ບົດຄວາມສຶກສາທີ 36
ເຫັນຄ່າພີ່ນ້ອງທີ່ຍັງໜຸ່ມ
“ຄວາມງາມຂອງຄົນໜຸ່ມຄືກຳລັງຂອງພວກເຂົາ.”—ສຸພາ. 20:29, ລ.ມ.
ເພງ 88 ຂໍໃຫ້ເຮົາຮູ້ທາງຂອງພະອົງ
ໃຈຄວາມສຳຄັນ *
1. ເມື່ອເຮົາອາຍຸຫຼາຍຂຶ້ນ ເຮົາຄວນມີເປົ້າໝາຍທີ່ຈະເຮັດຫຍັງ?
ເມື່ອເຮົາອາຍຸຫຼາຍຂຶ້ນ ເຮົາອາດຢ້ານວ່າຈະຮັບໃຊ້ພະເຢໂຫວາບໍ່ໄດ້ຫຼາຍຄືກັບຕອນທີ່ຍັງໜຸ່ມ. ແຕ່ເຖິງວ່າເຮົາຈະບໍ່ມີເຫື່ອແຮງຄືກັບແຕ່ກ່ອນ ເຮົາກໍສາມາດໃຊ້ຄວາມຮູ້ແລະປະສົບການທີ່ມີຢູ່ເພື່ອຊ່ວຍພີ່ນ້ອງທີ່ຍັງໜຸ່ມໃຫ້ເຮັດວຽກສຸດຄວາມສາມາດ ແລະພ້ອມຮັບເອົາວຽກມອບໝາຍຈາກອົງການຂອງພະເຢໂຫວາຫຼາຍຂຶ້ນ. ຄືກັບທີ່ພີ່ນ້ອງທີ່ເປັນຜູ້ດູແລຫຼາຍປີບອກວ່າ: “ເມື່ອຂ້ອຍຮູ້ສຶກວ່າຕົວເອງມີຂີດຈຳກັດຍ້ອນອາຍຸຫຼາຍຂຶ້ນ ຂ້ອຍກໍດີໃຈຫຼາຍທີ່ເຫັນວ່າພີ່ນ້ອງທີ່ຍັງໜຸ່ມສາມາດເຮັດວຽກມອບໝາຍນີ້ໄດ້.”
2. ເຮົາຈະຮຽນຫຍັງໃນບົດນີ້?
2 ໃນບົດກ່ອນ ເຮົາໄດ້ຮຽນແລ້ວວ່າພີ່ນ້ອງທີ່ຍັງໜຸ່ມຈະໄດ້ຮັບປະໂຫຍດຫຼາຍຖ້າເຂົາເຈົ້າສະໜິດກັບພີ່ນ້ອງທີ່ສູງອາຍຸ. ໃນບົດນີ້ເຮົາຈະມາເບິ່ງວ່າ ຄວາມຖ່ອມ ຄວາມຈຽມຕົວ ການເຫັນຄຸນຄ່າ ແລະຄວາມໃຈກວ້າງຈະຊ່ວຍພີ່ນ້ອງສູງອາຍຸແນວໃດໃຫ້ເຮັດວຽກຮ່ວມກັບພີ່ນ້ອງທີ່ຍັງໜຸ່ມ ເຊິ່ງການເຮັດແບບນີ້ຈະຊ່ວຍໃຫ້ທຸກຄົນໃນປະຊາຄົມໄດ້ຮັບປະໂຫຍດ.
ໃຫ້ເປັນຄົນຖ່ອມ
3. ຕາມຟີລິບປອຍ 2:3, 4 ຄວາມຖ່ອມແມ່ນຫຍັງ ແລະຄຸນລັກສະນະນີ້ຊ່ວຍຄລິດສະຕຽນແນວໃດ?
3 ພີ່ນ້ອງທີ່ສູງອາຍຸຕ້ອງຖ່ອມຕົວຖ້າເຂົາເຈົ້າຢາກຊ່ວຍພີ່ນ້ອງທີ່ຍັງໜຸ່ມ. ຄົນຖ່ອມຈະຖືວ່າຄົນອື່ນດີກວ່າຕົວເອງ. (ອ່ານຟີລິບປອຍ 2:3, 4) ພີ່ນ້ອງສູງອາຍຸທີ່ຖ່ອມຕົວຈະຍອມຮັບວ່າມີຫຼາຍວິທີທີ່ຈະເຮັດວຽກໃດໜຶ່ງໃຫ້ສຳເລັດ ເຊິ່ງສອດຄ່ອງກັບຫຼັກພະຄຳພີແລະເກີດຜົນດີ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ໄດ້ຄາດໝາຍໃຫ້ຄົນອື່ນເຮັດຕາມວິທີເກົ່າທີ່ເຂົາເຈົ້າເຄີຍເຮັດ. (ຜູ້ປ. 7:10) ເຖິງວ່າພີ່ນ້ອງທີ່ສູງອາຍຸຈະມີປະສົບການຫຼາຍຢ່າງເພື່ອຊ່ວຍຜູ້ທີ່ຍັງໜຸ່ມ ແຕ່ເຂົາເຈົ້າກໍເຂົ້າໃຈວ່າຕົວເອງອາດຕ້ອງໄດ້ປັບຕົວຕາມສະພາບການຢູ່ດີ ເພາະວ່າ “ໂລກນີ້ກຳລັງປ່ຽນໄປຄືລະຄອນປ່ຽນສາກ.”—1 ກຣ. 7:31
4. ຜູ້ດູແລໝວດມີຄວາມຄິດທີ່ຄ້າຍຄືກັບຄົນເລວີແນວໃດ?
4 ຜູ້ສູງອາຍຸທີ່ຖ່ອມຕົວຮູ້ວ່າເມື່ອອາຍຸຫຼາຍຂຶ້ນເຂົາເຈົ້າຈະບໍ່ສາມາດເຮັດຫຍັງໄດ້ຫຼາຍຄືກັບແຕ່ກ່ອນ. ຕົວຢ່າງເຊັ່ນ: ເມື່ອຜູ້ດູແລໝວດອາຍຸຮອດ 70 ປີ ເຂົາເຈົ້າຈະຖືກປ່ຽນວຽກມອບໝາຍ. ການເຮັດແບບນີ້ອາດຈະບໍ່ງ່າຍ ເພາະເຂົາເຈົ້າມີຄວາມສຸກທີ່ໄດ້ຊ່ວຍເຫຼືອພີ່ນ້ອງແລະເປັນວຽກທີ່ເຂົາເຈົ້າມັກ ແລະເຂົາເຈົ້າກໍຢາກຈະເຮັດວຽກນີ້ຕໍ່ໆໄປ. ແຕ່ເຂົາເຈົ້າກໍຮູ້ວ່າມັນຈະດີກວ່າຖ້າມີພີ່ນ້ອງທີ່ຍັງໜຸ່ມມາເຮັດວຽກນີ້. ເຂົາເຈົ້າມີຄວາມຄິດທີ່ຄ້າຍຄືກັບຄົນເລວີໃນສະໄໝອິດສະຣາເອນບູຮານທີ່ຕ້ອງເຊົາເຮັດວຽກຢູ່ເຕັ້ນສັກສິດເມື່ອອາຍຸຮອດ 50 ປີ. ຄົນເລວີເຫຼົ່ານີ້ຮູ້ວ່າຄວາມສຸກບໍ່ໄດ້ຂຶ້ນຢູ່ກັບວຽກມອບໝາຍ. ເຂົາເຈົ້າຈຶ່ງເຕັມໃຈເຮັດວຽກໃດກໍຕາມທີ່ເຂົາເຈົ້າມີ ເຊິ່ງການເຮັດແບບນີ້ກໍເປັນການຊ່ວຍຜູ້ທີ່ຍັງໜຸ່ມ. (ຈົດເຊັນ. 8:25, 26) ໃນທຸກມື້ນີ້ ເຖິງວ່າຜູ້ທີ່ເຄີຍເປັນຜູ້ດູແລໝວດຈະບໍ່ໄດ້ໄປຢ້ຽມຢາມພີ່ນ້ອງໃນຫຼາຍປະຊາຄົມແລ້ວ ແຕ່ເຂົາເຈົ້າກໍຍັງເປັນປະໂຫຍດຕໍ່ພີ່ນ້ອງໃນປະຊາຄົມທີ່ເຂົາເຈົ້າຢູ່.
5. ເຈົ້າໄດ້ບົດຮຽນຫຍັງຈາກເລື່ອງຂອງແດນແລະເຄທີ?
5 ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງແດນທີ່ເປັນຜູ້ດູ
ແລໝວດໄດ້ 23 ປີ. ແຕ່ເມື່ອແດນອາຍຸຮອດ 70 ປີ ລາວກັບເຄທີເມຍຂອງລາວກໍຖືກມອບໝາຍໃຫ້ເປັນໄພໂອເນຍພິເສດ. ເຂົາເຈົ້າມີຄວາມສຸກກັບວຽກມອບໝາຍໃໝ່ບໍ? ແດນບອກວ່າຕອນນີ້ລາວມີວຽກຫຼາຍກວ່າແຕ່ກ່ອນອີກ. ລາວເບິ່ງແຍງວຽກຫຼາຍຢ່າງໃນປະຊາຄົມ ຊ່ວຍພີ່ນ້ອງຊາຍໃຫ້ມີຄຸນສົມບັດທີ່ຈະເປັນຜູ້ຊ່ວຍວຽກຮັບໃຊ້ ແລະຝຶກສອນພີ່ນ້ອງຄົນອື່ນທີ່ຈະປະກາດໃນເຂດຕົວເມືອງແລະປະກາດຢູ່ຄຸກ. ພີ່ນ້ອງທີ່ສູງອາຍຸ ບໍ່ວ່າເຈົ້າຈະຮັບໃຊ້ເຕັມເວລາຫຼືບໍ່ ເຈົ້າກໍສາມາດຊ່ວຍເຫຼືອຄົນອື່ນໄດ້. ແຕ່ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ໃຫ້ປັບຕົວຕາມສະພາບການ ຕັ້ງເປົ້າໝາຍໃໝ່ ແລະເຮັດໃນສິ່ງທີ່ເຈົ້າເຮັດໄດ້ ບໍ່ແມ່ນສິ່ງທີ່ເຮັດບໍ່ໄດ້.ໃຫ້ເປັນຄົນຈຽມຕົວ
6. ເປັນຫຍັງເຮົາຕ້ອງເປັນຄົນຈຽມຕົວ ແລະມີຄຳປຽບທຽບຫຍັງທີ່ຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້?
6 ຄົນຈຽມຕົວຈະຮູ້ຂີດຈຳກັດຂອງຕົວເອງ. (ສຸພາ. 11:2) ແລະລາວຈະບໍ່ຄາດໝາຍຈາກຕົວເອງຫຼາຍເກີນໄປ. ນີ້ເຮັດໃຫ້ລາວມີຄວາມສຸກແລະເຮັດວຽກຕໍ່ໄປໄດ້. ເຮົາອາດຈະສົມທຽບຄົນທີ່ຈຽມຕົວເປັນຄືກັບຄົນທີ່ຂັບລົດຂຶ້ນເນີນພູ. ເພື່ອຈະຂັບລົດຂຶ້ນເນີນພູໄດ້ ລາວຕ້ອງໃສ່ເກຍຕ່ຳ. ເຖິງວ່າມັນຈະເຮັດໃຫ້ລາວຂັບຊ້າລົງ ແຕ່ລາວຍັງຈະໄປຕໍ່ໄດ້. ຄ້າຍຄືກັນ ຄົນທີ່ຖ່ອມຕົວກໍຈະຮູ້ວ່າຕອນໃດທີ່ຈະຕ້ອງ “ໃສ່ເກຍຕ່ຳ” ເພື່ອລາວເອງຈະເຮັດວຽກຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອຄົນອື່ນຕໍ່ໄປໄດ້.—ຟລປ. 4:5
7. ບາເຣຊີລາຍໄດ້ເຮັດຫຍັງເຊິ່ງສະແດງວ່າລາວເປັນຄົນຈຽມຕົວ?
7 ໃຫ້ເຮົາມາເບິ່ງເລື່ອງຂອງບາເຣຊີລາຍ. ຕອນທີ່ລາວອາຍຸ 80 ປີ ກະສັດດາວິດໄດ້ຊວນລາວໃຫ້ໄປຢູ່ໃນພະລາຊະວັງນຳ. ຍ້ອນລາວຈຽມຕົວ ລາວຈຶ່ງບໍ່ຍອມຮັບເອົາຂໍ້ສະເໜີຂອງກະສັດດາວິດ. ລາວຮູ້ວ່າຕົວເອງຊ່ວຍຫຍັງບໍ່ໄດ້ຫຼາຍຍ້ອນເຖົ້າແລ້ວ ລາວຈຶ່ງສະເໜີໃຫ້ກີມຫາມເຊິ່ງເປັນຄົນທີ່ຍັງໜຸ່ມໃຫ້ໄປແທນລາວ. (2 ຊາມ. 19:35-37) ຄືກັບບາເຣຊີລາຍ ພີ່ນ້ອງສູງອາຍຸກໍຍິນດີທີ່ຈະໃຫ້ພີ່ນ້ອງທີ່ຍັງໜຸ່ມມາເຮັດວຽກມອບໝາຍແທນລາວ.
8. ໃນເລື່ອງການສ້າງວິຫານ ດາວິດໄດ້ສະແດງຄວາມຈຽມຕົວແນວໃດ?
8 ກະສັດດາວິດເປັນຕົວຢ່າງທີ່ດີໃນເລື່ອງຄວາມຈຽມຕົວ. ດາວິດຢາກສ້າງວິຫານສຳລັບພະເຢໂຫວາຫຼາຍແທ້ໆ ແຕ່ເມື່ອພະເຢໂຫວາບອກລາວວ່າຈະໃຫ້ໂຊໂລໂມນເປັນຜູ້ເຮັດວຽກນີ້ ລາວກໍຍອມຮັບການຕັດສິນໃຈຂອງພະເຢໂຫວາແລະເຮັດທຸກຢ່າງທີ່ເຮັດໄດ້ເພື່ອຈະຊ່ວຍໃນການກໍ່ສ້າງວິຫານ. (1 ຂ່າວ. 17:4; 22:5) ດາວິດບໍ່ໄດ້ຄິດວ່າຕົວເອງຈະເຮັດວຽກນີ້ໄດ້ດີກວ່າໂຊໂລໂມນ ເພາະໂຊໂລໂມນ “ອາຍຸຍັງນ້ອຍແລະບໍ່ມີປະສົບການ.” (1 ຂ່າວ. 29:1, ລ.ມ.) ດາວິດຮູ້ວ່າໂຄງການນີ້ຈະປະສົບຜົນສຳເລັດໄດ້ກໍຍ້ອນພະເຢໂຫວາອວຍພອນ ບໍ່ແມ່ນຍ້ອນອາຍຸຫຼືປະສົບການຂອງຜູ້ທີ່ຊີ້ນຳໂຄງການນັ້ນ. ຄືກັບດາວິດ ເຖິງວ່າພີ່ນ້ອງທີ່ສູງອາຍຸຈະຖືກປ່ຽນວຽກມອບໝາຍ ແຕ່ເຂົາເຈົ້າກໍຍັງເຮັດວຽກດ້ວຍຄວາມຫ້າວຫັນຕໍ່ໆໄປ. ແລະເຂົາເຈົ້າກໍຮູ້ວ່າພະເຢໂຫວາຈະອວຍພອນພີ່ນ້ອງທີ່ຍັງໜຸ່ມເຊິ່ງເຮັດວຽກມອບໝາຍແທນເຂົາເຈົ້າ.
9. ສະມາຊິກຄະນະກຳມະການສາຂາຜູ້ໜຶ່ງໄດ້ສະແດງຄວາມຈຽມຕົວແນວໃດ?
9 ໃນສະໄໝປັດຈຸບັນ ຜູ້ທີ່ເປັນຕົວຢ່າງທີ່ດີໃນເລື່ອງຄວາມຈຽມຕົວແມ່ນພີ່ນ້ອງຊີເກໂອະ. ໃນປີ 1976 ລາວຖືກແຕ່ງຕັ້ງໃຫ້ເປັນສະມາຊິກຄະນະກຳມະການສາຂາເຊິ່ງຕອນນັ້ນລາວອາຍຸ 30 ປີ ແລະໃນປີ 2004 ລາວກໍໄດ້ເປັນຜູ້ປະສານງານຂອງຄະນະກຳມະການສາຂາ. ເມື່ອລາວຮູ້ສຶກວ່າຕົວເອງບໍ່ຄ່ອຍມີແຮງແລະເຮັດວຽກບໍ່ໄດ້ເຕັມທີຄືກັບແຕ່ກ່ອນແລ້ວ ລາວຈຶ່ງໄດ້ສຸພາ. 20:29
ອະທິດຖານກ່ຽວກັບບັນຫານີ້ ແລະຄິດວ່າຄືຊິດີກວ່າຖ້າມີພີ່ນ້ອງທີ່ຍັງໜຸ່ມມາເຮັດວຽກເປັນຜູ້ປະສານງານແທນລາວ. ເຖິງວ່າລາວຈະບໍ່ໄດ້ເປັນຜູ້ປະສານງານແລ້ວ ແຕ່ລາວກໍຍັງເຮັດວຽກຮ່ວມກັບສະມາຊິກຄະນະກຳມະການສາຂາຄົນອື່ນໆ. ຈາກເລື່ອງຂອງບາເຣຊີລາຍ ກະສັດດາວິດ ແລະຊີເກໂອະສະແດງໃຫ້ເຫັນວ່າຜູ້ທີ່ຖ່ອມຕົວແລະຈຽມຕົວຈະບໍ່ຄິດວ່າພີ່ນ້ອງທີ່ຍັງໜຸ່ມບໍ່ມີປະສົບການ ແຕ່ຈະເບິ່ງຈຸດດີແລະຄວາມສາມາດທີ່ເຂົາເຈົ້າມີ. ຜູ້ທີ່ຈຽມຕົວຈະບໍ່ເບິ່ງວ່າພີ່ນ້ອງທີ່ຍັງໜຸ່ມເປັນຄືກັບຄູ່ແຂ່ງ ແຕ່ຈະເບິ່ງວ່າເປັນຜູ້ທີ່ເຮັດວຽກຮັບໃຊ້ພະເຢໂຫວາຮ່ວມກັບເຂົາເຈົ້າ.—ໃຫ້ເຫັນຄຸນຄ່າຄົນອື່ນ
10. ພີ່ນ້ອງທີ່ສູງອາຍຸຮູ້ສຶກແນວໃດຕໍ່ພີ່ນ້ອງທີ່ຍັງໜຸ່ມໃນປະຊາຄົມ?
10 ພີ່ນ້ອງທີ່ສູງອາຍຸຖືວ່າພີ່ນ້ອງທີ່ຍັງໜຸ່ມເປັນຂອງຂວັນຈາກພະເຢໂຫວາ ແລະເຫັນຄ່າເຂົາເຈົ້າ. ເມື່ອພີ່ນ້ອງທີ່ສູງອາຍຸຮູ້ສຶກວ່າບໍ່ມີແຮງຄືແຕ່ກ່ອນ ເຂົາເຈົ້າກໍຈະດີໃຈທີ່ເຫັນວ່າພີ່ນ້ອງທີ່ຍັງໜຸ່ມເຊິ່ງມີເຫື່ອແຮງ ເຕັມໃຈເຮັດວຽກມອບໝາຍໃນປະຊາຄົມແທນເຂົາເຈົ້າ.
11. ຕາມລຶດ 4:13-16 ພີ່ນ້ອງທີ່ສູງອາຍຸຈະໄດ້ຮັບປະໂຫຍດແນວໃດເມື່ອຍອມຮັບການຊ່ວຍເຫຼືອຈາກຜູ້ທີ່ຍັງໜຸ່ມ?
11 ຄຳພີໄບເບິນເວົ້າເຖິງນາໂອມີເຊິ່ງເປັນຕົວຢ່າງທີ່ດີໃຫ້ກັບຜູ້ສູງອາຍຸໃນເລື່ອງການຮັບເອົາຄວາມຊ່ວຍເຫຼືອຈາກຜູ້ທີ່ຍັງໜຸ່ມ. ທຳອິດນາໂອມີບອກໃຫ້ຣຸດເຊິ່ງເປັນລູກໃພ້ກັບໄປບ້ານເກີດຂອງຕົວເອງ. ແຕ່ເມື່ອນາໂອມີເຫັນວ່າຣຸດຕັ້ງໃຈຈະກັບໄປເບັດເລເຮັມກັບລາວ ລາວກໍຍອມຮັບເອົາຄວາມຊ່ວຍເຫຼືອຈາກຣຸດ. (ລຶດ 1:7, 8, 18) ນີ້ເຮັດໃຫ້ເຂົາເຈົ້າທັງສອງຄົນໄດ້ຮັບສິ່ງທີ່ດີຫຼາຍແທ້ໆ! (ອ່ານລຶດ 4:13-16) ຄວາມຖ່ອມຈະຊ່ວຍໃຫ້ພີ່ນ້ອງທີ່ສູງອາຍຸເຮັດຕາມຕົວຢ່າງຂອງນາໂອມີ.
12. ໂປໂລໄດ້ເຮັດຫຍັງເຊິ່ງສະແດງວ່າລາວເຫັນຄ່າຄົນອື່ນ?
ຟລປ. 4:16) ລາວໄດ້ຂອບໃຈຕີໂມທຽວທີ່ໄດ້ຊ່ວຍເຫຼືອລາວ. (ຟລປ. 2:19-22) ແລະລາວຍັງໄດ້ຂອບໃຈພະເຈົ້າທີ່ພີ່ນ້ອງໃຫ້ກຳລັງໃຈຕອນທີ່ລາວຖືກຈັບແລະຖືກສົ່ງໄປເມືອງໂຣມ. (ກຈກ. 28:15) ເຖິງໂປໂລຈະເປັນຜູ້ທີ່ຫ້າວຫັນແລະເດີນທາງຫຼາຍພັນກິໂລແມັດເພື່ອຈະໄປປະກາດແລະໃຫ້ກຳລັງໃຈພີ່ນ້ອງໃນຫຼາຍປະຊາຄົມ ແຕ່ລາວກໍຍັງຖ່ອມຕົວແລະຍອມຮັບເອົາການຊ່ວຍເຫຼືອຈາກຄົນອື່ນ.
12 ອັກຄະສາວົກໂປໂລກໍເປັນຜູ້ໜຶ່ງທີ່ເຫັນຄ່າພີ່ນ້ອງທີ່ຊ່ວຍເຫຼືອລາວ ເຊັ່ນ ລາວຂອບໃຈພີ່ນ້ອງໃນເມືອງຟີລິບປອຍທີ່ສົ່ງສິ່ງຂອງມາໃຫ້ລາວ. (13. ພີ່ນ້ອງທີ່ສູງອາຍຸຈະສະແດງໃຫ້ເຫັນແນວໃດວ່າເຫັນຄ່າພີ່ນ້ອງທີ່ຍັງໜຸ່ມ?
13 ພີ່ນ້ອງທີ່ສູງອາຍຸ ມີຫຼາຍວິທີທີ່ເຈົ້າຈະສະແດງວ່າເຈົ້າເຫັນຄ່າພີ່ນ້ອງທີ່ຍັງໜຸ່ມໃນປະຊາຄົມ. ວິທີໜຶ່ງກໍຄື ໃຫ້ຮັບເອົາຄວາມຊ່ວຍເຫຼືອຈາກເຂົາເຈົ້າ ຕອນທີ່ເຂົາເຈົ້າຢາກຊ່ວຍໄປຮັບໄປສົ່ງ ໄປຊື້ເຄື່ອງ ຫຼືເຮັດສິ່ງອື່ນໆໃຫ້. ໃຫ້ເບິ່ງວ່າການຊ່ວຍເຫຼືອແບບນີ້ເປັນວິທີທີ່ພະເຢໂຫວາສະແດງຄວາມຮັກຕໍ່ເຈົ້າ ແລະເຈົ້າກໍອາດຈະໄດ້ເປັນໝູ່ສະໜິດກັບພີ່ນ້ອງທີ່ຊ່ວຍເຈົ້າ. ນອກຈາກນັ້ນ ໃຫ້ພະຍາຍາມຊ່ວຍພີ່ນ້ອງທີ່ຍັງໜຸ່ມໃຫ້ໃກ້ຊິດກັບພະເຢໂຫວາ ແລະບອກເຂົາເຈົ້າວ່າເຈົ້າມີຄວາມສຸກຫຼາຍສ່ຳໃດທີ່ເຫັນເຂົາເຈົ້າພະຍາຍາມຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ແລະໃຫ້ເລົ່າປະສົບການຂອງຕົວເອງໃຫ້ເຂົາເຈົ້າຟັງ. ເມື່ອເຮັດແບບນີ້ ເຈົ້າກໍຈະ “ສະແດງຄວາມຂອບໃຈ” ພະເຢໂຫວາທີ່ໃຫ້ມີພີ່ນ້ອງທີ່ຍັງໜຸ່ມຢູ່ໃນປະຊາຄົມ.—ກລຊ. 3:15; ຢຮ. 6:44; 1 ທຊ. 5:18
ໃຫ້ເປັນຄົນໃຈກວ້າງ
14. ກະສັດດາວິດໄດ້ສະແດງຄວາມໃຈກວ້າງແນວໃດ?
14 ເຮົາເຫັນວ່າກະສັດດາວິດເປັນຕົວຢ່າງທີ່ດີໃຫ້ກັບຜູ້ສູງອາຍຸໃນເລື່ອງການເປັນຄົນໃຈກວ້າງ. ລາວໄດ້ໃຫ້ເງິນຄຳຂອງຕົວເອງຈຳນວນຫຼາຍເພື່ອສະໜັບສະໜູນໃນການກໍ່ສ້າງວິຫານ. (1 ຂ່າວ. 22:11-16; 29:3, 4) ເຖິງວ່າຫຼາຍຄົນຈະເອີ້ນວິຫານນີ້ວ່າເປັນວິຫານຂອງໂຊໂລໂມນ ແຕ່ລາວກໍຊ່ວຍຢ່າງເຕັມທີ. ຄ້າຍຄືກັນ ເຖິງວ່າເຮົາຈະອາຍຸຫຼາຍຂຶ້ນແລະບໍ່ມີແຮງທີ່ຈະໄປຊ່ວຍວຽກໃນໂຄງການກໍ່ສ້າງ ແຕ່ເຮົາກໍສາມາດຊ່ວຍໂດຍການບໍລິຈາກຕາມຄວາມສາມາດທີ່ເຮົາໃຫ້ໄດ້. ແລະເຮົາຍັງສາມາດຊ່ວຍພີ່ນ້ອງທີ່ຍັງໜຸ່ມໃຫ້ໄດ້ຮັບປະໂຫຍດຈາກປະສົບການທີ່ເຮົາສະສົມມາຫຼາຍປີ.
15. ອັກຄະສາວົກໂປໂລໄດ້ສອນສິ່ງທີ່ມີຄ່າຫຍັງໃຫ້ຕີໂມທຽວ?
15 ໂປໂລກໍເປັນຕົວຢ່າງທີ່ດີໃນເລື່ອງຄວາມໃຈກວ້າງ. ຕອນທີ່ໂປໂລຊວນຕີໂມທຽວໄປຮ່ວມເຮັດວຽກເປັນມິດຊັນນາຣີ ລາວໄດ້ສອນຕີໂມທຽວໃຫ້ຮູ້ວິທີປະກາດແລະສອນຄົນອື່ນຢ່າງໃຈກວ້າງ. (ກຈກ. 16:1-3) ການທີ່ໂປໂລເຮັດແບບນີ້ໄດ້ຊ່ວຍໃຫ້ຕີໂມທຽວເປັນຜູ້ປະກາດແລະຜູ້ສອນທີ່ດີ. (1 ກຣ. 4:17) ແລ້ວຕີໂມທຽວກໍເອົາສິ່ງທີ່ໄດ້ຮຽນຈາກໂປໂລໄປຝຶກສອນຄົນອື່ນຕໍ່.
16. ເປັນຫຍັງພີ່ນ້ອງຊີເກໂອະຈຶ່ງຝຶກສອນຄົນອື່ນ?
16 ພີ່ນ້ອງທີ່ສູງອາຍຸໃນທຸກມື້ນີ້ກໍບໍ່ໄດ້ຢ້ານວ່າຈະບໍ່ມີວຽກເຮັດຖ້າສອນພີ່ນ້ອງທີ່ຍັງໜຸ່ມໃຫ້ເຮັດວຽກມອບໝາຍໃນປະຊາຄົມ. ຕົວຢ່າງ ພີ່ນ້ອງຊີເກໂອະທີ່ເວົ້າເຖິງກ່ອນໜ້ານີ້ ລາວໄດ້ຝຶກສອນພີ່ນ້ອງທີ່ຍັງໜຸ່ມເຊິ່ງເປັນສະມາຊິກຄະນະກຳມະການສາຂາ. ລາວເຮັດແບບນີ້ກໍເພື່ອຈະຊ່ວຍຂະຫຍາຍວຽກປະກາດໃນເຂດທີ່ລາວຢູ່. ດັ່ງນັ້ນ ເມື່ອລາວບໍ່ສາມາດເປັນຜູ້ປະສານງານແລ້ວ ກໍມີພີ່ນ້ອງທີ່ໄດ້ຮັບການຝຶກຢ່າງດີມາປ່ຽນແທນລາວໄດ້. ພີ່ນ້ອງຊີເກໂອະເປັນສະມາຊິກຄະນະກຳມະການສາຂາຫຼາຍກວ່າ 45 ປີ ແລະລາວກໍໃຊ້ປະສົບການທີ່ລາວມີເພື່ອຊ່ວຍພີ່ນ້ອງ
ທີ່ຍັງໜຸ່ມຕໍ່ໆໄປ. ຈັ່ງແມ່ນເປັນພະພອນແທ້ໆທີ່ມີພີ່ນ້ອງແບບນີ້!17. ຕາມລູກາ 6:38 ພີ່ນ້ອງທີ່ສູງອາຍຸສາມາດຊ່ວຍຄົນອື່ນແນວໃດ?
17 ພີ່ນ້ອງທີ່ສູງອາຍຸທັງຊາຍແລະຍິງ ເຈົ້າເປັນຫຼັກຖານທີ່ພິສູດວ່າການຮັບໃຊ້ພະເຢໂຫວາຢ່າງສັດຊື່ເປັນການໃຊ້ຊີວິດທີ່ດີທີ່ສຸດ. ເຈົ້າຍັງເຮັດໃຫ້ເຫັນວ່າມັນຄຸ້ມຄ່າຫຼາຍແທ້ໆທີ່ຈະຮຽນຮູ້ຄຳພີໄບເບິນແລະເຮັດຕາມຫຼັກການນັ້ນໃນຊີວິດ. ເຖິງວ່າເຈົ້າຈະມີປະສົບການໃນການເຮັດສິ່ງຕ່າງໆມາແລ້ວ ແຕ່ເຈົ້າກໍເຫັນວ່າຕົວເອງຕ້ອງປັບຕົວໃຫ້ເຂົ້າກັບສະພາບການໃໝ່. ສ່ວນພີ່ນ້ອງທີ່ສູງອາຍຸທີ່ຫາກໍຮັບບັບເຕມາກໍຊ່ວຍໄດ້ຫຼາຍຄືກັນ ເຊັ່ນ ເຈົ້າສາມາດເລົ່າໃຫ້ຄົນອື່ນຟັງວ່າເຈົ້າໄດ້ຮຽນຮູ້ເລື່ອງຂອງພະເຢໂຫວາແນວໃດ. ແລ້ວພີ່ນ້ອງທີ່ຍັງໜຸ່ມກໍຈະໄດ້ຮັບປະໂຫຍດຈາກປະສົບການຂອງເຈົ້າ. ຖ້າເຈົ້າ “ມີນິດໄສທີ່ມັກແບ່ງປັນ” ໂດຍໃຊ້ປະສົບການທີ່ມີເພື່ອຝຶກສອນຄົນອື່ນ ພະເຢໂຫວາກໍຈະອວຍພອນເຈົ້າຫຼາຍແທ້ໆ!—ອ່ານລູກາ 6:38
18. ເມື່ອພີ່ນ້ອງທີ່ສູງອາຍຸແລະພີ່ນ້ອງທີ່ຍັງໜຸ່ມຊ່ວຍເຫຼືອກັນ ຈະເປັນແນວໃດ?
18 ເມື່ອພີ່ນ້ອງທີ່ສູງອາຍຸສະໜິດກັບພີ່ນ້ອງທີ່ຍັງໜຸ່ມ ເຂົາເຈົ້າທັງສອງກໍຈະໄດ້ຮັບປະໂຫຍດ ເພາະເຂົາເຈົ້າຕ່າງກໍມີຈຸດດີທີ່ອີກຝ່າຍໜຶ່ງບໍ່ມີ. (ຣມ. 1:12) ພີ່ນ້ອງທີ່ສູງອາຍຸມີຄວາມຮູ້ແລະປະສົບການຫຼາຍ ສ່ວນພີ່ນ້ອງທີ່ຍັງໜຸ່ມກໍມີເຫື່ອແຮງແລະກຳລັງວັງຊາ. ດັ່ງນັ້ນ ເມື່ອພີ່ນ້ອງທີ່ສູງອາຍຸແລະພີ່ນ້ອງທີ່ຍັງໜຸ່ມເປັນໝູ່ກັນແລະເຮັດວຽກຊ່ວຍກັນ ເຂົາເຈົ້າກໍກຳລັງໃຫ້ກຽດພະເຢໂຫວາພໍ່ທີ່ຢູ່ໃນສະຫວັນແລະເຮັດໃຫ້ປະຊາຄົມໄດ້ຮັບສິ່ງທີ່ດີ.
ເພງ 90 ໃຫ້ກຳລັງໃຈກັນແລະກັນ
^ ຂໍ້ 5 ເຮົາດີໃຈຫຼາຍທີ່ເຫັນໜຸ່ມສາວຫຼາຍຄົນໃນປະຊາຄົມຮັບໃຊ້ພະເຢໂຫວາ. ບໍ່ວ່າພີ່ນ້ອງທີ່ສູງອາຍຸຈະເຕີບໃຫຍ່ຈາກບ່ອນໃດຫຼືມີວັດທະນະທຳແບບໃດ ເຂົາເຈົ້າກໍສາມາດຊ່ວຍພີ່ນ້ອງທີ່ຍັງໜຸ່ມໃຫ້ໃຊ້ເຫື່ອແຮງທີ່ມີເພື່ອຮັບໃຊ້ພະເຢໂຫວາ.
^ ຂໍ້ 55 ຄຳອະທິບາຍຮູບພາບ: ເມື່ອຜູ້ດູແລໝວດອາຍຸຮອດ 70 ປີ ລາວກັບເມຍກໍໄດ້ຮັບວຽກມອບໝາຍໃໝ່. ແລະເຂົາເຈົ້າກໍໃຊ້ປະສົບການທີ່ມີເພື່ອຝຶກສອນພີ່ນ້ອງໃນປະຊາຄົມທີ່ເຂົາເຈົ້າຢູ່.