ບົດຄວາມສຶກສາທີ 35
ເຫັນຄ່າພີ່ນ້ອງສູງອາຍຸທີ່ສັດຊື່
“ຜົມຫງອກເປັນມົງກຸດທີ່ສວຍງາມ.”—ສຸພາ. 16:31, ລ.ມ.
ເພງ 138 ຄວາມງາມຂອງຄົນຜົມຫງອກ
ໃຈຄວາມສຳຄັນ *
1-2. (ກ) ຕາມຫຼັກການໃນສຸພາສິດ 16:31 ເຮົາຄວນເບິ່ງພີ່ນ້ອງທີ່ສູງອາຍຸທີ່ສັດຊື່ແນວໃດ? (ຂ) ໃນບົດນີ້ເຮົາຈະຕອບຄຳຖາມຫຍັງແດ່?
ຄົນທີ່ໄປທ່ຽວສວນອຸທິຍານແຫ່ງຊາດຢູ່ລັດອາກັນຊໍ ສະຫະລັດອາເມຣິກາອາດຈະເຫັນກ້ອນຫີນຫຼາຍກ້ອນຢາຍຢູ່ຕາມພື້ນ ແຕ່ໃນຕົວຈິງແລ້ວມັນເປັນເພັດພອຍທີ່ຍັງບໍ່ໄດ້ເຈຍລະໄນ. ດັ່ງນັ້ນ ຄົນທີ່ຍ່າງກາຍໄປກາຍມາຈຶ່ງຄິດວ່າມັນເປັນຫີນທຳມະດາ ບໍ່ແມ່ນເພັດພອຍທີ່ມີຄ່າ.
2 ພີ່ນ້ອງທີ່ສູງອາຍຸທີ່ສັດຊື່ຄ້າຍຄືກັບເພັດພອຍໃນບາງແງ່. ເຂົາເຈົ້າມີຄ່າຫຼາຍແທ້ໆ! ຄຳພີໄບເບິນສົມທຽບຜົມຫງອກຂອງຄົນສູງອາຍຸເປັນຄືກັບມົງກຸດ. (ອ່ານສຸພາສິດ 16:31; 20:29) ແຕ່ເຮົາອາດຈະເບິ່ງຂ້າມພີ່ນ້ອງທີ່ມີຄ່າເຫຼົ່ານີ້ໄດ້ງ່າຍໆ. ຖ້າຄົນໜຸ່ມຖືວ່າຄົນທີ່ສູງອາຍຸມີຄ່າ ເຂົາເຈົ້າກໍຈະໄດ້ຮັບປະໂຫຍດຈາກປະສົບການຂອງຜູ້ສູງອາຍຸເຫຼົ່ານີ້ເຊິ່ງມີຄ່າຫຼາຍກວ່າເງິນຄຳ. ໃນບົດນີ້ເຮົາຈະມາຕອບ 3 ຄຳຖາມຕໍ່ໄປນີ້: ເປັນຫຍັງພະເຢໂຫວາຈຶ່ງຖືວ່າພີ່ນ້ອງທີ່ສູງອາຍຸທີ່ສັດຊື່ມີຄ່າ? ພີ່ນ້ອງທີ່ສູງອາຍຸມີຄວາມສຳຄັນຕໍ່ອົງການຂອງພະເຢໂຫວາແນວໃດ? ແລະເຮົາຕ້ອງເຮັດຫຍັງເພື່ອຈະໄດ້ບົດຮຽນຈາກປະສົບການຂອງຜູ້ສູງອາຍຸ?
ເປັນຫຍັງພະເຢໂຫວາຈຶ່ງຖືວ່າພີ່ນ້ອງທີ່ສູງອາຍຸທີ່ສັດຊື່ມີຄ່າ?
3. ຕາມຄຳເພງ 92:12-15 ເປັນຫຍັງພີ່ນ້ອງທີ່ສູງອາຍຸທີ່ສັດຊື່ຈຶ່ງມີຄ່າຕໍ່ພະເຢໂຫວາ?
3 ພີ່ນ້ອງທີ່ສູງອາຍຸທີ່ສັດຊື່ມີຄ່າຫຼາຍຕໍ່ພະເຢໂຫວາ. ພະເຢໂຫວາຮູ້ຈັກເຂົາເຈົ້າດີ ແລະຮູ້ວ່າເຂົາເຈົ້າມີຄຸນລັກສະນະທີ່ດີຫຍັງແດ່. ພະເຢໂຫວາຮູ້ສຶກດີໃຈທີ່ເຫັນຜູ້ສູງອາຍຸຖ່າຍທອດຄວາມຮູ້ແລະເລົ່າປະສົບການກ່ຽວກັບໂຢບ 12:12; ສຸພາ. 1:1-4) ພະເຢໂຫວາຍັງເຫັນຄຸນຄ່າທີ່ເຂົາເຈົ້າໄດ້ອົດທົນ. (ມລກີ. 3:16) ເຖິງວ່າເຂົາເຈົ້າຈະເຈິບັນຫາຫຼາຍຢ່າງ ແຕ່ເຂົາເຈົ້າກໍຍັງຮັກສາຄວາມເຊື່ອໃຫ້ເຂັ້ມແຂງຢູ່ສະເໝີ. ເຂົາເຈົ້າມີຄວາມຫວັງທີ່ໜັກແໜ້ນກວ່າຕອນທີ່ຮຽນຄວາມຈິງໃໝ່ໆ. ເຖິງວ່າເຂົາເຈົ້າຈະ “ເຖົ້າແລ້ວ” ແຕ່ພະເຢໂຫວາກໍຍັງຮັກເຂົາເຈົ້າຍ້ອນວ່າເຂົາເຈົ້າຍັງປະກາດນາມຊື່ຂອງເພິ່ນຕໍ່ໆໄປ.—ອ່ານຄຳເພງ 92:12-15
ວຽກຮັບໃຊ້ໃຫ້ຄົນໜຸ່ມຟັງ. (4. ສິ່ງໃດເຮັດໃຫ້ພີ່ນ້ອງທີ່ສູງອາຍຸໄດ້ຮັບກຳລັງໃຈ?
4 ຖ້າເຈົ້າເປັນຜູ້ສູງອາຍຸແລ້ວ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາບໍ່ເຄີຍລືມວຽກທີ່ເຈົ້າເຄີຍເຮັດເພື່ອເພິ່ນ. (ຮຣ. 6:10) ເຈົ້າໄດ້ເຮັດໃຫ້ພະເຢໂຫວາພໍໃຈໂດຍການເຮັດວຽກປະກາດຢ່າງຫ້າວຫັນ. ເຈົ້າໄດ້ອົດທົນກັບບັນຫາຫຼາຍຢ່າງ ເຊິ່ງລວມເຖິງເລື່ອງທີ່ເຮັດໃຫ້ເຈົ້າເສຍໃຈຫຼາຍ. ເຈົ້າຍັງເຊື່ອຟັງແລະເຮັດຕາມຫຼັກການໃນຄຳພີໄບເບິນ ແລະເຮັດວຽກມອບໝາຍໃນອົງການຂອງພະເຢໂຫວາຢ່າງສັດຊື່. ເຈົ້າຕ້ອງໄດ້ປັບຕົວເພື່ອຈະເຮັດຕາມຄຳແນະນຳໃໝ່ໆຂອງອົງການ. ເຈົ້າຍັງໄດ້ຊ່ວຍເຫຼືອແລະໃຫ້ກຳລັງໃຈຜູ້ທີ່ຮັບໃຊ້ເຕັມເວລາ. ພະເຢໂຫວາຮັກເຈົ້າຫຼາຍຍ້ອນເຈົ້າເປັນຄົນທີ່ສັດຊື່. ພະເຢໂຫວາຍັງສັນຍາວ່າ ‘ເພິ່ນຈະບໍ່ປະຖິ້ມຄົນທີ່ພັກດີຕໍ່ເພິ່ນ.’ (ເພງ. 37:28, ລ.ມ.) ເພິ່ນຍັງຮັບຮອງກັບເຈົ້າວ່າ: “ເຖິງຕອນທີ່ພວກເຈົ້າຜົມຫງອກ ເຮົາກໍຍັງຈະອູ້ມພວກເຈົ້າ.” (ເອຊາ. 46:4, ລ.ມ.) ສະນັ້ນ ຂໍໃຫ້ເຈົ້າຢ່າຟ້າວຄິດວ່າເຈົ້າຄືຊິບໍ່ສາມາດເຮັດວຽກທີ່ສຳຄັນໃນອົງການຂອງພະເຢໂຫວາຍ້ອນເຈົ້າເຖົ້າແລ້ວ ເພາະເຈົ້າຍັງເຮັດໄດ້!
ພີ່ນ້ອງທີ່ສູງອາຍຸມີຄວາມສຳຄັນຕໍ່ອົງການຂອງພະເຢໂຫວາ
5. ພີ່ນ້ອງທີ່ສູງອາຍຸຄວນຈື່ເລື່ອງຫຍັງ?
5 ພີ່ນ້ອງທີ່ສູງອາຍຸມີປະໂຫຍດຕໍ່ອົງການຂອງພະເຢໂຫວາໃນຫຼາຍໆດ້ານ. ເຖິງວ່າເຂົາເຈົ້າອາດຈະບໍ່ມີກຳລັງວັງຊາຫຼາຍຄືແຕ່ກ່ອນ ແຕ່ເຂົາເຈົ້າກໍມີຄວາມຮູ້ແລະປະສົບການຫຼາຍໃນວຽກຮັບໃຊ້. ໃຫ້ເຮົາມາເບິ່ງວ່າພະເຢໂຫວາໄດ້ໃຊ້ພີ່ນ້ອງເຫຼົ່ານີ້ໃຫ້ເຮັດວຽກຮັບໃຊ້ຂອງເພິ່ນແນວໃດທັງໃນສະໄໝກ່ອນແລະໃນປັດຈຸບັນ.
6-7. ໃນຄຳພີໄບເບິນມີເລື່ອງຂອງໃຜແດ່ທີ່ເປັນຄົນສູງອາຍຸທີ່ໄດ້ຮັບລາງວັນຍ້ອນຄວາມສັດຊື່?
6 ໃນຄຳພີໄບເບິນມີເລື່ອງຂອງຫຼາຍຄົນທີ່ຍັງຮັບໃຊ້ພະເຢໂຫວາຢູ່ເຖິງວ່າເຂົາເຈົ້າຈະອາຍຸຫຼາຍແລ້ວ. ຕົວຢ່າງເຊັ່ນ: ຕອນທີ່ໂມເຊອາຍຸ 80 ປີ ລາວໄດ້ເລີ່ມເປັນຜູ້ພະຍາກອນແລະເປັນຜູ້ນຳຊາດອິດສະຣາເອນ. ຕອນທີ່ດານີເອນອາຍຸ 90 ປາຍປີ ພະເຢໂຫວາຍັງໃຊ້ລາວໃຫ້ເປັນຜູ້ພະຍາກອນແລະເວົ້າຕາງໜ້າເພິ່ນ. ແລະຕອນທີ່ອັກຄະສາວົກໂຢຮັນອາຍຸປະມານ 90 ປາຍປີ ພະເຢໂຫວາກໍຍັງໃຊ້ລາວໃຫ້ຂຽນປຶ້ມພະນິມິດ.
7 ຍັງມີຜູ້ຮັບໃຊ້ທີ່ສັດຊື່ອີກຫຼາຍຄົນທີ່ບໍ່ຄ່ອຍມີໃຜຮູ້ຈັກ ແລະເຂົາເຈົ້າກໍອາດຈະຖືກເບິ່ງຂ້າມງ່າຍໆ. ແຕ່ພະເຢໂຫວາຍັງສົນໃຈແລະໃຫ້ລາງວັນກັບເຂົາເຈົ້າ. ຕົວຢ່າງເຊັ່ນ ເຖິງວ່າພະຄຳພີຈະເວົ້າເຖິງຊີເມໂອນພຽງແຕ່ໜ້ອຍດຽວວ່າລາວເປັນຄົນທີ່ “ເຊື່ອຟັງແລະເຫຼື້ອມໃສພະເຈົ້າ” ແຕ່ພະເຢໂຫວາກໍຮູ້ຈັກລາວດີແລະໃຫ້ສິດທິພິເສດລາວໄດ້ເຫັນແອນ້ອຍເຢຊູ ແລະໄດ້ພະຍາກອນກ່ຽວກັບພະເຢຊູແລະມາຣີ. (ລກ. 2:22, 25-35) ນອກຈາກນັ້ນ ພະຄຳພີຍັງເວົ້າເຖິງຜູ້ພະຍາກອນອານາເຊິ່ງເປັນແມ່ໝ້າຍ. ເຖິງວ່າລາວຈະອາຍຸ 84 ປີແລ້ວ ແຕ່ລາວກໍ “ມາວິຫານບໍ່ເຄີຍຂາດ.” ຍ້ອນລາວມາວິຫານເປັນປະຈຳ ພະເຢໂຫວາຈຶ່ງອວຍພອນລາວແລະໃຫ້ລາວໄດ້ເຫັນແອນ້ອຍເຢຊູ. ທັງຊີເມໂອນແລະອານາມີຄ່າຕໍ່ພະເຢໂຫວາ.—ລກ. 2:36-38
8-9. ພີ່ນ້ອງຍິງທີ່ເປັນໝ້າຍໄດ້ເຮັດຫຍັງແດ່ເພື່ອອົງການຂອງພະເຢໂຫວາ?
8 ໃນສະໄໝປັດຈຸບັນກໍມີພີ່ນ້ອງສູງອາຍຸທີ່ສັດຊື່ຫຼາຍຄົນທີ່ເປັນຕົວຢ່າງທີ່ດີໃຫ້ກັບພວກເຮົາ. ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ ໂລອິດສ໌ ດິເດີ. ລາວເລີ່ມເປັນໄພໂອເນຍພິເສດຢູ່ການາດາຕອນອາຍຸ 21 ປີ ຕໍ່ມາລາວກັບຈອນຜົວຂອງລາວກໍໄດ້ເປັນຜູ້ດູແລເດີນທາງເປັນເວລາຫຼາຍປີ. ຫຼັງຈາກນັ້ນ ເຂົາເຈົ້າກໍໄດ້ຮັບໃຊ້ຢູ່ເບເທນການາດາຫຼາຍກວ່າ 20 ປີ. ຕອນທີ່ໂລອິດສ໌ອາຍຸ 58 ປີ ລາວກັບຈອນໄດ້ຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ປະເທດອູແກຣນ. ເຂົາເຈົ້າເຮັດແນວໃດ? ເຂົາເຈົ້າຄິດວ່າຕົວເອງເຖົ້າຫຼາຍແລ້ວແລະຄືຊິຍ້າຍໄປປະເທດອື່ນບໍ່ໄດ້ແລ້ວບໍ? ເຂົາເຈົ້າບໍ່ໄດ້ຄິດແບບນັ້ນ. ເຂົາເຈົ້າຮັບເອົາວຽກມອບໝາຍແລະຈອນກໍໄດ້ຖືກແຕ່ງຕັ້ງໃຫ້ເປັນສະມາຊິກຄະນະກຳມະການສາຂາຢູ່ຫັ້ນ. ຫຼັງຈາກທີ່ຈອນຕາຍໄປໄດ້ 7 ປີ ໂລອິດສ໌ກໍຍັງຮັບໃຊ້ຢູ່ຫັ້ນຕໍ່. ຕອນນີ້ລາວອາຍຸ 81 ປີແລ້ວ ແຕ່ລາວກໍຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ຢູ່ເບເທນອູແກຣນ ແລະພີ່ນ້ອງຢູ່ທີ່ນັ້ນກໍຮັກລາວຫຼາຍ.
9 ພີ່ນ້ອງຍິງທີ່ເປັນແມ່ໝ້າຍຄືກັບໂລອິດສ໌ອາດຈະບໍ່ໄດ້ຮັບຄວາມສົນໃຈຫຼາຍເທົ່າກັບຕອນທີ່ຜົວເຂົາເຈົ້າຍັງມີຊີວິດຢູ່. ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າເຂົາເຈົ້າຈະມີຄ່າໜ້ອຍລົງ. ພະເຢໂຫວາເຫັນຄ່າພີ່ນ້ອງຍິງເຫຼົ່ານີ້ທີ່ຊ່ວຍສະໜັບສະໜູນຜົວເປັນເວລາຫຼາຍປີ ແລະເຂົາເຈົ້າຍັງຮັບໃຊ້ເພິ່ນຢ່າງສັດຊື່ຈົນຮອດຕອນນີ້. 1 ຕມ. 5:3) ນອກຈາກນັ້ນ ເຂົາເຈົ້າຍັງໄດ້ໃຫ້ກຳລັງໃຈຄົນໜຸ່ມນຳ.
(10. ພີ່ນ້ອງໂທນີໄດ້ວາງຕົວຢ່າງທີ່ດີໃຫ້ເຮົາແນວໃດ?
10 ພີ່ນ້ອງສູງອາຍຸທີ່ສັດຊື່ຫຼາຍຄົນບໍ່ວ່າຈະຢູ່ເຮືອນຫຼືຢູ່ສະຖານທີ່ເບິ່ງແຍງຜູ້ເຖົ້າລ້ວນແຕ່ມີຄ່າທຸກຄົນ. ຕົວຢ່າງເຊັ່ນ ຂໍໃຫ້ຄິດເຖິງພີ່ນ້ອງໂທນີອາຍຸ 98 ປີ ເຊິ່ງຕອນນີ້ລາວຢູ່ສະຖານທີ່ເບິ່ງແຍງຜູ້ເຖົ້າ. ຕອນທີ່ລາວອາຍຸ 20 ປີ ລາວໄດ້ຮັບບັບເຕມາໃນເດືອນສິງຫາ ປີ 1942 ຢູ່ລັດເພັນຊິນເວເນຍ ສະຫະລັດອາເມຣິກາ. ບໍ່ດົນຫຼັງຈາກນັ້ນ ລາວກໍໄດ້ເຂົ້າຄຸກ 2 ປີເຄິ່ງຍ້ອນຮັກສາຄວາມເປັນກາງ. ລາວມີເມຍທີ່ຊື່ຮິວດາແລະມີລູກ 2 ຄົນ. ເຂົາເຈົ້າລ້ຽງລູກໃຫ້ຮູ້ຈັກພະເຢໂຫວາຕັ້ງແຕ່ຍັງນ້ອຍໆ. ໂທນີຮັບໃຊ້ເປັນຜູ້ດູແລຜູ້ເປັນປະທານຂອງປະຊາຄົມ (ຕອນນີ້ເອີ້ນວ່າ ຜູ້ປະສານງານຄະນະຜູ້ດູແລ) ແລະເປັນຜູ້ດູແລການປະຊຸມໝວດເປັນເວລາຫຼາຍປີ. ລາວຍັງໄດ້ນຳການສຶກສາແລະຈັດການປະຊຸມຢູ່ຄຸກ. ເຖິງວ່າຕອນນີ້ລາວຈະອາຍຸຫຼາຍແລ້ວ ແຕ່ລາວກໍຍັງເຮັດວຽກຮັບໃຊ້ພະເຢໂຫວາຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ແລະເຮັດວຽກຮ່ວມກັບພີ່ນ້ອງໃນປະຊາຄົມຢ່າງໃກ້ຊິດ!
11. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າຜູ້ສູງອາຍຸທີ່ຢູ່ເຮືອນຫຼືຢູ່ສະຖານທີ່ເບິ່ງແຍງຜູ້ເຖົ້າ?
11 ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າຜູ້ສູງອາຍຸທີ່ຢູ່ເຮືອນຫຼືຢູ່ສະຖານທີ່ເບິ່ງແຍງຜູ້ເຖົ້າ? ຜູ້ດູແລຈະພະຍາຍາມຊ່ວຍເຂົາເຈົ້າໃຫ້ເຂົ້າຮ່ວມປະຊຸມແລະປະກາດເທົ່າທີ່ເປັນໄປໄດ້. ເຮົາກໍສາມາດສະແດງໃຫ້ເຫັນວ່າເຮົາສົນໃຈເຂົາເຈົ້າໂດຍໄປຢາມເຂົາເຈົ້າຫຼືໂທຫາເຂົາເຈົ້າທາງວິດີໂອ. ແລະພີ່ນ້ອງທີ່ສູງອາຍຸທີ່ເຮົາຄວນເອົາໃຈໃສ່ເປັນພິເສດແມ່ນຜູ້ທີ່ຢູ່ໄກຈາກປະຊາຄົມ ເພາະຖ້າເຮົາບໍ່ເຮັດແບບນີ້ ເຮົາກໍອາດຈະລືມເຂົາເຈົ້າໄດ້. ພີ່ນ້ອງທີ່ສູງອາຍຸບາງຄົນອາດບໍ່ຢາກເລົ່າເລື່ອງຂອງຕົວເອງໃຫ້ຄົນອື່ນຟັງ ຫຼືຄິດວ່າບໍ່ເໝາະສົມທີ່ຈະເວົ້າເລື່ອງນັ້ນ. ແຕ່ເຮົາຈະໄດ້ຮັບກຳລັງໃຈຫຼາຍຖ້າເຮົາໃຊ້ເວລາລົມກັບເຂົາເຈົ້າ ແລະຕັ້ງໃຈຟັງເມື່ອເຂົາເຈົ້າເລົ່າປະສົບການກ່ຽວກັບຄວາມສຸກທີ່ໄດ້ຈາກການຮັບໃຊ້ພະເຢໂຫວາ.
12. ໃນປະຊາຄົມທີ່ເຮົາຢູ່ອາດມີພີ່ນ້ອງແບບໃດ?
12 ໃນປະຊາຄົມທີ່ເຮົາຢູ່ອາດຈະມີພີ່ນ້ອງທີ່ສູງອາຍຸທີ່ສັດຊື່ແລະເປັນຕົວຢ່າງທີ່ດີໃຫ້ກັບເຮົາ. ພີ່ນ້ອງຍິງທີ່ຊື່ແຮຣີເອັດເຊິ່ງຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍປີຢູ່ລັດນິວເຈີຊີ ສະຫະລັດອາເມຣິກາ. ຕໍ່ມາ ລາວກໍໄດ້ຍ້າຍໄປຢູ່ກັບລູກສາວ. ພີ່ນ້ອງໃນປະຊາຄົມໃໝ່ໄດ້ໃຊ້ເວລາກັບລາວເພື່ອຈະຮູ້ຈັກລາວຫຼາຍຂຶ້ນ ແລະກໍໄດ້ເຫັນວ່າລາວເປັນພີ່ນ້ອງທີ່ມີຄ່າຫຼາຍແທ້ໆ. ລາວໄດ້ໃຫ້ກຳລັງໃຈພີ່ນ້ອງໂດຍເລົ່າປະສົບການໃນວຽກຮັບໃຊ້ ແລະເລົ່າຕອນທີ່ລາວໄດ້ຮຽນຄວາມຈິງໃໝ່ໆປະມານປີ 1925. ໃນຕອນນັ້ນ ເມື່ອລາວໄປປະກາດລາວມັກຈະເອົາໄມ້ຖູແຂ້ວໄປນຳເພາະບາງເທື່ອລາວອາດຈະຖືກຈັບເຂົ້າຄຸກ. ໃນປີ 1933 ລາວຖືກຈັບເຂົ້າຄຸກ 2 ເທື່ອ ແລະແຕ່ລະເທື່ອໃຊ້ເວລາປະມານ 1 ອາທິດ. ເຖິງວ່າຜົວລາວຈະບໍ່ໄດ້ເປັນພະຍານ ແຕ່ຜົວກໍໄດ້ຊ່ວຍເບິ່ງແຍງລູກທັງ 3 ຄົນຕອນທີ່ລາວຢູ່ໃນຄຸກ. ພີ່ນ້ອງສູງອາຍຸທີ່ສັດຊື່ຄືກັບພີ່ນ້ອງແຮຣີເອັດເປັນຕາໜ້າຊົມເຊີຍຫຼາຍແທ້ໆ!
13. ເຮົາໄດ້ບົດຮຽນຫຍັງຈາກພີ່ນ້ອງສູງອາຍຸ?
13 ພີ່ນ້ອງທີ່ສູງອາຍຸມີຄວາມສຳຄັນຫຼາຍຕໍ່ອົງການຂອງພະເຢໂຫວາ. ເຂົາເຈົ້າໄດ້ເຫັນຫຼາຍວິທີທີ່ພະເຢໂຫວາຊີ້ນຳອົງການແລະອວຍພອນເຂົາເຈົ້າ. ເຂົາເຈົ້າໄດ້ບົດຮຽນຈາກຄວາມຜິດພາດຂອງຕົວເອງ. ດັ່ງນັ້ນ ໃຫ້ເຮົາເບິ່ງວ່າເຂົາເຈົ້າເປັນຄືກັບ “ແຫຼ່ງສະຕິປັນຍາ” ແລະໃຫ້ເຮົາຮຽນຈາກປະສົບການຂອງເຂົາເຈົ້າ. (ສຸພາ. 18:4, ລ.ມ.) ເມື່ອເຈົ້າໃຊ້ເວລາເພື່ອຮູ້ຈັກເຂົາເຈົ້າ ເຈົ້າກໍຈະໄດ້ຄວາມຮູ້ແລະມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ!
ໄດ້ບົດຮຽນຈາກປະສົບການຂອງຜູ້ສູງອາຍຸ
14. ພະບັນຍັດ 32:7 ກະຕຸ້ນຄົນໜຸ່ມໃຫ້ເຮັດຫຍັງ?
14 ໃຫ້ເຮົາເປັນຝ່າຍລິເລີ່ມລົມກັບພີ່ນ້ອງທີ່ສູງອາຍຸ. (ອ່ານພະບັນຍັດ 32:7) ເຖິງວ່າເຂົາເຈົ້າຈະເວົ້າຄ່ອຍໆ ຍ່າງຊ້າໆ ແລະຕາກໍບໍ່ຄ່ອຍເຫັນຮຸ່ງປານໃດແລ້ວ ແຕ່ເຂົາເຈົ້າຍັງມີໃຈຫ້າວຫັນແລະມີ “ຊື່ສຽງດີ” ກັບພະເຢໂຫວາ. (ຜູ້ປ. 7:1) ຂໍໃຫ້ຈື່ໄວ້ວ່າເຂົາເຈົ້າມີຄ່າຕໍ່ພະເຢໂຫວາ. ດັ່ງນັ້ນ ຂໍໃຫ້ເຮົາໃຫ້ກຽດເຂົາເຈົ້າຕໍ່ໆໄປ. ໃຫ້ເຮົາເຮັດຄືເອລີຊາທີ່ບໍ່ຍອມປະເອລີຢາ ແລະໃນມື້ສຸດທ້າຍທີ່ເຂົາເຈົ້າຢູ່ນຳກັນ ເອລີຊາຢືນຢັນກັບເອລີຢາເຖິງ 3 ເທື່ອວ່າ ‘ຂ້ອຍຈະບໍ່ປະທ່ານ.’—2 ກະ. 2:2, 4, 6
15. ເຮົາອາດຈະຖາມພີ່ນ້ອງທີ່ສູງອາຍຸເລື່ອງຫຍັງແດ່?
15 ເຮົາສາມາດສະແດງໃຫ້ເຫັນວ່າເຮົາສົນໃຈຜູ້ສູງອາຍຸໂດຍຖາມເຂົາເຈົ້າ. (ສຸພາ. 1:5; 20:5; 1 ຕມ. 5:1, 2) ເຮົາອາດຈະຖາມແບບນີ້ວ່າ: “ຕອນທີ່ພໍ່ຕູ້ແມ່ຕູ້ຍັງໜຸ່ມ ສິ່ງໃດເຮັດໃຫ້ເຊື່ອວ່າຄຳພີໄບເບິນເປັນຄວາມຈິງ?” “ເຄີຍມີປະສົບການຫຍັງບໍທີ່ເຮັດໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ?” ແລະ “ສິ່ງໃດຊ່ວຍໃຫ້ມີຄວາມສຸກໃນວຽກຮັບໃຊ້ພະເຢໂຫວາຕໍ່ໆໄປ?” (1 ຕມ. 6:6-8) ຈາກນັ້ນ ກໍໃຫ້ຕັ້ງໃຈຟັງເພິ່ນເລົ່າ.
16. ເມື່ອຄົນໜຸ່ມແລະຄົນສູງອາຍຸລົມກັນ ທັງສອງຈະໄດ້ຮັບປະໂຫຍດແນວໃດ?
16 ເມື່ອຄົນໜຸ່ມແລະຄົນສູງອາຍຸລົມກັນ ທັງສອງກໍຈະໄດ້ຮັບກຳລັງໃຈ. (ຣມ. 1:12) ເຮົາທີ່ເປັນຄົນໜຸ່ມຈະໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາເບິ່ງແຍງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນ ແລະຜູ້ສູງອາຍຸກໍຈະຮູ້ສຶກວ່າເຮົາຮັກເຂົາເຈົ້າແລະເຂົາເຈົ້າກໍມີຄວາມສຸກທີ່ໄດ້ເລົ່າໃຫ້ເຮົາຟັງວ່າພະເຢໂຫວາໃຫ້ພອນຫຍັງແດ່ກັບເຂົາເຈົ້າ.
17. ເປັນຫຍັງຈຶ່ງເວົ້າໄດ້ວ່າພີ່ນ້ອງທີ່ສູງອາຍຸມີຄ່າ?
17 ເມື່ອເວລາຜ່ານໄປ ຄວາມງາມພາຍນອກກໍຈະຄ່ອຍໆໝົດໄປ ແຕ່ຜູ້ທີ່ສັດຊື່ຕໍ່ພະເຢໂຫວາຈະງາມຂຶ້ນເລື້ອຍໆ. (1 ທຊ. 1:2, 3) ເປັນຫຍັງຈຶ່ງວ່າແນວນັ້ນ? ກໍຍ້ອນວ່າຕະຫຼອດຫຼາຍປີທີ່ຜ່ານມາ ເຂົາເຈົ້າຍອມໃຫ້ພະລັງບໍລິສຸດຝຶກສອນແລະຊ່ວຍເຂົາເຈົ້າໃຫ້ມີຄຸນລັກສະນະທີ່ດີ. ແຮ່ງເຮົາຮູ້ຈັກເຂົາເຈົ້າ ນັບຖືເຂົາເຈົ້າ ແລະຮຽນຈາກເຂົາເຈົ້າຫຼາຍເທົ່າໃດ ເຮົາກໍແຮ່ງຈະເຫັນວ່າເຂົາເຈົ້າມີຄ່າຫຼາຍແທ້ໆ!
18. ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
18 ປະຊາຄົມຈະມີຄວາມເຂັ້ມແຂງຫຼາຍຂຶ້ນເມື່ອພີ່ນ້ອງທີ່ຍັງໜຸ່ມເຫັນຄ່າພີ່ນ້ອງທີ່ສູງອາຍຸ ແລະພີ່ນ້ອງທີ່ສູງອາຍຸເຫັນຄ່າພີ່ນ້ອງທີ່ຍັງໜຸ່ມ. ໃນບົດຕໍ່ໄປ ເຮົາຈະມາເບິ່ງວ່າພີ່ນ້ອງທີ່ສູງອາຍຸຈະສະແດງໃຫ້ເຫັນແນວໃດວ່າເຫັນຄ່າພີ່ນ້ອງທີ່ຍັງໜຸ່ມ.
ເພງ 144 ຈ້ອງເບິ່ງທີ່ລາງວັນ
^ ຂໍ້ 5 ພີ່ນ້ອງສູງອາຍຸທີ່ສັດຊື່ມີຄ່າຫຼາຍແທ້ໆ! ໃນບົດນີ້ຈະກະຕຸ້ນເຮົາໃຫ້ເຫັນຄ່າຜູ້ສູງອາຍຸຫຼາຍຂຶ້ນ ແລະເຮົາຕ້ອງເຮັດແນວໃດເພື່ອຈະໄດ້ຮັບຄວາມຮູ້ແລະປະສົບການຈາກເຂົາເຈົ້າ. ແລະບົດນີ້ຍັງຊ່ວຍໃຫ້ຜູ້ສູງອາຍຸໝັ້ນໃຈວ່າເຂົາເຈົ້າມີຄວາມສຳຄັນຕໍ່ອົງການຂອງພະເຢໂຫວາ.