ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 44

ໃຫ້ມີຄວາມຫວັງທີ່ຊັດເຈນຢູ່ສະ

ໃຫ້ມີຄວາມຫວັງທີ່ຊັດເຈນຢູ່ສະ

“ລໍ​ຖ້າ​ພະເຢໂຫວາ.”—ເພງ. 27:14, ລ.ມ.

ເພງ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

ໃຈ​ຄວາມ​ສຳຄັນ a

1. ພະເຢໂຫວາ​ໃຫ້​ເຮົາ​ມີ​ຄວາມຫວັງ​ໃນ​ເລື່ອງ​ຫຍັງ?

 ພະເຢໂຫວາ​ໃຫ້​ເຮົາ​ມີ​ຄວາມຫວັງ​ທີ່​ດີ ນັ້ນ​ກໍ​ຄື​ຊີວິດ​ຕະຫຼອດໄປ. ບາງຄົນ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ສະຫວັນ ເຂົາເຈົ້າ​ຈະ​ມີ​ຊີວິດ​ອະມະຕະ​ໃນ​ສະຫວັນ. (1​ກຣ. 15:50, 53) ແຕ່​ຄົນ​ສ່ວນ​ຫຼາຍ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ໂລກ​ນີ້. ເຂົາເຈົ້າ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ​ແລະ​ມີ​ຄວາມສຸກ. (ພນມ. 21:3, 4) ແຕ່​ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ຢູ່​ໃນ​ສະຫວັນ​ຫຼື​ໃນ​ໂລກ​ນີ້ ເຮົາ​ທຸກ​ຄົນ​ກໍ​ເຫັນຄ່າ​ຄວາມຫວັງ​ນີ້.

2. ເປັນຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໃນ​ຄວາມຫວັງ​ຂອງເຮົາ? ຂໍ​ໃຫ້​ອະທິບາຍ

2 ໃນ​ຄຳພີໄບເບິນ​ຄຳ​ວ່າ “ຄວາມຫວັງ” ສາມາດ​ແປ​ໄດ້​ວ່າ “ການ​ຄາດໝາຍ​ວ່າ​ສິ່ງ​ດີໆ​ຈະ​ເກີດ​ຂຶ້ນ.” ຍ້ອນ​ພະເຢໂຫວາ​ເປັນ​ຜູ້​ໃຫ້​ຄວາມຫວັງ​ກັບ​ເຮົາ ເຮົາ​ຈຶ່ງ​ໝັ້ນໃຈ​ໃນ​ຄວາມຫວັງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ເພາະ​ເຮົາ​ຮູ້​ວ່າ​ພະເຢໂຫວາ​ເຄີຍ​ສັນຍາ​ຫຍັງ​ແດ່​ແລະ​ເພິ່ນ​ກໍ​ຮັກສາ​ສັນຍາ​ສະເໝີ. (ໂຣມ 15:13; ຈຊບ. 23:19) ນອກຈາກນັ້ນ ເຮົາ​ຍັງ​ໝັ້ນໃຈ​ວ່າ​ພະເຢໂຫວາ​ມີ​ທັງ​ຄວາມ​ຕ້ອງການ​ແລະ​ມີ​ລິດ​ອຳນາດ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເພິ່ນ​ຢາກ​ເຮັດ. ດັ່ງນັ້ນ ຄວາມຫວັງ​ຂອງ​ເຮົາ​ຈຶ່ງ​ບໍ່​ແມ່ນ​ຄວາມ​ເພີ້​ຝັນ ແຕ່​ມັນ​ມີ​ຫຼັກ​ຖານ​ແລະ​ເປັນ​ຄວາມຈິງ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້? (ຄຳເພງ 27:14)

3 ພະເຢໂຫວາ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ໄວ້ໃຈ​ເພິ່ນ. (ອ່ານ​ຄຳເພງ 27:14) ເມື່ອ​ເຮົາ​ໄວ້ໃຈ​ແລະ​ໝັ້ນໃຈ​ໃນ​ຄວາມຫວັງ​ທີ່​ພະເຢໂຫວາ​ໃຫ້​ເຮົາ ເຮົາ​ກໍ​ຈະ​ສາມາດ​ອົດທົນ​ກັບ​ຄວາມ​ລຳບາກ​ຫຼາຍ​ຢ່າງ​ດ້ວຍ​ຄວາມ​ກ້າຫານ​ແລະ​ມີ​ຄວາມສຸກ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄວາມຫວັງ​ປົກປ້ອງ​ເຮົາ​ແນວໃດ. ແຕ່​ກ່ອນ​ອື່ນ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄວາມຫວັງ​ປຽບ​ຄື​ກັບ​ສະໝໍ​ເຮືອ​ແລະ​ໝວກ​ເກາະ​ແນວໃດ. ແລະ​ເຮົາ​ຈະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຢູ່​ສະເໝີ​ໄດ້​ແນວໃດ.

ຄວາມຫວັງ​ຂອງ​ເຮົາ​ເປັນ​ຄື​ກັບ​ສະໝໍ​ເຮືອ

4. ຄວາມຫວັງ​ເປັນ​ຄື​ກັບ​ສະໝໍ​ເຮືອ​ແນວໃດ? (ເຮັບເຣີ 6:19)

4 ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ຄົນ​ເຮັບເຣີ ລາວ​ໄດ້​ສົບ​ທຽບ​ຄວາມຫວັງ​ເປັນ​ຄື​ກັບ​ສະໝໍ​ເຮືອ. (ອ່ານ​ເຮັບເຣີ 6:19) ຍ້ອນ​ໂປໂລ​ເດີນທາງ​ດ້ວຍ​ເຮືອ​ຫຼາຍ​ເທື່ອ ລາວ​ຈຶ່ງ​ຮູ້​ວ່າ​ສະໝໍ​ເຮືອ​ຊ່ວຍ​ຍຶດ​ເຮືອ​ບໍ່​ໃຫ້​ໄຫຼ​ໄປ​ຕາມ​ກະແສ​ລົມ. ມີ​ເທື່ອ​ໜຶ່ງ​ໂປໂລ​ຂີ່​ເຮືອ​ຕອນ​ທີ່​ມີ​ພາຍຸ​ມາ​ແຮງ. ພະນັກງານ​ເຮືອ​ກໍ​ເລີຍ​ໂຍນ​ສະໝໍ​ເຮືອ​ລົງ​ນ້ຳ​ເພື່ອ​ບໍ່​ໃຫ້​ເຮືອ​ໄຫຼ​ໄປ​ຕຳ​ໂງ່ນ​ຫີນ. (ກຈກ. 27:29, 39-41) ຄື​ກັບ​ສະໝໍ​ເຮືອ ຄວາມ​ຫວັງ​ກໍ​ຊ່ວຍ​ຍຶດ​ເຮົາ​ບໍ່​ໃຫ້​ອອກ​ໄປ​ຈາກ​ທາງ​ຂອງ​ພະເຢໂຫວາ​ເມື່ອ​ເຈິ​ບັນຫາ​ທີ່​ໜັກ​ໜ່ວງ. ຄວາມຫວັງ​ທີ່​ຊັດເຈນ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ທີ່​ເປັນ​ຄື​ກັບ​ພາຍຸ ເພາະ​ເຮົາ​ໝັ້ນໃຈ​ວ່າ​ສິ່ງ​ຕ່າງໆ​ຈະ​ດີ​ຂຶ້ນ. ພະເຢຊູ​ເຕືອນ​ວ່າ​ເຮົາ​ຈະ​ເຈິ​ການ​ຂົ່ມເຫງ. (ຢຮ. 15:20) ດັ່ງນັ້ນ ຖ້າ​ເຮົາ​ຄິດຕຶກຕອງ​ເຖິງ​ຄຳ​ສັນຍາ​ຂອງ​ພະເຢໂຫວາ ເຮົາ​ກໍ​ຈະ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ​ໄດ້.

5. ຄວາມຫວັງ​ຊ່ວຍ​ພະເຢຊູ​ແນວໃດ​ເມື່ອ​ຮູ້​ວ່າ​ເພິ່ນ​ຈະ​ຕ້ອງ​ຕາຍ?

5 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມຫວັງ​ຊ່ວຍ​ພະເຢຊູ​ແນວໃດ​ເມື່ອ​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ຕ້ອງ​ຕາຍ​ແບບ​ທໍລະມານ. ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33 ອັກຄະສາວົກ​ເປໂຕ​ໄດ້​ເວົ້າ​ເຖິງ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ປຶ້ມ​ຄຳເພງ​ເຊິ່ງ​ສະແດງ​ເຖິງ​ຄວາມຫວັງ​ທີ່​ຊັດເຈນ​ຂອງ​ພະເຢຊູ​ວ່າ: “ຂ້ອຍ​ຈະ​ຢູ່​ຢ່າງ​ມີ​ຄວາມຫວັງ. ເພາະ​ພະອົງ​ຈະ​ບໍ່​ຖິ້ມ​ຂ້ອຍ​ໄວ້​ໃນ​ຫຼຸມ​ຝັງ​ສົບ ແລະ​ພະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ພັກດີ​ຕໍ່​ພະອົງ​ຕ້ອງ​ເນົ່າ​ເປື່ອຍ. ພະອົງ . . . ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ໃກ້ຊິດ​ພະອົງ.” (ກຈກ. 2:25-28; ເພງ. 16:8-11, ລ.ມ) ເຖິງ​ພະເຢຊູ​ຮູ້​ວ່າ​ໂຕເອງ​ຈະ​ຕ້ອງ​ຕາຍ ແຕ່​ເພິ່ນ​ກໍ​ມີ​ຄວາມຫວັງ​ທີ່​ຊັດເຈນ​ວ່າ​ພະເຢໂຫວາ​ຈະ​ປຸກ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ເພິ່ນ​ຈະ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ກັບ​ພະເຢໂຫວາ​ອີກ​ຄັ້ງ.—ຮຣ. 12:2, 3

6. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເວົ້າ​ກ່ຽວກັບ​ຄວາມຫວັງ​ແນວໃດ?

6 ຄວາມຫວັງ​ໄດ້​ຊ່ວຍ​ພີ່ນ້ອງ​ຫຼາຍ​ຄົນ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ເລເນີດ ຈິນ ທີ່​ຮັບໃຊ້​ຢ່າງ​ສັດຊື່​ໃນ​ປະເທດ​ອັງກິດ. ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ I ລາວ​ຖືກ​ຂັງ​ຄຸກ​ຍ້ອນ​ບໍ່​ຍອມ​ເປັນ​ທະຫານ. ລາວ​ໄດ້​ຖືກ​ຂັງ​ດ່ຽວ​ເປັນ​ເວລາ​ສອງ​ເດືອນ ຈາກ​ນັ້ນ​ລາວ​ກໍ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ. ລາວ​ບອກ​ວ່າ: “ສິ່ງ​ທີ່​ຂ້ອຍ​ເຈິ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ຄວາມຫວັງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ເພາະ​ຄວາມຫວັງ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້. ເຮົາ​ມີ​ຕົວຢ່າງ​ຂອງ​ພະເຢຊູ ພວກ​ອັກຄະສາວົກ ແລະ​ຜູ້ພະຍາກອນ​ຄົນອື່ນໆ​ທີ່​ຢູ່​ໃນ​ຄຳພີໄບເບິນ. ເລື່ອງ​ເຫຼົ່ານີ້​ຊ່ວຍ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຂຶ້ນ​ແລະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້.” ຄວາມຫວັງ​ເປັນ​ຄື​ກັບ​ສະໝໍ​ເຮືອ​ສຳລັບ​ພີ່ນ້ອງ​ເລເນີດ ແລະ​ຄວາມຫວັງ​ກໍ​ຈະ​ເປັນ​ຄື​ກັບ​ສະໝໍ​ເຮືອ​ສຳລັບ​ເຮົາ​ໄດ້​ຄື​ກັນ.

7. ການ​ອົດທົນ​ກັບ​ບັນຫາ​ຊ່ວຍ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຫຼາຍ​ຂຶ້ນ​ແນວໃດ? (ໂຣມ 5:3-5; ຢາໂກໂບ 1:12)

7 ເມື່ອ​ເຮົາ​ຜ່ານ​ບັນຫາ​ຕ່າງໆ ເຫັນ​ວ່າ​ພະເຢໂຫວາ​ຊ່ວຍ​ເຮົາ​ແນວໃດ​ແລະ​ຮູ້​ວ່າ​ພະເຢໂຫວາ​ພໍໃຈ​ເຮົາ ຄວາມຫວັງ​ຂອງ​ເຮົາ​ກໍ​ຈະ​ຊັດເຈນ​ຂຶ້ນ. (ອ່ານ​ໂຣມ 5:3-5; ຢາໂກໂບ 1:12) ນີ້​ຈຶ່ງ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຫຼາຍ​ກວ່າ​ຕອນ​ທີ່​ເຮົາ​ຮຽນຮູ້​ຄວາມຈິງ​ໃໝ່ໆ. ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ຍ້ອນ​ພະເຢໂຫວາ​ຊ່ວຍ ເຮົາ​ຈຶ່ງ​ອົດທົນ​ແລະ​ຜ່ານ​ບັນຫາ​ຕ່າງໆ​ມາ​ໄດ້.

ຄວາມຫວັງ​ຂອງ​ເຮົາ​ເປັນ​ຄື​ກັບ​ໝວກ​ເກາະ

8. ຄວາມຫວັງ​ເປັນ​ຄື​ກັບ​ໝວກ​ເກາະ​ແນວໃດ? (1 ເທຊະໂລນິກ 5:8)

8 ຄຳພີໄບເບິນ​ສົມທຽບ​ຄວາມຫວັງ​ເປັນ​ຄື​ກັບ​ໝວກ​ເກາະ. (ອ່ານ 1 ເທຊະໂລນິກ 5:8) ທະຫານ​ຈະ​ໃສ່​ໝວກ​ເກາະ​ເພື່ອ​ປົກປ້ອງ​ຫົວ​ຂອງ​ໂຕເອງ​ຈາກ​ການ​ໂຈມຕີ​ຂອງ​ສັດຕູ. ໃນ​ຖານະ​ທີ່​ເປັນ​ຄລິດສະຕຽນ ເຮົາ​ກໍ​ຕ້ອງ​ປົກປ້ອງ​ຄວາມຄິດ​ຈິດ​ໃຈ​ຂອງ​ເຮົາ​ຈາກ​ການ​ໂຈມຕີ​ຂອງ​ຊາຕານ ເພາະ​ມັນ​ພະຍາຍາມ​ໃຊ້​ຫຼາຍ​ຢ່າງ​ເພື່ອ​ຈະ​ລໍ້ໃຈ​ເຮົາ​ແລະ​ທຳລາຍ​ຄວາມຄິດ​ຂອງ​ເຮົາ. ຄື​ກັບ​ໝວກ​ເກາະ​ທີ່​ປົກປ້ອງ​ຫົວ​ຂອງ​ທະຫານ ຄວາມຫວັງ​ກໍ​ຈະ​ຊ່ວຍ​ປົກປ້ອງ​ຄວາມຄິດ​ຂອງ​ເຮົາ​ເພື່ອ​ເຮົາ​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ໄດ້.

9. ຄົນ​ທີ່​ບໍ່​ມີ​ຄວາມຫວັງ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ເປັນ​ແນວໃດ?

9 ຄວາມຫວັງ​ເລື່ອງ​ຊີວິດ​ຕະຫຼອດໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ແຕ່​ຖ້າ​ຄວາມຫວັງ​ຂອງ​ເຮົາ​ບໍ່​ຊັດເຈນ ເຮົາ​ກໍ​ຈະ​ຄິດເຖິງ​ແຕ່​ຄວາມ​ຕ້ອງການ​ຂອງ​ໂຕເອງ​ແລະ​ລືມ​ຄວາມຫວັງ​ເລື່ອງ​ຊີວິດ​ຕະຫຼອດໄປ. ຂໍ​ໃຫ້​ເຮົາ​ຄິດເຖິງ​ຄລິດສະຕຽນ​ບາງຄົນ​ທີ່​ຢູ່​ໃນ​ເມືອງ​ໂກຣິນໂທ. ເຂົາເຈົ້າ​ບໍ່​ມີ​ຄວາມເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ເຊິ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ. (1​ກຣ. 15:12) ໂປໂລ​ຈຶ່ງ​ບອກ​ວ່າ ຄົນ​ເຫຼົ່ານີ້​ມັກ​ໃຊ້​ຊີວິດ​ຕາມ​ໃຈ​ໂຕເອງ​ແລະ​ພໍໃຈ​ກັບ​ຊີວິດ​ໃນ​ປັດຈຸບັນ. (1​ກຣ. 15:32) ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ແບບນັ້ນ. ເຂົາເຈົ້າ​ບໍ່​ມີ​ຄວາມຫວັງ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ ແລະ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ໂຕເອງ​ມີ​ຄວາມສຸກ​ສະເພາະ​ຕອນນີ້. ແຕ່​ເຮົາ​ບໍ່​ເປັນ​ແບບນັ້ນ ເພາະ​ເຮົາ​ມີ​ຄວາມຫວັງ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ. ຄວາມຫວັງ​ຂອງ​ເຮົາ​ເປັນ​ຄື​ກັບ​ໝວກ​ເກາະ​ທີ່​ຊ່ວຍ​ປົກປ້ອງ​ຄວາມຄິດ​ແລະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດເຖິງ​ແຕ່​ໂຕເອງ ເຊິ່ງ​ການ​ເຮັດ​ແບບນັ້ນ​ອາດຈະ​ທຳລາຍ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ.—1​ກຣ. 15:33, 34

10. ຄວາມຫວັງ​ຊ່ວຍ​ປົກປ້ອງ​ເຮົາ​ຈາກ​ຄວາມຄິດ​ທີ່​ບໍ່​ຖືກຕ້ອງ​ແນວໃດ?

10 ຄວາມຫວັງ​ທີ່​ເປັນ​ຄື​ກັບ​ໝວກ​ເກາະ​ຍັງ​ຊ່ວຍ​ປົກປ້ອງ​ເຮົາ​ຈາກ​ຄວາມຄິດ​ທີ່​ວ່າ ເຖິງ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ​ບໍ່​ໄດ້. ເຊັ່ນ ບາງຄົນ​ອາດຈະ​ຄິດ​ວ່າ: ‘ຂ້ອຍ​ຄື​ຊິ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ດອກ ເພາະ​ຂ້ອຍ​ບໍ່​ດີ​ພໍ​ແລະ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ບໍ່​ໄດ້.’ ເອລີຟັດ​ກໍ​ເຄີຍ​ເວົ້າ​ກັບ​ໂຢບ​ຄ້າຍໆ​ກັນ​ນີ້. ລາວ​ບອກ​ວ່າ: “ມະນຸດ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ບໍ?” ແລະ​ລາວ​ເວົ້າ​ເຖິງ​ພະເຈົ້າ​ວ່າ: “ແມ່ນ​ແຕ່​ທູດສະຫວັນ ເພິ່ນ​ກໍ​ຍັງ​ບໍ່​ເຊື່ອໃຈ ແລະ​ສະຫວັນ​ກໍ​ບໍ່​ບໍລິສຸດ​ພໍ​ສຳລັບ​ເພິ່ນ.” (ໂຢບ 15:14, 15, ລ.ມ.) ນີ້​ເປັນ​ຄຳ​ຕົວະ​ແທ້ໆ! ແລະ​ຊາຕານ​ກໍ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ໃນ​ເລື່ອງ​ນີ້ ເພາະ​ມັນ​ຮູ້​ວ່າ​ຖ້າ​ເຮົາ​ຄິດ​ແບບນັ້ນ​ເຮົາ​ຈະ​ບໍ່​ມີ​ຄວາມຫວັງ​ຫຍັງ​ເລີຍ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ ແຕ່​ໃຫ້​ຄິດເຖິງ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດໄປ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບນັ້ນ​ໄດ້.—1​ຕມ. 2:3, 4

ເຮັດ​ໃຫ້​ຄວາມຫວັງ​ຊັດເຈນ​ຢູ່​ສະເໝີ

11. ເປັນຫຍັງ​ເຮົາ​ຄວນ​ລໍ​ຖ້າ​ໃຫ້​ພະເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ?

11 ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຢູ່​ສະເໝີ ເພາະ​ເຮົາ​ອາດຈະ​ລໍ​ຖ້າ​ໃຫ້​ພະເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ບໍ່​ໄຫວ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ມີ​ຊີວິດ​ທີ່​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ​ແລະ​ບໍ່​ມີ​ມື້​ສິ້ນ​ສຸດ ດັ່ງນັ້ນ ເພິ່ນ​ຈຶ່ງ​ເບິ່ງ​ເລື່ອງ​ເວລາ​ຕ່າງ​ຈາກ​ທີ່​ເຮົາ​ເບິ່ງ. (2​ປຕ. 3:8, 9) ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ຢ່າງ​ດີ​ທີ່ສຸດ​ແລະ​ເຮັດ​ໃນ​ເວລາ​ທີ່​ເໝາະສົມ​ເຊິ່ງ​ເປັນ​ເວລາ​ທີ່​ເຮົາ​ຄາດ​ບໍ່​ເຖິງ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມຫວັງ​ທີ່​ຊັດເຈນ​ຢູ່​ສະເໝີ​ແລະ​ລໍ​ຖ້າ​ພະເຢໂຫວາ​ໃຫ້​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ?—ຢກບ. 5:7, 8

12. ຕາມ​ເຮັບເຣີ 11:1, 6 ຄວາມຫວັງ​ກ່ຽວຂ້ອງ​ກັບ​ຄວາມເຊື່ອ​ແນວໃດ?

12 ຄວາມຫວັງ​ຂອງ​ເຮົາ​ຈະ​ຊັດເຈນ​ຢູ່​ສະເໝີ​ຖ້າ​ເຮົາ​ສະໜິດ​ກັບ​ພະເຢໂຫວາ​ຜູ້​ທີ່​ຈະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ເປັນ​ຈິງ. ຄຳພີໄບເບິນ​ບອກ​ວ່າ​ເພື່ອ​ຈະ​ມີ​ຄວາມຫວັງ ເຮົາ​ຕ້ອງ​ເຊື່ອ​ວ່າ​ພະເຢໂຫວາ​ມີ​ຢູ່​ແທ້​ແລະ​ເພິ່ນ​ຈະ “ໃຫ້​ລາງວັນ​ແກ່​ຄົນ​ທີ່​ຊອກ​ຫາ​ເພິ່ນ​ຢ່າງ​ຈິງ​ຈັງ.” (ອ່ານ​ເຮັບເຣີ 11:1, 6) ແຮ່ງ​ເຮົາ​ເຊື່ອ​ໃນ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຈະ​ແຮ່ງ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ວິທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມຫວັງ​ທີ່​ຊັດເຈນ​ຢູ່​ສະເໝີ.

ການ​ອະທິດຖານ​ແລະ​ຄິດຕຶກຕອງ​ຈະ​ຊ່ວຍ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ຊັດເຈນ​ຢູ່​ສະເໝີ (ເບິ່ງ​ຂໍ້ 13-15) b

13. ເຮົາ​ຈະ​ສະໜິດ​ກັບ​ພະເຢໂຫວາ​ໄດ້​ແນວໃດ?

13 ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ອ່ານ​ຄຳພີໄບເບິນ. ເຖິງ​ວ່າ​ເຮົາ​ຈະ​ເບິ່ງ​ພະເຢໂຫວາ​ບໍ່​ເຫັນ ແຕ່​ເຮົາ​ກໍ​ສາມາດ​ສະໜິດ​ກັບ​ເພິ່ນ​ໄດ້. ເຮົາ​ສາມາດ​ລົມ​ກັບ​ເພິ່ນ​ໂດຍ​ອະທິດຖານ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຟັງ​ເຮົາ. (ຢເຣ. 29:11, 12) ແລະ​ເຮົາ​ສາມາດ​ຟັງ​ພະເຢໂຫວາ​ໄດ້​ໂດຍ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ເລື່ອງ​ທີ່​ໄດ້​ອ່ານ. ເມື່ອ​ເຮົາ​ເຫັນ​ວ່າ​ພະເຢໂຫວາ​ໄດ້​ເບິ່ງແຍງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ​ແນວໃດ ເຮົາ​ກໍ​ແຮ່ງ​ຈະ​ມີ​ຄວາມຫວັງ​ທີ່​ຊັດເຈນ​ຫຼາຍ​ຂຶ້ນ ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີໄບເບິນ “ກໍ​ຂຽນ​ໄວ້​ເພື່ອ​ສອນ​ພວກ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ມີ​ຄວາມຫວັງ ເພາະ​ພະຄຳພີ​ຊ່ວຍ​ໃຫ້​ພວກ​ເຮົາ​ອົດທົນ​ແລະ​ມີ​ກຳລັງໃຈ.”—ໂຣມ 15:4

14. ເປັນຫຍັງ​ເຮົາ​ຕ້ອງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ເຮັດ​ເພື່ອ​ຄົນອື່ນ​ມາ​ແລ້ວ?

14 ຄິດຕຶກຕອງ​ວ່າ​ພະເຢໂຫວາ​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ແນວໃດ. ຂໍ​ໃຫ້​ເຮົາ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຮັດ​ເພື່ອ​ອັບຣາຮາມ​ແລະ​ຊາຣາ. ເຂົາເຈົ້າ​ເຖົ້າ​ເກີນ​ທີ່​ຈະ​ມີ​ລູກ​ໄດ້ ແຕ່​ໃນທີ່ສຸດ​ເຂົາເຈົ້າ​ກໍ​ມີ​ລູກ​ເຊິ່ງ​ເປັນ​ໄປ​ຕາມ​ທີ່​ພະເຢໂຫວາ​ສັນຍາ​ໄວ້. (ປຖກ. 18:10) ເລື່ອງ​ນີ້​ສົ່ງ​ຜົນ​ຕໍ່​ອັບຣາຮາມ​ແນວໃດ? ຄຳພີໄບເບິນ​ບອກ​ວ່າ: “ລາວ​ເຊື່ອ​ວ່າ​ລາວ​ຈະ​ໄດ້​ເປັນ​ພໍ່​ຂອງ​ຄົນ​ຫຼາຍ​ຊົນຊາດ​ແທ້ໆ.” (ໂຣມ 4:18) ເຖິງ​ວ່າ​ອັບຣາຮາມ​ຈະ​ບໍ່​ຮູ້​ວ່າ​ພະເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ແນວໃດ ແຕ່​ລາວ​ກໍ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ແທ້. ແລ້ວ​ລາວ​ກໍ​ບໍ່​ຜິດ​ຫວັງ​ເລີຍ. (ໂຣມ 4:19-21) ຈາກ​ເລື່ອງ​ນີ້​ສອນ​ເຮົາ​ໃຫ້​ຮູ້​ວ່າ ພະເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ​ເຖິງ​ເຮົາ​ຈະ​ເບິ່ງ​ວ່າ​ເປັນ​ໄປ​ບໍ່​ໄດ້​ກໍ​ຕາມ.

15. ເປັນຫຍັງ​ເຮົາ​ຄວນ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ເຮັດ​ເພື່ອ​ເຮົາ​ມາ​ແລ້ວ?

15 ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ເຮັດ​ເພື່ອ​ເຈົ້າ​ມາ​ແລ້ວ. ໃຫ້​ຄິດເຖິງ​ຄຳ​ສັນຍາ​ຕ່າງໆ​ທີ່​ຢູ່​ໃນ​ຄຳພີໄບເບິນ​ທີ່​ເຈົ້າ​ເຫັນ​ວ່າ​ມັນ​ໄດ້​ເກີດ​ຂຶ້ນ​ແທ້. ຕົວຢ່າງ​ເຊັ່ນ: ພະເຢຊູ​ສັນຍາ​ວ່າ ພະເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. (ມທ. 6:32, 33) ແລະ​ພະເຢຊູ​ຍັງ​ຮັບຮອງ​ວ່າ ພະເຢໂຫວາ​ຈະ​ໃຫ້​ພະລັງບໍລິສຸດ​ເມື່ອ​ເຈົ້າ​ຂໍ. (ລກ. 11:13) ແລ້ວ​ພະເຢໂຫວາ​ກໍ​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ແທ້. ນອກຈາກນັ້ນ ເຈົ້າ​ອາດຈະ​ຄິດເຖິງ​ຄຳ​ສັນຍາ​ອື່ນໆ​ນຳ ເຊັ່ນ: ພະເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ອະໄພ​ເຈົ້າ ໃຫ້​ກຳລັງໃຈ​ເຈົ້າ ແລະ​ເບິ່ງແຍງ​ເຈົ້າ​ທາງ​ດ້ານ​ຄວາມເຊື່ອ. (ມທ. 6:14; 24:45; 2​ກຣ. 1:3) ເມື່ອ​ເຈົ້າ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ເຮັດ​ເພື່ອ​ເຈົ້າ​ມາ​ແລ້ວ ຄວາມຫວັງ​ຂອງ​ເຈົ້າ​ກໍ​ຈະ​ຊັດເຈນ​ຫຼາຍ​ຂຶ້ນ ແລະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ໃນ​ອະນາຄົດ.

ໃຫ້​ມີ​ຄວາມສຸກ​ກັບ​ຄວາມຫວັງ

16. ເປັນຫຍັງ​ຄວາມຫວັງ​ຈຶ່ງ​ເປັນ​ຂອງຂວັນ​ທີ່​ມີຄ່າ​ຈາກ​ພະເຈົ້າ?

16 ຄວາມຫວັງ​ເລື່ອງ​ຊີວິດ​ຕະຫຼອດໄປ​ເປັນ​ຂອງຂວັນ​ທີ່​ມີຄ່າ​ຈາກ​ພະເຈົ້າ. ເຮົາ​ລໍ​ຖ້າ​ຄວາມຫວັງ​ທີ່​ດີ​ແບບ​ນີ້​ແລະ​ໝັ້ນໃຈ​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອະນາຄົດ. ຄວາມຫວັງ​ນີ້​ປຽບ​ຄື​ກັບ​ສະ​ໝໍ​ເຮືອ ທີ່​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ທີ່​ຍາກ​ລຳບາກ ອົດທົນ​ກັບ​ການ​ຂົ່ມເຫງ ແລະ​ບໍ່​ຢ້ານ​ຄວາມ​ຕາຍ​ຫຼາຍ​ເກີນ​ໄປ. ນອກຈາກນັ້ນ ຄວາມຫວັງ​ຍັງ​ປຽບ​ຄື​ກັບ​ໝວກ​ເກາະ ເຊິ່ງ​ຊ່ວຍ​ເຮົາ​ບໍ່​ໃຫ້​ມີ​ຄວາມຄິດ​ທີ່​ຜິດໆ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ. ຄວາມຫວັງ​ທີ່​ຢູ່​ໃນ​ຄຳພີໄບເບິນ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ ແລະ​ເຫັນ​ຄວາມ​ຮັກ​ທີ່​ເພິ່ນ​ມີ​ຕໍ່​ເຮົາ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຮົາ​ເຮັດ​ໃຫ້​ຄວາມຫວັງ​ຊັດເຈນ​ຢູ່​ສະເໝີ.

17. ເປັນຫຍັງ​ຄວາມຫວັງ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ?

17 ອັກຄະສາວົກ​ໂປໂລ​ຂຽນ​ຈົດໝາຍ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂຣມ​ວ່າ: “ໃຫ້​ມີ​ຄວາມສຸກ​ກັບ​ຄວາມຫວັງ.” (ໂຣມ 12:12) ໂປໂລ​ມີ​ຄວາມສຸກ​ໄດ້​ຍ້ອນ​ລາວ​ໝັ້ນໃຈ​ວ່າ ຖ້າ​ລາວ​ຮັກສາ​ຄວາມ​ສັດຊື່​ລາວ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ​ໃນ​ສະຫວັນ. ເຮົາ​ກໍ​ສາມາດ​ມີ​ຄວາມສຸກ​ກັບ​ຄວາມຫວັງ​ໄດ້​ຄື​ກັນ ເພາະ​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ. ຄື​ກັບ​ທີ່​ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ຄົນ​ທີ່​ມີ​ຄວາມສຸກ​ຄື​ຄົນ​ທີ່​ຫວັງ​ເພິ່ງ​ພະເຢໂຫວາ​ເປັນ​ພະເຈົ້າ​ຂອງ​ລາວ . . . ແລະ​ເປັນ​ຜູ້​ທີ່​ສັດຊື່​ສະເໝີ.”—ເພງ. 146:5, 6, ລ.ມ.

ເພງ 139 ນຶກພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

a ພະເຢໂຫວາ​ໃຫ້​ເຮົາ​ມີ​ຄວາມຫວັງ​ທີ່​ດີ​ໃນ​ອະນາຄົດ. ຄວາມຫວັງ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແລະ​ເບິ່ງ​ຂ້າມ​ບັນຫາ​ຕ່າງໆ​ທີ່​ມີ​ໃນ​ຕອນນີ້. ນອກຈາກນັ້ນ ຄວາມຫວັງ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ປົກປ້ອງ​ເຮົາ​ບໍ່​ໃຫ້​ມີ​ຄວາມຄິດ​ທີ່​ບໍ່​ດີ. ສິ່ງ​ເຫຼົ່ານີ້​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ຮັກສາ​ຄວາມຫວັງ​ໃຫ້​ຊັດເຈນ​ຢູ່​ສະເໝີ ເຊິ່ງ​ເຮົາ​ຈະ​ໄດ້​ຮຽນ​ໃນ​ບົດ​ຄວາມ​ນີ້.

b ຄຳ​ອະທິບາຍ​ຮູບພາບ: ຄື​ກັບ​ໝວກ​ເກາະ​ທີ່​ປົກປ້ອງ​ຫົວ​ຂອງ​ທະຫານ​ແລະ​ສະໝໍ​ເຮືອ​ຍຶດ​ເຮືອ​ໄວ້​ບໍ່​ໃຫ້​ໄຫຼ​ໄປ​ຕາມ​ກະແສ​ລົມ ຄວາມຫວັງ​ກໍ​ຊ່ວຍ​ປົກປ້ອງ​ຄວາມຄິດ​ຂອງ​ເຮົາ​ແລະ​ຍຶດ​ເຮົາ​ບໍ່​ໃຫ້​ອອກ​ຈາກ​ທາງ​ຂອງ​ພະເຢໂຫວາ​ເມື່ອ​ເຈິ​ບັນຫາ​ຫຼາຍ​ຢ່າງ. ພີ່ນ້ອງ​ຍິງ​ອະທິດຖານ​ເຖິງ​ພະເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ. ພີ່ນ້ອງ​ຊາຍ​ຄິດຕຶກຕອງ​ເຖິງ​ຄຳ​ສັນຍາ​ທີ່​ພະເຢໂຫວາ​ເຮັດ​ເພື່ອ​ອັບຣາຮາມ. ພີ່ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ເຮັດ​ເພື່ອ​ລາວ​ມາ​ແລ້ວ.