ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນຫຍັງເຮົາຈຶ່ງບໍ່ເຮັດສົງຄາມທັງໆທີ່ຊາວອິດສະຣາເອນໃນສະໄໝກ່ອນກໍຍັງເຮັດ?

ເປັນຫຍັງເຮົາຈຶ່ງບໍ່ເຮັດສົງຄາມທັງໆທີ່ຊາວອິດສະຣາເອນໃນສະໄໝກ່ອນກໍຍັງເຮັດ?

ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ II ທະຫານ​ນາຊີ​ໄດ້​ຮ້ອງ​ໃສ່​ພະຍານ​ພະເຢໂຫວາ​ກຸ່ມ​ໜຶ່ງ​ວ່າ “ຖ້າ​ພວກເຈົ້າ​ບໍ່​ຍອມ​ຕໍ່ສູ້​ກັບ​ຝຣັ່ງ​ຫຼື​ອັງກິດ ພວກເຈົ້າ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ!” ເຖິງ​ວ່າ​ຈະ​ຖືກ​ຂູ່​ແບບ​ນີ້ ແຕ່​ພີ່ນ້ອງ​ຂອງ​ເຮົາ​ກໍ​ບໍ່​ມີ​ຜູ້​ໃດ​ຝ່າ​ຝືນ​ກົດໝາຍ​ຂອງ​ພະເຈົ້າ. ການ​ເຮັດ​ແບບ​ນີ້​ຕ້ອງ​ໃຊ້​ຄວາມ​ກ້າຫານ​ຫຼາຍ​ແທ້ໆ! ເຂົາເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ ແລະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະຍານ​ພະເຢໂຫວາ​ຄິດ​ແນວໃດ​ໃນ​ເລື່ອງ​ສົງຄາມ. ເຮົາ​ບໍ່​ເຂົ້າຮ່ວມ​ເຮັດ​ສົງຄາມ ແລະ​ຮັກສາ​ຄວາມ​ເປັນ​ກາງ​ເຖິງ​ຈະ​ຖືກ​ຂູ່​ວ່າ​ຈະ​ຖືກ​ຂ້າ​ກໍ​ຕາມ.

ບໍ່​ແມ່ນ​ທຸກ​ຄົນ​ທີ່​ເອີ້ນ​ໂຕເອງ​ວ່າ​ຄລິດສະຕຽນ​ຈະ​ເຫັນດີ​ກັບ​ເລື່ອງ​ນີ້. ຫຼາຍ​ຄົນ​ເຊື່ອ​ວ່າ​ຄລິດສະຕຽນ​ຄວນ​ປົກປ້ອງ​ປະເທດ​ຊາດ. ເຂົາເຈົ້າ​ອາດ​ຫາ​ເຫດຜົນ​ວ່າ ‘ຊາວ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ​ເຊິ່ງ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຍັງ​ເຮັດ​ສົງຄາມ ແລ້ວ​ເປັນຫຍັງ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ເຮັດ?’ ເມື່ອ​ເຈິ​ຄຳຖາມ​ນີ້ ເຈົ້າ​ຈະ​ຕອບ​ແນວໃດ? ເຮົາ​ຄວນ​ອະທິບາຍ​ວ່າ ຍ້ອນ​ສະພາບການ​ຂອງ​ຊາວ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ​ຕ່າງ​ຈາກ​ສະພາບການ​ຂອງ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ແຕ່​ກ​ຕ່າງ 5 ຢ່າງ​ນຳ​ກັນ.

1. ປະຊາຊົນ​ຂອງ​ພະເຈົ້າ​ທຸກ​ຄົນ​ເປັນ​ຊາດດຽວກັນ

ໃນ​ສະໄໝ​ກ່ອນ ພະເຢໂຫວາ​ໄດ້​ເລືອກ​ຊາດ​ໜຶ່ງ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ ນັ້ນ​ກໍ​ຄື​ຊາດ​ອິດສະຣາເອນ. ພະເຢໂຫວາ​ເອີ້ນ​ຊາດ​ອິດສະຣາເອນ​ວ່າ “ຊັບ​ສົມບັດ​ພິເສດ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້.” (ອພຍ. 19:5, ລ.ມ.) ພະເຈົ້າ​ຍັງ​ໄດ້​ໃຫ້​ເຂົາເຈົ້າ​ມີ​ອານາ​ເຂດ​ເປັນ​ຂອງ​ໂຕເອງ. ດັ່ງນັ້ນ ເມື່ອ​ພະເຈົ້າ​ສັ່ງ​ຊາດ​ອິດສະຣາເອນ​ໃຫ້​ໄປ​ຕໍ່ສູ້​ກັບ​ຊາດ​ອື່ນ ເຂົາເຈົ້າ​ບໍ່​ໄດ້​ຕໍ່ສູ້​ຫຼື​ຂ້າ​ຜູ້​ທີ່​ນະ​ມັດ​ນະ​ການ​ພະເຢໂຫວາ​ຄື​ກັບ​ເຂົາເຈົ້າ. a

ໃນ​ປັດຈຸບັນ ຜູ້​ນະມັດສະການ​ແທ້​ມາ​ຈາກ “ທຸກ​ປະເທດ ທຸກ​ຕະກູນ ທຸກ​ຊົນຊາດ ແລະ​ທຸກ​ພາສາ.” (ພນມ. 7:9) ຖ້າ​ເຂົາເຈົ້າ​ຕ້ອງ​ໄປ​ຕໍ່ສູ້​ໃນ​ສົງຄາມ ເຂົາເຈົ້າ​ອາດຈະ​ຕ້ອງ​ຕໍ່ສູ້​ຫຼື​ເຖິງຂັ້ນ​ຂ້າ​ຜູ້​ທີ່​ນະມັດສະການ​ພະເຢໂຫວາ​ນຳ​ກັນ.

2. ພະເຢໂຫວາ​ເປັນ​ຜູ້​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ເຮັດ​ສົງຄາມ

ໃນ​ສະໄໝ​ກ່ອນ ພະເຢໂຫວາ​ຈະ​ເປັນ​ຜູ້​ບອກ​ຊາວ​ອິດສະຣາເອນ​ວ່າ ຕອນ​ໃດ​ທີ່​ເຂົາເຈົ້າ​ຕ້ອງ​ອອກ​ໄປ​ເຮັດ​ສົງຄາມ​ແລະ​ເຮັດ​ຍ້ອນຫຍັງ. ຕົວຢ່າງ​ເຊັ່ນ: ພະເຈົ້າ​ໄດ້​ສັ່ງ​ໃຫ້​ຊາວ​ອິດສະຣາເອນ​ໄປ​ຕໍ່ສູ້​ກັບ​ຊາວ​ການາອານ​ທີ່​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ທີ່​ນະມັດສະການ​ຜີ​ປີສາດ ເຮັດ​ຜິດສິນລະທຳ​ທາງ​ເພດ ແລະ​ເອົາ​ລູກ​ໄປ​ເຜົາ​ບູຊາ​ຍັນ. ພະເຢໂຫວາ​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ກຳຈັດ​ຄວາມ​ຊົ່ວ​ອອກ​ໄປ​ຈາກ​ແຜ່ນດິນ​ຕາມ​ຄຳ​ສັນຍາ​ເພື່ອ​ຊາວ​ອິດສະຣາເອນ​ຈະ​ບໍ່​ເຮັດ​ຊົ່ວ​ຄື​ກັບ​ເຂົາເຈົ້າ. (ລລວ. 18:24, 25) ຫຼັງ​ຈາກ​ທີ່​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ​ແລ້ວ ບາງເທື່ອ​ພະເຈົ້າ​ກໍ​ໄດ້​ສັ່ງ​ເຂົາເຈົ້າ​ໃຫ້​ອອກ​ໄປ​ຕໍ່ສູ້​ເພື່ອ​ປົກປ້ອງ​ແຜ່ນດິນ​ຂອງ​ໂຕເອງ. (2ຊມ. 5:17-25) ແຕ່​ພະເຢໂຫວາ​ກໍ​ບໍ່​ຢາກ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໄປ​ຕໍ່ສູ້​ຍ້ອນ​ເຂົາເຈົ້າ​ຢາກ​ເຮັດ​ເອງ. ຖ້າ​ເຂົາເຈົ້າ​ບໍ່​ຟັງ ເຂົາເຈົ້າ​ກໍ​ຈະ​ໄດ້​ຮັບ​ຜົນ​ທີ່​ບໍ່​ດີ.—ຈຊບ. 14:41-45; 2ຂຄ. 35:20-24

ໃນ​ປັດຈຸບັນ ພະເຢໂຫວາ​ບໍ່​ໄດ້​ບອກ​ໃຫ້​ມະນຸດ​ເຮັດ​ສົງຄາມ. ຊາດ​ຕ່າງໆ​ຕໍ່ສູ້​ກັນ​ກໍ​ຍ້ອນ​ຜົນ​ປະໂຫຍດ​ຂອງ​ໂຕເອງ ບໍ່​ແມ່ນ​ຜົນ​ປະໂຫຍດ​ຂອງ​ພະເຈົ້າ. ເຂົາເຈົ້າ​ອາດຈະ​ເຮັດ​ສົງຄາມ​ຍ້ອນ​ຢາກ​ຂະຫຍາຍ​ອານາ​ເຂດ ຜົນ​ປະໂຫຍດ​ທາງ​ເສດຖະກິດ ຜົນ​ປະໂຫຍດ​ທາງ​ການເມືອງ​ຫຼື​ອື່ນໆ. ແຕ່​ຖ້າ​ບາງຄົນ​ອ້າງ​ວ່າ​ເຂົາເຈົ້າ​ຕໍ່ສູ້​ໃນ​ນາມ​ຂອງ​ພະເຈົ້າ​ເພື່ອ​ປົກປ້ອງ​ສາສະໜາ​ຂອງ​ໂຕເອງ ຫຼື​ຂ້າ​ສັດຕູ​ຂອງ​ພະເຈົ້າ​ເດ? ພະເຢໂຫວາ​ບໍ່​ຢາກ​ໃຫ້​ເຮັດ​ແບບນັ້ນ ເພາະ​ພະເຢໂຫວາ​ຈະ​ເປັນ​ຜູ້​ປົກປ້ອງ​ຜູ້​ນະມັດສະການ​ແທ້​ຂອງ​ເພິ່ນ ແລະ​ຈະ​ທຳລາຍ​ພວກ​ສັດຕູ​ໃນ​ສົງຄາມ​ອາມາເຄໂດນ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. (ພນມ. 16:14, 16) ໃນ​ສົງຄາມ​ຄັ້ງ​ນັ້ນ ພະເຢໂຫວາ​ຈະ​ໃຫ້​ກອງ​ທັບ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ຕໍ່ສູ້ ບໍ່​ແມ່ນ​ໃຫ້​ຜູ້​ນະມັດສະການ​ທີ່​ຢູ່​ເທິງ​ໂລກ​ນີ້​ເປັນ​ຜູ້​ຕໍ່ສູ້.—ພນມ. 19:11-15

3. ຊາວ​ອິດສະຣາເອນ​ໄວ້​ຊີວິດ​ຜູ້​ທີ່​ສະແດງ​ຄວາມເຊື່ອ​ໃນ​ພະເຢໂຫວາ

ໃນ​ທຸກ​ມື້​ນີ້ ພະເຢໂຫວາ​ໄດ້​ຕໍ່ສູ້​ເພື່ອ​ຊາດ​ໃດ​ໃນ​ໂລກ​ບໍ ຄື​ກັບ​ທີ່​ເພິ່ນ​ຕໍ່ສູ້​ເມືອງ​ເຢຣິໂກ​ເພື່ອ​ຊາວ​ອິດສະຣາເອນ?

ໃນ​ສະໄໝ​ກ່ອນ ທະຫານ​ອິດສະຣາເອນ​ມັກ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ທີ່​ສະແດງ​ຄວາມເຊື່ອ​ໃນ​ພະເຢໂຫວາ. ເຂົາເຈົ້າ​ຈະ​ຂ້າ​ສະເພາະ​ຜູ້​ທີ່​ພະເຢໂຫວາ​ສັ່ງ​ໃຫ້​ຂ້າ​ເທົ່າ​ນັ້ນ. ໃຫ້​ເຮົາ​ມາ​ເບິ່ງ​ສອງ​ຕົວຢ່າງ​ເຫຼົ່ານີ້​ນຳ​ກັນ. ຕອນ​ທີ່​ພະເຢໂຫວາ​ສັ່ງ​ໃຫ້​ຊາວ​ອິດສະຣາເອນ​ທຳລາຍ​ເມືອງ​ເຢຣິໂກ ຊາວ​ອິດສະຣາເອນ​ໄດ້​ໄວ້​ຊີວິດ​ຣາຮາບ​ແລະ​ຄອບຄົວ​ຂອງ​ລາວ​ຍ້ອນ​ລາວ​ສະແດງ​ຄວາມເຊື່ອ​ໃນ​ພະເຢໂຫວາ. (ຢຊ. 2:9-16; 6:16, 17) ຕໍ່ມາ​ຊາວ​ອິດສະຣາເອນ​ກໍ​ໄດ້​ໄວ້​ຊີວິດ​ຊາວ​ເມືອງ​ກິເບໂອນ​ທັງໝົດ​ຍ້ອນ​ເຂົາເຈົ້າ​ຢ້ານຢຳ​ພະເຢໂຫວາ.—ຢຊ. 9:3-9, 17-19

ໃນ​ປັດຈຸບັນ ທະຫານ​ຈະ​ຂ້າ​ໝົດ​ທຸກ​ຄົນ ແມ່ນ​ແຕ່​ຄົນ​ທີ່​ເຊື່ອ​ໃນ​ພະເຈົ້າ. ບາງເທື່ອ​ເຂົາເຈົ້າ​ກໍ​ຂ້າ​ຜູ້​ບໍລິສຸດ​ນຳ.

4. ລະຫວ່າງ​ທີ່​ເຮັດ​ສົງຄາມ ຊາວ​ອິດສະຣາເອນ​ເຮັດ​ຕາມ​ທີ່​ພະເຢໂຫວາ​ສັ່ງ​ເທົ່າ​ນັ້ນ

ໃນ​ສະໄໝ​ກ່ອນ ພະເຢໂຫວາ​ສັ່ງ​ທະຫານ​ອິດສະຣາເອນ​ໃຫ້​ສູ້ຮົບ​ຕາມ​ວິທີ​ທີ່​ເພິ່ນ​ບອກ. ບາງເທື່ອ​ພະເຢໂຫວາ​ກໍ​ບອກ​ໃຫ້​ເຂົາເຈົ້າ​ໄປ​ເຈ​ລະ​ຈາ​ກັບ​ຝ່າຍ​ກົງ​ກັນ​ຂ້າມ​ວ່າ “ຕ້ອງ​ເຮັດ​ແນວໃດ​ຈຶ່ງ​ຈະ​ບໍ່​ຖືກ​ໂຈມຕີ.” (ພບຍ. 20:10, ລ.ມ.) ນອກຈາກນັ້ນ ພະເຢໂຫວາ​ຍັງ​ຄາດໝາຍ​ໃຫ້​ທະຫານ​ອິດສະຣາເອນ​ອະນາໄມ​ຮ່າງກາຍ​ແລະ​ຄ້າຍ​ພັກ​ໃຫ້​ສະອາດ ແລະ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ເພິ່ນ. (ພບຍ. 23:9-14) ທະຫານ​ຂອງ​ຊາດ​ອື່ນໆ​ທີ່​ຢູ່​ໃກ້​ກັບ​ຊາດ​ອິດສະຣາເອນ​ມັກ​ຈະ​ຂົ່ມຂືນ​ຜູ້ຍິງ​ທີ່​ເຂົາເຈົ້າ​ຈັບ​ມາ​ໄດ້. ແຕ່​ພະເຢໂຫວາ​ຫ້າມ​ທະຫານ​ອິດສະຣາເອນ​ບໍ່​ໃຫ້​ເຮັດ​ແບບນັ້ນ. ທີ່​ຈິງ ເພິ່ນ​ສັ່ງ​ເຂົາເຈົ້າ​ວ່າ ຖ້າ​ຢາກ​ແຕ່ງດອງ​ກັບ​ຜູ້ຍິງ​ທີ່​ເຂົາເຈົ້າ​ຈັບ​ມາ​ໄດ້ ກໍ​ຕ້ອງ​ລໍ​ຖ້າ​ໃຫ້​ຄົບ​ໜຶ່ງ​ເດືອນ​ກ່ອນ.—ພບຍ. 21:10-13

ໃນ​ປັດຈຸບັນ ປະເທດ​ຕ່າງໆ​ສ່ວນ​ໃຫຍ່​ໄດ້​ເຮັດ​ຂໍ້​ຕົກ​ລົງ​ລະຫວ່າງ​ປະເທດ. ຂໍ້​ຕົກ​ລົງ​ເຫຼົ່າ​ນັ້ນ​ເຮັດ​ໄວ້​ເພື່ອ​ປົກປ້ອງ​ປະຊາຊົນ ແຕ່​ປະເທດ​ເຫຼົ່າ​ນັ້ນ​ກໍ​ບໍ່​ຄ່ອຍ​ເຮັດ​ຕາມ.

5. ພະເຈົ້າ​ຕໍ່ສູ້​ເພື່ອ​ຊາດ​ຂອງ​ເພິ່ນ

ໃນ​ທຸກ​ມື້​ນີ້ ທະຫານ​ໄດ້​ໄວ້​ຊີວິດ​ຄົນ​ທີ່​ເຊື່ອ​ໃນ​ພະເຈົ້າ​ບໍ ຄື​ກັບ​ທີ່​ທະຫານ​ອິດສະຣາເອນ​ໄວ້​ຊີວິດ​ຣາຮາບ​ກັບ​ຄອບຄົວ​ຂອງ​ລາວ​ຕອນ​ທີ່​ຍຶດ​ເມືອງ​ເຢຣິໂກ?

ໃນ​ສະໄໝ​ກ່ອນ ພະເຢໂຫວາ​ຕໍ່ສູ້​ເພື່ອ​ຊາວ​ອິດສະຣາເອນ. ເພິ່ນ​ເຮັດ​ການອັດສະຈັນ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ຊະນະ​ຫຼາຍ​ເທື່ອ. ເຊັ່ນ ພະເຢໂຫວາ​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ຊະນະ​ເມືອງ​ເຢຣິໂກ​ໂດຍ​ສັ່ງ​ເຂົາເຈົ້າ​ໃຫ້ “ຮ້ອງ​ສຽງ​ດັງໆ ແລ້ວ​ກຳແພງ​ກໍ​ພັງ​ລົງ​ມາ​ທັນທີ.” ນີ້​ກໍ​ເລີຍ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ສາມາດ​ຍຶດ​ເມືອງ​ເຢຣິໂກ​ໄດ້​ງ່າຍ​ຂຶ້ນ. (ຢຊ. 6:20, ລ.ມ.) ແລ້ວ​ຕອນ​ທີ່​ຊາວ​ອິດສະຣາເອນ​ຕໍ່ສູ້​ກັບ​ຊາວ​ອະໂມຣີດ​ເດ? ເຂົາເຈົ້າ​ເອົາ​ຊະນະ​ຊາວ​ອະໂມຣີດ​ໄດ້​ແນວໃດ? “ພະເຢໂຫວາ​ໄດ້​ເຮັດ​ໃຫ້​ໝາກ​ເຫັບ​ໃຫຍ່​ຕົກ​ໃສ່​ພວກ​ເຂົາ. ຄົນ​ທີ່​ຕາຍ​ຍ້ອນ​ໝາກ​ເຫັບ​ຕົກ​ໃສ່​ກໍ​ມີ​ຫຼາຍ​ກວ່າ​ຄົນ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.”—ຢຊ. 10:6-11

ໃນ​ປັດຈຸບັນ ພະເຢໂຫວາ​ບໍ່​ໄດ້​ຕໍ່ສູ້​ເພື່ອ​ຊາດ​ໃດ​ໃນ​ໂລກ​ນີ້ ເພາະ​ການ​ປົກຄອງ​ຂອງ​ເພິ່ນ​ທີ່​ມີ​ພະເຢຊູ​ເປັນ​ກະສັດ “ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.” (ຢຮ. 18:36) ແຕ່​ຍ້ອນ​ຊາຕານ​ມີ​ອຳນາດ​ເໜືອ​ອຳນາດ​ການ​ປົກຄອງ​ຂອງ​ມະນຸດ​ທັງໝົດ ໂລກ​ເຮົາ​ຈຶ່ງ​ມີ​ສົງຄາມ​ທີ່​ເປັນ​ຕາ​ຢ້ານ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ຊາຕານ​ຊົ່ວ​ຮ້າຍ​ຫຼາຍ​ສ່ຳ​ໃດ.—ລກ. 4:5, 6; 1​ຢຮ. 5:19

ຄລິດສະຕຽນ​ແທ້​ເປັນ​ຜູ້​ສ້າງ​ສັນຕິສຸກ

ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ເຮົາ​ບໍ່​ເຮັດ​ສົງຄາມ​ກໍ​ຍ້ອນ​ສະພາບການ​ຂອງ​ເຮົາ​ທຸກ​ມື້​ນີ້​ຕ່າງ​ກັນ​ຫຼາຍ​ກັບ​ສະພາບການ​ຂອງ​ຊາດ​ອິດສະຣາເອນ​ສະໄໝ​ກ່ອນ. ແຕ່​ຍັງ​ມີ​ເຫດຜົນ​ອື່ນໆ​ອີກ​ທີ່​ເຮົາ​ບໍ່​ເຮັດ​ສົງຄາມ ເຊັ່ນ: ພະເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດທ້າຍ​ຜູ້​ທີ່​ໄດ້​ຮັບ​ການສອນ​ຈາກ​ພະເຢໂຫວາ “ຈະ​ບໍ່​ມີ​ໃຜ​ຝຶກ​ເຮັດ​ສົງຄາມ” ແລະ​ຈະ​ບໍ່​ເຂົ້າຮ່ວມ​ໃນ​ການ​ເຮັດ​ສົງຄາມ​ນຳ. (ເອຊາ. 2:2-4) ນອກຈາກນັ້ນ ພະເຢຊູ​ຍັງ​ໄດ້​ບອກ​ວ່າ ລູກສິດ​ຂອງ​ເພິ່ນ​ບໍ່​ໄດ້​ເປັນ “ຄົນ​ຂອງ​ໂລກ​ນີ້.” ເຂົາເຈົ້າ​ຈະ​ບໍ່​ເຂົ້າ​ຂ້າງ​ການ​ປົກຄອງ​ຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ໂລກ​ນີ້.—ຢຮ. 15:19

ພະເຢຊູ​ຍັງ​ໄດ້​ບອກ​ໃຫ້​ພວກ​ລູກສິດ​ເຮັດ​ຫຼາຍ​ກວ່າ​ນັ້ນ. ເພິ່ນ​ສັ່ງ​ເຂົາເຈົ້າ​ໃຫ້​ຫຼີກ​ລ່ຽງ​ຄວາມຄິດ​ທີ່​ບໍ່​ດີ​ທີ່​ຈະ​ພາ​ໄປ​ສູ່​ການ​ຄຽດແຄ້ນ ການ​ໃຈຮ້າຍ ແລະ​ເຖິງຂັ້ນ​ເຮັດ​ສົງຄາມ. (ມທ. 5:21, 22) ນອກຈາກນັ້ນ ເພິ່ນ​ຍັງ​ໄດ້​ສັ່ງ​ພວກ​ລູກສິດ​ໃຫ້​ເປັນ “ຄົນ​ທີ່​ສ້າງ​ສັນຕິ” ແລະ​ຮັກ​ສັດຕູ.—ມທ. 5:9, 44

ແລ້ວ​ເຮົາ​ແຕ່​ລະ​ຄົນ​ເດ ຄວນ​ເຮັດ​ແນວໃດ? ແນ່ນອນ​ວ່າ​ເຮົາ​ຄື​ຊິ​ບໍ່​ຢາກ​ໄປ​ຕໍ່ສູ້​ໃນ​ສົງຄາມ ແຕ່​ເຮົາ​ອາດຈະ​ບໍ່​ມັກ​ພີ່ນ້ອງ​ບາງຄົນ​ເອົາ​ແທ້​ເອົາ​ວ່າ​ຈົນ​ຜິດ​ຖຽງ​ກັບ​ລາວ​ແລະ​ສ້າງ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ​ບໍ? ຖ້າ​ເປັນ​ແບບນັ້ນ ເຮົາ​ຄວນ​ພະຍາຍາມ​ທີ່​ຈະ​ກຳຈັດ​ຄວາມ​ຮູ້ສຶກ​ນີ້​ອອກ​ໄປ.—ຢກບ. 4:1, 11

ເຖິງ​ວ່າ​ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ສົງຄາມ ແຕ່​ເຮົາ​ກໍ​ຕ້ອງ​ພະຍາຍາມ​ທີ່​ຈະ​ສ້າງ​ສັນຕິສຸກ​ແລະ​ເຮັດ​ໃຫ້​ພີ່ນ້ອງ​ຮັກ​ກັນ​ຫຼາຍ​ຂຶ້ນ. (ຢຮ. 13:34, 35) ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ລໍ​ຖ້າ​ມື້​ທີ່​ພະເຢໂຫວາ​ຈະ​ເຮັດ​ໃຫ້​ໂລກ​ນີ້​ບໍ່​ມີ​ສົງຄາມ​ອີກ​ຕໍ່ໄປ.—ເພງ. 46:9

a ບາງເທື່ອ​ຊາວ​ອິດສະຣາເອນ​ຈາກ​ຕະກູນ​ໜຶ່ງ​ກໍ​ຕໍ່ສູ້​ກັບ​ອີກ​ຕະກູນ​ໜຶ່ງ ແຕ່​ພະເຢໂຫວາ​ກໍ​ບໍ່​ພໍໃຈ​ທີ່​ເຂົາເຈົ້າ​ເຮັດ​ແບບນັ້ນ. (1ກສ. 12:24) ແຕ່​ບາງເທື່ອ​ເພິ່ນ​ກໍ​ຍອມ​ໃຫ້​ເຂົາເຈົ້າ​ຕໍ່ສູ້​ກັນ ເພາະ​ບາງ​ຕະກູນ​ບໍ່​ສັດຊື່​ແລະ​ເຮັດ​ຊົ່ວ.—ຜຕສ. 20:3-35; 2ຂຄ. 13:3-18; 25:14-22; 28:1-8