ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 37

‘ເຮົາ​ຈະ​ສັ່ນ​ໝົດ​ທຸກ​ຊາດ’

‘ເຮົາ​ຈະ​ສັ່ນ​ໝົດ​ທຸກ​ຊາດ’

‘ເຮົາ​ຈະ​ສັ່ນ​ໝົດ​ທຸກ​ຊາດ ແລ້ວ​ສິ່ງ​ທີ່​ມີ​ຄ່າ​ຈາກ​ຊາດ​ທັງ​ໝົດ​ນັ້ນ​ຈະ​ຫຼັ່ງໄຫຼ​ເຂົ້າ​ມາ​ໃນ​ວິຫານ​ຫຼັງ​ນີ້.’—ອເກ. 2:7, ລ.ມ.

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1-2. ຜູ້​ພະຍາກອນ​ອາກເກ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ການ​ສັ່ນ​ແບບ​ໃດ​ໃນ​ສະໄໝ​ຂອງ​ເຮົາ?

ຄົນ​ທີ່​ລອດ​ຈາກ​ແຜ່ນດິນ​ໄຫວ​ໃນ​ເນ​ປານ​ປີ 2015 ເວົ້າ​ວ່າ: “ຮ້ານ​ຄ້າ​ແລະ​ຕຶກ​ຕ່າງໆ​ພັງ​ລົງ​ມາ​ພາຍ​ໃນ​ບໍ່​ເທົ່າ​ໃດ​ນາທີ ໃຜ​ກໍ​ຮູ້ສຶກ​ຕົກໃຈ​ແລະ​ຢ້ານ . . . ຫຼາຍ​ຄົນ​ບອກ​ວ່າ​ມັນ​ສັ່ນ​ສະເທືອນ​ຢູ່​ປະມານ 2 ນາທີ. ແຕ່​ຂ້ອຍ​ພັດ​ຮູ້ສຶກ​ວ່າ​ມັນ​ສັ່ນ​ບັກ​ດົນໆ.” ຖ້າ​ເຈົ້າ​ເຈິ​ເຫດການ​ທີ່​ເປັນ​ຕາ​ຢ້ານ​ແບບ​ນີ້ ເຈົ້າ​ຄື​ຊິ​ບໍ່​ລືມ​ມັນ​ງ່າຍໆ.

2 ເຮົາ​ຈະ​ໄດ້​ເຫັນ​ການ​ສັ່ນ​ອີກ​ແບບ​ໜຶ່ງ. ການ​ສັ່ນ​ແບບ​ນີ້​ບໍ່​ໄດ້​ມີ​ຢູ່​ພຽງ​ເມືອງ​ດຽວ​ຫຼື​ປະເທດ​ດຽວ ແຕ່​ມັນ​ສັ່ນ​ຢູ່​ໝົດ​ທຸກ​ຊາດ ແລະ​ມັນ​ສັ່ນ​ແບບ​ນີ້​ມາ​ຫຼາຍ​ສິບ​ປີ​ແລ້ວ. ຜູ້​ພະຍາກອນ​ອາກເກ​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ສັ່ນ​ນີ້​ວ່າ: “ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ເວົ້າ​ວ່າ ‘ອີກ​ບໍ່​ດົນ​ເຮົາ​ຈະ​ສັ່ນ​ທ້ອງຟ້າ​ແລະ​ໂລກ ສັ່ນ​ທະເລ​ແລະ​ແຜ່ນດິນ​ອີກ​ເທື່ອ​ໜຶ່ງ.’”—ອເກ. 2:6, ລ.ມ.

3. ການ​ສັ່ນ​ທີ່​ອາກເກ​ເວົ້າ​ເຖິງ​ຕ່າງ​ຈາກ​ການ​ສັ່ນ​ແບບ​ແຜ່ນດິນ​ໄຫວ​ແນວ​ໃດ?

3 ການ​ສັ່ນ​ທີ່​ອາກເກ​ເວົ້າ​ເຖິງ​ບໍ່​ແມ່ນ​ການ​ສັ່ນ​ແບບ​ແຜ່ນດິນ​ໄຫວ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ເທົ່າ​ນັ້ນ ແຕ່​ເປັນ​ການ​ສັ່ນ​ທີ່​ເຮັດ​ໃຫ້​ເກີດ​ຜົນ​ທີ່​ດີ​ນຳ. ພະ​ເຢໂຫວາ​ບອກ​ວ່າ: ‘ເຮົາ​ຈະ​ສັ່ນ​ໝົດ​ທຸກ​ຊາດ ແລ້ວ​ສິ່ງ​ທີ່​ມີ​ຄ່າ​ຈາກ​ຊາດ​ທັງ​ໝົດ​ນັ້ນ​ຈະ​ຫຼັ່ງໄຫຼ​ເຂົ້າ​ມາ​ໃນ​ວິຫານ​ຫຼັງ​ນີ້. ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ຫຼັງ​ນີ້​ມີ​ແຕ່​ຄວາມ​ສະຫງ່າ​ງາມ.’ (ອເກ. 2:7, ລ.ມ.) ຄຳ​ພະຍາກອນ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ຜູ້​ທີ່​ຢູ່​ໃນ​ສະໄໝ​ອາກເກ? ແລະ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້? ເຮົາ​ຈະ​ມາ​ເບິ່ງ​ຄຳຕອບ​ເຫຼົ່າ​ນີ້ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ມີ​ສ່ວນ​ແນວ​ໃດ​ໃນ​ການ​ສັ່ນ​ຊາດ​ຕ່າງໆ.

ຂ່າວ​ດີ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ສະໄໝ​ອາກເກ

4. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ອາກເກ​ໃຫ້​ໄປ​ຫາ​ປະຊາຊົນ​ຂອງ​ເພິ່ນ?

4 ຜູ້​ພະຍາກອນ​ອາກເກ​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ຈາກ​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກ່ອນ​ໜ້າ​ນັ້ນ. ອາກເກ​ອາດ​ຈະ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ຄົນ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ໃນ​ປີ 537 ກ່ອນ ຄ.ສ ເມື່ອ​ມາ​ຮອດ​ເຢຣູຊາເລັມ​ໄດ້​ບໍ່​ດົນ ເຂົາ​ເຈົ້າ​ກໍ​ໄດ້​ລົງ​ມື​ສ້າງ​ວິຫານ. (ເອເຊດ. 3:8, 10) ແຕ່​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ທໍ້​ໃຈ ແລະ​ເຊົາ​ສ້າງ​ວິຫານ​ຍ້ອນ​ຖືກ​ຕໍ່​ຕ້ານ. (ເອເຊດ. 4:4; ອເກ. 1:1, 2) ດັ່ງ​ນັ້ນ ໃນ​ປີ 520 ກ່ອນ ຄ.ສ ພະ​ເຢໂຫວາ​ຈຶ່ງ​ໄດ້​ບອກ​ອາກເກ​ໄປ​ກະຕຸ້ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ເພື່ອ​ຈະ​ສ້າງ​ວິຫານ​ໃຫ້​ສຳເລັດ. *ເອເຊດ. 6:14, 15

5. ເປັນ​ຫຍັງ​ຄຳເວົ້າ​ຂອງ​ອາກເກ​ຈຶ່ງ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ຂອງ​ພະເຈົ້າ?

5 ຄຳເວົ້າ​ຂອງ​ອາກເກ​ແມ່ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ລາວ​ໄດ້​ເວົ້າ​ກັບ​ຄົນ​ຢິວ​ທີ່​ທໍ້​ໃຈ​ຢ່າງ​ກ້າຫານ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ປະຊາຊົນ​ໃນ​ແຜ່ນດິນ​ນີ້ ຂໍ​ໃຫ້​ມີ​ໃຈ​ເຂັ້ມແຂງ ແລະ​ລົງ​ມື​ສ້າງ​ຕໍ່​ໄປ​ເດີ້’ ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ບອກ​ວ່າ ‘ເຮົາ​ຢູ່​ກັບ​ພວກ​ເຈົ້າ.’” (ອເກ. 2:4, ລ.ມ.) ຄຳ​ວ່າ “ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ” ຄື​ຊິ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ຫຼາຍ​ເພາະ​ນັ້ນ​ສະແດງ​ວ່າ​ພະ​ເຢໂຫວາ​ມີ​ອຳນາດ​ຫຼາຍ ແລະ​ສາມາດ​ສັ່ງ​ກອງທັບ​ທູດ​ສະຫວັນ​ມາ​ຊ່ວຍ​ໄດ້. ດັ່ງ​ນັ້ນ ຄົນ​ຢິວ​ຕ້ອງ​ເພິ່ງ​ພະ​ເຢໂຫວາ​ເພື່ອ​ຈະ​ສ້າງ​ວິຫານ​ໃຫ້​ສຳເລັດ​ໄດ້.

6. ການ​ສັ່ນ​ທີ່​ອາກເກ​ເວົ້າ​ເຖິງ​ຈະ​ເຮັດ​ໃຫ້​ເກີດ​ຜົນ​ແນວ​ໃດ?

6 ພະ​ເຢໂຫວາ​ໄດ້​ສົ່ງ​ອາກເກ​ໃຫ້​ໄປ​ບອກ​ຄົນ​ຢິວ​ວ່າ​ເພິ່ນ​ຈະ​ສັ່ນ​ຊາດ​ຕ່າງໆ. ສິ່ງ​ທີ່​ອາກເກ​ເວົ້າ​ເຮັດ​ໃຫ້​ຄົນ​ຢິວ​ທີ່​ທໍ້​ໃຈ​ເຊິ່ງ​ກຳລັງ​ສ້າງ​ວິຫານ​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ຈະ​ສັ່ນ​ເປີເຊຍ​ທີ່​ເປັນ​ມະຫາ​ອຳນາດ​ໂລກ​ເຊິ່ງ​ກືນ​ກິນ​ຊາດ​ຕ່າງໆ​ໃນ​ສະໄໝ​ນັ້ນ. ການ​ສັ່ນ​ຊາດ​ຕ່າງໆ​ເຮັດ​ໃຫ້​ເກີດ​ຜົນ​ແນວ​ໃດ? (1) ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ສ້າງ​ວິຫານ​ໄດ້​ສຳເລັດ. (2) ຄົນ​ຕ່າງ​ຊາດ​ຈະ​ມາ​ນະມັດສະການ​ພະ​ເຢໂຫວາ​ຢູ່​ວິຫານ​ທີ່​ສ້າງ​ຂຶ້ນ​ໃໝ່. ເລື່ອງ​ນີ້​ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ!—ຊກາ. 8:9

ວຽກ​ທີ່​ສັ່ນ​ສະເທືອນ​ໂລກ​ໃນ​ທຸກ​ມື້​ນີ້

ໃນ​ທຸກ​ມື້​ນີ້ ເຈົ້າ​ໄດ້​ສັ່ນ​ຊາດ​ຕ່າງໆ​ໂດຍ​ເຮັດ​ວຽກ​ປະກາດ​ສຸດ​ຄວາມ​ສາມາດ​ບໍ? (ເບິ່ງ​ຂໍ້ 7-8) *

7. ເຮົາ​ຈະ​ມີ​ສ່ວນ​ໃນ​ການ​ສັ່ນ​ຊາດ​ຕ່າງໆ​ແນວ​ໃດ​ໃນ​ທຸກ​ມື້​ນີ້? ຂໍ​ໃຫ້​ອະທິບາຍ.

7 ຄຳ​ພະຍາກອນ​ຂອງ​ອາກເກ​ມີ​ຄວາມ​ໝາຍ​ສຳລັບ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້? ພະ​ເຢໂຫວາ​ຈະ​ສັ່ນ​ຊາດ​ຕ່າງໆ​ອີກ​ເທື່ອ​ໜຶ່ງ ແລະ​ເຮົາ​ກໍ​ມີ​ສ່ວນ​ໃນ​ວຽກ​ນີ້. ຂໍ​ໃຫ້​ຄິດ​ເຖິງ​ຫຼັກ​ຖານ​ຕໍ່​ໄປ​ນີ້: ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ​ໃນ​ປີ 1914. (ເພງ. 2:6) ນີ້​ເປັນ​ຂ່າວ​ທີ່​ບໍ່​ດີ​ສຳລັບ​ຜູ້​ນຳ​ຂອງ​ໂລກ​ເພາະ “ເວລາ​ຂອງ​ຄົນ​ຕ່າງ​ຊາດ” ຈົບ​ລົງ​ແລ້ວ. ເວລາ​ຂອງ​ຄົນ​ຕ່າງ​ຊາດ​ເປັນ​ໄລຍະ​ເວລາ​ທີ່​ພະ​ເຢໂຫວາ​ບໍ່​ມີ​ຜູ້​ຕາງ​ໜ້າ​ເພິ່ນ​ໃນ​ການ​ປົກຄອງ. (ລກ. 21:24) ດັ່ງ​ນັ້ນ ຕັ້ງ​ແຕ່​ປີ 1919 ປະຊາຊົນ​ຂອງ​ພະເຈົ້າ​ຈຶ່ງ​ໄດ້​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ ມີ​ພຽງ​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ເປັນ​ຄວາມ​ຫວັງ​ດຽວ​ສຳລັບ​ມະນຸດ. ການ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ເປັນ​ການ​ສັ່ນ​ສະເທືອນ​ໄປ​ທົ່ວ​ໂລກ.—ມທ. 24:14

8. ຕາມ​ຄຳເພງ 2:1-3 ຊາດ​ຕ່າງໆ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເຮົາ​ປະກາດ?

8 ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ທີ່​ເຮົາ​ປະກາດ? ຫຼາຍ​ຄົນ​ຮູ້ສຶກ​ບໍ່​ມັກ. (ອ່ານ​ຄຳເພງ 2:1-3) * ຊາດ​ຕ່າງໆ​ສັບສົນ​ວຸ່ນວາຍ ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຜູ້​ປົກຄອງ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ. ເຂົາ​ເຈົ້າ​ບໍ່​ໄດ້​ຖື​ວ່າ​ສິ່ງ​ທີ່​ເຮົາ​ປະກາດ​ເປັນ “ຂ່າວ​ດີ” ແລະ​ລັດຖະບານ​ບາງ​ປະເທດ​ເຖິງ​ຂັ້ນ​ສັ່ງ​ຫ້າມ​ການ​ປະກາດ​ດ້ວຍ​ຊ້ຳ! ເຖິງ​ວ່າ​ຜູ້​ປົກຄອງ​ຫຼາຍ​ຄົນ​ຈະ​ອ້າງ​ວ່າ​ຮັບໃຊ້​ພະເຈົ້າ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຢາກ​ເສຍ​ອຳນາດ​ຂອງ​ຕົວ​ເອງ​ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະເຈົ້າ. ຄື​ກັບ​ຜູ້​ປົກຄອງ​ໃນ​ສະໄໝ​ຂອງ​ພະ​ເຢຊູ ຜູ້​ປົກຄອງ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ຕໍ່​ຕ້ານ​ຜູ້​ຖືກ​ເຈີມ​ໂດຍ​ການ​ຂົ່ມເຫງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ.—ກຈກ. 4:25-28

9. ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຊາດ​ຕ່າງໆ​ທີ່​ບໍ່​ມັກ​ເລື່ອງ​ທີ່​ເຮົາ​ປະກາດ?

9 ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຊາດ​ຕ່າງໆ​ທີ່​ບໍ່​ມັກ​ເລື່ອງ​ທີ່​ເຮົາ​ປະກາດ? ຄຳເພງ 2:10-12, ລ.ມ. ບອກ​ວ່າ: “ດັ່ງ​ນັ້ນ ກະສັດ​ທັງ​ຫຼາຍ ຂໍ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ. ພວກ​ຜູ້​ພິພາກສາ​ໃນ​ໂລກ ຂໍ​ໃຫ້​ຍອມ​ຮັບ​ການ​ວ່າ​ກ່າວ​ແກ້ໄຂ. ຂໍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຢ້ານຢຳ ແລະ​ຊົມຊື່ນ​ຍິນດີ​ດ້ວຍ​ຄວາມ​ຢຳເກງ. ໃຫ້​ນັບຖື​ລູກ​ຂອງ​ພະເຈົ້າ ບໍ່​ດັ່ງ​ນັ້ນ​ພະເຈົ້າ​ຈະ​ຄຽດ​ແລ້ວ​ພວກ​ເຈົ້າ​ຈະ​ພິນາດ ເພາະ​ພະອົງ​ອາດ​ຈະ​ຄຽດ​ຂຶ້ນ​ມາ​ທັນທີ. ແຕ່​ຄົນ​ທີ່​ເຂົ້າ​ມາ​ເພິ່ງ​ພະອົງ​ຈະ​ມີ​ຄວາມ​ສຸກ.” ຍ້ອນ​ພະ​ເຢໂຫວາ​ໃຈ​ດີ ເພິ່ນ​ຈຶ່ງ​ໃຫ້​ໂອກາດ​ພວກ​ຜູ້​ຕໍ່​ຕ້ານ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ຍອມ​ຮັບ​ການ​ປົກຄອງ​ຂອງ​ເພິ່ນ. ແຕ່​ເວລາ​ເຫຼືອ​ໜ້ອຍ​ແລ້ວ ເພາະ​ເຮົາ​ກຳລັງ​ຢູ່ “ໃນ​ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ນີ້. (2 ຕມ. 3:1; ເອຊາ. 61:2) ນີ້​ເປັນ​ເວລາ​ທີ່​ຮີບ​ດ່ວນ​ທີ່​ຫຼາຍ​ຄົນ​ຈະ​ຕ້ອງ​ຮຽນ​ຮູ້​ຄວາມ​ຈິງ​ແລະ​ເລືອກ​ຮັບໃຊ້​ພະ​ເຢໂຫວາ.

ຜົນ​ດີ​ທີ່​ເກີດ​ຈາກ​ການ​ສັ່ນ

10. ຕາມ​ອາກເກ 2:7-9 ການ​ສັ່ນ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແນວ​ໃດ?

10 ການ​ສັ່ນ​ທີ່​ອາກເກ​ບອກ​ລ່ວງ​ໜ້າ​ໄດ້​ເກີດ​ຜົນ​ດີ​ກັບ​ບາງ​ຄົນ. ລາວ​ບອກ​ວ່າ​ການ​ສັ່ນ​ຈະ​ເຮັດ​ໃຫ້ ‘ສິ່ງ​ທີ່​ມີ​ຄ່າ [ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ] ຈາກ​ຊາດ​ທັງ​ໝົດ​ນັ້ນ​ຫຼັ່ງໄຫຼ​ເຂົ້າ​ມາ’ ນະມັດສະການ​ພະ​ເຢໂຫວາ. * (ອ່ານ​ອາກເກ 2:7-9) * ເອຊາຢາ​ແລະ​ມີເກ​ກໍ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ສິ່ງ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ “ໃນ​ສະໄໝ​ສຸດ​ທ້າຍ.”—ເອຊາ. 2:2-4; ມີເກ 4:1, 2, ລ.ມ.

11. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ແນວ​ໃດ​ເມື່ອ​ລາວ​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເທື່ອ​ທຳອິດ?

11 ໃຫ້​ເຮົາ​ມາ​ເບິ່ງ​ວ່າ ການ​ສັ່ນ​ມີ​ຜົນ​ແນວ​ໃດ​ຕໍ່​ພີ່ນ້ອງ​ເຄນ​ທີ່​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່. ລາວ​ຍັງ​ຈື່​ຕອນ​ທີ່​ລາວ​ໄດ້​ຍິນ​ຄວາມ​ຈິງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເທື່ອ​ທຳອິດ​ປະມານ 40 ປີ​ທີ່​ແລ້ວ. ລາວ​ເລົ່າ​ວ່າ: “ຕອນ​ທີ່​ຂ້ອຍ​ໄດ້​ຍິນ​ຄວາມ​ຈິງ​ເທື່ອ​ທຳອິດ​ຈາກ​ຄຳພີ​ໄບເບິນ ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮູ້​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ລະບົບ​ນີ້. ຂ້ອຍ​ຮູ້​ວ່າ​ເພື່ອ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ແລະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ ຂ້ອຍ​ຕ້ອງ​ເລືອກ​ຢູ່​ຝ່າຍ​ພະ​ເຢໂຫວາ​ແລະ​ບໍ່​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້​ທີ່​ເຊື່ອ​ໃຈ​ບໍ່​ໄດ້. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ໄດ້​ອະທິດຖານ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ຂ້ອຍ​ບໍ່​ໄດ້​ເພິ່ງ​ການ​ປົກຄອງ​ຂອງ​ມະນຸດ ແຕ່​ເຂົ້າ​ມາ​ເພິ່ງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ທີ່​ບໍ່​ມີ​ສິ່ງ​ໃດ​ຈະ​ສັ່ນ​ມັນ​ໄດ້.”

12. ໃນ​ສະໄໝ​ສຸດ​ທ້າຍ​ນີ້ ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ມີ​ຄ່າ​ແນວ​ໃດ?

12 ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ໄດ້​ອວຍ​ພອນ​ປະຊາຊົນ​ຂອງ​ເພິ່ນ. ໃນ​ສະໄໝ​ສຸດ​ທ້າຍ​ນີ້ ເຮົາ​ເຫັນ​ວ່າ​ມີ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ເພີ່ມ​ຂຶ້ນ. ໃນ​ປີ 1914 ມີ​ພະຍານ​ພະ​ເຢໂຫວາ​ພຽງ​ບໍ່​ເທົ່າ​ໃດ​ພັນ​ຄົນ ແຕ່​ຕອນ​ນີ້​ມີ​ຫຼາຍ​ກວ່າ 8 ລ້ານ​ຄົນ ແລະ​ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ໃນ​ແຕ່​ລະ​ປີ​ຫຼາຍ​ລ້ານ​ຄົນ. ນີ້​ສະແດງ​ວ່າ “ສິ່ງ​ທີ່​ມີ​ຄ່າ​ຈາກ​ຊາດ​ທັງ​ໝົດ” ໄດ້​ຫຼັ່ງໄຫຼ​ເຂົ້າ​ມາ​ໃນ​ລານ​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ ເຊິ່ງ​ວິຫານ​ໂດຍ​ໄນ​ໝາຍ​ເຖິງ​ການ​ຈັດ​ກຽມ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ຖືກຕ້ອງ. ນອກ​ຈາກ​ນັ້ນ ຊື່​ຂອງ​ພະ​ເຢໂຫວາ​ຍັງ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຍ້ອນ​ຄົນ​ທີ່​ເຂົ້າ​ມາ​ນະມັດສະການ​ເພິ່ນ​ໄດ້​ປ່ຽນ​ແປງ​ຕົວ​ເອງ.—ອຟຊ. 4:22-24

ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ມີ​ຄວາມ​ສຸກ (ເບິ່ງ​ຂໍ້ 13)

13. ມີ​ຄຳ​ພະຍາກອນ​ຫຍັງ​ອີກ​ທີ່​ສຳເລັດ​ເປັນ​ຈິງ​ເລື່ອງ​ການ​ເພີ່ມ​ຂຶ້ນ​ຂອງ​ພະຍານ​ພະ​ເຢໂຫວາ? (ເບິ່ງ​ຮູບ​ໜ້າ​ປົກ)

13 ການ​ເພີ່ມ​ຂຶ້ນ​ຂອງ​ພະຍານ​ພະ​ເຢໂຫວາ​ຍັງ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ອື່ນໆ​ສຳເລັດ​ເປັນ​ຈິງ ເຊັ່ນ ເອຊາອີ 60:22, ລ.ມ. ບອກ​ວ່າ: “ຄົນ​ຈຳນວນ​ໜ້ອຍ​ຈະ​ເພີ່ມ​ເປັນ​ຈຳນວນ​ພັນ ຄົນ​ໂຕ​ນ້ອຍ​ຈະ​ກາຍ​ເປັນ​ຊາດ​ໃຫຍ່. ເຮົາ​ເຢໂຫວາ​ຈະ​ຟ້າວ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ເໝາະ​ສົມ.” ຍ້ອນ​ມີ​ຫຼາຍ​ຄົນ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ມີ​ສິ່ງ​ທີ່​ດີ​ເກີດ​ຂຶ້ນ. “ສິ່ງ​ທີ່​ມີ​ຄ່າ” ເຫຼົ່າ​ນີ້​ໝາຍ​ເຖິງ​ຜູ້​ທີ່​ມີ​ຄວາມ​ຮູ້​ແລະ​ຄວາມ​ສາມາດ​ເຊິ່ງ​ເຕັມ​ໃຈ​ເຮັດ​ວຽກ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” ດັ່ງ​ນັ້ນ ເອຊາຢາ​ຈຶ່ງ​ປຽບ​ຄວາມ​ຮູ້​ຄວາມ​ສາມາດ​ເຫຼົ່າ​ນີ້​ເປັນ​ຄື​ກັບ “ນ້ຳ​ນົມ​ຂອງ​ຊາດ​ຕ່າງໆ” ທີ່​ອົງການ​ຂອງ​ພະ​ເຢໂຫວາ​ໃຊ້. (ເອຊາ. 60:5, 16, ລ.ມ.) ຍ້ອນ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້ ເຮົາ​ຈຶ່ງ​ມີ​ປຶ້ມ​ແລະ​ສິ່ງ​ພິມ​ຕ່າງໆ​ຫຼາຍ​ກວ່າ 1.000 ພາສາ ແລະ​ເຮັດ​ວຽກ​ປະກາດ​ໃນ 240 ດິນແດນ.

ເຖິງ​ເວລາ​ທີ່​ຕ້ອງ​ຕັດສິນ​ໃຈ​ແລ້ວ

14. ຕອນ​ນີ້​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຫຍັງ?

14 ໃນ​ສະໄໝ​ສຸດ​ທ້າຍ​ນີ້ ການ​ສັ່ນ​ຊາດ​ຕ່າງໆ​ຈະ​ຊ່ວຍ​ໃຫ້​ຫຼາຍ​ຄົນ​ຕັດສິນ​ໃຈ​ໄດ້​ວ່າ ເຂົາ​ເຈົ້າ​ຈະ​ເລືອກ​ຢູ່​ຝ່າຍ​ປົກຄອງ​ພະເຈົ້າ​ຫຼື​ຈະ​ໄວ້​ໃຈ​ການ​ປົກຄອງ​ຂອງ​ມະນຸດ. ການ​ເລືອກ​ນີ້​ສຳຄັນ​ຫຼາຍ​ເຊິ່ງ​ທຸກ​ຄົນ​ຕ້ອງ​ໄດ້​ຕັດສິນ​ໃຈ​ເອງ. ເຖິງ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຊື່ອ​ຟັງ​ແລະ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ລັດຖະບານ​ໃນ​ປະເທດ​ທີ່​ເຂົາ​ເຈົ້າ​ຢູ່ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຫຍຸ້ງ​ກ່ຽວ​ໃນ​ເລື່ອງ​ການ​ເມືອງ​ຂອງ​ໂລກ​ນີ້. (ຣມ. 13:1-7) ເຂົາ​ເຈົ້າ​ຮູ້​ວ່າ​ມີ​ພຽງ​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ ເຊິ່ງ​ການ​ປົກຄອງ​ນີ້​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ.—ຢຮ. 18:36, 37

15. ປຶ້ມ​ພະນິມິດ​ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ຖືກ​ທົດ​ສອບ​ເລື່ອງ​ຫຍັງ?

15 ປຶ້ມ​ພະນິມິດ​ບອກ​ໃຫ້​ຮູ້​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ຖືກ​ທົດ​ສອບ​ເລື່ອງ​ຄວາມ​ພັກດີ. ການ​ທົດ​ສອບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ຖືກ​ຕໍ່​ຕ້ານ​ແລະ​ຖືກ​ຂົ່ມເຫງ​ຢ່າງ​ໜັກ. ລັດຖະບານ​ຕ່າງໆ​ຂອງ​ໂລກ​ນີ້​ຈະ​ບັງຄັບ​ເຮົາ​ໃຫ້​ນະມັດສະການ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຈະ​ຂົ່ມເຫງ​ຜູ້​ທີ່​ບໍ່​ສະໜັບສະໜູນ​ເຂົາ​ເຈົ້າ. (ພນມ. 13:12, 15) ເຂົາ​ເຈົ້າ​ຈະ “ບັງຄັບ​ທຸກ​ຄົນ ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ ຄົນ​ຮັ່ງ​ແລະ​ຄົນ​ທຸກ ຄົນ​ທີ່​ມີ​ອິດ​ສະຫຼະ​ແລະ​ຄົນ​ທີ່​ເປັນ​ທາດ ໃຫ້​ຮັບ​ເຄື່ອງ​ໝາຍ​ຢູ່​ມື​ເບື້ອງ​ຂວາ​ຫຼື​ຢູ່​ໜ້າ​ຜາກ.” (ພນມ. 13:16) ທາດ​ໃນ​ສະໄໝ​ບູຮານ​ຈະ​ໄດ້​ຮັບ​ເຄື່ອງ​ໝາຍ​ເພື່ອ​ຈະ​ສະແດງ​ວ່າ​ໃຜ​ເປັນ​ເຈົ້າ​ຂອງ. ຄ້າຍ​ຄື​ກັນ ໃນ​ທຸກ​ມື້​ນີ້​ທຸກ​ຄົນ​ຈະ​ຖືກ​ກົດ​ດັນ​ໃຫ້​ຮັບ​ເຄື່ອງ​ໝາຍ​ໂດຍ​ໄນ​ຢູ່​ທີ່​ໜ້າ​ຜາກ​ແລະ​ມື ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ມະນຸດ​ທັງ​ຄວາມ​ຄິດ​ແລະ​ການ​ກະທຳ.

16. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຕັ້ງ​ແຕ່​ຕອນ​ນີ້?

16 ເຮົາ​ຈະ​ຮັບ​ເອົາ​ເຄື່ອງ​ໝາຍ​ແລະ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ມະນຸດ​ບໍ? ຜູ້​ທີ່​ບໍ່​ຮັບ​ເອົາ​ເຄື່ອງ​ໝາຍ​ຈະ​ເຈິ​ສະພາບການ​ທີ່​ຫຍຸ້ງຍາກ​ແລະ​ອັນຕະລາຍ. ປຶ້ມ​ພະນິມິດ​ຍັງ​ບອກ​ຕໍ່​ໄປ​ວ່າ: “ບໍ່​ໃຫ້​ຜູ້​ໃດ​ຊື້​ຫຼື​ຂາຍ​ຫຍັງ​ໄດ້​ນອກ​ຈາກ​ວ່າ​ລາວ​ຈະ​ມີ​ເຄື່ອງ​ໝາຍ.” (ພນມ. 13:17) ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຜູ້​ທີ່​ຮັບ​ເຄື່ອງ​ໝາຍ​ນັ້ນ​ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ພະນິມິດ 14:9, 10. ແທນ​ທີ່​ຈະ​ຮັບ​ເອົາ​ເຄື່ອງ​ໝາຍ​ນັ້ນ ເຂົາ​ເຈົ້າ​ໄດ້​ຂຽນ​ໃສ່​ມື​ເປັນ​ໄນ​ວ່າ ‘ຂ້ອຍ​ເປັນ​ຂອງ​ພະ​ເຢໂຫວາ.’ (ເອຊາ. 44:5) ນີ້​ເປັນ​ເວລາ​ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ແທ້ໆ! ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ດີ​ໃຈ​ແລະ​ບອກ​ວ່າ​ເຮົາ​ເປັນ​ຄົນ​ຂອງ​ເພິ່ນ.

ການ​ສັ່ນ​ຄັ້ງ​ສຸດ​ທ້າຍ

17. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ໃນ​ເລື່ອງ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ?

17 ພະ​ເຢໂຫວາ​ສະແດງ​ຄວາມ​ອົດ​ທົນ​ຫຼາຍ​ແທ້ໆ​ໃນ​ສະໄໝ​ສຸດ​ທ້າຍ​ນີ້ ເພາະ​ເພິ່ນ​ບໍ່​ຢາກ​ໃຫ້​ໃຜ​ຖືກ​ທຳລາຍ. (2 ປຕ. 3:9) ເພິ່ນ​ໃຫ້​ໂອກາດ​ທຸກ​ຄົນ​ໄດ້​ກັບ​ໃຈ​ແລະ​ເລືອກ​ທີ່​ຈະ​ຮັບໃຊ້​ເພິ່ນ. ແຕ່​ຄວາມ​ອົດ​ທົນ​ຂອງ​ເພິ່ນ​ກໍ​ມີ​ຂີດ​ຈຳກັດ. ຜູ້​ທີ່​ບໍ່​ຍອມ​ຮັບ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເປັນ​ຄື​ກັບ​ຟາໂຣ​ໃນ​ສະໄໝ​ໂມເຊ. ພະ​ເຢໂຫວາ​ເວົ້າ​ກັບ​ຟາໂຣ​ວ່າ: “ຕອນ​ນີ້ ເຮົາ​ຈະ​ລົງ​ມື​ຈັດການ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ໂດຍ​ເຮັດ​ໃຫ້​ເກີດ​ໂລກ​ລະ​ບາດ​ຮ້າຍແຮງ ເພື່ອ​ໃຫ້​ເຈົ້າ​ຫາຍ​ໄປ​ຈາກ​ໂລກ​ນີ້​ເລີຍ​ກໍ​ໄດ້. ແຕ່​ທີ່​ເຮົາ​ປ່ອຍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ແບບ​ນີ້ ກໍ​ເພື່ອ​ຈະ​ສະແດງ​ລິດ​ອຳນາດ​ຂອງ​ເຮົາ​ໃຫ້​ເຈົ້າ​ເຫັນ ແລະ​ເພື່ອ​ຊື່​ຂອງ​ເຮົາ​ຈະເລື່ອງ​ລື​ໄປ​ທົ່ວ​ໂລກ.” (ອົບ. 9:15, 16, ລ.ມ.) ໃນ​ທີ່​ສຸດ​ທຸກ​ຊາດ​ຈະ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ. (ເອເຊກ. 38:23) ແຕ່​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນໄດ້​ແນວ​ໃດ?

18. (ກ) ອາກເກ 2:6, 20-22 ເວົ້າ​ເຖິງ​ການ​ສັ່ນ​ແບບ​ໃດ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄຳເວົ້າ​ຂອງ​ອາກເກ​ຈະ​ສຳເລັດ​ເປັນ​ຈິງ​ໃນ​ອະນາຄົດ?

18 ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ອາກເກ​ຕາຍ​ແລ້ວ ໂປໂລ​ບອກ​ວ່າ ຄຳເວົ້າ​ຂອງ​ອາກເກ​ທີ່​ຢູ່​ໃນ​ອາກເກ 2:6, 20-22 (ອ່ານ) ຈະ​ສຳເລັດ​ເປັນ​ຈິງ​ໃນ​ອະນາຄົດ. ໂປໂລ​ບອກ​ວ່າ: “ຕອນ​ນີ້​ພະອົງ​ສັນຍາ​ວ່າ: ‘ເຮົາ​ຈະ​ສັ່ນ​ທັງ​ໂລກ​ແລະ​ທ້ອງຟ້າ​ອີກ​ເທື່ອ​ໜຶ່ງ.’ ຄຳເວົ້າ​ທີ່​ວ່າ ‘ອີກ​ເທື່ອ​ໜຶ່ງ’ ສະແດງ​ວ່າ​ພະເຈົ້າ​ຈະ​ກຳຈັດ​ສິ່ງ​ທີ່​ຖືກ​ສັ່ນ​ໃຫ້​ໝົດ​ໄປ ນັ້ນ​ຄື​ສິ່ງ​ທີ່​ພະອົງ​ບໍ່​ໄດ້​ສ້າງ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຖືກ​ສັ່ນ​ຍັງ​ເຫຼືອ​ຢູ່.” (ຮຣ. 12:26, 27) ການ​ສັ່ນ​ນີ້​ຕ່າງ​ຈາກ​ການ​ສັ່ນ​ທີ່​ເວົ້າ​ເຖິງ​ຢູ່​ໃນ​ອາກເກ 2:7 ເພາະ​ການ​ສັ່ນ​ນີ້​ໝາຍ​ເຖິງ​ການ​ທຳລາຍ​ຜູ້​ທີ່​ບໍ່​ຍອມ​ຮັບ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຄື​ກັບ​ຟາໂຣ.

19. ສິ່ງ​ໃດ​ຈະ​ບໍ່​ຖືກ​ສັ່ນ ແລະ​ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ?

19 ສິ່ງ​ໃດ​ຈະ​ບໍ່​ຖືກ​ສັ່ນ​ຫຼື​ຖືກ​ທຳລາຍ? ໂປໂລ​ອະທິບາຍ​ຕໍ່​ໄປ​ວ່າ: “ເມື່ອ​ເຫັນ​ວ່າ​ພວກ​ເຮົາ​ຈະ​ໄດ້​ຢູ່​ໃນ​ການ​ປົກຄອງ​ທີ່​ບໍ່​ມີ​ສິ່ງ​ໃດ​ຈະ​ສັ່ນ​ມັນ​ໄດ້ ຂໍ​ໃຫ້​ພວກ​ເຮົາ​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ໄປ. ຄວາມ​ກະລຸນາ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ແກ່​ພະເຈົ້າ​ດ້ວຍ​ເຄົາລົບ​ຢຳເກງ​ແບບ​ທີ່​ພະອົງ​ຍອມ​ຮັບ​ໄດ້.” (ຮຣ. 12:28) ຫຼັງ​ຈາກ​ການ​ສັ່ນ​ຄັ້ງ​ສຸດ​ທ້າຍ​ຈົບ​ລົງ ການ​ປົກຄອງ​ນີ້​ຈະ​ຄົງ​ຢູ່​ຕະຫຼອດ​ໄປ!—ເພງ. 110:5, 6; ດາ. 2:44

20. ທຸກ​ຄົນ​ຕ້ອງ​ໄດ້​ຕັດສິນ​ໃຈ​ເລື່ອງ​ຫຍັງ ແລະ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

20 ຕອນ​ນີ້​ເປັນ​ເວລາ​ທີ່​ທຸກ​ຄົນ​ຕ້ອງ​ເລືອກ​ວ່າ ເຂົາ​ເຈົ້າ​ຈະ​ເລືອກ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ໂລກ​ນີ້​ເຊິ່ງ​ຈະ​ຖືກ​ທຳລາຍ​ຫຼື​ເລືອກ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະເຈົ້າ​ເຊິ່ງ​ຈະ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ. (ຮຣ. 12:25) ເມື່ອ​ເຮົາ​ປະກາດ ເຮົາ​ກໍ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ​ນີ້. ຂໍ​ໃຫ້​ເຮົາ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມາ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະເຈົ້າ​ຕໍ່ໆ​ໄປ. ແລະ​ຂໍ​ໃຫ້​ເຮົາ​ຈື່​ຄຳເວົ້າ​ຂອງ​ພະ​ເຢຊູ​ສະເໝີ​ທີ່​ບອກ​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ​ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດ​ຈົບ​ກໍ​ຈະ​ມາ​ເຖິງ.”—ມທ. 24:14

ເພງ 40 ເຮົາ​ເປັນ​ຄົນ​ຂອງ​ໃຜ?

^ ຂໍ້ 5 ບົດ​ນີ້​ຈະ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ອາກເກ 2:7. ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ມີ​ສ່ວນ​ໃນ​ວຽກ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຊິ່ງ​ສັ່ນ​ສະເທືອນ​ຊາດ​ຕ່າງໆ ແລະ​ເຮົາ​ຈະ​ເຫັນ​ວ່າ​ວຽກ​ນີ້​ມີ​ຜົນ​ດີ​ຕໍ່​ບາງ​ຄົນ​ແນວ​ໃດ ແລະ​ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ຕໍ່​ວຽກ​ນີ້.

^ ຂໍ້ 4 ເຮົາ​ຮູ້​ວ່າ​ອາກເກ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ສຳເລັດ​ຍ້ອນ​ວ່າ​ວິຫານ​ສ້າງ​ແລ້ວ​ໃນ​ປີ 515 ກ່ອນ ຄ.ສ.

^ ຂໍ້ 8 ຄຳເພງ 2:1-3 (ລ.ມ.): “ເປັນ​ຫຍັງ​ຊາດ​ຕ່າງໆ​ຈຶ່ງ​ສົນ​ລະ​ວົນ​ວຸ່ນວາຍ​ກັນ​ແທ້? ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຈົ່ມ​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ? ພວກ​ກະສັດ​ໃນ​ໂລກ​ຕັ້ງ​ຕົວ​ເປັນ​ສັດຕູ ແລະ​ພວກ​ຂຸນນາງ​ລວມ​ຫົວ​ກັນ​ຕໍ່​ຕ້ານ​ພະ​ເຢໂຫວາ​ແລະ​ຜູ້​ຖືກ​ເຈີມ​ຂອງ​ພະອົງ. ພວກ​ເຂົາ​ເວົ້າ​ວ່າ ‘ໃຫ້​ພວກ​ເຮົາ​ຫັກ​ໂສ້​ທີ່​ພວກ​ເຂົາ​ລ່າມ​ພວກ​ເຮົາ​ໄວ້​ແລະ​ດຶງ​ເຊືອກ​ທີ່​ພວກ​ເຂົາ​ມັດ​ພວກ​ເຮົາ​ຖິ້ມ​ໄປ!’”

^ ຂໍ້ 10 ນີ້​ເປັນ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ ເພາະ​ແຕ່​ກີ້​ເຮົາ​ເຂົ້າ​ໃຈ​ວ່າ​ຜູ້​ທີ່​ຈິງ​ໃຈ​ທີ່​ເຂົ້າ​ມາ​ຫາ​ພະ​ເຢໂຫວາ​ບໍ່​ແມ່ນ​ຍ້ອນ​ການ​ສັ່ນ​ຊາດ​ຕ່າງໆ. ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ພຶດສະພາ 2006 (ພາສາ​ໄທ).

^ ຂໍ້ 10 ອາກເກ 2:7-9 (ລ.ມ.): “ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ເວົ້າ​ວ່າ: ‘ເຮົາ​ຈະ​ສັ່ນ​ໝົດ​ທຸກ​ຊາດ ແລ້ວ​ສິ່ງ​ທີ່​ມີ​ຄ່າ​ຈາກ​ຊາດ​ທັງ​ໝົດ​ນັ້ນ​ຈະ​ຫຼັ່ງໄຫຼ​ເຂົ້າ​ມາ​ໃນ​ວິຫານ​ຫຼັງ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ຫຼັງ​ນີ້​ມີ​ແຕ່​ຄວາມ​ສະຫງ່າ​ງາມ.’ ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ເວົ້າ​ວ່າ: ‘ເງິນ​ເປັນ​ຂອງ​ເຮົາ ຄຳ​ກໍ​ເປັນ​ຂອງ​ເຮົາ.’ ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ເວົ້າ​ວ່າ: ‘ວິຫານ​ຫຼັງ​ນີ້​ຈະ​ມີ​ຄວາມ​ສະຫງ່າ​ງາມ​ຍິ່ງ​ກວ່າ​ວິຫານ​ຫຼັງ​ກ່ອນ’ ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ເວົ້າ​ວ່າ: ‘ແລະ​ເຮົາ​ຈະ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ​ໃນ​ສະຖານ​ທີ່​ນີ້.’”

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ອາກເກ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ທີ່​ຈະ​ສ້າງ​ວິຫານ​ຕໍ່​ໄປ​ໃຫ້​ສຳເລັດ. ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ນີ້​ກໍ​ປະກາດ​ເລື່ອງ​ຂອງ​ພະເຈົ້າ​ຢ່າງ​ກ້າຫານ. ພີ່ນ້ອງ​ຜົວ​ເມຍ​ຄູ່​ນີ້​ກຳລັງ​ປະກາດ​ເລື່ອງ​ການ​ສັ່ນ​ຊາດ​ຕ່າງໆ​ຄັ້ງ​ສຸດ​ທ້າຍ.