ບົດຄວາມສຶກສາທີ 38
ໃຫ້ຮັກພະເຢໂຫວາແລະຮັກພີ່ນ້ອງຫຼາຍຂຶ້ນ
“ຂ້ອຍກຳລັງຈະຂຶ້ນໄປຫາພໍ່ຂອງຂ້ອຍເຊິ່ງເປັນພໍ່ຂອງພວກເຈົ້າ.”—ຢຮ. 20:17
ເພງ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ
ໃຈຄວາມສຳຄັນ *
1. ຜູ້ທີ່ສັດຊື່ສາມາດຖືວ່າພະເຢໂຫວາເປັນຄືກັບໃຜ?
ຄອບຄົວຂອງພະເຢໂຫວາປະກອບມີພະເຢຊູເຊິ່ງ “ເປັນຜູ້ທຳອິດທີ່ຖືກສ້າງກ່ອນທຸກສິ່ງ” ແລະທູດສະຫວັນອົງອື່ນໆ. (ກລຊ. 1:15; ເພງ. 103:20) ເມື່ອພະເຢຊູເຂົ້າມາໃນໂລກ ເພິ່ນໄດ້ເຮັດໃຫ້ເຫັນວ່າຜູ້ທີ່ສັດຊື່ສາມາດເບິ່ງວ່າພະເຢໂຫວາເປັນຄືກັບພໍ່ຂອງເຂົາເຈົ້າ. ເມື່ອພະເຢຊູເວົ້າກັບພວກລູກສິດ ເພິ່ນເອີ້ນພະເຢໂຫວາວ່າ “ພໍ່ຂອງຂ້ອຍເຊິ່ງເປັນພໍ່ຂອງພວກເຈົ້າ.” (ຢຮ. 20:17) ເມື່ອເຮົາອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ ເຮົາກໍໄດ້ເຂົ້າມາເປັນສ່ວນໜຶ່ງຂອງພີ່ນ້ອງທີ່ຮັກກັນຄືກັບຄອບຄົວ.—ມຣກ. 10:29, 30
2. ເຮົາຈະຮຽນຫຍັງໃນບົດນີ້?
2 ບາງຄົນອາດຮູ້ສຶກວ່າຍາກທີ່ຈະເບິ່ງວ່າພະເຢໂຫວາເປັນຄືກັບພໍ່. ສ່ວນບາງຄົນກໍບໍ່ຮູ້ວ່າຈະສະແດງຄວາມຮັກຕໍ່ພີ່ນ້ອງແນວໃດ. ໃນບົດນີ້ ເຮົາຈະມາເບິ່ງວ່າ ພະເຢຊູຊ່ວຍເຮົາແນວໃດໃຫ້ເຫັນວ່າພະເຢໂຫວາເປັນຄືກັບພໍ່ ແລະຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ແລະເຮົາຍັງຈະມາເບິ່ງວ່າເຮົາຈະຮຽນແບບພະເຢໂຫວາແນວໃດໃນວິທີທີ່ເຮົາປະຕິບັດກັບພີ່ນ້ອງ.
ພະເຢໂຫວາຢາກໃຫ້ເຮົາໃກ້ຊິດກັບເພິ່ນ
3. ຄຳອະທິດຖານແບບຢ່າງຂອງພະເຢຊູຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາແນວໃດ?
3 ພະເຢໂຫວາເປັນພໍ່ທີ່ມີຄວາມຮັກ ແລະພະເຢຊູເອງກໍຢາກໃຫ້ເຮົາເບິ່ງພະເຢໂຫວາແບບນັ້ນ. ເພິ່ນຢາກໃຫ້ເຮົາເຫັນວ່າພະເຢໂຫວາເປັນຄືກັບພໍ່ທີ່ອົບອຸ່ນແລະເຂົ້າຫາໄດ້ງ່າຍ ບໍ່ແມ່ນເປັນຜູ້ທີ່ມີອຳນາດແລະມີແຕ່ສັ່ງການ. ເຮົາເຫັນເລື່ອງນີ້ໄດ້ຈາກຕອນທີ່ພະເຢຊູສອນພວກລູກສິດໃຫ້ອະທິດຖານ. ເພິ່ນເລີ່ມຕົ້ນອະທິດຖານໂດຍໃຊ້ຄຳວ່າ “ພໍ່ຂອງພວກເຮົາ.” (ມທ. 6:9) ທີ່ຈິງ ເພິ່ນສາມາດເລີ່ມຕົ້ນໂດຍໃຊ້ຄຳວ່າ ພະເຢໂຫວາເປັນ “ຜູ້ທີ່ມີພະລັງອຳນາດສູງສຸດ” ເປັນ “ຜູ້ສ້າງ” ແລະເປັນ “ກະສັດຕະຫຼອດໄປ” ເຊິ່ງເປັນ ຄຳທີ່ເໝາະສົມກັບຕຳແໜ່ງຂອງເພິ່ນຢູ່ແລ້ວ. (ຕົ້ນ. 49:25; ເອຊາ. 40:28; 1 ຕມ. 1:17) ແຕ່ພະເຢຊູກໍຍັງເອີ້ນພະເຢໂຫວາວ່າ “ພໍ່.”
4. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາໃກ້ຊິດກັບເພິ່ນ?
4 ເຈົ້າອາດຮູ້ສຶກວ່າຍາກບໍທີ່ຈະເບິ່ງວ່າພະເຢໂຫວາເປັນຄືກັບພໍ່? ບາງຄົນອາດຮູ້ສຶກແບບນັ້ນຍ້ອນເຂົາເຈົ້າຢູ່ໃນຄອບຄົວທີ່ພໍ່ບໍ່ຄ່ອຍເປັນຄົນອົບອຸ່ນ. ແຕ່ເຮົາໄດ້ຮັບກຳລັງໃຈທີ່ຮູ້ວ່າພະເຢໂຫວາເຂົ້າໃຈຄວາມຮູ້ສຶກຂອງເຮົາ. ເພິ່ນຢາກໃຫ້ເຮົາໃກ້ຊິດກັບເພິ່ນ. ນີ້ເປັນເຫດຜົນທີ່ຄຳພີໄບເບິນບອກວ່າ: “ໃຫ້ເຂົ້າໄປໃກ້ຊິດກັບພະເຈົ້າ ແລ້ວພະອົງຈະເຂົ້າມາໃກ້ຊິດກັບພວກເຈົ້າ.” (ຢກບ. 4:8) ພະເຢໂຫວາຮັກເຮົາ ແລະເພິ່ນກໍຈະເປັນພໍ່ທີ່ດີທີ່ສຸດຂອງເຮົາ.
5. ຕາມລູກາ 10:22 ພະເຢຊູຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາແນວໃດ?
5 ພະເຢຊູສາມາດຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາໄດ້ ຍ້ອນເພິ່ນຮູ້ຈັກແລະຮຽນແບບຄຸນລັກສະນະຂອງພະເຢໂຫວາໄດ້ເປັນຢ່າງດີ. ຍ້ອນແນວນີ້ເພິ່ນຈຶ່ງເວົ້າວ່າ: “ຜູ້ທີ່ໄດ້ເຫັນຂ້ອຍ ກໍໄດ້ເຫັນພະເຈົ້າຜູ້ເປັນພໍ່.” (ຢຮ. 14:9) ພະເຢຊູເປັນຄືກັບອ້າຍທີ່ສອນນ້ອງໃຫ້ຮູ້ວ່າຈະເຊື່ອຟັງແລະນັບຖືພໍ່ແນວໃດ ຈະເຮັດແນວໃດພໍ່ຈຶ່ງຈະບໍ່ເສຍໃຈແລະພູມໃຈໃນໂຕເຮົາ. ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນໄດ້ຊ່ວຍເຮົາໃຫ້ເຫັນວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກແລະດີຕໍ່ເຮົາຫຼາຍແທ້ໆ. (ອ່ານລູກາ 10:22) ໃຫ້ເຮົາມາເບິ່ງບາງເລື່ອງນຳກັນ.
6. ພະເຢໂຫວາຟັງຄຳອະທິດຖານຂອງພະເຢຊູຕອນໃດແດ່?
6 ພະເຢໂຫວາຟັງລູກຂອງເພິ່ນ. ໃຫ້ເຮົາມາເບິ່ງວິທີທີ່ພະເຢໂຫວາຟັງພະເຢຊູທີ່ເປັນລູກກົກຂອງເພິ່ນ. ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນໄດ້ອະທິດຖານຫຼາຍເທື່ອ ແລະພະເຢໂຫວາກໍຟັງຄຳອະທິດຖານຂອງເພິ່ນຕະຫຼອດ. (ລກ. 5:16) ພະເຢໂຫວາໄດ້ຟັງຄຳອະທິດຖານຂອງພະເຢຊູຕອນທີ່ເພິ່ນຕ້ອງຕັດສິນໃຈເລື່ອງທີ່ສຳຄັນ ເຊັ່ນ: ເມື່ອເລືອກອັກຄະສາວົກ 12 ຄົນ. (ລກ. 6:12, 13) ແລະພະເຢໂຫວາຍັງຟັງຄຳອະທິດຖານຂອງພະເຢຊູຕອນທີ່ເພິ່ນອຸກໃຈຫຼາຍ. ກ່ອນທີ່ພະເຢຊູຈະຖືກທໍລະຍົດ ເພິ່ນໄດ້ອະທິດຖານເຖິງພະເຢໂຫວາເອົາ ແທ້ເອົາວ່າກ່ຽວກັບເລື່ອງທີ່ຈະເກີດຂຶ້ນກັບເພິ່ນ. ພະເຢໂຫວາບໍ່ພຽງແຕ່ຟັງຄຳອະທິດຖານຂອງພະເຢຊູ ແຕ່ເພິ່ນຍັງໄດ້ສົ່ງທູດສະຫວັນມາໃຫ້ກຳລັງໃຈພະເຢຊູນຳ.—ລກ. 22:41-44
7. ເຮົາຄວນຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາຟັງຄຳອະທິດຖານຂອງເຮົາ?
7 ໃນທຸກມື້ນີ້ ພະເຢໂຫວາຍັງຟັງຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນ ແລະໄດ້ຕອບເຂົາເຈົ້າໃນເວລາທີ່ເໝາະສົມແລະໃນວິທີທີ່ດີທີ່ສຸດ. (ເພງ. 116:1, 2) ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງຢູ່ອິນເດຍທີ່ເຫັນວ່າພະເຢໂຫວາໄດ້ຕອບຄຳອະທິດຖານຂອງລາວ. ລາວເປັນໂລກວິຕົກກັງວົນ ແລະລາວໄດ້ອະທິດຖານເຖິງພະເຢໂຫວາເລື້ອຍໆກ່ຽວກັບເລື່ອງນີ້. ລາວບອກວ່າ: “ລາຍການໂທລະທັດ JW ເດືອນພຶດສະພາ 2019 ທີ່ເວົ້າເຖິງວິທີຮັບມືກັບໂລກວິຕົກກັງວົນ ມາຖືກເວລາເລີຍ! ຂ້ອຍຮູ້ສຶກວ່າພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍແທ້ໆ.”
8. ພະເຢໂຫວາໄດ້ສະແດງຄວາມຮັກຕໍ່ພະເຢຊູແນວໃດ?
8 ພະເຢໂຫວາຮັກແລະເປັນຫ່ວງເຮົາ ຄືກັບທີ່ເພິ່ນຮັກແລະຊ່ວຍເຫຼືອພະເຢຊູຕະຫຼອດຕອນທີ່ພະເຢຊູຢູ່ໃນໂລກນີ້. (ຢຮ. 5:20) ພະເຢໂຫວາຊ່ວຍພະເຢຊູໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ ໃຫ້ກຳລັງໃຈພະເຢຊູໃນຍາມທີ່ທໍ້ໃຈ ແລະໃຫ້ມີສິ່ງຈຳເປັນໃນແຕ່ລະມື້. ເພິ່ນຍັງສະແດງໃຫ້ເຫັນວ່າເພິ່ນຮັກແລະພໍໃຈພະເຢຊູ. (ມທ. 3:16, 17) ພະເຢຊູເອງກໍຮູ້ວ່າ ພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຢູ່ກັບເພິ່ນຕະຫຼອດແລະຊ່ວຍເຫຼືອເພິ່ນສະເໝີ ດັ່ງນັ້ນ ເພິ່ນຈຶ່ງບໍ່ເຄີຍຮູ້ສຶກໂດດດ່ຽວ.—ຢຮ. 8:16
9. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຮັກເຮົາ?
9 ຄືກັບພະເຢຊູ ພະເຢໂຫວາກໍໄດ້ສະແດງຄວາມຮັກຕໍ່ເຮົາໃນຫຼາຍດ້ານຄືກັນ ເຊັ່ນ: ພະເຢໂຫວາໄດ້ຊ່ວຍເຮົາໃຫ້ຮູ້ຈັກເພິ່ນ ແລະໃຫ້ເຮົາມີຄອບຄົວທີ່ຊ່ວຍເຮົາໃຫ້ມີຄວາມສຸກແລະໃຫ້ກຳລັງໃຈເຮົາເມື່ອມີບັນຫາ. (ຢຮ. 6:44) ພະເຢໂຫວາໄດ້ໃຫ້ເຮົາມີປຶ້ມແລະໜັງສືຕ່າງໆເພື່ອຈະເສີມຄວາມເຊື່ອຂອງເຮົາ. ແລະເພິ່ນຍັງຊ່ວຍເຮົາໃຫ້ມີສິ່ງຈຳເປັນໃນແຕ່ລະມື້. (ມທ. 6:31, 32) ເມື່ອເຮົາຄິດເຖິງຄວາມຮັກທີ່ພະເຢໂຫວາສະແດງຕໍ່ເຮົາ ເຮົາກໍແຮ່ງຈະຮັກເພິ່ນຫຼາຍຂຶ້ນເລື້ອຍໆ.
ໃຫ້ປະຕິບັດກັບພີ່ນ້ອງຄືກັບທີ່ພະເຢໂຫວາເຮັດ
10. ເຮົາໄດ້ບົດຮຽນຫຍັງຈາກວິທີທີ່ພະເຢໂຫວາປະຕິບັດກັບພີ່ນ້ອງ?
10 ພະເຢໂຫວາຮັກພີ່ນ້ອງຂອງເຮົາທຸກຄົນ ແຕ່ເຮົາອາດຮູ້ສຶກວ່າມັນບໍ່ງ່າຍທີ່ເຮົາຈະຮັກແລະສະແດງຄວາມຮັກຕໍ່ພີ່ນ້ອງ ຍ້ອນວ່າເຮົາມາຈາກວັດທະນະທຳແລະໃຫຍ່ມາໃນສະພາບທີ່ແຕກຕ່າງກັນ. ນອກຈາກນັ້ນ ເຮົາທຸກຄົນຍັງເຮັດຜິດພາດເຊິ່ງອາດຈະເຮັດໃຫ້ພີ່ນ້ອງຮູ້ສຶກຫງຸດຫງິດແລະບໍ່ສະບາຍໃຈ. ແຕ່ເຮົາສາມາດເພີ່ມຄວາມຮັກຕໍ່ພີ່ນ້ອງໃຫ້ຫຼາຍຂຶ້ນໄດ້. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ກໍໂດຍການຮຽນແບບພະເຢໂຫວາໃນວິທີທີ່ເພິ່ນປະຕິບັດກັບພີ່ນ້ອງ. (ອຟຊ. 5:1, 2; 1 ຢຮ. 4:19) ໃຫ້ເຮົາມາເບິ່ງວ່າ ເຮົາຈະຮຽນແບບພະເຢໂຫວາໃນເລື່ອງຫຍັງແດ່.
11. ພະເຢຊູໄດ້ເຮັດຫຍັງເຊິ່ງສະແດງວ່າພະເຢໂຫວາ “ອີ່ດູສົງສານ” ຄົນອື່ນ?
11 ພະເຢໂຫວາສະແດງຄວາມ “ອີ່ດູສົງສານ.” (ລກ. 1:78) ຜູ້ທີ່ອີ່ດູສົງສານຫຼືເຫັນອົກເຫັນໃຈຄົນອື່ນຈະເປັນຫ່ວງຜູ້ທີ່ທຸກໃຈ ລາວຈະຫາວິທີໃຫ້ກຳລັງໃຈແລະຊ່ວຍເຫຼືອຄົນນັ້ນ. ພະເຢຊູສະແດງໃຫ້ເຫັນວ່າພະເຢໂຫວາຮັກແລະເປັນຫ່ວງຄົນອື່ນຈາກວິທີທີ່ເພິ່ນປະຕິບັດກັບເຂົາເຈົ້າ. (ຢຮ. 5:19) ມີເທື່ອໜຶ່ງຕອນທີ່ຝູງຄົນມາຫາພະເຢຊູ ເພິ່ນກໍ “ຮູ້ສຶກອີ່ຕົນເພາະພວກເຂົາຖືກຂູດຮີດແລະຖືກປະຖິ້ມຄືກັບແກະທີ່ບໍ່ມີຄົນລ້ຽງ.” (ມທ. 9:36) ຍ້ອນພະເຢຊູອີ່ຕົນຄົນອື່ນ ເພິ່ນຈຶ່ງໄດ້ລົງມືຊ່ວຍເຫຼືອເຂົາເຈົ້າໂດຍປິ່ນປົວຄົນທີ່ເຈັບປ່ວຍແລະຊ່ວຍຄົນທີ່ “ອິດເມື່ອຍແລະມີພາລະຫຼາຍ” ໃຫ້ຮູ້ສຶກສົດຊື່ນ.—ມທ. 11:28-30; 14:14
12. ເຮົາຈະສະແດງຄວາມເຫັນອົກເຫັນໃຈພີ່ນ້ອງໄດ້ແນວໃດ?
12 ເພື່ອຈະເຫັນອົກເຫັນໃຈຄົນອື່ນ ເຮົາຕ້ອງເຂົ້າໃຈບັນຫາຂອງເຂົາເຈົ້າກ່ອນ ເຊັ່ນ: ພີ່ນ້ອງຍິງຄົນໜຶ່ງອາດຈະມີບັນຫາສຸຂະພາບທີ່ຮ້າຍແຮງ ແລະບໍ່ເຄີຍເລົ່າບັນຫານີ້ໃຫ້ໃຜຟັງ. ມັນຄືຊິບໍ່ງ່າຍແມ່ນບໍທີ່ລາວຈະເບິ່ງແຍງຄອບຄົວຂອງຕົວເອງ? ແຕ່ລາວຈະດີໃຈຫຼາຍແທ້ໆຖ້າມີຄົນມາຊ່ວຍລາວ. ຄັນຊັ້ນເຮົາຈະແຕ່ງກິນຫຼືອະນາໄມເຮືອນຊ່ວຍລາວໄດ້ບໍ? ສ່ວນພີ່ນ້ອງຊາຍທີ່ຕົກວຽກເດ ຕອນທີ່ລາວຍັງຊອກວຽກບໍ່ໄດ້ ເຮົາຈະຊ່ວຍລາວເປັນເງິນຈຳນວນໜຶ່ງໄດ້ບໍໂດຍທີ່ບໍ່ໃຫ້ຮູ້ວ່າມາຈາກໃຜ?
13-14. ເຮົາຈະເປັນຄົນໃຈກວ້າງຄືພະເຢໂຫວາໄດ້ແນວໃດ?
13 ພະເຢໂຫວາເປັນພະເຈົ້າທີ່ໃຈກວ້າງ. (ມທ. 5:45) ເຮົາບໍ່ຄວນລໍຖ້າໃຫ້ພີ່ນ້ອງມາຂໍຄວາມຊ່ວຍເຫຼືອແລ້ວຈຶ່ງໄປຊ່ວຍເຂົາເຈົ້າ ແຕ່ເຮົາຄວນເຮັດຄືກັບພະເຢໂຫວາທີ່ເປັນຝ່າຍລິເລີ່ມຊ່ວຍເຫຼືອເຂົາເຈົ້າກ່ອນ. ພະເຢໂຫວາໃຫ້ແສງຕາເວັນກັບເຮົາທຸກມື້ໂດຍທີ່ເຮົາບໍ່ໄດ້ຂໍ ແລະແສງຕາເວັນນັ້ນກໍເປັນປະໂຫຍດຕໍ່ກັບທຸກຄົນ ບໍ່ພຽງແຕ່ຜູ້ທີ່ຮັກເພິ່ນເທົ່ານັ້ນ. ພະເຢໂຫວາໃຫ້ທຸກສິ່ງທີ່ເຮົາຈຳເປັນຕ້ອງມີ ເຊິ່ງສະແດງໃຫ້ເຫັນວ່າເພິ່ນຮັກເຮົາ. ຍ້ອນພະເຢໂຫວາເປັນພະເຈົ້າທີ່ໃຈກວ້າງແລະໃຈດີ ເຮົາຈຶ່ງຮັກເພິ່ນຫຼາຍແທ້ໆ!
14 ພີ່ນ້ອງຫຼາຍຄົນໄດ້ຮຽນແບບພະເຢໂຫວາໂດຍເປັນຝ່າຍລິເລີ່ມທີ່ຈະສະແດງຄວາມໃຈກວ້າງຕໍ່ຄົນອື່ນ. ຕົວຢ່າງເຊັ່ນ: ໃນປີ 2013 ພາຍຸໄຕ້ຝຸ່ນໄຮຢ້ຽນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃນຟີລິບປິນ. ພີ່ນ້ອງຫຼາຍຄົນສູນເສຍເຮືອນຊານແລະຊັບສິນຕ່າງໆ. ແຕ່ພີ່ນ້ອງຈາກທົ່ວໂລກກໍໄດ້ມາຊ່ວຍເຫຼືອເຂົາເຈົ້າທັນທີ ພີ່ນ້ອງຫຼາຍຄົນໄດ້ໃຫ້ເງິນຄຳແລະໄດ້ຊ່ວຍສ້ອມແປງຫຼືປຸກເຮືອນໃໝ່ໃຫ້ກັບພີ່ນ້ອງເກືອບ 750 ຫຼັງພາຍໃນປີດຽວ! ໃນລະຫວ່າງທີ່ມີການລະບາດຂອງພະຍາດໂຄວິດ-19 ພີ່ນ້ອງໄດ້ເຮັດວຽກຫຼາຍເພື່ອຈະຊ່ວຍເຫຼືອກັນແລະກັນ. ເມື່ອເຮົາລົງມືຊ່ວຍເຫຼືອພີ່ນ້ອງທັນທີ ເຮົາກໍສະແດງໃຫ້ເຫັນວ່າເຮົາຮັກເຂົາເຈົ້າ.
15-16. ຕາມລູກາ 6:36 ເຮົາຄວນເຮັດຫຍັງເຊິ່ງສະແດງວ່າເຮົາຮຽນແບບພະເຢໂຫວາ?
15 ພະເຢໂຫວາເປັນພະເຈົ້າທີ່ເມດຕາແລະໃຫ້ອະໄພຄົນອື່ນ. (ອ່ານລູກາ 6:36) ພະເຢໂຫວາໄດ້ໃຫ້ອະໄພເຮົາທຸກມື້. (ເພງ. 103:10-14) ພະເຢຊູກໍຄື ກັນ ເຖິງວ່າພວກລູກສິດຂອງເພິ່ນຈະເປັນຄົນບໍ່ສົມບູນແບບແລະເຮັດຜິດເລື້ອຍໆ ແຕ່ເພິ່ນກໍຍັງເມດຕາແລະໃຫ້ອະໄພເຂົາເຈົ້າ. ພະເຢຊູເຖິງຂັ້ນເຕັມໃຈສະລະຊີວິດຕົວເອງເພື່ອເຮົາຈະໄດ້ຮັບການໃຫ້ອະໄພ. (1 ຢຮ. 2:1, 2) ການທີ່ພະເຢໂຫວາແລະພະເຢຊູເມດຕາແລະໃຫ້ອະໄພເຮົາ ຄວນຈະເຮັດໃຫ້ເຮົາໃກ້ຊິດກັບພວກເພິ່ນຫຼາຍຂຶ້ນບໍ່ແມ່ນບໍ?
16 ເຮົາຈະຮັກພີ່ນ້ອງຫຼາຍຂຶ້ນໄດ້ ຖ້າເຮົາ “ໃຫ້ອະໄພກັນຢ່າງໃຈກວ້າງ.” (ອຟຊ. 4:32) ບາງເທື່ອມັນກໍຍາກທີ່ເຮົາຈະໃຫ້ອະໄພຄົນອື່ນ ແຕ່ເຮົາກໍຕ້ອງພະຍາຍາມທີ່ຈະເຮັດແບບນັ້ນ. ພີ່ນ້ອງຍິງຄົນໜຶ່ງເຫັນວ່າຫໍສັງເກດການ ບົດຄວາມທີ່ຊື່ວ່າ “ຈົ່ງໃຫ້ອະໄພກັນຢ່າງໃຈກວ້າງ” * ຊ່ວຍລາວໄດ້ຫຼາຍແທ້ໆ. ລາວບອກວ່າ: “ການສຶກສາບົດຄວາມນີ້ ຊ່ວຍຂ້ອຍໃຫ້ປັບຄວາມຄິດໃນເລື່ອງການໃຫ້ອະໄພ. ໃນບົດນັ້ນອະທິບາຍວ່າ ການໃຫ້ອະໄພຄົນອື່ນບໍ່ໄດ້ໝາຍຄວາມວ່າເຮົາຍອມຮັບສິ່ງບໍ່ດີທີ່ເຂົາເຈົ້າເຮັດແລະຜົນເສຍຫາຍທີ່ເກີດຂຶ້ນ ແຕ່ໝາຍຄວາມວ່າເຮົາບໍ່ເກັບຄວາມຄຽດແຄ້ນໄວ້ ແລະຮັກສາຄວາມສະຫງົບໃຈໄວ້.” ເມື່ອເຮົາໃຫ້ອະໄພພີ່ນ້ອງ ເຮົາກໍກຳລັງຮຽນແບບພະເຢໂຫວາໃນການສະແດງຄວາມຮັກຕໍ່ເຂົາເຈົ້າ.
ໃຫ້ເຮົາເຫັນຄ່າທີ່ໄດ້ຢູ່ໃນຄອບຄົວຂອງພະເຢໂຫວາ
17. ຕາມມັດທາຍ 5:16 ເຮົາຈະໃຫ້ກຽດພະເຢໂຫວາໂດຍເຮັດຫຍັງ?
17 ເປັນສິດທິພິເສດຫຼາຍແທ້ໆທີ່ເຮົາໄດ້ເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງທົ່ວໂລກທີ່ຮັກກັນແລະກັນ. ເຮົາຢາກເຮັດສຸດຄວາມສາມາດເພື່ອຈະຊ່ວຍຫຼາຍຄົນໃຫ້ເຂົ້າມານະມັດສະການພະເຢໂຫວາ. ດັ່ງນັ້ນ ເຮົາຕ້ອງລະວັງທີ່ຈະບໍ່ເຮັດສິ່ງໃດກໍຕາມທີ່ຈະສົ່ງຜົນທີ່ບໍ່ດີຕໍ່ພະເຢໂຫວາແລະປະຊາຊົນຂອງເພິ່ນ. ເຮົາຄວນພະຍາຍາມປະພຶດຕົວດີສະເໝີເພື່ອຈະເຮັດໃຫ້ຄົນອື່ນສົນໃຈຂ່າວດີ.—ອ່ານມັດທາຍ 5:16
18. ສິ່ງໃດຈະຊ່ວຍເຮົາໃຫ້ກ້າປະກາດ?
18 ບາງເທື່ອຄົນອື່ນອາດຈະຂົ່ມຂູ່ເຮົາຫຼືເຖິງຂັ້ນຂົ່ມເຫງເຮົາ ຍ້ອນເຮົາເຊື່ອຟັງພະເຢໂຫວາ. ຄັນຊັ້ນເຮົາຈະເຮັດແນວໃດຖ້າເຮົາບໍ່ກ້າບອກຄົນອື່ນໃຫ້ຮູ້ເລື່ອງຄວາມເຊື່ອຂອງເຮົາ? ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາມທ. 10:19, 20
ແລະພະເຢຊູຈະຊ່ວຍເຮົາ. ພະເຢຊູບອກພວກລູກສິດວ່າ ເຂົາເຈົ້າບໍ່ຈຳເປັນຕ້ອງອຸກໃຈວ່າຈະເວົ້າຫຍັງຫຼືເວົ້າແນວໃດ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ເພາະເພິ່ນອະທິບາຍວ່າ: “ໃນຕອນນັ້ນພວກເຈົ້າຈະຮູ້ວ່າຕ້ອງເວົ້າຫຍັງ. ທີ່ຈິງແລ້ວ ບໍ່ແມ່ນຕົວຂອງພວກເຈົ້າເອງເທົ່ານັ້ນທີ່ເວົ້າ ແຕ່ພະລັງຈາກພະເຈົ້າຜູ້ເປັນພໍ່ຈະຊ່ວຍພວກເຈົ້າໃຫ້ຮູ້ວ່າຄວນເວົ້າຫຍັງ.”—19. ຂໍໃຫ້ເລົ່າປະສົບການຂອງພີ່ນ້ອງທີ່ປະກາດຢ່າງກ້າຫານ.
19 ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງໂຣເບີດທີ່ຢູ່ອາຝຼິກກາໃຕ້. ຕອນທີ່ລາວເປັນນັກສຶກສາຄຳພີໄບເບິນໃໝ່ໆແລະຍັງບໍ່ທັນມີຄວາມຮູ້ໃນຄຳພີໄບເບິນຫຼາຍປານໃດ ລາວຕ້ອງໄປຂຶ້ນສານແລະອະທິບາຍເຫດຜົນວ່າເປັນຫຍັງຈຶ່ງບໍ່ເປັນທະຫານ. ລາວໄດ້ອະທິບາຍຕໍ່ໜ້າສານຢ່າງກ້າຫານວ່າ ລາວບໍ່ຢາກເປັນທະຫານຍ້ອນລາວຮັກພີ່ນ້ອງຄລິດສະຕຽນ. ລາວພູມໃຈຫຼາຍແທ້ໆທີ່ໄດ້ເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງທົ່ວໂລກ! ແລ້ວຜູ້ພິພາກສາກໍຖາມລາວທັນທີວ່າ: “ໃຜເປັນພີ່ນ້ອງເຈົ້າ?” ໂຣເບີດບໍ່ຄິດວ່າຊິເຈິຄຳຖາມແບບນີ້ ແຕ່ລາວກໍຈື່ຂໍ້ພະຄຳພີປະຈຳວັນໃນມື້ນັ້ນທີ່ຢູ່ໃນມັດທາຍ 12:50 ທີ່ບອກວ່າ: “ທຸກຄົນທີ່ເຮັດຕາມສິ່ງທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຕ້ອງການ ຜູ້ນັ້ນແຫຼະເປັນອ້າຍເອື້ອຍນ້ອງແລະແມ່ຂອງຂ້ອຍ.” ເຖິງວ່າໂຣເບີດຈະເປັນນັກສຶກສາໃໝ່ໆ ແຕ່ພະລັງບໍລິສຸດຂອງພະເຢໂຫວາກໍຊ່ວຍລາວໃຫ້ຕອບຄຳຖາມນັ້ນໄດ້ ແລະຕອບຄຳຖາມອື່ນໆທີ່ລາວບໍ່ໄດ້ຄາດຄິດ. ພະເຢໂຫວາຕ້ອງພູມໃຈໃນໂຕໂຣເບີດຫຼາຍແທ້ໆ! ແລະພະເຢໂຫວາກໍຈະພູມໃຈໃນໂຕເຮົາຄືກັນ ຖ້າເຮົາໄວ້ວາງໃຈເພິ່ນແລະກ້າທີ່ຈະປະກາດໃນສະພາບການທີ່ຍາກໆ.
20. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ? (ໂຢຮັນ 17:11, 15)
20 ເຮົາມີພະເຢໂຫວາທີ່ເປັນພໍ່ທີ່ດີທີ່ສຸດແລະມີພີ່ນ້ອງທີ່ຮັກເຮົາ. ດັ່ງນັ້ນ ຂໍໃຫ້ເຮົາເຫັນຄ່າສິດທິພິເສດທີ່ໄດ້ຢູ່ໃນຄອບຄົວຂອງພະເຢໂຫວາຕໍ່ໆໄປ. ຊາຕານແລະຜູ້ທີ່ຢູ່ຝ່າຍມັນພະຍາຍາມເຮັດໃຫ້ເຮົາຄິດວ່າພະເຢໂຫວາບໍ່ຮັກເຮົາ ແລະມັນຢາກເຮັດໃຫ້ເຮົາບໍ່ເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງ. ແຕ່ພະເຢຊູໄດ້ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ເປັນເອກະພາບກັນ. (ອ່ານໂຢຮັນ 17:11, 15) ແລະພະເຢໂຫວາກໍໄດ້ຕອບຄຳອະທິດຖານນີ້. ຂໍໃຫ້ເຮົາເຮັດຄືກັບພະເຢຊູທີ່ໝັ້ນໃຈວ່າພະເຢໂຫວາຮັກເຮົາແລະຈະຊ່ວຍເຫຼືອເຮົາ. ແລະໃຫ້ເຮົາຕັ້ງໃຈທີ່ຈະໃກ້ຊິດກັບພີ່ນ້ອງຫຼາຍຂຶ້ນຕໍ່ໆໄປ.
ເພງ 99 ພີ່ນ້ອງເປັນແສນເປັນລ້ານຄົນ
^ ຂໍ້ 5 ເຮົາມີສິດທິພິເສດທີ່ໄດ້ເປັນສ່ວນໜຶ່ງໃນສັງຄົມພີ່ນ້ອງທີ່ຮັກກັນຄືຄອບຄົວ. ເຮົາທຸກຄົນຄວນຈະເສີມສ້າງຄວາມຮັກທີ່ມີຕໍ່ພີ່ນ້ອງໃຫ້ຫຼາຍຂຶ້ນ. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ? ໂດຍຮຽນແບບວິທີທີ່ພະເຢໂຫວາປະຕິບັດກັບເຮົາ ຮຽນແບບພະເຢຊູ ແລະພີ່ນ້ອງຄົນອື່ນໆ.
^ ຂໍ້ 16 ເບິ່ງຫໍສັງເກດການ 15 ພະຈິກ 2012 ໜ້າ 26-30 (ພາສາໄທ)
^ ຂໍ້ 57 ຄຳອະທິບາຍຮູບພາບ: ພະເຢໂຫວາສົ່ງທູດສະຫວັນມາໃຫ້ກຳລັງໃຈພະເຢຊູຕອນທີ່ຢູ່ສວນເຄັດເຊມາເນ.
^ ຂໍ້ 59 ຄຳອະທິບາຍຮູບພາບ: ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19 ພີ່ນ້ອງໄດ້ເຮັດວຽກຫຼາຍຢ່າງເພື່ອຈະກຽມແລະສົ່ງເຄື່ອງທີ່ຈຳເປັນໃຫ້ພີ່ນ້ອງຄົນອື່ນ.
^ ຂໍ້ 61 ຄຳອະທິບາຍຮູບພາບ: ແມ່ຄົນໜຶ່ງໄດ້ຊ່ວຍລູກສາວໃຫ້ຂຽນຈົດໝາຍເພື່ອໃຫ້ກຳລັງໃຈພີ່ນ້ອງທີ່ຢູ່ໃນຄຸກ.