ເລື່ອງຊີວິດຈິງ
ຂ້ອຍມີຄວາມສຸກທີ່ໄດ້ຮຽນຮູ້ແລະສອນເລື່ອງພະເຢໂຫວາ
ຂ້ອຍເກີດຢູ່ອີດສ໌ຕັນ ລັດເພັນຊິນເວເນຍ ສະຫະລັດອາເມຣິກາ. ຂ້ອຍມີເປົ້າໝາຍທີ່ຈະໄປຮຽນຕໍ່ຢູ່ມະຫາວິທະຍາໄລເພື່ອຈະມີໜ້າມີຕາໃນສັງຄົມ. ຂ້ອຍເປັນຄົນມັກຮຽນແລະຮຽນເກັ່ງດ້ານຄະນິດສາດແລະວິທະຍາສາດທຳມະຊາດ. ໃນປີ 1956 ອົງການສິດທິພົນລະເມືອງໄດ້ເອົາເງິນໃຫ້ຂ້ອຍ 25 ໂດລາເປັນລາງວັນຍ້ອນຂ້ອຍໄດ້ຄະແນນສູງກວ່າໝູ່ໃນບັນດານັກຮຽນຜິວດຳ. ແຕ່ຕໍ່ມາເປົ້າໝາຍຂອງຂ້ອຍກໍປ່ຽນໄປ. ຍ້ອນຫຍັງ?
ຂ້ອຍໄດ້ຮຽນເລື່ອງພະເຢໂຫວາແນວໃດ
ປະມານປີ 1940 ພໍ່ແມ່ຂ້ອຍໄດ້ສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ. ເຖິງວ່າຕໍ່ມາເຂົາເຈົ້າຈະເຊົາສຶກສາຄຳພີໄບເບິນ ແຕ່ແມ່ຂ້ອຍກໍຍັງຮັບເອົາປຶ້ມຫໍສັງເກດການແລະປຶ້ມຕື່ນເຖິດ! ເປັນປະຈຳ. ໃນປີ 1950 ມີການປະຊຸມນານາຊາດຢູ່ເມືອງນິວຢອກແລະຄອບຄົວຂອງຂ້ອຍກໍໄດ້ເຂົ້າຮ່ວມການປະຊຸມນັ້ນ.
ບໍ່ດົນຫຼັງຈາກນັ້ນພີ່ນ້ອງລໍເຣັນ ເຈບຟຣີກໍມາຢາມຄອບຄົວເຮົາ. ລາວໄດ້ພະຍາຍາມຊ່ວຍຂ້ອຍໃຫ້ຮຽນຄວາມຈິງ. ທຳອິດຂ້ອຍບໍ່ເຫັນດີກັບຈຸດຢືນຂອງພະຍານພະເຢໂຫວາເລື່ອງທີ່ບໍ່ຫຍຸ້ງກ່ຽວກັບການເມືອງ ແລະບໍ່ຮຽນເຮັດສົງຄາມ. ຂ້ອຍບອກລາວວ່າ “ຖ້າທຸກຄົນໃນອາເມຣິກາບໍ່ໄປເຮັດສົງຄາມ ສັດຕູກໍຈະມາໂຈມຕີແລະຍຶດປະເທດໄປໄດ້ງ່າຍໆ.” ພີ່ນ້ອງລໍເຣັນໄດ້ຫາເຫດຜົນກັບຂ້ອຍຢ່າງອົດທົນວ່າ “ຖ້າທຸກຄົນໃນອາເມຣິກາເປັນຜູ້ຮັບໃຊ້ພະເຢໂຫວາ ເພິ່ນຊິບໍ່ເຮັດຫຍັງບໍເມື່ອສັດຕູມາໂຈມຕີ?” ສິ່ງທີ່ລາວຫາເຫດຜົນໃນເລື່ອງນີ້ແລະເລື່ອງອື່ນໆຊ່ວຍຂ້ອຍໃຫ້ເຫັນວ່າ ສິ່ງທີ່ຂ້ອຍຄັດຄ້ານບໍ່ມີເຫດຜົນພຽງພໍ. ນີ້ເຮັດໃຫ້ຂ້ອຍສົນໃຈຢາກຮຽນຄວາມຈິງຫຼາຍຂຶ້ນ.
ຂ້ອຍໃຊ້ເວລາຫຼາຍຊົ່ວໂມງເພື່ອຈະອ່ານປຶ້ມຫໍສັງເກດການແລະປຶ້ມຕື່ນເຖິດ! ຫົວເກົ່າທີ່ແມ່ຂ້ອຍເກັບໄວ້ໃນຫ້ອງໃຕ້ດິນ. ເມື່ອເວລາຜ່ານໄປຂ້ອຍກໍເຫັນວ່າສິ່ງທີ່ຂ້ອຍອ່ານເປັນຄວາມຈິງ ແລ້ວຂ້ອຍກໍເລີ່ມສຶກສາຄຳພີໄບເບິນກັບພີ່ນ້ອງລໍເຣັນ. ຂ້ອຍເຂົ້າຮ່ວມການປະຊຸມເປັນປະຈຳແລະມັກສິ່ງທີ່ຮຽນຫຼາຍ. ຈາກນັ້ນກໍເປັນຜູ້ປະກາດ. ເມື່ອຂ້ອຍຮູ້ວ່າ “ວັນໃຫຍ່ຂອງພະເຢໂຫວາມາໃກ້ແລ້ວ” ເປົ້າໝາຍຂອງຂ້ອຍກໍປ່ຽນໄປ. (ຊໂຟ. 1:14) ຕອນນີ້ຂ້ອຍບໍ່ຢາກໄປຮຽນຕໍ່ຢູ່ມະຫາວິທະຍາໄລແລ້ວ ແຕ່ຂ້ອຍຢາກໄປຊ່ວຍຄົນອື່ນໃຫ້ຮູ້ຈັກຄວາມຈິງ.
ຂ້ອຍຮຽນຈົບມັດທະຍົມໃນວັນທີ 13 ເດືອນມິຖຸນາ ປີ 1956 ແລະສາມມື້ຕໍ່ຈາກນັ້ນຂ້ອຍກໍຮັບບັບເຕມາໃນການ
ປະຊຸມໝວດ. ຂ້ອຍບໍ່ຄິດເລີຍວ່າຂ້ອຍຈະໄດ້ຮັບພອນຫຼາຍຢ່າງເມື່ອໄດ້ທຸ່ມເທຊີວິດໃນການຮຽນຮູ້ແລະສອນເລື່ອງພະເຢໂຫວາໃຫ້ກັບຄົນອື່ນ.ຮຽນຮູ້ແລະສອນເລື່ອງພະເຢໂຫວາຕອນທີ່ເປັນໄພໂອເນຍ
ຫົກເດືອນຫຼັງຈາກທີ່ຂ້ອຍຮັບບັບເຕມາ ຂ້ອຍກໍໄດ້ເປັນໄພໂອເນຍປະຈຳ. ໃນພະລາຊະກິດ ເດືອນທັນວາ 1956 ມີບົດຄວາມທີ່ຊື່ວ່າ “ເຈົ້າສາມາດໄປຊ່ວຍໃນເຂດທີ່ມີຄວາມຈຳເປັນໄດ້ບໍ?” ຂ້ອຍຢາກໄປ. ຂ້ອຍຢາກໄປຊ່ວຍໃນເຂດທີ່ມີຜູ້ປະກາດໜ້ອຍ.—ມທ. 24:14
ຂ້ອຍໄດ້ຍ້າຍໄປເອດຟິວ ເຊົາຄາໂຣໄລນາ. ໃນປະຊາຄົມນີ້ມີຜູ້ປະກາດແຕ່ 4 ຄົນລວມຂ້ອຍນຳກໍເປັນ 5 ຄົນ. ເຮົາຈັດການປະຊຸມຢູ່ຫ້ອງຮັບແຂກຂອງເຮືອນພີ່ນ້ອງ. ໃນແຕ່ລະເດືອນຂ້ອຍປະກາດໄດ້ 100 ຊົ່ວໂມງ. ຂ້ອຍມີວຽກຫຼາຍຢ່າງທີ່ຕ້ອງເຮັດ ເພາະຂ້ອຍຕ້ອງນຳໜ້າໃນວຽກປະກາດແລະເຮັດສ່ວນຕ່າງໆໃນການປະຊຸມ. ແຮ່ງຂ້ອຍເຮັດວຽກໃນປະຊາຄົມຫຼາຍເທົ່າໃດ ຂ້ອຍກໍແຮ່ງໄດ້ຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນ.
ຜູ້ຍິງຄົນໜຶ່ງທີ່ຂ້ອຍສຶກສາໃຫ້ມີບໍລິສັດຮັບຈັດງານສົບໃນເມືອງຈອນຊະຕັນ ເຊິ່ງຫ່າງຈາກບ່ອນທີ່ຂ້ອຍຢູ່ປະມານ 2-3 ກິໂລແມັດ. ລາວໃຈດີຫຼາຍ ລາວໃຫ້ຂ້ອຍເຮັດວຽກພາດທາມແລະຍັງໃຫ້ເຮົາໃຊ້ເຮືອນຫຼັງນ້ອຍໆຂອງລາວເປັນບ່ອນປະຊຸມ.
ພີ່ນ້ອງຈໍລີ ເຈບຟຣີເຊິ່ງເປັນລູກຊາຍຂອງພີ່ນ້ອງລໍເຣັນຜູ້ທີ່ສຶກສາໃຫ້ຂ້ອຍ ໄດ້ຍ້າຍຈາກບຣຸກລິນນິວຢອກມາຮັບໃຊ້ຢູ່ບ່ອນນີ້ ແລະເປັນຄູ່ໄພໂອເນຍກັບຂ້ອຍ. ພວກເຮົາໄດ້ພັກນຳກັນຢູ່ລົດຕູ້ທີ່ເປັນຄືເຮືອນຫຼັງນ້ອຍໆທີ່ພີ່ນ້ອງຄົນໜຶ່ງໃຫ້ຢືມ.
ຢູ່ທາງໃຕ້ຄ່າແຮງງານຕ່ຳຫຼາຍ. ຂ້ອຍເຮັດວຽກໄດ້ເງິນແຕ່ມື້ລະ 2-3 ໂດລາເທົ່ານັ້ນ. ມີເທື່ອໜຶ່ງຂ້ອຍໃຊ້ເງິນສ່ວນສຸດທ້າຍທີ່ຂ້ອຍມີເພື່ອຊື້ອາຫານ. ແຕ່ຕອນທີ່ຂ້ອຍຍ່າງອອກຈາກຮ້ານ ກໍມີຜູ້ຊາຍຄົນໜຶ່ງຍ່າງມາຫາຂ້ອຍແລະຖາມວ່າ “ເຈົ້າຢາກເຮັດວຽກນຳຂ້ອຍບໍ? ຂ້ອຍຈະຈ່າຍໃຫ້ເຈົ້າຊົ່ວໂມງລະໜຶ່ງໂດລາ.” ລາວໃຫ້ຂ້ອຍເຮັດວຽກອະນາໄມເຂດກໍ່ສ້າງອາທິດລະສາມມື້. ນີ້ເຮັດໃຫ້ຂ້ອຍເຫັນວ່າພະເຢໂຫວາຊ່ວຍຂ້ອຍໃຫ້ຮັບໃຊ້ຢູ່ເອດຟິວໄດ້ຕໍ່ໄປ. ໃນປີ 1958 ຂ້ອຍໄດ້ໄປປະຊຸມນານາຊາດຢູ່ເມືອງນິວຢອກ.
ໃນມື້ທີສອງຂອງການປະຊຸມນານາຊາດ ຂ້ອຍໄດ້ພົບກັບຣູບີ ວາດລິງຕັນເຊິ່ງເປັນໄພໂອເນຍປະຈຳໃນກາລາຕິນລັດເທັນເນັດຊີ. ຍ້ອນເຮົາມີເປົ້າໝາຍທີ່ຈະເປັນມິດຊັນນາຣີຄືກັນ ເຮົາຈຶ່ງໄດ້ເຂົ້າຮ່ວມຟັງການປະຊຸມສຳລັບຜູ້ທີ່ຢາກເຂົ້າໂຮງຮຽນກິລຽດທີ່ຈັດຂຶ້ນໃນການປະຊຸມໃຫຍ່ນີ້. ຕໍ່ມາ ເຮົາກໍໄດ້ຂຽນຈົດໝາຍຫາກັນ. ຈາກນັ້ນຂ້ອຍກໍຖືກເຊີນໃຫ້ໄປບັນຍາຍຢູ່ປະຊາຄົມຂອງຣູບີ. ຂ້ອຍຈຶ່ງຖືກໂອກາດນັ້ນຂໍລາວແຕ່ງດອງ. ແລ້ວຂ້ອຍກໍຍ້າຍໄປຢູ່ປະຊາຄົມຂອງຣູບີແລະເຮົາກໍແຕ່ງດອງໃນປີ 1959.
ຮຽນຮູ້ແລະສອນໃນປະຊາຄົມ
ຕອນທີ່ຂ້ອຍອາຍຸ 23 ປີ ຂ້ອຍຖືກແຕ່ງຕັ້ງໃຫ້ເປັນປະທານປະຊາຄົມ (ຕອນນີ້ເອີ້ນວ່າຜູ້ປະສານງານຂອງຄະນະຜູ້ດູແລ) ໃນກາລາຕິນ. ປະຊາຄົມນີ້ເປັນປະຊາຄົມທຳອິດທີ່
ພີ່ນ້ອງຊານທອມສັນເຊິ່ງເປັນຜູ້ດູແລໝວດມາຢ້ຽມຢາມ. ເຖິງວ່າພີ່ນ້ອງຄົນນີ້ຈະມີປະສົບການຫຼາຍ ແຕ່ລາວກໍຍັງຖາມຄວາມຄິດເຫັນນຳຂ້ອຍກ່ຽວກັບສິ່ງຈຳເປັນຂອງພີ່ນ້ອງ ແລະວິທີທີ່ຜູ້ດູແລໝວດຄົນອື່ນໆເບິ່ງແຍງປະຊາຄົມນີ້. ຂ້ອຍໄດ້ຮຽນຮູ້ຈາກພີ່ນ້ອງຄົນນີ້ວ່າເຮົາຄວນຈະຖາມຂໍ້ມູນກ່ອນທີ່ເຮົາຈະຕັດສິນໃຈເລື່ອງໃດເລື່ອງໜຶ່ງ.ໃນເດືອນພຶດສະພາປີ 1964 ຂ້ອຍຖືກເຊີນໃຫ້ເຂົ້າໂຮງຮຽນພະລາຊະກິດຫຼັກສູດໜຶ່ງເດືອນຢູ່ເຊົາແລນຊິງລັດນິວຢອກ. ໂຮງຮຽນນີ້ຊ່ວຍຂ້ອຍໃຫ້ຢາກຮຽນຮູ້ກ່ຽວກັບພະເຢໂຫວາແລະສະໜິດກັບເພິ່ນຫຼາຍຂຶ້ນ.
ຮຽນຮູ້ແລະສອນຕອນທີ່ເປັນຜູ້ດູແລໝວດແລະຜູ້ດູແລພາກ
ໃນເດືອນມັງກອນປີ 1965 ສາຂາມອບໝາຍໃຫ້ຂ້ອຍກັບຣູບີຮັບໃຊ້ເປັນຜູ້ດູແລໝວດ. ເຮົາຖືກມອບໝາຍໃຫ້ເບິ່ງແຍງໃນເຂດທີ່ກວ້າງໃຫຍ່ ເຊິ່ງນັບຕັ້ງແຕ່ເມືອງນອກວິວ ໃນລັດເທັນເນັດຊີ ເກືອບຮອດເມືອງຣິດມອນ ໃນລັດເວີຈິເນຍເຊິ່ງລວມເອົາປະຊາຄົມຕ່າງໆໃນລັດນອດຄາໂຣໄລນາ ເຄນຕັກກີແລະເວັດເວີຈິເນຍ. ຂ້ອຍໄດ້ໄປຢ້ຽມຢາມພີ່ນ້ອງໃນປະຊາຄົມຜິວດຳເທົ່ານັ້ນ ເພາະຕອນນັ້ນມີການແບ່ງແຍກສີຜິວຢູ່ທາງໃຕ້ຂອງສະຫະລັດອາເມຣິກາ. ດັ່ງນັ້ນ ພີ່ນ້ອງຄົນຜິວດຳຈຶ່ງບໍ່ສາມາດປະຊຸມຮ່ວມກັບຄົນຜິວຂາວໄດ້. ພີ່ນ້ອງຢູ່ໃນເຂດນັ້ນທຸກຍາກທາງດ້ານວັດຖຸ. ເຮົາຈຶ່ງໄດ້ຮຽນຮູ້ທີ່ຈະແບ່ງປັນສິ່ງຈຳເປັນໃຫ້ກັບເຂົາເຈົ້າ. ຜູ້ທີ່ເປັນຜູ້ດູແລໝວດຫຼາຍປີໄດ້ສອນບົດຮຽນທີ່ສຳຄັນໃຫ້ກັບຂ້ອຍວ່າ “ເວລາໄປຢາມພີ່ນ້ອງຢ່າເຮັດຄືກັບວ່າຕົວເອງເປັນຫົວໜ້າ ແຕ່ໃຫ້ເຮັດຄືເປັນພີ່ນ້ອງກັນ. ເພາະການເຮັດແບບນີ້ຈະຊ່ວຍເຫຼືອພີ່ນ້ອງໄດ້ແທ້ໆ.”
ຕອນທີ່ເຮົາໄປຢາມປະຊາຄົມນ້ອຍໆ ຣູບີໄດ້ເລີ່ມສຶກສາກັບຜູ້ຍິງອາຍຸ 17 ປີ ເຊິ່ງມີລູກສາວອາຍຸ 1 ປີ. ເມື່ອບໍ່ມີໃຜສຶກສາໃຫ້ລາວຕໍ່ ຣູບີກໍເລີຍສຶກສາໃຫ້ລາວທາງຈົດໝາຍ. ແລະຕອນທີ່ເຮົາມາຢາມປະຊາຄົມນີ້ເທື່ອຕໍ່ໄປ ຜູ້ຍິງຄົນນີ້ກໍໄດ້ມາປະຊຸມທຸກລາຍການ. ເມື່ອຜູ້ຍິງສອງຄົນທີ່ເປັນໄພໂອເນຍພິເສດຍ້າຍມາຮັບໃຊ້ຢູ່ນີ້ ເຂົາເຈົ້າກໍເລີຍໄດ້ສຶກສາຕໍ່ໃຫ້ຜູ້ຍິງຄົນນັ້ນ. ໃນທີ່ສຸດລາວກໍຮັບບັບເຕມາ. ປະມານ 30 ປີຕໍ່ມາໃນປີ 1995 ຕອນທີ່ຂ້ອຍກັບຣູບີຢູ່ເບເທນແພັດເທີສັນກໍມີຜູ້ຍິງຄົນໜຶ່ງມາລົມກັບພວກເຮົາແລະບອກວ່າ ລາວເປັນລູກສາວຂອງຜູ້ທີ່ຣູບີສຶກສາໃຫ້ແລະຕອນນີ້ລາວກັບຜົວກໍເຂົ້າໂຮງຮຽນກິລຽດລຸ້ນທີ 100.
ໃນໝວດທີ 2 ທີ່ເຮົາໄປຢ້ຽມຢາມແມ່ນຢູ່ພາກກາງຂອງລັດຟລໍຣິດາ. ເທື່ອນີ້ເຮົາຕ້ອງມີລົດໃຫຍ່ ເຮົາຈຶ່ງໄດ້ຊື້ລົດຄັນໜຶ່ງໃນລາຄາຖືກ. ແຕ່ໃນອາທິດທຳອິດເຄື່ອງສູບນ້ຳຂອງລົດນັ້ນພັດເພຊ້ຳ. ເຮົາບໍ່ມີເງິນທີ່ຈະສ້ອມແປງມັນ. ຂ້ອຍຈຶ່ງໄດ້ໂທຫາພີ່ນ້ອງຊາຍທີ່ຄິດວ່າຈະຊ່ວຍເຮົາໄດ້. ລາວໄດ້ສົ່ງລູກນ້ອງຄົນໜຶ່ງມາແປງລົດໃຫ້ເຮົາແລະລາວກໍບໍ່ໄດ້ເອົາເງິນນຳເຮົາເລີຍ. ລາວບອກວ່າ “ບໍ່ເປັນຫຍັງດອກ” ແຖມຍັງເອົາເງິນໃຫ້ເຮົາອີກ. ເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາເບິ່ງແຍງປະຊາຊົນຂອງເພິ່ນແທ້ໆ ແລະຍັງສອນຂ້ອຍໃຫ້ຮູ້ວ່າຂ້ອຍຄວນເປັນຄົນເອື້ອເຟື້ອຕໍ່ຄົນອື່ນ.
ທຸກເທື່ອທີ່ເຮົາໄປຢາມພີ່ນ້ອງໃນປະຊາຄົມ ເຮົາກໍຈະພັກຢູ່ເຮືອນຂອງເຂົາເຈົ້ານຳ. ຍ້ອນແນວນີ້ ເຮົາຈຶ່ງມີໝູ່ສະໜິດຫຼາຍຄົນ. ມື້ໜຶ່ງຂ້ອຍພິມບົດລາຍງານຍັງບໍ່ແລ້ວແລະປະໄວ້ໃນເຄື່ອງພິມດີດ. ເມື່ອຂ້ອຍກັບມາຕອນແລງກໍເຫັນວ່າ ລູກຊາຍອາຍຸ 3 ປີຂອງພີ່ນ້ອງທີ່ຂ້ອຍພັກຢູ່ນຳໄດ້ “ຊ່ວຍ” ຂ້ອຍໃຫ້ພິມບົດລາຍງານແລ້ວ. (ແຕ່ໃນຕົວຈິງແລ້ວ ລາວໄປພິມມົ້ວຊົ້ວຈົນຂ້ອຍຕ້ອງພິມໃໝ່ໝົດຈົນມັນແລ້ວ) ຂ້ອຍຈຶ່ງໄດ້ເວົ້າຢອກລາວໃນເລື່ອງນີ້ຫຼາຍປີເລີຍ.
ໃນປີ 1971 ຂ້ອຍຖືກມອບໝາຍໃຫ້ໄປຮັບໃຊ້ເປັນຜູ້ດູແລພາກໃນເມືອງນິວຢອກ. ພວກເຮົາຕົກໃຈຫຼາຍ! ຕອນທີ່ຍ້າຍໄປຢູ່ຫັ້ນຂ້ອຍອາຍຸພຽງແຕ່ 34 ປີ ແລະຂ້ອຍກໍເປັນຜູ້ດູແລພາກຄົນທຳອິດທີ່ເປັນຄົນຜິວດຳ. ແຕ່ພີ່ນ້ອງກໍຕ້ອນຮັບຂ້ອຍຢ່າງອົບອຸ່ນ.
ຕອນທີ່ເປັນຜູ້ດູແລພາກ ສິ່ງໜຶ່ງທີ່ຂ້ອຍມັກກໍຄືການສອນເລື່ອງພະເຢໂຫວາທຸກອາທິດໃນການປະຊຸມໝວດ. ຜູ້ດູແລໝວດຫຼາຍຄົນມີປະສົບການຫຼາຍກວ່າຂ້ອຍ. ຜູ້ໜຶ່ງເປັນຜູ້ທີ່ໃຫ້ຄຳບັນຍາຍໃນມື້ທີ່ຂ້ອຍຮັບບັບເຕມາ. ສ່ວນພີ່ນ້ອງອີກຄົນໜຶ່ງທີ່ຊື່ ທີອໍໂດ ເຈເຣກ ຕໍ່ມາກໍເປັນສະມາຊິກຄະນະກຳມະການປົກຄອງ. ແລະອີກຫຼາຍຄົນທີ່ມີປະສົບການກໍຮັບໃຊ້ຢູ່ເບເທນບຣຸກລິນ. ຂ້ອຍຢາກຂອບໃຈເຂົາເຈົ້າຫຼາຍແທ້ໆທີ່ຊ່ວຍຂ້ອຍໃຫ້ຮູ້ສຶກສະບາຍໃຈ. ຂ້ອຍເຫັນວ່າເຂົາເຈົ້າເປັນຜູ້ດູແລທີ່ຮັກພີ່ນ້ອງ ເຮັດຕາມຄຳແນະນຳໃນຄຳພີໄບເບິນ ແລະພັກດີຕໍ່ອົງການຂອງພະເຢໂຫວາ. ຄວາມຖ່ອມຂອງເຂົາເຈົ້າເຮັດໃຫ້ຂ້ອຍຮັບໃຊ້ເປັນຜູ້ດູແລພາກໄດ້ງ່າຍຂຶ້ນ.
ກັບມາເປັນຜູ້ດູແລໝວດ
ໃນປີ 1974 ຄະນະກຳມະການປົກຄອງໄດ້ມອບໝາຍໃຫ້ຜູ້ດູແລໝວດຄົນອື່ນເປັນຜູ້ດູແລພາກ ແລະຂ້ອຍກໍໄດ້ກັບມາຮັບໃຊ້ເປັນຜູ້ດູແລໝວດອີກເທື່ອໜຶ່ງ. ແຕ່ເທື່ອນີ້ເຮົາຮັບໃຊ້ຢູ່ເຊົາຄາໂຣໄລນາ. ຂ້ອຍດີໃຈຫຼາຍແທ້ໆທີ່ໄດ້ຮັບໃຊ້ຢູ່ນີ້ ເພາະຕອນນີ້ປະຊາຄົມໃນໝວດຕ່າງໆຂອງພີ່ນ້ອງຄົນຜິວຂາວແລະຜິວດຳສາມາດປະຊຸມລວມກັນໄດ້ແລ້ວ.
ໃນທ້າຍປີ 1976 ຂ້ອຍຖືກມອບໝາຍໃຫ້ເປັນຜູ້ດູແລໝວດໃນລັດຈໍເຈຍເຊິ່ງຢູ່ໃນເຂດທີ່ລວມເອົາອັດລັງຕາແລະໂຄລຳບັດ. ສິ່ງທີ່ຂ້ອຍຈື່ໄດ້ດີແມ່ນຕອນທີ່ຂ້ອຍໃຫ້ຄຳບັນຍາຍງານສົບຂອງເດັກນ້ອຍ 5 ຄົນທີ່ຕາຍຍ້ອນມີຄົນມາຖິ້ມລະເບີດໃສ່ບ້ານຂອງເຂົາເຈົ້າ. ສ່ວນແມ່ຂອງເດັກນ້ອຍເຫຼົ່ານັ້ນບາດເຈັບສາຫັດແລະນອນຢູ່ໂຮງໝໍ. ພີ່ນ້ອງທີ່ເປັນທັງຄົນຜິວດຳແລະຜິວຂາວໄດ້ມາໂຮງໝໍຕະຫຼອດເພື່ອຈະໃຫ້ກຳລັງໃຈພໍ່ແມ່ຂອງເດັກນ້ອຍເຫຼົ່ານັ້ນ. ຂ້ອຍເຫັນວ່າຄວາມຮັກທີ່ພີ່ນ້ອງສະແດງຕໍ່ກັນແລະການຮ່ວມຄວາມຮູ້ສຶກໄດ້ຊ່ວຍພີ່ນ້ອງໃຫ້ອົດທົນກັບບັນຫາທີ່ຍາກໆໄດ້.
ຮຽນຮູ້ແລະສອນຕອນທີ່ຢູ່ເບເທນ
ໃນປີ 1977 ຂ້ອຍກັບຣູບີຖືກເຊີນໃຫ້ມາເບເທນບຣຸກລິນເພື່ອຊ່ວຍໃນໂຄງການປະມານ 3-4 ເດືອນ. ຫຼັງຈາກທີ່ໂຄງການນີ້ແລ້ວໆ ຄະນະກຳມະການປົກຄອງສອງຄົນກໍມາພົບກັບເຮົາແລະຖາມເຮົາວ່າ ພວກເຮົາຢາກຮັບໃຊ້ຢູ່ເບເທນເລີຍບໍ? ເຮົາກໍເລີຍຕອບຮັບຄຳເຊີນນັ້ນ.
ຂ້ອຍເຮັດວຽກຢູ່ພະແນກການຮັບໃຊ້ເປັນເວລາ 24 ປີ ເຊິ່ງເປັນພະແນກທີ່ຕ້ອງຕອບຄຳຖາມທີ່ລະອຽດອ່ອນ. ເປັນເວລາຫຼາຍປີທີ່ຄະນະກຳມະການປົກຄອງໄດ້ໃຫ້ຄຳແນະນຳທີ່ສອດຄ່ອງກັບຫຼັກການໃນຄຳພີໄບເບິນ. ນີ້ຈຶ່ງຊ່ວຍໃຫ້ພະແນກການຮັບໃຊ້ຮູ້ວິທີຕອບຄຳຖາມຂອງພີ່ນ້ອງ ແລະຍັງຊ່ວຍຝຶກຜູ້ດູແລໝວດ ຜູ້ດູແລ ແລະໄພໂອເນຍນຳ. ການຝຶກອົບຮົມນີ້ໄດ້ຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ ແລະເຮັດໃຫ້ອົງການຂອງພະເຢໂຫວາກ້າວໜ້າ.
ຕັ້ງແຕ່ປີ 1995-2018 ຂ້ອຍໄດ້ໄປຢ້ຽມຢາມສຳນັກງານສາຂາຫຼາຍບ່ອນ ເພາະຂ້ອຍເປັນຕົວແທນຈາກສຳນັກງານໃຫຍ່ ເຊິ່ງແຕ່ກ່ອນເອີ້ນວ່າຜູ້ດູແລໂຊນ. ຂ້ອຍໄດ້ພົບກັບຄະນະກຳມະການສາຂາໃນແຕ່ລະບ່ອນ ສະມາຊິກຄອບຄົວເບເທນ ແລະມິດຊັນນາຣີເພື່ອຈະໃຫ້ກຳລັງໃຈແລະຊ່ວຍເຂົາເຈົ້າໃຫ້ຮັບມືກັບບັນຫາຕ່າງໆ. ແຕ່ຂ້ອຍກັບຣູບີກໍໄດ້ຮັບກຳລັງໃຈຈາກປະສົບການຂອງພີ່ນ້ອງຄືກັນ ຕົວຢ່າງເຊັ່ນ: ຕອນທີ່ເຮົາໄປຢາມພີ່ນ້ອງຢູ່ຣູອັນດາໃນປີ 2000. ເຮົາຮູ້ສຶກຕື້ນຕັນໃຈຫຼາຍເມື່ອຮູ້ວ່າພີ່ນ້ອງແລະສະມາຊິກຄອບຄົວເບເທນທີ່ຢູ່ຫັ້ນໃຊ້ຊີວິດແນວໃດເພື່ອຈະລອດຈາກການຂ້າລ້າງເຜົ່າພັນໃນປີ 1994. ເຖິງວ່າພີ່ນ້ອງຫຼາຍຄົນຈະສູນເສຍຄົນທີ່ຮັກ ແຕ່ເຂົາເຈົ້າກໍຍັງອົດທົນ ສະແດງຄວາມເຊື່ອ ມີຄວາມຫວັງ ແລະມີຄວາມສຸກໄດ້.
ຕອນນີ້ເຮົາອາຍຸ 80 ປາຍປີແລ້ວ ແລະຂ້ອຍກໍໄດ້ຮັບໃຊ້ເປັນສະມາຊິກຄະນະກຳມະການສາຂາຢູ່ສະຫະລັດອາເມຣິກາເປັນເວລາ 20 ປີ. ເຖິງວ່າຂ້ອຍຈະບໍ່ເຄີຍໄປຮຽນຢູ່ມະຫາວິທະຍາໄລ ແຕ່ຂ້ອຍກໍໄດ້ຮັບການສອນທີ່ດີທີ່ສຸດຈາກພະເຢໂຫວາແລະອົງການຂອງເພິ່ນ. ສິ່ງນີ້ຊ່ວຍຂ້ອຍໃຫ້ສອນຄວາມຈິງໃນຄຳພີໄບເບິນໃຫ້ກັບຄົນອື່ນ ເຊິ່ງຈະເປັນປະໂຫຍດຕໍ່ເຂົາເຈົ້າຕະຫຼອດໄປ. (2 ກຣ. 3:5; 2 ຕມ. 2:2) ແລະຂ້ອຍຍັງໄດ້ເຫັນວ່າຄວາມຮູ້ໃນຄຳພີໄບເບິນໄດ້ຊ່ວຍຫຼາຍຄົນໃຫ້ມີຊີວິດທີ່ດີຂຶ້ນ ແລະຊ່ວຍເຂົາເຈົ້າໃຫ້ໃກ້ຊິດກັບພະເຢໂຫວາຜູ້ທີ່ສ້າງທຸກສິ່ງ. (ຢກບ. 4:8) ທຸກເທື່ອທີ່ຂ້ອຍກັບຣູບີມີໂອກາດ ພວກເຮົາກໍຈະກະຕຸ້ນຄົນອື່ນໃຫ້ເຫັນຄ່າສິດທິພິເສດທີ່ໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະສອນຄວາມຈິງໃຫ້ກັບຄົນອື່ນ. ນີ້ເປັນສິດທິພິເສດຫຼາຍແທ້ໆສຳລັບຜູ້ຮັບໃຊ້ພະເຢໂຫວາ!