ຄຳຖາມຈາກຜູ້ອ່ານ
ໃຜແດ່ຈະຖືກປຸກໃຫ້ຄືນມາຈາກຕາຍຢູ່ໃນໂລກ ແລະເຂົາເຈົ້າຈະເປັນແນວໃດ?
ໃຫ້ເຮົາມາເບິ່ງວ່າຄຳພີໄບເບິນຕອບຄຳຖາມນີ້ແນວໃດ.
ໃນກິດຈະການ 24:15 ບອກວ່າ: “ທັງຄົນດີແລະຄົນຊົ່ວ ຈະຄືນມາຈາກຕາຍ.” ຄົນດີໝາຍເຖິງຜູ້ທີ່ເຊື່ອຟັງພະເຈົ້າກ່ອນທີ່ເຂົາເຈົ້າຈະຕາຍ ດັ່ງນັ້ນ ຊື່ຂອງເຂົາເຈົ້າຈຶ່ງຖືກຂຽນໄວ້ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ. (ມລກີ. 3:16) ສ່ວນຄົນຊົ່ວໝາຍເຖິງຜູ້ທີ່ຕາຍກ່ອນທີ່ຈະໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ ດັ່ງນັ້ນ ຊື່ຂອງເຂົາເຈົ້າຈຶ່ງບໍ່ໄດ້ຖືກຂຽນໄວ້ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ.
ໂຢຮັນ 5:28, 29 ເວົ້າເຖິງຄົນສອງກຸ່ມທີ່ຢູ່ໃນກິດຈະການ 24:15. ພະເຢຊູບອກວ່າ: ‘ຄົນທີ່ເຮັດດີ ຈະຄືນມາແລ້ວໄດ້ຊີວິດ ສ່ວນຄົນທີ່ເຮັດຊົ່ວ ຈະຄືນມາແລ້ວຖືກຕັດສິນ.’ ຄົນທີ່ເຮັດສິ່ງທີ່ດີກ່ອນຕາຍຈະຖືກປຸກໃຫ້ຄືນມາແລ້ວໄດ້ຊີວິດ ເພາະຊື່ຂອງເຂົາເຈົ້າຍັງຢູ່ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ. ແຕ່ຄົນຊົ່ວເຊິ່ງເຮັດສິ່ງທີ່ບໍ່ດີກ່ອນຕາຍຈະຖືກປຸກໃຫ້ຄືນມາແລ້ວຖືກຕັດສິນ ເພາະຊື່ຂອງເຂົາເຈົ້າບໍ່ໄດ້ຖືກຂຽນໄວ້ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ. ເຂົາເຈົ້າຈະມີຊີວິດຢູ່ໃນໄລຍະການທົດລອງ ເຊິ່ງໄລຍະນັ້ນເຂົາເຈົ້າຈະມີໂອກາດໄດ້ຮຽນຮູ້ເລື່ອງຂອງພະເຢໂຫວາແລະຊື່ຂອງເຂົາເຈົ້າກໍຈະຖືກຂຽນໄວ້ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ.
ພະນິມິດ 20:12, 13 ບອກວ່າທຸກຄົນ ທີ່ຄືນມາຈາກຕາຍຈະຕ້ອງເຊື່ອຟັງ “ສິ່ງທີ່ຂຽນໄວ້ໃນມ້ວນໜັງສືຕ່າງໆ.” ນີ້ໝາຍຄວາມວ່າ ຜູ້ທີ່ເຊື່ອຟັງກົດໝາຍທີ່ຢູ່ໃນໜັງສືນີ້ຈະໄດ້ຊີວິດຕະຫຼອດໄປໃນໂລກໃໝ່ ແຕ່ຜູ້ທີ່ບໍ່ເຊື່ອຟັງຈະຖືກທຳລາຍ.—ເອຊາ. 65:20
ດານຽນ 12:2, ລ.ມ. ບອກລ່ວງໜ້າວ່າ ບາງຄົນທີ່ຕາຍ “ຈະຟື້ນຄືນມາເພື່ອມີຊີວິດຕະຫຼອດໄປ ແຕ່ບາງຄົນຈະຟື້ນຄືນມາເພື່ອຮັບຄວາມອັບອາຍຕະຫຼອດໄປ.” ຂໍ້ນີ້ເວົ້າເຖິງການພິພາກສາຄັ້ງສຸດທ້າຍຕໍ່ຄົນທີ່ຄືນມາຈາກຕາຍວ່າ ເຂົາເຈົ້າຈະໄດ້ “ຊີວິດຕະຫຼອດໄປ” ຫຼືຈະໄດ້ຮັບ “ຄວາມອັບອາຍຕະຫຼອດໄປ.” ເຫັນໄດ້ວ່າ ໃນຕອນທ້າຍ 1.000 ປີຈະມີຄົນຈຳນວນໜຶ່ງຈະໄດ້ຊີວິດຕະຫຼອດໄປ ສ່ວນອີກຈຳນວນໜຶ່ງຈະຖືກທຳລາຍຕະຫຼອດໄປ.—ພນມ. 20:15; 21:3, 4
ເພື່ອຈະເຂົ້າໃຈຫຼາຍຂຶ້ນໃຫ້ເຮົາມາເບິ່ງຕົວຢ່າງນີ້. ຄົນທັງສອງກຸ່ມທີ່ຄືນມາຈາກຕາຍອາດສົມທຽບໄດ້ກັບຄົນຕ່າງປະເທດທີ່ຍ້າຍໄປຢູ່ປະເທດອື່ນ. ຄົນດີປຽບຄືກັບຄົນຕ່າງປະເທດທີ່ໄດ້ວີຊາເຮັດວຽກຫຼືວີຊາໄລຍະຍາວເຊິ່ງເຮັດໃຫ້ເຂົາເຈົ້າມີສິດໃນປະເທດນັ້ນໃນລະດັບໜຶ່ງ. ສ່ວນຄົນຊົ່ວປຽບຄືກັບຄົນຕ່າງປະເທດທີ່ໄດ້ວີຊາທ່ອງທ່ຽວຫຼືວີຊາໄລຍະສັ້ນ ເຂົາເຈົ້າຕ້ອງສະແດງໃຫ້ເຫັນວ່າເຊື່ອຟັງກົດໝາຍບ້ານເມືອງເພື່ອຈະໄດ້ຢູ່ໃນປະເທດນັ້ນຕໍ່ໄປ. ຄ້າຍກັນ ຄົນຊົ່ວທີ່ຄືນມາຈາກຕາຍກໍຕ້ອງຍອມຮັບກົດໝາຍຂອງພະເຢໂຫວາແລະພິສູດວ່າເຂົາເຈົ້າເປັນຄົນດີເພື່ອຈະໄດ້ຢູ່ໃນອຸທິຍານຕໍ່ໄປ. ແຕ່ບໍ່ວ່າຄົນຕ່າງປະເທດຈະໄດ້ຮັບວີຊາແບບໃດ ເຂົາເຈົ້າກໍຕ້ອງເຊື່ອຟັງແລະເຮັດຕາມກົດໝາຍຂອງບ້ານເມືອງ ເພາະຖ້າບໍ່ເຮັດແບບນັ້ນ ເຂົາເຈົ້າກໍຈະຖືກໄລ່ອອກຈາກປະເທດ. ຄ້າຍຄືກັນ ໃນການພິພາກສາຄັ້ງສຸດທ້າຍ ທຸກຄົນທີ່ຄືນມາຈາກຕາຍບໍ່ວ່າຈະເປັນຄົນດີຫຼືຄົນຊົ່ວ ກໍຕ້ອງພິສູດການກະທຳແລະຄວາມເຊື່ອຂອງຕົວເອງເພື່ອຈະມີຊີວິດຕະຫຼອດໄປໃນໂລກໃໝ່.
ພະເຢໂຫວາບໍ່ພຽງແຕ່ເປັນພະເຈົ້າທີ່ເຫັນອົກເຫັນໃຈ ແຕ່ເພິ່ນຍັງເປັນພະເຈົ້າທີ່ຍຸຕິທຳນຳ. (ພບຍ. 32:4; ເພງ. 33:5) ເພິ່ນສະແດງຄວາມຮັກຕໍ່ທຸກຄົນໂດຍປຸກທັງຄົນດີແລະຄົນຊົ່ວໃຫ້ຄືນມາຈາກຕາຍ. ແຕ່ເພິ່ນກໍຄາດໝາຍໃຫ້ເຂົາເຈົ້າເຊື່ອຟັງແລະເຮັດຕາມສິ່ງທີ່ເພິ່ນບອກວ່າອັນໃດຖືກອັນໃດຜິດ. ແລະມີແຕ່ຄົນທີ່ຮັກແລະເຊື່ອຟັງພະເຢໂຫວາເທົ່ານັ້ນທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່.