ບົດຄວາມສຶກສາທີ 43
ສະຕິປັນຍາແທ້ກຳລັງຮ້ອງສຽງດັງ
“ສະຕິປັນຍາແທ້ຮ້ອງສຽງດັງຢູ່ຕາມຫົນທາງ ແລະສົ່ງສຽງຢູ່ເດີ່ນສາທາລະນະ.”—ສຸພາ. 1:20, ລ.ມ.
ເພງ 88 ຂໍໃຫ້ເຮົາຮູ້ທາງຂອງພະອົງ
ໃຈຄວາມສຳຄັນ a
1. ຫຼາຍຄົນຮູ້ສຶກແນວໃດກັບຄຳສອນທີ່ຢູ່ໃນຄຳພີໄບເບິນ? (ສຸພາສິດ 1:20, 21)
ໃນຫຼາຍປະເທດເຮົາມັກຈະເຫັນພະຍານພະເຢໂຫວາຢືນປະກາດຢູ່ບ່ອນທີ່ຫຼາຍຄົນກາຍໄປກາຍມາ. ເຂົາເຈົ້າຈະຍິ້ມໃຫ້ຜູ້ຄົນແລະສະເໜີສິ່ງພິມໃຫ້ຜູ້ທີ່ສົນໃຈ. ເຈົ້າເຄີຍປະກາດແບບນີ້ບໍ? ຖ້າເຄີຍ ເຈົ້າຄືຊິນຶກເຖິງພາບປຽບທຽບທີ່ຢູ່ໃນປຶ້ມສຸພາສິດທີ່ບອກວ່າ ສະຕິປັນຍາແທ້ຮ້ອງສຽງດັງຢູ່ໃນບ່ອນສາທາລະນະເພື່ອໃຫ້ຄົນໄດ້ຍິນສະຕິປັນຍານັ້ນ. (ອ່ານສຸພາສິດ 1:20, 21) ຄຳພີໄບເບິນແລະປຶ້ມອື່ນໆຂອງອົງການມີ “ສະຕິປັນຍາແທ້” ເຊິ່ງເປັນສະຕິປັນຍາຈາກພະເຢໂຫວາ. ທຸກຄົນຕ້ອງມີສະຕິປັນຍານີ້ເພື່ອຈະມີຊີວິດຕະຫຼອດໄປ. ດັ່ງນັ້ນ ເຮົາຈຶ່ງຮູ້ສຶກດີໃຈເມື່ອມີບາງຄົນຮັບເອົາສິ່ງພິມຂອງເຮົາ. ແຕ່ບໍ່ແມ່ນທຸກຄົນທີ່ຈະເຮັດແບບນັ້ນ ເພາະບາງຄົນບໍ່ສົນໃຈສິ່ງທີ່ຄຳພີໄບເບິນສອນ. ບາງຄົນຫົວເຍາະເຍີ້ຍ ບາງຄົນກໍຄິດວ່າຄຳພີໄບເບິນຫຼ້າສະໄໝ. ສ່ວນບາງຄົນກໍບໍ່ມັກຄຳສອນໃນຄຳພີໄບເບິນເລື່ອງຫຼັກສິນລະທຳ ເຂົາເຈົ້າບອກວ່າມັນເຄັ່ງຄັດໂພດແລະຕຳໜິຄົນອື່ນນຳ. ແຕ່ພະເຢໂຫວາກໍຍັງຢາກໃຫ້ທຸກຄົນມີສະຕິປັນຍາແທ້. ແລ້ວເພິ່ນຈະໃຫ້ໂດຍທາງໃດ?
2. ໃນທຸກມື້ນີ້ເຮົາຈະຫາສະຕິປັນຍາແທ້ໄດ້ຈາກໃສ ແລະຄົນສ່ວນຫຼາຍເລືອກທີ່ຈະເຮັດຫຍັງ?
2 ທາງໜຶ່ງທີ່ພະເຢໂຫວາໃຫ້ເຮົາມີສະຕິປັນຍາກໍຄືໂດຍທາງຄຳພີໄບເບິນ. ເກືອບທຸກຄົນສາມາດຫາອ່ານປຶ້ມນີ້ໄດ້. ແລະອີກທາງໜຶ່ງກໍຄືສິ່ງພິມຕ່າງໆຂອງອົງການ ເຊິ່ງໄດ້ມີການແປຫຼາຍກວ່າ 1.000 ພາສາ. ຜູ້ທີ່ຟັງສະຕິປັນຍາແມ່ນຜູ້ທີ່ອ່ານແລະເຮັດຕາມສິ່ງທີ່ຄຳພີໄບເບິນສອນ ເຂົາເຈົ້າຈະໄດ້ຮັບປະໂຫຍດຫຼາຍທີ່ເຮັດແບບນັ້ນ. ແຕ່ຄົນສ່ວນຫຼາຍພັດບໍ່ຢາກຟັງສະຕິປັນຍາຈາກພະເຈົ້າ. ເມື່ອຕ້ອງຕັດສິນໃຈ ເຂົາເຈົ້າມັກຈະເພິ່ງໂຕເອງແລະສະຕິປັນຍາຂອງມະນຸດ. ເຂົາເຈົ້າອາດຈະດູຖູກເຮົາທີ່ເຮົາເລືອກເຮັດຕາມສິ່ງທີ່ຄຳພີໄບເບິນ ສອນ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ແຕ່ກ່ອນອື່ນໃຫ້ເຮົາມາເບິ່ງວ່າ ເຮົາຈະໄດ້ຮັບສະຕິປັນຍາຈາກພະເຢໂຫວາໄດ້ແນວໃດ.
ຄວາມຮູ້ຈາກພະເຢໂຫວາເຮັດໃຫ້ມີສະຕິປັນຍາ
3. ເຮົາຕ້ອງເຮັດຫຍັງເພື່ອຈະມີສະຕິປັນຍາແທ້?
3 ສະຕິປັນຍາໝາຍເຖິງການເອົາຄວາມຮູ້ມານຳໃຊ້ໃນຊີວິດປະຈຳວັນແລະໃຊ້ໃນການຕັດສິນໃຈເລື່ອງຕ່າງໆ. ແຕ່ສະຕິປັນຍາແທ້ມີຄວາມໝາຍຫຼາຍກວ່ານັ້ນ. ຄຳພີໄບເບິນບອກວ່າ “ຄວາມຢ້ານຢຳພະເຢໂຫວາເປັນຈຸດເລີ່ມຕົ້ນຂອງສະຕິປັນຍາ ແລະຄວາມຮູ້ກ່ຽວກັບພະເຈົ້າອົງບໍລິສຸດເຮັດໃຫ້ມີຄວາມເຂົ້າໃຈ.” (ສຸພາ. 9:10, ລ.ມ.) ດັ່ງນັ້ນ ເມື່ອເຮົາຕ້ອງຕັດສິນໃຈເລື່ອງທີ່ສຳຄັນເຮົາຄວນຊອກຫາ “ຄວາມຮູ້ກ່ຽວກັບພະເຈົ້າອົງບໍລິສຸດ” ເພື່ອເຮົາຈະຮູ້ວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນັ້ນ ແລ້ວເຮົາກໍຕັດສິນໃຈແບບເພິ່ນ. ເຮົາສາມາດເຮັດແບບນັ້ນໄດ້ໂດຍອ່ານຄຳພີໄບເບິນແລະສຶກສາປຶ້ມຕ່າງໆຂອງອົງການ. ເມື່ອເຮົາເຮັດແບບນີ້ກໍສະແດງໃຫ້ເຫັນວ່າເຮົາມີສະຕິປັນຍາແທ້.—ສຸພາ. 2:5-7
4. ເປັນຫຍັງພະເຢໂຫວາຈຶ່ງເປັນຜູ້ດຽວທີ່ສາມາດໃຫ້ສະຕິປັນຍາແທ້ກັບເຮົາ?
4 ພະເຢໂຫວາເປັນຜູ້ດຽວເທົ່ານັ້ນທີ່ສາມາດໃຫ້ສະຕິປັນຍາແທ້ກັບເຮົາ. (ໂຣມ 16:27) ເປັນຫຍັງຈຶ່ງເວົ້າແນວນັ້ນ? ເຫດຜົນທີໜຶ່ງ ພະເຢໂຫວາເປັນຜູ້ສ້າງແລະເພິ່ນຮູ້ທຸກສິ່ງກ່ຽວກັບສິ່ງທີ່ເພິ່ນສ້າງ. (ເພງ. 104:24) ເຫດຜົນທີສອງ ທຸກສິ່ງທີ່ພະເຢໂຫວາເຮັດສະແດງເຖິງສະຕິປັນຍາຂອງເພິ່ນ. (ໂຣມ 11:33) ເຫດຜົນທີສາມ ຄຳແນະນຳຂອງພະເຢໂຫວາເປັນປະໂຫຍດສະເໝີຕໍ່ຜູ້ທີ່ເຮັດຕາມ. (ສຸພາ. 2:10-12) ດັ່ງນັ້ນ ຖ້າເຮົາຢາກມີສະຕິປັນຍາແທ້ ເຮົາຕ້ອງຍອມຮັບຄວາມຈິງສາມຢ່າງນີ້ ແລະບໍ່ວ່າເຮົາຈະຕັດສິນໃຈເລື່ອງຫຍັງຫຼືເຮັດຫຍັງ ເຮົາກໍຄວນຄິດເຖິງຄວາມຈິງສາມຢ່າງນີ້.
5. ຜົນເປັນແນວໃດເມື່ອຜູ້ຄົນບໍ່ຍອມຮັບສະຕິປັນຍາຈາກພະເຢໂຫວາ?
5 ຫຼາຍຄົນທີ່ເຮົາພົບໃນເຂດປະກາດຍອມຮັບວ່າສິ່ງຕ່າງໆໃນທຳມະຊາດສວຍງາມແລະເປັນຕາງຶດງໍ້ ແຕ່ເຂົາເຈົ້າບໍ່ເຊື່ອວ່າມີຜູ້ສ້າງ. ສ່ວນບາງຄົນທີ່ບອກວ່າເຊື່ອພະເຈົ້າພັດບອກວ່າ ຄຳສອນໃນຄຳພີໄບເບິນຫຼ້າສະໄໝ ແລະເຂົາເຈົ້າເລືອກທີ່ຈະເຮັດຕາມໃຈໂຕເອງ. ແລ້ວຜົນເປັນແນວໃດ? ເມື່ອຜູ້ຄົນເລືອກເຮັດຕາມໃຈໂຕເອງແທນທີ່ຈະເຮັດຕາມຄວາມຄິດຂອງພະເຈົ້າ ເຂົາເຈົ້າເຮັດໃຫ້ໂລກນີ້ດີຂຶ້ນບໍ? ເຂົາເຈົ້າມີຄວາມສຸກແທ້ແລະມີຄວາມຫວັງໃນອະນາຄົດບໍ? ສິ່ງຕ່າງໆທີ່ເກີດຂຶ້ນເຮັດໃຫ້ເຮົາໝັ້ນໃຈຄວາມຈິງທີ່ວ່າ: “ບໍ່ມີສະຕິປັນຍາ ຄວາມເຂົ້າໃຈ ຫຼືຄຳແນະນຳໃດຈະຂັດຂວາງພະເຢໂຫວາໄດ້.” (ສຸພາ. 21:30) ເຮົາເຫັນໄດ້ວ່າ ບໍ່ມີສະຕິປັນຍາໃດໃນໂລກນີ້ຈະທຽບເທົ່າສະຕິປັນຍາຂອງພະເຢໂຫວາ. ດັ່ງນັ້ນ ເຮົາຈຶ່ງຢາກຂໍສະຕິປັນຍາຈາກພະເຢໂຫວາຕໍ່ໆໄປ. ແຕ່ໜ້າເສຍດາຍທີ່ຄົນສ່ວນຫຼາຍໃນໂລກບໍ່ໄດ້ເຮັດແບບນັ້ນ. ຍ້ອນຫຍັງ?
ເປັນຫຍັງຫຼາຍຄົນບໍ່ຍອມຮັບສະຕິປັນຍາແທ້
6. ຕາມສຸພາສິດ 1:22-25 ມີໃຜແດ່ທີ່ບໍ່ຍອມຟັງສະຕິປັນຍາຈາກພະເຢໂຫວາ?
6 ຫຼາຍຄົນບໍ່ຍອມຮັບແລະບໍ່ຢາກຟັງສະຕິປັນຍາແທ້ທີ່ “ຮ້ອງສຽງດັງຢູ່ຕາມຫົນທາງ.” ຄຳພີໄບເບິນບອກວ່າ ມີຄົນສາມກຸ່ມທີ່ບໍ່ຍອມຮັບສະຕິປັນຍາແທ້. ນັ້ນກໍຄື “ຄົນທີ່ຂາດປະສົບການ” “ຄົນທີ່ມັກເຍາະເຍີ້ຍ” ແລະ “ຄົນໂງ່.” (ອ່ານສຸພາສິດ 1:22-25) ໃຫ້ເຮົາມາເບິ່ງວ່າເປັນຫຍັງຄົນສາມກຸ່ມນີ້ຈຶ່ງບໍ່ຍອມຮັບສະຕິປັນຍາຈາກພະເຈົ້າ ແລະເຮົາຕ້ອງເຮັດແນວໃດເພື່ອຈະບໍ່ເປັນຄືກັບເຂົາເຈົ້າ.
7. ເປັນຫຍັງບາງຄົນຈຶ່ງເລືອກທີ່ຈະເປັນ “ຄົນທີ່ຂາດປະສົບການ” ຕໍ່ໄປ?
7 “ຄົນທີ່ຂາດປະສົບການ” ແມ່ນຄົນທີ່ເຊື່ອທຸກສິ່ງທີ່ໄດ້ຍິນແລະຖືກຫຼອກໄດ້ງ່າຍ. (ສຸພາ. 14:15) ເຮົາມັກຈະພົບຄົນເຫຼົ່ານີ້ໃນເຂດປະກາດ. ຕົວຢ່າງເຊັ່ນ: ຫຼາຍລ້ານຄົນຖືກຫົວໜ້າສາສະໜາແລະຜູ້ນຳທາງການເມືອງຫຼອກ. ບາງຄົນຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າພວກຜູ້ນຳເຫຼົ່ານີ້ເວົ້າຕົວະ. ແຕ່ຄືກັບທີ່ບອກໄວ້ໃນສຸພາສິດ 1:22 ເຂົາເຈົ້າເລືອກ ທີ່ຈະຖືກຫຼອກຕໍ່ໄປ ເພາະເຂົາເຈົ້າມັກແບບນັ້ນ. (ຢເຣ. 5:31) ຄົນເຫຼົ່ານີ້ຢາກເຮັດຕາມສິ່ງທີ່ໂຕເອງຕ້ອງການແລະບໍ່ຢາກຮູ້ສິ່ງທີ່ຄຳພີໄບເບິນສອນ ຫຼືບໍ່ຢາກເຮັດຕາມກົດໝາຍຂອງພະເຈົ້າ. ຫຼາຍຄົນຮູ້ສຶກຄືກັບຜູ້ຍິງຄົນໜຶ່ງທີ່ເຄັ່ງສາສະໜາຫຼາຍເຊິ່ງຢູ່ໃນເກເບັກປະເທດການາດາ. ລາວເວົ້າກັບພະຍານພະເຢໂຫວາຄົນໜຶ່ງວ່າ: “ຖ້າຄຸນພໍ່ຫຼອກເຮົາ ມັນກໍເປັນຄວາມຜິດຂອງລາວ ບໍ່ແມ່ນຄວາມຜິດຂອງເຮົາ!” ເຮົາບໍ່ຢາກເປັນຄືກັບຄົນເຫຼົ່ານີ້ທີ່ຍອມຖືກຫຼອກ!—ສຸພາ. 1:32; 27:12
8. ສິ່ງໃດຈະຊ່ວຍເຮົາບໍ່ໃຫ້ເປັນຄົນທີ່ຂາດປະສົບການ?
8 ຄຳພີໄບເບິນບໍ່ຢາກໃຫ້ເຮົາເປັນຄົນທີ່ຂາດປະສົບການ ແຕ່ຢາກໃຫ້ເຮົາເປັນຄົນທີ່ “ຄິດແບບຄົນທີ່ເປັນຜູ້ໃຫຍ່ແລ້ວ.” (1ກຣ. 14:20) ເພື່ອຈະເປັນແບບນັ້ນ ເຮົາຕ້ອງເຮັດຕາມຫຼັກການໃນຄຳພີໄບເບິນ ແລ້ວເຮົາກໍຈະຄ່ອຍໆເຫັນວ່າຄຳພີໄບເບິນຊ່ວຍເຮົາໃຫ້ຫຼີກລ່ຽງຈາກບັນຫາຕ່າງໆແລະຕັດສິນໃຈໄດ້ດີ. ເຮົາຄວນກວດເບິ່ງໂຕເອງວ່າໄດ້ເຮັດຕາມຫຼັກການໃນຄຳພີໄບເບິນແລ້ວບໍ? ຕົວຢ່າງເຊັ່ນ: ຖ້າເຮົາສຶກສາຄຳພີໄບເບິນແລະເຂົ້າຮ່ວມປະຊຸມມາໄລຍະໜຶ່ງແລ້ວ ເຮົາຄວນຖາມໂຕເອງວ່າ ເປັນຫຍັງເຮົາຍັງບໍ່ໄດ້ອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ? ຫຼືຖ້າເຮົາຮັບບັບເຕມາແລ້ວ ເຮົາຈະເປັນຜູ້ປະກາດແລະຜູ້ສອນທີ່ດີຂຶ້ນໄດ້ບໍ? ການຕັດສິນໃຈຂອງເຮົາສະແດງໃຫ້ເຫັນບໍວ່າ ເຮົາເຮັດຕາມຫຼັກການໃນຄຳພີໄບເບິນ? ເຮົາໄດ້ປະຕິບັດກັບຄົນອື່ນໃນແບບທີ່ພະເຢຊູເຮັດບໍ? ຖ້າເຮົາເຫັນວ່າມີບາງຢ່າງທີ່ເຮົາຕ້ອງໄດ້ປັບປຸງໃຫ້ດີຂຶ້ນ ຂໍໃຫ້ເຮົາຟັງຂໍ້ເຕືອນໃຈຈາກພະເຢໂຫວາເຊິ່ງ ‘ເຮັດໃຫ້ຄົນທີ່ຂາດປະສົບການສະຫຼາດຂຶ້ນ.’—ເພງ. 19:7
9. “ຄົນທີ່ມັກເຍາະເຍີ້ຍ” ສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າບໍ່ຍອມຮັບສະຕິປັນຍາຈາກພະເຈົ້າ?
9 ກຸ່ມທີສອງທີ່ບໍ່ຍອມຮັບສະຕິປັນຍາຈາກພະເຈົ້າແມ່ນ “ຄົນທີ່ມັກເຍາະເຍີ້ຍ.” ບາງເທື່ອເຮົາຈະເຫັນຄົນເຫຼົ່ານີ້ໃນເຂດປະກາດ. ເຂົາເຈົ້າມັກເຍາະເຍີ້ຍຄົນອື່ນ. (ເພງ. 123:4) ຄຳພີໄບເບິນເຕືອນວ່າ ໃນສະໄໝສຸດທ້າຍຈະມີຄົນທີ່ມັກເຍາະເຍີ້ຍຫຼາຍຂຶ້ນ. (2ປຕ. 3:3, 4) ຫຼາຍຄົນທຸກມື້ນີ້ເປັນຄືກັບລູກເຂີຍຂອງໂລດທີ່ບໍ່ຍອມຟັງຄຳເຕືອນຈາກພະເຈົ້າ. (ປຖກ. 19:14) ເຂົາເຈົ້າມັກຈະຫົວເຍາະເຍີ້ຍຜູ້ທີ່ໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. ທີ່ເຂົາເຈົ້າເຮັດແບບນີ້ກໍຍ້ອນວ່າເຂົາເຈົ້າເຮັດຕາມ “ຄວາມຕ້ອງການທີ່ຊົ່ວໆຂອງຕົວເອງ.” (ຢດ. 7, 17, 18) ຄຳພີໄບເບິນບອກວ່າ ຄົນທີ່ມັກເຍາະເຍີ້ຍມີຄວາມຄິດຄືກັບຄົນທີ່ທໍລະຍົດພະເຈົ້າແລະຄົນທີ່ບໍ່ຍອມຮັບພະເຢໂຫວາ.
10. ຕາມຄຳເພງ 1:1 ເຮົາຕ້ອງເຮັດຫຍັງເພື່ອຈະບໍ່ກາຍເປັນຄົນທີ່ມັກເຍາະເຍີ້ຍ?
10 ເຮົາຈະເຮັດແນວໃດເພື່ອຈະບໍ່ກາຍເປັນຄົນທີ່ມັກເຍາະເຍີ້ຍ? ວິທີໜຶ່ງກໍຄື ລະວັງທີ່ຈະບໍ່ຄົບຫາກັບຄົນທີ່ມັກຕິມັກຈົ່ມຄົນອື່ນ. (ອ່ານຄຳເພງ 1:1) ນີ້ໝາຍຄວາມວ່າ ເຮົາຈະບໍ່ຟັງຫຼືອ່ານສິ່ງໃດກໍຕາມທີ່ມາຈາກພວກທີ່ທໍລະຍົດພະເຈົ້າ. ເຮົາຮູ້ວ່າຖ້າເຮົາບໍ່ລະວັງເຮົາອາດເລີ່ມວິພາກວິຈານຄົນອື່ນ ສົງໄສກ່ຽວກັບພະເຢໂຫວາແລະການຊີ້ນຳຂອງເພິ່ນຜ່ານທາງອົງການ. ເພື່ອຈະບໍ່ເປັນແບບນັ້ນ ເຮົາຄວນຖາມໂຕເອງວ່າ: ‘ເມື່ອໄດ້ຮັບຄຳແນະນຳຫຼືຄຳອະທິບາຍໃໝ່ໆ ຂ້ອຍມັກຈົ່ມບໍ? ຂ້ອຍມັກຈັບຜິດຜູ້ນຳໜ້າໃນອົງການບໍ?’ ຖ້າເຫັນວ່າເຮົາມີຄວາມຄິດແບບນີ້ ໃຫ້ເຮົາຟ້າວ ກຳຈັດມັນອອກໄປທັນທີເພື່ອພະເຢໂຫວາຈະພໍໃຈເຮົາ.—ສຸພາ. 3:34, 35
11. “ຄົນໂງ່” ຈະເບິ່ງວ່າຫຼັກສິນລະທຳຂອງພະເຢໂຫວາເປັນແນວໃດ?
11 ຄົນກຸ່ມທີສາມທີ່ບໍ່ຍອມຮັບສະຕິປັນຍາຈາກພະເຈົ້າແມ່ນ “ຄົນໂງ່.” ເຂົາເຈົ້າໂງ່ຍ້ອນບໍ່ຍອມຮັບພະເຢໂຫວາຜູ້ເປັນແຫຼ່ງສະຕິປັນຍາ ແລະບໍ່ຍອມໃຊ້ຊີວິດຕາມຫຼັກສິນລະທຳຂອງພະເຢໂຫວາ ແຕ່ຕັ້ງໃຈທີ່ຈະເຮັດຕາມສິ່ງທີ່ໂຕເອງຄິດວ່າຖືກຕ້ອງ. (ເພງ. 53:1; ສຸພາ. 12:15) ເມື່ອເຂົາເຈົ້າເຫັນເຮົາຢູ່ໃນເຂດປະກາດ ເຂົາເຈົ້າມັກຈະເຍາະເຍີ້ຍເຮົາທີ່ເຮັດຕາມຫຼັກການໃນຄຳພີໄບເບິນ. ແຕ່ເຂົາເຈົ້າກໍບໍ່ໄດ້ມີສິ່ງທີ່ດີກວ່າທີ່ຈະຊ່ວຍໃຫ້ຊີວິດເຮົາດີຂຶ້ນ. ຄືກັບທີ່ຄຳພີໄບເບິນບອກວ່າ: “ຄົນໂງ່ບໍ່ສາມາດມີສະຕິປັນຍາແທ້ໄດ້ ລາວບໍ່ຮູ້ຈະເວົ້າຫຍັງທີ່ປະຕູເມືອງ.” (ສຸພາ. 24:7, ລ.ມ.) ເຫັນໄດ້ວ່າ ຄົນໂງ່ບໍ່ມີຄຳແນະນຳດີໆໃຫ້ຄົນອື່ນ. ນີ້ຈຶ່ງເປັນເຫດຜົນທີ່ພະເຢໂຫວາບອກເຮົາ “ໃຫ້ຢູ່ຫ່າງຈາກຄົນໂງ່.”—ສຸພາ. 14:7, ລ.ມ.
12. ສິ່ງໃດຈະຊ່ວຍເຮົາບໍ່ໃຫ້ເປັນຄືກັບຄົນໂງ່?
12 ເຮົາບໍ່ຢາກເປັນຄືກັບຄົນໂງ່ທີ່ບໍ່ມັກຄຳແນະນຳຂອງພະເຈົ້າ ແຕ່ເຮົາຢາກຮຽນຮູ້ວ່າພະເຢໂຫວາຄິດແນວໃດຕໍ່ກັບເລື່ອງຕ່າງໆລວມເຖິງເລື່ອງຫຼັກສິນລະທຳຂອງເພິ່ນນຳ. ເຮົາສາມາດເຮັດແບບນັ້ນໄດ້ໂດຍສົມທຽບເບິ່ງວ່າລະຫວ່າງຄົນທີ່ເຊື່ອຟັງແລະຄົນທີ່ບໍ່ເຊື່ອຟັງເປັນແນວໃດ ແລະ ຄົນທີ່ບໍ່ເຮັດຕາມຄຳແນະນຳຂອງພະເຈົ້າເຈິບັນຫາຫຍັງແດ່. ຈາກນັ້ນ ໃຫ້ຄິດເບິ່ງວ່າຊີວິດເຮົາຈະດີສ່ຳໃດເມື່ອເຊື່ອຟັງພະເຈົ້າ.—ເພງ. 32:8, 10
13. ພະເຢໂຫວາບັງຄັບເຮົາໃຫ້ເຮັດຕາມຫຼັກການຂອງເພິ່ນບໍ?
13 ພະເຢໂຫວາຢາກໃຫ້ເຮົາທຸກຄົນມີສະຕິປັນຍາແລະເພິ່ນກໍບໍ່ເຄີຍບັງຄັບໃຜໃຫ້ເຮັດຕາມຫຼັກການຂອງເພິ່ນ. ແຕ່ເພິ່ນບອກໃຫ້ຮູ້ວ່າຄົນທີ່ບໍ່ຍອມຮັບແລະບໍ່ຟັງສະຕິປັນຍາຈາກພະເຈົ້າຈະເປັນແນວໃດ. (ສຸພາ. 1:29-32) ຄົນທີ່ເລືອກບໍ່ເຊື່ອຟັງພະເຢໂຫວາຈະໄດ້ “ຮັບຜົນຈາກການກະທຳຂອງຕົວເອງ.” ເມື່ອເຂົາເຈົ້າໃຊ້ຊີວິດຕາມໃຈໂຕເອງ ເຂົາເຈົ້າຈະເດືອດຮ້ອນ ມີບັນຫາ ແລະໃນທີ່ສຸດຈະຖືກທຳລາຍ. ແຕ່ຄົນທີ່ເຊື່ອຟັງແລະເຮັດຕາມຄຳແນະນຳຂອງພະເຢໂຫວາ ພະເຢໂຫວາສັນຍາວ່າເຂົາເຈົ້າ “ຈະຢູ່ຢ່າງປອດໄພ ແລະຈະບໍ່ຢ້ານຫາຍານະຫຍັງເລີຍ.”—ສຸພາ. 1:33, ລ.ມ.
ສະຕິປັນຍາແທ້ເປັນປະໂຫຍດຕໍ່ເຮົາ
14-15. ເຮົາໄດ້ຮຽນຫຍັງຈາກສຸພາສິດ 4:23?
14 ເຮົາໄດ້ຮັບປະໂຫຍດສະເໝີເມື່ອເຮົາເຮັດຕາມສະຕິປັນຍາຈາກພະເຈົ້າ. ຄືທີ່ເຮົາໄດ້ຮຽນມາແລ້ວວ່າ ພະເຢໂຫວາໄດ້ຊ່ວຍເຮົາໃຫ້ຊອກຫາຄຳແນະນຳໄດ້ງ່າຍໆ. ຕົວຢ່າງເຊັ່ນ ໃນປຶ້ມສຸພາສິດມີຄຳແນະນຳຫຼາຍຢ່າງທີ່ເປັນປະໂຫຍດເຊິ່ງຊ່ວຍໃຫ້ຊີວິດເຮົາດີຂຶ້ນ. ໃຫ້ເຮົາມາເບິ່ງຄຳແນະນຳສີ່ຢ່າງທີ່ຊ່ວຍເຮົາ.
15 ຊ່ວຍປົກປ້ອງຫົວໃຈ. ຄຳພີໄບເບິນບອກວ່າ: “ໃຫ້ປົກປ້ອງຫົວໃຈຂອງລູກຫຼາຍກວ່າສິ່ງອື່ນທັງໝົດ ເພາະຊີວິດຂຶ້ນຢູ່ກັບຫົວໃຈ.” (ສຸພາ. 4:23, ລ.ມ.) ປົກກະຕິແລ້ວເຮົາຕ້ອງເຮັດຫຍັງແດ່ເພື່ອຈະເຮັດໃຫ້ຫົວໃຈຂອງເຮົາແຂງແຮງຢູ່ສະເໝີ? ເຮົາຕ້ອງກິນອາຫານທີ່ເປັນປະໂຫຍດ ອອກກຳລັງກາຍເປັນປະຈຳ ແລະບໍ່ເຮັດສິ່ງທີ່ເປັນອັນຕະລາຍຕໍ່ຫົວໃຈ. ຄ້າຍຄືກັນ ເພື່ອຈະປົກປ້ອງຫົວໃຈຕາມທີ່ສຸພາສິດເວົ້າເຖິງ ເຮົາຕ້ອງອ່ານຄຳພີໄບເບິນທຸກມື້ ກຽມການປະຊຸມ ໄປປະຊຸມເປັນປະຈຳແລະອອກຄຳຄິດເຫັນ ແລະດຸໝັ່ນຫ້າວຫັນໃນການປະກາດ. ນອກຈາກນັ້ນ ເຮົາຍັງຕ້ອງຫຼີກລ່ຽງທີ່ຈະບໍ່ເຮັດສິ່ງທີ່ເປັນອັນຕະລາຍຕໍ່ຄວາມຄິດຂອງເຮົາ ເຊັ່ນ: ບໍ່ເບິ່ງ ບໍ່ຟັງ ບໍ່ອ່ານເລື່ອງທີ່ຜິດສິນລະທຳ ແລະບໍ່ຄົບຫາກັບຄົນທີ່ບໍ່ດີ.
16. ເປັນຫຍັງສຸພາສິດ 23:4, 5 ຈຶ່ງເປັນປະໂຫຍດຕໍ່ເຮົາຫຼາຍໃນທຸກມື້ນີ້?
16 ຊ່ວຍໃຫ້ອີ່ມໃຈພໍໃຈໃນສິ່ງທີ່ມີ. ຄຳພີໄບເບິນບອກວ່າ “ຢ່າຫັກໂຫມເຮັດວຽກຈົນເມື່ອຍເພື່ອຈະມີຊັບສົມບັດ . . . ເມື່ອເຈົ້າຫັນໄປເບິ່ງ ຊັບສົມບັດກໍບໍ່ຢູ່ບ່ອນນັ້ນແລ້ວ ເພາະມັນຈະມີປີກງອກອອກມາຄືນົກອິນຊີແລ້ວບິນຫາຍໄປເທິງຟ້າ.” (ສຸພາ. 23:4, 5, ລ.ມ.) ຊັບສິນເງິນຄຳເປັນສິ່ງທີ່ຫາຍໄປໄດ້ງ່າຍໆ. ທັງຄົນຮັ່ງແລະຄົນທຸກກໍມີຄວາມກັງວົນຫຼາຍເລື່ອງການຫາເງິນ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງມັກເຮັດສິ່ງທີ່ທຳລາຍຊື່ສຽງຂອງໂຕເອງ ສາຍສຳພັນກັບຄົນອື່ນ ແລະເຖິງຂັ້ນສົ່ງຜົນເສຍຕໍ່ສຸຂະພາບ. (ສຸພາ. 28:20; 1 ຕມ. 6:9, 10) ແຕ່ສະຕິປັນຍາຈາກພະເຈົ້າຈະຊ່ວຍເຮົາບໍ່ໃຫ້ກັງວົນຫຼາຍເກີນໄປກ່ຽວກັບເງິນ. ການຄິດແບບນີ້ຈະຊ່ວຍເຮົາບໍ່ໃຫ້ເປັນຄົນໂລບ ແຕ່ຈະຊ່ວຍເຮົາໃຫ້ມີຄວາມອີ່ມໃຈພໍໃຈແລະມີຄວາມສຸກ.—ຜູ້ປ. 7:12
17. ເຮົາຈະເຮັດແນວໃດເພື່ອຈະໃຫ້ຄຳເວົ້າຂອງເຮົາເປັນຄືກັບຄຳເວົ້າຂອງຄົນສະຫຼາດທີ່ຢູ່ໃນສຸພາສິດ 12:18?
17 ຊ່ວຍໃຫ້ຄິດກ່ອນເວົ້າ. ຖ້າເຮົາບໍ່ລະວັງ ຄຳເວົ້າຂອງເຮົາອາດຈະກໍ່ຜົນເສຍຫາຍຫຼາຍຢ່າງ. ຄຳພີໄບເບິນບອກວ່າ: “ຄຳເວົ້າທີ່ບໍ່ຄິດເປັນຄືດາບທີ່ສຽບແທງ ແຕ່ຄຳເວົ້າຂອງຄົນສະຫຼາດຈະຊ່ວຍປິ່ນປົວໃຫ້ດີຂຶ້ນ.” (ສຸພາ. 12:18, ລ.ມ.) ຖ້າເຮົາບໍ່ນິນທາແລະບໍ່ເວົ້າເຖິງຄວາມຜິດພາດຂອງຄົນອື່ນ ເຮົາກໍຈະຊ່ວຍຮັກສາສັນຕິສຸກຕໍ່ໆໄປໄດ້. (ສຸພາ. 20:19) ຖ້າເຮົາຢາກເວົ້າໃຫ້ກຳລັງໃຈຄົນອື່ນ ບໍ່ແມ່ນ ເຮັດໃຫ້ຄົນອື່ນເຈັບໃຈ ເຮົາຄວນອ່ານຄຳພີໄບເບິນທຸກມື້ແລະຄິດຕຶກຕອງສິ່ງທີ່ອ່ານ. (ລກ. 6:45) ເມື່ອເຮັດແບບນັ້ນ ຄຳເວົ້າຂອງເຮົາກໍຈະເປັນຄືກັບ “ແຫຼ່ງຂອງສະຕິປັນຍາ” ທີ່ຊ່ວຍໃຫ້ຄົນອື່ນຮູ້ສຶກສົດຊື່ນ.—ສຸພາ. 18:4, ລ.ມ.
18. ຄຳແນະນຳທີ່ຢູ່ໃນສຸພາສິດ 24:6 ຊ່ວຍເຮົາໃຫ້ເຮັດວຽກປະກາດໄດ້ດີຂຶ້ນແນວໃດ?
18 ຊ່ວຍໃຫ້ເຮັດຕາມຄຳແນະນຳ. ຄຳພີໄບເບິນໃຫ້ຄຳແນະນຳທີ່ເປັນປະໂຫຍດທີ່ວ່າ: “ການເຮັດສົງຄາມຕ້ອງເພິ່ງຄຳແນະນຳທີ່ດີ ແລະການມີທີ່ປຶກສາຫຼາຍຄົນເຮັດໄດ້ໄຊຊະນະ.” (ສຸພາ. 24:6, ລ.ມ.) ຫຼັກການຂໍ້ນີ້ຊ່ວຍເຮົາແນວໃດໃຫ້ເປັນຜູ້ປະກາດແລະຜູ້ສອນທີ່ດີຂຶ້ນ? ແທນທີ່ຈະປະກາດແລະສອນໃນແບບຂອງໂຕເອງ ໃຫ້ເຮົາພະຍາຍາມເຮັດຕາມຄຳແນະນຳຂອງອົງການ. ຢູ່ການປະຊຸມເຮົາໄດ້ຮັບຄຳແນະນຳທີ່ດີຈາກຜູ້ບັນຍາຍທີ່ມີປະສົບການແລະສ່ວນສາທິດຕ່າງໆ. ນອກຈາກນັ້ນ ອົງການຂອງພະເຢໂຫວາຍັງໄດ້ຈັດໃຫ້ເຮົາມີເຄື່ອງມືໃນການສອນ ເຊັ່ນ: ວິດີໂອແລະສິ່ງພິມຕ່າງໆ ເຊິ່ງຊ່ວຍໃຫ້ຜູ້ຄົນເຂົ້າໃຈຄຳພີໄບເບິນຫຼາຍຂຶ້ນ. ເຈົ້າກຳລັງພະຍາຍາມໃຊ້ເຄື່ອງມືເຫຼົ່ານີ້ບໍ?
19. ເຈົ້າຮູ້ສຶກແນວໃດຕໍ່ສະຕິປັນຍາທີ່ມາຈາກພະເຢໂຫວາ? (ສຸພາສິດ 3:13-18)
19 ອ່ານສຸພາສິດ 3:13-18. ເຮົາເຫັນຄ່າຄຳແນະນຳໃນຄຳພີໄບເບິນຫຼາຍແທ້ໆ ເພາະຄຳແນະນຳເຫຼົ່ານັ້ນເຮັດໃຫ້ຊີວິດຂອງເຮົາດີຂຶ້ນ. ໃນບົດຄວາມນີ້ເຮົາໄດ້ເຫັນຄຳແນະນຳບາງຢ່າງທີ່ຢູ່ໃນປຶ້ມສຸພາສິດ. ແຕ່ທີ່ຈິງແລ້ວ ຄຳພີໄບເບິນໝົດຫົວມີຄຳແນະນຳທີ່ດີທີ່ມາຈາກພະເຢໂຫວາ. ດັ່ງນັ້ນ ຂໍໃຫ້ເຮົາຕັ້ງໃຈເຮັດຕາມຄຳແນະນຳເຫຼົ່ານັ້ນໃນທຸກແງ່ມຸມຂອງຊີວິດເຮົາ. ແລະເຖິງວ່າຄົນໃນໂລກຈະບໍ່ເຫັນຄ່າສະຕິປັນຍາຈາກພະເຈົ້າ ແຕ່ເຮົາໝັ້ນໃຈວ່າ: “ຄົນທີ່ຍຶດໝັ້ນໃນສະຕິປັນຍາຈະມີຊີວິດແລະມີຄວາມສຸກ.”—ສຸພາ. 3:18, ລ.ມ.
ເພງ 36 ປົກປ້ອງຫົວໃຈຂອງເຮົາ
a ສະຕິປັນຍາຈາກພະເຢໂຫວາດີກວ່າສິ່ງອື່ນໆທີ່ໂລກນີ້ສະເໜີໃຫ້. ໃນບົດຄວາມນີ້ເຮົາຈະມາເບິ່ງພາບປຽບທຽບທີ່ຢູ່ໃນປຶ້ມສຸພາສິດທີ່ບອກວ່າ ສະຕິປັນຍາແທ້ຮ້ອງສຽງດັງຢູ່ບ່ອນສາທາລະນະ. ແລະເຮົາຍັງຈະມາເບິ່ງວ່າເຮົາຈະໄດ້ສະຕິປັນຍາແທ້ໄດ້ແນວໃດ ເປັນຫຍັງຫຼາຍຄົນຈຶ່ງບໍ່ຍອມຮັບສະຕິປັນຍາແທ້ ແລະເຮົາຈະໄດ້ຮັບປະໂຫຍດແນວໃດເມື່ອເຮົາເຮັດຕາມສະຕິປັນຍານັ້ນ.