດຫຼາຍກວ່າພະເຈົ້າບໍ?’
4. ຕາມກິດຈະການ 5:27-29 ພວກອັກຄະສາວົກເປັນຕົວຢ່າງທີ່ດີແນວໃດ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
4 ພວກອັກຄະສາວົກເປັນຕົວຢ່າງທີ່ດີໃຫ້ຄລິດສະຕຽນທຸກຄົນໃນທຸກມື້ນີ້ໃນເລື່ອງທີ່ວ່າ ເຮົາຕ້ອງ ‘ເຊື່ອຟັງພະເຈົ້າທີ່ເປັນຜູ້ປົກຄອງຫຼາຍກວ່າມະນຸດ.’ (ອ່ານກິດຈະການ 5:27-29) ຫຼັງຈາກທີ່ພວກອັກຄະສາວົກຖືກຂ້ຽນຕີຍ້ອນຮັກສາຄວາມສັດຊື່ ເຂົາເຈົ້າກໍອອກຈາກສານສູງຂອງຊາວຢິວ “ດ້ວຍຄວາມດີໃຈ ເພາະເຂົາເຈົ້າຖືວ່າການທີ່ຖືກດູຖູກຢຽດຫຍາມຍ້ອນຊື່ຂອງພະເຢຊູນັ້ນເປັນກຽດຢ່າງສູງ” ແລະເຂົາເຈົ້າກໍເຮັດວຽກປະກາດຕໍ່ໆໄປ.—ກຈກ. 5:40-42
5. ເຮົາຈະຕອບຄຳຖາມຫຍັງແດ່?
5 ສິ່ງທີ່ພວກອັກຄະສາວົກເຮັດອາດເຮັດໃຫ້ເກີດຄຳຖາມທີ່ວ່າ ເຂົາເຈົ້າຈະເຊື່ອຟັງພະເຈົ້າຫຼາຍກວ່າມະນຸດແລະຍັງຈະ “ເຊື່ອຟັງຄົນທີ່ມີອຳນາດປົກຄອງ” ໄດ້ແນວໃດ? (ໂຣມ 13:1) ເຮົາຈະເຮັດຕາມທີ່ໂປໂລບອກວ່າ ໃຫ້ “ເຊື່ອຟັງລັດຖະບານແລະຜູ້ມີອຳນາດປົກຄອງ” ແລະຍັງຮັກສາຄວາມສັດຊື່ຕໍ່ພະເຈົ້າເຊິ່ງເປັນຜູ້ປົກຄອງທີ່ສູງສຸດໄດ້ແນວໃດ?—ຕຕ. 3:1
“ຄົນທີ່ມີອຳນາດປົກຄອງ”
6. (ກ) ຕາມໂຣມ 13:1 ຄຳວ່າ “ຄົນທີ່ມີອຳນາດປົກຄອງ” ໝາຍເຖິງໃຜ ແລະເຮົາຄວນປະຕິບັດກັບເຂົາເຈົ້າແນວໃດ? (ຂ) ທີ່ຈິງແລ້ວ ອຳນາດຂອງຜູ້ປົກຄອງທີ່ເປັນມະນຸດເປັນແນວໃດ?
6 ອ່ານໂຣມ 13:1. ຈາກຂໍ້ຄຳພີນີ້ ຄຳວ່າ “ຄົນທີ່ມີອຳນາດປົກຄອງ” ໝາຍເຖິງຜູ້ປົກຄອງທີ່ເປັນມະນຸດ ເຊິ່ງມີອຳນາດເໜືອຄົນອື່ນ. ຄລິດສະຕຽນຄວນເຊື່ອຟັງຄົນເຫຼົ່ານີ້ ເພາະເຂົາເຈົ້າເປັນຜູ້ຄວບຄຸມໃຫ້ປະຊາຊົນເຮັດຕາມກົດໝາຍເພື່ອໃຫ້ສັງຄົມເປັນລະບຽບຮຽບຮ້ອຍ ແລະບາງເທື່ອເຂົາເຈົ້າກໍຊ່ວຍປົກປ້ອງຄົນຂອງພະເຢໂຫວານຳ. (ພນມ. 12:16) ດັ່ງນັ້ນ ເຮົາຄວນໃຫ້ຄວາມຮ່ວມມືກັບເຂົາເຈົ້າໂດຍເສຍພາສີອາກອນ ສະແດງຄວາມນັບຖື ແລະຢຳເກງຕໍ່ເຂົາເຈົ້າ. (ໂຣມ 13:7) ແຕ່ທີ່ເຂົາເຈົ້າມີອຳນາດໄດ້ກໍຍ້ອນພະເຢໂຫວາອະນຸຍາດໃຫ້ເຂົາເຈົ້າມີ. ພະເຢຊູຊ່ວຍເຮົາໃຫ້ເຂົ້າໃຈແຈ້ງໃນເລື່ອງນີ້ຕອນທີ່ເພິ່ນເວົ້າກັບປີລາດເຊິ່ງເປັນຜູ້ປົກຄອງຄົນໂຣມ. ເມື່ອປີລາດບອກວ່າ ລາວມີສິດທີ່ຈະປ່ອຍໂຕພະເຢຊູຫຼືປະຫານຊີວິດເພິ່ນກໍໄດ້ ພະເຢຊູຈຶ່ງບອກວ່າ: “ເຈົ້າຈະມີອຳນາດເໜືອຂ້ອຍບໍ່ໄດ້ດອກຖ້າບໍ່ໄດ້ຮັບອຳນາດຈາກພະເຈົ້າ.” (ຢຮ. 19:11) ຈາກເລື່ອງນີ້ເຮົາເຫັນໄດ້ວ່າ ທຸກຄົນທີ່ມີອຳນາດປົກຄອງເຊິ່ງລວມເຖິງນັກການເມືອງມີອຳນາດທີ່ມີຂີດຈຳກັດຄືກັບປີລາດ.
7. ເຮົາຈະບໍ່ເຊື່ອຟັງອຳນາດການປົກຄອງຕອນໃດ? ແລະເຂົາເຈົ້າຄວນຈື່ຫຍັງໄວ້?
7 ຄລິດສະຕຽນຄວນເຊື່ອຟັງກົດໝາຍທຸກຢ່າງທີ່ອຳນາດການປົກຄອງກຳນົດໄວ້ ຖ້າເລື່ອງນັ້ນບໍ່ຂັດກັບກົດໝາຍຂອງພະເຈົ້າ. ເຮົາຈະບໍ່ເຊື່ອຟັງອຳນາດການປົກຄອງຕອນທີ່ເຂົາເຈົ້າບອກເຮົາໃຫ້ເຮັດສິ່ງທີ່ພະເຈົ້າຫ້າມ ຫຼືຫ້າມເຮົາບໍ່ໃຫ້ເຮັດສິ່ງທີ່ພະເຈົ້າບອກ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດຮຽກຮ້ອງໃຫ້ພີ່ນ້ອງຊາຍທີ່ຍັງໜຸ່ມໄປເປັນທະຫານ b ຫຼືເຂົາເຈົ້າອາດສັ່ງຫ້າມຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການ ຫ້າມບໍ່ໃຫ້ເຮົາໄປປະກາດແລະປະຊຸມ. ເມື່ອຜູ້ປົກຄອງທີ່ເປັນມະນຸດໃຊ້ອຳນາດໃນທາງທີ່ຜິດ ເຊັ່ນ ຂົ່ມເຫງຄລິດສະຕຽນ ເຂົາເຈົ້າຕ້ອງໄດ້ໃຫ້ການຕໍ່ພະເຢໂຫວາໃນສິ່ງທີ່ເຂົາເຈົ້າເຮັດ ເພາະພະເຢໂຫວາກຳລັງເບິ່ງເຂົາເຈົ້າຢູ່!—ຜູ້ປ. 5:8
8. ຜູ້ປົກຄອງທີ່ເປັນມະນຸດຕ່າງຈາກພະເຢໂຫວາແນວໃດ?
8 ຜູ້ປົກຄອງທີ່ເປັນມະນຸດກໍມີອຳນາດຢູ່ ແຕ່ບໍ່ໄດ້ມີອຳນາດສູງສຸດ ເພາະມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ມີອຳນາດສູງສຸດ. ໃນຄຳພີໄບເບິນໄດ້ເວົ້າເຖິງພະເຢໂຫວາຕັ້ງ 4 ເທື່ອວ່າ ເພິ່ນເປັນ “ພະເຈົ້າອົງສູງສຸດ.”—ດາ. 7:18, 22, 25, 27
“ພະເຈົ້າອົງສູງສຸດ”
9. ຜູ້ພະຍາກອນດານີເອນເຫັນນິມິດຫຍັງ?
9 ຜູ້ພະຍາກອນດານີເອນເຫັນນິມິດທີ່ສະແດງວ່າ ພະເຢໂຫວາມີອຳນາດຫຼາຍກວ່າຜູ້ປົກຄອງຄົນອື່ນໆ. ທຳອິດ ລາວເຫັນສັດໃຫຍ່ 4 ໂຕເຊິ່ງໝາຍເຖິງມະຫາອຳນາດໂລກໃນອະດີດນັ້ນກໍຄື: ບາບີໂລນ ເມເດຍ-ເປີເຊຍ ກຣີກ ແລະໂຣມ. ແລະມະຫາອຳນາດໂລກໃນປັດຈຸບັນນີ້ກໍຄື ອັງກິດ-ອາເມຣິກາ. (ດາ. 7:1-3, 17) ຈາກນັ້ນ ລາວກໍເຫັນພະເຢໂຫວານັ່ງເທິງບັນລັງໃນສານທີ່ຢູ່ໃນສະຫວັນ. (ດາ. 7:9, 10) ແລ້ວດານີເອນໄດ້ເຫັນຫຍັງອີກ ເຊິ່ງເປັນຄຳເຕືອນສຳລັບຜູ້ປົກຄອງທີ່ເປັນມະນຸດໃນທຸກມື້ນີ້?
10. ຕາມດານຽນ 7:13, 14, 27 ພະເຢໂຫວາຈະຍຶດອຳນາດຈາກຜູ້ປົກຄອງທີ່ເປັນມະນຸດແລ້ວເອົາໄປໃຫ້ໃຜ ແລະນີ້ສະແດງໃຫ້ເຫັນຫຍັງກ່ຽວກັບພະເຢໂຫວາ?
10 ອ່ານດານຽນ 7:13, 14, 27. ພະເຢໂຫວາຈະຍຶດອຳນາດໄປຈາກຜູ້ປົກຄອງທີ່ເປັນມະນຸດທຸກຄົນ ແລະເອົາອຳນາດນັ້ນໄປໃຫ້ຜູ້ທີ່ສົມຄວນໄດ້ຮັບແລະມີອຳນາດຫຼາຍກວ່າ. ຄົນເຫຼົ່ານັ້ນແມ່ນໃຜ? ຄົນເຫຼົ່ານັ້ນແມ່ນ “ລູກມະນຸດ” ເຊິ່ງກໍຄືພະເຢຊູຄລິດ ແລະ “ພວກຜູ້ບໍລິສຸດຂອງພະເຈົ້າອົງສູງສຸດ” ທີ່ຈະປົກຄອງ “ຕະຫຼອດໄປບໍ່ມີມື້ສິ້ນສຸດ.” (ດາ. 7:18, ລ.ມ.) ເຫັນໄດ້ແຈ້ງວ່າ ພະເຢໂຫວາເປັນ “ພະເຈົ້າອົງສູງສຸດ” ເພາະເພິ່ນເປັນຜູ້ດຽວທີ່ມີສິດຈະໃຫ້ອຳນາດໃຜກໍໄດ້.
11. ສິ່ງທີ່ດານີເອນເວົ້າສະແດງໃຫ້ເຫັນແນວໃດວ່າ ພະເຢໂຫວາມີອຳນາດເໜືອຊາດຕ່າງໆ?
11 ສິ່ງທີ່ດານີເອນເຫັນໃນນິມິດສອດຄ່ອງກັບສິ່ງທີ່ລາວເວົ້າກ່ອນໜ້ານີ້ທີ່ວ່າ: “ພະເຈົ້າຜູ້ຢູ່ໃນສະຫວັນ” ເປັນຜູ້ “ແຕ່ງຕັ້ງແລະປົດກະສັດ.” ລາວຍັງເວົ້າຕື່ມອີກວ່າ: “ພະເຈົ້າອົງສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ . . . ເພິ່ນຈະເອົາອຳນາດໃນການປົກຄອງໃຫ້ໃຜກໍໄດ້.” (ດາ. 2:19-21; 4:17, ລ.ມ.) ແລ້ວພະເຢໂຫວາເຄີຍແຕ່ງຕັ້ງຫຼືປົດຜູ້ໃດອອກຈາກຕຳແໜ່ງບໍ? ເຄີຍແທ້!
12. ມີຕົວຢ່າງຫຍັງທີ່ສະແດງໃຫ້ເຫັນວ່າພະເຢໂຫວາໄດ້ປົດຕຳແໜ່ງກະສັດໃນອະດີດ? (ເບິ່ງຮູບພາບ)
12 ພະເຢໂຫວາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເພິ່ນມີອຳນາດເໜືອ “ຄົນທີ່ມີອຳນາດປົກຄອງ.” ໃຫ້ເຮົາມາເບິ່ງ 3 ຕົວຢ່າງທີ່ຢູ່ໃນຄຳພີໄບເບິນ. ຟາໂຣກະສັດເອຢິບໄດ້ກົດຂີ່ປະຊາຊົນຂອງພະເຈົ້າແລະບັງຄັບໃຫ້ເຂົາເຈົ້າເປັນທາດ. ແຖມຍັງບໍ່ຍອມປ່ອຍເຂົາເຈົ້າອອກຈາກເອຢິບ. ແຕ່ໃນທີ່ສຸດ ພະເຢໂຫວາກໍຊ່ວຍປະຊາຊົນຂອງເພິ່ນໃຫ້ພົ້ນຈາກການເປັນທາດໃນເອຢິບແລະຖິ້ມຟາໂຣລົງທະເລແດງ. (ອພຍ. 14:26-28; ເພງ. 136:15) ເບນຊາດຊາເຣກະສັດບາບີໂລນໄດ້ຈັດງານລ້ຽງແລະ “ຕັ້ງຕົວເປັນຄູ່ແຂ່ງກັບພະເຈົ້າຜູ້ເປັນເຈົ້າຂອງສະຫວັນ” ແລະ “ສັນລະເສີນພະເຈົ້າທີ່ເຮັດຈາກເງິນແລະຄຳ.” (ດາ. 5:22, 23, ລ.ມ.) ແຕ່ພະເຢໂຫວາໄດ້ຈັດການຄົນທີ່ຍິ່ງຈອງຫອງຄົນນີ້. “ໃນຄືນນັ້ນ” ລາວຖືກຂ້າແລະບັນລັງຂອງລາວກໍຖືກຍົກໃຫ້ກະສັດຂອງເມເດຍແລະເປີເຊຍ. (ດາ. 5:28, 30, 31) ເຮໂຣດອັກກິບປາທີ 1 ເຊິ່ງເປັນກະສັດຂອງປາເລດສະຕິນໄດ້ຂ້າອັກຄະສາວົກຢາໂກໂບແລະຈາກນັ້ນກໍຈັບອັກຄະສາວົກເປໂຕເຂົ້າຄຸກເພື່ອຫວັງຈະຂ້າເປໂຕນຳ. ແຕ່ພະເຢໂຫວາກໍມາຂັດຂວາງແຜນການນີ້. ໃນທີ່ສຸດ “ທູດສະຫວັນຂອງພະເຢໂຫວາໄດ້ລົງໂທດລາວ” ແລະລາວກໍຕາຍ.—ກຈກ. 12:1-5, 21-23
13. ຂໍໃຫ້ຍົກຕົວຢ່າງທີ່ສະແດງວ່າພະເຢໂຫວາມີອຳນາດເໜືອກຸ່ມຜູ້ນຳຊາດຕ່າງໆ.
13 ພະເຢໂຫວາຍັງສະແດງໃຫ້ເຫັນວ່າເພິ່ນມີອຳນາດສູງສຸດເໜືອກຸ່ມຜູ້ນຳຊາດຕ່າງໆ. ເພິ່ນໄດ້ຕໍ່ສູ້ເພື່ອຊາດອິດສະຣາເອນແລະຊ່ວຍເຂົາເຈົ້າໃຫ້ທຳລາຍກະສັດຂອງການາອານ 31 ອົງ ແລະຍຶດເອົາແຜ່ນດິນຕາມຄຳສັນຍາໄດ້ເປັນສ່ວນຫຼາຍ. (ຢຊ. 11:4-6, 20; 12:1, 7, 24) ນອກຈາກນັ້ນ ພະເຢໂຫວາຍັງຊ່ວຍເຂົາເຈົ້າໃຫ້ຕໍ່ສູ້ຊະນະກະສັດເບັນຮາດັດແລະກະສັດຂອງຊີເຣຍອີກ 32 ອົງ.—1ກສ. 20:1, 26-29
14-15. (ກ) ກະສັດເນບູກາດເນັດຊາແລະກະສັດດາຣີອຸດເວົ້າເຖິງພະເຢໂຫວາແລະການປົກຄອງຂອງເພິ່ນແນວໃດ? (ຂ) ຜູ້ຂຽນຄຳເພງເວົ້າເຖິງພະເຢໂຫວາແລະປະຊາຊົນຂອງເພິ່ນແນວໃດ?
14 ພະເຢໂຫວາຍັງໄດ້ສະແດງໃຫ້ເຫັນອີກວ່າເພິ່ນເປັນພະເຈົ້າທີ່ມີອຳນາດສູງສຸດຜູ້ດຽວ. ຕອນທີ່ເນບູກາດເນັດຊາກະສັດບາບີໂລນອວດເລື່ອງ ‘ກຳລັງ ອຳນາດແລະກຽດຕິຍົດຂອງຕົວເອງ’ ພະເຢໂຫວາກໍໄດ້ເຮັດໃຫ້ລາວເປັນບ້າ ເພາະລາວບໍ່ຍອມຮັບວ່າພະເຢໂຫວາເປັນຜູ້ດຽວທີ່ສົມຄວນໄດ້ຮັບການຍົກຍ້ອງສັນລະເສີນ. ແຕ່ຫຼັງຈາກທີ່ລາວເຊົາເປັນບ້າ ລາວກໍໄດ້ “ຍົກຍ້ອງສັນລະເສີນພະເຈົ້າອົງສູງສຸດ” ແລະຍອມຮັບວ່າ “ການປົກຄອງຂອງ [ພະເຢໂຫວາ] ຢູ່ຕະຫຼອດໄປ” ແລະລາວຍັງບອກອີກວ່າ “ບໍ່ມີໃຜຈະຂັດຂວາງພະອົງໄດ້.” (ດາ. 4:30, 33-35, ລ.ມ.) ຍ້ອນດານີເອນສັດຊື່ຕໍ່ພະເຢໂຫວາ ເພິ່ນຈຶ່ງໄດ້ຊ່ວຍລາວໃຫ້ລອດຈາກໂຕສິງ. ກະສັດດາຣີອຸດຈຶ່ງໄດ້ປະກາດວ່າ: “ໃຫ້ປະຊາຊົນຢູ່ທຸກເຂດໃນອານາຈັກຂອງຂ້ອຍ ຢ້ານຢຳແລະນັບຖືພະເຈົ້າຂອງດານີເອນ. ເພິ່ນເປັນພະເຈົ້າທີ່ມີຊີວິດຢູ່ຕະຫຼອດໄປ. ການປົກຄອງຂອງເພິ່ນຈະບໍ່ຖືກໂຄ່ນລົ້ມ ແລະເພິ່ນຈະມີສິດປົກຄອງຕະຫຼອດໄປທຸກຍຸກທຸກສະໄໝ.”—ດາ. 6:7-10, 19-22, 26, 27, ລ.ມ.
15 ຜູ້ຂຽນຄຳເພງບອກວ່າ: “ພະເຢໂຫວາທຳລາຍແຜນຊົ່ວຂອງຊາດຕ່າງໆ. ເພິ່ນຂັດຂວາງແຜນການຂອງປະເທດຕ່າງໆ” ແລະຍັງບອກອີກວ່າ: “ຊາດໃດທີ່ມີພະເຢໂຫວາເປັນພະເຈົ້າກໍມີຄວາມສຸກ. ປະຊາຊົນທີ່ເພິ່ນເລືອກໃຫ້ເປັນຊັບສົມບັດຂອງເພິ່ນກໍມີຄວາມສຸກ.” (ເພງ. 33:10, 12, ລ.ມ.) ເຫັນໄດ້ວ່າ ເຮົາມີເຫດຜົນທີ່ດີຫຼາຍຢ່າງທີ່ຈະສັດຊື່ຕໍ່ພະເຢໂຫວາສະເໝີ.
ສົງຄາມຄັ້ງສຸດທ້າຍ
16. ເມື່ອຮອດ “ຄວາມທຸກລຳບາກຄັ້ງໃຫຍ່” ເຮົາສາມາດໝັ້ນໃຈເລື່ອງຫຍັງໄດ້ ແລະຍ້ອນຫຍັງ? (ເບິ່ງຮູບພາບ)
16 ເມື່ອເຮົາໄດ້ຮຽນຮູ້ວ່າພະເຢໂຫວາໄດ້ເຮັດຫຍັງມາແດ່ໃນອະດີດ ເຮົາກໍໝັ້ນໃຈໄດ້ວ່າເພິ່ນຈະຊ່ວຍຜູ້ຮັບໃຊ້ທີ່ສັດຊື່ໃຫ້ລອດຜ່ານ “ຄວາມທຸກລຳບາກ ຄັ້ງໃຫຍ່.” (ມທ. 24:21; ດາ. 12:1) ເພິ່ນຈະເຮັດແບບນີ້ຕອນທີ່ຊາດຕ່າງໆ ເຊິ່ງກໍຄືໂຄກແຫ່ງມາໂຄກມາໂຈມຕີຜູ້ຮັບໃຊ້ຂອງເພິ່ນ. ເຖິງວ່າຊາດຕ່າງໆທີ່ມາຕໍ່ສູ້ຈະລວມມີສະມາຊິກຂອງສະຫະປະຊາຊາດ 193 ປະເທດ ກໍບໍ່ສາມາດເອົາຊະນະພະເຢໂຫວາພະເຈົ້າອົງສູງສຸດກັບກອງທັບຂອງເພິ່ນທີ່ຢູ່ໃນສະຫວັນ! ພະເຢໂຫວາສັນຍາວ່າ “ເຮົາຈະເຮັດໃຫ້ຊາດຕ່າງໆຮູ້ຈັກເຮົາແລະເຫັນວ່າເຮົາເປັນຜູ້ທີ່ຍິ່ງໃຫຍ່ແລະບໍລິສຸດ ເຂົາເຈົ້າຈະຕ້ອງຮູ້ວ່າເຮົາຄືເຢໂຫວາ.”—ເອເຊກ. 38:14-16, 23, ລ.ມ.; ເພງ. 46:10
17. ຄຳພີໄບເບິນບອກລ່ວງໜ້າກ່ຽວກັບກະສັດທົ່ວໂລກແລະຄົນທີ່ຮັກສາຄວາມສັດຊື່ຕໍ່ພະເຢໂຫວາແນວໃດ?
17 ການໂຈມຕີຂອງໂຄກແຫ່ງມາໂຄກຈະນຳໄປສູ່ສົງຄາມອາມາເຄໂດນ. ໃນຕອນນັ້ນພະເຢໂຫວາຈະທຳລາຍ “ກະສັດທົ່ວໂລກ.” (ພນມ. 16:14, 16; 19:19-21) ແຕ່ “ຄົນຊື່ກົງຈະໄດ້ຢູ່ໃນໂລກ ແລະຄົນທີ່ສັດຊື່ຈະຢູ່ໃນໂລກຕໍ່ໄປ.”—ສຸພາ. 2:21, ລ.ມ.
ເຮົາຕ້ອງສັດຊື່ຕໍ່ໆໄປ
18. ຄລິດສະຕຽນຫຼາຍຄົນຕັ້ງໃຈທີ່ຈະເຮັດຫຍັງ ແລະຍ້ອນຫຍັງ? (ດານຽນ 3:28)
18 ຕະຫຼອດປະຫວັດສາດຄລິດສະຕຽນຫຼາຍຄົນຍອມຕິດຄຸກແລະເຖິງຂັ້ນສະລະຊີວິດຕົວເອງຍ້ອນຮັກພະເຢໂຫວາທີ່ເປັນຜູ້ປົກຄອງອົງສູງສຸດ. ເຂົາເຈົ້າຕັ້ງໃຈທີ່ຈະຮັກສາຄວາມສັດຊື່ຕໍ່ເພິ່ນຄືກັບຊາຍເຮັບເຣີສາມຄົນທີ່ຍອມຖືກຖິ້ມລົງໃນເຕົາໄຟຍ້ອນຮັກສາຄວາມສັດຊື່ຕໍ່ພະເຢໂຫວາພະເຈົ້າອົງສູງສຸດ ແລະໃນທີ່ສຸດພະເຢໂຫວາກໍຊ່ວຍເຂົາເຈົ້າໃຫ້ລອດ.—ອ່ານດານຽນ 3:28
19. ພະເຢໂຫວາຈະຕັດສິນປະຊາຊົນຂອງເພິ່ນໂດຍເບິ່ງຈາກຫຍັງ ແລະເຮົາຄວນເຮັດຫຍັງຕັ້ງແຕ່ຕອນນີ້?
19 ດາວິດເຊິ່ງເປັນຜູ້ຂຽນຄຳເພງຄົນໜຶ່ງໄດ້ເວົ້າກ່ຽວກັບຄວາມສຳຄັນຂອງການສັດຊື່ຕໍ່ພະເຢໂຫວາວ່າ: “ພະເຢໂຫວາຈະຕັດສິນຊາດຕ່າງໆ. ພະເຢໂຫວາເອີ້ຍ ຂໍພະອົງຕັດສິນລູກຕາມຄວາມດີທີ່ລູກເຮັດ ແລະຕາມຄວາມສັດຊື່ຂອງລູກ.” (ເພງ. 7:8, ລ.ມ.) ດາວິດຍັງເວົ້າອີກວ່າ: “ຂໍພະອົງປົກປ້ອງລູກ ຍ້ອນລູກເປັນຄົນສັດຊື່ແລະເຮັດສິ່ງທີ່ຖືກຕ້ອງ.” (ເພງ. 25:21, ລ.ມ.) ສິ່ງທີ່ດີທີ່ສຸດທີ່ເຮົາຄວນເຮັດໃນຊີວິດກໍຄື: ການຮັກສາຄວາມສັດຊື່ແລະພັກດີຕໍ່ພະເຢໂຫວາສະເໝີບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເມື່ອເຮັດແບບນັ້ນ ເຮົາກໍຈະຮູ້ສຶກຄືກັບຜູ້ຂຽນຄຳເພງທີ່ບອກວ່າ: “ຄົນທີ່ໃຊ້ຊີວິດຢ່າງສັດຊື່ຕໍ່ພະເຈົ້າກໍມີຄວາມສຸກ ຄືຄົນທີ່ເຮັດຕາມກົດໝາຍຂອງພະເຢໂຫວາ.”—ເພງ. 119:1, ລ.ມ., ໄຂເງື່ອນ
ເພງ 122 ຂໍໃຫ້ຢືນຢັດໝັ້ນຄົງ!
a ຄຳພີໄບເບິນບອກວ່າ ຄລິດສະຕຽນຄວນເຊື່ອຟັງຄົນທີ່ມີອຳນາດປົກຄອງ. ແຕ່ຄົນທີ່ມີອຳນາດປົກຄອງບາງຄົນພັດຕໍ່ຕ້ານພະເຢໂຫວາແລະຜູ້ຮັບໃຊ້ຂອງເພິ່ນ. ຄັນຊັ້ນ ເຮົາຈະເຊື່ອຟັງເຂົາເຈົ້າແລະຍັງຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄດ້ແນວໃດ?
b ເບິ່ງບົດຄວາມທີ່ຊື່ວ່າ “ເປັນຫຍັງເຮົາຈຶ່ງບໍ່ເຮັດສົງຄາມທັງໆທີ່ຊາວອິດສະຣາເອນໃນສະໄໝກ່ອນກໍຍັງເຮັດ?” ໃນຫໍສັງເກດການ ສະບັບນີ້.