ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ

ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ

‘ເຂົາ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ . . . ຫຼາຍ​ເທື່ອ.’—ເພງ. 78:40

ເພງ 102 ‘ຊ່ວຍ​ຄົນ​ທີ່​ອ່ອນແອ’

ໃຈ​ຄວາມ​ສຳຄັນ *

1. ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ໃນ​ຄອບຄົວ​ຖືກ​ຕັດ​ສຳພັນ?

ມີ​ໃຜ​ໃນ​ຄອບຄົວ​ຂອງ​ເຈົ້າ​ຖືກ​ຕັດ​ສຳພັນ​ບໍ? ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຄື​ຊິ​ເສຍໃຈ​ຫຼາຍ​ແທ້ໆ! ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ຮິວດາ * ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ ເມື່ອ​ຜົວ​ທີ່​ຢູ່​ກິນ​ນຳ​ກັນ​ມາ 41 ປີ​ໄດ້​ຕາຍ​ຈາກ​ຂ້ອຍ​ໄປ ແລະ​ຂ້ອຍ​ຍິ່ງ​ເສຍໃຈ​ຫຼາຍ​ກວ່າ​ນັ້ນ​ອີກ​ເມື່ອ​ລູກ​ຊາຍ​ຂອງ​ຂ້ອຍ​ຖິ້ມ​ລູກ​ຖິ້ມ​ເມຍ​ແລະ​ຖິ້ມ​ພີ່ນ້ອງ​ໃນ​ປະຊາຄົມ​ໄປ.”

ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ເສຍໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ປະ​ຖິ້ມ​ເພິ່ນ (ເບິ່ງ​ຂໍ້ 2-3) *

2-3. ຕາມ​ຄຳເພງ 78:40, 41 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ມີ​ຄົນ​ປະ​ຖິ້ມ​ເພິ່ນ?

2 ລອງ​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ຈະ​ເສຍໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ທູດ​ສະຫວັນ​ເຊິ່ງ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້​ກະບົດ​ຕໍ່​ເພິ່ນ! (ຢດ. 6) ແລະ​ຊາດ​ອິດສະຣາເອນ​ເຊິ່ງ​ເປັນ​ປະຊາຊົນ​ທີ່​ເພິ່ນ​ເລືອກ​ໄດ້​ກະບົດ​ຕໍ່​ເພິ່ນ​ຊ້ຳ​ແລ້ວ​ຊ້ຳ​ອີກ. (ອ່ານ​ຄຳເພງ 78:40, 41) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ເສຍໃຈ​ຄື​ກັນ​ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ປະ​ຖິ້ມ​ເພິ່ນ ແລະ​ເພິ່ນ​ເຂົ້າ​ໃຈ​ວ່າ​ເຈົ້າ​ຮູ້ສຶກ​ເສຍໃຈ​ຫຼາຍ​ສ່ຳ​ໃດ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຢາກ​ໃຫ້​ກຳລັງ​ໃຈ​ເຈົ້າ​ແລະ​ຢາກ​ຊ່ວຍ​ເຫຼືອ​ເຈົ້າ.

3 ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ເລື່ອງ​ນີ້​ໄດ້​ແນວ​ໃດ. ແຕ່​ກ່ອນ​ອື່ນ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໃດ.

ຢ່າ​ໂທດ​ຕົວ​ເອງ

4. ພໍ່​ແມ່​ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ເມື່ອ​ລູກ​ປະ​ຖິ້ມ​ພະ​ເຢໂຫວາ?

4 ເມື່ອ​ລູກ​ປະ​ຖິ້ມ​ພະ​ເຢໂຫວາ ເປັນ​ເລື່ອງ​ທຳມະດາ​ທີ່​ພໍ່​ແມ່​ຈະ​ໂທດ​ຕົວ​ເອງ​ແລະ​ຄິດ​ວ່າ​ເຂົາ​ເຈົ້າ​ອາດ​ຈະ​ຊ່ວຍ​ລູກ​ໄດ້​ຫຼາຍ​ກວ່າ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ລຸກ ໄດ້​ເຮັດ​ແນວ​ໃດ​ຫຼັງ​ຈາກ​ທີ່​ລູກ​ຊາຍ​ລາວ​ຖືກ​ຕັດ​ສຳພັນ. ລາວ​ບອກ​ວ່າ: “ຂ້ອຍ​ມັກ​ຈະ​ໂທດ​ຕົວ​ເອງ​ຢູ່​ຕະຫຼອດ​ແລະ​ຝັນ​ຮ້າຍ​ກ່ຽວ​ກັບ​ເລື່ອງ​ນັ້ນ. ບາງ​ເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ເຈັບ​ປວດ​ໃຈ​ແລະ​ຮ້ອງໄຫ້​ອອກ​ມາ.” ພີ່ນ້ອງ​ເອລີຊາ​ເບັດ​ກໍ​ມີ​ບັນຫາ​ແບບ​ນີ້​ຄື​ກັນ. ຫຼັງ​ຈາກ​ທີ່​ລູກ​ຊາຍ​ປະ​ຖິ້ມ​ພະ​ເຢໂຫວາ ລາວ​ກໍ​ໂທດ​ຕົວ​ເອງ​ວ່າ: “ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ? ຂ້ອຍ​ອາດ​ຈະ​ຊ່ວຍ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ນີ້.”

5. ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ໃດ​ເມື່ອ​ຄົນ​ໜຶ່ງ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

5 ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ໃຫ້​ເຮົາ​ແຕ່​ລະ​ຄົນ​ມີ​ສິດ​ທີ່​ຈະ​ເລືອກ​ວ່າ​ຈະ​ຮັບໃຊ້​ເພິ່ນ​ຫຼື​ບໍ່. ພໍ່​ແມ່​ບາງ​ຄົນ​ໄດ້​ເຮັດ​ດີ​ທີ່​ສຸດ​ແລະ​ພະຍາຍາມ​ຊ່ວຍ​ລູກ​ໃຫ້​ຮັບໃຊ້​ພະ​ເຢໂຫວາ ແຕ່​ລູກ​ກໍ​ຍັງ​ປະ​ຖິ້ມ​ພະ​ເຢໂຫວາ​ໄປ. ສ່ວນ​ບາງ​ຄົນ ພໍ່​ແມ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ແຕ່​ລູກ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢູ່. ໃນ​ທີ່​ສຸດ ທຸກ​ຄົນ​ກໍ​ຕ້ອງ​ໄດ້​ເລືອກ​ເອົາ​ເອງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່. (ຢຊວຍ. 24:15) ດັ່ງ​ນັ້ນ ພໍ່​ແມ່​ບໍ່​ຄວນ​ໂທດ​ຕົວ​ເອງ.

6. ລູກ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ພໍ່​ແມ່​ປະ​ຖິ້ມ​ພະ​ເຢໂຫວາ?

6 ບາງ​ເທື່ອ​ພໍ່​ແມ່​ກໍ​ຖິ້ມ​ຄວາມ​ຈິງ​ແລະ​ຖິ້ມ​ຄອບຄົວ​ໄປ. (ເພງ. 27:10) ເລື່ອງ​ນີ້​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ດີ​ຕໍ່​ລູກ. ເອັດສ໌ເທີ​ເຊິ່ງ​ພໍ່​ຂອງ​ລາວ​ຖືກ​ຕັດ​ສຳພັນ​ໄດ້​ບອກ​ວ່າ: “ຂ້ອຍ​ຮ້ອງໄຫ້​ແລະ​ເສຍໃຈ​ຫຼາຍ​ຍ້ອນ​ຂ້ອຍ​ຮູ້​ວ່າ​ພໍ່​ບໍ່​ໄດ້​ຄ່ອຍໆ​ອອກ​ຈາກ​ຄວາມ​ຈິງ ແຕ່​ລາວ​ຕັ້ງ​ໃຈ​ທີ່​ຈະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຂ້ອຍ​ຮັກ​ພໍ່​ຫຼາຍ ດັ່ງ​ນັ້ນ ເມື່ອ​ພໍ່​ຖືກ​ຕັດ​ສຳພັນ ຂ້ອຍ​ຈຶ່ງ​ຮູ້ສຶກ​ເປັນ​ຫ່ວງ​ວ່າ​ພໍ່​ຊິ​ຢູ່​ຊິ​ກິນ​ແນວ​ໃດ. ຂ້ອຍ​ຄິດ​ເລື່ອງ​ນີ້​ຫຼາຍ​ຈົນ​ເປັນ​ໂລກ​ວິຕົກ​ກັງວົນ.”

7. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ເປັນ​ລູກ​ເມື່ອ​ພໍ່​ແມ່​ຖືກ​ຕັດ​ສຳພັນ?

7 ເມື່ອ​ພໍ່​ແມ່​ຖືກ​ຕັດ​ສຳພັນ ເຈົ້າ​ທີ່​ເປັນ​ລູກ​ຄື​ຊິ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ! ແຕ່​ຂໍ​ໃຫ້​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ແລະ​ຮູ້​ວ່າ​ເຈົ້າ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. ທັງ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ຮັກ​ແລະ​ເຫັນ​ຄຸນຄ່າ​ຄວາມ​ສັດ​ຊື່​ຂອງ​ເຈົ້າ. ຢ່າ​ລືມ​ວ່າ​ການ​ຕັດສິນ​ໃຈ​ຂອງ​ພໍ່​ແມ່​ບໍ່​ແມ່ນ ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ. ຄື​ກັບ​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ເລືອກ​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ ຜູ້​ທີ່​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ແລ້ວ​ຈະ​ຕ້ອງ “ແບກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົວ​ເອງ.”—ຄລຕ. 6:5

8. ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ໃນ​ລະຫວ່າງ​ທີ່​ລໍ​ຖ້າ​ໃຫ້​ຄົນ​ທີ່​ເຈົ້າ​ຮັກ​ກັບ​ມາ​ຫາ​ພະ​ເຢໂຫວາ? (ເບິ່ງ​ຂອບ “ ຂໍ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ”)

8 ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ ເຈົ້າ​ຄື​ຊິ​ຫວັງ​ວ່າ​ຈັກ​ມື້​ໜຶ່ງ​ລາວ​ຈະ​ກັບ​ມາ. ແລ້ວ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ລະຫວ່າງ​ທີ່​ລໍ​ຖ້າ​ໃຫ້​ລາວ​ກັບ​ມາ? ເຈົ້າ​ກໍ​ຕ້ອງ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຕໍ່ໆ​ໄປ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ຄວາມ​ເສຍໃຈ​ໄດ້ ແລະ​ເຈົ້າ​ຍັງ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຄົນ​ໃນ​ຄອບຄົວ​ແລະ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ນຳ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.

ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ

9. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ? (ເບິ່ງ​ຂອບ “ ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ”)

9 ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ເປັນ​ປະຈຳ. ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ແລະ​ຄົນ​ໃນ​ຄອບຄົວ​ໃຫ້​ເຂັ້ມແຂງ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ເລື້ອຍໆ​ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ​ລວມ​ທັງ​ເຂົ້າ​ຮ່ວມ​ການ​ປະຊຸມ​ນຳ. ໂຈແອນນາ​ເຊິ່ງ​ພໍ່​ກັບ​ເອື້ອຍ​ໄດ້​ອອກ​ຈາກ​ຄວາມ​ຈິງ​ໄດ້​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເລື່ອງ​ຂອງ​ອາບີຄາລີ ເອເຊເທຣ ໂຢບ ໂຢເຊັບ ແລະ​ພະ​ເຢຊູ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ ແລະ​ເພງ​ຈາກ​ມິວສິກ​ວິດີໂອ​ຂອງ​ອົງການ​ຊ່ວຍ​ຂ້ອຍ​ໃຫ້​ມີ​ກຳລັງ​ໃຈ​ແລະ​ຄິດ​ໃນ​ແງ່​ບວກ.”

10. ຄຳເພງ 32:6-8 ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ເສຍໃຈ​ໄດ້​ແນວ​ໃດ?

10 ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ເມື່ອ​ເຈົ້າ​ຮູ້ສຶກ​ເສຍໃຈ ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕໍ່ໆ​ໄປ. ຂໍ​ພະ​ເຢໂຫວາ ‘ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ແລະ​ບອກ​ທາງ​ທີ່​ເຈົ້າ​ຄວນ​ໄປ’ ເພື່ອ​ເຈົ້າ​ຈະ​ເບິ່ງ​ສະພາບການ​ຄືກັບ​ທີ່​ເພິ່ນ​ເບິ່ງ. (ອ່ານ​ຄຳເພງ 32:6-8) * ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະ​ບອກ​ພະ​ເຢໂຫວາ​ໃຫ້​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແທ້ໆ. ແຕ່​ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຈົ້າ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. ເພິ່ນ​ຮັກ​ເຈົ້າ​ຫຼາຍ ແລະ​ຢາກ​ໃຫ້​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ເພິ່ນ.—ອົບ. 34:6; ເພງ. 62:7, 8

11. ຕາມ​ເຮັບເຣີ 12:11 ເປັນ​ຫຍັງ​ເຮົາ​ຄວນ​ໄວ້​ໃຈ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ? (ເບິ່ງ​ຂອບ “ ການ​ຕັດ​ສຳພັນ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ”)

11 ການ​ຕັດ​ສຳພັນ​ເປັນ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ວິທີ​ແກ້ໄຂ​ບັນຫາ​ທີ່​ດີ​ທີ່​ສຸດ​ສຳລັບ​ທຸກ​ຄົນ​ລວມ​ທັງ​ຄົນ​ທີ່​ເຮັດ​ຜິດ​ນຳ. (ອ່ານ​ເຮັບເຣີ 12:11) ເມື່ອ​ມີ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ ພີ່ນ້ອງ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຜູ້​ດູ​ແລ​ເຮັດ​ບໍ່​ຖືກ. ທີ່​ເຂົາ​ເຈົ້າ​ຄິດ​ແບບ​ນັ້ນ​ອາດ​ເປັນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້​ຄວາມ​ຈິງ​ທັງ​ໝົດ​ແລະ​ບໍ່​ຮູ້​ວ່າ​ຜູ້​ນັ້ນ​ເຮັດ​ຫຍັງ​ຜິດ. ຍ້ອນ​ເຮົາ​ບໍ່​ຮູ້​ຄວາມ​ຈິງ​ທັງ​ໝົດ ດັ່ງ​ນັ້ນ ເຮົາ​ຄວນ​ຈະ​ຝາກ​ເລື່ອງ​ນີ້​ໄວ້​ກັບ​ຜູ້​ດູ​ແລ. ແລະ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ຄະນະ​ຜູ້​ດູ​ແລ​ຊິ​ຈັດການ​ເລື່ອງ​ນີ້​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ຕັດສິນ “ສຳລັບ​ພະ​ເຢໂຫວາ.”—2 ຂ່າວ. 19:6

12. ບາງ​ຄົນ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ສັ່ງ​ສອນ?

12 ເມື່ອ​ເຮົາ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ຜູ້​ດູ​ແລ​ໃນ​ເລື່ອງ​ການ​ຕັດ​ສຳພັນ ເຮົາ​ອາດ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ກໍ​ໄດ້. ເອລີຊາ​ເບັດ​ທີ່​ເວົ້າເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບໍ່​ຕິດ​ຕໍ່​ກັບ​ລູກ​ຊາຍ​ທີ່​ໃຫຍ່​ແລ້ວ​ທີ່​ອອກ​ຈາກ​ຄວາມ​ຈິງ​ໄປ ແຕ່​ເມື່ອ​ລູກ​ຊາຍ​ຂ້ອຍ​ກັບ​ມາ ລາວ​ບອກ​ວ່າ​ດີ​ແລ້ວ​ທີ່​ລາວ​ຖືກ​ຕັດ​ສຳພັນ​ເພາະ​ມັນ​ຊ່ວຍ​ໃຫ້​ລາວ​ໄດ້​ບົດຮຽນ​ຫຼາຍ​ຢ່າງ ແລະ​ເຫັນ​ວ່າ​ການ​ສັ່ງ​ສອນ​ຈາກ​ພະເຢໂຫວາ​ເປັນ​ສິ່ງ​ທີ່​ດີ.” ມາກ​ຜົວ​ຂອງ​ເອລີຊາ​ເບັດ​ບອກ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ເພິ່ນ ເພາະ​ຫຼາຍ​ປີ​ຕໍ່​ມາ​ລູກ​ໄດ້​ສາລະພາບ​ກັບ​ຂ້ອຍ​ວ່າ ສິ່ງ​ທີ່​ໄດ້​ກະຕຸ້ນ​ລາວ​ໃຫ້​ຢາກ​ກັບ​ມາ​ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໂດຍ​ບໍ່​ໄດ້​ຕິດ​ຕໍ່​ກັບ​ລາວ​ເລີຍ.”

13. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ເຮົາ​ຮູ້ສຶກ​ເສຍໃຈ?

13 ລົມ​ກັບ​ໝູ່​ຜູ້​ທີ່​ເຂົ້າ​ໃຈ​ເຈົ້າ. ການ​ຫຼິ້ນ​ນຳ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ. (ສຸພາ. 12:25; 17:17) ໂຈແອນນາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເລິກໆ​ແລ້ວ​ຂ້ອຍ​ຮູ້ສຶກ​ເຫງົາ ແຕ່​ເມື່ອ​ຂ້ອຍ​ໄດ້​ລົມ​ກັບ​ໝູ່​ທີ່​ເຂົ້າ​ໃຈ​ຂ້ອຍ ມັນ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ແທ້ໆ.” ແຕ່​ຈະ​ເຮັດ​ແນວ​ໃດ​ຖ້າ​ພີ່ນ້ອງ​ບາງ​ຄົນ​ເວົ້າ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼາຍ​ກວ່າ​ເກົ່າ​ອີກ?

14. ເປັນ​ຫຍັງ​ເຮົາ​ຕ້ອງ “ອົດ​ທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ”?

14 ໃຫ້​ອົດ​ທົນ​ກັບ​ພີ່ນ້ອງ. ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ທຸກ​ຄົນ​ຈະ​ເວົ້າ​ຖືກ​ໃຈ​ເຮົາ​ໝົດ ຍ້ອນ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ. (ຢກບ. 3:2) ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ຖ້າ​ພີ່ນ້ອງ​ບາງ​ຄົນ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ຂໍ​ໃຫ້​ເຮົາ​ຈື່​ຄຳ​ແນະນຳ​ຂອງ​ອັກຄະສາວົກ​ໂປໂລ​ທີ່​ບອກ​ວ່າ: “ແຕ່​ຖ້າ​ຜູ້​ໃດ​ມີ​ສາເຫດ​ຈະ​ຈົ່ມ​ໃຫ້​ຄົນ​ອື່ນ ກໍ​ຂໍ​ໃຫ້​ອົດ​ທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ.” (ກລຊ. 3:13) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ຍາດ​ພີ່ນ້ອງ​ຂອງ​ລາວ​ຖືກ​ຕັດ​ສຳພັນ​ໄດ້​ບອກ​ວ່າ: “ພະ​ເຢໂຫວາ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຍົກ​ໂທດ​ໃຫ້​ພີ່ນ້ອງ​ຜູ້​ທີ່​ໄດ້​ພະຍາຍາມ​ໃຫ້​ກຳລັງ​ໃຈ​ຂ້ອຍ ແຕ່​ພັດ​ເຮັດ​ໃຫ້​ຂ້ອຍ​ເສຍໃຈ.” ຄັນ​ຊັ້ນ ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ໄດ້​ແນວ​ໃດ?

ສິ່ງ​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ຊ່ວຍ​ໄດ້

15. ເຮົາ​ຈະ​ຊ່ວຍ​ຄອບຄົວ​ຂອງ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ໄດ້​ແນວ​ໃດ?

15 ໃຫ້​ສະແດງ​ຄວາມ​ຮັກ​ແລະ​ຕ້ອນຮັບ​ພີ່ນ້ອງ​ຢ່າງ​ອົບອຸ່ນ. ພີ່ນ້ອງ​ຍິງ​ທີ່​ຊື່​ມີຣີອາມ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ນ້ອງ​ຊາຍ​ຖືກ​ຕັດ​ສຳພັນ​ຂ້ອຍ​ຮູ້ສຶກ​ບໍ່​ກ້າ​ໄປ​ປະຊຸມ ເພາະ​ຢ້ານ​ພີ່ນ້ອງ​ຈະ​ເວົ້າ​ບາງ​ຢ່າງ​ໃຫ້​ຂ້ອຍ. ແຕ່​ເມື່ອ​ໄປ​ຮອດ ພີ່ນ້ອງ​ບໍ່​ໄດ້​ເຮັດ​ຄື​ກັບ​ທີ່​ຂ້ອຍ​ຄິດ. ເຂົາ​ເຈົ້າ​ເສຍໃຈ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ ແລະ​ບໍ່​ໄດ້​ເວົ້າ​ແນວ​ທີ່​ບໍ່​ດີ​ໃຫ້​ນ້ອງ​ຊາຍ​ຂ້ອຍ. ຂ້ອຍ​ຈຶ່ງ​ຂອບໃຈ​ເຂົາ​ເຈົ້າ​ແລະ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ໄດ້​ຢູ່​ໂດດ​ດ່ຽວ.” ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ລູກ​ຊາຍ​ເຮົາ​ຖືກ​ຕັດ​ສຳພັນ ພີ່ນ້ອງ​ກໍ​ໄດ້​ມາ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ. ບາງ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ບໍ່​ຮູ້​ຈະ​ເວົ້າ​ແນວ​ໃດ ບາງ​ຄົນ​ກໍ​ຮ້ອງໄຫ້​ກັບ​ເຮົາ ສ່ວນ​ບາງ​ຄົນ​ກໍ​ຂຽນ​ຈົດ​ໝາຍ​ໃຫ້​ກຳລັງ​ໃຈ​ເຮົາ. ສິ່ງ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໄດ້​ຫຼາຍ​ແທ້ໆ!”

16. ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ໄດ້​ແນວ​ໃດ?

16 ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຕໍ່ໆ​ໄປ. ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຳລັງ​ໃຈ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ຫຼາຍ​ກວ່າ​ເກົ່າ. (ຮຣ. 10:24, 25) ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ວ່າ ພີ່ນ້ອງ​ໃນ​ປະຊາຄົມ​ບໍ່​ຢາກ​ລົມ​ກັບ​ເຂົາ​ເຈົ້າ​ແລະ​ເຮັດ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ຖືກ​ຕັດ​ສຳພັນ​ຄື​ກັນ. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ແບບ​ນັ້ນ! ຜູ້​ທີ່​ເຮົາ​ຄວນ​ຊົມ​ເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ຫຼາຍ​ກວ່າ​ໝູ່​ກໍ​ຄື ໄວ​ລຸ້ນ​ຜູ້​ທີ່​ພໍ່​ແມ່​ເຂົາ​ເຈົ້າ​ປະ​ຖິ້ມ​ພະ​ເຢໂຫວາ. ມາເຣຍ​ເຊິ່ງ​ຜົວ​ຂອງ​ລາວ​ໄດ້​ຖືກ​ຕັດ​ສຳພັນ​ແລະ​ອອກ​ຈາກ​ຄອບຄົວ​ໄປ​ໄດ້​ບອກ​ວ່າ: “ໝູ່​ບາງ​ຄົນ​ມາ​ຫາ​ຂ້ອຍ​ຢູ່​ເຮືອນ ພວກ​ເຮົາ​ແຕ່ງ​ກິນ​ນຳ​ກັນ​ແລະ​ນະມັດສະການ​ປະຈຳ​ຄອບຄົວ​ນຳ​ກັນ. ເຂົາ​ເຈົ້າ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ແລະ​ເຖິງ​ຂັ້ນ​ຮ້ອງໄຫ້​ນຳ​ຂ້ອຍ ແລະ​ເຂົາ​ເຈົ້າ​ຍັງ​ໄດ້​ເວົ້າ​ປົກ​ປ້ອງ​ເມື່ອ​ມີ​ຄົນ​ເວົ້າ​ບໍ່​ດີ​ໃຫ້​ຄອບຄົວ​ຂອງ​ຂ້ອຍ. ນີ້​ເຮັດ​ໃຫ້​ຂ້ອຍ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ!”—ຣມ. 12:13, 15

ພີ່ນ້ອງ​ໃນ​ປະຊາຄົມ​ສາມາດ​ສະແດງ​ຄວາມ​ຮັກ​ໂດຍ​ຊ່ວຍ​ເຫຼືອ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ (ເບິ່ງ​ຂໍ້ 17) *

17. ຜູ້​ດູ​ແລ​ຈະ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ເສົ້າ​ເສຍໃຈ​ແນວ​ໃດ?

17 ຜູ້​ດູ​ແລ​ໃນ​ປະຊາຄົມ​ມີ​ໜ້າ​ທີ່​ທີ່​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໂດຍ​ສະເພາະ​ຜູ້​ທີ່​ຄົນ​ໃນ​ຄອບຄົວ​ຖືກ​ຕັດ​ສຳພັນ. (1 ທຊ. 5:14) ຜູ້​ດູ​ແລ​ຄວນ​ເປັນ​ຝ່າຍ​ລິເລີ່ມ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທັງ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ ໄປ​ຢາມ​ເຂົາ​ເຈົ້າ​ຢູ່​ເຮືອນ​ແລະ​ອະທິດຖານ​ກັບ​ເຂົາ​ເຈົ້າ ຊວນ​ເຂົາ​ເຈົ້າ​ໄປ​ຮັບໃຊ້​ນຳ​ກັນ​ຫຼື​ນະມັດສະການ​ປະຈຳ​ຄອບຄົວ​ຮ່ວມ​ກັນ. ຜູ້​ດູ​ແລ​ຕ້ອງ​ສະແດງ​ຄວາມ​ຮັກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ສົນ​ໃຈ​ຜູ້​ທີ່​ເສຍໃຈ.—1 ທຊ. 2:7, 8

ໃຫ້​ມີ​ຄວາມ​ຫວັງ​ແລະ​ໄວ້​ໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ

18. ຕາມ 2 ເປໂຕ 3:9 ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ເຮັດ​ຫຍັງ?

18 ພະ​ເຢໂຫວາ “ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບ​ໃຈ.” (ອ່ານ 2 ເປໂຕ 3:9) ເຖິງ​ວ່າ​ບາງ​ຄົນ​ຈະ​ເຮັດ​ຜິດ​ຮ້າຍແຮງ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຖື​ວ່າ​ເຂົາ​ເຈົ້າ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ເພິ່ນ. ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ເສຍ​ສະລະ​ຫຼາຍ​ສ່ຳ​ໃດ​ໂດຍ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່​ເພື່ອ​ເຂົາ​ເຈົ້າ. ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ມາ​ຫາ​ເພິ່ນ ແລະ​ເພິ່ນ​ກໍ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ກັບ​ມາ​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ​ໄປ. (ລກ. 15:11-32) ຫຼາຍ​ຄົນ​ທີ່​ໄດ້​ອອກ​ຈາກ​ຄວາມ​ຈິງ​ໄປ​ໄດ້​ກັບ​ມາ​ຫາ​ພະ​ເຢໂຫວາ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ໄດ້​ຕ້ອນຮັບ​ເຂົາ​ເຈົ້າ​ຢ່າງ​ອົບອຸ່ນ. ເອລີຊາ​ເບັດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ລູກ​ຊາຍ​ລາວ​ກັບ​ມາ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຂອບໃຈ​ພີ່ນ້ອງ​ຫຼາຍ​ແທ້ໆ​ທີ່​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ຫວັງ​ຢູ່​ສະເໝີ​ວ່າ​ລູກ​ຊາຍ​ເຮົາ​ຈະ​ກັບ​ມາ.”

19. ເປັນ​ຫຍັງ​ເຮົາ​ຈຶ່ງ​ສາມາດ​ໄວ້​ວາງໃຈ​ພະ​ເຢໂຫວາ​ໄດ້​ຕໍ່ໆ​ໄປ?

19 ເຮົາ​ສາມາດ​ໄວ້​ວາງໃຈ​ພະ​ເຢໂຫວາ​ໄດ້​ຕໍ່ໆ​ໄປ ຍ້ອນ​ເພິ່ນ​ເປັນ​ພໍ່​ທີ່​ໃຈ​ກວ້າງ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຜູ້​ທີ່​ຮັກ​ເພິ່ນ. ຄຳ​ແນະນຳ​ຂອງ​ເພິ່ນ​ກໍ​ເປັນ​ປະໂຫຍດ​ຕໍ່​ເຮົາ​ສະເໝີ ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ເພິ່ນ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ​ເມື່ອ​ເຮົາ​ມີ​ບັນຫາ. (ຮຣ. 13:5, 6) ມາກ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ພະ​ເຢໂຫວາ​ບໍ່​ເຄີຍ​ປະ​ຖິ້ມ​ເຮົາ. ເພິ່ນ​ຊ່ວຍ​ເຫຼືອ​ເຮົາ​ຕະຫຼອດ​ຕອນ​ທີ່​ເຮົາ​ມີ​ບັນຫາ.” ພະ​ເຢໂຫວາ​ຈະ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ກັບ​ເຮົາ​ຕໍ່ໆ​ໄປ. (2 ກຣ. 4:7) ດັ່ງ​ນັ້ນ ເຮົາ​ຈຶ່ງ​ສາມາດ ສັດ​ຊື່​ແລະ​ມີ​ຄວາມ​ຫວັງ​ຕໍ່​ໄປ​ໄດ້​ເຖິງ​ວ່າ​ຄົນ​ທີ່​ເຮົາ​ຮັກ​ຈະ​ປະ​ຖິ້ມ​ພະ​ເຢໂຫວາ.

ເພງ 44 ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

^ ຂໍ້ 5 ເປັນ​ເລື່ອງ​ທີ່​ໜ້າ​ເສົ້າໃຈ​ຫຼາຍ​ແທ້ໆ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ! ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເລື່ອງ​ນີ້​ເກີດ​ຂຶ້ນ. ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ມື​ກັບ​ຄວາມ​ເສຍໃຈ​ແລະ​ເພື່ອ​ທີ່​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ໄດ້​ແນວ​ໃດ.

^ ຂໍ້ 1 ຊື່​ສົມມຸດ

^ ຂໍ້ 10 ຄຳເພງ 32:6-8 (ລ.ມ.) ບອກ​ວ່າ: “ຍ້ອນ​ແນວ​ນີ້​ທຸກ​ຄົນ​ທີ່​ພັກດີ​ຈະ​ອະທິດຖານ​ເຖິງ​ພະອົງ ຕອນ​ທີ່​ຍັງ​ຈະ​ພົບ​ພະອົງ​ໄດ້. ເມື່ອ​ເຮັດ​ແບບ​ນັ້ນ ແມ່ນ​ແຕ່​ນ້ຳ​ກໍ​ບໍ່​ຖ້ວມ​ຮອດ​ລາວ. ພະອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້ອຍ ພະອົງ​ຈະ​ປົກ​ປ້ອງ​ຂ້ອຍ​ໄວ້​ຈາກ​ຄວາມ​ທຸກ​ລຳບາກ ພະອົງ​ຈະເຮັດ​ໃຫ້​ອ້ອມ​ຕົວ​ຂ້ອຍ​ມີ​ແຕ່​ສຽງ​ຮ້ອງ​ດີ​ໃຈ​ເພາະ​ພະອົງ​ຊ່ວຍ​ໃຫ້​ລອດ. ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ແລະ​ຈະ​ບອກ​ທາງ​ທີ່​ເຈົ້າ​ຄວນ​ໄປ ເຮົາ​ຈະ​ແນະນຳ​ເຈົ້າ​ແລະ​ເຝົ້າ​ເບິ່ງ​ເຈົ້າ.”

^ ຂໍ້ 80 ຄຳ​ອະທິບາຍ​ຮູບ​ພາບ: ເມື່ອ​ຫົວ​ໜ້າ​ຄອບຄົວ​ປະ​ຖິ້ມ​ພະ​ເຢໂຫວາ ເມຍ​ແລະ​ລູກ​ຮູ້ສຶກ​ເສຍໃຈ​ຫຼາຍ.

^ ຂໍ້ 82 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ດູ​ແລ​ສອງ​ຄົນ​ໄດ້​ມາ​ໃຫ້​ກຳລັງ​ໃຈ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ.