ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ໄດ້​ເຫັນ​ວ່າ​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​

ຂ້ອຍ​ໄດ້​ເຫັນ​ວ່າ​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​

ເຈົ້າ​ຈື່​ເລື່ອງ​ທີ່​ເຄີຍ​ລົມ​ກັບ​ໝູ່​ບໍ ໂດຍ​ສະເພາະ​ແມ່ນ​ເລື່ອງ​ທີ່​ສຳຄັນ? ສຳລັບ​ຂ້ອຍ​ແລ້ວ ຂ້ອຍ​ຈື່​ວ່າ​ເມື່ອ 50 ປີ​ກ່ອນ​ຂ້ອຍ​ໄດ້​ນັ່ງ​ລົມ​ກັບ​ໝູ່​ຄົນ​ໜຶ່ງ​ຢູ່​ຂ້າງ​ກອງ​ໄຟ​ໃນ​ປະເທດ​ເກນຢາ. ຕອນ​ນັ້ນ​ພວກ​ເຮົາ​ດຳ​ຫຼາຍ​ຍ້ອນ​ເດີນທາງ​ເປັນ​ເວລາ​ຫຼາຍ​ເດືອນ. ເຮົາ​ໄດ້​ລົມ​ກັນ​ກ່ຽວກັບ​ໜັງ​ເລື່ອງ​ໜຶ່ງ​ທີ່​ກ່ຽວຂ້ອງ​ກັບ​ສາສະໜາ. ໝູ່​ຂ້ອຍ​ບອກ​ວ່າ “ໜັງ​ເລື່ອງ​ນັ້ນ​ເວົ້າ​ບໍ່​ຈິງ​ເລີຍ​ກ່ຽວກັບ​ຄຳພີໄບເບິນ.”

ຂ້ອຍ​ຈຶ່ງ​ຫົວ​ອອກ​ມາ​ທັນທີ ເພາະ​ບໍ່​ຄິດ​ວ່າ​ລາວ​ຈະ​ສົນໃຈ​ເລື່ອງ​ສາສະໜາ. ແລະ​ຂ້ອຍ​ຖາມ​ລາວ​ວ່າ “ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວກັບ​ຄຳພີໄບເບິນ?” ລາວ​ບໍ່​ໄດ້​ຕອບ​ຂ້ອຍ​ທັນທີ. ແຕ່​ໃນທີ່ສຸດ​ລາວ​ກໍ​ບອກ​ຂ້ອຍ​ວ່າ​ແມ່​ຂອງ​ລາວ​ເປັນ​ພະຍານ​ພະເຢໂຫວາ ແລະ​ແມ່​ເຄີຍ​ສອນ​ຄຳພີໄບເບິນ​ໃຫ້​ລາວ. ຂ້ອຍ​ຈຶ່ງ​ຢາກ​ຮູ້​ຫຼາຍ​ຂຶ້ນ​ແລະ​ໄດ້​ຖາມ​ລາວ​ຕື່ມ​ອີກ.

ເຮົາ​ລົມ​ກັນ​ເກືອບ​ໝົດ​ຄືນ. ໝູ່​ຂ້ອຍ​ເວົ້າ​ວ່າ​ຄຳພີໄບເບິນ​ບອກ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້. (ຢຮ. 14:30) ບາງ​ທີ​ພວກເຈົ້າ​ອາດຈະ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ ແຕ່​ສຳລັບ​ຂ້ອຍ​ມັນ​ເປັນ​ເລື່ອງ​ໃໝ່​ແລະ​ເປັນ​ເລື່ອງ​ທີ່​ໜ້າສົນໃຈ​ຫຼາຍ. ເພາະ​ຂ້ອຍ​ເຂົ້າໃຈ​ວ່າ​ຜູ້​ທີ່​ປົກຄອງ​ໂລກ​ນີ້​ແມ່ນ​ພະເຈົ້າ​ທີ່​ໃຈດີ​ແລະ​ຍຸຕິທຳ. ແຕ່​ສິ່ງ​ທີ່​ບໍ່​ດີ​ທີ່​ຂ້ອຍ​ເຫັນ​ໃນ​ໂລກ​ນີ້​ເຮັດ​ໃຫ້​ຂ້ອຍ​ຂັດ​ຂ້ອງ​ໃຈ. ແລະ​ເຖິງ​ວ່າ​ຂ້ອຍ​ຈະ​ມີ​ອາຍຸ​ພຽງ​ແຕ່ 26 ປີ ແຕ່​ສິ່ງ​ທີ່​ບໍ່​ດີ​ທີ່​ຂ້ອຍ​ເຫັນ​ມັນ​ລົບກວນ​ໃຈ​ຂ້ອຍ.

ພໍ່​ຂ້ອຍ​ເປັນ​ນັກ​ບິນ​ໃນ​ກອງ​ທັບ​ອາກາດ​ຂອງ​ສະຫະລັດ​ອາເມຣິກາ. ດັ່ງນັ້ນ ຕັ້ງແຕ່​ຍັງ​ນ້ອຍ​ຂ້ອຍ​ຈຶ່ງ​ຮູ້​ວ່າ​ສົງຄາມ​ນິວເຄຼຍ​ຈະ​ເກີດ​ຂຶ້ນ​ຕອນ​ໃດ​ກໍ​ໄດ້ ເພາະ​ວ່າ​ກອງ​ທັບ​ພ້ອມ​ທີ່​ຈະ​ຍິງ​ລະເບີດ​ນິວເຄຼຍ​ຢູ່​ຕະຫຼອດ​ເວລາ. ສົງຄາມ​ຫວຽດນາມ​ເກີດ​ຂຶ້ນ​ຕອນ​ທີ່​ຂ້ອຍ​ຮຽນ​ຢູ່​ວິທະຍາໄລ​ໃນ​ລັດ​ຄາລິຟໍເນຍ. ຂ້ອຍ​ໄດ້​ເຂົ້າຮ່ວມ​ການ​ປະທ້ວງ​ກັບ​ກຸ່ມ​ນັກສຶກສາ. ຕຳຫຼວດ​ໄດ້​ຖື​ໄມ້​ຄ້ອນ​ມາ​ໄລ່​ຕີ​ພວກ​ເຮົາ​ແລະ​ຍິງ​ແກ໊ສ​ນ້ຳ​ຕາ​ໃສ່​ພວກ​ເຮົາ ເຮັດ​ໃຫ້​ພວກ​ເຮົາ​ສະມັກ​ແລະ​ແສບ​ຕາ​ຈົນ​ເບິ່ງ​ບໍ່​ເຫັນ​ຫຍັງ. ໃນ​ຕອນ​ນັ້ນ​ມີ​ແຕ່​ຄວາມ​ສັບສົນ​ວຸ່ນວາຍ​ແລະ​ການ​ຕໍ່ຕ້ານ. ພວກ​ຜູ້​ນຳ​ທາງ​ການເມືອງ​ກໍ​ຖືກ​ລອບ​ຂ້າ ມີການ​ປະທ້ວງ ການ​ກໍ່​ການ​ຮ້າຍ ແລະ​ຫຼາຍ​ຄົນ​ກໍ​ມີ​ຄວາມຄິດ​ເຫັນ​ທີ່​ແຕກຕ່າງ​ກັນ. ນີ້​ຈຶ່ງ​ເຮັດ​ໃຫ້​ສັງຄົມ​ມີ​ແຕ່​ຄວາມ​ວຸ່ນວາຍ.

ຈາກ​ລອນດອນ​ໄປ​ພາກ​ກາງ​ຂອງ​ທະວີບ​ອາຝຼິກກາ

ໃນ​ປີ 1970 ຂ້ອຍ​ໄດ້​ຂຶ້ນ​ໄປ​ທາງ​ເໜືອ​ຂອງ​ອາ​ລັດ​ສະ​ກາ​ແລະ​ເຮັດ​ວຽກ​ຢູ່​ຫັ້ນ. ຂ້ອຍ​ຫາ​ເງິນ​ໄດ້​ບັກ​ຫຼາຍໆ​ຈາກ​ນັ້ນ​ຂ້ອຍ​ກໍ​ເດີນທາງ​ໄປ​ລອນດອນ ແລ້ວ​ຊື້​ລົດ​ຈັກ​ຄັນ​ໜຶ່ງ​ແລະ​ຂີ່​ໄປ​ເລື້ອຍໆ​ໂດຍ​ບໍ່​ມີ​ຈຸດໝາຍປາຍທາງ. ຫຼາຍ​ເດືອນ​ຕໍ່ມາ​ຂ້ອຍ​ກໍ​ຂີ່​ມາ​ຮອດ​ທະວີບ​ອາຝຼິກກາ. ໃນ​ລະຫວ່າງ​ທາງ ຂ້ອຍ​ໄດ້​ເຈິ​ກັບ​ຄົນ​ທີ່​ຢາກ​ເຮັດ​ຄື​ກັບ​ຂ້ອຍ ນັ້ນ​ກໍ​ຄື​ຢາກ​ໜີ​ຈາກ​ບັນຫາ​ແລະ​ຄວາມ​ວຸ່ນວາຍ.

ຂ້ອຍ​ຮູ້ສຶກ​ວ່າ​ຄຳສອນ​ໃນ​ຄຳພີໄບເບິນ​ມີ​ເຫດຜົນ ເມື່ອ​ຂ້ອຍ​ເຫັນ​ວ່າ​ເຫດການ​ທີ່​ວຸ່ນວາຍ​ຢູ່​ໃນ​ໂລກ​ນີ້​ມັນ​ສອດຄ່ອງ​ກັບ​ສິ່ງ​ທີ່​ຄຳພີໄບເບິນ​ສອນ​ທີ່​ວ່າ​ຊາຕານ​ຕົວ​ຊົ່ວ​ຮ້າຍ​ເປັນ​ຜູ້​ຄວບຄຸມ​ທຸກ​ຢ່າງ​ໃນ​ໂລກ​ນີ້. ແຕ່​ຂ້ອຍ​ກໍ​ຢາກ​ຮູ້​ວ່າ​ພະເຈົ້າ​ກ່ຽວຂ້ອງ​ແນວໃດ​ກັບ​ເລື່ອງ​ນີ້?

ຫຼາຍ​ເດືອນ​ຕໍ່ມາ​ຂ້ອຍ​ກໍ​ໄດ້​ຮັບ​ຄຳຕອບ. ຂ້ອຍ​ໄດ້​ມີ​ໂອກາດ​ຮູ້ຈັກ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ​ທ່ຽງແທ້​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ແຕກຕ່າງ​ກັນ.

ອຽກລັງ​ເໜືອ “ດິນແດນ​ທີ່​ມີ​ແຕ່​ລູກ​ລະເບີດ​ແລະ​ລູກ​ປືນ”

ເມື່ອ​ຂ້ອຍ​ກັບ​ໄປ​ລອນດອນ ຂ້ອຍ​ໄດ້​ຕິດຕໍ່​ຫາ​ແມ່​ຂອງ​ໝູ່​ຂ້ອຍ. ລາວ​ໄດ້​ເອົາ​ຄຳພີໄບເບິນ​ໃຫ້​ຂ້ອຍ. ຕໍ່ມາ ເມື່ອ​ຂ້ອຍ​ໄປ​ເມືອງ​ອຳສະເຕີດຳ ປະເທດ​ໂຮນລັງ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ເຫັນ​ຂ້ອຍ​ຕອນ​ທີ່​ຂ້ອຍ​ນັ່ງ​ອ່ານ​ຄຳພີໄບເບິນ​ຢູ່​ໃກ້​ເສົາ​ໄຟ. ລາວ​ເລີຍ​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ. ຈາກ​ນັ້ນ ຂ້ອຍ​ກໍ​ກັບ​ໄປ​ເມືອງ​ດັບ​ລິນ ປະເທດ​ອຽກລັງ ແລະ​ໄດ້​ຊອກຫາ​ສຳນັກງານ​ສາຂາ​ຂອງ​ພະຍານ​ພະເຢໂຫວາ. ເມື່ອ​ຂ້ອຍ​ເຄາະ​ປະຕູ​ຂອງ​ສຳນັກງານ​ສາຂາ ຜູ້​ທີ່​ມາ​ເປີດ​ປະຕູ​ໃຫ້​ຂ້ອຍ​ແມ່ນ​ພີ່ນ້ອງ​ອາເທີ ແມັດທິວ. ຂ້ອຍ​ໄດ້​ຂໍ​ສຶກສາ​ຄຳພີໄບເບິນ​ກັບ​ລາວ ແລະ​ລາວ​ກໍ​ຕອບ​ຕົກ​ລົງ​ສຶກສາ​ຄຳພີໄບເບິນ​ໃຫ້​ຂ້ອຍ.

ຂ້ອຍ​ຕັ້ງໃຈ​ສຶກສາ​ຄຳພີໄບເບິນ​ແລະ​ອ່ານ​ປຶ້ມ​ທຸກ​ຫົວ​ທີ່​ພະຍານ​ພະເຢໂຫວາ​ຈັດພິມ. ແລະ​ແນ່ນອນ​ວ່າ​ຂ້ອຍ​ອ່ານ​ຄຳພີໄບເບິນ​ນຳ. ເມື່ອ​ຂ້ອຍ​ໄດ້​ອ່ານ​ຂ້ອຍ​ຮູ້ສຶກ​ຕື່ນເຕັ້ນ​ຫຼາຍ. ຕອນ​ທີ່​ຂ້ອຍ​ໄປ​ປະຊຸມ ຂ້ອຍ​ເຫັນ​ວ່າ​ແມ່ນ​ແຕ່​ເດັກນ້ອຍ​ກໍ​ສາມາດ​ຕອບ​ຄຳຖາມ​ທີ່​ຄົນ​ມີ​ຄວາມ​ຮູ້​ສູງ​ສົງໄສ​ມາ​ຫຼາຍ​ຮ້ອຍ​ປີ​ໄດ້ ເຊັ່ນ: ເປັນຫຍັງ​ຈຶ່ງ​ມີ​ຄວາມ​ຊົ່ວ​ຮ້າຍ? ອົງ​ສັກສິດ​ມີ​ແທ້​ຢູ່​ບໍ? ຕາຍ​ແລ້ວ​ເປັນ​ແນວໃດ? ຕອນ​ທີ່​ຂ້ອຍ​ຢູ່​ອຽກລັງ ໝູ່​ທີ່​ຂ້ອຍ​ຫຼິ້ນ​ນຳ​ທັງໝົດ​ເປັນ​ພະຍານ​ພະເຢໂຫວາ ເພາະ​ຂ້ອຍ​ບໍ່​ຮູ້ຈັກ​ໃຜ​ເລີຍ​ນອກ​ຈາກ​ພະຍານ​ພະເຢໂຫວາ. ເຂົາເຈົ້າ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຮັກ​ພະເຢໂຫວາ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ.

ໄນ​ໂຈ ເດັນ​ນິດສ໌​ແລະ​ຂ້ອຍ

ຂ້ອຍ​ຮັບ​ບັບເຕມາ​ໃນ​ປີ 1972. ໜຶ່ງ​ປີ​ຕໍ່ມາ​ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ແລະ​ສົມທົບ​ກັບ​ປະຊາຄົມ​ນ້ອຍໆ​ໃນ​ເມືອງ​ນິວ​ຣີ ປະເທດ​ອຽກລັງ​ເໜືອ. ຂ້ອຍ​ໄດ້​ເຊົ່າ​ເຮືອນ​ທີ່​ເຮັດ​ດ້ວຍ​ຫີນ ເຊິ່ງ​ຕັ້ງ​ຢູ່​ເທິງ​ເນີນ​ພູ. ຢູ່​ແຖວ​ນັ້ນ​ມີ​ທົ່ງ​ຫຍ້າ​ທີ່​ມີ​ຝູງ​ງົວ​ຢູ່​ນຳ. ຂ້ອຍ​ໄດ້​ຝຶກ​ຊ້ອມ​ຄຳບັນຍາຍ​ຢູ່​ຕໍ່​ໜ້າ​ພວກ​ມັນ. ແລະ​ເບິ່ງ​ຄື​ວ່າ​ພວກ​ມັນ​ຕັ້ງໃຈ​ຟັງ​ຂ້ອຍ​ດີໆ​ຕອນ​ທີ່​ພວກ​ມັນ​ຄ້ຽວ​ຫຍ້າ​ຢູ່. ເຖິງ​ວ່າ​ພວກ​ມັນ​ຈະ​ບໍ່​ໄດ້​ໃຫ້​ຄຳແນະນຳ​ຫຍັງ​ຂ້ອຍ​ເລີຍ​ໃນ​ເລື່ອງ​ຄຳບັນຍາຍ ແຕ່​ພວກ​ມັນ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ຝຶກ​ເບິ່ງ​ຜູ້​ຟັງ. ໃນ​ປີ 1974 ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ ແລະ​ໄດ້​ຮ່ວມ​ຮັບໃຊ້​ກັບ​ພີ່ນ້ອງ​ໄນ​ໂຈ ພິດ ເຊິ່ງ​ເປັນ​ຄູ່​ໄພໂອເນຍ​ແລະ​ເປັນ​ໝູ່​ແທ້​ຂອງ​ຂ້ອຍ.

ໃນ​ຕອນ​ນັ້ນ​ອຽກລັງ​ເໜືອ​ມີ “ຄວາມ​ວຸ່ນວາຍ” ຫຼາຍ​ໃນ​ສັງຄົມ. ບາງຄົນ​ຈຶ່ງ​ເອີ້ນ​ອຽກລັງ​ເໜືອ​ວ່າ “ດິນແດນ​ທີ່​ມີ​ແຕ່​ລູກ​ລະເບີດ​ແລະ​ລູກ​ປືນ.” ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ມີການ​ຕີ​ກັນ ຍິງ​ກັນ​ຢູ່​ຕາມ​ຖະໜົນ​ຫົນ​ທາງ ແລະ​ວາງ​ລະເບີດ​ໃສ່​ລົດ. ບັນຫາ​ສ່ວນ​ໃຫຍ່​ເກີດ​ມາ​ຈາກ​ຄວາມ​ຂັດ​ແຍ້ງ​ທາງ​ດ້ານ​ການເມືອງ​ແລະ​ສາສະໜາ. ແຕ່​ທັງ​ພວກ​ໂປຣແຕສະຕັງ​ແລະ​ກາໂຕລິກ​ກໍ​ຍອມຮັບ​ວ່າ​ພະຍານ​ພະເຢໂຫວາ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ເລີຍ​ທາງ​ດ້ານ​ການເມືອງ. ດັ່ງນັ້ນ ເຮົາ​ຈຶ່ງ​ສາມາດ​ປະກາດ​ໄດ້​ຢ່າງ​ອິດ​ສະຫຼະ​ແລະ​ປອດໄພ. ຫຼາຍ​ເທື່ອ​ເຈົ້າ​ຂອງ​ເຮືອນ​ຈະ​ຮູ້​ວ່າ​ຈະ​ມີ​ຄວາມ​ຮຸນແຮງ​ເກີດ​ຂຶ້ນ​ຢູ່​ໃສ​ແລະ​ເມື່ອ​ໃດ ແລ້ວ​ເຂົາເຈົ້າ​ກໍ​ຈະ​ບອກ​ໃຫ້​ເຮົາ​ຮູ້​ກ່ອນ​ເພື່ອ​ຈະ​ຫຼີກລ່ຽງ​ອັນຕະລາຍ​ໄດ້.

ເຖິງ​ຈະ​ເປັນ​ແນວ​ນັ້ນ ຊີວິດ​ຢູ່​ຫັ້ນ​ກໍ​ຂ້ອນ​ຂ້າງ​ອັນຕະລາຍ. ມື້​ໜຶ່ງ ຂ້ອຍ​ກັບ​ເດັນ​ນິດສ໌​ຄາ​ຣິ​ກັນ ຄູ່​ໄພໂອເນຍ​ນຳ​ກັນ. ເຮົາ​ໄດ້​ໄປ​ປະກາດ​ໃນ​ເຂດ​ທີ່​ຢູ່​ໃກ້​ຕົວ​ເມືອງ ເຊິ່ງ​ບ່ອນ​ນັ້ນ​ບໍ່​ມີ​ພະຍານ​ພະເຢໂຫວາ ແລະ​ພວກ​ເຮົາ​ກໍ​ເຄີຍ​ໄປ​ປະກາດ​ຢູ່​ບ່ອນ​ນັ້ນ​ແຕ່​ເທື່ອ​ດຽວ. ມີ​ຜູ້ຍິງ​ຄົນ​ໜຶ່ງ​ກ່າວ​ຫາ​ວ່າ​ພວກ​ເຮົາ​ເປັນ​ສາຍ​ລັບ​ຂອງ​ທະຫານ​ອັງກິດ. ອາດ​ເປັນ​ຍ້ອນ​ເຮົາ​ບໍ່​ໄດ້​ເວົ້າ​ສຳນຽງ​ທ້ອງຖິ່ນ​ຂອງ​ຄົນ​ອຽກລັງ. ຜູ້ຍິງ​ຄົນ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ. ເພາະ​ພຽງ​ແຕ່​ເຮົາ​ສະແດງ​ອອກ​ວ່າ​ເຮົາ​ເປັນ​ມິດ​ກັບ​ທະຫານ​ອັງກິດ ກໍ​ສາມາດ​ເຮັດ​ໃຫ້​ເຮົາ​ຖືກ​ຂ້າ​ຫຼື​ຖືກ​ຍິງ​ໃສ່​ຫົວ​ເຂົ່າ​ໄດ້. ຕອນ​ທີ່​ເຮົາ​ສອງ​ຄົນ​ລໍ​ຖ້າ​ລົດເມ​ເພື່ອ​ຈະ​ອອກ​ໄປ​ຈາກ​ເມືອງ​ນັ້ນ ອາກາດ​ກໍ​ໜາວ​ຫຼາຍ. ເຮົາ​ເຫັນ​ລົດ​ຄັນ​ໜຶ່ງ​ແລ່ນ​ມາ​ຈອດ​ຢູ່​ຕໍ່​ໜ້າ​ຮ້ານ​ກາເຟ​ທີ່​ຜູ້ຍິງ​ຄົນ​ນັ້ນ​ຢືນ​ຢູ່. ລາວ​ໄດ້​ຍ່າງ​ອອກ​ມາ​ລົມ​ກັບ​ຜູ້​ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ລົດ ແລະ​ຊີ້​ມື​ມາ​ໃສ່​ພວກ​ເຮົາ. ຜູ້​ຊາຍ​ສອງ​ຄົນ​ນັ້ນ​ກໍ​ໄດ້​ຂີ່​ລົດ​ມາ​ຫາ​ພວກ​ເຮົາ​ແລະ​ຖາມ​ວ່າ​ລົດເມ​ຊິ​ມາ​ຕອນ​ໃດ. ເມື່ອ​ລົດ​ເມ​ມາ​ຮອດ ຜູ້​ຊາຍ​ສອງ​ຄົນ​ນັ້ນ​ກໍ​ໄດ້​ໄປ​ລົມ​ກັບ​ໂຊເຟີ​ລົດເມ. ເຮົາ​ບໍ່​ຮູ້​ວ່າ​ເຂົາເຈົ້າ​ລົມ​ຫຍັງ​ກັນ. ແລະ​ຢູ່​ເທິງ​ລົດເມ​ກໍ​ບໍ່​ມີ​ຜູ້​ໂດຍ​ສານ​ຈັກ​ຄົນ. ເຮົາ​ເລີຍ​ຄິດ​ວ່າ​ພວກເຂົາ​ຈະ​ພາ​ເຮົາ​ໄປ​ຈັດການ​ຢູ່​ນອກ​ເມືອງ​ແລ້ວ! ແຕ່​ກໍ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ຕອນ​ລົງ​ຈາກ​ລົດ ຂ້ອຍ​ໄດ້​ຖາມ​ໂຊເຟີ​ວ່າ: “ສອງ​ຄົນ​ນັ້ນ​ໄດ້​ຖາມ​ຫຍັງ​ກ່ຽວກັບ​ພວກ​ເຮົາ?” ລາວ​ຕອບ​ຂ້ອຍ​ວ່າ: “ບໍ່​ມີ​ຫຍັງ​ດອກ! ຂ້ອຍ​ບອກ​ກັບ​ເຂົາເຈົ້າ​ວ່າ​ຂ້ອຍ​ຮູ້ຈັກ​ພວກເຈົ້າ​ດີ ພວກເຈົ້າ​ບໍ່​ໄດ້​ເປັນ​ພິດ​ເປັນ​ໄພ​ຫຍັງ. ສະບາຍໃຈ​ໄດ້!”

ມື້​ແຕ່ງດອງ​ຂອງ​ເຮົາ ເດືອນ​ມີນາ ປີ 1977

ໃນ​ປີ 1976 ໄດ້​ມີການ​ຈັດການ​ປະຊຸມ​ພາກ​ຢູ່​ເມືອງ​ດັບ​ລິນ. ຂ້ອຍ​ໄດ້​ພົບ​ພໍລີນ ລໍແມັກສ໌ ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ທີ່​ມາ​ຈາກ​ປະເທດ​ອັງກິດ. ລາວ​ເປັນ​ຄົນ​ສັດຊື່ ຖ່ອມຕົວ ແລະ​ໜ້າ​ຮັກ​ຫຼາຍ. ລາວ​ມາ​ກັບ​ນ້ອງຊາຍ​ທີ່​ຊື່​ເຣ. ລາວ​ກັບ​ເຣ​ຮູ້ຈັກ​ຄວາມຈິງ​ຕັ້ງແຕ່​ຍັງ​ນ້ອຍ. ໜຶ່ງ​ປີ​ຕໍ່ມາ ຂ້ອຍ​ກັບ​ພໍລີນ​ກໍ​ໄດ້​ແຕ່ງດອງ​ກັນ ແລະ​ເຮົາ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ນຳ​ກັນ​ຢູ່​ເມືອງ​ບາລີ​ມີນາ ອຽກລັງ​ເໜືອ.

ເຮົາ​ເຮັດ​ວຽກ​ເດີນ​ໝວດ​ນຳ​ກັນ​ໃນ​ໄລຍະ​ໜຶ່ງ. ເຂດ​ທີ່​ເຮົາ​ຮັບໃຊ້​ແມ່ນ​ເມືອງ​ເບວ​ຟັດສ໌ ເມືອງ​ລອນດອນ​ເດີ​ຣີ ແລະ​ເຂດ​ອື່ນໆ​ທີ່​ອັນຕະລາຍ. ເຮົາ​ຮູ້ສຶກ​ປະທັບໃຈ​ຄວາມເຊື່ອ​ຂອງ​ພີ່ນ້ອງ​ຫຼາຍ​ທີ່​ເຂົາເຈົ້າ​ສາມາດ​ປະຖິ້ມ​ສິ່ງ​ທີ່​ຝັງ​ຮາກ​ເລິກ​ໄດ້ ເຊັ່ນ: ຄວາມເຊື່ອ​ທາງ​ສາສະໜາ ອະຄະຕິ ແລະ​ຄວາມ​ກຽດຊັງແລ້ວ​ມາ​ຮັບໃຊ້​ພະເຢໂຫວາ. ພະເຢໂຫວາ​ກໍ​ໄດ້​ອວຍພອນ​ແລະ​ປົກປ້ອງ​ເຂົາເຈົ້າ​ໃຫ້​ປອດໄພ!

ຂ້ອຍ​ໄດ້​ຢູ່​ອຽກລັງ​ປະມານ 10 ປີ. ຫຼັງ​ຈາກ​ນັ້ນ ໃນ​ປີ 1981 ພວກ​ເຮົາ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ໃນ​ຊັ້ນ​ຮຽນ​ທີ 72. ຫຼັງ​ຈາກ​ຈົບ​ໂຮງຮຽນ​ນັ້ນ ເຮົາ​ກໍ​ຖືກ​ມອບໝາຍ​ໃຫ້​ຮັບໃຊ້​ໃນ​ປະເທດ​ເຊຣາເລອອນ​ເຊິ່ງ​ຢູ່​ທາງ​ພາກ​ຕາເວັນ​ຕົກ​ຂອງ​ທະວີບ​ອາຝຼິກກາ.

ເຊຣາເລອອນ ພີ່ນ້ອງ​ທີ່​ຢູ່​ຫັ້ນ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ເຖິງ​ວ່າ​ຈະ​ທຸກຍາກ

ເຮົາ​ພັກ​ຢູ່​ເຮືອນ​ຂອງ​ມິດຊັນນາຣີ​ກັບ​ພີ່ນ້ອງ​ຊາຍ​ຍິງ 11 ຄົນ ເຮືອນ​ຫຼັງ​ນີ້​ມີ​ຫ້ອງ​ຄົວ 1 ຫ້ອງ, ຫ້ອງ​ນ້ຳ 3 ຫ້ອງ, ຫ້ອງ​ອາບ​ນ້ຳ 3 ຫ້ອງ, ມີ​ໂທລະສັບ 1 ໜ່ວຍ ມີ​ຈັກ​ຊັກ​ເຄື່ອງ 1 ໜ່ວຍ​ແລະ​ຈັກ​ອົບ​ເຄື່ອງ 1 ໜ່ວຍ. ໄຟ​ຟ້າ​ຢູ່​ນີ້​ມັກ​ຈະ​ດັບ​ເລື້ອຍໆ​ແລະ​ກໍ​ບໍ່​ຮູ້​ວ່າ​ມັນ​ຈະ​ດັບ​ຕອນ​ໃດ. ນອກຈາກນັ້ນ ຢູ່​ເທິງ​ຫຼັງ​ຄາ​ກໍ​ມີ​ໂຕ​ໜູ​ແລະຢູ່​ຫ້ອງ​ໃຕ້​ດິນ​ກໍ​ມັກ​ຈະ​ເຫັນ​ງູ​ເຫົ່າ​ມາ​ເລື້ອຍໆ.

ຂ້າມ​ແມ່​ນ້ຳ​ໄປ​ປະຊຸມ​ພາກ​ຢູ່​ປະເທດ​ກີເນ​ເຊິ່ງ​ເປັນ​ປະເທດ​ເພື່ອນ​ບ້ານ

ເຖິງ​ວ່າ​ຊີວິດ​ຢູ່​ຈະ​ບໍ່​ງ່າຍ​ປານ​ໃດ​ແຕ່​ເຮົາ​ກໍ​ມີ​ຄວາມສຸກ​ກັບ​ວຽກ​ຮັບໃຊ້. ຫຼາຍ​ຄົນ​ນັບຖື​ຄຳພີໄບເບິນ​ແລະ​ຕັ້ງໃຈ​ຟັງ​ເມື່ອ​ເຮົາ​ປະກາດ ຫຼາຍ​ຄົນ​ໄດ້​ມາ​ສຶກສາ​ຄຳພີໄບເບິນ​ແລະ​ໄດ້​ເຂົ້າ​ມາ​ເປັນ​ພະຍານ. ຄົນ​ໃນ​ທ້ອງຖິ່ນ​ເອີ້ນ​ຂ້ອຍ​ວ່າ “ອ້າຍ​ໂຣເບີດ” ແລະ​ເອີ້ນ​ພໍລີນ​ວ່າ “ເມຍ​ອ້າຍ​ໂຣເບີດ.” ແຕ່​ເນື່ອງ​ຈາກ​ຂ້ອຍ​ຕ້ອງ​ເຮັດ​ວຽກ​ໃຫ້​ສຳນັກງານ​ສາຂາ​ຫຼາຍ​ຂຶ້ນ ເວລາ​ທີ່​ຂ້ອຍ​ໃຊ້​ປະກາດ​ຈຶ່ງ​ໜ້ອຍ​ລົງ. ດັ່ງນັ້ນ ຫຼາຍ​ຄົນ​ຈຶ່ງ​ເອີ້ນ​ພໍລີນ​ວ່າ “ເອື້ອຍ​ພໍລີນ” ແລະ​ເອີ້ນ​ຂ້ອຍ​ວ່າ “ຜົວ​ເອື້ອຍ​ພໍລີນ.” ເຊິ່ງ​ພໍລີນ​ມັກ​ຫຼາຍ​ທີ່​ເຂົາເຈົ້າ​ເອີ້ນ​ແບບນັ້ນ!

ໄປ​ປະກາດ​ຢູ່​ເຂດ​ຫ່າງ​ໄກ​ໃນ​ເຊຣາເລອອນ

ເຖິງ​ວ່າ​ພີ່ນ້ອງ​ຫຼາຍ​ຄົນ​ຈະ​ທຸກຍາກ​ແຕ່​ພະເຢໂຫວາ​ກໍ​ເບິ່ງແຍງ​ເຂົາເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ແລະ​ບາງເທື່ອ​ເພິ່ນ​ກໍ​ຊ່ວຍ​ເຂົາເຈົ້າ​ໃນ​ວິທີ​ທີ່​ຄາດ​ບໍ່​ເຖິງ. (ມທ. 6:33) ຂ້ອຍ​ຈື່​ໄດ້​ວ່າ​ມີ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ມີ​ເງິນ​ພໍ​ແຕ່​ຊື້​ອາຫານ​ສຳລັບ​ລາວ​ກັບ​ລູກ​ໃນ​ມື້​ນັ້ນ ແຕ່​ລາວ​ກໍ​ເອົາ​ເງິນ​ທັງໝົດ​ທີ່​ມີ​ໃຫ້​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໄຂ້​ມາລາເລຍ​ເພື່ອ​ຈະ​ໃຫ້​ລາວ​ເອົາ​ໄປ​ຊື້​ຢາ. ໃນ​ເວລາ​ຕໍ່ມາ​ຂອງ​ມື້​ນັ້ນ ກໍ​ມີ​ຜູ້ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຈ້າງ​ພີ່ນ້ອງ​ຍິງ​ຄົນ​ນີ້​ໃຫ້​ຕັດ​ຜົມ​ໃຫ້ ລາວ​ຈຶ່ງ​ມີ​ເງິນ​ທີ່​ຈະ​ຊື້​ອາຫານ​ສຳລັບ​ລາວ​ກັບ​ລູກ. ພວກເຮົາ​ມັກ​ຈະ​ໄດ້​ຍິນ​ປະສົບການ​ແບບ​ນີ້​ຫຼາຍ​ເທື່ອ.

ນີເຊເຣຍ ເຮົາ​ໄດ້​ຮຽນຮູ້​ວັດທະນະທຳ​ໃໝ່

ເຮົາ​ຮັບໃຊ້​ຢູ່​ເຊຣາເລອອນ​ປະມານ 9 ປີ. ຈາກ​ນັ້ນ​ເຮົາ​ກໍ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ເບເທນ​ນີເຊເຣຍ. ສຳນັກງານ​ສາຂາ​ນີ້​ໃຫຍ່​ຫຼາຍ. ຂ້ອຍ​ໄດ້​ເຮັດ​ວຽກ​ແບບ​ດຽວ​ກັບ​ຢູ່​ເຊຣາເລອອນ. ແຕ່​ສຳລັບ​ພໍລີນ​ແລ້ວ ມັນ​ເປັນ​ການ​ປ່ຽນແປງ​ຄັ້ງ​ໃຫຍ່​ຫຼາຍ ເພາະ​ແຕ່​ກ່ອນລາວ​ຈະ​ໃຊ້​ເວລາ 130 ຊົ່ວໂມງ​ເພື່ອ​ປະກາດ​ໃນ​ແຕ່​ລະ​ເດືອນ​ແລະ​ມີ​ນັກສຶກສາ​ທີ່​ກ້າວໜ້າ​ຫຼາຍ. ແຕ່​ຕອນນີ້ ລາວ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ໃນ​ຫ້ອງ​ຫຍິບ​ເຄື່ອງ​ເພື່ອ​ແປງ​ເຄື່ອງ​ໃຫ້​ພີ່ນ້ອງ. ສຳລັບ​ພໍລີນ​ແລ້ວ​ຕ້ອງ​ໃຊ້​ເວລາ​ພໍ​ສົມຄວນ​ເພື່ອ​ຈະ​ປັບ​ໂຕ​ໄດ້ ແຕ່​ລາວ​ກໍ​ຮູ້​ວ່າ​ພີ່ນ້ອງ​ຄົນອື່ນໆ​ເຫັນຄ່າ​ສິ່ງ​ທີ່​ລາວ​ເຮັດ​ແລະ​ລາວ​ພະຍາຍາມ​ຊອກຫາ​ໂອກາດ​ເພື່ອ​ຈະ​ໃຫ້​ກຳລັງໃຈ​ສະມາຊິກ​ຄອບຄົວ​ເບເທນ​ຄົນອື່ນໆ.

ວັດທະນະທຳ​ຢູ່​ໃນ​ນີເຊເຣຍ​ເປັນ​ວັດທະນະທຳ​ໃໝ່​ສຳລັບ​ພວກ​ເຮົາ ແລະ​ພວກ​ເຮົາ​ຕ້ອງ​ໄດ້​ຮຽນຮູ້​ອີກ​ຫຼາຍ​ຢ່າງ. ມີ​ມື້​ໜຶ່ງ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ພາ​ພີ່ນ້ອງ​ຍິງ​ມາ​ແນະນຳ​ໂຕ​ກັບ​ຂ້ອຍ ເພາະ​ລາວ​ຫາກໍ​ຖືກ​ເຊີນ​ເຂົ້າ​ເບເທນ​ໃໝ່ໆ. ຕອນ​ທີ່​ຂ້ອຍ​ຈະ​ທັກທາຍ​ລາວ​ດ້ວຍ​ການ​ຈັບ​ມື ລາວ​ພັດ​ໄດ້​ໝູບໜ້າ​ລົງ​ພື້ນ​ຢູ່​ໃກ້​ຕີນ​ຂ້ອຍ ຂ້ອຍ​ຮູ້ສຶກ​ຕົກໃຈ​ຫຼາຍ ແລະ​ຄິດເຖິງ​ຂໍ້​ພະຄຳພີ 2 ຂໍ້​ທັນທີ​ໃນ​ກິດຈະການ 10:25, 26 ແລະ​ພະນິມິດ 19:10. ແລະ​ຄິດ​ໃນ​ໃຈ​ວ່າ ‘ຂ້ອຍ​ຈະ​ບອກ​ພີ່ນ້ອງ​ຍິງ​ຄົນ​ນີ້​ດີ​ບໍ​ວ່າ ບໍ່​ຄວນ​ເຮັດ​ແບບ​ນີ້?’ ແຕ່​ໃນ​ເວລາ​ດຽວ​ກັນ​ຂ້ອຍ​ກໍ​ຄິດ​ໄດ້​ວ່າ ລາວ​ຖືກ​ເຊີນ​ໃຫ້​ເຂົ້າ​ເບເທນ​ລາວ​ກໍ​ໜ້າ​ຈະ​ຮູ້​ຄຳສອນ​ນີ້​ດີ​ຢູ່​ແລ້ວ.

ຂ້ອຍ​ລົມ​ກັບ​ເຂົາເຈົ້າ​ຕໍ່​ດ້ວຍ​ຄວາມ​ຮູ້ສຶກ​ເກິໆ​ກະໆ​ຈາກ​ນັ້ນ​ຂ້ອຍ​ໄດ້​ມີ​ໂອກາດ​ຄົ້ນຄວ້າ​ຈຶ່ງ​ໄດ້​ຮູ້​ວ່າ ສິ່ງ​ທີ່​ພີ່ນ້ອງ​ຍິ່ງ​ຄົນ​ນີ້​ເຮັດ​ເປັນ​ວິທີ​ສະແດງ​ຄວາມ​ເຄົາລົບ​ນັບຖື​ຄົນອື່ນ​ຕາມ​ທຳ​ນຽນ​ທ້ອງຖິ່ນ​ຂອງ​ບາງ​ພາກ​ສ່ວນ​ໃນ​ປະເທດ​ນີເຊເຣຍ ແລະ​ພວກ​ຜູ້​ຊາຍ​ກໍ​ເຮັດ​ແບບນັ້ນ​ຄື​ກັນ. ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ບໍ່​ໄດ້​ເປັນ​ການ​ນະມັດສະການ ແຕ່​ເປັນ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ຄົນອື່ນ​ແລະ​ໃນ​ຄຳພີໄບເບິນ​ກໍ​ມີ​ຕົວຢ່າງ​ຂອງ​ບາງຄົນ​ທີ່​ເຮັດ​ແບບ​ນີ້. (1ຊມ. 24:8) ຂ້ອຍ​ຮູ້ສຶກ​ດີໃຈ​ຫຼາຍ​ທີ່​ບໍ່​ໄດ້​ເວົ້າ​ຫຍັງ​ອອກ​ໄປ ເຊິ່ງ​ເຮັດ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ນີ້​ຮູ້ສຶກ​ອາຍ.

ຕະຫຼອດ​ຫຼາຍ​ປີ​ທີ່​ເຮົາ​ຮັບໃຊ້​ຢູ່​ນີເຊເຣຍ ເຮົາ​ໄດ້​ເຈິ​ກັບ​ພີ່ນ້ອງ​ທີ່​ສັດຊື່​ຫຼາຍ​ຄົນ. ໜຶ່ງ​ໃນ​ນັ້ນ​ແມ່ນ​ພີ່ນ້ອງ ໄອເຊອາ ອາດັກໂບນາ. a ລາວ​ຮຽນ​ຄວາມຈິງ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ແຕ່​ຕໍ່ມາ ລາວ​ໄດ້​ຕິດ​ພະຍາດ​ຂີ້ທູດ​ແລະ​ຖືກ​ສົ່ງ​ໄປ​ຢູ່​ຄ້າຍ​ສຳລັບ​ຄົນ​ເປັນ​ຂີ້ທູດ. ຢູ່​ຫັ້ນ​ມີ​ແຕ່​ລາວ​ຄົນ​ດຽວ​ທີ່​ເປັນ​ພະຍານ​ພະເຢໂຫວາ​ແຖມ​ລາວ​ຍັງ​ຖືກ​ຕໍ່ຕ້ານ​ນຳ​ອີກ ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ລາວ​ກໍ​ໄດ້​ຊ່ວຍ​ຄົນ​ທີ່​ເປັນ​ຂີ້ທູດ​ຫຼາຍ​ກວ່າ 30 ຄົນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ​ແລະ​ໄດ້​ກໍ່​ຕັ້ງ​ປະຊາຄົມ​ໜຶ່ງ​ຢູ່​ຫັ້ນ.

ເກນຢາ ພີ່ນ້ອງ​ຢູ່​ຫັ້ນ​ໄດ້​ອົດທົນ​ກັບ​ຂ້ອຍ

ເຈິ​ກັບ​ໂຕ​ແຮດ​ນ້ອຍ​ທີ່​ກຳພ້າ​ພໍ່​ແມ່​ໃນ​ເກນຢາ

ໃນ​ປີ 1996 ພວກ​ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ສຳນັກງານ​ສາຂາ​ເກນຢາ. ນີ້​ເປັນ​ເທື່ອ​ທຳອິດ​ທີ່​ເຮົາ​ໄດ້​ກັບ​ມາ​ປະເທດ​ທີ່​ຂ້ອຍ​ໄດ້​ເລົ່າ​ໃຫ້​ຟັງ​ໃນ​ຕອນ​ຕົ້ນ. ພວກ​ເຮົາ​ພັກ​ຢູ່​ເບເທນ. ຢູ່​ເບເທນ​ນີ້​ມັກ​ຈະ​ມີ​ແຂກ​ທີ່​ບໍ່​ໄດ້​ຮັບ​ເຊີນ​ມາ​ຢ້ຽມຢາມ​ເລື້ອຍໆ​ນັ້ນ​ກໍ​ຄື ຝູງ​ລີງ​ເວີເວັດ. ພວກ​ມັນ​ມັກ​ຈະ​ມາ “ຍາດ” ເອົາ​ໝາກ​ໄມ້​ທີ່​ພີ່ນ້ອງ​ຍິງ​ຖື​ຢູ່. ມື້​ໜຶ່ງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ລືມ​ປິດ​ປ່ອງ​ຢ້ຽມ​ຕອນ​ທີ່​ລາວ​ອອກ​ໄປ​ນອກ. ເມື່ອ​ລາວ​ກັບ​ມາ​ກໍ​ເຫັນ​ວ່າ ມີ​ລີງ​ຄອບຄົວ​ໜຶ່ງ​ກຳລັງ​ນັ່ງ​ກິນ​ອາຫານ​ຢູ່​ໃນ​ຫ້ອງ​ຂອງ​ລາວ​ຢ່າງ​ມີ​ຄວາມສຸກ. ລາວ​ຮ້ອງ​ສຽງ​ດັງ​ແລ້ວ​ແລ່ນ​ອອກ​ໄປ​ຈາກ​ຫ້ອງ ສ່ວນ​ລີງ​ກໍ​ຕົກໃຈ​ແລ້ວ​ພາກັນ​ແຕກ​ໜີ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ.

ຂ້ອຍ​ກັບ​ພໍລີນ​ສົມທົບ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ສະວາອິລິ. ເມື່ອ​ຜ່ານ​ໄປ​ໄດ້​ໄລຍະ​ໜຶ່ງ​ຂ້ອຍ​ກໍ​ໄດ້​ຖືກ​ມອບໝາຍ​ໃຫ້​ນຳ​ປຶ້ມ​ປະຈຳ​ປະຊາຄົມ (ເຊິ່ງ​ປັດຈຸບັນ​ເອີ້ນ​ວ່າ ການສຶກສາ​ຄຳພີໄບເບິນ​ປະຈຳ​ປະຊາຄົມ). ແຕ່​ຂ້ອຍ​ເວົ້າ​ພາສາ​ນີ້​ບໍ່​ເກັ່ງ​ເລີຍ ເປັນ​ຄື​ກັບ​ເດັກນ້ອຍ​ທີ່​ກຳລັງ​ຮຽນ​ເວົ້າ. ຂ້ອຍ​ຕ້ອງ​ກຽມ​ລ່ວງ​ໜ້າ​ຢ່າງ​ດີ​ເພື່ອ​ຈະ​ອ່ານ​ຄຳຖາມ​ໄດ້. ແຕ່​ຖ້າ​ພີ່ນ້ອງ​ຕອບ​ຕ່າງ​ຈາກ​ສິ່ງ​ທີ່​ຢູ່​ໃນ​ປຶ້ມ​ພຽງ​ແຕ່​ໜ້ອຍ​ດຽວ ຂ້ອຍ​ກໍ​ຈະ​ບໍ່​ເຂົ້າໃຈ​ເລີຍ ນີ້​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ບໍ່​ດີ. ແຕ່​ຂ້ອຍ​ກໍ​ຮູ້ສຶກ​ປະທັບໃຈ​ທີ່​ພີ່ນ້ອງ​ອົດທົນ​ຟັງ​ຂ້ອຍ​ແລະ​ຍອມຮັບ​ການ​ຈັດ​ກຽມ​ນີ້​ດ້ວຍ​ຄວາມ​ຖ່ອມ​ໃຈ.

ສະຫະລັດ​ອາເມຣິກາ ພີ່ນ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ​ເຖິງ​ວ່າ​ຈະ​ຢູ່​ໃນ​ສັງຄົມ​ທີ່​ຮັ່ງມີ

ເຮົາ​ຢູ່​ໃນ​ເກນຢາ​ບໍ່​ຮອດ​ປີ. ຈາກ​ນັ້ນ​ໃນ​ປີ 1997 ເຮົາ​ກໍ​ຖືກ​ເຊີນ​ໃຫ້​ໄປ​ເບເທນ​ບຣຸກລິນ ນິວຢອກ. ຕອນນີ້​ເຮົາ​ຢູ່​ໃນ​ປະເທດ​ທີ່​ຫຼາຍ​ຄົນ​ຮັ່ງມີ​ເຊິ່ງ​ກໍ​ເຮັດ​ໃຫ້​ເຈິ​ບັນຫາ​ອີກ​ແບບ​ໜຶ່ງ (ສຸພາ. 30:8, 9) ແຕ່​ເຖິງ​ວ່າ​ຈະ​ເປັນ​ແບບນັ້ນ ພີ່ນ້ອງ​ຂອງ​ເຮົາ​ກໍ​ມີ​ຄວາມເຊື່ອ​ເຂັ້ມແຂງ. ເຂົາເຈົ້າ​ໃຊ້​ເວລາ​ແລະ​ຊັບສິນ​ຂອງ​ຕົວເອງ​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ອົງການ ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ຕົວເອງ​ລ້ຳ​ລວຍ.

ຕະຫຼອດ​ຫຼາຍ​ປີ​ທີ່​ຮັບໃຊ້​ພະເຢໂຫວາ ເຮົາ​ໄດ້​ເຫັນ​ວ່າ​ພີ່ນ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ແຕກຕ່າງ​ກັນ ເຊັ່ນ: ໃນ​ອຽກລັງ​ເໜືອ ພີ່ນ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ​ເຖິງ​ວ່າ​ຢູ່​ໃນ​ປະເທດ​ທີ່​ມີ​ຄວາມ​ວຸ່ນວາຍ​ໃນ​ສັງຄົມ. ໃນ​ອາຝຼິກກາ ພີ່ນ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ​ເຖິງ​ຈະ​ທຸກຍາກ​ແລະ​ຢູ່​ຫ່າງ​ໄກ. ໃນ​ສະຫະລັດ​ອາເມຣິກາ ພີ່ນ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ​ເຖິງ​ວ່າ​ຈະ​ຢູ່​ໃນ​ສັງຄົມ​ທີ່​ຮັ່ງມີ. ພະເຢໂຫວາ​ຕ້ອງ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບ​ທີ່​ແຕກຕ່າງ​ກັນ!

ຂ້ອຍ​ກັບ​ພໍລີນ​ຢູ່​ທີ່​ວໍ​ວິກ

ເວລາ​ຂອງ​ພວກ​ເຮົາ “ຜ່ານ​ໄປ​ໄວ​ກວ່າ​ກະສວຍ​ຂອງ​ຄົນ​ຕ່ຳ​ຜ້າ.” (ໂຢບ 7:6, ລ.ມ.) ຕອນນີ້​ເຮົາ​ຮັບໃຊ້​ຮ່ວມ​ກັບ​ພີ່ນ້ອງ​ຢູ່​ສຳນັກງານ​ໃຫຍ່​ໃນ​ວໍ​ວິກ ລັດ​ນິວຢອກ. ເຮົາ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ກັບ​ພີ່ນ້ອງ​ທີ່​ສະແດງ​ຄວາມ​ຮັກ​ເຊິ່ງ​ກັນ​ແລະ​ກັນ. ເຮົາ​ຮູ້ສຶກ​ອີ່ມ​ອົກ​ອີ່ມໃຈ​ແລະ​ດີໃຈ​ຫຼາຍ​ທີ່​ຍັງ​ສາມາດ​ເຮັດ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ສະໜັບສະໜູນ​ພະຄລິດ​ເຢຊູ​ກະສັດ​ຂອງ​ພວກ​ເຮົາ ເຊິ່ງ​ອີກ​ບໍ​ດົນ​ເພິ່ນ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ຮັບໃຊ້​ທຸກ​ຄົນ​ທີ່​ສະແດງ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ.—ມທ. 25:34

a ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ໄອເຊອາ ອາດັກໂບນາ ຢູ່​ໃນ​ຫໍສັງເກດການ​ສະບັບ 1 ເມສາ 1998 ໜ້າ 22-27 (ພາສາໄທ). ລາວ​ຕາຍ​ໃນ​ປີ 2010.